Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຊົງເອີ້ນເພື່ອເປັນສາວົກ

THE CALL TO DISCIPLESHIP
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 1/7/2018
A sermon preached at the Baptist Tabernacle of Los Angeles
Lord's Day Evening, July 1, 2018

“ພຣະອົງຈຶ່ງກ່າວກັບພວກເຂົາທັງຫລາຍວ່າ"ຖ້າຜູ້ໃດຢາກຈະຕາມເຮົາມາໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ ເພາະວ່າຜູ້ໃດຢາກຈະເອົາຊີວິດລອດຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຈະເສຍຊີວິດເພາະເຫັນແກ່ເຮົາຜູ້ນັ້ນຈະໄດ້ຊີວິດລອດ”(ລູກາ 9:23-24)


ພຣະເຢຊູກ່າວແບບນີ້ກັບຜູ້ໃດ? ພຣະອົງຊົງກ່າວກັບພວກສາວົກທັງ 12 ຄົນທີ່ຢູ່ ນີ້, ແຕ່ພຣະອົງຊົງກ່າວຕໍ່ປະຊາຊົນໃນຂໍ້ພຣະຄໍາພີປຽບທຽບກັນໃນມາລະໂກ 8:34:

“ແລະເມື່ອພຣະອົງຊົງຮ້ອງເອີ້ນປະຊາຊົນກັບພວກສາວົກຂອງພຣະອົງໃຫ້ເຂົ້າມາແລ້ວ ຈຶ່ງກ່າວກັບພວກເຂົາວ່າ "ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກ ແລະຕາມເຮົາມາ”(ມາລະໂກ 8:34)

ດັ່ງນັ້ນມັນຊັດເຈນທີ່ພຣະເຢຊູກ່າວແບບນີ້ຕໍ່ຫຼາຍຄົນທີ່ຈະເປັນຜູ້ຕາມຂອງພຣະອົງ - ລວມທັງສິບສອງຄົນ, ທີ່ຈະເປັນສາວົກຂອງພຣະເຢຊູພວກທ່ານທຸກຄົນຈະຕ້ອງປະຕິເສດຕົວເອງ,ຮັບເອົາກາງແຂນຂອງຕົນແບກແລະຕາມພຣະອົງ, ຖ້າທ່ານຫາກບໍ່ເຮັດແບບນັ້ນ,ທ່ານກໍບໍ່ສາມາດເປັນຄຣິສຕຽນແທ້ໄດ້-ເປັນພຽງພວກຂ່າວປະເສີດໃໝ່ທີ່ອ່ອນແອ,ຄຣິສຕຽນແຕ່ຊື່ເທົ່ານັ້ນ! ພຣະເຢຊູຊົງກ່່າວວ່່າ “ທ່ານຢາກຈະເປັນຜູ້ຕາມຂອງເຮົາບໍ? ດັ່ງນັ້ນທ່ານຈະຕ້ອງປະຕິເສດຕົວເອງ ແລະຮັບເອົາກາງແຂນຂອງຕົນແບກແລະຕາມເຮົາມາ”

ຈະມີຫຍັງເກີດຂຶ້ນຖ້າທ່ານປະຕິເສດທີ່ຈະເຮັດແບບນັ້ນ? ພຣະຄໍາພີໄດ້ບອກຢ່າງ ຊັດເຈນ, ຈົ່ງອ່ານຂໍ້ 24:

“ເພາະວ່າຜູ້ໃດຢາກຈະເອົາຊີວິດລອດຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຈະເສຍ ຊີວິດເພາະເຫັນແກ່ເຮົາຜູ້ນັ້ນຈະໄດ້ຊີວິດລອດ”(ລູກາ 9:24)

ມີຄົນຢູ່ສອງປະເພດທີ່ມາຄຣິສຕະຈັກຂອງເຮົາ,ຂ້າພະເຈົ້າເອີ້ນເຂົາວ່າ “ພວກຜູ້ຮັບ”ກັບ “ພວກຜູ້ໃຫ້” “ພວກຜູ້ຮັບ”ຄືພວກທີ່ມາເພື່ອ “ເອົາ”ບາງຢ່າງຈາກຄຣິສຕະຈັກ“ພວກຜູ້ໃຫ້”ຄືພວກທີ່ມາເພື່ອໃຫ້ຕົວເຂົາເອງເປັນສາວົກຂອງພຣະຄຣິດ, ທ່ານສາມາດຕື່ມເຕັມຕັ່ງເປັນຮ້ອຍໆດ້ວຍຄົນທີ່ເຫັນແກ່ຕົວ, ມັນຈະເປັນແນວໃດລະ? ມັນກໍຈະຂ້າຄຣິສຕະຈັກນີ້ໃນການມີຄົນແບບນັ້ນເປັນຮ້ອຍຄົນ! ພວກເຂົາຈະບໍ່ມານະມັດສະການແລງວັນອາທິດ!ພວກເຂົາຄືພວກຂ່າວປະເສີດ“ພວກຜູ້ຮັບ” ແລະຄົນທີ່ມາເອົາແລະເອົາເປັນຄົນປຸ້ນຄຣິສຕະຈັກ-ພວກເຂົາບໍ່ເຄີຍຊ່ວຍຫຍັງຄຣິສຕະຈັກ, ພວກເຂົາບໍ່ເຄີຍເປັນສາວົກຂອງພຣະຄຣິດ! ພວກເຂົາມາທໍາລາຍຄຣິສຕະຈັກ! ທ່ານກ້າບໍ່ທີ່ຈະພາຄົນເຫັນແກ່ຕົວແບບນັ້ນເຂົ້າມາ! “ໜ້ອຍກໍດີກວ່າຫຼາຍ”

“ເພາະວ່າຜູ້ໃດຢາກຈະເອົາຊີວິດລອດຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຈະເສຍ ຊີວິດເພາະເຫັນແກ່ເຮົາຜູ້ນັ້ນຈະໄດ້ຊີວິດລອດ”(ລູກາ 9:24)

ມີບາງຄົນເວົ້າວ່າ “ມີຫຼາຍຢ່າງທີ່ຕ້ອງເສຍສະຫຼະໂພດ-ເສຍຫຼາຍຢ່າງໂພດ”ດັ່ງນັ້ນເຂົາຈື່ງສູນເສຍທຸກສິ່ງທຸກຢ່າງ, ເຂົາຕົກນາລົກ! ຈົ່ງວາງໃຈໃນພຣະເຢຊູ,ທ່ານບໍ່ສາມາດວາງໃຈໃນສິ່ງອື່ນໄດ້, ຖ້າທ່ານຫາກວາງໃຈໃນສິ່ງອື່ນນອກຈາກພຣະເຢຊູແລ້ວທ່ານກໍຈະສູນເສຍທຸກສິ່ງທຸກຢ່າງ!

“ເພາະວ່າຜູ້ໃດຢາກຈະເອົາຊີວິດລອດຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຈະເສຍ ຊີວິດເພາະເຫັນແກ່ເຮົາຜູ້ນັ້ນຈະໄດ້ຊີວິດລອດ”(ລູກາ 9:24)

ຕອນທີ່ຂ້າພະເຈົ້າອາຍຸສິບເຈັດປີຂ້າພະເຈົ້າ “ໄດ້ຖວາຍຕົວເພື່ອເທດສະໜາ”,ຂ້າ ພະເຈົ້າມັກຮູບແບບເກົ່າໆນັ້ນ“ຖວາຍຕົວເພື່ອເທດສະໜາ” ຂ້າພະເຈົ້າບໍ່ໄດ້ຍິນມັນອີກເລີຍ ແຕ່ມັນກໍຍັງຄົງເປັນຄວາມຈິງແບບທີ່ເຄີຍເປັນໃນປັດຈຸບັນ,ນັກເທດທີ່ແທ້ຈິງຈະຕ້ອງ“ຖວາຍ ຕົວ”ເພື່ອເທດສະໜາ, ລາວຮູ້ດີວ່່າມັນບໍ່ແມ່ນເລື່ອງງ່າຍ, ລາວຮູ້ດີວ່າຈະບໍ່ໄດ້ເງິນຫຼາຍ, ລາວຮູ້ດີວ່າຕົນຈະບໍ່ໄດ້ຮັບສຽງຕົບມືຈາກໂລກ, ລາວຮູ້ຈັກໜ້ອຍໜຶ່ງເຖິງຄວາມຍາກແລະຄວາມທຸກທີ່ລາວຈະຕ້ອງພົບເຈີ, ພວກນັກເທດທີ່ດີທີ່ສຸດຮູ້ຈັກສິ່ງເຫຼົ່ານີ້, ພວກເຂົາຍັງຮູ້ດີວ່າພວກເຂົາຈະຕ້ອງຜ່ານໂຮງຮຽນຫຼາຍປີ-ເພື່ອທີ່ຈະໄດ້ວຽກທີ່ບໍ່ມີຄ່່າຕອບແທນສູງ-ວຽກທີ່ໂລກທີ່ຫຼົງຫາຍຄິດວ່າບໍ່ມີຄ່າຫຍັງ-ວຽກທີ່ຈະເຮັດໃຫ້ເຂົາຖືກເຍາະເຍີ້ຍ ແລະຖືກຕໍ່ສູ້ຈາກຄົນສ່ວນຫຼາຍໃນໂລກນີ້.

ຂ້າພະເຈົ້າຮູ້ຈັກສິ່ງເຫຼົ່ານັ້ນບໍ່ດົນຫຼັງຈາກທີ່ອາຍຸ 17 ປີ,ເຮັດໃຫ້ຂ້າພະເຈົ້າຕ້ອງໃຊ້ເວລາແປດປີເພື່ອຈະໄດ້ໃບປະລິນຕີຕອນກາງຄືນ(ເຮັດວຽກແປດຊົ່ວຕໍ່ມື້ແລະໄປຮຽນຕອນກາງຄືນ) ຂ້າພະເຈົ້າເຮັດວຽກ 16 ຊົ່ວໂມງຕໍ່ມື້,ເຈັດວັນຕໍ່ອາທິດ,ເພື່ອຈ່າຍຄ່່າຮຽນຕອນກາງຄືນ, ເຮັດໃຫ້ຂ້າພະເຈົ້າຕ້ອງໃຊ້ເວລາອີກສາມປີຢູ່ໂຮງຮຽນສາສະໜາສາດທີ່ຕົນຊັງເພື່ອທີ່ຈະໄດ້ປະລິນຍາຕີ, ມັນເຮັດໃຫ້ຂ້າພະເຈົ້າຕ້ອງໃຊ້ເວລາຫຼາຍກວ່າສີ່ສິບປີເພື່ອທີ່ຈະມີຄຣິສຕະຈັກແບບນີ້, ຈະໃຫ້ຂ້າພະເຈົ້າເຮັດອີກເທື່ອບໍ? ໂອແນ່ນອນ! ບໍ່ຕ້ອງມີຄໍາຖາມດອກ!

ເປັນຫຍັງຂ້າພະເຈົ້າຈື່ງຍັງເຮັດຕໍ່ໄປ? ຂ້າພະເຈົ້າໄດ້ຖວາຍຕົວເພື່ອເທດ, ມັນງ່າຍໆແບບນັ້ນເລີຍ, ຂ້າພະເຈົ້າຈະເຮັດອີກບໍຖ້າຂ້າພະເຈົ້າອາຍຸ 17 ປີ? ແມ່ນແລ້ວ!ແນ່ ນອນ! ບໍ່ຕ້ອງມີຄໍາຖາມດອກ! ຂ້າພະເຈົ້າໄດ້ພົບວ່່າມີຄວາມພໍໃຈຢ່າງໃຫຍ່-ໃນການເປັນນັກເທດທີ່ພຣະເຈົ້າເອີ້ນໃນຊ່ວງເວລາແຫ່ງການຖິ້ມຄວາມເຊື່ອ! ຖ້າຂ້າພະເຈົ້າຫາກມີໂຕເລືອກວຽກອື່ນໃດໃນໝົດທັງໂລກນີ້- ຈາກເປັນປະທານາທິບໍດີແຫ່ງສະຫະລັດຫຼືການເປັນພະເອກຊະນະລາງວັນອາຄາເດມີອະວອດ, ຂ້າພະເຈົ້າກໍຈະບໍ່ລັງເລໃຈທີ່ຈະເລືອກທີ່ຈະເປັນສິດຍາພິບາານຂອງຄຣິສຕະຈັກນີ້, ແລະພຣະເຈົ້າຊົງຮູ້ດີວ່າຂ້າພະເຈົ້າກໍາລັງບອກຄວາມຈິງກັບທ່ານ! ໂຣເບີດລູກຊາຍຂອງຂ້າພະເຈົ້າກໍຮູ້.

ຈົ່ງແນມເບິ່ງພວກຄຣິສຕຽນຜູ້ຍິ່ງໃຫຍ່ທີ່ຢູ່ຕອນທີ່ຄຣິສຕະຈັກຂອງເຮົາລົ້ມ, ພວກເຂົາຊ່ວຍຮັກສາຄຣິສຕະຈັກນີ້, ພວກເຮົາເອີ້ນເຂົາວ່າ “ພວກສາມສິບເກົ້າ” ໝູ່ເພື່ອນຂອງເຂົາທັງໝົດໄດ້ອອກໄປ, ພວກເຂົາສູນເສຍໝູ່ເພື່ອນທັງໝົດໄປ-ໃນການແບ່ງແຍກຄຣິສຕະຈັກ! ພວກທ່ານຄິດວ່າມັນງາຍບໍ? ພວກເຂົາເຮັດວຽກໜັກກວ່າທີ່ຄຣິສຕຽນຄົນອື່ນຮູ້ຈັກ-ລວມທັງພວກຄົນໜຸ່ມທັງໝົດ, ພວກເຂົາໄດ້ຖວາຍເງິນເປັນພັນໆໂດລາ-ຫຼາຍກວ່າສິບລົດ ພວກເຂົາມາຮ່ວມທຸກເທື່ອທີ່ມີການປະຊຸມແລະເຮັດວຽກໃນຕອນກາງຄືນ -ເພື່ອຮັກສາຄຣິສ ຕະຈັກນີ້, ລູກໆຂອງພວກເຂົາຫຼາຍຄົນໄດ້ຫັນຫຼັງໜີ ແລ້ວກັບໄປຫາໂລກ, ພວກເຂົາຕ້ອງສູນເສຍຢ່າງໃຫຍ່ຫຼວງເພື່ອຮັກສາຄຣິສຕະຈັກນີ້ເພື່ອພຣະເຢຊູ.

ຈົ່ງຖາມພວກເຂົາເບິ່ງເຂົາເຈົ້າເສຍໃຈບໍທີ່ໄດ້ມອບຊີວິດທັງໝົດໃຫ້ພຣະເຢຊູ! ຈົ່ງຖາມເຂົາ! ຈົ່ງຖາມເຂົາເບິ່ງ! ມີຫຼາຍຄົນທີ່ເສຍສະຫຼະຊີວິດຂອງເຂົາເພື່ອຮັກສາຄຣິສຕະຈັກນີ້ເພື່ອພຣະເຢຊູ, ຈົ່ງຖາມເຂົາເບິ່ງວ່າພວກເຂົາເຮັດຜິດບໍ! ຈົ່ງຖາມເຂົາເບິ່ງວ່າເຂົາຈະເຮັດອີກບໍ, ຈົ່ງໄປຖາມເຂົາເບິ່ງ!

ຈົ່ງຖາມພຣຸດໂຮມເບິ່ງ, ລາວສູນເສຍເຮືອນພ້ອມກັບສະລອຍນໍ້າ,ເມຍລາວເອົາ,ນາງຮ້ອງໃສ່ລາວໝົດຄືນ, ລາວຮູ້ສຶກວ່າຕົນຢູ່ໃນນາລົກ, ນາງທໍາລາຍຊີວິດຂອງລາວ,ພວກທ່ານຮູ້ດີວ່າແມ່ນໃຜ, ມັນເປັນຄວາມຜິດຂອງພຣຸດໂຮມບໍ? ລາວເສຍໃຈບໍທີ່ສູນເສຍທຸກຢ່າງ? ລາວໂສກເສົ້າບໍທີ່ຍ້ອນກັບເບິ່ງຊີວິດທີ່ປະຕິເສດຕົນເອງແລ້ວຮັບກາງແຂນຂອງຕົນແບກເພື່ອຕາມພຣະເຢຊູ?ບໍ່ ລາວບໍ່ໄດ້ເສຍໃຈເລີຍ! ຂ້າພະເຈົ້າບໍ່ໄດ້ບອກລາວວ່າຈະເວົ້າເລື່ອງນີ້, ຂ້າພະເຈົ້າບໍ່ຈໍາເປັນຕ້ອງຖາມລາວ, ລາວຮູ້ດີເລິກເຊິ່ງໃນໃຈຂອງລາວວ່າ “ຜູ້ໃດຈະເສຍຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນຈະໄດ້ຊີວິດລອດ”(ລູກາ 9:24),ຖາມນາງຊາລາຊ່າເບິ່ງ! ໄປຖາມລາວໂລດ, ຜົວຂອງລາວຕາຍແລ້ວ,ລູກໆຂອງລາວກໍໜີໄປໝົດ,ຖາມເບິ່ງວ່າລາວເສຍໃຈບໍທີ່ແບກກາງແຂນຂອງຕົນແລ້ວຕາມພຣະເຢຊູ, ຂ້າພະເຈົ້າບໍ່ໄດ້ຖາມລາວວ່າເວົ້າແບບນີ້ໄດ້ບໍ,ຂ້າພະເຈົ້າບໍ່ຈໍາເປັນຕ້ອງຖາມລາວ, ຂ້າພະເຈົ້າຮູ້ດີວ່າລາວຈະເຮັດອີກ, ລາວຮູ້ດີວ່າ“ຜູ້ໃດຈະເສຍຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນຈະໄດ້ຊີວິດລອດ” ຖາມເມຍອາຈານໄຮເມີເບິ່ງ,ນາງບໍ່ໄດ້ຫຍັງຈັເລີຍທີ່ແຕ່ງງານກັບຂ້າພະເຈົ້າ! ພວກເຮົາບໍ່ມີຫຍັງ, ພວກເຮົາຢູ່ອາພາດເມັນຫ້ອງດຽວ, ບໍ່ມີເຄື່ອງເຟີນີເຈີ, ບໍ່ມີໂທລະພາບ, ພວກເຮົານັ່ງເທິງພື້ນແລ້ວນັ່ງເບິ່ງນົກແກ້ວທີ່ຢູ່ກົງຂັງທີ່ມີຄົນເອົາໃຫ້, ຂ້າພະເຈົ້າມີເງິນເດືອນພຽງແຕ່ໜ້ອຍດຽວ, ທຸກຄົນຕໍ່ຕ້ານພວກເຮົາ, ລາວຕ້ອງສູ້ໄປກັບຂ້າພະເຈົ້າ-ສ່ວນຫຼາຍແລ້ວຂ້າພະເຈົ້າຖືກຈີກເປັນຕ່ອນໆຢູ່ຂ້າງໃນດ້ວຍຄວາມໂຫດຮ້າຍຂອງພວກທີ່ແຍກອອກຈາກຄຣິສຕະຈັກຂອງເຮົາຫຼາຍຄົນ, ບໍ່ມີຍິງສາວໃດທີ່ພົບຜ່ານໃນສິ່ງທີ່ເມຍໂຕນ້ອຍໆຂອງຂ້າພະເຈົ້າຕ້ອງພົບເຈີເພື່ອທີ່ຈະມີຄຣິສຕະຈັກທີ່ຍິ່ງໃຫຍ່ທີ່ເຮົາມີໃນຄືນນີ້, ຖາມລາວເບິ່ງວ່າລາວເຮັດຜິດຫຍັງບໍ, ຖາມລາວເບິ່ງວ່າລາວຈະເຮັດອີກເທື່ອໜຶ່ງບໍ?, ຂ້າພະເຈົ້າບໍ່ໄດ້ຖາມລາວວ່າເວົ້າແບບນີ້ໄດ້ບໍ, ຂ້າພະເຈົ້າບໍ່ຈໍາເປັນຕ້ອງຖາມລາວດອກ! ຂ້າພະເຈົ້າຮູ້ດີວ່າລາວຈະເຮັດອີກເພື່ອພຣະເຢຊູ! ຈົ່ງຖາມທ້າວລີເບິ່ງ,ພໍ່ແມ່ຂອງລາວຕໍ່ຕ້ານລາວຕະຫຼອດຍ້ອນລາວຮັບກາງແຂນຂອງຕົນແບກເພື່ອຕາມພຣະເຢຊູ, ຈົ່ງຖາມລາວເບິ່ງວ່າລາວເຮັດຜິດບໍໂດຍການຖິ້ມຊີວິດຂອງຕົນເພື່ອຕາມພຣະເຢຊູ, ຂ້າພະເຈົ້າຮູ້ດີວ່າລາວຈະເຮັດອີກໂດຍບໍ່ມີການຈົ່ມຫຼືເວົ້າຫຍັງ, ຈົ່ງຖາມທ້າວມັດສຶສຸກະເບິ່ງ,ລາວສາມາດເຂົ້າຮ່ວມກັບກອງກໍາລັງຕໍາຫຼວດໄດ້,ພວກເຂົາເຕືອນລາວ,ແຕ່ລາວກໍມີຕາຕະລາງທີ່ເປັນໄປບໍ່ໄດ້ສໍາລັບທີ່ຈະຊ່ວຍຄຣິສຕະຈັກນີ້ໄດ້,ຂ້າພະເຈົ້າຈື່ໄດ້ທີ່ລາວໄດ້ແບກກາງແຂນຂອງຕົນແລະປະຕິເສດຕົນເອງເພື່ອເປັນໜຶ່ງໃນ “ສາມສິບເກົ້າຄົນ” ຂໍພຣະເຈົ້າອວຍພອນເຈົ້ານ້ອງຊາຍທີ່ຮັກ! ຂ້າພະເຈົ້າຈະບໍ່ລືມໃນສິ່ງທີ່ທ່ານເຮັດ-ແລະພຣະເຈົ້າເຊັ່ນກັນ! ຈອນຊາມູເອວເຄແກນໄດ້ຮັບຄວາມລອດໂດຍແບບຢ່າງຂອງທ່ານ, ທ່ານໃຫ້ຢ່າງຫຼວງຫຼາຍແຕ່ທ່ານກໍໄດ້ສິດຍາພິບານຄົນຕໍ່ໄປຂອງຄຣິສຕະຈັກເຮົາ, ແລະເມື່ອພຣະຄຣິດສະເດັດກັບມາທ່ານກໍຈະຮູ້ດີເຖິງຄວາມຊົມຊື່ນຍິນດີຂອງການເປັນ “ຜູ້ໃຫ້”ແລະບໍ່ແມ່ນ “ຜູ້ຮັບ” ທ່ານຈະໄດ້ປົກຄອງຮ່ວມກັບພຣະເຢຊູໃນອານາຈັກຂອງພຣະອົງຕະຫຼອດໄປ! ຈິມອີລຽດຖືກຂ້າໃນຖານະຜູ້ຍອມສະຫຼະຊີບເພື່ອຄວາມເຊື່ອ,ໂດຍການພະຍາຍາມທີ່ຈະເອົາຂ່າວປະເສີດໄປໃຫ້ພວກຊົນເຜົ່າປາເຖື່ອນ,ຈິມອີລຽດໄດ້ກ່າວວ່າ:

“ລາວບໍ່ໄດ້ໂງ່ທີ່ໃຫ້ໃນສິ່ງທີ່ລາວບໍ່ສາມາດຮັກສາເພື່ອຈະໄດ້ໃນສິ່ງທີ່ລາວບໍ່ສາມາດສູນເສຍໄດ້”

ເອແມນ.

ຊາຍໜຸ່ມຄົນໜຶ່ງທີ່ຢູ່ໃນຄຣິສຕະຈັກຂອງເຮົາບອກດຣ.ເຄແກນວ່າ “ຕອນນີ້ຂ້ອຍເປັນຜູ້ຊ່ຽວຊາານແລ້ວ, ຂ້ອຍບໍ່ສາມາດເຮັດວຽກຫຼາຍກວ່າສອງຊົ່ວໂມງຢູ່ຄຣິສຕະຈັກໄດ້” ດຣ.ເຄແກນເວົ້າວ່າ “ແລ້ວດຣ.ແຊນເດ່ເປັນແນວໃດ?ລາວເປັນໝໍ, ລາວເປັນຜູ້ຊ່ຽວຊານ!ລາວກໍເຮັດວຽກຈົນນັບເວລາບໍ່ໄດ້ຢູ່ຄຣິສຕະຈັກ-ເຮັດວຽກປະກາດຂ່າວປະເສີດເພິ່ມຈົນນັບບໍ່ຖ້ວນຢູ່ຕາມວິທະຍາໄລຕ່າງໆ,ຫຼາຍກວ່າທີ່ຄົນອື່ນເຮັດ” ແມ່ນແລ້ວຈົ່ງເບິ່ງດຣ.ແຊນ! ລາວຮູ້ດີວ່າພຣະເຢຊູຊົງເວົ້າຖືກວ່າ-“ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນແລະຕາມເຮົາມາ”(ລູກາ 9:23), ແລ້ວຈົ່ງເບິ່ງດຣ.ເຄແກນ, ພວກເຂົາສະເໜີວຽກທີ່ມີເງິນເດືອນສູງພ້ອມດ້ວຍຄວາມໝັ້ນຄົງແລະຜົນປະ ໂຫຍດຕ່າງໆ-ບໍ່ແມ່ນເທື່ອດຽວແຕ່ສີ່ເທື່ອ, ລາວຍອມຖີ້ມມັນໝົດ,ເປັນຫຍັງລະ?ກໍເພາະວ່າລາວຕ້ອງໄດ້ອອກໄປຈາກລອສແອງເຈີລິສແລ້ວຍ້າຍໄປເມືອງນິວຢອກ ຫຼືວໍຊິງຕັນດີ.ຊີ.ລາວກໍຖີ້ມມັນໝົດ-ເປັນແສນໆໂດລາ-ເພື່ອຢູ່ຄຣິສຕະຈັກນີ້ແລະຊ່ວຍຄຣິສຕະຈັກນີ້ໃຫ້ພົ້ນຈາກການແຕກແຍກ, ລາວເປັນຄົນໂງ່ບໍ? ຈົ່ງຟັງໃນຈິມອີລຽດຜູ້ທີ່ຍອມມອບຊີວິີດຂອງຕົນເພື່ອພຣະເຢຊູໃນຖານະຜູ້ຍອມຕາຍເພື່ອຄວາມເຊື່ອ, ຈົ່ງຂຽນໃນສິ່ງທີ່ລາວໄດ້ເວົ້າຢູ່ໜ້າ ພຣະຄໍາພີຂອງທ່ານ.

“ລາວບໍ່ໄດ້ໂງ່ທີ່ໃຫ້ໃນສິ່ງທີ່ລາວບໍ່ສາມາດຮັກສາເພື່ອຈະໄດ້ໃນສິ່ງທີ່ລາວບໍ່ສາມາດສູນເສຍໄດ້”(ຈິມເອລຽດ,ຜູ້ຍອມຕາຍເພື່ອພຣະຄຣິດ)

ຂ້າພະເຈົ້າສາມາດເວົ້າຕໍ່ໄປເລື່ອຍໆແລະກ່າວເຖິງການແບກກາງແຂນ ແລະການເສຍສະຫຼະຕົນເອງຂອງທຸກຄົນ “ສາມສິບເກົ້າ”-ທ້າວຊອງ, ເມນເຊຍ, ກຣິຟຟິດ-ຜູ້ທີ່ລາກຕົວເອງມາໂບດພ້ອມກັບມີຫລອດຫ້ອຍຢູ່ຕາມຕົນໂຕຫຼັງຈາກຜ່າຕັດມະເຮັງ, ຂ້າພະເຈົ້າສາມາດເຫັນໃບໜ້າຂາວໆຂອງລາວແລະເຫື່ອໄຫຼລົງຕາມຄີ້ວຂອງລາວ, ເກາະຕິດໃສ່ທໍາມາດເພື່ອຮັກສາລາວຈາກການຮ້ອງເພງບໍ່ໃຫ້ເປັນລົມ.

ຂ້າຕ້ອງການພຣະເຢຊູຫຼາຍກວ່າເງີນທອງຫຼືຄໍາ
ຂ້າຢາກເປັນຂອງພຣະອົງຫຼາຍກວ່າຄວາມລໍ່າລວຍ
ຂ້າຕ້ອງການພຣະເຢຊູຫຼາຍກວ່າສິ່ງໃດໆ
ທີ່ໂລກນີ້ຍົກໃຫ້ຂ້າ.

ກຣິຟຟິດເປັນຄົນໂງ່ບໍ?

“ລາວບໍ່ໄດ້ໂງ່ທີ່ໃຫ້ໃນສິ່ງທີ່ລາວບໍ່ສາມາດຮັກສາເພື່ອຈະໄດ້ໃນສິ່ງທີ່ລາວບໍ່ສາມາດສູນເສຍໄດ້”

ຂ້າພະເຈົ້າສາມາດໄປຕໍ່ແລະເວົ້າຊື່ຜູ້ຍິງທຸກຄົນ ແລະພວກຜູ້ຊາຍທຸກຄົນໃນພວກ “ສາມສິບເກົ້າຄົນ”- ຜູ້ທີ່ໄດ້ປະຕິເສດຕົນເອງແລະຮັບກາງແຂນຂອງພວກເຂົາແບກທຸກວັນເພື່ອຕາມພຣະເຢຊູຄຣິດແລະເຮັດໃຫ້ຄຣິສຕະຈັກມີຊີວິດເພື່ອພຣະເຢຊູຄຣິດເຈົ້າ.

ຕອນທີ່ພວກເຮົາຈູດສັນຍາຢືມເງິນຊື້ຕຶກນີ້ຂ້າພະເຈົ້າໄດ້ບອກພວກທ່ານທີ່ເປັນຄົນໜຸ່ມໃຫ້ຢຸດແລະຄິດ, ພວກເຮົາອີກບໍ່ດົນກໍຈະໄປ, ແມ່ນໃຜຈະຫລິ້ນອໍແກນແທນທີ່ມາດາມ ຣູບ? ແມ່ນໃຜຈະເຝົ້າປະຕູແທນທີ່ຂອງຣູບ? ຜູ້ໃດໃນພວກທ່ານທີ່ຈະແທນທີ່,ຜ່ານຫຼາຍວັນຫຼາຍຄືນ-ແມ່ນໃຜທ່າມກາງພວກທ່ານທີີ່ຈະປະຕິເສດຕົນເອງ ແລະມາແທນທີ່ຂອງຣິຊາດ ກັບໂຣນໍແບລນດິນລະ?-ໃຜລະທີ່ຈະຍອມເສຍຊີວິດຂອງຕົນ,ຫຼາຍຊົ່ວໂມງ, ຫຼາຍວັນໂດຍບໍ່ໄດ້ຮັບລາງວັນໃນໂລກນີ້ເພື່ອແທນທີ່ຕໍາແໜ່ງຂອງພວກເຂົາເມື່ອພວກເຂົາໄປແລ້ວ?- ໃນຂະນະທີ່ພວກເຮົາທຸກຄົນທີ່ຢູ່ໃນພວກ “ສາມສິບເກົ້າ”ໃນບໍ່ຊ້າກໍຈະໄປ-ໄກກວ່າຄົນໜຸ່ມທີ່ຄິດບໍ່ອອກເລີຍ, ໃຜຈະມາແທນທີ່ແມ່ຄົວຢູ່ຫ້ອງຄົວ? ໃຜຈະມາແທນວິວລີດິກຊັນ? ພວກທ່ານກິນອາຫານຂອງພວກເຂົາ, ແຕ່ຂ້າພະເຈົ້າກໍຄິດບໍ່ອອກວ່າແມ່ນໃຜໃນພວກທ່ານທີ່ຈະມາແທນທີ່ແມ່ນແຕ່ທ້າວດິກຊັນຊື່ງຕອນນີ້ແປດສິບປີແລ້ວ, ຂ້າພະເຈົ້າບໍ່ເຫັນວ່າແມ່ນໃຜຈະມາແທນທີ່ຂອງຜູ້ເຖົ້າທີ່ຮັກເຫຼົ່ານັ້ນ! ພວກທ່ານຮູ້ໃນສິ່ງທີ່ລາວເຮັດບໍ? ລາວໂງ່ບໍທີ່ໃຊ້ເວລາ ຂອງຕົນແລະຫຼາຍຄືນເພື່ອລ້ຽງພວກທ່ານ? ລາວໂງ່ບໍ?

“ລາວບໍ່ໄດ້ໂງ່ທີ່ໃຫ້ໃນສິ່ງທີ່ລາວບໍ່ສາມາດຮັກສາເພື່ອຈະໄດ້ໃນສິ່ງທີ່ລາວບໍ່ສາມາດສູນເສຍໄດ້”

ແມ່ນໃຜໃນທ່າມກາງພວກທ່ານຄົນໜຸ່ມທີ່ຈະເສຍສະຫຼະທຸກສິ່ງທຸກຢ່າງເພື່ອເຮັດໃຫ້ຄຣິສ ຕະຈັກນີ້ໄປຕໍ່ໃນການເສີມກໍາລັງຄົນອື່ນອີກສາມສິບຫຼືສີ່ສິບປີ? ດຣ.ເຄແກນກໍຈະໄປ,ແມ່ນໃຜຈະມາແທນລາວ? ດຣ.ແຊນກໍຈະໄປ, ແມ່ນໃຜຈະມາແທນລາວ? ພວກທ່ານສ່ວນຫຼາຍຈະບໍ່ສາມາດແທນທີ່ຂອງດິກຊອນຫຼືຣິກ ແລະຣອນແບລນດິນໄດ້! ພວກທ່ານຄິດວ່າພວກເຂົາບໍ່ສໍາຄັນແຕ່ພວກທ່ານບໍ່ສາມາດແທນທີ່ພວກເຂົາໄດ້! ມັນຈະຕ້ອງເສຍສະຫຼະຕົນເອງ, ມັນຈະຕ້ອງແບກກາງແຂນ, ພຣະເຢຊູຊົງກ່າວວ່າ:

“ພຣະອົງຈຶ່ງກ່າວກັບພວກເຂົາທັງຫລາຍວ່າ "ຖ້າຜູ້ໃດຢາກຈະຕາມເຮົາມາໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ ເພາະວ່າຜູ້ໃດຢາກຈະເອົາຊີວິດລອດຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຈະເສຍຊີວິດເພາະເຫັນແກ່ເຮົາຜູ້ນັ້ນຈະໄດ້ຊີວິດລອດ” (ລູກາ 9:23-24)

ຕອນທີ່ພຣະເຈົ້າເອີ້ນດຣ.ເຄແກນລາວອ່ານໜັງສືເລື່ອງTortured for Christຂຽນໂດຍອາຈານວູມແບຣນ, ມັນເປັນເລື່ອງທໍາມະຊາດທີ່ລາວຈະຮັກອາຈານວູມແບຣນເພາະລາວເປັນຄົນຢິວຄືກັບອາຈານວູມແບຣນ, ແລະເມື່ອລາວອ່ານເລື່ອງ “ທໍລະມານເພື່ອພຣະ ຄຣິດ” ດຣ.ເຄແກນກໍຄິດວ່າລາວຢາກຈະເຈີຄຣິສຕະຈັກທີ່ມີຄຸນຄ່າການເສຍສະຫຼະດຽວກັນທີ່ສອນໂດຍອາຈານວູມແບຣນ, ດຣ.ເຄແກນເຫັນຂ້າພະເຈົ້າກໍາລັງເທດສະໜາຢູ່ໃນຖະໜົນໃກ້ມະຫາໄລຄາລິຟໍເນຍ, ລາວເຫັນຜູ້ຄົນຮ້ອງໃສ່ຂ້າພະເຈົ້າແລະດຶກສິ່ງຂອງໃສ່, ດຣ.ເຄແກນກໍຄິດວ່າ “ນັ້ນແຫຼະຄືຄົນທີ່ຂ້າຢາກຈະໄດ້ຍິນຄໍາເທດສະໜາ” ດັ່ງນັ້ນລາວຈື່ງຄົ້ນຫາບ່ອນທີ່ຄຣິສຕະຈັກຂອງເຮົາຕັ້ງຢູ່ແລະລາວກໍມາ, ມີຢູ່ຄືນໜຶ່ງທີ່ດຣ.ເຄແກນບອກຂ້າພະ ເຈົ້າວ່າລາວໄດ້ຍິນຂ້າພະເຈົ້າເວົ້າວ່າ “ເຈົ້າກໍາລັງຈະອ່ອນເພຍເພາະບາງສິ່ງບາງຢ່າງ,ເປັນຫຍັງຄືບໍ່ຍອມອ່ອນເພຍເພື່ອພຣະຄຣິດລະ?”

ດຣ.ເຄແກນເປັນພຽງແຕ່ຄົນໜຸ່ມຕອນນັ້ນໃນຊ່ວງອາຍຸຊາວປີ,ຊ່າງເປັນຄວາມຄິດທີ່ດີທີ່ຊາຍໜຸ່ມຄົນມີ! “ເຈົ້າກໍາລັງຈະອ່ອນເພຍເພາະບາງສິ່ງບາງຢ່າງ” ແນ່ນອນ! ທຸກຄົນ ຈອ່ອນເພຍ”ໄວໆນີ້ຫຼືໃນບໍ່ຊ້າ! ຜົມຂອງທ່ານເລີິ່ມຈະຫລົ່ນ, ຮອຍຕີນກາກໍຈະເກີດຢູ່ໃບໜ້າຂອງທ່ານ, ຊີວິດດີທີ່ສຸດຫາຍາກ, ສິ່ງຕໍ່ໄປທີ່ທ່ານຮູ້ຈັກກໍຄືທ່ານກໍາລັງຈະເຖົ້າ, ແລ້ວກໍຈະອ່ອນເພຍແລະຕາຍ,“ເຈົ້າກໍາລັງຈະອ່ອນເພຍເພາະບາງສິ່ງບາງຢ່າງ” ແມ່ນແນ່ນອນມັນຈະເກີດຂຶ້ນກັບທ່ານທຸກຄົນ, ທ່ານຈະອ່ອນເພຍ!

ແຕ່ຈົ່ງຄິດໃຫ້ເລິກກວ່າ-“ເປັນຫຍັງຄືບໍ່ຍອມອ່ອນເພຍເພື່ອພຣະຄຣິດລະ?” ຄຣິສຕຽນຜູ້ຍິ່ງໃຫຍ່ທຸກຄົນຜ່ານຫຼາຍສະໄໝມີຄວາມຄິດແບບນັ້ນ-“ເຈົ້າກໍາລັງຈະອ່ອນເພຍເພາະບາງສິ່ງບາງຢ່າງເປັນຫຍັງຄືບໍ່ຍອມອ່ອນເພຍເພື່ອພຣະຄຣິດລະ?” ຂ້າພະເຈົ້າບໍ່ຮູ້ວ່າທ່ານອ່ານເລື່ອງກ່ຽວກັບເຮັນຣີ່ມາຕິນ(1781-1812) ແລະບໍ່ຕ້ອງການທີ່ຈະ“ອ່ອນເພຍ”ຄືກັບທີ່ລາວເຮັດຕອນອາຍຸ 31ປີບໍ, ຂ້າພະເຈົ້າບໍ່ຮູ້ວ່າທ່ານອ່ານເລື່ອງຊີວິດຂອງໂຣເບີດແມັກຄີນ(1813-1843) ແລະບໍ່ຕ້ອງການທີ່ຈະ“ອ່ອນເພຍ”ເພື່ອພຣະຄຣິດຄືກັບທີ່ລາວເຮັດຕອນອາຍຸ 29 ປີບໍ, ພວກທ່ານບາງຄົນຢ້ານຫຼາຍທີ່ຈະອ່ານກ່ຽວກັບເລື່ອງນີ້ທ່ານບໍ່ຢາກແມ່ນແຕ່ແນມເບິ່ງມັນທາງວິກິພີເດຍ, ພວກທ່ານຢ້ານວ່າມັນຈະມີອິດທິພົນຕໍ່ຊີວິດຂອງຕົນບໍ?ຢູ່ໃສມີຄົນຄືເຮັນຣີ່ມາຕິນ ແລະໂຣເບີດແມັກຄີນ? ຢູ່ໃສມີຜູ້ສາວຄືກັບເກລດີສໄອເວີດ? ພວກເຮົາຈະບໍ່ມີວັນເປັນຄຣິສຕະຈັກທີ່ເປັນແຮງບັນດານຄົນໜຸ່ມທີ່ຈະມາເປັນສາວົກຈົນກວ່າພວກທ່ານຈະມາເປັນສາວົກເພື່ອສະແດງໃຫ້ເຂົາເຫັນຫົນທາງກ່ອນ!

ແມ່ຄົວຂອງເຮົາເອງຕົກຫລຸມຮັກກັບຊາຍແກ່ຄົນໜຶ່ງທີ່ຕາຍໄປແລ້ວເມື່ອຊາວປີກ່ອນທີ່ແມ່ຄົວຈະເກີດ, ລາວເກີດຢູ່ໃນຄອບຄົວທີ່ລວຍຫຼາຍ ແລະໄດ້ຮັບມໍລະດົກເງິນທັງໝົດ, ລາວເປັນນັກກິລາທີ່ມີຊື່ສຽງດັງເຊັ່ນກັນ, ຕໍ່ມາລາວໄດ້ກາຍເປັນສາວົກຂອງພຣະເຢຊູ ລາວໄດ້ໃຫ້ເງີນທັງໝົດຂອງຕົນດ້ວຍຄວາມລະມັດລະວັງແລະຮອບຄອບ, ແລ້ວຕໍ່ມາກໍໄປເປັນມິດຊັນນາຣີຢູ່ປະເທດຈີນ,ສູ່ພາຍໃນປະເທດ, ເປັນເວລາສິບສີ່ປີທີ່ລາວຢູ່ຫ່າງຈາກເມຍແລະລູກໆຂອງລາວໂດຍການຊົງເອີ້ນໃຫ້ໄປເທດຕໍ່ຄົນນອກສາສະໜາ, ຕໍ່ມາລາວໄດ້ໄປສູ່ໃຈກາງຂອງທະວີບອາຟຣິກາ ແລະລາວໄດ້ເປີດງານຮັບໃຊ້ໃໝ່, ສຸດທ້າຍລາວກໍຕາຍຢູ່ໄກ ຂ້າງໃນຂອງອາຟຣິກາ, ອາຊີບແລະຊັບສິນຂອງລາວຫາຍໄປ-ເພື່ອພຣະຄຣິດ, ບ້ານຂອງລາວແລະຄອບຄົວຂອງລາວກໍໄປເຊັ່ນກັນ, ໃກ້ສຸດທ້າຍຂອງຊີວິດລາວຊາຍຜູ້ອັດສະຈັນຄົນນີ້ໄດ້ກ່າວວ່າ “ຂ້ອຍບໍ່ຮູ້ຈັກຫຍັງເລີຍທີ່ຂ້ອຍສາມາດເສຍສະຫຼະເພື່ອພຣະເຢຊູຄຣິດເຈົ້າໄດ້” ແມ່ຄົວຂອງເຮົາຕົກຫລຸມຮັກກັບຊາຍແກ່ຄົນນີ້ຊື່ງໄດ້ຕາຍໄປຊາວປີກ່ອນທີ່ນາງຈະເກີດມາ, ແລະຂ້າພະເຈົ້າດີິໃຈທີ່ລາວເປັນແບບນັ້ນ, ຖ້າລາວບໍ່ຮັກຊາຍຄົນນັ້ນແລະຖືກອິດທິພົນຂອງຊາຍຄົນນັ້ນຊັກຈູງແລ້ວນາງກໍຈະເປັນຄືຄົນອື່ນທີ່ເຫັນແກ່ຕົວ, ຄົນຂາວອາຍຸໄວກາງຄົນ,ທີ່ລ້ຽງໝາພັນດີຢູ່ໃນຮ່ອມພູຊານເຟີນັນໂດ, ແຕ່ເພາະນາງໄດ້ຮັບອິດທິພົນຈາກ ຊີ.ທີ.ສະຕັດນາງຈື່ງໃຊ້ເວລາຫຼາຍຮ້ອຍຊົ່ວໂມງລ້ຽງຄົນ ແລະເປັນຫ່ວງຄົນໜຸ່ມສາວຢູ່ທີ່ນີ້ ໃຈກາງເມືອງລອສແອງເຈີລິສ, ສອງສາມປີກ່ອນແມ່ຄົວໄດ້ເຮັດແຜ່ນປ້າຍທີ່ຈາລຶກຕົວໜັງພ້ອມດ້ວຍຄໍາເວົ້າຕ່າງໆຂອງວິລະບຸລຸດຂອງນາງຄືຊາລສ໌ສະຕັດສືໃຫ້ຂ້າພະເຈົ້າ, ຂ້າພະ ເຈົ້າແນມເບິ່ງມັນທຸກມື້ໃນການສຶກສາພຣະຄໍາພີຂອງຕົນ, ມັນຂຽນວ່າ:

ມີພຽງຊີວິດດຽວ
ໃນບໍ່ຊ້າກໍຈະຜ່ານໄປ
ສິ່ງທີ່ເຮັດເພື່ອພຣະຄຣິດເທົ່ານັ້ນ
ຈະໝັ້ນຄົງຕະຫຼອດໄປ
-ຊີ.ທີ.ຈະຕັດ

ແລະພຣເຢຊູຄຣິດຊົງກ່າວຕໍ່ພວກເຮົາທຸກຄົນວ່າ:

“ພຣະອົງຈຶ່ງກ່າວກັບພວກເຂົາທັງຫລາຍວ່າ "ຖ້າຜູ້ໃດຢາກຈະຕາມເຮົາມາໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ ເພາະວ່າຜູ້ໃດຢາກຈະເອົາຊີວິດລອດຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຈະເສຍຊີວິດເພາະເຫັນແກ່ເຮົາຜູ້ນັ້ນຈະໄດ້ຊີວິດລອດ”(ລູກາ 9:23-24)

ພວກເຮົາຈະຕ້ອງມີຄຣິສຕະຈັກທີ່ເຕັມໄປດ້ວຍພວກສາວົກໜຸ່ມຂອງພຣະຄຣິດຖ້າພວກເຮົາຫາກຢາກຈະຊ່ວຍພວກຄົນໜຸ່ມບາງຄົນແລະອົບຮົມພວກເຂົາໃຫ້ກາຍເປັນສາວົກຂອງພຣະເຢຊູເຊັ່ນກັນ! ຂໍເຊີນຢືນຂຶ້ນແລະຮ້ອງເພງບົດທີສອງ “ຮັກພຣະອົງຫຼາຍຂຶ້ນ”

ຮັກພຣະອົງຫຼາຍຂຶ້ນ,ໂອພຣະຄຣິດຮັກພຣະອົງຫຼາຍຂຶ້ນ
ຂໍຈົ່ງຟັງຄໍາອ້ອນວອນທີ່ຂ້າໄດ້ຄຸເຂົ່າລົງຮ້ອງທູນ
ນີ້ຄືຄໍາຮ້ອງຂໍຂອງຂ້າ,ຂໍໃຫ້ຂ້າຮັກພຣະຄຣິດຫຼາຍຂຶ້ນ
ຮັກພຣະອົງຫຼາຍຂຶ້ນ, ຮັກພຣະອົງຫຼາຍຂຶ້ນ

ເມື່ອຄວາມສຸກຂອງໂລກທີ່ຂ້າຢາກໄດ້,ຊອກຫາສັນຕິສຸກແລະການຢຸດພັກ
ດຽວຂ້າສະແຫວງຫາພຣະອົງຜູ້ດຽວ,ຊົງໃຫ້ສິ່ງທີ່ດີທີ່ສຸດ
ຂໍໃຫ້ຄໍາອະທິຖານຂອງຂ້າເປັນໃຫ້ຂ້າຮັກພຣະຄຣິດຫຼາຍຂຶ້ນ
ຮັກພຣະອົງຫຼາຍຂຶ້ນ, ຮັກພຣະອົງຫຼາຍຂຶ້ນ
ແລ້ວລົມຫາຍໃຈສຸດທ້າຍຂອງຂ້າຈະຮ້ອງສັນເສີນພຣະອົງ
ນີ້ຈະເປັນສ່ວນຄໍາຮ້ອງທີ່ໃຈຂອງຂ້າຈະກ່າວຂຶ້ນ
ຄໍາອະທິຖານຂອງຂ້າຈະເປັນແບບນີ້ໃຫ້ຂ້າຮັກພຣະຄຣິດຫຼາຍຂຶ້ນ
ຮັກພຣະອົງຫຼາຍຂຶ້ນ, ຮັກພຣະອົງຫຼາຍຂຶ້ນ
(“ຮັກພຣະອົງຫຼາຍຂຶ້ນ”, Elizabeth P. Prentiss, 1818-1878).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“More Love to Thee” (Elizabeth P. Prentiss, 1818-1878).