Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມລັບຂອງຄວາມສໍາເລັດໃນປະເທດຈີນ

(ຄໍາເທດສະໜາທີ່ເທດໃນຊ່ວງກາງເທດສະການລະດູໃບໄມ້ລົ່ນຂອງຈີນ)
THE SECRET OF SUCCESS IN CHINA
(A SERMON GIVEN AT THE CHINESE MID-AUTUMN FESTIVAL)
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 30/9/2018
A sermon preached at the Baptist Tabernacle of Los Angeles
Lord's Day Evening, September 30, 2018

“ເຮົາຮູ້ຈັກແນວການກະທໍາຂອງເຈົ້າແລະຮູ້ວ່າເຈົ້າມີຄວາມທຸກ ລໍາບາກແລະຍາກຈົນ(ແຕ່ວ່າເຈົ້າກໍຮັ່ງມີ)...”(ພະນິມິດ 2:9)


ນັກຂຽນຊີວະປະຫວັດສິດຍາພິບານຄຣິສຕຽນຊາວຈີນ ວັງມິງດາວ ໄດ້ກ່າວວ່າ:

ບໍ່ວ່ານະໂຍບາຍທີ່ລັດຖະບານຈີນດໍາເນີນການຈະເປັນແນວໃດ, ຄຣິສຕະ ຈັກໃນປະເທດຈີນກໍຈະສົ່ງຜົນກະທົບຕໍ່ຮູບແບບຂອງຊາວຄຣິສຕຽນທົ່ວ ໂລກສໍາລັບຍຸກທີ່ຈະມານັ້ນ, ດ້ວຍ(ປະມານ)ຈິດວິນຍານເຈັດສິບລ້ານດວງ (ດຽວນີ້ 160 ລ້ານ)ແລະເຕີບໃຫຍ່ຂຶ້ນສະເລ່ຍ 7% ຕໍ່ປີ, ຈໍານວນຄຣິສ ຕຽນໃນປະເທດຈີນເຮັດໃຫ້ຈໍານວນຄຣິສຕຽນສ່ວນຫຼາຍຂອງໂລກນີ້ເບິ່ງຄືນ້ອຍ, ເຊັ່ນພວກຄຣິສຕຽນທີ່ຢູ່ທົ່ວໄປໃນໂລກທີ່ພັດທະນາແລ້ວ,ພວກຄຣິສ ຕຽນຊາວຈີນເປັນຕົວແທນກອງໜ້າ(ແຖວໜ້າ)ຂອງຄຣິສຕະຈັກໃນສະຕະ ວັດທີຊາວເອັດ(Thomas Alan Harvey, Acquainted With Grief, Brazos Press, 2002, p. 159)

ເດວິດໄອແມນໃນໜັງສືຂອງລາວເລື່ອງ ພຣະເຢຊູໃນປັກກິ່ງໄດ້ກ່າວວ່າ:

ມັນຄືຄຸນຄ່າການພິຈາລະນາຄວາມເປັນໄປໄດ້ທີ່ບໍ່ພຽງແຕ່ຕົວເລກແຕ່ມັນຄືສູນກາງທາງປັນຍາ... ສໍາລັບຊາວຄຣິສຕຽນອາດຈະຍ້າຍອອກຈາກຢູໂຣບ ແລະອາເມລິກາເໜືອຢ່າງເດັດຂາດ, ໃນຂະນະທີ່ຊາວຄຣິສຂອງຈີນສືບຕໍ່ ແລະໃນຂະນະທີ່ຈີນກາຍເປັນມະຫາອໍານາດຂອງໂລກ...ການດໍາເນີນງານ ອາດຈະເລິ່ມຂຶ້ນແລ້ວໃນຄວາມຫວັງ ແລະການເຮັດວຽກຂອງພວກຜູ້ນໍາຂອງຄຣິສຕະຈັກຕາມບ້ານຂອງຈີນ(David Aikman, Jesus in Beijing, Regnery Publishing, 2003, pp. 291, 292)

ການອະທິບາຍຂອງພຣະຄຣິດເຖິງຄຣິສຕະຈັກໃນເມືອງສະເມີນາເປັນພາບຂອງສິ່ງທີ່ກໍາລັງເກີດຂື້ນໃນຂະບວນ “ຄຣິສຕະຈັກຕາມບ້ານ”ໃນປະເທດຈີນປັດຈຸບັນນີ້.

“ເຮົາຮູ້ຈັກແນວການກະທໍາຂອງເຈົ້າແລະຮູ້ວ່າເຈົ້າມີຄວາມທຸກລໍາບາກແລະຍາກຈົນ(ແຕ່ວ່າເຈົ້າກໍຮັ່ງມີ)...”(ພະນິມິດ 2:9)

ກ່ຽວກັບຄຣິສຕະຈັກໃນເມືອງສະເມີນາ ດຣ.ເຈມສ໌ໂອ.ໂຄມໄດ້ກ່າວວ່າ:

ສະເມີນາ,ຢູ່ທາງເໜືອຂອງເອເຟຊັດ, ຄຣິສຕະຈັກນີ້ໂພລີຄາບເປັນສິດຍາພິບານເປັນເວລາຫຼາຍທົດສະວັດ ແລະເສຍຊີວິດໃນຖານະຜູ້ຍອມຕາຍເພື່ອຄວາມເຊື່ອໃນປີຄ.ສ.155, ໃນຊ່ວງອາຍຸ 90 ຂອງລາວ...ພວກເຂົາຕ້ອງອົດທົນຄວາມທຸກລໍາບາກຫຼາຍ ແລະຖືກຍຶດເອົາຊັບສິ່ງຂອງໃນໂລກ ແຕ່ພວກເຂົາກໍຮັ່ງມີຝ່າຍວິນຍານ (James O. Combs, D.Min., Litt.D., Rainbows From Revelation, Tribune Publishers, 1994, p. 33)

ເຊັ່ນກັນກັບຄຣິສຕະຈັກທີ່ເມືອງສະເມີນາ, ພວກຄຣິສຕຽນທີ່ສັດຊື່ຂອງຄຣິສຕະຈັກຕາມບ້ານຕ່າງໆໃນປະເທດຈີນຕ້ອງທົນທຸກກັບການຂົ່ມເຫງອັນຍິ່ງໃຫຍ່ ແລະ “ຄວາມທຸກ ລໍາບາກ” ແຕ່ຝ່າຍວິນຍານຂອງພວກເຂົາ “ຮັ່ງມີຫຼາຍ”ຈົນເຮັດໃຫ້ການປະກາດຂອງພວກເຂົາເຕີບໃຫຍ່ຂຶ້ນແຕະ “7 % ຕໍ່ປີ”(ໂທມັດອາລັນ ຮາວີ ເຫຼັ້ມດຽວກັນ), ສະນັ້ນຈໍານວນ ຄຣິສຕຽນໃນຈີນຈື່ງເຮັດໃຫ້ຈໍານວນຄຣິສຕຽນໃນປະເທດຕ່າງໆຂອງໂລກນີ້ “ເບິ່ງຄືນ້ອຍ” ຂ້າພະເຈົ້າຄິດວ່າຄົນສ່ວນໃຫຍ່ໃນຈໍານວນຄຣິສຕຽນຫຼາຍກວ່າ 160 ລ້ານຢູ່ປະເທດຈີນກັບໃຈໃໝ່ແທ້ ແລະຄິດວ່າມີຄຣິສຕຽນແທ້ຢູ່ຈີນຫຼາຍກວ່າຢູ່ໃນສະຫະລັດນີ້, ນັ້ນຄືສິ່ງທີ່ເປັນຕາຕື່ນຕົກໃຈ! ພວກເຮົາຄວນຖາມຕົວເອງວ່າ “ແມ່ນຫຍັງຄືເຫດຜົນສໍາລັບຄວາມສໍາເລັດຂອງພວກເຂົາ? ແມ່ນຫຍັງຄືຄວາມລັບຂອງການປະກາດຂອງພວກເຂົາ?” ເປັນຫຍັງພວກເຂົາຈື່ງຖືກເວົ້າວ່າ:

“ເຮົາຮູ້ຈັກແນວການກະທໍາຂອງເຈົ້າແລະຮູ້ວ່າເຈົ້າມີຄວາມທຸກລໍາບາກແລະຍາກຈົນ(ແຕ່ວ່າເຈົ້າກໍຮັ່ງມີ)...”(ພະນິມິດ 2:9)

ເມື່ອພວກເຮົາພິຈາລະນາເບິ່ງຄວາມຈິງທີ່ວ່າພວກຄຣິສຕຽນຂ່າວປະເສີດໃນອາເມລິ ກາບໍ່ເຕີບໃຫຍ່ອີກເລີຍ ແລະຄວາມຈິງທີ່ວ່າມີຫຼາຍຄົນເວົ້າວ່າພວກຄຣິສຕຽນຂ່າວປະເສີດທີ່ຢູ່ນີ້ກໍາລັງຕາຍ, ພວກເຮົາຢູ່ໃນອາເມລິກາຄວນຄິດເລິກກວ່ານັ້ນກ່ຽວກັບສິ່ງທີ່ພວກເຂົາບໍ່ມີພວກເຮົາພັດມີ ແລະສິ່ງທີ່ພວກເຂົາມີພວກເຮົາພັດບໍ່ມີ.

I. ໜຶ່ງ ສິ່ງທີ່ພວກເຂົາບໍ່ມີພວກເຮົາພັດມີ.

ພວກເຂົາບໍ່ມີຕຶກຄຣິສຕະຈັກ! ສະເພາະຄຣິສຕະຈັກ “ສາມພີ່ນ້ອງ”ເທົ່ານັ້ນມີຕຶກອາຄານ, ແຕ່ “ຄຣິສຕະຈັກຕາມບ້ານ”ເປັນພຽງອັນດຽວທີ່ກໍາລັງເຕີບໂຕ ແລະມີຕຶກຄຣິສ ຕະຈັກໜ້ອຍດຽວ, ພວກເຂົາສ່ວນຫຼາຍບໍ່ມີຕຶກຄຣິສຕະຈັກຄືກັບທີ່ພວກເຮົາມີ!

ພວກເຂົາບໍ່ມີລັດຖະບານອະນຸມັດ, ພວກເຂົາຍັງຄົງສືບຕໍ່ຖືກຂົ່ມເຫງໂດຍລັດຖະ ບານຈີນ, ພວກເຂົາບໍ່ໄດ້ມີອິດສະຫຼະທາງສາສະໜາຄືກັບທີ່ພວກເຮົາມີ!

ພວກເຂົາບໍ່ມີໂຮງຮຽນພຣະຄໍາພີເພື່ອສອນພວກສິດຍາພິບານຄືກັບພວກເຮົາມີ,ການອົບຮົມອັນດຽວທີ່ພວກສິດຍາພິບານໃນປະເທດຈີນມີກໍຄືຢູ່ໃນເຮືອນຂອງບາງຄົນ-ແລະ ເປັນພຽງເວລາສັ້ນໆ ແລະບໍ່ລະອຽດລະອໍ, ພວກເຂົາໄດ້ຮັບການອົບຮົມໜ້ອຍໜຶ່ງເຊິ່ງພວກເຂົາສາມາດ “ລີ້ຕໍາຫຼວດໄດ້”

ພວກເຂົາບໍ່ມີຕຶກໂຮງຮຽນວັນອາທິດ, ພວກເຂົາບໍ່ມີລົດເມສໍາລັບ “ການຮັບໃຊ້ທາງລົດເມ” ພວກເຂົາບໍ່ໄດ້ມີ “ໂທລະພາບຄຣິສຕຽນ” ພວກເຂົາບໍ່ໄດ້ມີ “ວິທະຍຸຄຣິສຕຽນ” ພວກເຂົາບໍ່ໄດ້ມີໂຮງພິມຄຣິສຕຽນ, ພວກເຂົາບໍ່ມີເຄື່ອງມືສໍາລັບ “ພາວເວີພອຍ”ພວກເຂົາບໍ່ໄດ້ມີທີວີໂປເຈັກເຕີທີ່ສະແດງນັກເທດເທິງຈໍໃຫຍ່ໆ, ພວກເຂົາບໍ່ໄດ້ມີ “ວົງຣັອກຄຣິສຕຽນ ”ພວກເຂົາບໍ່ໄດ້ມີອໍແກນ ແລະປົກກະຕິແລ້ວພວກເຂົາບໍ່ມີຮອດເປຍໂນ, ພວກເຂົາບໍ່ມີເຄື່ອງມືພິມໂຮງຮຽນວັນອາທິດ, ພວກເຂົາບໍ່ມີແມ່ນແຕ່ພຣະຄໍາພີສໍາລັບທຸກຄົນ ຫຼືປື້ມເພງ ບໍ່ເລີຍພວກເຂົາບໍ່ໄດ້ມີໃນສິ່ງທີ່ພວກເຮົາມີ! ພວກເຂົາມີການຂົ່ມເຫງເປັນໄລຍະໆ ແລະມີຄວາມທຸກຈາກລັດຖະບານ, ບາງເທື່ອພວກເຂົາຕ້ອງຕິດຄຸກຍ້ອນການເປັນຄຣິສຕຽນ, ພວກເຂົາ, ມັກຖືກປະຕິບັດແບບນັ້ນຕະຫຼອດສໍາລັບທຸກຄົນທີ່ມາເປັນຄຣິສຕຽນທີ່ຈິງຈັງ! ໄປເບິ່ງ www.persecution.com ເພື່ອອ່ານກ່ຽວກັບການຂົ່ມເຫງພວກຄຣິສຕຽນຢູ່ປະເທດຈີນ,ແຕ່ພວກຄຣິສຕຽນໃນປະເທດຈີນພັດປະສົບຜົນສໍາເລັດຢ່າງກວ້າງຂວາງໃນການຊະນະຈິດວິນຍານທີ່ຫຼົງຫາຍ, ຈໍານວນຄຣິສຕຽນກໍາລັງເພິ່ມຂຶ້ນໄປທົ່ວປະເທດຈີນ,ໃນການຟື້ນຟູທີ່ໃຫຍ່ທີ່ສຸດແຫ່ງປະຫວັດສາດສະໄໝໃໝ່.

“ເຮົາຮູ້ຈັກແນວການກະທໍາຂອງເຈົ້າແລະຮູ້ວ່າເຈົ້າມີຄວາມທຸກລໍາບາກແລະຍາກຈົນ(ແຕ່ວ່າເຈົ້າກໍຮັ່ງມີ)...”(ພະນິມິດ 2:9)

ຂ້າພະເຈົ້າຢ້ານວ່າຄຣິສຕະຈັກຕ່າງໆໃນອາເມລິກາຂອງພວກເຮົາຖືກອະທິບາຍໄດ້ດີກວ່າໃນສິ່ງທີ່ພຣະເຢຊູຊົງກ່າວເຖິງຕໍ່ຄຣິສຕະຈັກໃນເມືອງລາວດີເຊຍ,

“ເຈົ້າເວົ້າວ່າ ຂ້ອຍເປັນຄົນລວຍ ໄດ້ຊັບສົມບັດທະວີຫຼາຍຂຶ້ນ ແລະຂ້ອຍບໍ່ ຕ້ອງການສິ່ງໃດເລີຍ ເຈົ້າບໍ່ຮູ້ບໍ່ວ່າເຈົ້າເປັນຄົນໜ້າເວດທະນາ,ລໍາບາກ ຫຼາຍ ແລະຂັດສົນ, ຕາບອດແລະເປື່ອຍກາຍ”(ພະນິມິດ 3:17)

II. ສອງ ສິ່ງທີ່ພວກເຂົາມີພວກເຮົາພັດບໍ່ມີ.

ນີ້ຄືສິ່ງທີ່ພວກເຂົາມີຊື່ງພວກເຮົາບໍ່ມີ, ແລະນີ້ແມ່ນຄວາມລັບຂອງຄວາມສໍາເລັດ ຂອງພວກເຂົາ-ແລະສາເຫດສໍາລັບຄວາມລົ້ມເຫຼວຂອງພວກເຮົາ!

ພວກເຂົາມີຄວາມທຸກຍາກ-ເພາະສະນັ້ນຈື່ງຮຽນຮູ້ທີ່ຈະແບກໄມ້ກາງແຂນ! ພວກ ຄຣິສຕຽນອາເມລິກາສ່ວນຫຼາຍບໍ່ເຕັມໃຈທີ່ຈະທົນທຸກການສູນເສຍແລງມື້ໜຶ່ງໃນທິດໜຶ່ງ ເພື່ອໄປປະຊຸມອະທິຖານ, ຄຣິສຕຽນອາເມລິກາສ່ວນຫຼາຍບໍ່ໄດ້ເຕັມໃຈທີ່ຈະສະຫຼະຄວາມສະດວກສະບາຍຕອນແລງວັນອາທິດເພື່ອໄປໂບດ! ພວກສິດຍາພິບານຫຼາຍຄົນໃນອາເມ ລິກາຈໍາເປັນຕ້ອງຫຼຸດນໍ້າໜັກ, ພວກເຮົາຈໍາເປັນຕ້ອງທົນທຸກໃນການຫຼຸດຈໍານວນໄຂມັນລົງ, ແຕ່ໃນປະເທດຈີນພວກນັກເທດເປັນຄົນຈ່ອຍ, ເພາະສະນັ້ນພວກເຂົາຈື່ງສາມາດເທດດ້ວຍ ຄວາມເຂັ້ມແຂງ ແລະມີພະລັງ, ພວກເຮົາຈະຕ້ອງຫຼຸດນໍ້າໜັກ ບໍ່ດັ່ງນັ້ນພວກເຮົາຈະບໍ່ສາ ມາດເທດດ້ວຍຄວາມເຂັ້ມແຂງໄດ້, ຢູ່ປະເທດຈີນພວກເຂົາມີຄົນຈ່ອຍກວ່າຊືື່ງເຕັມໄປດ້ວຍ ພຣະວິນຍານບໍລິສຸດຕອນທີ່ເຂົາເທດ, ຂ້າພະເຈົ້າຍັງບໍ່ເຄີຍເຫັນນັກເທດຄົນຈີນຢູ່ “ຄຣິສ ຕະຈັກຕາມບ້ານ”ທີ່ນໍ້າໜັກເກີນ, ບໍ່ສົງໄສເລີຍທີ່ຜູ້ຄົນໃນປະເທດຈີນມີການຟື້ນຟູທີ່ຍິ່ງໃຫຍ່ ໃນຂະນະທີ່ຄຣິສຕຽນຢູ່ໃນອາເມລິກາ ແລະທົ່ວໂລກຕາເວັນຕົກກໍາລັງແຫ້ງແລ້ງ ແລະອ່ອນລົງ! ຕ້ອງອາໄສຄວາມທຸກລໍາບາກເພື່ອຝຶກຝົນ, ຕ້ອງອາໄສຄວາມທຸກເພື່ອທີ່ຈະອົດອາຫານ ແລະກິນໜ້ອຍລົງຈົນກວ່າທ່ານຈະຫຼຸດນໍ້າໜັກໄດ້! ຕ້ອງອາໄສຄວາມທຸກເພື່ອທີ່ຈະເປັນປະເພດຄົນທີ່ພຣະເຈົ້າຢາກໃຫ້ທ່ານເປັນ! ນັກປະກາດຊາວຈີນຜູ້ຍິ່ງໃຫຍ່ດຣ.ຈອນ ຊວງໄດ້ກ່າວວ່າ:

ຄວາມທຸກໃຫຍ່ຈະນໍາການຟື້ນຟູໃຫຍ່ມາ... ພຣະເຈົ້າຊົງຄົ້ນພົບການໃຊ້ທີ່ໃຫຍ່ທີ່ສຸດສໍາຄົນເຫຼົ່ານັ້ນ... ທີີ່ຝຶກຝົນໃນສະພາບແວດລ້ອມທີ່ຍາກລໍາບາກ ທີ່ສຸດ...ແຮງທຸກຍາກຫຼາຍແຮງນໍາຜົນປະໂຫຍດມາໃຫ້ຫຼາຍ... ຊີວິດຂອງພວກສາວົກປຽບທຽບກັບຕົນໝາກກອກ, ພວກເຮົາແຮງບີບແຮງເທົ່າໃດ ນໍ້າມັນກໍແຮງອອກມາເທົ່ານັ້ນ, ມີິພຽງຄົນທີ່ຜ່ານຄວາມທຸກຍາກເທົ່ານັ້ນທີ່ສາມາດສະແດງຄວາມເຫັນໃຈຜູ້ອື່ນ(ຄວາມຮັກ) ການປອບໃຈຕໍ່ຜູ້ອື່ນໄດ້ (John Sung, Ph.D., The Journal Once Lost, Genesis Books, 2008, p. 534)

ພຣະເຢຊູຊົງກ່າວວ່າ:

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກ ແລະຕາມເຮົາມາ”(ມັດທາຍ 16:24)

ອີກເທື່ອໜຶ່ງພຣະເຢຊູຊົງກ່າວວ່າ:

“ເຮົາຮູ້ຈັກແນວການກະທໍາຂອງເຈົ້າແລະຮູ້ວ່າເຈົ້າມີຄວາມທຸກລໍາບາກແລະຍາກຈົນ(ແຕ່ວ່າເຈົ້າກໍຮັ່ງມີ)...”(ພະນິມິດ 2:9)

ພວກເຂົາມີຄວາມຍາກລໍາບາກຢູ່ໃນປະເທດຈີນ! ເພາະສະນັ້ນພວກເຂົາຈື່ງລວຍໃນເລື່ອງພຣະພອນຂອງພຣະເຈົ້າໃນການຟື້ນຟູ! ຂໍໃຫ້ພວກເຮົາທີ່ຢູ່ຄຣິສຕະຈັກຂອງເຮົານີ້ປະຕິເສດຕົນເອງເຊັ່ນກັນ ແລະແບກເອົາກາງແຂນຂອງເຮົາເພື່ອຕາມພຣະເຢຊູ-ບໍ່ວ່າມັນຈະສູນເສຍຫຍັງກໍຕາມ!

ສອງ,ພວກເຂົາມີນໍ້າຕາຕອນທີ່ພວກເຂົາອະທິຖານເພື່ອຄົນທີ່ຫຼົງຫາຍ! ມີນ້ອງຄົນໜຶ່ງທີ່ຮູ້ຈັກເວົ້າກັບຂ້າພະເຈົ້າວ່າ “ຢູ່ປະເທດຈີນມີນໍ້າຕາຫຼາຍ” ລາວເວົ້າຖືກຕ້ອງ! ພວກເຂົາຮ້ອງໄຫ້ເມື່ອພວກເຂົາອະທິຖານເພື່ອຄົນທີ່ບໍ່ລອດ, ບໍ່ສົງໄສເລີຍທີ່ມີຫຼາຍຄົນກັບໃຈໃໝ່ມາຫາພຣະຄຣິດ! ພຣະຄໍາພີກ່າວວ່າ:

“ບັນດາຜູ້ທີ່ຫວ່ານດ້ວຍນໍ້າຕາຈະກ່ຽວດ້ວຍສຽງໂຫ່ຮ້ອງຢ່າງຊື່ນບານ”
     (ເພງສັນລະເສີນ 126:5)

ອະທິຖານຂໍພຣະເຈົ້າປະທານໃຫ້ທ່ານມີໃຈທີ່ແຕກສະລາຍເພື່ອຄົນຫຼົງຫາຍ (ທຸກຄົນອະທິ ຖານ).

ສາມ, ພວກເຂົາເຮັດດ້ວຍສຸດກໍາລັງຂອງພວກເຂົາໃນການນໍາຄົນຫຼົງຫາຍມາທີ່ “ຄຣິສຕະຈັກບ້ານ”ຂອງພວກເຂົາ, ດີ.ແອວ.ມູດີກ່າວວ່າ: “ຮັກພວກເຂົາ” ນັ້ນຄືຫົນທາງທີ່ພວກເຂົາໄດ້ຄົນມາທີ່ຄຣິສຕະຈັກຂອງພວກເຂົາໃນປະເທດຈີນ-ແລະນັ້ນແຫຼະຄືສິ່ງທີ່ພວກເຮົາຈະຕ້ອງເຮັດ! “ຮັກພວກເຂົາ” ການນໍາວິນຍານຄືການໃຫ້ຄວາມສໍາຄັນການຮັກຜູ້ຄົນເຂົ້າມາຫາພຣະຄຣິດ - ແລະເຂົ້າມາໃນຄຣິສຕະຈັກທ້ອງຖິ່ນ “ຮັກພວກເຂົາ” ອັນນັ້ນບໍ່ແມ່ນພວກເສລີນິຍົມ! ບໍ່ແມ່ນ “ໄລຟ໌ຕາຍ”ການປະກາດຂ່າວປະເສີດ! ນັ້ນແມ່ນດີ.ແອວ.ມູດີ! ຂ້າພະເຈົ້າຄິດວ່າລາວເວົ້າຖືກ, ມັນໄດ້ຜົນໃນປະເທດຈີນ - ແລະມັນຈະໄດ້ຜົນຢູ່ນີ້ເຊັ່ນກັນ “ຮັກພວກເຂົາ”.

ຖ້າພວກເຮົາຮີບອອກຈາກການຮັບໃຊ້ພວກເຮົາກໍຈະບໍ່ຊະນະວິນຍານໄດ້, ມີພຽງຄົນທີ່ຍັງຢູ່ດົນໆເທົ່ານັ້ນຈະສາມາດຊະນະວິນຍານໄດ້, ມີພຽງຄົນທີ່ເປັນມິດກັບຄົນຫຼົງຫາຍກ່ອນແລະຫຼັງນະມັດສະການເທົ່ານັ້ນທີ່ສາມາດຊະນະວິນຍານເຂົາໄດ້, ບໍ່ມີທາງໃດອີກທີ່ຈະເພິ່ມຄົນຫຼົງຫາຍເຂົ້າກັບຄຣິສຕະຈັກໄດ້! ພວກເຮົາຈະຕ້ອງ“ຮັກພວກເຂົາ”-ຄືກັບທີ່ພວກເຂົາເຮັດຢູ່ໃນປະເທດຈີນ! ເຊີນຮ້ອງເພງ “ຂໍຊົງເຮັດໃຫ້ຂ້າເປັນອຸບໂມງແຫ່ງພຣະພອນ”ຢູ່ໃນບົດທີ 4 ໃນເຈ້ຍເພງຂອງທ່ານ.

ຂໍຊົງເຮັດໃຫ້ຂ້າເປັນອຸບໂມງແຫ່ງພຣະພອນໃນວັນນີ້
ຂ້າຂໍອ້ອນວອນ ຂໍຊົງເຮັດໃຫ້ຂ້າເປັນອຸບໂມງແຫ່ງພຣະພອນ
ໃຫ້ຊີວິດຂອງຂ້າຄອບຄອງ, ພຣະພອນການຮັບໃຊ້ຂອງຂ້າ
ຂໍຊົງເຮັດໃຫ້ຂ້າເປັນອຸບໂມງແຫ່ງພຣະພອນໃນວັນນີ້
(“Make Me a Channel of Blessing,” Harper G. Smyth, 1873-1945).

ຂ້າພະເຈົ້າຈະຕ້ອງບໍ່ຈົບການນະມັດສະການນີ້ໂດຍປາສະຈາກການເວົ້າສອງສາມ ຄໍາຕໍ່ພວກທ່ານທີ່ຍັງບໍ່ກັບໃຈໃໝ່ເທື່ອ, ການມາຄຣິສຕະຈັກບໍ່ໄດ້ໝາຍຄວາມວ່າທ່ານກັບໃຈໃໝ່ແລ້ວ, ການຮຽນພຣະຄໍາພີຈະບໍ່ເຮັດໃຫ້ທ່ານປ່ຽນແປງ, ທ່ານຕ້ອງກັບໃຈຈາກຄວາມຜິດບາບຂອງທ່ານ, ທ່ານຕ້ອງຫັນມາຫາພຣະເຢຊູຄຣິດ ແລະມາຫາພຣະອົງ, ພຣະອົງຊົງສິ້ນພຣະຊົນດ້ວຍຄວາມເຈັບປວດ ແລະພຣະໂລຫິດເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ໃຫ້ລອດ, ທ່ານຕ້ອງຖືກລ້າງໃຫ້ສະອາດຈາກຄວາມບາບຂອງຕົນໂດຍພຣະໂລຫິດຂອງພຣະອົງ, ຈົ່ງມາຫາພຣະເຢຊູ ແລ້ວລອດຈາກຄວາມບາບ, ຄວາມຕາຍ ແລະນາລົກ, ຂໍໃຫ້ສິ່ງນັ້ນເປັນປະສົບການຂອງທ່ານນີ້ຄືຄໍາອະທິຖານຂອງຂ້າພະເຈົ້າ, ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“Jesus Loves Me” (Anna B. Warner, 1820-1915).

ໂຄງຮ່າງບົດເທດສະໜາ

ໂຄງຮ່າງຄໍາເທດສະໜາເລື່ອງ

ຄວາມລັບຂອງຄວາມສໍາເລັດໃນປະເທດຈີນ
THE SECRET OF SUCCESS IN CHINA

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຮົາຮູ້ຈັກແນວການກະທໍາຂອງເຈົ້າ ແລະຮູ້ວ່າເຈົ້າມີຄວາມທຸກ ລໍາບາກແລະຍາກຈົນ(ແຕ່ວ່າເຈົ້າກໍຮັ່ງມີ)...”(ພະນິມິດ 2:9)

I.   ໜຶ່ງ ສິ່ງທີ່ພວກເຂົາບໍ່ມີພວກເຮົາພັດມີ. ພະນິມິດ 3:17.

II.  ສອງ ສິ່ງທີ່ພວກເຂົາມີພວກເຮົາພັດບໍ່ມີ. ມັດທາຍ 16:24;
ເພງສັນລະເສີນ 126:5.