Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເອົາຊະນະພວກຜີມານ
ທີ່ເຮັດໃຫ້ພວກເຮົາອ່ອນແອ - ຜີຊະນິດນີ້!

OVERCOMING THE DEMONS THAT WEAKEN US –
“THIS KIND”!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 5/8/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 5, 2018

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຊົງຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29)


ຄືນນີ້ຂ້າພະເຈົ້າກໍາລັງຈະເວົ້າເຖິງເລື່ອງພວກຜີມານກັບຊາຕານ ແລະໃນສິ່ງທີ່ດຣ. ເຈ.ໄອ.ແພັກເກີເອີ້ນວ່າ “ສະພາບທີ່ພັງທະລາຍລົງຂອງຄຣິສຕະຈັກຍຸກປັດຈຸບັນນີ້”ແລະ ເຫດຜົນທີ່ບໍ່ມີການຟື້ນຟູໃຫຍ່ລະດັບຊາດໃນປະເທດອາເມລິກາຕັ້ງແຕ່ປີ 1859, ຂ້າພະ ເຈົ້າກໍາລັງອາໄສໂຄງຮ່າງບົດເທດສະໜາຂອງດຣ.ມາຕິນລອຍໂຈນ, ເນື້ອໃນພື້ນຖານແລະ ໂຄງຮ່າງແມ່ນມາຈາກດຣ.ລອຍໂຈນ.

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຊົງຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກ ຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:28-29)

ຂ້າພະເຈົ້າຢາກໃຫ້ພວກທ່ານຄິດກ່ຽວກັບຂໍ້ພຣະຄໍາພີສອງຂໍ້ນີ້,ຂ້າພະເຈົ້າກໍາລັງຈະປະຍຸກໃຊ້ຂໍ້ພຣະຄໍາພີນີ້ຕໍ່ຄໍາຮຽກຮ້ອງຕ້ອງການຂອງຄຣິສຕະຈັກທີ່ “ພັງທະລາຍລົງ”ໃນປະເທດອາເມລິກາ ແລະໂລກຕາເວັນຕົກ-ລວມທັງບາງປະເດັ່ນໂດຍກົງຕໍ່ຄຣິສຕະຈັກຂອງເຮົາ.

ຂ້າພະເຈົ້າຮູ້ດີວ່າຄໍາວ່າ “ການຟື້ນຟູ”ຖືກປິດໄປຈາກຜູ້ຄົນປັດຈຸບັນນີ້, ພວກເຂົາບໍ່ຕ້ອງການທີ່ຟັງມັນອີກຕໍ່, ແຕ່ເຫດຜົນທີ່ພວກເຂົາຮູ້ສຶກແບບນີ້ແມ່ນມາຈາກຊາຕານ!ນີ້ແມ່ນຫົວຂໍ້ທີ່ພະຍາມານບໍ່ຕ້ອງການໃຫ້ຜູ້ຄົນຄິດເຖິງມັນ, ດັ່ງນັ້ນຂ້າພະເຈົ້າຫວັງວ່າພວກທ່ານຈະຟັງດ້ວຍຄວາມຕັ້ງໃຈໃນຂະນະທີ່ຂ້າພະເຈົ້າເທດໃນຫົວຂໍ້ທີ່ເປັນສິ່ງທີ່ຈໍາເປັນໃນຄຣິສຕະຈັກຂອງເຮົາ ແລະໃນຄຣິສຕະຈັກທົ່ວທຸກແຫ່ງ.

ນີ້ແມ່ນຫົວຂໍ້ທີ່ຄວນໄດ້ຮັບຄວາມສົນໃຈຈາກພວກເຮົາທຸກຄົນ, ຖ້າພວກເຮົາຫາກບໍ່ຮູ້ສຶກເປັນຫ່ວງກ່ຽວກັບສະພາບຂອງຄຣິສຕະຈັກຕ່າງໆໃນປັດຈຸບັນນີ້ພວກເຮົາກໍເປັນຄຣິສຕຽນທີ່ໜ້າສົງສານຫຼາຍ, ຄວາມຈິງແລ້ວຖ້າພວກທ່ານບໍ່ມີຄວາມສົນໃຈໃນການຟື້ນຟູ,ທ່ານກໍຄວນຖາມຕົນເອງວ່າທ່ານຍັງເປັນຄຣິສຕຽນຢູ່ຫຼືບໍ! ຖ້າທ່ານຫາກບໍ່ມີຄວາມເປັນຫ່ວງເປັນໃຍສໍາລັບຄຣິສຕະຈັກຂອງເຮົາ ແລະຄົນອື່ນໆແລ້ວທ່ານກໍບໍ່ແມ່ນຄຣິສຕຽນທີ່ມີຊີວິດຊີວາ!ຂ້າພະເຈົ້າຂໍເວົ້າຄືນອີກວ່າການຟື້ນຟູທີ່ແທ້ຈິງຄວນຈະເປັນບາງສິ່ງບາງຢ່າງທີ່ໜ້າສົນໃຈສໍາລັບພວກເຮົາທຸກຄົນ.

ດັ່ງນັ້ນຂໍໃຫ້ພວກເຮົາເລິ່ມຕົ້ນຄິດເຖິງກ່ຽວກັບເຫດການນີ້ໃນມາລະໂກບົດທີເກົ້າ,ມັນເປັນເຫດການເລື່ອງທີ່ສໍາຄັນເພາະພຣະວິນຍານບໍລິສຸດຊົງເປັນຫ່ວງຫຼາຍຈື່ງໄດ້ໃຫ້ເລື່ອງນີ້ແກ່ເຮົາຢູ່ໃນຂ່າວປະເສີດທັງສາມເຫຼັ້ມ,ໃນມັດທາຍ,ມາລະໂກ ແລະລູກາ, ຂ້າພະ ເຈົ້າຫາກໍອ່ານສອງຂໍ້ຈາກເລື່ອງລາວໃນມາລະໂກ, ໃນສ່ວນທໍາອິດຂອງມາລະໂກບົດທີເກົ້າໄດ້ບອກເຮົາວ່າພຣະຄຣິດຊົງພາເປໂຕ, ຢາໂກໂບກັບໂຢຮັນຂຶ້ນໄປເທິງພູແຫ່ງການປ່ຽນ ພຣະກາຍບ່ອນທີ່ພວກເຂົາໄດ້ເປັນພະຍານໃນເຫດການອັນຍິ່ງໃຫຍ່, ແຕ່ເມື່ອພວກເຂົາລົງມາຈາກພູພວກເຂົາກໍພົບຄົນກຸ່ມໃຫຍ່ພາກັນມາອ້ອມພວກສາວົກທີ່ເຫຼືອນັ້ນ ແລະກໍາລັງໂຕ້ຖຽງກັນ! ພວກສາວົກສາມຄົນທີ່ລົງມາກັບພຣະເຢຊູບໍ່ເຂົ້າໃຈໃນສິ່ງທີ່ເກີດຂຶ້ນ, ແລ້ວຊາຍຄົນໜຶ່ງກໍກ້າວອອກມາຈາກຝູງຄົນນັ້ນ ແລ້ວບອກພຣະເຢຊູວ່າລູກຊາຍຂອງລາວຖືກຜີສິງເຊິ່ງເຮັດໃຫ້ລາວນໍ້າລາຍຟູມປາກແລະກັດແຂ້ວຍໍ້າແຂ້ວ, ແລ້ວຊາຍຄົນນັ້ນກໍເວົ້າວ່າ “ຂ້າ ນ້ອຍໄດ້ພາລາວມາຫາພວກສາວົກຂອງທ່ານ(ເພື່ອໃຫ້ພວກເຂົາໄລ່ຜີອອກ) ແຕ່ພວກເຂົາບໍ່ສາມາດໄລ່ອອກໄດ້”(ມາລະໂກ 9:18) ພວກເຂົາໄດ້ພະຍາຍາມແຕ່ກໍລົ້ມເຫຼວ.

ພຣະເຢຊູຊົງຖາມຊາຍຄົນນັ້ນສອງສາມຄໍາ, ແລ້ວພຣະອົງຊົງໄລ່ຜີອອກຈາກເດັກ ນ້ອຍນັ້ນໄດ້ຢ່າງໄວວາ, ແລ້ວພຣະຄຣິດກໍເຂົ້າໄປໃນບ້ານ ແລະພວກສາວົກກໍເຂົ້າໄປກັບພຣະອົງ, ຫຼັງຈາກເຂົ້າໄປໃນເຮືອນແລ້ວພວກສາວົກກໍຖາມພຣະອົງວ່າ “ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີອອກບໍ່ໄດ້?”(ມາລະໂກ 9:28), ພວກເຂົາໄດ້ພະຍາຍາມຢ່າງໜັກ ເມື່ອກ່ອນພວກເຂົາເຄີຍເຮັດສໍາເລັດຫຼາຍເທື່ອແລ້ວ, ແຕ່ເທື່ອນີ້ພວກເຂົາຕ່າງກໍລົ້ມເຫຼວຢ່າງສິ້ນເຊີງ, ພຣະຄຣິດຊົງກ່າວແບບງ່າຍໆວ່າ “ຈົ່ງອອກມາຈາກລາວສາ” ແລະເດັກຊາຍກໍຫາຍດີເລີຍ, ພວກເຂົາຖາມວ່າ“ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີອອກບໍ່ໄດ້?” ພຣະ ຄຣິດຊົງຕອບວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:29).

ຕອນນີ້ຂ້າພະເຈົ້າຈະຂໍໃຊ້ເຫດການນີ້ເພື່ອສະແດງໃຫ້ເຫັນບັນຫາທີ່ຢູ່ໃນຄຣິສຕະຈັກຂອງເຮົາໃນປັດຈຸບັນນີ້, ເດັກນ້ອຍຄົນນີ້ເປັນຕົວແທນຂອງຄົນໜຸ່ມສາວທີ່ຢູ່ໃນໂລກສະ ໄໝໃໝ່, ພວກສາວົກເປັນຕົວແທນຂອງຄຣິສຕະຈັກຕ່າງໆຂອງເຮົາໃນປັດຈຸບັນນີ້, ເຫັນໄດ້ງ່າຍບໍ່ແມ່ນບໍທີ່ຄຣິສຕະຈັກທັງຫຼາຍຂອງເຮົາລົ້ມເຫຼວທີ່ຈະຊ່ວຍຄົນໜຸ່ມສາວ?ຈອຈ ເບີນາ ບອກວ່າພວກເຮົາໄດ້ສູນເສຍ 88% ຂອງພວກຄົນໜຸ່ມທີ່ໃຫຍ່ມາໃນຄຣິສຕະຈັກຂອງເຮົາເອງ, ແລະພວກເຮົາກໍາລັງຊະນະພວກຄົນໜຸ່ມໜ້ອຍຫຼາຍ,ໜ້ອຍສຸດໆເລີຍຈາກໂລກ, ຄຣິສຕະຈັກທັງຫຼາຍຂອງເຮົາກໍາລັງເຫືອດແຫ້ງແລະລົ້ມເຫຼວຢ່າງໄວວາ, ພວກແບັບຕິດໃຕ້ຕອນນີ້ກໍາລັງສູນເສຍຄຣິສຕະຈັກປະມານ 1,000 ແຫ່ງທຸກປີ! ນັ້ນແມ່ນຕົວເລກຂອງເຂົາເອງ!ແລະຄຣິສຕະຈັກແບັບຕິດອິດສະຫຼະຂອງເຮົາກໍບໍ່ໄດ້ດີກວ່າເຂົາ,ທຸກຄົນທີ່ເບິ່ງຕົວເລກກໍສາມາດເຫັນໄດ້ວ່າຄຣິສຕະຈັກຂອງເຮົາກໍບໍ່ໄດ້ເຂັ້ມແຂງເທົ່າເຄິ່ງໜຶ່ງທີ່ເຄີຍເປັນເມື່ອຮ້ອຍປີທີ່ຜ່ານມາເລີຍ, ນັ້ນແຫຼະຄືເຫດຜົນທີ່ວ່າເປັນຫຍັງດຣ.ເຈ.ໄອ.ແພັກເກີຈື່ງເວົ້າເຖິງເລື່ອງ “ສະພາບທີ່ເພພັງຂອງຄຣິສຕະຈັກຍຸກປັດຈຸບັນນີ້”

ຄຣິສຕະຈັກທັງຫຼາຍຂອງເຮົາກໍເປັນຄືກັບພວກສາວົກກໍາລັງເຮັດທຸກຢ່າງທີ່ເຮັດໄດ້ ແຕ່ພວກເຂົາກໍລົ້ມເຫຼວ, ພວກເຂົາລົ້ມເຫຼວແບບດຽວກັນທີ່ພວກສາວົກເຮັດຕອນທີ່ພວກເຂົາພະຍາຍາມທີ່ຈະຊ່ວຍເດັກນ້ອຍຄົນນັ້ນ, ຄໍາຖາມທີ່ພວກເຮົາຄວນຈະຖາມກໍຄື “ເປັນຫຍັງພວກເຮົາຈື່ງບໍ່ສາມາດໄລ່ມັນອອກໄດ້?” ແມ່ນຫຍັງຄືສາເຫດແຫ່ງຄວາມລົ້ມເຫຼວນີ້?

ໃນມາລະໂກບົດທີເກົ້ານີ້, ສໍາລັບຂ້າພະເຈົ້າເບິ່ງຄືວ່າພຣະຄຣິດກໍາລັງຈັດການກັບ ຄໍາຖາມນັ້ນ, ແລະຄໍາຕອບທີ່ພຣະຄຣິດຊົງໃຫ້ແມ່ນມີຄວາມສໍາຄັນຫຼາຍໃນປັດຈຸບັນນີ້ແບບທີ່ເຄີຍເປັນເມື່ອກ່ອນ.

“ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຊົງຕອບເຂົາວ່າ ຜີຊະນິດ ນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:28-29)

ຂໍ້ພຣະຄໍາພີນີ້ສາມາດແບ່ງອອກເປັນສາມປະເດັ່ນງ່າຍໆໄດ້.

I. ປະເດັ່ນທໍາອິດແມ່ນ “ຜີຊະນິດນີ້”

ເປັນຫຍັງພວກເຂົາຈື່ງໄລ່ມັນອອກບໍ່ໄດ້? ພຣະຄຣິດຊົງກ່າວວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” ພຣະອົງຊົງບອກເຂົາວ່າມີຄວາມແຕກຕ່າງກັນລະຫວ່າງກໍລະນີນີ້ກັບກໍລະນີອື່ນ, ໃນອະດີດພຣະຄຣິດ ຊົງສົ່ງພວກເຂົາອອກປະກາດແລະໄລ່ຜີອອກ-ແລະພວກເຂົາກໍອອກໄປປະກາດ ແລະໄດ້ໄລ່ຜີອອກຫຼາຍໂຕ, ພວກເຂົາກໍກັບມາດ້ວຍຄວາມຊື່ນຊົມຍິນດີ, ພວກເຂົາເວົ້າວ່າຜີຫຼາຍໂຕຕ່າງກໍຍອມຢູ່ໃຕ້ພວກເຂົາ.

ດັ່ງນັ້ນເມື່ອຊາຍຄົນນີ້ພາລູກຊາຍຂອງລາວມາຫາພວກເຂົາ, ພວກສາວົກກໍໝັ້ນໃຈ ວ່າພວກເຂົາສາມາດທີ່ຈະຊ່ວຍລາວໄດ້ໂດຍການເຮັດແບບດຽວກັນທີ່ພວກເຂົາເຄີຍເຮັດມາ ກ່ອນ, ແຕ່ເທື່ອນີ້ພວກເຂົາລົ້ມເຫຼວຢ່າງສິ້ນເຊີງ, ທັງໆທີ່ພວກເຂົາໄດ້ພະຍາຍາມເຮັດທຸກວິທີທາງກໍບໍ່ສາມາດຊ່ວຍເດັກນ້ອຍນັ້ນໄດ້ເລີຍ ແລະພວກເຂົາກໍສົງໄສວ່າເປັນຫຍັງ, ແລ້ວພຣ ຄຣິດກໍກ່າວເຖິງ “ຜີຊະນິດນີ້” ມີຄວາມແຕກຕ່າງລະຫວ່າງ“ຜີຊະນິດນີ້”ກັບຜີຊະນິດທີ່ພວກເຂົາເຄີຍຈັດການເມື່ອກ່ອນ.

ຄວາມຈິງແລ້ວບັນຫາມັກຄືເກົ່າຕະຫຼອດ, ວຽກຂອງຄຣິສຕະຈັກຄືການຊ່ວຍຄົນ ໜຸ່ມສາວອອກມາຈາກອໍານາດຂອງຊາຕານກັບພວກຜີປີສາດຂອງມັນ “ເພື່ອເຂົາຈະກັບຈາກຄວາມມືດມາສູ່ຄວາມສະຫວ່າງ ແລະຈາກອໍານາດຂອງຊາຕານມາເຖິງພຣະເຈົ້າ”(ກິດຈະການ 26:18) ນັ້ນເປັນແບບດຽວກັນໃນທຸກຊົ່ວອາຍຸຄົນ ແລະໃນທຸກວັດທະນາທໍາ ຄຣິສຕະຈັກຕ່າງໆຈະຕ້ອງຈັດການກັບຊາຕານແລະພວກສະມຸນຂອງມັນ, ແຕ່ກໍມີພວກຜີປີສາດທີ່ແຕກຕ່າງກັນ, ພວກມັນບໍ່ຄືກັນໝົດ, ອັກຄະສາວົກໂປໂລໄດ້ກ່າວວ່າ “ພວກເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງ ແລະເລືອດແຕ່ຕໍ່ສູ້ກັບພວກຜູ້ປົກຄອງ, ອໍານາດຕ່າງໆ, ຕໍ່ສູ້ພວກປົກຄອງແຫ່ງຄວາມມືດຂອງໂລກນີ້, ຕໍ່ສູ້ກັບພວກວິນຍາານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:12), ພຣະອົງຊົງບອກພວກເຮົາວ່າມັນແຕກຕ່າງກັນລະຫວ່າງພວກຜີປີສາດ ກັບຜູ້ນໍາຂອງພວກມັນກໍຄືຊາຕານເອງ “ເຈົ້າແຫ່ງອໍານາດໃນອາກາດ ຄືວິນຍານທີ່ປົກ ຄອງຢູ່ໃນລູກແຫ່ງການບໍ່ເຊື່ອຟັງ”(ເອເຟໂຊ 2:2) ຊາຕານມີຊີວິດຢູ່ໃນລິດອໍານາດທັງໝົດຂອງມັນ, ແຕ່ຢູ່ໃຕ້ມັນມີອໍານາດທີ່ດ້ອຍກວ່າມັນ, ພວກສາວົກສາມາດໄລ່ຜີິທີ່ອ່ອນແອກວ່າອອກໄດ້ຢ່າງງ່າຍໆ, ແຕ່ຢູ່ໃນຕົວເດັກນ້ອຍນີ້ເປັນວິນຍານທີ່ມີລິດຫຼາຍໃຫຍ່ກວ່າ “ຜີຊະນິດນີ້”ມີຄວາມແຕກຕ່າງ, ເຫດສະນັ້ນມັນຈື່ງມີບັນຫາທີ່ໃຫຍ່ກວ່າ, ສິ່ງທໍາອິດທີ່ພວກເຮົາຈະຕ້ອງຄົ້ນຫາກໍຄື “ຜີຊະນິດນີ້”ຄືສິ່ງທີ່ພວກເຮົາຈະຕ້ອງຈັດການກັບມັນໃນປັດຈຸບັນນີິ້.

ໃນຂະນະທີ່ພວກເຮົາເບິ່ງຄໍານີ້ “ຜີຊະນິດນີ້”ຂ້າພະເຈົ້າກໍສົງໄສວ່າມີສິດຍາພິບານຫຼາຍຄົນທີ່ເຂົ້າໃຈວ່າການຕໍ່ສູ້ທີ່ພວກເຮົາກໍາລັງເຮັດນີ້ຄືການຕໍ່ສູ້ຝ່າຍວິນຍານ, ຂ້າພະເຈົ້າແນ່ໃຈວ່າສິດຍາພິບານສ່ວນຫຼາຍບໍ່ເຄີຍຄິດວ່າວຽກຂອງພວກເຂົາຄື ການຕໍ່ສູ້ກັບຊາຕານແລະພວກວິນຍານຊົ່ວ, ພວກໂຮງຮຽນສາສະໜາສາດ ແລະແມ່ນແຕ່ວິທະຍາໄລພຣະຄໍາພີ ໄປກົດດັນຢູ່ແຕ່ວິທີຂອງມະນຸດ, ແຕ່ພວກເຂົາບໍ່ໄດ້ສອນພວກນັກເທດວ່າບັນຫາຫຼັກໆຂອງພວກເຂົາວາງລົງໃນຂອບເຂດຝ່າຍວິນຍານ.

ດັ່ງນັ້ນພວກເຂົາຈື່ງສືບຕໍ່ເຮັດຕາມວິທີທີ່ເຄີຍໃຊ້ແລ້ວປະສົບຜົນສໍາເລັດໃນອະດີດ, ພວກເຂົາບໍ່ເຂົ້າໃຈວ່າວິທີເກົ່າໆເຫຼົ່ານັ້ນບໍ່ສາມາດຈັດການກັບ“ຜີຊະນິດນີ້” ໃນປັດຈຸບັນນີ້ອີກໄດ້,ທຸກຄົນຮູ້ດີວ່າມີຈໍາເປັນ,ແຕ່ຄໍາຖາມກໍຄື-ແມ່ນຫຍັງລະຄືຄວາມຈໍາເປັນ? ນອກຈາກວ່າພວກເຮົາຮູ້ສຶກເຖິງຄວາມຈໍາເປັນແທ້ໆໃນປັດຈຸບັນນີ້, ພວກເຮົາກໍຈະບໍ່ປະສົບຜົນສໍາເລັດຄືກັບພວກສາວົກທີ່ບໍ່ສາມາດໄລ່ຜີອອກຈາກເດັກນ້ອຍນັ້ນໄດ້.

ແມ່ນຫຍັງຄື “ຜີຊະນິດນີ້”ໃນປັດຈຸບັນນີ້?“ຜີຊະນິດນີ້”ຄືຜີແຫ່ງທິດສະດີທີ່ວ່າຄົນນັ້ນອິດສະຫຼະ,ທິດສະດີທີ່ວ່າຄົນນັ້ນອິດສະຫຼະເວົ້າວ່າບາງສິ່ງບາງຢ່າງມີຢູ່ແທ້ຖ້າທ່ານຫາກມີປະສົບການກັບມັນ-ພຽງແຕ່ທ່ານຮູ້ສຶກມັນ. ຄວາມຄິດຂອງຄົນປັດຈຸບັນນີ້ຖືກປິດຜ່ານທາງ “ປີສາດແຫ່ງຄວາມຮູ້ສຶກ” ປີສາດຂອງທິດສະດີແຫ່ງຄວາມຮູ້ສຶກເວົ້າວ່າທ່ານຈະຕ້ອງມີປະສົບການທາງປະສາດສໍາພັດ-ຄວາມຮູ້ສຶກໝັ້ນໃຈ, ຜີປີສາດເວົ້າວ່າຖ້າທ່ານມີຄວາມຮູ້ ສຶກນັ້ນ,ມັນກໍພິສູດວ່າທ່ານລອດແລ້ວ.

ຄົນຕາບອກພວກນີ້ບໍ່ເຊື່ອໃນພຣະເຈົ້າແຫ່ງການພິພາກສາ, ພວກເຂົາເຊື່ອພຽງແຕ່ໃນຄວາມຮູ້ສຶກເທົ່ານັ້ນ, ພວກເຂົາຄິດວ່າເຂົາຈະຕ້ອງມີຄວາມຮູ້ສຶກນັ້ນເພື່ອທີ່ຈະລອດໄດ້, ພວກເຂົາຕ້ອງການຄວາມຮູ້ສຶກແຫ່ງ “ຄວາມໝັ້ນໃຈ”ເພື່ອພິສູດວ່າເຂົາລອດແລ້ວ.“ຄວາມໝັ້ນໃຈ”ຂອງພວກເຂົາຄືຮູບເຄົາລົບ! ພວກເຂົາວາງໃຈໃນຄວາມຮູ້ສຶກຂອງຕົນບໍ່ແມ່ນວາງໃຈໃນພຣະເຢຊູ! ພວກເຮົາຖາມຜູ້ຄົນວ່າ “ເຈົ້າເຊື່ອວາງໃຈໃນພຣະຄຣິດບໍ?”ພວກເຂົາ ກໍຕອບວ່າ “ບໍ”ເປັນຫຍັງພວກເຂົາຈື່ງເວົ້າວ່າບໍລະ? ກໍເພາະພວກເຂົາບໍ່ໄດ້ມີຄວາມຮູ້ສຶກທີ່ຖືກຕ້ອງ! ພວກເຂົາໄວ້ວາງໃຈໃນຄວາມຮູ້ສຶກຂອງຕົນເອງ,ບໍ່ແມ່ນພຣະຄຣິດ! ພວກຜີປີສາດໄດ້ເຮັດໃຫ້ໃຈຂອງເຂົາມືດມົນ, “ຜີຊະນິດນີ້”ສາມາດເອົາຊະນະໄດ້ໂດຍການອະທິ ຖານ ແລະອົດອາຫານ! ພວກເຮົາຈະຕ້ອງອົດອາຫານເພື່ອທຸບທໍາລາຍການຈັບຕົວໄວ້ຂອງ “ຜີຊະນິດນີ້”

II. ປະເດັ່ນທີສອງຄືວິທີຕ່າງໆທີ່ລົ້ມເຫຼວ.

ຂ້າພະເຈົ້າເຫັນຄຣິສຕະຈັກຂອງເຮົາກໍາລັງເຮັດສິ່ງທີ່ເປັນປະໂຫຍດຫຼາຍໃນອະດີດ ແຕ່ບໍ່ໄດ້ຜົນຫຼາຍເທົ່າທີ່ຄວນຕໍ່ “ຜີຊະນິດນີ້” ແລະເພາະພວກເຮົາເຊື່ອໝັ້ນໃນວິທີິເກົ່າໆ,ພວກເຮົາຈື່ງສູນເສຍພວກຄົນໜຸ່ມຂອງເຮົາເກືອບທັງໝົດ ແລະພວກເຮົາກໍຍາກທີ່ຈະໄດ້ຄົນໃໝ່ມາເຊື່ອພຣະເຈົ້າຈາກໂລກ, ໃນຄວາມສ່ຽງຂອງການເຂົ້າໃຈຜິດ, ຂ້າພະເຈົ້າຈະຂໍເອົາໂຮງຮຽນວັນອາທິດໃສ່ໃນປະເພດນັ້ນ, ມັນເກີດຜົນຫຼາຍເມື່ອຮ້ອຍຊາວປີກ່ອນ, ແຕ່ປັດຈຸບັນນີ້ຂ້າພະເຈົ້າຄິດວ່າບໍ່ຄ່ອຍມີຄ່າປານໃດ, ຂ້າພະເຈົ້າຈະຂໍເວົ້າແບບດຽວກັນກ່ຽວກັບໃບປິວເລື່ອງຄວາມລອດ, ຄັ້ງໜຶ່ງຜູ້ຄົນເຄີຍອ່ານມັນແລ້ວມາໂບດ, ແຕ່ຂ້າພະເຈົ້າຂໍຖາມສິດຍາພິບານແດ່ວ່າ “ມີຄົນໜຸ່ມຈັກຄົນຢູ່ຄຣິສຕະຈັກຂອງທ່ານທີ່ເຂົ້າມາແລະໄດ້ຮັບຄວາມລອດໂດຍການອ່ານໃບປິວ?” ຂ້າພະເຈົ້າຄິດວ່າມັນຊັດເຈນແລ້ວວ່າ “ຜີຊະນິດນີ້ິ”ໃນສະ ໄໝໃໝ່ຂອງເຮົາບໍ່ໄດ້ຕອບສະໜອງດີຕໍ່ວິທີທີ່ພວກເຮົາເຄີຍໃຊ້ໃນອະດີດ, ຂ້າພະເຈົ້າຈະຂໍເອົາການຢ້ຽມຢາມເຄາະປະຕູແຕ່ລະຫຼັງໃສ່ໄວ້ໃນປະເພດນັ້ນເຊັ່ນກັນ, ມັນເຄີຍຖືກໃຊ້ເກີດຜົນຢ່າງໃຫຍ່ໃນອະດີດ, ແຕ່ດຽວນີ້ບໍ່ໄດ້ຊ່ວຍໃຫ້ນໍາພວກຄົນໜຸ່ມເຂົ້າມາໃນຄຣິສຕະຈັກທີ່ພວກເຮົາກໍາລັງຈັດການກັບ “ຜີຊະນິດນີ້”ໄດ້.

ມີບາງສິ່ງບາງຢ່າງທີ່ບໍ່ມີປະໂຫຍດໃນປັດຈຸບັນນີ້ເມື່ອພວກມັນຖືກນໍາມາໃຊ້ກັບ“ຜີຊະນິດນີ້”, ອີກຢ່າງໜຶ່ງພຣະຄຣິດຊົງເວົ້າເຖິງຜົນວ່າ “ພວກທ່ານລົ້ມເຫຼວໃນກໍລະນີນີ້ກໍເພາະວ່າລິດເດດທີ່ພວກທ່ານເຄີຍມີຊື່ງພຽງພໍຕໍ່ກໍລະນີອື່ນໆ ຕອນນີ້ບໍ່ມີຄ່າແລ້ວ, ມັນບໍ່ມີ ລິດທີ່ຈະຊ່ວຍເດັກນ້ອຍທີ່ຢູ່ໃຕ້ອໍານາດຂອງ“ຜີຊະນິດນີ້ໄດ້”

ຂ້າພະເຈົ້າຮູ້ດີວ່າມີພວກສິດຍາພິບານບາງຄົນທີ່ເຂົ້າໃຈວ່າມີຫຼາຍສິ່ງທີ່ພວກເຮົາເຮັດໃນອະດີດບໍ່ມີຄວາມໝາຍແລ້ວປັດຈຸບັນນີິ້, ແຕ່ພວກເຂົາຖືກອົບຮົມໃຫ້ຄິດກ່ຽວກັບວິທີການຫຼາຍກວ່າ “ກົນອຸບາຍ”ຂອງຊາຕານ(2 ໂກລິນໂທ 2:11)-ດັ່ງນັ້ນພວກເຂົາຈື່ງແກວ່ງເຂົ້າສູ່ວິທີການໃໝ່ໆທີ່ບໍ່ໄດ້ດີກວ່າໂຕເກົ່າ -ນັ້ນແຫຼະຖ້າພວກເຮົາຫາກພະຍາຍາມທີ່ຈະໄດ້ຄົນໜຸ່ມສາວໃຫ້ມາເປັນສະມາຊິກຂອງຄຣິສຕະຈັກທີ່ເຂັ້ມແຂງ, ຍົກຕົວຢ່າງ:ພວກເຮົາມີບາງຄົນບອກວ່າຄໍາຕອບກໍຄືເພື່ອ “ພິສູດ”ພວກຄົນໜຸ່ມວ່າເລື່ອງລາວການຊົງສ້າງໃນປະ ຖົມມະການແມ່ນເລື່ອງຈິງ ແລະທີ່ວ່າວິວັດທະນາການເປັນເລື່ອງຕົວະ,ພວກເຂົາຄິດວ່າພວກຄົນໜຸ່ມຈະກັບໃຈໃໝ່ ແລະຄົນອື່ນໆກໍຈະເຂົ້າມາຈາກໂລກ,ຖ້າພວກເຮົາຫາກພິສູດໃຫ້ເຫັນວ່າວິວັດທະນາການເປັນເລື່ອງບໍ່ຈິງ ແລະຊ່ວຍພວກເຂົາໃນພົບຄໍາຕອບໃນໜັງສືປະຖົມມະການ, ພວກເຂົາຄິດວ່່າໂດຍວິທີນີ້ພວກເຂົາກໍສາມາດຈັດການກັບສະຖານະໃນການໃນປັດຈຸບັນນີ້ໄດ້.

ດຣ.ລອຍໂຈນເວົ້າວ່າ “ມັນເປັນວິທີດຽວກັນໃນຕອນຕົ້ນຂອງສະຕະວັດທີສິບແປດ ຕອນທີ່ຜູ້ຄົນປັກຄວາມເຊື່ອຂອງພວກເຂົາເທິງ[ຄວາມເສຍໃຈ],ພວກເຂົາສອນສິ່ງເຫຼົ່ານີ້ແກ່ພວກເຮົາຄືສິ່ງທີ່ຈະສະແດງຄວາມຈິງຂອງຊາວຄຣິສຕຽນ, ແຕ່ພວກເຂົາບໍ່ໄດ້ເຮັດແບບນັ້ນ ‘ຜີຊະນິດນີ້’ບໍ່ສາມາດອອກໄດ້ໂດຍວິທີພວກນີ້”

ອີກວິທີໜຶ່ງຊື່ງລົ້ມເຫຼວກໍຄືການໃຊ້ສະບັບສະໄໝໃໝ່ຕ່າງໆ, ພວກເຮົາຖືກບອກວ່າ ພວກຄົນໜຸ່ມບໍ່ເຂົ້າໃຈພຣະຄໍາພີສະບັບຄິງເຈມ, ສິ່ງທີ່ພວກເຮົາຕ້ອງການກໍຄືພຣະຄໍາພີໃນພາສາສະໄໝໃໝ່, ແລ້ວພວກຄົນໜຸ່ມກໍຈະອ່ານພຣະຄໍາພີ, ແລ້ວພວກເຂົາກໍຈະເວົ້າວ່າ “ນີ້ຄືຊາວຄຣິສຕຽນ”- ແລະພວກເຂົາກໍຈະເຂົ້າມາຢູ່ຄຣິສຕະຈັກຂອງເຮົາເປັນຈໍານວນຫຼາຍ ແຕ່ສິ່ງນັ້ນຈະບໍ່ເກີດຂຶ້ນ, ຄວາມຈິງແລ້ວສິ່ງທີ່ກົງກັນຂ້າມຕ່າງຫາກທີ່ເກີດຂຶ້ນ, ຂ້າພະເຈົ້າເຄີຍເຮັດວຽກສະເພາະກັບພວກຄົນໜຸ່ມເປັນເວລາກວ່່າຫົກສິບປີມາແລ້ວ, ຂ້າພະເຈົ້າຮູ້ດີວ່າການແປສະບັບໃໝ່ເຫຼົ່ານີ້ບໍ່ໄດ້ດຶງດູດພວກຄົນໜຸ່ມອີກຕໍ່ໄປ, ຄວາມຈິງແລ້ວຂ້າພະເຈົ້າໄດ້ຍິນຫຼາຍຄົນເວົ້າວ່າ “ມັນຟັງເບິ່ງຄືບໍ່ຖືກ, ຟັງເບິ່ງບໍ່ຄືພຣະຄໍາພີເລີຍ”

ຂ້າພະເຈົ້າບໍ່ເຄີຍເທດສະໜາຈາກສະບັບແປສະໄໝໃໝ່ເລີຍ ແລະຈະບໍ່ມີວັນອີກດ້ວຍ, ພວກເຮົາເຫັນພວກຄົນໜຸ່ມກັບໃຈໃໝ່ຕະຫຼອດເວລາທັງຢູ່ໃນຄຣິສຕະຈັກຂອງເຮົາ ແລະຈາກໂລກເຊັ່ນກັນ, ຢ່າງໃດກໍຕາມຄຸນຄ່າຂອງການແປສະບັບໃໝ່ເຫຼົ່ານີ້ຈະບໍ່ຊ່ວຍແກ້ໄຂບັນຫາ, ພວກມັນຈັດການກັບ “ຜີຊະນິດນີ້”ບໍ່ໄດ້.

ແມ່ນຫຍັງອີກທີ່ພວກເຂົາກໍາລັງພະຍາຍາມຢູ່? ໂຕໃຫຍ່ສຸດແມ່ນເພງສະໄໝໃໝ່! “ພວກເຮົາຈະຕ້ອງມີເພງທີ່ເໝາະສົມ ແລ້ວພວກເຂົາກໍຈະເຂົ້າມາແລະເປັນຄຣິສຕຽນ” ມັນໜ້າເສົ້າຫຼາຍ, ຂ້າພະເຈົ້າຈໍາເປັນຕ້ອງຄອມເມັ້ນໃນເລື່ອງນີ້ບໍ? ມີຄຣິສຕະຈັກແບັບຕິດໃຕ້ແຫ່ງໜຶ່ງທີ່ເຮັດແບບນີ້ໂດຍເຊົ່າຄວາມສະດວກສະບາຍມາຢູ່ໃນລອສແອງເຈີລິສ, ສິດຍາພິບານໃສ່ເສື້ອຢືດ ແລະນັ່ງຢູ່ເທິງຕັ່ງວາງຕີນ, ກ່ອນທີ່ລາວຈະຂຶ້ນເທດກໍຈະມີດົນຕີຣັອກເປັນເວລາຊົ່ວໂມງໜຶ່ງກ່ອນ, ຄົນໜຶ່ງໃນພວກເຮົາໄດ້ໄປເຊັກເບິ່ງ, ລາວຈົນຕົກໃຈ, ລາວບອກວ່າການນະມັດສະການນັ້ນມືດ ແລະເປັນຕາເວທະນາ ແລະບໍ່ແມ່ນຝ່່າຍວິນຍານເລີຍ ລາວບອກວ່າຄົນພວກນັ້ນບໍ່ໄດ້ນໍາວິນຍານ ແລະລາວກໍຄິດບໍ່ອອກວ່່າພວກເຂົາພາກັນອະທິຖານເປັນຊົ່ວໂມງຄືກັບທີ່ຄົນໜຸ່ມຂອງເຮົາເຮັດ, ເປັນຊົ່ວໂມງບໍ່ໄດ້ເຮັດຫຍັງນອກຈາກອະທິຖານຈັ່ງຊັ້ນບໍ? ລືມມັນໄປໂລດ! ດັ່ງນັ້ນເພງຣັອກສະໄໝໃໝ່ຈື່ງລົ້ມເຫຼວເຊັ່ນກັນທີ່ຈະເອົາຊະນະ “ຜີຊະນິດນີ້”ໄດ້.

III. ປະເດັ່ນທີ່ສາມກໍຄືພວກເຮົາຕ້ອງການບາງສິ່ງບາງຢ່່າງທີ່ສາມາດເຂົ້າໄປໃຕ້ອໍານາດຊົ່ວນັ້ນ ແລະທໍາລາຍມັນ ແລະມີພຽງສິ່ງດຽວທີ່ສາມາດເຮັດແບບນັ້ນໄດ້ ນັ້ນກໍຄືລິດເດດຂອງພຣະເຈົ້າ!

ດຣ.ລອຍໂຈນເວົ້າວ່າ “ພວກເຮົາຈະຕ້ອງເຂົ້າໃຈວ່າ ‘ຜີຊະນິດນີ້’ໃຫຍ່ຊໍາໃດ,ລິດ ເດດຂອງພຣະເຈົ້າຊົງໃຫຍ່ກວ່າຢ່າງແນ່ນອນ, ສິ່ງທີ່ພວກເຮົາຕ້ອງການບໍ່ແມ່ນມີຄວາມຮູ້ເພິ່ມຂຶ້ນ, ມີຄວາມເຂົ້າໃຈຫຼາຍຂຶ້ນ, ມີຄວາມເສຍໃຈເພິ່ມຂຶ້ນ[ການແປສະໄໝໃໝ່ ຫຼືເພງຣັອກ]-ບໍ່ແມ່ນ, ພວກເຮົາຕ້ອງການລິດເດດຂອງພຣະເຈົ້າທີ່ສາມາດເຂົ້າໄປໃນຈິດວິນຍານຂອງຄົນ ແລ້ວທຸບພວກເຂົາ, ຟາດພວກເຂົາ, ຖ່ອມໃຈເຂົາລົງ ແລ້ວເຮັດໃຫ້ພວກເຂົາເປັນຄົນໃໝ່, ແລະນັ້ນແຫຼະຄືລິດເດດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” ເຊິ່ງໄດ້ນໍາເຮົາກັບໄປຫາຂໍ້ພຣະຄໍາພີຂອງເຮົາ:

“ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີນັ້ນອອກບໍ່ໄດ້? ພຣະອົງຊົງຕອບເຂົາວ່າ ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:28-29)

ການອະທິຖານແລະອົດອາຫານ, ບໍ່ມີອັນໃດອີກທີ່ສາມາດຊ່ວຍຄຣິສຕະຈັກທັງ ຫຼາຍຂອງເຮົາໃຫ້ເອົາຊະນະການໂຈມຕີຂອງຊາຕານແຫ່ງ “ຜີຊະນິດນີ້”ໄດ້, ຄຣິສຕະຈັກ ຕ່່າງໆຂອງພວກເຮົາບໍ່ໄດ້ປະກາດກັບພວກຄົນໜຸ່ມໃນປັດຈຸບັນນີ້, ພວກເຮົາເຮັດຫຍັງໄດ້ແດ່ລະ? “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”

ພວກນັກວິຊາການພຣະຄໍາພີ” ບາງຄົນຈະເວົ້າວ່າ“ສະບັບຄັດລອກທີ່ດີທີ່ສຸດບໍ່ໄດ້ເວົ້າວ່າ‘ແລະການອົດອາຫານ’ ແຕ່ແມ່ນຫຍັງຄືສິ່ງທີ່ພວກນັກວິຊາການຮູ້ກ່ຽວກັບຜີມານ? ເຂົາຮູ້ຫຍັງແດ່ກ່ຽວກັບການເຮັດໃຫ້ຄົນປ່າເຖື່ອນກັບໃຈຕາມຖະໜົນຫົນທາງ ແລະຕາມມະຫາໄລຕ່າງໆຂອງເມືອງຂອງພວກເຮົາ? ເຂົາຮູ້ຫຍັງແດ່ກ່ຽວກັບການຟື້ນຟູ-ການຟື້ນຟູຄືກັບທີ່ພວກເຂົາກໍາລັງມີຢູ່ໃນປະເທດຈີນໃນປັດຈຸບັນນີ້? ເຂົາບໍ່ຮູ້ຈັກຫຍັງເລີຍກ່ຽວກັບເລື່ອງເຫຼົ່ານີ້, ຂ້າພະເຈົ້າເຄີຍເຫັນການຟື້ນຟູຄວາມເສຍໃຈເລື່ອງບາບດ້ວຍຕາສາມເທື່ອໃນຊີວິດຂອງຕົນ, ຂ້າພະເຈົ້າຕື້ນຕັນໃຈທີ່ຈະຄິດວ່າຕົນເອງໄດ້ຮັບສິດທິພິເສດອັນຍິ່ງໃຫຍ່ທີ່ໄດ້ເທດສະໜາຢູ່ທັງສາມການຟື້ນຟູນັ້ນ, ພວກມັນບໍ່ແມ່ນການປະຊຸມຂ່າວປະເສີດ, ມີຊ່ວງເວລາຕ່າງໆເມື່ອລິດເດດຂອງພຣະເຈົ້າໄດ້ເຂົ້າມາໃນໃຈຂອງມະນຸດ ແລະແຕະຕ້ອງພວກເຂົາ ຟາດເຂົາ, ຖ່ອມໃຈເຂົາລົງ ແລະເຮັດໃຫ້ພວກເຂົາຖືກສ້າງໃໝ່ໃນພຣະເຢຊູຄຣິດ!

ດັ່ງນັ້ນພວກເຮົາຈະບໍ່ຕາມສະບັບຄັດລອກສອງສະບັບເກົ່າແກ່ຊື່ງຕັດອອກຄໍາວ່າ “ແລະອົດອາຫານ” ພວກຢອສຕິກເນັ້ນການອົດອາຫານ, ດັ່ງນັ້ນພວກຜູ້ຊາຍທີ່ກັອບປີ້ສະບັບຊີນາຍທິຄັສຈື່ງໄດ້ຕັດຄໍາວ່່າ“ແລະອົດອາຫານ” ເພື່ອປ້ອງກັນຂໍ້ພຣະຄໍາພີຈາກການໃຊ້ໂດຍພວກຢອສຕິກ “ພວກຢອສຕິກຝຶກຝົນການອົດອາຫານຈົນຮອດຈຸດຂອງຄວາມອຶດຢາກ”(William R. Horne, Trinity Evangelical Seminary“ການຝຶກເລື່ອງການອົດອາຫານໃນປະຫວັດສາດຄຣິສຕະຈັກ”ໜ້າ 3) “ພວກນັກວິຊາການ”ສະໄໝໃໝ່ບອກພວກເຮົາວ່າພວກນັກກັອບປີ້ໄດ້ຕື່ມຄໍາເຫຼົ່ານັ້ນໃສ່, ແຕ່ເບີ່ງຄືວ່າພວກເຂົາຈະຕັດມັນອອກຫຼາຍກວ່າ(ເບິ່ງThe Secret History of the Gnostics: Their Scriptures, Beliefs and Traditions, by Andrew Phillip Smith, chapter 5, page 1) ພວກເຮົາຮູ້ດີວ່າພຣະຄຣິດຊົງກ່າວວ່າ“ແລະອົດອາຫານ” ພວກເຮົາຮູ້ໄດ້ແນວໃດ? ພວກເຮົາຮູ້ຈັກເພາະສອງເຫດຜົນ: ໜຶ່ງ ພວກສາວົກແນ່ນອນໄດ້ອະທິຖານຕອນທີ່ພວກເຂົາໄລ່ຜີອອກກ່ອນໜ້ານີ້, ດັ່ງນັ້ນບາງສິ່ງບາງຢ່າງຈະຕ້ອງຖືກຕື່ມເຂົ້າໄປ, ບາງສິ່ງທີ່ຈໍາເປັນເຊັ່ນ-ການອົດອາຫານ! ການອະທິຖານຢ່າງດຽວບໍ່ພຽງພໍ, ພວກເຮົາຮູ້ຈັກໂດຍການມີປະສົບການ, ເພາະພວກເຮົາເຄີຍອົດອາຫານ ແລະພວກເຮົາເຄີຍເຫັນດ້ວຍຕາຂອງພວກເຮົາໃນສິ່ງທີ່ພຣະເຈົ້າຊົງສາມາດເຮັດໄດ້ເມື່ອພວກເຮົາໄດ້ເທໃຈຂອງພວກເຮົາໃນການອົດອາຫານ ແລະອະທິຖານ.

ຕອນນີ້ຂ້າພະເຈົ້າຈະຂໍປິດທ້າຍດ້ວຍການອ້າງອີງຄໍາເວົ້າຈາກດຣ.ມາຕິນລອຍໂຈນອີກ,ຊ່າງເປັນນັກເທດທີ່ເກັ່ງ! ຊ່າງມີຄວາມເຂົ້າໃຈທີ່ແຈ້ງແລະເລິກເຊິງ! ຂ້າພະເຈົ້າຂອບ ຄຸນພຣະເຈົ້າສໍາລັບເພິ່ນ, ອີກບ່ອນໜຶ່ງເພິ່ນໄດ້ເວົ້າວ່າ:

ຂ້າພະເຈົ້າສົງໄສວ່າມັນເຄີຍເກີດຂຶ້ນກັບພວກເຮົາແລ້ວບໍທີ່ພວກເຮົາຄວນ
ຈະພິຈາລະນາຄໍາຖາມເລື່ອງການອົດອາຫານ? ຄວາມຈິງກໍຄືບໍ່ມີເລີຍ
ເລື່ອງທັງໝົດນີ້ເບິ່ງຄືວ່າຖືກເອົາອອກໄປຈາກຊີວິດຂອງເຮົາແລ້ວ ແລະ
ຖືກເອົາອອກໄປຈາກຄວາມຄິດຂອງຄຣິສຕຽນເຮົາແລ້ວ?

ແລະໜ້າຈະຫຼາຍກວ່າສິ່ງອື່ນໃດກໍຄືເປັນຫຍັງພວກເຮົາຈື່ງບໍ່ສາມາດເອົາຊະນະ “ຜີຊະນິດນີ້”ໄດ້.

ຂ້າພະເຈົ້າກໍາລັງຈະຮຽກຮ້ອງໃຫ້ມີການອົດອາຫານທົ່ວໄປໃນຄຣິສຕະຈັກຂອງເຮົາ,ຂ້າພະເຈົ້າຈະບອກຂໍ້ມູນເພິ່ມຕື່ມອີກຈັກໜ້ອຍ, ຂ້າພະເຈົ້າຈະບອກທ່ານຕອນທີ່ພວກເຮົາຈະອົດອາຫານ, ຂ້າພະເຈົ້າຈະບອກທ່ານກ່ຽວກັບວິທີອົດອາຫານ ແລະຊິຈົບການອົດອາຫານຂອງທ່ານແນວໃດແດ່.

ໃນຊ່ວງນັ້ນພວກເຮົາຈະມາທີ່ຄຣິສຕະຈັກນີ້ແລະກິນເຂົ້ານໍາກັນກ່ອນທີ່ພວກເຮົາຈະມີການອະທິຖານ, ລາຍຊື່ທີ່ຈະໂທຫາເຂົາຈະຖືກບອກໂດຍດຣ.ເຄແກນເພື່ອໃຫ້ໂທຫາເຂົາເຈົ້າ, ສ່ວນພວກເຮົາທີ່ເຫຼືອຈະມີການອະທິຖານ ແລ້ວດຣ.ເຄແກນກັບຂ້າພະເຈົ້າກໍຈະຕອບຄໍາຖາມ.

1.  ພວກເຮົາຈະອົດອາຫານແລະອະທິຖານເພື່ອຄວາມສໍາເລັດຂອງລາຍການໃໝ່ ຂອງພວກເຮົາ

2.  ພວກເຮົາຈະອົດອາຫານແລະອະທິຖານເພື່ອ “ກຸ່ມ”ຄົນຜູ້ຊາຍແລະ“ກຸ່ມ”ຜູ້ຍິງ ໃໝ່,“ກຸ່ມ”ໜຶ່ງກໍຄືຫ້າຫຼືຫົກຄົນທີ່ມາໃນວັນເສົາ,ວັນອາທິດຕອນເຊົ້າກັບແລງວັນອາທິດ ແລະຄົນທີ່ສົນໃຈໃນການມາເປັນສາວົກ.

3.  ພວກເຮົາຈະອົດອາຫານແລະອະທິຖານເພື່ອການກັບໃຈໃໝ່ໃນຄຣິສຕະຈັກ ຂອງເຮົາ, ພວກເຮົາຈະສຸມໃສ່ພິເສດເລື່ອງ “ຜີຊະນິດນີ້”-ພວກຜີປີສາດທີ່ເຮັດ ໃຫ້ຜູ້ຄົນທີ່ຊອກຫາຄວາມຮູ້ສຶກເປັນທາດ.


ຕອນນີ້ຂ້າພະເຈົ້າຈະຕ້ອງບໍ່ຈົບຄໍາເທດສະໜາໂດຍບໍ່ເວົ້າເຖິງພຣະເຢຊູ,ສິ່ງທີ່ພວກເຮົາຕ້ອງການທັງໝົດຖືກພົບໃນພຣະອົງ, ໜັງສືເຮັບເລີກ່າວໄວ້ວ່າ:

“ແຕ່ເຮົາກໍເຫັນພຣະເຢຊູ ຜູ້ຊຶ່ງພຣະອົງຊົງເຮັດໃຫ້ຕ່ຳກວ່າທູດສະຫວັນແຕ່ໜ້ອຍດຽວນັ້ນ ຊົງໄດ້ຮັບສະຫງ່າລາສີແລະພຣະກຽດເປັນມົງກຸດ ເພາະທີ່ພຣະອົງຊົງສິ້ນພຣະຊົນດ້ວຍຄວາມທຸກທໍລະມານ ທັງນີ້ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈະໄດ້ຊົງຊີມຄວາມຕາຍເພື່ອມະນຸດທຸກຄົນ” (ເຮັບເລີ 2:9)

ພຣະເຢຊູ, ພຣະບຸດຂອງພຣະເຈົ້າຊົງຕາຍໃນບ່ອນຄົນບາບໃນຖານະເປັນຜູ້ຮັບແທນຄົນບາບ, ພຣະເຢຊູຊົງຟື້ນຂື້ນຈາກຕາຍພ້ອມກັບຮ່າງກາຍ,ເນື້ອໜັງແລະກະດູກເພື່ອມອບຊີວິດໃຫ້ທ່ານ, ໃນວິນາທີທີ່ທ່ານຖວາຍຕົວແກ່ພຣະເຢຊູຄວາມບາບຂອງທ່ານກໍຈະຖືກຍົກເລີກໂດຍຄວາມຕາຍເທິງໄມ້ກາງແຂນຂອງພຣະອົງ. ໃນວິນາທີທີ່ທ່ານຖີ້ມຕົວຂອງທ່ານລົງເທິງພຣະຜູ້ຊ່ວຍ,ຄວາມບາບຂອງທ່ານກໍຈະຖືກຊໍາລະໃຫ້ສະອາດຈາກບັນທຶກຂອງພຣະເຈົ້າຕະຫຼອດໄປໂດຍພຣະໂລຫິດອັນປະເສີດຂອງພຣະຄຣິດ,

ປ້ອມທີ່ເຂັ້ມແຂງຄືພຣະເຈົ້າຂອງເຮົາ,ເຄື່ອງປ້ອງກັນບໍ່ເຄີຍລົ້ມລົງ
ພຣະອົງເປັນຜູ້ຊ່ວຍເຮົາ,ທ່າມກາງນໍ້າຖ້ວມແຫ່ງຄວາມເຈັບປວດທີ່ເກີດຂຶ້ນ
ສັດຕູບູຮານຂອງເຮົາພະຍາຍາມຊອກຫາທາງທີ່ຈະທໍາລາຍພວກເຮົາ
ຝີມືແລະອໍານາດຂອງມັນຍິ່ງໃຫຍ່,ອາວຸດພ້ອມກັບຄວາມກຽດຊັງສຸດໆ
ໃນໂລກນີ້ບໍ່ແມ່ນສິ່ງທີ່ເທົ່າທຽມກັນຂອງມັນ.

ພວກເຮົາໝັ້ນໃຈໃນກໍາລັງຂອງຕົນເອງບໍ,ການຕໍ່ສູ້ຂອງເຮົາຈະພ່າຍແພ້
ຄົນທີ່ຢູ່ຂ້າງເຮົາບໍ່ແມ່ນຄົນທີ່ເໝາະສົມບໍ,ຄົນຂອງພຣະເຈົ້າເອງຊົງເລືອກ
ຍັງຖາມວ່າຜູ້ນັ້ນແມ່ນໃຜ? ພຣະອົງຊົງເປັນພຣະເຢຊູຄຣິດ
ພຣະນາມນັ້ນຄືພຣະເຈົ້າແຫ່ງສະບາໂຕ,ຊົງເປັນເໝືອນເດີມຕະຫຼອດເວລາ
ແລະພຣະອົງຈະຕ້ອງເອົາຊະນະການສູ້ຮົບແນ່ນອນ.
(“ປ້ອມທີ່ເຂັ້ມແຂງຄືພຣະເຈົ້າຂອງເຮົາ”ໂດຍ Martin Luther, 1483-1546).)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“Old-Time Power” (Paul Rader, 1878-1938).

ໂຄງຮ່າງບົດເທດສະໜາ

ການເອົາຊະນະພວກຜີມານ
ທີ່ເຮັດໃຫ້ພວກເຮົາອ່ອນແອ - ຜີຊະນິດນີ້!

OVERCOMING THE DEMONS THAT WEAKEN US –
“THIS KIND”!

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້ານ້ອຍຈື່ງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຊົງຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກ ຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:28-29)

(ມາລະໂກ 9:18)

I.    ປະເດັ່ນທໍາອິດແມ່ນ “ຜີຊະນິດນີ້” ກິດຈະການ 26:18; ເອເຟໂຊ 6:12; 2:2.

II.   ປະເດັ່ນທີສອງຄືວິທີຕ່າງໆທີ່ລົ້ມເຫຼວ. 2 ໂກລິນໂທ 2:11.

III.  ປະເດັ່ນທີ່ສາມກໍຄືພວກເຮົາຕ້ອງການບາງສິ່ງບາງຢ່່າງທີ່ສາມາດເຂົ້າໄປໃຕ້ອໍານາດຊົ່ວນັ້ນ ແລະທໍາລາຍມັນ ແລະມີພຽງສິ່ງດຽວທີ່ສາມາດເຮັດແບບນັ້ນໄດ້ ນັ້ນກໍຄືລິດເດດຂອງພຣະເຈົ້າ! ເຮັບເລີ 2:9.