Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ກອງທັບຂອງກິເດໂອນ!

GIDEON’S ARMY!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 24/6/2018
A sermon preached at the Baptist Tabernacle of Los Angeles
Lord's Day Evening, June 24, 2018

“ແລະພຣະເຢໂຮວາກ່າວກັບກິເດໂອນວ່າ “ທະຫານທີ່ຢູ່ກັບເຈົ້າຍັງມີຫລາຍເກີນໄປທີ່ເຮົາຈະມອບຄົນມີດີອານໄວ້ໃນມືຂອງພວກເຂົາ ຢ້ານ ວ່າຄົນອິດສະຣາເອນຈະອວດຕົວຕໍ່ເຮົາ ໂດຍກ່າວວ່າ ‘ມືຂອງຂ້າພະເຈົ້າເອງໄດ້ຊ່ວຍຂ້າພະເຈົ້າໃຫ້ພົ້ນ” (ພວກຜູ້ປົກຄອງ 7:2)


ເປັນເລື່ອງທີ່ງ່າຍໆ, ແຕ່ມັນຄືເລື່ອງລາວທີ່ສໍາຄັນຫຼາຍ, ກິເດໂອນເປັນຄົນໜຸ່ມທີ່ ອາໄສຢູ່ໃນຊ່ວງເວລາແຫ່ງການປະຖິ້ມຄວາມເຊື່ອຢ່າງໃຫຍ່, ເຊິ່ງຄວນຈະດຶງຄວາມສົນໃຈ ຂອງເຮົາແດ່ເພາະຕອນນີ້ພວກເຮົາກໍອາໄສຢູ່ໃນຍຸກສຸດທ້າຍແຫ່ງການຖີ້ມຄວາມເຊື່ອ.

I. ໜຶ່ງ ການປະຖິ້ມຄວາມເຊື່ອ.

ຄົນອິດສະຣາເອນໄດ້ເຮັດຊົ່ວໃນສາຍພຣະເນດຂອງພຣະເຈົ້າ, ແລະພຣະເຈົ້າໄດ້ລົງໂທດພວກເຂົາໂດຍການປ່ອຍໃຫ້ພວກເຂົາຕົກເປັນທາດຂອງພວກມີດີອານ, ພວກເຂົາຄືສັດຕູຂອງອິດສະຣາເອນ, ຄົນອິດສະຣາເອນຈື່ງໜີໄປລີ້ຈາກພວກມີດີອານທີ່ປ່າເຖື່ອນນີ້, ພວກເຂົາໄປລີ້ຢູ່ໃນຖໍ້າຕ່າງໆຈາກພວກມີດີອານທີ່ບໍ່ມີພຣະເຈົ້າ, ພວກມີດີອານເຂັ້ມແຂງຫຼາຍຈົນພວກເຂົາທໍາລາຍຜົນປູກຂອງພວກອິດສະຣາເອນ, ພວກເຂົາລັກແກະ, ງົວແລະລາຂອງພວກອິດສະຣາເອນ,ອິດສະຣາເອນຖືກບີບແລະສິ້ນຫວັງ,ແລ້ວພວກເຂົາຈື່ງຮ້ອງຫາ ພຣະເຈົ້າ.

ແລ້ວພຣະເຈົ້າກໍມາຫາກິເດໂອນ, ພຣະເຈົ້າມາຫາລາວໃນຂະນະທີ່ລາວກໍາລັງລີ້ຈາກພວກມີດີອານຢູ່, ແລ້ວພຣະເຈົ້າກໍກ່າວກັບກິເດໂອນວ່າ “ຊາຍໜຸ່ມຜູ້ກ້າຫານເອີຍ ພຣະເຢໂຮວາຊົງສະຖິດຢູ່ກັບເຈົ້າ”(ພວກຜູ້ປົກຄອງ 6:12).

ຂ້າພະເຈົ້າບໍ່ແມ່ນຊາຍໜຸ່ມຜູ້ກ້າຫານຕອນທີ່ໄປຮຽນຢູ່ໂຮງຮຽນພຣະຄໍາພີເສລີທີ່ປະ ຕິເສດພຣະຄໍາພີຢູ່ທາງເໜືອຂອງຊານຟຣານຊິສໂກ, ຂ້າພະເຈົ້າເປັນນັກເທດແບັບຕິດທີ່ອ່ອນໂຍນ ແລະບໍ່ຮຸນແຮງ, ແຕ່ສິ່ງທີ່ຂ້າພະເຈົ້າໄດ້ເຫັນຢູ່ໃນໂຮງຮຽນພຣະຄໍາພີນັ້ນເຮັດໃຫ້ຂ້າພະເຈົ້າກາຍເປັນຄົນໃຈຮ້າຍກັບພວກຂ່າວປະເສີດໃໝ່, ພວກເຂົາບໍ່ເຊື່ອໃນພຣະເຈົ້າຂອງພຣະຄໍາພີ, ພວກເຂົາຖືກຄວບຄຸມໂດຍພວກມີດີອານ - ຄືຄົນທີ່ຕ້ອງການເອົາພຣະເຈົ້າວາງໃສ່ສິ່ງທີ່ຜູກມັດ - ຄົນເຫຼົ່ານັ້ນບໍ່ຕ້ອງການທີ່ຈະໃຫ້ພຣະເຈົ້າຄວບຄຸມຄວາມຄິດແລະຊີວິດຂອງພວກເຂົາ.

ດຣ.ເດວິດເອັຟ.ແວວໄດ້ຂຽນໜັງສືເຫຼັ້ມໜຶ່ງທີ່ສໍາຄັນໃນເລື່ອງການເສື່ອມຊາມຂອງລັດທິຂ່າວປະເສີດໃນຍຸກຂອງພວກເຮົາ, ມັນຊື່ວ່າ No Place for Truth: or Whatever Happened to Evangelical Theology?(Eerdmans, 1993)ດຣ.ແວວເປັນຄົນໃຈຮ້າຍ,ລາວເວົ້າວ່າ “ໂລກຂ່າວປະເສີດໄດ້ສູນເສຍຄວາມຮຸນແຮງຂອງມັນແລ້ວ”(ໜ້າ 295),ຄຣິສຕະຈັກຂ່າວປະເສີດຕ່າງໆບໍ່ໄດ້ສ້າງແຮງບັນດານໃຈໃຫ້ພວກຄົນໜຸ່ມເປັນຄຣິສຕຫົວຮຸນແຮງ, ພວກເຂົານຸ່ມນວນ,ອ່ອນແອແລະເຫັນແກ່ຕົວ - ບໍ່ກ້າທີ່ຈະເວົ້າອອກມາເພາະຢ້ານໃນສິ່ງທີ່ຜູ້ຄົນຈະຄິດເຖິງມັນ, ພວກຂ່າວປະເສີດທີ່ຕັ້ງຂຶ້ນຈະຕໍ່ສູ້ກັບທຸກຄົນທີ່ຕ້ອງການເຫັນຄຣິສ ຕະຈັກຕ່າງໆປະຕິຮູບ ແລະມີຊີວິດຢູ່ໃນປັດຈຸບັນນີ້, ດຣ.ແວວກ່າວວ່າ “ການປະຕິບັດຕາມຄືກອງກໍາລັງທີ່ມີອໍານາດໃນໂລກຂ່າວປະເສີດ ແລະຢັບຢັ້ງຜູ້ຄັດຄ້ານໂດດດ່ຽວຢ່າງໄວວາ” (ໜ້າ 295).

ເຮັດຕາມຄວາມບໍ່ເຊື່ອຂອງພວກເຂົາຢູ່ທີ່ໂຮງຮຽນພຣະຄໍາພີທີ່ຂ້າພະເຈົ້າຮຽນຢູ່, ພວກເຂົາບອກຂ້າ ພະເຈົ້າວ່າຕົນເອງຈະບໍ່ວັນມີຄຣິສຕະຈັກແບັບຕິດໃຕ້ຖ້າຫາກຍັງຄົງປ້ອງກັນພຣະຄໍາພີຢູ່, ຂ້າພະເຈົ້າກໍບອກພວກເຂົາວ່າ “ຖ້າມັນຕ້ອງແລກແບບນັ້ນຂ້ອຍກໍບໍ່ຕ້ອງການຈັກຢ່າງ”

ຂ້າພະເຈົ້າສູນເສຍທຸຸກຢ່າງເພາະການຢືນຢັດນັ້ນ, ມີຫຍັງແດ່ທີ່ຂ້າພະເຈົ້າຕ້ອງເສຍ?ຂ້າພະເຈົ້າສູນເສຍທຸຸກຢ່າງທີ່ສໍາຄັນຕໍ່ຕົນແລ້ວ, ພວກແບັບຕິດໃຕ້ບໍ່ມີຫຍັງທີ່ຂ້າພະ ເຈົ້າຕ້ອງການເລີຍ,ຂ້າພະເຈົ້າຊັງນິກາຍ,ຂ້າພະເຈົ້າຊັງໂຮງຮຽນສອນສາສະໜາ,ຂ້າພະເຈົ້າ ຊັງຄຣິສຕະຈັກຂອງຕົນທີ່ບໍ່ສະໜັບສະໜູນຕົນເອງ,ຂ້າພະເຈົ້າຊັງຊີວິດຂອງຕົນ,ຂ້າພະເຈົ້າຊັງທຸກສິ່ງທຸກຢ່າງຍົກເວັ້ນພຣະເຢຊູກັບພຣະຄໍາພີ,ຂ້າພະເຈົ້າຍ່າງຄົນດຽວໃນຕອນກາງຄືນຂ້າພະເຈົ້າຈໍາເປັນຕ້ອງຍ່າງຕໍ່ໄປບໍ່ດັ່ງນັ້ນມັນກໍຈະຮູ້ສຶກວ່າຕົນເອງຈະເສຍສະຕິແລ້ວ.

ຄືນໜຶ່ງ,ສຸດທ້າຍຂ້າພະເຈົ້າກໍຄ່ອຍໆຫຼັບຢູ່ໃນຫ້ອງຫໍພັກຂອງຕົນ, ພຣະເຈົ້າເອງໄດ້ ມາປຸກຂ້າພະເຈົ້າ, ຫໍພັກຄ່ອນຂ້າງງຽບ, ບໍ່ມີສຽງ, ຂ້າພະເຈົ້າຈື່ງຍ່າງອອກໄປໃນຄືນນັ້ນ, ໃນຂະນະທີ່ຢືນຢູ່ໂນນພູໃກ້ຫໍພັກຂ້າພະເຈົ້າສາມາດເຫັນແສງໄຟຂອງຊານຟຣານຊິສໂກຂ້າມຜ່ານນໍ້າຂອງອ່າວ, ລົມພັດຜົມກັບເສື້ອຂອງຂ້າພະເຈົ້າ, ຂ້າພະເຈົ້າໜາວເຢັນຈົນຮອດກະດູກ, ແລະໃນລົມນັ້ນພຣະເຈົ້າຊົງກ່າວກັບຂ້າພະເຈົ້າວ່າ “ເຈົ້າຈະບໍ່ມີວັນລືມຄືນນີ້ໄປໄດ້ດຽວນີ້ເຈົ້າຈະຕ້ອງເທດສະໜາເພື່ອໃຫ້ເຮົາພໍໃຈເທົ່ານັ້ນ, ຕອນນີ້ເຈົ້າຈະຕ້ອງຮຽນຮູ້ທີ່ຈະບໍ່ເປັນຄົນຂີ້ຢ້ານ, ຕອນນີ້ເຈົ້າຈະຕ້ອງເວົ້າເພື່ອເຮົາຜູ້ດຽວ,ເຮົາຈະຢູ່ກັບເຈົ້າ”

ຕອນນີ້ຂ້າພະເຈົ້າຮູ້ດີວ່ານັ້ນແມ່ນການເອີ້ນໃຫ້ມາເທດສະຂອງຕົນ, ກ່ອນໜ້ານັ້ນຂ້າພະເຈົ້າເປັນອາສາສະໝັກ, ຕອນນີ້ຂ້າພະເຈົ້າເປັນຄົນທີ່ພຣະເຈົ້າເອີ້ນໃຫ້ມາເທດ, ຂ້າ ພະເຈົ້າເຊື່ອວ່ານັກເທດທຸກຄົນທີ່ບໍ່ຢ້ານຈະຕ້ອງພົບຜ່ານກັບວິກິດການຄ້າຍໆກັນກ່ອນທີ່ ພຣະເຈົ້າຈະໄວ້ໃຈໃຫ້ເຂົາເວົ້າຄວາມຈິງໄດ້, ບໍ່ມີອາລົມມາກ່ຽວ, ມີພຽງແບບນີ້ “ຖ້າເຈົ້າບໍ່ເວົ້າກໍບໍ່ມີໃຜເວົ້າ ແລະມັນຈໍາເປັນຕ້ອງຖືກເວົ້າແທ້ໆ-ຄົນອື່ນໆເຂົາຢ້ານທີ່ຈະເວົ້າມັນ,ດັ່ງ ນັ້ນຖ້າເຈົ້າບໍ່ເວົ້າ, ກໍບໍ່ມີໃຜເວົ້າ ຫຼືຢ່າງໜ້ອຍພວກເຂົາກໍເວົ້າບໍ່ຄ່ອຍເກັ່ງປານໃດ”ຂ້າພະ ເຈົ້າຈື່ງໄປພ້ອມກັບຄວາມຄິດເຫຼົ່ານັ້ນຝັງຢູ່ໃນໃຈຕະຫຼອດໄປ, ດຣ.ດັບໂບຢູ.ເອ.ໂທເຊີໃນບົດເລື່ອງສັ້ນໆທີ່ເອີ້ນວ່າ “ຂອງປະທານແຫ່ງຄວາມເຂົ້າໃຈລ່ວງໜ້າ”ເວົ້າດັ່ງນີ້ວ່າ: “ລາວຈະຂັດແຍ້ງ, ປະນາມ ແລະປະທ້ວງໃນນາມຂອງພຣະເຈົ້າ ແລະຈະໄດ້ຮັບຄວາມກຽດຊັງ ແລະການຄັດຄ້ານຂອງຄົນສ່ວນຫຼາຍໃນຄຣິສຕະຈັກ... ແຕ່ລາວຈະບໍ່ຢ້ານຫຍັງທີ່ຫາຍໃຈດ້ວຍລົມຫາຍໃຈຂອງມະນຸດ”ບາງເທື່ອນັ້ນອາດຈະຄືສາເຫດທີ່ວ່າເປັນຫຍັງດຣ.ບັອບໂຈນIII ບອກວ່າຂ້າພະເຈົ້າເປັນ “ຄືກັບຜູ້ທໍານວາຍໃນພຣະຄໍາພີເດີມໃນທາງວິທີການແລະຝ່າຍວິນຍານ” ສໍາລັບການອະທິບາຍຕື່ມອີກຂອງເລື່ອງນີ້, ຈົ່ງອ່ານຊີວະປະຫວັດຂອງຂ້າພະເຈົ້າທີ່ຊື່ວ່າ “ຕໍ່ສູ້ຄວາມຢ້ານທຸກຢ່າງ”

ທ່ຽງຄືນວັນນັ້ນກັບປະສົບການກັບພຣະເຈົ້າໄດ້ເຮັດໃຫ້ຂ້າພະເຈົ້າເຂົ້າໃຈຄົນຄືກິເດໂອນຢ່າງດີ,ພຣະເຈົ້າຊົງບອກລາວວ່າ “ພຣະເຢໂຮວາຊົງສະຖິດກັບເຈົ້າ,ເຈົ້າຊາຍໜຸ່ມຜູ້ກ້າຫານເອີຍ”ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ແມ່ນກິເດໂອນ,ແຕ່ຢ່າງໜ້ອຍຂ້າພະເຈົ້າກໍເຂົ້າໃຈລາວຕອນນີ້ ກິເດໂອນກ່າວວ່າ “ພະເຢໂຮວາຊົງປະຖິ້ມພວກຂ້າພະອົງແລ້ວ ແລະຊົງມອບຂ້າພະອົງທັງຫຼາຍໄວ້ໃນມືຂອງຄົນມີດີອານ” (ພວກຜູ້ປົກຄອງ 6:13)

ກິເດໂອນຮູ້ສຶກວ່າບໍ່ມີຄ່າ ແລະບໍ່ສາມາດທີ່ຈະເຮັດໄດ້, ຄືກັບໂມເຊ,ກິເດໂອນມີຂໍ້ອ້າງຕ່າງໆ, ເພື່ອນຂອງຂ້າພະເຈົ້າພວກເຮົາທີ່ຢູ່ນີ້ກໍເຊັ່ນກັນ, ໃນທ່າມກາງການປະຖິ້ມຄວາມເຊື່ອແຫ່ງຍຸກສຸດທ້າຍນີ້, ພວກເຮົາຮູ້ສຶກບໍ່ມີຄ່າ ແລະບໍ່ສາມາດທີ່ຈະຕໍ່ສູ້ກັບສາສະ ໜາທຽມເທັດຂອງພວກຂ່າວປະເສີດໃໝ່ແບບມີດີອານໄດ້, ການປະຖິ້ມຄວາມເຊື່ອມັນເລິກຫຼາຍ, ລິດເດດຂອງພວກຂ່າວປະເສີດມີດີອານໃຫຍ່ຫຼາຍ, ພວກເຮົາບໍ່ສາມາດເຮັດຫຍັງເພື່ອຊ່ວຍຮັກສາພຣະຄໍາພີ ແລະພຣະເຈົ້າແຫ່ງພຣະຄໍາພີຈາກການປະຖີ້ມຄວາມເຊື່ອນີ້ໄດ້.

II. ສອງ ພຣະເຈົ້າຂອງພຣະຄໍາພີຍັງຄົງມີຊີວິດຢູ່!

ພຣະເຈົ້າຊົງກ່າວວ່າ: “ເຮົາຄືພຣະເຢໂຮວາ ບໍ່ມີປ່ຽນແປງ”(ມາລາກີ 3:6)ແລ້ວ ພຣະວິນຍານຂອງພຣະເຈົ້າກໍມາສະຖິດກັບກິເດໂອນ, ລາວຈື່ງສົ່ງພວກສົ່ງຂ່າວຜູ້ໄດ້ເຕົ້າ ໂຮມຝູງຊົນອິດສະຣາເອນມາເພື່ອສູ້ຮົບພວກມີດີອານ.

“ດັ່ງນັ້ນ ເຢຣຸບບາອັນ ຊຶ່ງຄືກິເດໂອນ ແລະກອງທັບທັງໝົດທີ່ຢູ່ກັບທ່ານ ລຸກຂຶ້ນແຕ່ເຊົ້າມືດແລະໄປຕັ້ງເຕັນຢູ່ຂ້າງນ້ຳພຸແຫ່ງຮາໂຣດ ດັ່ງນັ້ນຄ້າຍຂອງຄົນມີດີອານຢູ່ທາງທິດເໜືອຂອງພວກເຂົາ ຢູ່ໃນຮ່ອມພູຂ້າງພູແຫ່ງໂມເຣ ແລະພຣະເຢໂຮວາກ່າວກັບກິເດໂອນວ່າ “ທະຫານທີ່ຢູ່ກັບເຈົ້າຍັງມີຫລາຍເກີນໄປທີ່ເຮົາຈະມອບຄົນມີດີອານໄວ້ໃນມືຂອງພວກເຂົາ ຢ້ານວ່າຄົນອິດສະຣາເອນຈະອວດຕົວຕໍ່ເຮົາ ໂດຍກ່າວວ່າ ‘ມືຂອງຂ້າພະເຈົ້າເອງໄດ້ຊ່ວຍຂ້າພະເຈົ້າໃຫ້ພົ້ນ’ ເພາະສະນັ້ນບັດນີ້ ຈົ່ງປະກາດໃຫ້ເຂົ້າຫູຂອງທະຫານທັງໝົດວ່າ ‘ຜູ້ໃດກໍຕາມທີ່ຢ້ານ ແລະໂຕສັ່ນຢູ່ ກໍໃຫ້ຜູ້ນັ້ນກັບສາ ແລະໄປຈາກພູເຂົາກິເລອາດໂດຍໄວ’” ແລະມີທະຫານກັບໄປສອງໝື່ນສອງພັນຄົນ ແລະຢັງເຫຼືອຢູ່ໜຶ່ງໝື່ນຄົນ” (ພວກຜູ້ປົກຄອງ 7:1-3)

ພຣະເຈົ້າຊົງກ່າວຕໍ່ກິເດໂອນວ່າ“ທະຫານທີ່ຢູ່ກັບເຈົ້າຍັງມີຫລາຍເກີນໄປ” ຈົ່ງໄປແລະເວົ້າວ່າ “ຜູ້ໃດກໍຕາມທີ່ຢ້ານ ແລະໂຕສັ່ນຢູ່ ກໍໃຫ້ຜູ້ນັ້ນກັບສາ ແລະໄປ”(ພວກຜູ້ປົກຄອງ 7:3).

ມີຄົນກັບໄປສອງໝື່ນສອງພັນຄົນ, ຍັງເຫຼືອໜຶ່ງໝື່ນຄົນຢູ່ກັບກິເດໂອນ, ນັ້ນຄືສິ່ງທີ່ເກີດຂຶ້ນກັບພວກເຮົາ, ຄຣິສຕະຈັກຂອງເຮົາເພິ່ມຂຶ້ນເປັນ 1,100 ຄົນຕອນທີ່ພວກເຮົານະມັດສະການຢູ່ໂຮງຮຽນມັດທະຍົມເລຄອນເຕຈູເນຍ, ແຕ່ຫຼາຍຄົນຢ້ານທີ່ຈະສ່ຽງຊີວິດຂອງຕົນເພື່ອພຣະເຢຊູ,ຄົນອື່ນໄດ້ໄປຈາກຄຣິສຕະຈັກຂອງເຮົາເພື່ອສະແຫວງຫາ “ຄວາມມ່ວນຊື່ນ” - ຫຼືເພດສໍາພັນ-ຫຼືຢາເສບຕິດ, ຄົນທີ່ອອກໄປໄດ້ຖືກອະທິບາຍໂດຍພຣະເຢຊູໃນຄໍາອຸປະມາເລື່ອງຜູ້ຫວ່ານພືດ, ໃນລູກາ 8:10-15 ຄໍາອຸປະມານັ້ນຖືກອະທິບາຍ,ຄົນປະເພດທີໜຶ່ງຄືຄົນທີ່ໄດ້ຍິນພຣະຄໍາຂອງພຣະເຈົ້າ ແລ້ວພະຍາມານກໍມາເອົາພຣະຄໍານັ້ນອອກໄປຈາກໃຈຂອງເຂົາ “ເພື່ອບໍ່ໃຫ້ເຂົາເຊື່ອແລະລອດໄດ້”(ລູກາ 8:12),ພວກເຮົາເຫັນເກືອບທຸກອາທິດ, ພວກເຂົາເຂົ້າມາແລ້ວເບິ່ງແຕ່ໄອແພັດຂອງຕົນແທນທີ່ຈະຟັງຄໍາເທດສະໜາ, ຫຼືປິດຕາຂອງຕົນແລ້ວຄິດເຖິງຢ່າງອື່ນ, ພຣະຄໍາຂອງພຣະເຈົ້າຈື່ງບໍ່ໄດ້ເຮັດຫຍັງກັບເຂົາເລີຍເພາະພວກເຂົາປ່ອຍໃຫ້ພະຍາມານຍູ້ພຣະຄໍາອອກໄປຈາກໃຈຂອງຕົນ.

ປະເພດທີສອງຄືຄົນທີ່ໄດ້ຟັງພຣະຄໍາດ້ວຍຄວາມຍິນດີ, ແຕ່ພວກເຂົາບໍ່ມີຮາກໃນ ພຣະຄຣິດ, ດັ່ງນັ້ນພວກເຂົາຈື່ງເບິ່ງຄືວ່າເຊື່ອໄລຍະໜຶ່ງ, ແຕ່ເມື່ອພວກເຂົາຖືກທົດສອບພວກເຂົາກໍລົ້ມລົງໄປ.

ປະເພດທີສາມຄືຄົນທີ່ໄດ້ຍິນພຣະຄໍາແລ້ວໄປຕາມທາງຂອງຕົນ, ແລ້ວພວກເຂົາກໍຖືກຮັດດ້ວຍຄວາມກັງວົນ,ຄວາມລໍ່າລວຍ ແລະຄວາມສະໜຸກສະໜານຂອງຊີວິດ “ຜົນຂອງເຂົາຈື່ງບໍ່ເຕີບໃຫຍ່” ດຣ.ເຈ.ເວີນັນແມັກກີ້ເວົ້າຖືກເມື່ອລາວເວົ້າວ່າຄົນທັງສາມປະເພດນີ້ບໍ່ເຄີຍລອດຫຼືກັບໃຈໃໝ່ເລີຍ, ພວກເຂົາທຸກຄົນຄືພາບຂອງຄົນທີ່ອອກໄປຈາກຄຣິສຕະຈັກຂອງພວກເຮົາໃນອະດີດ, ຊີວິດຂອງພວກເຂົາສະແດງໃຫ້ເຫັນວ່າບໍ່ມີຈັກຄົນທີ່ກັບໃຈ ໃໝ່ແທ້, ພວກເຂົາພຽງແຕ່ມາເພື່ອສາມັກຄີທໍາ ແລະມ່ວນກັບສິ່ງທີ່ພວກເຮົາມີຢູ່ໃນຄຣິສ ຕະຈັກເທົ່ານັ້ນ,ແຕ່ເມື່ອພວກເຂົາຖືກທົດລອງພວກເຂົາກໍອອກໄປເພາະພວກເຂົາບໍ່ເຄີຍກັບໃຈ ແລະບໍ່ເຄີຍບັງເກີດໃໝ່ເລີຍ, ພວກເຂົາຄືພາບຂອງສອງໝື່ນສອງພັນຄົນທີ່ມາເພື່ອຊ່ວຍກິເດໂອນແຕ່ຢ້ານຫຼາຍໂພດທີ່ຈະອົດທົນຕໍ່ສະຖານະການ ແລະມາເປັນທະຫານຂອງ ພຣະເຈົ້າ! ແລະທະຫານແຫ່ງໄມ້ກາງແຂນ.

“ແລະພຣະເຢໂຮວາກ່າວກັບກິເດໂອນວ່າ “ທະຫານທີ່ຢູ່ກັບເຈົ້າຍັງມີຫລາຍເກີນໄປທີ່ເຮົາຈະມອບຄົນມີດີອານໄວ້ໃນມືຂອງພວກເຂົາ ຢ້ານວ່າຄົນອິດສະຣາເອນຈະອວດຕົວຕໍ່ເຮົາ ໂດຍກ່າວວ່າ ‘ມືຂອງຂ້າພະເຈົ້າເອງໄດ້ຊ່ວຍຂ້າພະເຈົ້າໃຫ້ພົ້ນ’”(ພວກຜູ້ປົກຄອງ 7:2)

ແຕ່ກໍຍັງມີຄົນຫຼາຍເກີນໄປ, ພຣະເຈົ້າກ່າວກັບກິເດໂອນວ່າ “ທະຫານຍັງຫລາຍເກີນໄປ ຈົ່ງພາພວກເຂົາລົງໄປແຄມນ້ຳແລະເຮົາຈະທົດສອບພວກເຂົາໃຫ້ເຈົ້າບ່ອນນັ້ນ ”(ພວກຜູ້ປົກຄອງ 7:4),ອາກາດຮ້ອນຫຼາຍຢູ່ບ່ອນນັ້ນ “ຢູ່ໃນຮ່ອມພູຂ້າງໂນນພູແຫ່ງໂມເຣ”(ພວກຜູ້ປົກຄອງ 7:1), ພວກອິດສະຣາເອນຫິວນໍ້າຫຼາຍ, ສ່ວນຫຼາຍທະຫານຂອງກິເດໂອນແລ່ນໄປຫານໍ້າ,ຄຸເຂົ່າລົງແລ້ວເອົາມືຄໍ້າໃນຂະນະທີ່ກິນນໍ້າ “ແລະຈຳນວນຄົົນທີ່ໃຊ້ມືຂອງຕົນຕັກນ້ຳຂຶ້ນເລຍທີ່ປາກຂອງຕົນ ມີສາມຮ້ອຍຄົນ”(ພວກຜູ້ປົກຄອງ 7:6)ຫຼາຍຄົນເອົາມືຄໍ້າກິນນໍ້າເພາະພວກເຂົາຫິວນໍ້າຫຼາຍ, ສ່ວນສາມຮ້ອຍຄົນເອົາມືຂອງຕົນຕັກນໍ້າແລ້ວເລຍກິນຢູ່ມືຂອງຕົນ, ພວກເຂົາຮູ້ດີວ່າພວກເຂົາຕ້ອງເງີຍຫົວຂຶ້ນເພື່ອແນມເບິ່ງພວກມີດີອານ.

“ແລະພຣະເຢໂຮວາກ່າວກັບກິເດໂອນວ່າ “ເຮົາຈະຊ່ວຍເຈົ້າທັງຫຼາຍໃຫ້ພົ້ນດ້ວຍຄົນສາມຮ້ອຍຄົົນທີ່ເລຍນ້ຳນັ້ນ ແລະມອບຄົນມີດີອານໄວ້ໃນມືຂອງພວກເຈົ້າ ແລະຈົ່ງໃຫ້ບັນດາພວກທະຫານອື່ນໆ ນັ້ນກັບໄປສູ່ບ່ອນຢູ່ຂອງຕົນທຸກຄົນ””(ພວກຜູ້ປົກຄອງ 7:7)

ເທົ່າທີ່ເຮົາຈະໄປກັບເລື່ອງລາວທະຫານສາມຮ້ອຍຄົນຂອງກິເດໂດນໃນຄືນນີ້,ພວກມີດີອານກໍພາກັນຢູ່ໃນຮ່ອມພູນັ້ນ “ເໝືອນຝູງຕັກແຕນ ແລະຝູງອູດຂອງພວກເຂົາກໍນັບບໍ່ຖ້ວນ ມີຈຳນວນດັ່ງເມັດຊາຍຢູ່ແຄມທະເລ”(ພວກຜູ້ປົກຄອງ 7:12), ຄືນນັ້ນພຣະເຈົ້າຊົງມອບກອງທັບອັນເຂັ້ມແຂງຂອງພວກມີດີອານໃຫ້ກັບທະຫານສາມຮ້ອຍຄົນຂອງກິເດໂອນ, ພວກມີດີອານແລ່ນໜີເອົາຊີວິດລອດ, ແລະພວກອິດສະຣາເອນໄດ້ຈັບເອົາພວກເຈົ້ານາຍມີດີອານຄືໂອເຣັບກັບເສເອັບ ແລ້ວຕັດຫົວຂອງເຂົາອອກ ແລ້ວເອົາມາໃຫ້ກິເດໂອນ(ເບິ່ງ ພວກຜູ້ປົກຄອງ 7:25),ໄຊຊະນະມີໄດ້ກໍຍ້ອນພຣະເຈົ້າຊົງຢູ່ກັບທະຫານກຸ່ມນ້ອຍພຽງແຕ່ສາມຮ້ອຍຄົນເທົ່ານັ້ນ.

ນີ້ຄືບົດຮຽນສໍາລັບພວກເຮົາໃນຄືນນີ້, ຄຣິສຕະຈັກສ່ວນຫຼາຍໃນປັດຈຸບັນນີ້ຖືກນໍາໂດຍພວກຜູ້ຊາຍທີ່ສົນໃຈແຕ່ເລື່ອງຈໍານວນຄົນ, ນີ້ແມ່ນພວກຂ່າວປະເສີດພວກມີດີອານ, ພວກເຂົາຄິດວ່າມັນຈໍາເປັນທີ່ຈະມີຜູ້ຄົນເຂົ້າຮ່ວມຫຼາຍຮ້ອຍຄົນ, ແຕ່ພວກເຂົາບໍ່ມີລິດອໍານາດ, ມັນອາດຈະເປັນຜົນດີຫຼາຍຢ່າງສໍາລັບພວກນັກເທດທີ່ຈະຄິດກ່ຽວກັບກິເດໂອນແລະທະຫານຄົນກຸ່ມນ້ອຍໆທີ່ສັດຊື່ຂອງລາວ.

ໂຢນາທານເອັສ.ດິກເກີສັນໄດ້ຂຽນໜັງສືທີ່ຍິ່ງໃຫຍ່ເຫຼັ້ມໜຶ່ງຊື່ວ່າ ການຖົດຖອຍອັນຍິ່ງໃຫຍ່ຂອງຂ່າວປະເສີດ(Baker Books),ລາວໄດ້ໃຫ້ສະຖິຕິຕ່າງໆ, ວ່າປັດຈຸບັນນີ້ມີພຽງ7% ຂອງພວກຄົນໜຸ່ມທີ່ອ້າງວ່າເປັນຄຣິສຕຽນຂ່າວປະເສີດ, ສີ່ສິບຫ້າເປີເຊັນຂອງພວກ ຄຣິສຕຽນຂ່າວປະເສີດຈະຕາຍໃນອີກຊາວປີຂ້າງໜ້ານີ້, ນັ້ນໝາຍຄວາມວ່າຈໍານວນຂອງພວກຄຣິສຕຽນຂ່າວປະເສີດບໍ່ຊ້າຈະຫຼຸດລົງຈາກ 7% ເຫຼືອພຽງ “4% ຫຼືໜ້ອຍກວ່າ-ນອກ ຈາກວ່າພວກສາວົກລຸ້ນໃໝ່ຈະໄດ້ຮັບການເກີດໃໝ່”(ເຫຼັ້ມດຽວກັນໜ້າ 144).

ເປັນຫຍັງຈໍານວນພວກຄົນໜຸ່ມສາວຈື່ງມີການຫຼຸດລົງຢູ່ຕາມຄຣິສຕະຈັກຕ່າງໆລະ? ຂ້າພະເຈົ້າເຊື່ອວ່າມັນເປັນເພາະພວກເຂົາບໍ່ຖືກທ້າທາຍໃຫ້ດໍາເນີນຊີວິດຄຣິສຕຽນ, ເປົ້າ ໝາຍຂອງພວກເຮົາຄືຫຍັງລະ?ເປົ້າໝາຍຂອງພວກເຮົາໃນຄຣິສຕະຈັກນີ້ກໍຄືເພື່ອຊ່ວຍຄົນໜຸ່ມສາວໃຫ້ໄປເຖິງສັກກະຍາພາບສູງສຸດຂອງເຂົາໃນພຣະຄຣິດ, ພວກເຮົາຢູ່ນີ້ເພື່ອສ້າງກຸ່ມຄົນໜຸ່ມໃຫ້ເປັນເໝືອນກອງທັບຂອງກິເດໂອນ, ພວກເຮົາຢູ່ນີ້ເພື່ອຊ່ວຍພວກໜຸ່ມສາວທີ່ເຂົ້າມາຄຣິສຕະຈັກຂອງເຮົາແລ້ວກາຍເປັນສາວົກຂອງພຣະເຢຊູຄຣິດ, ຄົນທີ່ພວກເຮົາຂໍຄວາມຮ່ວມມືໃນກອງທັບຂອງພຣະຄຣິດຄືພວກຄົນໜຸ່ມ, ພວກເຂົາເປັນຄົນໜຸ່ມທີ່ພ້ອມທີ່ຈະເຮັດບາງສິ່ງບາງຢ່າງໃໝ່ ແລະທ້າທາຍ, ພຣະເຢຊູຊົງກ່າວວ່າ:

“ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກ ແລະຕາມເຮົາມາ”(ມາລະໂກ 8:34)

ຄົນທີ່ບໍ່ສົນໃຈໃນການຕິດຕາມພຣະເຢຊູ,ບໍ່ວ່າຈະແລກດ້ວຍຫຍັງກໍຕາມຄວນຈະຖືກກໍາຈັດອອກໄປ, ຄົນທີ່ຕ້ອງການຢາກໄດ້ຮັບການດູແລຄືພວກເດັກນ້ອຍຄືຄົນທີ່ຂ້າພະເຈົ້າເອີ້ນວ່າ “ຜູ້ຮັບ” ຄົນທີ່ເປັນ“ຜູ້ຮັບ”ບໍ່ຕ້ອງການທີ່ຈະປະຕິເສດຕົວເອງ, ພວກເຂົາບໍ່ຕ້ອງການທີ່ຈະເອົາອັນໃດໃຫ້ພຣະເຢຊູ, ຖ້າພວກທ່ານຕ້ອງການທີ່ຈະໄດ້ຮັບການດູແລເອົາໃຈໃສ່ຕະຫຼອດໄປ,ນີ້ບໍ່ແມ່ນຄຣິສຕະຈັກສໍາລັບທ່ານ.

ເອລີນາເມຍຂອງຂ້າພະເຈົ້າມາທີ່ຄຣິສຕະຈັກຂອງເຮົາຕອນທີ່ລາວສິບຫົກປີເທົ່ານັ້ນ ພາຍໃນສາມອາທິດລາວກໍເລືອກທາງຂອງຕົນເອງທີ່ຈະມາໂບດ, ລາວບໍ່ຕ້ອງການໃຫ້ໃຜ “ໄປຮັບ”ຫຼັງຈາກພຽງສາມອາທິດ, ທັນໃດນັ້ນລາວກໍກາຍເປັນຄົນງານຢູ່ໃນຄຣິສຕະຈັກຂອງເຮົາ, ລາວກາຍເປັນຄົນໂທລະສັບຕອນອາຍຸພຽງ 17 ປີເທົ່ານັ້ນ, ລາວແຕ່ງງານກັບຂ້າພະເຈົ້າຕອນລາວອາຍຸພຽງ 19 ປີ, ຕອນທີ່ລູກຊາຍຝາແຝດຂອງພວກເຮົາເກີດລາວກໍພາມາໂບດຕັ້ງແຕ່ອາທິດທໍາອິດ, ເລສລີລູກຊາຍຂອງຂ້າພະເຈົ້າບໍ່ເຄີຍຂາດໂບດວັນອາທິດເລີຍຕັ້ງແຕ່ມື້ລາວເກີດ, ເວສລີເຄີຍຂາດພຽງແຕ່ອາທິດດຽວຍ້ອນປ່ວຍໃນຊີວິດທັງໝົດຂອງລາວ, ຜູ້ຍິງຫຼາຍຄົນເວົ້າວ່າມັນຫຼາຍໂພດ, ພວກເຂົາໃຫ້ລູກຂອງຕົນຢູ່ບ້ານບໍ່ວ່າເມື່ອໃດກໍຕາມທີ່ພວກເຂົາເປັນຫວັດໜ້ອຍໜຶ່ງ, ແຕ່ເມຍຂອງຂ້າພະເຈົ້າເຮັດຖືກສ່ວນຄົນອື່ນເຮັດຜິດ ເດັກນ້ອຍຂອງພວກເຂົາເກືອບທຸກຄົນອອກໄປຈາກຄຣິສຕະຈັກເພື່ອມີຊີວິດທີ່ເຫັນແກ່ຕົວ, ລູກຊາຍທັງສອງຂອງຂ້າພະເຈົ້າຢູ່ທີ່ນີ້ຮ່ວມນະມັດສະການທຸກຄັ້ງຈົນທຸກວັນນີ້, ພວກເຂົາຢູ່ນີ້ເພາະເມຍຂອງຂ້າພະເຈົ້າເປັນສາວົກຂອງພຣະເຢຊູ, ດຣ.ໄຄຣ້ທັນແອວ.ແຊນຜູ້ທີ່ພວກເຮົາຈະໃຫ້ກຽດລາວໃນວັນຄ້າຍວັນເກີດຄົບຮອບຫົກສິບປີຈັກໜ້ອຍນີ້ເວົ້າເຖິງເມຍຂອງຂ້າ ພະເຈົ້າວ່າ “ຂ້ອຍຮູ້ຈັກລາວຕອນທີີ່ລາວເຂົ້າມາຄຣິສຕະຈັກຂອງພວກເຮົາຄັ້ງແລກ,ຕັ້ງແຕ່ນັ້ນມາລາວກໍສືບຕໍ່ມາເລື່ອຍໆ,ມີຄວາມຮັກອັນຍິ່ງໃຫຍ່ເພື່ອພຣະຄຣິດ ແລະຄວາມຮັກສໍາລັບຈິດວິນຍານທີ່ຫຼົງຫາຍ,ໃນຖານະ(ໄວລຸ້ນ)ຄົນໜື່ງນາງໄດ້ມອບຊີວິດຂອງຕົນໃຫ້ກັບງານ ຮັບໃຊ້ຂອງຄຣິສຕະຈັກຂອງເຮົາ ແລະບໍ່ໄດ້ຖືຫຍັງກັບເລີຍ...ຄົນໜຸ່ມສາວທັງຫຼາຍຈົ່ງໃຫ້ເມຍຂອງດຣ.ໄຮເມີເປັນຕົ້ນແບບຂອງທ່ານ,ຖ້າພວກທ່ານຫາກຕິດຕາມແບບຢ່າງຂອງລາວ ຄຣິສຕະຈັກຂອງເຮົາກໍຈະມີອະນາຄົດທີ່ສົດໃສແລະສະຫງ່າລາສີ”

ຕັ້ງແຕ່ພວກເຮົາກໍາລັງຈະສະເຫຼີມສະຫຼອງວັນຄົບຮອບວັນເກີດຫົກສິບປີຂອງດຣ.ແຊນໃນຄືນນີ້ຂ້າພະເຈົ້າຄວນຈະເວົ້າວ່າລາວເອງເຊັ່ນກັນເປັນແບບຢ່າງທີ່ດີແຫ່ງການເປັນສາວົກຂອງພຣະຄຣິດ, ລາວຖືກເຈີມຕັ້ງໃຫ້ເປັນສິດຍາພິບານຄຣິສຕະຈັກຂອງເຮົາ,ລາວອ່ອນແອຫຼາຍຕອນເປັນເດັກ, ລາວປ່ວຍຫຼາຍຈົນພວກເຂົາຕ້ອງອົບລາວໃນຕູ້ແກ້ວຢູ່ໂຮງໝໍ ຕະຫຼອດການເປັນເດັກແດງຂອງລາວ, ລາວມາທີ່ຄຣິສຕະຈັກຂອງເຮົາໃນຖານະໄວລຸ້ນທີ່ກໍາລັງຮຽນເປັນໝໍ, ພວກໝໍອື່ນໆບອກວ່າລາວຈະມີຊີວິດຢູ່ບໍ່ເກີນສາມສິບປີ,ລາວສາມາດເປັນຄົນທີ່ອ່ອນແອທີ່ຕ້ອງການໃຫ້ຄຣິສຕະຈັກດູແລລາວໄດ້, ແຕ່ບໍ່ເລີຍ! ລາວໄດ້ວາງຕົນເອງລົງສູ່ງານຮັບໃຊ້ຂອງຄຣິສຕະຈັກແລ້ວກາຍເປັນສາວົກຂອງພຣະຄຣິດ, ພວກເຂົາບອກລາວວ່າບໍ່ໃຫ້ໃຊ້ແຮງຫຼາຍ ບໍ່ດັ່ງນັ້ນລາວກໍຈະຕາຍກ່ອນອາຍຸສາມສິບປີ, ແຕ່ງານຮັບໃຊ້ ພຣະຄຣິດໄດ້ໃຫ້ກໍາລັງແກ່ດຣ.ແຊນ, ລາວມີຊີວິດທີ່ດີ,ຊີວິດທີ່ເຂັ້ມແຂງຍາວກວ່າສາມປີເກີນກວ່າທີ່ຄາດການໄວ້, ລາວໄດ້ຮັບເອົາກາງແຂນຂອງຕົນແບກແລ້ວຕາມພຣະເຢຊູ, ແລະດຽວນີ້ລາວໄດ້ນັ່ງເທິງຕັ່ງຢູ່ເວທີໃນຖານະບຸລຸດຜູ້ເຂັ້ມແຂງຂອງພຣະເຈົ້າຕອນອາຍຸຫົກສິບປີ!

ຂ້າພະເຈົ້າຍັງສາມາດໄປເລື່ອຍໆເວົ້າເຖິງທ້າວແມນເຊຍ, ນາງຊາລາຊ່າ, ເບັນ ກຣິຟຟິດທີ່ກໍາລັງພັກຜ່ອນກັບເມຍຂອງຕົນໃນຄືນນີ້, ຂ້າພະເຈົ້າສາມາດເວົ້າກ່ຽວກັບສອງ ຜົວເມຍເວີເຈວນິກເກວຜູ້ທີ່ເອົາເງິນໃຫ້ພວກເຮົາຢືມຫຼາຍທີ່ສຸດເພື່ອຊື້ຕຶກນີ້, ນິກເກວອາຍຸ 75 ປີພ້ອມກັບການເປັນໂລກເບົາຫວານ-ແຕ່ລາວກໍຂັບລົດຫຼາຍກວ່າຊົ່ວໂມງເພື່ອມາຄຣິສ ຕະຈັກທຸກແລງວັນພຸດ,ທຸກວັນອາທິດທັງເຊົ້າແລະແລງ, ຫຼືຂ້າພະເຈົ້າສາມາດເວົ້າເຖິງຊາຍໜຸ່ມຜູ້ອັດສະຈັນຄົນນີ້ຄືອາຈານຈອນ ຊາມູເອວເຄແກນທີ່ໃນບໍ່ຊ້າຈະມາແທນທີ່ຂ້າພະເຈົ້າໃນຖານະສິດຍາພິບານຂອງຄຣິສຕະຈັກນີ້, ຄົນເຫຼົ່ານີ້ທຸກຄົນໄດ້ກາຍເປັນສາວົກຂອງພຣະເຢຊູ ແລະທະຫານແຫ່ງໄມ້ກາງແຂນ.

ສິດຍາພິບານຂອງຂ້າພະເຈົ້າດຣ.ທິໂມທີລິນເວົ້າວ່າ “ໜ້້ອຍກວ່າດີກວ່າຫຼາຍກວ່າ...ບ່ອນນັ່ງໃນທຸກບ່ອນນັ່ງໃນໂບດອາດຈະເຕັມໃນວັນອາທິດ ແຕ່ຄວາມຈິງທີ່ເຫຼືອມີພຽງບໍ່ເທົ່າໃດຄົນທີ່ຢູ່ໃນການປະຊຸມອະທິຖານ...ພວກເຮົາບໍ່ສາມາດເວົ້າໄດ້ວ່າອັນນັ້ນເຂັ້ມແຂງ”(The Secret of Church Growth ໜ້າ 39)

ຈົ່ງເບິ່ງທົ່ວພຣະຄໍາພີ,ທ່ານຈະເຫັນອີກເຫັນອີກວ່າ “ໜ້້ອຍກວ່າດີກວ່າຫຼາຍກວ່າ” ພຣະເຢຊູພາ 11 ຄົນມາແລ້ວປ່ຽນໂລກເພາະຄົນຂອງພຣະອົງເຕັມໃຈທີ່ຈະຕາຍເພື່ອພຣະອົງ ແລະເພື່ອພຣະນາມຂອງພຣະອົງ, ໃນປະຫວັດສາດຄຣິສຕະຈັກພວກເຮົາເຫັນບົດຮຽນອັນດຽວກັນ, ມີພຽງ 120 ຄົນເທົ່ານັ້ນທີ່ປາກົດໃນວັນເພັນເທຄອສ, ມີພຽງພວກມໍຣາວຽນບໍ່ເທົ່າໃດຄົນທີ່ຈຸດປະກາຍກະແສງານມິດຊັນສະໄໝໃໝ່, ມີພຽງພວກເມໂຕດິສໜ້ອຍດຽວ ເທົ່ານັ້ນທີ່ຈຸດປະກາຍການຟື້ນຕື່ນຂື້ນຄັ້ງທີ່ໜຶ່ງ, ມີພຽງໜ້ອຍຄົນເທົ່ານັ້ນທີ່ຕິດຕາມຮັດສັນເທເລີເພື່ອໄປປະກາດພາຍໃນປະເທດຈີນ.

ຄົນທີ່ບໍ່ເຕັມໃຈທີ່ຈະມອບສິ່ງທີ່ດີທີ່ສຸດຂອງເຂົາໃຫ້ພຣະຄຣິດຄວນທີ່ຈະຖືກກໍາຈັດອອກໄປ, ຄົນທີ່ຕ້ອງການທີ່ຈະໄດ້ຮັບການປະຕິບັດຄືກັບເດັກນ້ອຍຕະຫຼອດຄວນຈະຖືກກໍາຈັດອອກໄປ, ຄົນທີ່ບໍ່ເຄີຍຢາກຈະຍັບຍ້າຍຈາກບ່ອນສະດວກສະບາຍຂອງຕົນຄວນຈະຖືກກໍາຈັດອອກ, ພວກເຂົາຄື“ຜູ້ຮັບ”ຕະຫຼອດຜູ້ທີ່ບໍ່ເຄີຍໃຫ້ຫຍັງເພື່ອພຣະຄຣິດເລີຍ, ຖ້າພວກເຮົາຢາກຈະມີຄຣິສຕະຈັກແຫ່ງການເປັນພວກສາວົກພວກເຮົາຈະຕ້ອງຍອມໃຫ້“ຜູ້ຮັບ”ໄປເພື່ອທີ່ພວກເຮົາຈະມີຄົນໜຸ່ມຜູ້ທີ່ຕ້ອງການທ້າທາຍພວກເມດີອານແຫ່່ງຂ່າວປະເສີດໃໝ່ ທີ່ນຸ່ມນວນ ແລະປ່ຽນແປງມັນ, ພວກເຮົາຈະຕ້ອງໜຸນໃຈຄົນທີ່ຕ້ອງການທີ່ຈະເຮັດໃຫ້ຊີວິດຂອງພວກເຂົາມີຄ່າເພື່ອພຣະເຢຊູຄຣິດ, ແລະພວກເຮົາຈະຕ້ອງບໍ່ໜຸນໃຈຄົນທີ່ຢາກໃຫ້ເຂົາຖືກປະຕິບັດຄືເດັກນ້ອຍທີ່ບໍ່ເຄີຍໃຫຍ່ຈັກເທື່ອ! ພວກເຮົາຈະຕ້ອງໜຸນໃຈຄົນທີ່ຢາກຈະເປັນສາວົກຂອງພຣະເຢຊູແລະຈະຕ້ອງປ່ອຍໃຫ້ຄົນທີ່ເຫຼືອກັບບ້ານຄືກັບທີ່ກິເດໂອນເຮັດ!

ຂໍເຊີນຢືນຂຶ້ນແລ້ວຮ້ອງເພງບົດທີ 1 ໃນເຈ້ຍເພວຂອງທ່ານ “ເຫຼົ່າທະຫານຂອງພຣະຄຣິດ” ເຊີນຮ້ອງ

ເຫຼົ່າທະຫານຂອງພຣະຄຣິດຈົ່ງເຂົ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູທີ່ນໍາໜ້າໄປ
ພຣະຄຣິດເຈົ້າແມ່ທັບໃຫຍ່ພາໄປຮົບສັດຕູ
ມຸ່ງສູ່ສະໜາມຮົບ ຈົ່ງເບິ່ງທະຫານຂອງພຣະອົງໄປ
ເຫຼົ່າທະຫານຂອງພຣະຄຣິດຈົ່ງເຂົ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູທີ່ນໍາໜ້າໄປ

ເໝືອນກອງທັບອັນກຽງໄກຈົ່ງເຄື່ອນໄປຄຣິສຕະຈັກພຣະເຈົ້າ
ເຮົາພີ່ນ້ອງຈົ່ງທຽວທາງ ນໍາຄົນໃຈເສາະໃສ
ເຮົາບໍ່ແຕກແຍກຈາກກັນ ແຕ່ເປັນໜຶ່ງດຽວກັນ
ຄວາມຮັກດຽວ,ຄວາມຫວັງແລະຄໍາສອນດຽວກັນ
ເຫຼົ່າທະຫານຂອງພຣະຄຣິດຈົ່ງເຂົ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູທີ່ນໍາໜ້າໄປ

ທ່ານທັງຫຼາຍຈົ່ງເຂົ້າມາເທີນ ຮ່ວມເປັນສຸກກັບໝູ່ເຮົາ
ຮ້ອງສຽງໄຊຊະນະ ແລະຮ້ອງສຽງສັນລະເສີນ
ຊາວສະຫວັນກັບທັງຊາວໂລກ ພາກັນຂາບວັນທາ
ໄຫວ້ພຣະເຢຊູຄຣິດ ກະສັດໃຫຍ່ແຕ່ບັດນີ້ສືບໄປ
ເຫຼົ່າທະຫານຂອງພຣະຄຣິດຈົ່ງເຂົ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູທີ່ນໍາໜ້າໄປ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ໂນອາ ຊອງ.
“Onward, Christian Soldiers” (Sabine Baring-Gould, 1834-1924).

ໂຄງຮ່າງບົດເທດສະໜາ

ກອງທັບຂອງກິເດໂອນ!

GIDEON’S ARMY!

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ.

“ແລະພຣະເຢໂຮວາກ່າວກັບກິເດໂອນວ່າ “ທະຫານທີ່ຢູ່ກັບເຈົ້າຍັງມີຫລາຍເກີນໄປທີ່ເຮົາຈະມອບຄົນມີດີອານໄວ້ໃນມືຂອງພວກເຂົາ ຢ້ານ ວ່າຄົນອິດສະຣາເອນຈະອວດຕົວຕໍ່ເຮົາ ໂດຍກ່າວວ່າ ‘ມືຂອງຂ້າພະເຈົ້າເອງໄດ້ຊ່ວຍຂ້າພະເຈົ້າໃຫ້ພົ້ນ” (ພວກຜູ້ປົກຄອງ 7:2)

I.   ໜຶ່ງ ການປະຖິ້ມຄວາມເຊື່ອ. ພວກຜູ້ປົກຄອງ 6:12,13.

II.  ສອງ ພຣະເຈົ້າຂອງພຣະຄໍາພີຍັງຄົງມີຊີວິດຢູ່! ມາລາກີ 3:6;
ພວກຜູ້ປົກຄອງ 7:1-3; ລູກາ 8:12; ພວກຜູ້ປົກຄອງ 7:4,1,6,7,12;
ມາລະໂກ 8:34.