Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ທ່ານຈະຖືກຖີ້ມໄວ້ຢູ່ທາງຫຼັງບໍ?

WILL YOU BE LEFT BEHIND?
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 16/9/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 16, 2018

“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ເພາະທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງທ່ານຈະສະເດັດມາເວລາໃດ”(ມັດທາຍ 24:42)


ໜັງສືພິມເກືອບທຸກສະບັບທີ່ຂ້າພະເຈົ້າໄດ້ອ່ານມີບາງສິ່ງບາງຢ່າງໃນນັ້ນທີ່ກ່ຽວ ຂ້ອງກັບຄໍາທໍານວາຍໃນພຣະຄໍາພີ ແລະຈຸດຈົບຂອງໂລກດັ່ງທີ່ພວກເຮົາຮູ້ຈັກ, ມີໝາຍສໍາຄັນຫຼາຍຢ່າງທີ່ຖືກໃຫ້ເພື່ອສະແດງໃຫ້ພວກເຮົາເຫັນວ່າພວກເຮົາມີເວລາເຫຼືອບໍ່ຫຼາຍແລ້ວກ່ອນທີ່ໂລກຂອງພວກເຮົາຈະມາເຖິງຈຸດຈົບ.

ເຊີນຟັງພາດຫົວຂໍ້ຂ່າວຈາກໜັງສືພິມ Daily News ຢູ່ໃນລອສແອງເຈີລິສນີ້:

ຂົວຕ່າງໆກໍາລັງຫັກພັງລົງ, ຫຼາຍກວ່າໜຶ່ງສ່ວນສີ່ຂອງຂົວຕ່າງໆອ່ອນແອເກີນໄປ, ຊຸດໂຊມຫຼາຍຫຼື ຮັບພາລະໜັກເກີນໄປສໍາລັບການຈາລະຈອນຕິດຂັດຂອງມັນໃນມໍ່ໆນີ້ອີງຕາມບັນທຶກຂອງລັດທະບານກາງຊື່ງໃຫ້ລາຍລະອຽດວ່າລະບົບເສັ້ນທາງຂອງອາເມລິກາບໍ່ໄດ້ຮັກສາໄວ້ຢ່າງດີ.

ປະເທດອາເມລິກາເປັນປະເທດທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ແຕ່ພວກເຮົາບໍ່ສາມາດບໍາລຸງຮັກສາຫົນທາງກັບຂົວຕ່າງໆຂອງພວກເຮົາໄດ້!

ການຂາດແຄນຢາເກີດຂຶ້ນຢູ່ຕາມໂຮງໝໍຕ່າງໆ. ໂຮງໝໍຫຼາຍແຫ່ງທົ່ວປະເທດກໍາລັງແບ່ງປັນສ່ວນຢາບາດທະຍັກສໍາລັບຜູ້ໃຫຍ່... ຍ້ອນການຂາດແຄນວັກຊີນຂັ້ນວິກິດ, ເປັນໜຶ່ງໃນການຂາດແຄນຢາທີ່ໂຫດຮ້າຍທີ່ສຸດທີ່ໂຮງໝໍຕ່າງໆກໍາລັງຜະເຊີນຢູ່ໃນຮອບຫຼາຍປີ - ແລະຢ່າໄປຫວັງວ່າມັນຈະເປັນເທື່ອສຸດທ້າຍ, ການຂາດແຄນຢາທີ່ໂຮງໝໍຕ່າງໆໃຊ້ທຸກວັນ(ຕອນນີ້)ກໍາລັງເກີດຂຶ້ນແລະຮ້າຍລົງເລື້ອຍໆ, ມັນມັກກ່ຽວຂ້ອງກັບຜະລິດ ຕະພັນທີ່ມີທາງເລືອກໜ້ອຍ...(ມັນ)ໄດ້ຫລອກຫລອນໝໍ ແລະເພສັດຊະ ກອນທີ່ກໍາລັງດິ້ນຮົນເພື່ອຮັບມືກັບມັນ...ໂຮງໝໍຫຼາຍແຫ່ງກໍາລັງຮູ້ສຶກຂາດ ແຄນຫຼາຍກວ່າທີ່ເຄີຍເປັນມາກ່ອນ ຍ້ອນປະເຊີນກັບຄ່າຢາທີ່ສູງຫຼາຍ, ສ່ວນຫຼາຍປັດຈຸບັນນີ້ມີພຽງການກັກເກັບອຸປະກອນເລັກນ້ອຍຢູ່ໃນບັນຊີເຄື່ອງຂອງ.

ການລະລາຍນໍ້າກ້ອນຂອງພູຄິຣິແມນຈາໂຣ, ພູເຂົານໍ້າແຂງຂາວເທິງຍອດຂອງພູຄິຣິແມນຈາໂຣ(ແມ່ນ)ກໍາລັງຫາຍໄປ, ເຫຍື່ອຂອງຂະບວນການຫຼຸດລົງຂອງພູນໍ້າກ້ອນຢູ່ທົ່ວທຸກບ່ອນ, ນໍ້າກ້ອນກໍາລັງລະລາຍຍ້ອນ “ການປ່ຽນແປງຂອງອາກາດ”ທີ່ຂົມຂູ່ທົ່ວໂລກໃນຄືນນີ້!

ແຜ່ນດິນໄຫວໃຫຍ່ຕ່າງໆໄດ້ເຮັດໃຫ້ຜູ້ຄົນເກີດຄວາມຢ້ານກົວ!

ລະເບີດຄາບອມໃນເຢຣູຊາເລັມ, ລະເບີດລົດຍົນແຕກຢູ່ໃນເຂດຊາວຢິວດັ່ງເດີມໃນເມືອງເຢຣູຊາເລັມເປັນເຫດໃຫ້ຕຶກຕ່າງໆສັ່ນໄຫວ ແລະສົ່ງຜົນໃຫ້ຄວັນປິວໄປທົ່ວອາກາດ.

ເລື່ອງນີ້ອາດຈະເບິ່ງຄືວ່່າເປັນເຫດການທີ່ເກີດຕາມບຸນຕາມກໍາ, ແຕ່ສໍາລັບຄົນທີ່ຮູ້ຈັກຄໍາທໍານວາຍໃນພຣະຄໍາພີຮູ້ດີວ່າມັນເປັນໝາຍສໍາຄັນວ່າພວກເຮົາກໍາລັງອາໄສຢູ່ໃນຍຸກສຸດທ້າຍໃນຕອນນີ້, ຈຸດຈົບຂອງໂລກທີ່ພວກເຮົາຮູ້ຈັກມັນປາກົດໃກ້ເຂົ້າມາແລ້ວສໍາລັບຄົນທີ່ເຂົ້າໃຈຄໍາທໍານາຍຕ່່າງໆຂອງພຣະຄໍາພີ.

ພຣະເຢຊູຊົງກ່າວວ່າ:

“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ເພາະທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງທ່ານຈະສະເດັດມາເວລາໃດ”(ມັດທາຍ 24:42)

ພຣະເຢຊູຊົງເຕືອນເລື່ອງການຕັ້ງວັນທີ(ມັດທາຍ 24:36; ກິດຈະການ 1:7) ແຕ່ພຣະອົງຊົງບອກເຮົາໃຫ້ເຝົ້າເບິ່ງໝາຍສໍາຄັນທົ່ວໄປຂອງຈຸດຈົບທີ່ໃກ້ເຂົ້າມາແລ້ວ. ຂ້າພະເຈົ້າເຊື່ອວ່າພວກເຮົາກໍາລັງອາໄສຢູ່ໃນຊ່ວງເວລານັ້ນ, ພຣະຄໍາພີສອນເຮົາວ່າຈຸດຈົບໃກ້ຊິຮອດແລ້ວ.

ພຣະຄໍາພີສອນວ່າພຣະຄຣິດຈະສະເດັດມາໃນເມກ, ຄົນທີ່ມີຊີວິດແລະຄົນຕາຍທີ່ເປັນຄຣິສຕຽນທີ່ກັບໃຈໃໝ່ຢ່າງແທ້ຈິງຈະຟື້ນຂຶ້ນເພື່ອພົບກັບພຣະອົງໃນຟ້າອາກາດ (ອີງຕາມ 1 ເທສະໂລນິກາ 4:14-18) ບາງຄົນທີ່ບໍ່ເຊື່ອພຣະຄໍາພີເຍາະເຍີ້ຍຄໍາທໍານາຍໃນພຣະຄໍາພີນີ້, ພວກເຂົາຫົວຂວັນແລະເວົ້າວ່າມັນຈະບໍ່ມີວັນເກີດຂຶ້ນດອກ, ແຕ່ພວກເຂົາເວົ້າຜິດ, ວັນໜຶ່ງໃນບໍ່ຊ້າການຮັບຂຶ້ນຈະເກີດຂຶ້ນ, ແລະທ່ານຈະຖືກຖິ້ມໄວ້ຢູ່ທາງຫຼັງ!

ຂໍໃຫ້ພວກເຮົາຄິດຫຍໍ້ກ່ຽວກັບສາມສິ່ງທີ່ເຊື່ອມຕໍ່ກັບການຮັບຂຶ້ນ.

I. ໜຶ່ງ ສະພາບການຕ່າງໆກ່ອນການຮັບຂຶ້ນ.

ພຣະຄໍາພີບອກພວກເຮົາເຖິງສິ່ງທີ່ຈະເກີດຂຶ້ນໃນໂລກກ່ອນທີ່ການຮັບຂຶ້ນຈະເກີດ.

ພຣະເຢຊູຊົງກ່າວວ່າ:

“ດ້ວຍສະໄໝຂອງໂນອາເປັນແນວໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນແບບນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການແຕ່ງງານແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນນາວາ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)

ໂນອາເປັນນັກເທດແຫ່ງຄວາມຊອບທໍາ(2 ເປໂຕ 2:5), ລາວໄດ້ເຕືອນຄົນໃນຍຸກຂອງຕົນວ່າການພິພາກສາກໍາລັງຈະມາ, ແຕ່ຜູ້ຄົນພາກັນຫົວໃສ່ລາວ ແລະເຍີ້ຍຄໍາປະກາດຂອງລາວ, ພວກເຂົາບໍ່ໄດ້ຟັງ, ພວກເຂົາຍັງຄົງສືບຕໍ່ດໍາເນີນກັບຊີວິດວັດຖຸນິຍົມ,ຊີວິດບາບຂອງເຂົາ.

ນັ້ນແຫຼະຄືຫົນທາງທີ່ເກີດຂື້ນໃນປັດຈຸບັນ, ບາງຄົນພາພວກທ່ານມາໂບດ, ທ່ານໄດ້ຍິນຄໍາເທດສະໜາ, ແລ້ວທ່ານກໍກັບໄປຫາທາງຊີວິດເກົ່າຂອງຕົນ, ທ່ານບໍ່ໄດ້ກັບໃຈ, ທ່ານບໍ່ໄດ້ເຊື່ອວາງໃຈພຣະເຢຊູຄຣິດ, ເມື່ອພວກເຮົາໂທຫາທ່ານ,ທ່ານກໍບໍ່ກັບມາໂບດນີ້ອີກ

ພວກທ່ານຢາກຈະມີຄວາມມ່ວນຊື່ນ, ຂໍໃຊ້ປະໂຫຍກເດັດຂອງດຣ.ເອ.ດັບໂບຢູໂທເຊີ, ພວກທ່ານຄິດວ່າໂລກນີ້ເປັນ “ສະໜາມຫຼີ້ນແທນທີ່ຂອງການເປັນສະໜາມຮົບ” ພວກທ່ານຄິດວ່າຊີວິດເປັນເໝືອນກັບສວນສະໜຸກດິສນີແລນ, ພວກທ່ານຄິດວ່າເປົ້າໝາຍທັງໝົດຂອງຊີວິດກໍຄືເພື່ອມີຄວາມ “ມ່ວນ” ພວກທ່ານປະຕິເສດທີ່ຈະສ້າງໂອກາດເພື່ອພຣະເຈົ້າໃນຄຣິສຕະຈັກທຸກວັນອາທິດ, ເມື່ອສິ່ງເລັກນ້ອຍໃດໆເກີດຂຶ້ນທ່ານກໍຂາດໂບດ, ທ່່ານບໍ່ໄດ້ກັບໃຈໃໝ່, ທ່ານບໍ່ແມ່ນຄຣິສຕຽນແທ້, ເມື່ອຄວາມຕາຍມາເຖິງທ່ານ,ທ່ານກໍຈະບໍ່ພ້ອມ, ເມື່ອການຮັບຂຶ້ນມາເຖິງ,ທ່ານຈະຖືກຖີ້ມໄວ້ຢູ່ທາງຫຼັງ! ຄືກັບທີ່ກຣິຟຟິດຮ້ອງເພງວັ່ງກີ້ນີ້ວ່າ “ພຣະບຸດໄດ້ມາ ແລະທ່ານຈະຖືກຖີ້ມໄວ້ຢູ່ທາງຫຼັງ”

ພຣະເຢຊູຊົງກ່າວວ່າ:

“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ເພາະທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງທ່ານຈະສະເດັດມາເວລາໃດ”(ມັດທາຍ 24:42)

II. ສອງ ຈົ່ງຄິດເຖິງຄວາມອັນຕະລາຍຂອງການເປັນຄົນບໍ່ກຽມພ້ອມສໍາລັບການຮັບຂຶ້ນ.

ຂໍເຊີນເປີດມັດທາຍບົດທີ 25, ຢູ່ໜ້າທີ່ 1035 ໃນພຣະທໍາສະກໍຟິວສຶກສາ, ພວກນັກເທດເກົ່າໆທຸກຄົນເວົ້າວ່າສາວພົມມະຈາລີໃນຂໍ້ພຣະຄໍາພີນັ້ນເລັ່ງເຖິງຄົນທີ່ບໍ່ໄດ້ກຽມ ພ້ອມທີ່ຈະພົບກັບພຣະຄຣິດ ແລະຂ້າພະເຈົ້າເຊື່ອວ່າພວກເຂົາເວົ້າຖືກ.

ໃນພຣະຄໍາພີຂໍ້ນີິ້ພຣະເຢຊູຊົົງໃຫ້ຄໍາອຸປະມາ,ເລື່ອງລາວທີີ່ອະທິບາຍພາບຄວາມຈິງອັນຍິ່ງໃຫຍ່ຝ່າຍວິນຍາານ. ແມ່ນຫຍັງຄືຄວາມຈິງອັນຍິ່ງໃຫຍ່ທີ່ພຣະອົງກ່າວເຖິງ?ເບິ່ງ ມັດທາຍ 25:13 ພຣະເຢຊູຊົງກ່າວວ່າ:

“ເຫດສະນັ້ນຈົ່ງເຝົ້າລະວັງຢູ່ ເພາະທ່ານທັງຫລາຍບໍ່ຮູ້ກຳນົດວັນຫລືໂມງທີ່ບຸດມະນຸດຈະສະເດັດມາ”(ມັດທາຍ 25:13)

ດັ່ງນັ້ນຂໍ້ພຣະຄໍາພີຂໍ້ນີ້ຈື່ງເປັນຄໍາເຕືອນຕໍ່ພວກທ່ານ!

ຍິງພົມມະຈັນຫ້າຄົນໄດ້ກຽມພ້ອມ, ພວກເຂົາພ້ອມສໍາລັບການສະເດັດມາຂອງ ພຣະຄຣິດ, ແຕ່ອີກຫ້າຄົນບໍ່ໄດ້ກຽມພ້ອມຕອນທີ່ພຣະອົງມາ, ມັນອັນຕະລາຍທີ່ຈະເວົ້າເຖິງລາຍລະອຽດໃນການເຂົ້າໃຈຄໍາອຸປະມານັ້ນ, ຄວາມໝາຍຂອງຂໍ້ພຣະຄໍາພີນີ້ກໍຄື: ມີຫຼາຍຄົນຈະບໍ່ພ້ອມເມື່ອພຣະເຢຊູສະເດັດມາໃນການຮັບຂຶ້ນ.

ຕອນນີ້ເບິ່ງຂໍ້ສິບ:

“ເມື່ອພວກນາງກຳລັງໄປຊື້ນັ້ນເຈົ້າບ່າວກໍມາເຖິງ ຜູ້ທີ່ພ້ອມຢູ່ແລ້ວກໍໄດ້ເຂົ້າໄປກັບທ່ານໃນພິທີແຕ່ງງານນັ້ນ ແລ້ວປະຕູກໍປິດ”(ມັດທາຍ 25:10)

ຫຼັງຈາກທີ່ພວກຄຣິສຕຽນແທ້ຖືກຮັບຂຶ້ນໄປ,ປະຕູຈະຖືກປິດກໍເໝືອນກັບປະຕູເຮືອຂອງໂນອາທີ່ຖືກປິດ, ຈະບໍ່ມີິຜູ້ຄົນໄດ້ເຂົ້າໄປອີກ, “ແລະປະຕູກໍຖືກປິດ”

ເບິ່ງຂໍ້ 11

“ພາຍຫລັງຍິງພົມມະຈາລີອີກພວກຫນຶ່ງກໍມາຮ້ອງວ່າ `ທ່ານເຈົ້າຂ້າໆ ຂໍເປີດໃຫ້ຂ້າພະເຈົ້າທັງຫລາຍແດ່' ຝ່າຍທ່ານຕອບວ່າ `ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ເຮົາບໍ່ຮູ້ຈັກທ່ານ'”(ມັດທາຍ 25:11-12)

ແລະໃນຂໍ້ 13 ພຣະເຢຊູຊົງປະຍຸກໃຊ້ເລື່ອງນີ້ກັບພວກທ່ານ:

“ເຫດສະນັ້ນຈົ່ງເຝົ້າລະວັງຢູ່ ເພາະທ່ານທັງຫລາຍບໍ່ຮູ້ກຳນົດວັນຫລືໂມງທີ່ບຸດມະນຸດຈະສະເດັດມາ”(ມັດທາຍ 25:13)

ພວກເຮົາຮູ້ຈັກຊ່ວງເວລາທົ່ວໄປ ແຕ່ບໍ່ແມ່ນວັນຫຼືຊົ່ວໂມງນັ້ນ.

ແລະເມື່ອວັນນັ້ນແລະໂມງນັ້ນມາເຖິງ,ມັນກໍຈະສວາຍເກີນໄປສໍາລັບທ່ານ, ຄືກັບທີ່ ກຣິຟຟິດໄດ້ຮ້ອງເພງກ່ອນຄໍາເທດສະໜານີ້ວ່າ: “ພຣະບຸດໄດ້ມາແລະທ່ານຈະຖືກຖີ້ມໄວ້ຢູ່ທາງຫຼັງ”

III. ສາມ ຄົນທີ່ຖືກຖິ້ມໄວ້ທາງຫຼັງຕອນຮັບຂຶ້ນຈະຖືກປ່ອຍໂດຍພຣະເຈົ້າ, ພວກເຂົາຈະ ເປັນຄົນຊົ່ວ, ບໍ່ສາມາດທີ່ຈະລອດໄດ້.

ຈົ່ງຟັງພະນິມິດບົດທີສິບຫົກ, ໃນພຣະຄໍາພີຂໍ້ນີ້ພວກເຮົາໄດ້ຮຽນຮູ້ເລື່ອງພຣະພິ ໂລດຂອງພຣະເຈົ້າຊື່ງຈະຖືກຖອກລົງມາເທິງໂລກທີ່ປະຕິເສດພຣະຄຣິດຫຼັງຈາກການຮັບຂຶ້ນ, ຂໍ້ທີສອງບອກເຮົາວ່າພວກເຂົາຈະມີຄວາມເຈັບປວດສຸດໆ, ຂໍສີ່ບອກເຮົາວ່ານໍ້າຂອງໂລກຈະເປັນພິດ, ຂໍ້ແປດບອກເຮົາວ່າມະນຸດທັງປວງຈະໄໝ້ດ້ວຍໄຟ, ຂໍ້ສິບບອກເຮົາວ່າຈະມີຄວາມມືດ ແລະຜູ້ຄົນຈະກັດລິ້ນຂອງຕົນເພາະຄວາມເຈັບປວດ, ຂໍ້ສິບແປດບອກເຮົາວ່າຈະມີແຜ່ນດິນໄຫວໃຫຍ່ຕ່າງໆ, ຂໍ້ຊາວເອັດບອກເຮົາວ່່າຈະມີ “ໝາກເຫັບໃຫຍ່”ຕົກລົງມາຈາກຟ້າ.

ຜູ້ຄົນຈະຫັນກັບມາຫາພຣະຄຣິດເມື່ອສິ່ງທັງໝົດນີ້ເກີດຂຶ້ນບໍ? ບໍ່! ຈົ່ງຟັງຕອນທ້າຍຂອງຂໍ້ທີ 9:

“ພວກເຂົາບໍ່ໄດ້ກັບໃຈແລະບໍ່ໄດ້ຖວາຍພຣະກຽດແດ່ພຣະອົງ”(ພະນິມິດ 16:9)

ແລະຂໍ້ສິບເອັດ:

“ແລະເວົ້າໝິ່ນປະມາດພຣະເຈົ້າແຫ່ງສະຫວັນ ເພາະຄວາມເຈັບປວດແລະເພາະແຜທີ່ມີໜອງຕາມຕົວຂອງເຂົາ ແຕ່ເຂົາບໍ່ໄດ້ກັບໃຈໃໝ່ຈາກການປະພຶດຂອງຕົນ”(ພະນິມິດ 16:11)

ແລະຕອນທ້າຍຂອງຂໍ້ຊາວເອັດ:

“[ພວກເຂົາ]ຈຶ່ງເວົ້າໝິ່ນປະມາດພຣະເຈົ້າ ເພາະໄພພິບັດທີ່ເກີດຈາກລູກເຫັບນັ້ນ ເພາະວ່າໄພພິບັດຈາກລູກເຫັບນັ້ນຮ້າຍແຮງຍິ່ງຫຼາຍ”(ພະນິມິດ 16:21)

ພວກທ່ານເຫັນບໍ,ພວກເຂົາຈະຖືກພຣະເຈົ້າປ່ອຍປະ, ມັນຈະສວາຍເກີນໄປສໍາລັບພວກເຂົາທີ່ຈະລອດໄດ້, ພວກເຂົາຈະເຮັດບາບທີ່ໃຫ້ອະໄພບໍ່ໄດ້.

“ພຣະເຈົ້າຊົງປ່ອຍເຂົາເຊັ່ນກັນ”(ໂຣມ 1:24)

“ພຣະເຈົ້າຊົງປ່ອຍເຂົາ”(ໂຣມ 1:26)

“ພຣະເຈົ້າຈື່ງຊົງປ່ອຍໃຫ້ເຂົາມີໃຈຊົ່ວ”(ໂຣມ 1:28)

ຄືກັບທີ່ກຣິຟຟິດໄດ້ຮ້ອງເພງ “ພຣະບຸດໄດ້ມາ ແລະທ່ານຈະຖືກຖິ້ມໄວ້ຢູ່ທາງຫຼັງ”

ຖ້າທ່ານຕ້ອງການຖືກຮັບຂຶ້ນ, ຖ້າທ່ານຕ້ອງການທີ່ຈະລອດ ທ່ານກໍຈະຕ້ອງລອດດຽວນີ້ໃນຂະນະທີ່ພຣະເຈົ້າຍັງຄົງເວົ້າກັບທ່ານຢູ່, ຖ້າທ່ານຫາກຖ້າດົນໂພດ, ມັນກໍຈະສວາຍເກີນໄປ.

ພາຍຸເຮີຣິເຄນຟຣໍເຣນສ໌ໄດ້ພັດໃສ່ທາງເໜືອລັດແຄຣໍລີນາເໜືອກັບແຄຣໍລີນາໃຕ້ອາທິດແລ້ວນີ້, ຜູ້ຄົນຖືກເຕືຶອນໃຫ້ອອກຈາກບ້ານ, ປະທານາທິບໍດີໄດ້ເຕືອນພວກເຂົາ,ຜູ້ວ່າການລັດໄດ້ເຕືອນພວກເຂົາ, ຕໍາຫຼວດກັບນັກດັບເພີງພາກັນຂັບລົດຕາມຖະໜົນຕ່າງໆພ້ອມດ້ວຍໂທລະໂຄ່ງ ແລະເຕືອນພວກເຂົາໃຫ້ອອກໄປ, ຜູ້ຄົນຖືກເຕືອນແລ້ວເຕືອນອີກ, ແຕ່ຄົນໂງ່ບາງຄົນພັດບໍ່ຍອມໄປ-ແລະພວກເຂົາກໍຈົ່ມລົງໃນນໍ້າຖ້ວມ, ພວກທ່ານຖືກເຕືອນແລ້ວວ່າພຣະຄຣິດກໍາລັງຈະສະເດັດມາ, ຖ້າທ່ານຫາກບໍ່ຟັງ,ທ່ານກໍຈະຖືກຖີ້ມໄວ້ທາງຫຼັງໃນຕອນຮັບຂຶ້ນ, ຖ້າທ່ານຫາກຖ້າດົນໂພດ, ມັນກໍຈະສວາຍເກີນໄປ.

ພຣະຄຣິດຊົງສິ້ນພຣະຊົນເພື່ອຄວາມຜິດບາບຂອງທ່ານ, ພຣະອົງຊົງຟື້ນຂຶ້ນມາຈາກຕາຍ ແລະນັ່ງໃນສະຫວັນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ, ຈົ່ງເຊື່ອໃນພຣະອົງດຽວນີ້ ແລະພຣະໂລຫິດຂອງພຣະອົງຈະຊົງລ້າງຄວາມຜິດບາບຂອງທ່ານອອກໄປ ແລະທ່ານກໍຈະພ້ອມສໍາລັບການຮັບຂຶ້ນ, ຖ້າທ່ານຫາກລໍຖ້າກໍຈະມີຄໍາເວົ້າຕໍ່ທ່ານວ່າ “ພຣະບຸດໄດ້ມາ ແລະທ່ານຈະຖືກຖິ້ມໄວ້ຢູ່ທາງຫຼັງ” ຄືກັບທີ່ກຣິຟຟິດໄດ້ຮ້ອງ “ພຣະບຸດໄດ້ມາ ແລະທ່ານຈະຖືກຖິ້ມໄວ້ຢູ່ທາງຫຼັງ” ມັນຢູ່ໃນບົດທີ 3 ຂອງເຈ້ຍເພງຂອງທ່ານ, ຂໍເຊີນຢືນຂຶ້ນແລະຮ້ອງ, ຢ່າຮ້ອງໄວເກີນໄປ, ຈົ່ງຄິດກ່ຽວກັບຄໍາເວົ້ານັ້ນ.

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບລົງເທິງພື້ນ
ຂ້າປາດຖະໜາໃຫ້ພວກເຮົາກຽມພ້ອມ
ລູກຫຼານຕາຍ,ວັນເວລາເຢັນຊ່າລົງ
ເຂົ້າຈີ່ປຽງໜຶ່ງຈະຊື້ຄໍາໄດ້ເປັນເປົາ
ຂ້າປາດຖະໜາໃຫ້ພວກເຮົາກຽມພ້ອມ
ບໍ່ມີເວລາທີ່ຈະປ່ຽນໃຈຂອງທ່ານ
ທ່່ານຕາບອດແບບນັ້ນໄດ້ແນວໃດ
ພຣະຜູ້ຊ່ວຍຊົງເອີ້ນແຕ່ທ່ານເມີນເສີຍ
ພຣະບຸດໄດ້ມາແລະທ່ານຖືກຖີ້ິ້ມໄວ້ທາງຫຼັງ
ທ່ານຖືກຖີ້ມໄວ້ຢູ່ທາງຫຼັງ
ທ່ານຖືກຖີ້ມໄວ້ຢູ່ທາງຫຼັງ

ຊາຍກັບເມຍທີ່ນອນຢູ່ໃນຕຽງ
ນາງໄດ້ຍິນສຽງແລ້ວຫຼຽວເບິ່ງ-ລາວໄປແລ້ວ
ຂ້າປາດຖະໜາໃຫ້ພວກເຮົາກຽມພ້ອມ
ຊາຍສອງຄົນຍ່າງຂຶ້ນເທິງໂນນພູ
ຄົນໜຶ່ງຫາຍຕົວໄປແລະອີກຄົນໜຶ່ງຍັງຢືນຢູ່
ຂ້າປາດຖະໜາໃຫ້ພວກເຮົາກຽມພ້ອມ
ບໍ່ມີເວລາທີ່ຈະປ່ຽນໃຈຂອງທ່ານ
ທ່່ານຕາບອດແບບນັ້ນໄດ້ແນວໃດ
ພຣະຜູ້ຊ່ວຍຊົງເອີ້ນແຕ່ທ່ານເມີນເສີຍ
ພຣະບຸດໄດ້ມາແລະທ່ານຖືກຖີ້ິ້ມໄວ້ທາງຫຼັງ
ທ່ານຖືກຖີ້ມໄວ້ຢູ່ທາງຫຼັງ
ທ່ານຖືກຖີ້ມໄວ້ຢູ່ທາງຫຼັງ
(“ຂ້າປາດຖະໜາໃຫ້ພວກເຮົາກຽມພ້ອມ”by Larry Norman, 1947-2008;
      chorus altered by the Pastor)

ຢ່າຖືກຖິ້ີມໄວ້ທາງຫຼັງ, ຈົ່ງວາງໃຈໃນພຣະເຢຊູ ແລະລອດດຽວນີ້,ຄືນນີ້ເລີຍ!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນຄໍາເທດສະໜາ: ມັດທາຍ 24:37-42.
ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“I Wish We’d All Been Ready” (Larry Norman, 1947-2008).

ໂຄງຮ່າງບົດເທດສະໜາ

ທ່ານຈະຖືກຖີ້ມໄວ້ຢູ່ທາງຫຼັງບໍ?

WILL YOU BE LEFT BEHIND?

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ເພາະທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງທ່ານຈະສະເດັດມາເວລາໃດ”
(ມັດທາຍ 24:42)

I.   ໜຶ່ງ ສະພາບການຕ່າງໆກ່ອນການຮັບຂຶ້ນ. ມັດທາຍ 24:37-41.

II.  ສອງ ຈົ່ງຄິດເຖິງຄວາມອັນຕະລາຍຂອງການເປັນຄົນບໍ່ກຽມພ້ອມສໍາລັບ
ການຮັບຂຶ້ນ. ມັດທາຍ 25:1-13.

III. ສາມ ຄົນທີ່ຖືກຖິ້ມໄວ້ທາງຫຼັງຕອນຮັບຂຶ້ນຈະຖືກພຣະເຈົ້າປະປ່ອຍ,ພວກ
ເຂົາຈະເປັນຄົນຊົ່ວ, ບໍ່ສາມາດທີ່ຈະລອດໄດ້. ພະນິມິດ 16:9,11, 21.