Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຖືກຊໍາລະໃນພຣະໂລຫິດຂອງພຣະຄຣິດ!

WASHED IN CHRIST’S BLOOD!
(Laotian)

ຄໍາເທດສະໜາແຕ່ງໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.
ເທດສະໜາໂດຍສາສະດາຈານ ຈອນ ຊາມູເອວ ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 3/6/2018
A sermon written by Dr. R. L. Hymers, Jr.
and preached by Rev. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, June 3, 2018

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ” (ພະນິມິດ 1:5)


ເຄິ່ງໜຶ່ງທໍາອິດຂອງຂໍ້ພຣະຄໍາພີແມ່ນຄໍາທັກທາຍຂອງອັກຄະສາວົກໂຢຮັນບ່ອນທີ່ລາວໄດ້ອະທິ ຖານເພື່ອຜູ້ຟັງຂອງລາວຢູ່ໃນຄຣິສຕະຈັກທັງເຈັດແຫ່ງ,ເພື່ອໃຫ້ມີພຣະຄຸນແລະສັນຕິສຸກຈາກພຣະເຢຊູຄຣິດ “ຜູ້ຊົງເປັນພະຍານທີ່ສັດຊື່ ແລະຊົງເປັນຄົນທໍາອິດແລກທີ່ໄດ້ຟື້ນຂຶ້ນມາຈາກຄວາມຕາຍ ແລະຜູ້ຊົງປົກຄອງກະສັດທັງປວງຂອງໂລກ” ຫຼັງຈາກການເວົ້າເຖິງພຣະເຢຊູ ແບບນີ້ແລ້ວໂຢຮັນກໍກ່າວວ່າ:

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍ ພຣະໂລຫິດຂອງພຣະອົງ”(ພະນິມິດ 1:5)

ຂໍ້ພຣະຄໍາພີກ່າວວ່າພຣະຄຣິດ “ຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະເຮົາ”ດ້ວຍພຣະໂລຫິດຂອງພຣະອົງເອງໃນນາມຂອງພວກນັກວິຊາການ, ນັກວິຈານຂໍ້ພຣະຄໍາພີສະໄໝໃໝ່ໄດ້ປ່ຽນຄໍາວ່າ “ຊໍາລະ”ເປັນ“ປ່ອຍ” ພວກເຂົາເຮັດແບບນີ້ອີງຕາມພື້ນຖານແຫ່ງການປ່ຽນຕົວ ພະຍັນຊະນະພາສາກຣີກໃນສະບັບຊີນາຍທີຄັສຂອງພວກຢອສຕິກທີ່ເປິະເປື້ອນຢູ່ໃນພັນທະສັນໃໝ່ສະບັບ Nestle-Aland Greek ແຕ່ຄໍາວ່າ“ປ່ອຍ”ແມ່ນມາຈາກສະບັບຄັດລອກອາເລັກຊານເດຣຍທີ່ຕໍ່າກວ່າ,ເປິະເປື້ອນຄືກັບລັດທິຢອສຕິກ, ພວກຢອສຕິກຈະຕົກຕະລຶງກັບທຸກຄົນທີ່ຖືກ“ຊໍາລະ”ໃນໂລຫິດ! ດັ່ງນັ້ນສະບັບອາເລັກຊານເດຣຍແບບຢອສຕິກຈື່ງຖິ້ມປະພະຍັນຊະນະກຣີກໂຕໜຶ່ງ-ເພື່ອເຮັດໃຫ້ມັນເປັນ“ປ່ອຍ” ແທນທີ່ຈະເປັນ“ຊໍາລະ”.

ດຣ.ຊາລສ໌ຈອນເອລີຄອທ(1829-1903)ເປັນນັກວິຊາການພຣະຄໍາພີພວກແອງລີກັນ, ສາສະດາຈານແຫ່ງພັນທະສັນຍາໃໝ່ໃນແຄມບຣິດ ແລະເປັນປະທານຄະນະກໍາມະການຂອງພວກນັກວິຊາການຜູ້ທີ່ແປສະບັບຣີໄວສ໌(RV) ແຫ່ງພັນທະສັນຍາໃໝ່, ດຣ.ເອລີຄອທ ເປັນຜູ້ກວດແກ້ຂອງEllicott’s Commentary on the Whole Bible (Zondervan Publishing House) ຄອມເມັນເທຣີຂອງເອລີຄອທໄດ້ເວົ້າເຖິງຂໍ້ພຣະຄໍາພີຂອງເຮົາວ່າ:

ແທນທີ່ຈະ“ຊໍາລະ”ເຮົາ (ພວກຄັດລອກພຣະຄໍາພີ)ບາງຄົນພັດອ່ານວ່າ “ປ່ອຍ”ເຮົາແທນ, ມີພຽງພະຍັນຊະນະດຽວທີ່ຕ່າງກັນຢູ່ສອງຄໍາໃນພາສາ ກຣີກ, ສຽງທົ່ວໄປຂອງຄວາມຄິດຈະນໍາເຮົາໄປສູ່ຄໍາວ່າ“ຊໍາລະ”ໃນຖານະເປັນການອ່ານຢ່າງແທ້ຈິງ, ເນື່ອງໃນໂອກາດທີ່ສໍາຄັນຊື່ງຈອນຈື່ໄດ້ຢ່າງຊັດເຈນວ່າອົງພຣະຜູ້ເປັນເຈົ້າຂອງເຮົາໄດ້ກ່າວວ່າ “ຖ້າເຮົາບໍ່ລ້າງທ່ານ ແລ້ວ ທ່ານຈະມີສ່ວນໃນເຮົາບໍ່ໄດ້” ຄວາມຄິດເລື່ອງ “ໂລຫິດທີ່ຊໍາລະລ້າງ” ໄດ້ເຂັ້ມຂຶ້ນໂດຍຄວາມຊົງຈໍາເລື່ອງນໍ້າແລະໂລຫິດຊື່ງລາວໄດ້ເຫັນໄຫຼລົງມາ ຈາກຂ້າງຂອງພຣະຄຣິດ(ໂຢຮັນ 19:34)ມັກຈະປາກົດຂຶ້ນຢູ່ໃນໃຈຂອງລາວ ພະນິມິດ 7:13,14; 1 ໂຢຮັນ 1:7; 5:5-8 (Charles John Ellicott, M.A., D.D., Ellicott’s Commentary on the Whole Bible, Zondervan Publishing House, n.d., volume VIII, p. 535; note on Revelation 1:5)

ນອກຈາກນີ້ພວກເຮົາຖືກບອກໃນພະນິມິດ 7:14 ວ່າ:

“ຄົນເຫລົ່ານີ້ຄືຄົົນທີ່ມາຈາກຄວາມທຸກເວດທະນາໃຫຍ່ ພວກເຂົາໄດ້ຊຳລະລ້າງເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ”(ພະນິມິດ 7:14)

ໃນຂໍ້ນັ້ນພວກເຮົາຖືກບອກຢ່າງຊັດເຈນວ່າຄົນເຫຼົ່ານັ້ນທີ່ຢູ່ໃນສະຫວັນເສື້ອຂອງເຂົາຖືກ“ຊໍາລະ” ແລະ “ໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ” ຕັ້ງແຕ່ຄວາມໝາຍຂອງພະນິມິດ 7:14 ຊັດເຈນມັນກໍຄວນຈະຖືກໃຊ້ຄໍາວ່າ“ຊໍາລະ”ໃນຂໍ້ພຣະຄໍາພີຂອງເຮົາ:

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍ ພຣະໂລຫິດຂອງພຣະອົງ”(ພະນິມິດ 1:5)

ດຣ.ຈອນເອັຟ.ວັລວູດໄດ້ຊີ້ໃຫ້ເຫັນວ່າພາສາກຣີກ “louō” (ຊໍາລະ)ມີພະຍັນຊະນະອີກໂຕໜຶ່ງຫຼາຍກວ່າ“luō” (ປ່ອຍ), ດຣ.ວັລວູດໄດ້້ກ່າວວ່າພວກນັກວິຊາການພຣະຄໍາພີຄືກັບເອລີຄອທມັກຄໍາວ່າ(ຊໍາລະ)ກວ່າ ເພາະມັນງ່າຍສໍາລັບພວກນັກຄັດລອກທີ່ຈະຖີ້ມພະຍັນຊະນະໂຕໜຶ່ງຫຼາຍກວ່າທີ່ຈະເພິ່ມພະຍັນຊະນະເຂົ້າໄປ”( John F. Walvoord, Th.D., The Revelation of Jesus Christ, Moody Press, 1966, footnote 1, p 38) ນັ້ນແຫຼະຈື່ງເຮັດໃຫ້ມີການຖົກຖຽງກັນຢ່າງໃຫຍ່ໃນຄວາມມັກການແປສະບັບແປຄິງເຈມ.

ໃນຄໍາສັ່ງສອນຂອງລູເທີເລື່ອງ “ການປຽບທຽບຂອງພຣະຄໍາພີ” ຍັງຄົງຍຶດຖືຄວາມຈິງ-ສ່ວນໜຶ່ງຂອງພຣະຄໍາພີອະທິບາຍໃຫ້ແຈ່ມແຈ້ງອີກອັນໜຶ່ງຊື່ງເວົ້າເຖິງເລື່ອງດຽວກັນ- ແລະໂດຍສະເພາະໃນໜັງສືເຫຼັ້ມດຽວກັນ! ເພາະສະນັ້ນຈົ່ງເຮັດໃຫ້ຕາຂອງເຮົາຕໍ່າ ແລ້ວຫັນຫຼັງໃສ່ພວກຄັດລອກສະໄໝໃໝ່ຜູ້ທີ່ພະຍາຍາມຈະເອົາຄວາມບໍລິສຸດໄປຈາກພວກເຮົາ,ພາສາກຣີກທີ່ຮັບການດົນໃຈແປເປັນ “ຊໍາລະ” ຂອບ ຄຸນພຣະເຈົ້າທີ່ຄຣິສຕຽນທຸກຄົນສາມາດຮ້ອງ “ຖວາຍກຽດ”ແກ່ພຣະເຢຊູໄດ້ “ຜູ້ຊົງຮັກເຮົາທັງຫຼາຍ ແລະ ໄດ້ຊົງຊໍາລະບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ”

ດຽວນີ້ມີເຫດຜົນທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງເວົ້າຫຼາຍໃນປະເດັ່ນນີ້, ມັນສໍາຄັນສຸດໆສໍາລັບພວກທ່ານທີ່ຈະຖືກ“ຊໍາລະ”ຈາກບາບຂອງທ່ານ ແລະບໍ່ພຽງ“ປ່ອຍ”ໄປຈາກມັນ,ທ່ານຈະຕ້ອງໄປພົບກັບພຣະເຈົ້າໜ້າຕໍ່ໜ້າ,ຖ້າທ່ານຫາກພົບພຣະເຈົ້າໃນການພິພາກສາດໂດຍທີ່ບາບຂອງທ່ານຖືກບັນທຶກໄວ້,ທ່ານກໍຈະມີບັນຫາໃຫຍ່! ທ່ານຈະຕ້ອງມີບັນທຶກທີ່ສະອາດສົມບູນໃນການພິພາກສາຄັ້ງສຸດທ້າຍບໍ່ດັ່ງນັ້ນພຣະເຈົ້າກໍຈະລົງໂທດທ່ານໃນແປວ ໄຟນາລົກເປັນນິດນິລັນ(ພະນິມິດ 20:11-15) ເມື່ອພຣະເຈົ້າແນມເບິ່ງບັນທຶກຂອງທ່ານມັນດີກວ່າທີ່ພຣະອົງຈະບໍ່ພົບຄວາມບາບຖືກບັນທຶກໄວ້ໃນນັ້ັ້ນ, ໃນວັນແຫ່ງການພິພາກສາມັນຈະບໍ່ພຽງພໍທີ່ບາບຂອງທ່ານຖືກ“ປ່ອຍ”ໄປຊື່ືໆ, ບໍ່! ສໍາລັບທ່ານທີ່ຈະລອດຈາກການທໍລະມານອັນເປັນນິດຂອງນາລົກທ່ານຈະຕ້ອງຖືກ “ຊໍາລະ(ເຮັດໃຫ້)ຂາວໃນພຣະໂລຫິດຂອງພຣະເມສານ້ອຍ”(ພະນິມິດ 7:14) ພວກເຮົາຖືກບອກໃນພະນິມິດ 7 ວ່າຄົນທີ່ຢູ່ໃນສະຫວັນ“ພວກເຂົາໄດ້ຊຳລະລ້າງເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ” (ພະນິມິດ 7:14) ໂດຍຂໍ້ນີ້ພວກເຮົາຮູ້ດີວ່າເຮົາທຸກຄົນຈະຕ້ອງຖືກຊໍາລະລ້າງໃນພຣະໂລຫິດຂອງພຣະຄຣິດ ຖ້າພວກເຮົາຫາກຫວັງທີ່ຈະຫລົບໜີຈາກນາ ລົກ ແລະປອດໄພຢູ່ໃນສະຫວັນໄດ້, ນັ້ນແຫຼະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງເນັ້ນໜັກໃນປະເດັ່ນນີ້, ພວກທ່ານຈະຕ້ອງຖືກຊໍາລະລ້າງໃນພຣະໂລຫິດຂອງພຣະຄຣິດ ບໍ່ດັ່ງນັ້ນທ່ານກໍຈະຕົກນາລົກຕະຫຼອດເປັນນິດ ພວກ “ຄູສອນພຣະຄໍາພີ”ເສລີແລະຂ່າວປະເສີດໃໝ່ອາດຈະຄິດວ່າມັນບໍ່ເປັນຫຍັງທີ່ຈະເວົ້າວ່າ“ປ່ອຍ”ໄປແທນທີ່ຂອງ“ຊໍາລະ” ແຕ່ວຽກຂອງຂ້າພະ ເຈົ້າຄືເພື່ອເທດສະໜາຕໍ່ຄົນບາບຄືພວກທ່ານ, ພວກທ່ານມີບາບຢູ່ໃນບັນທຶກຂອງທ່ານ! ພວກມັນຈະຕ້ອງຖືກຊໍາລະລ້າງບໍ່ດັ່ງນັ້ນພຣະເຈົ້າກໍຈະສົ່ງທ່ານໄປນາລົກ, ມີອັນໃດລ້າງຜິດບາບຂອງທ່ານໄດ້ບໍ? ບໍ່ມີຫຍັງນອກຈາກໂລຫິດຂອງພຣະເຢຊູ!

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍ ພຣະໂລຫິດຂອງ ພຣະອົງ”(ພະນິມິດ 1:5)

ຂໍໃຫ້ຂ້າພະເຈົ້າບອກພວກທ່ານໃນຕອນນີ້ເລີຍວ່າພຣະໂລຫິດຂອງພຣະຄຣິດມີຄວາມສໍາຄັນທີ່ສຸດ! ບ່ອນທີ່ທ່ານຈະໃຊ້ເວລາຢູ່ເປັນນິດກໍຂຶ້ນຢູ່ກັບພຣະໂລຫິດຂອງພຣະຄຣິດ! ບໍ່ວ່າທ່ານຈະມີຊີວິດຄຣິສຕຽນທີ່ປະສົບຜົນສໍາເລັດກໍຂຶ້ນຢູ່ກັບພຣະໂລຫິດຂອງພຣະຄຣິດ, ນີ້ຄືປະເດັ່ນທີ່ສໍາຄັນບາງຢ່າງເລື່ອງພຣະໂລຫິດ.

I. ໜຶ່ງ ເຄື່ອງບູຊາດ້ວຍເລືອດຍ້ອນກັບໄປສູ່ຈຸດເລິ່ມຕົ້ນແຫ່ງການເວລາ.

ຜູ້ຄົນໃນສະໄໝບູຮານທຸກຄົນໃນໂລກເຊື່ອໃນເຄື່ອງບູຊາດ້ວຍເລືອດ, ມັນຍາກທີ່ຈະພົບວັດທະນາທໍາບູຮານໃນໂລກບ່ອນທີ່ເຄື່ອງບູຊາດ້ວຍເລືອດບໍ່ຖືກເຮັດຂຶ້ນ,ຍົກຕົວຢ່າງເຊັ່ນ ເຜົ່າອາຊເທັກອິນເດຍແດງແຫ່ງເມັກຊິກໂກບູຮານຂ້າຄົນຫຼາຍກວ່າ 20,000 ຄົນເທິງແທ່ນບູຊາສາສະໜານອກຮີດຂອງເຂົາ, ຄວາມຈິງແລ້ວທຸກຊົນເຜົ່າໃນທະວີບອາຟຣິກາກໍເຮັດແບບນັ້ນເຊັ່ນກັນ, ຊາວຈີນບູຮານໄດ້ຖວາຍເລືອດຕໍ່ພຣະເຈົ້າອົງດຽວຂອງເຂົາທີ່ຊື່ວ່າ ຊາງທີ ເກືອບ 2.000 ປີກ່ອນຄ.ສ. ພວກຄົນຈີນຮູ້ຈັກກ່ຽວກັບພຣະເຈົ້າອົງດຽວ ແລະຕ້ອງການເລືອດບູຊາໃນຈຸດເລີ່ມຕົ້ນຂອງການເວລາ! ຊາວຈີນບູຮານໄດ້ຂຽນກ່ຽວກັບພຣະເຈົ້າ ແລະການຖວາຍເລືອດແດ່ພຣະອົງ, ເທິງສິ້ນສ່ວນກະດູກ ແລະກະດອງເຕົາຊື່ງຫາກໍຖືກຂຸດພົບໃນມໍ່ໆມານີ້ ສີລະປະວັດຖຸເຫຼົ່ານີ້ຍ້ອນກັບໄປຫຼາຍກວ່າສີ່ພັນປີກ່ອນ, ຄວາມຄິດອັນນີ້ມາຈາກໃສ? ມັນຖືກສົ່ງຕໍ່ມາຈາກລຸ້ນໜຶ່ງສູ່ອີກລຸ້ນໜຶ່ງຈາກການຖວາຍບູຊາຄັ້ງແລກຂອງອາດາມແລະເຄື່ອງທັນຍະພືດບູຊາຂອງລາວ.

ໂມເຊໄດ້ຂຽນໜັງສືປະຖົມມະການໃກ້ຈຸດເລີ່ມຕົ້ນແຫ່ງປະຫວັດສາດ, ລາວໄດ້ບັນ ທຶກຄວາມຈິງທີ່ວ່າພວກສັດຈະຕ້ອງຖືກຂ້າເພື່ອປົກຫຸມພໍ່ແມ່ຄູ່ທໍາອິດຂອງພວກເຮົາເມື່ອພວກເຂົາເຮັດບາບ, ລູກຊາຍຂອງເຂົາຄືອາເບນໄດ້ນໍາເລືອດມາຖວາຍຊື່ງພໍພຣະໄທພຣະເຈົ້າ, ອ້າຍຂອງລາວຄືກາອິນໄດ້ນໍາເອົາຜັກມາຖວາຍຊື່ງຖືກປະຕິເສດ, ໂນອາໄດ້ຖວາຍເຄື່ອງບູູຊາດ້ວຍເລືອດຕໍ່ພຣະເຈົ້າ, ອາຣາຮາມກໍເຮັດເຊັ່ນກັນ,ເຄື່ອງບູຊາເຫຼົ່ານີ້ທັງໝົດຖືກຖວາຍກ່ອນທີ່ພວກຢິວຈະຖືກບອກໃຫ້ຖວາຍສັດແກ່ພຣະເຈົ້າ, ເມື່ອພວກເຂົາເປັນທາດຢູ່ປະເທດອີຢິບພຣະເຈົ້າຊົງບອກພວກເຂົາໃຫ້ຖວາຍລູກແກະ ແລະເອົາເລືອດທາຢູ່ເທິງວົງກົບປະຕູຂອງເຂົາ, ພຣະເຈົ້າຊົງກ່າວວ່າເມື່ອພຣະອົງເຫັນເລືອດພຣະອົງຈະຊົງສະເດັດຜ່ານໄປ ແລະບໍ່ພິພາກສາພວກເຂົາຍ້ອນຄວາມບາບຂອງເຂົາ, ພວກເຮົາມີເພງໜຶ່ງທີ່ເວົ້າເຖິງເລື່ອງນັ້ນ.

ເມື່ອເຮົາເຫັນເລືອດ ເມື່ອເຮົາເຫັນເລືອດ
ເມື່ອເຮົາເຫັນເລືອດ ເຮົາຈະຜ່່ານໄປ
ເຮົາຈະຜ່ານໄປຈາກທ່ານ
(ເມື່ອເຮົາເຫັນເລືອດ, John Foote, 19th century).

ນັ້ນຄືສິ່ງທີ່ພຣະເຈົ້າກ່່າວຕໍ່ພວກຢິວທີ່ເປັນທາດໃນປະເທດເອຢິບຕອນເທດສະການປັດສະກາຄັ້ງທໍາອິດນັ້ນ, ພຣະເຈົ້າຊົງກ່າວຕໍ່ພວກຢິວໃນຄືນນັ້ນວ່າ:

“ເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ ແລະໄພພິບັດນັ້ນຈະບໍ່ແຕະຕ້ອງພວກເຈົ້າເພື່ອທຳລາຍພວກເຈົ້າ ໃນຂະນະທີ່ເຮົາປະຫານແຜ່ນດິນເອຢິບ” (ອົບພະຍົບ 12:13)

ຄົນຢິວໄດ້ສືບຕໍ່ສະເຫຼີມສະຫຼອງເຄື່ອງບູຊາດ້ວຍເລືອດແຫ່ງປັດສະກາຈົນເຖິງປັດຈຸ ບັນນີ້, ຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ,ພຣະຄຣິດຊົງດັດແປງຄວາມໝາຍຂອງປັດສະກາເມື່ອພຣະອົງ ປ່ຽນມັນເປັນອາຫານຄໍ່າຄາບສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ(ພິທີລະນຶກ) ຄຣິສຕະຈັກບາງແຫ່ງເອີ້ນມັນວ່າສິນສັກສິດ, ພວກຄາທໍລິກກັບພວກອໍທໍດອກຊ໌ຕາເວັນອອກເອີ້ນມັນວ່າມິດຊາ, ສ່ວນຄຣິສຕະຈັກພວກທຣິນິທາຣຽນທຸກແຫ່ງກໍເຮັດພິທີນີ້, ພຣະຄໍາພີກ່າວວ່າ:

“ລະຫວ່າງອາຫານຄາບນັ້ນ ພຣະເຢຊູຊົງຈັບເຂົ້າຈີ່ມາ ແລະເມື່ອຂອບພຣະຄຸນແລ້ວ ຊົງຫັກສົ່ງໃຫ້ແກ່ພວກສາວົກກ່າວວ່າ "ຈົ່ງຮັບກິນເຖີດ ນີ້ແມ່ນກາຍຂອງເຮົາ" ແລ້ວພຣະອົງຈຶ່ງຊົງຈັບຈອກມາຂອບພຣະຄຸນແລະສົ່ງໃຫ້ເຂົາ ກ່າວວ່າ "ຈົ່ງຮັບໄປດື່ມທຸກຄົນເຖີດ ເພາະນີ້ແມ່ນເລືອດຂອງເຮົາອັນເປັນເລືອດແຫ່ງພັນທະສັນຍາໃໝ່ ຊຶ່ງຕ້ອງຫລັ່ງອອກເພື່ອຍົກໂທດບາບຄົນເປັນຈຳນວນຫລາຍ”(ມັດທາຍ 26:26-28)

ພວກທ່ານເຫັນແລ້ວວ່າການຖວາຍບູຊາດ້ວຍເລືອດທຸກອັນຂອງພວກນອກຮີດມາຈາກຄວາມຊົງຈໍາທີ່ບໍ່ດີຂອງຄວາມຈໍາເປັນທີ່ມະນຸດຈະຕ້ອງຖວາຍຕໍ່ພຣະເຈົ້າ, ແລະພິທີປັດສະກາແຫ່ງພັນທະສັນຍາເດີມກໍຊີ້ໄປຂ້າງໜ້າເລັ່ງເຖິງການຖວາຍບູຊາຂອງພຣະເມຊີອາ,ຄືພຣະຄຣິດທີ່ຈະເຮັດເທິງໄມ້ກາງແຂນ, ແລະປັດຈຸ ບັນນີ້ພິທີລະນຶກໄດ້ຊີ້ກັບໄປຫາສິ່ງທີ່ພຣະຄຣິດເຮັດເພື່ອຊ່ວຍພວກເຮົາໃຫ້ພົ້ນເທິງໄມ້ກາງແຂນ, ຄວາມຕາຍຂອງພຣະຄຣິດເທິງໄມ້ກາງແຂນ ແລະການຫລັ່ງເລືອດຂອງພຣະອົງເທິງໄມ້ກາງແຂນຄືຈຸດສູນກາງສາສະໜາໃນປະຫວັດສາດຂອງທັງໂລກ!

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍ ພຣະໂລຫິດຂອງ ພຣະອົງ”(ພະນິມິດ 1:5)

ຂ້າພະເຈົ້າຈະຂໍບອກທ່ານຕາມຄວາມຈິງວ່າເປັນຫຍັງພຣະໂລຫິດໄຖ່ບາບຂອງພຣະຄຣິດເທິງໄມ້ກາງແຂນຈື່ງເປັນສິ່ງທີ່ສໍາຄັນຫຼາຍ, ແຕ່ກ່ອນອື່ນຂ້າພະເຈົ້າຕ້ອງຂໍອະທິບາຍປະເດັ່ນອື່ນກ່ອນ.

II. ສອງ ພຣະໂລຫິດຂອງພຣະຄຣິດຖືກກຽດຊັງຢ່າງໜັກໂດຍຊາຕານ.

ໃນໜັງສືພະນິມິດພວກເຮົາໄດ້ອ່ານວ່າ:

“[ຊາຕານ]ຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກໂຍນຖິ້ມລົງມາແລ້ວ ພວກເຂົາເຫລົ່ານັ້ນຊະນະພະຍາມານດ້ວຍພຣະໂລຫິດຂອງພຣະເມສາ...”(ພະນິມິດ 12:10-11)

ຊາຕານຮູ້ດີວ່າມີພຽງຫົນທາງດຽວທີ່ທຸກຄົນຈະສາມາດເອົາຊະນະມັນໄດ້ກໍຄືໂດຍ ພຣະໂລຫິດຂອງ ພຣະເມສານ້ອຍ-ນັ້ນຄືໂລຫິດຂອງພຣະຄຣິດ,ລູກແກະຂອງພຣະເຈົ້າ, ພຣະຄໍາພີິກ່າວວ່າຊາຕານຄືຄາດຕະ ກອນ ມັນຢາກທໍາລາຍທຸກຄົນທີ່ມັນເຮັດໄດ້, ນັ້ນແຫຼະທີ່ວ່າເປັນຫຍັງມັນຈື່ງຊັງພຣະໂລຫິດຂອງພຣະຄຣິດສຸດໆ, ມັນຮູ້ດີວ່າເມື່ອບຸກຄົນໃດມີໂລຫິດຂອງພຣະຄຣິດຄົນນັ້ນກໍເປັນຜູ້ຊະນະ, ຄົນບາບເອົາຊະນະຊາຕານໄດ້ໂດຍພຣະໂລຫິດຂອງພຣະຄຣິດ, ຊາຕານບໍ່ຢາກໃຫ້ເລື່ອງນັ້ນເກີດຂຶ້ນ, ດັ່ງນັ້ນມັນຈື່ງເຮັດທຸກຢ່າງທີ່ເຮັດໄດ້ເພື່ອບໍ່ໃຫ້ເນັ້ນໜັກ ແລະຫຼຸດຄ່າພຣະໂລຫິດຂອງພຣະຄຣິດ.

ໃນຕອນທ້າຍຂອງສະຕະວັດທີສິບເກົ້າ ແລະຕົ້ນຍຸກສະຕະວັດທີ 20 ຊາຕານໄດ້ຂັບເຄື່ອນພວກນັກສາສະໜາສາດສາຍເສລີຫຼາຍຄົນໃຫ້ໂຈມຕີພຣະໂລຫິດຂອງພຣະຄຣິດ, ຄົນຄືກັບດຣ.ແຮຣີ່ເອເມີສັນຟອສດິກ ແລະດຣ.ເນວສ໌ແຟ, ດຣ.ແຟ ໄດ້ກ່າວວ່າ “ພຣະໂລຫິດຂອງພຣະຄຣິດບໍ່ລິດອໍານາດຫຼາຍໄປກວ່າເລືອດຂອງໄກ່” ດຣ.ຟອສດິກເອີ້ນເລືອດແຫ່ງການໄຖ່ວ່າ “ສາສະໜາໂຮງຂ້າສັດ” ຄົນແບບນັ້ນເວົ້າຢ່າງຮຸນແຮງຕໍ່ສູ້ພຣະໂລຫິດຂອງພຣະຄຣິດ-ນັບຕັ້ງແຕ່ທີ່ພວກເຂົາຖືກຊາຕານດົນໃຈໃຫ້້ເຮັດແບບນັ້ນ.

ສ່ວນໃນຕອນຕົ້ນຂອງສະຕະວັດທີຊາວຊາຕານໄດ້ເລິ່ມໂຈມຕີພຣະໂລຫິດຂອງ ພຣະຄຣິດອີກທາງໜຶ່ງ, ມັນໄດ້ເກ້ຍກ່ອມພວກນັກປະກາດສາຍອານຸລັກນິຍົມເພື່ອເຮັດໃຫ້ ພຣະໂລຫິດຂອງພຣະຄຣິດຖືກເນັ້ນໜັກ, ດຣ.ເຈ.ເວີນັນແມັກກີ້ຜູ້ເປັນທີ່ຮັກທີ່ສຸດຂອງອາເມລິກາ ແລະຄູສອນພຣະຄໍາພີທາງວິທະຍຸທີ່ມີຄົນຟັງຫຼາຍໄດ້ເລິ່ມສັງເກດເຫັນແນວໂນ້ມທີ່ເປັນແບບຊາຕານນັ້ນ, ຢູ່ໃນໝາຍເຫດຂໍ້ພຣະຄໍາພີຂອງເຮົາໃນພະນິມິດ 1:5 ດຣ. ແມັກກີ້ໄດ້ກ່າວວ່າ:

ຂ້າພະເຈົ້າບໍ່ໄດ້ເອນອ່ຽງຕໍ່ພວກດູຖູກພຣະໂລຫິດຂອງພຣະຄຣິດເໝືອນທີ່ບາງຄົນກໍາລັງເຮັດໃນປັດຈຸບັນນີ້,ຂ້າພະເຈົ້າຍັງຄົງມັກເພງທີ່ເວົ້າປະໂຫຍກນີ້.

ມີທານນໍ້າພຸເຕັມດ້ວຍໂລຫິດ
ຊື່ງໄຫຼມາຈາກພຣະເຢຊູ
ຖ້າໃຜຄົນບາບດໍາລົງໃຫ້ມິດ
ຈະຫາຍບາບທີ່ມີຢູ່

(J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume V, pp. 890, 891; note on Revelation 1:5-6).

ເຫັນຊັດເຈນວ່າດຣ.ແມັກກີ້ກໍາລັງເລັ່ງໃສ່ຄົນທີ່ດູຖູກພຣະໂລຫິດຂອງພຣະຄຣິດເຊັ່ນ: ອາ.ບີ.ທີມ, ຈອນແມັກອາເທີ ແລະແມ່ນແຕ່ຊາລສ໌ຊີ.ໄຣຣີ່ ຜູ້ທີ່ເວົ້າເຖິງເຄື່ອງບູຊາຂອງກາອິນວ່າ “ເຄື່ອງບູຊາທີ່ບໍ່ມີເລືອດຄື ເຄື່ອງບູຊາທີ່ເໝາະສົມທີ່ສຸດ”(Charles C. Ryrie, Th.D., The Ryrie Study Bible, Moody Press, 1978; note on Genesis 4:3)ຂ້າພະເຈົ້າບໍ່ຢາກເຊື່ອສາຍຕາຂອງຕົນເອງຕອນທີ່ຂ້າພະເຈົ້າອ່ານບັນທຶກຈາກດຣ.ໄຣຣີ່, ຂ້າ ພະເຈົ້າພົບວ່າມັນໜ້າແປກທີ່Warren Wiersbe “ສະແດງຄວາມຍິນດີ”ໄຣຣີ່ທີ່ເວົ້າແບບນັ້ນ!((Warren W. Wiersbe, 50 People Every Christian Should Know, Baker Books, 2009, p. 207)ທັງໝົດນີ້ເບິ່ງຄືວ່າຂ້າພະເຈົ້າຍັງບໍ່ປັບຕົວເຂົ້າຂ້າງພວກເສລີນິຍົມ, ພວກເຮົາຕ້ອງຢຸດແນມຫາການຍອມຮັບຂອງພວກນັກ ວິຊາການສາຍເສລີ-ໄລຍະເວລາ.

ຄົນເຫຼົ່ານີ້ເບິ່ງຄືວ່າບໍ່ເຂົ້າໃຈຄວາມສໍາຄັນເລື່ອງພຣະໂລຫິດຂອງພຣະຄຣິດ!ມີຫຼາຍຄົນຕິດຕາມພວກເຂົາ ແລະບໍ່ຍົກຍ້ອງພຣະໂລຫິດໃນຄໍາເທດສະໜາຂອງເຂົາອີກຕໍ່ໄປ, ສໍາລັບຂ້າພະເຈົ້ານີ້ແມ່ນການຫລອກລວງຂອງຍຸກສຸດທ້າຍ, ພວກເຮົາຈະບໍ່ຕົກເຂົ້າໃນມັນຖ້າພວກເຮົາຫາກຈື່ໄວ້ສະເໝີວ່າຊາຕານຊັງ ພຣະໂລຫິດຂອງພຣະຄຣິດ ແລະມັນເປັນຜູ້ຂີ້ຕົວະ ແລະຜູ້ຫລອກລວງ! ເອແມນ, ສິດຍາພິບານທຸກຄົນຈໍາເປັນຕ້ອງເທດສະໜາເລື່ອງ ພຣະໂລຫິດອັນປະເສີດຂອງພຣະຄຣິດປະຈໍາ! ເຖິງຢ່າງໃດກໍ່ຕາມນັ້ນແມ່ນສິີ່ງທີ່ພຣະຄໍາພີເອີ້ນມັນ,

“...ພຣະໂລຫິດອັນປະເສີດຂອງພຣະຄຣິດ”(1 ເປໂຕ 1:19)

III. ສາມ ພຣະໂລຫິດຂອງພຣະຄຣິດຊົງໄຖ່ບາບພວກເຮົາ.

ຂໍ້ພຣະຄໍາພີໃນ 1 ເປໂຕ ກ່າວວ່າ:

“ທ່ານຮູ້ວ່າ ພຣະອົງໄດ້ຊົງໄຖ່ທ່ານທັງຫລາຍອອກຈາກການປະພຶດທີ່ບໍ່ມີສາລະ ຊຶ່ງທ່ານໄດ້ຮັບເປັນປະເພນີຕໍ່ຈາກບັນພະບຸລຸດຂອງທ່ານ ບໍ່ໄດ້ໄຖ່ໄວ້ດ້ວຍສິ່ງທີ່ເສື່ອມສະລາຍໄດ້ ເຊັ່ນເງີນແລະຄໍາ ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດ ເໝືອນດັ່ງເລືອດລູກແກະທີ່ປາສະຈາກຕຳໜິຫລືຮ້ອຍດ່າງ”(1 ເປໂຕ 1:18-19)

ພວກທ່ານບໍ່ໄດ້ຖືກໄຖ່ດ້ວຍຄໍາ, ພຣະເຈົ້າບໍ່ໄດ້ຊ່ວຍທ່ານໂດຍເງິນ, ພຣະເຈົ້າບໍ່ໄດ້ຊ່ວຍທ່ານໂດຍຈໍານວນເງິນຫຼາຍປານໃດທີ່ທ່ານຖວາຍໃນຄຣິສຕະຈັກ, ພວກເຮົາຖືກໄຖ່ “ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດ”.

ການຊົງໄຖ່ໝາຍເຖິງການຊື້ບາງຄົນຈາກການເປັນທາດ,ພຣະເຢຊູຊົງກ່າວວ່າພຣະ ອົງມາເພື່ອ “ປະທານຊີວິດຂອງທ່ານໃຫ້ເປັນຄ່າໄຖ່ສໍາລັບຄົນເປັນຈໍານວນຫຼາຍ”(ມັດທາຍ 20:28), ພຣະອົງບໍ່ຈໍາເປັນຕ້ອງອະທິບາຍມັນເພາະສອງສ່ວນສາມຂອງຜູ້ຄົນໃນໂລກສະໄໝນັ້ນເປັນຂ້າທາດ, ມີຂ້າທາດທຸກເຊື້ອຊາດ ຈາກປະເທດອັງກິດບູຮານ, ຈາກສະເປນ, ຈາກອາຟຣິກາ-ຈາກທຸກໆແຫ່ງຫົນ, ທຸກກຸ່ມເຜົ່າຊົນໃນໂລກນີ້ມີເທື່ອໜຶ່ງເຄີຍຢູ່ໃນການເປັນທາດ, ພວກຢິວກໍເຄີຍເປັນທາດໃນອີຢິບເປັນເວລາ 400 ປີຄືກັບທີ່ຂ້າພະເຈົ້າໄດ້ເວົ້າເຖິງເມື່ອວ່າງບໍ່ດົນທີ່ຜ່ານມາ.

ອັກຄະສາວົກເປໂຕກ່າວວ່າພຣະຄຣິດຊົງຊື້ທ່ານຄືນຈາກການເປັນທາດດ້ວຍພຣະໂລຫິດຂອງພຣະອົງເອງ, ພຣະອົງຊົງຊື້ທ່ານອອກຈາກຫຍັງ? ຈາກຂ້າທາດຂອງບາບ, ຜູ້ຄົນເປັນລ້ານໆຄົນໃນລອສແອງເຈີລິສເປັນທາດຂອງບາບ, ພວກເຂົາຕິດຢາສູບ-ແລະເລີກບໍ່ໄດ້, ພວກເຂົາຕິດສື່ລາມົກ ແລະເຊົາເບິ່ງມັນບໍ່ໄດ້ ພວກທ່ານເປັນທາດຂອງບາບນັ້ນ! ແຕ່ພຣະຄໍາພີກ່າວວ່າພຣະຄຣິດຊົງສາມາດປົດປ່ອຍທ່ານໄດ້, ພຣະອົງຊົງສາມາດໄຖ່ທ່ານອອກຈາກບາບແຫ່ງໃຈທີ່ກະບົດບໍ່ເຊື່ອຂອງທ່ານໄດ້! ຍັງມີຫຼາຍຢ່າງແຕ່ຂ້າພະເຈົ້າບໍ່ມີເວລາແລ້ວ! ຄວາມລອດທັງໝົດຂອງທ່ານຂຶ້ນກັບພຣະໂລຫິດຂອງພຣະຄຣິດ! ພຣະໂລຫິດຂອງພຣະຄຣິດສາມາດໄຖ່ທ່ານຈາກບາບທັງໝົດໄດ້! ຈົ່ງຟັງວິວລ່ຽມຄາວເປີ:

ນັບແຕ່ໂດຍຄວາມເຊື່ອຂ້າເຫັນການໄຫຼ
ອອກຈາກບາດແຜທີ່ໄຫຼລົງມາຂອງພຣະອົງ
ຄວາມຮັກແຫ່ງການໄຖ່ເປັນໃຈຄວາມຂອງຂ້າ
ແລະຈະເປັນຈົນວັນຂ້າຕາຍ

ມີທານນໍ້າພຸເຕັມດ້ວຍໂລຫິດ
ຊື່ງໄຫຼມາຈາກພຣະເຢຊູ
ຖ້າໃຜຄົນບາບດໍາລົງໃຫ້ມິດ
ຈະຫາຍບາບທີ່ມີຢູ່
(“There Is a Fountain” by William Cowper, 1731-1800;
      to the tune of “Amazing Grace”).

ແລະແຟນນີ່ຄຣອສບີກ່າວວ່າ:

ຊົງໄຖ່, ຊົງໄຖ່
ຊົງໄຖ່ໂດຍພຣະໂລຫິດຂອງພຣະເຢຊູ
ຊົງໄຖ່, ຊົງໄຖ່
ຂ້າໄດ້ເປັນລູກຂອງພຣະອົງຕະຫຼອດໄປ
(“Redeemed,” Fanny J. Crosby, 1820-1915).

IV. ສີ່ ພຣະໂລຫິດຂອງພຣະຄຣິດສາມາດຊໍາລະທ່ານອອກຈາກຄວາມບາບທຸກຢ່າງໄດ້.

ຢ່າລືມວ່າພຣະເຢຊູແມ່ນໃຜ! ພຣະອົງບໍ່ແມ່ນພຽງແຕ່ຄົນໃດໜື່ງ! ຄົນໃດໜຶ່ງທີ່ທ່ານຮູ້ຈັກບໍ່ໄດ້ມີເລືອດທີ່ສາມາດຊໍາລະທ່ານຈາກບາບໄດ້, ແຕ່ພຣະເຢຊູບໍ່ແມ່ນຄົນໃດໜຶ່ງທີ່ຢູ່ຕາມຖະໜົນ, ບໍ່ແມ່ນ! ພຣະເຢຊູຊົງເປັນພຣະບຸດນິລັນດອນຂອງພຣະເຈົ້າ,ພຣະບຸກຄົນທີ່ສອງຂອງຕຣີເອກະນຸພາບ “ຊົງເປັນພຣະເຈົ້າຂອງຄວາມເປັນພຣະເຈົ້າ”

“ພຣະອົງຊົງສ້າງສິ່ງທັງປວງຂຶ້ນມາ ແລະໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີຈັກຢ່າງທີ່ໄດ້ເປັນຂຶ້ນມານອກເໜືອພຣະອົງ”(ໂຢຮັນ 1:3)

ພຣະເຢຊູຄຣິດເຈົ້າຊົງສ້າງຈັກກະວານທັງໝົດກ່ອນທີ່ພຣະອົງຈະສະເດັດລົງມາຈາກສະຫວັນ, ພຣະອົງຊົງເປັນຜູ້ດຽວທີ່ເລືອດສາມາດຊໍາລະທ່ານຈາກບາບໄດ້-ແລະເຮັດໃຫ້ທ່ານສະອາດພໍທີ່ຈະໄປສະຫວັນໄດ້! ອັກຄະສາວົກໂຢຮັນໄດ້ກ່າວວ່າ:

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ພົ້ນຈາກບາບທັງໝົດ”(1 ໂຢຮັນ 1:7)

ຂໍ້ພຣະຄໍາພີຂອງເຮົາເວົ້າແບບດຽວກັນວ່າ:

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍພຣະໂລຫິດຂອງ ພຣະອົງ” (ພະນິມິດ 1:5)

ພວກທ່ານຢາກໃຫ້ແບບນັ້ນເກີດຂຶ້ນກັບທ່ານບໍ? ທ່ານຢາກຈະພົ້ນຈາກການກໍາແໜ້ນຂອງຊາຕານບໍ? ພຣະໂລຫິດຂອງພຣະຄຣິດຊົງສາມາດເຮັດແບບນັ້ນໄດ້, ທ່ານຢາກຈະຖືກໄຖ່ຈາກຄວາມຜິດບາບບໍ? ພຣະໂລຫິດຂອງພຣະຄຣິດສາມາດເຮັດແບບນັ້ນໄດ້, ທ່ານຢາກຈະຖືກລ້າງໃຫ້ສະອາດຈາກຄວາມບາບທຸກຢ່າງເພື່ອທີ່ທ່ານຈະສາມາດໄປສະຫວັນ ແລະຊົມຊື່ນຍິນດີກັບພວກເຮົາທີ່ນັ້ນບໍ? ພຣະໂລຫິດຂອງພຣະ ຄຣິດສາມາດເຮັດແບບນັ້ນໄດ້.

ແຕ່ມີສິ່ງໜືຶ່ງທີ່ທ່ານຕ້ອງເຮັດ, ກ່ອນທີ່ພຣະໂລຫິດຂອງພຣະຄຣິດຈະເຮັດສິ່ງເຫຼົ່ານັ້ນເພື່ອທ່ານ,ທ່ານຈະຕ້ອງຫັນໜີຈາກບາບຂອງທ່ານ, ນັ້ນແມ່ນອັນທີ່ໜຶ່ງ, ທ່ານຕ້ອງຫັນຫຼັງຈາກບາບຂອງທ່ານ, ແລ້ວອັນທີສອງ ທ່ານຈະຕ້ອງວາງໃຈໃນພຣະເຢຊູ, ຈົ່ງມາຫາພຣະອົງໂດຍຄວາມເຊື່ອແລະວາງໃຈໃນພຣະອົງ, ບາງຄົນພັດເວົ້າວ່່າ “ເທົ່ານັ້ນບໍ?” ແມ່ນແລ້ວ! ເທົ່ານັ້ນ! ແລະພຣະໂລຫິດຂອງພຣະອົງຈະຊົງຊໍາລະທ່ານຈາກຄວາມບາບທຸກຢ່າງ ແລະນໍາທ່ານເຂົ້າສູ່ການສາມັກຄີທໍາ ແລະຊົມຊື່ນຍິນດີກັບພຣະເຈົ້າພຣະບິດາ! ທ່ານຈະຫັນຈາກບາບຂອງທ່ານແລ້ວວາງໃຈເຊື່ອພຣະເຢຊູບໍ? ຈົ່ງຟັງໃນຂະນະທີ່ກຣິຟຟິດຮ້ອງວັກໜຶ່ງຂອງບົດເພງບັນເລງຂອງລາວອີກເທື່ອໜຶ່ງ, ຢ່າຮ້ອງໄວໂພດເດີ ກຣິຟຟິດ.

ບໍ່ແມ່ນເງິນຫຼືຄໍາທີ່ຊ່ວຍຂ້າໃຫ້ຫຼຸດພົ້ນບາບ
ຊັບສິນອັນມາກມາຍຊ່ວຍວິນຍານບໍ່ໄດ້ເລີຍ
ໂລຫິດແຫ່ງກາງແຂນເປັນຮາກຖານໝັ້ນຄົງໜັກໜາ
ຄວາມຕາຍຂອງພຣະເຢຊູເຮັດໃຫ້ຂ້າຂາວສະອາດ
ຂ້າຖືກໄຖ່ບໍ່ແມ່ນດ້ວຍເງິນ
ຂ້າຖືກໄຖ່ບໍ່ແມ່ນດ້ວຍຄໍາ
ຊື້ດ້ວຍລາຄາຄືໂລຫິດພຣະເຢຊູ
ຊົງໄຖ່ຄ່າດ້ວຍຄ່າໃຫຍ່ຫຼວງ
(“ບໍ່ແມ່ນເງິນຫຼືຄໍາ”, Dr. James M. Gray, 1851-1935).

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການເຊື່ອວາງໃຈໃນພຣະເຢຊູ,ໃນຂະນະທີ່ຄົນອື່ນຂຶ້ນໄປຊັ້ນເທິງເພື່ອກິນເຂົ້າທ່ຽງ, ຂໍເຊີນພວກທ່ານມານັ່ງຢູ່ທາງໜ້າສອງແຖວນີ້, ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ: ເບັນຈາມິນ ຄິນເຄດ ກຣິຟຟິດ:
“Nor Silver Nor Gold” (Dr. James M. Gray, 1851-1935).

ໂຄງຮ່າງບົດເທດສະໜາ

ຖືກຊໍາລະໃນພຣະໂລຫິດຂອງພຣະຄຣິດ!

WASHED IN CHRIST’S BLOOD!

ແຕ່ງບົດເທດໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
ເທດໂດຍສາສະດາຈານ ຈອນ ຊາມູເອວ ເຄແກນ.

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫຼາຍ ແລະໄດ້ຊົງຊໍາລະບາບຂອງເຮົາດ້ວຍພຣະໂລຫິດ ຂອງພຣະອົງ” (ພະນິມິດ 1:5)

(ພະນິມິດ 7:14)

I.   ໜຶ່ງ ເຄື່ອງບູຊາດ້ວຍເລືອດຍ້ອນກັບໄປສູ່ຈຸດເລິ່ມຕົ້ນແຫ່ງການເວລາ.  ອົບພະຍົບ 12:13; ມັດທາຍ 26:26-28.

II.  ສອງ ພຣະໂລຫິດຂອງພຣະຄຣິດຖືກກຽດຊັງຢ່າງໜັກໂດຍຊາຕານ.  ພະນິມິດ 12:10-11; 1 ເປໂຕ 1:19.

III. ສາມ ພຣະໂລຫິດຂອງພຣະຄຣິດຊົງໄຖ່ບາບພວກເຮົາ. 1 ເປໂຕ 1:18,19; ມັດທາຍ 20:28.

IV. ສີ່ ພຣະໂລຫິດຂອງພຣະຄຣິດສາມາດຊໍາລະທ່ານອອກຈາກຄວາມບາບທຸກ ຢ່າງໄດ້. ໂຢຮັນ 1:3; 1 ໂຢຮັນ 1:7.