Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໃນພຣະຄຣິດເທົ່ານັ້ນ!

IN CHRIST ALONE!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 22/4/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 22, 2018

“ມາເຖີດ ໃຫ້ເຮົາກັບໄປຫາພຣະເຢໂຮວາ ເພາະວ່າພຣະອົງຊົງຈີກ ແລະຈະຊົງຮັກສາເຮົາໃຫ້ຫາຍດີ ພຣະອົງຊົງຕີ ແລະຈະຊົງພັນບາດແຜໃຫ້ແກ່ເຮົາ ອີກສອງວັນພຣະອົງຈະຊົງຟື້ນຟູເຮົາຂຶ້ນໃໝ່ ພໍເຖິງວັນທີສາມພຣະອົງຈະຊົງຍົກເຮົາຂຶ້ນ ເພື່ອເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຂອງພຣະອົງ” (ໂຮເຊອາ 6:1,2)


ຄວາມໝາຍຂອງຂໍ້ພຣະຄໍາພີນີ້ແມ່ນຊັດເຈນ, ນີ້ແມ່ນການຊົງເອີ້ນເທື່ອສຸດທ້າຍ ຂອງພຣະເຈົ້າຕໍ່ພວກອິດສະຣາເອນ, ອີກບໍ່ດົນພວກເຂົາຈະຖືກຢຶດໂດຍພວກອັດຊີເຣຍ ແລ້ວກໍຈະຖືກພາໄປບາບິໂລນ, ຫຼັງຈາກທີ່ພວກເຂົາຖືກຕີແລະຖືກຈີກແລ້ວພວກເຂົາກໍຈະ ເວົ້າວ່າ: “ມາເຖີດ ໃຫ້ເຮົາກັບໄປຫາພຣະເຢໂຮວາ”

ແມ່ນຄໍາທໍານວາຍໄດ້ສໍາເລັດລົງ ແລະພວກເຂົາຖືກຈັບໄປເປັນຊະເລີຍໂດຍພວກ ບາບິໂລນ, ຄໍາທໍານາຍເວົ້າເຖິງອະນາຄົດ, ພຣະເຈົ້າຈະຊົງຮັກສາພວກເຂົາໃນອະນາຄົດ, “ພຣະອົງຈະຊົງຍົກເຮົາຂຶ້ນ ເພື່ອເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຂອງພຣະອົງ”ໃນ ອະນາຄົດນັ້ນພຣະເຈົ້າຊົງສັນຍາຈະພາອິດສະຣາເອນກັບມາຢູ່ໃນດິນແດນແລະຊ່ວຍພວກ ເຂົາໃຫ້ລອດ, ພຣະເຈົ້າກໍາລັງເຮັດໃຫ້ຄໍາທໍານວາຍນັ້ນສໍາເລັດໃນສະໄໝຂອງເຮົາ, ອິດສະ ຣາເອນຖືກປະກາດເປັນຊາດໜຶ່ງໃນປີ 1948, ນັບຕັ້ງແຕ່ສະໄໝທີ່ຄົນຢິວໄດ້ກັບມາຢູ່ໃນ ດິນແດນບ້ານເກີດທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາໃນປະເທດອິດສະຣາເອນ, ໃນໄວໆນີ້ ພວກເຂົາຈະໄດ້ອາໄສຢູ່ໃນສາຍພຣະເນດຂອງພຣະອົງ “ພວກອິດສະຣາເອນທັງໝົດກໍຈະ ໄດ້ຮັບຄວາມລອດ”(ໂຣມ 11:26) ນັ້ນຄືການຕີຄວາມໝາຍຂອງຂໍ້ພຣະຄໍາພີເຫຼົ່ານີ້.

ແຕ່ຍັງມີອີກຫຼາຍ, ບາງຄົນເວົ້າວ່າ “ມີການຕີຄວາມໝາຍອັນໜຶ່ງແຕ່ມີການປະຍຸກ ໃຊ້ຫຼາຍຢ່າງ” ນີ້ຄືການນໍາມາປະຍຸກໃຊ້ຂອງຂໍ້ພຣະຄໍາພີເຫຼົ່ານີ້.

I. ໜຶ່ງ, ຂໍ້ພຣະຄໍາພີປະຍຸກໃຊ້ກັບພວກຄຣິສຕຽນ.

ຂໍ້ພຣະຄໍາພີຂໍ້ນີ້ເວົ້າໂດຍການນໍາມາປະຍຸກໃຊ້ກັບພວກຄຣິສຕຽນ, ມີຄຣິສຕຽນຈໍາ ນວນໜ້ອຍທີ່ຕິດຕາມພຣະເຈົ້າໂດຍບໍ່ມີການຂັດຂວາງ, ພວກເຂົາໝັ້ນຄົງໃນຊີວິດຄຣິສ ຕຽນຂອງພວກເຂົາ,ແຕ່ພວກເຮົາສ່ວນຫຼາຍໃຈເຢັນຊ່າຕະຫຼອດ, ດັ່ງນັ້ນພຣະເຈົ້າຈື່ງສົ່ງບັນ ຫາແລະຄວາມທຸກໃຫ້ມາພວກເຮົາ, ພຣະອົງປ່ອຍໃຫ້ບັນຫາແລະການທົດສອບຕ່າງໆຈີກ ພວກເຮົາແລະຕີພວກເຮົາ,ພຣະເຈົ້າຊົງເອົາສັນຕິສຸກໃນໃຈໄປຈາກທ່ານ, ພຣະເຈົ້າຊົງເຮັດ ໃຫ້ທ່ານເສົ້າໃຈແລະໜັກໃຈ, ແມ່ນແຕ່ຂະນະທີ່ທ່ານນັ່ງຢູ່ໃນຄຣິສຕະຈັກນີ້ໃນຄືນນີ້, ເປັນ ຫຍັງພຣະເຈົ້າຈື່ງຍອມໃຫ້ເລື່ອງນີ້ເກີດຂຶ້ນກັບທ່ານ? ອາດຈະເປັນເພາະພຣະອົງຊົງມີບາງ ສິ່ງບາງຢ່າງໃໝ່ໆໃຫ້ທ່ານເຮັດ, ບາງເທື່ອອາດຈະເປັນເພາະພຣະເຈົ້າກໍາລັງຕຽມທ່ານໃຫ້ ໄປຊ່ວຍຂ້າພະເຈົ້າໄປເລິ່ມຄຣິສຕະຈັກໃໝ່ໃນປີໜ້ານີ້, ຫຼືພຣະອົງອາດຈະກໍາລັງຕຽມທ່ານໃຫ້ຮັບໜ້າທີ່ໃໝ່ຢູ່ໃນຄຣິສຕະຈັກນີ້, ການເປັນຄົນພວກເຮົາບໍ່ຕ້ອງການທີ່ຈະປ່ຽນແປງ, ດັ່ງນັ້ນພຣະເຈົ້າຈື່ງຈີກພວກເຮົາ ແລະຕີພວກເຮົາຈົນພວກເຮົາເຕັມໃຈທີ່ຮັບເອົາຄວາມຮັບ ຜິດຊອບທີ່ແຕກຕ່າງໆ, ພຣະອົງຊົງຈີກອອກໄປຮູບເຄົາລົບໃດໆທີ່ພວກເຮົາເກາະຕິດເພື່ອເຮັດໃຫ້ພວກເຮົາໃຊ້ໃຫ້ເປັນປະໂຫຍດຫຼາຍຂຶ້ນໃນອານາຈັກຂອງພຣະອົງ, ດຣ.ໂທເຊີໄດ້ກ່າວວ່າ “ມັນໜ້າສົງໄສວ່າພຣະເຈົ້າສາມາດອວຍພອນບຸກຄົນໜຶ່ງຢ່າງໃຫຍ່ໄດ້ນອກຈາກ ວ່່າພຣະອົງຈະຊົງເຮັດໃຫ້ຄົນນັ້ນເຈັບຢ່າງໜັກ” ຖ້າທ່ານກັບໃຈແລ້ວ,ພຣະເຈົ້າບໍ່ໄດ້ຈະທໍາລາຍທ່ານ ແຕ່ພຣະອົງຈະຊົງສັ່ນທ່ານຂຶ້ນ, ບາງເທື່ອພຣະອົງກໍາລັງຈະໃຊ້ທ່ານໃນການຟື້ນຟູ!

“ຫຼັງຈາກສອງວັນພຣະອົງຈະຊົງຟື້ນຟູເຮົາຂຶ້ນໃໝ່ ໃນວັນ ທີສາມພຣະອົງຈະຊົງຍົກເຮົາຂຶ້ນ ແລະພວກເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຂອງພຣະອົງ”

ຂ້າພະເຈົ້າເຊື່ອວ່າການເລິ່ມຄຣິສຕະຈັກໃໝ່ຈະຊ່ວຍໃຫ້ພວກທ່ານບາງຄົນກາຍເປັນຄຣິສ ຕຽນທີ່ເຂັ້ມແຂງ, ຕອນທີ່ເດັກນ້ອຍໃຫຍ່ເປັນບ່າວເປັນສາວພວກເຂົາມັກຈະຮູ້ສຶກເຈັບຂາ ແລະແຂນ, ພວກເຂົາເຄີຍເອີ້ນມັນວ່າ “ປວດເພິ່ມຂຶ້ນ” ຢ່າໄປຕົກໃຈ, ຫຼັງຈາກສອງວັນ ພຣະອົງຈະຊົງຟື້ນຟູທ່ານຂື້ນແລ້ວປະທານຄວາມເຊື່ອ ແລະຊີວິດໃຫ້ທ່ານເພິ່ມຂື້ນ! ບໍ່ວ່າ ພຣະອົງຈະຈີກຫຍັງອອກໄປ, ພຣະອົງກໍຈະເອົາພຣະບຸດທີ່ຮັກຂອງພຣະອົງມາແທນດ້ວຍ ເທົ່ານັ້ນ! ຈອນນິວຕັນໄດ້ຂຽນເພງ “ພຣະຄຸນພຣະເຈົ້າ” ລາວຍັງໄດ້ຂຽນບົດກະວີນີ້ິວ່າ:

ຂ້າຂໍພຣະເຈົ້າເພື່ອທີ່ຂ້າຈະເຕີບໂຕຂຶ້ນ
ໃນຄວາມເຊື່ອ,ຄວາມຮັກແລະພຣະຄຸນ
ເພື່ອໃຫ້ຄວາມລອດຂອງພຣະອົງຮູ້ຈັກຫຼາຍຂຶ້ນ
ແລະສະແຫວງຫາພຣະພັກພຣະອົງເພິ່ມຂຶ້ນ

ພຣະຄຸນສອນໃຫ້ຂ້າອະທິຖານ
ແລະຂ້າວາງໃຈພຣະອົງໃນເລື່ອງຄໍາຕອບ
ແຕ່ມັນກໍໄດ້ເປັນແບບນັ້ນ
ຄືເກືອບເຮັດໃຫ້ຂ້າໝົດຫວັງ

ຂ້າຫວັງວ່າໃນເວລາທີ່ເໝາະສົມ
ທີ່ພຣະອົງຈະຊົງຕອບຄໍາອະທິຖານຂ້າ
ແລະໂດຍຄວາມຮັກພຣະອົງບັງຄັບລິດເດດ
ປາບຄວາມບາບຂອງຂ້າແລະໃຫ້ຂ້າໄດ້ພັກ

ແທນເລື່ອງນີ້ພຣະອົງເຮັດໃຫ້ຂ້າຮູ້ສຶກ
ໃຈທີ່ຊົ່ວຂອງຂ້າຖືກເຊື່ອງໄວ້
ແລ້ວປ່ອຍໃຫ້ລິດຄວາມຮ້າຍຂອງນາລົກ
ໂຈມຕີຈິດໃຈຂອງຂ້າທຸກໆສ່ວນ

ແລ້ວລາວກໍບອກພວກເຮົາໃນສິ່ງທີ່ພຣະເຈົ້າກ່າວ:

ການທົດສອບພາຍໃນນີ້ເຮົາໄດ້ໃຊ້
ຈາກຄວາມຫຍິ່ງເພື່ອເຮັດໃຫ້ເຈົ້າເປັນອິດສະຫຼະ
ແລະທໍາລາຍແຜນການຂອງຄວາມຍິນດິີຝ່າຍໂລກ
ເພື່ອທີ່ເຈົ້າຈະທຸກສິ່ງທຸກຢ່າງໃນເຮົາ

(“I Asked the Lord that I Might Grow” by John Newton, 1725-1807).

II. ສອງ ຂໍ້ພຣະຄໍາພີປະຍຸກໃຊ້ກັບຄົນທີ່ຍັງບໍ່ກັບໃຈໃໝ່.

ຈຸດປະສົງຫຼັກໆຂອງຂ້າພະເຈົ້າໃນແລງວັນນີ້ກໍຄືເອົາການປະຍຸກໃຊ້ໂຕທີສອງໃຫ້ ພວກທ່ານ,ເພື່ອສະແດງໃຫ້ພວກທ່ານເຫັນວ່າເລື່ອງນີ້ເວົ້າກັບທ່ານແນວໃດແດ່ຖ້າທ່ານຫາກຍັງບໍ່ລອດ! ພຣະເຈົ້າກໍາລັງເວົ້າກັບທ່ານຢູ່:

“ມາເຖີດ ໃຫ້ເຮົາກັບໄປຫາພຣະເຢໂຮວາ ເພາະວ່າພຣະອົງຊົງຈີກ ແລະຈະຊົງຮັກສາເຮົາໃຫ້ຫາຍດີ ພຣະອົງຊົງຕີ ແລະຈະຊົງພັນບາດແຜໃຫ້ແກ່ເຮົາ ອີກສອງວັນພຣະອົງຈະຊົງຟື້ນຟູເຮົາຂຶ້ນໃໝ່ ພໍເຖິງວັນທີສາມພຣະອົງຈະຊົງຍົກເຮົາຂຶ້ນ ເພື່ອເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຂອງພຣະອົງ” (ໂຮເຊອາ 6:1,2)

ການກັບໃຈໃໝ່ມັນເຈັບປວດ, ມັນເຈັບປວດເພາະທ່ານບໍ່ຢາກກັບໃຈໃໝ່, ທ່ານ ອາດຈະເວົ້າວ່າທ່ານຕ້ອງການທີ່ຈະກັບໃຈໃໝ່-ແຕ່ບໍ່ແມ່ນແທ້, ພວກທ່ານອາດຈະຄິດແມ້ ແຕ່ວ່າທ່ານຕ້ອງການທີ່ຈະກັບໃຈໃໝ່ - ແຕ່ມັນກໍບໍ່ແມ່ນແທ້ເຊັ່ນກັນ! ພຣະຄໍາພີກ່າວວ່າ “ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ”(ໂຣມ 3:11)ແລ້ວເປັນຫຍັງບາງຄົນຈື່ງເລິ່ມສະແຫວງຫາ ພຣະເຈົ້າລະ? ຄໍາຕອບກໍຢູ່ໃນໂຢຮັນ 16:8 ຊື່ງບອກພວກເຮົາວ່າພຣະວິນຍານບໍລິສຸດ “ຈະເຮັດໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ” “ຮູ້ສຶກ”ເປັນຄໍາຈາກພາສາກຣີກ“elengkho” –“ເພື່ອເຮັດໃຫ້ສໍານຶກ” “ບອກຄວາມຜິດ” “ຕໍານິ” “ໂນ້ມນ້າວໃຈ”

ບໍ່ມີໃຜດີໃຈທີ່ຖືກບອກວ່າພວກເຂົາເປັນຄົນບາບທີ່ຫຼົງຫາຍ,ແຕ່ມັນຈໍາເປັນທີ່ຈະເຮັດແບບນັ້ນໃນການເທດສະໜາຂ່າວປະເສີດ, ເຫດຜົນທີ່ທ່ານບໍ່ກັບໃຈໃໝ່ກໍຄືວ່າທ່ານບໍ່ໄດ້ຮູ້ ສຶກເຖິງຄວາມບາບຂອງຕົນ, ນັ້ນແຫຼະທີ່ວ່າເປັນຫຍັງຈື່ງຕ້ອງອະທິຖານຫຼາຍໆ,ຂໍໃຫ້ພຣະ ເຈົ້າສົ່ງພຣະວິນຍານບໍລິສຸດຂອງພຣະອົງລົງມາ,ເພື່ອທີ່ຄົນບໍ່ເຊື່ອຈະຖືກຈີກ, ຖືກແຕະຕ້ອງ ຖືກໂນ້ມນ້າວ, ຖືກຕໍານິ ແລະສໍານຶກເຖິງຄວາມເຫັນແກ່ຕົວແລະການກະບົດຂອງພວກເຂົາ ຕໍ່ພຣະເຈົ້າຜູ້ຊົງລິດ, ພວກທ່ານຈະສາມາດຢືນຢູ່ຕໍ່ໜ້າພຣະເຈົ້າໃນການພິພາກສາຄັ້ງສຸດ ທ້າຍໄດ້ແນວໃດໂດຍທີ່ມີການກະບົດ ແລະບາບຢູ່ໃນໃຈຂອງທ່ານຫຼາຍ? ທ່ານຈະສາມາດ ຟັງບົດເທດແບບນີ້ແລະໄປກິນເຂົ້າແລງ ແລ້ວຫົວກັບໝູ່ເພື່ອນຂອງຕົນຢູ່ເທິງຫ້ອງສາມັກຄີ ທໍາຊັ້ນເທິງໄດ້ແນວໃດ? ພວກທ່ານຈະສາມາດໄປໝົດອາທິດໂດຍບໍ່ໄດ້ອ່ານບົດເທດແຕ່ ລະວັນແລະເບິ່ງວິດີໂອເລີຍໄດ້ແນວໃດ? ທ່ານຈະຕ້ອງຢໍາເກງພຣະເຈົ້າ,ພຣະເຈົ້າທີ່ແທ້ຈິງ ພຣະເຈົ້າຜູ້ຊົງບໍ່ພໍໃຈ ແລະໂກດຮ້າຍຕໍ່ຄວາມຄິດເຢັນຊ່າຂອງທ່ານ ແລະໃຈທີ່ແຂງກະດ້າງ ນີ້ແມ່ນເລື່ອງທີ່ຊີຣຽດ! ບໍ່ມີຫຍັງທີ່ເປັນຕາຊີຣຽດໃນໂລກນີ້ນອກຈາກແປວໄຟທີ່ກໍາລັງລໍຖ້າ ທ່ານຢູ່ ແລະທ່ານຫົວກັບໝູ່ເພື່ອນຂອງທ່ານຫຼັງຈາກການເທດສະໜາ! ບໍ່ມີຄວາມຫວັງໃດ ສໍາລັບທ່ານແບບນັ້ນ!

ຈົ່ງຟັງຈອນເຄແກນເວົ້າ “ກ່ອນການກັບໃຈໃໝ່ຂອງຂ້ອຍຂ້ອຍຮູ້ສຶກວ່າກໍາລັງຈະຕາຍ, ຂ້ອຍນອນບໍ່ຫລັບ, ຂ້ອຍບໍ່ສາມາດຍີ້ມໄດ້, ຂ້ອຍບໍ່ສາມາດພົບກັບສັນຕິສຸກໄດ້...ຂ້ອຍບໍ່ສາມາດຢຸດຮູ້ສຶກທໍລະມານໄດ້, ຂ້ອຍໝົດແຮງແອກແລກ, ຂ້ອຍເມື່ອຍກັບທຸກເລື່ອງຫຼາຍ, ຂ້ອຍເລິ່ມຊັງໂຕເອງ,ຊັງຄວາມບາບຂອງຕົນ ແລະທີ່ມັນເຮັດໃຫ້ຂ້ອຍຮູ້ສຶກ...ບາບຂອງຂ້ອຍກາຍຮ້າຍແຮງລົງຮ້າຍແຮງລົງຢ່າງບໍ່ຈົບສິ້ນ, ຂ້ອຍບໍ່ສາມາດຮັບມັນໄວ້ອີກຕໍ່ໄປ, ຂ້ອຍຮູ້ດີວ່າພຣະເຈົ້າຊົງຊອບທໍາທີ່ຈະລົງໂທດຂ້ອຍລົງນາລົກໄດ້, ຂ້ອຍເມື່ອຍຫຼາຍກັບ ການຕໍ່ສູ້, ຂ້ອຍເມື່ອຍກັບທຸກສິ່ງທຸກຢ່າງທີ່ຂ້ອຍເປັນ...ຂ້ອຍຈະຍັງບໍ່ມີພຣະເຢຊູ...ຂ້ອຍ ພະຍາຍາມທີ່ຈະລອດ, ຂ້ອຍກໍາລັງພະຍາຍາມທີ່ຈະວາງໃຈເຊື່ອພຣະເຢຊູ ແລະຂ້ອຍບໍ່ສາ ມາດເຮັດໄດ້, ຂ້ອຍບໍ່ສາມາດຕັດສິນໃຈທີ່ຈະມາເປັນຄຣິສຕຽນໄດ້ ແລະມັນເຮັດໃຫ້ຂ້ອຍ ໝົດຫວັງຫຼາຍ.

ແທນເລື່ອງນີ້ພຣະອົງເຮັດໃຫ້ຂ້າຮູ້ສຶກ
ໃຈທີ່ຊົ່ວຂອງຂ້າຖືກເຊື່ອງໄວ້
ແລ້ວປ່ອຍໃຫ້ລິດຄວາມຮ້າຍຂອງນາລົກ
ໂຈມຕີຈິດໃຈຂອງຂ້າທຸກໆສ່ວນ

ຂ້ອຍຮູ້ສຶກວ່າຄວາມບາບຂອງຂ້ອຍກໍາລັງຍູ້ຂ້ອຍລົງນາລົກ, ຂ້ອຍຮູ້ສຶກວ່າຄວາມດື້ຂອງ ຂ້ອຍກໍາລັງບັງຄັບນໍ້າຕາຂ້ອຍອອກໄປ...ຂ້ອຍຕ້ອງປ່ອຍໃຫ້ທຸກສິ່ງທຸກຢ່າງຕາຍ”

ມັນເກີດຂຶ້ນກັບຈອນໄດ້ແນວໃດ? ບໍ່ແມ່ນໂດຍການຮຽນຮູ້ທີ່ຈະເວົ້າຄໍາທີ່ຖືກຕ້ອງ! ໂອພຣະເຈົ້າບໍ່ແມ່ນ! ຄໍາເວົ້າຈະບໍ່ມີວັນຊ່ວຍລາວໄດ້! ໂອພຣະເຈົ້າ,ບໍ່! ຄໍາເວົ້າຕ່າງໆບໍ່ມີ ວັນທີ່ຈະຊ່ວຍລາວໄດ້! ບໍ່ແມ່ນໂດຍການມີ “ຄວາມຮູ້ສຶກ”ໂອພຣະເຈົ້າ,ບໍ່! ບໍ່ມີຄວາມຮູ້ສຶກ ທີ່ຈະຊ່ວຍລາວໄດ້.

ພຣະເຈົ້າຊົງ “ຊົງຈີກ, ພຣະອົງຊົງຕີ” ພຣະອົງຊົງທຸບໃຈຂອງຈອນ! ພຣະອົງຊົງຕີຈອນລົງ!

ການກັບໃຈໃໝ່ແທ້ຄືຄວາມເຈັບປວດ! ທ່ານກໍາລັງຕໍ່ສູ້ກັບພຣະເຈົ້າຜູ້ຊົງລິດ! ທ່ານບໍ່ສາ ມາດຫຼອກທາງຂອງຕົນຈາກມັນໄດ້, ທ່ານບໍ່ສາມາດເວົ້າທາງຂອງທ່ານຈາກມັນໄດ້! ທ່ານບໍ່ ສາມາດຮຽນຮູ້ທາງຂອງຕົນຈາກມັນໄດ້!

ການທົດສອບພາຍໃນນີ້ເຮົາໄດ້ໃຊ້
ຈາກຄວາມຫຍິ່ງເພື່ອເຮັດໃຫ້ເຈົ້າເປັນອິດສະຫຼະ
ແລະທໍາລາຍແຜນການຂອງຄວາມຍິນດິີຝ່າຍໂລກ
ເພື່ອທີ່ເຈົ້າຈະທຸກສິ່ງທຸກຢ່າງໃນເຮົາ

“ຈົ່ງຈູບພຣະບຸດ ຢ້ານວ່າພຣະອົງຈະຊົງໂກດຮ້າຍແລະເຈົ້າຈະພິນາດຈາກ ທາງນັ້ນ ເມື່ອພຣະພິໂລດຂອງພຣະອົງນັ້ນຈຸດໃຫ້ລຸກໜ້ອຍໜຶ່ງ ຄວາມ ສຸກເປັນຂອງທຸກຄົນຜູ້ວາງໃຈໃນພຣະອົງ” (ເພງສັນລະເສີນ 2:12)

ຈົ່ງຟັງເອມີ ຊາບາລາກາເວົ້າ: “ຂ້ອຍໝົກມຸ່ນເວດທະນາຕົນເອງຫຼາຍເກີນໄປທີ່ຈະ ເປັນຫ່ວງກັບບາບຂອງຕົນ... ຂ້ອຍບໍ່ສາມາດອະທິບາຍໄດ້ເຕັມທີ່ວ່າມັນເປັນແນວໃດທີ່ຈະ ເຫັນຄວາມມືດດໍາ ແລະຄວາມພິລຶກຂອງໃຈຂອງທ່ານ, ຂ້ອຍເບື່ອໜ່າຍແລະອາຍໃນສິ່ງທີ່ ຂ້ອຍຮູ້ວ່າພຣະເຈົ້າຊົງເຫັນຢູ່, ຂ້ອຍເປັນສິ່ງຊົງສ້າງທີ່ຊົ່ວຮ້າຍຫຼາຍຢູ່ຕໍ່ໜ້າພຣະເຈົ້າຜູ້ຊົງ ເຫັນທຸກສິ່ງທຸກຢ່າງ, ທຸກສິ່ງທີ່ຂ້ອຍເຮັດຢູ່ໃນຄຣິສຕະຈັກແມ່ນປັກຮາກລົງໃນຄວາມບາບ ທີ່ເຫັນແກ່ຕົວ, ຂ້ອຍຮູ້ສຶກຄືກັບຂ້າເປັນຂີ້ທູດທີ່ໜ້າລັງກຽດຢູ່ຖ້າມກາງຄຣິສຕຽນທີ່ສະອາດ, ແຕ່ຂ້ອຍກໍຍັງບໍ່ວາງໃຈໃນພຣະຄຣິດ, ພຣະເຢຊູເປັນພຽງແຕ່ຄໍາເວົ້າໜຶ່ງ...ເປັນຄົນໜຶ່ງທີ່ຢູ່ ຫ່າງໄກຫຼາຍ...ຂ້ອຍກໍາລັງສະແຫວງຫາຄວາມຮູ້ສຶກດີໆ... ປະສົບການບາງຢ່າງເພື່ອພິສູດ ວ່າຂ້ອຍລອດແລ້ວ...ດຣ.ໄຮເມີໄດ້ຕໍານິຄົນບາບທີ່ກໍາລັງຫຼີ້ນກັບພຣະເຈົ້າຜູ້ຊົງລິດຢູ່, ຂ້ອຍ ນັ່ງລົງຢູ່ບ່ອນຂອງຂ້ອຍ,ສັ່ນດ້ວຍຄວາມຢ້ານ, ຂ້ອຍຮູ້ວ່າມັນຄືຂ້ອຍ, ແລ້ວດຣ.ໄຮເມີກໍ ເວົ້າຈາກຂໍ້ພຣະຄໍາພີວ່າ”

“ມາເຖີດ ໃຫ້ເຮົາກັບໄປຫາພຣະເຢໂຮວາ ເພາະວ່າພຣະອົງຊົງຈີກ ແລະຈະຊົງຮັກສາເຮົາໃຫ້ຫາຍດີ ພຣະອົງຊົງຕີ ແລະຈະຊົງພັນບາດແຜໃຫ້ແກ່ເຮົາ ...ພຣະອົງຈະຊົງຍົກເຮົາຂຶ້ນ ເພື່ອເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຂອງພຣະອົງ” (ໂຮເຊອາ 6:1,2)

ເອມີເວົ້າວ່າ “ຄວາມບາບຂອງຂ້ອຍຢືດຂ້ອຍໄປຄືກັບມະຫາສະໝຸດທີ່ບໍ່ມີກົ້ນ,ຂ້ອຍບໍ່ສາ ມາດຖືມັນໄວ້ໄດ້, ຂ້ອຍຕ້ອງມີພຣະເຢຊູ! ຂ້ອຍຕ້ອງມີພຣະໂລຫິດຂອງພຣະອົງ”

ພຣະເຈົ້າຊົງ “ຊົງຈີກ, ພຣະອົງຊົງຕີ” ພຣະອົງຊົງທຸບໃຈຂອງເອມີ! ພຣະອົງຊົງຕີເອມີລົງ!

ການກັບໃຈໃໝ່ແທ້ຄືຄວາມເຈັບປວດ! ທ່ານກໍາລັງຕໍ່ສູ້ກັບພຣະເຈົ້າຜູ້ຊົງລິດ! ທ່ານບໍ່ສາ ມາດຫຼອກທາງຂອງຕົນຈາກມັນໄດ້, ທ່ານບໍ່ສາມາດເວົ້າທາງຂອງທ່ານຈາກມັນໄດ້! ທ່ານບໍ່ ສາມາດຮຽນຮູ້ທາງຂອງຕົນຈາກມັນໄດ້!

ທ່ານບໍ່ສະບາຍໃຈທັງໝົດບໍ? ທ່ານບໍ່ໄດ້ຢ້ານບໍ? ທ່ານບໍ່ຮູ້ສຶກບໍ່ດີກັບສາສະໜາບໍ? ໂອພຣະເຈົ້າ ຂໍຊົງຊ່ວຍພວກເຂົາຈາກແປວໄຟດ້ວຍເທີນ!

“ຈົ່ງຈູບພຣະບຸດ ຢ້ານວ່າພຣະອົງຈະຊົງໂກດຮ້າຍແລະເຈົ້າຈະພິນາດຈາກ ທາງນັ້ນ ເມື່ອພຣະພິໂລດຂອງພຣະອົງນັ້ນຈຸດໃຫ້ລຸກໜ້ອຍໜຶ່ງ ຄວາມ ສຸກເປັນຂອງທຸກຄົນຜູ້ວາງໃຈໃນພຣະອົງ” (ເພງສັນລະເສີນ 2:12)

ທ່ານເຄີຍຖືກພຣະເຈົ້າຈີກບໍ? ພວກທ່ານເຄີຍບາດເຈັບຍ້ອນມືຂອງພຣະອົງບໍ? ທ່ານເຄີຍຮູ້ສຶກບໍ່ວ່າຄວາມໂສກເສົ້າ ແລະຄວາມເຈັບປວດຂອງທ່ານເປັນສັນຍາລັກທີ່ພຣະ ເຈົ້າບໍ່ຮັກທ່ານ? ທ່ານເຄີຍຮູ້ສຶກເຈັບປວດເຊິ່ງທ່ານບໍ່ສາມາດບອກຜູ້ໃດໄດ້ບໍ? ທ່ານເຄີຍຮູ້ ສຶກໂດດດ່ຽວ ແລະພຣະເຈົ້າຖີ້ມແບບທີ່ເຄີຍຖືກຢູ່ໃນສວນເກັດເສມານີບໍ? ທ່ານເຄີຍເວົ້າ ກັບຕົນເອງບໍ່ວ່າ - “ເປັນຫຍັງພຣະເຈົ້າຈື່ງປະຖີ້ມຂ້ານ້ອຍ?” ພະຍາມານກະຊິບວ່າ “ເປັນຫຍັງຈື່ງໄປຕໍ່? ບໍ່ມີໃຜສົນໃຈເຈົ້າດອກ, ບໍ່ມີໃຜຮັກເຈົ້າດອກ” ຂ້າພະເຈົ້າຂໍຮ້ອງພວກ ທ່ານວ່າ “ຢ່າໄປຟັງຊາຕານເລີຍ”

ຂ້າພະເຈົ້າເປັນຄົນທີ່ຖືກຕ້ອງທີ່ຈະຟັງ, ຂ້າພະເຈົ້າເຄີຍປະສົບກັບການທໍລະມານນີ້ ຢ່າງໜ້ອຍຫົກເທື່ອແລ້ວໃນຊີວິດຂອງຕົນ, ກ່ອນທີ່ຂ້າພະເຈົ້າຈະກັບໃຈໃໝ່ແລະອີກຫ້າເທື່ອອື່ນອີກ.

“ເພາະວ່າພຣະອົງຊົງຈີກ ແລະຈະຊົງຮັກສາເຮົາໃຫ້ຫາຍດີ ພຣະອົງຊົງຕີ ແລະຈະຊົງພັນບາດແຜໃຫ້ແກ່ເຮົາ ອີກສອງວັນພຣະອົງຈະຊົງຟື້ນຟູເຮົາຂຶ້ນໃໝ່ ພໍເຖິງວັນທີສາມພຣະອົງຈະຊົງຍົກເຮົາຂຶ້ນ ເພື່ອເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຂອງພຣະອົງ” (ໂຮເຊອາ 6:1,2)

ແຕ່ລະເທື່ອຂ້າພະເຈົ້າຕ້ອງປະສົບກັບຄວາມທຸກທໍລະມານນີ້, ມັນຖືກຕຽມໄວ້ສໍາລັບຂ້າພະ ເຈົ້າທີ່ຈະເຮັດເພື່ອພຣະເຈົ້າຫຼາຍຂຶ້ນ, ແຕ່ລະເທື່ອຄວາມເຈັບປວດໜັກຫຼາຍຂ້າພະເຈົ້າຄິດວ່າມັນຄືຈະບໍ່ມີວັນໄປດອກ, ແລະພຣະເຢຊູກໍກ່າວກັບຂ້າພະເຈົ້າວ່າ:

ການທົດສອບພາຍໃນນີ້ເຮົາໄດ້ໃຊ້
ຈາກຄວາມຫຍິ່ງເພື່ອເຮັດໃຫ້ເຈົ້າເປັນອິດສະຫຼະ
ແລະທໍາລາຍແຜນການຂອງຄວາມຍິນດິີຝ່າຍໂລກ
ເພື່ອທີ່ເຈົ້າຈະທຸກສິ່ງທຸກຢ່າງໃນເຮົາ

ຄັ້ງທໍາອິດແມ່ນຕອນທີ່ຂ້າພະເຈົ້າໄດ້ກັບໃຈໃໝ່, ຊ່ວງມໍ່ມານີ້ກໍຄືຕອນທີ່ຂ້າພະເຈົ້າ ປະສົບໄພກັບໂລກມະເຮັງ, ພວກເຂົາເວົ້າວ່າ “ເຈົ້າມີມະເຮັງ” ພວກເຂົາສີດຢາໃສ່ຂ້າພະ ເຈົ້າຈົນເຕັມ, ຂ້າພະເຈົ້າຮູ້ສຶກຄືກັບໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານຄົນດຽວ, ຂ້າພະເຈົ້າຮ້ອງໄຫ້ຂຶ້ນຮ້ອງແລ້ວຮ້ອງອີກໃນຕອນທ່ຽງຄືນ! ຂ້າພະເຈົ້າຄິດວ່າຕົນເອງຈົບແລ້ວ, ຂ້າພະ ເຈົ້າຖືກຈີກແລ້ວ, ຂ້າພະເຈົ້າຮູ້ວ່າພວກທ່ານຮູ້ສຶກແນວໃດ, ແຕ່ລະເທື່ອທີ່ຂ້າພະເຈົ້າປະສົບ ຄໍ່າຄືນທີ່ມືດມົນຂອງຈິດໃຈພຣະເຈົ້າຊົງກໍາລັງກຽມຂ້າພະເຈົ້າສໍາລັບບາງສິ່ງບາງຢ່າງໃໝ່ໆ ເທື່ອນີ້ເປັນການກຽມຂ້າພະເຈົ້າເພື່ອທີີ່ຈະເລິ່ມຄຣິສຕະຈັກໃໝ່.

ເພື່ອນທີ່ຮັກ,ພຣະເຈົ້າບໍ່ໄດ້ປະຖີ້ມພວກທ່ານ, ແມ່ນພຣະອົງຊົງຈີກທ່ານ-ແຕ່ພຣະອົງຈະຊົງຮັກສາທ່ານ! ແມ່ນ ພຣະອົງເຮັດໃຫ້ທ່ານບາດເຈັບ-ແຕ່ພຣະອົງຈະຊົງມັດທ່ານ! ພຣະອົງຊົງຕີທ່ານແລະຈີກທ່ານເພື່ອຈຸດປະສົງໃດໜຶ່ງ - ເພື່ອເຮັດໃຫ້ທ່ານຮູ້ວ່າພຣະຄຣິດພຽງຜູ້ດຽວທີ່ສາມາດໃຫ້ຄວາມຫວັງທ່ານໄດ້! ເພື່ອເຮັດໃຫ້ທ່ານຮູ້ວ່າສັນຕິສຸກແມ່ນພົບຢູ່ໃນພຣະຄຣິດເທົ່ານັ້ນ! ເພື່ອເຮັດໃຫ້ທ່ານຮູ້ວ່າຄວາມຍິນດີພົບໃນພຣະຄຣິດເທົ່ານັ້ນ! ເພື່ອໃຫ້ທ່ານຮູ້ວ່າພຣະອົງຊົງຕາຍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ! ເພື່ອເຮັດໃຫ້ທ່ານຮູ້ວ່າພຣະອົງຊົງຟື້ນຄືນມາຈາກຕາຍເພື່ອມອບຊີວິດໃໝ່ໃຫ້ແກ່ທ່ານ!

ໃນພຣະຄຣິດເທົ່ານັ້ນຄວາມຫວັງຂ້າພົບ,ເປັນຄວາມສະຫວ່າງ,ກໍາລັງ,ບົດເພງຂອງຂ້າ,ສີລາມຸມຂອງຕຶກນີ້,ພື້ນຖານແຂງແກ່ນ,ໝັ້ນຄົງແມ່ນເຈີຄວາມແຫ້ງແລະພາຍຸ
ຄວາມຮັກຊ່າງສູງສົງ,ສັນຕິສຸກທີ່ເລິກ,ເມື່ອຄວາມຢ້ານເຂົ້າມາ,ເມື່ອການຕໍ່ສູ້ຢຸດຕິ
ຜູ້ປອບໃຈຂອງຂ້າ,ຜູ້ເປັນທຸກສິ່ງ-ທີ່ນີ້ໃນຄວາມຮັກຂອງພຣະຄຣິດຂ້າຢືນຢູ່

ໃນພຣະຄຣິດເທົ່ານັ້ນ ຜູ້ຊົງສະພາບມະນຸດ,ເກີດມາໃນຮ່າງເດັກນ້ອຍ
ຂອງຂັວນແຫ່ງຄວາມຮັກແລະຊອບທໍານີ້,ຖືກດູຖູກໂດຍຄົນທີ່ພຣະອົງມາເພື່ອຊ່ວຍ
ຈົນພຣະເຢຊູຕາຍເທິງໄມ້ກາງແຂນ, ພຣະພິໂລດພຣະເຈົ້າຈື່ງສະຫງົບລົງ
ເພາະບາບທຸກຢ່າງວາງລົງເທິງພຣະອົງ-ຂ້າຈື່ງມີຊີວິດຢູ່ໃນຄວາມຕາຍພຣະອົງ

ຮ່າງກາຍພຣະອົງຖືກຝັງໃນດິນ, ຄວາມສະຫວ່າງຂອງໂລກຖືກມືດບັງ
ຈາກນັ້ນກໍແຕກອອກໃນວັນລາສີ,ພຣະອົງຊົງຟື້ນຄືນຈາກຄວາມຕາຍ
ພຣະອົງຊົງຢືນໃນໄຊຊະນະ,ການສາບແຊ່ງຂອງບາບໝົດໄດ້ລິດຈາກຂ້າ
ເພາະຂ້າເປັນຂອງພຣະອົງໆເປັນຂອງຂ້າ-ຖືກຊື້ດ້ວຍໂລຫິດພຣະຄຣິດແລ້ວ
(“In Christ Alone” by Keith Getty and Stuart Townend, 2001).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“In Christ Alone” (by Keith Getty and Stuart Townend, 2001).

ໂຄງຮ່າງບົດເທດສະໜາ

ໃນພຣະຄຣິດເທົ່ານັ້ນ!

IN CHRIST ALONE!

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ມາເຖີດ ໃຫ້ເຮົາກັບໄປຫາພຣະເຢໂຮວາ ເພາະວ່າພຣະອົງຊົງຈີກ ແລະຈະຊົງຮັກສາເຮົາໃຫ້ຫາຍດີ ພຣະອົງຊົງຕີ ແລະຈະຊົງພັນບາດແຜໃຫ້ແກ່ເຮົາ ອີກສອງວັນພຣະອົງຈະຊົງຟື້ນຟູເຮົາຂຶ້ນໃໝ່ ພໍເຖິງວັນທີສາມຈະຊົງຍົກກເຮົາຂຶ້ນ ເພື່ອເຮົາຈະດຳລົງຊີວິດຢູ່ໃນສາຍພຣະເນດຣຂອງພຣະອົງ” (ໂຮເຊອາ 6:1-2)

(ໂຣມ 11:26)

I.   ໜຶ່ງ, ຂໍ້ພຣະຄໍາພີປະຍຸກໃຊ້ກັບພວກຄຣິສຕຽນ.

II.  ສອງ ຂໍ້ພຣະຄໍາພີປະຍຸກໃຊ້ກັບຄົນທີ່ຍັງບໍ່ກັບໃຈໃໝ່. ໂຣມ 3:11; ໂຢຮັນ 16:8; ເພງສັນລະເສີນ 2:12.