Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 42 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນໍ້າຕາຕ່າງໆໃນການອະທິຖານ

TEARS IN PRAYER
(Laotian)

ໂດຍ: ດຣ.ຄຣິສໂຕເຟີ ແອວ.ເຄແກນ
by Dr. Christopher L. Cagan

ຄໍາເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 2 ມີຖຸນາ 2019
A sermon preached at the Baptist Tabernacle of Los Angeles
Lord’s Day Evening, June 2, 2019

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງຊົງດໍາລົງຢູ່ໃນເນື້ອໜັງນັ້ນ ພຣະອົງ ໄດ້ຖວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະນ້ຳ ຕາໄຫຼ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າສະດັບເພາະພຣະອົງຊົງຢຳເກງ”(ເຮັບເຣີ 5:7)


ຂໍ້ພຣະຄໍາພີຂອງເຮົາເວົ້າເຖິງເລື່ອງພຣະເຢຊູຊົງອະທິຖານໃນສວນເກັດເສມານີ,ຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງ, ພຣະອົງຢູ່ໃຕ້ຄວາມກົດດັນໃນຂະນະທີ່ຄວາມບາບຂອງ ພວກເຮົາຖືກວາງລົງເທິງພຣະອົງ, ເພື່ອທີ່ພຣະອົງຈະແບກໄວ້ໃນພຣະກາຍຂອງພຣະອົງ ໄປທີ່ໄມ້ກາງແຂນໃນວັນຕໍ່ມາໄດ້, ຂ່າວປະເສີດຂອງລູກາບອກພວກເຮົາວ່າ:

“ເມື່ອພຣະອົງຊົງເປັນທຸກຫຼາຍ ພຣະອົງຈື່ງປົງພຣະໄທອະທິຖານ ເຫື່ອຂອງ ພຣະອົງເປັນເໝືອນເລືອດໄຫຼຢອດລົງເທິງດິນເປັນເມັດໃຫຍ່”(ລູກາ22:44)

ພຣະຄຣິດຊົງອະທິຖານ “ໃນຄວາມທຸກຫຼາຍ”ໃນຄືນນັ້ນ, ຂໍ້ພຣະຄໍາພີຂອງເຮົາກ່າວວ່າ ພຣະອົງ “ໄດ້ຖວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະນ້ຳຕາໄຫຼ” ຄໍາອະທິຖານຂອງພຣະເຢຊູເຕັມໄປດ້ວຍອາລົມ ແລະຄວາມຮູ້ສຶກ, ຮ້ອງໄຫ້ຫຼາຍ ແລະນ້ຳ ຕາໄຫຼ, ໃນຄືນນີ້ຂ້າພະເຈົ້າຢາກຈະເວົ້າເຖິງກ່ຽວກັບອາລົມ ແລະຄວາມຮູ້ສຶກໃນການອະທິ ຖານ.

+ + + + + + + + + + + + + + + + + + + + + + + + + + + + + + + + + + + + + + + + +

ຄໍາເທດສະໜາຂອງພວກເຮົາຕອນນີ້ພ້ອມແລ້ວເທິງມືຖືຂອງທ່ານ.
ເຊີນໄປທີ່ເວັບໄຊ WWW.SERMONSFORTHEWORLD.COM.
ກົດທີ່ປຸ້ມສີຂຽວພ້ອມດ້ວຍຄໍາວ່າ “ແອັບ” ແລ້ວຕາມດ້ວຍຄໍາແນະນໍາທີ່ບອກ.

+ + + + + + + + + + + + + + + + + + + + + + + + + + + + + + + + + + + + + + + + +

I. ໜຶ່ງ ຄຳອະທິຖານປອມກັບຄວາມຮູ້ສຶກ.

ພວກເພັນຕາຄອດແລະພວກຄາຣິສມາຕິກຫຼາຍຄົນຄິດວ່າການຮ້ອງ, ອາລົມ ແລະ ຄວາມຮູ້ສຶກຄືສ່ວນສໍາຄັນຂອງຄໍາອະທິຖານ, ພວກເຂົາຄິດວ່າການຮ້ອງ ສຽງດັງແລະການ ຮ້ອງໄຫ້ໝາຍເຖິງພຣະວິນຍານບໍລິສຸດຢູ່ໃນຄໍາອະທິຖານນັ້ນ ແລະຖ້າບໍ່ມີການສັ່ນ ແລະ ການຮ້ອງຄາງພຣະວິນຍານບໍລິສຸດກໍຈະບໍ່ຢູ່ຫັ້ນ, ພວກເຂົາເວົ້າວ່າອັນນີ້ບໍ່ແມ່ນແຕ່ການ ອະທິຖານເທົ່ານັ້ນແຕ່ກ່ຽວກັບວິຖີທີ່ຜູ້ຄົນມີປະຕິກິລິຍາເມື່ອພວກເຂົາຮ້ອງເພງເມື່ອພວກເຂົາ ໄດ້ຍິນຄໍາເທດສະໜາແລະເມື່ອພວກເຂົາເຮັດທຸກສິ່ງທີ່ເກີດຂື້ນໃນຄຣິສຕະຈັກແຕ່ພວກເຂົາຜິດ,ອາລົມເພື່ອປະໂຫຍດຂອງຕົວເອງບໍ່ມີຄວາມໝາຍຫຍັງເລີຍ, ມັນສາມາດອອກໄປຈາກ ຄໍາອະທິຖານໄດ້, ມັນສາມາດມາຈາກຜີປີສາດໄດ້.

ຂໍໃຫ້ຂ້າພະເຈົ້າເອົາຕົວຢ່າງຈາກພຣະຄໍາພີເລື່ອງອາລົມທີ່ຜິດໆໃນການອະທິຖານ ເອລີຢາໄດ້ປະເຊີນໜ້າພວກຜູ້ທໍານວາຍຂອງພະບາອານ, ລາວບອກໃຫ້ພວກເຂົາໃຊ້ເວລາ ໝົດມື້ເພື່ອຮ້ອງຫາພະບາອານໃນຂະນະທີ່ລາວຈະຮ້ອງຫາພຣະເຈົ້າຂອງອິສຣາເອນ,ພຣະ ເຈົ້າຜູ້ຊົງຕອບດ້ວຍໄຟຈະສໍາແດງໃຫ້ເຫັນວ່າພຣະອົງຊົງເປັນພຣະເຈົ້າທີ່ແທ້ຈິງ, ພວກຜູ້ທໍາ ນາຍຂອງພະບາອານໄດ້ກາຍເປັນພວກປ່າເຖື່ອນແລະມີອາລົມໃນການອະທິຖານຂອງພວກ ເຂົາ, ມັນເບິ່ງຄືດູດີຢູ່ໃນຄຣິສຕະຈັກຫຼາຍແຫ່ງປັດຈຸບັນນີ້! ພວກເຂົາ “ຮ້ອງອອກພຣະ ນາມຂອງພຣະບາອານ ຕັ້ງແຕ່ເວລາເຊົ້າຈົນທ່ຽງກ່າວວ່າ ຂ້າແດ່ພະບາອານຂໍຊົງຟັງພວກ ຂ້າພະເຈົ້າເຖີດ ແຕ່ກໍບໍ່ມີສຽງ ແລະບໍ່ມີໃຜຕອບ ແລະພວກເຂົາກໍໂຢກເຢກຢູ່ອ້ອມແທນ ບູຊາຊື່ງພວກເຂົາໄດ້ສ້າງຂຶ້ນ”(1 ກະສັດ 18:26)ຕອນທ່ຽງ “ພວກເຂົາກໍຮ້ອງສຽງດັງ ແລະເຊືອດຕົວເອງຕາມທໍານຽມຂອງພວກເຂົາດ້ວຍມີດ ແລະມີດສອງຄົມຈົນເລືອດໄຫຼພຸ້ງ ອອກມາຕາມຕົວ”(1 ກະສັດ 18:28) ແຕ່ “ບໍ່ມີສຽງ ບໍ່ມີໃຜຕອບ ບໍ່ມີໃຜຟັງ”(1 ກະສັດ 18:29) ແລ້ວເອລີຢາກໍອະທິຖານແບບງ່າຍໆຕໍ່ພຣະເຈົ້າ ແລະພຣະເຈົ້າໄດ້ສົ່ງໄຟລົງມາ ຈາກສະຫວັນ, ອາລົມແບບຜີມານ,ການໂດດຂື້ນໂດດລົງ, ການແຂກ ແລະການຮ້ອງ ແລະອື່ນໆທັງໝົດບໍ່ໄດ້ຊ່ວຍພວກຜູ້ທໍານາຍປອມເລີຍ, ຄວາມຮູ້ສຶກໃນຕົວເອງບໍໄດ້ມີຄວາມ ໝາຍຫຍັງ.

ຂ້າພະເຈົ້າເຄີຍເຫັນອາລົມເພື່ອປະໂຫຍດຂອງມັນເອງຫຼາຍຄັ້ງ,ມັນບໍ່ໄດ້ດີຫຍັງເລີຍມີເທື່ອໜຶ່ງຂ້າກໍາລັງໃຫ້ຄຳປຶກສາຜູ້ສາວຄົນໜຶ່ງຢູ່ຫ້ອງນໍາວິນຍານເພື່ອພະຍາຍາມນໍາລາວ ມາເຖິງພຣະຄຣິດ, ນາງສືບຕໍ່ຮ້ອງໄຫ້ ແລະສັ່ນ, ນາງຈະບໍ່ຢຸດໄຫ້ຕອນທີ່ຂ້າພະເຈົ້າຖາມ, ລາວບອກວ່າລາວກໍາລັງໄຫ້ເລື່ອງຄວາມບາບຂອງຕົວເອງແຕ່ນາງບໍ່ເຄີຍຫ່າງໄກຈາກການ ຮ້ອງໄຫ້ຕໍ່ພຣະເຢຊູ,ນາງບໍ່ເຄີຍໂຟກັສຄວາມສົນໃຈຂອງຕົນຕໍ່ພຣະຄຣິດ,ນາງບໍ່ເຄີຍລອດ ເລີຍ,ຕໍ່ມານາງກໍອອກໄປຈາກຄຣິສຕະຈັກ ແລະເຂົ້າໄປໃນບ່ອນເລິກຂອງບາບ.

ບາງຄົນອາລົມດີຫຼາຍ, ພວກເຂົາລົ້ມລົງແລະຮ້ອງໄຫ້ໃນທຸກເລື່ອງ, ຂ້າພະເຈົ້າຈື່ ໄດ້ເລື່ອງຜູ້ຍິງອີກຄົນໜື່ງທີ່ເຮັດແບບນັ້ນ,ມັນບໍ່ແມ່ນຫລັງການເທດສະໜາແລ້ວ ຫຼືເມື່ອນາງ ມາປຶກສາກ່ຽວກັບການວາງໃຈໃນພຣະຄຣິດ, ມັນເປັນເວລາໃດກໍໄດ້ ນາງຈະຫລັ່ງນໍ້າຕາ ແລະຮ້ອງໄຫ້, ນາງບໍ່ສາມາດຄິດເຖິງພຣະຄຣິດ ຫຼືຄຣິສຕະຈັກ ຫຼືພຣະຄໍາພີໄດ້, ວັນໜຶ່ງ ນາງຮູ້ສຶກເສົ້າ,ນາງຕາມຄວາມຮູ້ສຶກຂອງຕົນ ແລ້ວອອກໄປຈາກຄຣິສຕະຈັກ, ຂ້າພະເຈົ້າບໍ່ ເຫັນລາວອີກເລີຍ.

ການຮ້ອງແລະການແຂກສຽງດັງບໍ່ໄດ້ເຮັດໃຫ້ອັນໃດເປັນຈິງໄດ້, ມັນບໍ່ໄດ້ເຮັດໃຫ້ ຄໍາອະທິຖານເປັນຈິງ, ການພະຍາຍາມທີ່ຈະເຮັດໃຫ້ຕົນເອງໄຫ້ ຫຼືຮ້ອງສຽງດັງບໍ່ໄດ້ຊ່ວຍ ຫຍັງ, ເມື່ອທ່ານອະທິຖານຈົ່ງຄິດໃນສິ່ງທີ່ທ່ານກໍາລັງອະທິຖານນັ້ນ, ທ່ານອາດຈະອະທິ ຖານດ້ວຍນ້ຳຕາຫຼືບໍ່ມີ, ພຣະເຢຊູຊົງສະແດງອາລົມໃນສວນເກັດເສມານີ, ພຣະອົງຊົງອະທິ ຖານ “ດ້ວຍຮ້ອງໄຫ້ຫຼາຍ ແລະນ້ຳຕາໄຫຼ” ແຕ່ບໍ່ໄດ້ອະທີຖານເພື່ອຕົນເອງ, ນໍ້າຕາຂອງ ພຣະອົງບໍ່ໄດ້ເຮັດໃຫ້ຄໍາອະທິຖານດີ, ນໍ້າຕາຂອງພຣະອົງອອກມາຈາກຄໍາອະທິຖານຂອງ ພຣະອົງ, ມັນເກີດຂຶ້ນຈາກຄໍາອະທິຖານຂອງພຣະອົງ, ພຣະອົງຊົງຮ້ອງຫາພຣະເຈົ້າໃນ ຄວາມຈິງໃຈຂອງພຣະອົງ,ໃນຄວາມກົດດັນ ແລະເຈັບປວດໃນຂະນະທີ່ບາບຂອງມະນຸດ ຊາວໂລກຖືກວາງລົງເທິງພຣະອົງ, ການຮ້ອງໄຫ້ອອກຂອງພຣະອົງອອກມາຈາກຄວາມຈິງ ຈັງຂອງພຣະອົງ, ຄວາມເປັນຫ່ວງຂອງພຣະອົງ, ຄວາມຈໍາເປັນຂອງພຣະອົງ, ພາລະຂອງ ພຣະອົງ, ຄວາມທຸກທໍລະມານຂອງພຣະອົງ, ແລະດັ່ງນັ້ນມັນຈື່ງເປັນກັບພວກທ່ານ,ຢ່າພະ ຍາຍາມຮ້ອງໄຫ້, ຢ່າວາງແຜນທີ່ຈະໄຫ້ ຫຼືຕຽມຕົວໄຫ້, ຈົ່ງອະທິຖານເທົ່ານັ້ນ, ພຣະເຈົ້າ ອາດຈະນໍາທ່ານໃຫ້ຮ້ອງໄຫ້ ຫຼືພຣະອົງອາດຈະບໍ່ ແຕ່ວິທີໃດກໍໄດ້ມັນຈະເປັນຄໍາອະທິຖານ ທີ່ແທ້ຈິງ.

II. ສອງ ການອະທິຖານຜິດໆທີ່ປາສະຈາກຄວາມຮູ້ສຶກ.

ການອະທິຖານຢ່າງຫຼວງຫຼາຍໃນປັດຈຸບັນນີ້ບໍ່ແມ່ນການອະທິຖານອີກຕໍ່ໄປ,ມັນເປັນ ພຽງບາງສິ່ງບາງຢ່າງທີ່ຄົນໃດໜຶ່ງເວົ້າບໍ່ແມ່ນການອະທິຖານຕໍ່ພຣະເຈົ້າທີ່ແທ້ຈິງ,ມັນເປັນຄໍາເວົ້າທີ່ຟັງດູດີ, ເບິ່ງຄືເຄັ່ງຄັດແຕ່ຮູບແບບທີ່ບໍ່ມີຄວາມໝາຍຫຍັງ, ປາສະຈາກການຫັນມາ ຫາພຣະເຈົ້າ ແລະຂໍພຣະອົງສໍາລັບບາງສິ່ງບາງຢ່າງ.

ຂ້າພະເຈົ້າເຄີຍໄປຮ່ວມງານຮັບໃບປະກາດຫຼາຍເທື່ອ, ໃນຊ່ວງຕົ້ນຂອງພິທີມີບາງ ສິ່ງທີ່ເອີ້ນວ່າ “ການຂໍຮ້ອງ” ມັນຄວນຈະເປັນຄໍາອະທິຖານແຕ່ບໍ່ແມ່ນ, ບຸກຄົນນັ້ນເວົ້າ ສອງສາມປະໂຫຍກຂໍໃຫ້ຄົນທີ່ຮຽນຈົບເປັນຄົນດີ ແລະຂໍໃຫ້ພວກນັກຮຽນມີຊີວິດທີ່ດີ, ແຕ່ບໍ່ ມີໃຜຄາດຫວັງວ່າພຣະເຈົ້າຈະຊົງຕອບ ແລະເຮັດຫຍັງ ຫຼືປ່ຽນແປງບາງສິ່ງບາງຢ່່າງ - ຢ່າງໜ້ອຍກໍຄືຄົນທີ່ກໍາລັງ “ອະທິຖານ” ບໍ່ມີຄວາມຮູ້ສຶກໃດໆ ຫຼືການສະແດງອອກຈາກໃຈ ໃນການອະທິຖານນັ້ນ.

ມີເທື່ອໜຶ່ງທີ່ຂ້າພະເຈົ້າໄປວໍຊິງຕັນດີ.ຊີ. ເມືອງຫຼວງປະເທດຂອງເຮົາ, ຂ້າພະເຈົ້າ ໄດ້ໄປທີ່ມະຫາວິຫານແຫ່ງຊາດ,ປະທານາທິບໍດີເຣແກນຫາເສຍຊີວິດແລ້ວ ແລະພວກເຂົາກໍ ພ້ອມທີ່ຈະເຮັດພິທີສົບຂອງເພິ່ນ, ຢູ່ຫັ້ນຂ້າພະເຈົ້າໄດ້ຍິນບາດຫຼວງເວົ້າຄໍາອະທິຖານ ແຕ່ ລາວບໍໄດ້ອະທິຖານຫຍັງເລີຍ, ລາວກໍາລັງອ່ານຄໍາເວົ້າຈາກໜັງສືເຫຼັ້ມໜຶ່ງ, ເທົ່ານັ້ນ.ລາວບໍ່ ໄດ້ຂໍໃຫ້ພຣະເຈົ້າເຮັດຫຍັງເລີຍ, ລາວບໍ່ໄດ້ຫວັງຄໍາຕອບ, ລາວພຽງແຕ່ເວົ້າຄໍາຕ່າງໆເພາະ ນັ້ນຄືສິ່ງທີ່ລາວຖືກຄາດຫວັງໃຫ້ເຮັດ, ບໍ່ມີຄວາມຮູ້ສຶກທີ່ມາຈາກໃຈເລີຍ.

ພຣະເຢຊູເວົ້າເຖິງເລື່ອງຟາຣິສີຄົນໜື່ງທີ່ໄປວິຫານເພື່ອອະທິຖານ, ລາວເວົ້າວ່າ “ຂ້າແດ່ພຣະເຈົ້າ ຂ້ານ້ອຍຂອບຄຸນພຣະອົງທີ່ຂ້ານ້ອຍບໍ່ໄດ້ເປັນເໝືອນຄົນອື່ນຊື່ງເປັນຄົນ ໂລບ, ຄົນອະທໍາ ແລະຄົນລ່ວງປະເວນີ ແລະບໍ່ເໝືອນຄົນເກັບພາສີຄົນນີ້, ໃນອາທິດໜຶ່ງ ຂ້ານ້ອຍຖືອົດອາຫານສອງເທື່ອ, ສິ່ງສາລະພັດທີ່ຂ້ານ້ອຍຫາມາໄດ້ ຂ້ານ້ອຍໄດ້ເອົາສິບ ລົດໜຶ່ງມາຖວາຍ”(ລູກາ 18:11,12)ລາວບໍ່ໄດ້ອະທິຖານຫຍັງເລີຍ, ລາວບໍ່ໄດ້ຂໍຫຍັງຈາກ ພຣະເຈົ້າເລີຍ, ລາວພັດບອກພຣະເຈົ້າວ່າລາວດີຊໍາໃດແທນ, ພຣະຄຣິດກ່າວວ່າລາວພຽງ ແຕ່ອະທິຖານ “ກັບຕົນເອງ”(ລູກາ 18:11) ລາວບໍ່ໄດ້ສະແດງຄວາມຮູ້ສຶກອອກມາ,ລາວບໍ່ ໄດ້ອະທິຖານຈາກໃຈຂອງລາວ.

ພຣະຄຣິດຊົງຕໍານິພວກຟາຣິສີຍ້ອນຄໍາອະທິຖານທີ່ຜິດໆຂອງພວກເຂົາ,ພຣະອົງຊົງ ກ່າວວ່າ “ວິບັດແກ່ເຈົ້າພວກທໍາມາຈານ ແລະພວກຟາຣິສີຄົນໜ້າຊື່ໃຈຄົດ, ເພາະພວກ ເຈົ້າກືນເຮືອນຂອງແມ່ໝ້າຍ ແລະທໍາທ່າອະທິຖານດົນໆ”(ມັດທາຍ 23:14) ພວກເຂົາອະ ທິຖານດົນໆເພື່ອສະແດງໃຫ້ເຫັນວ່າພວກເຂົາເປັນຄົນບໍລິສຸດ, ແຕ່ສິ່ງທີ່ພວກເຂົາຕ້ອງການ ແທ້ໆກໍຄືເຮືອນ ແລະເງິນຈາກພວກຜູ້ຍິງເຖົ້າ, ມັນງ່າຍໆແບບນັ້ນແຫຼະ, ບໍ່ວ່າຄວາມຮູ້ສຶກ ໃດກໍຕາມທີ່ພວກເຂົາສະແດງອອກກໍຄືພາຍນອກປອມໆເພື່ອທີ່ພວກເຂົາຈະເບິ່ງດູດີ, ພວກ ເຂົາບໍ່ໄດ້ອະທິຖານມາຈາກໃຈຂອງພວກເຂົາ, ໃຈຂອງພວກເຂົາບໍ່ຖືກຕ້ອງ.

ພວກທ່ານອາດຈະເວົ້າວ່າ “ຂ້ອຍບໍ່ຄືກັບພວກເຂົາ” ແຕ່ພວກທ່ານອະທິຖານຜິດໆ ເວົ້າໄປເວົ້າມາຊື່ໆບໍ? ຂ້າພະເຈົ້າເຄີຍເຮັດ, ໃນການອະທິຖານສ່ວນຕົວຂອງທ່ານ,ທ່ານ ພຽງແຕ່ເອີຍເຖິງຜູ້ຄົນ ແລະສິ່ງຂອງທີ່ທ່ານກໍາລັງອະທິຖານເພື່ອຢູ່ໂດຍບໍ່ໄດ້ຄິດເຖິງກ່ຽວ ກັບມັນ, ໂດຍບໍ່ໄດ້ຂໍພຣະເຈົ້າຕອບບໍ? ພວກທ່ານເຄີຍເຮັດແບບນັ້ນໃນການປະຊຸມອະທິ ຖານຢູ່ຄຣິສຕະຈັກບໍ? ຂ້າພະເຈົ້າເຄີຍ, ພວກທ່ານເຄີຍອະທິຖານຍ້ອນວ່າຕົນເອງຄວນອະ ທິຖານບາງສິ່ງບາງຢ່າງ-ຍ້ອນວ່າທີ່ອະທິຖານຂອງທ່ານມາຮອດແລ້ວບໍ? ພວກທ່ານດີໃຈ ເມື່ອການນະມັສການຈົບລົງ ແລະທ່ານບໍ່ຈໍາເປັນຕ້ອງອະທິຖານອີກ, ນັ້ນບໍ່ແມ່ນຄໍາອະທິ ຖານທີ່ແທ້ຈິງ, ມັນເປັນພຽງບາງສິ່ງບາງຢ່າງທີ່ເວົ້າຜ່ານໆ, ພວກທ່ານເຄີຍພະຍາຍາມທີ່ “ອະທິຖານເກັ່ງ”ເພື່ອໃຫ້ບາງຄົນປະທັບໃຈບໍ? ຂ້າພະເຈົ້າຮູ້ຈັກບາງຄົນທີ່ວາງແຜນຄໍາອະທິ ຖານຂອງຕົນລ່ວງໜ້າ, ອັນນັ້ນບໍ່ແມ່ນຄໍາອະທິຖານແທ້, ມັນຄືຄໍາປາໄສ ຄໍາເວົ້າ ຂ້າພະ ເຈົ້າຂໍເວົ້າວ່າ “ຢ່າວາງແຜນຄໍາອະທິຖານຂອງຕົນ ອະທິຖານຂໍມັນ” ກ່ອນທີ່ຈະປະ ຊຸມອະທິຖານຈົ່ງໃຊ້ເວລາຈັກເລັກນ້ອຍເພື່ອຂໍໃຫ້ພຣະເຈົ້າຊ່ວຍທ່ານໃຫ້ອະທິຖານ, ແລະ ເມື່ອທ່ານອະທິຖານໃນການປະຊຸມ ຫຼືໂດຍຕົວເອງ,ຈົ່ງຄິດໃນສິ່ງທີ່ທ່ານກໍາລັງອະທິຖານຢູ່ ຈົ່ງຄິດເຖິງສະຖານະການວ່າມັນຂີ້ຮ້າຍປານໃດຖ້າຫາກພຣະເຈົ້າບໍ່ຊ່ວຍ, ຈົ່ງຄິດເຖິງວ່າ ທ່ານຕ້ອງການຄໍາຕອບຂອງພຣະເຈົ້າຫຼາຍປານໃດ, ການອົດອາຫານຈະຊ່ວຍຄໍາອະທິຖານ ຂອງທ່ານ ແລະຂໍໃຫ້ພຣະອົງຕອບໃນສິ່ງທີ່ທ່ານຂໍ, ພວກທ່ານອາດຈະເກັ່ງໃນການຮ້ອງໄຫ້ ດ້ວຍຄວາມຮູ້ສຶກ, ຢ່າຢຸດຕົວເອງ, ພຣະເຈົ້າຊົງຄັບເຄື່ອນທ່ານໄປ, ບາງຄັ້ງທ່ານອາດຈະບໍ່ ຮ້ອງໄຫ້, ຢ່າໄປບັງຄັບຕົນເອງໃຫ້ໄຫ້, ຄໍາອະທິຖານບໍ່ໄດ້ດີຍ້ອນມັນມີການຮ້ອງໄຫ້-ແລະ ມັນບໍ່ໄດ້ດີຍ້ອນມັນບໍ່ມີການຮ້ອງໄຫ້, ການອະທິຖານດີເມື່ອພຣະເຈົ້າຊົງຢູ່ໃນນັ້ນ!

III. ສາມ ຄໍາອະທິຖານທີ່ແທ້ຈິງກັບຄວາມຮູ້ສຶກແລະປາສະຈາກຄວາມຮູ້ສຶກ.

ຂໍ້ພຣະຄໍາພີຂອງພວກເຮົາກ່າວວ່າພຣະຄຣິດຊົງອະທິຖານໃນສວນ “ຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼ”ແຕ່ບາງຄັ້ງການອະທິຖານທີ່ແທ້ຈິງທີ່ໄດ້ຮັບຄໍາຕອບເກີດຂື້ນດ້ວຍຄວາມຮູ້ ສຶກໜ້ອຍໜຶ່ງຫຼືບໍ່ມີຄວາມຮູ້ສຶກເລີຍ, ຂ້າພະເຈົ້າໄດ້ບອກພວກທ່ານແລ້ວວ່າພວກຜູ້ທໍານາຍ ຂອງພະບາອານໄດ້ອະທິຖານຕໍ່ພະປອມຂອງພວກເຂົາແນວໃດແດ່, ດຽວນີ້ຂໍໃຫ້ຂ້າພະເຈົ້າ ບອກທ່ານເຖິງວິທີທີ່ເອລີຢາອະທິຖານ, ທ່ານກ່າວວ່າ:

“ຂ້າແດ່ພຣະເຢໂຮວາ ພຣະເຈົ້າຂອງອັບຣາຮາມ, ອີຊາກແລະ ຂໍໃຫ້ຮູ້ທົ່ວ ກັນໃນວັນນີ້ວ່າພຣະອົງຊົງເປັນພຣະເຈົ້າໃນອິດສະຣາເອນ ແລະຂ້ານ້ອຍ ເປັນຜູ້ຮັບໃຊ້ຂອງພຣະອົງ ແລະຂ້ານ້ອຍໄດ້ເຮັດບັນດາສິ່ງເຫລົ່ານີ້ໂດຍ ພຣະດໍາລັດຂອງພຣະອົງ ຂໍຊົງຟັງຂ້ານ້ອຍ ໂອຂ້າແດ່ພຣະເຢໂຮວາ ຂໍຊົງຟັງຂ້ານ້ອຍ ເພື່ອຊົນຊາດນີ້ຈະຮູ້ວ່າພຣະອົງຊົງເປັນອົງພຣະຜູ້ເປັນ ເຈົ້າພຣະເຈົ້າ”(1 ກະສັດ 18:36,37)

ບໍ່ມີບັນທຶກໄວ້ວ່າເອລີຢາຮ້ອງໄຫ້, ບໍ່ມີບັນທຶກວ່າລາວໂດດຂຶ້ນໂດດລົງ, ລາວບໍ່ໄດ້ເຊືອດ ເນື້ອໜັງຂອງຕົວເອງຢ່າງແນ່ນອນ! ລາວພຽງແຕ່ອະທິຖານດ້ວຍຄວາມຈິງຈັງຕໍ່ພຣະເຈົ້າ, ລາວຂໍພຣະເຈົ້າໃຫ້ສະແດງໃຫ້ປະຊາຊົນເຫັນວ່າພຣະອົງຊົງເປັນພຣະເຈົ້າທີ່ແທ້ຈິງ, ແລະ ພຣະເຈົ້າຊົງຕອບຄໍາອະທິຖານນັ້ນ ແລະສົ່ງໄຟລົງມາຈາກສະຫວັນເພື່ອເຜົາເຄື່ອງບູຊາ ຂອງເອລີຢາ, ປະຊາຊົນຮ້ອງວ່າ “ພຣະເຢໂຮວາພຣະອົງຊົງເປັນພຣະເຈົ້າ ພຣະເຢໂຮວາ ພຣະອົງຊົງເປັນພຣະເຈົ້າ”(1 ກະສັດ 18:39) ຄໍາອະທິຖານທີ່ຈິງຈັງຂອງເອລີຢາໂດຍບໍ່ມີ ການບັນທຶກເລື່ອງອາລົມກົງກັນຂ້າມກັບຄວາມດື້ດ້ານຂອງພວກຜູ້ທໍານວາຍພະບາອານ, ຄໍາອະທິຖານທີ່ແທ້ຈິງບໍ່ຈໍາເປັນຕ້ອງມີຄວາມຮູ້ສຶກ, ມັນຈໍາເປັນຕ້ອງມີພຣະເຈົ້າ!

ແຕ່ສ່ວນຫຼາຍຄວາມຮູ້ສຶກ,ແມ່ນແຕ່ນໍ້າຕາມັກໄປກັບຄໍາອະທິຖານທີ່ແທ້ຈິງ,ຖ້າທ່ານ ຮູ້ສຶກວ່າຕົນເອງຕ້ອງການມັນກໍເປັນເລື່ອງທໍາມະຊາດທີ່ທ່ານຈະມີຄວາມຮູ້ສຶກ, ທ່ານອາດ ຈະຮ້ອງຫາພຣະເຈົ້າດ້ວຍຄວາມຫລົງໄຫຼ, ຮີບດ່ວນ ແລະຮ້ອງໄຫ້, ທ່ານອາດຈະຊຸດລົງ ແລະຂໍດ້ວຍນໍ້າຕາ, ມີຫຼາຍເທື່ອທີ່ພຣະຄໍາພີເຊື່ອມຕໍ່ນ້ຳຕາກັບຄໍາອະທິຖານ, ນັກແຕ່ງເພງ ສັນລະເສີນອະທິຖານວ່າ “ໂອ ຂ້າແດ່ພຣະເຈົ້າ ຂໍຊົງຟັງຄໍາອະທິຖານຂອງຂ້ານ້ອຍ ແລະ ງ່ຽງຫູຟັງຄໍາຮ້ອງທູນຂອງຂ້ານ້ອຍ, ຂໍຢ່າຊົງງຽບຕໍ່ນ້ຳຕາຂອງຂ້ານ້ອຍ”(ເພງສັນລະເສີນ 39:12)

ກະສັດເຮເຊກີຢາປ່ວຍຈົນເກືອບຕາຍ, ເຮເຊກີຢາໄດ້ອະທິຖານຕໍ່ພຣະເຈົ້າ,ລາວອະ ທິຖານແນວໃດແດ່? ພຣະຄໍາພີກ່າວວ່າ “ແລະເຮເຊກີຢາໄດ້ຮ້ອງໄຫ້ຢ່າງໜັກ”(2 ກະສັດ 20:3)ແນ່ນອນລາວຮ້ອງໄຫ້, ລາວກໍາລັງຈະຕາຍ, ລາວຮ້ອງໄຫ້ສຸດໆ, ລາວຮ້ອງໄຫ້ໃນ ຄໍາອະທິຖານຂອງຕົນ, ແລ້ວພຣະຄໍາຂອງພຣະເຈົ້າກໍມາເຖິງເອຊາຢາຜູ້ທໍານວາຍ,ເອຊາຢາ ກ່າວວ່າ “ຈົ່ງກັບໄປບອກເຮເຊກີຢາເຈົ້ານາຍແຫ່ງປະຊາຊົນຂອງເຮົາວ່າ ພຣະເຢໂຮວາ ພຣະເຈົ້າຂອງດາວິດບັນພະບຸລຸດຂອງເຈົ້າ ກ່າວດັ່ງນີ້ວ່າ ເຮົາໄດ້ຍິນຄໍາອະທິຖານຂອງ ເຈົ້າແລ້ວ ເຮົາໄດ້ເຫັນນ້ຳຕາຂອງເຈົ້າແລ້ວ, ເບິ່ງແມ້ ເຮົາຈະຮັກສາເຈົ້າໃຫ້ຫາຍ”(2 ກະສັດ 20:5) “ເຮົາໄດ້ເຫັນນ້ຳຕາຂອງເຈົ້າແລ້ວ” ພຣະເຈົ້າເຫັນ ແລະຮູ້ສຶກເຖິງນໍ້າຕາ ທີ່ໝົດຫວັງຂອງເຮເຊກີຢາ, ການອະທິຖານຮ້ອງຂໍ, ແລະພຣະເຈົ້າຊົງຕອບ ແລະຊົງຊ່ວຍ ຊີວິດຂອງກະສັດ.

ໃນພຣະຄໍາພີໃໝ່,ມີຊາຍຄົນໜຶ່ງມາຫາພຣະເຢຊູ, ລູກຊາຍຂອງລາວຖືກຜີເຂົ້າ, ພຣະຄຣິດຖາມລາວວ່າຖ້າລາວເຊື່ອລູກຊາຍຂອງລາວກໍຈະໄດ້ຮັບການຮັກສາໃຫ້ດີ, ແລ້ວ “ພໍ່ຂອງເດັກກໍຮ້ອງທູນດ້ວຍນ້ຳຕາໄຫຼວ່າ ຂ້ານ້ອຍເຊື່ອພຣະອົງເຈົ້າຂ້າ ທີ່ຂ້ານ້ອຍຍັງຂາດ ຄວາມເຊື່ອນັ້ນ ຂໍພຣະອົງຊົງໂຜດຊ່ວຍໃຫ້ເຊື່ອເຖີດ”(ມາລະໂກ 9:24) ພຣະເຢຊູຊົງໄລ່ຜີ ອອກຈາກເດັກນ້ອຍນັ້ນ, ຂໍ້ພຣະຄໍາພີຂໍ້ນີ້ມັກຖືກໃຊ້ເພື່ອຊີ້ໃຫ້ເຫັນວ່າຄົນໜຶ່ງທີ່ອ່ອນແອໃນ ຄວາມເຊື່ອສາມາດໄດ້ຄໍາຕອບ, “ຂໍພຣະອົງຊົງໂຜດຊ່ວຍໃຫ້ເຊື່ອເຖີດ” ແຕ່ຂໍ້ພຣະຄໍາພີ ຍັງໄດ້ກ່າວວ່່າພໍ່ຄົນນັ້ນ “ຮ້ອງທູນ”ແລ້ວທູນຕໍ່ພຣະຄຣິດ “ດ້ວຍນໍ້າຕາ” ຜູ້ຊາຍຄົນນີ້ບໍ່ແມ່ນ ໜຶ່ງໃນພວກສາວົກ, ລາວບໍ່ແມ່ນແມ່ນແຕ່ຄົນທີ່ກັບໃຈແລ້ວ, ລາວເປັນພຽງແຕ່ “ຄົນໜຶ່ງ ໃນພວກປະຊາຊົນ” ເປັນພຽງຄົນໜື່ງທີ່ຢູ່ໃນຝູງຊົນ(ມາລະໂກ 9:17)ແຕ່ລາວໄດ້ພາລູກ ຊາຍຂອງຕົນມາຫາພຣະເຢຊູ ແລະຮ້ອງທູນພຣະອົງດ້ວຍນໍ້າຕາ.

ເປັນຫຍັງຊາຍຄົນນີ້ຈື່ງຮ້ອງທູນພຣະເຢຊູດ້ວຍນໍ້າຕາ? ລາວບໍ່ແມ່ນນັກຮົບອະທິ ຖານ, ລາວຍັງບໍ່ໄດ້ຮັບແມ່ນແຕ່ຄວາມລອດ, ມັນເປັນເລື່ອງທໍາມະຊາດສໍາລັບລາວທີ່ຈະ ເວົ້າຕໍ່ພຣະຄຣິດແບບນັ້ນ,ເພາະລາວເຫັນຄວາມຈໍາເປັນຂອງລາວ, ລູກຊາຍຂອງລາວຖືກຜີ ສິງ ແລະບໍ່ມີທາງໃດທີ່ຈະປົດປ່ອຍລາວໄດ້ນອກຈາກພຣະເຢຊູ, ຊາຍຄົນນັ້ນບໍ່ໄດ້ເຮັດໃຫ້ ຕົວເອງຮ້ອງໄຫ້, ດ້ວຍຄວາມຈໍາເປັນຂອງລາວ, ຈາກຄວາມສິ້ນຫວັງຂອງລາວນໍ້າຕາຂອງ ລາວຈື່ງອອກມາ, ຮູ້ສຶກຕ້ອງການ,ຄວາມຮູ້ສຶກທໍ້ແທ້ ແລະສິ້ນຫວັງ, ດັ່ງນັ້ນຈື່ງເຮັດໃຫ້ຮ້ອງ ໄຫ້ ແລະມີນໍ້າຕາ, ລາວເວົ້າໃນຄໍາອະທິຖານທີ່ແທ້ຈິງ,ດ້ວຍຄວາມຮູ້ສຶກ.

ເຊິ່ງນັ້ນໄດ້ນໍາພວກເຮົາກັບມາທີ່ຂໍ້ພຣະຄໍາພີຂອງເຮົາ, ພຣະຄຣິດຊົງອະທິຖານໃນ ສວນ “ດ້ວຍຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼ” ພຣະອົງບໍ່ຮ້ອງໄຫ້ແບບເດັກນ້ອຍ, ລາວບໍ່ໄດ້ ເປັນແບບອາລົມຂອງຜູ້ຍິງສາວຄົນໜຶ່ງທີ່ຮ້ອງໄຫ້ກັບທຸກເລື່ອງ,ພຣະອົງເປັນຜູ້ໃຫຍ່ແລ້ວອາຍຸຫຼາຍກວ່າສາມສິບປີ, ເປັນຫຍັງພຣະອົງຈື່ງຮ້ອງໄຫ້? ກໍເພາະວ່າພຣະອົງຖືກຂັບເຄື່ອນ ໃນໃຈຂອງຕົນ,ພຣະອົງຮູ້ສຶກເຖິງຄວາມບາບຂອງທັງຊາຍ ແລະຍິງທຸກຄົນທີ່ວາງລົງເຖິງ ພຣະອົງ, ພຣະອົງຊົງຄິດເຖິງຄວາມທໍລະມານອັນໂຫດຮ້າຍທີ່ພຣະອົງຈະຕ້ອງທົນເອົາເທິງ ໄມ້ກາງແຂນໃນມື້ຕໍ່ໄປ ບໍ່ດັ່ງນັ້ນຈະບໍ່ມີໃຜລອດໄດ້, ເຖິງຢ່າງນັ້ນນໍ້າໜັກແຫ່ງຄວາມຜິດ ບາບຂອງມະນຸດຊາດກໍເກືອບຈະຂ້າພຣະອົງ, ຖ້າບໍ່ມີພຣະຄຸນຂອງພຣະເຈົ້າ,ພຣະອົງກໍຄົງ ຈະຕາຍໃນສວນໃນຄືນນັ້ນແລ້ວແລະຈະບໍ່ມີວັນໄປເຖິງໄມ້ກາງແຂນໄດ້, ພຣະຄຣິດຊົງເອົາ ຊະນະໃຈພຣະອົງ, ດັ່ງນັ້ນພຣະອົງຈື່ງອະທິຖານ “ຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼ” ມັນເປັນ ເລື່ອງທໍາມະດາແລະທໍາມະຊາດໃນສະຖານະການນັ້ນ, ມັນຈະເປັນເລື່ອງຕົກໃຈຖ້າພຣະ ອົງບໍ່ໄດ້ອະທິຖານດ້ວຍຄວາມຮູ້ສຶກ, ພຣະເຢຊູຊົງອະທິຖານ “ດ້ວຍຊົງຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼ” ແລະຂໍ້ພຣະຄໍາພີຂອງເຮົາກໍບອກວ່າ ພຣະອົງ “ຊົງສະດັບ” ພຣະເຈົ້າຊົງ ຕອບຄໍາອະທິຖານຂອງພຣະອົງ ແລະຮັກສາພຣະອົງໃຫ້ມີຊີວິດຢູ່ເພື່ອຈະໄປເທິງໄມ້ກາງ ແຂນໃນວັນຕໍ່ມາ, ພຣະເຈົ້າຊົງຕອບ “ຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼ”ຂອງພຣະອົງ.

ຄຣິສຕຽນຂ້າພະເຈົ້າຂໍຖາມພວກທ່ານວ່າ “ພວກທ່ານອະທິຖານດ້ວຍຮ້ອງໄຫ້ແລະ ມີນໍ້າຕາບໍ?” ຂ້າພະເຈົ້າບໍ່ໄດ້ເວົ້າເຖິງຄໍາອະທິຖານທຸກຄໍາທີ່ເຮົາເວົ້າ ແຕ່ຂ້າພະເຈົ້າຂໍຖາມ ທ່ານອີກເທື່ອໜຶ່ງວ່າ “ພວກທ່ານເຄີຍອະທິຖານດ້ວຍຮ້ອງໄຫ້ ແລະມີນໍ້າຕາບໍ?” ຂ້າພະ ເຈົ້າເຄີຍບໍ່ແມ່ນໃນໄວໆນີ້ແບບທີ່ເຄີຍເປັນ, ບາງຄັ້ງພວກທ່ານກໍອະທິຖານດ້ວຍພາລະ ແຫ່ງຄວາມຈໍາເປັນ,ຮ້ອງຂໍເພື່ອໃຫ້ພຣະເຈົ້າຕອບ-ບາງເທື່ອດ້ວຍການຮ້ອງໄຫ້ແລະນ້ຳຕາ ໄຫຼບໍ? ຖ້າທ່ານຍັງບໍ່ເຄີຍເຮັດ, ທ່ານກໍບໍ່ໄດ້ມີຊີວິດທີ່ອະທິຖານດີ, ຖ້າທ່ານຫາກເຮັດກໍຈົ່ງ ຢາຢຸດທີ່ຈະທິຖານແລະລໍຖ້າຈົນຄໍາອະທິຖານຂອງທ່ານດີຂຶ້ນ,ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການແຕ່ຈົ່ງອະທິຖານຂໍໃຫ້ພຣະເຈົ້າໃຫ້ທ່ານສໍານຶກເລື່ອງຄວາມຕ້ອງການຂອງທ່ານແລ້ວ ທ່ານກໍຈະອະທິຖານດ້ວຍຄວາມຮູ້ສຶກ,ຖ້າທ່ານຫາກອົດອາຫານ,ເມື່ອໃດກໍຕາມທີ່ທ່ານຮູ້ສຶກຫິວ ຈົ່ງຄິດເຖິງສິ່ງທີ່ທ່ານກໍາລັງອະທິຖານເພື່ອ, ຈົ່ງຫັນມາຫາພຣະເຈົ້າແລະອະທິຖານ.

ພວກທ່ານບາງຄົນຫລົງຫາຍ, ທ່ານຍັງບໍ່ໄດ້ວາງໃຈໃນພຣະເຢຊູເທື່ອ, ຂ້າພະເຈົ້າ ຂໍຖາມທ່ານວ່າ “ທ່ານຮູ້ສຶກເຖິງຄວາມບາບຂອງຕົນດ້ວຍການຮ້ອງໄຫ້ ແລະນໍ້າຕາໄຫຼ-ຢ່າງໜ້ອຍກໍໃນເວລາໃດໜຶ່ງບໍ?” ພວກທ່ານມີການສໍານຶກເລື່ອງບາບຂອງຕົນບໍ?ການຮ້ອງ ໄຫ້ບໍ່ແມ່ນເປົ້າໝາຍ-ພຣະເຢຊູຊົງເປັນເປົ້າໝາຍ, ຈົ່ງວາງໃຈໃນພຣະອົງບໍ່ວ່າທ່ານຈະຮ້ອງ ໄຫ້ຫຼືບໍ, ສ່ວນຂ້າພະເຈົ້າຂໍເວົ້າວ່າ “ພວກທ່ານຮູ້ສຶກເສົ້າເໜືອຄວາມບາບແຫ່ງໃຈຂອງ ທ່ານບໍ?” ທ່ານຄວນຈະເປັນເພາະໃຈຂອງທ່ານມັນ “ເສື່ອມຊາມຢ່າງຊົ່ວຮ້າຍ”(ເຢເຣມີຢາ 17:9) ຈົ່ງອະທິຖານຂໍໃຫ້ພຣະເຈົ້າສຳແດງໃຫ້ທ່ານເຫັນຄວາມບາບທີ່ເປັນຕາຢ້ານແຫ່ງໃຈ ຂອງທ່ານ, ແລ້ວຈົ່ງອະທິຖານເພື່ອພຣະເຈົ້າຈະຊົງນໍາທ່ານໃຫ້ມາຫາພຣະຄຣິດ.

ພຣະເຢຊູຊົງເປັນຄໍາຕອບຕໍ່ຄວາມຈໍາເປັນຂອງທ່ານ, ພຣະອົງຊົງເປັນຢາຮັກສາ ແລະຊົງຈ່າຍເພື່ອບາບຂອງທ່ານ, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດ ບາບຂອງທ່ານທຸກອັນ,ແມ່ນແຕ່ບາບທີ່ຢູ່ໃນໃຈຂອງທ່ານ, ພຣະອົງຊົງຫລັ່ງເລືອດຂອງ ພຣະອົງເພື່ອປົກຫຸມບາບຂອງທ່ານ ແລະລ້າງມັນອອກໄປເປັນນິດ, ພຣະອົງຊົງຟື້ນຄືນ ຈາກຕາຍເພື່ອເອົາຊະນະຄວາມຕາຍດ້ວຍຊີວິດບໍ່ແມ່ນເພື່ອຕົວພຣະອົງເອງ ແຕ່ເພື່ອທ່ານ ຖ້າທ່ານຫາກເຊື່ອວາງໃຈໃນພຣະເຢຊູທ່ານກໍຈະລອດເປັນນິດ, ຖ້າທ່ານຢາກຈະລົມກັບ ພວກເຮົາກ່ຽວກັບການວາງໃຈເຊື່ອໃນພຣະຄຣິດ ຂໍເຊີນມາ ແລະນັ່ງສອງແຖວຂ້າງໜ້ານີ້ ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາ: ແຈັກ ແງັນ
“Teach Me to Pray” (Albert S. Reitz, 1879-1966).

ໂຄງຮ່າງບົດເທດສະໜາ

ນໍ້າຕາຕ່າງໆໃນການອະທິຖານ

TEARS IN PRAYER

ໂດຍ: ດຣ.ຄຣິສໂຕເຟີ ແອວ.ເຄແກນ

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງຊົງດໍາລົງຢູ່ໃນເນື້ອໜັງນັ້ນ ພຣະອົງ ໄດ້ຖວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະນ້ຳ ຕາໄຫຼ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າສະດັບເພາະພຣະອົງຊົງຢຳເກງ”(ເຮັບເຣີ 5:7)

(ລູກາ 22:44)

I.   ໜຶ່ງ ຄຳອະທິຖານປອມພ້ອມກັບຄວາມຮູ້ສຶກ. 1ອກະສັດ 18:26,28,29

II.  ສອງ ການອະທິຖານຜິດໆທີ່ປາສະຈາກຄວາມຮູ້ສຶກ. ລູກາ 18:11,12;
ມັດທາຍ 23:14

III. ສາມ ຄໍາອະທິຖານທີ່ແທ້ຈິງກັບຄວາມຮູ້ສຶກແລະປາສະຈາກຄວາມຮູ້ສຶກ.
1 ກະສັດ 18:36,37,39; ເພງສັນລະເສີນ 39:12; 2 ກະສັດ 20:3,5
ມາລະໂກ 9:24, 17; ເຢເຣມີຢາ 17:9