Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການໜຸນໃຈ ແລະຄໍາເຕືອນໃນຄວາມທຸກລໍາບາກໃຫຍ່-
ໃນປັດຈຸບັນນີ້ແລະໃນອະນາຄົດ

ENCOURAGEMENT AND WARNING IN TRIBULATION –
NOW AND IN THE FUTURE
(Laotian)

ບົດເທດສະໜາຂຽນໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
ພ້ອມດ້ວຍເຄື່ອງມືໂດຍດຣ.ຄຣິສໂຕເຟີ ແອວ.ເຄແກນ
ເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 19 ພຶດສະພາ 2019
A sermon written by Dr. R. L. Hymers, Jr.
with material by Dr. Christopher L. Cagan
preached at the Baptist Tabernacle of Los Angeles
Lord's Day Evening, May 19, 2019

“ເຮົາໄດ້ບອກເລື່ອງນີ້ແກ່ທ່ານ ເພື່ອທ່ານຈະໄດ້ມີສັນຕິສຸກໃນເຮົາໃນ ໂລກນີ້ທ່ານຈະປະສົບຄວາມທຸກຍາກ ແຕ່ຈົ່ງຊື່ນໃຈເຖີດ ເພາະວ່າ ເຮົາໄດ້ຊະນະໂລກແລ້ວ”(ໂຢຮັນ 16:33)


ພຣະເຢຊູຊົງກ່າວວ່າ “ໂລກນີ້ທ່ານຈະປະສົບຄວາມທຸກຍາກ” ຄໍາທີ່ແປຄໍາວ່າ “ຄວາມທຸກຍາກ”ແມ່ນ thlipsis ມັນສາມາດແປໄດ້ວ່າ “ຄວາມກົດດັນ” ພວກເຮົາທຸກຄົນ ລ້ວນແຕ່ມີຄວາມກົດດັນໃນຊີວິດຂອງພວກເຮົາ, ແຕ່ຊ່ວງເວລາແຫ່ງຄວາມກົດດັນທີ່ຮ້າຍ ແຮງທີ່ສຸດຍັງບໍ່ມາເຖິງ, ຄວາມທຸກຍາກລໍາບາກແມ່ນໄລຍະເວລາເຈັດປີກ່ອນທີ່ພຣະຄຣິດ ຈະສະເດັດລົງມາເທິງພູໝາກກອກເພື່ອປົກຄອງໂລກນີ້ໃນຄວາມຊອບທໍາ, ສ່ວນທີ່ຮ້າຍທີ່ ສຸດຂອງຄວາມທຸກລໍາບາກນັ້ນແມ່ນສາມປີເຄິ່ງສຸດທ້າຍ, ໃນເຈັດປີກ່ອນທີ່ພຣະຄຣິດຈະສະ ເດັດກັບມາສູ່ໂລກ,ຜູ້ຕໍ່ຕ້ານພຣະຄຣິດຈະປົກຄອງໂລກ, ພຣະຄໍາພີສະແດງໃຫ້ເຫັນວ່າທຸກ ຄົນທີ່ມາເປັນຄຣິສຕຽນໃນຊ່ວງເຈັດປີເຫຼົ່ານີ້ຈະຖືກຂ້າຍ້ອນຄວາມເຊື່ອ.

ອັກຄະສາວົກໂຢຮັນເຫັນນິມິດເລື່ອງວິນຍານຂອງພວກຄຣິສຕຽນທີ່ທຸກລໍາບາກເຫຼົ່ານີ້ໃນສະຫວັນ, ລາວເວົ້າວ່າ:

“ຂ້າພະເຈົ້າເຫັນດວງວິນຍານໃຕ້ແທ່ນບູຊາ ເປັນວິນຍານຂອງຄົນທັງຫຼາຍ ທີ່ຖືກຂ້າເພາະພຣະຄໍາຂອງພຣະເຈົ້າ ແລະເພາະຄໍາພະຍານທີ່ເຂົາຍຶດຖື ນັ້ນ”(ພະນິມິດ 6:9)

ແລ້ວລາວກໍຂຽນວ່າ:

“ຄົນເຫຼົ່ານີ້ຄືຄົນທີ່ມາຈາກຄວາມທຸກເວທະນາຄັ້ງໃຫຍ່ ພວກເຂົາໄດ້ຊໍາລ້າງ ເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວ ສະອາດ”(ພະນິມິດ 7:14)

ເຈັດປີເຫຼົ່ານີ້ຈະເປັນປີທີ່ຮ້າຍສຸດສໍາລັບພວກຄຣິສຕຽນຫຼາຍກວ່າຊ່ວງເວລາໃດໆໃນປະຫວັດສາດ, ພຣະເຢຊູຊົງກ່າວວ່າ:

“ເພາະໃນຄາວນັ້ນຈະເກີດຄວາມລໍາບາກໃຫຍ່ ແບບທີ່ບໍ່ເຄີຍມີຕັ້ງແຕ່ເລິ່ມ ໂລກມາຈົນເຖິງເວລານີ້ ແລະຈະບໍ່ມີອີກຕໍ່ໄປເລີຍ”(ມັດທາຍ 24:21)

ແມ່ນແລ້ວ, ຈະມີການຮັບຂຶ້ນ, ພຣະຄໍາພີກ່າວວ່າ:

“ເພາະວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນດ້ວຍສຽງດັງ ກ້ອງ ດ້ວຍສໍານຽງຂອງທູດສະຫວັນ ແລະດ້ວຍສຽງຂອງພຣະເຈົ້າ ແລະ ຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນ ພວກເຮົາຊື່ງຍັງເປັນມີຊີວິດຢູ່ ແລະເຫຼືອຢູ່ຈະຖືກຮັບຂຶ້ນໄປໃນເມກພ້ອມ ກັບຄົນເຫຼົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນ ແຫຼະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ”(1 ເທສະໂລນິກ 4:16-17)

ແຕ່ພວກເຮົາຈະຕ້ອງບໍ່ຄິດວ່າຄໍາສັນຍານີ້ຈະປົດປ່ອຍພວກເຮົາຈາກການມີການທົດສອບໃນປັດຈຸບັນນີ້,ແມ່ນແຕ່ກ່ອນຄວາມທຸກລໍາບາກໃຫຍ່, ໃນຂໍ້ພຣະຄໍາພີຂອງເຮົາພຣະເຢ ຊູຊົງກ່າວວ່າພວກຄຣິສຕຽນຈະມີຄວາມທຸກລໍາບາກຜ່ານທາງຍຸກນີ້.

“ເຮົາໄດ້ບອກເລື່ອງນີ້ແກ່ທ່ານ ເພື່ອທ່ານຈະໄດ້ມີສັນຕິສຸກໃນເຮົາ ໃນໂລກ ນີ້ທ່ານຈະປະສົບຄວາມທຸກຍາກ ແຕ່ຈົ່ງຊື່ນໃຈເຖີດ ເພາະວ່າເຮົາໄດ້ ຊະນະໂລກແລ້ວ”(ໂຢຮັນ 16:33)

+ + + + + + + + + + + + + + + + + + + + + + + + + + + + + + + + + + + + + + + + +

ຄໍາເທດສະໜາຂອງພວກເຮົາຕອນນີ້ພ້ອມແລ້ວເທິງມືຖືຂອງທ່ານ.
ເຊີນໄປທີ່ເວັບໄຊ WWW.SERMONSFORTHEWORLD.COM.
ກົດທີ່ປຸ້ມສີຂຽວພ້ອມດ້ວຍຄໍາວ່າ “ແອັບ” ແລ້ວຕາມດ້ວຍຄໍາແນະນໍາທີ່ບອກ.

+ + + + + + + + + + + + + + + + + + + + + + + + + + + + + + + + + + + + + + + + +

ຂໍໃຫ້ພວກເຮົາພິຈາລະນາໃນສິ່ງທີ່ພຣະເຢຊູກ່າວໃນທີ່ນີ້ດ້ວຍຄວາມລະມັດລະວັງ, ຂ້າພະ ເຈົ້າຈະຄອມເມັ້ນຢູ່ໃນສ່ວນທີ່ສອງຂອງຂໍ້ນັ້ນ,ຈາກນັ້ນສ່ວນທີ່ໜຶ່ງແລະສ່ວນສຸດທ້າຍ.

I. ໜຶ່ງ “ໃນໂລກທ່ານຈະປະສົບຄວາມທຸກຍາກ”

ພຣະເຢຊູຊົງກ່າວເລື່ອງນີ້ຕໍ່ພວກສາວົກ ແລະມັນສາມາດປະຍຸກໃຊ້ກັບຄຣິສຕຽນ ທຸກຄົນໃນຍຸກນີ້ໄດ້, ພວກຄຣິສຕຽນຈະມີບັນຫາທາງດ້ານຝ່າຍເນື້ອໜັງ,ອັກຄະສາວົກໂປ ໂລໄດ້ຂຽນວ່າ:

“ຢ້ານວ່າຂ້າພະເຈົ້າຈະຍົກຕົວຈົນເກີນໄປເນື່ອງຈາກທີ່ໄດ້ເຫັນການສໍາແດງຫຼາຍຢ່າງນັ້ນ ກໍຊົງໃຫ້ມີໜາມໃນເນື້ອໜັງຂອງຂ້າພະເຈົ້າ..."(2 ໂກຣິນໂທ 12:7)

ເລື່ອງນີ້ເບິ່ງຄືຊີ້ໃຫ້ເຫັນບັນຫາທີ່ໂປໂລມີກັບສາຍຕາຂອງລາວ, ມັນສະແດງໃຫ້ເຫັນວ່າ ພວກຄຣິສຕຽນຈະຕ້ອງຜ່ານຄວາມທຸກລໍາບາກແຫ່ງຄວາມເຈັບປ່ວຍ,ຄວາມທໍລະມານຝ່າຍ ເນື້ອໜັງ, ແລະຄວາມຕາຍຝ່າຍເນື້ອໜັງ, ພວກເຮົາໜີໂລກໄພທາງເນື້ອໜັງ ແລະຄວາມ ເຈັບປວດບໍ່ໄດ້ເມື່ອພວກເຮົາມາເປັນຄຣິສຕຽນ.

ພວກຄຣິສຕຽນຈະປະສົບກັບການທົດສອບ ແລະຄວາມທຸກຍາກອື່ນໆເຊັ່ນກັນໃນ ໂລກທີ່ລົ້ມລົງ ແລະບາບນີ້, ອັກຄະສາວົກໂປໂລເວົ້າເຖິງປະສົບການຂອງພວກຄຣິສຕຽນ ວ່າ,

“...ຄວາມຍາກລໍາບາກ ຫຼືຄວາມທຸກ ຫຼືການຂົ່ມເຫງ ຫຼືການກັນດານອາ ຫານ ຫຼືການເປື່ອຍກາຍ ຫຼືການຖືກໂພຍໄພ ຫຼືການຖືກຄົມດາບຫຼື? ຕາມ ທີ່ມີຂຽນໄວ້ແລ້ວວ່າ ເພາະເຫັນແກ່ພຣະອົງ ພວກຂ້ານ້ອຍທັງຫຼາຍຈື່ງຖືກ ປະຫານຕະຫຼອດວັນ ແລະພວກເຮົາຖືກນັບເປັນເໝືອນແກະສໍາລັບຈະ ເອົາໄປຂ້າ”(ໂຣມ 8:35-36)

ແຕ່ລາວໄດ້ຊີ້ໃຫ້ເຫັນວ່າບໍ່ມີຄວາມທຸກລໍາບາກໃດໃນພວກນີ້ສາມາດ “ແຍກພວກເຮົາຈາກ ຄວາມຮັກຂອງພຣະຄຣິດໄດ້”(ໂຣມ 8:35ກ)

“ໃນໂລກ ນີ້ທ່ານຈະປະສົບຄວາມທຸກຍາກ” (ໂຢຮັນ 16:33)

ພວກອັກຄະສາວົກທຸກຄົນຖືກຂ້າຍ້ອນຄວາມເຊື່ອໃນພຣະຄຣິດຂອງພວກເຂົາ-ຍົກ ເວັ້ນໂຢຮັນ-ທີ່ຖືກຈຸ່ມລົງໝໍ້ນໍ້າມັນຮ້ອນ ແລະມີແຜເປັນຕະຫຼອດຊີວິດຂອງລາວ,ພວກຄຣິສ ຕຽນຕະຫຼອດທຸກສະໄໝທົນທຸກຍ້ອນຄວາມເຊື່ອຂອງພວກເຂົາ, ໜັງສືແຫ່ງຜູ້ພີຊີບຂອງ ຟັອກຊ໌ ແມ່ນນັກສືຄລາສສິກທີ່ບັນທຶກເຫດການຄວາມທຸກລໍາບາກຂອງຄຣິສຕຽນທີ່ພີຊີບ ຕະຫຼອດໃນປະຫວັດສາດ, ດຣ. ພໍ ມາແຊວ ໄດ້ກ່າວວ່າ:

ຢູ່ປ່າອາເມລິກາກາງ...ຄ້າຍແຮງງານຊາວຈີນ, ຄຸກຊາວປາກີສະຖານ, ພວກຈາລະຈົນຊາວອິນເດຍ, ແລະໝູ່ບ້ານຜູ້ເຊື່ອຊາວຊູດານນັບບໍ່ຖ້ວນ ທີ່ໄດ້ຈ່າຍລາຄາແພງຫຼາຍສໍາລັບຄວາມເຊື່ອຂອງພວກເຂົາ(ເຫຼັ້ມດຽວກັນ ໜ້າ 160)

ໃນປະເທດຊູດານພວກຄຣິສຕຽນຕົກເປັນທາດ, ໃນປະເທດອີຣານພວກ ເຂົາຖືກລອບສັງຫານ, ໃນຄິວບາພວກເຂົາຖືກຂັງຄຸກ, ໃນປະເທດຈີນພວກ ເຂົາຖືກຕີຈົນຕາຍ, ຢູ່ໃນຫຼາຍກວ່າ60 ປະເທດທົ່ວໂລກພວກຄຣິສຕຽນຖືກ ລັງແກ, ຖືກທໍາຮ້າຍ, ຖືກທໍລະມານ ຫຼືຖືກປະຫານຍ້ອນຄວາມເຊື່ອຂອງ ພວກເຂົາ, ພວກຄຣິສຕຽນ 200,000,000 ລ້ານຄົນທົ່ວໂລກມີຊິີວິດໃນ ແຕ່ລະວັນຢ້ານເລື່ອງຕໍາຫຼວດລັບ, ສະມາຊິກກຸ່ມພົນລະເຮືອນຫຼືການກົດຂີ່ ແລະການເລືອກປະຕິບັດຂອງລັດ... ພວກຄຣິສຕຽນເປັນຮ້ອຍລ້ານຄົນກໍາ ລັງທົນທຸກແບບງ່າຍໆເລີຍຍ້ອນສິ່ງທີ່ພວກເຂົາເຊື່ອ(Paul Marshall, Ph.D., Their Blood Cries Out, Word, 1997, back jacket)

ແມ່ນແຕ່ຢູ່ນີ້ໃນຕາເວັນຕົກ,ພວກຄຣິສຕຽນແທ້ກໍມັກຈະຖືກແຍກແຍະແລະແກ້ງຫຼືກໍ່ກວນໂດຍສັງຄົມຊາວໂລກເພິີ່ມຂຶ້ນເລື່ອຍໆ, ຄຣິສຕຽນແລະພຣະຄໍາພີຖືກເຍາະເຍີ້ຍໃນ ຫ້ອງຮຽນຢູ່ວິທະຍາໄລ, ຄຣິສຕຽນຫຼາຍຄົນຜ່ານໄປເພື່ອຄວາມກ້າວໜ້າ ແລະຄົນອື່ນໆຖືກ ຍົກເລີກການຈ້າງວຽກຂອງເຂົາຍ້ອນວ່າພວກເຂົາຢາກໄປນະມັສການພຣະເຈົ້າຢູ່ຄຣິສຕະ ຈັກຂອງພວກເຂົາໃນວັນຂອງພຣະເຈົ້າ, ແມ່ນແຕ່ສະມາຊິກຄອບຄົວທີ່ບໍ່ແມ່ນຄຣິສຕຽນ,ຄົນ ອ່ອນແອ,ຂ່າວປະເສີດທີ່ນຸ້ມນວນໃໝ່ກໍຍັງເຍາະເຍີ້ຍພວກຄຣິສຕຽນທີ່ອຸທິດຕົນ, ເໝືອນທີ່ ພຣະເຢຊູກ່າວວ່າ:

“ໃນໂລກ ນີ້ທ່ານຈະປະສົບຄວາມທຸກຍາກ” (ໂຢຮັນ 16:33)

II. ສອງ “ເຮົາໄດ້ບອກເລື່ອງນີ້ແກ່ທ່ານ ເພື່ອທ່ານຈະໄດ້ມີສັນຕິສຸກໃນເຮົາ”

ຄໍາສັນຍານີ້ແມ່ນຕໍ່ຄົນທີ່ “ຢູ່ໃນພຣະຄຣິດ” “ຢູ່ໃນເຮົາ” ພຣະອົງຊົງເປັນແຫຼ່ງແຫ່ງ ສັນຕິສຸກພາຍໃນ. ພຣະເຢຊູຊົງກ່າວວ່າ:

“ເຮົາມອບສັນຕິສຸກໃຫ້ແກ່ທ່ານ ສັນຕິສຸກທີ່ເຮົາໃຫ້ແກ່ທ່ານນັ້ນບໍ່ເໝືອນ ໂລກໃຫ້...”(ໂຢຮັນ 14:27)

ເມື່ອຄົນໜຶ່ງຮູ້ຈັກພຣະຄຣິດກໍມີການແກ້ໄຂຄືພາຍໃນມີສັນຕິສຸກທີ່ຄົນອື່ນໃນໂລກບໍ່ມີ.

ຄົນທີ່ຢູ່ “ໃນ”ພຣະຄຣິດ ແລະຜູ້ທີ່ມອບບັນຫາຕ່າງໆຂອງຕົນຕໍ່ພຣະເຈົ້າໃນຄໍາອະ ທິຖານມີສັນຕິສຸກພິເສດຊື່ງພຣະຄໍາພີເອີ້ນວ່າ “ສັນຕິສຸກແຫ່ງພຣະເຈົ້າຊື່ງເກີນຄວາມເຂົ້າ ໃຈທຸກຢ່າງ”(ຟິລິບປອຍ 4:7) ໂລກໂດຍປົກກະຕິບໍ່ສາມາດເຂົ້າໃຈໄດ້ວ່າເປັນຫຍັງພວກ ຄຣິສຕຽນຈື່ງຖືກຈັບ,ທໍລະມານ, ຂັງຄຸກ ແລະປະຫານ-ເໝືອນກັບທີ່ເກີດຂຶ້ນໃນຫຼາຍປະ ເທດທົ່ວໂລກໃນຄືນນີ້.

ສັນຕິສຸກນີ້ບໍ່ໄດ້ໝາຍຄວາມວ່າຄຣິສຕຽນບໍ່ມີຄວາມທຸກພາຍໃນ,ບັນຫາທາງດ້ານອາລົມ ຫຼືໂຣກທາງຮ່າງກາຍ, ພວກຂ່າວປະເສີດຫຼາຍຄົນໃນອາເມລິກາມົກມຸ້ນຢູ່ກັບຄວາມສໍາ ເລັດ, ຄວາມຈະເລີນ, ຄວາມສະຫງົບ, ຄວາມສຸກ ແລະການພັດທະນາຕົນເອງ, ຫົວຂໍ້ເຫຼົ່າ ນີ້ຈະເບິ່ງຄືວ່າເປັນຕາໜ່າຍຕໍ່ພວກຄຣິສຕຽນຊາວຈີນທີ່ຖືກຫ້ອຍປີ້ນຫົວລົງລຸ່ມຍ້ອນຄວາມ ເຊື່ອຂອງເຂົາ ຫຼືຄຣິສຕຽນຊາວຄິວບາທີ່ໃຊ້ເວລາຫ້າປີໃນຫ້ອງຂັງດຽວ ຫຼືຄຣິສຕຽນຊາວອີ ຣານທີ່ປະສົບກັບຄວາມຕາຍເພາະການເຊື່ອໃນພຣະເຢຊູ.

ພວກຄຣິສຕຽນທີ່ຖືກຂົ່ມເຫງໃນປະເທດໂລກທີ່ສາມເຫຼົ່ານີ້ຫຍັບມາໃກ້ກວ່າເພື່ອເຂົ້າໃຈໃນສິ່ງທີ່ພຣະເຢຊູໝາຍເຖິງຕອນທີ່ພຣະອົງກ່າວວ່າ: “ເຮົາໄດ້ບອກສິ່ງເຫຼົ່ານີ້ແກ່ທ່ານ ເພື່ອໃຫ້ທ່ານມີສັນຕິສຸກໃນເຮົາ”(ໂຢຮັນ 16:33) ຂ້າພະເຈົ້າຄິດວ່າພວກເຂົາຈະເຂົ້າໃຈວ່າ ສັນຕິສຸກນີ້ເລັ່ງເຖິງຄວາມສະຫງົບພາຍໃນຊື່ງເປັນຜົນມາຈາກຄວາມຮູ້ທີ່ວ່າບາບຂອງພວກ ເຂົາໄດ້ຮັບການອະໄພແລ້ວ ແລະທີ່ວ່າພຣະເຈົ້າຊົງຫ່ວງວໃຍພວກເຂົາ.

ຂ້າພະເຈົ້າຈະອ່ານ 2 ໂກຣິນໂທ 11:24-28 ຈົ່ງຟັງໃນຂະນະທີ່ຂ້າພະເຈົ້າຈະ ບອກພວກທ່ານໃນສິ່ງທີ່ເກີດຂຶ້ນກັບອັກຄະສາວົກໂປໂລ, ທ່ານກ່າວວ່າ:

“ພວກຢິວຕີຂ້າພະເຈົ້າຫ້າເທື່ອໆລະສາມສິບເກົ້າບາດ ພວກເຂົາຕີຂ້າພະເຈົ້າ ດ້ວຍໄມ້ແສ້ສາມເທື່ອ ພວກເຂົາເອົາກ້ອນຫີນແກ່ວງໃສ່ຂ້າພະເຈົ້າເທື່ອ ໜຶ່ງ ຂ້າພະເຈົ້າປະເຊີນໄພເຮືອແຕກສາມເທື່ອ ຂ້າພະເຈົ້າລອຍຢູ່ໃນທະ ເລຄືນໜື່ງກັບວັນໜຶ່ງ ຂ້າພະເຈົ້າຕ້ອງເດີນທາງຕະຫຼອດ ປະເຊີນໄພອັນ ໜ້າຢ້ານໃນແມ່ນໍ້າ ປະເຊີນໂຈນໄພ ປະເຊີນໄພຈາກຊົນຊາດຂອງຂ້າພະ ເຈົ້າເອງ ປະເຊີນໄພຈາກຄົນຕ່າງຊາດ ປະເຊີນໄພໃນນະຄອນ ປະເຊີນ ໄພໃນປ່າ ປະເຊີນໄພໃນທະເລ ປະເຊີນໄພຈາກພີ່ນ້ອງປອມ ຕ້ອງເຮັດ ວຽກອິດເມື່ອຍ ແລະຍາກລໍາບາກ ຕ້ອງອົດຫລັບອົດນອນຕະຫຼອດ ຕ້ອງ ຫິວ ແລະກະຫາຍ ຕ້ອງອຶດເຂົ້າຕະຫຼອດ ຕ້ອງທົນໜາວແລະເປື່ອຍກາຍ ແລະນອກຈາກສິ່ງເຫຼົ່ານັ້ນທີ່ຢູ່ພາຍນອກແລ້ວ ຍັງອັນອື່ນທີ່ບີບຂ້າພະເຈົ້າຢູ່ ທຸກໆວັນຄື ການດູແລຄຣິສຕະຈັກທັງປວງ”(2 ໂກຣິນໂທ 11:24-28)

ໂປໂລສາມາດເວົ້າເຖິງການມີສັນຕິສຸດໃນສະຖານະການແບບນີ້ໄດ້ແນວໃດ? ແຕ່ລາວກໍມີ ໄດ້, ໂປໂລໄດ້ໃຫ້ຄໍາຕອບຢູ່ໃນຟີລິບປອຍ 4:6-7.

“ຢ່າທຸກຮ້ອນໃນສິ່ງໃດໆເລີຍ ແຕ່ຈົ່ງທູນເລື່ອງຄວາມປາດຖະທຸກຢ່າງຂອງ ທ່ານດ້ວຍການອະທິຖານ ແລະການອ້ອນວອນກັບການຂອບພຣະຄຸນ ແລ້ວສັນຕິສຸກແຫ່ງພຣະເຈົ້າຊື່ງເກີນຄວາມເຂົ້າໃຈທຸກຢ່າງຈະຄຸມຄອງຈິດ ໃຈແລະຄວາມຄິດຂອງທ່ານໄວ້ໃນພຣະເຢຊູຄຣິດ”(ຟີລິບປອຍ 4:6-7)

ໂປໂລພົບກັບຄວາມທຸກຍາກແລະທໍລະມານຫຼາຍຢ່າງແຕ່ໃນນີ້ລາວກໍເວົ້າເຖິງ “ສັນຕິສຸກ ແຫ່ງພຣະເຈົ້າຊື່ງເກີນຄວາມເຂົ້າໃຈທຸກຢ່າງ”

III. ສາມ “ຈົ່ງຊື່ນໃຈເຖີດ ເຮົາໄດ້ຊະນະໂລກແລ້ວ”

ທ່ານອາດຈະສົງໄສຫຼືບໍ່ວ່າທ່ານສາມາດຜ່ານການທົດສອບການຄວາມທຸກຢ່າງຂອງຊີວິດໄດ້ແນວໃດ, ຄົນໜຸ່ມທີ່ຢູ່ໃນວິທະຍາໄລຝ່າຍໂລກຕ້ອງນັ່ງໃນຫ້ອງຫຼາຍຫ້ອງບ່ອນທີ່ ພຣະຄໍາພີແລະຄຣິສຕຽນຖືກໂຈມຕີ, ຖືກດູຖູກ ແລະຫົວເຍີ້ຍ ພວກນັກສຶກສາວິທະຍາໄລ ຄິດວ່າ “ຂ້ອຍຈະມາດຜ່ານ ແລະ ເປັນຄຣິສຕຽນໄດ້ບໍ?” “ຂ້ອຍຈະສາມາດຜ່ານການທົດ ສອບໃນປັດຈຸບັນນີ້ໄດ້ບໍ? ຂ້ອຍເຮັດໄດ້ບໍເມື່ອຜູ້ຄົນຫັນມາຕໍ່ສູ້ຂ້ອຍ? ຂ້ອຍຈະຮັບມັນໄດ້ບໍ ເມື່ອຂ້ອຍມີຄວາມຢ້ານ-ແລະຂ້ອຍບໍ່ມີຄວາມເຊື່ອຫຼາຍ?”

ປັດຈຸບັນນີ້ພວກຄຣິິສຕຽນທີ່ຈິງຈັງຖືກເຍາະເຍີ້ຍວ່າເປັນພວກບ້າ, ຜູ້ຄົນຈະເວົ້າວ່າ ເຈົ້າກໍາລັງເຮັດເພື່ອພຣະເຢຊູຫຼາຍໂພດ, ພວກເຂົາເອີ້ນທ່ານໃຫ້ເປັນຄົນຖືສາສະໜາງ່າຍໆ ໜື່ງຊົ່ວໂມງໃນເຊົ້າວັນອາທິດ ຫຼືບໍ່ໄປໂບດອີກເລີຍ, ພວກເຂົາເວົ້າວ່າທ່ານຈະເປັນຄົນທີ່ມີ ຄວາມສຸກຖ້າທ່ານຫາກເຊົາຕິດຕາມພຣະເຢຊູ “ບໍຈໍາເປັນຕ້ອງແບກໄມ້ກາງແຂນ ບໍ່ຈໍາເປັນ ຕ້ອງທົນທຸກ ຫຼືເຈັບປວດ” ພວກເຂົາເວົ້າວ່າ “ຈົ່ງລືມມັນສາ ປ່ອຍໃຫ້ມັນໄປ ແລະຈົ່ງເປັນ ແບບທີ່ພວກເຮົາເປັນ” ພວກເຂົາຈະກົດດັນພວກທ່ານ ເໝືອນທີ່ພຣະເຢຊູຊົງກ່າວວ່າ “ໃນ ໂລກທ່ານຈະພົບກັບຄວາມທຸກຍາກ”

ແຕ່ພຣະຄຣິດກ່າວວ່າ “ຈົ່ງຊື່ນໃຈເຖີດ ເຮົາໄດ້ຊະນະໂລກແລ້ວ” ເຊີນຟັງໃນຂະ ນະທີ່ຂ້າພະເຈົ້າໂຣມ 8:35-39

“ແລ້ວໃຜຈະໃຫ້ເຮົາທັງຫຼາຍຂາດຈາກຄວາມຮັກຂອງພຣະຄຣິດໄດ້ ຈະເປັນຄວາມຍາກລຳບາກ ຫລືຄວາມທຸກ ຫລືການຂົ່ມເຫງ ຫລືການກັນດານອາຫານ ຫລືການເປື່ອຍກາຍ ຫລືການຖືກໂພຍໄພ ຫລືການຖືກຄົມດາບຫລື ຕາມທີ່ຂຽນໄວ້ແລ້ວວ່າ ‘ເພາະເຫັນແກ່ພຣະອົງ ພວກຂ້ານ້ອຍຈຶ່ງຖືກປະຫານທັງວັນ ແລະນັບວ່າເປັນເໝືອນແກະສຳລັບຈະເອົາໄປຂ້າ’ ແຕ່ວ່າໃນເຫດການທັງປວງເຫຼົ່ານີ້ ເຮົາມີໄຊຫຼາຍກວ່າຜູ້ພິຊິດໂດຍພຣະອົງຜູ້ໄດ້ຊົງຮັກເຮົາທັງຫຼາຍ ເພາະຂ້າພະເຈົ້າເຊື່ອຫມັ້ນວ່າ ແມ່ນຄວາມຕາຍ ຫລືຊີວິດ ຫລືບັນດາທູດສະຫວັນ ຫລືເຈົ້າຜູ້ຄອບຄອງອານາຈັກ ຫລືເຈົ້າຜູ້ມີອຳນາດ ຫລືສິ່ງທັງຫຼາຍຊຶ່ງຢູ່ໃນປະຈຸບັນນີ້ ຫລືສິ່ງທັງຫຼາຍຊຶ່ງຈະມາໃນພາຍໜ້າ ຫລືຊຶ່ງສູງ ຫລືຊຶ່ງເລິກ ຫລືສິ່ງອື່ນໃດໆ ທີ່ໄດ້ຊົງສ້າງແລ້ວນັ້ນ ຈະບໍ່ສາມາດເຮັດໃຫ້ເຮົາທັງຫຼາຍຂາດຈາກຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູກຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາໄດ້”(ໂຣມ 8:35-39)

ເມື່ອທ່ານມາຫາພຣະຄຣິດ,ພຣະອົງຈະຊົງຈັດການເອງ, ພຣະອົງຈະຊົງຍຶດຕົວ ທ່ານໄວ້ແລະບໍ່ຍອມປ່ອຍທ່ານໄປ, ເມື່ອທ່ານໄດ້ມາຫາພຣະຄຣິດແລ້ວ, ທ່ານບໍ່ຈໍາເປັນ ຕ້ອງເກາະພຣະອົງໄວ້, ພຣະອົງຊົງຍຶດຕົວທ່ານໄວ້! ຕັ້ງແຕ່ວິນາທີແຫ່ງການກັບໃຈໃໝ່ ຂອງທ່ານ,ທ່ານກໍປອດໄພຢູ່ໃນພຣະຄຣິດເປັນນິດ, ຄວາມຈິງກໍຄືວ່າມີກວ່າ 200 ລ້ານຄົນ ໃນໂລກທີ່ສາມທີ່ເຕັມໃຈທີ່ຈະທົນທຸກເພາະຄວາມເຊື່ອຄຣິສຕຽນຂອງເຂົາພິສູດໃຫ້ເຫັນວ່າ ພຣະຄຣິດຊົງຍຶດພວກຜູ້ຕາມຂອງພຣະອົງໄວ້ ແລະພຣະອົງຊົງເຮັດການຊ່ວຍໃຫ້ລອດ ທຸກຄົນ ແລະຊົງຮັກສາທຸກຄົນໄວ້! ຄືກັບແງັນໄດ້ຮ້ອງເພງກ່ອນເທດສະໜານັ້ນ.

ວິນຍານທີ່ເທິງພຣະເຢຊູໄດ້ເອນອ່ຽງເພື່ອເພິ່ງອາໄສ
ເຮົາຂ້າຈະບໍ່ ເຮົາຈະບໍ່ປະໄວ້ໃຫ້ແກ່ສັດຕູຂອງເຂົາ
ວິນຍານນັ້ນ ເຖິງແມ່ນວ່ານາລົກທັງປວງຈະພະຍາຍາມສັ່ນ
ເຮົາຈະບໍ່ມີວັນ ບໍ່ມີວັນ ບໍ່ມີວັນປະຖິ້ມເດັດຂາດ
(ຮາກຖານໝັ້ນຄົງເທົ່າໃດ ‘K’, Rippon’s ‘Selection of Hymns’ 1787)

ຊື່ງຂອງຄໍາເທດສະໜານີ້ກໍຄື“ການໜຸນໃຈແລະຄໍາເຕືອນໃນຄວາມທຸກລໍາບາກໃຫຍ່-ໃນປັດຈຸບັນນີ້ແລະໃນອະນາຄົດ” ໃນຄືນນີ້ຂ້າພະເຈົ້າໄດ້ໃຫ້ຄໍາໜຸນໃຈພວກທ່ານ, ແຕ່ຂ້າ ພະເຈົ້າຈະຕ້ອງເອົາຄໍາແຫ່ງການເຕືອນໃຫ້ພວກທ່ານເຊັ່ນກັນ, ບໍ່ວ່າບັນຫາທີ່ພວກເຮົາຈະ ພົບພໍ້ແບບໃດກໍຕາມປັດຈຸບັນນີ້ມັນນ້ອຍຫຼາຍເມື່ອປຽບທຽບກັບສິ່ງທີ່ຄົນອື່ນກຳລັງປະສົບໃນບ່ອນຕ່າງໆ, ໃນໂລກທີ່ສາມພວກຄຣິສຕຽນຖືກຕີ, ຖືກຂັງຄຸກ, ທໍລະມານ ແລະຖືກຂ້າ ເພາະການເຊື່ອໃນພຣະເຢຊູ, ຊີວິດຂອງພວກເຮົາຢູ່ໃນອາເມລິການີ້ເປັນການພັກຜ່ອນເມື່ອ ທຽບໃສ່ສິ່ງທີ່ເກີດຢູ່ຫັ້ນ, ໃນອະນາຄົດຫຼາຍປີອາດຈະຍາກຂຶ້ນທີ່ຈະເປັນຄຣິສຕຽນຢູ່ທີ່ນີ້, ຄວາມກົດດັນຈະໜັກໜ່ວງຂຶ້ນ, ພວກທ່ານອາດຈະສູນເສຍວຽກ,ເຮືອນ ແລະເງີນຍ້ອນ ການເປັນຄຣິສຕຽນທີ່ຈິງຈັງ, ມັນເກີດຂຶ້ນແລ້ວຢູ່ປະເທດອື່ນໆໃນຕອນນີ້, ໝູ່ເພື່ອນຂອງ ທ່ານ ແລະພີ່ນ້ອງອາດຈະຫັນມາຕໍ່ສູ້ທ່ານ, ການເວົ້າເລື່ອງຄວາມທຸກຍາກພຣະເຢຊູຊົງ ກ່າວວ່າ “ອ້າຍກໍຈະທໍລະຍົດນ້ອງໃຫ້ເຖິງແກ່ຄວາມຕາຍ ພໍ່ກໍຈະມອບລູກ ແລະລູກກໍຈະທໍ ລະຍົດຕໍພໍ່ແມ່ໃຫ້ເຖິງຄວາມຕາຍ ແລະທ່ານຈະຖືກຄົນທັງປວງກຽດຊັງເພາະເຫັນແກ່ນາມ ຂອງເຮົາ”(ມາລະໂກ 13:12,13) ມັນກໍາລັງເກີດຂື້ນໃນປະເທດອື່ນໆໃນຕອນນີ້, ຢ່າໄປ ຕົກໃຈເລີຍຖ້າຜູ້ຄົນຫາກປະຕິເສດທ່ານກ່ອນຍຸກເຈັດປີເຫຼົ່ານັ້ນ.

ຜູ້ທໍານວາຍເຢເຣມີຢາໄດ້ກ່າວວ່າ: “ຖ້າເຈົ້າແລ່ນແຂ່ງກັບທະຫານຮາບ ແລະເຂົາ ເຮັດໃຫ້ເຈົ້າເມື່ອຍ ເຈົ້າຈະແຂ່ງກັບມ້າໄດ້ແນວໃດ ແລະຖ້າເຈົ້າຍັງອິດເມື່ອຍໃນແຜ່ນດິນ ແຫ່ງສັນຕິພາບຊື່ງເຈົ້າວາງໃຈນັ້ນ ເຈົ້າຈະເຮັດແນວໃດໃນຄຶ້ນຂອງລຸ່ມແມ່ນໍ້າຈໍແດນ”(ເຢເຣ ມີຢາ 12:5) ແມ່ນພວກທ່ານກໍາລັງປະສົບກັບຄວາມທຸກຍາກບາງຢ່າງໃນປັດຈຸບັນນີ້,ແຕ່ ຖ້າທ່ານບໍ່ສາມາດຮັບມືແຮງກົດດັນເລັກນ້ອຍໃນວັນນີ້ໄດ້ ທ່ານຈະເຮັດແນວໃດເມື່ອມັນ ຮ້າຍລົງ? ຖ້າທ່ານບໍ່ສາມາດດໍາເນີນຊີວິດຄຣິສຕຽນໃນຊ່ວງເວລາແຫ່ງການພັກຜ່ອນນີ້ໄດ້ ທ່ານຈະເຮັດແນວໃດເມື່ອພາຍຸມາ? ຂ້າພະເຈົ້າຂໍຮ້ອງພວກທ່ານໃຫ້ເປັນຄຣິສຕຽນທີ່ເຂັ້ມ ແຂງໃນຕອນນີ້, ຖ້າທ່ານຫາກເຮັດແບບນັ້ນທ່ານດຽວນີ້ທ່ານກໍຈະເປັນຄຣິສຕຽນທີ່ເຂັ້ມແຂງ ໃນພາຍໜ້າ, ຂ້າພະເຈົ້າຄິດເຖິງເລື່ອງນັ້ນໃນຖານະເປັນຄຣິສຕຽນໃໝ່ຕອນທີ່ຂ້າພະເຈົ້າ ອ່ານໜັງສືຂອງອາຈານຣິຊາດ ວູມແບຣນ ທີ່ຊື່ວ່າ Tortured for Christ ມັນບໍ່ແມ່ນພຽງແຕ່ ໜັງສືໃຫ້ອ່ານເທົ່ານັ້ນ, ມັນຍັງໄດ້ປ່ຽນແປງຊີວິດຂອງຂ້າພະເຈົ້າ, ການເປັນຄຣິສຕຽນບໍ່ ແມ່ນແບບການພັກຜ່ອນຕະຫຼອດ, ມັນສາມາດຍາກໄດ້, ມັນຍາກ, ແມ່ນແລ້ວ “ຈົ່ງຊື່ນໃຈ ເຖີດ”(ໂຢຮັນ 16:33) ແຕ່ຍັງນັບຄ່າດ້ວຍ(ເບິ່ງລູກາ 14:28) ມັນຈະຄຸ້ມຄ່າຢ່າງແນ່ນອນ ເພາະທ່ານຈະໄດ້ຢູ່ກັບພຣະຄຣິດຕະຫຼອດເປັນນິດ.

ແລະດຽວນີ້ຂ້າພະເຈົ້າຈະຕ້ອງເວົ້າຕໍ່ຄົນທີ່ຍັງຫຼົງຫາຍທີ່ຢູ່ນີ້ໃນຄືນນີ້ວ່າ ພຣະເຢຊູ ຊົງຮັກພວກທ່ານ, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ ພຣະອົງຊົງຫຼັ່ງເລືອດຂອງພຣະອົງລົງເພື່ອຊໍາລະຄວາມບາບຂອງທ່ານອອກໄປ, ພຣະອົງ ຊົງຟື້ນຄືນມາຈາກຕາຍເພື່ອມອບຊີວິດໃຫ້ແກ່ທ່ານ, ຖ້າທ່ານຫາກເຊື່ອວາງໃຈໃນພຣະອົງ ທ່ານກໍຈະລອດຕະຫຼອດໄປ, ແຕ່ການວາງໃຈໃນພຣະເຢຊູບໍ່ແມ່ນເປັນແຕ່ພຽງຖ້ອຍຄໍາສອງ ສາມຄໍາເທົ່ານັ້ນ, ການວາງໃຈໃນພຣະເຢຊູໝາຍເຖິງການເຊື່ອວາງໃຈໃນພຣະເຢຊູ,ແມ່ນ ຈະມີຊ່ວງເວລາຍາກລໍາບາກ, ແມ່ນແລ້ວທ່ານອາດຈະທົນທຸກ ແຕ່ມັນກໍຄຸ້ມຄ່າ, ທ່ານຈະຮູ້ ຈັກພຣະເຢຊູ, ທ່ານຈະໄດ້ຢູ່ກັບພຣະຄຣິດຕະຫຼອດໄປຖ້າທ່ານຫາກວາງໃຈໃນພຣະອົງ, ຖ້າທ່ານຢາກຈະລົມກັບຂ້າພະເຈົ້າກ່ຽວກັບການວາງໃຈໃນພຣະເຢຊູ, ຂໍເຊີນມານັ່ງສອງ ແຖວຂ້າງໜ້ານີ້. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາ: ແຈັກ ແງັນ
     “How Firm a Foundation” (‘K’ in Rippon’s ‘Selection of Hymns,’ 1787).

ໂຄງຮ່າງບົດເທດສະໜາ

ການໜຸນໃຈ ແລະຄໍາເຕືອນໃນຄວາມທຸກລໍາບາກໃຫຍ່-
ໃນປັດຈຸບັນນີ້ແລະໃນອະນາຄົດ

ENCOURAGEMENT AND WARNING IN TRIBULATION –
NOW AND IN THE FUTURE

ບົດເທດສະໜາຂຽນໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
ພ້ອມດ້ວຍເຄື່ອງມືໂດຍດຣ.ຄຣິສໂຕເຟີ ແອວ.ເຄແກນ

“ເຮົາໄດ້ບອກເລື່ອງນີ້ແກ່ທ່ານ ເພື່ອທ່ານຈະໄດ້ມີສັນຕິສຸກໃນເຮົາໃນ ໂລກນີ້ທ່ານຈະປະສົບຄວາມທຸກຍາກ ແຕ່ຈົ່ງຊື່ນໃຈເຖີດ ເພາະວ່າ ເຮົາໄດ້ຊະນະໂລກແລ້ວ”(ໂຢຮັນ 16:33)

(ພະນິມິດ 6:9; 7:14; ມັດທາຍ 24:21; 1 ເທສະໂລນິກາ 4:16-17)

I.   ໜຶ່ງ “ໃນໂລກທ່ານຈະປະສົບຄວາມທຸກຍາກ” 2 ໂກຣິນໂທ 12:7; ໂຣມ 8:35-36

II.  ສອງ “ເຮົາໄດ້ບອກເລື່ອງນີ້ແກ່ທ່ານ ເພື່ອທ່ານຈະໄດ້ມີສັນຕິສຸກໃນເຮົາ”
ໂຢຮັນ 14:27; 2 ໂກຣິນໂທ 11:24-28; ຟີລິບປອຍ 4:6-7

III. ສາມ “ຈົ່ງຊື່ນໃຈເຖີດ ເຮົາໄດ້ຊະນະໂລກແລ້ວ” ໂຣມ 8:35-39;
ມາລະໂກ 13:12, 13; ເຢເຣມີຢາ 12:5; ລູກາ 14:28