Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໝາຍສໍາຄັນຕ່າງໆແຫ່ງຍຸກສຸດທ້າຍ

SIGNS OF THE LAST DAYS
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 9/9/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 9, 2018


ພວກສາວົກຢາກຈະຮູ້ວ່າເມື່ອໃດໂລກຈະຈົບສິ້ນ, ພວກເຂົາຖາມວ່າ “ແມ່ນຫຍັງ ຈະເປັນໝາຍສໍາຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກ?”(ມັດທາຍ 24:3), ພວກເຂົາຂໍໃຫ້ພຣະເຈົ້າໃຫ້ໝາຍສໍາຄັນແກ່ພວກເຂົາ, ພຣະອົງຊົງໃຫ້ໝາຍສໍາຄັນ ຫຼາຍຢ່າງແກ່ພວກເຂົາທີ່ບັນທຶກໄວ້ໃນມັດທາຍ 24 ແລະຢູ່ໃນຂໍ້ພຣະຄໍາພີທີ່ຄ້າຍຄືກັນໃນ ລູກາ 21, ມັດທາຍ 24 ໄດ້ໃຫ້ໝາຍສໍາຄັນຫຼາຍໆຢ່າງ ແລະໃນລູກາ 21 ກໍໃຫ້ຫຼາຍ ກວ່ານັ້ນອີກ, ໃນຄືນນີ້ພວກເຮົາຈະມາຟັງສ່ວນຫຼາຍຢູ່ໃນລູກາ 21 ,“ແມ່ນຫຍັງຈະເປັນ ໝາຍສໍາຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກ?” ພຣະຄຣິດຊົງປະ ທານໝາຍສໍາຄັນຫຼາຍຢ່າງໃນລູກາ 21 ແຕ່ກ່ອນອື່ນຂໍໃຫ້ເຮົາເປີດໄປໃນ 2 ເປໂຕ.

ຈົ່ງເປີດໄປໃນ 2 ເປໂຕບົດທີສາມຂໍ້ 3, ຢູ່ໜ້າ 1319 ຂອງພຣະທໍາສະກໍຟິວສຶກ ສາ,

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນ ແລະ ດໍາເນີນຕາມໃຈປາດຖະໜາຊົ່ວຂອງຕົນ”(2 ເປໂຕ 3:3)

ໃນຄືນນີ້ຂ້າພະເຈົ້າຈະຂໍເວົ້າເຖິງເລື່ອງ: “ໝາຍສໍາຄັນຕ່າງໆແຫ່ງຍຸກສຸດທ້າຍ” ເພາະພວກເຮົາກໍາລັງອາໄສຢູ່ໃນຍຸກສຸດທ້າຍຕອນນີ້, ເວລາມັນສັ້ນ.

ຈົ່ງສັງເກດຖ້ອຍຄໍາໃນ 2 ເປໂຕ 3:3 “ໃນວັນສຸດທ້າຍຈະເກີດຂຶ້ນ”ສັງເກດຄໍາວ່າ “ຍຸກສຸດທ້າຍ” ທ່ານຈະພົບຖ້ອຍຄໍາແລະຮູບແບບຫຼາຍໆບ່ອນໃນພຣະຄໍາພີ.

ພຣະຄໍາພີສອນວ່າຈະມີຈຸດໜຶ່ງໃນປະຫວັດສາດທີ່ຈະຮູ້ຈັກກັນໃນນາມຍຸກສຸດທ້າຍ ຄູສອນພຣະຄໍາພີຫຼາຍຄົນເວົ້າວ່າພວກເຮົາຢູ່ໃນຍຸກນັ້ນໃນຕອນນີ້, ຂ້າພະເຈົ້າຄິດວ່າພວກ ເຂົາເວົ້າຖືກ, ພຣະຄໍາພີເຕືອນເລື່ອງການຕັ້ງວັນທີ, ແຕ່ມີຈຸດໜຶ່ງຂອງຊ່ວງເວລາທີ່ຮູ້ຈັກກັນ ໃນຊື່“ຍຸກສຸດທ້າຍ” ໝາຍສໍາຄັນທຸກອັນຊີ້ບອກວ່າພວກເຮົາອາໄສຢູ່ຍຸກນັ້ນໃນຕອນນີ້,ເລ ໂອນາດ ເຣເວັນຮິລໄດ້ກ່າວວ່າ: “ນີ້ແມ່ນຍຸກສຸດທ້າຍ”

ປະໂຫຍກຕໍ່ໄປໃນ 2 ເປໂຕ 3:3 “ພວກເຍາະເຍີ້ຍ” ຄົນພວກນີ້ເຍາະເຍີ້ຍຄວາມຄິດເລື່ອງການສະເດັດມາເທື່ອທີ່ສອງຂອງພຣະຄຣິດ ແລະຈຸດຈົບຂອງໂລກ, ພວກເຂົາເຍາະເຍີ້ຍ ແລະດູຖູກ ແລະຫົວຂວັນ, ພວກເຂົາເປັນພວກນັກເຍາະເຍີ້ຍຖາກຖາງ ແລະບໍ່ເຊື່ອ, ພວກເຂົາເວົ້າວ່າ “ພວກເຮົາບໍ່ສາມາດພົບພຣະເຈົ້າບ່ອນໃດກໍໄດ້, ພວກເຮົາບໍ່ຄິດວ່າ ພຣະເຈົ້າຈະເຮັດໃຫ້ໂລກນີ້ສິ້ນສຸດລົງ, ພວກເຮົາບໍ່ແນ່ໃຈຊໍ້າວ່າມີພຣະເຈົ້າອົງໜຶ່ງບໍ” ພວກເຂົາເຍີ້ຍ ແລະຫົວຂວັນໃສ່ຄວາມຄິດເລື່ອງການພິພາກສາໃນອະນາຄົດ, ພວກເຂົາດູຖູກຄວາມຄິດເລື່ອງທີ່ພຣະເຢຊູຄຣິດຈະສະເດັດມາໃນໂລກນີ້ເທິງເມກ,ຈາກມິຕິອື່ນ, ພວກເຂົາຫົວຂວັນໃສ່ຄວາມຄິດທຸກຢ່າງເລື່ອງຈຸດຈົບຂອງໂລກນີ້ໂດຍພຣະພິໂລດອັນແຮງກ້າຂອງ ພຣະເຈົ້າ.

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນ ແລະ ດໍາເນີນຕາມໃຈປາດຖະໜາຊົວຂອງຕົນ”(2 ເປໂຕ 3:3)

ເປັນຫຍັງພວກເຂົາຈື່ງດູຖູກແລະຫົວຂວັນໃສ່? ປະໂຫຍກຕໍ່ໄປບອກພວກເຮົາວ່າ “ດໍາເນີນຕາມຕັນຫາຂອງຕົນເອງ” ຫຼື “ເຮັດຕາມຕັນຫາຂອງພວກເຂົາເອງ” ພວກເຂົາມີຊີວິດໃນຄວາມບາບ, ນັ້ນແຫຼະທີ່ວ່າເປັນຫຍັງພວກເຂົາຈື່ງບໍ່ຕ້ອງການໃຫ້ພຣະຄຣິດມາ ແລະແຊກແຊງກັບຫົນທາງແຫ່ງຊີວິດໃນບາບຂອງເຂົາ, ພວກເຂົາຮັກຕັນຫາຂອງເຂົາ,ພວກເຂົາຮັກຄວາມບາບຂອງຕົນຫຼາຍໂພດຈົນເຂົາບໍ່ຕ້ອງການໃຫ້ພຣະຄຣິດມາ, ດັ່ງນັ້ນພວກເຂົາຈື່ງປະຕິເສດໃນສິ່ງທີ່ພຣະຄໍາພີສອນກ່ຽວກັບການພິພາກສາຂອງພຣະເຈົ້າ! ພຣະອົງຊົງເປັນພຣະເຈົ້າແຫ່ງຄວາມຮັກ ແຕ່ພຣະອົງຊົງເປັນພຣະເຈົ້າແຫ່ງຄວາມໂກດຮ້າຍກັບ ການພິພາກສາເຊັ່ນກັນ, ພຣະອົງຊົງເປັນພຣະເຈົ້າແຫ່ງຄວາມໂກດຮ້າຍຕໍ່ສູ້ບາບແລະຄວາມຊົ່ວ, ພວກເຍາະເຍີ້ຍໜ້າຊື່ໃຈຄົດເຫຼົ່ານີ້ບໍ່ເຄີຍກວດເບິ່ງຫຼັກຖານເລີຍ, ພວກເຂົາບໍ່ອ່ານພຣະຄໍາພີິ, ພວກເຂົາບໍ່ຕ້ອງການທີ່ຈະຮູ້ຈັກຄວາມຈິງ-ເພາະພວກເຂົາເປັນຄົນໜ້າຊື່ໃຈຄົດ, ພວກເຂົາເປັນພວກດູຖູກດໍາເນີນຕາມຕັນຫາຂອງຕົນເອງ.

ແລ້ວ,ຂໍ້ຕໍ່ໄປໄດ້ເວົ້າວ່າ: “ເພາະວ່າເຂົາແກ້ງລືມຂໍ້ນີ້ ຄືໂດຍຄຳກ່າວຂອງພຣະເຈົ້າ ຟ້າສະຫວັນໄດ້ເກີດຂຶ້ນຕັ້ງແຕ່ບູຮານ ...”(ເບິ່ງຂໍ້ 7) “ແຕ່ວ່າທ້ອງຟ້າອາກາດແລະແຜ່ນດິນໂລກທີ່ຢູ່ດຽວນີ້ ພຣະອົງຊົງເກັບຮັກສາໄວ້ໂດຍຄຳກ່າວນັ້ນສຳລັບໃຫ້ໄຟເຜົາ ຄືເກັບໄວ້ຈົນເຖິງວັນຊົງພິພາກສາ ແລະວັນພິນາດແຫ່ງບັນດາຄົນອະທຳ”(2 ເປໂຕ 3:3-7).

ຕອນນີ້ຈົ່ງເບິ່ງໃນຂໍ້ສິບ:

“ແຕ່ວ່າວັນຂອງອົງພຣະຜູ້ເປັນເຈົ້ານັ້ນຈະມາເຖິງເໝືອນຢ່າງຂີ້ລັກແອບຈອບມາໃນເວລາກາງຄືນ ແລະໃນວັນນັ້ນທ້ອງຟ້າຈະສູນສິ້ນໄປດ້ວຍສຽງທີ່ດັ່ງກຶກກ້ອງ ແລະໂລກທາດຈະສະຫລາຍໄປດ້ວຍຄວາມຮ້ອນອັນແຮງກ້າ ແລະແຜ່ນດິນໂລກກັບການງານທັງປວງທີ່ມີຢູ່ໃນນັ້ນຈະຕ້ອງໄໝ້ໝົດສິ້ນດ້ວຍ”

ຂໍ້ພຣະຄໍາພີຂໍ້ນີ້ເວົ້າວ່າວັນແຫ່ງການພິພາກສາກໍາລັງຈະມາເຖິງ,ໂລກບາບທັງໝົດວັນໜຶ່ງຈະຕ້ອງຢືນຢູ່ຕໍ່ໜ້າການພິພາກສາຂອງພຣະເຈົ້າ, ຖ້າທ່ານຍັງບໍ່ກັບໃຈໃໝ່ແລ້ວທ່ານກໍຈະຢືນຢູ່ຕໍ່ໜ້າພຣະເຈົ້າໃນວັນນັ້ນ, ທ່ານຈະຖືກຕັດສິນຍ້ອນຄວາມບາບຂອງຕົນຖ້າທ່ານຫາກຍັງບໍ່ໄດ້ຮັບຄວາມລອດ.

ແລະພວກສາວົກໄດ້ຖາມເຖິງວັນແຫ່ງການສະເດັດມາ, ພວກເຂົາເວົ້າວ່າ“ແມ່ນຫຍັງ ຈະເປັນໝາຍສໍາຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກ?”(ມັດທາຍ 24:3).

ດຽວນີ້ພຣະຄຣິດຊົງໃຫ້ໝາຍສໍາຄັນຫຼາຍຢ່າງແລະຂ້າພະເຈົ້າຈະຂໍໃຫ້ລາຍຊື່ພວກມັນ.

I. ໜຶ່ງ ມີໝາຍສໍາຄັນກ່ຽວກັບນິເວດວັດທະນາຊື່ງສະແດງໃຫ້ເຫັນວ່າຈຸດຈົບໃກ້ແລ້ວ.

ພຣະເຢຊູຊົງກ່າວວ່າຈະມີ:

“ແຜ່ນດິນໄຫວໃຫຍ່ໃນທີ່ຕ່າງໆແລະຈະເກີດກັນດານອາຫານແລະໂລກລະບາດຢ່າງຮ້າຍແຮງແລະຈະມີຄວາມວິບັດອັນໜ້າຢ້ານ...ເທິງແຜ່ນດິນກໍຈະມີຄວາມທຸກຮ້ອນຕາມຊາດຕ່າງໆຊຶ່ງມີຄວາມສັບສົນວຸ້ນວາຍເພາະສຽງກຶກກ້ອງຂອງທະເລແລະຄື້ນ ຈິດໃຈມະນຸດກໍຈະສະຫລົບໄສລະໄປເພາະຄວາມຢ້ານແລະເພາະສັງຫອນເຖິງເຫດການຊຶ່ງຈະເກີດຂຶ້ນໃນໂລກ” (ລູກາ 21:11,25-26)

ຈົ່ງຄິດເຖິງເລື່ອງນີ້! ພຣະເຢຊູຊົງກ່າວວ່າ: ຈິດໃຈຂອງຄົນຈະສະຫລົບສະໄລໄປເມື່ອພວກເຂົາເຫັນສິ່ງທີ່ກໍາລັງເກີດຂຶ້ນ “ເທິງໂລກ” ພຣະອົງກ່າວວ່າຈະມີຄວາມທຸກຮ້ອນ, ຄວາມຕົກໃຈ, ຄວາມເຈັບປວດ ແລະຄວາມຢ້ານອັນໃຫຍ່ຫຼວງຍ້ອນ “ເຫດການຊຶ່ງຈະເກີດຂຶ້ນໃນໂລກ”

ເມື່ອບໍ່ດົນທີ່ຜ່ານມາພວກນັກວິທະຍາສາດໄດ້ຄົ້ນພົບຮູຢູ່ໃນອາກາດເທິງຂົວໂລກ ເໜືອໃຫຍ່ເທົ່າກັບລັດໄມນ໌, ວາລະສານໄທມ໌ໄດ້ອອກຂ່າວ-ພາດຫົວຂໍ້ຂ່າວວ່າ-“ການລະລາຍໃຫຍ່ໃນຂະນະທີ່ອຸນນະພູມເພິ່ມສູງຂຶ້ນຢູ່ອາກຕິກສົ່ງຜົນໃຫ້ຄວາມໜາວເຢັນແຜ່ໄປທົ່ວໂລກ”(Time magazine, September 4, 2000, pp. 52-56),ຂ່າວໄທມ໌ເວົ້າວ່າ “ແມ່ນແຕ່ການລະລາຍບາງສ່ວນກໍສາມາດທໍາລາຍສະພາບອາກາດຂອງຊີກໂລກເໜີືອໄດ້” ນັກວິທະ ຍາສາດຫຼາຍຄົນຢ້ານວ່່າພວກເຮົາອາດຈະເຂົ້າສູ່ຍຸກນໍ້າແຂງໃໝ່, ໃນບົດຄວາມຂອງໄທມ໌ ດຣ.ຣິຊາດ ອາລີ ນັກທໍລະນີຟີສິກທີ່ມະຫາວິທະຍາໄລເພັນສະເຕດໄດ້ເວົ້າເຖິງ “ການຫຼຸດລົງຂອງອຸນນະພູມ(ໃຫຍ່ກວ່າ)ຫຼາຍກວ່າການປ່ຽນແປງຕ່າງໆທີ່ມີຜົນຕໍ່ມະນຸດໃນປະຫວັດ ສາດ” ອັນນີ້ຈະເປັນຈຸດຈົບຂອງມະນຸດບໍ? ດຣ.ອາລີໄດ້ກ່າວວ່າ: “ບໍ່ແມ່ນ,ແຕ່ຈະເປັນຊ່ວງເວລາທີ່ຫຍຸ້ງຍາກສໍາລັບມະນຸດ, ຫຍຸ້ງຍາກຫຼາຍ”

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບຍໍ່າລົງພື້ນ
ຂ້າຫວັງວ່າທຸກຄົນຈະພ້ອມ
(“ຂ້າຫວັງວ່າທຸກຄົນຈະພ້ອມ”ໂດຍLarry Norman, 1947-2008). )

ພວກທ່ານພ້ອມແລ້ວບໍ?

ພວກນັກວິທະຍາສາດເຊັ່ນດຣ.ອາລີທຸກທໍລະມານດ້ວຍຄວາມຢ້ານ

“ແລະເພາະສັງຫອນເຖິງເຫດການຊຶ່ງຈະເກີດຂຶ້ນໃນໂລກ”(ລູກາ 21:26)

ເມື່ອທ່ານແນມເບິ່ງການລະລາຍຂອງຂົວໂລກເໜືອ ແລະຍຸກນໍ້າແຂງຊື່ງພວກເຂົາເວົ້າວ່າສາມາດເກີດຂຶ້ນຢ່າງກະທັນຫັນໃນ 25 ປີຂ້າງໜ້ານີ້,ມັນເປັນຕາຢ້ານ, ເມື່ອພວກທ່ານເຂົ້າໃຈວ່າການລະບາດຂອງໂລກເອດສ໌ກໍາລັງທໍາລາຍລ້າງທະວີບອາຟຣິກາໂດຍບໍ່ມີຈຸດຈົບຕາມທີ່ເບິ່ງດ້ວຍຕາ - ມັນກໍເປັນຕາຢ້ານ, ເມື່ອທ່່ານແນມເບິ່ງການຟື້ນຕົວຂອງວັນນະໂລກທີ່ດື້ຢາຕ້ານເຊື້ອ ແລະໂລກລະບາດໃໝ່ “ທີ່ເປັນນັກຂ້າ”ເຊິ່ງບໍ່ຕອບສະໜອງຕໍ່ຢາໃດໆທີ່ເຮົາຮູ້ຈັກ - ມັນເປັນຕາຢ້ານແທ້.

ບໍ່ສົງໄສເລີຍທີ່ພວກຄົນໜຸ່ມຫຼາຍຄົນມີຄວາມຢ້ານເລື່ອງອະນາຄົດ, ຜົນສໍາຫຼວດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ 80% ຂອງໄວລຸ້ນໃນປັດຈຸບັນນີ້ບໍ່ຄິດວ່າພວກເຂົາຈະມີອະນາຄົດທີ່ດີຫຼືບໍ, ຜົນສໍາຫຼວດນັ້ນໄດ້ຊີ້ໃຫ້ເຫັນວ່າພວກໄວລຸ້ນມັກຈະກັງວົນກ່ຽວກັບບັນ ຫາຕ່າງໆໃນລະບົບນິເວດວິທະຍາ,ເຊັ່ນການລະລາຍຂອງຂົວໂລກເໜືອ, ຍຸກນໍ້າແຂງທີ່ສາມາດເກີດຂຶ້ນໄດ້.

ພວກຄົນໜຸ່ມຮູ້ຈັກໂດຍສັນຊາດຕະຍານວ່າໂລກຂອງພວກເຮົາກໍາລັງຮ້າຍລົງ,ແລະມັນເຮັດໃຫ້ພວກເຂົາຢ້ານ, ພວກທ່ານຈະເຮັດແນວໃດໃນເມື່ອມັນໜາວເປັນນໍ້າກ້ອນໝົດປີຢູ່ທາງໃຕ້ຂອງລັດຄາລິຟໍເນຍ?

“ຈິດໃຈມະນຸດກໍຈະສະຫລົບໄສລະໄປເພາະຄວາມຢ້ານແລະເພາະສັງຫອນເຖິງເຫດການຊຶ່ງຈະເກີດຂຶ້ນໃນໂລກ”(ລູກາ 21:26)

ພວກຄົນໜຸ່ມຢ້ານວ່າມະນຸດເຮົາກໍາລັງທໍາລາຍໂລກຂອງເຮົາ, ແລະຂ້າພະເຈົ້າຂໍແບ່ງປັນຄວາມຫ່ວງໃຍຂອງພວກເຂົາຮ້ອຍເປີເຊັນ!

ຂ້າພະເຈົ້າກັບເມຍຢືນຢູ່ສວນເດີນບ້ານຂອງພວກເຮົາ, ຂ້າພະເຈົ້າຖາມລາວວ່າ “ເມື່ອໃດຄືເທື່ອສຸດທ້າຍທີ່ເຈົ້າເຫັນລາຊາແມງກະເບືື້ອ? ເມື່ອໃດຄືເທື່ອສຸດທ້າຍທີ່ເຈົ້າເຫັນຄັນຄາກຫຼືກົບ? ພວກມັນໜີໄປໝົດແລ້ວ-ຫຼືເກືອບໝົດແລ້ວ” ລາວກໍຕອບວ່າ “ແມ່ນ,ພວກເຮົາທໍາໄດ້ລາຍສິ່ງແວດລ້ອມແລ້ວ” ມີຊາຍຄົນໜຶ່ງເວົ້າກັບຂ້າພະເຈົ້າວ່າ “ພວກເຮົາໄດ້ເຮັດໃຫ້ບ່ອນຢູ່ຂອງພວກເຮົາເປີະເປື້ອນ ແລະພວກເຮົາກໍາລັງທໍາລາຍໂລກ” ໜ້າເສົ້າທີ່ຂ້າພະເຈົ້າຕ້ອງເຫັນດ້ວຍນໍາ, ລາວເວົ້າຖືກສຸດໆເລີຍ.

ແລະການຢ້ານບັນຫາຕ່າງໆທີ່ພວກເຮົາເຫັນໃນນິເວດວິທະຍາ, ການລາຍງານຂ່າວທຸກວັນເປັນສັນຍາລັກວ່າຈຸບຈົບຂອງໂລກ ແລະການສະເດັດກັບມາເທື່ອທີສອງຂອງ ພຣະຄຣິດໃກ້ຈະຮອດແລ້ວ, ພຣະຄໍາພີກ່າວວ່າ “ຈົ່ງຕຽມຕົວພົບກັບພຣະເຈົ້າຂອງເຈົ້າ” ທ່ານບໍ່ມີເວລາເຫຼືອຫຼາຍທີ່ຈະຕຽມຕົວ! ແລຣີ່ນໍແມນໄດ້ກ່າວວ່າ:

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບຍໍ່າລົງພື້ນ
ຂ້າຫວັງວ່າທຸກຄົນຈະພ້ອມ

ທ່ານພ້ອມແລ້ວບໍ?

ນັ້ນແຫຼະທີ່ວ່າເປັນຫຍັງທ່ານຈື່ງຕ້ອງເຂົ້າໄປໃນຄຣິສຕະຈັກແລະພົບກັບພຣະຄຣິດດຽວນີ້ິ! ເວລາກໍາລັງແລ່ນໜີໄປຈາກໂລກຂອງເຮົາ, ພວກທ່ານຈະຕ້ອງຮີບໄປພົບພຣະຄຣິດ,ຮັບການປ່ຽນແປງໃໝ່ ແລະເຂົ້າສະໜິດໃນຄຣິສຕະຈັກນີ້ກ່ອນທີ່ການພິພາກສາຈະເກີດຂຶ້ນ,ເມື່ອທ່ານຢູ່ໃນພຣະຄຣິດ,ພຣະເຈົ້າຊົງສັນຍາວ່າຈະປົກປ້ອງທ່ານ ແລະຮັກສາທ່ານໃຫ້ປອດໄພຈາກອັນຕະລາຍ.

ໂອພຣະຜູ້ຊ່ວຍຂອງຂ້າຂໍຊົງເຊື່ອງຂ້າໄວ້ໆ
ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພສູ່ການຊົງນໍາແຫ່ງສະຫວັນ
ໂອຂໍຊົງຮັບວິນຍານຂ້າໄປຈົນເຖິງທີ່ສຸດ
(“ພຣະເຢຊູຜູ້ຊົງຮັກວິນຍານຂ້າ”ໂດຍCharles Wesley, 1707-1788)

II. ສອງ ມີໝາຍສໍາຄັນກ່ຽວກັບເຊື້ອຊາດຊື່ງສະແດງວ່າຈຸດຈົບໃກ້ເຂົ້າມາແລ້ວ.

ລູກາ 21:20 ເວົ້າເຖິງເລື່ອງນັ້ນ:

“ແລ້ວພຣະອົງກ່າວແກ່ພວກເຂົາວ່າ"`ປະຊາຊາດ(ພາສາກຣີກ ethnos ຫຼື ກຸ່ມເຜົ່າຕ່າງໆ)ຈະລຸກຂຶ້ນຕໍ່ສູ້ປະຊາຊາດ(ກຸ່ມເຜົ່າຕ່າງໆ) ອານາຈັກ (Basilean=ກຸ່ມຊາດຕ່າງໆ)ຕໍ່ສູ້ອານາຈັກ'”(ລູກາ 21:10)

ນັ້ນຄືສິ່ງທີ່ພວກເຮົາເຫັນໃນປັດຈຸບັນນີ້, ດ້ວຍເທັກໂນລີຢີ ແລະວິທະຍາສາດຂອງເຮົາພວກເຮົາຈະບໍ່ສາມາດຢຸດການຕໍ່ສູ້ກັນລະຫວ່າງເຊື້ອຊາດຕ່າງໆ ແລະສົງຄາມລະຫວ່າງປະເທດຕ່າງໆໄດ້, ປະທານາທິບໍດີທຸກຄົນພະຍາຍາມທີ່ຈະສ້າງສັນຕິພາບລະຫວ່າງພວກອາຫຣັບກັບພວກຢິວ, ແຕ່ປະທານາທິບໍດີທຸກຄົນກໍລົ້ມເຫຼວ! ມີພຽງເມື່ອພຣະຄຣິດກັບມາເທົ່ານັ້ນຈະມີສັນຕິພາບທ່າມກາງເຜົ່າ ແລະກຸ່ມເຊື້ອຊາດຕ່າງໆ! ມີພຽງເມືອພຣະຄຣິດກັບມາເທົ່ານັ້ນພຣະອົງຈະຊົງນໍາເອົາສັນຕິພາບແລະຫວ່າງປະເທດແລະເຊື້ອຊາດຕ່າງມາ, ບໍ່ມີຜູ້ໃດສາມາດເຮັດໄດ້ - ແມ່ນແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ກໍາລັງຈະມາກໍຈະເຮັດໃຫ້ສໍາເລັດບໍ່ໄດ້,ມີພຽງພຣະເຢຊູຄຣິດເທົ່ານັ້ນທີ່ສາມາດນໍາສັນຕິພາບລະຫວ່າງເຊື້ອຊາດຕ່າງໆ, ກຸ່ມເຜົ່າຕ່່າງໆແລະຊົນຊາດຕ່າງໆມາໄດ້ - ເມື່ອພຣະອົງສະເດັດກັບມາສູ່ໂລກ(ແລະມີພຽງຫຼັງຈາກນັ້ນ)ຈະມີສັນຕິພາບແທ້ເທິງໂລກນີ້ ແລະຄວາມດີກໍຈະເກີດແກ່ທຸກຄົນ.

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບຍໍ່າລົງພື້ນ
ຂ້າຫວັງວ່າທຸກຄົນຈະພ້ອມ

ຄືນນີ້ທ່ານພ້ອມແລ້ວບໍ?

III. ແລ້ວ ທີສາມ ມີໝາຍສໍາຄັນແຫ່ງການຕໍ່ຕ້ານຢິວຢູ່ອ້ອມຮອບພວກເຮົາຊື່ງສະແດງ ໃຫ້ເຫັນວ່າຈຸດຈົບໃກ້ເຂົ້າມາແລ້ວ.

ມີຄົນໂງ່ຈ້າຫຼາຍຄົນຊັງພວກຢິວຄືຄົນທີ່ພຣະເຈົ້າຊົງເລືອກໃນໂລກນີ້,ພຣະຄໍາໃນລູກາ 21 ເວົ້າວ່າ:

“ເມື່ອທ່ານເຫັນກອງທັບທັງຫລາຍມາຕັ້ງລ້ອມຮອບ(ອ້ອມເປັນວົງກົມ)ກຸງເຢຣູຊາເລັມ ເມື່ອນັ້ນຈົ່ງຮູ້ວ່າວິບັດຂອງເມືອງນັ້ນກໍໃກ້ເຂົ້າມາແລ້ວ(ມັນໃກ້ ຈະຮອດແລ້ວ”(ລູກາ 21:8)

ການຕໍ່ຢ້ານຊາວຢິວ, ການກຽດຊັງຄົນຢິວຈະເພິ່ມໜັກໜ່ວງຂຶ້ນໃນຍຸກສຸດທ້າຍຈົນກອງທັບໃຫຍ່ຕ່າງໆຂອງພວກຕ່າງຊາດຈະມາຕໍ່ສູ້ພວກຢິວໃນເຢຣູຊາເລັມ ແລະຊອກໂອກາດທີ່ຈະທໍາລາຍພວກເຂົາຄືກັບຮິດເລີເຮັດໃນສົງຄາມໂລກຄັ້ງທີII, ແຕ່່ພວກຢິວເປັນຄົນຂອງພຣະເຈົ້າທີ່ຊົງເລືອກໄວ້ໃນໂລກນີ້ອີີງຕາມພຣະຄໍາພີ, ພຣະຄໍາພີກ່າວວ່າ:

“ພວກເຂົາກໍເປັນທີ່ຮັກຍ້ອນບັນພະບຸລຸດຂອງພວກເຂົາ”(ໂຣມ 11:28)

ຖ້າບໍ່ເປັນຍ້ອນອັບຣາຮາມ,ໂມເຊ ແລະພວກຜູ້ທໍານວາຍພວກທ່ານກໍຈະບໍ່ໄດ້ມາຢູ່ນີ້,ນັ້ນ ແຫຼະທີ່ວ່າເປັນຫຍັງພວກແບັບຕິດທີ່ເຊື່ອພຣະຄໍາພີຈື່ງເປັນກຸ່ມທີ່ໃຫຍ່ທີ່ສຸດໃນທ່າມກາງ ພວກທີ່ສະໜັບສະໜູນອິດສະຣາເອນ.

ແຕ່ພຣະຄໍາພີິສອນວ່າໂລກບາບນີ້ຈະຫັນກັບມາພວກຢິວໃນຍຸກສຸດທ້າຍ, ພຣະ ເຈົ້າຊົງກ່າວວ່າ:

“ເຮົາຈະເຮັດໃຫ້ເຢຣູຊາເລັມເປັນກ້ອນຫີນໜັກແກ່ບັນດາຊົນຊາດທັງຫຼາຍ” (ເສຄາຣິຢາ 12:3)

ນັ້ນຄືສິ່ງທີ່ເກີດຂື້ນປັດຈຸບັນນີ້, ມັນເປັນໝາຍສໍາຄັນທີ່ວ່າພວກເຮົາກໍາລັງອາໄສຢູ່ໃນຍຸກສຸດ ທ້າຍແລ້ວ.

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບຍໍ່າລົງພື້ນ
ຂ້າຫວັງວ່າທຸກຄົນຈະພ້ອມ

ພວກທ່ານພ້ອມແລ້ວບໍ?

IV. ແລະສີ່ ມີໝາຍສໍາຄັນທາງສາສະໜາ-ໝາຍສໍາຄັນແຫ່ງການຫລອກລວງໃນສາສະ ໜາປອມຊື່ງສະແດງໃຫ້ເຫັນວ່າຈຸດຈົບໃກ້ເຂົ້າມາແລ້ວ.

“ພຣະອົງຈຶ່ງກ່າວວ່າ"ຈົ່ງລະວັງໃຫ້ດີເພື່ອທ່ານຈະບໍ່ຖືກຫລອກ ເພາະວ່າຈະມີຫລາຍຄົນມາຕ່າງອ້າງນາມຂອງເຮົາ... ເຫດສະນັ້ນທ່ານທັງຫລາຍຢ່າຕາມພວກເຂົາໄປເລີຍ”(ລູກາ 21:8)

ແລະພຣະຄຣິດກ່າວວ່າ:

“ຈະມີຜູ້ທໍານວາຍປອມເກີດຂຶ້ນຫລາຍຄົນ ແລະຈະເຮັດໝາຍສຳຄັນອັນໃຫຍ່ແລະການມະຫັດສະຈັນ ຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ຜູ້ທີ່ຊົງເລືອກສັນໃຫ້ຫລົງ”(ມັດທາຍ 24:24)

ສິ່ງທີ່ພວກທ່ານເຫັນຢູ່ຊອງTBN -ສິ່ງທີ່ພວກທ່ານເຫັນຢູ່ຊ່ອງ 17 ຢູ່ໃນເຂດນີ້-ຄືການ ຫລອກລວງ, ເບັນນີຮິນເປັນຄົນຫລອກລວງ, ໂຈເອວອອສທີນເປັນຄົນຫລອກລວງ, ການປະກາດທາງວິທະຍຸແລະໂທລະພາບເປັນການຫລອກລວງ, ນັ້ນແຫຼະທີ່ວ່່າເປັນຫຍັງຂ້າພະເຈົ້າຈື່ງແນະນໍາພຽງແຕ່ດຣ.ແມັກກີ ແລະບໍ່ມີໃຜອີກ! ຂ້າພະເຈົ້າບໍ່ໄວ້ໃຈພວກຂ່່າວປະເສີດນຸ່ມນວນໃໝ່ໆ!

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄໍາສອນອັນຖືກຕ້ອງບໍ່ໄດ້ ແຕ່ພວກເຂົາ ຈະຮວບຮວມຄູໄວ້ໃຫ້ສອນສິ່ງທີ່ເຂົາມັກຟັງ ຕາມຕັນຫາຂອງພວກເຂົາ ເອງ”(2 ຕີໂມທຽວ 4:3)

ໝາຍສໍາຄັນນັ້ນກໍາລັງເກີດຂຶ້ນຕອນນີ້! ຈຸດຈົບໃກ້ຈະຮອດແລ້ວ!

V. ຫ້າ ມີໝາຍສໍາຄັນແຫ່ງການຂົ່ມເຫງທາງສາສະໜາຊື່ງສະແດງໃຫ້ເຫັນວ່າ ຈຸດຈົບໃກ້ເຂົ້າມາແລ້ວ.

ການຂົ່ມເຫງຂອງພວກຄຣິສຕຽນກໍາລັງເກີດຂຶ້ນທົ່ວໂລກແບບທີ່ບໍ່ເຄີຍມີມາກ່ອນ, ຢ່າງເຊັ່ນ: ມີຄຣິສຕຽນຫຼາຍຄົນຕ້ອງນະມັດສະການຢູ່ບ່ອນລັບໆໃນປະເທດຄອມມູນິດຈີນ, ວາລະສານThe Los Angeles Times ໄດ້ລາຍງານເລື່ອງນັກຊະນະວິນຍານສາມຄົນທີ່ຖືກເນລະເທດອອກຈາກປະເທດຈີນຍ້ອນການປະກາດຂ່າວປະເສີດ:

ຈີນໄດ້ເນລະເທດນັກປະກາດຊາວອາເມລິກາສາມຄົນ(ນັກຊະນະວິນຍານ)ພາຍຫຼັງການກັກຕົວພວກເຂົາໄວ້ໃນການໄລ່ຕ້ອນບ່ອນນະມັດສະການໃຕ້ດິນຂອງພວກໂປແຕສແຕນຢູ່ພາກກາງຂອງຈີິນ, ລາຍງານໂດຍກຸ່ມສິດທິມະນຸດ, ລາຍງານ...ພ້ອມດ້ວຍຂ່າວວ່າມີຄົນເປັນສິບຄົນທີ່ຖືກກັກຕົວພ້ອມກັບພວກເຂົາໄດ້ຖືກສົ່ງໄປເຂົ້າຄຸກ, ເພິ່ມຕື່ມອີກມີຜູ້ຕິດຕາມຫ້າສິບຄົນຂອງ... ພວກໂປແຕສແຕນຖືກຈັບຢູ່ໃນສາມແຂວງອີງຕາມສູນຂໍ້ມູນຂ່າວ ສານຂອງນັກເຄື່ອນໄຫວສິດທິມະນຸດແລະປະຊາທິປະໄຕຮົງກົງໃນປະເທດຈີນ.

ພຣະເຢຊູຊົງທໍານວາຍໄວ້ເຖິງການຂົ່ມເຫງພວກຄຣິສຕຽນທົ່ວໂລກທີ່ພວກເຮົາເຫັນກໍາລັງເກີດຂື້ນໃນປັດຈຸບັນນີ້:

“ພວກເຂົາຈະຈັບທ່ານໄວ້ ແລະຈະຂົ່ມເຫງທ່ານແລະມອບທ່ານໄວ້ໃນຄຸກ” (ລູກາ 21:12)

ແລ້ວພຣະອົງກໍກ່າວວ່າແມ່ນແຕ່ພໍ່ແມ່ ແລະພີ່ນ້ອງກໍຈະຂົ່ມເຫງທ່ານ ຖ້າທ່ານຫາກເປັນ ຄຣິສຕຽນແທ້, ພວກເຮົາເຫັນເລື່ອງນັ້ນເກີດຂື້ນແລ້ວເກີດຂຶ້ນອີກຢູ່ໃນລອສແອງເຈີລິສແຫ່ງນີ້, ພຣະຄຣິດຊົງກ່າວວ່າ:

“ແມ່ນແຕ່ພໍ່ແມ່ຍາດຕິພີ່ນ້ອງແລະມິິດສະຫາຍຈະທໍລະຍົດທ່ານ... ຄົນທັງ ປວງຈະກຽດຊັງທ່ານເພາະເຫດນາມຂອງເຮົາ”(ລູກາ 21:16-17)

ພຣະຄຣິດກ່າວວ່າພໍ່ແມ່ແລະໝູ່ເພື່ອນຈະກຽດຊັງພວກທ່ານຖ້າທ່ານຫາກມາເປັນຄຣິສຕຽນແທ້. ຢ່າໄປຫົວ, ເລື່ອງນີ້ເປັນເລື່ອງຈິງຢູ່ທົ່ວໂລກ, ພວກມູສະລິມຊັງພວກເຮົາ,ຂ້າພວກເຮົາ ແລະຈັບພວກເຮົາຂັງຄຸກຢູ່ທົ່ວໂລກໃນຄືນນີ້.

ທໍາອິດ,ພວກເຂົາຈະພະຍາຍາມດ້ວຍສຸດຄວາມສາມາດຂອງເຂົາເພື່ອຢຸດຢັ້ງທ່ານຈາກການກັບມາຄຣິສຕະຈັກນີ້ ແລະຮັບຄວາມລອດ, ແຕ່ຖ້າທ່ານຫາກສືບຕໍ່ມາທີ່ນີ້ ແລະຖ້າທ່ານໄດ້ຮັບຄວາມລອດແລ້ວພວກເຂົາກໍອາດຈະຫັນຫຼັງໃສ່ທ່ານ ແລະກຽດຊັງພວກທ່ານປົກກະຕິແລ້ວພວກເຂົາຈະເຊົາເຮັດຫຼັງຈາກຫຼາຍເດືອນຜ່ານໄປເມື່ອພວກເຂົາເຫັນວ່າເຂົາບໍ່ສາມາດຢຸດຢັ້ງພວກທ່ານໄດ້.

ແຕ່ມັນຕ້ອງເສຍສະຫຼະ! ບາງຄົນອາດຈະບໍ່ມັກເຮົາຖ້າທ່ານຫາກມາເປັນຄຣິສຕຽນແທ້! ບາງຄົນຈະມາຕໍ່ສູ້ທ່ານ! ມັນຕ້ອງເສຍສະຫຼະທີ່ຈະມາເປັນຄຣິສຕຽນແທ້ໃນຍຸກມືດມົນນີ້, ມັນເປັນໝາຍສໍາຄັນວ່າພວກເຮົາອາໄສຢູ່ໃນຍຸກສຸດທ້າຍ.

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບຍໍ່າລົງພື້ນ
ຂ້າຫວັງວ່າທຸກຄົນຈະພ້ອມ

ທ່ານພ້ອມແລ້ວບໍ?

VI. ແລະສຸຸດທ້າຍ, ພຣະຄຣິດຊົງໃຫ້ໝາຍສໍາຄັນທີຫົກແກ່ພວກເຮົາເພື່ອສະແດງໃຫ້ ພວກເຮົາເຫັນວ່າພວກເຮົາຢູ່ໃກ້ຈຸບຈົບແລ້ວ, ຂ້າພະເຈົ້າເອີ້ນມັນວ່າ “ໝາຍສໍາ ຄັນກ່ຽວກັບຈິດຕະວິທະຍາ”

ພຣະຄຣິດຊົງກ່າວວ່່າ:

“ແຕ່ຈົ່ງລະວັງຕົວໃຫ້ດີຢ້ານວ່າໃນເວລາໜຶ່ງເວລາໃດໃຈຂອງທ່ານຈະລົ້ນໄປດ້ວຍອາການກິນ ແລະດື່ມ ແລະດ້ວຍການເມົາ ແລະດ້ວຍຄິດກັງວົນເຖິງຊີວິດນີ້ແລ້ວເວລານັ້ນຈະມາເຖິງທ່ານໂດຍບໍ່ທັນຮູ້ຕົວ ເພາະວ່າວັນນັ້ນຈະມາເໝືອນດັ່ງບ່ວງແຮ້ວເຖິງຄົນທັງປວງທີ່ຢູ່ທົ່ວພື້ນແຜ່ນດິນໂລກ” (ລູກາ 21:34-35)

ຊາຍໜຸ່ມຄົນໜຶ່ງທີ່ມາໂບດສອງສາມເທື່ອແລ້ວເວົ້າວ່າ: “ອາທິດໜ້ານີ້ຂ້ອຍໄປໂບດ ບໍ່ໄດ້ເດີ, ຂ້ອຍຕ້ອງຊ່ວຍປ້າຂ້ອຍຍ້າຍເຄື່ອງ” ລາວມີຫົກມື້ທີ່ຈະເຮັດ,ແຕ່ມັນ “ຕ້ອງ” ເປັນວັນອາທິດຕອນເຊົ້າ, ລາວກໍາລັງຖືກບັນຫາຕ່າງໆຂອງຊີວິດຖ່ວງລົງ, ປັດຈຸບັນນີ້ຜູ້ຄົນຂາດໂບດຍ້ອນເຫດຜົນເບົາໆ ແລະໂງ່ໆ, ພວກເຂົາຖືກຖ່ວງລົງດ້ວຍຄວາມກັງວົນຂອງຊີວິດນີ້, ແລະວັນພິພາກສາຂອງພຣະເຈົ້າຈະມາເໜືອພວກເຂົາໂດຍບໍ່ຮູ້ຕົວ - ເມື່ອພວກເຂົາຄາດບໍ່ເຖິງ,ຈຸດຈົບກໍຈະມາເຖິງ!

ຊີວິດເຕັມໄປດ້ວຍປືນແລະສົງຄາມ
ແລະທຸກຄົນກໍຖືກຢຽບຍໍ່າລົງພື້ນ
ຂ້າຫວັງວ່າທຸກຄົນຈະພ້ອມ

ທ່ານພ້ອມແລ້ວບໍ?

ພວກທ່ານສາມາດຜ່ານຢາເສບຕິດກັບເລື່ອງເຊັກໄດ້, ແຕ່ຖືກຖ່ວງລົງດ້ວຍບັນຫາຄອບຄົວທີ່ດຶງທ່ານລົງຢູ່ໃຕ້ມັນ, ຂ້າພະເຈົ້າເຄີຍເຫັນມັນເກີດຂຶ້ນກັບຄູ່ຜົວເມຍໜຸ່ມຫຼາຍຄູ່ຫຼາຍປີແລ້ວ.

ແລ້ວພຣະເຢຊູກໍກ່າວວ່າ:

ເຫດສະນັ້ນຈົ່ງເຝົ້າລະວັງ ແລະອະທິຖານຢູ່ທຸກເວລາເພື່ອທ່ານທັງຫລາຍສົມຄວນທີ່ຈະພົ້ນເຫດການທັງປວງຊຶ່ງຈະບັງເກີດມານັ້ນ ແລະຈະຢືນຢູ່ຕໍ່ໜ້າບຸດມະນຸດໄດ້”(ລູກາ 21:36)

ນັ້ນຄືສິ່ງທີ່ທ່ານຈໍາເປັນຕ້ອງເຮັດເພື່ອກຽມພ້ອມສໍາລັບຈຸດຈົບຂອງໂລກ ແລະການພິພາກ ສາທີ່ກໍາລັງຈະມາ, ມີສາມສິ່ງທີ່ທ່ານຈໍາເປັນຕ້ອງເຮັດ:

(1) ຈົ່ງມາທີ່ຄຣິສຕະຈັກນີ້, ບໍ່ມີອັນໃດທີ່ຈະຊ່ວຍທ່ານໄດ້ຖ້າທ່ານບໍ່ເຮັດ ແບບນັ້ນ.

(2) ຈົ່ງມາຫາພຣະຄຣິດ, ພຣະອົງຊົງຕາຍເພື່ອຄວາມບາບຂອງທ່ານ ພຣະອົງຊົງຟື້ນຂຶ້ນຈາກຕາຍພ້ອມດ້ວຍຮ່າງກາຍ, ພຣະອົງຊົງພຣະຊົນຢູ່ທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າໃນຕອນນີ້, ພຣະອົງຊົງຢູ່ທີ່ນັ້ນເພື່ອທ່ານ, ຈົ່ງມາຫາພຣະອົງ,ວາງໃຈໃນພຣະເຢຊູແລະລອດ!

(3) ບໍ່ພຽງແຕ່ທ່ານຕ້ອງມາທີ່ຄຣິສຕະຈັກນີ້, ບໍ່ພຽງແຕ່ທ່ານຕ້ອງມາຫາ ພຣະຄຣິດເທົ່ານັ້ນແຕ່ທ່ານຕ້ອງອະທິຖານເຊັ່ນກັນ,ພຣະເຢຊູຄຣິດຊົງກ່າວວ່າຄໍາອະທິຖານເປັນກະແຈສູ່ການດໍາເນີນຊີວິດຄຣິສຕຽນທີ່ປະ ສົບຜົນສໍາເລັດໃນຍຸກສຸດທ້າຍນີ້.


ທ່ານຈະໜີພົ້ນການພິພາກສາທີ່ຈະມາເຖິງນີ້ໄດ້ແນວໃດ? ພຣະຄໍາພີກ່າວວ່າ: “[ ພຣະຄຣິດຊົງແບກບາບຂອງເຮົາໄວ້ເທິງພຣະກາຍຂອງພຣະອົງເທິງຕົ້ນໄມ້”-ເທິງໄມ້ກາງແຂນ, ພຣະຄຣິດຊົງສາມາດເປັນຕົວແທນຂອງທ່ານໄດ້, ພຣະອົງຊົງຖືກລົງໂທດຢູ່ບ່ອນຂອງທ່ານ,ເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານເທິງໄມ້ກາງແຂນ! ພຣະຄຣິດຊົງຖອກ ພຣະໂລຫິດຂອງພຣະອົງລົງເທິງໄມ້ກາງແຂນ, ພຣະໂລຫິດຂອງພຣະອົງສາມາດລ້າງຄວາມບາບທຸກຢ່າງຂອງທ່ານໄດ້ - ແລ້ວທ່ານກໍຈະພ້ອມເມື່ອວາລະສຸດທ້າຍມາເຖິງ! ຂ້າພະເຈົ້າຂໍໃຫ້ພວກທ່ານວາງໃຈໃນພຣະເຢຊູຄຣິດໃນຄືນນີ້, ຊາລເວສລີໄດ້ກ່າວວ່າ:

ໂອພຣະຜູ້ຊ່ວຍຂອງຂ້າຂໍຊົງເຊື່ອງຂ້າໄວ້ໆ
ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພສູ່ການຊົງນໍາແຫ່ງສະຫວັນ
ໂອຂໍຊົງຮັບວິນຍານຂ້າໄປຈົນເຖິງທີ່ສຸດ

ບົດເພງຂ່າວປະເສີດເວົ້າວ່າ:

ພຣະເຢຊູຊົງເປັນຄໍາຕອບສໍາລັບໂລກປັດຈຸບັນນີ້
ເໜືອກວ່າພຣະອົງບໍ່ມີໃຜອີກ,ພຣະເຢຊູຊົງເປັນທາງນັ້ນ!

ຈົ່ງວາງໃຈພຣະເຢຊູໃນຄືນນີ້ ແລະພຣະອົງຈະຊ່ວຍທ່ານໃຫ້ພົ້ນ! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“I Wish We’d All Been Ready” (Larry Norman, 1947-2008).

ໂຄງຮ່າງບົດເທດສະໜາ

ໝາຍສໍາຄັນຕ່າງໆແຫ່ງຍຸກສຸດທ້າຍ

SIGNS OF THE LAST DAYS

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນ ແລະດໍາເນີນຕາມໃຈປາດຖະໜາຊົວຂອງຕົນ”(2 ເປໂຕ 3:3)

I.    ໜຶ່ງ ມີໝາຍສໍາຄັນກ່ຽວກັບນິເວດວັດທະນາຊື່ງສະແດງໃຫ້ເຫັນວ່າຈຸດຈົບໃກ້
ແລ້ວ. ລູກາ 21:11, 25-26.

II.   ສອງ ມີໝາຍສໍາຄັນກ່ຽວກັບເຊື້ອຊາດຊື່ງສະແດງວ່າຈຸດຈົບໃກ້ເຂົ້າມາແລ້ວ. ລູກາ 21:10.

III.  ແລ້ວ ທີສາມ ມີໝາຍສໍາຄັນແຫ່ງການຕໍ່ຕ້ານຢິວຢູ່ອ້ອມຮອບພວກເຮົາຊື່ງສະແດງ
ໃຫ້ເຫັນວ່າຈຸດຈົບໃກ້ເຂົ້າມາແລ້ວ.ລູກາ 21:20;ໂຣມ 11:28;ເສຄາຣິຢາ 12:3

IV.  ແລະສີ່ ມີໝາຍສໍາຄັນທາງສາສະໜາ-ໝາຍສໍາຄັນແຫ່ງການຫລອກລວງໃນສາ
ສະໜາປອມຊື່ງສະແດງໃຫ້ເຫັນວ່າຈຸດຈົບໃກ້ເຂົ້າມາແລ້ວ. ລູກາ 21:8;
ມັດທາຍ 24:24; 2 ຕີໂມທຽວ 4:2-3.

V.   ຫ້າ ມີໝາຍສໍາຄັນແຫ່ງການຂົ່ມເຫງທາງສາສະໜາຊື່ງສະແດງໃຫ້ເຫັນ
ວ່າຈຸດຈົບໃກ້ເຂົ້າມາແລ້ວ. ລູກາ 21:12, 16-17.

VI.  ແລະສຸຸດທ້າຍ, ພຣະຄຣິດຊົງໃຫ້ໝາຍສໍາຄັນທີຫົກແກ່ພວກເຮົາເພື່ອສະແດງໃຫ້
ພວກເຮົາເຫັນວ່າພວກເຮົາຢູ່ໃກ້ຈຸບຈົບແລ້ວ, ຂ້າພະເຈົ້າເອີ້ນມັນວ່າ “ໝາຍສໍາ
ຄັນກ່ຽວກັບຈິດຕະວິທະຍາ” ລູກາ 21:34-36.