Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການກັບໃຈໃໝ່ທີ່ແທ້ຈິງຂອງດຣ.ຈອນ ຊວງ

(ຄໍາເທດສະໜາທີ່ເທດໃນຊ່ວງກາງເທດສະການລະດູໃບໄມ້ລົ່ນຂອງຈີນ)
THE REAL CONVERSION OF DR. JOHN SUNG
(A SERMON GIVEN AT THE CHINESE MID-AUTUMN FESTIVAL)
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 23/9/2018
A sermon preached at the Baptist Tabernacle of Los Angeles
Lord’s Day Morning, September 23, 2018

“ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ”(ມາລະໂກ 8:36)


ວັນທີ 4 ເດືອນມີຖຸນາປີ 2018 ເປັນວັນຄົບຮອບຊາວເກົ້າປີຂອງ “ການສັງຫານໝູ່ທີ່ຈັດຕຸລັດທຽນອັນເມິນ”ເປັນເວລາຫົກອາທິດໃນປີ 1989 ນັກຮຽນຈີນຫຼາຍພັນຄົນໄດ້ເດີນຂະບວນດ້ວຍຄວາມສະຫງົບເພື່ອຮຽກຮ້ອງເສລີພາບທາງຄວາມຄິດເພິ່ມຕື່ມ, ແລ້ວໃນຕອນເຊົ້າຂອງວັນທີ 4 ມີຖຸນາ,ກອງທັບຂອງລັດຖະບານໄດ້ເປີດສາກຍິງຜູ້ປະທ້ວງທີ່ບໍ່ມີອາວຸດ, ຂ້າຄົນເປັນພັນໆຄົນແລະເຮັດໃຫ້ມີຜູ້ບາດເຈັບຫຼາຍພັນຄົນ, ຮົງ ຢູຈຽນແນມເບິ່ງຄວາມຮຸນແຮງຢ່າງເປີດເຜີຍໃນປັກກິ່ງຜ່ານທາງໂທລະພາບຕອນທີ່ລາວເປັນນັກຮຽນແລກ ປ່ຽນຢູ່ທີ່ມະຫາວິທະຍາໄລເພັນຊີລວາເນຍ, ລາວບອກວ່າການສັງຫານໝູ່ຢູ່ຈັດຕຸລັດທຽນອັນເມິນໄດ້ເຮັດໃຫ້ລາວຕັ້ງຄໍາຖາມໃນວິທະຍາສາດແລະການເມືອງຂອງລາວ ແລະໄດ້ເຮັດໃຫ້ລາວກາຍມາເປັນຄຣິສຕຽນ.

ລາວບອກວ່າການສັງຫານໝູ່ທີ່ທຽນອັນເມິນໄດ້ຊ່ວຍລາວກັບຄົນອື່ນໆໃຫ້ເຫັນຄວາມບາບແລະຄວາມຕ້ອງການພຣະຄຣິດຂອງພວກເຂົາ “ຂ້ອຍຄິດວ່າພຣະເຈົ້າຊົງໃຊ້ມັນເພື່ອບຸກເບີກທາງ ແລະຕຽມໃຈຂອງຄົນຈີນ”(World Magazine, June 6, 2009, p. 38)

“ທຸກຢ່າງເພື່ອພຣະເຢຊູ” ຮ້ອງຂໍຊໍ້າ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
(“ທຸກຢ່າງເພື່ອພຣະເຢຊູ”ໂດຍMary D. James, 1810-1883)

ວາລະສານ World ໄດ້ກ່າວວ່າ:

ການເຕີບໃຫຍ່ຂອງຄຣິສຕຽນໃນປະເທດຈີນໄດ້ລະເບີດຂຶ້ນກວ່າ 20 ປີທີ່ຜ່ານມາ, ພວກຜູ້ຊ່ຽວຊານໄດ້ອ້າງເຖິງການເພິ່ມຂຶ້ນຢ່າງໄວວາແລະການເພິ່ມຈໍານວນຂຶ້ນຂອງບັນດານັກຄິດຜູ້ມີອິດທິພົນທີ່ໄດ້ຮັບເອົາພຣະຄຣິດ(ເຫຼັ້ມດຽວກັນ)

ໃນປີ1949 ເມື່ອພວກຄອມມູນິດເຂົ້າຄວບຄຸມປະເທດຈີນ,ມີຄຣິສຕຽນຊາວຈີນພື້ນເມືອງໜ້ອຍກວ່າ 1ລ້ານຄົນ, ປັດຈຸບັນນີ້ຄາດຄະເນ່ວ່າມີຄຣິສຕຽນຢູ່ປະເທດຈີນຫຼາຍກວ່າ 160 ລ້ານຄົນ! ຕອນນີ້ຢູ່ປະເທດຈີນມີຄຣິສຕຽນໄປໂບດວັນອາທິດຫຼາຍກວ່່າຢູ່ໃນປະເທດອາເມ ລິກາ, ຄານາດາ, ສະຫະລາຊະອານາຈັກແລະອອສເຕຣເລຍລວມກັນອີກ! ດຣ.ຊີ.ແອວ.ເຄແກນ ນັກສະຖິຕິຄາດຄະເນ່ວ່າປັດຈຸບັນນີ້ຢູ່ປະເທດຈີນມີຫຼາຍກວ່າ 700 ຄົນທີ່ກັບໃຈໃໝ່ມາເປັນຄຣິສຕຽນທຸກໆຊົ່ວໂມງ,ຕະຫຼອດ 24 ຊົ່ວໂມງ, “ທຸກຢ່າງເພື່ອພຣະເຢຊູ”ຮ້ອງຂໍຊໍ້າອີກເທື່ອໜຶ່ງ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ປະຫວັດສາດຂອງຊາວຄຣິສຕຽນໃນປະເທດຈີນຄວນຈະເປັນເລື່ອງທີ່ໜ້າສົນໃຈຫຼາຍຕໍ່ພວກຄຣິສຕຽນທົ່ວທຸກແຫ່ງ, ກະແສມິດຊັນນາຣີສະໄໝໃໝ່ໃນປະເທດຈີນໄດ້ເລີ່ມຕົ້ນຂຶ້ນດ້ວຍໂຣເບີດ ມໍຣິສັນ(1782-1834), ມໍຣິສັນຖືກສົ່ງໄປປະເທດຈີນໂດຍສະມາຄົມລອນດອນມິດຊັນນາຣີໃນປີ 1821,ໄດ້ຮັບການຊ່ວຍເຫຼືອໂດຍໝູ່ຮ່ວມງານຂອງລາວຊື່ວິລລ່ຽມ ໄມ, ລາວໄດ້ແປພຣະຄໍາພີິທັງເຫຼັ້ມເປັນພາສາຈີນໃນປີ1821,ໃນຊ່ວງ 27 ປີທີ່ຢູ່ປະເທດຈີິນຂອງລາວມີພຽງຊາວຈີນສອງສາມຄົນທີ່ຮັບບັບຕິດສະມາ- ແຕ່ພວກເຂົາທຸກຄົນຍັງຄົງເປັນຄຣິສຕຽນທີ່ສັດຊື່,ການແປພຣະຄໍາພີພາສາຈີນແລະການພິມໃບປິວຂ່າວປະເສີດ ຂອງມໍຣິສັນໄດ້ກາຍເປັນຮາກຖານຂອງຄຣິສຕຽນຂ່າວປະເສີດຢູ່ໃນປະເທດຈີນ.

ໃນປີ 1853 ທ່ານໝໍໍຄົນອັງກິດຊື່ ເຈມສ໌ຮັດສັນເທເລີ ໄດ້ຂີ່ເຮືອໃບໄປປະເທດຈີນ ໃນປີ 1860 ລາວໄດ້ກໍ່ຕັ້ງການຮັບໃຊ້ China Inland Mission (ງານຮັບໃຊ້ພາຍໃນແຜ່ນດິນຈີນ)ປັດຈຸບັນຮູ້ຈັກກັນໃນຊື່ Overseas Missionary Fellowship (ການສາມັກຄີທໍາມິດຊັນນາຣີໃນຕ່າງແດນ)ດ້ວຍການຮ່ວມມືຂອງດຣເທເລີຊາວຄຣິສຕຽນໄດ້ແຜ່ຂະຫຍາຍໄປທົ່ວພາຍໃນປະເທດຈີນ, ຮັດສັນ ເທເລີໄດ້ເສຍຊີວີດໃນເມືອງຊາງຊາໃນປີ 1905..

ໃນປີ 1901 ຈອນ ຊວງໄດ້ເກີດອອກມາ,ລາວເປັນທີ່ຮູ້ຈັກໃນຖານະນັກປະກາດຂ່າວປະເສີດຜູ້ຍິ່ງໃຫຍ່ໃນປະຫວັດສາດຂອງຈີນ, ຫຼາຍພັນຄົນທີ່ກັບໃຈໃໝ່ພາຍໃຕ້ຄໍາເທດສະໜາຂອງລາວຍັງຄົງສັດຊື່ຕໍ່ພຣະຄຣິດຫຼັງຈາກທີ່ພວກຄອມມູນິດເຂົ້າຄວບຄຸມໃນປີ1949, ໃນຊ່ວງ 60 ປີທີ່ຜ່ານມາຈໍານວນຊາວຄຣິສຕຽນໃນປະເທດຈີນໄດ້ເພິ່ມທະວີຂຶ້ນໃນການຟື້ນຟູທີ່ໃຫຍ່ທີ່ສຸດຂອງຊາວຄຣິສຕຽນໃນປະຫວັດສາດສະໄໝໃໝ່,ໃນເຊົ້ານີ້ຂ້າພະເຈົ້າຈະຂໍເວົ້າເຖິງເລື່ອງລາວທີ່ໂດດເດັ່ນຂອງດຣ.ຈອນ ຊວງ, ຂ້າພະເຈົ້າຈະຂໍເລິ່ມຕົ້ນໂດຍການເອົາໂຄງຮ່າງຊີວິດຂອງລາວຈາກດຣ.ເອລຈິນ ເອັສ.ມໍເຢີ.

ຈອນ ຊວງ(1901-1944)ນັກປະກາດຂ່າວປະເສີດຊາວຈີນທີ່ມີຊື່ສຽງລະດັບຊາດ,ເກີດໃນເມືອງຮິງຮວາແຂວງຟູຈຽນປະເທດຈີນ,ລູກຊາຍຂອງສິດຍາພິບານເມໂຕດິສ, [ມີການກັບໃຈໃໝ່ທີ່ຜິດໆຕອນອາຍຸເກົ້າປີ]ເປັນນັກສຶກສາທີ່ອັດສະລິຍະຢູ່ທີ່ມະຫາວິທະຍາໄລເວສລີຢັນ,ມະຫາວິທະຍາໄລລັດໂອໄຮໂອ ແລະໂຮງຮຽນສາສະໜາສາດຢູນຽນ, ຈົບປະລິນຍາເອກວິຊາເຄມີສາດ, ກັບໄປປະເທດຈີນເພື່ອປະກາດຂ່າວປະເສີດຫຼາຍກວ່າທີ່ຈະສອນວິທະຍາສາດ, ໃຊ້ເວລາສິບຫ້າປີໃນການເທດສະໜາຂ່າວປະເສີດທົ່ວປະ ເທດຈີນ ແລະປະເທດອ້ອມແອ້ມດ້ວຍລິດອໍານາດແລະມີອິດທິພົນ(Elgin S. Moyer, Ph.D., Who Was Who in Church History, Moody Press, 1968 edition, p. 394)

“ທຸກຢ່າງເພື່ອພຣະເຢຊູ” ຮ້ອງອີກເທື່ອໜຶ່ງ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ນັ້ນແມ່ນໂຄງຮ່າງຫຍໍ້ໆຊີວິດຂອງດຣ.ຈອນ ຊວງ,ຂ້າພະເຈົ້າບໍ່ເຊື່ອວ່າລາວລອດແລ້ວຕອນອາຍຸໄດ້ເກົ້າປີ, ຂ້າພະເຈົ້າບໍ່ເຊື່ອວ່າລາວລອດແລ້ວຈົນຮອດເດືອນກຸມພາປີ 1927.

ດຣ.ຊວງເອງກ່າວວ່າລາວຍັງບໍ່ລອດຈົນລາວໄດ້ພົບກັບວິກິດການຝ່າຍວິນຍານຢູ່ໃນອາເມລິກາຕອນອາຍຸ 26 ປີ, ຕອນທີ່ລາວອາຍຸເກົ້າປີການຟື້ນຟູໄດ້ເກີດຂຶ້ຶ້ນຢູ່ເມືອງຮິງຮວາ, ພາຍໃນເດືອນດຽວກໍມີຄົນຍອມຮັບໂດຍຄວາມເຊື່ອໃນພຣະຄຣິດປະມານ3,000 ຄົນ, ໃນວັນສຸກທີ່ດີວັນໜຶ່ງລາວໄດ້ຍິນຄໍາເທດສະໜາເລື່ອງ “ພຣະເຢຊູໃນສວນເກັດເສມານີ” ນັກເທດໄດ້ປຽບທຽບເພື່ອໃຫ້ເຫັນຄວາມແຕກຕ່າງລະຫວ່າງພວກສາວົກທີ່ກໍາລັງຫຼັບກັບພຣະເຢຊູທີ່ບໍ່ມີຄວາມຢ້ານ, ມີຫຼາຍຄົນຮ້ອງໄຫ້ດ້ວຍຄວາມໂສກເສົ້າໃນຕອນທ້າຍຂອງ ຄໍາເທດສະໜາ, ໃນທ່າມກາງຄົນທີ່ໂສກເສົ້າເສຍໃຈນັ້ນກໍຄືຈອນ ຊວງລູກຊາຍຂອງນັກເທດເມໂຕດິສຊາວຈີນອາຍຸເກົ້າປີ, ເບິ່ງຄືວ່າຈອນ ຊວງໄດ້ “ມອບຊີວິດ”ຂອງຕົນເພື່ອ ພຣະຄຣິດ, ແຕ່ຍັງບໍ່ໄດ້ຮັບຄວາມລອດແທ້ໃນເວລານັ້ນ, ກໍຄືກັບອະດີດສິດຍາພິບານຂອງຂ້າພະເຈົ້າຢູ່ທີ່ຄຣິສຕະຈັກແບັບຕິດຈີນ ດຣ.ທິໂມທີ ລິນ (ຊື່ງພໍ່ຂອງເພິ່ນກໍເປັນນັກເທດເຊັ່ນດຽວກັນ) ຈອນ ຊວງໄດ້ເລິ່ມເທດສະໜາແລະຊ່ວຍພໍ່ຂອງລາວຕອນອາຍຸສິບສາມປີ, ເຊັ່ນດຽວກັນກັບດຣ.ລິນ ລາວຍັງບໍ່ໄດ້ປະສົບກັບການກັບໃຈໃໝ່ທີ່ແທ້ຈິງ, ຈອນ ຊວງເປັນນັກຮຽນທີ່ສະຫຼາດຫຼາຍ ແລະຮຽນຈົບມັດທະຍົມເປັນທີ່ໜຶ່ງຂອງຫ້ອງ, ໃນຊ່ວງນີ້ລາວເປັນທີ່ຮູ້ຈັກໃນຖານະ “ສິດຍາພິບານໂຕນ້ອຍ” ແຕ່ເຖິງແມ່ນວ່າທັງຄວາມກະຕືລືລົ້ນແລະກິດຈະກໍາຂອງລາວໃຈຂອງລາວກໍຍັງບໍ່ພໍໃຈຢູ່ດີ, ວຽກທີ່ລາວເຮັດໃນການຮັບໃຊ້ລາວໄດ້ອະທິ ບາຍມັນຄືກັບ “ສະຫງ່່າງາມຄືກັບຂົນຂອງນົກເຕັ້ນຊິວ, ສົມບູນຄືກັບໃບໄມ້ໝົດທັງຕົ້ນ ແຕ່ບໍ່ມີການເດັດໝາກໄມ້ສົດຈັກໝາກເພື່ອຖວາຍແກ່ພຣະເຢຊູເຈົ້າ”(Leslie T. Lyall, A Biography of John Sung, China Inland Mission, 1965 edition, p. 15)

ໃນປີ 1919 ຊວງຕອນອາຍຸ 18 ປີໄດ້ຕັດສິນໃຈທີ່ຈະໄປອາເມລິກາ ແລະຖືກຮັບເຂົ້າຮຽນຢູ່ທີິ່ມະຫາວິທະຍາໄລເວສລີຢັນລັດໂອໄຮໂອດ້ວຍພ້ອມດ້ວຍການສອນພິເສດຟຣີ, ລາວເລິ່ມຫຼັກສູດການແພດແລະສາສະໜາສາດກ່ອນ ແຕ່ກໍຢຸດຮຽນຊົ່ວຄາວຫຼັກສູດສາສະໜາສາດ ແລະຕັດສິນໃຈຮຽນພິເສດຄະນິດສາດກັບເຄມີສາດ, ລາວໄປໂບດປົກກະຕິ ແລະຕັ້ງກຸ່ມຂ່າວປະເສີດທ່າມກາງພວກນັກສຶກສາ, ແຕ່ໃນຊ່ວງເທີມສຸດທ້າຍຂອງລາວລາວກໍເລິ່ມບໍ່ສົນໃຈການຮຽນພຣະຄໍາພີ ແລະການອະທິຖານ ແລະລັກກາຍໜຶ່ງໃນເຈ້ຍເສັງຂອງລາວ, ລາວຮຽນຈົບປະລິນຍາພ້ອມດ້ວຍກຽດນິຍົມໃນປີ 1923 ເປັນໜຶ່ງໃນສີ່ຄົນແຖວໜ້າຂອງຈໍານວນນັກຮຽນສາມຮ້ອຍຄົນ, ລາວໄດ້ຮັບຫຼຽນຄໍາແລະເງິນສົດໃນສາຄາຟີສິກກັບເຄມີ, ລາວຖືກເລືອກໃຫ້ເປັນພີ່ນ້ອງເບຕ້າແຄບປ້າສະມາຄົມນັກວິຊາການຊັ້ນແນວໜ້າແຕ່ພຽງຜູ້ດຽວ ແລະໄດ້ຮັບກະແຈຄໍາກາແຫ່່ງຄວາມແຕກຕ່າງໃນທຶນການສຶກສາ.

ຕອນນີ້ລາວໄດ້ຮັບທຶນການສຶກສາຈາກມະຫາວິທະຍາໄລຫຼາຍແຫ່ງ,ລວມທັງມະຫາ ວິທະຍາໄລຮາເວີດ, ລາວໄດ້ຮັບເອົາທຶນປະລິນຍາໂທວິທະຍາສາດຢູ່ມະຫາໄລລັດໂອໄຮໂອ, ລາວຮຽນຈົບໂທໃນເວລາພຽງເກົ້າເດືອນ! ຈາກນັ້ນລາວກໍຖືກສະເໜີທຶນຮຽນສາຂາແພດສາດທີ່ຮາເວີດ, ລາວຖືກສະເໜີທຶນຮຽນອີກອັນໜຶ່ງເພື່ອຮຽນຢູ່ໂຮງຮຽນພຣະຄໍາພີ, ລາວຮູ້ສຶກວ່າລາວຄວນຈະຮຽນສາສະໜາສາດ, ແຕ່ຊື່ສຽງທີ່ມາເຖິງລາວໄດ້ດັບຄວາມປາດຖະໜາຂອງລາວທີ່ຈະເປັນຜູ້ຮັບໃຊ້, ລາວຈື່ງໄດ້ຮຽນປະລິນຍາເອກໃນສາຂາເຄມີສາດທີ່ມະຫາວິທະຍາໄລລັດໂອໄຮໂອແທນ, ລາວຮຽນຈົບປະລິນຍາເອກພຽງເວລາຊາວເອັດເດືອນ! ສະນັ້ນລາວຈື່ງກາຍເປັນຄົນຈີນຄົນທໍາອິດທີ່ຮຽນຈົບປະລິນຍາເອກໃນສະຫະລັດ, ລາວຖືກອະທິບາຍເຖິງຢູ່ໃນໜັງສືພິມວ່າເປັນ “ນັກຮຽນທີ່ໂດ່ງດັງທີ່ສຸດຂອງລັດໂອໄຮໂອ” “ແຕ່ເລິກໆໃນໃຈຂອງລາວບໍ່ໄດ້ມີສັນຕິສຸກ, ຄວາມວຸ້ນວາຍຝ່າຍວິນຍານທີ່ເພິ່ມຂຶ້ນສະແດງໃຫ້ເຫັນຢູ່ໃນຊ່ວງເວລາແຫ່ງການສຶມເສົ້າເກີດຂຶ້ນເລິກຂ້າງໃນ”(Lyalເຫຼັ້ມດຽວກັນໜ້າ22)

ໃນຊ່ວງນີ້ລາວໄດ້ຮັບອິດທິພົນຈາກສາສະໜາສາດສາຍເສລີ ແລະຄໍາສອນຂອງເຂົາເຈົ້າເລື່ອງ “ຂ່າວປະເສີດສັງຄົມ” ສາສະໜາສາດສາຍເສລີສອນວ່່າພຣະເຢຊູເປັນຂຸນນາງທີ່ເປັນແບບຢ່າງ, ແຕ່ບໍ່ແມ່ນພຣະຜູ້ຊ່ວຍໃຫ້ລອດ, ສໍາລັບຂ້າພະເຈົ້າເບິ່ງຄືວ່າຈອນ ຊວງຄິດເຖິງເລື່ອງພຣະເຢຊູໃນຖານະພຽງແຕ່ “ຂຸນນາງທີ່ເປັນແບບຢ່າງ”ຕອນລາວອາຍຸເກົ້າປີ ແລະຍ້ອນເຫດຜົນນັ້ນລາວຈື່ງມີການກັບໃຈໃໝ່ທີ່ຜິດໆຍ້ອນກັບໄປຕອນນັ້ນ, ແຕ່ ພຣະເຈົ້າກໍຍັງຄົງເອີ້ນລາວຢູ່, ແລງວັນໜຶ່ງໃນຂະນະທີ່ລາວນັ່ງຢູ່ຄົນດຽວລາວຄືວ່າໄດ້ຍິນສຽງຂອງພຣະເຈົ້າເວົ້າກັບລາວວ່າ “ຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ?”

ວັນຕໍ່ມາລາວໄດ້ສົນທະນາກັບສາສະດາຈານເມໂຕດິສສາຍເສລີຄົນໜຶື່ງ,ລາວບອກກັບສາສະດາຈານຄົນນັ້ນວ່າ ຕອນທໍາອິດລາວມາປະເທດອາເມລິກາເພື່ອຮຽນສາສະໜາສາດ, ສາສະດາຈານໄດ້ທ້າທາຍລາວໃຫ້ໄປນິວຢອກເພື່ອໄປຮຽນເລື່ອງສາສະໜາແບບສາຍເສລີສຸດໆທີ່ໂຮງຮຽນສາສະໜາສາດຢູນຽນ, ດ້ວຍຄວາມລັງເລໃຈບໍ່ດົນລາວກໍໄດ້ຕັດ ສິນໃຈທີ່ຈະໄປ, ທີ່ໂຮງຮຽນຢູນຽນລາວກໍໄດ້ຮັບທຶນຮຽນເຕັມ ແລະສະຫວັດດີການບ່ອນຢູ່ອາໄສທີ່ດີ, ຕໍ່ມາລາວກໍເວົ້າວ່າລາວບໍ່ສົນໃຈໃນງານຮັບໃຊ້ ພຽງແຕ່ຢາກຮຽນສາສະໜາປີໜຶ່ງເພື່ອໃຫ້ພໍ່ຂອງລາວພໍໃຈ ແລ້ວກໍກັບໄປເຮັດອາຊີບນັກວິທະຍາສາດ, ໃຈຂອງລາວເຕັມໄປດ້ວຍຄວາມວຸ້ນວາຍແລະຄວາມມືດມົນ.

ໃນລະດູໃບໄມ້ລົ່ນຂອງປີ 1926 ດຣ.ຈອນ ຊວງໄດ້ເສັງເຂົ້າທີ່ໂຮງຮຽນສາສະໜາສາດຢູນຽນ, ດຣ.ເຮັນຣີ່ສໂລນ ຄອັຟຟິນພວກເສລີສຸດໆຫາກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານ, ໃນທ່າມກາງພວກສາສະດາຈານເປັນພວກທີ່ບໍ່ຍອມໃຜງ່າຍໆຄືກັບດຣ.ເຮັນຣີ່ເອເມີສັນ ຟອສດິກ ຜູ້ຂຽນໜັງສືຶຫຼາຍເຫຼັ້ມຕໍ່ສູ້ຄຣິສຕຽນທີ່ເຊື່ອພຣະຄໍາພີ, ລາວຂຽນໜັງສືເຊັ່ນວ່າ“ການໃຊ້ພຣະຄໍາພີສະໄໝໃໝ່” ແລະ “ຄວາມເປັນລູກຜູ້ຊາຍຂອງເຈົ້ານາຍ”ຄໍາບັນຍາຍທີ່ມີຊື່ສຽງທີ່ສຸດຂອງຟອສດິກແມ່ນ“ພວກເນັ້ນຮາກຖານເດີມຈະຊະນະບໍ?”(1922) ຟອສດິກເທດສະໜາຕໍ່ຕ້ານການຟື້ນຂຶ້ນມາຈາກຕາຍທັງຮ່າງກາຍຂອງພຣະຄຣິດ ແລະຄວາມແທ້ຈິງຂອງພຣະຄໍາພີທຸກອາທິດທາງລາຍການວິທະຍຸຂອງລາວ, ໂຮງຮຽນພຣະຄໍາພີເປັນບ່ອນວິພາກວິຈານພຣະຄໍາພີຢ່າງເພັດຮ້ອນ ແລະການປະຕິເສດເລື່ອງສາສະໜາສາດຂ່າວປະເສີດ“ສິ່ງໃດໃນພຣະຄໍາພີຊື່ງບໍ່ສາມາດພິສຸດໄດ້ຢ່າງຖືກຕ້ອງຕາມຫຼັກວິທະຍາ ສາດຖືກປະຕິເສດວ່າບໍ່ສົມຄວນທີ່ຈະເຊື່ອວ່າປະຖົມມະການຖືກຈັດຂຶ້ນບໍ່ເປັນຕາມປະຫວັດ ສາດແລະຄວາມເຊື່ອໃນການອັດສະຈັນທີ່ບໍ່ຖືກຕາມຫຼັກວິທະຍາສາດ, ພຣະເຢຊູໃນປະ ຫວັດສາດຖືກນໍາສະເໜີໃນອຸດົມຄະຕິເພື່ອລຽນແບບໃນຂະນະທີ່ຄຸນຄ່າທົດແທນຂອງການຕາຍຂອງພຣະອົງເທິງໄມ້ກາງແຂນ ແລະການຟື້ນຄືນຈາກຕາຍທາງຮ່າງກາຍຂອງພຣະອົງຖືກປະຕິເສດ, ການອະທິຖານຖືວ່າເປັນເໝືອນກັບການເສຍເວລາ, (ບໍ່ເຫັນດ້ວຍກັບ)ມຸມມອງແບບນີ້ໄດ້ກາຍເປັນເລື່ອງທີ່ໜ້າສົງສານ ຫຼືການດູໝິ່ນ”(Lyallເຫຼັ້ມດຽວກັນໜ້າ 29-30)

ດຣ.ຈອນ ຊວງໄດ້ໂດດເຂົ້າໄປໃນການສຶກສາເລື່ອງສາສະໜາສາດເສລີຂອງຕົນດ້ວຍສຸດກໍາລັງທັງໝົດຂອງສະຕິປັນຍາຂອງລາວ, ໃນຊ່ວງປີນັ້ນລາວເສັງໄດ້ຄະແນນສູງ ແຕ່ລາວໄດ້ຫັນຫຼັງຈາກການເປັນຄຣິສຕຽນໃນຂະນະທີ່ລາວຮຽນເລື່ອງສາສະໜາພຸດ ແລະລັດທິເຕົາ, ລາວເລິ່ມຕົ້ນບົດສວດໃນຄໍາພີຂອງສາສະໜາພຸດຢູ່ໃນຫ້ອງຄົນດຽວຂອງລາວ, ຫວັງວ່າການປະຕິເສດຕົວເອງຈະນໍາສັນຕິສຸກມາສູ່ໃຫ້ລາວ ແຕ່ບໍ່ເລີຍ, ລາວຂຽນວ່າ “ຈິດວິນຍານຂອງຂ້ອຍວົນວຽນຢູ່ໃນຖິ່ນແຫ້ງແລ້ງກັນດານ”

ຊີວິດຂອງລາວສຸດຈະເຫຼືອທົນ, ລາວຂຽນວ່າ “ຂ້ອຍບໍ່ສາມາດນອນຫຼືກິນເຂົ້າໄດ້...ໃຈຂອງຂ້ອຍເຕັມໄປດ້ວຍການບໍ່ມີຄວາມສຸກເລິກໆພາຍໃນ” ພວກເຈົ້າໜ້າທີ່ໃນໂຮງຮຽນສັງເກດວ່າລາວຢູ່ໃນສະພາບຂອງການສຶມເສົ້າຕະຫຼອດເວລາ.

ໃນສະພາບອາລົມນີ້ລາວຈື່ງໄດ້ໄປກັບນັກຮຽນຄົນອື່ນໆເພື່ອຟັງດຣ.I. M. Haldeman ພວກເນັ້ນຮາກຖານເດີມທີ່ເຊື່ອພຣະຄໍາພີ, ສິດຍາພິບານຂອງຄຣິສຕະຈັກເຟິສແບັບຕິດແຫ່ງນິວຢອກຊິດຕີ້, ດຣ. Haldeman ມີຊື່ສຽງເພາະການເວົ້າວ່າ “ຄົນທີ່ປະຕິເສດການເກີດຈາກຍິງພົມມະຈັນກໍປະຕິເສດພຣະຄໍາພີຂອງຊາວຄຣິສຕຽນ” ດຣ.ຮໍແມນຢູ່ໃນຄວາມຂັດແຍ້ງໂດຍກົງກັບແຮຣີ່ ເອເມີສັນ ຟອສດິກແລະໂຮງຮຽນສາສະໜາສາດຢູນຽນ, ຈອນ ຊວງໄດ້ໄປຟັງລາວເທດສະໜາຍ້ອນຄວາມຢາກຮູ້ຢາກເຫັນ, ແຕ່ດຣ.ຮໍແມນບໍ່ໄດ້ເທດສະໜາໃນຄືນນັ້ນ, ພັດມີຍິງສາວອາຍຸສິບຫ້າປີເປັນພະຍານແທນ, ລາວອ່ານພຣະຄໍາພີ ແລະເວົ້າເຖິງການຕາຍແທນຂອງພຣະຄຣິດເທິງໄມ້ກາງແຂນ, ຊວງເວົ້າວ່າລາວຮູ້ສຶກໄດ້ເຖິງການສະຖິດຢູ່ນໍາຂອງພຣະເຈົ້າໃນການນະມັດສະການນັ້ນ, ໝູ່ຂອງລາວທີ່ມາຈາກໂຮງ ຮຽນພຣະຄໍາພີພາກັນເຍີ້ຍແລະຫົວຂວັນ, ແຕ່ລາວເອງພັດກັບໄປຮ່ວມການນະມັດສະການຕອນແລງອີກສີ່ເທື່ອຕິດຕໍ່ກັນ “ທຸກຢ່າງເພື່ອພຣະເຢຊູ” ຮ້ອງອີກເທື່ອໜຶ່ງ.

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ລາວເລີ່ມຕົ້ນອ່ານປະຫວັດຂອງພວກຄຣິສຕຽນເຊັ່ນ: ຈອນເວສລີ, ຈອຊ ວິດຟິວ ແລະນັກເທດຜູ້ຍິ່ງໃຫຍ່ຄົນອື່ນໆ, ເພື່ອຄົນຫາລິດເດດທີ່ລາວຮູ້ສຶກຢູ່ໃນການນະມັດສະການຂ່າວປະເສີດທີ່ຄຣິສຕະຈັກເຟິສແບັບຕິດນັ້ນ, ຢູ່ຫ້ອງຮຽນຊ່ວງໜຶ່ງໃນໂຮງຮຽນພຣະຄໍາພີຜູ້ບັນຍາຍໄດ້ເວົ້າຕໍ່ສູ້ຢ່າງເຂັ້ມແຂງຕໍ່ການຕາຍແທນຂອງພຣະຄຣິດເທິງໄມ້ກາງແຂນ, ຈອນ ຊວງໄດ້ຢືນຂຶ້ນຕອນທ້າຍຂອງການບັນຍາຍ ແລະຕອບຜູ້ບັນຍາຍຕໍ່ໜ້ານັກຮຽນທີ່ຕົກໃຈ.

ສຸດທ້າຍໃນວັນທີ 10 ເດືອນກຸມພາປີ 1927 ລາວກໍໄດ້ປະສົບກັບການກັບໃຈໃໝ່ທີ່ແທ້ຈິງ, “ລາວເຫັນຄວາມບາບທັງໝົດໃນຊີວິດຂອງລາວທີ່ແຜ່ອອກໄປຕໍ່ໜ້າລາວ,ຕອນ ທໍາອິດເບິ່ງຄືວ່າບໍ່ມີທາງທີ່ຈະກໍາຈັດຄວາມບາບຂອງລາວໄດ້ ແລະວ່າລາວຈະຕ້ອງຕົກນາ ລົກ, ລາວພະຍາຍາມທີ່ຈະລືມບາບຂອງຕົນແຕ່ກໍເຮັດບໍ່ໄດ້, ພວກມັນແທງໃຈຂອງລາວ, ແລ້ວລາວກໍຫັນກັບມາສູ່ເລື່ອງລາວທີ່ໄມ້ກາງແຂນໃນລູກາ 23 ແລະໃນຂະນະທີ່ລາວອ່ານ ເລື່ອງນັ້ນໄດ້ກາຍມາມີຊີວິດ...ເບິ່ງຄືວ່າລາວໄປຢູ່ໃກ້ຕີນໄມ້ກາງແຂນນັ້ນແລະຂໍຮ້ອງໃຫ້ຊໍາ ລະລ້າງຈາກຄວາມບາບທຸກຢ່າງຂອງລາວໃນພຣະໂລຫິດອັນປະເສີດ(ຂອງພຣະຄຣິດ)...ລາວສືບຕໍ່ຮ້ອງໄຫ້ ແລະອະທິຖານຈົນຮອດທ່ຽງຄືນ, ແລ້ວລາວ(ຄືວ່າໄດ້ຍິນ)ສຽງໜຶ່ງເວົ້າກັບລາວວ່າ ‘ລູກຊາຍເອີຍ ບາບຂອງເຈົ້າໄດ້ຮັບການອະໄພແລ້ວ’ແລະນໍ້າໜັກບາບທຸກຢ່າງຂອງລາວເບິ່ງຄືວ່າຕົກລົງມາຈາກບ່າຂອງລາວ...ລາວເຕັ້ນໄປດ້ວຍຕີນຂອງລາວພ້ອມກັບຮ້ອງວ່າ ‘ຮາເລລູຢາ’”(Lyall ເຫຼັ້ມດຽວກັນໜ້າ 33-34)ລາວແລ່ນຮ້ອງສັນລະເສີນພຣະເຈົ້າໄປທົ່ວຮໍພັກ, ຕອນນີ້ລາວເລິ່ມເວົ້າກັບທຸກຄົນກ່ຽວກັບຄວາມຕ້ອງການພຣະຄຣິດຂອງພວກເຂົາ, ລວມທັງໝູ່ໃນຫ້ອງຂອງລາວ ແລະພວກຄູຢູ່ໂຮງຮຽນພຣະຄໍາພີ, ລາວບອກແມ່ນແຕ່ກັບແຮຣີ່ເອເມີສັນ ຟອສດິກວ່່າລາວຈໍາເປັນຕ້ອງໄດ້ຮັບຄວາມລອດ “ທຸກຢ່າງເພື່ອພຣະເຢຊູ” ຮ້ອງອີກເທື່ອໜຶ່ງ!

ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ

ປະທານຂອງໂຮງຮຽນພຣະຄໍາພີຄິດວ່່າລາວເສຍສະຕິຍ້ອນຄວາມພະຍາຍາມໄດ້ທຶນການສຶກສາ ແລະເຮັດໃຫ້ລາວຍອມທີ່ຈະເປັນໂລກຈິດພາຍໃນໃນໂຮງໝໍໂລກຈິດ,ລາວໃຊ້ເວລາຫົກເດືອນຖືກກັກຂັງຢູ່ໃນໂຮງໝໍໂລກຈິດ, ພວກເຂົາໃຫ້ລາວໃສ່ເສືອທີ່ມັດຕິດກັນ ໃນຊ່ວງເວລານັ້ນລາວໄດ້ອ່ານພຣະຄໍາພີຕັ້ງແຕ່ຕົ້ນຈົນຈົບສີ່ສິບຮອບ, “ໂຮງໝໍໂລກຈິດຈື່ງກາຍເປັນວິທະຍາໄລສາສະໜາສາດທີ່ແທ້ຈິງຂອງຈອນ ຊວງ”(Lyall ໜ້າ 38),ສຸດທ້າຍລາວກໍຖືກປ່ອຍອອກມາໃນສະພາບທີ່ລາວພ້ອມຈະກັບໄປປະເທດຈີນ - ແລະບໍ່ກັບມາທີ່ອາເມລິກາອີກ, ຈອນ ຊວງໄດ້ຕັດຄວາມສໍາພັນຂອງຕົນກັບໂຮງຮຽນສາສະໜາສາດຢູນຽນຕອນທີ່ລາວເຜົາໜັງສືສາສະໜາສາດເສລີຂອງລາວໂດຍເອີ້ນພວກມັນວ່າ “ໜັງສືຂອງພວກຜີປີສາດ”

ໃນການເດີນກັບໄປປະເທດຈີນຂອງລາວ,ລາວຮູ້ດີວ່າລາວສາມາດໄດ້ຮັບຕໍາແໜ່ງເປັນສາສະດາຈານຂອງວິຊາເຄມີໃນມະຫາວິທະຍາໄລບາງແຫ່ງຂອງຈີນໄດ້, “ວັນໜຶ່ງໃນຂະນະທີ່ພາຊະນະໃກ້ຈະເຖິງຈຸດຈົບຂອງການເດີນທາງຂອງມັນ, ຈອນ ຊວງລົງໄປທີ່ຫ້ອງຜູ້ໂດຍສານໃນເຮືອຂອງລາວ, ຈັບເອົາຫີບໃບປະກາດຕ່າງໆ,ຫຼຽນຕ່າງໆ ແລະກະແຈແຫ່ງຄວາມເປັນພີ່ນ້ອງຂອງຕົນອອກມາແລ້ວໂຍນມັນລົງໄປ(ລົງໄປທະເລ)ທຸກຢ່າງຍົກເວັ້ນໃບປະກາດປະລິນຍາເອກຂອງລາວຊື່ງລາວເອົາໄວ້ເພື່ອໃຫ້ພໍຂອງລາວພໍໃຈ”(Lyall ໜ້າ40).

ດຣ.ຈອນ ຊວງໄດ້ກ້າວລົງຈາກເຮືອຢູ່ຊຽງໄຮໃນລະດູໃບໄມ້ລົ່ນປີ 1927 ເພື່ອເປັນນັກປະກາດຂ່າວປະເສີດທີ່ມີຊື່ສຽງທີ່ສຸດຄົນໜື່ງໃນປະຫວັດສາດຈີນ, ລາວມັກຖືກເອີ້ນວ່າເປັນ “ເວສລີແຫ່ງປະເທດຈີນ”ຈອນ ຊວງໄດ້ກາຍເປັນນັກເທດຂ່່າວປະເສີດທີ່ມີລິດອໍານາດ, ຫຼາຍກວ່າ 100,000 ຄົນໄດ້ກັບໃຈໃໝ່ໃນປະເທດຈີນພາຍໃຕ້ການເທດສະໜາພາຍໃນສາມປີຂອງລາວ! ລາວຍັງໄດ້ເທດໃນປະເທດພະມ້າ, ກໍາປູເຈຍ, ສິງກະໂປ, ເກົາຫຼີ, ອິນໂດນີເຊຍກັບຟີລິບປິນ, ລາວມັກຈະເທດໂດຍມີຜູ້ແປແມ່ນແຕ່ໃນປະເທດຈີນເພາະພາສາທ້ອງຖິ່ນຂອງລາວຄົນສ່ວນຫຼາຍບໍ່ຮູ້ຈັກຢ່າງກວ້າງຂວາງ, ຄືກັບຈອຊ ວິດຟິວ ຈອນ ຊວງໄດ້ໃຫ້ຄໍາປຶກສາສ່ວນຕົວກັບຄົນສ່ວນຫຼາຍທີ່ຕອບສະໜອງຕໍ່ຄໍາເທດສະໜາຂອງລາວ “ພວກຄຣິສຕຽນຢູ່ປະເທດຈີນແລະໄຕ້ຫວັນໃນປັດຈຸບັນນີ້ເປັນໜີ້ການຮັບໃຊ້ຂອງຊວງຫຼາຍ, ລາວເປັນໜຶ່ງໃນຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດທີ່ຢູ່ຕາເວັນອອກອັນຫ່າງໄກໃນສະຕະວັດທີຊາວ”(T. Farak, in J. D. Douglas, Ph.D., Who’s Who in Christian History, Tyndale House, 1992, p. 650)ປະຫວັດຫຍໍ້ທີ່ດີທີ່ສຸດຂອງດຣ.ຈອນ ຊວງຖືກຂຽນໂດຍສາສະດາຈານ ວິລລ່ຽມ ອີ.ສຊູເບີດໃນໜັງສືທີ່ຊື່ວ່າ “ຂ້ອຍຈື່ຈອນ ຊວງໄດ້” ມີິຢູ່ທີ່ www.strategicpress.org ກົດທີ່ນີ້ເພື່ອຊື້ຊີວະປະຫວັດຂອງອາຈານສຊູເບີດ, ກົດທີ່ນີ້ເພື່ອຊື້ຊີວະປະຫວັດຂອງດຣ. ຈອນ ຊວງ ຂຽນໂດຍLeslie Lyall (ບໍ່ດີເທົ່າຂອງສຊູເບີດແຕ່ໜ້າສົນໃຈຖ້າມີການວິຈານໜ້ອຍໜຶ່ງ) ກົດທີ່ນີ້ເພື່ອຊື້ບັນທຶກປະຈໍາວັນຂອງດຣ. ຈອນ ຊວງ ຊື່ວ່າ “ການເດີນທາງທີີ່ເທື່ອໜຶ່ງເຄີຍຫລົງທາງ” ກົດທີ່ນີ້ເພື່ອອ່ານບົດຄວາມວິກີພິເດຍເລື່ອງ ດຣ.ຊວງ.

ລາວເສຍຊີວິດດ້ວຍໂລກມະເຮັງໃນປີ 1944 ຕອນອາຍຸໄດ້ສີ່ສິບສອງປີ.

“ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ”(ມາລະໂກ 8:36)

ມັນຄືຄໍາອະທິຖານຂອງຂ້າພະເຈົ້າວ່າພວກທ່ານຈະປະສົບກັບການກັບໃຈໃໝ່ທີ່ແທ້ຈິງຄືກັບດຣ. ຊວງພົບ, ຂ້າພະເຈົ້າອະທິຖານວ່າພຣະເຈົ້າຈະຊົງສໍາແດງໃຫ້ທ່ານເຫັນເຖິງຄວາມວ່າງເປົ່າຂອງຊີວິດນີ້ ແລະທີ່ວ່າພຣະເຈົ້າຈະພາທ່ານມາພາຍໃຕ້ການສໍານຶກອັນເລິກຊື້ງເລື່ອງບາບ ແລະວ່່າພຣະເຈົ້າຈະຊົງຊັກນໍາທ່່ານມາຫາພຣະຄຣິດເພື່ອຊໍາລະຈາກຄວາມຜິດບາບໂດຍທາງພຣະໂລຫິດໄຖ່ບາບຂອງພຣະອົງ, ເມື່ອທ່ານວາງໃຈໃນພຣະເຢຊູທ່ານກໍຈະບັງເກີດໃໝ່ ແລະມີຊີວິດໃໝ່ທີ່ອັດສະຈັນໃນພຣະອົງ, ແລະຂ້າພະເຈົ້າຂໍອະທິຖານວ່າທ່່ານຈະກັບມາອີກໃນຄືນນີ້ຕອນ 6:15 ເພື່ອຟັງຄໍາເທດສະໜາອີກອັນໜຶ່ງທີ່ຊື່ວ່າ “ກັບດຣ.ຈອນ ຊວງ ທີ່ໂຮງຮຽນສາສະໜາສາດເສລີ” (ກົດທີ່ນີ້ເພື່ອອ່ານເບິ່ງ)ເອແມນ. ຂໍເຊີິນຢືນຂຶ້ນແລ້ວຮ້ອງເພງບົດທີໜຶ່ງໃນເຈ້ຍເພງຂອງທ່ານ “ພຣະເຢຊູຊົງຈ່າຍໝົດແລ້ວ”

ຂ້າຍິນພຣະຜູ້ຊ່ວຍວ່າ “ແທ້ຈິງກໍາລັງເຈົ້ານ້ອຍ”
ລູກທີ່ອ່ອນແອ,ຈົ່ງລະວັງແລະອະທິຖານ
ຈົ່ງພົບໃນເຮົາຜູ້ເປັນທຸກຢ່າງຂອງເຈົ້າ
ພຣະເຢຊູຊົງຈ່າຍໝົດແລ້ວ ທຸກຢ່າງທີ່ຂ້າເປັນໜີ້
ບາບເຖິງແມ່ນຈະແດງເທົ່າໃດ ພຣະອົງຊົງລ້າງໃຫ້ສະອາດ

ດຽວນີ້ຂ້າພົບລິດເດດພຣະອົງເຈົ້າ ແລະພຣະອົງຜູ້ດຽວ
ສາມາດປ່ຽນຮອຍຂອງຄົນຂີ້ທູດ ແລະເຮັດໃຫ້ໃຈຫີນລະລາຍໄດ້
ພຣະເຢຊູຊົງຈ່າຍໝົດແລ້ວ ທຸກຢ່າງທີ່ຂ້າເປັນໜີ້
ບາບເຖິງແມ່ນຈະແດງເທົ່າໃດ ພຣະອົງຊົງລ້າງໃຫ້ສະອາດ
(“Jesus Paid It All,” Elvina M. Hall, 1820-1889).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“All For Jesus” (Mary D. James, 1810-1883).