Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຖືກດູໝິ່ນແຕ່ກໍໜ້າຮັກ!

DESPISED BUT LOVELY!
(Laotian)

ຄໍາເທດສະໜາແຕ່ງໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.
ເທດສະໜາໂດຍສາສະດາຈານ ຈອນ ຊາມູເອວ ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 13/5/2018
A sermon written by Dr. R. L. Hymers, Jr.
and preached by Rev. John Samuel Cagan
at the Baptist Tabernacle of Los Angeles
Lord's Day Morning, May 13, 2018

“ລາວເປັນຄົນໜ້າຮັກຢ່າງສິ້ນເຊີງ” (ເພງໂຊໂລມອນ 5:16)


ຂ້າພະເຈົ້າບໍ່ເຄີຍເທດສະໜາຈາກໜັງສືເພງໂຊໂລມອນຈັກເທື່ອ, ແນມເບິ່ງບົດ ເທດຂອງສະເປີໂຈນຢ່າງລະອຽດ, ຂ້າພະເຈົ້າກໍພົບວ່າເຈົ້າຊາຍແຫ່ງພວກນັກເທດໄດ້ເທດ ສະໜາ 63 ເທື່ອຈາກໜັງສືເພງໂຊໂລມອນໃນຊ່ວງການຮັບໃຊ້ຢູ່ໃນລອນດອນຂອງລາວ ດັ່ງນັ້ນຂ້າພະເຈົ້າຈື່ງໃຊ້ຂໍ້ພຣະຄໍາພີນີ້ໃນວັນນີ້.

“ລາວເປັນຄົນໜ້າຮັກຢ່າງສິ້ນເຊີງ”
“ລາວເປັນຄົນໜ້າຮັກຢ່າງສິ້ນເຊີງ”
“ລາວເປັນຄົນໜ້າຮັກຢ່າງສິ້ນເຊີງ”

ດຣ.ແມັກກີກ່າວວ່າ “ຄົນຢິວເອີ້ນເພງໂຊໂລມອນວ່າຄວາມບໍລິສຸດແຫ່ງຄວາມບໍລິ ສຸດຕ່າງໆຂອງພຣະຄໍາພີ, ເພາະສະນັ້ນຈື່ງບໍ່ແມ່ນທຸກຄົນທີ່ໄດ້ຮັບອະນຸຍາດພາຍໃນສິ່ງທີ່ແນບມາອັນສັກສິດຂອງມັນ, ນີ້ຄືບ່ອນທີ່ທ່ານອາໄສຢູ່ໃນສະຖານທີ່ສັກສິດຂອງສະຖານທີ່ບໍລິສຸຸດທີ່ສຸດ...ຖ້າພຣະເຢຊູເຈົ້າຊົງຮັກພວກທ່ານຫຼາຍແລະທ່ານກໍຮັກພຣະອົງແລ້ວໜັງສືເຫຼັ້ມນີ້ກໍຈະມີຄວາມໝາຍຕໍ່ທ່ານຫຼາຍ, ເພງໂຊໂລມອນເປັນກາບກອນ ແລະເປັນປະໂຫຍດ, ຢູ່ນີ້ພຣະເຈົ້າກໍາລັງກ່າວກັບຄົນຂອງພຣະອົງໃນເພງກາບກອນຊື່ງເປັນເລື່ອງທີ່ເກີນບັນຍາຍ,ພວກເຮົາຈະຕ້ອງປົດເກີບຝ່າຍວິນຍານຂອງເຮົາອອກໃນຂະນະທີ່ພວກເຮົາພິສູດໜັງສືເຫຼັ້ມນີ້, ພວກເຮົາຢູ່ເທິງພື້ນທີ່ບໍລິສຸດ, ໜັງສືເພງໂຊໂລມອນກໍປຽບເໝືອນດອກໄມ້ອ່ອນໆທີ່ ຕ້ອງການການຈັດການດ້ວຍຄວາມລະອຽດອ່ອນ, ມີຄວາມໝາຍທີ່ແຕກຕ່າງກັນແລະສໍາຄັນຢູ່ສີ່ປະການທີ່ພົບໃນໜັງສືເຫຼັ້ມນີ້” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1982, volume III, p. 143).

ປະການທີໜຶ່ງ,ເພງໂຊໂລມອນເປັນພາບຂອງຄວາມຮັກລະຫວ່າງຜົວກັບເມຍ,ສອງ ເປັນພາບຂອງຄວາມຮັກຂອງພຣະເຈົ້າຕໍ່ອິດສະຣາເອວ, ພວກອາຈານບູຮານໄດ້ໃຫ້ຄວາມໝາຍສອງຢ່າງນີ້, ແຕ່ມີການປະຍຸກໃຊ້ອີກສອງຢ່າງທີ່ສໍາຄັນສໍາລັບພວກຄຣິສຕຽນ, ສາມ ເປັນພາບຂອງຄວາມຮັກລະຫວ່າງພຣະຄຣິດກັບຄຣິສຕະຈັກຂອງພຣະອົງ, ສີ່,ມັນບັນຍາຍ ເຖິງຄວາມຮັກຂອງພຣະຄຣິດຕໍ່ຄຣິສຕຽນແຕ່ລະຄົນ ແລະການເປັນໜຶ່ງດຽວຂອງຈິດວິນຍານກັບພຣະຄຣິດ, ສິດທິຊົນຜູ້ຍິ່ງໃຫຍ່ຂອງພຣະເຈົ້າຫຼາຍຄົນເຄີຍມີປະສົບການໃນເລື່ອງນີ້,ໜັງສືເພງໂຊໂລມອນເປັນໜັງສືທີ່ໂຣເບີດເມີເຣແມັກຄີນນັກເທດຊາວສະກັອດແລນຜູ້ທີ່ໄດ້ເຫັນການຟື້ນຟູໃນຊ່ວງການຮັບໃຊ້ຂອງຕົນມັກທີ່ສຸດ, ແມັກຄີນຖືກເວົ້າເຖິງວ່າ “ລາວເທດສະໜາດ້ວຍກາປະທັບອັນເປັນນິດຢູ່ເທິງໜ້າຜາກຂອງລາວ”ເຖິງແມ່ນວ່າລາວອາຍຸພຽງ 29 ປີເທົ່ານັ້ນຕອນທີ່ລາວຕາຍ, ໜັງສືເພງໂຊໂລມອນຄືໜັງສືທີ່ລາວມັກທີ່ສຸດໃນພຣະຄໍາພີ, ເມື່ອໂຣເບີດແມັກຄີນເທດສະໜາຈາກໜັງສືເພງໂຊໂລມອນຄົນທີ່ເຂັ້ມແຂງກໍຄຸເຂົ່າລົງຮ້ອງໄຫ້ດ້ວຍນໍ້າຕາ ແລະພວກຄົນບາບທີ່ແຂງກະດ້າງກໍກົ້ມໃຈຂອງເຂົາຕໍ່ພຣະຄຣິດ,ເຊັ່ນກັນຍັງເປັນໜັງສືທີ່ນັກເທດຊາວສະກັອດຜູ້ຍິ່ງໃຫຍ່ທີ່ຊື່ຊາມູເອວ ຣັດເທີຟອດມັກທີ່ສຸດອີກດ້ວຍ(1600-1661), ດີ.ແອວ.ມູດີ(1837-1899) ກັບແຮຣີໄອຣ໋ອນຊາຍ(1876-1951) ເໝືອນທີ່ຂ້າພະເຈົ້າໄດ້ເວົ້າແລ້ວວ່່າສະເປີໂຈນໄດ້ເທດສະໜາ 63 ເລື່ອງຈາກໜັງສືເພງໂຊໂລມອນ, ການຟື້ນຟູມາເຖິງເກາະລູອິສຕອນທີ່ດັນແຄນແຄມເບວເທດສະໜາຈາກໜັງສືເພງໂຊໂລມອນ.

ແລ້ວຕອນນີ້ເຮົາມາເຖິງຂໍ້ພຣະຄໍາພີ, ເຈົ້າສາວເວົ້າເຖິງສາມີຂອງຕົນວ່າ “ລາວເປັນຄົນໜ້າຮັກຢ່າງສິ້ນເຊີງ” ສະນັ້ນເຊັ່ນກັນພວກສິດທິຊົນທີ່ເປັນຄຣິສຕຽນແທ້ຈື່ງເວົ້າເຖິງເລື່ອງພຣະເຢຊູວ່າ“ພຣະອົງໜ້າຮັກຢ່າງສິ້ນເຊີງ” ໃນຂະນະທີ່ຂ້າພະເຈົ້າພິຈາລະນາການເທດສະໜາໃນຂໍ້ພຣະຄໍາພີນີ້ຂ້າພະເຈົ້າກໍຄິດຄືກັບທີ່ສະເປີໂຈນຄິດ “ມັນສູງສົ່ງ,ຂ້າພະເຈົ້າບໍ່ສາມາດໄປເຖິງມັນໄດ້” ຂໍ້ຄວາມທີ່ເລິກເຊິ່ງແບບນີ້ບາງເທື່ອກໍເຮັດໃຫ້ຂ້າພະເຈົ້າໜັກໃຈ, ແຕ່ຖ້າຂ້າພະເຈົ້າບໍ່ສາມາດນໍາເອົາຄວາມໝາຍຂອງມັນອອກມາໝົດແລ້ວ, ຂ້າພະເຈົ້າກໍຈະພະຍາຍາມຢ່າງໜ້ອຍກໍເພື່ອນໍາເອົາບາງຢ່າງອອກມາຈາກມັນໃນເຊົ້ານີ້, ມັນດີກວ່າທີ່ຈະແນມເບິ່ງພຣະເຢຊູແບບຫຍໍ້ໆດີກວ່າທີ່ຈະເຫັນສະຫງ່າລາສີຂອງໂລກໃນຊົ່ວຊີວິດນີ້ ເພາະ ພຣະອົງຜູ້ດຽວ“ໜ້າຮັກຢ່າງສິ້ນເຊີງ” ຂໍໃຫ້ຂ້າພະເຈົ້າໃຊ້ເວລາຈັກໜ້ອຍເພື່ອນໍາພວກທ່ານສູ່ມຸມມອງທີ່ແຕກຕ່າງສອງຢ່າງເລື່ອງພຣະເຢຊູ-ມຸມມອງຂອງໂລກແລະຂອງຄຣິສຕຽນແທ້.

I. ໜຶ່ງ ໂລກທີ່ຫຼົງຫາຍບໍ່ໄດ້ຄິດວ່າພຣະເຢຊູຊົງໜ້າຮັກຫຍັງເລີຍ.

ພວກທ່ານເຄີຍສັງເກດບໍ່ວ່່າໂລກກໍາລັງປິດປະຕູໃສ່ພຣະອົງແນວໃດແດ່ປະຈຸບັນນີ້? ເບິ່ງຄືວ່າພວກເຂົາບໍ່ຢາກແມ່ນແຕ່ໄດ້ຍິນຊື່ຂອງພຣະອົງ, ຂ້າພະເຈົ້າເຄີຍໄດ້ຍິນວ່າພວກໝໍຢູ່ໃນກອງທັບອາກາດສະຫະລັດບໍ່ອະນຸຍາດໃຫ້ອະທິຖານໃນນາມຂອງພຣະເຢຊູອີກ, ເມື່ອພວກສິດຍາພິບານຂໍອະທິຖານຕາມໜ້າທີ່ພົນລະເມືອງຕ່າງໆພວກເຂົາຖືກເຈາະຈົງບໍ່ໃຫ້ຈົບ ຄໍາອະທິຖານຂອງຕົນໃນນາມຂອງພຣະເຢຊູ, ການບໍ່ມັກນາມຂອງພຣະເຢຊູນີ້ບໍ່ແມ່ນເລື່ອງ ໃໝ່ແຕ່ມັນໄດ້ເກີດຂຶ້ນຮຸນແຮງຂຶ້ນໃນແຕ່ລະປີ, ຍ້ອນກັບໄປໃນຍຸກຂອງພາບເຄື່ອນໄຫວຕອນທີ່ພວກຄຣິສຕຽນສະແດງໜັງເວລາອະທິຖານ, ພວກຜູ້ມີອໍານາດຢູ່ໃນສະຕູດີໂອໄດ້ຂັດຂວາງພວກເຂົາຈາກການເວົ້າວ່າ “ໃນນາມຂອງພຣະເຢຊູ ເອແມນ”ຂ້າພະເຈົ້າເຊື່ອວ່າຄວາມຄິດພວກມີອໍານາດນັ້ນພວກເຮົາໜ້າຈະບໍ່ສັງເກດຕອນທີ່ພວກເຂົາເອົາຊື່ຂອງພຣະເຢຊູອອກ, ນັບຕັ້ງແຕ່ທີ່ພວກເຮົາຈົບຄໍາອະທິຖານຂອງເຮົາ“ໃນນາມຂອງພຣະເຢຊູ”ພວກເຮົາກໍສັງເກດເຫັນ ແລະມັນເຮັດໃຫ້ພວກເຮົາເຂົ້າໃຈວ່າຜູ້ຄົນຊັງພຣະເຢຊູແນວໃດແດ່.

ຄວາມກຽດຊັງພຣະເຢຊູຂອງພວກເຂົາຈະແຈ້ງຂື້ນເມື່ອພວກເຂົາໄດ້ສ້າງຮູບເງົາດູໝິ່ນເລື່ອງ “ການທົດລອງເທື່ອສຸດທ້າຍຂອງພຣະຄຣິດ”ສະແດງພຣະຜູ້ຊ່ວຍເປັນຄົນບ້າກາມ, ສິດຍາພິບານຂອງພວກເຮົາດຣ.ໄຮເມີນັ່ງຢູ່ຕັ່ງຂອງເພິ່ນຢູ່ຫ້ອງຮັບແຂກຂອງເພິ່ນແລ້ວຄິດກ່ຽວກັບໜັງເລື່ອງນັ້ນເມື່ອເພິ່ນໄດ້ອ່ານພົບວ່າມັນຈະອອກສາຍ, ແລະພຣະເຈົ້າກໍບອກເພິ່ນວ່າ “ເຈົ້າຊິປ່ອຍໃຫ້ພວກເຂົາສາຍໜັງນີ້ບໍ?” ດຣ.ໄຮເມີຕອບວ່າ “ພຣະບິດາຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້”ແລະພຣະເຈົ້າກ່າວວ່າ “ຖ້າເຈົ້າບໍ່ເຮັດກໍບໍ່ມີໃຜເຮັດ” ດັ່ງ ນັ້ນພວກເຮົາຈື່ງອອກໄປປ້ອງກັນພຣະເຢຊູ, ພວກເຂົາໄດ້ເປີດຂ່າວການປະທ້ວງຂອງພວກເຮົາອອກຢູ່ທຸກຊ່ອງຊ່ວງຂ່າວພາກຄໍ່າ, ພວກເຂົາເອົາການປະທ້ວງຂອງພວກເຮົາລົງໜ້າປົກວາລະສານນິວຢອກໄທມ໌ ແລະວາລະສານວໍສະຕຣີດ, ລາຍການ Nightline,ລາຍການ ທູໄນໂຊ, ລາຍການ Crossfire ແລະແມ່ນແຕ່ໃນຮູບຖ່າຍແລະເລື່ອງລາວກ່ຽວກັບການປະທ້ວງຂອງພວກເຮົາຢູ່ໃນລາຍການໂທລະພາບ! ມີການລາຍງານລະດັບຊາດຢູ່ໃນປະເທດອັງກິດ,ປະເທດຝຣັ່ງ, ອີຕາລີ, ກຣີຊ, ອອສເຕເຣຍແລະໃນປະເທດອິດສະຣາເອວບ່ອນທີ່ມີເພື່ອນຄົນໜຶ່ງໂທຫາດຣ.ໄຮເມີວ່າຂ່າວນີ້ຢູ່ໃນໜ້າປົກຂອງໜັງສືພິມເຢຣູຊາເລັມ, ມີໜັງສືເຫຼັ້ມໜຶ່ງຊື່ວ່າ “Hollywood Under Siege”ໂດຍໂທມັດອາ.ລິນລັອຟ (2008 ໂຮງພິມມະຫາວິທະຍາໄລເຄັນຕັກກີ) ໃນໜ້າປົກມີຮູບຖ່າຍທີ່ເປັນຮູບສີພໍ່ຂອງຂ້າພະເຈົ້າດຣ.ເຄແກນ ພ້ອມກັບ 125 ຄົນຈາກຄຣິສຕະຈັກຂອງພວກເຮົາຖືປ້າຍປະທ້ວງໜັງສົກກະປົກແລະດູໝິ່ນນັ້ນ, ປ້າຍໃຫຍ່ປະມານສາມສິບຟຸດ, ລູວາສເຊີແມນເປັນຄົນສ້າງໜັງນັ້ນ, ດຣ.ໄຮເມີຖືກອ້າງຢູ່ໃນໜັງສືເຫຼັ້ມນັ້ນເຖິງສິບສາມບ່ອນທີ່ແຕກຕ່າງກັນ, ພວກເຂົາບໍ່ພຽງແຕ່ຊັງພຣະເຢຊູແຕ່ພວກເຂົາຍັງໄດ້ຊັງດຣ.ໄຮເມີກັບພໍ່ຂອງຂ້າພະເຈົ້າ, ແລະຄຣິສຕຈະຈັກຂອງພວກເຮົານໍາ,ຍ້ອນຄວາມກ້າຫານທີ່ຈະປ້ອງກັນພຣະຜູ້ຊ່ວຍໃຫ້ລອດ! ໜັງສືຖືກເອີ້ນວ່າ“ຮໍລິວູດຢູ່ພາຍໃຕ້ການລ້ອມ.” ຈົ່ງຄິດເບິ່ງແມ້ພວກແບັບຕິດນ້ອຍໆ 125 ຄົນມີຮໍລິວູດ “ຢູ່ພາຍໃຕ້ການລ້ອມ” ໜັງໃຫຍ່ແລະມີອໍານາດຂອງພວກເສດຖີຖືກ “ປິດລ້ອມ”ຈາກພວກແບັບຕິດກຸ່ມນ້ອຍໆທີ່ມາຈາກຄຣິສຕະຈັກທີ່ຢູ່ກາງເມືອງ! ແຕ່ດຣ.ໄຮເມີຮູ້ດີວ່າພວກຮໍລິວູດກັບພວກຄົນລວຍແຖວ ເບວີລີຮິວ, ນິວຢອກ ແລະວໍຊິງຕັນຊັງພຣະເຢຊູຄຣິດ, ຕັ້ງແຕ່ບິລເມເຮິຮອດຈອຊຄລູນີ, ຈາກແອນເດີສັນຄູເປີຮອດວູຟບລິດເຊີ - ພວກເຂົາພາກັນດູໝິ່ນແລະປະຕິເສດພຣະບຸດຂອງພຣະເຈົ້າ, ແລະຂ້າພະເຈົ້າບໍ່ຄິດວ່າມັນຈະຈົບຈົນກວ່າຈະມີການເປີດການຂົ່ມເຫງຄຣິສຕະຈັກຕ່າງໆ ແລະຂ້າພະເຈົ້າເຊື່ອວ່າພວກທ່ານຈະໄດ້ເຫັນມັນໃນຊົ່ວຊີວິດຂອງທ່ານ.

ທີ່ຮ້າຍສຸດໆກໍຄືພຣະເຢຊູຖືກວາງຢູ່ທາງຫຼັງເຕົາເຜົາຂອງຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນິີ້, ພຣະອົງບໍ່ໄດ້ຮັບການຕ້ອນຮັບແມ່ນແຕ່ຢູ່ໃນບ້ານຂອງພວກເພື່ອນຂອງພຣະອົງ! ດຣ.ໄມໂຄຮໍຕັນໄດ້ຂຽນກ່ຽວກັບເລື່ອງນັ້ນໃນໜັງສືທີ່ມີລິດເດດ ແລະສະຫຼາດຂອງລາວທີ່ຊື່ Christless Christianity (Baker Books, 2008). ມັນບອກຢູ່ເທິງແຈັກເກັດ “ຮໍຕັນຖຽງວ່າໃນຂະນະທີ່ພວກເຮົາຍັງບໍ່ມີການມາເຖິງຂອງຊາວຄຣິສຕຽນທີ່ບໍ່ມີພຣະຄຣິດ, ພວກເຮົາກໍໄປຕາມທາງຂອງເຮົາດ້ວຍດີ, ເຖິງແມ່ນວ່າພວກເຮົາຈະອ້າງພຣະນາມຂອງພຣະ ຄຣິດ, ສ່ວນຫຼາຍພຣະຄຣິດແລະຂ່າວປະເສີດທີ່ມີພຣະຄຣິດເປັນຈຸດສູນກາງຖືກຊຸກອອກໄປ” ແຕ່ພວກເຮົາບໍ່ຄວນແປກໃຈທີ່ພຣະເຢຊູຖືກປະຕິບັດດ້ວຍຄວາມຂີ້ຮ້າຍຫຼາຍໃນປະຈຸບັນນີ້, ພຣະຄໍາພີກ່າວວ່າ:

“ທ່ານບໍ່ມີຮູບຮ່າງຫຼືຄວາມສວຍງາມ ແລະເມື່ອພວກເຮົາຈະແນມເບິ່ງທ່ານ ບໍ່ມີຄວາມງາມທີ່ເຮົາຈະເພິ່ງປາດຖະໜາທ່ານ ທ່ານໄດ້ຖືກມະນຸດດູໝິ່ນ ແລະປະຖີ້ມ ເປັນຄົນແຫ່ງຄວາມໂສກເສົ້າ ແລະຄຸ້ນເຄີຍກັບຄວາມທຸກ ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝິ່ນ ແລະພວກ ເຮົາບໍ່ໄດ້ນັບຖືທ່ານເລີຍ”(ເອຊາຢາ 53:2-3)

ນັ້ນຄືຫົນທາງຂອງທໍາມະຊາດມະນຸດ,ໃນສະພາບທີ່ຍັງບໍ່ລອດເຫັນພຣະເຢຊູ “ບໍ່ມີຄວາມງາມທີ່ເຮົາຈະເພິ່ງປາດຖະໜາທ່ານ” ດັ່ງນັ້ນພວກເຂົາຈື່ງ “ດູໝິ່ນແລະປະຕິເສດ”ພຣະອົງ, ນັ້ນຄືແບບທີ່ເປັນກັບດຣ.ໄຮເມີ, ຕອນທີ່ເພິ່ນຍັງເປັນເດັກນ້ອຍນັ້ນເພິ່ນເຄີຍວົນວຽນຢູ່ໃນໂບດຄາທໍລິກເກືອບທຸກມື້, ພວກເຂົາເປີດປະຕູຕະຫຼອດເວລາຍ້ອນກັບໃນປີ 1940 ແລ້ວເພິ່ນກໍຈະເຂົ້າໄປໃນເພາະມັນງຽບແລະສະຫງົບດີຢູ່ຫັ້ນ, ຢູ່ຫັ້ນມີຮູບປັ້ນເໝືອນຈິງຂອງພຣະເຢຊູທີ່ແບກໄມ້ກາງແຂນຂອງພຣະອົງໂດຍທີ່ມີເລືອດໄຫຼລົງມາຈາກໃບໜ້າຂອງພຣະອົງ, ດຣ.ໄຮເມີເຫັນພຣະເຢຊູເປັນເໝືອນຄົນທີ່ໜ້າເສົ້າ, ຜູ້ເສຍສະຫຼະຊື່ງຍອມຕາຍໂດຍບໍ່ມີເຫດຜົນນອກຈາກຈາກສັດຕູຜູ້ກຽດຊັງຂອງພຣະອົງ, ມຸມມອງເລື່ອງພຣະເຢຊູ ເປັນແບບນັ້ນຈົນກະທັ່ງສອງສາມວັນກ່ອນທີ່ເພິ່ນຈະກັບໃຈໃໝ່ໃນວັນທີ 28 ເດືອນຕຸລາປີ 1961 ຕອນອາຍຸຊາວປີ, ກ່ອນໜ້ານັ້ນດຣ.ໄຮເມີຄິດເຖິງເລື່ອງພຣະເຢຊູໃນຖານະຄົນທີ່ບໍ່ເຂົ້າໃຈ,ເປັນຄົນທີ່ໜ້າເສົ້າເຊິ່ງຖືກຄຶງໃສ່ໄມ້ກາງແຂນ ແລະຕາຍໂດຍບໍ່ມີເຫດຜົນທີ່ພິເສດຫຍັງເລີຍ, ແຕ່ໃນວັນທີດຣ.ໄຮເມີໄດ້ກັບໃຈໃໝ່ລາວກໍເຫັນພຣະອົງເປັນຄັ້ງທໍາອິດໃນຖານະພຣະຜູ້ຊ່ວຍໃຫ້ລອດຜູ້ຊົງພຣະຊົນ, ຜູ້ຟື້ນຄືນຈາກຕາຍເຊິ່ງມີໄຊຊະນະເໜືອຄວາມຕາຍ ແລະຊົງພຣະຊົນຢູ່ທີ່ເບື້ອງຂວາມືຂອງພຣະເຈົ້າໃນສະຫວັນ, ຜູ້ຊົງຊ່ວຍເພິ່ນຈາກຄວາມບາບຂອງເພິ່ນແລະປ່ຽນແປງຊີວິດຂອງເພິ່ນ, ເມື່ອເພິ່ນເຫັນພຣະເຢຊູໃນເຊົ້າວັນນັ້ນ ເປັນຄັ້ງແລກທີ່ພຣະເຢຊູຊົງໜ້າຮັກຢ່າງສິ້ນເຊີງ.

II. ສອງ ຄຣິສຕຽນແທ້ຈະເຫັນວ່າພຣະອົງຊົງໜ້າຮັກຢ່າງສິ້ນເຊີງ.

ພຣະເຢຊູຄືນາມທີ່ຫວານທີ່ສຸດເທົ່າທີ່ຂ້າຮູ້ຈັກ
ແລະພຣະອົງກໍຊົງໜ້າຮັກແບບດຽວກັບພຣະນາມນັ້ນ
ແລະນັ້ນຄືເຫດຜົນທີ່ຂ້າຮັກພຣະອົງຫຼາຍ
ໂອ ພຣະເຢຊູຄືນາມທີ່ຫວານທີ່ສຸດເທົ່າທີ່ຂ້າຮູ້ຈັກ
(“ພຣະເຢຊູຄືນາມທີ່ຫວານທີ່ສຸດເທົ່າທີ່ຂ້າຮູ້ຈັກ” Lela Long, 1924).

ມັນອາດຈະມາຫາທ່ານໃນທັນທີທັນໃດແບບທີ່ເຄີຍເກີດກັບສິດຍາພິບານຂອງພວກເຮົາ ຫຼືທ່ານອາດຈະເຫັນວ່າພຣະອົງຊົງໜ້າຮັກເທື່ອລະໜ້ອຍໆຈົນທ່ານລົ້ມລົງຢູ່ຕໍ່ໜ້າພຣະອົງ ແລະເຊື່ອວາງໃຈໃນພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະພຣະເຈົ້າຂອງທ່ານ ໃນວິນາທີທີ່ດຣ.ໄຮເມີວາງໃຈໃນພຣະເຢຊູເພິ່ນກໍສາມາດຮ້ອງເພງກັບຊາລເວສລີໄດ້ວ່າ:

ໂສ້ຂອງຂ້າຫຼຸດຫາຍ,ໃຈຂອງຂ້າຫຼຸດພົ້ນ
ຂ້າລຸກຂຶ້ນຍ່າງອອກໄປຕິດຕາມພຣະອົງ
ຄວາມຮັກອັດສະຈັນ!ເປັນໄປໄດ້ແນວໃດ
ທີ່ພຣະອົງ,ພຣະເຈົ້າຂອງຂ້າຊົງຕາຍເພື່ອຂ້າ
(“ເປັນໄປໄດ້ແນວໃດ”ໂດຍ Charles Wesley, 1707-1788).

ຄວາມຈິງແລ້ວພວກເຂົາຮ້ອງເພງນັ້ນໃນຕອນເຊົ້າທີ່ພຣະເຢຊູຊົງຊ່ວຍດຣ.ໄຮເມີໃຫ້ລອດ!

ຈິດວິນຍານຂ້າຖືກຂັງເປັນເວລາດົນນານ
ຖືກມັດຢູ່ໃນບາບ, ຕາມຄວາມມືດຂອງທໍາມະຊາດ
ພຣະເນດພຣະອົງຊົງສາຍແສງແກ່ຂ້າ
ຂ້າຕື່ນຈາກຄຸກໃຕ້ດິນພ້ອມກັບແສງສະຫວ່າງ
ຄວາມຮັກອັດສະຈັນ!ເປັນໄປໄດ້ແນວໃດ
ທີ່ພຣະອົງ,ພຣະເຈົ້າຂອງຂ້າຊົງຕາຍເພື່ອຂ້າ

ໃນວິນາທີນັ້ນເອງສິດຍາພິບານຂອງພວກເຮົາກໍຮ້ອງສຽງດັງກັບແມັກຄີນ ຫຼືສະເປີໂຈນວ່າ “ພຣະອົງຊົງໜ້າຮັກຢ່າງສິ້ນເຊີງ” ເພິ່ນກໍສາມາດຮ້ອງເພງຊາວເຢຍລະມັນນັ້ນດ້ວຍສຸດປອດຂອງເພິ່ນວ່າ:

ພຣະເຢຊູຜູ້ງາມເລີດ,ຄອບຄອງທົ່ວໂລກາ
ຊົງເປັນພຣະເຈົ້າແລະຊົງເປັນມະນຸດ
ຂ້າຈະຍ້ອງຍໍພຣະອົງຂ້າຂໍເທີດທູນພຣະອົງ
ພຣະອົງຜູ້ຊື່ງໃຈຂ້າຍິນດີ,ແລະຖະວາຍກຽດ
ພຣະຜູ້ຊ່ວຍຊົງງົດງາມ!ອົງພຣະເຈົ້າຂອງໂລກ
ພຣະບຸດຂອງພຣະເຈົ້າແລະບຸດມະນຸດ
ຄໍາສັນເສີນ,ກຽດ,ລາສີ,ການຍົກຍ້ອງ
ແຕ່ບັດນີ້ແລະຕະຫຼອດໄປຈົ່ງເປັນຂອງພຣະອົງ!
(ພຣະເຢຊູຜູ້ງາມເລີດ ເພງຊາວເຢຍລະມັນໃນສະຕະວັດທີ 17
ແປໂດຍ ໂຈເຊບເອ.ໄຊ 1823-1904)

“ພຣະອົງຊົງໜ້າຮັກຢ່າງສິ້ນເຊີງ”

ນັ້ນຄືພຣະເຢຊູ

“ພຣະອົງຊົງເປັນແບບພຣະລັກສະນະຂອງພະເຈົ້າ ຜູ້ຊຶ່ງບໍ່ປະຈັກແກ່ຕາ ຊົງເປັນບຸດຫົວປີເໜືອສັບພະສິ່ງທັງປວງ ເພາະວ່າໂດຍພຣະອົງສັບພະສິ່ງໄດ້ຖືກສ້າງຂຶ້ນ ທັງໃນທ້ອງຟ້າແລະທີ່ແຜ່ນດິນໂລກ ສິ່ງຊຶ່ງປະຈັກແກ່ຕາແລະຊຶ່ງບໍ່ປະຈັກແກ່ຕາ ບໍ່ວ່າຈະເປັນພະທີ່ນັ່ງ ຫລືອານາຈັກຕ່າງໆ ຫລືເປັນຜູ້ປົກຄອງ ຫລືລິດເດດຕ່າງໆ ສັບພະສິ່ງທັງສິ້ນຖືກສ້າງຂຶ້ນໂດຍ ພຣະອົງແລະເພື່ອພຣະອົງ ພຣະອົງຊົງດຳລົງຢູ່ກ່ອນສັບພະສິ່ງທັງປວງ ແລະສັບພະສິ່ງທັງປວງເປັນລະບຽບຢູ່ໂດຍພຣະອົງ ພຣະອົງຊົງເປັນຫົວປີຂອງກາຍຄືຄຣິສຕະຈັກພຣະອົງຊົງເປັນທີ່ເລີ່ມຕົ້ນ ເປັນບຸດຫົວປີທີ່ຊົງເປັນຂຶ້ນມາຈາກຄວາມຕາຍ ເພື່ອພຣະອົງຈະໄດ້ຊົງເປັນເອກໃນສັບພະສິ່ງທັງປວງ ດ້ວຍວ່າເປັນທີ່ພໍພຣະໄທພຣະບິດາທີ່ຈະໃຫ້ຄວາມບໍລິບູນທັງໝົດມີຢູ່ໃນພຣະອົງ ແລະໂດຍພຣະອົງນັ້ນໃຫ້ສິ່ງສາລະພັດກັບຄືນດີກັບພຣະ ອົງເອງ ໂດຍພຣະອົງນັ້ນຂ້າພະເຈົ້າເວົ້າໄດ້ວ່າ ບໍ່ວ່າສິ່ງນັ້ນຈະຢູ່ໃນແຜ່ນດິນໂລກຫລືໃນທ້ອງຟ້າ ພຣະອົງຊົງເຮັດໃຫ້ມີສັນຕິພາບໂດຍພຣະໂລຫິດແຫ່ງກາງແຂນຂອງພຣະອົງ ແລະພວກທ່ານຊຶ່ງເມື່ອກ່ອນນີ້ບໍ່ຖືກກັນແລະເປັນສັດຕູໃນໃຈດ້ວຍການຊົ່ວຕ່າງໆ ບັດນີ້ ພຣະອົງຊົງໂຜດໃຫ້ຄືນດີກັບພຣະອົງ ໂດຍຄວາມຕາຍແຫ່ງພຣະກາຍເນື້ອໜັງຂອງພຣະອົງເພື່ອຈະໄດ້ຖວາຍທ່ານໃຫ້ເປັນຜູ້ບໍລິສຸດ ບໍ່ມີຕຳໜິແລະບໍ່ມີຂໍ້ກ່າວຫາໃນສາຍພຣະເນດຂອງພຣະອົງ” (ໂກໂລຊາຍ 1:15-22)

ຮາເລລູຢາ! ນັ້ນຄືພຣະເຢຊູ! “ແມ່ນ ຊົງເປັນຄົນໜ້າຮັກຢ່າງສິ້ນເຊີງ” ພວກເຮົາຫັນຫຼັງຈາກການດູໝິ່ນ ແລະການປະຕິເສດຈາກພຣະອົງສູ່ການລົ້ມລົງທີ່ພຣະບາດຂອງພຣະອົງໃນການຂອບຄຸນສັນລະເສີນ - ເພາະພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຊ່ວຍພວກເຮົາໃຫ້ລອດ ແລະຟື້ນຂຶ້ນຈາກຄວາມຕາຍເພື່ອມອບຊີວິດໃຫ້ກັບພວກເຮົາ! ຮາເລລູຢາ! “ພຣະອົງເປັນຄົນໜ້າຮັກຢ່າງສິ້ນເຊີງ” “ແມ່ນ ພຣະອົງເປັນຄົນໜ້າຮັກຢ່າງສິ້ນເຊີງ”

ພຣະເຢຊູຄືນາມທີ່ຫວານທີ່ສຸດເທົ່າທີ່ຂ້າຮູ້ຈັກ
ແລະພຣະອົງກໍຊົງໜ້າຮັກແບບດຽວກັບພຣະນາມນັ້ນ
ແລະນັ້ນຄືເຫດຜົນທີ່ຂ້າຮັກພຣະອົງຫຼາຍ
ໂອ ພຣະເຢຊູຄືນາມທີ່ຫວານທີ່ສຸດເທົ່າທີ່ຂ້າຮູ້ຈັກ

ຈົ່ງມາແບບທີ່ຜູ້ຍິງຊົ່ວຄົນນັ້ນມາເຊິ່ງເປັນຜູ້ທີ່ “ຈູບພຣະບາດຂອງພຣະອົງ”(ລູກາ 7:38)ແລ້ວພຣະເຢຊູຊົງກ່າວຕໍ່ນາງວ່າ “ຄວາມບາບຂອງເຈົ້າໄດ້ໄດ້ຮັບການອະໄພແລ້ວ”(ລູກາ 7:48) “ຈົ່ງຈູບພຣະບຸດ” ພຣະຄໍາພີບອກໃຫ້ເຮັດແບບນັ້ນ! “ຈົ່ງຈູບພຣະບຸດເຖີດ...ຄວາມສຸກເປັນຂອງຄົນທັງຫຼາຍຜູ້ວາງໃຈໃນພຣະອົງ”(ເພງສັນລະເສີນ 2:12), ທ່ານຈະຈູບພຣະບຸດຂອງພຣະເຈົ້າໃນເຊົ້ານີ້ ແລະວາງໃຈໃນພຣະອົງບໍ? “ຈົ່ງຈູບພຣະບຸດຂອງພຣະເຈົ້າ” ທ່ານເວົ້າວ່າ ເຈົ້າ! ເຈົ້າ! ຈົ່ງຈູບພຣະອົງໂດຍຄວາມເຊື່ອແລະວາງໃຈໃນພຣະອົງເພາະພຣະອົງຊົງໜ້າຮັກໂດຍສິ້ນເຊີິງ! ສະເປີໂຈນກ່າວວ່າ:

ທ່ານບໍ່ຈໍາເປັນຕ້ອງຢ້ານທີ່ຈະມາຫາພຣະເຢຊູ, ເພາະ “ພຣະອົງຊົງໜ້າຮັກຢ່າງສິ້ນເຊີງ” ມັນບໍ່ໄດ້ເວົ້າວ່າພຣະອົງຊົງເປັນຕາຢ້ານຢ່າງສິ້ນເຊີງ - ອັນນັ້ນແມ່ນການເຂົ້າໃຈຜິດເລື່ອງພຣະອົງຂອງທ່ານ, ມັນບໍ່ໄດ້ບອກອີກວ່າພຣະອົງຊົງໜ້າຮັກບາງຢ່າງ ແລະບາງເທື່ອກໍເຕັມໃຈທີ່ຈະຕ້ອນຮັບຄົນບາບບາງປະເພດ, ແຕ່ເວົ້າວ່າ“ພຣະອົງຊົງໜ້າຮັກຢ່າງສິ້ນເຊີງ” ເພາະສະ ນັ້ນພຣະອົງຊົງພ້ອມທີ່ຈະຕ້ອນຮັບຄົນຊົ່ວ(ພວກຄົນບາບ) ຈົ່ງຄິດເຖິງຊື່ຂອງພຣະອົງ, ຄືພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ, ມັນບໍ່ແມ່ນຊື່ທີ່ໜ້າຮັກບໍ? ຈົ່ງຄິດເຖິງວຽກຂອງພຣະອົງ, ພຣະອົງຊົງມາເພື່ອສະແຫວງຫາແລະຊ່ວຍຜູ້ທີ່ຫຼົງເສຍໄປໃຫ້ລອດ, ນີ້ແມ່ນວຽກຂອງພຣະອົງ, ມັນບໍ່ໜ້າຮັກບໍ? ຈົ່ງຄິດເຖິງສິ່ງທີ່ພຣະອົງໄດ້ຊົງກະທໍາ, ພຣະອົງຊົງໄຖ່ຈິດວິນຍານຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ, ມັນບໍ່ໜ້າຮັກບໍ? ຈົ່ງຄິດເຖິງສິ່ງທີ່ ພຣະອົງຊົງກໍາລັງເຮັດຢູ່, ພຣະອົງ(ກໍາລັງອະທິຖານ)ຢູ່ຕໍ່ໜ້າບັນລັງຂອງ ພຣະເຈົ້າເພື່ອພວກຄົນບາບ... ມັນບໍ່ໜ້າຮັກບໍ?(ທຸກທາງທີ່ທ່ານແນມເບິ່ງ ພຣະອົງ)ພຣະເຢຊູຊົງດຶງດູດພວກຄົນບາບທີ່ຕ້ອງການພຣະອົງ, ຈົ່ງມາ,ຈົ່ງມາ ແລະຍິນດີຕ້ອນຮັບ,ບໍ່ມີອັນໃດທີ່ຈະເກັບຮັກສາທ່ານໄວ້, ມີທຸກສິ່ງທຸກຢ່າງ(ກໍາລັງເອີ້ນທ່ານ)ໃຫ້ມາ, ຂໍໃຫ້ວັນສະບາໂຕຊື່ງຂ້າພະເຈົ້າໄດ້ເທດສະໜາພຣະຄຣິດ ແລະຍົກພຣະອົງເປັນວັນທີ່ທ່ານຖືກຊັກນໍາໃຫ້ມາຫາ ພຣະອົງ, ຈົ່ງຢ່າໄດ້ປະຖິ້ມພຣະອົງແຕ່ຈົ່ງເປັນຂອງພຣະອົງຕະຫຼອດໄປເປັນນິດ, ເອແມນ (C. H. Spurgeon, “Altogether Lovely,” The Metropolitan Tabernacle Pulpit, Pilgrim Publications, 1977 reprint, volume 17, pages 407-408)

“ແມ່ນ ພຣະອົງຊົງໜ້າຮັກຢ່າງສິ້ນເຊີງ” ແລະພຣະອົງຊົງເອີ້ນທ່ານໃຫ້ມາຫາພຣະອົງແລະວາງໃຈໃນພຣະອົງ ແລ້ວລອດຈາກບາບຕະຫຼອດໄປ ແລະເປັນນິດນິລັນ-ເພາະພຣະອົງຊົງຮັກທ່ານຫຼາຍ! ເພາະພຣະອົງຊົງຮັກພວກທ່ານຫຼາຍ!ເພາະພຣະອົງຊົງຮັກພວກທ່ານຫຼາຍ! ຈົ່ງມາຫາພຣະອົງ - ເພາະພຣະອົງຊົງຮັກພວກທ່ານຫຼາຍ! ພຣະອົງຈະບໍ່ຖີ້ມທ່ານໄປດອກ - ເພາະພຣະອົງຊົງຮັກພວກທ່ານຫຼາຍ!

ຈາກຄວາມເປັນທາດ,ໂສກເສົ້າແລະມືດມົນຂອງຂ້າ
ພຣະເຢຊູຂ້າມາ ພຣະເຢຊູຂ້າມາ
ສູ່ອິດສະຫຼະ,ຄວາມຍິນດີແລະແສງສະຫວ່າງພຣະອົງ
ພຣະເຢຊູຂ້າມາຫາພຣະອົງ
ຈາກຄວາມປ່ວຍໄຂ້ ສູ່ຄວາມແຂງແຮງພຣະອົງ
ຈາກຂາດແຄນ ເຂົ້າສູ່ຄວາມຮັ່ງມີຂອງພຣະອົງ,
ຈາກຄວາມບາບຂອງຂ້າ ສູ່ຕົວພຣະອົງເອງ
ພຣະເຢຊູຂ້າມາຫາພຣະອົງ

ຕອນນີ້ເຊີນຟັງອີກວັກໜຶ່ງຂອງເພງນັ້ນ

ຈາກຄວາມຢ້ານແລະຄວາມຢ້ານອຸບໂມງຝັງສົບ
ພຣະເຢຊູຂ້າມາ ພຣະເຢຊູຂ້າມາ
ສູ່ຄວາມຍິນດີແລະແສງບ້ານຂອງພຣະອົງ
ພຣະເຢຊູຂ້າມາ ພຣະເຢຊູຂ້າມາ
ຈາກຄວາມເລິກຂອງຫາຍະນະເກີນບັນຍາຍ
ສູ່ສັນຕິສຸກແຫ່ງທີ່ກໍາບັງຂອງພຣະອົງ
ຈະແນມເບິ່ງໃບໜ້າອັນມີລາສີຂອງພຣະອົງ
ພຣະເຢຊູຂ້າ ເຢຊູຂ້າມາ
(“Jesus, I Come,” William T. Sleeper, 1819-1904).

ພຣະເຢຊູຊົງຮັກທ່ານ, ເຊີນມາຫາພຣະເຢຊູໃນເຊົ້ານີ້, ຈົ່ງວາງໃຈໃນພຣະອົງ,ທ່ານຈະພົບພຣະອົງ“ຊົງໜ້າຮັກຢ່າງສິ້ນເຊີງ” ພຣະໂລຫິດຂອງພຣະອົງຈະຊົງລ້າງບາບຂອງທ່ານອອກໄປ, ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການວາງໃຈໃນພຣະເຢຊູ,ເມື່ອພວກເຮົາທຸກຄົນຂື້ນໄປຊັ້ນເທິງເພື່ອກິນເຂົ້າທ່ຽງ, ຈົ່ງມາທີ່ນີ້ແລ້ວນັ່ງລົງຢູ່ສອງແຖວທາງໜ້ານີ້.ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ: ເບັນຈາມິນ ຄິນເຄດ ກຣິຟຟິດ:
      “Fairest Lord Jesus” (translated from German by Joseph A. Seiss, 1823-1904).

ໂຄງຮ່າງບົດເທດສະໜາ

ຖືກດູໝິ່ນແຕ່ກໍໜ້າຮັກ!

DESPISED BUT LOVELY!

ແຕ່ງບົດເທດໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
ເທດໂດຍສາສະດາຈານ ຈອນ ຊາມູເອວ ເຄແກນ.

“ລາວເປັນຄົນໜ້າຮັກຢ່າງສິ້ນເຊີງ” (ເພງໂຊໂລມອນ 5:16)

I.   ໜຶ່ງ ໂລກທີ່ຫຼົງຫາຍບໍ່ໄດ້ຄິດວ່າພຣະເຢຊູຊົງໜ້າຮັກຫຍັງເລີຍ. ເອຊາຢາ 53:2-3.

II.  ສອງ ຄຣິສຕຽນແທ້ຈະເຫັນວ່າພຣະອົງຊົງໜ້າຮັກຢ່າງສິ້ນເຊີງ. ໂກໂລຊາຍ 1:15-22;
ລູກາ 7:38,48; ເພງສັນລະເສີນ 2:12.