Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະຄຣິດຈະຕັ້ງອານາຈັກຂອງພຣະອົງຂຶ້ນມາໃນໂລກແນວໃດ

HOW CHRIST WILL SET UP HIS EARTHLY KINGDOM
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 13 ມັງກອນ 2019
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 13, 2019

“ໃນວັນນັ້ນພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກ ຊຶ່ງຢູ່ໜ້າເມືອງເຢຣູຊາເລັມດ້ານຕາເວັນອອກ ແລະພູໝາກກອກນັ້ນຈະແຍກອອກສູນກາງຈາກທິດຕາເວັນອອກໄປທິດຕາເວັນຕົກ ໂດຍມີຮ່ອມພູກວ້າງຫລາຍຄັ້ນຢູ່ ພູເຄິ່ງໜຶ່ງຈຶ່ງຈະຖອຍໄປທາງເຫນືອ ແລະອີກເຄິ່ງໜຶ່ງຈະຖອຍໄປທາງໃຕ້ແລະທ່ານທັງຫຼາຍຈະໜີໄປທີ່ຮ່ອມພູແຫ່ງບັນດາພູເຂົາ ເພາະວ່າຮ່ອມພູແຫ່ງບັນດາພູເຂົາຈະມາຈອດອາຊານ ແລະທ່ານທັງຫຼາຍຈະຕ້ອງໜີໄປ ຢ່າງທີ່ໜີຈາກແຜ່ນດິນໄຫວໃນສະໄໝອຸດຊີຢາກະສັດປະເທດຢູດາ ແລ້ວພຣະເຢໂຮວາພຣະເຈົ້າຂອງຂ້າພະເຈົ້າຈະສະເດັດມາ ແລະພວກສິດທິຊົນທັງໝົດຈະມາກັບພຣະອົງ ແລະພຣະເຢໂຮວາຈະຊົງເປັນກະສັດເໜືອໂລກທັງປວງ ໃນວັນນັ້ນພຣະເຢໂຮວາຈະຊົງເປັນເອກ ແລະພຣະນາມຂອງພຣະອົງກໍເປັນເອກ”(ເສຄາຣິຢາ 14:4-5,9)


ເກືອບທຸກຄົນໃນໂລກໄດ້ຍິນກ່ຽວກັບການສະເດັດມາຄັ້ງທໍາອິດຂອງພຣະຄຣິດ,ຖືກສົ່ງມາໂດຍພຣະເຈົ້າເຂົ້າໃນມົດລູກຂອງນາງມາຣີສາວພົມມະຈັນ, ເກີດໃນຮາງຫຍ້າໃນເບັດ ເລເຮັມ, ແມ່ນ ພວກທ່ານທຸກຄົນໄດ້ຍິນກ່ຽວກັບການສະເດັດມາຄັ້ງທໍາອິດຂອງພຣະຄຣິດ, ແຕ່ເຖິງຢ່າງນັ້ນໃນພຣະຄັມພີກໍໄດ້ກ່າວເຖິງການສະເດັດມາຄັ້ງທີ່ສອງຂອງພຣະອົງມີຈຳ ນວນຫລາຍກວ່າການກ່າວເຖິງການສະເດັດມາຄັ້ງທໍາອິດຂອງພຣະອົງດ້ວຍສັດສ່ວນແປດຕໍ່ໜຶ່ງ, ດຣ.ເດວິດ ເຢເຣມີກ່າວວ່າ:

ພວກນັກວິຊາການນັບໄດ້ 1,845 ເທື່ອເຖິງຂໍ້ອ້າງອີງໃນພຣະຄໍາພີຕໍ່ການ ສະເດັດມາຄັ້ງທີ່ສອງ,ລວມທັງໃນພຣະຄໍາພີໃໝ່ 318 ເທື່ອ,ການສະເດັດ ມາຖືກເນັ້ນບໍ່ໜ້ອຍກວ່າສິບເຈັດເຫຼັ້ມໃນພຣະຄໍາພີເດີມ ແລະໃນພຣະຄໍາພີ ໃໝ່ທຸກໆສິບບົດຈະມີເຈັດບົດທີ່ເວົ້າເຖິງ, (ພຣະຄຣິດເອງ)ກໍອ້າງອີງເຖິງ ການສະເດັດກັບມາຂອງພຣະອົງຊາວເອັດເທື່ອ, ການສະເດັດມາຄັ້ງທີ່ ສອງນັ້ນເປັນພຽງເລື່ອງຮອງຈາກຄວາມເຊື່ອໃນຖານະຫົວຂໍ້ສຳຄັນທີ່ສຸດຂອງພະຄັມພີໃໝ່(David Jeremiah, D.D., What in the World is Going On?, Thomas Nelson Publishers, 2008, page 217)

ໜຶ່ງໃນຂໍ້ພຣະຄໍາພີທີ່ຈະແຈ້ງທີ່ສຸດເລື່ອງການສະເດັດກັບມາເທື່ອທີ່ສອງຂອງພຣະ ເຢຊູຄືຂໍ້ພຣະຄໍາພີຂອງພວກເຮົາ ເສຄາຣິຢາ 14:4-5,9, ພວກເຮົາໄດ້ຮຽນຮູ້ບົດຮຽນ ອັນຍິ່ງໃຫຍ່ສາມປະການຈາກຂໍ້ພຣະຄໍາພີນີ້.

I. ໜຶ່ງ ພຣະຄຣິດຈະສະເດັດກັບມາທີ່ພູໝາກກອກເທດ.

ຂ້າພະເຈົ້າເຊື່ອວ່າສະກໍຟິວໝາຍເຫດໄດ້ຢ່າງຖືກຕ້ອງວ່າ:

ເສຄາຣິຢາ 14 ເປັນການສະຫລຸບເນຶຶ້ອຫາທັງໝົດ, ດໍາລັບ [ຂອງເຫດ ການ]ຄື: (1) ການຮ່ວມຕົວກັນຂອງປະຊາຊາດ ຂໍ້2 (ເບິ່ງ“ ອາມາ ເກດໂດນ,” ພະນິມິດ 16:14; (2) ການປົດປ່ອຍ ຂໍ້3; (3) ການກັບມາຂອງພຣະຄຣິດເທິງພູເຂົາໝາກກອກເທດແລະການປ່ຽນແປງທາງຮູບກາຍ ຂອງຄຣິສຕຽນຂໍ້ 4-8; (4) ການຈັດຕັ້ງອານາຈັກແລະພຣະພອນອັນ ເຕັມລົ້ນໃນໂລກ ຂໍ້ 9-21(The Scofield Study Bible, 1917 edition, p. 978; note on Zechariah 13:8)

ຄົນຕ່າງຊາດທີ່ເປັນມະຫາອຳນາດໂລກທີ່ນຳໂດຍຜູ້ຕໍ່ຕ້ານພຣະຄຣິດຈະສົ່ງກອງທັບຂອງພວກເຂົາມາຕໍ່ຕ້ານອິດສະຣາເອນໃນຮ່ອມພູເມກິດໂດ ຫລືທີ່ຮູ້ຈັກໃນຊື່ອາມາເກັດໂດນ, ກອງທັບຂອງຜູ້ຕໍ່ຕ້ານພຣະຄຣິດຈະເຂົ້າມາເຢຣູຊາເລັມ ແຕ່ພຣະຄຣິດຈະສະເດັດກັບມາຈາກຟ້າສະຫວັນໃນທັນທີແລະພິຊິດພວກເຂົາ ກະລຸນາຢືນຂຶ້ນແລະອ່ານເສຄາຣິຢາ 14: 3-4

“ແລ້ວພຣະເຢໂຮວາຈະສະເດັດອອກໄປຕໍ່ສູ້ກັບປະຊາຊາດເຫຼົ່ານັ້ນ ເໝືອນເມື່ອພຣະອົງຊົງຕໍ່ສູ້ໃນວັນແຫ່ງສົງຄາມ ໃນວັນນັ້ນພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກ ຊຶ່ງຢູ່ໜ້າເມືອງເຢຣູຊາເລັມດ້ານຕາເວັນອອກ ແລະພູໝາກກອກນັ້ນຈະແຍກອອກສູນ ກາງຈາກທິດຕາເວັນອອກໄປທິດຕາເວັນຕົກ ໂດຍມີຮ່ອມພູກວ້າງຫລາຍຄັ້ນຢູ່ ພູເຄິ່ງໜຶ່ງຈຶ່ງຈະຖອຍໄປທາງເຫນືອ ແລະອີກເຄິ່ງໜຶ່ງຈະຖອຍໄປທາງໃຕ້” (ເສຄາຣິຢາ 14:3-4)

ເຊີນນັ່ງລົງໄດ້.

“ພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກເທດ”( ເສຄາຣິຢາ 14:4)ພູໝາກ ກອກເທດຢູ່ທາງທິດຕາເວັນອອກຂອງເຢຣູຊາເລັມ, ນີ້ແມ່ນພູໝາກກອກເທດດຽວກັນກັບ ທີ່ພຣະເຢຊູໄປອະທິຖານໃນຕອນທີ່ພຣະອົງຖືກຈັບ, ນີ້ແມ່ນພູໝາກກອກເທດອັນດຽວ ກັນກັບທີ່ພຣະເຢຊູຊົງຖືກຮັບຂຶ້ນໄປສູ່ສະຫວັນທີ່ໄດ້ບັນທຶກໄວ້ໃນກິດຈະການ 1:9-12.

“ເມື່ອພຣະອົງກ່າວເຊັ່ນນັ້ນແລ້ວ ໃນຂະນະທີ່ພວກເຂົາກຳລັງແນມເບິ່ງ ພຣະອົງກໍຖືກຮັບຂຶ້ນໄປ ແລະມີເມກຄຸມພຣະອົງໃຫ້ພົ້ນສາຍຕາຂອງ ພວກເຂົາ ເມື່ອພວກເຂົາກຳລັງແນມເບິ່ງຟ້າເວລາທີ່ພຣະອົງສະເດັດຂຶ້ນໄປນັ້ນ ເບິ່ງແມ້ ມີຊາຍສອງຄົນນຸ່ງເສື້ອສີຂາວມາຢືນຢູ່ຂ້າງໆພວກເຂົາ ສອງຄົນນັ້ນກ່າວວ່າ “ຊາວກາລິລີເອີຍ ເປັນຫຍັງພວກທ່ານຈຶ່ງຢືນແນມເບິ່ງຟ້າສະຫວັນພຣະເຢຊູອົງນີ້ຊຶ່ງຊົງຮັບໄປຈາກທ່ານຂຶ້ນໄປສະຫວັນນັ້ນ ຈະສະເດັດມາອີກເໝືອນຢ່າງທີ່ທ່ານທັງຫຼາຍໄດ້ເຫັນພຣະອົງສະເດັດໄປສະ ຫວັນນັ້ນ” ແລ້ວອັກຄະສາວົກຈຶ່ງລົງມາຈາກພູໝາກກອກເທດຊຶ່ງຢູ່ໃກ້ນະຄອນເຢຣູຊາເລັມໄລຍະທາງເທົ່າກັບໄລຍະທີ່ອະນຸຍາດໃຫ້ຄົນຍ່າງໃນວັນສະບາໂຕ ກັບໄປນະຄອນເຢຣູຊາເລັມ”(ກິດຈະການ 1:9-12)

“ພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກເທດ” (ເສຄາຣິຢາ14:4)ພຣະ ບາດດຽວກັນທີ່ຖືກຕະປູຕອກເທິງໄມ້ກາງແຂນຈະລົງມາເທິງພູໜ່ວຍດຽວກັນກັບບ່ອນທີ່ ພຣະອົງຊົງສະເດັດຂຶ້ນສູ່ສະຫວັນໃນກິດຈະການ 1:9.

“ໃນວັນນັ້ນພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກ ຊຶ່ງຢູ່ໜ້າເມືອງເຢຣູຊາເລັມດ້ານຕາເວັນອອກ ແລະພູໝາກກອກນັ້ນຈະແຍກອອກສູນກາງຈາກທິດຕາເວັນອອກໄປທິດຕາເວັນຕົກ ໂດຍມີຮ່ອມພູກວ້າງຫລາຍຄັ້ນຢູ່ ພູເຄິ່ງໜຶ່ງຈຶ່ງຈະຖອຍໄປທາງເຫນືອ ແລະອີກເຄິ່ງໜຶ່ງຈະຖອຍໄປທາງໃຕ້”(ເສຄາຣິຢາ 14:4),ດຣ.ແມັກກີ້ກ່າວວ່າ:

ການປ່ຽນແປງທາງຮ່າງກາຍເທື່ອຍິ່ງໃຫຍ່ທີ່ກຳລັງຈະເກີດຂຶ້ນໄດ້ຖືກເວົ້າ ໃຫ້ພວກເຮົາຮູ້ຢູ່ບ່ອນນີ້, ຈະມີແຜ່ນດິນໄຫວໃຫຍ່ແລະພູໝາກກອກເທດຈະຖືກແບ່ງອອກທາງກາງ ເຄິ່ງໜຶ່ງຈະໄປທາງເຫນືອແລະເຄິ່ງໜຶ່ງທາງໃຕ້ “ແລະຈະມີຮ່ອມພູທີ່ໃຫຍ່ຫລາຍ”((J. Vernon McGee, Th.D., Thru the Bible, Thomas Nelson Publishers, 1982, volume III, p. 986)

ດັ່ງນັ້ນ,ນີ້ແຫຼະຄືປະເດັ່ນທີ່ໜື່ງ-ພຣະຄຣິດຈະສະເດັດມາຜ່ານທ້ອງຟ້າທີ່ພູໝາກກອກເທດ.

II. ສອງ ພຣະຄຣິດຈະສະເດັດມາພ້ອມດ້ວຍສິດທິຊົນທັງໝົດຂອງພຣະອົງ.

ເບິ່ງຕອນທ້າຍຂອງຂໍ້ທີ່ຫົກ.

“ແລ້ວພຣະເຢໂຮວາພຣະເຈົ້າຂອງຂ້າພະເຈົ້າຈະສະເດັດມາ ແລະພວກສິດທິຊົນທັງໝົດຈະມາກັບພຣະອົງ”(ເສຄາຣິຢາ 14:5)

ນີ້ໝາຍຄວາມວ່າພວກຄຣິສຕຽນທີ່ຖືກຮັບຂຶ້ນກ່ອນໜ້ານັ້ນຈະຫລັ່ງໄຫລລົງມາຈາກທ້ອງຟ້າຕິດຕາມພຣະຄຣິດລົງມາທີ່ພູໝາກກອກເທດ, ເຫດການນີ້ຖືກທໍານວາຍຄັ້ງທໍາອິດໂດຍ ເອໂນກ.

“ເອໂນກຄົົນທີ່ເຈັດນັບແຕ່ອາດັມໄດ້ທໍານວາຍເຖິງຄົນເຫຼົ່ານີ້ດ້ວຍວ່າ “ເບິ່ງແມ້ ອົງພຣະຜູ້ເປັນເຈົ້າໄດ້ສະເດັດມາພ້ອມກັບພວກສິດທິຊົນຂອງພຣະອົງຫຼາຍໝື່ນ”(ຢູດາ 14)

ແລະອັກຄະສາວົກໂຢຮັນກໍໄດ້ເວົ້າເຖິງເລື່ອງນີ້ໃນພະນິມິດ 19:14 “ແລະກອງທັບຊື່ງຢູ່ ໃນສະຫວັນຈະຕິດຕາມພຣະອົງໄປ”ໃນຂະນະທີ່ພຣະອົງລົງມາທີ່ພູໝາກກອກເທດເພື່ອທໍາ ລາຍກອງທັບຂອງຜູ້ຕໍ່ຕ້ານພຣະຄຣິດ, ດຣ.ເຢເຣມີໄດ້ກ່າວວ່າ:

ກອງທັບແຫ່ງສະຫວັນທີ່ມາພ້ອມກັບພຣະຄຣິດໃນການສະເດັດມາເທື່ອທີ່ ສອງຂອງພຣະອົງຈະປະກອບດ້ວຍພວກສິດທິຊົນແລະພວກທູດສະຫວັນ- ຄົນແບບພວກທ່ານກັບຂ້າພະເຈົ້າຈະຢືນຄຽງຂ້າງກັບພວກທີ່ມີຊີວິດໃນສະ ຫວັນແຫ່ງພະລັງອັນຍິ່ງໃຫຍ່...ພວກເຂົາຈະບໍ່ຕໍ່ສູ້, ພຣະເຢຊູເອງຈະເປັນ ຜູ້ຂ້າພວກກະບົດ(David Jeremiah ເຫຼັ້ມດຽວກັນໜ້າ 224)

“ແລ້ວພຣະເຢໂຮວາພຣະເຈົ້າຂອງຂ້າພະເຈົ້າຈະສະເດັດມາ ແລະພວກສິດທິຊົນທັງໝົດຈະມາກັບພຣະອົງ”(ເສຄາຣິຢາ 14:5)

ດຣ.ແມັກກີ້ໄດ້ກ່າວວ່າ:

ນີ້ເປັນຂໍ້ພຣະຄໍາພີທີ່ໜ້າສົນໃຈຫລາຍ ມັນເປັນພາບຂອງອົງພຣະເຢຊູຄຣິດ ທີ່ກັບມາສູ່ໂລກ, ພວກເຮົາພົບເລື່ອງນີ້ໃນພະນິມິດ 19 ບ່ອນທີ່ພວກເຮົາຖືກບອກວ່າກອງທັບແຫ່ງສະຫວັນຈະຕິດຕາມພຣະອົງມາ(J. Vernon McGee ເຫຼັ້ມດຽວກັນ)

ນັ້ນຄືປະເດັ່ນທີ່ສອງທີ່ຢູ່ໃນຄໍາທໍານວາຍຂອງເສຄາຣິຢາ-ພຣະຄຣິດຈະສະເດັດມາເພື່ອປາບ ກອງທັບຂອງຜູ້ຕໍ່ຕ້ານພຣະຄຣິດພ້ອມກັບສິດທິຊົນທັງໝົດຂອງພຣະອົງ, ຄົນທີ່ກັບໃຈໃໝ່ ແທ້ທຸກຄົນ,ທຸກຍຸກທຸກສະໄໝຈະກັບມາພ້ອມກັບພຣະຄຣິດສູ່ແຜ່ນດິນໂລກໃນເວລານັ້ນ.

ໜຶ່ງຫມື່ນເທື່ອໜຶ່ງໝື່ນ
ໃນເສື້ອຜ້າສົດໃສປະກາຍ
ກອງທັບຂອງສິດທິຊົນຊົງໄຖ່
ຜ່ານທາງທີ່ສູງຊັນຂອງແສງ;
ສຳເລັດແລ້ວທຸກຢ່າງສຳເລັດສິ້ນ
ການຕໍ່ສູ້ກັບຄວາມຕາຍແລະບາບ
ພຸ່ງເປີດປະຕູຄໍາກວ້າງ
ແລະໃຫ້ຜູ້ຊະນະເຂົ້າມາ
(“Ten Thousand Times Ten Thousand,” Henry Alford, 1810-1871).

ຈອນ ເຄັນນິກ ກັບຊາລສ໌ເວສລີໄດ້ຂຽນວ່າ

ເບິ່ງແມ້ພຣະອົງມາພ້ອມກັບເມກ
   ເທື່ອດຽວເພື່ອຕາຍສໍາລັບຄວາມພົ້ນຂອງເຮົາ
   ສິດທິຊົນເປັນພັນໆເຂົ້າຮ່ວມ
   ຂະບວນແຫ່ງໄຊຊະນະຂອງພຣະອົງ
ຮາເລລູຢາ! ຮາເລລູຢາ!
   ພະເຈົ້າຊົງປາກົດເທິງແຜ່ນດິນໂລກເພື່ອປົກຄອງ
       (“Lo! He Comes,” John Cennick, 1718-1755;
      alt. Charles Wesley, 1707-1788 )

III. ສາມ, ພຣະຄຣິດຈະສະເດັດມາເພື່ອຕັ້ງອານາຈັກຂອງພຣະອົງໃນໂລກ.

ຂໍເຊີນຢຶນຂຶ້ນແລ້ວອ່ານເສຄາຣິຢາ 14:9 ດັງໆ.

“ແລະພຣະເຢໂຮວາຈະຊົງເປັນກະສັດເໜືອໂລກທັງປວງ ໃນວັນນັ້ນພຣະເຢໂຮວາຈະຊົງເປັນເອກ ແລະພຣະນາມຂອງພຣະອົງກໍເປັນເອກ”(ເສຄາຣິຢາ 14:9)

ຂໍເຊີນນັ່ງລົງ, ພຣະຄຣິດຈະສະເດັດມາເປັນກະສັດທົ່ວແຜ່ນດິນໂລກໃນວັນນັ້ນ, ສຸດທ້າຍ ຄໍາອະທິຖານທີ່ພວກຄຣິສຕຽນໄດ້ອະທິຖານມາເປັນເວລາສອງພັນປີຈະໄດ້ຮັບຄໍາຕອບ.

“ຂໍໃຫ້ອານາຈັກຂອງພຣະອົງມາຕັ້ງຢູ່ ນໍ້າພຣະໄທຂອງພຣະອົງໃນສະຫວັນ ເປັນແນວໃດກໍຂໍໃຫ້ເປັນແບບນັ້ນໃນແຜ່ນດິນໂລກ”(ມັດທາຍ 6:10)

ແລະອານາຈັກຂອງພຣະອົງຈະຢູ່ເປັນເວລາພັນປີ, ຂໍເຊີນເປີດໄປໃນພະນິມິດ 20:4-6, ຂໍເຊີນອ່ານດັງໆ.

“ຂ້າພະເຈົ້າໄດ້ເຫັນບັນລັງຫຼາຍບັນລັງ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ຊົງມອບໃຫ້ເປັນຜູ້ທີ່ຈະພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຫົວ ເພາະເປັນພະຍານຂອງພຣະເຢຊູ ແລະເພາະພຣະຄໍາຂອງພຣະເຈົ້າ ແລະເປັນຜູ້ທີ່ບໍ່ໄດ້ບູຊາສັດຮ້າຍນັ້ນຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກຫລືທີ່ມືຂອງເຂົາ ຄົນເຫຼົ່ານັ້ນກັບມີຊີວິດຂຶ້ນມາໃໝ່ ແລະໄດ້ປົກຄອງຮ່ວມກັບພຣະຄຣິດເປັນເວລາພັນປີ ແຕ່ຄົນອື່ນໆທີ່ຕາຍແລ້ວບໍ່ໄດ້ກັບມີຊີວິດອີກຈົນກວ່າຈະຄົບກຳນົດພັນປີ ນີ້ແຫຼະຄືການຟື້ນຈາກຄວາມຕາຍຄັ້ງທໍາອິດ ຜູ້ໃດທີ່ໄດ້ມີສ່ວນໃນການຟື້ນຈາກຄວາມຕາຍຄັ້ງທໍາອິດກໍເປັນສຸກແລະບໍລິສຸດ ຄວາມຕາຍຄັ້ງທີ່ສອງຈະບໍ່ມີອຳນາດເໜືອຄົນເຫຼົ່ານັ້ນ ແຕ່ເຂົາຈະເປັນປະໂລຫິດຂອງພຣະເຈົ້າແລະຂອງພຣະຄຣິດ ແລະຈະປົກຄອງຮ່ວມກັບພຣະອົງຕະຫລອດເວລາພັນປີ”(ພະນິມິດ 20:4-6)

ພວກພະຍານພະເຢໂຮວາເຊື່ອໃນເລື່ອງອານາຈັກ1,000 ປິ, ແຕ່ພວກເຂົາບໍ່ຮູ້ວ່າ ຈະເຂົ້າໄປໄດ້ແນວໃດ! ຂ້າພະເຈົ້າມີໃບປິວຂອງພວກພະຍານພະເຢໂຮວາຢູ່ໃນຫ້ອງການ ຂອງຂ້າພະເຈົ້າທີ່ມີຊື່ວ່າ “ຄວາມທຸກທັງໝົດຈະຈົບລົງໃນບໍ່ຊ້າ” ໃນຕອນຈົບຂອງໃບປີວ ເວົ້າວ່າ “ເມື່ອຈຸດຈົບມາເຖິງແມ່ນໃຜແດ່ຈະລອດ?..ຄືຄົນທີ່ຮຽນຮູ້ນໍ້າພຣະໄທຂອງພຣະເຢ ໂຮວາແລະເຮັດຕາມ”(“ຄວາມທຸກທັງໝົດຈະຈົບລົງໃນບໍ່ຊ້າ”ສະມາຄົມໃບປິວແລະຫໍສັງເກດການແຫ່ງເພັນຊິນວາເນຍ 2005ໜ້າ6) ດັ່ງນັ້ນພວກພະຍານພຣະເຢໂຮວາຈື່ງສອນວ່າຫົນ ທາງທີ່ຈະເຂົ້າສູ່ອານາຈັກນັ້ນກໍຄື “ຮຽນຮູ້”ຄວາມຈິງຂອງພຣະເຈົ້າ“ແລະເຮັດຕາມ”ນັ້ນແມ່ນ ຂໍ້ຜິດພາດອັນຍິ່ງໃຫຍ່, ມັນຄືຄວາມຜິດພາດເລື່ອງຄວາມລອດໂດຍການກະທໍາ-ຄວາມ ລອດໂດຍ“ການຮຽນຮູ້”ບາງສິ່ງບາງຢ່າງແລະ“ການເຮັດຕາມ”! ໜ້າແປກ ຄວາມຜິດພາດ ຂອງພວກພະຍານພຣະເຢໂຮວາຄ້າຍໆກັບຂອງພວກໂຣມັນຄາທໍລິກທີ່ພວກເຂົາເວົ້າຕໍ່ສູ້ຕະຫຼອດ, ພວກຄາທໍລິກກັບພວກພະຍານພະເຢໂຮວາທັງສອງກຸ່ມສອນວ່າຄວາມລອດໂດຍ ການກະທໍາ,ຄວາມລອດໂດຍການຮຽນຮູ້ແລະການເຮັດຕາມ!

ແຕ່ພຣະຄໍາພີເອງສອນວ່າຄວາມລອດໂດຍທາງພຣະຄຸນ,ບໍ່ແມ່ນໂດຍການຮຽນຮູ້ຫຼືການເຮັດຕາມ,ບໍ່ແມ່ນໂດຍຄວາມພະຍາຍາມຂອງມະນຸດ,ແຕ່ໂດຍທາງພຣະຄຸນຢ່າງດຽວ.

“ເພາະຊຶ່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍຕົວທ່ານທັງຫຼາຍເອງ ຄວາມລອດນັ້ນເປັນຂອງປະທານຈາກພຣະເຈົ້າ ບໍ່ແມ່ນໂດຍການກະທຳໃດໆ ຢ້ານວ່າຄົນໜຶ່ງຄົນໃດຈະອວດໄດ້”(ເອເຟໂຊ 2:8-9)

ຈອນນິວຕັນກ່າວວ່າ:

ພຣະຄຸນພຣະເຈົ້າ ນັ້ນແສນຊື່ນໃຈ
ຊ່ວຍໄດ້ຄົນຊົ່ວຢ່າງຂ້າ
ເມື່ອນັ້ນຂ້າຫລົງພຣະອົງຖາມຫາ
ຕາບອດແຕ່ຂ້າເຫັນແລ້ວ

ພຣະຄຸນສອນໃຫ້ໃຈຂ້າຢໍາເກງ
ພຣະຄຸນບັນເທົາຄວາມຢ້ານຂອງຂ້າ
ພຣະຄຸນອັນເລີດປະເສີດຍິ່ງໃຫຍ່
ຕັ້ງແຕ່ຄັ້ງແລກທີ່ຂ້າໄດ້ເຊຶ່ອ
(“ພຣະຄຸນພຣະເຈົ້າ ໂດຍຈອນນິວຕັນ,” 1725-1807)

ຂໍພຣະເຈົ້າປະທານພຣະຄຸນໃຫ້ທ່ານທີ່ຈະ

“ເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ແລະທ່ານຈະໄດ້ຮັບຄວາມລອດ” (ກິດຈະການ 16:31)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ແຈັກ ງັນ:
“He is Coming Again” (Mabel Johnston Camp, 1871-1937).

ໂຄງຮ່າງບົດເທດສະໜາ

ພຣະຄຣິດຈະຕັ້ງອານາຈັກຂອງພຣະອົງຂຶ້ນມາໃນໂລກແນວໃດ

HOW CHRIST WILL SET UP HIS EARTHLY KINGDOM

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ໃນວັນນັ້ນພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກ ຊຶ່ງຢູ່ໜ້າເມືອງເຢຣູຊາເລັມດ້ານຕາເວັນອອກ ແລະພູໝາກກອກນັ້ນຈະແຍກອອກສູນກາງຈາກທິດຕາເວັນອອກໄປທິດຕາເວັນຕົກ ໂດຍມີຮ່ອມພູກວ້າງຫລາຍຄັ້ນຢູ່ ພູເຄິ່ງໜຶ່ງຈຶ່ງຈະຖອຍໄປທາງເຫນືອ ແລະອີກເຄິ່ງໜຶ່ງຈະຖອຍໄປທາງໃຕ້ແລະທ່ານທັງຫຼາຍຈະໜີໄປຍັງຮ່ອມພູແຫ່ງບັນດາພູເຂົາ ເພາະວ່າຮ່ອມພູແຫ່ງບັນດາພູເຂົາຈະມາຈອດອາຊານ ແລະທ່ານທັງຫຼາຍຈະຕ້ອງໜີໄປ ຢ່າງທີ່ໜີຈາກແຜ່ນດິນໄຫວໃນສະໄໝອຸດຊີຢາກະສັດປະເທດຢູດາ ແລ້ວພຣະເຢໂຮວາພຣະເຈົ້າຂອງຂ້າພະເຈົ້າຈະສະເດັດມາ ແລະພວກສິດທິຊົນທັງໝົດຈະມາກັບພຣະອົງ ແລະພຣະເຢໂຮວາຈະຊົງເປັນກະສັດເໜືອໂລກທັງປວງ ໃນວັນນັ້ນພຣະເຢໂຮວາຈະຊົງເປັນເອກ ແລະພຣະນາມຂອງພຣະອົງກໍເປັນເອກ”(ເສຄາຣິຢາ 14:4-5,9)

I.   ໜຶ່ງ ພຣະຄຣິດຈະສະເດັດກັບມາທີ່ພູໝາກກອກເທດ. ເສຄາຣິຢາ 14:3-4; ກິດຈະການ 1:9-12.

II.  ສອງ ພຣະຄຣິດຈະສະເດັດມາພ້ອມດ້ວຍສິດທິຊົນທັງໝົດຂອງພຣະອົງ. ເສຄາຣິຢາ 14:5; ຢູດາ 14; ພະນິມິດ 19:14.

III. ສາມ, ພຣະຄຣິດຈະສະເດັດມາເພື່ອຕັ້ງອານາຈັກຂອງພຣະອົງໃນໂລກ. ເສຄາຣິຢາ 14:9; ມັດທາຍ 6:10;
ພະນິມິດ 20:4-6; ເອເຟໂຊ 2:8-9; ກິດຈະການ 16:31.