Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈະສູນເສຍຫຍັງແດ່ເພື່ອມາເປັນຄຣິສຕຽນສາວົກ

WHAT IT COSTS TO BECOME A CHRISTIAN DISCIPLE
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
By Dr. R. L. Hymers, Jr.

ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 17 ກຸມພາ 2019
A sermon preached at the Baptist Tabernacle of Los Angeles
Lord’s Day Evening, February 17, 2019

“ເພາະວ່າໃນພວກທ່ານມີຜູ້ໃດເມື່ອປາດຖະຫນາຈະສ້າງປ້ອມ ຈະບໍ່ນັ່ງລົງຄິດລາຄາເບິ່ງກ່ອນ”(ລູກາ 14:28)


ຕອນນີ້ເຊີນເປີດພຣະທໍາມັດທາຍກັບຂ້າພະເຈົ້າໃນບົດທີ 16 ຂໍ້ 24.

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລ້ວຮັບກາງ ແຂນຂອງຕົນແບກ ແລະຕາມເຮົາມາ”(ມັດທາຍ 16:24)

ຄົນໜຸ່ມສ່ວນຫຼາຍໃນປັດຈຸບັນນີ້ບໍ່ມີເຫດຜົນທີ່ຈະຕິດຕາມ ແລະບໍ່ມີເປົ້າໝາຍໃນຊີ ວິດຂອງພວກເຂົາ, ທ່ານມີຊີວິດຢູ່ພຽງແຕ່ລະວັນໄປເທົ່ານັ້ນ, ຄວາມຈິງແລ້ວພວກຄົນໜຸ່ມປັດຈຸບັນນີ້ເບິ່ງຄືວ່າມີຊີວິດແບບແຕ່ລະນາທີໄປ, ພວກທ່ານປະຕິບັດຊີວິດຂອງຕົນຄືກັບຄົນກໍາລັງທ່ອງໄປຕາມຊ່ອງທໍລະທັດ-ປີບຈາກຊ່ອງນີ້ໄປຫາຊ່ອງນັ້ນໂດຍບໍ່ເບິ່ງທັງລາຍການ.

ເຊິ່ງນັ້ນມັນອັນຕະລາຍ, ທ່ານຈະບໍ່ມີວັນເຂົ້າໃຈເລື່ອງລາວທັງໝົດ, ນັ້ນຄື ວິທີທີ່ພວກຄົນໜຸ່ມປະຕິບັດຕໍ່ຄຣິສຕະຈັກນີ້, ພວກທ່ານທ່ອງຊ່ອງ-ໂຜ່ເຂົ້າໂຜ່ອອກ, ໄປລາສເວກັສໃນວັນອາທິດ ແລ້ວອາທິດຕໍ່ມາກໍໄປໂບດ, ແຕ່ພວກທ່ານບໍ່ເຂົ້າໃຈເລື່ອງລາວທັງໝົດ, ພວກທ່ານໄດ້ແຕ່ໜ້ອຍດຽວຫຼືໄດ້ສ່ວນໃດໜື່ງ, ຍົກຕົວຢ່າງ: ພວກທ່ານໄດ້ຍິນແຕ່ເລື່ອງກ່ຽວກັບວິວັດທະນາການ ແລະທ່ານກໍພາດເລື່ອງໂລກາວິນາດ, ເລື່ອງຄວາມລອດ, ເລື່ອງຜີປີສາດ ແລະເລື່ອງອື່ນອີກຫຼາຍເລື່ອງ.

ເພື່ອຈະມາເປັນຄຣິສຕຽນແທ້ທ່ານຈະຕ້ອງຖິ້ມຕົວຂອງທ່ານລົງໃນພຣະເຢຊູຄຣິດ:

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລ້ວຮັບກາງ ແຂນຂອງຕົນແບກ ແລະຕາມເຮົາມາ”(ມັດທາຍ 16:24)

ດຽວນີ້ຄວາມລອດໂດຍທາງພຣະຄຸນ, ຄົນທີ່ຍັງບໍ່ກັບໃຈໃໝ່ຈະບໍ່ມີວັນເຮັດໃນສິ່ງທີ່ພຣະເຢຊູບອກໄດ້, “ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລ້ວຮັບກາງແຂນຂອງຕົນແບກ ແລະຕາມເຮົາມາ”ແຕ່ພຣະເຈົ້າໄດ້ຊັກນໍາທ່ານໃຫ້ມາທີ່ຄຣິສຕະຈັກນີ້ເພື່ອຟັງຂ່າວປະເສີດ, ພວກພິວຣິທັນທີ່ຊື່ໂທມັສ ວັດສັນເວົ້າຖືກວ່າ “ເມື່ອພຣະເຈົ້າຊົງເລິ່ມຕົ້ນຊັກນໍາພວກເຮົາຈົ່ງຕິດຕາມພຣະອົງ” ຫຼືບໍ່ຈົ່ງຕັດສິນໃຈທີ່ຈະບໍ່ຕາມ, ເຖິງແມ່ນວ່າ ເລິກໆພາຍໃນທ່ານຮູ້ດີວ່າທ່ານຄວນຕາມ.

ຄົນທີ່ຍັງບໍ່ກັບໃຈໃໝ່ເຕັມໄປດ້ວຍຄວາມຂັດແຍ້ງກັນ, ທ່ານມາໂບດແລ້ວກໍມີຄວາມຂັດແຍ້ງຢູ່ພາຍໃນກັບນັກເທດ ແລະພຣະຄໍາພີ, ໃນໃຈຂອງທ່ານທ່ານເວົ້າວ່າ “ຂ້ອຍບໍ່ເຊື່ອພຣະຄໍາພີ” ແລ້ວທ່ານກໍຄິດວ່າ “ຂ້ອຍເປັນຄົນລົ້ມເຫຼວໃນຊີວິດ, ຂ້ອຍບໍ່ມີຄວາມຫວັງໃດໆໃນແບບທີ່ຂ້ອຍເປັນຢູ່” ທ່ານຖືກດຶງກັບໄປກັບມາ, ສ່ວນໜຶ່ງໃນຕົວຂອງທ່ານກະບົດຕໍ່ສູ້ພຣະເຈົ້າ ແລະອີກສ່ວນໜຶ່ງທ່ານກໍຢາກຈະເຊື່ອວ່າມີຄວາມຫວັງໃນພຣະເຈົ້າ, ມີການຕໍ່ສູ້ກັນພາຍໃນ, ແລະທຸກຄົນທີ່ຢູ່ທີ່ນີ້ໃນແລງນີ້ກໍເຄີຍປະສົບກັບບັນຫາທີ່ຄ້າຍໆກັນ.

ຂ້າພະເຈົ້າສາມາດຍ່າງໄປຕາມແຕ່ລະແຖວໃນຄຣິສຕະຈັກນີ້ແລ້ວເອົາເລື່ອງລາວຕ່າງໆຈາກພວກຄົນໜຸ່ມທີ່ຢູ່ນີ້ໃຫ້ກັບທ່ານໄດ້, ທຸກຄົນມີການຕໍ່ສູ້ພາຍໃນ,ມັນອາດຈະບໍ່ຄືກັບບັນຫາທີ່ທ່ານພົບຢູ່ແຕ່ມັນມັກຈະມີຄວາມຄ້າຍຄືກັນ, ສ່ວນໜຶ່ງໃນໂຕທ່ານກໍຢາກກັບມາຄຣິສຕະຈັກ ແລະຫວັງວ່າມີພຣະເຈົ້າແລະຮັບເອົາຄວາມລອດ, ອີກສ່ວນໜຶ່ງໃນຕົວທ່ານກໍກະບົດຕໍ່ສູ້ພຣະເຈົ້າ, ພຣະຄໍາພີແລະນັກເທດ.

ປະການແລກ,ແມ່ນຫຍັງຄືແຫຼ່ງທີ່ມາຂອງການຕໍ່ສູ້ພາຍໃນຕົວທ່ານນີ້? ໜຶ່ງ,ມີໂລກ (ພໍ່ແມ່, ໝູ່ເພື່ອນ, ຄວາມມ່ວນຊື່ນ), ຈາກນັ້ນກໍມີເນື້ອໜັງຂອງທ່ານ(ທ່ານຢາກຈະຂາດໂບດ, ມີເພດສໍາພັນແບບເສລີ, ເຮັດຕາມໃຈຂອງຕົນເອງ), ແລ້ວກໍມີມານຊານຕານ, ອີກຂ້າງໜຶ່ງກໍມີພຣະວິນຍານບໍລິສຸດ, ພຣະອົງຄືສຽງນ້ອຍໆທີ່ເວົ້າຕໍ່ຈິດສໍານຶກຂອງທ່ານ, ພຣະອົງຊົງເອີ້ນທ່ານໃຫ້ມາຫາພຣະເຢຊູຄຣິດ ແລະເຂົ້າມາທີ່ຄຣິສຕະຈັກທ້ອງຖິ່ນນີ້, ດັ່ງນັ້ນຈື່ງມີການຕໍ່ສູ້ໃນຈິດໃຈຂອງທ່ານ, ພຣະເຈົ້າຊົງເອີ້ນພວກທ່ານຢູ່ອີກຝາກໜຶ່ງ-ແລະຄວາມບາບ ກັບຄວາມສະໜຸກສະໜານແບບໂລກກໍກໍາລັງເອີ້ນພວກທ່ານຢູ່ອີກຝາກໜຶ່ງ.

ພຣະຄໍາພີກ່າວວ່າ: “ທ່ານທັງຫຼາຍຈົ່ງເລືອກໃນວັນນີ້ວ່າຈະບົດລະບັດຜູ້ໃດ ຈະບົວລະບັດພະຊື່ງຢູ່ຝັ່ງແມ່ນໍ້າຂ້າງນັ້ນທີ່ບັນພະບຸລຸດຂອງທ່ານໄດ້ເຄີຍບົວລະບັດ ຫຼືພະຂອງຄົນອາໂມໄຣ(ພວກອາເມລິກາ)ໃນແຜ່ນດິນຊື່ງທ່ານອາໄສຢູ່ ແຕ່ສ່ວນຂ້າພະເຈົ້າ ແລະຄອບຄົວຂອງຂ້າພະເຈົ້າ ພວກເຮົາຈະບົວລະບັດພຣະເຢໂຮວາ”(ໂຢຊູວາ 24:15) ທ່ານຈະຕ້ອງເລືອກ, ໜ້າເສຍດາຍທີ່ພວກທ່ານສ່ວນຫຼາຍເລືອກຜິດ, ປະສົບການການຮັບໃຊ້ມາ 60 ປີຂອງຂ້າພະເຈົ້າບອກຂ້າພະເຈົ້າວ່າພວກທ່ານໜ້າຈະເລືອກຜິດ, ພຣະຄໍາພີກ່າວວ່າ:

“ແລະຄວາມຕາຍຈະຖືກເລືອກຫຼາຍກວ່າຊີວິດ”(ເຢເຣມີ 8:3)

ແລ້ວພວກທ່ານເດ?

ສອງ,ເປັນຫຍັງທ່ານຈື່ງຄວນເລືອກຖືກ? ເປັນຫຍັງທ່ານຈື່ງຄວນເຂົ້າມາທີ່ຄຣິສ ຕະຈັກທ້ອງຖິ່ນນີ້ ແລະຢູ່ທີ່ນີ້ທຸກວັນອາທິດ? ເປັນຫຍັງທ່ານຈື່ງຄວນມາຫາພຣະຄຣິດ ແລະກັບໃຈໃໝ່?

1. ກໍເພາະວ່າມັນຈະໃຫ້ເຫດຜົນທີ່ຈະມີຊີວິດຢູ່.

2. ເພາະມັນຈະປ່ຽນຄວາມລົ້ມເຫຼວທີ່ຢູ່ອ້ອມທ່ານ, ບໍ່ມີໃຜທີ່ພົບພຣະຄຣິດເປັນຄົນລົ້ມເຫຼວ.

3. ເພາະມັນຈະໃຫ້ທ່ານມີຄວາມຫວັງສໍາລັບອະນາຄົດ.

4. ເພາະມັນຈະເອົາຄວາມຜິດຂອງທ່ານອອກໄປແລ້ວນໍາທ່ານເຂົ້າສູ່ຄວາມສົມບູນ,ຊີວິດທີ່ມີສັນຕິສຸກ.

ຜ່ານການທົດລອງຕ່າງໆໃນຊີວິດຂອງນາງ ຊາບີນາວູມແບຣນເປັນຜູ້ຍິງທີ່ມີຄວາມສຸກແລະຍິ້ມແຍ້ມແຈ່ມໃສເພາະນາງຮູ້ຈັກພຣະເຢຊູຄຣິດເປັນການສ່ວນຕົວ. ຊາບີນາຢູ່ໃນ ຄຣິສຕະຈັກພວກເຮົາຫຼາຍເທື່ອກ່ອນທີ່ພວກເຮົາຈະໄດ້ຮັບການຮູ້ຈັກໃນຖານະຄຣິສຕະຈັກແບັບຕິດອິດສະຫຼະແຫ່ງໜຶ່ງ, ຂ້າພະເຈົ້າກັບພັນລະຍາໄດ້ໄປກິນເຂົ້າແລງກັບຄອບຄົວອາຈານ ວູມແບຣນຢູ່ໃນອາພາດເມັນຂອງພວກເຂົາ, ລາວໄດ້ເສຍສະຫຼະທຸກສິ່ງທຸກຢ່າງເພື່ອພຣະນາມຂອງພຣະຄຣິດ, ແຕ່ນາງເປັນຜູ້ຍິງຄົນໜື່ງທີ່ມີຄວາມສຸກທີ່ສຸດເທົ່າທີ່ຂ້າພະ ເຈົ້າເຄີຍຮູ້ຈັກມາກ່ອນ.

ຈົ່ງຖາມໃຜກໍໄດ້ທີ່ມາຢູ່ຫຼາຍກວ່າສອງສາມປີ! ຈົ່ງຖາມຊາບີນາວູມແບຣນທີ່ຕອນນີ້ຢູ່ໃນສະຫວັນແລ້ວ! ພວກເຂົາກໍຈະບອກທ່ານວ່າມັນເປັນຄວາມຈິງ! ທ່ານຄວນຕັດສິນໃຈເລືອກທີ່ຈະຢູ່ໃນຄຣິສຕະຈັກທ້ອງຖິ່ນນີ້ແລະກັບໃຈໃໝ່ເພາະມັນຄືຕົວເລືອກທີ່ຖືກຕ້ອງ, ນັ້ນແຫຼະທີ່ວ່າເປັນຫຍັງຈື່ງມີສຽງນ້ອຍໆຢູ່ໃນໃຈຂອງທ່ານທີ່ເວົ້າວ່າ“ເຈົ້າຮູ້ດີວ່າລາວເວົ້າຖືກ”

ຈາກນັ້ນ ປະການທີສາມຄື ຂ້າພະເຈົ້າຈະຕ້ອງບອກພວກທ່ານວ່າມີສິ່ງທີ່ທ່ານຈະຕ້ອງຖິ້ມ ແລະສິ່ງທີ່ພວກທ່ານຈະຕ້ອງເລິ່ມທີ່ຈະເຮັດຖ້າຫາກທ່ານຕ້ອງການທີ່ຈະມີຊີວິດຄຣິສຕຽນ.

ພຣະເຢຊູຊົງກ່າວວ່າ:

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລ້ວຮັບກາງ ແຂນຂອງຕົນແບກ ແລະຕາມເຮົາມາ”(ມັດທາຍ 16:24)

ເມື່ອທ່ານເປີດພຣະຄໍາພີທ່ານກໍຈະພົບວ່າພຣະເຈົ້າຊົງຮຽກຮ້ອງໃຫ້ຖວາຍໝົດຕົວ.

ເບິ່ງແມ້ວ່າພຣະເຈົ້າຊົງຮຽກຮ້ອງອັນໃດຈາກອັບຣາຮາມ, ວັນໜຶ່ງພຣະເຈົ້າກ່າວວ່າ “ອັບຣາຮາມ ເຮົາຢາກໃຫ້ເຈົ້າໄປທີ່ພູໂມຣິຢາ ແລະເຮົາຢາກໃຫ້ເຈົ້າພາລູກຊາຍນ້ອຍໆຂອງເຈົ້າຄືລູກຊາຍທີ່ເຈົ້າໄດ້ລໍຄອຍເປັນເວລາຫຼາຍປີນັ້ນ, ລູກຊາຍທີ່ເຈົ້າຮັກຫຼາຍກວ່າສິ່ງອື່ນໃດໃນໂລກ ແລະເຮົາຢາກໃຫ້ເຈົ້າຖວາຍລາວເທິງແທ່ນບູຊາ”

ອັບຣາຮາມເຊື່ອຟັງພຣະເຈົ້າ ແລະອອກໄປ ແລ້ວວາງລູກຊາຍຂອງຕົນລົງເທິງ ແທ່ນບູຊາ ແລ້ວຈັບເອົາມີດດາມຍາວ ແລະກໍາລັງແນ່ໃສ່ຫົວໃຈລູກຊາຍຂອງຕົນໃນການເຊື່ອຟັງພຣະເຈົ້າ, ແຕ່ພຣະເຈົ້າຊົງຢຸດຢັ້ງມືຂອງລາວກາງອາກາດ, ພຣະເຈົ້າກ່າວວ່າ “ພໍແລ້ວ ອັບຣາຮາມ ເຮົາຮູ້ແລ້ວວ່າເຈົ້າພ້ອມທີ່ຈະໄປກັບເຮົາທຸກທີ່ທຸກບ່ອນ”

ຫຼືຈະເອົາເລື່ອງໂມເສດ, ໂມເສດເປັນລູກຊາຍຂອງທິດາກະສັດຟາໂຣ, ລາວເປັນທາຍາດທີ່ຈະນັ່ງບັນລັງຂອງເອຢິບ, ລາວສາມາດເປັນຈັກກະພັດທີ່ຍິ່ງໃຫຍ່ທີ່ສຸດໃນໂລກໃນສະໄໝນັ້ນ, ລາວໄດ້ຄວາມຮັ່ງມີ ແລະອໍານາດທັງໝົດ ແລະກຽດທັງໝົດທີ່ມະນຸດຄົນໜຶ່ງສາມາດມີໄດ້, ແຕ່ໂມເສດໄດ້ຫັນຫຼັງຂອງຕົນໃສ່ແລ້ວເລືອກການຮ່ວມທຸກກັບຜູ້ຄົນຂອງ ພຣະເຈົ້າ, ພຣະເຈົ້າຊົງຮຽກຮ້ອງໃຫ້ໂມເສດປະຖີ້ມທຸກສິ່ງທຸກຢ່າງເພື່ອທີ່ຈະຖືກໃຊ້, ແລ້ວ ພຣະເຈົ້າກໍຊົງຕັ້ງລາວໃຫ້ຢູ່ທາງຫຼັງຂອງທະເລຊາຍເພື່ອສຶກສາ, ອະທິຖານແລະ ຮຽນຮູ້.

ຫຼືໂຢເຊັບ, ໂຢເຊັບຖືກຂາຍໄປເປັນທາດໂດຍພວກອ້າຍຂອງລາວ, ລາວຖືກພາໄປອີຢິບເພື່ອເຮັດວຽກໃຫ້ຊາຍຄົນໜຶ່ງຊື່ໂປທິຟາ, ລາວຕ້ອງຢູ່ໄກຈາກຄອບຄົວແລະໝູ່ເພື່ອນຂອງຕົນ, ລາວເປັນພຽງແຕ່ໄວລຸ້ນຄົນໜື່ງ, ລາວສາມາດເປັນຄົນທີ່ປານີປານອມໄດ້,ບໍ່ມີຜູ້ໃດຮູ້ຈັກນອກຈາກພຣະເຈົ້າ, ແລະເມຍຂອງໂປຕີຟາກໍງາມຫຼາຍ, ນາງພະຍາຍາມທີ່ຈະໃຫ້ລາວມານອນກັບຕົນ, ລາວຮູ້ດີວ່າລາວສາມາດໄດ້ຮັບຜົນປະໂຫຍດໃນອານາຈັກນັ້ນໂດຍການຮັບການສະໜັບສະໜູນຈາກເມຍຂອງໂປຕີຟາ-ແຕ່ລາວໄດ້ປະຕິເສດນາງ, ລາວຍອມປະຖີ້ມເສື້ອຄຸມຂອງຕົນຕອນທີ່ນາງກຸມລາວ, ລາວຕ້ອງຕິດຄຸກແລະຖືກຕັດສິນປະຫານຊີວິດ, ພຣະເຈົ້າຊົງທົດສອບຊາຍໜຸ່ມຄົນນີ້ເພື່ອຈະຮູ້ວ່າລາວຈະຕັ້ງໃຈແທ້ຫຼືບໍ, ຕໍ່ມາລາວກໍຖືກປ່ອຍຕົວອອກຈາກຄຸກ ແລະຖືກຍົກຂຶ້ນໃນຕໍາແໜ່ງສູງທີ່ສຸດອັນດັບສອງໃນປະເທດອີຢິບ.

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລ້ວຮັບກາງ ແຂນຂອງຕົນແບກ ແລະຕາມເຮົາມາ”(ມັດທາຍ 16:24)

ຫຼືດານຽນ, ພວກເຂົາເວົ້າວ່າ “ດານຽນ ຫ້າມອະທິຖານໃນບາບິໂລນອີກຕໍ່ໄປຖ້າເຈົ້າອະທິຖານ ເຈົ້າຈະຕ້ອງຖືກໂຍນລົງໃນຖໍ້າໂຕສິງ”

ແຕ່ດານຽນໄດ້ອະທິຖານທຸກມື້ໆລະສາມເທື່ອໂດຍເປີດປ່ອງຢ້ຽມອອກ,ເຖິງແມ່ນວ່າລາວຈະເປັນນາຍົກລັດຖະມົນຕີຂອງປະເທດ,ພວກເຂົາກໍຈັບລາວໂຍນລົງໃນຖ້ຳສິງ ແລະ ດານຽນບໍ່ຮູ້ວ່າພຣະເຈົ້າກໍາລັງຈະປິດປາກສິງ, ພຣະເຈົ້າຊົງເອີ້ນລາວໃຫ້ຈ່າຍມັນແລະລາວກໍເຕັມໃຈທີ່ຈະເຮັດຕາມ.

ແລະພຣະເຢຊູຊົງກໍາລັງເວົ້າຕໍ່ພວກທ່ານໃນແລງນີ້ວ່າ:

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລ້ວຮັບກາງ ແຂນຂອງຕົນແບກ ແລະຕາມເຮົາມາ”(ມັດທາຍ 16:24)

ໝາຍຄວາມວ່າພວກທ່ານກາຍເປັນຄົນທີ່ແຕກຕ່າງຈາກຄົນອື່ນ, ຄົນໜຸ່ມສ່ວນຫຼາຍ ໃນປັດຈຸບັນນີ້ແຕ່ງຕົວເໝືອນກັນ, ພວກເຂົາເບິ່ງຄືກັນ, ພວກເຂົາສະແດງອອກຄືກັນ,ພວກເຂົາຢ້ານທີ່ຈະເປັນຄົນທີ່ແຕກຕ່າງ, ຖ້າທ່ານມີໝູ່ທີ່ແຖຫົວໂລ້ນ ແລະໃສ່ແຫວນຢູ່ດັງຂອງເຂົາ, ທ່ານກໍຢາກຈະແຖຫົວ ແລະເອົາແຫວນໃສ່ດັງຂອງຕົນເຊັ່ນກັນ-ເພື່ອທີ່ທ່ານຈະບໍ່ເບິ່ງຄືກັບຄົນທີ່ແຕກຕ່າງກັນ-ເພື່ອທີ່ທ່ານຈະເຂົ້າກັນໄດ້, ແຕ່ພຣະຄໍາພີກໍາລັງເອີ້ນທ່ານໃຫ້ເປັນຄົນທີ່ແຕກຕ່າງ-ເພື່ອອອກມາຈາກທ່າມກາງຝູງຄົນ ແລະກາຍເປັນຄົນທີ່ບໍ່ຝັກໃຝ່ຝ່າຍໃດທັງທາງຈິດໃຈ ແລະຝ່າຍວິນຍານ.

ເມື່ອຄົນອື່ນໆເວົ້າວ່າບໍ່ມີພຣະເຈົ້າ ຫຼືວ່າພຣະເຈົ້າບໍ່ສໍາຄັນຫຍັງດອກ,ທ່ານຈະຕ້ອງພ້ອມທີ່ຈະຢືນຢັດ ແລະເວົ້າວ່່າພຣະເຈົ້າຊົງສໍາຄັນ ແລະພຣະເຈົ້າຊົງມີຄວາມກ່ຽວຂ້ອງແລະຊົງເປັນຈຸດສູນກາງໃນຊີວິດຂອງຂ້ອຍ! ຊາບີນາວູມແບຣນເຮັດແບບນັ້ນ, ເຖິງແມ່ນວ່ານ້ອງຊາຍສອງຄົນຂອງລາວກັບນ້ອງສາວຂອງລາວແລະພໍ່ແມ່ທັງສອງຖືກປະຫານຢູ່ໃນຄ້າຍກັກກັນຂອງຮິດເລີຍ້ອນການລັກລອບພາພວກຢິວອອກຈາກປະເທດໂຣມາເນຍໃນຊ່ວງສົງຄາມໂລກຄັ້ງທີ 2.

ເມື່ອຄົນອື່ນໆເວົ້າວ່າ “ຢ່າກັບໄປຄຣິສຕະຈັກແບັບຕິດນັ້ນອີກ, ຈົ່ງໄປກັບຂ້ອຍ,ໃຫ້ພວກເຮົາໄປບ່ອນໃດໜຶ່ງ” ທ່ານຈະຕ້ອງເຕັມໃຈທີ່ເວົ້າວ່າ “ບໍ່ ຂ້ອຍຈະກັບໄປບ່ອນນັ້ນອີກ, ຂ້ອຍຕ້ອງການພຣະເຈົ້າ, ຂ້ອຍຕ້ອງການພຣະເຢຊູຄຣິດບໍ່ວ່າມັນຈະສູນເສຍຫຍັງກໍຕາມ! ຂ້ອຍຕ້ອງການທີ່ຈະຟັງນັກເທດຫົວຮຸນແຮງນັ້ນອີກ, ຂ້ອຍຢາກໄດ້ໃນສິ່ງທີ່ຜູ້ຄົນທີ່ຄຣິສ ຕະຈັກແບັບຕິດເທເບີນາໂຄນັ້ນມີ”


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ: ແຈັກ ງັນ
“The Master Hath Come” (Sarah Doudney, 1841-1926).