Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະຄໍາພີກັບການປະຖິ້ມຄວາມເຊື່ອຂອງປັດຈຸບັນນີ້

THE BIBLE AND TODAY’S APOSTASY!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 17/6/2018
A sermon preached at the Baptist Tabernacle of Los Angeles
Lord's Day Evening, June 17, 2018


ກະລຸນາເປີດພຣະຄໍາພີຂອງທ່ານໄປໃນ 2 ຕີໂທທຽວ ບົດທີສາມ, ຢູ່ໜ້າທີ່ 1280 ໃນພຣະທໍາສະກໍຟິວສຶກສາ, ເຊີນເບິ່ງ,ເປີດພຣະຄໍາພີຂອງທ່ານປະໄວ້ໃນບົດນີ້ເລີຍ.

ຂ້າພະເຈົ້າຖືວ່າ 2 ຕີໂມທຽວ ບົດທີສາມແລະສີ່ເປັນໜຶ່ງໃນຂໍ້ພຣະຄໍາພີທີ່ສໍາຄັນທີ່ສຸດໃນພຣະຄໍາພີສໍາລັບພວກເຮົາໃນປັດຈຸບັນນີ້, 2 ຕີໂມທຽວຄືສິ່ງສຸດທ້າຍທີ່ອັກຄະສາວົກຂຽນຂຶ້ນສໍາລັບພຣະຄໍາພີ, ມັນຖືກຂຽນຂຶ້ນໃນປີຄ.ສ.67, ໂປໂລຖືກຈັບໂດຍຈັກກະພັດເນໂຣຍ້ອນການເປັນຄູສອນຄຣິສຕຽນ,ລາວຖືກລ່າມໂສ້ຢູ່ໃນຄຸກເມເມີໄທບໍ່ໄກປານໃດຈາກຈາກໂຮງລະຄອນ, ຂ້າພະເຈົ້າກັບເມຍໄດ້ລົງໄປເບິ່ງຄຸກມືດນັ້ນ, ທີ່ນັ້ນເອງໂປໂລໄດ້ຂຽນຈົດໝາຍນີ້, ລາວຖືກຕັດຫົວບໍ່ເທົ່າໃດເດືອນຫຼັງຈາກທີ່ລາວຂຽນ 2 ຕີໂມທຽວ, 2 ຕີໂມທຽວຖືກຂຽນຂຶ້ນເພື່ອສະແດງໃຫ້ພວກເຮົາເຫັນວິທີທີ່ຈະດໍາເນີນຊີວິດໃນຖານະເປັນຄຣິສຕຽນໃນຍຸກແຫ່ງການປະຖິ້ມຄວາມເຊື່ອ - ຍຸກແຫ່ງຄວາມບໍ່ເຊື່ອແລະ ການປະຕິເສດຊາວ ຄຣິສຕຽນ, ມັນຖືກຂຽນຂຶ້ນໂດຍສະເພາະແມ່ນໃນຍຸກທີ່ພວກເຮົາຢູ່ນີ້! ສະຕະວັດທີ 20ກັບ 21 ຄືຊ່ວງເວລາທີ່ບໍ່ມີພຣະເຈົ້າທີ່ສຸດໃນປະຫວັດສາດໂລກ, ເຊີນເບິ່ງບົດທີ 3 ຂໍ້ 1:

“ຈົ່ງຮູ້ຂໍ້ນີ້ກ່ອນຄືວ່າໃນວັນສຸດທ້າຍຈະເກີດເຫດການອັນຕະລາຍຫຼາຍ” (1 ຕີໂມທຽວ 3:1)

ເຊີນເບິ່ງພີ້,ນັກຂຽນບາງຄົນເວົ້າວ່ານີ້ຄືຍຸກສະໄໝທັງໝົດນັບຕັ້ງແຕ່ການສະເດັດກັບສະຫວັນຂອງພຣະຄຣິດ, ຂ້າພະເຈົ້າບໍ່ເຊື່ອແບບນັ້ນ, ດຣ.ເຈ.ເວີນັນແມັກກີ້ໄດ້ເວົ້າວ່າ “ຂ້າພະເຈົ້າເຊື່ອວ່າພວກເຮົາກໍາລັງມຸ່ງສູ່ຍຸກສຸດທ້າຍ...ຂ້າພະເຈົ້າເຊື່ອວ່າຕອນນີ້ພວກເຮົາ(ກໍາລັງອາໄສຢູ່)ໃນຊ່ວງ ‘ເຫດການອັນຕະລາຍຫຼາຍ’, ຂ້າພະເຈົ້າບໍ່ຮູ້ວ່າມັນຈະຢູ່ອີກດົນປານໃດແຕ່ຂ້າພະເຈົ້າແນ່ໃຈວ່າມັນກໍາລັງຈະຮ້າຍແຮງຂຶ້ນ”(McGee, Thru the Bible; note on II Timothy 3:1) ສອງສາມຂໍ້ຕໍ່ໄປນີ້ຄືພາບແຫ່ງຍຸກທີ່ພວກເຮົາອາໄສຢູ່ນີ້,ເບິ່ງຂໍ້ 2-7:

“ເພາະວ່າຄົນຈະເປັນຄົນຮັກຕົວເອງ, ເປັນຄົນເຫັນແກ່ເງີນ, ເປັນຄົນອວດຕົວ, ເປັນຄົນຈອງຫອງ, ເປັນຄົນເວົ້າໝິ່ນປະມາດ, ເປັນຄົນບໍ່ເຊື່ອຟັງຄຳພໍ່ແມ່, ເປັນຄົນບໍ່ກະຕັນຍູ, ເປັນຄົນບໍ່ມີສິນລະທຳ, ເປັນຄົນບໍ່ຮັກຊຶ່ງກັນແລະກັນ, ເປັນຄົນບໍ່ເຮັດຕາມສັນຍາ, ເປັນຄົນຫາຄວາມໃສ່ເຂົາ, ເປັນຄົນບໍ່ມີສະຕິຢັ້ງໃຈ, ເປັນຄົນໂຫດຮ້າຍ, ເປັນຄົນຊັງຄົນດີ, ເປັນຄົນທໍລະຍົດ, ເປັນຄົນຫົວແຂງ, ເປັນຄົນຫົວສູງ, ເປັນຄົນຮັກຄວາມສະໜຸກສະໜານ ຫຼາຍກວ່າຮັກພຣະເຈົ້າ, ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ, ແຕ່ລິດຂອງທາງນັ້ນເຂົາປະຕິເສດເສຍ ຄົນຢ່າງນີ້ທ່ານຈົ່ງຜິນໜ້າໜີຈາກເຂົາເສຍດ້ວຍ ເພາະໃນບັນດາຄົນເຫລົ່ານັ້ນ ມີຄົົນທີ່ແອບໄປຕາມບ້ານ ແລ້ວນຳຍິງທີ່ເບົາປັນຍາໜາດ້ວຍບາບໄປເປັນຊະເລີຍ ແລ້ວພາກັນຫລົງໃຫລໄປດ້ວຍຕັນຫາຕ່າງໆ ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” (2 ຕີໂມທຽວ 3:2-7)

ຟັງເບິ່ງຄືກັບລາຍຊື່ຂອງຄົນທີ່ແບ່ງແຍກຄຣິສຕະຈັກຂອງເຮົາຕອນທີ່ໂອລີວາສອອກໄປ, ພວກເຮົາຢູ່ໃນຍຸກສຸດທ້າຍນັ້ນ! ຕອນນີ້ຂໍໃຫ້ເຮົາເບິ່ງຂໍ້ 12 ແລະ 13.

“ແທ້ຈິງທຸກຄົົນທີ່ປາດຖະຫນາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າໃນພຣະເຢຊູຄຣິດຈະຖືກກົດຂີ່ຂົ່ມເຫງ, ແຕ່ຄົນຊົ່ວ ແລະຄົນຫລອກລວງຈະຊົ່ວຮ້າຍຫລາຍຂຶ້ນ ທັງຫລອກລວງຄົນອື່ນ ແລະກໍຖືກຄົນອື່ນຫລອກລວງດ້ວຍ”(2 ຕີໂມທຽວ 3:12,13)

ເບິ່ງພີ້.

ຂໍ້ພຣະຄໍາພີນີ້ໄດ້ອະທິບາຍໂລກທີ່ປະຖີ້ມຄວາມເຊື່ອ, ໂລກທີ່ປະຕິເສດພຣະເຈົ້າ ແລະພຣະຄໍາພີ, ໂລກທີ່ຊົ່ວຮ້າຍແລະທາລຸນບ່ອນທີ່ຜູ້ຄົນເຮັດຄືກັບພວກປ່າເຖື່ອນ,ໂລກບ່ອນທີ່ “ທຸກຄົົນທີ່ປາດຖະຫນາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າ”(ດໍາເນີນຊີວິດ ຄຣິສຕຽນ)ໃນພຣະເຢຊູຄຣິດຈະຖືກກົດຂີ່ຂົ່ມເຫງ,ໂລກບ່ອນທີ່ພວກຄຣິສຕຽນດີໆຖືກດູໝີິ່ນ (ຂໍ້3), ພວກເຮົາກໍາລັງເຫັນແບບນັ້ນໃນປັດຈຸບັນນີ້, ພວກຊາວໂລກໍາລັງຂົ່ມເຫງຄຣິສຕຽນທີ່ຢຶືນຢັດຕໍ່ສູ້ “ວິວັດທະນາການທາງເພດ”ມັນເຮັດໃຫ້ພວກສະມາຊິກຄຣິສຕະຈັກຫຼາຍຄົນຢ້ານ,ປີກາຍນີ້ມີພວກແບັບຕິດໃຕ້ໜີອອກຈາກຄຣິສຕະຈັກໄປ 200,000 ຄົນ, ມີຫຼາຍຄົນກໍາລັງແລ່ນນໍາຊີວິດຂອງເຂົາເຈົ້າໃນປີນີ້-ຍ້ອນຄວາມຢ້ານ,ໃນຍຸກ “ທີ່ອັນຕະລາຍຫຼາຍ”ຍຸກຜີມານຊາຕານ, ພວກມູສະລິມກໍາລັງມາ, ລູກລະເບີດກໍາລັງປ່ອຍລົງ, ຢາເສບຕິດລະບາດປານຈະລວດ, ໄມ້ກາງແຂນກໍາລັງຖືກຈີກລົງ, ພວກເດັກນ້ອຍກໍາລັງຖືກບອກວ່າພວກເຂົາບໍ່ສາມາດອະທິຖານຢູ່ໃນໂຮງຮຽນໄດ້, ທຸກຄົນເບິ່ງຄືວ່າເຂົ້າໃຈສິີ່ງທີ່ຮ້າຍໆນີ້ກໍາລັງຈະເກີດຂຶ້ນໃນຊາດ ແລະຢູ່ໃນໂລກຂອງເຮົາ.

ພວກທ່ານແລະຂ້າພະເຈົ້າອາໄສຢູ່ໃນຍຸກທີ່ອັນຕະລາຍຫຼາຍ, ນັກປະກາດຊາວອັງກິດລີໂອນາດເຣເວັນຮິລໄດ້ກ່າວວ່າ “ນີ້ຄືຍຸກສຸດທ້າຍ” ບໍ່ເທົ່າໃດນາທີຫຼັງຈາກທີ່ຂ້າພະ ເຈົ້າຂຽນປະໂຫຍກນີ້ຂ້າພະເຈົ້າກໍໄດ້ຍິນວ່າພວກກໍ່ການຮ້າຍມູສະລິມໄດ້ໂຈມຕີນະຄອນປາຣີຫຼາຍບ່ອນ, ພວກມູສະລິມໄດ້ຂ້າຫຼາຍກວ່າ 120 ຄົນຢ່າງເລືອດເຢັນ, ພຽງ 24 ຊົ່ວໂມງກ່ອນໜ້ານີ້ໂອບາມາໄດ້ເວົ້າວ່າ “ພວກໄອເອສຍັງຢູ່” ຊ່າງຕະຫຼົກ! ໂອບາມາຄືປະທານາທິບໍດີທີ່ອ່ອນແອທີ່ສຸດທີ່ອາເມລິກາເຄີຍມີມານັບຕັ້ງແຕ່ຈິມມີຄາເຕີ!

ນີ້ຄືຍຸກທີ່ອັນຕະລາຍຫຼາຍ, ນີ້ຄືຍຸກທີ່ປະຖິ້ມຄວາມເຊື່ອ, ຄຣິສຕະຈັກຂອງພວກເຮົາເຕັມໄປດ້ວຍຄົນທີ່ຍັງບໍ່ລອດ, ສິດຍາພິບານຫຼາຍຄົນຢ້ານວ່າຈະມີບາງຄົນອອກໄປຈາກຄຣິສຕະຈັກຂອງພວກເຂົາຈົນເຮັດໃຫ້ເຂົາບໍ່ເທດສະໜາຂ່າວປະເສີດ- ເພາະຢ້ານວ່າຈະເຮັດໃຫ້ຄົນທີ່ບໍ່ລອດໃຈຮ້າຍໄດ້! ວິທະຍາໄລຕ່າງໆຂອງທ່ານເຕັມໄປດ້ວຍພວກສາສະດາຈານທີ່ສູບຢາກະຕຸ້ນເຊິ່ງບອກທ່ານວ່າພຣະຄໍາພີເຕັມໄປດ້ວຍເລື່ອງຂີ້ຕົວະ, ພວກທ່ານຮູ້ບໍ່ວ່າເຂົາເຈົ້າຂີ້ຕົວະ! ພວກທ່ານຮູ້ດີວ່າຂ້າພະເຈົ້າເວົ້າຖືກ! ແມ່ນຫຍັງແມ່ນຄໍາຕອບ? ພວກເຮົາຄວນຈະເຮັດແນວໃດ? ອັກຄະສາວົກໄດ້ໃຫ້ຄໍາຕອບຢູ່ໃນຂໍ້ທີ 14 ວ່າ:

“ແຕ່ຝ່າຍທ່ານຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ທ່ານກໍຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ”(2 ຕີໂມທຽວ 3:14)

“ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ” ຈົ່ງສືບຕໍ່ມາໂບດບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ! “ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ” ດຣ.ລີໂຣເບີສັນ(1909-2007)ຄືນັກເທດແບັບຕິດຜູ້ຍິ່ງໃຫຍ່, ຄໍາຂວັນຂອງເພິ່ນກໍຄື “ສາມເພື່ອຈະເລີນຂຶ້ນ” – “ຄໍາຂວັນອັນໜຶ່ງທີ່ຂ້າພະເຈົ້າໄດ້ເທດມາເປັນເວລາກວ່າຫົກສິບປີມາແລ້ວ” - “ຄວາມສັດຊື່ໃນການນະມັດສະ ການ -ເຊົ້າວັນອາທິດ,ແລງວັນອາທິດ ແລະແລງວັນພຸດ”(” (Lee Roberson, D.D., “Three to Thrive Statement,” The Man in Cell No. 1, Sword of the Lord Publishers, 1993, back cover)

ມີຫຍັງຜິດພາດ?ບໍ່ມີຫຍັງຜິດພາດເລີຍ! ຈົ່ງຢູ່ຄຣິສຕະຈັກນີ້ແທນທີ່ການແລ່ນອອກໄປງານລ້ຽງກັບພວກຄົນບໍ່ເຊື່ອ! ຈົ່ງຢູ່ທີ່ຄຣິສຕະຈັກຫຼາຍກວ່າທີ່ຈະແລ່ນໄປລາສເວກັສ ຫຼືເມືອງຊົ່ວຊານຟຣານຊິສໂກ! ຈົ່ງຢູ່ທີ່ນີິ້ທຸກເຊົ້າວັນອາທິດ,ທຸກວັນອາທິດຕອນແລງ ແລະທຸກແລງວັນພຸດ! ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ! “ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ທ່ານຮຽນຮູ້ແລ້ວ” ເອແມນ! ຕອນນີ້ໃຫ້ເຮົາເບິ່ງຂໍ້ 15 :

“ແລະຕັ້ງແຕ່ເດັກມາແລ້ວ ທີ່ທ່ານໄດ້ຮູ້ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິດ” (2 ຕີໂມທຽວ 3:15)

ເບິ່ງພີ້ ດຣ.ແມັກກີ້ກ່າວວ່າ:

ຢາແກ້ອັນດຽວສໍາລັບໂລກທີ່ປະຖິ້ມຄວາມເຊື່ອກໍຄືພຣະຄໍາຂອງພຣະເຈົ້າ(ພຣະຄໍາພີ), ແຫຼ່ງແຫ່ງດຽວແລະແຫຼ່ງສໍາລັບລູກຂອງພຣະເຈົ້າກໍຄືພຣະຄໍາຂອງພຣະເຈົ້າ.

ຖ້າທ່ານບໍ່ອ່ານພຣະຄໍາພີທຸກມື້, ທ່ານກໍຈະເປັນຄົນທີ່ສັບສົນ ແລະກະວົນກະວາຍໃຈໂດຍການປະຖິ້ມຄວາມເຊື່ອຂອງປັດຈຸບັນນີ້, ດຽວນີ້ຈົ່ງເບິ່ງຂໍ້ 15:

“ແລະຕັ້ງແຕ່ເດັກມາແລ້ວ ທີ່ທ່ານໄດ້ຮູ້ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິດ” (2 ຕີໂມທຽວ 3:15)

ດຣ.ແມັກກີ້ກ່າວວ່າ:

ພຣະຄໍາພີບໍ່ພຽງແຕ່ໃຫ້(ຫົນທາງ)ເລື່ອງການລອດແກ່ເຮົາເທົ່ານັ້ນ...ແຕ່ມັນຍັງຮັກສາໃຫ້ພົ້ນໃນໂລກທີ່ຊົ່ວຮ້າຍປັດຈຸບັນນີ້ໄດ້...ມັນຄືຄວາມເຫັນຂອງຂ້າພະເຈົ້າທີ່ວ່າການສຶກສາພຣະຄໍາຂອງພຣະເຈົ້າຢ່າງສະໝໍ່າສະເໝີຄື(ຄໍາຕອບ) ມັນສາມາດເຮັດໃຫ້ເຮົາ “ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິດ” ແລະ...ມັນເຮັດໃຫ້ເຮົາສະຫຼາດໃນການຮູ້ຈັກວິທີທີ່ຈະດໍາເນີນຊີວິດຢູ່(ໃນໂລກທີ່ຊົ່ວຮ້າຍນີ້).

ເປັນຫຍັງພວກເຮົາຈື່ງຄວນອ່ານພຣະຄໍາພີ ແລະເຊື່ອຟັງ? ກໍເພາະວ່່າພຣະຄໍາພີບໍ່ ຄືກັບໜັງສືເຫຼັ້ມອື່ນ, ເບິ່ງຂໍ້ 16:

“ພຣະຄຳພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດໃນການສອນ, ການຕັກເຕືອນວ່າກ່າວ, ການປັບປຸງແກ້ໄຂຄົນໃຫ້ດີ ແລະການອົບຮົມໃນເລື່ອງຄວາມຊອບທຳ”(2 ຕີໂມທຽວ 3:16)

ດຣ.ດັບໂບຢູ.ເອ.ຄຣິສແວວ(1909-2002)ຄືແຊັມປ່ຽນຂອງພຣະຄໍາພີ, ເພິ່ນເວົ້າວ່າ:

ຫົນທາງທີ່ຊັດເຈນທີ່ສຸດທີ່ຈະຕີຄວາມໝາຍຂອງໂປໂລກໍຄືການແປຕາມນີ້: “ພຣະຄໍາພີທຸກຕອນ ເພາະວ່າມັນຄືລົມຫາຍໃຈຂອງພຣະເຈົ້າ, ເປັນປະ ໂຫຍດ...ຈຸດເລີ່ມຕົ້ນຂອງພຣະຄໍາພີໄດ້ລະບຸວ່າ: ມັນຄືລົມຫາຍໃຈພຣະເຈົ້າ(ພາສາກຣີກtheopneustosເທໂອນູໂຕສ) ປະໂຫຍດຕ່າງໆຂອງພຣະຄໍາພີຕ້ອງຖືກຮັບເອົາໃນຖານະມາຈາກພຣະເຈົ້າເອງ, ຫຼັກຄໍາສອນຂອງພຣະຄໍາພີທີ່ຮັກສາໄວ້ໂດຍພຣະຄໍາພີຄື ຄໍາເວົ້າເອງເປັນລົມຫາຍໃຈຂອງພຣະເຈົ້າ”...2ເປໂຕ 1:21 ຕົບແຕ່ງເພິ່ມເຕີມດ້ວຍຫຼັກຖານທີ່ວ່າພຣະວິນຍານບໍລິສຸດໄດ້ສື່ສານພວກຜູ້ຂຽນພຣະຄໍາພີ(ຄໍາ)ເຫຼົ່ານັ້ນຢ່າງຖືກຕ້ອງຊື່ງພຣະເຈົ້າຊົງປາດຖະໜາທີ່ຈະສົ່ງຕໍ່(W. A. Criswell, Ph.D., The Criswell Study Bible, note on II Timothy 3:16)

2 ເປໂຕ 1:21ເວົ້າວ່າ “ພວກຜູ້ບໍລິສຸດຂອງພຣະເຈົ້າໄດ້ກ່າວຄໍາຕາມທີ່ພຣະວິນຍານບໍລິສຸດໄດ້ຊົງດົນໃຈພວກເຂົາ” “ດົນໃຈ”ມາຈາກພາສາກຣີກpherōເຟໂຣ, ໝາຍເຖິງ “ຖືໄປນໍາ” ພຣະຄໍາພີບໍ່ຜິດພາດເພາະພຣະວິນຍານບໍລິສຸດຊົງ “ຖື ຫຼືແບກໄປນໍາ” ພວກຜູ້ຂຽນທີ່ເວົ້າແລະຂຽນຄໍາຕ່າງໆຂອງພຣະຄໍາພີ, ພຣະວິນຍານບໍລິສຸດໄດ້ມອບໃຫ້ຜູ້ຂຽນທີ່ເປັນມະນຸດບັນທຶກຄໍາຕ່າງໆໂດຍບໍ່ຜິດພາດ, ສະນັ້ນຄໍາຕ່າງໆຂອງພຣະຄໍາພີພາສາຮິບຣູ ແລະກຣີກແມ່ນພຣະຄໍາຂອງພຣະເຈົ້າທີ່ໃຫ້ມະນຸດ, ດຣ.ເຮັນຣີ່ເອັມມໍຣິສໄດ້ກ່າວວ່າ “‘ພຣະຄໍາພີທຸກຕອນ’ທຸກອັນ ‘ພຣະຄໍາພີ’ຖືກບັນຈຸຢູ່ນໍາ...ບໍ່ແມ່ນພຽງແຕ່ຄວາມຄິດຕ່າງໆເທົ່ານັ້ນແຕ່ຄວາມຈິງຂອງການຂຽນ,ຄໍາຕ່່າງໆໄດ້ຂຽນລົງໄປ, ສະນັ້ນຄໍາຕ່າງໆຈື່ງຖືກ(ໃຫ້ໂດຍການດົນໃຈ)ຂອງພຣະເຈົ້າ... ຫຼັກຄໍາສອນທີ່ແທ້ຈິງການດົນໃຈຖ້ອຍຄໍາທັງໝົດຂອງ ພຣະຄໍາພີບໍລິສຸດ”(Henry M. Morris, Ph.D., The Defender’s Study Bible, note on II Timothy 3:16)

“ທັງໝົດ”ໝາຍເຖິງ “ທຸກຢ່າງ”“ຖ້ອຍຄໍາ”ໝາຍເຖິງ “ຄໍາເວົ້າຕ່າງໆ”“ການດົນໃຈ”ໝາຍເຖິງ “ລົມຫາຍໃຈຂອງພຣະເຈົ້າ” ຄໍາຕ່າງໆທັງໝົດຂອງ ພຣະຄໍາພີຖືກໃຫ້ໂດຍການດົນໃຈ, ນັ້ນຄືການດົນໃຈຖ້ອຍຄໍາທັງໝົດ,ຫຼັກ ຄໍາສອນທີ່ຖືກຕ້ອງຂອງຊາວຄຣິສຕຽນດັ່ງເດີມ(ດຣ.ອາ.ແອວ.ໄຮເມີຈູເນຍ)

ຄໍາຕ່າງໆຂອງພາສາຮິບຣູແລະພາສາກຣີກທັງໝົດພຣະຄໍາພີແມ່ນ“theopneustos” -“ລົມຫາຍໃຈພຣະເຈົ້າ”-ຖືຶກປະຫານໃຫ້ໂດຍການດົນໃຈຈາກພຣະເຈົ້າ, ພວກຜູ້ທໍານາຍ ແລະອັກຄະສາວົກໄດ້ຂຽນຄໍາພາສາຮິບຣູ ແລະກຣີກໃນຂະນະທີ່ຈິດໃຈຂອງພວກເຂົາຖືກ “ດົນໃຈໄປ”ໂດຍພຣະວິນຍານບໍລິສຸດ, ການດົນໃຈບໍ່ໄດ້ຂະຫຍາຍໄປສູ່ການແປໃດໆລວມທັງສະບັບຄິງເຈມນໍາ, ມີພຽງແຕ່ພາສາຮິບຣູແລະກຣີກເທົ່ານັ້ນທີ່ຖືກຂຽນຂຶ້ນໂດຍພວກຜູ້ທໍານາຍ ແລະພວກອັກຄະສາວົກ, ໜັງສືບູຮານThe Dead Sea Scrollsໄດ້ສະແດງໃຫ້ເຫັນການເກັບຮັກສາຢ່າງສູງຂອງພຣະຄໍາພີພາສາຮິບຣູ, ພາສາກຣີກສະບັບTextus Receptus ແມ່ນການສົ່ງຕໍ່ທີ່ເຊື່ອຖືໄດ້ຂອງພຣະຄໍາພີພັນທະສັນຍາໃໝ່ທີ່ເປັນພາສາກຣີກດັ່ງເດີມ,ເມື່ອ ທ່ານເປີດພຣະຄໍາພີຄິງເຈມສ໌ພວກທ່ານກໍກໍາລັງອ່ານການແປທີ່ສູູງສົງຂອງຄໍາຕ່າງໆທີ່ເປັນລົມຫາຍໃຈພຣະເຈົ້າຂອງພຣະຄໍາພີພາສາກຣີກແລະພາສາຮິບຣູ.

ເປັນຫຍັງເລື່ອງນີ້ຈື່ງເປັນບັນຫາລະ? ດຣ.ບີ.ບີ.ແມັກຄິນນີ້ຄືຫົວໜ້າຜະແນກດົນຕີທີ່ມະຫາວິທະຍາໄລເບລໍໂຮງຮຽນຂອງພວກແບັບຕິດໃຕ້ເປັນເວລາຫຼາຍປີ,ໃນປີ 1920 ພວກຄູສາຍເສລີນິຍົມທີ່ໂຮງຮຽນເບລໍ ແລະໂຮງຮຽນພວກແບັບຕິດໃຕ້ແຫ່ງອື່ນໆກໍາລັງສອນວ່າມີຄວາມຜິດພາດຢູ່ໃນພຣະຄໍາພີ, ນັ້ນແຫຼະທີ່ວ່າເປັນຫຍັງດຣ.ແມັກຄິນນີ້ຈື່ງຂຽນເພງນັ້ນວ່າ “ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ”ດຣ.ແມັກຄິນນີ້ເປັນເພື່ອນຂອງດຣ.ຈອນອາ.ໄຣສ໌ ແລະລາວເຊື່ອໃນເລື່ອງຄວາມບໍ່ຜິດພາດຂອງພຣະຄໍາພີ, ນັ້ນແຫຼະເປັນຫຍັງເພງຂອງແມັກຄິນນີ່ຈື່ງເວົ້າວ່າ:

ຂ້າຮູ້ວ່າພຣະຄໍາພີຖືກສົ່ງມາຈາກພຣະເຈົ້າ
ໂຕເດີມເຊັ່ນດຽວກັບໂຕໃໝ່
ດົນໃຈແລະບໍລິສຸດ,ພຣະຄໍາແຫ່ງຊີວິດ
ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ

ເຖິງວ່າພວກສັດຕູປະຕິເສດຢ່າງໜັກ
ຂໍ້ຄວາມເກົ່າແຕ່ຍັງໃໝ່ສະເໝີ
ຄວາມຈິງທີ່ຫວານກວ່າທຸກເທື່ອເຖິງຈະເກົ່າ
ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ
ຂ້າຮູ້,ຂ້າຮູ້ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ
ພຣະເຈົ້າດົນໃຈທຸກໆທາງ
ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງ
(ຂ້າຮູ້ວ່າພຣະຄໍາພີຄືຄວາມຈິງໂດຍ Dr. B. B. McKinney, 1886-1952).

ຂ້າພະເຈົ້າໄດ້ຮຽນພຣະຄໍາພີຈາກສິດຍາພິບານຜູ້ຍາວນານຂອງຕົນຄືດຣ.ທິໂມທີ ລິນ,ຊື່ງເປັນນັກສຶກສາພຣະຄໍາພີທີ່ໜ້າປະທັບໃຈຫຼາຍ ແລະສອນຢູ່ພະແນກຈົບການສຶກສາຂອງມະຫາວິທະຍາໄລບັອບໂຈນ, ຕໍ່ມາເພິ່ນໄດ້ກາຍເປັນປະທານຂອງໂຮງຮຽນຂ່າວປະ ເສີດຈີນໃນນະຄອນໄທເປປະເທດໄຕ້ຫວັນ, ຕາມດ້ວຍການເປັນປະທານຂອງດຣ.ເຈມຮັດສັນເທເລີ 3 ຜູ້ຊື່ງຂ້າພະເຈົ້າໄດ້ພົບເປັນເວລາຫຼາຍເທື່ອ, ຄູອີກຄົນໜຶ່ງຂອງຂ້າພະເຈົ້າຄືດຣ.ເຈ.ເວີນັນແມັກກີ້ຜູ້ຊື່ງຂ້າພະເຈົ້າໄດ້ຟັງວິທະຍຸທຸກມື້ເປັນເວລາກວ່າສິບປີ, ຂ້າພະເຈົ້າໄດ້ຮຽນຮູ້ຈາກນັກສຶກສາພຣະຄໍາພີທີ່ຍິ່ງໃຫຍ່ເຫຼົ່ານີ້ວ່າພຣະຄໍາພີຄືຄວາມຈິງແທ້.

ດັ່ງນັ້ນເມື່ອຂ້າພະເຈົ້າໄປຮຽນທີ່ມະຫາວິທະຍາໄລຄາລິຟໍເນຍເພື່ອຈະໄດ້ປະລິນຍາຕີ, ຂ້າພະເຈົ້າບໍ່ໄດ້ສັບສົນຈາກພວກເສລີທີ່ປະຕິເສດພຣະຄໍາພີທີ່ສອນຢູ່ຫັ້ນ, ຂ້າພະເຈົ້າຮູ້ດີວ່າພວກເຂົາຜິດ ແລະວ່າພຣະຄໍາພີຖືກ, ຕໍ່ມາຂ້າພະເຈົ້າໄດ້ຮຽນຈົບປະລິນຍາໂທຢູ່ໂຮງຮຽນພຣະຄໍາພີແບັບຕິດໂກເດັ້ນເກດໃກ້ກັບຊານຟຣານຊິສໂກ, ຄວາມຈິງແລ້ວພວກສາສະດາຈານທຸກຄົນທີ່ຢູ່ຫັ້ນຄືພວກເສລີນິຍົມທີ່ປະຕິເສດພຣະຄໍາພີ, ຂ້າພະເຈົ້າບໍ່ມັກຢູ່ຫັ້ນ,ມັນເຢັນຊ່າ, ຂາດຊີວິດແລະຕາຍ, ຂ້າພະເຈົ້າຖືກສອນໂດຍພວກສາສະດາຈານຊື່ງເປັນ ພວກທີ່“ຕາຍແລ້ວໃນການລະເມີດແລະການບາບ”(ເອເຟໂຊ 2:1)-ພວກສາສະດາຈານທີ່ “ຄວາມເຂົ້າໃຈຂອງເຂົາມືດມົນໄປ ແລະເຂົາຢູ່ຫ່າງຈາກຊີວິດຊື່ງມາຈາກພຣະເຈົ້າ ເພາະຄວາມມືດໃນຈິດໃຈຂອງພວກເຂົາ”(ເອເຟໂຊ 4:18).

ຂ້າພະເຈົ້າໄດ້ທ່ອງຈໍາຄໍາຕົວະທີ່ເຂົາສອນ ແລ້ວຕອບຄໍາຖາມທີ່ເຂົາຕ້ອງການຢູ່ເຈ້ຍເສັງທີ່ຕົນເອົາມາ, ແຕ່ຂ້າພະເຈົ້າບໍ່ເຊື່ອຄໍາທີ່ບໍ່ມີປະໂຫຍດທີ່ພວກເສລີສອນ, ສາມຂໍ້ໃນເພງສັນລະເສີນ 119 ໄດ້ຊ່ວຍຂ້າພະເຈົ້າໃຫ້ຜ່ານສາມປີທີ່ໂຫດຮ້າຍທີ່ຕົນໄດ້ໃຊ້ເວລາຮຽນຢູ່ໂຮງຮຽນທີ່ປະຖີ້ມຄວາມເຊື່ອນັ້ນ.

“ໂອ ຂ້າພະອົງຮັກພຣະລາຊະບັນຍັັດຂອງພຣະອົງແທ້ ເປັນການຕຶກຕອງຂອງຂ້າພະອົງໝົດມື້ ໂດຍພຣະບັນຍັດຂອງພຣະອົງ ພຣະອົງຊົງກະທຳໃຫ້ຂ້າພະອົງສະຫລາດກວ່າສັດຕູຂອງຂ້າພະອົງ ເພາະພຣະບັນຍັດນັ້ນຢູ່ກັບຂ້າພະອົງສະເໝີ ຂ້າພະອົງມີຄວາມເຂົ້າໃຈຫລາຍກວ່າບັນດາຄູຂອງຂ້າພະອົງ ເພາະບັນດາພຣະໂອວາດຂອງພຣະອົງເປັນການຕຶກຕອງຂອງຂ້າພະອົງ”(ເພງສັນລະເສີນ 119:97-99)

ຕອນໃກ້ຊິຮຽນຈົບຢູ່ໃນຮູຂອງພວກເສລີນິຍົມນັ້ັນ,ຂ້າພະເຈົ້າຮູ້ສຶກເກືອບຄືຄົນຕາຍ ມີຢ່າງດຽວທີ່ຮັກສາຂ້າພະເຈົ້າໃຫ້ໄປຕໍ່ໄດ້ກໍຄືພຣະຄໍາພີ, ຫຼາຍຄໍ່າຄືນແຫ່ງຄວາມໂດດດ່ຽວ ແລະເຢັນຊ່າຂ້າພະເຈົ້າໄປນອນຢູ່ໃນຫໍພັກພ້ອມດ້ວຍການເປີດພຣະຄໍາພີຂອງຕົນໃນເພງສັນລະເສີນ 119 - ວາງຢູ່ເທິງອົກຂອງຕົນ, ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບດຣ.ແມັກກີ້ຕອນທີ່ເພິ່ນເວົ້າວ່າ “ຢາແກ້ອັນດຽວສໍາລັບໂລກທີ່ປະຖິ້ມຄວາມເຊື່ອກໍຄືພຣະຄໍາຂອງພຣະເຈົ້າ,ແຫຼ່ງແຫ່ງດຽວແລະແຫຼ່ງສໍາລັບລູກຂອງພຣະເຈົ້າກໍຄືພຣະຄໍາຂອງພຣະເຈົ້າ...ແລະມັນ ຈະຕອບສະໜອງຕໍ່ຄວາມຕ້ອງການຂອງເຮົາຢ່າງພຽງພໍ...ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ - ມັນຄືລົມຫາຍໃຈພຣະເຈົ້າ, ມັນເວົ້າໃນສິ່ງທີ່ພຣະເຈົ້າຕ້ອງການຈະກ່າວ ແລະມັນໄດ້ກ່າວທຸກສິ່ງທີ່ພຣະອົງຕ້ອງການທີ່ຈະກ່າວ, ຍ້ອນເຫດຜົນນີ້ມັນຈື່ງຕອບສະໜອງຄວາມຕ້ອງການຂອງໃຈມະນຸດ”(ແມັກກີ້ເຫຼັ້ມດຽວກັນໝາຍເຫດໃນ 2 ຕີໂມທຽວ 3:14-17).

ຂ້າພະເຈົ້າຢາກໃຫ້ພວກທ່ານທ່ອງຈໍາພຣະຄໍາທີ່ເປັນພຣະພອນຂອງພຣະເຈົ້າເຫຼົ່ານີ້, ຈົ່ງເປີດສຸພາສິດ 3:5-7 ຢູ່ໜ້າ 673 ຂອງພຣະທໍາສະກໍຟິວສຶກສາ.

“ຈົ່ງວາງໃຈໃນພຣະເຢໂຮວາດ້ວຍສຸດໃຈຂອງເຈົ້າ ແລະຢ່າເພິ່ງພາຄວາມເຂົ້າໃຈຂອງຕົນເອງ ຈົ່ງຍອມຮັບຮູ້ພຣະອົງໃນທຸກທາງຂອງເຈົ້າ ແລະພຣະອົງຈະຊົງກະທຳໃຫ້ວິຖີຂອງເຈົ້າລາບລື່ນ ຢ່າທໍາຕົວສະຫລາດຕາມສາຍຕາຂອງຕົນເອງ ຈົ່ງຢຳເກງພຣະເຢໂຮວາ ແລະອອກໄປຈາກຄວາມຊົ່ວຮ້າຍ”(ສຸພາສິດ 3:5-7)

ຈົ່ງທ່ອງຈໍາຂໍ້ພຣະຄໍາພີເຫຼົ່ານີ້, ທ່ອງຊໍ້າໄປມາດ້ວຍຕົວເອງ, “ການເຂົ້າຫາພຣະຄໍາຂອງພຣະອົງໃຫ້ຄວາມສະຫວ່າງ ທັງໃຫ້ຄວາມເຂົ້າໃຈແກ່ຄົນຮູ້ນ້ອຍ”(ເພງສັນລະເສີນ 119:30) ຂໍ້ຕໍ່ໄປທີ່ຂ້າພະເຈົ້າຈະເອົາໃຫ້ພວກທ່ານທ່ອງຈໍາຄືເພງສັນລະເສີນ 119:97-99 ຢູ່ໜ້າ 660 ໃນພຣະທໍາສະກໍຟິວສຶກສາ, ຂໍໃຫ້ພວກເຮົາຢືນຂຶ້ນແລ້ວອ່ານດັງໆ.

“ໂອ ຂ້າພະອົງຮັກພຣະລາຊະບັນຍັັດຂອງພຣະອົງແທ້ ເປັນການຕຶກຕອງຂອງຂ້າພະອົງໝົດມື້: ໂດຍພຣະບັນຍັດຂອງພຣະອົງ ພຣະອົງຊົງກະທຳໃຫ້ຂ້າພະອົງສະຫລາດກວ່າສັດຕູຂອງຂ້າພະອົງ ເພາະພຣະບັນຍັດນັ້ນຢູ່ກັບຂ້າພະອົງສະເໝີ ຂ້າພະອົງມີຄວາມເຂົ້າໃຈຫລາຍກວ່າບັນດາຄູຂອງຂ້າພະອົງ ເພາະບັນດາພຣະໂອວາດຂອງພຣະອົງເປັນການຕຶກຕອງຂອງຂ້າພະອົງ”(ເພງສັນລະເສີນ 119:97-99)

ເຊີນນັ່ງລົງໄດ້.

ຂ້າພະເຈົ້າຂໍໃຫ້ຄໍາເຫຼົ່ານັ້ນທີ່ປະທານໃຫ້ໂດຍພຣະເຈົ້າເອງຈະຊ່ວຍພວກທ່ານໃຫ້ຜ່ານການສຶກສາຝ່າຍໂລກໄດ້ໂດຍບໍ່ຖືກນໍາໃຫ້ຫຼົງໄປໃນທາງຜິດໂດຍພວກສາສະດາຈານທີ່ບໍ່ເຊື່ອ, ຄໍາເຫຼົ່ານັ້ນຈະປ້ອງກັນທ່ານຈາກໜັງສືປະຕິເສດພຣະເຈົ້າທີ່ທ່ານຈະຕ້ອງອ່ານເພື່ອຈະຈົບຈາກວິທະຍາໄລຝ່າຍໂລກ.

ໃນຍຸກທີ່ຊົ່ວຮ້າຍແຫ່ງການປະຖິ້ມຄວາມເຊື່ອແລະບາບນີ້,ຂ້າພະເຈົ້າຫວັງວ່າທ່ານຈະອ່ານພຣະຄໍາພີຂອງຕົນທຸກວັນ, ທ່ານຈະຮຽນຮູ້ທີ່ຈະຮັກມັນ, ມັນຈະກາຍເປັນເພື່ອນທີ່ຮັກທີ່ສຸດຂອງທ່ານໃນຊ່ວງເວລາແຫ່ງຄວາມໂດດດ່ຽວແລະເຈັບໃຈທີ່ພວກເຮົາທຸກຄົນຕ້ອງພົບເຈີໃນຊີວິດ, ທີ່ປຶກສາຂອງຂ້າພະເຈົ້າອັບຣາຮາມລິນຄອນໄດ້ກ່າວວ່່າ: “ພຣະຄໍາພີຄືຂອງຂວັນທີ່ດີທີ່ສຸດທີ່ພຣະເຈົ້າມອບໃຫ້ກັບມະນຸດ, ຈົ່ງໃຊ້ໜັງສືທັງໝົດນີ້ດ້ວຍເຫດຜົນທີ່ທ່ານສາມາດເຮັດໄດ້ ແລະສ້າງຄວາມສົມດຸນໂດຍຄວາມເຊື່ອ ແລ້ວທ່ານຈະມີຊີວິດຢູ່ແລະຕາຍໄປເປັນຄົນທີ່ດີກວ່າ”

ນີ້ແມ່ນອີກຂໍ້ໜຶ່ງເພື່ອທ່ອງຈໍາ, ເປີດໄປໃນເຮັບເລີ 13:17 ຢູ່ໜ້າທີ 1304 ໃນພຣະທໍາສະກໍຟິກສຶກສາ, ຂໍເຊີນຢືນຂຶ້ນແລ້ວອ່ານດັງໆ.

“ທ່ານທັງຫລາຍຈົ່ງເຊື່ອຟັງ ແລະຍອມຢູ່ໃນໂອວາດຂອງຄົນເຫລົ່ານັ້ນທີ່ປົກຄອງທ່ານ ເພາະວ່າທ່ານເຫລົ່ານັ້ນຄອຍລະວັງເບິ່ງຈິດວິນຍານຂອງທ່ານ ເໝືອນກັບຜູ້ທີ່ຈະຕ້ອງລາຍງານ ເພື່ອເຂົາຈະໄດ້ເຮັດວຽກນີ້ດ້ວຍຄວາມຊື່ນໃຈ ບໍ່ແມ່ນດ້ວຍຄວາມເສົ້າໃຈ ເພາະທີ່ເຮັດດັ່ງນັ້ນກໍຈະບໍ່ເປັນປະໂຫຍດອັນໃດແກ່ທ່ານທັງຫລາຍ”(ຮິບຣູ 13:17)

ເຊີນນັ່ງລົງໄດ້. ຄົນເຫລົ່ານັ້ນ “ທີ່ປົກຄອງທ່ານ”ຄືພວກສິດຍາພິບານຂອງຄຣິສຕະຈັກ,ໃນກິດຈະການ 20:28 ອັກຄະສາວົກໂປໂລໄດ້ເວົ້າຕໍ່ພວກສິດຍາພິບານແລະຜູ້ນໍາວ່າ “ຈົ່ງລ້ຽງຄຣິສຕະຈັກຂອງພຣະເຈົ້າ ທີ່ພຣະອົງຊົງໄຖ່ດ້ວຍພຣະໂລຫິດຂອງພຣະອົງເອງ”ພວກສິດຍາພິບານແລະພວກຜູ້ນໍາໃນຄຣິສຕະຈັກຖືກປະທານໃຫ້ເພື່ອນໍາແລະພາທ່ານຄືກັບພວກລ້ຽງແກະນໍາພາແກະຂອງພວກເຂົາ, ພວກສິດຍາພິບານບໍ່ໄດ້ສົມບູນແບບ ຂ້າພະເຈົ້າໄດ້ຄົ້ນພົບວ່າເຖິງແມ່ນວ່າສິດຍາພິບານຂອງຂ້າພະເຈົ້າຈະບໍ່ແມ່ນຄົນທີ່ສົມບູນແບບ,ແຕ່ລາວກໍເປັນຄົນທີ່ຮັກແລະຮັບໃຊ້ພຣະເຈົ້າ, ຂ້າພະເຈົ້າຈະບໍ່ໄດ້ເປັນສິດຍາພິບານໃນປັດຈຸບັນນີ້ຖ້າຂ້າພະເຈົ້າຫາກກະບົດຕໍ່ຕ້ານລາວ.

ແລະນີ້ແມ່ນອີກຂໍ້ໜຶ່ງທີ່ຄວນທ່ອງຈໍາ, ຈົ່ງເປີດເຮັບເຣີ 10:24,25 ຢູ່ໜ້າທີ່ 1300 ໃນພຣະທໍາສະກໍຟິວສຶກສາ, ຂໍເຊີນຢືນຂຶ້ນແລະອ່ານ.

“ແລະໃຫ້ເຮົາພິຈາລະນາເບິ່ງກັນແລະກັນ ເພື່ອເປັນເຫດໃຫ້ມີຄວາມຮັກແລະກະທຳການດີ ຊຶ່ງເຮົາເຄີຍປະຊຸມກັນນັ້ນຢ່າໃຫ້ຢຸດ ເໝືອນຢ່າງບາງຄົນເຄີຍກະທຳນັ້ນ ແຕ່ຈົ່ງເຕືອນສະຕິກັນແລະກັນ ແລະໃຫ້ຫລາຍຍິ່ງຂຶ້ນເມື່ອທ່ານທັງຫລາຍເຫັນວັນເວລານັ້ນໃກ້ເຂົ້າມາແລ້ວ”(ຮິບຣູ 10:24,25)

ເຊີນນັ່ງລົງໄດ້, ນີ້ແມ່ນຫົນທາງຫຼັກທີ່ຈະຮັກສາຕົວຂອງທ່ານເອງໃນບ່ອນທີ່ດີຝ່າຍວິນຍານ ໜຶ່ງໃນຫົນທາງທີ່ດີທີ່ສຸດທີ່ຈະເຮັດກໍຄືຈົ່ງຢູ່ໃນກຸ່ມອະທິຖານນ້ອຍໆກັບຄົນທີ່ທ່ານໄວ້ໃຈໄດ້ ຂ້າພະເຈົ້າກໍຢູ່ກັບພວກຜູ້ຊາຍໃນຄຣິສຕະຈັກຂອງເຮົາຕະຫຼອດ, ຖ້າບໍ່ມີດຣ.ເຄແກນກັບພວກຊາຍໜຸຸ່ມຢູ່ໃນກຸ່ມອະທິຖານຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າກໍຄົງຈະເລີກຮັບໃຊ້ໄປແລ້ວຫຼາຍເທື່ອ.

“ບຸກຄົນທີ່ຍ່າງກັບນັກປາດຈະກາຍເປັນຄົນສະຫລາດ ແຕ່ເພື່ອນຝູງຂອງຄົນໂງ່ຈະຖືກທຳລາຍ”(ສຸພາສິດ 13:20)

ຍັງອີກອັນໜຶ່ງ, ຈົ່ງເຮັດໃນສິ່ງທີ່ພຣະຄໍາພີກ່າວ ແລ້ວທ່ານຈະໄດ້ຮັບຄວາມລອດ, ພຣະຄໍາພີກ່າວວ່າ “ຈົ່ງເຊື່ອໃນພຣະເຢຊູຄຣິດເຈົ້າ ແລ້ວທ່ານຈະລອດ”(ກິດຈະການ 16:31) ເມື່ອທ່ານເຊື່ອໃນພຣະເຢຊູ,ເມື່ອທ່ານເຊືື່ອວາງໃຈໃນພຣະອົງດ້ວຍສຸດໃຈຂອງທ່ານ

ພຣະອົງຄືເພື່ອນທີ່ຂ້າວາງໃຈທີ່ສຸດເທົ່າທີ່ຮູ້
ຄວາມໝັ້ນຄົງພຣະອົງຂ້າໄດ້ລອງເບິ່ງ
ເມື່ອທຸກສິ່ງຜິດ, ຂ້າກໍພົບວ່າພຣະອົງຊົງຖືກ
ທີ່ປືກສາ ແລະຜູ້ນໍາທາງຂອງຂ້າ

ແຮ່ຕ່າງໆຂອງໂລກບໍ່ມີສົມບັດໃຫ້
ທີ່ສາມາດຊື້ມູນຄ່ານີ້ໄດ້
ໃນການສອນຫົນທາງໃຫ້ຂ້າຢູ່
ມັນສອນຂ້າວ່າຈະຕາຍແນໃດ!

ພຣະເຢຊູພຣະຜູ້ຊ່ວຍຜູ້ປະເສີດ,ຜູ້ຊົງບໍ່ປ່ຽນແປງໄດ້ຊົງເປີດເຜີຍແກ່ພວກເຮົາແລ້ວຢູ່ຕາມໜ້າຕ່າງໆຂອງພຣະຄໍາພີ, ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ: ໂນອາ ຊອງ
“I Know the Bible is True” (Dr. B. B. McKinney, 1886-1952).