Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການທໍາລາຍປະຕູນາລົກ!

STORMING THE GATES OF HELL!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 8/7/2018
A sermon preached at the Baptist Tabernacle of Los Angeles
Lord's Day Morning, July 8, 2018


ຂໍເຊີນເປີດພຣະທໍາມັດທາຍ 16:18 ສ່ວນທີ່ສອງຂອງຂໍ້ນີ້,ຢູ່ໜ້າທີ 1021 ໃນພຣະທໍາສະກໍຟິວສຶກສາ, ພຣະເຢຊູຊົງກ່າວວ່າ:

“ເຮົາຈະສ້າງຄຣິສຕະຈັກຂອງເຮົາ ແລະປະຕູແຫ່ງນາລົກຈະມີໄຊຕໍ່ຄຣິສຕະຈັກນັ້ນກໍບໍ່ໄດ້” (ມັດທາຍ 16:18ຂ)

ຄອມເມັນເທເຕີອາ.ຊີ.ເອັຊ,ເລັນສ໌ກີໄດ້ກ່າວວ່າ: “ຄວາມໝາຍທີ່ແອບແຝງຄືປະຕູແຫ່ງນາ ລົກຈະຖອກເທສະມຸນຂອງມັນ(ພວກຜີປີສາດ)ເພື່ອໂຈມຕີຄຣິສຕະຈັກຂອງພຣະເຈົ້າ, ແຕ່ ຄຣິສຕະຈັກຈະບໍ່ຖືກໂຄ່ນລົ້ມໄດ້”(ເລັນສ໌ກີໝາຍເຫດໃນມັດທາຍ 16:18ຂ) ແນ່ນອນເລື່ອງນີ້ເລັ່ງເຖິງຄຣິສຕະຈັກແທ້,ບໍ່ຄຣິສຕະຈັກທີ່ຖິ້ມຄວາມເຊື່ອແຫ່ງຍຸກສຸດທ້າຍ, ຄຣິສຕະຈັກທີ່ ຖີ້ມຄວາມເຊື່ອໄດ້ຖືກເຂົ້າຄວບຄຸມໂດຍພວກວິນຍານຜີປີສາດແລ້ວ,ພຣະຄໍາພີໄດ້ທໍານາຍເລື່ອງນີ້ໄວ້ແລ້ວວ່າ:

“ບັດນີ້ ພຣະວິນຍານໄດ້ຕັດໄວ້ຢ່າງແຈ່ມແຈ້ງວ່າ ໃນພາຍພາກໜ້າຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ຫລອກລວງ ແລະຟັງຄຳສອນຂອງພວກຜີປີສາດ”(1 ຕີໂມທຽວ 4:1)

ກິດຈະກໍາຂອງຊາຕານແລະພວກຜີປີສາດຂອງມັນຈະເປັນເຫດໃຫ້ຄຣິສຕະຈັກປອມຫຼາຍແຫ່ງ“ປະຖິ້ມຄວາມເຊື່ອ”ຊື່ງພຣະເຈົ້າໄດ້ບອກໄວ້ແລ້ວໃນພຣະຄໍາພີ.

ໃນດ້ວຍເຫດນີ້ຈື່ງເຮັດໃຫ້ເກີດຄຣິສຕະຈັກປອມແຫ່ງ “ຍຸກສຸດທ້າຍຊື່ງ”ຖືກອະທິ ບາຍໃນ 2 ຕີໂມທຽວ 3:1-8, ບ່ອນທີ່ສະມາຊິກຄຣິສຕະຈັກສ່ວນຫຼາຍແມ່ນ:

“ເປັນຄົນຮັກຄວາມສະໜຸກສະໜານຫຼາຍກວ່າຮັກພຣະເຈົ້າ ພວກເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດ ຄົນຢ່າງນີ້ທ່ານຈົ່ງຫັນໜ້າໜີຈາກເຂົາດ້ວຍ”(2 ຕີໂມທຽວ 3:4-5)

ເພາະສະນັ້ນພວກເຮົາເຫັນໃນພຣະຄໍາພີວ່າໃນປັດຈຸບັນນີ້ມີຄຣິສຕະຈັກຢູ່ສອງແບບ - ຄຣິສຕະຈັກທຽມເທັດແລະຄຣິສຕະຈັກແທ້, ສໍາລັບຄຣິສຕະຈັກແທ້ເທົ່ານັ້ນທີ່ພຣະເຢຊູໄດ້ຊົງສັນຍາວ່າ:

“ເຮົາຈະສ້າງຄຣິສຕະຈັກຂອງເຮົາ ແລະປະຕູແຫ່ງນາລົກຈະມີໄຊຕໍ່ຄຣິສຕະຈັກນັ້ນກໍບໍ່ໄດ້” (ມັດທາຍ 16:18ຂ)

ພວກເຮົາຖືກອ້ອມຮອບໄປດ້ວຍຄຣິສຕະຈັກປອມໃນປະເທດອາເມລິກາປັດຈຸບັນນີ້, ຄຣິສຕະຈັກທຽມເທັດຕ່າງໆກໍເໝືອນກັບຄຣິສຕະຈັກລາວດິເຊຍ,ຊື່ງສະກໍຟິວໄດ້ໝາຍເຫດປະກາດວ່າເປັນ “ສະພາບສຸດທ້າຍຂອງການຖີ້ມຄວາມເຊື່ອ”ນີ້ແມ່ນຄໍາອະທິບາຍຂອງ ພຣະຄຣິດເລື່ອງການຖີ້ມຄວາມເຊື່ອຂອງລາວດີເຊຍຢູ່ໃນຄຣິສຕະຈັກຫຼາຍແຫ່ງປັດຈຸບັນນີ້.

“ເພາະເຈົ້າເວົ້າວ່າ "ເຮົາເປັນຄົນຮັ່ງມີ ໄດ້ຊັບສົມບັດທະວີຫລາຍຂຶ້ນ ແລະເຮົາບໍ່ຕ້ອງການສິ່ງໃດເລີຍ" ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນໜ້າສົມເພດ, ເປັນຄົນໜ້າເວດທະນາ, ເປັນຄົນຂັດສົນ, ເປັນຄົນຕາບອດ ແລະເປືອຍກາຍຢູ່”(ພະນິມິດ 3:17)

“ດັ່ງນັ້ນ ຍ້ອນທີ່ເຈົ້າເປັນແຕ່ອຸ່ນໆບໍ່ເຢັນແລະບໍ່ຮ້ອນ ເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ” (ພະນິມິດ 3:17)

ຜົນຂອງການຟັງຄໍາສອນຂອງພວກຜີປີສາດ(1 ຕີໂມທຽວ 4:1)ແລະການມີພຽງຮູບແບບຄຣິສຕຽນແຕ່ພາຍນອກ(2 ຕີໂມທຽວ 3:4,5)ຄຣິສຕະຈັກຂ່າວປະເສີດສ່ວນໃຫຍ່ໃນຍຸກສຸດທ້າຍນີ້ເປັນຄຣິສຕະຈັກທີ່ຖິ້ມຄວາມເຊື່ອ, ຄືກັບດຣ.ຈອນແມັກອາເທີທີ່ເວົ້າຖືກວ່າ ສະມາຊິກຄຣິສຕະຈັກເຫຼົ່ານີ້ຂາດຄວາມກະຕືລືລົ້ນ ແລະ “ອຸ່ນໆ,ໜ້າຊື່ໃຈຄົດ,ຍອມຮັບວ່າຮູ້ຈັກພຣະຄຣິດແຕ່ບໍ່ໄດ້ເປັນຂອງພຣະອົງ...ພວກໜ້າຊື່ໃຈຄົດທີ່ຫລອກຕົວເອງເຫຼົ່ານີ້(ເຮັດໃຫ້ພຣະຄຣິດເຈັບປ່ວຍ)” ເຖິງແມ່ນວ່າດຣ.ແມັກອາເທີຈະເວົ້າຜິດໃນເລື່ອງພຣະໂລຫິດ,ລາວພັດເວົ້າຖືກໃນການອະທິບາຍເລື່ອງພວກຄຣິສຕຽນຂ່າວປະເສີດສ່ວນໃຫຍ່ວ່າເປັນ ພວກໜ້າຊື່ໃຈຄົດທີ່ຫລອກຕົວເອງ.

ແລະນັ້ນແຫຼະຄືສາເຫດທີ່ຄຣິສຕະຈັກຕ່າງຂອງພວກຂ່າວປະເສີດສູນເສຍພວກຄົນໜຸ່ມທັງໝົດຂອງພວກເຂົາ, ໂຈນາທານເອັສ.ດິກເກີສັນໄດ້ຂຽນໜັງສືເຫຼັ້ມໜຶ່ງຊື່ວ່າ ການ ຖົດຖອຍອັນຍິ່ງໃຫຍ່ຂອງຂ່າວປະເສີດ (Baker Books), ລາວບອກສະຖິຕິທີ່ຖືກວ່າໃນປັດຈຸບັນມີຄົນໜຸ່ມສາວພຽງ 7 % ເທົ່ານັ້ນທີ່ບອກວ່າຕົນເປັນຄຣິສຕຽນ, ຈໍານວນຄົນໜຸ່ມຂອງພວກຂ່າວປະເສີດໃນບໍ່ດົນຈະຫຼຸດລົງຈາກ 7% ເຫຼືອພຽງ “4% ຫຼືໜ້ອຍກວ່ານັ້ນ-ນອກຈາກວ່າພວກສາວົກລຸ້ນໃໝ່ຈະໄດ້ຮັບການບັງເກີດໃໝ່”(ດິກເກີສັນໜ້າ 144).

ເປັນຫຍັງຈໍານວນຄົນໜຸ່ມຈື່ງຫຼຸດລົງຢ່າງໃຫຍ່ໃນຄຣິສຕະຈັກປັດຈຸບັນນີ້?ເຫດຜົນ ຫຼັກໆກໍຄືວ່າພວກເຂົາເຫັນສະມາຊິກສ່ວນໃຫຍ່ຂອງຄຣິສຕະຈັກເປັນຄົນ “ໜ້າຊື່ໃຈຄົດທີ່ຫລອກຕົວເອງ”ຄືກັບທີ່ຈອນແມັກອາເທີເວົ້າ, ພວກເຂົາເຫັນສະມາຊິກຄຣິສຕະຈັກທີ່ເປັນຜູ້ເຖົ້າບໍ່ເຂັ້ມແຂງ,ອ່ອນແອແລະບໍ່ມີລິດອໍານາດທີ່ຈະຜະເຊີນກັບໂລກບາບທີ່ຢູ່ອ້ອມຮອບພວກເຂົາ,ນັ້ນຄືເຫດຜົນ! ນັກສາສະໜາສາດດຣ.ເດວິດເອັຟ.ແວວເຫັນແບບດຽວກັນ. ນັ້ນແຫຼະຄືເຫດຜົນທີ່ລາວຂຽນໜັງສືທີ່ຊື່ວ່າNo Place for Truth: Or Whatever Happened to Evangelical Theology? (Eerdmans, 1993)ນັກສາສະໜາສາດຜູ້ໂດ່ງດັງດຣ.ຄາລເອັຟ.ເອັຈ ເຮັນຣີ່ເຫັນມັນເຊັ່ນກັນ. ລາວບອກວ່າ:

“ຊົ່ວອາຍຸທັງໝົດກໍາລັງເຕີບໃຫຍ່ຂຶ້ນພ້ອມກັບຄວາມບໍ່ຮູ້ສຶກເຖິງການເກີດ ໃໝ່(ບັງເກີດໃໝ່)ຄວາມໂຫດຮ້າຍກໍາລັງກະຕຸ້ນຂີ້ຝຸ່ນແຫ່ງຄວາມສີວິໄລທີ່ເສື່ອມໂຊມ ແລະເຄື່ອນຍ້າຍເຂົ້າໃນຮົ່ມເງົາຂອງຄຣິສຕະຈັກທີີ່ພິການ”(Twilight of a Great Civilization, Crossway Books, pp. 15-17)

“ຄຣິສຕະຈັກພິການ” ນັ້ນແມ່ນຊື່ທີ່ດຣ.ຄາລເອັຟ.ເອັຈ.ເຮັນຣີ່ເອີ້ນຄຣິສຕະຈັກຂ່າວປະເສີດ!“ຄຣິສຕະຈັກພິການ” ແລະນັກເທດຜູ້ຍິ່ງໃຫຍ່ດຣ.ມາຕິນລອຍໂຈນກໍໄດ້ເວົ້າເລື່ອງ “ການປະຖີ້ມຄວາມເຊື່ອທີ່ໂຫດຮ້າຍເຊິ່ງມີລັກສະນະເພິ່ມຂຶ້ນໃນຄຣິສຕະຈັກຊ່ວງຫຼາຍຮ້ອຍປີທີ່ຜ່ານມາ”(Revival, Crossway Books, p. 57).

ພວກເຮົາກໍາລັງສູນເສຍພວກຄົນໜຸ່ມທັງໝົດຂອງເຮົາຢູ່ຕາມຄຣິສຕະຈັກຕ່າງໆ,ພວກເຮົາລົ້ມເຫຼວໃນການ “ສ້າງຄົນທີ່ບັງເກີດໃໝ່” ດຣ.ແວວກ່າວວ່າ “[ຄຣິສຕະຈັກ]ຂ່າວປະເສີດໄດ້ສູນເສຍຄວາມຫົວຮຸນແຮງຂອງມັນ” ຄຣິສຕະຈັກຂ່າວປະເສີດຕ່າງໆເປັນຄຣິສ ຕະຈັກນຸ່ມນວນ,ອ່ອນແອ, ມິດງຽບແລະເຫັນແກ່ຕົວ-ຢ້ານທີ່ຈະເວົ້າອອກໄປຫຼືເອີ້ນໃຫ້ເປັນສາວົກຫົວຮຸນແຮງ, ບໍ່ສົງໄສເລີຍທີ່ພວກຄົນໜຸ່ມບໍ່ມີຄວາມສົນໃຈເລີຍ!

ພວກເຮົາບໍ່ໄດ້ຢູ່ນີ້ເພື່ອເຮັດໃຫ້ພວກທ່ານເປັນພວກຂ່່າວປະເສີດທີ່ອ່ອນແອ, ເຫັນ ແກ່ຕົວ, ພວກເຮົາຢູ່ນີ້ເພື່ອເອີ້ນທ່ານໃຫ້ກາຍເປັນສາວົກຫົວຮຸນແຮງຂອງພຣະເຢຊູຄຣິດ!ນີ້ ຄືເປົ້າໝາຍຂອງພວກເຮົາໃນຖານະຄຣິສຕະຈັກ, ເປົ້າໝາຍຂອງພວກເຮົາກໍຄືເພື່ອກະຕຸ້ນໃຈພວກຄົນໜຸ່ມໃຫ້ໄປເຖິງສັກກະຍາພາບສູງສຸດຂອງພວກເຂົາໃນພຣະຄຣິດ, ພວກເຮົາຢູ່ນີ້ກໍເພື່ອກະຕຸ້ນທ່ານໃຫ້ກາຍເປັນຜູ້ຊະນະຫຼຽນຄໍາເພື່ອພຣະຄຣິດ ແລະອານາຈັກຂອງພຣະອົງ! ພວກຄົນໜຸ່ມຜູ້ທີ່ຖືກເລືອກພ້ອມແລ້ວສໍາລັບຄວາມທ້າທາຍໃນການເປັນຄຣິສຕຽນໂປແຕສແຕນຫົວຮຸນແຮງ, ຄົນທີ່ບໍ່ພ້ອມສໍາລັບຄວາມທ້າທາຍແຫ່ງການເປັນຄຣິສຕຽນຄາວິນິດທີ່ມີອໍານາດຈະຖືກກໍາຈັດອອກ! ຈົ່ງຈື່ທີ່ພຣະເຢຊູຊົງກ່າວວ່່າ “ຄົນທີ່ຊົງເອີ້ນກໍຫຼາຍແຕ່ຜູ້ທີ່ຊົງເລືອກມີໜ້ອຍ”

ນີ້ບໍ່ແມ່ນເວລາທີ່ຈະຜ່ອນການປະກາດຂ່າວປະເສີດລົງ, ມື້ຄືນນີ້ພວກເຮົາພາກັນກິນເຂົ້າແລງ ແລ້ວກໍເບິ່ງ “ເລື່ອງໂປໂລອັກຄະສາວົກຂອງພຣະຄຣິດ”ຢູ່ທີ່ນີ້ໃນຄຣິສຕະຈັກ “ເລື່ອງໂປໂລອັກຄະສາວົກຂອງພຣະຄຣິດ”ໄດ້ສະແດງເຖິງການທົດສອບແລະຄວາມຍາກ ລໍາບາກທີ່ພວກຄຣິສຕຽນໃນສະຕະວັດທີໜຶ່ງຕ້ອງພົບເຈີເພື່ອທີ່ຈະເປັນສາວົກແທ້ຂອງພຣະ ຄຣິດ, ບ່າຍວັນນີ້ພວກເຮົາຈະພາກັນອອກໄປປະກາດຂ່່າວປະເສີດກັບພວກຄົນໜຸ່ມເພື່ອໃຫ້ເຂົາເຈົ້າມາເປັນສາວົກຫົວຮຸນແຮງ, ຊ່່າງເປັນຊ່ວງເວລາທີ່ຍິ່ງໃຫຍ່ທີ່ເຮົາຈະມີໃນການເຊື່ອຟັງພຣະຄຣິດ, ພຣະຄຣິດຊົງກ່າວວ່າ “ຈົ່ງອອກໄປຕາມທາງໃຫຍ່,ຮົ້ວຕົ້ນໄມ້ທັງຫຼາຍແລະເລັ່ງພວກເຂົາໃຫ້ເຂົ້າມາ” ພຣະເຢຊູຄຣິດຊົງຕາຍເທິງໄມ້ກາງແຂນດ້ວຍໂລຫິດໄຫຼເພື່ອຊ່ວຍພວກເຮົາ, ພຣະເຢຊູຄຣິດຊົງເປັນຂຶ້ນຝ່່າຍຮ່າງກາຍ,ເນື້ອໜັງແລະກະດູກຈາກຄວາມຕາຍເພື່ອມອບຊີວິດໃຫ້ແກ່ພວກເຮົາ!

ຂ້າພະເຈົ້າຮູ້ດີວ່າພຣະເຢຊູຊົງຟື້ນຄືນຈາກຕາຍ,ຂ້າພະເຈົ້າຮູ້ຈັກທຸກວັນບໍ່ສະເພາະແຕ່ວັນຄືນພຣະຊົນເທົ່ານັ້ນ,ຂ້າພະເຈົ້າຮູ້ຈັກຕອນກາງຄືນໃນຂະນະທີ່ນອນຢູ່, ຂ້າພະເຈົ້າຮູ້ຈັກໃນຕອນເຊົ້າ ແລະໝົດມື້ເລີຍ, “ພຣະອົງບໍ່ໄດ້ຢູ່ທີ່ນີ້-ພຣະອົງຊົງຟື້ນຄືນຈາກຕາຍແລ້ວ”ຂ້າພະເຈົ້າຮູ້ດີວ່າພຣະຄຣິດຊົງຟື້ນຄືນຈາກຕາຍເພາະພຣະຄໍາຂອງພຣະເຈົ້າໄດ້ກ່າວໄວ້ເຊັ່ນນັ້ນ! ພຣະອົງຊົງມາຫາພວກທ່ານໃນເຊົ້ານີ້ຜ່ານທາງຮິມຝີປາກຂອງຊາຍແກ່ຄົນນີ້ ພຣະອົງຊົງມາຫາທ່ານ, ພຣະອົງຊົງກ່າວກັບພວກທ່ານວ່າ- “ເຮົາມີຊີວິດຢູ່ຕະຫຼອດໄປເປັນນິດ” ແລະເພາະພຣະຄຣິດຊົງຢູ່ຕະຫຼອດໄປ,ພວກທ່ານກໍສາມາກມີຊີວິດຕະຫຼອດເປັນນິດໄດ້ໂດຍພຣະຄຸນຂອງພຣະອົງ, ບໍ່ມີຈຸບຈົບສໍາລັບພວກສາວົກແທ້ຂອງພຣະຄຣິດ, ຈົ່ງມາແລ້ວໄປກັບພວກເຮົາມື້ອື່ນທີ່ເຈີດຈ້າແຫ່ງຊີວິດນິລັນດອນກັບພຣະເຢຊູ, ພຣະອົງຈະບໍ່ປະທ່ານ! ຈົ່ງມາ,ຊ່ວຍພວກເຮົາເຮັດໃຫ້ຄຣິສຕະຈັກນີ້ເປັນກອງຮ້ອຍ,ກອງທັບທີ່ມີລິດອໍານາດເພື່ອພຣະຄຣິດແລະອານາຈັກຂອງພຣະອົງ!

ອາຈານຈອນເຄແກນອາຍຸ 24 ປີ, ລາວເປັນສາວົກຂອງພຣະເຢຊູ,ລາວເປັນທະຫານແຫ່ງໄມ້ກາງແຂນ, ລາວເປັນຜູ້ຊະນະຫຼຽນຄໍາໃນອານາຈັກຂອງພຣະຄຣິດ, ຂ້າ ພະເຈົ້າໄດ້ອ່ານບົດເທດທີ່ລາວຈະເທດຕອນ 6:15 ນາທີແລ້ວ! ມັນເປັນໜຶ່ງໃນບົດເທດທີ່ກະຕຸ້ນໃຈຫຼາຍທີ່ສຸດເທົ່າທີ່ຂ້າພະເຈົ້າເຄີຍຜ່ານມາກ່ອນ, ຈົ່ງມາແລະໃຫ້ອາຈານຈອນກະຕຸ້ນໃຈທ່ານໃຫ້ມາກັບລາວແລະເຮັດໃຫ້ຄຣິສຕະຈັກນີ້ເປັນໂຄມສະຫວ່າງເພື່ອພຣະເຈົ້າແລະເປັນກອງທັບຕໍ່ສູ້ກັບກອງກໍາລັງຕ່າງໆຂອງຊາຕານ!

ຈົ່ງລຸກຂື້ນປະຊາຊົນຂອງພຣະເຈົ້າ,ເຮົາໄດ້ເຮັດສິ່ງເລັກນ້ອຍ
ຈົ່ງມອບໃຈແລະວິນຍານທັງຄວາມຄິດແລະກໍາລັງເພື່ອຮັບໃຊ້ມະຫາກະສັດ

ຈົ່ງລຸກຂື້ນປະຊາຊົນຂອງພຣະເຈົ້າ, ຄຣິສຕະຈັກກໍາລັງຖ້າຄົນຄືເຈົ້າ
ກໍາລັງຂອງນາງບໍ່ເທົ່າກັບເປົ້າໝາຍຂອງນາງ,ລຸກຂຶ້ນແລະເຮັດໃຫ້ຍິ່ງໃຫຍ່
   (“Rise Up, O Men of God” by William P. Merrill, 1867-1954;
      altered by the Pastor).

ຢູ່ບົດທີ 1 ໃນເຈ້ຍເພງຂອງທ່ານ, ເຊີນຢືນຂຶ້ນແລະຮ້ອງ,

ຈົ່ງລຸກຂື້ນປະຊາຊົນຂອງພຣະເຈົ້າ, ເຮົາໄດ້ເຮັດສິ່ງເລັກນ້ອຍ
ຈົ່ງມອບໃຈແລະວິນຍານທັງຄວາມຄິດແລະກໍາລັງເພື່ອຮັບໃຊ້ມະຫາກະສັດ

ຈົ່ງລຸກຂື້ນປະຊາຊົນຂອງພຣະເຈົ້າ, ຄຣິສຕະຈັກກໍາລັງຖ້າຄົນຄືເຈົ້້າ
ກໍາລັງຂອງນາງບໍ່ເທົ່າກັບເປົ້າໝາຍຂອງນາງ,ລຸກຂຶ້ນແລະເຮັດໃຫ້ຍິ່ງໃຫຍ່

ເຊີນນັ່ງລົງໄດ້.

ແມ່ນ, ພວກເຮົາອາໄສຢູ່ໃນສະໄໝເມື່ອຄຣິສຕະຈັກຂ່າວປະເສີດຕ່າງໆອ່ອນແອແລະປະຖິ້ມຄວາມເຊື່ອເໝືອນລາວດີເຊຍ, ແມ່ນພວກເຂົາກໍາລັງສູນເສຍພວກຄົນໜຸ່ມທັງໝົດຂອງເຂົາ, ແມ່ນແລ້ວ,ພວກເຂົາບໍ່ສາມາດກະຕຸ້ນໃຈຄົນໜຸ່ມອື່ນໆໃຫ້ເຂົ້າຮ່ວມກອງກໍາລັງກັບພວກເຂົາໄດ້, ແມ່ນແລ້ວພວກເຂົານຸ່ມນວນ, ອ່ອນແອແລະບໍ່ສົນໃຈ, ແມ່ນຂ້າພະເຈົ້າຈື່ໄດ້ເຖິງການທີ່ພວກເຂົາ “ປິດໂອກາດຕົນ”ຕອນທີ່ຂ້າພະເຈົ້າຍັງໜຸ່ມຄືພວກທ່ານ, ຂ້າພະເຈົ້າໄດ້ກະບົດຕໍ່ສູ້ພວກເຂົາ,ດ້ວຍການກະບົດທີ່ບໍລິສຸດ,ການກະບົດຄືກັບຂອງມາຕິນລູເທີ, ພວກຄົນອື່ນໄດ້ລືມການປະຕິຮູບໄປແລ້ວ, ຈົ່ງປ່ອຍໃຫ້ພວກເຂົານອນ ພວກທ່ານຈົ່ງມາແລ້ວຊ່ວຍພວກເຮົາໃຫ້ມີການປະຕິຮູບໃໝ່ຢູ່ໃນຄຣິສຕະຈັກຂອງເຮົານີ້!ຈົ່ງປະຕິຮູບດຽວນີ້! ຈົ່ງປະຕິຮູບມື້ອື່ນ! ຈົ່ງປະຕິຮູບຕະຫຼອດໄປ!

ພວກເຮົາສາມາດມີຄຣິສຕະຈັກຄືກັບຟີລາເດວເຟຍໃນທ່າມກາງການປະຖີ້ມຄວາມເຊື່ອຂອງລາວດິເຊຍໄດ້ບໍ? ຕໍ່ຄຣິສຕະຈັກໃນເມືອງຟິລາເດວເຟຍພຣະຄຣິດຊົງກ່າວວ່າ:

“ເຮົາຮູ້ຈັກແນວການກະທຳຂອງເຈົ້າ ເບິ່ງແມ້ ເຮົາໄດ້ຕັ້ງປະຕູຊຶ່ງເປີດໄວ້ຕໍ່ໜ້າພວກເຈົ້າ ປະຕູນີ້ບໍ່ມີໃຜປິດໄດ້ ເພາະວ່າເຈົ້າມີກຳລັງພຽງເລັກນ້ອຍ ເຖິງຢ່າງນັ້ນເຈົ້າກໍໄດ້ຮັກສາຄຳຂອງເຮົາແລະບໍ່ໄດ້ປະຕິເສດນາມຂອງເຮົາ”

ພວກເຮົາສາມາດມີຄຣິສຕະຈັກທີ່ເຕັມໄປດ້ວຍສາວົກຫົວຮຸນແຮງຂອງພຣະຄຣິດໄດ້ບໍ?ພວກທ່ານອາດຈະເວົ້າວ່າ “ມັນຄືເຫດຜົນທີ່ສູນຫາຍໄປແລ້ວ ມັນເປັນໄປບໍ່ໄດ້,ຂ້າພະເຈົ້າມັກສິ່ງທີ່ປະທານແພັດທຣິກເຈ.ບັກນັນເວົ້າ “ເຫດຜົນທີ່ຫາຍໄປແລ້ວຄືສິ່ງດຽວທີ່ມີຄ່າທີ່ຈະຕໍ່ສູ້ເພື່ອ” ຈົ່ງກັບມາແລ້ວກິນເຂົ້າແລງກັບພວກເຮົາຕອນ 6:15 ໃນຄືນນີ້, ຈົ່ງກັບມາໃນຄືນນີ້ ແລະໃຫ້ອາຈານຈອນເຄແກນກະຕຸ້ນພວກທ່ານໃຫ້ເຂົ້າຮ່ວມສູ້ຮົບກັບພວກເຮົາ-ເພາະໃນຄວາມເປັນຈິງແລ້ວມັນບໍ່ແມ່ນເຫດຜົນທີ່ຫາຍໄປ, ມັນອາດຈະເບິ່ງຄືແມ່ນແຕ່ໄຊຊະນະມີແນ່ນອນ, ພຣະຄຣິດຊົງກ່າວວ່າ“ເຖິງສີລານີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາ ແລະປະຕູແຫ່ງນາລົກຈະບໍ່ມີໄຊເໜືອຄຣິສຕະຈັກໄດ້”“ປະຕູແຫ່ງນາລົກຈະບໍ່ມີໄຊເໜືອຄຣິສຕະຈັກໄດ້”ປະຕູແຫ່ງນາລົກຄືປະຕູແຫ່ງຄວາມຕາຍ, ປະຕູແຫ່ງນາລົກຈະບໍ່ຢຸດຢັ້ງເຮົາໄດ້ເພາະ ພຣະຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາຊົງຟື້ນຄືນມາຈາຍຕາຍ! ເພາະພຣະອົງຊົງພຣະຊົນຢູ່“ປະຕູແຫ່ງນາ ລົກ”ຈະບໍ່ມີໄຊເໜືອເຮົາໄດ້! ເອແມນ, ຈົ່ງກັບມາໃນຄືນນີ້ 6:15, ປະຕູແຫ່ງນາລົກຈະບໍ່ເອົາຊະນະພວກເຮົາໄດ້!

ຂ້າພະເຈົ້າຂໍຈົບດ້ວຍຄໍາທ້າທາຍຈາກດຣ.ຟຣານຊິສເອ.ສຊີຟເຟີ, ດຣ.ສຊີຟເຟີຄືນັກສາສະໜາສາດຜູ້ຍິ່ງໃຫຍ່ ແລະຜູ້ທໍານວາຍທີ່ແທ້ຈິງໃນສະໄໝຂອງພວກເຮົາ, ລາວເວົ້າວ່າ“ຄຣິສຕະຈັກຂ່່າວປະເສີດເປັນແບບຊາວໂລກແລະບໍ່ໄດ້ສັດຊື່ຕໍ່ພຣະຄຣິດຜູ້ຊົງພຣະຊົນ...ຂ້າພະເຈົ້າຂໍທ້າທາຍພວກທ່ານ, ຂ້າພະເຈົ້າເອີ້ນພວກຄຣິສຕຽນຫົວຮຸນແຮງ ແລະໂດຍສະເພາະແມ່ນຄຣິສຕຽນຄົນໜຸ່ມຫົວຮຸນແຮງ,ເພື່ອຢືນຢັດໃນການປະເຊີນໜ້າການຮັກກັບທຸກຢ່າງທີ່ບໍ່ຖືກຕ້ອງ ແລະສິ່ງທີ່ທໍາລາຍໃນຄຣິສຕະຈັກ, ວັດທະນາທໍາຂອງເຮົາ ແລະສະຖານະ” (The Great Evangelical Disaster, pp. 38, 151)

ຂໍເຊີນຢືນຂຶ້ຮ້ອງເພງບົດທີ 2, ເພງປະຕິຮູບຂອງມາຕິນລູເທີ,ເຊີນຮ້ອງດັງໆເທົ່າທີ່ຈະເປັນໄປໄດ້!

ປ້ອມທີ່ເຂັ້ມແຂງຄືພຣະເຈົ້າຂອງເຮົາ,ເຄື່ອງປ້ອງກັນບໍ່ມີວັນລົ້ມລົງ
ພຣະອົງຄືຜູ້ຊ່ວຍເຫຼືອຂອງເຮົາ, ທ່າມກາງນໍ້າຖ້ວມແຫ່ງຄວາມເຈັບທີ່ເກີດ
ເພາະຍັງຄົງມີສັດຕູເກົ່າຂອງເຮົາພະຍາຍາມຈະທໍາຮ້າຍເຮົາ
ສີມືແລະລິດອໍານາດຂອງພຣະອົງໃຫຍ່, ອາວຸດກັບການກຽດຊັງ
ໃນໂລກນີ້ບໍ່ມີຄວາເທົ່າທຽມຂອງພຣະອົງ.

ແລະເຖິງແມ່ນໂລກນີ້ຈະເຕັມດ້ວຍຄວາມຊົ່ວຮ້າຍທີ່ຈະຂົ່ມຂູ່ພວກເຮົາ
ພວກເຮົາຈະບໍ່ຢ້ານ,ເພາະພຣະເຈົ້າເອົາດ້ວຍຄວາມຈິງຜ່ານທາງພວກເຮົາ
ເຈົ້າແຫ່ງຄວາມມືດ-ພວກເຮົາບໍ່ໄດ້ຢ້ານຫຍັງມັນເລີຍ.
ຄວາມໂມໂຫຂອງມັນເຮົາສາມາດທົນໄດ້,ເພາະເບິ່ງແມ້ຫາຍະນະຂອງມັນ
ຄໍານ້ອຍໆຄໍາໜຶ່ງຈະເຮັດໃຫ້ມັນລົ້ມ.
ຄໍານັ້ນຢູ່ເໜືອອໍານາດທັງສິ້ນຂອງໂລກ-ບໍ່ຂອບໃຈ-ບໍ່ໃກ້ຊິດເຂົາ
ພຣະວິນຍານແລະຂອງຂັວນເປັນຂອງເຮົາທາງພຣະອົງທີ່ຢູ່ຂ້າງເຮົາ
ຈົ່ງຍອມໃຫ້ຄວາມດີແລະເມດຕາໄປ,ອາລົມຂອງຊີວິດນີ້ເຊັ່ນກັນ
ຮ່າງກາຍອາດຖືກເຂົາຂ້າ, ແຕ່ຄວາມຈິງຂອງພຣະເຈົ້າຍັງຄົງຢູ່,
ອານາຈັກຂອງພຣະອົງດໍາລົງຕະຫຼອດໄປ.

ອາຈານຈອນຂໍເຊີນນໍາພວກເຮົາອະທິຖານແລະຂອບຄຸນສໍາລັບອາຫານນໍາ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“A Mighty Fortress Is Our God” (Martin Luther, 1483-1546).