Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ກັບດຣ.ຈອນ ຊວງທີ່ໂຮງຮຽນສະສະໜາສາດສາຍເສລີ
(ຄໍາເທດສະໜາທີ່ເທດໃນຊ່ວງກາງເທດສະການລະດູໃບໄມ້ລົ່ນຂອງຈີນ)

WITH DR. JOHN SUNG AT A LIBERAL SEMINARY
(A SERMON GIVEN AT THE CHINESE MID-AUTUMN FESTIVAL)
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 23/9/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 23, 2018

“ພຣະອົງໃຫ້ເຮົາເປັນທີ່ຊອບພຣະໄທໃນຜູ້ຊົງເປັນທີ່ຮັກຂອງພຣະອົງ”(ເອເຟຊັດ 1:6)


ຂ້າພະເຈົ້າໄດ້ອ່ານຊີວິດເລື່ອງລາວຂອງດຣ.ຈອນ ຊວງ ນັກປະກາດຊາວຈີນຜູ້ຍິ່ງ ໃຫຍ່ແຫ່ງຍຸກປີ 1930, ໃນການສຶກສາຊີວິດຂອງດຣ.ຊວງຂອງຂ້າພະເຈົ້າໆໄດ້ຄົ້ນພົບ ຄວາມຄ້າຍຄືກັນຫຼາຍຢ່າງ ແລະຄວາມແຕກຕ່່າງກັນບາງອັນລະຫວ່າງຊີວິດຂອງລາວກັບ ຂ້າພະເຈົ້າຊື່ງຂ້າພະເຈົ້າຄິດວ່າອາດຈະເປັນສິ່ງທີ່ໜ້າສົນໃຈສໍາລັບຄົນທີ່ອ່ານບົດເທດສະ ໜາຂອງຂ້າພະເຈົ້າຢູ່.

ຊີວິດຊ່ວງຕົ້ນ

ຊີວິດຊ່ວງແລກໆຂອງຂ້າພະເຈົ້າມີຄວາມແຕກຕ່າງຫຼາຍຢ່າງຈາກຊີວິດຂອງ ດຣ. ຊວງ, ລາວເກີດມາໃນຄອບຄົວຄຣິສຕຽນ, ຂ້າພະເຈົ້າເກີດມາໃນຄອບຄົວທີ່ບໍ່ແມ່ນຄຣິສ ຕຽນ, ພໍ່ຂອງຂ້າພະເຈົ້າເປັນພະນັກງານຂາຍ, ພໍ່ຂອງດຣ.ຊວງແມ່ນສິດຍາພິບານ, ພໍ່ຂອງ ດຣ.ຊວງຢາກໃຫ້ລາວເປັນຜູ້ຮັບໃຊ້, ພໍ່ຂອງຂ້າພະເຈົ້າບໍ່ໄດ້ຢາກໃຫ້ຂ້າພະເຈົ້າເປັນຜູ້ຮັບ ໃຊ້, ດຣ.ຊວງເປັນນັກຮຽນທີ່ເກັ່ງຫຼາຍຕັ້ງແຕ່ຕອນທໍາອິດ,ຮຽນຈົບປະລິນຍາເອກພາຍໃນເວ ລາ21 ເດືອນໃນຖານະຄົນໜຸ່ມໃນຊ່ວງອາຍຸຊາວປີຂອງລາວຢູ່ມະຫາວິທະຍາໄລຄົນອາເມ ລິກາ, ສ່ວນຂ້າພະເຈົ້າຢຸດການຮຽນຕອນຮຽນມັດທະຍົມປາຍ,ມີບັນຫາຮຽນບໍ່ຈົບ ແລະຍັງ ຄົງລົ້ມເຫຼວຢູ່ໂຮງຮຽນພຣະຄໍາພີ, ແຕ່ໄດ້ຮັບຄວາມລອດກ່ອນທີ່ຈະອອກໄປຈາກໂຮງຮຽນ, ດຣ.ຊວງເປັນນັກຮຽນເກັ່ງຕະຫຼອດ, ລາວຮຽນຈົບປະລິນຍາໂທພ້ອມດ້ວຍກຽດນິຍົມ, ລາວ ຈົບປະລິນຍາໂທໃນສາຂາວິຊາເຄມີພຽງ 9 ເດືອນ ແລະປະລິນຍາເອກໃນວິຊາເຄມີໃນ ເວລາພຽງ 21 ເດືອນ, ຂ້າພະເຈົ້າເປັນນັກຮຽນທີ່ອ່ອນຫຼາຍຈົນເຖິງການກັບໃຈໃໝ່ຂອງ ຕົນ, ຂ້າພະເຈົ້າລົ້ມເຫຼວຢູ່ໃນໂຮງຮຽນມັດທະຍົມປາຍ ແລະລົ້ມເຫຼວໃນຄັ້ງທໍາອິດທີ່ຮຽນ ຢູ່ວິທະຍາໄລ, ລາວໄດ້ກັບໃຈໃໝ່ຕອນທີ່ລາວຮຽນພຣະຄໍາພີໃນຂະນະທີ່ຂ້າພະເຈົ້າກັບໃຈ ໃໝ່ຕອນທີ່ເຂົ້າຮຽນຢູ່ວິທະຍາໄລເທື່ອທີ່ສອງ, ຂ້າພະເຈົ້າໄດ້ກັບໃຈໃໝ່ໃນຊ່ວງເທດສະໜາ ກ່ອນທີ່ຈະຮຽນທີ່ເທດໂດຍດຣ.ຊາລສ໌ເຈ.ວູດບຣິດທີ່ວິທະຍາໄລໄບໂອລາ (ຕອນນີ້ເປັນມະ ຫາວິທະຍາໄລ)ຕອນປະມານ 10:30 ເຊົ້າໃນວັນທີ 28/9/1961, ດຣ.ຊວງໄດ້ ກັບໃຈ ໃໝ່ຊ່ວງທ້າຍຂອງປີທໍາອິດຂອງລາວຢູ່ໂຮງຮຽນສາສະໜາສາດຢູນຽນໃນລັດນິວຢອກ,“ທຸກ ຢ່າງເພື່ອພຣະເຢຊູ” ຢູ່ໃນບົດທີ່ສາມໃນເຈ້ຍເພງຂອງທ່ານ,ຮ້ອງຂໍ້ຊໍ້າ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
   (“All For Jesus,” Mary D. James, 1810-1883).

ຊີວິດຊ່ວງຮຽນພຣະຄໍາພີ

ຕອນທີ່ດຣ.ຊວງເຂົ້າຮຽນຢູ່ໂຮງຮຽນເສລີຢູນຽນມີຫຼາຍຢ່າງທີ່ເກີດຂຶ້ນເຊິ່ງເຮັດໃຫ້ຊີວິດຂອງພວກເຮົາຄ້າຍໆກັນ, ຂ້າພະເຈົ້າຖືກເອີ້ນສູ່ງານຮັບໃຊ້ກ່ອນການກັບໃຈໃໝ່ຂອງຕົນ ເຊັ່ນກັບດຣ.ຊວງ,ຂ້າພະເຈົ້າໄດ້ກາຍມາສົນໃຈຫຼາຍໃນຊ່ວງນີ້ໃນເລື່ອງການປະກາດກັບຄົນຈີນ, ຫຼັງຈາກອ່ານໜັງສືເຫຼັ້ມໜຶ່ງຂອງເຈມສ໌ຮັດສັນ ເທເລີ ແລະການເດີນທາງຂອງຈອນ ເວສລີ, ຂ້າພະເຈົ້າຮູ້ສຶກວ່າພຣະເຈົ້າກໍາລັງເອີ້ນຕົນເອງໃຫ້ໄປປະກາດເປັນມິດຊັນນາຣີິຢູ່ ປະເທດໄຕ້ຫວັນ ຫຼືຮົງກົງ, ຂ້າພະເຈົ້າເລິ່ມຮຽນພາສາຈີນໃນຕົ້ນປີ 1960 ແຕ່ກໍລົ້ມເລີກ ການຮຽນພາສາຈີນຂອງຕົນຕອນທີ່ຂ້າພະເຈົ້າເລິ່ມຮຽນຢູ່ໃນວິທະຍາໄລລອສແອງເຈີລິສຊິດຕີ້, ໃນເດືອນມັງກອນປີ 1961 ຂ້າພະເຈົ້າໄດ້ເຂົ້າຮ່ວມຄຣິສຕະຈັກເຟິສແບັບຕິດຈີນແຫ່ງ ລອສແອງເຈີລິສ, ຂ້າພະເຈົ້າອາຍຸສິບເກົ້າປີ, ຂ້າພະເຈົ້າມີຕາຕະລາງແໜ້ນໃນຊ່ວງປີຮຽນ ເຫຼົ່ານັ້ນ, ໄປຮຽນວິທະຍາໄລຕອນກາງຄືນໃນຂະນະທີ່ສອນໂຮງຮຽນວັນອາທິດ,ເທດສະ ໜາກັບພວກເດັກນ້ອຍທຸກວັນອາທິດຢູ່ຄຣິສຕະຈັກເດັກ ແລະຮັບໃຊ້ເປັນເວລາຫຼາຍຊົ່ວ ໂມງໃນການເຮັດໜ້າທີ່ອື່ນອີກໃນວັນສຸກແລະວັນເສົາຢູ່ຄຣິສຕະຈັກແບັບຕິດຈີນນັ້ນ, ຂ້າພະ ເຈົ້າເຮັດວຽກເຕັມເວລາໃນຊ່ວງກາງເວັນ ແລະໄປຮຽນວິທະຍາໄລຕອນກາງຄືນ, ພ້ອມ ດ້ວຍວຽກທັງໝົດທີ່ຂ້າພະເຈົ້າເຮັດຢູ່ຄຣິສຕະຈັກໃນເສົາອາທິດມັນເປັນຕາຕະລາງທີ່ຍາກ ຫຼາຍ, ຂ້າພະເຈົ້າເຮັດວຽກແລະຮຽນ 16 ຊົ່ວໂມງຕໍ່ມື້,ເຈັດວັນຕໍ່ອາທິດ! ຂ້າພະເຈົ້າອ່ານ ໜັງສືທີ່ຖືກແນະນໍາໂດຍຮອງປະທານາທິບໍດີນິກຊັນ ທີ່ຊື່ວ່າ ພະລັງແຫ່ງການຄິດບວກ ໂດຍດຣ.ນໍແມນ ວິນເຊັນ ພີວ, ຕອນນັ້ນຂ້າພະເຈົ້າບໍ່ຮູ້ວ່າດຣ.ພີວເປັນພວກເສລີ, ແຕ່ມີ ບົດໜຶ່ງໃນປຶ້ມຂອງລາວທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທາງບວກ, ໃນບົດນັ້ນດຣ.ພີວ ເວົ້າ ເຖິງການທ່ອງຈໍາຟີລິບປອຍ 4:13 ແລະອ້າງພຣະສັນຍາໃນນັ້ນ.

“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ” (ຟີລິບປອຍ 4:13)

ການອ້າງພຣະສັນຍາຂອງຂໍ້ນັ້ນຄືສິ່ງໜື່ງທີ່ເປັນຈຸດປ່ຽນໃນຊີວິດຂອງຂ້າພະເຈົ້າ,ຂ້າພະເຈົ້າໄດ້ຕຶກຕອງໃນ ຟີລິບປອຍ 4:13 ທຸກວັນ ແລະພຣະສັນຍານັ້ນໄດ້ກາຍເປັນຈິງຕໍ່ຂ້າພະ ເຈົ້າຄືພຣະຄຣິດໄດ້ປະທານກໍາລັງແກ່ຂ້າພະເຈົ້າເພື່ອໃຫ້ຈົບວິທະຍາໄລ ໃນຂະນະທີ່ເຮັດ ວຽກເຕັມເວລາຢູ່ບໍລິສັດພະແນກແຍກເອກະສານແລະຈົດໝາຍຂອງລັດຄາລິຟໍເນຍ,ໃນຂະ ນະທີ່ຮຽນເຕັມເວລາໃນຕອນກາງຄືນ ແລະເຮັດວຽກທັງໝົດນັ້ນຢູ່ທີ່ຄຣິສຕະຈັກແບັບຕິດ ຈີນໃນວັນເສົາອາທິດ, ຂ້າພະເຈົ້າຮຽນຈົບຈາກມະຫາໄລລັດຄາລິຟໍເນຍ ແອວ.ເອ.ໃນ ລະດູໃບໄມ້ປົ່ງຂອງປີ 1970 “ທຸກຢ່າງເພື່ອພຣະເຢຊູ”ຮ້ອງຂໍ້ຊໍ້າອີກ! ເຊີນຢືນຂຶ້ນຮ້ອງ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ຄຣິສຕະຈັກເຟິສແບັບຕິດຈີນເປັນສະມາຊິກກັບກອງປະຊຸມແບັບຕິດໃຕ້,ຂ້າພະເຈົ້າ ໄດ້ຮັບການບອກຈາກພວກແບັບຕິດໃຕ້ວ່າຂ້າພະເຈົ້າຈະຕ້ອງໄປຮຽນຢູ່ໂຮງຮຽນພຣະຄໍາພີ ເພື່ອຮັບການເຈີມຕັ້ງ, ເຖິງແມ່ນວ່າຂ້າພະເຈົ້າມີໃບອະນຸຍາດໃຫ້ເທດສະໜາທີ່ຄຣິສຕະຈັກ ເຟິສແບັບຕິດໃຕ້ແຫ່ງຮັນຕິງຕັນພາກຄາລິຟໍເນຍໃນເດືອນກັນຍາປີ 1960 ແລະຮຽນຈົບ ປະລິນຍາຕີໃນປີ 1970 ກໍຕາມ,ພວກແບັບຕິດໃຕ້ຈະບໍ່ເຈີມຕັ້ງຂ້າພະເຈົ້ານອກຈາກວ່າ ຂ້າຈະສືບຕໍ່ຮຽນອີກສາມປີເພື່ອຈົບປະລິນຍານໂທຢູ່ໃນໂຮງຮຽນພຣະຄໍາພີຂອງພວກເຂົາ, ຂ້າພະເຈົ້າບໍ່ມີເງິນພໍທີ່ຈະທ້ອນເພື່ອຮຽນຢູ່ໂຮງຮຽນສາຍອະນຸລັກໂຮງຮຽນທັລບອດທີ່ໃບໂອລາ,ດັ່ງນັ້ນຕົວເລືອກທີ່ຂ້າພະເຈົ້າມີກໍຄືເຂົ້າຮຽນຢູ່ໂຮງຮຽນພຣະຄໍາພີໂກເດັນເກດແບັບຕິດທີ່ຕັ້ງຢູ່ໃນມາຣິນຄາວຕີ້,ໃກ້ກັບຊານຟຣານຊິສໂກ,ຂ້າພະເຈົ້າຮູ້ດີວ່າໂຮງຮຽນນັ້ນເປັນພວກເສລີ ແຕ່ພວກຜູ້ນໍາຂອງຄຣິສຕະຈັກເຟິສແບັບຕິດຈີນເວົ້າວ່າມັນຈະບໍ່ທໍາຮ້າຍຂ້າພະເຈົ້າໄດ້ ເພາະສິດຍາພິບານຂອງຂ້າພະເຈົ້າດຣ.ທິໂມທີລິນ ໄດ້ອົບຮົມຂ້າພະເຈົ້າໃນແບບສາຍອານຸ ລັກນິຍົມໃນຊ່ວງຫຼາຍປີທີ່ຂ້າພະເຈົ້າຮຽນພາຍໃຕ້ລາວໃນຄຣິສຕະຈັກຈີນນັ້ນ.

ພວກເຂົາປະສົງດີໃນການສົ່ງຂ້າພະເຈົ້າໄປຮຽນຢູ່ໂຮງຮຽນສາສະໜາສາດໂກເດັນ ເກດ, ແຕ່ມັນບໍ່ແມ່ນຄໍາແນະນໍາທີ່ດີທີ່ສຸດ, ຂ້າພະເຈົ້າເກືອບຖິ້ມການຮັບໃຊ້ໄປຍ້ອນຜົນ ຈາກການຮຽນຢູ່ໂຮງຮຽນນັ້ນຊື່ງເປັນພວກເສລີນິຍົມສຸດໆ, ຕອນທີ່ຂ້າພະເຈົ້າໄປຮຽນຢູ່ໂກ ເດັນເກດເຂົາເປັນພວກເສລີນິຍົມທີ່ຮ້ອນແຮງ, ຄ້າຍຄືກັບໂຮງຮຽນສາສະໜາຢູນຽນໃນລັດ ນິວຢອກ, ຕອນທີ່ດຣ. ຊວງໄປຮຽນຢູ່ຫັ້ນໃນລະດູໃບໄມ້ລົ່ນປີ 1926, ໂຮງຮຽນຢູນຽນກໍ ສອນແບບເສລີຄືກັບໂກເດັນເກດ, ຊີຫວະປະຫວັດຂອງດຣ.ຈອນ ຊວງໄດ້ເວົ້າເຖິງໂຮງ ຮຽນຢູນຽນວ່າ:

ຈອນຊວງບໍ່ດົນກໍຄົ້ນພົບວ່າການເຂົ້າຫາພຣະຄໍາພີ ແລະຄວາມເຊື່ອຄຣິສ ຕຽນຄືທາງປັດຊະຍາໃຫຍ່, ທຸກບັນຫາຖືກໂຕ້ຕອບກັນໃນເຫດຜົນເບົາບາງ ຂອງມະນຸດ, ທຸກຢ່າງທີ່ຢູ່ໃນພຣະຄໍາພີຊື່ງບໍ່ຖືກຕາມຫລັກວິທະຍາສາດກໍ ຖືກປະຕິເສດໃນຖານະເປັນເລື່ອງທີ່ບໍ່ມີຄຸນຄ່າທາງດ້ານຄວາມເຊື່ອ, ໜັງສື ປະຖົມມະການຖືກຈັດຂຶ້ນບໍ່ເປັນຕາມປະຫວັດສາດ ແລະຄວາມເຊື່ອໃນ ການອັດສະຈັນທີ່ບໍ່ຖືກຕາມຫຼັກວິທະຍາສາດ, ພຣະເຢຊູໃນປະຫວັດສາດ ຖືກນໍາສະເໜີໃນອຸດົມຄະຕິເພື່ອລຽນແບບໃນຂະນະທີ່ຄຸນຄ່າທົດແທນຂອງການຕາຍຂອງພຣະອົງເທິງໄມ້ກາງແຂນ ແລະການຟື້ນຄືນຈາກຕາຍທາງ ຮ່າງກາຍຂອງພຣະອົງຖືກປະຕິເສດ, ການອະທິຖານຖືກປະຕິເສດຢ່າງ ກວ້າງຂວາງ(ບໍ່ມີປະໂຫຍດ) ມຸມມອງແບບນີ້ໄດ້ກາຍເປັນເລື່ອງທີ່ໜ້າສົງ ສານ ແລະການດູໝິ່ນ(Leslie T. Lyall, A Biography of John Sung: Flame of God in the Far East, Overseas Missionary Fellowship, 1965 edition, pp. 29-30)

ນີ້ແມ່ນສິ່ງທີ່ຂ້າພະເຈົ້າຖືກສອນໃນຊ່ວງສາມປີຂອງການຮຽນປະລິນຍາໂທຂອງຕົນຢູ່ໂຮງ ຮຽນພຣະຄໍາພີໂກເດັນເກດ.

ຢູ່ໃນໂຮງຮຽນ ດຣ.ຈອນ ຊວງໄດ້ສູນເສຍຄວາມເຊື່ອທີ່ຖືກສອນມາແຕ່ນ້ອຍໂດຍ ພໍ່ຂອງລາວຊື່ງເປັນສິດຍາພິບານນັ້ນ, ລາວເລິ່ມສຶກສາເລື່ອງສາສະໜາພຸດ ແລະລັດທິເຕົາ ແລະສົງໄສວ່າຄໍາສອນຂອງເລົາຈືຈະນໍາສັນຕິສຸກມາໃຫ້ຕາມທີ່ລາວສະແຫວງຫານັ້ນ, ລາວ ແປຄໍາພີເຕົາເຕຊິງຂອງລາວຈື ແລະອ່ານໜັງສືເລື່ອງນັກປັດຊະຍາຊາວຈີນໃຫ້ກັບໜຶ່ງໃນ ຫ້ອງຮຽນຂອງລາວ, ລາວເລິ່ມທ່ອງບົດສວດຂອງສາສະໜາພຸດຜູ້ດຽວຢູ່ໃນຫໍພັກຂອງຕົນ “ຫວັງວ່າການປະຕິເສດຕົນເອງຈະໄດ້ຮັບຄວາມລອດຕາມທີ່ສາສະໜາພຸດເວົ້າ... ແຕ່ໃຈ ຂອງລາວເອງກໍຍັງຄົງຢູ່ໃນຄວາມມືດມົນຢູ່”(Lyall ເຫຼັ້ມດຽວກັນໜ້າ 31) ລາວບອກວ່າ “‘ຈິດວິນຍານຂອງຂ້ອຍວົນວຽນຢູ່ໃນຖິ່ນແຫ້ງແລ້ງກັນດານ,ຂ້ອຍບໍ່ ສາມາດກິນຫຼືນອນໄດ້ເລີຍ...ໃຈຂອງຂ້ອຍເຕັມໄປດ້ວຍການບໍ່ມີຄວາມສຸກເລິກໆພາຍໃນ’”(Lyall ໜ້າ31 )ກົດທີ່ນີ້ສໍາລັບຊີວະປະຫວັດທີ່ດີທີ່ສຸດຂອງດຣ.ຊວງ “ຂ້ອຍຈື່ຈອນ ຊວງໄດ້” ຂຽນໂດຍສາສະດາຈານ ວິລລ່ຽມ ອີ.ສຊູເບີດ ຫຼືໄປທີ່ເວັບໄຊ www.strategicpress.org.

ຄວາມຮູ້ສຶກແລະປະສົບການຫຼາຍຢ່າງທີ່ດຣ.ຈອນ ຊວງມີຢູ້ໃນໂຮງຮຽນສາສະໜາ ນັ້ນ,ຂ້າພະເຈົ້າກໍຮູ້ສຶກເຊັ່ນກັນ ໃນຊ່ວງປີທີສາມທີ່ໂຮງຮຽນພຣະຄໍາພີແບັບຕິດໂກເດັນເກດ ໂດຍປີທີສາມຂ້າພະເຈົ້າຢູ່ຢ່າງໂດດດຽວຢ່າງສິ້ນເຊີິງ,ສຶມເສົ້າສຸດໆແລະຕຶກຕອງຢ່າງຈິງຈັງທີ່ຈະຖີ້ມການຮັບໃຊ້ເພື່ອສິ່ງທີີ່ດີ, ໃນທັງໝົດນີ້, ຄວາມຮູ້ສຶກຂອງຂ້າພະເຈົ້າໃນຈຸດນັ້ນມີ ຄວາມຄ້າຍຄືກັບຂອງຈອນຊວງຫຼາຍ,“ທຸກຢ່າງເພື່ອພຣະເຢຊູ”ເຊີນຢືນຂຶ້ນແລ້ວຮ້ອງມັນອີກ

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ການປ່ຽນແປງ

ແຕ່ມີຄວາມແຕກຕ່າງໃຫຍ່ຢູ່ອັນໜຶ່ງ, ຈອນ ຊວງຍັງບໍ່ໄດ້ຮັບຄວາມລອດ, ຂ້າພະ ເຈົ້າໄດ້ປະສົບກັບການກັບໃຈໃໝ່ທີ່ແທ້ຈິງຍ້ອນກັບໄປໃນເດືອນກັນຍາປີ 1961, ຂ້າພະ ເຈົ້າໄດ້ມາຫາພຣະຄຣິດໃນຫົນທາງທີ່ແນ່ນອນ, ໄດ້ຮັບການລ້າງໃນພຣະໂລຫິດຂອງພຣະ ອົງ ແລະໄດ້ບັງເກີດໃໝ່ໃນວັນນັ້ນທີ່ວິທະຍາໄລໄບໂອລາຫຼາຍປີກ່ອນ. ໃນສະພາບທີ່ຄ້າຍຄືກັນຂອງຄວາມສຶມເສົ້າ, ດຣ.ຊວງໄດ້ຫັນມາຫາພຣະຄຣິດ ແລະໄດ້ຮັບການປ່ຽນແປງ, ຂ້າພະເຈົ້າຮູ້ຈັກພຣະຄຣິດແລ້ວ ແຕ່ຂ້າພະເຈົ້າຖືກທົດສອບ ແລະທົດລອງຢ່າງໜັກຈົນຂ້າພະເຈົ້າຮູ້ສຶກວ່າຕົນບໍ່ສາມາດກ້າວໄປໃນງານຮັບໃຊ້ໄດ້.

ແລ້ວຄືນໜຶ່ງຕອນເດິກໆຂ້າພະເຈົ້າໄດ້ຕື່ນຂຶ້ນພ້ອມກັບຂໍ້ພຣະຄໍາພີທີ່ແລ່ນຜ່ານຈິດໃຈຂອງຂ້າພະເຈົ້າວ່າ:

“ພຣະອົງໃຫ້ເຮົາເປັນທີ່ຊອບພຣະໄທໃນຜູ້ຊົງເປັນທີ່ຮັກຂອງພຣະອົງ” (ເອເຟຊັດ 1:6)

ຂ້າພະເຈົ້າຈື່ງລຸກຈາກຕຽງ ແລ້ວເບິ່ງຂໍ້ພຣະຄໍາພີນັ້ນໃນດັດຊະນີຄໍາສັບທີ່ສໍາຄັນ, ເບິ່ງຄື ພຣະເຈົ້າກ່າວກັບຂ້າພະເຈົ້າວ່າ“ຂໍ້ນີ້ແມ່ນເພື່ອເຈົ້າ, ເຈົ້າເປັນ ‘ທີ່ຊອບພຣະໄທໃນຜູ້ຊົງເປັນ ທີ່ຮັກຂອງພຣະອົງ’ ເຈົ້າຖືກຍອມຮັບເພາະເຈົ້າຢູ່ ‘ໃນ’ພຣະເຢຊູພຣະບຸດທີ່ຮັກຂອງເຮົາ,ບໍ່ ມີໃຜອີກຍອມຮັບເຈົ້ານອກຈາກເຮົາ, ເຈົ້າຖືກຍອມຮັບໂດຍເຮົາເພາະເຈົ້າຢູ່ ‘ໃນ’ພຣະບຸດທີ່ ຮັກຂອງເຮົາ” ຂ້າພະເຈົ້າຈື່ງລຸກຈາກຕຽງ,ນຸ່ງເຄື່ອງແລ້ວອອກໄປຕອນກາງຄືນ-ຂຶ້ນໄປເທິງ ຍອດພູນ້ອຍທາງຫຼັງໂຮງຮຽນ, ຂ້າພະເຈົ້າຂຶ້ນໄປຈຸດນັ້ນທຸກເທື່ອທີ່ຂ້າພະເຈົ້າຢູ່ໃນຊານ ຟຣານຊິສໂກ, ໃນໄລຍະນີ້ຂ້າພະເຈົ້າສາມາດແນມເຫັນໄຟຂອງເມືອງຊານຟຣານຊິສໂກ ໄປທາງຕາເວັນອອກສຽງໃຕ້ ແລະເຫັນພູທາມາເພຍສ໌ທາງຕາເວັນຕົກໄດ້, ລົມເຢັນໄດ້ພັດ ຜ່ານຜົມຂອງຂ້າພະເຈົ້າ ແລະເບິ່ງຄືວ່າພຣະເຈົ້າກ່າວກັບຂ້າພະເຈົ້າອີກ, ພຣະອົງກ່າວວ່າ “ດຽວນີ້ເຈົ້າຈົ່ງຢ່າເທດເພື່ອໃຫ້ມະນຸດພໍໃຈ, ຕອນນີ້ເຈົ້າຈະຕ້ອງເທດເພື່ອໃຫ້ເຮົາພໍໃຈ, ດຽວນີ້ເຈົ້າເປັນນັກເທດຂອງເຮົາ” ພຣະເຈົ້າຊົງບອກຂ້າພະເຈົ້າເຊັ່ນກັນວ່່າຂ້າພະເຈົ້າຈະບໍ່ ໄດ້ເຮັດວຽກຫຼັກຂອງຕົນຈົນເຖິງຕອນຂ້າພະເຈົ້າເຖົ້າ, ຂ້າພະເຈົ້າຈື່ງກັບໄປຕຽງໜາວສັ່ນ ຈົນເຖິງກະດູກ, ຮູ້ດີວ່າພຣະເຈົ້າໄດ້ຊົງເອີ້ນຕົນໃຫ້ເທດສະໜາ “ທຸກຢ່າງເພື່ອພຣະເຢຊູ”ຂໍ ເຊີນຢືນຂຶ້ນແລ້ວຮ້ອງອີກເທື່ອໜຶ່ງ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ຂ້າພະເຈົ້າຈະບໍ່ມີວັນເປັນນັກປະກາດທີ່ຍິ່ງໃຫຍ່ຄືກັບດຣ.ຈອນ ຊວງຫຼືແມ່ນມິດຊັນ ນາຣີຕ່າງປະເທດຄົນໜຶ່ງເໝືອນທີ່ຂ້າພະເຈົ້າຕັ້ງໃຈຈະເປັນ, ຂ້າພະເຈົ້າບໍ່ໄດ້ສະຫຼາດຄືກັບ ດຣ.ຈອນ ຊວງ, ແຕ່ບາງເທື່ອທ່ານອາດຈະຢຶດເອົາຕໍາແໜ່ງຂອງຂ້າພະເຈົ້າໄດ້,ອາຍຸ 77 ປີຂ້າພະເຈົ້າເຖົ້າເກີນໄປແລ້ວຕອນນີ້, ແຕ່ຂ້າພະເຈົ້າກໍອະທິຖານເພື່ອຄົນອື່ນໆທີ່ຢູ່ນີ້-ຫຼືຄົນ ທີ່ຢູ່ໃນດິນແດນຫ່າງໄກໃນເອເຊຍ ແລະໃນໂລກທີ່ຈະເອົາຄໍາເທດສະໜາຂ່າວປະເສີດຂອງ ຂ້າພະເຈົ້າໄປ ແລ້ວປະກາດມັນ, ຢືນຢັດຢູ່ໃນບ່ອນຂອງຂ້າພະເຈົ້າ, ເທດສະໜາບົດເທດ ຂອງຂ້າພະເຈົ້າຈາກອິນເຕີເນັດ, ເຮັດໃນສິ່ງທີ່ຂ້າພະເຈົ້າຢາກຈະເຮັດຕອນຂ້າພະເຈົ້າສິບ ເກົ້າປີຍ້ອນກັບໄປໃນປີ 1961.

ຕອນນີ້ມີຄໍາໜຶ່ງຕໍ່ຄົນໜຸ່ມຂອງພວກເຮົາທີ່ຢູ່ນີ້ໃນຄືນນີ້, ໃນຄໍານໍາທີ່ພິມອອກມາ ເມື່ອບໍ່ດົນມານີ້ ເອົາອອກຈາກບັນທຶກປະຈໍາວັນຂອງຈອນ ຊວງ, ປະຖົມມະການ 2008 ອາຈານ ຮວາ ຢັງແຫ່ງມາເລເຊຍໄດ້ກ່າວວ່າ:

ໃນສີ່ສິບປີທີ່ຜ່ານມາຫຼືຫຼາຍກວ່ານັ້ນແຫ່ງຊີວິດຜູ້ໃຫຍ່ຂອງຂ້າພະເຈົ້າເອງ,ຂ້າພະເຈົ້າໄດ້ເຫັນຄຣິສຕະຈັກຕ່າງໆໃນເອເຊຍເຕີບໃຫຍ່ຂຶ້ນໃນຈໍານວນ ແລະຄວາມໝັ້ນໃຈ, ການເພິ່ມຂຶ້ນຂ້າພະເຈົ້າຮູ້ສຶກວ່າພຣະເຈົ້າຊົງເອີ້ນຄົນ ເອເຊຍໃຫ້ມີບົດບາດສໍາຄັນໃນການປະກາດພຣະຄຣິດ(ໄປທົ່ວໂລກ), ແຕ່ ຖ້າຄຣິສຕະຈັກຄົນເອເຊຍສັດຊື່ຕໍ່ວຽກນີ້, ກໍຈໍາເປັນຕ້ອງມີຫຼາຍຄົນທີ່ຈະ ເອົາຫົວໃຈທີ່ເຈມສ໌ ເດັນນີ້ເວົ້າ ແລະໃນສິ່ງທີ່ຈອນ ຊວງເຂົ້າໃຈຢ່າງຊັດ ເຈນ...ສິ່ງທີ່ປາກົດອອກມາຈະຕ້ອງເປັນຄຣິສຕຽນຊາວເອເຊຍຄົນລຸ້ນໃໝ່ ໂດຍສະເພາະທ່າມກາງຄົນໜຸ່ມສາວໃນປັດຈຸບັນນີ້ທີ່ຮູ້ຢ່າງຊັດເຈນ “ວ່າ ໃນໂລກທີ່ຊົ່ວຮ້າຍນີ້ຈະຕ້ອງມີການເສຍສະຫຼະອັນຍິ່ງໃຫຍ່(ການປະຕິເສດຕົວເອງ), ຖ້າມີຈະເປັນອາຊີບຄຣິສຕຽນທີ່ຍິ່ງໃຫຍ່” ແລະກ້າທີ່ຈະມີຊີວິດ ດ້ວຍເຫດນັ້ນ...ໂດຍສະເພາະແມ່ນທ່າມກາງຄົນລຸ້ນໜຸ່ມກວ່າ! ຂໍໃຫ້ເປັນ ຂະບວນການຂອງຄົນເຫຼົ່ານັ້ນທີ່ຮູ້ຈັກດີວ່າ(ການປະຕິເສດຕົວເອງ) ໝາຍ ເຖິງຫຍັງ,ຊື່ງຈະນໍາໄປສູ່ອາຊີບຄຣິສຕຽນອັນຍິ່ງໃຫຍ່ເພື່ອຄວາມກ້າວໜ້າ ແຫ່ງອານາຈັກຂອງພຣະຄຣິດ ແລະສະຫງ່າລາສີຂອງພຣະເຈົ້າ(Rev. Hwa Young, The Journal Once Lost: Extracts from the Diary of John Sung, Genesis, 2008, pp. xiv-xv)

ທຸກຢ່າງເພື່ອພຣະເຢຊູ ຢືນຂຶ້ນແລະຮ້ອງອີກເທື່ອໜຶ່ງ.

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ການເສຍສະຫຼະ ແລະການປະຕິເສດຕົນເອງເລິ່ມຕົ້ນດ້ວຍການກັບໃຈໃໝ່,ທ່ານຈະ ຕ້ອງສາລະພາບບາບຂອງທ່ານ ແລະຖິ້ມມັນເພື່ອທີ່ຈະປ່ຽນແປງໃໝ່, ຈອນ ຊວງເປັນ ຄຣິສຕຽນຜູ້ຍິ່ງໃຫຍ່ເພາະລາວໄດ້ປະຕິເສດຕົວເອງ, ລາວໂຍນຫຼຽນໃບປະກາດແລະກະແຈ ຄໍາແຫ່ງຄວາມເປັນພີ່ນ້ອງກັນລົງທະເລ, ເຖິງແມ່ນວ່າລາວຈະມີໃບປະລິນຍາເອກວິຊາເຄມີ ກໍຕາມ, ລາວກໍຫັນຫຼັງຂອງຕົນໃຫ້ກັບການເປັນອາຈານສອນ, ແລະສືບຕໍ່ປະກາດຂ່າວປະ ເສີດຕໍ່ຄົນຈີນ ແລະເອເຊຍຕາເວັນອອກສຽງໃຕ້, ຈອນ ຊວງໄດ້ປະຕິເສດຕົນເອງເຖິງ ຄວາມສະໜຸກສະໜານແຫ່ງຊີວິດທີ່ລາວສາມາດມີໄດ້, ສອງສາມຄືນກ່ອນທີ່ລາວຈະກັບໃຈ ໃໝ່, ພຣະເຈົ້າໄດ້ກ່າວກັບຈອນ ຊວງວ່າ:

“ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ”(ມາລະໂກ 8:36)

“ທຸກຢ່າງເພື່ອພຣະເຢຊູ” ຮ້ອງ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ຈົ່ງຖິ້ມບໍ່ວ່າບາບອັນໃດກໍຕາມທີ່ດຶງທ່ານໄວ້, ຈົ່ງສາລະພາບບາບຂອງທ່ານຕໍ່ພຣະ ເຈົ້າຕາມລາຍການ, ຂໍພຣະວິນຍານບໍລິສຸດຊົງໂນ້ມນ້າວໃຈທ່ານເລື່ອງບາບຢ່າງເລິກເຊີ່ງ, ຈົ່ງຖີ້ມໂລກ! ຈົ່ງຖີ້ມມັນ! ຈົ່ງໃຫ້ພຣະຄຣິດເປັນທີ່ໜຶ່ງໃນຊີວິດຂອງທ່ານ, ຈົ່ງມາຫາ ພຣະເຢຊູ ແລະຖືກລ້າງໃຫ້ສະອາດຈາກບາບທຸກຢ່າງຂອງທ່ານໂດຍພຣະໂລຫິດຂອງພຣະ ອົງ, ແລ້ວຈົ່ງມີຊີວິດເພື່ອພຣະຄຣິດດ້ວຍໝົດທັງໃຈ ແລະຈິດຂອງທ່ານ ແລະຊີວິດ! ຈົ່ງຢູ່ ກັບພວກເຮົາໃນແລງວັນເສົາ, ຈົ່ງຢູ່ກັບພວກເຮົາທຸກວັນອາທິດທັງເຊົ້າແລະແລງ, ຈົ່ງມີຊີ ວິດເພື່ອພຣະຄຣິດດ້ວຍທັງໝົດຫົວໃຈ, ວິນຍານ ແລະຊີວິດຂອງທ່ານ! ຈົ່ງກົດທີ່ນີ້ເພື່ອ ອ່ານເລື່ອງ “ການກັບໃຈໃໝ່ທີ່ແທ້ຈິງຂອງດຣ.ຈອນ ຊວງ

ຂໍເຊີນຢືນຂຶ້ນແລະຮ້ອງເພງບົດທີສາມເທິງເຈ້ຍເພງຂອງທ່ານ, “ທຸກຢ່າງເພື່ອພຣະ ເຢຊູ”

ທຸກຢ່າງເພື່ອພຣະເຢຊູທຸກຢ່າງເພື່ອພຣະເຢຊູ! ລິດເດດການໄຖ່ທັງໝົດ ຂອງຂ້າ,
ທັງຄວາມຄິດ,ຄໍາເວົ້າແລະການກະທໍາ,ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ຕັ້ງແຕ່ຕາຂ້າແນມເບິ່ງພຣະເຢຊູ, ຂ້າກໍຂາດສາຍຕາຈາກສິ່ງຮອບຂ້າງ
ຂໍໃຫ້ຄວາມຫຼົງໄຫຼຂອງນິມິດແຫ່ງວິນຍານຂ້າ ແນມເບິ່ງທີ່ພຣະອົງຜູ້ຖືກຄຶງ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ໂອ ຊ່າງອັດສະຈັນ,ຊ່າງປະຫຼາດ! ພຣະເຢຊູກະສັດແຫ່ງກະສັດທີ່ມີລາສີ
ຊົງເອີ້ນຂ້າເປັນທີ່ຮັກຂອງພຣະອົງ,ຂໍໃຫ້ຂ້າພັກສະຫງົບໃຕ້ປີກພຣະອົງ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“All For Jesus” (Mary D. James, 1810-1883).