Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກສາວົກກັບພວກຜີມານ

DISCIPLES AND DEMONS
(Laotian)

ຄໍາເທດສະໜາແຕ່ງໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
ເທດສະໜາໂດຍສາສະດາຈານ ຈອນຊາມູເອວ ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 22/7/2018
A sermon written by Dr. R. L. Hymers, Jr.
and preached by Rev. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, July 22, 2018


ນີ້ແມ່ນບົດຮຽນທີສາມທີ່ພວກເຮົາກໍາລັງເວົ້າເຖິງເລື່ອງທີ່ພຣະຄຣິດຊົງອົບຮົມພວກສາວົກຂອງພຣະອົງ, ໃນຂະນະທີ່ພວກເຮົາຕິດຕາມພຣະເຢຊູໃນເລື່ອງການອົບຮົມພວກເຂົາ,ພວກເຮົາກໍໄດ້ຮຽນຮູ້ວິທີທີ່ຈະອົບຮົມພວກສາວົກໃນປັດຈຸບັນນີ້ເຊັ່ນກັນ.

ພຣະເຢຊູບໍ່ອົບຮົມພວກສາວົກຂອງພຣະອົງໃນແບບທີ່ຄຣິສຕະຈັກຕ່າງໆຂອງເຮົາພະຍາຍາມທີ່ຈະອົບຮົມພວກຄົນໜຸ່ມໃນປັດຈຸບັນນີ້, ພວກເຮົາຄວນຈະໃຫ້ຄວາມສົນໃຈຕໍ່ວິທີທີ່ພຣະເຢຊູສ້າງພວກສາວົກເພາະພຣະອົງຊົງປະສົບຜົນສໍາເລັດຫຼາຍ ແລະຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາມັກລົ້ມເຫຼວ, ໜຶ່ງໃນຂໍ້ຜິດພາດປັດຈຸບັນນີ້ກໍຄືການພະຍາຍາມທີ່ຈະໄດ້ພວກສາວົກທີ່ກັບໃຈໃໝ່ແລ້ວກ່ອນທີ່ພວກເຮົາຈະສອນພວກເຂົາໃຫ້ເປັນສາວົກ, ສ່ວນ ພຣະເຢຊູຊົງໃຊ້ເວລາສາມປີສອນພວກສາວົກຂອງພຣະອົງກ່ອນທີ່ພວກເຂົາຈະບັງເກີດໃໝ່ (ໂຢຮັນ 20:22; ເບິ່ງເຈ.ເວີນັນແມັກກີ້ກັບໂທມັສເຮວ),ນັ້ນຄືຄວາມແຕກຕ່າງອັນໃຫຍ່ຫຼວງລະຫວ່າງສິ່ງທີ່ພຣະເຢຊູຊົງເຮັດກັບສິ່ງທີ່ພວກເຮົາພະຍາຍາມທີ່ຈະເຮັດໃນປັດຈຸບັນນີ້.

ຄວາມແຕກຕ່າງອັນໃຫຍ່ອີກອັນໜຶ່ງກໍຄືໃນຫົວຂໍ້ທີ່ພຣະຄຣິດຊົງສອນພວກເຂົາ,ໃນຕອນຕົ້ນພຣະເຢຊູຊົງເອີ້ນພວກເຂົາແລ້ວກ່າວວ່າ “ເຮົາຈະສ້າງທ່ານໃຫ້ເປັນຄົນຫາຄົນຄືຫາປາ”(ມາລະໂກ 1:17), ພຣະອົງຊົງອົບຮົມພວກເຂົາດ້ວຍຈຸດປະສົງໃຫຍ່ອັນໜຶ່ງ-ເພື່ອເຮັດໃຫ້ພວກເຂົາສາມາດຊ່ວຍຄົນອື່ນໃຫ້ກາຍເປັນສາວົກໄດ້, ພຣະເຢຊູຊົງບອກພວກເຂົາວ່ານັ້ນຄືເປົ້າໝາຍຂອງພຣະອົງໃນຕອນເລິ່ມຕົ້ນ, ແລະມັນຄືເປົ້າໝາຍຂອງຂ້າພະເຈົ້າເຊັ່ນກັນ, ຂ້າພະເຈົ້າບໍ່ໄດ້ຢູ່ນີ້ເພື່ອສອນເລື່ອງລາວພຣະຄໍາພີໃຫ້ພວກທ່ານຄືກັບທີ່ພວກເຂົາເຮັດຢູ່ໃນໂຮງຮຽນວັນອາທິດປັດຈຸບັນນີ້, ເປົ້າໝາຍຂອງຂ້າພະເຈົ້າກໍຄືເພື່ອສອນທ່ານໃຫ້ກາຍ ເປັນຜູ້ຊະນະວິນຍານ,ໃຫ້ພາຄົນອື່ນມາຕາມພຣະຄຣິດ ແລະຊະນະວິນຍານທີ່ຫຼົງຫາຍ ພຣະຄຣິດຊົງບອກພວກເຂົາຕັ້ງແຕ່ຕອນຕົ້ນ(ເບິ່ງ ມາລະໂກ 1:16-20).

ສິ່ງທີ່ສອງທີ່ພຣະຄຣິດຊົງສອນພວກເຂົາກໍຄືວິທີທີ່ຈະຈັດການກັບຊາຕານ ແລະພວກຜີປີສາດຂອງມັນ, ເບິ່ງໃນມາລະໂກ 1:21-27.

“ພຣະອົງກັບພວກຂອງພຣະອົງຈຶ່ງເຂົ້າໄປໃນເມືອງຄາເປີນາອຸມ ແລະພໍເຖິງວັນສະບາໂຕ ພຣະອົງໄດ້ສະເດັດເຂົ້າໄປໃນທຳມະສາລາເທດສະໜາສັ່ງສອນເຂົາທັງຫລາຍກໍອັດສະຈັນໃຈດ້ວຍຄຳສັ່ງສອນຂອງພຣະອົງ ເພາະວ່າພຣະອົງໄດ້ຊົງສັ່ງສອນເຂົາດ້ວຍສິດທິອຳນາດ ບໍ່ເໝືອນພວກພວກທຳມາຈານບໍ່ ມີຊາຍຄົນໜຶ່ງໃນທຳສາລາຂອງເຂົາມີຜີສົກກະປົກເຂົ້າສິງ ມັນໄດ້ຮ້ອງອອກມາ ວ່າ "ພຣະເຢຊູຊາວນາຊາເຣັດ ປ່ອຍພວກເຮົາໄວ້ ພວກເຮົາກ່ຽວຂ້ອງອັນໃດກັບທ່ານລະ? ທ່ານມາເພື່ອຈະທຳລາຍເຮົາບໍ ເຮົາຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ" ພຣະເຢຊູຈຶ່ງຕັດຫ້າມມັນວ່າ "ເຈົ້າຈົ່ງນິ່ງຢູ່ ອອກມາຈາກເຂົາຊິ" ແລະເມື່ອຜີສົກກະປົກເຮັດໃຫ້ຄົນນັ້ນຊັກ ແລະຮ້ອງສຽງດັ່ງແລ້ວ ມັນກໍອອກມາຈາກເຂົາ ຄົນທັງປວງກໍປະຫລາດໃຈຫຼາຍຈຶ່ງຖາມກັນວ່າ ອັນນີ້ເປັນຢ່າງໃດໜໍ ອັນນີ້ເປັນຄຳສັ່ງສອນໃໝ່ບໍ? ທ່ານສັ່ງຜີສົກກະປົກດ້ວຍສິດທິອຳນາດແລະມັນກໍເຊື່ອຟັງທ່ານ”(ມາລະໂກ 1:21-27)

ເບິ່ງພີ້, ສິ່ງທີ່ສອງທີ່ພຣະຄຣິດຊົງສອນພວກສາວົກສີ່ຄົນທໍາອິດຂອງພຣະອົງຄືກ່ຽວກັບລິດອໍານາດຂອງພຣະອົງເໜືອຊາຕານແລະພວກຜີປີສາດຂອງມັນ,ພຣະຄໍາພີສະບັບ The Reformation Study Bible (ໜ້າທີ 290)ເວົ້າວ່າ:

ພວກຜີປີສາດຄືພວກທູດສະຫວັນທີ່ລົ້ມລົງ...ກໍາລັງຮັບໃຊ້ຊາຕານຢູ່, ໄດ້ເຂົ້າຮ່ວມການກະບົດຂອງຊາຕານ,ພວກມັນຈື່ງຖືກໂຍນອອກຈາກສະຫວັນ...ກອງທັບປີສາດຂອງຊາຕານ(ໃຊ້)ການຫລອກລວງແລະຄວາມທໍ້ແທ້ໃຈໃນຫຼາຍຮູບແບບ, ການຕໍ່ຕ້ານພວກມັນຄືວຽກແຫ່ງສົງຄາມຝ່າຍວິນຍານ (ເອເຟຊັດ 6:10-18)

ໃນຖານະເປັນສາວົກໃໝ່,ພຣະເຢຊູຊົງຕ້ອງການໃຫ້ພວກທ່ານຮູ້ຈັກກ່ຽວກັບຊາຕານ ແລະພວກຜີປີສາດຂອງມັນ, ໜຶ່ງໃນຜູ້ຊາຍທີ່ພຣະເຢຊູຊົງປະເຊີນໜ້າຖືກຜີສິງ, ໃນພຣະຄໍາພີສະບັບຄິງເຈັມພາສາກຣີກຄໍາວ່າຜີປີສາດຖືກແປເປັນ “ພວກຜີ”ເບິ່ງໃນມາລະໂກ 1:39:

“ພຣະອົງໄດ້ປະກາດໃນທຳມະສາລາຂອງເຂົາທົ່ວແຂວງກາລິລີ ແລະໄດ້ໄລ່ຜີອອກຫລາຍຜີ”(ມາລະໂກ 1:39)

ເມື່ອທ່ານກາຍເປັນສາວົກຂອງພຣະເຢຊູ, ທ່ານຈະຕ້ອງລະວັງພວກພະຍາມານທີ່ຢູ່ອ້ອມທ່ານ, ພວກຜີມານໄດ້ບັງຕາຜູ້ຄົນຈາກຄວາມຈິງທີ່ຖືກໃຫ້ໃນພຣະຄໍາພີ,ພວກຜີມານຈະພະຍາຍາມເຮັດໃຫ້ທ່ານຢ້ານ ແລະເຮັດໃຫ້ທ່ານເຊົາມາໂບດຂອງພວກເຮົາ,ພວກຜີມານຈະພະຍາຍາມທີ່ຈະຮັກສາທ່ານຈາກການເປັນຄຣິສຕຽນ, ດຣ.ໂທມັສເຮວກ່າວວ່າ:

ພວກເຮົາຈະຕ້ອງຈື່ໄວ້ວ່າການທີ່ຜີສິງບໍ່ແມ່ນໃນຮູບແບບຂອງໂລກທາງໃຈ ພວກພະຍາມານຫຼືວິນຍານຊົ່ວແມ່ນຜູ້ຮັບໃຊ້ຂອງຂອງຜີໃຫຍ່ຄືຊາຕານ, ພວກມັນຄືຜູ້ເຮັດວຽກແຫ່ງຄວາມຊົ່ວຮ້າຍ, ເມື່ອພວກມັນເຂົ້າຢູ່ໃນຄົນໃດໜຶ່ງ,ພວກມັນກໍຈະເຮັດໃຫ້ຜູ້ນັ້ນເປັນນັກໂທດຫຼືທາດຂອງຊາຕານ, ມີພຽງໂດຍລິດເດດຂອງພຣະເຢຊູເທົ່ານັ້ນທີ່ສາມາດເອົາຊະນະພວກຜີປີສາດເຫຼົ່ານີ້ໄດ້ ແລະຄົນນັ້ນກໍຈະໄດ້ຮັບອິດສະຫຼະ(Thomas Hale, M.D., The Applied New Testament Commentary;ໝາຍເຫດໃນມາລະໂກ 1:21-28)

ຜູ້ຄົນຖືກຜີປີສາດສິງຜ່ານທາງການຕິດຢາເສບຕິດ,ເວດມົນຄາຖາຕ່າງໆ ແລະຮູບແບບຂອງການກະບົດຕໍ່ສູ້ພຣະເຈົ້າ.

“ເອີ”ບາງຄົນເວົ້າວ່າ “ຂ້ອຍບໍ່ໄດ້ຕິດຢາ,ຂ້ອຍບໍ່ໄດ້ເຂົ້າຮ່ວມເວດມົນຄາຖາ,ຂ້ອຍບໍ່ເຄີຍເຮັດພວກນີ້” ຂ້າພະເຈົ້າດີໃຈທີ່ພວກທ່ານບໍ່ໄດ້ມີສ່ວນໃນບາບນີ້, ແຕ່ຢ່າງໃດກໍຕາມໃຈຂອງທ່ານກໍເຄີຍຖືກເຮັດວຽກ(ກະທໍາ)ໂດຍ “ເຈົ້າແຫ່່ງອໍານາດໃນຍ່ານອາກາດ”(ຊາຕານ ເອເຟໂຊ 2:2), ດັ່ງນັ້ນໃຈທີ່ບໍ່ກັບໃຈຂອງທ່ານຈື່ງຖືກກະທໍາໂດຍຊາຕານ,“ເຈົ້າແຫ່່ງອໍານາດໃນຍ່ານອາກາດ”

ສິ່ງທີ່ສອງທີ່ຊາຕານເຮັດກໍຄືເພື່ອປິດບັງທ່ານຈາກຄວາມຈິງ, ຈົ່ງຟັງ 2 ໂກລິນໂທ4:3-4:

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫລົ່ານັ້ນທີ່ກຳລັງຈະພິນາດ ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພະຂອງຍຸກນີ້ໄດ້ກະທຳໃຈຂອງເຂົາໃຫ້ມືດໄປ ເພື່ອບໍ່ໃຫ້ຄວາມສະຫວ່າງຂອງຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ ຜູ້ເປັນຮູບແບບຂອງພຣະເຈົ້າ ສ່ອງແສງເຖິງພວກເຂົາ”(2 ໂກລິນໂທ 4:3-4)

“ພະຂອງໂລກນີ້”ຖືກແປດີກວ່າວ່າເປັນ“ພະຂອງຍຸກນີ້” ຊາຕານຄືພະຂອງຍຸກນີ້, ຊາຕານໄດ້ເຮັດໃຫ້ໃຈຂອງ “ພວກທີ່ບໍ່ເຊື່ອ”ບອດ, ພວກທ່ານອາດຈະສົງໄສວ່າເປັນຫຍັງທ່ານຈື່ງບໍ່ເຂົ້າໃຈຂ່າວປະເສີດຂອງພຣະຄຣິດ, ຄໍາຕອບງ່າຍໆຄື-ພະຂອງຍຸກນີ້[ຊາຕານ]ໄດ້ເຮັດໃຫ້ໃຈຂອງທ່ານບອດ, ແຕ່ພຣະຄຣິດຊົງມີລິດຍິ່ງໃຫຍ່ກວ່່າລິດຂອງຊາຕານ ຫຼືລິດຂອງພວກຜີປີສາດຂອງມັນຫຼາຍ, ນັ້ນແຫຼະທີ່ວ່າເປັນຫຍັງພຣະຄຣິດຈື່ງໄລ່ຜີອອກງ່າຍໆເລີຍໃນເມືອງຄາເປີນາອູມ, ພຣະຄຣິດຊົງກ່່າວວ່າ “ຈົ່ງອອກມາຈາກລາວສາ”ແລ້ວຜີ “ກໍອອກຈາກລາວ”(ມາລະໂກ 1:25,26).

ຖ້າທ່ານຢາກຈະເປັນຄຣິສຕຽນແທ້ ແລະສາວົກຂອງພຣະເຢຊູ,ພຣະຄຣິດກໍຈະຕ້ອງເອົາການຄວບຄຸມຂອງຊາຕານເໜືອຄວາມຄິດຂອງທ່ານອອກໄປ, ມີຮິບປີ້ຄົນໜຶ່ງເຄີຍບອກດຣ.ໄຮເມີວ່າ “ຂ້ອຍຕ້ອງການການປ່ຽນສະໝອງ”ນັ້ນແມ່ນວິທີທີ່ຮຸນແຮງສຸດໆ,ສິ່ງທີ່ຊາຍໜຸ່ມຄົນນັ້ນຕ້ອງການກໍຄືເພື່ອໃຫ້ໃຈຂອງລາວໄດ້ຮັບການຊໍາລະໂດຍພຣະເຢຊູ, ວິທີທີ່ ພຣະເຢຊູຊົງເຮັດເປັນວິທີທີ່ງ່າຍຫຼາຍ, ພຣະອົງຊົງລ້າງໃຈຂອງທ່ານດ້ວຍພຣະຄໍາຂອງ ພຣະເຈົ້າ-ຄືພຣະຄໍາພີ, ພຣະຄໍາເວົ້າເວົ້າເຖິງ “ການລ້າງດ້ວຍນໍ້າໂດຍພຣະຄໍາ”(ເອເຟໂຊ 5:26) ເພງສັນລະເສີນ 119:130 ກ່າວວ່າ:

“ການເຂົ້າຫາພຣະຄໍາຂອງພຣະອົງໃຫ້ຄວາມສະຫວ່າງ ທັງໃຫ້ຄວາມເຂົ້າໃຈແກ່ຄົນຮູ້ນ້ອຍ”(ເພງສັນລະເສີນ 119:30)

ພວກທ່ານຢາກຈະເປັນສາວົກຂອງພຣະເຢຊູບໍ? ນີ້ແມ່ນວິທີປະຕິບັດທີ່ຈະຕ້ອງເລີ່ມ, ຈົ່ງອ່ານໜຶ່ງໃນຄໍາເທດສະໜາຂອງດຣ.ໄຮເມີທາງເວັບໄຊຂອງພວກເຮົາທຸກຄືນກ່ອນທີ່ທ່ານຈະເຂົ້ານອນ, ເວັບໄຊຂອງເຮົາແມ່ນ www.sermonsfortheworld.com ຖ້າທ່ານຫາກອ່ານໜຶ່ງໃນຄໍາເທດສະໜາຂອງດຣ.ໄຮເມີທຸກຄືນກ່ອນນອນ, ຂໍ້ພຣະຄໍາພີແລະຄໍາເຫັນຕ່າງໆຈະຊໍາລະຄວາມຄິດຂອງທ່ານ ແລະໃນບໍ່ຊ້າທ່ານກໍຈະເຊື່ອວາງໃຈພຣະເຢຊູແລະລອດ! ຂໍເຊີນຢືນຂຶ້ນ ແລ້ວຮ້ອງເພງບົດທີ 5 “ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ”

ຂ້າຮູ້ດີວ່າພຣະຄໍາພີຖືກສົ່ງຈາກພຣະເຈົ້າທັງໂຕເກົ່າແລະໃໝ່
ດົນໃຈ,ບໍລິສຸດ,ພຣະທໍາຊົງຊີວິດ,ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ
ຂ້າຮູ້ດີ, ຂ້າຮູ້ດີ, ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ
ພຣະເຈົ້າຊົງດົນໃຈທັງໝົດ,ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ

ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ,ເພາະເຮັດໃຫ້ຂ້າມີສັນຕິສຸກພາຍໃນ
ຄົ້ນພົບຂ້າ,ໜຸນໃຈຂ້າແຕ່ລະວັນແລະໃຫ້ຂ້າມີໄຊເໜືອຄວາມບາບ
ຂ້າຮູ້ດີ, ຂ້າຮູ້ດີ, ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ
ພຣະເຈົ້າຊົງດົນໃຈທັງໝົດ,ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ

ເຖິງແມ່ນມີຄົນປະຕິເສດເລື່ອງຝ່າຍວິນຍານ,ຂໍ້ຄວາມເກົ່າແຕ່ຍັງໃໝ່
ຄວາມຈິງຫອມຫວານທຸກຄັ້ງທີ່ອ່ານຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ
ຂ້າຮູ້ດີ, ຂ້າຮູ້ດີ, ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ
ພຣະເຈົ້າຊົງດົນໃຈທັງໝົດ,ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ
(“ຂ້າຮູ້ດີວ່າພຣະຄໍາພີຄືຄວາມຈິງ”ໂດຍDr. B. B. McKinney, 1886-1952)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“I Know the Bible is True” (Dr. B. B. McKinney, 1886-1952).