Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການປະກາດຂ່າວປະເສີດຢູ່ຄຣິສຕະຈັກຍຸກແລກໆ

EVANGELISM IN THE EARLY CHURCHES
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 19/8/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 19, 2018

“ພຣະອົງຊົງເອີ້ນສາວົກສິບສອງຄົນມາ ແລ້ວຊົງເລີ່ມໃຊ້ເຂົາໃຫ້ອອກໄປເປັນຄູ່ໆ”(ມາລະໂກ 6:7)


ສິບສອງຄົນນີ້ຢູ່ກັບພຣະເຢຊູບໍ່ພໍເທົ່າໃດອາທິດເທົ່ານັ້ນ, ແຕ່ທັນທີພຣະອົງກໍສົ່ງ ພວກເຂົາເປັນຄູ່ເພື່ອໄປປະກາດ(ມາລະໂກ 6:12) ຄືທຸກເທື່ອທີ່ພຣະເຢຊູຊົງເອີ້ນພວກເຂົາ ພຣະອົງຈະເຮັດແບບນັ້ນ “ເພື່ອພຣະອົງຈະຊົງໃຊ້ພວກເຂົາໄປປະກາດ”(ມາລະໂກ 3:14) ແນ່ນອນພວກທ່ານຮູ້ດີວ່າຄົນເຫຼົ່ານີ້ຍັງບໍ່ໄດ້ຢູ່ຝ່າຍວິນຍານເທື່ອ, ແນ່ນອນພວກທ່ານຮູ້ດີວ່າ ຢູດາຍັງບໍ່ກັບໃຈໃໝ່, ໂທມັດຍັງບໍ່ເຊື່ອໃນຂ່າວປະເສີດເທື່ອ, ເປໂຕຕໍ່ມາກໍພະຍາຍາມທີ່ຈະ ຫ້າມພຣະເຢຊູຈາກການໄປທີ່ໄມ້ກາງແຂນ, ແຕ່ພຣະຄຣິດກໍສົ່ງພວກເຂົາເທື່ອໜຶ່ງເພື່ອ ປະກາດຂ່າວປະເສີດ! ສິ່ງທໍາອິດທີ່ພຣະເຢຊູຊົງກ່າວຕໍ່ເປໂຕກັບອັນດຣູກໍຄື “ຈົ່ງຕາມເຮົາ ມາ ແລະເຮົາຈະເຮັດໃຫ້ທ່ານເປັນຄົນຫາຄົນຄືຫາປາ, ແລະທັນໃດນັ້ນພວກເຂົາກໍໄດ້ຖີ້ມ ມອງຂອງເຂົາ ແລະຕາມພຣະອົງໄປ”(ມັດທາຍ 4:19-20).

ອີກປະມານໜຶ່ງປີຕໍ່ມາ, ພຣະຄຣິດຊົງເອີ້ນຜູ້ຕາມເຈັດສິບຄົນຂອງພຣະອົງ “ແລະໃຊ້ພວກເຂົາອອກໄປເທື່ອລະສອງຄົນໆໃຫ້ລ່ວງໜ້າພຣະອົງໄປກ່ອນ ໃຫ້ເຂົ້າໄປທຸກເມືອງແລະທຸກບ່ອນທີ່ພຣະອົງຈະສະເດັດໄປນັ້ນ”(ລູກາ 10:1),ເຊີນເປີດໄປທີ່ພຣະຄໍາພີຂໍ້ນັ້ນໃນ ລູກາ 10. ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານຂໍ້ 1 ເຖິງ 3,

“ພາຍຫລັງເຫດການເຫລົ່ານີ້ອົງພຣະຜູ້ເປັນເຈົ້າຊົງຕັ້ງສາວົກອື່ນອີກເຈັດສິບຄົນໄວ້ ແລະໃຊ້ເຂົາອອກໄປເທື່ອລະສອງຄົນໆໃຫ້ລ່ວງໜ້າພຣະອົງໄປກ່ອນໃຫ້ເຂົ້າໄປທຸກເມືອງແລະທຸກບ່ອນ ທີ່ພຣະອົງຈະສະເດັດໄປນັ້ນ ພຣະອົງກ່າວກັບພວກເຂົາວ່າ "ການເກັບກ່ຽວນັ້ນເປັນການໃຫຍ່ໜັກໜາ ແຕ່ຄົນງານຍັງນ້ອຍຢູ່ ເຫດສະນັ້ນພວກທ່ານຈົ່ງອ້ອນວອນພຣະອົງຜູ້ຊົງເປັນເຈົ້າຂອງການເກັບກ່ຽວນັ້ນໃຫ້ສົ່ງຄົນງານມາ ໃນການເກັບກ່ຽວຂອງພຣະອົງໄປເຖີດ ເບິ່ງແມ້ເຮົາໃຊ້ທ່ານທັງຫລາຍໄປດັ່ງລູກແກະຢູ່ທ່າມກາງຝູງໝາປ່າ”(ລູກາ 10:1-3)

ເຊີນນັ່ງລົງໄດ້.

ມັນເປັນວິທີຂອງພຣະຄຣິດທີ່ຈະສົ່ງຄົນອອກໄປເພື່ອປະກາດຂ່າວປະເສີດເປັນຄູ່ໆ ຂ້າພະເຈົ້າຄິດວ່າມັນຄືສິ່ງທີ່ພວກເຮົາຕ້ອງການໃນປັດຈຸບັນນີ້, ເຊັ່ນກັນສັງເກດວ່າຄົນເຫຼົ່ານີ້ເປັນມືໃໝ່,ເດັກນ້ອຍຄຣິສຕຽນ ແຕ່ພຣະອົງກໍສົ່ງພວກເຂົາໄປຢູ່ດີ, ພຣະອົງບໍ່ໄດ້ໃຊ້ເວລາຫຼາຍປີໃນການສອນພຣະຄໍາພີໃຫ້ພວກເຂົາກ່ອນທີ່ຈະສົ່ງພວກເຂົາອອກໄປ,ບໍ່ເລີຍ! ພຣະອົງຊົງກ່າວວ່າ:

“ໄປເຖີດ ເບິ່ງແມ້ ເຮົາໃຊ້ທ່ານທັງຫລາຍໄປດ່ັງລູກແກະຢູ່ທ່າມກາງຝູງໝາປ່າ”(ລູກາ 10:3)

ສັງເກດວ່າພຣະຄຣິດຍັງໄດ້ບອກພວກຜູ້ຕາມໜຸ່ມທີ່ບໍ່ມີປະສົບການເຫຼົ່ານີ້ວ່າຊິອະທິຖານແນວໃດແດ່, ແລະພຣະອົງຊົງບອກພວກເຂົາໃນສິ່ງທີ່ຈະອະທິຖານເພື່ອໃນຂໍ້ທີສອງ,

“ເຫດສະນັ້ນພວກທ່ານຈົ່ງອ້ອນວອນພຣະອົງຜູ້ຊົງເປັນເຈົ້າຂອງການເກັບກ່ຽວນັ້ນໃຫ້ສົ່ງຄົນງານມາໃນການເກັບກ່ຽວຂອງພຣະອົງ”

ພຣະອົງຊົງບອກພວກຄົນໜຸ່ມຜູ້ຕາມເຈັດສິບຄົນທີ່ບໍ່ມີປະສົບການເຫຼົ່ານີ້ໃຫ້ອະທິຖານຂໍໃຫ້ ພຣະເຈົ້າສົ່ງຄົນມາເພິ່ມຂຶ້ນອີກໃນການເກັບກ່ຽວ! ດຣ.ຈອນອາໄຣສ໌ເວົ້າໄດ້ດີຢູ່ໜຶ່ງໃນເພງທີ່ຂັບເຄື່ອນຂອງລາວ, ບົດທີ 4 ໃນປຶ້ມເພງຂອງທ່ານ. ຂໍເຊີນຢືນຂຶ້ນແລະຮ້ອງມັນ.

ພວກເຮົາຄວນອະທິຖານຕໍ່ພຣະເຈົ້າແຫ່ງການເກັບກ່ຽວ
“ຂໍໃຫ້ສົ່ງຄົນກ່ຽວມາກ່ຽວນາຂອງພຣະອົງ”
ຄົນກ່ຽວມີໜ້ອຍ, ທົ່ງນາກໍຂາວແລະລົ່ນຖີ້ມ
ທົ່ງນາຕ່າງໆຊ່າງໃຫຍ່ອີຫລີ
ຂ້າຢູ່ນີ້! ຂ້າຢູ່ນີ້! ພຣະເຈົ້າແຫ່ງການເກັບກ່ຽວຂໍສົ່ງຂ້າໄປເຖີດ
ຂ້ານ້ອຍໄປເທີນ, ຂໍຊົງຫາຍໃຈພຣະວິນຍານບໍລິສຸດຂອງພຣະອົງເທິງ
ຂ້ານ້ອຍ. ຂ້ານ້ອຍຢູ່ນີ້! ຂ້ານ້ອຍຢູ່ນີ້ແລ້ວ!
ໂຜດສົ່ງຂ້ານ້ອຍໄປຊະນະວິນຍານທີ່ມີຄ່າໃນວັນນີ້.

ໃນສະຕະວັດທີສອງນັກສາສະໜາສາດຜູ້ຍິ່ງໃຫຍ່ອໍຣິເຈັນໄດ້ກ່າວວ່າ: “ພວກຄຣິສຕຽນເຮັດດ້ວຍສຸດກໍາລັງຂອງເຂົາເຈົ້າເພື່ອເຜີຍແຜ່ຄວາມເຊື່ອໄປທົ່ວໂລກ” ໃນຕອນທ້າຍຂອງການຮັບໃຊ້ໃນໂລກນີ້ຂອງພຣະອົງ, ພຣະຄຣິດຊົງກ່າວວ່າ:

“ພຣະເຢຊູຈຶ່ງສະເດັດເຂົ້າມາໃກ້ ແລ້ວກ່າວກັບພວກເຂົາວ່າ "ລິດທານຸພາບທັງໝົດໃນສະຫວັນກໍດີ ໃນແຜ່ນດິນໂລກກໍດີ ຊົງມອບໄວ້ແກ່ເຮົາແລ້ວ ເຫດສະນັ້ນ ທ່ານທັງຫລາຍຈົ່ງອອກໄປສັ່ງສອນຊົນທຸກຊາດ ໃຫ້ຮັບບັບຕິດສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະພຣະວິນຍານບໍລິສຸດ ສອນເຂົາໃຫ້ຮັກສາສິ່ງສາລະພັດຊຶ່ງເຮົາໄດ້ສັ່ງພວກທ່ານໄວ້ ເບິ່ງແມ້ ເຮົາຈະຢູ່ກັບທ່ານທັງຫລາຍສະເໝີໄປ ຈົນກວ່າຈະສິ້ນໂລກ ເອເມນ"”
(ມັດທາຍ 28:18-20)

ໃນຕອນທ້າຍຂອງໜັງສືມາລະໂກພຣະຄຣິດຊົງກ່າວວ່າ:

“"ທ່ານທັງຫລາຍຈົ່ງອອກໄປທົ່ວໂລກປະກາດຂ່າວປະເສີດແກ່ມະນຸດທຸກຄົນ”
     (ມາລະໂກ 16:15)

ໃນຕອນທ້າຍຂອງໜັງສືລູກາພຣະຄຣິດຊົງກ່າວວ່າ:

“ແລະຈະຕ້ອງປະກາດໃນພຣະນາມຂອງພຣະອົງເລື່ອງການກັບໃຈໃໝ່ແລະເລື່ອງຍົກບາບທົ່ວທຸກປະເທດຕັ້ງຕົ້ນທີ່ກຸງເຢລູຊາເລັມ”(ລູກາ 24:47)

ຕໍ່ຕອນທ້າຍໃນຂ່າວປະເສີດຂອງໂຢຮັນພຣະຄຣິດໄດ້ກ່າວວ່າ:

“ພຣະບິດາຂອງເຮົາຊົງໃຊ້ເຮົາມາແບບໃດ ເຮົາກໍໃຊ້ທ່ານທັງຫຼາຍໄປແບບ ນັ້ນ”
     (ໂຢຮັນ 20:21)

ຄໍາສຸດທ້າຍຂອງພຣະຄຣິດກ່ອນທີ່ພຣະອົງຈະສະເດັດກັບສູ່ສະຫວັນຊົງກ່າວວ່າ:

“ທ່ານທັງຫຼາຍຈະເປັນພະຍານໃຫ້ເຮົາທັງໃນເຢຣູຊາເລັມ, ທົ່ວແຂງຢູດາ, ແຂງສະມາເຣຍ ແລະຈົນເຖິງສຸດປາຍແຜ່ນດິນໂລກ”(ກິດຈະການ 1:8)

ມີເທື່ອໜື່ງທີ່ຊາຍຄົນໜຶ່ງຜູ້ທີ່ແບ່ງແຍກຄຣິສຕະຈັກຂອງຕົນດ້ວຍການເວົ້າວ່າຄໍາສັ່ງເຫຼົ່ານີ້ແມ່ນສໍາລັບພວກອັກຄະສາວົກເທົ່ານັ້ນ, ແລະຄຣິສຕຽນບໍ່ຈໍາເປັນຕ້ອງເຊື່ອຟັງມັນ ອີກໃນປັດຈຸບັນນີ້, ລາວເອົາເສື້ອຄຸມຂອງພວກໄຮເປີຄາວິນນິສຶມມາໃສ່ເພື່ອຊັກນໍາຜູ້ຄົນໃຫ້ຕິດຕາມລາວ ແລະອອກຈາກໂບດຂອງພວກເຂົາ. ແຕ່ບໍ່ໄດ້ຜົນຫຍັງ,ເພາະມັນຈະບໍ່ມີວັນເປັນພຣະພອນຢູ່ບ່ອນທີ່ພຣະຄໍາຂອງພຣະເຢຊູຖືກບຶດເບືອນແລະບໍ່ເຊື່ອຟັງ.

ສະເປີໂຈນເປັນພວກຄາວິນິສຫ້າຈຸດ, ແຕ່ລາວບໍ່ແມ່ນພວກໄຮເປີ-ຄາວິນິສ, ຄືກັບທີ່ພວກເຮົາຈະເຫັນວ່າມີຄວາມແຕກຕ່າງລະຫວ່າງສອງອັນນີ້, ສະເປີໂຈນກ່າວວ່າ:

ໂອ! ຂ້າພະເຈົ້າຫວັງວ່າຄຣິສຕະຈັກຈະຟັງພຣະຜູ້ຊ່ວຍຊົງກ່່າວຄໍາເຫຼົ່ານີ້ແກ່ເຂົາຕອນນີ້ເພາະພຣະຄໍາຂອງພຣະຄຣິດເປັນຄໍາທີ່ມີຊີວິດ, ບໍ່ໄດ້ມີລິດ ເດດພຽງແຕ່ມື້ວານນີ້ເທົ່ານັ້ນແຕ່ຍັງມີລິດໃນວັນນີ້ເຊັ່ນກັນ, ຄໍາສັ່ງສານ(ຄໍາສັ່ງ) ຂອງພຣະຜູ້ຊ່ວຍໃຫ້ລອດເປັນຄໍາທີ່ຢູ່ໃນພັນທະຂອງເຂົາຕະຫຼອດ, ພວກເຂົາບໍ່ໄດ້ຜູກມັດພຽງແຕ່ພວກສາວົກເທົ່ານັ້ນ, ແຕ່ກັບພວກເຮົາເຊັ່ນກັນ ແລະກັບພວກຄຣິສຕຽນທຸກຄົນທີ່ແອກນີ້ຖືກວາງລົງ “ເຫດສະນັ້ນທ່ານທັງຫຼາຍຈົ່ງອອກໄປສົ່ງສອນຊົນທຸກຊາດ ໃຫ້ຮັບບັບຕິດສະມາໃນ ພຣະນາມແຫ່ງພຣະບິດ, ພຣະບຸດ ແລະພຣະວິນຍານບໍລິສຸດ” ພວກເຮົາບໍ່ໄດ້ຮັບການຍົກເວັ້ນໃນປັດຈຸບັນຈາກການຮັບໃຊ້ຂອງພວກຜູ້ຕາມທໍາອິດຂອງພຣະເຢຊູ, ຄໍາສັ່ງເດີນຂະບວນຂອງພວກເຮົາກໍແມ່ນອັນດຽວກັນກັບຂອງພວກເຂົາ ແລະກັບຕັນຂອງພວກເຮົາຮຽກຮ້ອງຈາກພວກເຮົາກໍຄືການເຊື່ອຟັງໃຫ້ໄວແລະສົມບູນແບບເໝືອນກັບຈາກພວກເຂົາ(C. H. Spurgeon, The Metropolitan Tabernacle Pulpit, Pilgrim Publications, 1986 reprint, volume VII, p. 281)

ຂໍໃຫ້ພວກເຮົາທຸກຄົນເວົ້າກັບດຣ.ຈອນອາໄຣສ໌ວ່າ:

ຂ້າຢູ່ນີ້! ຂ້າຢູ່ນີ້ແລ້ວ! ໂອພຣະເຈົ້າແຫ່ງການເກັບກ່ຽວໂຜດສົ່ງຂ້າໄປເຖີດ
ຂໍຊົງຫາຍໃຈພຣະວິນຍານບໍລິສຸດຂອງພຣະອົງເທິງຂ້າ.
ຂ້າຢູ່ນີ້ແລ້ວ! ຂ້ານ້ອຍຢູ່ນີ້ແລ້ວ!
ໂຜດສົ່ງຂ້ານ້ອຍໄປຊະນະວິນຍານທີ່ມີຄ່າໃນວັນນີ້.

ໃນຄໍາອຸປະມາເລື່ອງງານລ້ຽງໃຫຍ່ພຣະເຢຊູຊົງກ່າວວ່າ: “ຈົ່ງອອກໄປຕາມທາງໃຫຍ່ ແລະຮົ້ວຕົ້ນໄມ້ທັງຫຼາຍ ແລະເລັ່ງພວກເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ”(ລູກາ 14:23), ໃນຄໍາອຸປະມາເລື່ອງງານລ້ຽງງານແຕ່ງງານພຣະເຢຊູຊົງກ່າວວ່າ: “ເຫດສະນັ້ນ ຈົ່ງອອກໄປຕາມທາງຫຼວງ ພົບຄົນຫຼາຍເທົ່າໃດກໍໃຫ້ເຊີນມາໃນພິທີແຕ່ງງານນີ້”(ມັດທິວ 22:9).

ຄຣິສຕະຈັກທ້ອງຖິ່ນທີ່ພຣະເຢຊູຊົງຕັ້ງຂຶ້ນໃນເຢຣູຊາເລັມໄດ້ເອົາຄໍາສັ່ງຂອງພຣະອົງໄປປະກາດ, ພາຍໃນສອງສາມອາທິດຫຼັງຈາກວັນເພັນເທດສະເຕປະໂລຫິດໃຫຍ່ໄດ້ຟ້ອງວ່າ “ເຈົ້າໄດ້ໃຫ້ຄໍາສອນຂອງເຈົ້າເຕັມໄປທົ່ວເຢຣູຊາເລັມ”(ກິດຈະການ 5:28)ແລ້ວໃນກິດຈະການ 5:42 ພວກເຮົາຖືກບອກວ່າ “ໃນພຣະວິຫານ ແລະຕາມບ້ານເຮືອນ ພວກເຂົາໄດ້ສັ່ງສອນ ແລະປະກາດຂ່າວປະເສີດຂອງພຣະເຢຊູຄຣິດທຸກໆວັນບໍ່ໄດ້ຢຸດ”ໃນກິດ ຈະການ 6:1 ພວກເຮົາໄດ້ອ່ານວ່າ “ຈໍານວນພວກສິດໄດ້ທະວີຫຼາຍຂື້ນ” ຕໍ່ມາໃນກິດຈະ ການ 12:24 ພວກເຮົາອ່ານວ່າ “ພຣະຄໍາຂອງພຣະເຈົ້າໄດ້ແຜ່ຂະຫຍາຍເພິ່ມຫຼາຍຂຶ້ນ” ດຣ.ຈອນອາ.ໄຣສ໌ໄດ້ກ່າວວ່າ:

     ໃນສະມາເຣຍບ່ອນທີ່ຜູ້ຊ່ວຍຟີລິບໄປເທດສະໜາ, ພວກເຮົາຖືກບອກໃນກິດຈະການ 8:6 ວ່່າ “ແລະປະຊາຊົນກໍພ້ອມໃຈກັນຟັງຖ້ອຍຄໍາທີ່ຟີລິບໄດ້ປະກາດ...” ອີກເທື່ອໜຶື່ງໃນຂໍ້ 12 “ແຕ່ເມື່ອຟີລິບໄດ້ປະກາດເລື່ອງອານາຈັກຂອງພຣະເຈົ້າ ແລະພຣະນາມຂອງແຫ່ງພຣະເຢຊູຄຣິດແລ້ວພວກເຂົາກໍເຊື່ອ ແລະຮັບບັບຕິດສະມາທັງຊາຍແລະຍິງ” ຊ່າງເປັນເວລາທີ່ມະຫັດສະຈັນແຫ່ງລິດເດດຂອງພຣະເຈົ້າ ແລະການທີ່ຜູ້ຄົນໄດ້ຮັບຄວາມລອດກໍເປັນເລື່ອງທໍາມະດາສໍາລັບຄຣິສຕະຈັກໃນພັນທະສັນຍາໃໝ່.
     ຄວາມຈິງແລ້ວກິດຈະການ 9:31 ເວົ້າວ່າ “ເຫດສະນັ້ນຄຣິສຕະຈັກທັງໝົດ...ແລະໄດ້ຈະເລີນຂຶ້ນ ແລະດໍາເນີນຊີວິດດ້ວຍໃຈຢໍາເກງອົງພຣະຜູ້ເປັນເຈົ້າ ແລະໄດ້ຮັບການປອບໃຈຈາກພຣະວິນຍານບໍລິສຸດ ຄຣິສຕະຈັກກໍເພິ່ມທະວີຂຶ້ນ”
     ຄຣິສຕະຈັກກໍ “ເພິ່ມທະວີຂຶ້ນ”ນັ້ນຄືຄົນທີ່ກັບໃຈໃໝ່ເພິ່ມທະວີຂື້ນ ແລະຄຣິສຕະຈັກກໍຈະເລີນຂຶ້ນ, ເຊິ່ງເປັນເລື່ອງປົກກະຕິ,ຮູບແບບທີ່ໝັ້ນຄົງຂອງຄຣິສຕະຈັກແຫ່ງພັນທະສັນຍາໃໝ່ເຫຼົ່ານີ້ບ່ອນທີ່ພວກຄຣິສຕຽນຖືກຕັ້ງໄວ້ໃຫ້ອອກໄປຊະນະວິນຍານຕໍ່ທຸກຄົນທີ່ພວກເຂົາເຮັດໄດ້ ແລະເປັນພະຍານທຸກວັນ(John R. Rice, D.D., Why Our Churches Do Not Win Souls, Sword of the Lord Publishers, 1966, p. 25)

ດຣ.ໄຣສ໌ສືບຕໍ່ເວົ້າວ່າ: “ເຖິງແມ່ນວ່າການຂົ່ມເຫງ,ທ່າມກາງຄົນນອກສາສະໜາ,ຄົນຕາບອດ, ພວກເຂົາກໍຊະນະຝູງຊົນຈໍານວນຫຼາຍ...ການເຕີບໃຫຍ່ທີ່ອັດສະຈັນຂອງ ຄຣິສຕະຈັກພັນທະສັນຍາໃໝ່ແມ່ນຢູ່ເໜືອຄວາມເຂົ້າໃຈຂອງພວກເຮົາ, ວໍນັອກໃນໜັງສືຂອງລາວຊື່ History of Protestant Missions ໄດ້ເວົ້າວ່າໃນຕອນທ້າຍຂອງສະຕະວັດທີໜຶ່ງ(ຫົກສິບເຈັດ)ປີຫຼັງຈາກວັນເພັນເທດສະເຕ,ມີຄຣິສຕຽນປະມານ 200,000 ຄົນ,ລາວເວົ້າວ່າໃກ້ຕອນທ້າຍຂອງສະຕະວັດທີສາມມີຄຣິສຕຽນປະມານ 800,000ຄົນເຖິງແມ່ນວ່່າຈະມີການຂົ່ມເຫງຢ່າງໜັກໜ່ວງທົ່ວອານາຈັກໂຣມັນກໍຕາມ, ເຖິງແມ່ນວ່າການຕາຍເພື່ອຄວາມເຊື່ອຂອງສະເຕເຟນກັບຢາໂກໂບໃນເຢຣູຊາເລັມ ແລະຄົນອື່ນໆຫຼາຍຄົນຖືກຂົ່ມເຫງ ‘ຈົນຕາຍຖືກມັດແລະຈັບຂັງຄຸກທັງຊາຍແລະຍິງ’(ກິດຈະການ 22:4)ການກັງຂັງແລະຄວາມພະຍາຍາມທີ່ຈະຂ້າໂປໂລ,ຫຼາຍພັນຄົນກໍໄດ້ຮັບການຊະນະວິນຍານທ່າມກາງພວກຢິວ,ເຖິງແມ່ນຈະມີການຂົ່ມເຫງທີ່ໜອງເລືອດຂອງເນໂຣຜູ້ຊື່ງໂປໂລກັບຄົນອື່ນໆຖືກຕັດຫົວນັ້ນ, ການຂົ່ມເຫງພາຍໃຕ້ເຣດຣຽນ ແລະໂດຍສະເພາະພາຍໃຕ້ແອນໂທນິນັສພຽສ, ມາຄັສ ອໍເຣລິອັສ ແລະເຊັບຕິມັສ ເຊເວຣັສ, ໄຟທີ່ເຜົາໄໝ້ຂອງການປະກາດຂ່າວປະເສີດກໍຍັງສືບຕໍ່ໄປ, ເວີກແມນໄດ້ກ່າວວ່າ:

ເປັນເວລາສອງຮ້ອຍປີເພື່ອຈະກາຍເປັນຄຣິສຕຽນໝາຍເຖິງການເສຍ ສະລະທີ່ຍິ່ງໃຫຍ່, ການເຂົ້າຮ່ວມນິກາຍແຫ່ງການດູຖູກແລະຖືກຂົ່ມເຫງ,ກະແສແຫ່ງຄວາມບໍ່ຍຸດຕິທໍານິຍົມທີ່ມາພາຍໃຕ້ການຫ້າມຂອງຈັກກະວັດ ແລະຄວາມເປັນໄປໄດ້ທຸກຂະນະຂອງການກັງຂັງແລະຄວາມຕາຍພາຍໃຕ້ ຮູບແບບທີ່ເປັນຕາຢ້ານຕ່າງໆ, ເປັນເວລາສອງຮ້ອຍປີຄົນທີ່ຈະຕາມພຣະ ຄຣິດຈະຕ້ອງປະເຊີນກັບລາຄາ ແລະກຽມຈ່າຍ...ດ້ວຍອິດສະຫຼະພາບ ແລະຊີວິດຂອງເຂົາ,ເປັນເວລາສອງຮ້ອຍປີພຽງແຕ່ການຍອມຮັບຂອງຊາວ ຄຣິສຕຽນຖືກຫາວ່າເປັນອາດຊະຍາກໍາ”(ໄຣສ໌ ເຫຼັ້ມດຽວກັນໜ້າ27-28)

ດຣ.ໄຣສ໌ເວົ້າວ່າ “ໃນທ່າມກາງຂອງສະຖານະການທີ່ບໍ່ດີສຸດໆ,ຄວາມກຽດຊັງຮຸນແຮງຂຶ້ນ, ການຂົ່ມເຫງ ແລະ ‘ການປິດປະຕູ’ ພວກຄຣິສຕຽນພັນທະສັນຍາໃໝ່ໄດ້ເຮັດວຽກການຊະນະວິນຍານທີ່ອັດສະຈັນຂອງພວກເຂົາຕໍ່, ການຊະນະວິນຍານຂອງຄຣິສຕະຈັກຕ່າງຂອງພວກເຮົາປຽບທຽບກັບການສອນແລະການປະຕິບັດແຫ່ງພັນທະສັນຍາໃໝ່ໄດ້ແນວໃດ?”(ໄຣສ໌ ເຫຼັ້ມດຽວກັນ), “ຈົ່ງປຽບທຽບຄຣິສຕະຈັກຕ່່າງໆແຫ່ງພັນທະສັນຍາໃໝ່ກັບພວກຄຣິສຕຽນພັນທະສັນຍາໃໝ່, ໃສ່ຄຣິສຕະຈັກໆຕ່າງໆໃນຍຸກປັດຈຸບັນຂອງເຮົາກັບ ຄຣິສຕຽນທົ່ວໄປຖືວ່າລົ້ມເຫຼວຢ່າງໃຫຍ່ຫຼວງ ແລະໜ້າອາຍ”(ໄຣສ໌ເຫຼັ້ມດຽວກັນໜ້າ 29)

ອີກເທື່ອໜຶ່ງດຣ.ໄຣສ໌ເວົ້າວ່າ “ມີພຽງຄວາມພະຍາຍາມຢ່າງເຕັມກໍາລັງທີ່ຈະສາ ມາດທຽບກັບການຊະນະວິນຍານຂອງພຣະຄໍາໃໝ່ໄດ້... ໃນທໍາມະຊາດເນື້ອໜັງທີ່ໜ້າສົງ ສານຂອງເຮົາມີແນວໂນມທີ່ຈະອອກຈາກການເຊື່ອຟັງຢ່າງເຕັມກໍາລັງ, ຈາກຄວາມກະຕືລືລົ້ນທີ່ຮ້ອນແຮງ ແລະຄວາມກະຕືລືລົ້ນໄປສູ່ຄວາມອຸ່ນໆ, ໃຈທີ່ບໍ່ພ້ອມໃນການເຮັດວຽກຂອງພຣະເຈົ້າ,ເໝືອນກັບເພງເກົ່າທີ່ເວົ້າວ່າ:

ມີແນວໂນມທີ່ຈະຫຼົງທາງ, ພຣະເຈົ້າ ຂ້າຮູ້ສຶກໄດ້
ມີແນວໂນມທີ່ຈະຖີ້ມພຣະເຈົ້າທີ່ຂ້າຮັກ

ສະນັ້ນ ຈື່ງມີຄວາມຕ້ອງການແລ້ວຕ້ອງການອີກໃນຄຣິສຕະຈັກຕ່າງໆສໍາລັບການຟື້ນຟູຄວາມກະຕືລືລົ້ນ, ການຟື້ນຟູເລື່ອງຄວາມຮັກໃນການຊະນະວິນຍານ,ການຟື້ນຟູຂອງລິດເດດຂອງພຣະເຈົ້າເໜືຶອພວກເຮົາ, ບໍ່ມີທາງທີ່ຄຣິສຕະຈັກຈະຊະນະວິນຍານໄດ້ຫຼັງຈາກທີ່ຮູບແບບພັນທະສັນຍາໃໝ່ຖືກຍົກເວັ້ນຈາກຄວາມພະຍາຍາມຢ່າງເຕັມກໍາລັງ” (ໄຣສ໌ເຫຼັ້ມດຽວກັນໜ້າ 149-150)

ຂ້າພະເຈົ້າຮູ້ດີວ່່າມີຄົນທີ່ຈະເວົ້າວ່າຄໍາເນັ້ນໜັກຂອງດຣ.ໄຣສ໌ໃນເລື່ອງທີ່ທຸກຄົນຕ້ອງປະກາດຂ່າວປະເສີດຈະບໍ່ “ໄດ້ຜົນ” ດັ່ງນັ້ນບາງຄົນຈື່ງປ່ຽນໄປເປັນພວກໄຮເປີຄາວີ ນິສສຶມ-ບໍ່ແມ່ນຄາວິນິດຫ້າຈຸດ-ແຕ່ເປັນໄຮເປີຄາວີນິສສຶມ, ຄວາມຄິດທີ່ວ່າທ່ານບໍ່ຈໍາເປັນຕ້ອງໄປຊອກຫາຄົນທີ່ບໍ່ເຊື່ອດອກ, ພຣະເຈົ້າຈະພາພວກເຂົາມາໂດຍອໍານາດອະທິປະໄຕຂອງພຣະອົງໂດຍທີ່ພວກຄຣິສຕຽນບໍ່ຈໍາເປັນຕ້ອງເຮັດວຽກປະກາດຂ່າວປະເສີດເລີຍ,ຈອຊ ວິດຟິວ, ວິວລ່ຽມແຄຣີ, ສະເປີໂຈນ ແລະພວກຊະນະວິນຍານຜູ້ຍິ່ງໃຫຍ່ອື່ນໆແມ່ນພວກຄາວິນິສຫ້າຈຸດ ແຕ່ພວກເຂົາບໍ່ແມ່ນພວກໄຮເປີຄາວີນິສສຶມ, ພວກເຂົາເຊື່ອວ່າພວກເຮົາທຸກຄົນຄວນ “ເຮັດວຽກຂອງຜູ້ປະກາດຂ່່າວປະເສີດ”(2 ຕີໂມທຽວ 4:5), ຂ້າພະເຈົ້າຫວັງວ່າສິດຍາພິບານປະຕິຮູບທຸກຄົນຈະອ່ານໜັງສື Spurgeon v. Hyper-Calvinismໂດຍອາຈານອຽນ ເອັຈເມີເຣ(Banner of Truth Trust, 1995)ກົດທີ່ນີ້ເພື່ອສັ່ງຊື້. ມັນເປັນໜັງສືທີ່ອັດສະຈັນທີ່ຈະດົນບັນດານທ່ານ,ອົບອຸ່ນໃຈຂອງທ່ານ ແລະຟື້ນຟູຄວາມກະຕືລືລົ້ນຂອງທ່ານເພື່ອປະກາດຂ່າວປະເສີດຕໍ່ຄົນທີ່ຫຼົງຫາຍ!

ດຣ.ໄຣສ໌ບໍ່ຜິດທີ່ສົ່ງເສີມຄົນຄຣິສຕຽນໃຫ້ເອົາໃຈ ແລະຈິດວິນຍານຂອງເຂົາໃສ່ໃນວຽກແຫ່ງການປະກາດຂ່າວປະເສີດ, ຄວາມອ່ອນແອເກີດຂຶ້ນຍ້ອນຄຣິສຕະຈັກສ່ວນຫຼາຍທີ່ຕິດຕາມລາວບໍ່ໄດ້ໃຊ້ເວລາພຽງພໍໃນການຈັດການກັບຄົນບາບທີ່ຖືກພາເຂົ້າມາ, ພວກເຂົາມັກຈະມີຄົນທີ່ເວົ້າ “ຄໍາອະທິຖານໄວໆ”ໂດຍບໍ່ມີການໃຊ້ເວລາເພື່ອເຮັດໃຫ້ແນ່ໃຈວ່າພວກເຂົາກັບໃຈໃໝ່ແລ້ວ ແລະປະສົບກັບການກັບໃຈທີ່ແທ້ຈິງໃນພຣະເຢຊູຄຣິດກ່ອນທີ່ຈະໃຫ້ພວກເຂົາຮັບບັບຕິດສະມາ, ດຣ.ເຄແກນກັບຂ້າພະເຈົ້າໄດ້ພາກັນຂຽນໜັງສືເຫຼັ້ມໜື່ງໃນເລື່ອງບັນຫາຂອງ “ລັດທິຕັດສິນໃຈນິຍົມ”ຊື່ງພວກທ່ານສາມາດອ່ານຟຣີໂດຍບໍ່ມີຄ່າໃຊ້ຈ່າຍຜ່ານທາງເວັບໄຊຂອງພວກເຮົາພຽງແຕ່ກົດທີ່ນີ້ສໍາລັບເລື່ອງToday’s Apostasy: How Decisionism is Destroying Our Churches.

ຢ່າໂຍນເດັກອອກໄປພ້ອມກັບອ່າງນໍ້າ! ຂ້າພະເຈົ້າເຫັນດີສຸດໆກັບການອ້າງອີງທີ່ຂ້າພະເຈົ້າໄດ້ຈາກດຣ.ຈອນອາ.ໄຣສ໌, ພວກເຮົາຕ້ອງສໍາຫຼວດເບິ່ງຄວາມກະຕືລືລົ້ນຂອງການປະກາດຂ່າວປະເສີດຂອງຄຣິສຕະຈັກຍຸກຕົ້ນ ແລະຕາມແບບຢ່າງຂອງພວກເຂົາ! ຂໍໃຫ້ເຮົາໃຊ້ຕົວເຮົາເອງໃນການປະກາດຂ່າວປະເສີດຕໍ່ຄົນທີ່ຫຼົງທາງ! ແລະຂໍໃຫ້ພວກເຮົາລະວັງທີ່ຈະເຮັດໃຫ້ແນ່ໃຈວ່າພວກເຂົາກັບໃຈໃໝ່ແທ້ ກ່ອນທີ່ພວກເຮົາຈະບັບຕິດສະມາພວກເຂົາ! ເໜືອສິ່ງອື່ນໃດ,ຂໍໃຫ້ພວກເຮົາລະນຶກເຖິງຄໍາສັ່ງຂອງພຣະຄຣິດທີ່ວ່າ:

“`ຈົ່ງອອກໄປຕາມທາງໃຫຍ່ ແລະຮົ້ວຕົ້ນໄມ້ທັງຫລາຍ ແລະເລັ່ງເລົ້າເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ”(ລູູກາ 14:23)

ໃນສະຕະວັດທີສອງອໍຣິເຈັນກ່າວວ່າ: “ພວກຄຣິສຕຽນເຮັດທຸກຢ່າງດ້ວຍກໍາລັງຂອງພວກເຂົາເພື່ອເຜີຍແຜ່ຄວາມເຊື່ອໄປທົ່ວໂລກ” ຂໍໃຫ້ພວກເຮົາເຮັດແບບດຽວກັນ! ຈົ່ງຢືນຂຶ້ນແລະຮ້ອງເພງທີ່ຍິ່ງໃຫຍ່ຂອງດຣ.ອອສວໍເຈ.ສະມິດ-ຈົ່ງປະກາດຂ່າວປະເສີດ! ຈົ່ງປະກາດຂ່າວປະເສີດ! ບົດທີ 1 ຢູ່ເຈ້ຍເພງຂອງທ່ານ.

ຂໍຈົ່ງມອບສັນຍານໃຫ້ພວກເຮົາຊົ່ວໂມງໜື່ງ,ຄໍາທີ່ຕື່ນເຕັ້ນ,ຄໍາແຫ່ງລິດເດດ
ສະໜາມຮົບຮ້ອງໄຫ້ເປັນລົມຫາຍໃຈເພື່ອເອີ້ນໃຫ້ພິຊິດຫຼືຕາຍ
ຄໍາເວົ້າທີ່ປຸກຄຣິສຕະຈັກຈາກການພັກ,ເພື່ອໃຈໃສ່ຄໍາຮ້ອງຂອງອາຈານ
ຖືກເອີ້ນ,ເຈົ້າຄົນກຸ່ມໃຫຍ່ຈົ່ງລຸກຂຶ້ນ,ສັນຍານຂອງເຮົາຄືແຜ່ຂ່າວປະເສີດ

ຄວາມຍິນດີແຫ່ງຂ່າວປະເສີດຖືກປະກາດໄປທົ່ວໂລກໃນນາມພຣະເຢຊູ
ຄໍານີ້ກໍາລັງດັງທົ່ວທ້ອງຟ້າວ່າຈົ່ງປະກາດ! ຈົ່ງປະກາດຂ່າວປະເສີດ!
ກັບຄົນຕາຍ,ຊາດທີ່ລົ້ມລົງ,ຈົ່ງໃຫ້ຂອງຂວັນແຫ່ງຂ່າວປະເສີດເປັນທີ່ຮັບຮູ້
ດຽວນີ້ໂລກວາງລົງໃນຄວາມມືດ, ຈົ່ງປະກາດ! ຈົ່ງປະກາດຂ່າວປະເສີດ!
   (“Evangelize! Evangelize!”, Dr. Oswald J. Smith, 1889-1986
   ທໍານອງ ເພງ “ເປັນໄປໄດ້ແນວໃດ?” ໂດຍຊາລເວສລີ 1707-1788)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“Here Am I” (Dr. John R. Rice, 1895-1980).