Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 40 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງພວກເຮົາຈື່ງເຮັດໃນສິ່ງທີ່ພວກເຮົາເຮັດ-ໃນການປະກາດຂ່າວປະເສີດ

WHY WE DO WHAT WE DO – IN EVANGELISM
(Laotian)

ຄໍາເທດສະໜາແຕ່ງໂດຍດຣ.ຊີ.ແອວ.ເຄແກນ
ແລະເທດສະໜາໂດຍອາຈານ ຈອນ ຊາມູເອວ ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 28 ຕຸລາ 2018
A sermon written by Dr. C. L. Cagan
and preached by Rev. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, October 28, 2018

“ຈົ່ງອອກໄປຕາມທາງໃຫຍ່ ແລະຮົ້ວຕົ້ນໄມ້ທັງຫລາຍ ແລະເລັ່ງພວກເຂົາໃຫ້ເຂົ້າມາ”
(ລູກາ 14:23)


ພວກເຮົາປະກາດຂ່າວປະເສີດເພື່ອພາຜູ້ຄົນເຂົ້າມາໃນຄຣິສຕະຈັກຂອງເຮົາເພື່ອຟັງຂ່າວປະເສີດ, ຢູ່ຄຣິສຕະຈັກອື່ນໆພວກສະມາຊິກພາກັນ “ອະທິຖານຄໍາອະທິຖານຂອງຄົນບາບ” ກັບຜູ້ຄົນຢູ່ຕາມຖະໜົນ ແລ້ວກໍເຊີິນພວກເຂົາໃຫ້ມາຄຣິສຕະຈັກຫຼັງຈາກທີ່ພວກເຂົາໄດ້ເຮັດ “ການຕັດສິນໃຈ”ນີ້ແລ້ວ, ແຕ່ປະການທີ່ໜຶ່ງທີ່ພວກເຮົາເຮັດກໍຄືການເຊີນຄົນມາໂບດ,ແລ້ວຈາກນັ້ນພວກເຮົາກໍພາພວກເຂົາມາໂບດ, ເມື່ອພວກເຂົາມາພວກເຂົາກໍເຮັດເປັນໝູ່ກັນໃນຄຣິສຕະຈັກ, ພວກເຂົາໄດ້ຍິນການປະກາດຂ່າວປະເສີດ, ບາງຄົນກໍຢູ່ແລະວາງ ໃຈໃນພຣະຄຣິດ, ພວກເຂົາກາຍເປັນຄຣິສຕຽນທີ່ອັດສະຈັນ, ນີ້ແມ່ນວິທີໃໝ່ທີ່ມາຈາກສິດຍາພິບານຂອງພວກເຮົາ ດຮ.ໄຮເມີ, ເພິ່ນປະດິດມັນຂຶ້ນມາເພາະເພິ່ນເຂົ້າໃຈວ່າວິທີອື່ນຕ່າງໆລົ້ມເຫຼວທີ່ຈະໄດ້ຜູ້ຄົນທີ່ຍັງບໍ່ລອດເຂົ້າມາໃນຄຣິສຕະຈັກຂອງເຮົາ.

ແມ່ນຫຍັງຄືວິທີຂອງດຣ.ໄຮເມີ? ພວກເຮົາເຮັດຫຍັງແດ່ໃນການປະກາດຂ່າວປະ ເສີດ? ໃນວັນຄືນພຸດ, ຄືນວັນພະຫັດ ແລະຕອນອື່ນໆອີກພວກເຮົາພາກັນອອກໄປເປັນຄູ່ໆ ຕາມວິທະຍາໄລ,ຫ້າງສັບພະສິນຄ້າຕ່າງໆ ແລະສະຖານທີ່ສາທາລະນະອື່ນໆໃນຂົງເຂດ ລອສແອງເຈີລິສ, ພວກເຮົາຫຼາຍຄົນກໍພາກັນເຮັດແບບນີ້ຢູ່ໃນເມືອງຂອງພວກເຮົາເຊັ່ນກັນ, ໃນສະຖານທີ່ເຫຼົ່ານີ້ພວກເຮົາຍ່າງໄປຫາຜູ້ຄົນແລ້ວສົນທະນາກັບພວກເຂົາ, ພວກເຮົາບໍ່ໄດ້ພະຍາຍາມທີ່ຈະໃຫ້ພວກເຂົາວາງໃຈເຊື່ອໃນພຣະເຢຊູຄຣິດຕອນນັ້ນເລີຍ, ພວກເຮົາບໍ່ໄດ້ພາເຂົາເຈົ້າເຮັດຕາມ “ຄໍາອະທິຖານຂອງຄົນບາບ” ພວກເຮົາພັດບອກເຂົາວ່າ ຄຣິສຕະຈັກຂອງເຮົາເປັນແບບໃດແດ່ແທນ, ຢູ່ຄຣິສຕະຈັກມີຄົນໜຸ່ມທັງຊາຍແລະຍິງຫຼາຍຄົນທີ່ພວກເຂົາສາມາດເຮັດໝູ່ກັນໄດ້, ພວກເຂົາຈະໄດ້ຟັງຄໍາເທດສະໜາ,ພວກເຂົາຈະໄດ້ກິນອາຫານທ່ຽງ(ຖ້າພວກເຂົາຫາກມາຕອນເຊົ້າ)ຫຼືເຂົ້າແລງ(ໃນຕອນແລງ) ພວກເຂົາຈະໄດ້ເບິ່ງໜັງ, ພວກເຂົາຈະໄດ້ຢູ່ໃນງານລ້ຽງ - ພວກເຮົາຈະສະຫຼອງວັນເກີດຂອງທຸກຄົນໃນຄຣິສຕະຈັກຂອງເຮົາ, ພວກເຂົາຈະມີຊ່ວງເວລາທີ່ດີ, ພວກເຂົາຫຼາຍຄົນຢາກຈະມາ!

ຈາກນັ້ນພວກເຮົາກໍຈະຂໍຊື່ແລະເບີໂທຂອງພວກເຂົາ, ຕໍ່ມາພວກເຮົາກໍເອົາຫຼາຍຊື່ແລະເບີໂທເຫຼົ່ານີ້ໃຫ້ກັບພວກຜູ້ຊ່ວຍຂອງພວກເຮົາ ແລະຄຣິສຕຽນທີ່ມີປະສົບການຄົນອື່ນໆ ຄົນງານເຫຼົ່ານີ້ຈະໂທຫາຜູ້ຄົນ,ບອກພວກເຂົາກ່ຽວກັບຄຣິສຕະຈັກຂອງພວກເຮົາ, ຊວນເຂົາໃຫ້ມາ ແລະຕຽມລົດໄປຮັບພວກເຂົາມາວັນອາທິດພ້ອມກັບສະມາຊິກຂອງພວກເຮົາ,ໃນວັນອາທິດພວກເຮົາກໍໄປຮັບພວກເຂົາ,ພາເຂົາມາໂບດ ແລະພາໄປສົ່ງຢູ່ບ້ານ, ມີຫຼາຍຄົນມາທີ່ຄຣິສຕະຈັກອາທິດທໍາອິດຫຼັງຈາກທີ່ພວກເຂົາຖືກໂທຫາ, ສ່ວນຄົນອື່ນໆທີ່ບໍ່ວ່າງໃນວັນນັ້ນກໍມາໃນວັນອື່ນ, ເມື່ອພວກເຂົາມາໂບດ,ພວກເຂົາກໍໄດ້ຍິນຂ່າວປະເສີດ ແລະມີຊ່ວງເວລາທີ່ດີໃນການສ້າງໝູ່ເພື່ອນໃນການກິນເຂົ້າແລະງານລ້ຽງຫຼັງຈາກນັ້ນ - ແລະພວກເຂົາຫຼາຍຄົນກໍກັບມາອີກ!

ວິທີນີ້ໄດ້ຜົນ! ໃນຫ້າອາທິດທີ່ຜ່ານມາມີຄົນມາທີ່ຄຣິສຕະຈັກຂອງເຮົາເປັນຄັ້ງແລກຫຼາຍກວ່າຮ້ອຍຄົນ,ມາເທື່ອທີສອງ ຫຼືເທື່ອທີສາມ,ແລະບາງຄົນຢູ່ໃນຄຣິສຕະຈັກຕໍ່ ແລະວາງໃຈເຊື່ອໃນພຣະຄຣິດ, ຄວາມຈິງແລ້ວວິທີນີ້ໄດ້ພາຜູ້ຄົນເຂົ້າມາໃນຄຣິສຕະຈັກຂອງພວກເຮົາ ມັນໄດ້ຜົນ!

ດຣ.ໄຮເມີໄດ້ສ້າງວິທີທີ່ພວກເຮົາເຮັດການປະກາດຂ່າວປະເສີດໂດຍການຕາມສິ່ງທີ່ ພຣະຄຣິດຊົງກ່າວໄວ້ໃນລູກາ 14:23 ຈົ່ງອອກໄປຕາມທາງໃຫຍ່ ແລະຮົ້ວຕົ້ນໄມ້ທັງຫຼາຍ ແລະເລັ່ງພວກເຂົາໃຫ້ເຂົ້າມາ” ໜຶ່ງພວກເຮົາພາຄົນທີ່ຫຼົງຫາຍມາໂບດ, ທີ່ນັ້ນພວກເຂົາໄດ້ຟັງຂ່າວປະເສີດ ແລະວາງໃຈເຊື່ອພຣະຄຣິດ, ຄຣິສຕະຈັກສະໄໝໃໝ່ຂອງຊາວອາເມລິກາພາກັນເຮັດກັບກັນ, ພວກເຂົານໍາຜູ້ຄົນເຂົ້າສູ່ “ການຕັດສິນໃຈ” ຢ່າງໄວວາຕາມຖະໜົນຫົນ ທາງ, ແຕ່ເກືອບບໍ່ໃຜຈັກຄົນໃນພວກເຂົາມາໂບດ, ວິທີຂອງພວກເຂົາໄດ້ສ້າງການຕັດສິນໃຈຕ່າງໆອອກມາ, ບໍ່ແມ່ນການກັບໃຈ, ວັນນີ້ຂ້າພະເຈົ້າຢາກຈະອະທິບາຍວ່າເປັນຫຍັງພວກເຮົາຈື່ງປະກາດຂ່າວປະເສີດແຕກຕ່າງຈາກສິ່ງທີ່ພວກເຂົາເຮັດ.

ເປັນຫຍັງພວກເຮົາຈື່ງອອກໄປເພື່ອເອົາລາຍຊື່ຄົນ ແລະຊວນຜູ້ຄົນມາທີ່ຄຣິສຕະຈັກແລະບໍ່ພະຍາຍາມທີ່ຈະໃຫ້ພວກເຂົາລອດຕອນທີ່ພວກເຮົາລົມກັບພວກເຂົາ?

ໜຶ່ງ, ກໍເພາະວ່າວິທີຂອງເຮົາແມ່ນຕາມພຣະຄໍາພີ, ມັນຢູ່ທົ່ວພຣະຄໍາພີໃໝ່, ອັນ ດຣູຄືໜຶ່ງໃນສາວົກສິບສອງຄົນ, ພຣະຄໍາພີກ່າວວ່າ:

“ຄົນໜຶ່ງໃນສອງຄົົນທີ່ໄດ້ຍິນໂຢຮັນເວົ້າ ແລະໄດ້ຕິດຕາມພຣະອົງໄປນັ້ນ ຄືອັນດຣູນ້ອງຊາຍຂອງຊີໂມນເປໂຕ ແລ້ວອັນດຣູກໍໄປຫາຊີໂມນອ້າຍຂອງຕົນກ່ອນ ແລະບອກລາວວ່າ “ເຮົາໄດ້ພົບພຣະເມຊີອາແລ້ວ” ຊຶ່ງແປວ່າພຣະຄຣິດ ອັນດຣູຈຶ່ງພາຊີໂມນໄປເຝົ້າພຣະເຢຊູ”(ໂຢຮັນ 1:40-42)

ອັນດຣູຍາກທີ່ຈະຮູ້ຈັກໝົດທຸກຢ່າງ, ແຕ່ລາວຮູ້ດີວ່າພຣະເຢຊູຊົງເປັນພຣະເມຊີອາ,ອັນດຣູ ບໍ່ໄດ້ໄປທົ່ວອະທິຖານຕາມຄໍາອະທິຖານຂອງຄົນບາບກັບຜູ້ຄົນ, ແຕ່ລາວໄດ້ພາອ້າຍຂອງລາວຄືຊີໂມນເປໂຕໄປຫາພຣະເຢຊູ, ເປໂຕໄດ້ກາຍເປັນສາວົກເອງ, ຕໍ່ມາເປໂຕກໍໄດ້ກັບໃຈໃໝ່ ແລະເທດສະໜາໃນວັນເພັນເທຄອສຕອນທີ່ສາມພັນຄົນໄດ້ເຊື່ອໃນພຣະຄຣິດ,ແຕ່ມັນເລິ່ມຕົ້ນຕອນທີ່ລາວໄດ້ຕິດຕາມນ້ອງຊາຍຂອງລາວແລະໄປພົບພຣະເຢຊູ.

ສາວົກຟີລິບເວົ້າແບບດຽວກັນຕໍ່ນາທານາເອວ, ລາວບອກເວົ້າຕໍ່ນາທານາເອວວ່າ “ມາເບິ່ງແມ້”(ໂຢຮັນ 1:46) ຟີລິບບໍ່ຮູ້ຫຍັງຫຼາຍ, ແຕ່ລາວພານາທານາເອວໄປພົບພຣະເຢຊູ ແລະນັ້ນແຫຼະເຮັດໃຫ້ທຸກຢ່າງແຕກຕ່າງ.

ວັນໜຶ່ງພຣະເຢຊູຊົງຍ່າງຜ່ານເຂດສະມາເຣຍ ແລະນໍາຜູ້ຍິງຄົນໜຶ່ງສູ່ຄວາມລອດ ລາວບໍ່ໄດ້ຮູ້ຈັກພຣະຄໍາພີ, ນາງບໍແມ່ນຄົນຢິວ, ແຕ່ນາງໄດ້ວາງໃຈໃນພຣະເຢຊູ, ນາງບໍ່ໄດ້ໄປທີ່ເມືອງຂອງຕົນ ແລະພາຜູ້ຄົນໃຫ້ເວົ້າຕາມຄໍາອະທິຖານຂອງຄົນບາບ, ແຕ່ນາງໄດ້ເຊີນພວກເຂົາໃຫ້ມາ ແລະເບິ່ງພຣະເຢຊູ, ພຣະຄໍາພີກ່າວວ່າ:

“ຜູ້ຍິງ(ຊາວສະມາເຣຍ)ນັ້ນຈຶ່ງຖິ້ມໝໍ້ນ້ຳໄວ້ ແລະເຂົ້າໄປໃນເມືອງ ແລະບອກຄົນທັງຫຼາຍວ່າ:“ມາເບິ່ງ ທ່ານຜູ້ໜຶ່ງທີ່ເລົ່າເຖິງສິ່ງສາລະພັດຊຶ່ງຂ້ອຍໄດ້ເຮັດ ທ່ານຜູ້ນີ້ບໍ່ແມ່ນພຣະຄຣິດບໍ””?

ທຸກຄົນສາມາດເຮັດແບບນັ້ນໄດ້-ເຖິງແມ່ນວ່າທ່ານຍັງບໍ່ລອດກໍຕາມ, ທ່ານບໍ່ຈໍາເປັນຕ້ອງໄປຮຽນຫຼັກຄໍາສອນພຣະຄໍາພີ, ທ່ານບໍ່ຕ້ອງພະຍາຍາມທີ່ຈະຕອບຄໍາຖາມຂອງຜູ້ຄົນ, ພວກທ່ານບໍ່ຕ້ອງພະຍາຍາມທີ່ຈະໃຫ້ຜູ້ຄົນທີ່ຈະຢູ່ຕາມທາງໄດ້ຮັບຄວາມລອດ,ພຽງແຕ່ທ່ານເຊີນພວກເຂົາມາຄຣິສຕະຈັກ,ເປັນໝູ່ກັບເຂົາ ແລະມີຊ່ວງເວລາທີ່ດີນໍາກັນເທົ່ານັ້ນ, ທຸກຄົນສາມາດເຮັດແບບນັ້ນໄດ້-ແລະພວກເຮົາກໍເຮັດແບບນັ້ນ.

ສອງ, ຍ້ອນວິທີຂອງພວກເຮົາໄດ້ຜົນ, ຄຣິສຕະຈັກຫຼາຍແຫ່ງບໍ່ໄດ້ເຮັດການປະ ກາດອີກແລ້ວ, ແຕ່ຖ້າພວກເຂົາຫາກເຮັດ,ພວກເຂົາກໍຈະອອກໄປເວົ້າກັບຜູ້ຄົນຕາມຖະໜົນ ຫຼືຢູ່ໜ້າປະຕູເຮືອນ, ບໍ່ດົນພວກເຂົາກໍເອົາ “ແຜນການແຫ່ງຄວາມລອດ”ໃຫ້ຄົນທີ່ບໍ່ເຊື່ອແລະຂໍໃຫ້ພວກເຂົາອະທິຖານຕາມ “ຄໍາອະທິຖານຂອງຄົນບາບ”ທັນທີ, ນີ້ແມ່ນ “ລັດທິຕັດສິນໃຈນິຍົມ”ຜູ້ຄົນທີ່ໄດ້ “ຕັດສິນໃຈ”ຖືກຖືວ່າເປັນຄົນທີ່ກັບໃຈໃໝ່ແລ້ວ, ພວກເຂົາຖືວ່າຄົນນັ້ນໄດ້ຮັບຄວາມລອດແລ້ວ, ຫຼັງຈາກນັ້ນຄຣິສຕະຈັກກໍຈະ “ຕິດຕາມ”ຄົນເຫຼົ່ານັ້ນ-ແຕ່ເກືອບບໍ່ມີໃຜຈັກຄົນກັບມາທີ່ຄຣິສຕະຈັກ, ດຣ.ເຄແກນພໍ່ຂອງຂ້າພະເຈົ້າມີເທື່ອໜຶ່ງໄດ້ໄປຢາມຄຣິສຕະຈັກແບັບຕິດເນັ້ນຮາກຖານເດີມບ່ອນທີ່ພວກເຂົາໄດ້ອະທິຖານກັບຜູ້ຄົນຫຼາຍກວ່າ 900 ຄົນພາຍໃນໜຶ່ງອາທິດ-ແຕ່ໃນຄຣິສຕະຈັກມີພຽງ 125 ຄົນເທົ່ານັ້ນ, 900 ຄົນທີ່ເຮັດການຕັດສິນໃຈພວກເຂົາບໍ່ເຄີຍກັບມາທີ່ຄຣິສຕະຈັກອີກ, ພວກເຂົາອະທິຖານແຕ່ພວກເຂົາບໍ່ໄດ້ມາຫາພຣະຄຣິດ.

ເປັນຫຍັງພວກເຮົາຈື່ງບໍ່ເຮັດໃນສິ່ງທີ່ຄຣິສຕະຈັກອື່ນເຮັດລະ? ມັນບໍ່ໄດ້ຜົນ,ພວກສະມາຊິກຄຣິສຕະຈັກນໍາຜູ້ຄົນຫຼາຍຮ້ອຍຄົນໃຫ້ອະທິຖານຕາມຄໍາອະທິຖານຂອງຄົນບາບ,ແຕ່ເກືອບບໍ່ມີໃຜຈັກຄົນມາໂບດ, ພວກເຂົາບໍ່ໄດ້ມາເປັນຄຣິສຕຽນ, ພວກເຂົາເຮັດ “ການຕັດສິນໃຈ”ແຕ່ພວກເຂົາບໍ່ໄດ້ກັບໃຈໃໝ່ເລີຍ.

ເປັນຫຍັງພວກເຮົາຈື່ງບໍ່ພະຍາຍາມທີ່ຈະເຮັດໃຫ້ພວກຄົນບາບເປັນຄຣິສຕຽນແບບມີຕໍານິຕອນທີ່ພວກເຮົາລົມກັບພວກເຂົາລະ? ກໍເພາະວ່າພວກເຂົາບໍ່ໄດ້ມາເປັນຄຣິສຕຽນ! ພວກເຮົາອອກໄປແລ້ວເຊີນຜູ້ຄົນມາທີ່ຄຣິສຕະຈັກຂອງພວກເຮົາແທນ, ພວກເຂົາຂໍຊື່ແລະເບີໂທຂອງພວກເຂົາ, ພວກຜູ້ຊ່ວຍແລະຜູ້ນໍາຂອງພວກເຮົາໄດ້ໂທຫາພວກເຂົາ ແລະກຽມລົດໄປຮັບພວກເຂົາມາໂບດໃນວັນອາທິດ, ພວກເຮົາເອົາລົດສ່ວນຕົວໄປຮັບພວກເຂົາມາໂບດເອງ, ພວກເຮົາເຮັດເປັນໝູ່ກັບພວກເຂົາ, ພວກເຮົາມີເຂົ້າທ່ຽງກິນຕະຫຼອດຫຼັງຈາກການນະມັດສະການເຊົ້າວັນອາທິດ ແລະກິນເຂົ້າແລງຫຼັງຈາກການນະມັດສະການຕອນແລງ, ພວກເຮົາເຮັດໃຫ້ພວກເຂົາມີຄວາມສຸກໃນຄຣິສຕະຈັກ, ແລ້ວຜູ້ຊ່ວຍກັບຄົນງານຂອງພວກເຮົາກໍໂທໄປຫາພວກເຂົາ ແລະເຊີນພວກເຂົາໃຫ້ກັບມາອີກ.

ເປັນຫຍັງພວກເຮົາຈື່ງເຮັດໃນສິ່ງທີ່ພວກເຮົາກໍາລັງເຮັດຢູ່?ກໍເພາະວ່າມັນໄດ້ຜົນ, ວິ ທີຂອງພວກເຮົາໄດ້ນໍາຜູ້ຄົນມາທີ່ຄຣິສຕະຈັກ ແລະເຂົ້າໃນຄຣິສຕະຈັກ, ຢູ່ໃນຄຣິສຕະຈັກພວກເຂົາໄດ້ຟັງຄໍາເທດສະໜາຂ່າວປະເສີດ, ບາງຄົນກໍເຊື່ອວາງໃຈໃນພຣະຄຣິດທັນທີ ແຕ່ຄົນສ່ວນຫຼາຍຢາກຈະຟັງເລື່ອງຂ່າວປະເສີດເປັນເວລາຫຼາຍອາທິດຫຼືຫຼາຍເດືອນກ່ອນທີ່ພວກເຂົາຈະກັບໃຈໃໝ່, ຈາກນັ້ນພວກເຂົາກໍດໍາເນີນຊີວິດໃນຖານະເປັນຄຣິສຕຽນຢູ່ໃນ ຄຣິສຕະຈັກຕະຫຼອດຊີວິດຂອງພວກເຂົາ, ວິທີອື່ນໆຄືວິທີຫລອກລວງທີ່ບໍ່ໄດ້ຊະນະໃຜເລີຍ

ສອງສາມເດືຶອນທີ່ຜ່ານມາຂ້າພະເຈົ້າໄດ້ໄປອັບຟຣິກາກັບພໍ່ຂອງຂ້າພະເຈົ້າດຣ.ເຄແກນແລະໂນອາ ຊອງ, ພວກເຮົາໄດ້ເທດສະໜາຢູ່ຕາມຄຣິສຕະຈັກໃນປະເທດອູກັນດາ,ເຄນຢາແລະຣະວັນດາ, ໃນເຄນຢາພວກເຮົາໄດ້ເທດສະໜາຢູ່ງານຄ້າຍສໍາລັບພວກສິດຍາພິບານ, ຕອນບ່າຍງານປະຊຸມກໍຈົບລົງ, ດຣ.ເຄແກນໄດ້ເວົ້າກັບພວກສິດຍາພິບານວ່າ “ໃຫ້ພວກເຮົາອອກໄປນໍາລາຍຊື່ມາ” ພວກເຮົາກໍອອກໄປຕາມຖະໜົນຂອງເມືອງໄນໂຣບີ ປະເທດເຄນຢາກັບພວກສິດຍາພິບານເພື່ອແປເປັນພາສາສະວາຮິລີ, ພວກເຮົາລົມກັບຜູ້ຄົນແລະເອົາເບີໂທຂອງພວກເຂົາມາ, ພວກເຮົາເຊີນພວກເຂົາມາໂບດ, ພວກອາຈານກໍໂທຫາພວກເຂົາແລະຕຽມເພື່ອໃຫ້ພວກເຂົາມາ, ພວກເຂົາມີຫ້າຄົນມາໃນມື້ຖັດມາ! ຫຼັງຈາກທີ່ພວກເຮົາບິນໄປທີ່ປະເທດຣະວັນດາ,ພວກອາຈານກໍພາກັນເຮັດອີກແລະກໍມີຫ້າຄົນມາໃນວັນອາ ທິດ!

ພວກນັກເທດຕື່ນເຕັ້ນຫຼາຍ, ພວກເຂົາຄົ້ນພົບວິທີທີ່ໄດ້ຜົນ! ພວກເຂົາບອກພວກເຮົາວ່າພວກເຂົາໄດ້ໃຊ້ຄວາມພະຍາຍາມຈົນສຸດໆແລະໃຊ້ເງິນເປັນຈໍານວນຫຼາຍເພື່ອມີງານປະຊຸມບ່ອນທີ່ຜູ້ຄົນເຮັດການຕັດສິນໃຈ,ແຕ່ບໍ່ມີໃຜມາໂບດ, ພວກສິດຍາພິບານຄິດວ່າມັນເປັນຫົນທາງດຽວທີ່ຈະປະກາດຂ່າວປະເສີດ, ພວກເຂົາດີໃຈຫຼາຍທີ່ໄດ້ຮຽນຮູ້ວິທີຂອງພວກເຮົາຊື່ງຄວາມຈິງແລ້ວໄດ້ນໍາຜູ້ຄົນເຂົ້າມາໃນຄຣິສຕະຈັກ.

ສາມ, ວິທີຂອງພວກເຮົາດີສໍາລັບພວກທ່ານ, ບໍ່ພຽງແຕ່ຄົນທີ່ຖືກເຊີນມາເທົ່ານັ້ນ,ມັນຍັງຈະເຮັດໃຫ້ພວກທ່ານເປັນຄຣິສຕຽນທີ່ເຂັ້ມແຂງຂຶ້ນຖ້າພວກທ່ານຫາກປະກາດຂ່າວປະ ເສີດປົກກະຕິ, ແລະມັນຍັງຈະເຮັດໃຫ້ຄວາມເຊື່ອຂອງທ່ານແຂງແຮງຂຶ້ນໃນການເຫັນຜູ້ຄົນທີ່ທ່ານໄປຊວນມາໂບດ,ຢູ່ໃນຄຣິສຕະຈັກແລະເຊື່ອວາງໃຈໃນພຣະຄຣິດ, ມັນເປັນຄວາມຊົມຊື່ນຍິນດີໃນການເຫັນຄົນບາງຄົນທີ່ທ່ານເຊື້ອເຊີນມາໂບດ, ເປັນຄວາມຊົມຊື່ນຍິນດີໃຫຍ່ກວ່ານັ້ນໃນການທີ່ເຫັນພວກເຂົາໄດ້ຮັບຄວາມລອດ,ຂ້າພະເຈົ້າຢາກໃຫ້ເປັນຄວາມຍິນດີສໍາລັບພວກທ່ານ!

ເປັນຫຍັງພວກເຮົາຈື່ງບໍ່ແຈກໃບປິວ? ບາງຄົນກໍເຮັດ, ບາງເທື່ອທ່ານອາດຈະບໍ່ຮູ້ວ່າໃບປິວແມ່ນຫຍັງ, ໃບປິວແມ່ນເຈ້ຍ ນ້ອຍພັບໄປມາຊື່ງພວກເຂົາເອົາໄປແຈກເປັນຈໍານວນຫຼາຍໃຫ້ກັບໃຜກໍຕາມທີ່ຈະຮັບເອົາ, ໃບປິວບອກເລົ່າເລື່ອງແລະແຜນການແຫ່ງຄວາມລອດ, ຕອນທ້າຍກໍຈະບອກບຸກຄົນນັ້ນໃຫ້ວາງໃຈເຊື່ອໃນພຣະເຢຊູໂດຍການເວົ້າຕາມຄໍາອະທິຖານ ຫຼືການເຊັ່ນຊື່ຂອງເຂົາລົງໃນໃບປິວນັ້ນ.

ຄຣິສຕະຈັກຫຼາຍແຫ່ງໃຫ້ຄົນຂອງພວກເຂົາແຈກໃບປິວເປັນຈໍານວນຫຼາຍ,ພວກເຂົາຄິດວ່າຕົນເອງກໍາລັງນໍາຄົນມາຫາພຣະຄຣິດ, ແຕ່ໃບປິວບໍ່ໄດ້ພາຜູ້ຄົນມາສູ່ພຣະຄຣິດ,ພວກມັນບໍ່ໄດ້ພາພວກເຂົາເຂົ້າມາຄຣິສຕະຈັກ, ຄົນພວກນັ້ນຢູ່ໃສ? ໃບປິວເປັນສິ່ງທີ່ເສຍເວລາແລະເງິນຄໍາ, ນັ້ນແຫຼະຄືເຫດຜົນທີ່ພວກເຮົາບໍ່ໃຊ້ມັນ.

ພວກເຮົາຮູ້ໄດ້ແນວໃດ? ພວກເຮົາລອງມາແລ້ວ, ພວກເຮົາແຈກໃບປິວເປັນລ້ານໃບ, ຜູ້ຄົນພາກັນອ່່ານ ແຕ່ບໍ່ມີໃຜມາໂບດເລີຍ! ພວກເຂົາບໍ່ໄດ້ກັບໃຈໃໝ່ເມື່ອພວກເຂົາອ່ານເຈ້ຍໃບນັ້ນ, ວິທີນັ້ນບໍ່ແມ່ນຕາມພຣະຄໍາພີ, ພຣະຄໍາພີບໍ່ເຄີຍບອກພວກເຮົາໃຫ້ແຈກໃບປິວ, ແຕ່ພຣະຄໍາພີບອກໃຫ້ພວກເຮົາອອກໄປ ແລະເລັ່ງຄົນບາບໃຫ້ເຂົ້າມາ-ສູ່ຄຣິສຕະຈັກທ້ອງຖິ່ນ! ແລະນັ້ນແຫຼະຄືສິ່ງທີ່ພວກເຮົາເຮັດ.

ເປັນຫຍັງພວກເຮົາຈື່ງອອກໄປເປັນຄູ່ໆ? ກໍເພາະວ່າພຣະເຢຊູໄດ້ສົ່ງພວກສາວົກຂອງພຣະອົງອອກໄປວິທີນັ້ນ, ພຣະຄໍາພີກ່າວວ່າພຣະຄຣິດ “ຊົງເອີ້ນສາວົກສິບສອງຄົນມາແລ້ວຊົງເລິ່ມໃຊ້ເຂົາໃຫ້ອອກໄປເປັນຄູ່ໆ”(ມາລະໂກ 6:7)ອີກເທື່ອໜຶ່ງພຣະຄໍາພີກ່າວວ່າ “ອົງພຣະຜູ້ເປັນເຈົ້າຊົງຕັ້ງສາວົກອື່ນອີກເຈັບສິບຄົນໄວ້ ແລະໃຊ້ພວກເຂົາອອກໄປເທື່ອລະສອງຄົນໃຫ້ໄປກ່ອນໜ້າພຣະອົງໃຫ້ເຂົ້າໄປທຸກເມືອງທຸກບ່ອນທີ່ພຣະອົງຈະສະເດັດໄປນັ້ນ”(ມາລະໂກ 10:1).

ແນ່ນອນພວກທ່ານສາມາດໄປດ້ວຍຕົນເອງເພື່ອປະກາດຂ່າວປະເສີດ,ພຣະຄໍາພີບໍ່ເຄີຍຫ້າມ, ບໍ່ມີຫຍັງຜິດດອກ, ແຕ່ການອອກໄປເປັນຄູ່ນີ້ແມ່ນຢູ່ຕາມພຣະຄໍາພີແລະໄດ້ຜົນ!

ການເປັນເປັນຄູ່ໆພາຫຼາຍຄົນມາໂບດ, ຢູ່ໃນລອສແອງເຈີລິສ ແລະໃນເມືອງໃຫຍ່ ອື່ນໆຜູ້ຄົນເປັນຕາໜ້າສົງໄສ, ພວກເຂົາບໍ່ຕ້ອງການທີ່ຈະສົນທະນາກັບບາງຄົນທີ່ພວກເຂົາບໍ່ຮູ້ຈັກ, ພວກຄົນໜຸ່ມແຮງເປັນຕາໜ້າສົງໄສຫຼາຍກວ່າພວກຜູ້ເຖົ້າ, ຜູ້ຍິງເປັນພວກທີ່ເປັນຕາສົງໄສຫຼາຍພວກຜູ້ຊາຍ, ການມີຄົນເປັນຄູ່ອອກໄປພ້ອມກັນຈະຊ່ວຍໃຫ້ຄວາມຢ້ານຂອງເຂົາສະຫງົບລົງ ແລະພາລາຍຊື່ຫຼາຍຄົນມາໄດ້.

ການເປັນເປັນຄູ່ໆເປັນເລື່ອງດີສໍາລັບພວກທ່ານ, ໂດຍການໄປກັບຄຣິສຕຽນທີ່ມີປະສົບການຫຼາຍທ່ານກໍຈະໄດ້ຮຽນຮູ້ວິທີທີ່ຈະເຊີນຜູ້ຄົນມາຄຣິສຕະຈັກແລະກາຍເປັນຄວາມສະດວກສະບາຍໃນການເຮັດມັນ. ໃນຕອນເລິ່ມຕົ້ນທ່ານອາດຈະຮູ້ສຶກຢ້ານ, ທ່ານບໍ່ຮູ້ວ່າຈະເຮັດແນວໃດ, ແຕ່ການໄປກັບຄົນອື່ນທ່ານກໍຈະໄດ້ຮຽນຮູ້ວິທີທີ່ຈະເຮັດ, ບໍ່ດົນທ່ານກໍຈະໄດ້ລາຍຊື່ມາດ້ວຍຕົວທ່ານເອງ!

ພວກທ່ານຈະມີການສາມັກຄີທໍາແບບຄຣິສຕຽນທີ່ດີ,ການເຮັດວຽກເພື່ອພຣະເຢຊູຈະພາທ່ານເຂົ້າໃກ້ພວກຄຣິສຕຽນທີ່ທ່ານເຮັດວຽກນໍາ, “ການເຮັດວຽກສາມັກຄີທໍາກັນ”ຄວາມຈິງແລ້ວຄືການສາມັກຄີທໍາທີ່ດີທີ່ສຸດ.

ພວກເຮົາຮູ້ໄດ້ແນວໃດວ່າວິທີອື່ນໆບໍ່ໄດ້ຜົນ? ພວກເຮົາເຄີຍລອງມາຫຼາຍປີແລ້ວ! ພວກເຮົາໄປເຄາະປະຕູເຮືອນແລະນໍາຜູ້ຄົນຜ່ານທາງແຜນການແຫ່ງຄວາມລອດໂດຍໃຊ້ໃບປິວຂອງບິລລີ່ເກຣແຮມ, ພວກເຮົາພາພວກເຂົາອະທິຖານຕາມຄໍາອະທິຖານຂອງຄົນບາບຢູ່ໜ້າປະຕູເຮືອນຂອງພວກເຂົາ ຫຼືຕາມຫົນທາງ, ພວກເຮົາແຈກໃບປິວເປັນລ້ານໆໃບ,ແຕ່ຜູ້ຄົນບໍ່ໄດ້ເຂົ້າມາ, ພວກເຂົາບໍ່ໄດ້ກັບໃຈໃໝ່,ວິທີນັ້ນຈື່ງບໍ່ໄດ້ຜົນ.

ສ່ວນວິທີຂອງພວກເຮົາໄດ້ຜົນ! ພວກເຮົາມີຄຣິສຕະຈັກໜຶ່ງຢູ່ໃຈກາງເມືອງລອສແອງເຈີລິສ, ລອສແອງເຈີລິສເປັນເມືອງທີ່ບໍມີພຣະເຈົ້າແລະຊົ່ວຮ້າຍ, ຄວາມບາບທຸກຊະນິດເກີດຂຶ້ນຢູ່ບ່ອນນີ້, ຜູ້ຄົນຫຍຸ້ງຢູ່ກັບວຽກ,ໂຮງຮຽນ,ຄອບຄົວແລະໝູ່ເພື່ອນ, ມີສິ່ງດຶງດູດໃຈຫຼາຍຢ່າງຈາກໂທລະພາບ,ອິນເຕີເນັດ, ໄອໂຟນ ແລະສິ່ງອື່ນໆອີກ, ມີໜ້ອຍຄົນໄປໂບດ, ມີໜ້ອຍຄົນທີ່ເປັນຄຣິສຕຽນແທ້, ພວກເຮົາເຄີຍລອງພະຍາຍາມນໍາຜູ້ຄົນໃນຄໍາອະທິຖານຢູ່ຕາມຖະໜົນຫົນທາງ,ແຕ່ມັນກໍບໍ່ໄດ້ຊ່ວຍໃຫ້ສ້າງຄຣິສຕະຈັກ, ມັນບໍ່ໄດ້ຊະນະຜູ້ຄົນມາສູ່ພຣະຄຣິດເລີຍ.

ພວກເຮົາຮຽນຮູ້ຈາກປະສົບການ,ພວກເຮົາຈື່ງອອກໄປເຊີນຜູ້ຄົນມາໂບດ, ແລ້ວພວກເຮົາກໍພາພວກເຂົາມາໂບດບ່ອນທີ່ພວກເຂົາສາມາດມີໝູ່ແລະຟັງຂ່າວປະເສີດໄດ້, ຢູ່ ຄຣິສຕະຈັກຂອງພວກເຮົາມີຄົນທີ່ບໍ່ລອດທຸກໆອາທິດ, ພວກເຂົາບໍ່ໄດ້ມາຈາກຄຣິສຕະຈັກອື່ນ, ພວກເຂົາບໍ່ໄດ້ມາຈາກຄອບຄົວທີ່ເປັນຄຣິສຕຽນ, ພວກເຂົາມາແຕ່ໂລກທີ່ເຕັມໄປດ້ວຍບາບ, ແລະພວກເຂົາບາງຄົນກາຍເປັນຄຣິສຕຽນທີ່ມະຫັດສະຈັນ, ນັ້ນແຫຼະຄືສາເຫດທີ່ ຄຣິສຕະຈັກຂອງພວກເຮົາມີຊີວິດຊີວາແລະຢູ່ຝ່າຍວິນຍານ, ວິທີຂອງພວກເຮົາໄດ້ເຮັດໃຫ້ເກີດຄຣິສຕຽນແທ້ ແລະຂອບຄຸນພຣະເຈົ້າສໍາລັບຄົນເຫຼົ່ານັ້ນ! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ແຈັກ ງັນ:
“Bring Them In” (Alexcenah Thomas, 19th century).