Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການທົດລອງຂອງພຣະຄຣິດ
ແລະການລົ້ມລົງຂອງຊາຕານ

THE TEMPTATION OF CHRIST
AND THE FALL OF SATAN!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 29/7/2018
A sermon preached at the Baptist Tabernacle of Los Angeles
Lord’s Day Morning, July 29, 2018


ພຣະເຢຊູຄຣິດເຈົ້າຊົງປະເຊີນໜ້າກັບຊາຕານ, ເບິ່ງມັດທາຍ 4:1,ຢູ່ໜ້າທີ 997 ຂອງພຣະທໍາສະກໍຟິວສຶກສາ.

“ເທື່ອນັ້ນພຣະວິນຍານຊົງນໍາພຣະເຢຊູເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອພະຍາມານຈະໄດ້ມາທົດລອງພຣະອົງ”(ມັດທາຍ 4:1)

ເບິ່ງພີ້, ຊື່ທໍາອິດຂອງຊາຕານທີ່ຖືກໃຫ້ໃນນີ້ກໍຄື “ພະຍາມານ” ມັນແປຈາກພາສາກຣີກຄໍາວ່າ “diabolos”ຊື່ງໝາຍເຖິງ “ຄົນໃສ່ຮ້າຍ”ຫຼື“ຜູ້ໃສ່ຮ້າຍປ້າຍສີ” ມັນທົດລອງພຣະເຢຊູເພື່ອທີ່ມັນຈະສາມາດ “ໃສ່ຮ້າຍພຣະອົງໄດ້” ຖ້າພຣະຄຣິດຫາກຍອມມັນ.ຕອນນີ້ໃຫ້ເຮົາເບິ່ງຂໍ້ສາມ.

“ເມື່ອຜູ້ທົດລອງມາຫາພຣະອົງ ມັນກໍທູນວ່າ "ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນອາຫານ"”(ມັດທາຍ 4:3)

ຊື່ທີສອງຊອງຊາຕານຢູ່ນີ້ແມ່ນ “ຜູ້ທົດລອງ” ແປຈາກພາສາກຣີກຄໍາວ່າ “pěirazō”ຊື່ງໝາຍເຖິງ “ທົດລອງ”ຫຼື “ທົດສອບ”, ພຣະເຢຊູຊົງຍົກພຣະຄໍາພີພະບັນຍັດ 8:3 “ມະນຸດຈະບໍາລຸງຊີວິດດ້ວຍອາຫານຢ່າງດຽວກໍບໍ່ໄດ້ ແຕ່ບໍາລຸງດ້ວຍພຣະຄໍາທີ່ອອກມາຈາກພຣະໂອດຂອງພຣະເຈົ້າ”(ມັດທາຍ 4:4).

ຕອນນີ້ພະຍາມານກໍໄດ້ຍົກພຣະຄໍາພີມາເວົ້າເຊັ່ນກັນ, ເຊັກຊະເປຍເວົ້າຖືກຕອນທີ່ລາວເວົ້າວ່າ “ພະຍາມານສາມາດຍົກຂໍ້ພຣະຄໍາພີມາເວົ້າເພື່ອເປົ້າໝາຍຂອງມັນເອງໄດ້”ພະຍາມານໄດ້ອ້າງເພງສັນລະເສີນ 91:11-12 ເຖິງແມ່ນວ່າມັນຈະບໍ່ອ້າງອີງມັນຢ່າງຖືກຕ້ອງກໍຕາມ, ພວກລັດທິທຽມເທັດເຊັ່ນລັດທິພະຍານພຣະເຢໂຮວາກັບພວກມໍມອນກໍອ້າງອີງຂໍ້ ພຣະຄໍາພີເຊັ່ນກັນແຕ່ພວກເຂົາບໍ່ຍົກມັນມາເວົ້າຢ່າງຖືກຕ້ອງ, ພຣະເຢຊູຄຣິດຊົງຕອບພະຍາມານຢ່າງຖືກຕ້ອງວ່່າ:

“ພຣະເຢຊູຈຶ່ງຕອບມັນວ່າ "ພຣະຄຳພີມີຂຽນໄວ້ອີກວ່າ `ຢ່າທົດລອງອົງພຣະຜູ້ເປັນເຈົ້າຜູ້ເປັນພຣະເຈົ້າຂອງທ່ານ'”(ມັດທາຍ 4:7)

ແລ້ວພະຍາມານໄດ້ທົດສອບພຣະເຢຊູເທື່ອທີສາມວ່າ ມັນຈະມອບອານາຈັກຂອງໂລກໃຫ້ພຣະເຢຊູທັງໝົດຖ້າພຣະເຢຊູຫາກນະມັດສະການມັນ,ຂໍໃຫ້ເບິ່ງມັດທາຍ 4:10:

“ພຣະເຢຊູຈຶ່ງຕອບມັນວ່າ "ຊາຕານ ຈົ່ງໄປໃຫ້ພົ້ນ ເພາະພຣະຄຳພີມີຂຽນໄວ້ວ່າ `ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າຜູ້ເປັນພຣະເຈົ້າຂອງທ່ານ ແລະບົວລະບັດພຣະອົງແຕ່ຜູ້ດຽວ”(ມັດທາຍ 4:10)

ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ: “ພຣະເຢຊູຊົງຕອບຊາຕານທຸກເທື່ອອອກຈາກ ພຣະຄໍາ[ພຣະຄໍາພີ], ພະຍາມານເບິ່ງຄືຄິດວ່າ[ພຣະຄໍາພີ]ຕອບໄດ້ດີຫຼາຍເພາະໃນຂໍ້ຕໍ່ໄປເຮົາອ່ານວ່າ ‘ແລ້ວພະຍາມານກໍປະພຣະອົງໄປ’(ມັດທາຍ 4:11)”(J. Vernon McGee, Thru the Bible ໝາຍເຫດໃນມັດທາຍ 4:11)

ສັງເກດເບິ່ງຂໍ້ສິບທີ່ພຣະເຢຊູຊົງໃຫ້ຊື່ທີສາມຂອງພະຍາມານ “ຊາຕານຈົ່ງໄປໃຫ້ພົ້ນ...”ແປຈາກພາສາກຣີກຄໍາວ່າ “Satanas”ຊື່ງໝາຍເຖິງ “ຜູ້ກ່າວຫາ” ພຣະເຢຊູຊົງຖືກທົດລອງເພື່ອພິສູດວ່າພຣະອົງຈະບໍ່ເຮັດຜິດ, ຂ້າພະເຈົ້າຮູ້ດີວ່າພວກທ່ານກັບຕົນເອງບໍ່ໄດ້ມີລິດເດດເໝືອນກັບພຣະເຢຊູຄຣິດເຈົ້າມີ, ແຕ່ພວກເຮົາກໍສາມາດຕາມແບບຢ່າງຂອງພຣະອົງໄດ້ ແລະຮັບການອົບຮົມເພື່ອທີ່ຈະເປັນທະຫານກັບສາວົກຂອງພຣະອົງໄດ້! ສັງເກດວ່າພຣະຄຣິດຊົງຕອບການທົດລອງທຸກເທື່ອໂດຍອ້າງອີງພຣະຄໍາພີ, ຄືພຣະຄໍາຂອງພຣະເຈົ້າ, ພຣະອົງບໍ່ໄດ້ກ່າວວ່າ “ເອີ ເຮົາຄິດວ່າແບບນີ້ຫຼືແບບນັ້ນ” ຫຼື “ເອີ ເຮົາເຊື່ອວ່າມີທາງທີ່ດີກວ່າ” ພຣະເຢຊູພຽງແຕ່ຍົກຂໍ້ພຣະຄໍາພີທີ່ຖືກຕ້ອງເພື່ອຕອບພະຍາມານ, ຂ້າພະເຈົ້າໄປຮຽນປະລິນຍາໂທຢູ່ໂຮງຮຽນພຣະຄໍາພີພວກເສລີທີ່ປະຕິເສດພຣະຄໍາພີ, ຂ້າພະເຈົ້າຕ້ອງໄປຮຽນຢູ່ຫັນກໍເພາະວ່າຕົນເອງບໍ່ມີເງິນພໍທີ່ຈະຮຽນຢູ່ໂຮງຮຽນດີໆຄືກັບໜຶ່ງໃນບ່ອນທີ່ຈອນເຄແກນຮຽນຢູ່, ແຕ່ຂ້າພະເຈົ້າໄດ້ຮຽນຮູ້ສິ່ງໜຶ່ງທີ່ໂຮງຮຽນທີ່ບໍ່ດີນັ້ນ, ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະຕອບພວກສາສະດາຈານໂດຍການອ້າງອີງຂໍ້ພຣະຄໍາພີໃຫ້ເຂົາເບິ່ງ, ພວກເຂົາເອີ້ນຂ້າພະເຈົ້າວ່າລັດທິເນັ້ນຮາກຖານເດີມທີີ່ໃຈແຄບ, ເຊິ່ງມັນກໍບໍ່ໄດ້ເຮັດໃຫ້ຂ້າພະເຈົ້າບໍພໍໃຈຍັງເລີຍ! ຂ້າພະເຈົ້າກໍາລັງຕິດຕາມພຣະເຢຊູ, ຂ້າພະເຈົ້າເປັນສາວົກຂອງພຣະອົງ-ບໍ່ແມ່ນຂອງພວກເຂົາ!

ນັ້ນແຫຼະທີ່ວ່າເປັນຫຍັງມັນຈື່ງສໍາຄັນຫຼາຍສໍາລັບພວກທ່ານທີ່ຈະກັບມາທີ່ນີ້ອີກແລະຮຽນພຣະຄໍາພີ, ຢ່າແລ່ນໜີໄປຫາໂບດອື່ນຫຼືການສຶກສາພຣະຄໍາພີອັນອື່ນ, ຄົນທີ່ກໍາລັງນໍາກຸ່ມນັ້ນອາດຈະບໍ່ຮູ້ຈັກພຣະຄໍາພີດີ, ດັ່ງນັ້ນພວກເຂົາຈະບໍ່ສາມາດອົບຮົມພວກທ່ານໃຫ້ເປັນສາວົກຂອງພຣະຄຣິດໄດ້, ຖ້າທ່ານຫາກສືບຕໍ່ມາທີ່ນີ້,ພວກເຮົາຈະສອນທ່ານດ້ວຍພຣະຄໍາຂອງພຣະເຈົ້າທີ່ບໍລິສຸດ, ແລະໃຫ້ພວກທ່ານທ່ອງຈໍາຂໍ້ພຣະຄໍາພີຫຼາຍໆຂໍ້, ນີ້ແມ່ນຂໍ້ພຣະຄໍາພີສໍາລັບໃຫ້ພວກທ່ານທ່ອງຈໍາມື້ນີ້.

“ຂ້ານ້ອຍໄດ້ສະສົມພຣະຄໍາຂອງພຣະອົງໄວ້ໃນໃຈຂອງຂ້ານ້ອຍ ເພື່ອທີ່ຂ້ານ້ອຍຈະບໍ່ເຮັດບາບຕໍ່ສູ້ພຣະອົງ”(ເພງສັນລະເສີນ 119:11)

ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເຫັນຈາກພຣະຄໍາພີ,ຄືພຣະຄໍາຂອງພຣະເຈົ້າບ່ອນທີ່ຊາຕານມາຈາກນັ້ນ, ພວກຂ່າວປະເສີດໃໝ່ທີ່ອ່ອນແອບາງຄົນຈະບອກພວກທ່ານວ່າມັນບໍ່ສໍາຄັນທີ່ຈະໄປຮູ້ຈັກກ່ຽວກັບຊາຕານ, ແຕ່ທ່ານຈະຕ້ອງຮູ້ຈັກບາງສິ່ງບາງຢ່າງກ່ຽວພະຍາມານຖ້າທ່ານຫາກຢາກຈະເປັນສາວົກຂອງພຣະຄຣິດ! ຈົ່ງເປີດໄປໃນເອຊາຢາ 14:12-15 ມັນຢູ່ໜ້າ 726 ຂອງພຣະທໍາສະກໍຟິວສຶກສາ, ຂໍເຊີນຢືນຂຶ້ນແລ້ວອ່ານຄ່ອຍໆໃນຂະນະທີ່ຂ້າພະເຈົ້າອ່ານດັງໆ.

“ໂອ ລູຊີເຟີເອີຍ ບຸດຊາຍແຫ່ງຍາມເຊົ້າ ເຈົ້າລົ່ນລົງມາຈາກຟ້າສະຫວັນແລ້ວນໍ, ເຈົ້າຖືກຕັດລົງມາຍັງພື້ນດິນຢ່າງໃດນໍ, ເຈົ້າຜູ້ເຮັດໃຫ້ບັນດາປະຊາຊາດຕົກຕ່ຳ, ເຈົ້າເວົ້າໃນໃຈຂອງເຈົ້າວ່າ ‘ຂ້າຈະຂຶ້ນໄປສະຫວັນ ຂ້າຈະຕັ້ງບັນລັງຂອງຂ້າເໜືອດວົງດາວທັງຫຼາຍຂອງພຣະເຈົ້າ ຂ້າຈະນັ່ງເທິງພູແຫ່ງຊຸມນຸມຊົນດ້ານທິດເໜືອ ຂ້າຈະຂຶ້ນໄປເໜືອຄວາມສູງຂອງເມກ ຂ້າຈະເຮັດຕົວຂອງຂ້າເໝືອນອົງຜູ້ສູງສຸດ’ ແຕ່ເຈົ້າຈະຖືກນຳລົງມາສູ່ນາ ລົກ ສູ່ບ່ອນເລິກຂອງປາກແດນ”(ເອຊາຢາ 14:12-15)

ຂໍເຊີນນັ່ງລົງ.

ໃນຂໍ້ທີ 12 ພະຍາມານຖືກເອີ້ນວ່າ “ລູຊີເຟີ” ລູຊີເຟີໝາຍເຖິງ “ສ່ອງແສງ”ໃນພາສາຮິບຣູ, ການຮູ້ຈັກວ່າຊື່ຂອງພະຍາມານຄື“ສ່ອງແສງ”ອາດຈະຊ່ວຍບາງຄົນໃນພວກທ່ານພາຍໜ້າກໍໄດ້, ຢູ່ໃນລັດທິທຽມເທັດບາງພວກແລະກຸ່ມເພັນຕາຄອສຜູ້ຄົນເຫັນ“ສ່ອງແສງ”ແລະພວກເຂົາຄິດວ່າເປັນພຣະວິນຍານບໍລິສຸດ, ບໍ່! ບໍ່ແມ່ນ! ມັນຄືຊາຕານ! ມັນຄືລູຊີເຟີ! ໃນ2 ໂກລິນໂທ 11:14, ພຣະຄໍາພີກ່າວວ່າ “ຊາຕານເອງໄດ້ປອມຕົວເປັນທູດສະຫວັນແຫ່ງຄວາມສະຫວ່າງ”ເມື່ອພວກທ່ານເຫັນແສງຢູ່ເທິງຫົວຂອງຄົນໃດໜຶ່ງ, ມັນຄືຊາຕານ! ບໍ່ແມ່ນພຣະເຈົ້າ! ບໍ່ແມ່ນພຣະວິນຍານບໍລິສຸດ, ມັນຄືຊາຕານ,“ປອມຕົວເປັນທູດສະຫວັນແຫ່ງຄວາມສະຫວ່າງ” ປັດຈຸບັນນີ້ມີໜັງສືຫຼາຍເຫຼັ້ມທີ່ໂດ່ງດັງທີ່ເວົ້າເຖິງຄົນຕາຍແລ້ວໄປສະຫວັນ ແລ້ວກໍກັບມາໃນໂລກອີກ, ພວກເຂົາເກືອບທຸກຄົນເວົ້າເຖິງການເຫັນ “ແສງ”ໃນສະຫວັນ, ຄວາມຈິງແລ້ວໃນທຸກກໍລະນີພວກເຂົາຖືກຫລອກໂດຍຊາຕານ-ພວກເຂົາເຫັນຊາຕານ ແລະຄິດວ່າເປັນພຣະເຈົ້າ! ແຕ່ມັນເປັນໄປບໍ່ໄດ້,ພຣະຄຣິດຊົງບອກເຮົາວ່າ:

“ບໍ່ມີໃຜເຄີຍເຫັນພຣະເຈົ້າໃນເວລາໃດເລີຍ”(ໂຢຮັນ 1:18)

ຖ້າພວກເຂົາຫາກເຫັນ “ແສງ”ແທ້ມັນກໍບໍ່ແມ່ນພຣະເຈົ້າ, ມັນເປັນລູຊີເຟີ(ຊາຕານ)ຫຼືເປັນໜຶ່ງໃນສະມຸນຂອງມັນ! ບໍ່ມີທາງທີ່ຈະແມ່ນພຣະເຈົ້າ!

ກັບໄປເອຊາຢາ 14:12 ລູຊີເຟີໄດ້ເຮັດໃຫ້ “ບັນດາປະຊາຊາດຕົກຕໍ່າ”ເມື່ອມັນຖືກໄລ່ອອກຈາກສະຫວັນເຂົ້າມາໃນໂລກ, ລູຊີເຟີຕອນທໍາອິດເປັນທູດສະຫວັນທີ່ມີລິດອໍານາດໃນສະຫວັນ, ແຕ່ລູຊີເຟີຖືກໄລ່ອອກຈາກສະຫວັນເພາະການພະຍາຍາມທີ່ຈະຍາດຕໍາແໜ່ງຂອງພຣະເຈົ້າຜູ້ຊົງລິດອໍານາດ, ເບິ່ງເອຊາຢາ 14:13-15 ເຊີນຢືນຂຶ້ນໃນຂະນະທີ່ຂ້າພະເຈົ້າອ່ານມັນອີກເທື່ອໜຶ່ງ.

“ເຈົ້າເວົ້າໃນໃຈຂອງເຈົ້າວ່າ ‘ຂ້າຈະຂຶ້ນໄປສະຫວັນ ຂ້າຈະຕັ້ງບັນລັງຂອງ ເໜືອດວງດາວທັງຫຼາຍຂອງພຣະເຈົ້າ ຂ້າຈະນັ່ງເທິງພູແຫ່ງຊຸມນຸມຊົນທາງທາງທິດເໜືອ ຂ້າຈະຂຶ້ນໄປເໜືອຄວາມສູງຂອງເມກ ຂ້າຈະກະທຳຕົວຂອງຂ້າເໝືອນອົງຜູ້ສູງສຸດ’ ແຕ່ເຈົ້າຈະຖືກນຳລົງມາສູ່ນາລົກ ສູ່ທີ່ເລິກຂອງປາກແດນ”(ເອຊາຢາ 14:13-15)

ເບິ່ງໝາຍເຫດໃນສະບັບສະກໍຟິວຢູ່ແຖວລຸ່ມຂອງໜ້າ 726 ເວົ້າວ່າ “ຂໍ້12-14 ເຫັນໄດ້ຊັດເຈນວ່າເລັ່ງເຖິງຊາຕານ...ຂໍ້ພຣະຄໍາພີທີ່ຍິ່ງໃຫຍ່ນີ້ຄືສັນຍາລັກການເລິ່ມຕົ້ນຂອງຄວາມບາບໃນຈັກກະວານ, ຕອນທີ່ລູຊີເຟີເວົ້າວ່າ ‘ຂ້າຈະ’ຄວາມບາບໄດ້ເລິ່ມຂຶ້ນ”ຕອນນີ້ເຊີນເປີດພະນິມິດ 12:9 ຢູ່ໜ້າ 1341 ຢູ່ທ້າຍໆພຣະຄໍາພີ, ເຊີນຕິດຕາມເບິ່ງໃນຂະນະທີ່ຂ້າພະເຈົ້າອ່ານ.

“ພະຍານາກໃຫຍ່ຊຶ່ງເປັນງູດຶກດຳບັນ ທີ່ເຂົາເອີ້ນກັນວ່າ ພະຍາມານແລະຊາຕານ ຜູ້ຫລອກລວງມະນຸດທັງໂລກ ພະຍານາກແລະພວກທູດຂອງມັນກໍຖືກໂຍນຖິ້ມລົງມາໃນແຜ່ນດິນໂລກ”(ພະນິມິດ 12:9)

ພະຍານາກໃຫຍ່ຢູ່ໃນນີ້ຄືລູຊີເຟີ,ຊາຕານ “ງູດຶກດຳບັນ ທີ່ເຂົາເອີ້ນກັນວ່າ ພະຍາມານແລະຊາຕານ” ພວກອາຈານທີ່ສຶກສາພຣະຄໍາພີສະໄໝໃໝ່ສ່ວນຫຼາຍເວົ້າວ່ານີ້ແມ່ນການໂຍນຊາຕານອອກໄປອີກຕອນຈົບຂອງໂລກ, ຂໍ້ນີ້ຊ່ວຍອະທິບາຍການໂຍນອອກໄປອັນດຽວກັນທີ່ພວກເຮົາໄດ້ອ່ານໃນເອຊາຢາ 14, ອີກກໍລະນີໜຶ່ງເປັນບ່ອນທີ່ຊາຕານມາຈາກນັ້ນເອງ, ພວກເຮົາຖືກບອກເຊັ່ນກັນໃນຂໍ້ທີ 9 ວ່າ “ພວກທູດຂອງມັນກໍຖືກໂຍນຖິ້ມລົງມາ”ພວກທູດສະຫວັນທີ່ກະບົດເຫຼົ່ານີ້ກາຍເປັນພະຍາມານທີ່ໄດ້ປະເຊີນໜ້າກັບພຣະເຢຊູໃນພຣະຄໍາພີ,ມີອີກວັກໜຶ່ງທີ່ຄວນສັງເກດເບິ່ງໃນພະນິມິດ 12:9 ຄື “ຊາຕານ ຜູ້ຫລອກລວງມະນຸດທັງໂລກ”

ເຖິງແມ່ນວ່າວິນຊ໌ຕັນເຊີຊິວຈະບໍ່ແມ່ນຄຣິສຕຽນທີ່ໄປໂບດ, ລາວກໍເຂົ້າໃຈວ່າມີິພະ ຍາມານ, ເຊີຊິວຮູ້ດີວ່າພະຍາມານຢູ່ເບື້ອງຫຼັງຮິດເລີ ແລະກອງກໍາລັງທີ່ຊົ່ວຮ້າຍຂອງພວກເຢຍລະມັນໃນສົງຄາມໂລກຄັ້ງທີII, ນັ້ນແຫຼະທີ່ວ່າເປັນຫຍັງເຊີຊິວຈື່ງຮູ້ດີວ່າລາວບໍ່ສາມາດ ເຮັດສັນຍາສະຫງົບເສິກກັບຮິດເລີໄດ້, ຄົນອື່ນໆເຊັ່ນແຊມເບີເລັນ,ທ່ານHalifax ກັບ“ພວກສ້າງຄວາມສະຫງົບ”ຄິດວ່່າພວກເຂົາສາມາດເຮັດສົນທິສັນຍາສັນຕິພາບກັບຮິດເລີໄດ້, ແຕ່ເຊີຊິວຮູ້ດີວ່າອໍານາດຜີປີສາດຂອງໂລກນີ້ຈະຕ້ອງຖືກຢຸດຢັ້ງ ບໍ່ດັ່ງນັ້ນມັນກໍຈະເປັນຈຸດຈົບຂອງສິ່ງທີ່ເຊີຊິວເອີ້ນວ່າ “ຄວາມຈະເລີນຮຸ່ງເຮືອງຂອງຄຣິສຕຽນ”

ນັ້ນແຫຼະຄືເຫດຜົນທີ່ພວກເຮົາຈະຕ້ອງສູ້ໃນຖານະເປັນສາວົກຂອງພຣະຄຣິດ, ຜູ້ຊ່ວຍຂອງຂ້າພະເຈົ້າຈອນ ເຄແກນ ຈະເທດສະໜາເລື່ອງສັດຕູຂອງພວກເຮົາ-ພະຍາມານ-ຄືນນີ້ເວລາ 6:15 ນາທີ, ພວກເຮົາຈະມີອາຫານແຊບ,ຮ້ອນໆສໍາລັບພວກທ່ານແລະທ່ານຈະໄດ້ຟັງອາຈານຈອນເທດ, ຈົ່ງໃຫ້ແນ່ໃຈວ່າທ່ານຈະກັບມາຄືນນີ້ຕອນ 6:15 ນາທີ.

ຂໍເຊີນຢືນຂຶ້ນແລ້ວຮ້ອງເພງທີ່ຍິ່ງໃຫຍ່ຂອງລູເທີ “ປ້ອມທີ່ເຂັ້ມແຂງຄືພຣະເຈົ້າຂອງເຮົາ” ເພງບົດທີໜຶ່ງຢູ່ໃນເຈ້ຍເພງຂອງທ່ານ,ເຊີນຢືນຂຶ້ນຮ້ອງນໍາກັນ!

ປ້ອມທີ່ເຂັ້ມແຂງຄືພຣະເຈົ້າຂອງເຮົາ,ເຄື່ອງປ້ອງກັນບໍ່ເຄີຍລົ້ມລົງ
ພຣະອົງເປັນຜູ້ຊ່ວຍເຮົາ,ທ່າມກາງນໍ້າຖ້ວມແຫ່ງຄວາມເຈັບປວດທີ່ເກີດຂຶ້ນ
ສັດຕູບູຮານຂອງເຮົາພະຍາຍາມຊອກຫາທາງທີ່ຈະທໍາລາຍພວກເຮົາ
ຝີມືແລະອໍານາດຂອງມັນຍິ່ງໃຫຍ່,ອາວຸດພ້ອມກັບຄວາມກຽດຊັງສຸດໆ
ໃນໂລກນີ້ບໍ່ແມ່ນສິ່ງທີ່ເທົ່າທຽມກັນຂອງມັນ.

ພວກເຮົາໝັ້ນໃຈໃນກໍາລັງຂອງຕົນເອງບໍ,ການຕໍ່ສູ້ຂອງເຮົາຈະພ່າຍແພ້
ຄົນທີ່ຢູ່ຂ້າງເຮົາບໍ່ແມ່ນຄົນທີ່ເໝາະສົມບໍ,ຄົນຂອງພຣະເຈົ້າເອງຊົງເລືອກ
ຍັງຖາມວ່າຜູ້ນັ້ນແມ່ນໃຜ? ພຣະອົງຊົງເປັນພຣະເຢຊູຄຣິດ
ພຣະນາມນັ້ນຄືພຣະເຈົ້າແຫ່ງສະບາໂຕ,ຊົງເປັນເໝືອນເດີມຕະຫຼອດເວລາ
ແລະພຣະອົງຈະຕ້ອງເອົາຊະນະການສູ້ຮົບແນ່ນອນ.
(“ປ້ອມທີ່ເຂັ້ມແຂງຄືພຣະເຈົ້າຂອງເຮົາ”ໂດຍMartin Luther, 1483-1546).)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“A Mighty Fortress Is Our God” (Martin Luther, 1483-1546).