Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລາວເຫັນຄົນຄືກັບຕົ້ນໄມ້ຍ່າງໄປຍ່າງມາ!

HE SAW MEN AS TREES WALKING!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 26/8/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 26, 2018

“ພຣະອົງຈຶ່ງໄປທີ່ເມືອງເບັດໄຊອີດາ ແລະພວກເຂົາພາຊາຍຕາບອດຄົນໜຶ່ງມາຫາພຣະອົງ ທູນອ້ອນວອນຂໍພຣະອົງໃຫ້ໂຜດແຕະຕ້ອງຄົນນັ້ນ ພຣະອົງໄດ້ຊົງຈູງມືຄົນຕາບອດອອກໄປນອກເມືອງ ເມື່ອໄດ້ຊົງບ້ວນນ້ຳລາຍລົງທີ່ຕາຄົນນັ້ນ ແລະວາງພຣະຫັດເທິງລາວແລ້ວ ພຣະຈຶ່ງຖາມລາວວ່າ ລາວເຫັນຫຍັງແດ່ບໍ່ ຄົນນັ້ນເງີຍໜ້າເບິ່ງແລ້ວທູນວ່າ "ຂ້ານ້ອຍແນມເຫັນຄົນ ເໝືອນຕົ້ນໄມ້ຍ່າງໄປຍ່າງມາ" ພຣະອົງຈຶ່ງວາງພຣະຫັດເທິງຕາລາວອີກ ແລ້ວໃຫ້ລາວເງີຍໜ້າເບິ່ງ ແລະຕາຂອງລາວກໍຫາຍເປັນປົກກະຕິ ແນມເຫັນຄົນທັງຫລາຍໄດ້ຊັດເຈນ” (ມາລະໂກ 8:22-25)


ພຣະເຢຊູມາທີ່ເບັດໄຊອີດາ, ແຕ່ພຣະອົງບໍ່ໄດ້ເທດສະໜາທີ່ເບັດໄຊອີດາ,ພວກສາ ວົກຂອງພຣະອົງໄດ້ພາຊາຍຕາບອດຄົນໜືຶ່ງມາຫາພຣະອົງຢູ່ເມືອງເບັດໄຊອີດາ, ແຕ່ພຣະ ຄຣິດບໍ່ໄດ້ຮັກສາຊາຍຄົນນັ້ນຢູ່ເມືອງນັ້ນ, ເບັດໄຊອີດາຄືສະຖານທີ່ບ່ອນທີ່ພຣະເຢຊູຊົງລ້ຽງ ຄົນ 5,000 ຄົນໂດຍການປ່ຽນເຂົ້າຈີ່ຫ້າກ້ອນກັບປາສອງໂຕໃຫ້ພຽງພໍທີ່ຈະລ້ຽງພວກຜູ້ຊາຍ 5,000 ຄົນ(ມາລະໂກ 6:38-44), ພຣະເຢຊູຊົງຍ່າງເທິງທະເລຢູ່ບ່ອນນັ້ນ ແລະພຣະອົງຊົງເຮັດການອັດສະຈັນຫຼາຍຢ່າງທີ່ນັ້ນ, ແຕ່ປະຊາຊົນແຫ່ງເມືອງເບັດໄຊອີດາບໍ່ໄດ້ກັບໃຈແລະ ເຊື່ອວາງໃຈໃນພຣະເຢຊູ, ດັ່ງນັ້ນພຣະຄຣິດຈື່ງສາບແຊ່ງເມືອງນັ້ນ, ພຣະຄຣິດກ່າວວ່າ ເມືອງນີ້ຈະຖືກພິພາກຢ່າງເຂັ້ມງວດໂດຍພຣະເຈົ້າໃນ “ວັນແຫ່ງການພິພາກສາ” ຕອນນີ້ພຣະຄຣິດກັບສາວົກຂອງພຣະອົງໄດ້ມາທີ່ເມືອງສາບແຊ່ງນັ້ນ.

“ພຣະອົງຈຶ່ງໄປທີ່ເມືອງເບັດໄຊອີດາ ແລະພວກເຂົາພາຊາຍຕາບອດຄົນໜຶ່ງມາຫາພຣະອົງ ທູນອ້ອນວອນຂໍພຣະອົງໃຫ້ໂຜດແຕະຕ້ອງຄົນນັ້ນ” (ມາລະໂກ 8:22)

ນີ້ແມ່ນພາບໜຶ່ງຂອງການທີ່ຊາຍໜຸ່ມຄົນໜຶື່ງໄດ້ກັບໃຈໃໝ່ຢູ່ໃນເມືອງບາບແຫ່ງລອສແອງເຈີລິສນີ້.

I. ໜຶ່ງ, ເມືອງນີ້ຖືກສາບແຊ່ງ ແຕ່ບໍ່ແມ່ນຊາຍໜຸ່ມຕາບອດທີ່ຖືກເລືອກຄົນນີ້!

“ຜູ້ທີ່ຖືກເລືອກ”ແມ່ນຄົນທີ່ພຣະເຈົ້າເລືອກທີ່ຈະຊ່ວຍໃຫ້ລອດກ່ອນທີ່ພຣະອົງຈະຊົງສ້າງໂລກ “ຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບ ແລະຄົນນອກນັ້ນກໍຕາບອດ”(ໂຣມ 11:7)ເມືອງທັງໝົດຕາບອດ, ຖືກຍອມແພ້ໂດຍພຣະເຈົ້າເພາະພວກເຂົາປະຕິເສດພຣະເຢຊູຄຣິດ-ເຖິງແມ່ນວ່າທັງເມືອງຖືກສາບແຊ່ງ, ແຕ່ກໍຍັງມີຊາຍຄົນໜືຶ່ງຢູ່ໃນເມືອງນັ້ນທີ່ເປັນໜຶ່ງໃນຜູ້ທີ່ຖືກເລືອກ ແລະພວກສາວົກໄດ້ພາຊາຍຄົນນັ້ນມາຫາພຣະເຢຊູ!

“ຜູ້ທີ່ຖືກເລືອກ”ໝາຍເຖິງທີ່ເລືອກຫຼືເລືອກ, ກ່ອນການຊົງສ້າງພຣະເຈົ້າໄດ້ຊົງເລືອກຈາກເຊື້ອຊາດມະນຸດຜູ້ທີ່ພຣະອົງຈະຊົງໄຖ່.

ຊາຍຕາບອດຄົນນີ້ເປັນໜຶ່ງໃນຜູ້ຖືກເລືອກ, ດັ່ງນັ້ນພວກສາວົກຈື່ງຖືກສົ່ງໄປຫາຊາຍຄົນນີ້, ເພື່ອພາລາວມາຫາພຣະເຢຊູ!

ຕອນນີ້ເມືອງທັງເມືອງເປັນຄົນຊົ່ວ, ຖືກພິພາກສາຍ້ອນການປະຕິເສດພຣະເຢຊູ, ພວກເຮົາອອກໄປເຊີນຄົນມາຄຣິສຕະຈັກ, ພວກເຮົາຮູ້ດີວ່າສ່ວນຫຼາຍເຂົາຈະບໍ່ມາ, ພວກເຮົາຮູ້ດີວ່າພວກເຂົາຫຼາຍຄົນຄິດວ່າຕົນເອງລອດແລ້ວ, ພວກເຮົາຮູ້ດີວ່າຜູ້ຄົນໃນລອສແອງເຈີລິສຢູ່ໃຕ້ການຄວບຄຸມຂອງພະຍາມານ, ພວກເຂົາຊັງຄວາມຄິດຂອງການມາໂບດເພື່ອຟັງເລື່ອງພຣະເຢຊູ! ແມ່ນພວກເຮົາກໍອອກໄປເຊີນຄົນມາໂບດເຖິງແມ່ນວ່າພວກເຮົາຮູ້ດີວ່າສ່ວນຫຼາຍຈະບໍ່ມີວັນລອດໄດ້,ບໍ່ມີວັນລອດໄດ້ເພາະພຣະເຈົ້າຊົງປະຕິເສດເຂົາແລ້ວ, ພຣະຄໍາພີກ່າວວ່າ “ພຣະເຈົ້າຊົງຍອມແພ້ຕໍ່ເຂົາແລ້ວ...ພຣະເຈົ້າຊົງມອບພວກເຂົາໃຫ້ແກ່ຈິດໃຈທີ່ຊົ່ວຊ້າ...(ພວກເຂົາເປັນ)ພວກກຽດຊັງພຣະເຈົ້າ, ເຫຍິ່ງຈອງຫອງ,ພວກອວດຕົວ,ບໍ່ເຊື່ອຟັງຄໍາພໍ່ແມ່... ພວກໝີິ່ນປະໝາດຄົນທີ່ເຮັດດີ... ຮັກຄວາມສະໜຸກສະໜານຫຼາຍກວ່າຮັກ ພຣະເຈົ້າ”(ໂຣມ 1:26-30; 2 ຕີໂມທຽວ 3:3,4).

ແມ່ນແລ້ວພວກເຮົາຮູ້ດີວ່່າເມືອງຂອງເຮົາເຕັມໄປດ້ວຍພວກໜ້າຊື່ໃຈຄົດ,ພວກສູບຊາ, ພວກຕິດເຊັກ, ພວກສະຫວັດດີການຊົ່ວ, ພວກຜິດປົກກະຕິ ແລະເປັນຄົນທີ່ຊັງພຣະເຢຊູຄຣິດ, ຂ້າພະເຈົ້າຮູ້ຈັກດີກວ່າພວກທ່ານ, ຂ້າພະເຈົ້າໄດ້ໃຊ້ເວລາຫົກສິບກວ່າປີເທດສະໜາຕໍ່ເມືອງທີ່ບໍ່ມີພຣະເຈົ້ານີ້!

ແຕ່ຂ້າພະເຈົ້າຍັງຮູ້ອີກວ່າບ່ອນໃດບ່ອນໜຶ່ງໃນອາພາດເມັນເຫຼົ່ານີ້,ໜຶ່ງໃນລານໂບລີ້ງເຫຼົ່ານີ້,ໜຶ່ງໃນໂຮງຮຽນເຫຼົ່ານີ້- ຂ້າພະເຈົ້າຮູ້ດີວ່າໜຶ່ງໃນສະຖານທີ່ເຫຼົ່ານີ້ມີຊາຍໜຸ່ມຄົນຫຼືຍິງສາວຜູ້ໜຶ່ງທີ່ພຣະເຈົ້າໄດ້ຊົງເລືອກໄວ້,ທີ່ເລືອກແລ້ວຈາກຄົນບາບທີ່ຊົ່ວຮ້າຍເປັນພັນໆຄົນ, ຖືກເລືອກໃຫ້ລອດໂດຍພຣະເຢຊູຄຣິດ, ພຣະບຸດອົງດຽວຂອງພຣະເຈົ້າທີ່ບັງເກີດມາ! ຂ້າພະເຈົ້າເຊື່ອວ່າພວກທ່ານເປັນຄົນທີ່ຖືກເລືອກແລ້ວ!

ແລະຊາຍໜຸ່ມຫຼືຍິງສາວຄົນນັ້ນຈະກັບມາທີ່ຄຣິສຕະຈັກ,ຈະຖືກສ່ອງແສງໂດຍພຣະວິນຍານ,ຖືກຊ່ວຍໃຫ້ພົ້ນຈາກພະຍາມານ ແລະຖືກຊໍາລະລ້າງໂດຍພຣະໂລຫິດພຣະເຢຊູຄຣິດຫລັ່ງໄຫຼລົງມາຈາກໄມ້ກາງແຂນ!

ລອດແລ້ວໂດຍພຣະໂລຫິດຂອງພຣະອົງຜູ້ຊົງຖືກຄຶງຕາຍ!
ດຽວນີ້ຖືກໄຖ່ຈາກບາບ ແລະວຽກໃໝ່ໄດ້ເລິີ່ມຂຶ້ນ
ຮ້ອງສັນລະເສີນພຣະບິດາ ແລະສັນລະເສີນພຣະບຸດ
ລອດແລ້ວໂດຍພຣະໂລຫິດຂອງພຣະອົງຜູ້ຊົງຖືກຄຶງຕາຍ!
ພົ້ນແລ້ວໆ!ບາບຂອງຂ້າຮັບການອະໄພ,ຄວາມຊົ່ວຂອງຂ້າໄດ້ຫາຍໄປ
ພົ້ນແລ້ວໆ! ຂ້າລອດແລ້ວໂດຍພຣະໂລຫິດຂອງພຣະອົງຜູ້ຊົງຖືກຄຶງຕາຍ!
(“ລອດໂດຍພຣະໂລຫິດ”ໂດຍ S. J. Henderson, 1902).)

ເອແມນ! ສັນເສີນພຣະເຈົ້າ! ຮາເລລູຢາ! ຂ້ອຍລອດແລ້ວໂດຍພຣະໂລຫິດຂອງພຣະອົງຜູ້ ຊົງຖືກຄຶງຕາຍ!

ຊາຍຄົນນີ້ເປັນໜຶ່ງໃນຜູ້ຊົງເລືອກຂອງພຣະເຈົ້າ, ແລະພວກສາວົກໄດ້ມາເອົາລາວອອກຈາກບາບ,ຈາກຮູນາລົກຂອງເມືອງນັ້ນ - ກໍຄືກັບພວກເຮົາອອກໄປແລະພາພວກທ່ານມາ! ແລະພວກເຂົາໄດ້ພາຊາຍໜຸ່ມຕາບອດນັ້ນມາຫາພຣະເຢຊູ! ເອແມນ! ເມືອງນັ້ນຖືກສາບແຊ່ງແລະທໍາລາຍ, ແຕ່ບໍ່ແມ່ນຊາຍໜຸ່ມຕາບອດຄົນນັ້ນ! ພວກເຂົາໄດ້ພາລາວມາຫາພຣະເຢຊູ!

II. ສອງ ຊາຍໜຸ່ມນັ້ນເປັນຄົນຕາບອດ.

ລາວເປັນຄົນຕາບອດແຂງ-ລາວເປັນຄົນຕາບອດຄືກັບໂຕເຈຍ! ຕາບອດຄືກັບໄກ່ງວງທີ່ຫົວຂອງມັນຖືກຕັດອອກ!! ນັ້ນຄືບອດເທົ່າທີ່ທ່ານສາມາດນຶກໄດ້! ແມ່ນຊາຍໜຸ່ມ ຄົນນັ້ນຕາບອດ-ບອດ!

ຕອນນີ້ນັ້ນໝາຍເຖິງບາງສິ່ງບາງຢ່າງ! ມັນໝາຍເຖິງລາວເປັນຄົນຕາບອດ! ແມ່ນ ແຕ່ມັນມີຄວາມໝາຍຫຼາຍກວ່ານັ້ນໃນພຣະຄໍາພີໃໝ່! ມັນໝາຍເຖິງຄືກັບທີ່ມັດທິວເຮັນຣີ່ໄດ້ເວົ້າເຖິງ “ຕາບອດຝ່າຍວິນຍານ” ແລະຂ່າວປະເສີດຂອງລູກາກໍໄດ້ບອກພວກເຮົາວ່າພຣະເຢຊູຊົງເຮັດໃຫ້ເອຊາຢາ 61:1 ສໍາເລັດ, ໃຫ້ປະກາດແກ່ “ຄົນຕາບອດວ່າຈະໄດ້ເຫັນອີກ” (ລູກາ 4:18).

ພຣະເຢຊູຊົງຈູງຊາຍຕາບອດນັ້ນໄປ “ແລະພາລາວອອກໄປນອກເມືອງ”(ມາລະໂກ 8:23)ນີ້ສະແດງໃຫ້ເຫັນວ່າພວກຄົນບາບທີ່ຕາບອດຕ້ອງການທີ່ຈະຖືກແຍກອອກຈາກຄົນບາບອື່ນໆຖ້າພວກເຂົາຫາກຕ້ອງການໃຫ້ພຣະເຢຊູຮັກສາຄວາມບອດຂອງເຂົາ,ພຣະຄໍາພີກ່າວວ່າ:

“ທ່ານຢ່າເຂົ້າທຽມແອກກັບຄົົນທີ່ບໍ່ເຊື່ອ... ອົງພຣະຜູ້ເປັນເຈົ້າກ່າວວ່າ ຈົ່ງອອກຈາກໝູ່ພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ... ແລະເຮົາຈະເປັນພໍ່ຂອງພວກເຈົ້າ ແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບໄດ້ກ່າວດັ່ງນັ້ນ”(2 ໂກລິນໂທ 6:14,17-18)

ມີຫຼາຍເທື່ອທີ່ພວກຄົນໜຸ່ມຢາກຈະລອດ,ຢາກຈະຮູ້ຈັກພຣະເຈົ້າ ແຕ່ພວກເຂົາຖືກກີດກັ້ນໂດຍພວກໝູ່ບາບໜາ-ພວກໝູ່ຄູ່ພວກເຂົາຈະບໍ່ຍອມແພ້ເພື່ອພຣະເຢຊູ, ຂອບຄຸນ ພຣະເຈົ້າ, ພຣະເຢຊູຊົງ “ພາລາວອອກໄປນອກເມືອງ”ກ່ອນທີ່ພຣະອົງຈະເຮັດໃຫ້ການເບິ່ງເຫັນຂອງລາວກັບຄືນມາໃໝ່, ລາວຈະຕ້ອງອອກໄປຈາກກຸ່ມຄົນນາລົກນັ້ນ, ໄປ! ອອກໄປ ອອກໄປ! ລາວຕ້ອງອອກໄປຈາກໝູ່ເພື່ອນທີ່ຊົ່ວຮ້າຍທີ່ພະຍາຍາມຈະຮັກການບອດຂອງລາວໄວ້! ພຣະເຢຊູຊົງຈູງລາວໄປ “ແລະພາລາວອອກໄປນອກເມືອງ” ຂ້າພະເຈົ້າບໍ່ເຊື່ອວ່າຊາຍຄົນນັ້ນຈະລອດຖ້າລາວຍັງຮັກສາການເປັນມິດກັບພວກຄົນຊົ່ວທີ່ຢູ່ໃນເມືອງເບັດໄຊອີດານັ້ນ!

III. ສາມ, ແສງສະຫວ່າງຂອງລາວຄ່ອຍແຈ້ງອອກເທື່ອລະໜ້ອຍໆ.

“ເມື່ອໄດ້ຊົງບ້ວນນ້ຳລາຍລົງທີ່ຕາຄົນນັ້ນ(ຄວາມຈິງແລ້ວ “ຖົ່ມນໍ້າລາຍໃສ່ຢູ່ໃນຕາຂອງລາວ”) ແລະວາງພຣະຫັດເທິງລາວແລ້ວ ພຣະຈຶ່ງຖາມລາວວ່າ ລາວເຫັນຫຍັງແດ່ບໍ່ ຄົນນັ້ນເງີຍໜ້າເບິ່ງແລ້ວທູນວ່າ "ຂ້າພຣະອົງແນມເຫັນຄົນ ເໝືອນຕົ້ນໄມ້ຍ່າງໄປຍ່າງມາພຣະອົງຈຶ່ງວາງພຣະຫັດເທິງຕາລາວອີກ ແລ້ວໃຫ້ລາວເງີຍໜ້າເບິ່ງ ແລະຕາຂອງລາວກໍຫາຍເປັນປົກກະຕິ ແນມເຫັນຄົນທັງຫລາຍໄດ້ຊັດເຈນ” (ມາລະໂກ 8:23-25)ພຣະຄໍາສຸພາສິດໄດ້ໃຫ້ຄວາມເຫັນດີຫຼາຍໃນເລື່ອງນັ້ນ.

“ທາງຂອງຄົນຊອບທໍາເປັນເໝືອນແສງສ່ອງປະກາຍທີ່ເສີດສາຍເພິ່ມຂຶ້ນ ເພີ່ມຂຶ້ນຈົນວັນສົມບູນແບບ”(ສຸພາສິດ 4:18)

ຕອນທໍາອິດທ່ານເປັນຄົນຕາບອດຝ່າຍວິນຍານ, ທ່ານມາໂບດແຕ່ທ່ານກໍບໍ່ເຂົ້າໃຈແຈ້ງໃນສິ່ງທີ່ຕົນໄດ້ຍິນທັງໝົດ, ແລ້ວທ່ານກໍເລິ່ມເຂົ້າໃຈວ່າພຣະຄຣິດຊົງສາມາດຊ່ວຍທ່ານໄດ້, ທ່ານກໍເລິ່ມມີຄວາມຫວັງວ່າພຣະອົງຈະຊົງສາມາດຊ່ວຍທ່ານໄດ້, ແຕ່ທ່ານແນມບໍ່ເຫັນພຣະອົງ ແລະບໍ່ສາມາດຮູ້ສຶກເຖິງພຣະອົງໄດ້, ແລ້ວທ່ານກໍເຂົ້າໃຈວ່າ “ຄວາມເຊື່ອຄືຄວາມແນ່ໃຈໃນສິ່ງທີ່ເຮົາຫວັງໄວ້, ເປັນຫຼັກຖານໝັ້ນໃຈວ່າສິ່ງທີ່ຍັງບໍ່ເຫັນນັ້ນມີແທ້”(ເຮັບເລີ 11:1).

ອັກຄະສາວົກໂທມັດກ່າວວ່າ: “ຂ້ອຍຈະບໍ່ເຊື່ອ” ແລ້ວພຣະເຢຊູກໍເຂົ້າມາແລະໂທມັດໄດ້ເອີ້ນພຣະອົງວ່າ “ພຣະອົງເຈົ້າແລະພຣະເຈົ້າຂອງຂ້ານ້ອຍ” ແລ້ວພຣະເຢຊູຊົງກ່າວຕໍ່ໂທມັດວ່າ “ຜູ້ທີ່ບໍ່ເຫັນເຮົາ ແຕ່ເຊື່ອກໍເປັນສຸກ” ເປັນເວລາກວ່າສອງພັນປີມາແລ້ວທີ່ພຣະເຢຊູຊົງຊ່ວຍຄົນເປັນລ້ານໆຄົນໃຫ້ລອດຜູ້ທີ່“ບໍ່ເຫັນ ແຕ່ເຊື່ອກໍເປັນສຸກ”

ເຊີນຟັງຄໍາເວົ້າຂອງຈອນເຄແກນ, ລາວເວົ້າວ່າ “ຂ້ອຍບໍ່ສາມາດພົບສັນຕິສຸກໃນຮູບແບບໃດໆເລີຍ, ຂ້ອຍຮູ້ສຶກວ່າກໍາລັງຕາຍ...(ແລ້ວ)ມັນຊັດເຈນຫຼາຍທີ່ວ່າທັງໝົດທີ່ຂ້ອຍຕ້ອງການກໍຄືເຊື່ອວາງໃຈ(ພຣະເຢຊູ), ບໍ່ມີຄວາມຮູ້ສຶກທາງຮ່າງກາຍໃດໆ,ຂ້ອຍບໍ່ໄດ້ຕ້ອງ ການຄວາມຮູ້ສຶກ, ຂ້ອຍມີພຣະຄຣິດ! ຂ້ອຍແນມເບິ່ງພຣະເຢຊູພຽງຜູ້ດຽວ! ມັນເປັນໂດຍທາງຄວາມເຊື່ອເຊິ່ງຂ້ອຍຮູ້ດີວ່າພຣະເຢຊູຊົງລ້າງຄວາມບາບທັງໝົດຂອງຂ້ອຍໄປແລ້ວ ແລະຂ້ອຍພົບວ່າຕົນເອງສົງໄສວ່າຂ້ອຍຈະຮູ້ໄດ້ແນວໃດໃນຄວາມຂາດແຄນຫຼັກຖານທີ່ເຫັນໄດ້ຂອງຕົນ ແຕ່...ຂ້ອຍກໍພົບສັນຕິສຸກໂດຍການຮູ້ຈັກຫຼັງຈາກທີ່ມີຄວາມຄິດກັງວົນຂອງຂ້ອຍໄດ້ວາງລົງເທິງພຣະເຢຊູ, ພຣະເຢຊູຊົງເປັນຄໍາຕອບດຽວຂອງຂ້ອຍ”

ເຊີນຟັງຟີລິບແຊນ, “ຂ້ອຍຈື່ໄດ້ວ່າກໍາລັງຄິດວ່າຕົນຈະບໍ່ມີວັນກັບໃຈໄດ້,ຂ້ອຍເລິ່ມແມ່ນແຕ່ສົງໄສວ່າການກັບໃຈໃໝ່ມັນມີແທ້ຫຼືບໍ...(ແລ້ວ) ດຣ.ໄຮເມີກໍເທດສະໜາເລື່ອງວ່າຊາຕານໄດ້ເຮັດໃຫ້ຄົນທີ່ບໍ່ມີພຣະຄຣິດຕາບອດແນວໃດ, ລາວບອກວ່າໜຶ່ງໃນຫົນທາງທີ່ຊາຕານເຮັດກໍຄືໂດຍການເຮັດວຽກຢູ່ພາຍໃນຈິດໃຈຂອງຄົນທີ່ຍັງບໍ່ລອດ ແລະເຮັດໃຫ້ເຂົາຄິດວ່າເຂົາຈະຕ້ອງມີຄວາມຮູ້ສຶກທີ່ໝັ້ນຄົງ, ແລ້ວດຣ.ໄຮເມີກໍເວົ້າວ່່າຂ້ອຍຕ້ອງວາງໃຈໃນພຣະເຢຊູພຽງຜູ້ດຽວ, ບໍ່ມີຜູ້ອື່ນຫຼືສິ່ງອື່ນໃດ, ເມື່ອກ່ອນ(ຄວາມຄິດຂອງຂ້ອຍ)ແມ່ນວົນວຽນຢູ່ໃນຄວາມສົງໄສ ແລະວິເຄາະຕົນເອງ...ດຽວນີ້ພຣະເຢຊູຊົງຢູ່ຫັັ້ນ, ຕອນນີ້ພຣະຜູ້ຊ່ວຍກໍາລັງລໍຖ້າທີ່ຈະເອົາຂ້ອຍໄວ້ໃນອ້ອມແຂນຂອງພຣະອົງ! ຂ້ອຍຈະສາມາດຖືຄວາມບາບຂອງຕົນແລະບໍ່ແນມເບິ່ງພຣະອົງຜູ້ຊົງຮັກຈິດວິນຍານຂອງຕົນໄດ້ແນວໃດ?, ຂ້ອຍຈື່ງຄຸເຂົ່າລົງ ແລ້ວວາງໃຈເຊື່ອໃນພຣະເຢຊູເອງ, ຂ້ອຍບໍ່ໄດ້ລໍຖ້າໃຫ້ປະສົບກັບຄວາມຮູ້ສຶກ, ຂ້ອຍບໍ່ໄດ້ຖ້າຟັງຄໍາຕົວະຂອງຊາຕານ, ຂ້ອຍຕ້ອງໄປຫາພຣະເຢຊູເພື່ອໃຫ້ຊໍາລະບາບຂອງຂ້ອຍອອກໄປ, ຂ້ອຍຕ້ອງບໍ່ລໍຖ້າ! ຄວາມຄິດແຫ່ງການຄົ້ນຫາຄວາມໝັ້ນຄົງນັ້ນໄດ້ຫາຍໄປ,ຂ້ອຍໄດ້ວາງໃຈໃນພຣະເຢຊູ, ພຣະເຢຊູ(ເອງ)ກາຍເປັນຄວາມໝັ້ນຄົງແລະຄວາມຫວັງຂອງຂ້ອຍ, ພຣະເຢຊູຊົງເອົານໍ້າໜັກແຫ່ງບາບຂອງຂ້ອຍໄປ, ພຣະອົງຊົງຊໍາລະບັນທຶກຂອງຂ້ອຍດ້ວຍພຣະໂລຫິດຂອງພຣະອົງເອງ, ດຽວນີ້ຂ້ອຍຈື່ງລະນຶກເຖິງເພງ “ພຣະເຢຊູຜູ້ຊົງຮັກວິນຍານຂອງຂ້າ” ແລະຂ້ອຍກໍຈື່ໄດ້ວ່າຂ້ອຍມີໝູ່ຄູ່ໃນພຣະຄຣິດ, ສັນລະເສີນພຣະເຈົ້າທີ່ພຣະອົງໄດ້ປະທານພຣະບຸດຂອງພຣະອົງຄືພຣະເຢຊູເພື່ອໃຫ້ອະໄພຄວາມບາບຂອງຂ້ອຍດ້ວຍພຣະໂລຫິດຂອງພຣະອົງ”

ຕອນນີ້ເຊີນຟັງຄໍາເວົ້າຂອງຜູ້ຍິງຄົນໜຶ່ງທີ່ໄດ້ປະຕິເສດພຣະເຢຊູເປັນເວລາຫຼາຍປີ,ນາງເວົ້າວ່າ “ຂ້ອຍມີການສໍານຶກເລິກໆເລື່ອງບາບຂອງຂ້ອຍ ແລະຮູ້ສຶກໝົດຫວັງ,ຂ້ອຍອະທິຖານເກືອບທຸກມື້, ຂ້ອຍອ່ານເຈ້ຍຄໍາເທດສະໜາທຸກມື້, ມັນບໍ່ໄດ້ຊ່ວຍຫຍັງເລີຍເພາະຂ້ອຍຍັງຄົງລໍຖ້າຄວາມຮູ້ສຶກແລະຄວາມເຊື່ອເພີ່ມອີກ, ຂ້ອຍບອກດຣ.ເຄແກນວ່າຂ້ອຍມີຈິດໃຈທີ່ວຸ້ນວາຍ, ດັ່ງນັ້ນຂ້ອຍຈື່ງມາຫາພຣະເຢຊູບໍ່ໄດ້, ດຣ.ເຄແກນບອກວ່າ ‘ຊັນກໍຈົ່ງມາຫາພຣະເຢຊູດ້ວຍຈິດໃຈທີ່ວຸ້ນວາຍນັ້ນ’ ບໍ່ດົນກ່ອນການກັບໃຈໃໝ່ຂອງຂ້ອຍ,ກຣິຟຟິດໄດ້ຮ້ອງເພງ ‘ຖ້າເຈົ້າຖ້າຈົນເຈົ້າດີຂຶ້ນ, ເຈົ້າກໍຈະບໍ່ມີວັນມາ’(ຂ້ອຍຮູ້ວ່າ)ຄວາມຮູ້ສຶກແລະ(ອາລົມຕ່າງໆ)ເຊື່ອຖືບໍ່ໄດ້, ເພາະສະນັ້ນຂ້ອຍຈື່ງບໍ່ສາມາດວາງໃຈມັນໄດ້ຢູ່ດີ,ເມື່ອຂ້ອຍວາງໃຈໃນພຣະເຢຊູ,ພຣະອົງຊົງໃຫ້ອະໄພຂ້ອຍ ແລະຊໍາລະຂ້ອຍອອກຈາກຄວາມບາບທຸກຢ່າງຂອງຂ້ອຍ, ພຣະອົງຊົງຊໍາລະຂ້ອຍ ແລະລ້າງບາບທຸກຢ່າງຂອງຂ້ອຍອອກໄປດ້ວຍພຣະໂລຫິດອັນປະເສີດຂອງພຣະອົງ, ພຣະເຢຊູຊົງຊ່ວຍຂ້ອຍໃຫ້ພົ້ນຈາກຊາຕານແລະໃຫ້ຂ້ອຍມີອິດສະຫຼະ! ຂ້ອຍຂໍເປັນທາດຂອງພຣະເຢຊູຜູ້ຊົງຮັກຂ້ອຍ ແລະເປັນຫ່ວງຂ້ອຍຫຼາຍກວ່າທີ່ຈະສືບຕໍ່ເປັນທາດຂອງຊາຕານຜູ້ທີ່ຈະທໍາລາຍຂ້ອຍ ແລະສົ່ງຂ້ອຍໄປນາລົກຕອນສຸດທ້າຍ” ເພງນີ້ຢູ່ບົດທີ 2 ເທິງເຈ້ຍເພງຂອງທ່ານ, ຂໍເຊີນຢືນຂຶ້ນແລະຮ້ອງມັນ!

ພຣະເຢຊູຜູ້ຊົງຮັກແພງວິນຍານຂ້າ
ຂໍຊົງໂຜດໃຫ້ເພິ່ງພຣະອົງ
ເມື່ອເຂົ້າໃກ້ຄື້ນນໍ້າຖ້ວມ
ເມື່ອການທົດລອງຍັງຢູ່ສູງ
ຂໍຊົງເຊື່ອງຂ້າ ໂອພຣະຜູ້ຊ່ວຍຂອງຂ້າ
ຈົນກວ່າພາຍຸແຫ່ງຊີວິດຜ່ານໄປ
ປອດໄພຢູ່ໃນການຊົງນໍາ
ຂໍຊົງຮັບວິນຍານຂອງຂ້າດ້ວຍ
(“ພຣະເຢຊູຜູ້ຊົງຮັກວິນຍານຂ້າ”ໂດຍCharles Wesley, 1707-1788)

ຂໍເຊີນນັ່ງລົງໄດ້.

ຂ້າພະເຈົ້າຮູ້ວ່າພວກທ່ານຕ້ອງການທີ່ຈະໃຫ້ບາບຂອງຕົນຖືກຊໍາລະໂດຍພຣະເຢຊູ! ຂ້າພະເຈົ້າຮູ້ດີວ່າພວກທ່ານຕ້ອງການໃຫ້ພຣະເຢຊູຊ່ວຍທ່ານ! ຢ່າໄປຄາດຫວັງທີ່ຈະສົມບູນແບບ, ຈົ່ງຄາດຫວັງພຽງໃຫ້ພຣະເຢຊູຊ່ວຍທ່ານໃຫ້ພົ້ນຈາກຄວາມຜິດແລະຄວາມບາບຂອງຕົນ, ຄວາມສົມບູນແບບຈະມາພາຍຫຼັງ, ດຽວນີ້ເຊີນຟັງຄໍາກ່າວຂອງພຣະເຢຊູ, ຄໍາເຫຼົ່ານີ້ມາຈາກພຣະໂອດຂອງພຣະເຢຊູ.

“ບັນດາຜູ້ທີ່ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫຼາຍຫາຍເມື່ອຍເປັນສຸກ”(ມັດທາຍ 11:28)

“ບັນດາຜູ້ທີ່ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ” ພວກທ່ານມັກຮູ້ສຶກບາບ ແລະຫຼົງຫາຍເມື່ອທ່ານໄປນອນ, ທ່ານໄປນອນດ້ວຍຄວາມກັງວົນກ່ຽວກັບບາບຂອງຕົນໃນຕອນກາງຄືນ, ເປັນຫຍັງຈື່ງໄປນອນດ້ວຍຄວາມກັງວົນອີກລະໃນຄືນນີ້?ພຣະເຢຊູຊົງກ່່າວວ່າ:

“ບັນດາຜູ້ທີ່ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫຼາຍຫາຍເມື່ອຍເປັນສຸກ”

ທ່ານບໍ່ໄດ້ຕ້ອງການຄວາມໝັ້ນຄົງ, ທ່ານຕ້ອງການການຢຸດພັກ, ຢຸດພັກໃຈຂອງທ່ານ, ເປີດເພງບົດທີ 3 ຢູ່ປື້ມເພງຂອງທ່ານ. ເຊີນຮ້ອງ.

ຂ້າຍິນສຽງຕ້ອນຮັບຂອງພຣະອົງ
ທີ່ເອີ້ນຂ້າໃຫ້ມາເຂົ້າເຝົ້າພຣະອົງ
ເພື່ອຊໍາລະໃນພຣະໂລຫິດປະເສີດພຣະອົງ
ທີ່ຫຼັ່ງລົງມາຈາກໄມ້ກາງແຂນ
ພຣະເຈົ້າຂ້າຂ້າມາ!ຂ້າມາຫາພຣະອົງດຽວນີ້
ຂໍລ້າງຂ້າ,ຊໍາລະຂ້າໃນໂລຫິດພຣະອົງ
ທີ່ຫຼັ່ງລົງມາຈາກໄມ້ກາງແຂນ
(“ພຣະອົງເຈົ້າຂ້າຂ້າມາ”ໂດຍLewis Hartsough, 1828-1919).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“I Am Coming, Lord” (Lewis Hartsough, 1828-1919).

ໂຄງຮ່າງບົດເທດສະໜາ

ລາວເຫັນຄົນຄືກັບຕົ້ນໄມ້ຍ່າງໄປຍ່າງມາ!

HE SAW MEN AS TREES WALKING!

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະອົງຈຶ່ງໄປທີ່ເມືອງເບດໄຊດາ ແລະພວກເຂົາພາຊາຍຕາບອດຄົນໜຶ່ງມາຫາພຣະອົງ ທູນອ້ອນວອນຂໍພຣະອົງໃຫ້ໂຜດແຕະຕ້ອງຄົນນັ້ນ ພຣະອົງໄດ້ຊົງຈູງມືຄົນຕາບອດອອກໄປນອກເມືອງ ເມື່ອໄດ້ຊົງບ້ວນນ້ຳລາຍລົງທີ່ຕາຄົນນັ້ນ ແລະວາງພຣະຫັດເທິງລາວແລ້ວ ພຣະຈຶ່ງຖາມລາວວ່າ ລາວເຫັນຫຍັງແດ່ບໍ່ ຄົນນັ້ນເງີຍໜ້າເບິ່ງແລ້ວທູນວ່າ "ຂ້ານ້ອຍແນມເຫັນຄົນເໝືອນຕົ້ນໄມ້ຍ່າງໄປຍ່າງມາ" ພຣະອົງຈຶ່ງວາງພຣະຫັດເທິງຕາລາວອີກ ແລ້ວໃຫ້ລາວເງີຍໜ້າເບິ່ງ ແລະຕາຂອງລາວກໍຫາຍເປັນປົກກະຕິ ແນມເຫັນຄົນທັງຫລາຍໄດ້ຊັດເຈນ” (ມາລະໂກ 8:22-25)

I.   ໜຶ່ງ, ເມືອງນີ້ຖືກສາບແຊ່ງ ແຕ່ບໍ່ແມ່ນຊາຍໜຸ່ມຕາບອດທີ່ຖືກເລືອກຄົນນີ້!
ໂຣມ 11:7; ໂຣມ 1:26-30; 2 ຕີໂມທຽວ 3:3,4.

II.  ສອງ ຊາຍໜຸ່ມນັ້ນເປັນຄົນຕາບອດ. ລູກາ 4:18; ມາລະໂກ 8:23;
2 ໂກລິນໂທ 6:14,17-18.

III. ສາມ, ແສງສະຫວ່າງຂອງລາວຄ່ອຍແຈ້ງອອກເທື່ອລະໜ້ອຍໆ.
ມາລະໂກ 8:23-25; ສຸພາສິດ 4:18; ເຮັບເລີ 11:1; ມັດທາຍ 11:28.