Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




“ສາສະໜາສາດແກ່ນແທ້”ຂອງສະເປີໂຈນ

SPURGEON’S “SUBSTANCE OF ALL THEOLOGY”
(Laotian)

ເທດສະໜາໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 6/5/2018
Preached by Dr. R. L. Hymers, Jr.
at the Baptist Tabernacle of Los Angeles
Lord’s Day Evening, May 6, 2018


ສະເປີໂຈນມີອາຍຸພຽງ 27 ປີ, ແຕ່ລາວກໍເປັນນັກເທດທີ່ມີຊື່ສຽງໂດ່ງດັງແລ້ວໃນລອນດອນ, ລາວເທດສະໜາໃຫ້ຜູ້ຄົນ 30,000 ຄົນຟັງທຸກເຊົ້າວັນອາທິດ, ໃນວັນອັງຄານວັນທີ 25 ເດືອນມີຖຸນາປີ 1861 ນັກເທດໜຸ່ມໄດ້ໄປຢາມເມືອງສະວອນຊີ,ມັນເປັນວັນທີ່ຝົນຕົກ, ດັ່ງນັ້ນຜູ້ຄົນຈື່ງຖືກບອກວ່າລາວຈະໄປເທດຢູ່ໃນສະຖານທີ່ສອງແຫ່ງ, ຝົນເຊົາຕົກໃນຕອນກາງເວັນ, ແລງວັນນັ້ນນັກເທດທີ່ມີຊື່ສຽງຄົນນັ້ນໄດ້ເທດສະໜາໃຫ້ກັບຄົນກຸ່ມໃຫຍ່ທີ່ຢູ່ທາງນອກ, ມັນຄືຄໍາເທດສະໜາທີ່ຂ້າພະເຈົ້າກໍາລັງຈະເທດສະໜາໃນຄືນນີ້ໂດຍມີການເພິ່ມຕື່ມເລັກນ້ອຍ, ຂໍໃຫ້ເຮົາເປີດພຣະທໍາໂຢຮັນ 6:37,

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ ແລະຜູ້ທີ່ມາຫາເຮົານັ້ນ ເຮົາຈະບໍ່ຖີ້ມເຂົາເລີຍ” (ໂຢຮັນ 6:37)

ນີ້ຄືຂໍ້ພຣະຄໍາພີຊື່ງຄົນໜື່ງອາດຈະເທດໄດ້ເປັນພັນໆເລື່ອງ, ພວກເຮົາອາດຈະເອົາສອງປະເດັ່ນຈາກຂໍ້ພຣະຄໍາພີນີ້ໃນຖານະຂໍ້ພຣະຄໍາພີຕະຫຼອດຊີວິດ-ແລະຢ່າເຮັດໃຫ້ຄວາມຈິງທີ່ຍິ່ງໃຫຍ່ນີ້ອ່ອນຄ່າລົງເດັດຂາດ.

ປັດຈຸບັນນີ້ມີນັກເທດພວກຄາວິນິດຫຼາຍຄົນທີ່ເທດສະໜາດີໃນສ່ວນທໍາອິດ“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ...”

ໃນທາງກັບກັນມີນັກເທດພວກອາເມນຽນຫຼາຍຄົນທີ່ສາມາດເທດໄດ້ດີໃນສ່ວນທີສອງຂອງຂໍ້ພຣະຄໍາພີນີ້, “ແລະຜູ້ທີ່ມາຫາເຮົານັ້ນ ເຮົາຈະບໍ່ຖີ້ມເຂົາເລີຍ”ແຕ່ພວກເຂົາພັດບໍ່ສາມາດເທດໄດ້ຢ່າງເຂັ້ມແຂງໃນສ່ວນທີໜຶ່ງ “ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ...”

ມີນັກເທດທັງສອງກຸ່ມທີ່ບໍ່ສາມາດເຫັນທັງສອງດ້ານ, ພວກເຂົາແນມເບິ່ງຂໍ້ພຣະຄໍາພີດ້ວຍຕາເບື້ອງດຽວ, ພວກເຂົາຈະບໍ່ເຫັນທຸກຢ່າງທີ່ອາດຈະຖືກເຫັນໄດ້ຖ້າພວກເຂົາຫາກເປີດຕາທັງສອງຂ້າງອອກ.

ຕອນນີ້ໃນຄືນນີ້ຂ້າພະເຈົ້າຈະຂໍພະຍາຍາມດ້ວຍສຸດຄວາມສາມາດຂອງຕົນເພື່ອເວົ້າເຖິງທັງສອງດ້ານຂອງຂໍ້ພຣະຄໍາພີ- ແລະຂໍປະກາດວ່າພຣະເຢຊູຊົງຕ້ອງການໃຫ້ພວກເຮົາທຸກຄົນຟັງ.

I. ໜຶ່ງ ຮາກຖານຊື່ງຄວາມລອດອີງໃສ່.

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ”

ຄວາມລອດຂອງພວກເຮົາບໍ່ໄດ້ຂຶ້ນກັບບາງສິ່ງບາງຢ່າງທີ່ພວກເຮົາເຮັດ,ມັນຂຶ້ນກັບສິ່ງທີ່ພຣະເຈົ້າພຣະບິດາເຮັດ, ພຣະບິດາຊົງມອບຜູ້ຄົນຜູ້ໜຶ່ງແກ່ພຣະບຸດຂອງພຣະອົງຄື ພຣະເຢຊູຄຣິດເຈົ້າ, ແລະພຣະບຸດຊົງກ່າວວ່າ“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ ເຮົາ” ອັນນີ້ໝາຍຄວາມວ່າທຸກຄົນທີ່ມາຫາພຣະເຢຊູກໍຄືຄົນທີ່ພຣະບິດາປະທານແກ່ພຣະ ຄຣິດ,ແລະເຫດຜົນທີ່ພວກເຂົາມາກໍເພາະພຣະບິດາຊົງໃສ່ໄວ້ໃນໃຈຂອງພວກເຂົາເພື່ອໃຫ້ ມາ, ເຫດຜົນທີ່ວ່າເປັນຫຍັງບຸກຄົນໜຶ່ງຈື່ງລອດສ່ວນອີກຄົນໜຶ່ງຫຼົງຫາຍກໍຖືກພົບໃນພຣະເຈົ້າ - ບໍ່ແມ່ນພົບໃນຄົນໃດໆທີ່ລອດແລ້ວເຮັດຫຼືບໍ່ໄດ້ເຮັດ, ບໍ່ແມ່ນໃນຄົນໃດໆຊື່ງລອດແລ້ວຮູ້ສຶກຫຼືບໍ່ໄດ້ຮູ້ສຶກ, ແຕ່ຢູ່ໃນບາງສິ່ງບາງຢ່າງຂ້າງນອກຕົວເຂົາເອງ - ແມ່ນກະທັ່ງໃນ ພຣະຄຸນອັນສູງສຸດຂອງພຣະເຈົ້າ, ໃນວັນແຫ່ງລິດອໍານາດຂອງພຣະເຈົ້າ,ຄົນທີ່ລອດແລ້ວຖືກເຮັດໃຫ້ເຕັມໃຈທີ່ຈະມາຫາພຣະເຢຊູ, ພຣະຄໍາພີຈະຕ້ອງອະທິບາຍປະເດັ່ນນີ້, ພຣະຄໍາພີກ່າວວ່່າ:

“ພຣະອົງໄດ້ສະເດັດມາຫາພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນຫາບໍ່ໄດ້ຕ້ອນຮັບພຣະອົງ ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ພຣະອົງຊົງປະທານອຳນາດໃຫ້ເປັນບຸດຂອງພຣະເຈົ້າ ຄືຄົນທັງຫລາຍທີ່ເຊື່ອໃນພຣະນາມຂອງພຣະອົງ”

ອີກເທື່ອໜຶ່ງພຣະຄໍາພີກ່າວວ່າ:

“ເພາະສະນັ້ນຈຶ່ງບໍ່ຂຶ້ນແກ່ຄວາມຕັ້ງໃຈຫລືການຕະກຽກຕະກາຍຂອງເຂົາ ແຕ່ຂຶ້ນຢູ່ກັບພຣະເຈົ້າຜູ້ຊົງສະແດງພຣະກະລຸນາ”(ໂຣມ 9:16)

ທຸກໆຄົນທີ່ຢູ່ໃນສະຫວັນກໍເພາະວ່າພຣະເຈົ້າຊົງຊັກນໍາເຂົາມາຫາພຣະຄຣິດ, ແລະທຸກຄົນທີ່ຢູ່ໃນຫົນທາງສູ່ສະຫວັນຕອນນີ້ກໍາລັງຈະໄປຫັ້ນເພາະພຣະເຈົ້າຜູ້ດຽວຊົງເຮັດໃຫ້ລາວ “ແຕກຕ່າງຈາກຄົນອື່ນ”(1 ໂກລິນໂທ 4:7)

ມະນຸດທຸກຄົນໂດຍທໍາມະຊາດແລ້ວປະຕິເສດການເຊື້ອເຊີນໃຫ້ມາຫາພຣະເຢຊູ, “ພວກເຂົາທຸກຄົນຕ່າງກໍຢູ່ໃຕ້ບາບ...ບໍ່ມີຄົນທີ່ເຂົ້າໃຈ ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ ພວກເຂົາທຸກຄົນຫຼົງທາງໄປໝົດ”(ໂຣມ 3:9,11,12) ຜູ້ຄົນມີຂໍ້ອ້າງຫຼາຍຢ່າງເພື່ອທີ່ຈະບໍ່ມາຫາພຣະເຢຊູ “ບັນດາຄົນທັງຫຼາຍກໍເລິ່ມພາກັນຂໍຕົວ”(ລູກາ 14:18) ບາງຄົນເວົ້າວ່າພວກເຂົາບໍ່ສາມາດມາຫາພຣະເຢຊູໄດ້ເພາະພວກເຂົາບໍ່ເຫັນພຣະອົງ, ຄົນອື່ນໆກໍເວົ້າວ່າພວກເຂົາມາຫາພຣະເຢຊູບໍ່ໄດ້ດອກເພາະພວກເຂົາບໍ່ຮູ້ສຶກເຖິງພຣະອົງ, ຍັງມີຄົນອື່ນໆທີ່ພະຍາຍາມຈະມາຫາພຣະເຢຊູໂດຍການຮຽນແບບຄໍາເວົ້າທີ່ເຂົາໄດ້ຍິນຄົນອື່ນເວົ້າມາແລ້ວ ພວກເຂົາຕ່າງຄົນມີຂໍ້ອ້າງສໍາລັບການປະຕິເສດທີ່ຈະມາຫາພຣະເຢຊູ, ແຕ່ພຣະເຈົ້າຜູ້ຊົງມີພຣະຄຸນອັນຍິ່ງໃຫຍ່ໄດ້ເຮັດໃຫ້ເກີດຄວາມແຕກຕ່່າງໃນບາງຄົນ, ພຣະເຈົ້າຊົງຊັກນໍາທັງຊາຍແລະຍິງບາງຄົນໃຫ້ເຕັມໃຈແລະສາມາດມາຫາພຣະເຢຊູໄດ້ “ທຸກສິ່ງທີ່ພຣະບິດາປະ ທານແກ່ເຮົາຈະມາສູ່ເຮົາ”ພວກເຂົາຈະ “ເຕັມໃຈໃນວັນແຫ່ງລິດອໍານາດຂອງພຣະອົງທ່ານ” (ເພງສັນລະເສີນ 110:3), ພຣະເຈົ້າໂດຍລິດເດດແຫ່ງພຣະວິນຍານບໍລິສຸດຂອງພຣະອົງຊົງຊັກນໍາບາງຄົນໃຫ້ມາຫາພຣະຄຣິດ “ພວກເຮົາທັງຫຼາຍຮັກພຣະອົງກໍເພາະພຣະອົງຊົງຮັກພວກເຮົາກ່ອນ”(1 ໂຢຮັນ 4:19) ເພື່ອນໆຂອງຂ້າພະເຈົ້ານັ້ນແຫຼະຄືການຊົງເລືອກ.

ຂ້າພະເຈົ້າບໍ່ເຊື່ອເລື່ອງນີ້ເປັນເວລາດົນມາແລ້ວ, ຂ້າພະເຈົ້າສົງໄສຕະຫຼອດວ່າຕົນເອງລອດໄດ້ແນວໃດ, ຂ້າພະເຈົ້າຖືກພາໄປຢູ່ຫ້ອງໂຮງຮຽນວັນອາທິດທີີ່ຄຣິສຕະຈັກເຟີສແບັບຕິດແຫ່ງເມືອງຮັນຕິງພາກ, ຈາກຄົນທີ່ຢູ່ຫ້ອງໃຫຍ່ເທົ່າທີ່ຂ້າພະເຈົ້າຈື່ໄດ້ກໍຄືວ່່າຕົນເອງເປັນພຽງຜູ້ດຽວເທົ່ານັ້ນທີ່ຍັງຄົງຢູ່ໃນຄຣິສຕະຈັກ, ເທົ່າທີ່ຂ້າພະເຈົ້າຮູ້ຂ້າພະເຈົ້າເປັນພຽງຜູ້ດຽວທີ່ໄດ້ກັບໃຈໃໝ່ແລ້ວ, ມັນເປັນໄປໄດ້ແນວໃດ? ຂ້າພະເຈົ້າມາຈາກເບື້ອງຫຼັງທີ່ຂີ້ຮ້າຍຫຼາຍ, ຂ້າພະເຈົ້າຖືກເຍາະເຍີ້ຍແລະຖືກກວນເພາະການເຂົ້າຮ່ວມຄຣິສຕະຈັກຂອງຕົນ, ຂ້າພະເຈົ້າບໍ່ໄດ້ຮັບການໜຸນໃຈຫຍັງເລີຍ, ແລະຂ້າພະເຈົ້າກໍຮູ້ຢູ່ແກ່ໃຈຂອງຕົນວ່າບໍ່ມີຄວາມຫວັງໃດນອກຈາກໃນພຣະເຢຊູເທົ່ານັ້ນ, ຂ້າພະເຈົ້າຮູ້ໄດ້ແນວໃດ? ຈົ່ງອ່ານຊີວະປະຫວັດຫຍໍ້ຂອງຂ້າພະເຈົ້າເລື່ອງ Against All Fears ບໍ່ມີແສງແຫ່ງຄວາມຫວັງສໍາລັບຂ້າພະເຈົ້າເລີຍ, ແຕ່ຂ້າພະເຈົ້າກໍຫຍັງຢູ່ນີ້,ຫົກສິບປີຕໍ່ມາກໍຍັງຄົງເທດສະໜາຄວາມລອດຢູ່! ຂ້າພະເຈົ້າບໍ່ຮູ້ຈັກໃຜເລີຍທີ່ຢູ່ໃນຫ້ອງນໍາກັນທີ່ເປັນແມ່ນແຕ່ຄຣິສຕຽນ ແລະແນ່ນອນບໍ່ມີໃຜໃຊ້ເວລາກວ່າຫົກສິບປີເທດສະໜາຂ່າວປະເສີດດອກ, ມັນເປັນໄປໄດ້ແນວໃດ?

ຈົ່ງເບິ່ງດຣ.ເຄແກນ, ລາວໃຫຍ່ມາໃນຖານະຄົນບໍ່ເຊື່ອເລື່ອງພຣະເຈົ້າຄົນໜຶ່ງ,ບໍ່ມີໃຜຊ່ວຍລາວ, ບໍ່ມີໃຜສົນໃຈລາວເລີຍ, ແຕ່ລາວກໍເປັນຄຣິສຕຽນທີ່ເຂັ້ມແຂງທີ່ສຸດທີ່ຂ້າພະ ເຈົ້າເຄີຍຮູ້ຈັກມາກ່ອນ, ມັນເປັນໄປໄດ້ແນວໃດ?

ຈົ່ງເບິ່ງນາງຊາລາຊ່າ, ຜົວຂອງລາວຕີເພາະການມາຄຣິສຕະຈັກ, ລູກໆຂອງນາງອອກໄປຈາກໂບດແລ້ວກາຍເປັນຄົນບໍ່ມີຄ່າສໍາລັບພຣະເຈົ້າ, ແມ່ນນາງຊາລາຊ່າຍ່າງຊ້າໆດ້ວຍຄວາມເມື່ອຍແລະຍາກຜູ້ດຽວ, ແຕ່ລາວກໍເປັນຜູ້ຍິງທີ່ມີຄວາມຊົມຊື່ນຍິນດີ, ນາງໃຊ້ເວລາທັງຊີວິດຂອງຕົນໃນການຊ່ວຍເຫຼືອພວກຄົນໜຸ່ມຢູ່ໃນຄຣິສຕະຈັກ, ມັນເປັນໄປໄດ້ແນວໃດ?

ຈົ່ງເບິ່ງອາຣ໋ອນແຢນຊີ! ບໍ່ມີໃຜຈັກຄົນໃນຄອບຄົວຂອງລາວເປັນຄຣິສຕຽນທີ່ດີ, ແຕ່ອາຣ໋ອນຄືໜຶ່ງໃນຄຣິສຕຽນທີ່ເຂັ້ມແຂງທີ່ສຸດທີ່ຂ້າພະເຈົ້າເຄີຍຮູ້ຈັກມາກ່ອນ, ມັນເປັນໄປໄດ້ແນວໃດ?

ຈົ່ງເບິ່ງນາງວິນນີ ແຊນ, ນາງມັກເຮັດວຽກງຽບໆຢູ່ເບື້ອງຫຼັງເພື່ອພຣະເຢຊູ,ນາງໄດ້ພາຫຼາຍຄົນຈາກການປະກາດມາທີີ່ຄຣິສຕະຈັກຫຼາຍກວ່າຜູ້ຍິງຄົນອື່ນໆ,ແມ່ນຫຍັງທີ່ເຮັດໃຫ້ນາງສືບຕໍ່ເຮັດຕໍ່ໄປ? ມັນເປັນໄປໄດ້ແນວໃດ?

ຈົ່ງເບິ່ງຈອນຊາມູເອວເຄແກນ, ລາວພົບກັບການແຕກແຍກຢ່າງໃຫຍ່ຂອງຄຣິສ ຕະຈັກ, ໝູ່ຄູ່ທຸກຄົນຂອງລາວໜີໄປໝົດ, ແຕ່ຈອນເຄແກນກໍຍັງກໍາລັງເທດສະໜາຢູ່ທີ່ນີ້ທຸກເຊົ້າວັນອາທິດ, ຈອນເຄແກນກໍາລັງສຶກສາຢູ່ໂຮງຮຽນພຣະຄໍາພີເພື່ອຈະເປັນນັກເທດ, ມັນເປັນໄປໄດ້ແນວໃດ?

ຈົ່ງເບິ່ງເມຍດຣ.ໄຮເມີ,ນາງໄດ້ຮັບຄວາມລອດຢ່າງອັດສະຈັນຕອນຄັ້ງທໍາອິດທີ່ໄດ້ຍິນຂ້າພະເຈົ້າເທດສະໜາຂ່າວປະເສີດ, ໝູ່ທຸກຄົນຂອງນາງໜີອອກໄປຈາກຄຣິສຕະຈັກຍ້ອນຊີວິດແຫ່ງຄວາມເຫັນແກ່ຕົວແລະບາບ, ແຕ່ເພິ່ນກໍຜ່ານມັນໝົດໃນແບບຜູ້ຍິງທີ່ເຂັ້ມ ແຂງຂອງພຣະເຈົ້າ! ມັນເປັນໄປໄດ້ແນວໃດ? ຂ້າພະເຈົ້າບໍ່ຮູ້ຈັກທາງທີ່ຈະອະທິບາຍເຖິງການກັບໃຈໃໝ່ຂອງຄົນເຫຼົ່ານີ້ ແລະຄວາມສັດຊື່ຂອງພວກເຂົາຕໍ່ພຣະຄຣິດກັບຄຣິສຕະຈັກໄດ້, ການຊົງເລືອກຄືໜຶ່ງໃນຄໍາຕອບ! ພວກເຂົາສາມາດເວົ້າກັບໂຢບວ່າ:

“ເຖິງແມ່ນວ່າພຣະອົງຊົງປະຫານຂ້າ ຂ້າກໍຈະຍັງວາງໃຈໃນພຣະອົງ” (ໂຢບ 13:15)

ຄຣິສຕຽນທີ່ຍິ່ງໃຫຍ່ທີ່ສຸດທີ່ຂ້າພະເຈົ້າເຄີຍຮູ້ຈັກກໍຄືອາຈານຣິຊາດວູມແບຣນ,ເຊີນ ອ່່ານເລື່ອງຂອງເພິ່ນໄດ້ທີ່ Tortured for Christ ພວກທ່ານກໍຈະເຫັນດ້ວຍກັບຂ້າພະເຈົ້າເມື່ອທ່ານອ່່ານມັນວ່າລາວເປັນຄົນທີ່ຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າຫຼາຍກວ່າບິລລີ່ເກຣແຮມ,ສັນຕະປະປາຈອນພໍທີ 2 ຫຼືບາດຫຼວງຄົນໃດໆແຫ່ງສະຕະວັດທີ 20, ລາວຖືກທໍລະມານຈົນເກືອບຕາຍເປັນເວລາ 14 ປີໃນຄຸກພວກຄອມມູນິດ,ຖືກຕີຈົນເກືອບຕາຍ,ອຶດຢາກຈົນເກືອບເປັນບ້າ, ລາວສາມາດເວົ້າກັບໂຢບວ່າ:

“ເຖິງແມ່ນວ່າພຣະອົງຊົງປະຫານຂ້າ ຂ້າກໍຈະຍັງວາງໃຈໃນພຣະອົງ” (ໂຢບ 13:15)

ມັນເປັນໄປໄດ້ແນວໃດຖ້າບໍ່ແມ່ນໂດຍອໍານາດອະທິປະໄຕຂອງພຣະເຈົ້າທີ່ເລືອກລາວແລະຊັກນໍາລາວໃຫ້ມາຫາພຣະຄຣິດ?

“ທ່ານທັງຫຼາຍບໍ່ໄດ້ເລືອກເຮົາ ແຕ່ເຮົາໄດ້ເລືອກພວກທ່ານ” (ໂຢຮັນ 15:16)

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ”

II. ສອງ ຄວາມລອດນິລັນຂອງທຸກຄົນທີ່ຊົງປະທານແກ່ພຣະເຢຊູ.

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ”

ນີ້ແມ່ນການກໍານົດອັນເປັນນິດ ແລະຖືກກໍານົດວ່າມັນບໍ່ສາມາດປ່ຽນແປງໂດຍມະນຸດຫຼືພະຍາມານໄດ້, ແມ່ນແຕ່ຜູ້ທໍລະຍົດພຣະຄຣິດເອງກໍຈະບໍ່ສາມາດຢຸດຢັ້ງຄົນໃດໜຶ່ງຈາກການມາຫາພຣະເຢຊູໄດ້,ຊື່ງຊື່ຂອງພວກເຂົາຖືກຈົດໄວ້“ໜັງສືແຫ່ງຊີວິດຂອງພຣະເມສານ້ອຍທີ່ຖືກຂ້າຕັ້ງແຕ່ແລກສ້າງໂລກ” (ພະນິມິດ 13:8) ພວກເຂົາທຸກຄົນເມື່ອເຖິງເວ ລາຈະຖືກຊັກນໍາໂດຍພຣະວິນຍານບໍລິສຸດແລະຈະມາຫາພຣະເຢຊູ ແລະຈະຖືກຮັກສາໃຫ້ປອດໄພໂດຍພຣະເຈົ້າຜ່ານທາງພຣະໂລຫິດອັນປະເສີດຂອງພຣະຄຣິດ ແລະຖືກຮັບຂຶ້ນໄປສະຫວັນພ້ອມກັບແກະຂອງພຣະອົງເທິງຈອມພູແຫ່ງສະຫງ່າລາສີ!

ເຊີນຟັງ “ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ”ບໍ່ມີຈັກຄົນທີ່ພຣະບິດາໄດ້ປະທານແກ່ພຣະເຢຊູຈະພິນາດ, ຖ້າແມ່ນມີຄົນໜຶ່ງຫຼົງຫາຍ, ພຣະຄໍາພີກໍຈະເວົ້າວ່າ“ເກືອບທຸກຄົນ” ຫຼື“ທຸກຄົນຍົກເວັ້ນໜຶ່ງ” ແຕ່ພຣະຄໍາພີເວົ້າວ່າ“ທຸກຄົນ”ໂດຍປາສະຈາກຂໍ້ຍົກເວັ້ນ, ຖ້າເພັດເມັດໜຶ່ງເສຍໄປຈາກມົງກຸດຂອງພຣະຄຣິດ,ຕໍ່ມາມົງກຸດຂອງພຣະຄຣິດກໍຈະບໍ່ມີສະຫງ່າລາສີເຕັມ, ຖ້າອະໄວຍະວະຂອງຮ່າງກາຍຂອງພຣະຄຣິດຈິບຫາຍໄປ,ຮ່າງ ກາຍຂອງພຣະຄຣິດກໍຈະບໍ່ສົມບູນແບບ.

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ” “ແຕ່ສົມມຸດວ່າພວກເຂົາບໍ່ມາເດ່” ຂ້າພະເຈົ້າບໍ່ສາມາດສົມມຸດແບບນັ້ນໄດ້, ເພາະພຣະຄຣິດຊົງກ່າວວ່າພວກເຂົາ“ຈະມາ”ພວກເຂົາຈະຖືກເຮັດໃຫ້ເຕັມໃຈໃນວັນແຫ່ງລິດເດດຂອງພຣະເຈົ້າ, ເຖິງແມ່ນວ່າມະນຸດຈະເປັນອິດສະຫຼະແຕ່ພຣະເຈົ້າຊົງສາມາດໂນ້ມອ່ຽງເຂົາໃຫ້ເຕັມໃຈທີ່ຈະມາຫາພຣະຄຣິດໄດ້, ແມ່ນໃຜທີ່ສ້າງມະນຸດ? ພຣະເຈົ້າ! ແມ່ນໃຜສ້າງພຣະເຈົ້າ? ພວກເຮົາຈະຍົກມະນຸດຂຶ້ນສູ່ບັນລັງຂອງພຣະເຈົ້າຜູ້ຊົງອໍານາດສູງສຸດໄດ້ບໍ? ແມ່ນໃຜຈະເປັນນາຍແລະມີທາງຂອງຕົນ? ພຣະເຈົ້າຫຼືມະນຸດ? ນໍ້າພຣະໄທຂອງພຣະເຈົ້າທີ່ກ່າວວ່າພວກເຂົາ “ຈະມາ”ຊົງຮູ້ດີວ່າຈະເຮັດໃຫ້ພວກເຂົາມາໄດ້ແນວໃດ.

ຕອນນີ້ພວກເຮົາໄດ້ອ່ານເລື່ອງພວກມູສະລິມຫົວແຂງເປັນຮ້ອຍໆຄົນກໍາລັງມາຫາ ພຣະເຢຊູ, ພວກມູສະລິມຈໍານວນເພິ່ມຂຶ້ນກໍາລັງມາຫາພຣະເຢຊູປະຈຸບັນນີ້ຫຼາຍກວ່າຄັ້ງໃດໆນັບຕັ້ງແຕ່ພະຍາມານໄດ້ຕັ້ງສາສະໜານີ້ເພື່ອປິດຕາພວກລູກຫຼານຂອງເອຊາວ “ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ” ມີຫຼາຍວິທີທີ່ພຣະເຈົ້າກໍາລັງໃຊ້ຢູ່ແມ່ນແຕ່ຢູ່ປະເທດອີຣານ, ຢູ່ປະເທດຈີນ,ລວມເຖິງເກາະຕ່າງໆຕາມທະເລ,ແມ່ນແຕ່ຢູ່ໃນຄຸກໃຕ້ແອກຂອງຊາຕານ, ແມ່ນແຕ່ຫຼັກຄໍາສອນຜິດໆຂອງຟິນນີ່ກໍບໍ່ສາມາດມີລິດຫຼາຍກວ່າພຣະຄຸນອັນສູງສຸດຂອງພຣະເຈົ້າຜູ້ຊົງລິດໄດ້! ນີ້ແມ່ນຫຼັກຄໍາສອນຂອງພຣະຄໍາພີ! ນີ້ແມ່ນຫຼັກຄໍາສອນຂອງພຣະເຈົ້າ! ນີ້ແມ່ນຫຼັກຄໍາສອນທີ່ພຣະເຈົ້າເຄີຍໃຊ້ແລະໃຊ້ອີກໃນການຟື້ນຟູ, ຢາເສບຕິດຂອງພວກຮິບປີ້ ແລະການຮ່ວມເພດແບບອິດສະຫຼະກໍບໍ່ສາມາດຢຸດຢັ້ງກະແສທີ່ພຣະເຢຊູຊົງຂັບເຄື່ອນຈາກການຊະນະຄົນເປັນພັນໆຂອງລູກຫຼານຊາຕານໃຫ້ເຂົ້າສູ່ອານາຈັກຂອງ ພຣະເຈົ້າໄດ້! ແລະພຣະອົງຊົງສາມາດເຮັດມັນອີກເທື່ອໜຶ່ງໄດ້! “ທຸກສິ່ງທີ່ພຣະບິດາປະ ທານແກ່ເຮົາຈະມາສູ່ເຮົາ”

ແຕ່ສົມມຸດວ່າມີຄົນໜຶ່ງຂອງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຈແຂງຫຼາຍທີ່ຈະມາຈົນບໍ່ມີຄວາມຫວັງໃດສໍາລັບລາວເລີຍລະ? ແລ້ວມັນຈະເປັນແນວໃດ? ຖ້າເຂົາຫາກຖືກເລືອກຄົນນັ້ນຈະຖືກຈັບໂດຍພຣະຄຸນຂອງພຣະເຈົ້າບໍ?ນໍ້າຕາຈະໄຫຼລົງມາຈາກແກ້ມຂອງລາວ ແລະ ລາວກໍຈະຖືກເຮັດໃຫ້ເຕັມໃຈທີ່ຈະມາຫາພຣະເຢຊູແລະລອດ, ຂ້າພະເຈົ້າຫຼົງຫາຍໃນຄວາມລອດໂດຍການກະທໍາເປັນເວລາ 8 ປີ, ຖ້າພຣະເຈົ້າຊົງສາມາດງໍໃຈຂອງຂ້າພະເຈົ້າແລະນໍາຂ້າພະເຈົ້າມາຫາພຣະເຢຊູໄດ້, ພຣະອົງກໍສາມາດນໍາທຸກຄົນມາໄດ້! ບໍ່ມີຈິດວິນຍານທີ່ຖືກເລືອກໃດຢູ່ເໜືອທີ່ຄວາມຫວັງເຂົ້າເຖິງບໍ່ໄດ້,ບໍ່ມີຄົນທີີ່ຖືກເລືອກໃດທີ່ພຣະເຈົ້າບໍ່ສາມາດ ຊັກນໍາເຂົາໃຫ້ມາຫາພຣະເຢຊູໄດ້,ແມ່ນກະທັ່ງຈາກປະຕູຂອງນາລົກກໍຕາມ! ພຣະເຈົ້າຊົງສາມາດໃຊ້ແຂນເປົ່າໆຂອງພຣະອົງ,ຢຽດມືຂອງພຣະອົງອອກ ແລະດຶງຟືນ “ອອກມາຈາກໄຟ”ໄດ້(ເສກາຣີຢາ 3:2).

III. ສາມ ຈົ່ງຟັງສ່ວນທີ່ສອງຂອງຂໍ້ພຣະຄໍາພີ.

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ ແລະຜູ້ທີ່ມາຫາເຮົານັ້ນ ເຮົາຈະບໍ່ຖີ້ມເຂົາເລີຍ” (ໂຢຮັນ 6:37)

ໃນນີ້ບໍ່ມີຄວາມຜິດພາດຫຍັງ, ຄົນທີ່ບໍ່ຖືກຕ້ອງບໍ່ສາມາດມາໄດ້, ຖ້າຄົນບາບທຸກຄົນມາຫາພຣະເຢຊູໄດ້,ໃຫ້ແນ່ໃຈວ່າເຂົາເປັນຄົນໜື່ງ, ບາງຄົນເວົ້າວ່າ “ສົມມຸດຂ້ອຍມາໃນທາງຜິດ” ພວກທ່ານບໍ່ສາມາດມາຫາພຣະເຢຊູໃນທາງທີ່ຜິດໄດ້, ພຣະເຢຊູກ່າວວ່າ “ບໍ່ມີຜູ້ໃດມາເຖິງເຮົາໄດ້ ນອກຈາກພຣະບິດາຂອງເຮົາຈະປະທານມາສູ່ເຮົາ”(ໂຢຮັນ 6:44,65) ຖ້າທ່ານມາຫາພຣະເຢຊູ,ລິດເດດທີ່ຈະມານັ້ນຈະຖືກມອບໃຫ້ທ່ານໂດຍພຣະບິດາ, ຖ້າທ່ານມາຫາພຣະເຢຊູ, ພຣະອົງກໍຈະບໍ່ມີວັນຖີ້ມພວກທ່ານ, ບໍ່ມີເຫດຜົນທີ່ເປັນໄປໄດ້ສໍາລັບພຣະເຢຊູທີ່ຈະຖິ້ມຄົນບາບໃດໆທີ່ມາຫາພຣະອົງ, ພຣະເຢຊູຊົງກ່່າວວ່າ:

“ບັນດາຜູ້ທີ່ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລ້ວເຮົາຈະໃຫ້ທ່ານທ່ານຫາຍເມື່ອຍເປັນສຸກ” (ມັດທາຍ 11:28)

ນັ້ນແມ່ນການເຊື້ອເຊີນຂອງພຣະອົງແລະຄືພຣະສັນຍາຂອງພຣະອົງເຊັ່ນກັນ.

ສະເປີໂຈນອາຍຸໄດ້ພຽງ 27 ປີ, ນັກເທດໜຸ່ມຈົບຄໍາເທດສະໜາຂອງຕົນດ້ວຍຄໍາເວົ້ານີ້ວ່າ:

ນີ້ຄືສິ່ງທີ່ພຣະເຢຊູຄຣິດກ່າວກັບພວກທ່ານແຕ່ລະຄົນ - ນີ້ຄືການເຊື້ອເຊີນຂ່າວປະ ເສີດ “ເຊີນມາ, ເຊີນມາ,ເຊີນມາຫາພຣະເຢຊູ ແບບທີ່ທ່ານເປັນຢູ່” ທ່ານເວົ້າວ່າ “ແຕ່ຂ້ອຍຕ້ອງການຄວາມຮູ້ສຶກເພິ່ມອີກ” “ບໍ່ ຈົ່ງມາແບບທີ່ທ່ານເປັນຢູ່” “ແຕ່ຂໍໃຫ້ຂ້ອຍກັບບ້ານແລ້ວອະທິຖານ” “ບໍ່ ຈົ່ງມາແບບທີ່ທ່ານເປັນຢູ່” ຖ້າທ່ານເຊື່ອວາງໃຈໃນພຣະເຢຊູພຣະອົງຈະຊົງຊ່ວຍທ່ານໃຫ້ລອດ, ຂ້າພະເຈົ້າຫວັງວ່າທ່ານຈະມີຄວາມກ້າທີ່ຈະວາງໃຈໃນພຣະເຢຊູ, ຖ້າມີຜູ້ໃດຄັດຄ້ານວ່າ“ເຈົ້າເປັນຄົນບາບທີ່ສົກກະປົກຫຼາຍ”ຈົ່ງຕອບວ່າ “ແມ່ນແລ້ວ ຂ້ອຍເປັນຄົນບາບທີ່ສົກກະປົກແຕ່ພຣະເຢຊູເອງຊົງບອກໃຫ້ຂ້ອຍມາ”

ເຊີນມາພວກຄົນບາບຜູ້ໜ້າສົງສານແລະຊົ່ວຮ້າຍ
ອ່ອນແອແລະບາດເຈັບ,ປ່ວຍແລະເຈັບ
ພຣະເຢຊູຊົງພ້ອມແລ້ວທີ່ຈະຊ່ວຍທ່ານ
ເຕັມດ້ວຍຄວາມສົງສານພ້ອມກັບລິດເດດ
ພຣະອົງຊົງສາມາດ
ພຣະອົງຊົງເຕັມໃຈ, ພຣະອົງຊົງເຕັມໃຈ
ຈົ່ງຢ່າໄດ້ສົງໄສອີກເລີຍ
   (“ເຊີນມາພວກຄົນບາບໂດຍ” Joseph Hart, 1712-1768).

ພວກຄົນບາບຈົ່ງວາງໃຈໃນພຣະເຢຊູແລະຖ້າທ່ານຫາກຈິບຫາຍໃນການວາງໃຈໃນພຣະເຢຊູ,ຂ້າພະເຈົ້າກໍຈະຈິບຫາຍໄປກັບພວກທ່ານດ້ວຍ, ແຕ່ນັ້ນຈະບໍ່ມີວັນເກີດຂື້ນ, ທຸກຄົນທີ່ວາງໃຈໃນພຣະເຢຊູຈະບໍ່ມີວັນຈິບຫາຍ, ຈົ່ງມາຫາພຣະເຢຊູ ແລະພຣະອົງຈະບໍ່ຖີ້ມທ່ານເລີຍ, ຢ່າໄປຄິດຄໍານວນເບິ່ງເລີຍ, ຈົ່ງວາງໃຈໃນພຣະອົງ ແລ້ວທ່ານຈະບໍ່ມີວັນຈິບຫາຍເພາະພຣະອົງຊົງຮັກທ່ານ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ຂໍ້ພຣະຄໍາພີອ່ານກ່ອນເທດສະໜາ: ໂຢຮັນ 6:35-39.
ບັນເລງເພງກ່ອນຄໍາເທດສະໜາໂດຍ: ເບັນຈາມິນ ຄິນເຄດ ກຣິຟຟິດ:
“Come, Ye Sinners” (Joseph Hart, 1712-1768)

ໂຄງຮ່າງບົດເທດສະໜາ

“ສາສະໜາສາດແກ່ນແທ້”ຂອງສະເປີໂຈນ

SPURGEON’S “SUBSTANCE OF ALL THEOLOGY”

ເທດສະໜາໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ທຸກສິ່ງທີ່ພຣະບິດາປະທານແກ່ເຮົາຈະມາສູ່ເຮົາ ແລະຜູ້ທີ່ມາຫາເຮົານັ້ນ
ເຮົາຈະບໍ່ຖີ້ມເຂົາເລີຍ” (ໂຢຮັນ 6:37)

I.    ໜຶ່ງ ຮາກຖານຊື່ງຄວາມລອດອີງໃສ່. ໂຢຮັນ 6:37ກ; ໂຢຮັນ 1:12,13; ໂຣມ
9:16; 1 ໂກລິນໂທ 4:7; ໂຣມ 3:9,11,12; ລູກາ 14:18; ເພງສັນລະເສີນ
110:3; 1 ໂຢຮັນ 4:19; ໂຢບ 13:15; ໂຢຮັນ 15:16.

II.   ສອງ ຄວາມລອດນິລັນຂອງທຸກຄົນທີ່ຊົງປະທານແກ່ພຣະເຢຊູ. ໂຢຮັນ 6:37ກ;
ພະນິມິດ 13:8; ເສຄາຣິຢາ 3:2.

III.  ສາມ ຈົ່ງຟັງສ່ວນທີ່ສອງຂອງຂໍ້ພຣະຄໍາພີ. ໂຢຮັນ 6:37ຂ; ມັດທາຍ 11:28.