Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີນໍາວິນຍານໄປຫາພຣະຄຣິດ-
ການໃຫ້ຄໍາແນະນໍາສໍາລັບການກັບໃຈໃໝ່!

HOW TO LEAD A SOUL TO CHRIST –
COUNSELING FOR CONVERSIONS!
(Laotian)

ຄໍາເທດສະໜາແຕ່ງໂດຍດຣ.ຄຣິສໂຕເຟີແອວ.ເຄແກນ(UCLA)
ປະລິນຍາໂທ(ໂຮງຮຽນສາສະໜາສາດທັລບອດ)ປະລິນຍາເອກ
(the Claremont Graduate School)ເທດສະໜາໂດຍອ.ຈອນ ຊາມູເອວ ເຄແກນ
ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 26/8/2018
A sermon written by Christopher L. Cagan, Ph.D. (UCLA),
M.Div. (Talbot Seminary), Ph.D. (the Claremont Graduate School),
and preached by Rev. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, August 26, 2018

“ຖ້າທ່ານບໍ່ໄດ້ກັບໃຈ...ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້ເລີຍ”(ມັດທິວ 18:3)


ພຣະເຢຊູຊົງກ່າວວ່າຄົນຜູ້ໜຶ່ງຈະຕ້ອງກັບໃຈໃໝ່-ມີການກັບໃຈ-ບໍ່ດັ່ງນັ້ນເຂົາກໍຈະ ບໍ່ສາມາດໄປສະຫວັນໄດ້, ພາສາກຣີກແປຄໍາວ່່າ “ກັບໃຈ”ແມ່ນ “epistrepho”ໝາຍເຖິງ “ການຫັນກັບ” ອັນນີ້ບໍ່ແມ່ນການອະທິຖານຕາມຄໍາອະທິຖານຂອງຄົນບາບຫຼືການຍົກມືຂຶ້ນ, ນີ້ແມ່ນການປ່ຽນແປງຂອງໃຈທີ່ພຣະເຈົ້າຊົງມອບໃຫ້ກັບຄົນບາບຕອນທີ່ບັງເກີດໃໝ່, ພຣະ ເຢຊູຊົງກ່າວຕໍ່ນິໂຄເດມັສວ່າ “ຖ້າທ່ານບໍ່ໄດ້ບັງເກີດໃໝ່ທ່ານຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້”(ໂຢຮັນ 3:3), ອີກຄັ້ງທີ່ພຣະເຢຊູຊົງກ່າວວ່າ “ທ່ານຈະຕ້ອງບັງເກີດໃໝ່”(ໂຢຮັນ 3:7), ນີ້ແມ່ນພື້ນຖານການປ່ຽນແປງຂອງໃຈ, ພຣະຄໍາພີກ່າວວ່າ “ຖ້າຜູ້ໃດຢູ່ໃນພຣະ ຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃໝ່ແລ້ວ, ສິ່ງເກົ່າໆກໍລ່ວງໄປ ເບິ່ງແມ້ ສິ່ງສາລະພັັດກາຍເປັນສິ່ງໃໝ່ທັງນັ້ນ”(2 ໂກລິນໂທ 5:17), ນີ້ບໍ່ແມ່ນພຽງອະທິຖານຕາມຄໍາອະທິຖານຂອງຄົນບາບ, ນີ້ແມ່ນການກັບໃຈໃໝ່! ໃນເຊົ້ານີ້ຂ້າພະເຈົ້າຢາກຈະເວົ້າເຖິງເລື່ອງການໃຫ້ ຄໍາແນະນໍາເພື່ອພາຄົນບາບສູ່ການກັບໃຈໃໝ່ໃນພຣະຄຣິດ.

ແມ່ນຫຍັງຄືການກັບໃຈ? ພວກເຮົາຢາກໃຫ້ຫຍັງເກີດຂຶ້ນ? ຄົນບາບຕ້ອງການການກັບໃຈ,ບໍ່ແມ່ນການຕັດສິນໃຈ, ນັບຕັ້ງແຕ່ຊາລສ໌ຟິນນີ(1792-1875) “ລັດທິຕັດສິນໃຈນິຍົມ”ໄດ້ເຂົ້າມາແທນທີ່ຂອງການກັບໃຈໃໝ່ຢູ່ໃນຫຼາຍຄຣິສຕະຈັກທົ່ວໂລກ, ຜູ້ຄົນເປັນລ້ານໆຄົນໄດ້ຕັດສິນໃຈແຕ່ບໍ່ແມ່ນການກັບໃຈໃໝ່.

ແມ່ນຫຍັງຄື“ການຕັດສິນໃຈນິຍົມ?” ແມ່ນຫຍັງຄືການກັບໃຈໃໝ່? ນີ້ແມ່ນຄວາມໝາຍຈາກໜັງສື ການຖີ້ມຄວາມເຊື່ອປັດຈຸບັນນີ້ທີ່ຂຽນໂດຍດຣ.ໄຮເມີກັບພໍ່ຂອງຂ້າພະເຈົ້າ ດຣ.ເຄແກນ.

     ການຕັດສິນໃຈນິຍົມແມ່ນການເຊື່ອວ່າບຸກຄົນໜຶ່ງລອດໄດ້ໂດຍການອອກມາຂ້າງໜ້າ,ການຍົກມືຂື້ນ,ການເວົ້າຄໍາອະທິຖານ, ການເຊື່ອຫຼັກຄໍາສອນໜຶ່ງ,ການເຮັດຂໍ້ຜູກມັດກັບພຣະເຈົ້າ ຫຼືຮູບແບບພາຍນອກອື່ນໆ,ການກະທໍາຂອງມະນຸດຊື່ງມີຄວາມໝາຍເທົ່າກັນ ແລະການພິສູດການອັດສະ ຈັນທີ່ຢູ່ພາຍໃນການກັບໃຈ, ມັນຄືການເຊື່ອວ່າບຸກຄົນໜື່ງລອດໂດຍການເປັນຕົວແທນຂອງການຕັດສິນໃຈພາຍນອກ, ການເຊື່ອວ່າການປ່ຽນແປງໜຶ່ງໃນການກະທໍາຂອງມະນຸດສະແດງວ່າຄົນຜູ້ນັ້ນລອດແລ້ວ.
     ການກັບໃຈໃໝ່ແມ່ນຜົນຂອງວຽກຂອງພຣະວິນຍານບໍລິສຸດຊື່ງຊັກນໍາຄົນບາບໃຫ້ມາຫາພຣະເຢຊູຄຣິດເພື່ອເປັນຄົນຊອບທໍາ ແລະບັງເກີດໃໝ່ ແລະ ປ່ຽນແປງຈຸດຢືນຂອງຄົນບາບຕໍ່ໜ້າພຣະເຈົ້າຈາກຫຼົງຫາຍສູ່ລອດແລ້ວ, ການຖ່າຍທອດຊີວິດແບບພຣະເຈົ້າໃຫ້ແກ່ຈິດວິນຍານທີ່ເຊື່ອມສາມ ກໍ່ໃຫ້ເກີດທິດທາງໃໝ່ໃນຊີວິດຂອງຄົນທີ່ກັບໃຈໃໝ່, ເປົ້າໝາຍດ້ານຄວາມລອດຄືການເປັນຜູ້ຊອບທໍາ, ເປົ້າໝາຍດ້ານຄວາມລອດຄືການບັງເກີດໃໝ່ ຜົນກໍຄືການກັບໃຈໃໝ່(ການຖີ້ມຄວາມເຊື່ອຂອງປັດຈຸບັນ ໜ້າ 17,18)

ການຕັດສິນໃຈແມ່ນວຽກຂອງມະນຸດທີ່ທຸກຄົນສາມາດເຮັດໄດ້ທຸກເວລາ, ການກັບໃຈໃໝ່ ແມ່ນການກະທໍາທີ່ອັດສະຈັນເຊິ່ງປ່ຽນແປງຊີິວິດຂອງບຸກຄົນໜຶ່ງ ແລະຈຸດໝາຍນິລັນດອນຕະຫຼອດໄປ.

ການໄດ້ການຕັດສິນໃຈໜື່ງງ່າຍກວ່າການນໍາຈິດວິນຍານໜື່ງສູ່ການກັບໃຈໃໝ່,ນັກເທດສາມາດມີຈໍານວນຄົນທີ່ມີ“ການຕັດໃຈ”ຫຼາຍເພື່ອຈະນັບມັນ, ທ່ານສາມາດໄດ້ຮັບການຕັດສິນໃຈທຸກບ່ອນ,ທຸກເວລາ, ທ່ານສາມາດອະທິຖານຄໍາອະທິຖານຂອງຄົນບາບກັບຄົນຢູ່ໜ້າບ້ານຂອງເຂົາ, ຢູ່ເທິງຍົນ ຫຼືຢູ່ບ່ອນອື່ນໆອີກ, ທ່ານສາມາດນັບພວກເຂົາໄດ້ແຕ່ທ່ານອາດຈະບໍ່ໄດ້ພົບເຂົາອີກເລີຍ,ພວກເຂົາເຮັດການຕັດສິນໃຈແຕ່ບໍ່ໄດ້ປະສົບກັບການກັບໃຈ.

ສໍາລັບການກັບໃຈໃໝ່,ຄົນສ່ວນຫຼາຍຈະຕ້ອງມາທີ່ຄຣິສຕະຈັກ ແລະຟັງຂ່າວປະ ເສີດຫຼາຍໆເທື່ອກ່ອນທີ່ພວກເຂົາຈະເຂົ້າໃຈມັນ ແລະວາງໃຈໃນພຣະເຢຊູ, ບາງຄົນມາ ຄຣິສຕະຈັກເປັນເວລາຫຼາຍເດືອນ,ບາງຄົນເປັນປີກ່ອນທີ່ພວກເຂົາຈະກັບໃຈໃໝ່.

ເພື່ອນໍາຜູ້ຄົນມາຫາພຣະຄຣິດນັ້ນທ່ານຈະຕ້ອງເວົ້າກັບພວກເຂົາເປັນການສ່ວນຕົວ, ກັບຕົວທ່ານເອງຫຼັງຈາກທີ່ພວກເຂົາຕອບຮັບການເຊື້ອເຊີນຂອງທ່ານ, ຈົ່ງພາພວກເຂົາໄປອີກບ່ອນໜຶ່ງທີ່ທ່ານຈະສົນທະນາກັບເຂົາ, ຢ່າໄປນໍາພວກເຂົາໃຫ້ອະທິຖານໄວແບບອັດຕະ ໂນມັດ, ການອະທິຖານຄໍາອະທິຖານຂອງຄົນບາບບໍ່ແມ່ນອັນດຽວກັນກັບການວາງໃຈໃນ ພຣະເຢຊູ, ການຍົກມືຂຶ້ນ, ການຍ່າງອອກມາຂ້າງໜ້າ ຫຼືການຮັບບັບຕິດສະມາບໍ່ແມ່ນອັນດຽວກັນກັບການວາງໃຈໃນພຣະເຢຊູ, ການເຮັດສິ່ງເຫຼົ່ານັ້ນບໍ່ໄດ້ພິສູດວ່່າບຸກຄົນນັ້ນໄດ້ວາງໃຈໃນພຣະເຢຊູແລ້ວ, ການວາງໃຈພຣະເຢຊູຄືບາງສິ່ງບາງຢ່່າງທີ່ແຕກຕ່າງກັນ,ບໍ່ຄືໃຜ ແລະສະເພາະເຈາະຈົງ,ການວາງໃຈພຣະເຢຊູຄືການວາງໃຈໃນພຣະເຢຊູ.

ການນໍາຄົນໜຶ່ງມາເຊື່ອວາງໃຈໃນພຣະຄຣິດ ແລະປະສົບກັບການກັບໃຈໃໝ່ທີ່ແທ້ຈິງຕ້ອງໃຊ້ເວລາ, ຄວາມພະຍາຍາມ, ຄວາມເຂົ້າໃຈທີ່ເລິກເຊິ່ງ, ຄໍາອະທິຖານແລະພຣະຄຸນຂອງພຣະເຈົ້າ, ດຣ.ໄຮເມີກັບດຣ.ເຄແກນໄດ້ໃຫ້ຄໍາແນະນໍາແກ່ຜູ້ຄົນສໍາລັບການກັບໃຈ ໃໝ່ເປັນເວລາຫຼາຍກວ່າສາມສິບປີ, ນີ້ຄືບາງສິ່ງບາງຢ່າງທີ່ພວກເຂົາໄດ້ຮຽນຮູ້ມາ.

1. ໜຶ່ງ ພວກສິດຍາພິບານຈະຕ້ອງຟັງພວກຄົນບາບ.

ຢ່າຖືວ່າ-ຄືກັບທີ່ພວກນັກເທດຂ່່າວປະເສີດທຸກຄົນເຮັດ-ທີ່ວ່າຄົນບາບເຂົ້າໃຈຂ່າວປະເສີດແລ້ວ, ທ່ານຈະຕ້ອງຟັງເຂົາ ແລະຄົ້ນຫາວ່າເຂົາເຊື່ອແນວໃດ, ເບື້ອງຫຼັງສາສະໜາຂອງລາວແມ່ນຫຍັງ? ລາວເຊື່ອກ່ຽວກັບພຣະເຢຊູແນວໃດແດ່? ລາວຄິດວ່າພຣະເຢຊູເປັນວິນຍານໜຶ່ງບໍ? ລາວຄິດວ່າພຣະເຢຊູຊົງຢູ່ໃນໃຈຂອງລາວແລ້ວບໍ? ລາວຄິດວ່າພຣະເຢຊູຊົງໃຈຮ້າຍກັບລາວບໍ? ລາວຄິດວ່າລາວຕົນເອງຈະໄປສະຫວັນຫຼືບໍ? ຈົ່ງຮຽນຮູ້ວ່າເຂົາຄິດແນວໃດ,ແລ້ວຈົ່ງສະແດງໃຫ້ເຂົາເຫັນຄວາມຈິງແລະນໍາເຂົາມາຫາພຣະຄຣິດແທ້.

ຄົນບາບມີຊີວິດແນວໃດແດ່? ມີອັນໃດຢຶດເຂົາໄວ້ຈາກການດໍາເນີນຊີວິດຄຣິສຕຽນບໍ-ຮູບໂປ້,ການລ່ວງປະເວນີ ຫຼືການຂັດຂວາງຈາກສະມາຊິກຄອບຄົວ? ພວກຄົນບາບບໍ່ຈໍາເປັນຕ້ອງເຮັດໃຫ້ຕົນເອງສົມບູນແບບເພື່ອທີ່ຈະລອດໄດ້-ພວກເຂົາເຮັດບໍ່ໄດ້, ແຕ່ບາງຄົນທີ່ຍັງດື້ດ້ານ ແລະຢືດຕິດບາບໃຫຍໆບໍ່ແມ່ນການເຊື່ອວາງໃຈພຣະຄຣິດ, ເຂົາວາງໃຈໃນຕົວເອງແທນ.

ຖ້າທ່ານບໍ່ຟັງພວກຄົນບາບ,ທ່ານກໍຈະບໍ່ສາມາດຊ່ວຍເຂົາໄດ້, ຈົ່ງຄົ້ນຫາວ່າເປັນຫຍັງຄົນບາບຈື່ງມາລົມກັບທ່ານ, ແມ່ນຫຍັງຄືສິ່ງທີ່ເຂົາຢາກໃຫ້ພຣະເຢຊູເຮັດເພື່ອເຂົາ?ເປັນຫຍັງລາວຈື່ງມາ? ມີຄົນໜຶ່ງເວົ້າວ່າລາວຢາກໃຫ້ພຣະເຢຊູເອົາວຽກໃຫ້ລາວ, ແຕ່ນັ້ນບໍ່ແມ່ນຄວາມລອດ! ຖ້າແມ່ນວ່າພຣະເຢຊູໃຫ້ລາວໄດ້ວຽກລາວກໍຈະຍັງຫຼົງຫາຍຢູ່ດີ, ຄົນນັ້ນຈະຕ້ອງຢາກໃຫ້ຄວາມບາບຂອງຕົນໄດ້ຮັບການອະໄພໂດຍພຣະໂລຫິດຂອງພຣະເຢຊູ.

2. ສອງ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບພຣະເຢຊູຄຣິດ.

ຄົນບາບຄິດກ່ຽວກັບພຣະເຢຊູແນວໃດແດ່? ຈົ່ງຖາມເຂົາວ່າ “ຕອນນີ້ພຣະເຢຊູຢູ່ໃສ?” ພຣະຄໍາພີກ່າວວ່າພຣະເຢຊູຊົງຢູ່ໃນສະຫວັນ “ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ” ພຣະບິດາ(ໂຣມ 8:34) ແຕ່ພວກແບັບຕິດທີ່ຫຼົງຫາຍສ່ວນຫຼາຍຄິດວ່າພຣະເຢຊູຊົງຢູ່ໃນໃຈຂອງພວກເຂົາແລ້ວ ຫຼືວ່າພຣະອົງຊົງເປັນວິນຍານໜຶ່ງທີ່ລອຍຢູ່ໃນອາກາດ, ທ່ານບໍ່ສາ ມາດມາຫາພຣະເຢຊູໄດ້ຖ້າທ່ານບໍ່ຮູ້ວ່າພຣະອົງຢູ່ໃສ.

ຈົ່ງຖາມຄົນບາບວ່າ “ພຣະເຢຊູແມ່ນໃຜ?” ມີຫຼາຍຄົນຄິດວ່າພຣະອົງເປັນພຽງມະນຸດຄົນໜື່ງ, ເປັນໜຶ່ງໃນຄູຜູ້ຍິ່ງໃຫຍ່ແຫ່ງປະຫວັດສາດ,ແຕ່“ພຣະເຢຊູ”ອົງນັ້ນບໍ່ສາມາດຊ່ວຍໃຜໃຫ້ລອດໄດ້, ບາງຄົນຄິດວ່າພຣະອົງຊົງເປັນວິນຍານໜຶ່ງ ຫຼືວ່າພຣະເຢຊູຊົງເປັນພຣະວິນຍານບໍລິສຸດ, ແຕ່ພຣະຄຣິດບໍ່ແມ່ນວິນຍານໜຶ່ງ, ຫຼັງຈາກທີ່ພຣະເຢຊູຊົງຟື້ນຄືນຈາກຕາຍ,ພຣະຄໍາພີກ່າວວ່າ:

“ຝ່າຍເຂົາທັງຫລາຍສະດຸ້ງຕົກໃຈຢ້ານຄິດວ່າເຫັນຜີ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ"ທ່ານທັງຫລາຍວຸ້ນວາຍໃຈເຮັດຫຍັງ ເປັນຫຍັງຄວາມຄິດສັບສົນຈຶ່ງເກີດຂຶ້ນໃນໃຈຂອງທ່ານທັງຫລາຍ ຈົ່ງເບິ່ງມືຂອງເຮົາແລະຕີນຂອງເຮົາວ່າເປັນເຮົາເອງ, ຈົ່ງຄຳຕົວເຮົາເບິ່ງ ເພາະວ່າຜີບໍ່ມີເນື້ອໜັງແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ" ເມື່ອກ່າວຢ່າງນັ້ນແລ້ວພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ ເມື່ອພວກເຂົາຍັງບໍ່ປົງໃຈເຊື່ອເພາະເປັນເລື່ອງໜ້າຍິນດີຢ່າງເຫລືອເຊື່ອ ແລະກຳລັງປະຫລາດໃຈຢູ່ ພຣະອົງຈຶ່ງຖາມພວກເຂົາວ່າ "ຢູ່ນີ້ພວກທ່ານກໍມີອາຫານກິນແດ່ບໍ?" ເຂົາກໍເອົາປາປິ້ງອັນໜຶ່ງກັບຮວງເຜິ້ງອັນໜຶ່ງມາຖວາຍພຣະອົງ ພຣະອົງຊົງຮັບປະທານຕໍ່ໜ້າພວກເຂົາ”(ລູກາ 24:37-43)

ຫຼັງຈາກທີ່ພຣະອົງຊົງຟື້ນຄືນຈາກຕາຍພຣະເຢຊູຊົງກິນເຂົ້າ, ວິນຍານກິນເຂົ້າບໍ່ໄດ້, ວິນຍານບໍ່ມີເນື້ອໜັງແລະກະດູກຄືທີ່ພຣະເຢຊູມີ, ແລະວິນຍານອັນໜຶ່ງ-ແມ່ນແຕ່ພຣະວິນຍານບໍລິສຸດ- ກໍບໍ່ມີພຣະໂລຫິດທີ່ຈະລ້າງບາບອອກໄປໄດ້!

ຈົ່ງຖາມຄົນບາບເບິ່ງວ່າ “ພຣະເຢຊູຊົງໃຈຮ້າຍກັບເຈົ້າບໍ?” ພວກຄາທໍລິກຫຼາຍຄົນກັບຄົນອື່ນໆຄິດວ່າພຣະອົງເປັນແບບນັ້ນ, ພວກເຂົາເຊື່ອໃນ “ພຣະຄຣິດ”ຜູ້ໃຈຮ້າຍ-ຊື່ງບໍ່ແມ່ນພຣະເຢຊູແຫ່ງພັນທະສັນຍາໃໝ່, ພຣະຄໍາພີກ່າວວ່າພຣະເຢຊູຊົງຮັກຄົນບາບ, ພຣະອົງຊົງຍົກໂທດໃຫ້ໂຈນທີ່ຢູ່ເທິງໄມ້ກາງແຂນແລະຜູ້ຍິງທີ່ຖືກຈັບຂໍ້ຫາລ່ວງປະເວນີ, ຄົນບາບຈະສາມາດເຊື່ອວາງໃຈໃນຄົນທີ່ໃຈຮ້າຍກັບລາວໄດ້ແນວໃດ? ຈົ່ງອະທິບາຍຄວາມບໍ່ຖືກຕ້ອງເຫຼົ່ານີ້ ແລ້ວຊີ້ຄົນບາບໄປຫາພຣະເຢຊູແທ້.

3. ສາມ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບຄວາມລອດ.

ມີຄວາມຜິດພາດຢູ່ສາມປະເພດຫຼັກໆກ່ຽວກັບຄວາມລອດ, ຫຼາຍຄົນຄິດວ່າຖ້າພວກເຂົາຫາກເຮັດໜຶ່ງໃນສິ່ງເຫຼົ່ານີ້,ພວກເຂົາກໍຈະລອດ- ຫຼືຖ້າພວກເຂົາເຮັດໜຶ່ງໃນສິ່ງເຫຼົ່ານີ້ກໍພິສູດວ່າພວກເຂົາລອດແລ້ວ, ນີ້ຄືສາມສິ່ງຫຼັກໆທີ່ພວກຄົນບາບວາງໃຈແທນທີ່ຂອງການວາງໃຈໃນພຣະຄຣິດ.

ການປະຕິບັດທາງກາຍ: ພິທີບັບຕິດສະມາ,ການກ້າວອອກມາ,ການຍົກມື,ການເຮັດຂໍ້ຜູກມັດກັບຄວາມເປັນພຣະເຈົ້າ, ການເລີກເຮັດບາບບາງອັນ(ອັນນີ້ບໍ່ແມ່ນການກັບໃຈຕາມພຣະຄໍາພີຊື່ງຄືການປ່ຽນແປງຂອງຈິດໃຈ) ຫຼືການເວົ້າຄໍາອະທິຖານຂອງຄົນບາບ,ນີ້ ແມ່ນການກະທໍາຂອງມະນຸດຊື່ງບໍ່ສາມາດຊ່ວຍໃຜໃຫ້ລອດໄດ້, ພຣະຄໍາພີກ່່າວວ່່າ “ບໍ່ແມ່ນໂດຍການກະທໍາທີ່ຊອບທໍາຊື່ງພວກເຮົາເຮັດນັ້ນ, ແຕ່ອີງຕາມພຣະເມດຕາຂອງພຣະອົງທີ່ພຣະອົງຊົງຊ່ວຍພວກເຮົາ”(ຕີໂຕ 3:5).

ການປະຕິບັດທາງໃຈ: ການມີຄວາມຄິດທີ່ຖືກຕ້ອງ ຫຼືການເຊື່ອຄວາມຈິງໃນພຣະຄໍາພີກ່ຽວກັບພຣະເຢຊູ ຫຼືກ່ຽວກັບຄວາມລອດ, ພວກຄົນບາບມັກເວົ້າວ່າ “ຂ້ອຍເຊື່ອວ່າ ພຣະເຢຊູຊົງຕາຍເທິງໄມ້ກາງແຂນແທນຂ້ອຍ”ແຕ່ຄົນເປັນລ້ານໆຄົນກໍເຊື່ອຄວາມຈິງຂໍ້ນັ້ນ, ແມ່ນແຕ່ພະຍາມານກໍເຊື່ອວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າຜູ້ຕາຍເທິງໄມ້ກາງແຂນແລະຟື້ນຄືນມາອີກ, ມັນເຫັນແລ້ວ, ພຣະຄໍາພີກ່າວວ່າ “ພວກຜີປີສາດ(ພະຍາມານ)ກໍເຊື່ອເຊັ່ນກັນແລະຢ້ານຈົນຕົວສັ່ນ”(ຢາໂກໂບ 2:19), ຄົນບາບຈະຕ້ອງວາງໃຈເຊື່ອໃນ ພຣະເຢຊູເອງ,ບໍ່ແມ່ນຄວາມຈິງກ່ຽວກັບພຣະອົງ.

ການປະຕິບັດທາງອາລົມຄວາມຮູ້ສຶກ: ຄວາມຮູ້ສຶກແລະປະສົບການຕ່າງໆ,ການສະແຫວງຫາ “ຄວາມໝັ້ນຄົງ”ຫຼາຍກວ່າສະແຫວງຫາພຣະຄຣິດ ຫຼືຄວາມຮູ້ສຶກດີກວ່າໃນຊີວິດ, ຄວາມຮູ້ສຶກມີຂື້ນມີລົງ, ທຸກຄົນມີຄວາມຄິດທແລະຄວາມຮູ້ສຶກທີ່ດີ, ທຸກຄົນມີຄວາມຄິດແລະຄວາມຮູ້ສຶກທີ່ບໍ່ດີ, ຄົນບາບຮູ້ຈັກເລື່ອງນີ້ດີ, ເຂົາມີຄວາມຮູ້ສຶກເຫຼົ່ານີ້ເອງ, ຖ້າທ່ານວາງໃຈໃນຄວາມຮູ້ສຶກຂອງຕົນເອງ, ທ່ານກໍຈະຄິດວ່າທ່ານລອດແລ້ວແລະແລ້ວກໍຫຼົງຫາຍ,ຫຼົງຫາຍແລະແລ້ວກໍລອດ,ຊີວິດທັງຊີວິດຂອງທ່ານ, ຄວາມລອດມີພຽງໃນພຣະເຢຊູເທົ່ານັ້ນບໍ່ແມ່ນໃນຄວາມຮູ້ສຶກ, ເພງເກົ່າໄດ້ກ່າວວ່າ:

ຄວາມຫວັງຂອງຂ້າບໍ່ໄດ້ສ້າງຂຶ້ນເໜືອສິ່ງໃດ
ນອກຈາກພຣະໂລຫິດພຣະເຢຊູແລະຄວາມຊອບທໍາ
ຂ້າບໍ່ກ້າວາງໃຈໃນຈິດໃຈທີ່ອ່ອນຫວານ(ຈິດໃຈຂອງຂ້າ,ຄວາມຮູ້ສຶກ)
ແຕ່ວາງໃຈໃນນາມພຣະເຢຊູ
ເທິງພຣະຄຣິດຂ້າຢືນຢູ່ເທິງສີລາ
ພື້ນອື່ນທັງໝົດກໍຄືຊາຍທີ່ຈົມລົງ
ພື້ນອື່ນທັງໝົດກໍຄືຊາຍທີ່ຈົມລົງ
(“The Solid Rock,” Edward Mote, 1797-1874).

ຈົ່ງອະທິບາຍຂໍ້ຜິດພາດໃຫ້ມັນຖືກຕ້ອງ ແລ້ວຊີ້ຄົນບາບໄປຫາພຣະເຢຊູໂດຍກົງເລີຍ,ສໍາລັບການຍົກໂທດບາບໂດຍພຣະໂລຫິດຂອງພຣະອົງ.

ມີຄວາມຄິດຜິດໆຫຼາຍຢ່າງທີ່ເອີຍເຖິງພຣະຄຣິດ,ແຕ່ພວກເຂົາ “ວາງພຣະອົງລົງກ້ອງ”ຫຼື “ສົ່ງພຣະອົງຜ່ານທາງ”ສິ່ງອື່ນ, ບາງຄົນຄິດວ່າຖ້້າທ່ານຫາກບັບຕິດສະມາ,ທ່ານກໍຈະໄດ້ຮັບຄວາມລອດໃນພຣະຄຣິດ, ເລື່ອງນີ້ໄດ້ວາງພຣະຄຣິດລົງ “ຢູ່ກ້ອງ”ແລະ “ຜ່ານທາງ”ນໍ້າຂອງພິທີບັບຕິດສະມາ, ມີຫຼາຍຄົນຄິດວ່າຖ້າທ່ານເວົ້າຕາມຄໍາອະທິຖານຂອງຄົນບາບທ່ານກໍຈະລອດ ແລະຄໍາອະທິຖານຄືສິ່ງດຽວກັນກັບການວາງໃຈໃນພຣະເຢຊູ, ດັ່ງນັ້ນພວກເຂົາຈື່ງໃຫ້ຜູ້ຄົນອະທິຖານ ແລະນັບພວກເຂົາໃນເມື່ອໜ້ອຍຄົນໃນພວກເຂົາທີ່ວາງໃຈໃນພຣະເຢຊູແລະໄດ້ຮັບການປ່ຽນແປງ, ນັ້ນຄືການວາງພຣະຄຣິດລົງ“ຢູ່ກ້ອງ”ແລະ “ຜ່ານທາງ”ຄໍາອະທິຖານ, ພຣະຄໍາພີກ່າວວ່າ “ພຣະເຢຊູຄຣິດເອງ”ຊົງເປັນສີລາມູມເອກ(ເອເຟໂຊ 2:20),ບໍ່ແມ່ນຄໍາຕ່າງໆຂອງຄໍາອະທິຖານຂອງຄົນບາບ, ຈົ່ງຊີ້ນໍາຄົນບາບໃຫ້ວາງໃຈໃນພຣະເຢຊູຄຣິດພຣະອົງເອງ.

ຂ້າພະເຈົ້າເຄີຍເຫັນຜູ້ຄົນແລ່ນຈາກຄວາມຜິດພາດອັນນີ້ໄປຫາອັນນັ້ນ, ພວກເຂົາເລິ່ມຕົ້ນໂດຍການສະແຫວງຫາຄວາມຮູ້ສຶກ, ເທື່ອໜ້າພວກເຂົາກໍເວົ້າວ່າ “ຂ້ອຍບໍ່ໄດ້ມີຄວາມຮູ້ສຶກ, ຂ້ອຍພຽງແຕ່ເຊື່ອວ່າພຣະຄຣິດຊົງຕາຍເພື່ອຂ້ອຍ” ຄົນບາບຍ້າຍຈາກຄວາມຜິດພາດແຫ່ງການສະແຫວງຫາຄວາມຮູ້ສຶກໄປຫາຄວາມຜິດພາດແຫ່ງການວາງໃຈໃນຄວາມຈິງກ່ຽວກັບພຣະເຢຊູ, ຈົ່ງໄລ່ຄົນບາບອອກຈາກບ່ອນຫລົບໄພແຫ່ງການຕົວະ ແລະ ຊີ້ນໍາເຂົາໄປຫາພຣະຄຣິດ.

4. ສີ່ ພວກຄົນບາບຕ້ອງການການສໍານຶກຜິດເລື່ອງບາບແຫ່ງໃຈຂອງພວກເຂົາ.

ຄົນບາບຈະຕ້ອງສໍານຶກບາບແຫ່ງໃຈຂອງຕົນ, ທຸກຄົນຕ້ອງຍອມຮັບວ່າຕົນເປັນຄົນບາບໂດຍທາງໃດໜຶ່ງ, ທຸກຄົນຍອມຮັບວ່າພວກເຂົາບໍ່ສົມບູນແບບ,ວ່່າພວກເຂົາໄດ້ເຮັດບາງຢ່າງທີ່ຜິດ, ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າເຖິງເລື່ອງນັ້ນ.

ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າເຖິງຄວາມຮູ້ສຶກຕົວຂອງຄວາມເປັນຈິງຫຼືບາບທີ່ເຈາະຈົງ ແມ່ນຄົນບາບໄດ້ເຮັດບາບຫຼາຍຢ່າງ, ແຕ່ການຄິດເຖິງແຕ່ບາບເຫຼົ່ານັ້ນຈະບໍ່ຊ່ວຍເຂົາໄດ້, ຖ້າທ່ານໄປຕາມລາຍການຂອງບາບທີ່ເຈາະຈົງ,ຄົນບາບກໍຈະຄິດວ່າ “ຂ້ອຍບໍ່ໄດ້ເຮັດສິ່ງເຫຼົ່ານັ້ນດັ່ງນັ້ນຂ້ອຍຈື່ງຕ້ອງລອດ” ບໍ່ດັ່ງນັ້ນເຂົາກໍຈະຄິດວ່າ “ຂ້ອຍຈະຢຸດເຮັດສິ່ງເຫຼົ່ານັ້ນ ແລະອັນນັ້ນຈະສະແດງວ່າຂ້ອຍລອດແລ້ວ”

ຄວາມບາບເຂົ້າໄປເລິກກວ່ານັ້ນ, ທຸກຄົນເປັນຄົນບາບຢູ່ຂ້າງໃນ,ດ້ວຍທໍາມະຊາດບາບທີ່ສືບມາຈາກອາດາມ, ທຸກຄົນມີໃຈຊົ່ວ, ພຣະຄໍາພີກ່າວວ່າ “ໃຈກໍເປັນຕົວຫລອກລວງເໜືອກວ່າສິ່ງໃດ ແລະມັນເຊື່ອມສາມລົງ”(ເຢເຣມີຢາ 17:9) ຄົນບາບທຸກຄົນເປັນຄົນເຫັນແກ່ຕົວຢູ່ຂ້າງໃນ, ຄົນບາບທຸກຄົນຕໍ່ສູ້ພຣະເຈົ້າໃນໃຈຂອງຕົນ, ອັນນີ້ເລິກກວ່າບາບທີ່ສະເພາະເຈາະຈົງທີ່ບຸກຄົນໜຶ່ງເຄີຍເຮັດມາ, ສິ່ງທີ່ພວກເຂົາເຮັດອອກມາຈາກສິ່ງທີ່ເຂົາເປັນ, ເລິກກວ່າທຸກສິ່ງທີ່ຄົນບາບເຮັດ,ໃຈຂອງເຂົາ,ຕົວຕົນຂອງເຂົາລ້ວນແຕ່ບາບແລະຜິດ, ຄົນບາບຈະຕ້ອງຮູ້ສຶກບາບໃນໃຈຂອງຕົນເອງ, ຈົ່ງບອກເຂົາເລື່ອງບາບໃນໃຈຂອງເຂົາໃນຄໍາເທດສະໜາຂອງທ່ານ ແລະເມື່ອທ່ານສົນທະນາກັບຜູ້ນັ້ນຫຼັງຈາກຈົບເທດສະໜາ.

ຄົນບາບບໍ່ສາມາດປ່ຽນໃຈຂອງຕົນເອງໄດ້, ກໍຄືກັບແບ້ບໍ່ສາມາດປ່ຽນຕົວເອງໄປເປັນແກະໄດ້, ນັ້ນແຫຼະຄືຄວາມໝາຍທີ່ວ່າເຂົາເປັນຄົນຫຼົງຫາຍ ແລະບໍ່ສາມາດຊ່ວຍຕົວເອງໄດ້, ເຂົາບໍ່ສາມາດວາງໃຈໃນພຣະເຢຊູດ້ວຍຕົວເອງໄດ້, ມີພຽງພຣະເຈົ້າເທົ່ານັ້ນທີ່ສາ ມາດດຶງເຂົາມາຫາພຣະເຢຊູໄດ້, ພຣະຄຣິດຊົງກ່າວວ່າ “ບໍ່ມີໃຜມາເຖິງເຮົາໄດ້ ນອກຈາກ ພຣະບິດາຜູ້ຊົງໃຊ້ເຮົາມາຈະຊັກນໍາເຂົາ”(ໂຢຮັນ 6:44), ນີ້ເອີ້ນວ່າ “ຂ່າວປະເສີດແທ້ຈິງ”- ຄົນບາບຈະຕ້ອງມາຫາພຣະຄຣິດ,ແຕ່ເຂົາເຮັດບໍ່ໄດ້. ເຂົາບໍ່ສາມາດເຮັດອັນໃດເພື່ອຈະຊ່ວຍຕົວເອງໃຫ້ລອດໄດ້, ຄືກັບທີ່ພຣະຄໍາພີກ່າວວ່າ: “ຄວາມລອດເປັນຂອງພຣະເຢໂຮວາ”(ໂຢນາ 2:9)ຄົນບາບຈະຕ້ອງເປັນຄືກັບທີ່ເອຊາຢາເວົ້າ “ວິບັດແກ່ຂ້າພະເຈົ້າ! ເພາະຂ້າພະເຈົ້າພິນາດແລ້ວ”(ເອຊາຢາ 6:5) ຈົ່ງສະແດງໃຫ້ລາວຮູ້ຈັກບາບແຫ່ງໃຈຂອງລາວ, ຈົ່ງສະແດງໃຫ້ລາວຮູ້ວ່າລາວບໍ່ສາມາດຊ່ວຍຕົນເອງໄດ້, ຈົ່ງບອກລາວວ່າລາວຕ້ອງການ ພຣະເມດຕາ, ແລ້ວລາວອາດຈະມາຫາພຣະຄຣິດກໍເປັນໄດ້.

5. ຫ້າ ຖ້າຄົນບາບສໍານຶກເລື່ອງບາບຂອງໃຈຂອງເຂົາ,ຈົ່ງພະຍາຍາມນໍາເຂົາມາເຖິງພຣະຄຣິດ.

ຂ້າພະເຈົ້າບໍ່ໄດ້ນໍາຜູ້ໃດທີ່ມາຫາລົມກັບຕົນມາເຖິງພຣະຄຣິດເລີຍ! ບາງຄົນເປັນຄົນຢາກຮູ້ຢາກເຫັນ, ພວກເຂົາບໍ່ໄດ້ຢາກທີ່ຈະໄດ້ຮັບການອະໄພບາບຂອງເຂົາ, ບາງຄົນມາພຽງເພາະພວກເຂົາເຫັນຄົນອື່ນມາ, ບາງຄົນບໍ່ມີຄວາມຮູ້ສຶກເລື່ອງບາບຂອງຕົນ ແລະບໍ່ມີຄວາມຕື່ນຕົວທີ່ພຣະເຈົ້າມອບໃຫ້, ການນໍາຄົນໃນຄໍາອະທິຖານໃຫ້ວາງໃຈໃນພຣະຄຣິດຊື່ງເປັນການຫລອກລວງຈະເປັນພຽງການນໍາພວກເຂົາສູ່ການກັບໃຈໃໝ່ທີ່ຜິດໆເທົ່ານັ້ນ,ຕອນໃດທີ່ເບິ່ງຄືວ່່າຄົນນັ້ນອາດຈະວາງໃຈໃນພຣະເຢຊູ?

ຄົນບາບຈະຕ້ອງເປັນຄົນ “ເບື່ອໜ່າຍຕົນເອງ”ຄືກັບທີ່ຜູ້ຍິງຄົນໜຶື່ງໃນຄຣິສຕະຈັກຂອງເຮົາເວົ້າ, ເຂົາຈະຕ້ອງ “ຍອມແພ້ຕໍ່ຕົນເອງ” ເຂົາຈະຕ້ອງ “ມາເຖິງຈຸດຈົບຂອງຕົວເອງ”ເອຊາຢາກໍມາເຖິງຈຸດຈົບຂອງຕົວເອງເມື່ອລາວເວົ້າວ່າ “ວິບັດແກ່ຂ້າພະເຈົ້າ ເພາະຂ້າພະເຈົ້າພິນາດແລ້ວ”(ເອຊາຢາ 6:5) ແລ້ວການວາງໃຈໃນພຣະເຢຊູກໍງ່າຍກວ່ານັ້ນຫຼາຍ, ເຂົາບໍ່ຕ້ອງພະຍາຍາມທີ່ຈະຮຽນຮູ້ບາງສິ່ງບາງຢ່າງ, ເຂົາຕ້ອງການພຣະຄຣິດເພື່ອຊ່ວຍເຂົາໃຫ້ລອດ.

ຄົນບາບຈະຕ້ອງວາງໃຈໃນພຣະເຢຊູເອງ, ຈົ່ງພາຄົນບາບໄປຫາພຣະເຢຊູໂດຍກົງ ແລະການຍົກໂທດບາບໂດຍພຣະໂລຫິດຂອງພຣະອົງ, ທ່ານອາດຈະນໍາຄົນໜືຶ່ງໃນຄໍາອະທິຖານທີ່ງ່າຍໆເຊັ່ນວ່າ “ພຣະເຢຊູ ຂ້ານ້ອຍເຊື່ອວາງໃຈໃນພຣະອົງ, ຂໍຊົງລ້າງຄວາມບາບຂອງຂ້ານ້ອຍອອກໄປດ້ວຍພຣະໂລຫິດຂອງພຣະອົງເຖີດ” ຫຼືອາດຈະບໍ່ມີຄໍາອະທິ ຖານເລີຍ,ພຽງແຕ່ການຫັນໄປຫາພຣະເຢຊູໂດຍກົງເພື່ອການຍົກໂທດຜ່ານທາງພຣະໂລຫິດຂອງພຣະອົງ, ຄົນບາບບໍ່ຈໍາເປັນຕ້ອງອະທິຖານຕາມຄໍາອະທິຖານ, ຄົນບາບບໍ່ຈໍາເປັນຕ້ອງເຮັດພາບຂອງພຣະເຢຊູຢູ່ໃນຈິດໃຈຂອງຕົນ,ຖ້ອຍຄໍາຕ່າງໆບໍ່ຈໍາເປັນຕ້ອງ “ຖືກຕ້ອງ” ບາງຄົນທ່ອງຈໍາ-ແລະເວົ້າຊໍ້າໄປມາ-ຄໍາທີ່“ຖືກຕ້ອງ” ແຕ່ບໍ່ໄດ້ວາງໃຈໃນພຣະເຢຊູ, ໂຈນເທິງໄມ້ກາງແຂນບໍ່ໄດ້ເວົ້າຄໍາທີ່ສົມບູນແບບ, ລາວເວົ້າວ່າ “ພຣະອົງເຈົ້າຂ້າ ຂໍພຣະອົງຊົງລະນຶກເຖິງຂ້ານ້ອຍແດ່ເມື່ອພຣະອົງສະເດັດເຂົ້າໃນອານາຈັກຂອງພຣະອົງ”(ລູກາ 23:42) ແຕ່ລາວຮູ້ດີວ່່າລາວເປັນຄົນບາບທີ່ໝົດຫວັງ ແລະລາວໄດ້ກັບມາຫາພຣະຄຣິດ, ມັນງ່າຍໆແບບນັ້ນ! ພຣະອົງເຈົ້າກ່່າວຕໍ່ລາວວ່າ “ວັນນີ້ເຈົ້າຈະຢູ່ກັບເຮົາໃນເມືອງສຸກກະເສີມ”(ລູກາ 23:43), ການວາງໃຈໃນພຣະຄຣິດເອງສໍາຄັນຫຼາຍກວ່າການເວົ້າຄໍາຕ່າງໆ.

6. ຫົກ,ຫຼັງຈາກທີ່ທ່ານໄດ້ເວົ້າກັບຄົນບາບແລ້ວ,ຈົ່ງຖາມຄໍາຖາມງ່າຍໆກັບລາວສອງສາມຂໍ້.

ຈົ່ງຖາມລາວວ່າ “ເຈົ້າໄດ້ເຊື່ອວາງໃຈພຣະເຢຊູແລ້ວບໍ?”ຖ້າລາວເວົ້າວ່າ “ບໍ”ຈົ່ງເວົ້າກັບລາວອີກ, ຖ້າລາວເວົ້າວ່າ “ເຈົ້າ”ຈົ່ງຖາມລາວວ່່າລາວວາງໃຈພຣະເຢຊູຕອນໃດ,ຖ້າລາວຫາເວົ້າວ່າ “ຂ້ອຍໄດ້ວາງໃຈໃນພຣະອົງຕະຫຼອດຊີວິດຂອງຂ້ອຍ” ຫຼື “ຂ້ອຍໄດ້ວາງ ໃຈພຣະອົງດົນມາແລ້ວ” ລາວກໍຍັງບໍ່ໄດ້ກັບໃຈໃໝ່.

ຖ້າລາວເວົ້າວ່າ “ຂ້ອຍເຊື່ອວາງໃຈໃນພຣະຄຣິດຕອນນີ້”ຈົ່ງຖາມລາວວ່າລາວເຮັດແນວໃດ, ຈົ່ງພະຍາຍາມໃຫ້ລາວອະທິບາຍການກະທໍາແຫ່ງການວາງໃຈຂອງລາວໂດຍຄໍາເວົ້າຂອງລາວເອງ, ຜູ້ຄົນສາມາດທ່ອງຈໍາ “ຄໍາຕ່າງໆຂອງຄຣິສຕະຈັກ”ພວກເຂົາຟັງແລະກໍເວົ້າຊໍ້າໄປມາເຖິງແມ່ນວ່າເຂົາຈະບໍ່ລອດກໍຕາມ, ແມ່ນຫຍັງຄືສິ່ງທີ່ຄົນບາບເຮັດໃນການວາງໃຈຂອງລາວ? ລາວເຊື່ອບາງສິ່ງບາງຢ່າງກ່ຽວກັບພຣະຄຣິດບໍ? ລາວວາງໃຈໃນຄວາມຮູ້ສຶກບໍ? ຫຼືລາວໄດ້ເຊື່ອວາງໃຈໃນພຣະເຢຊູເອງເລີຍ?

ຈົ່ງຖາມລາວວ່າ “ພຣະເຢຊູໄດ້ເຮັດຫຍັງແດ່ເພື່ອເຈົ້າ?” ຖ້າຄົນນັ້ນບໍ່ໄດ້ເວົ້າເຖິງ ການທີ່ພຣະຄຣິດຊົງຍົກໂທດບາບຂອງເຂົາໂດຍພຣະໂລຫິດຂອງພຣະອົງ,ແຕ່ເວົ້າກ່ຽວກັບຄວາມຄິດຂອງຕົນ ຫຼືຄວາມຮູ້ສຶກຕ່າງໆ ຫຼືຄວາມດີ, ລາວກໍຍັງບໍ່ລອດ!.

ຈົ່ງຖາມລາວວ່າ “ຖ້າເຈົ້າຕາຍໃນມື້ນີ້ ເຈົ້າຈະໄດ້ໄປສະຫວັນຫຼືໄປນາລົກ?” ຖ້າລາວເວົ້າວ່່າ“ສະຫວັນ”ຈົ່ງຖາມລາວວ່າເປັນຫຍັງ,ລາວຈະເວົ້າກັບພຣະເຈົ້າແນວໃດຖ້າພຣະ ເຈົ້າຫາກຖາມລາວວ່າເປັນຫຍັງພຣະອົງຈື່ງຄວນພາເຈົ້າໄປສະຫວັນ? ຖ້າຄົນນັ້ນເວົ້າເຖິງເລື່ອງຄວາມດີຫຼືບາງຢ່າງນອກເໜືອພຣະຄຣິດກັບພຣະໂລຫິດຂອງພຣະອົງ, ລາວກໍຍັງບໍ່ລອດ! ແລ້ວຈົ່ງຖາມລາວວ່າ “ປີໜຶ່ງຕໍ່ຈາກນີ້ໄປ,ຖ້າເຈົ້າມີຄວາມຄິດທີ່ບໍ່ດີ ແລ້ວເຈົ້າຕາຍໄປເຈົ້າຈະໄດ້ໄປໃສ?”ຖ້າລາວຕອບວ່າ “ນາລົກ” ລາວກໍເພິ່ງພາຄວາມດີບໍ່ແມ່ນເພິ່ງພຣະ ຄຣິດ, ແລ້ວຈົ່ງຖາມລາວວ່າ “ໜຶ່ງປີຕໍ່ຈາກນີ້, ຖ້າເຈົ້າອອກໄປຈາກຄຣິສຕະຈັກແລະບໍ່ກັບມາອີກເລີຍ ແລະໄປຢູ່ກັບຜູ້ຍິງ(ຫຼືຜູ້ຊາຍ)ໂດຍບໍ່ໄດ້ແຕ່ງງານກັນ,ມີເພດສໍາພັນກັບນາງແລະ ເຈົ້າຫລິ້ນຢາທຸກມື້,ເຈົ້າຍັງຈະໄດ້ເປັນຄຣິສຕຽນອີກຫຼືບໍ?” ຖ້າລາວຕອບວ່າ “ເຈົ້າ”ລາວກໍຍັງບໍ່ເຄີຍຈັດການບັນຫາເລື່ອງຄວາມບາບ ແລະກໍຍັງຫຼົງຫາຍຢູ່.

ມັນເປັນສິ່ງທີ່ສໍາຄັນທີ່ຈະຖາມລາວບໍ່ພຽງແຕ່ເວົ້າວ່າ “ຂ້ອຍເຊື່ອວາງໃຈໃນພຣະເຢຊູແລ້ວ”ແຕ່ຈົ່ງອະທິບາຍສິ່ງທີ່ລາວເຮັດກັບພຣະເຢຊູໃນວິນາທີຂອງການເຊື່ອວາງໃຈ,ທ່ານຢາກຈະຟັງຊ່ວງເວລາແຫ່ງການເຊື່ອວາງໃຈ,ບໍ່ແມ່ນເລື່ອງຊີວິດທັງໝົດຂອງລາວ ຫຼືທຸກຢ່າງທີ່ເກີດຂຶ້ນໃນວັນນັ້ນ, ຂ້າພະເຈົ້າບໍ່ໄດ້ຊອກຫາຄວາມຄິດທີ່ພິເສດຫຼືຄວາມຮູ້ສຶກ, ແຕ່ອົງປະກອບເລື່ອງບາບຂອງລາວ ແລະການອະໄພບາບນັ້ນໂດຍພຣະໂລຫິດຂອງພຣະ ຄຣິດຜ່ານທາງການກະທໍາແຫ່ງການເຊື່ອວາງໃຈໃນພຣະຄຣິດເອງຈະຕ້ອງຢູ່ຫັ້ນ, ລາຍລະ ອຽດຂອງປະສົບການອາດຈະແຕກຕ່າງສໍາລັບຜູ້ຄົນທີ່ແຕກຕ່າງກັນ, ຂ້າພະເຈົ້າຊອກຫາຂອງແທ້,ສໍາລັບຄວາມເປັນຈິງໃນສິ່ງທີ່ຄົນຜູ້ໜຶ່ງເວົ້າ.

ຖ້າຄົນໜຶ່ງຫາກເຮັດຜິດ,ຈົ່ງເຮັດໃຫ້ມັນຖືກຕ້ອງແລະເວົ້າກັບລາວອີກ,ແຕ່ຄົນທີ່ເຮັດຜິດແລ້ວເຮັດຜິດອີກຈົ່ງສະແດງໃຫ້ລາວເຫັນວ່າລາວບໍ່ໄດ້ຈິງໃຈກ່ຽວກັບການກັບໃຈ, ຄົນທີ່ພຣະເຈົ້າຊັກນໍາໃຫ້ມາເຖິງຄວາມລອດຈະຟັງບົດເທດສະໜາ ແລະຄໍາແນະນໍາຂອງທ່ານ ຄົນທີ່ບໍ່ຟັງຈະບໍ່ກັບໃຈໃໝ່.

ຢ່າໄປທໍ້ແທ້ຖ້າຄົນໜຶ່ງປາກົດວ່າບໍ່ລອດຫຼັງຈາກທີ່ທ່ານເວົ້າກັບເຂົາແລ້ວ, ມີໜ້ອຍຄົນທີ່ຈະກັບໃຈຄັ້ງແລກທີ່ພວກເຂົາໄດ້ຍິນຂ່າວປະເສີດ,ແຕ່ຄົນສ່ວນຫຼາຍຈະບໍ່, ຄົນສ່ວນຫຼາຍຈະຕ້ອງມາອີກໆກ່ອນທີ່ພວກເຂົາຈະເຊື່ອວາງໃຈໃນພຣະຄຣິດ.

ຈົ່ງເຊັກເບິ່ງແຕ່ລະຄົນຫຼາຍກວ່່າເທື່ອໜຶ່ງ, ຢ່າບັບຕິດສະມາຄົນທັນທີ, ຈົ່ງຂໍໃຫ້ພວກເຂົາຖ້າຢ່າງໜ້ອຍປີໜຶ່ງ ແລະໜ້າຈະສອງປີຈະດີກວ່າໃນສະພາບການຖີ້ມຄວາມເຊື່ອຂອງຄຣິສຕະຈັກຕ່າງໆໃນຍຸກຂອງພວກເຮົາ, ໜ້າຈະສອງປີຫຼືສາມປີຈະດີກວ່າ, ເຮັດໃຫ້ທ່ານມີເວລາທີ່ຈະເຫັນຖ້າວ່າຄວາມເຊື່ອຂອງພວກເຂົາຂອງແທ້, ທ່ານສາມາດເຊັກບຸກຄົນໜຶ່ງໃນແບບທີ່ຕ່າງກັນໃນຊ່ວງເວລານັ້ນ, ທ່ານສາມາດຖາມຄໍາພະຍານຂອງເຂົາໄດ້-ນອກໂມງນະມັດສະການ, ທ່ານສາມາດຖາມເຂົາຕໍ່ຫຼາຍອາທິດຫຼືຫຼາຍເດືອນ, ຄົນທີ່ບໍ່ໄດ້ວາງໃຈໃນພຣະຄຣິດຈະລືມ “ຄໍາພະຍານ”ທີ່ພວກເຂົາແຕ່ງຂຶ້ນມາ ແລະຈະເຮັດຜິດພາດຫຼັງປີໜຶ່ງຫຼືສອງປີ, ພວກເຂົາພຽງແຕ່ຕ້ອງການຈະ “ຜ່ານ”ແລະຮັບການເຫັນດີ,ແຕ່ພວກເຂົາບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູ, ຄົນອື່ນໆສາມາດທ່ອງຈໍາຄໍາບາງຄໍາ ແລະເວົ້າຊໍ້າໄປມາໄດ້,ແຕ່ ເມື່ອທ່ານພວກເຂົາໃນທາງທີ່ແຕກຕ່າງກັນຊ່ວງເວລາທີ່ຕ່າງກັນພວກເຂົາກໍຈະບໍ່ຮູ້ວ່າຈະເວົ້າຫຍັງເພາະພວກເຂົາບໍ່ມີປະສົບການສ່ວນຕົວຂອງການເຊື່ອວາງໃຈໃນພຣະເຢຊູ.

ຈົ່ງເບິ່ງນິໄສແລະພຶດຕິກໍາຂອງເຂົາ, ຄົນທີ່ອອກໄປຈາກຄຣິສຕະຈັກຂອງທ່ານ ແລະປະຕິເສດທີ່ຈະຟັງທ່ານສະແດງວ່າເຂົາບໍ່ໄດ້ຈິງຈັງກ່ຽວກັບຄວາມບາບ ແລະບໍ່ໄດ້ວາງ ໃຈໃນພຣະເຢຊູ, ຄົນທີ່ມີນິໄສບໍ່ດີຕໍ່ເນືຶ່ອງກ່ຽວຕໍ່ຄຣິສຕະຈັກ ແລະຊີວິດຄຣິສຕຽນສະແດງວ່າເຂົາບໍ່ໄດ້ຈິງຈັງກ່ຽວກັບຄວາມບາບແລະບໍ່ໄດ້ວາງໃຈໃນພຣະຄຣິດ.

7. ເຈັດ, ຈົ່ງຈື່ການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາ.

ການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາຄືແບບນີ້: ທ່ານສາມາດບອກໄດ້ບໍວ່າຄົນນັ້ນບໍ່ໄດ້ເຊື່ອວາງໃຈໃນພຣະຄຣິດ ແລະຍັງບໍ່ໄດ້ກັບໃຈໃນວັນນັ້ນ? ທ່ານສາມາດບອກຄົນນັ້ນໄດ້ບໍວ່າເຂົາຈະຕ້ອງກັບມາແລະສົນທະນາກັບທ່ານອີກກ່ຽວກັບຄວາມລອດຂອງເຂົາ? ຂ້າພະເຈົ້າບໍ່ຮູ້ຈັກສິດຍາພິບານຄົນໃດທີ່ເຮັດແບບນີ້,ນັ້ນແຫຼະທີ່ວ່າເປັນຫຍັງຄຣິສຕະຈັກຕ່າງໆຂອງເຮົາຈື່ງເຕັມໄປດ້ວຍຄົນທີ່ບໍ່ລອດ, ລວມທັງຄູໂຮງຮຽນວັນອາທິດ,ພວກຜູ້ຊ່ວຍ,ເມຍຂອງສິດຍາພິບານ ແລະສິດຍາພິບານເອງ, ພວກສິດຍາພິບານທີ່ຢືນຢັນໃນການອະທິຖານຄໍາອະທິຖານກັບທຸກຄົນທີ່ຕອບສະໜອງຕໍ່ການເຊື້ອເຊີນຂອງພວກເຂົາ, ພວກເຂົາເຮັດແບບນີ້ເພື່ອທີ່ເຂົາຈະສາມາດນັບຈໍານວນຂອງຄົນທີ່ບັບຕິດສະມາ ເກືອບບໍ່ມີຈັກຄົນທີ່ຮັບບັບຕິດສະມາໄດ້ຮັບຄວາມລອດ, ພວກເຂົາຍັງຄົງບໍ່ສັດຊື່ຕໍ່ຄຣິສຕະຈັກເພາະພວກເຂົາບໍ່ໄດ້ບັງເກີດໃໝ່, ຄົນພວກນີ້ບໍ່ແມ່ນ “ຄົນທີ່ຖອຍຫຼັງ” ພວກເຂົາເປັນຄົນທີ່ບໍ່ລອດເພາະນັກເທດບໍ່ເຄີຍໃຊ້ເວລາເພື່ອເຮັດໃຫ້ແນ່ໃຈວ່າພວກເຂົາກັບໃຈໃໝ່ແລ້ວ ບໍ່ວ່າທ່ານຈະສາມາດບອກຄົນນັ້ນວ່່າເຂົາຍັງບໍ່ລອດແລະຈໍາເປັນຕ້ອງກັບມາອີກຄືການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາຫຼືບໍ, ທ່ານມັກບໍຜູ້ຄົນທີ່ “ຮັກການສັນລະເສີນຂອງມະນຸດຫຼາຍການສັນລະເສີນຂອງພຣະເຈົ້າ”(ໂຢຮັນ 12:43) ບໍ່ດັ່ງນັ້ນທ່ານເວົ້າຄວາມຈິງບໍ່ວ່າຄົນຈັກມັກຫຼືບໍ່ມັກກໍຕາມ?

ນີ້ແມ່ນຫົນທາງຂອງການເວົ້າວ່າ: ເຈົ້າເຊື່ອໃນການກັບໃຈໃໝ່ແທ້ບໍ-ການວາງໃຈໃນພຣະຄຣິດແທ້ເຊິ່ງມີຜົນໃນຊີວິດຄຣິສຕຽນແທ້? ຖ້າທ່ານຫາກຢືນຢັນໃນການນໍາທຸກຄົນໃນການອະທິຖານ ຫຼືໃນການຍົກມືຂອງເຂົາຂຶ້ນ ຫຼືເຊັນກາດທ່ານກໍເປັນພວກ “ຕັດສິນໃຈ” ທ່ານບໍ່ໄດ້ສົນໃຈເລື່ອງຈິດວິນຍານມະນຸດທີ່ພຣະເຈົ້າສົ່ງມາໃຫ້ທ່ານ.

ຂ້າພະເຈົ້າຫວັງວ່າຈະມີບາງຄົນເຊື່ອໃນການກັບໃຈທີ່ແທ້ຈິງ, ຂ້າພະເຈົ້າຫວັງວ່າພວກທ່ານບາງຄົນຈະເຫັນຄວາມຈໍາເປັນທີ່ຈະໃຊ້ເວລາກັບແຕ່ລະຄົນ, ເພື່ອເຮັດໃຫ້ແນ່ໃຈວ່າເຂົາເຊື່ອວາງໃຈພຣະຄຣິດ ແລະກັບໃຈໃໝ່ແທ້, ນັ້ນແຫຼະຄືສິ່ງທີ່ສິດຍາພິບານຜູ້ສັດຊື່ເຮັດ. ຜູ້ລ້ຽງທີ່ສັດຊື່ເປັນຫ່ວງລູກແກະ, ຂ້າພະເຈົ້າຫວັງວ່າທ່ານຈະເຮັດໃຫ້ດີທີ່ສຸດເພື່ອໃຫ້ແນ່ໃຈວ່າຄົນຂອງທ່ານໄດ້ເຊື່ອວາງໃຈໃນພຣະເຢຊູແລະຮັບການປ່ຽນແປງ.

ພວກທ່ານອາດຈະຄິດວ່າຂ້າພະເຈົ້າເວົ້າເຖິງລາຍລະອຽດໃນເລື່ອງນີິ້ຫຼາຍເກີນໄປ,ການກັບໃຈໃໝ່ນັ້ນມັນເປັນບັນຫາທໍາມະດາເຊິ່ງບໍ່ໄດ້ຮຽກຮ້ອງຕ້ອງການຄວາມຄິດຫຼາຍ,ແຕ່ຈະເປັນແນວໃດຖ້າທ່ານໝໍບໍ່ຮຽກຮ້ອງຕ້ອງການຄວາມຊ່ຽວຊານເພື່ອທີ່ຈະຮູ້ຈັກລາຍລະອຽດຂອງວິທີການເກີດຂອງເດັກນ້ອຍ? ຈະເກີດຫຍັງຂື້ນຖ້າພວກເຂົາຫາກເຮັດແບບດຽວກັນ ຫຼືບໍ່ໄດ້ລ້າງມືຂອງເຂົາ ຫຼືບໍ່ຮູ້ວ່າຈະເຮັດແນວໃດກັບກົ້ນຂອງເດັກເກີດໃໝ່? ຖ້າພວກເຮົາປະຕິບັດຕໍ່ເດັກທີ່ເກີດໃໝ່ຄືກັບພວກເຮົາເຮັດໃນການຊ່ວຍຈິດວິນຍານ,ເດັກນ້ອຍເປັນລ້ານໆຄົນຈະຕາຍໂດຍບໍ່ຈໍາເປັນ-ເພາະຕອນນີ້ມີຈິດວິນຍານເປັນລ້ານດວງຕາຍໂດຍບໍ່ ຈໍາເປັນແລະຕົກນາລົກເພາະພວກເຮົາບໍ່ໄດ້ໃຊ້ເວລາພໍໃນການເຮັດໃຫ້ແນ່ໃຈໃນເລື່ອງການກັບໃຈໃໝ່ຂອງເຂົາ ຫຼືສອນພວກເຂົາວ່າຈະເຮັດແນວໃດໃນໂຮງຮຽນພຣະຄໍາພີແລະໂຮງ ຮຽນສາສະໜາສາດຂອງເຮົາ-ບ່ອນທີ່ເລື່ອງນີ້ບໍ່ຖືກສອນອີກຕໍ່ໄປແລ້ວ!!!

ຂ້າພະເຈົ້າຈະຂໍອ່ານຄໍາເວົ້າເລື່ອງ “ແລ້ວພຣະເຢຊູກໍມາ”ໂດຍອອສວໍເຈ.ສະມິດກັບດົນຕຣີໂດຍໂຮເມີໂຣດຮິບເວີ,ເມື່ອພຣະເຢຊູເຂົ້າມາໃນຊີວິດຂອງທ່ານ, ພຣະໂລຫິດຂອງ ພຣະອົງຊົງຊໍາລະທ່ານອອກຈາກບາບທຸກຢ່າງ, ພຣະໂລຫິດຂອງພຣະອົງທີ່ຫຼັ່ງໄຫຼເທິງໄມ້ກາງແຂນຍັງຄົງມີລິດທີ່ຈະຊໍາລະບາບຂອງທ່ານໄດ້, ແລະພຣະເຢຊູຊົງຟື້ນຄືນມາຈາກຕາຍເພື່ອມອບຊີວິດນິລັນດອນໃຫ້ທ່ານ, ພຽງແຕ່ຈົ່ງເຊື່ອວາງໃຈໃນພຣະເຢຊູແລະພຣະອົງຈະຊົງອະໄພບາບຂອງທ່ານແລະມອບຊີວິດອັນຕະຫຼອດໄປເປັນນິດໃຫ້ທ່ານ, ຂ້າພະເຈົ້າຫວັງວ່າທ່ານຈະກັບມາກິນເຂົ້າແລງກັບພວກເຮົາອີກຕອນ 6:15 ໃນຄືນນີ້, ດຣ.ໄຮເມີຈະເທດສະໜາບົດເທດຂ່າວປະເສີດເລື່ອງ “ຜູ້ຊາຍຕາບອດຄົນໜຶ່ງໄດ້ຮັບການຮັກສາໃຫ້ຫາຍດີໂດຍພຣະເຢຊູ” ຈົ່ງແນ່ໃຈວ່າທ່ານຈະກັບມາຕອນ 6:15 ແລະຢູ່ກິນເຂົ້າກັບພວກເຮົາຫຼັງຈາກທີ່ດຣ.ໄຮເມີເທດ.

ຄົນໜຶ່ງນັ່ງຄົນດຽວຂ້າງຖະໜົນກໍາລັງຂໍທານ
ຕາຂອງລາວບອດ,ລາວບໍ່ສາມາດເຫັນແສງໄດ້
ລາວຈັບເສື້ອຂາດຂອງຕົນແລະໜາວສັ່ນຢູ່ໃນຮົ່ມ
ແລ້ວພຣະເຢຊູກໍມາແລະຮັບສັ່ງໃຫ້ຄວາມມືດໜີ
ເມື່ອພຣະເຢຊູມາ,ລິດຂອງຜູ້ທົດລອງຖືກທໍາລາຍ
ເມື່ອພຣະເຢຊູມາ,ນໍ້າຕາກໍຖືກເຊັດອອກໄປ
ພຣະອົງເອົາຄວາມເສົ້າໄປແລະຕື່ມເຕັມຊີວິດດ້ວຍລາສີ
ເພາະທຸກສິ່ງປ່ຽນໄປເມື່ອພຣະເຢຊູເຂົ້າມາອາໄສ

ພວກວິນຍານຊົ່ວໄດ້ໄລ່ລາວອອກຈາກບ້ານແລະໝູ່ເພື່ອນ
ທ່າມກາງອຸໂມງລາວອາໄສຢູ່ດ້ວຍຄວາມທຸກທໍລະມານ
ລາວປາດຕົວເອງໃນຂະນະທີ່ລິດເດດຜີສິງລາວຢູ່
ແລ້ວພຣະເຢຊູກໍມາແລະປ່ອຍລາວເປັນອິດສະຫຼະ
ເມື່ອພຣະເຢຊູມາລິດຂອງຜູ້ທົດລອງຖືກທໍາລາຍ
ເມື່ອພຣະເຢຊູມາ,ນໍ້າຕາກໍຖືກເຊັດອອກໄປ
ພຣະອົງເອົາຄວາມເສົ້າໄປແລະຕື່ມເຕັມຊີວິດດ້ວຍລາສີ
ເພາະທຸກສິ່ງປ່ຽນໄປເມື່ອພຣະເຢຊູເຂົ້າມາອາໄສ

ດັ່ງນັ້ນມະນຸດປັດຈຸບັນພົບວ່າພຣະຜູ້ຊ່ວຍຊົງສາມາດເຮັດໄດ້
ພວກເຂົາບໍ່ສາມາດຊະນະຄວາມຫຼົງໄຫຼ,ຕັນຫາແລະບາບໄດ້
ໃຈທີ່ແຕກສະລາຍຂອງເຂົາໄດ້ເຮັດໃຫ້ເຂົາໂດດດ່ຽວອ້າງວ້າງ
ແລ້ວພຣະເຢຊູກໍມາຄືພຣະອົງເອງແລະຢູ່ກັບພວກເຂົາ/
ເມື່ອພຣະເຢຊູມາລິດຂອງຜູ້ທົດລອງຖືກທໍາລາຍ
ເມື່ອພຣະເຢຊູມາ,ນໍ້າຕາກໍຖືກເຊັດອອກໄປ
ພຣະອົງເອົາຄວາມເສົ້າໄປແລະຕື່ມເຕັມຊີວິດດ້ວຍລາສີ
ເພາະທຸກສິ່ງປ່ຽນໄປເມື່ອພຣະເຢຊູເຂົ້າມາອາໄສ
(“Then Jesus Came” by Dr. Oswald J. Smith, 1889-1986;
     music by Homer Rodeheaver, 1880-1955).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“Then Jesus Came” (by Dr. Oswald J. Smith, 1889-1986;
music by Homer Rodeheaver, 1880-1955).

ໂຄງຮ່າງບົດເທດສະໜາ

ວິທີນໍາວິນຍານໄປຫາພຣະຄຣິດ-
ການໃຫ້ຄໍາແນະນໍາສໍາລັບການກັບໃຈໃໝ່!

HOW TO LEAD A SOUL TO CHRIST –
COUNSELING FOR CONVERSIONS!

ຄໍາເທດສະໜາແຕ່ງໂດຍ: ດຣ.ຊີ.ແອວ.ເຄແກນ
ແລະເທດໂດຍອາຈານ ຈອນຊາມູເອວ ເຄແກນ

“ຖ້າທ່ານບໍ່ໄດ້ກັບໃຈ...ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້”(ມັດທິວ 18:3)

(ຢອນ 3:3,7; 2 ໂກລິນໂທ 5:17)

1. ໜຶ່ງ ພວກສິດຍາພິບານຈະຕ້ອງຟັງພວກຄົນບາບ.

2. ສອງ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບພຣະເຢຊູຄຣິດ. ໂຣມ 8:34;
ລູກາ 24:37-43.

3. ສາມ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບຄວາມລອດ. ຕີໂຕ 3:5;
ຢາໂກໂບ 2:19; ເອເຟໂຊ 2:20.

4. ສີ່ ພວກຄົນບາບຕ້ອງການການສໍານຶກຜິດເລື່ອງບາບແຫ່ງໃຈຂອງພວກເຂົາ.
ເຢເຣມີຢາ 17:9; ໂຢຮັນ 6:44; ໂຢນາ 2:9; ເອຊາຢາ 6:5.

5. ຫ້າ ຖ້າຄົນບາບສໍານຶກເລື່ອງບາບຂອງໃຈຂອງເຂົາ,ຈົ່ງພະຍາຍາມນໍາເຂົາ
ມາເຖິງພຣະຄຣິດ.ເອຊາຢາ 6:5; ລູກາ 23:42,43.

6. ຫົກ ຫຼັງຈາກທີ່ທ່ານໄດ້ເວົ້າກັບຄົນບາບແລ້ວ,ຈົ່ງຖາມຄໍາຖາມງ່າຍໆກັບ
ເຂົາສອງສາມຂໍ້.

7. ເຈັດ ຈົ່ງຈື່ການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາ. ໂຢຮັນ 12:43.