Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບັນດາຄົນທີ່ຕ້ອນຮັບພຣະອົງ!

AS MANY AS RECEIVED HIM!
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 15/4/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 15, 2018

“ພຣະອົງໄດ້ສະເດັດມາຫາພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນ ບໍ່ໄດ້ຕ້ອນຮັບພຣະອົງ ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງພຣະອົງຊົງ ປະທານອໍານາດໃຫ້ເປັນລູກຂອງພຣະເຈົ້າຄື ຄົນທັງຫຼາຍທີ່ເຊື່ອໃນພຣະ ນາມຂອງພຣະອົງ ຊື່ງບໍ່ໄດ້ເກີດຈາກເລືອດ ຫຼືຄວາມປະສົງຂອງເນື້ອ ໜັງ ຫຼືຄວາມປະສົງຂອງມະນຸດ ແຕ່ເກີດຈາກພຣະເຈົ້າ” (ໂຢຮັນ 1:11-13)


ພຣະເຢຊູຊົງຢູ່ໃນເຢຣູຊາເລັມ, ເປັນຊ່ວງເທດສະການປັດສະກາ, ມີຫຼາຍຄົນເຫັນ ພຣະເຢຊູເຮັດອັດສະຈັນຕ່າງໆ, ເມື່ອພວກເຂົາເຫັນການອັດສະຈັນເຫຼົ່ານັ້ນພວກເຂົາກໍເຊື່ອແຕ່ພວກເຂົາບໍ່ໄດ້ເຊື່ອໃນພຣະອົງ, ພວກເຂົາເຊື່ອໃນການອັດສະຈັນຕ່າງໆບໍ່ແມ່ນເຊື່ອໃນ ພຣະອົງ, ເພາະສະນັ້ນຄວາມເຊື່ອຂອງພວກເຂົາຈື່ງບໍ່ມີຄ່າຫຍັງເລີຍ, ພວກເຂົາໄດ້ເຮັດໃຫ້ ຂ້າພະເຈົ້າລະນຶກເຖິງພວກຄາຣິສເມຕິກຫຼາຍຄົນໃນປະຈຸບັນນີ້, ຄວາມເຊື່ອຂອງພວກເຂົາ ມີຈຸດສູນກາງຢູ່ທີ່ການອັດສະຈັນຕ່າງໆ, ຄວາມຈິງແລ້ວມັນໝາຍເຖິງ “ໝາຍສໍາຄັນຕ່າງໆ” ພວກເຂົາມັກຈະສະແຫວງຫາໝາຍສໍາຄັນ ແລະການອັດສະຈັນຕ່າງໆ,ສິ່ງເຫຼົ່ານີ້ບໍ່ໄດ້ຊ່ວຍ ຜູ້ຄົນໃຫ້ລອດເລີຍ.

“ແຕ່ພຣະເຢຊູບໍ່ໄດ້ຊົງວາງພຣະໄທໃນຄົນເຫລົ່ານັ້ນ ເພາະພຣະອົງຊົງຮູ້ຈັກມະນຸດທຸກຄົນ ແລະບໍ່ມີຄວາມຈຳເປັນທີ່ຈະມີພະຍານໃນເລື່ອງມະນຸດ ເພາະ

ພຣະອົງເອງຊົງຮູ້ວ່າອັນໃດມີຢູ່ໃນມະນຸດ”(ໂຢຮັນ 2:24-25)

ພຣະເຢຊູຊົງສາມາດເຫັນໃຈຂອງພວກເຂົາໄດ້, ພຣະອົງຊົງຮູ້ດີວ່າພວກເຂົາບໍ່ເຄີຍ ວາງໃຈເຊື່ອໃນພຣະອົງ, ພວກເຂົາພຽງແຕ່ເຊື່ອໃນການອັດສະຈັນຕ່າງໆ, ພຣະອົງຊົງຮູ້ດີ ວ່່າຄວາມເຊື່ອຂອງພວກເຂົາໃນເລື່ອງໝາຍສໍາຄັນ ແລະການອັດສະຈັນຕ່າງໆບໍ່ສາມາດ ຊ່ວຍພວກເຂົາໄດ້, “ພຣະອົງເອງຊົງຮູ້ວ່າອັນໃດມີຢູ່ໃນມະນຸດ” ພຣະອົງຊົງຮູ້ຈັກໃຈຂອງ “ມະນຸດທຸກຄົນ” ພຣະອົງຊົງຮູ້ຈັກໃຈຂອງທ່ານ, ພຣະອົງຊົງຮູ້ວ່າທ່ານໄດ້ປະສົບກັບການ ເກີດໃໝ່ແລ້ວຫຼືບໍ, ກ່ອນທີ່ທ່ານຈະປະສົບກັບການເກີດໃໝ່ໃຈຂອງທ່ານກໍເສື່ອມຊາມຢ່າງ ສຸດໆຍ້ອນຄວາມບາບ, ພຣະຄໍາພີກ່າວວ່າ:

“ໃຈກໍເປັນໂຕຫລອກລວງເໜືອກວ່່າສິ່ງໃດໆ ແລະເສື່ອມຊາມຢ່າງຊົ່ວ ຮ້າຍ...”(ເຢເຣມີ 17:9)

ພຣະຄໍາພີບໍ່ໄດ້ບອກພວກເຮົາວ່່າພຣະເຢຊູພັກຢູ່ໃສໃນຕອນກາງຄືນ, ແຕ່ນັກສຶກສາພຣະຄໍາພີທີ່ມີຊື່ສຽງຄົນໜຶ່ງຊື່ນິໂຄເດມັດ “ໄດ້ມາຫາພຣະອົງໃນຕອນກາງຄືນ”(ໂຢຮັນ 3:1-2), ຕອນນີ້ເຊີນເບິ່ງໃນໂຢຮັນ 1:11-13.

“ພຣະອົງໄດ້ສະເດັດມາຫາພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນ ບໍ່ໄດ້ຕ້ອນຮັບພຣະອົງ ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງພຣະອົງຊົງ ປະທານອໍານາດໃຫ້ເປັນລູກຂອງພຣະເຈົ້າຄື ຄົນທັງຫຼາຍທີ່ເຊື່ອໃນພຣະ ນາມຂອງພຣະອົງ ຊື່ງບໍ່ໄດ້ເກີດຈາກເລືອດ ຫຼືຄວາມປະສົງຂອງເນື້ອ ໜັງ ຫຼືຄວາມປະສົງຂອງມະນຸດ ແຕ່ເກີດຈາກພຣະເຈົ້າ” (ໂຢຮັນ 1:11-13)

ຄວາມລອດເກີດຂຶ້ນເມື່ອຄົນບາບຄົນໜຶ່ງຕ້ອນຮັບເອົາພຣະຄຣິດ, ຂໍ້ພຣະຄໍາພີສາມຂໍ້ນີ້ເປີດເຜີຍໂຄງຮ່າງພື້ນຖານຂອງການຕ້ອນຮັບເອົາພຣະອົງ, ໃນຂໍ້ທີ 11 ພວກເຮົາຖືກບອກວ່າຄົນສ່ວນຫຼາຍຈະບໍ່ຕ້ອນຮັບເອົາພຣະຄຣິດ, ຄົນສ່ວຍຫຼາຍຈະຕົກນາຮົກ,ພຣະຄໍາພີວ່າ:

“ພຣະອົງໄດ້ສະເດັດມາຫາພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນ ບໍ່ໄດ້ຕ້ອນຮັບພຣະອົງ” (ໂຢຮັນ 1:11)

ປະໂຫຍກທໍາອິດໃຊ້ຄໍາວ່າ “ພວກຂອງພຣະອົງເອງ”ເວົ້າເຖິງມະນຸດໂລກທົ່ວໄປ, ເທື່ອທີ່ສອງໃຊ້ຄໍາວ່າ“ພວກຂອງພຣະອົງເອງ”ເວົ້າເຖິງຄົນຢິວ, ເຖິງແມ່ນວ່າພວກເຂົາຈະມີຄໍາທໍາ ນວາຍທີກ່າວເຖິງພຣະອົງໃນພຣະຄໍາພີຢ່າງຫຼວງຫຼາຍ,ພວກເຂົາສ່ວນຫຼາຍກໍບໍ່ໄດ້ຕ້ອນຮັບ ພຣະອົງໃນຖານະພຣະເມຊີອາ ແລະພຣະເຈົ້າຂອງພວກເຂົາ, ທັງຄົນຢິວ ແລະຄົນທົ່ວໄປບໍ່ໄດ້ຕ້ອນຮັບພຣະຄຣິດເມື່ອພຣະອົງລົງມາໃນໂລກນີ້ - ແລະພວກເຂົາກໍບໍ່ຕ້ອນຮັບພຣະອົງໃນປະຈຸບັນນີ້.

“ທ່ານຖືກມະນຸດດູໝິ່ນແລະປະຕິເສດ... ແລະພວກເຮົາໄດ້ລີ້ໜ້າຂອງເຮົາ ຈາກທ່ານ”(ເອຊາຢາ 53:3)

ມັນຕ້ອງອາໄສການເຮັດວຽກສູງສຸດຂອງພຣະເຈົ້າເພື່ອນໍາຄົນບາບຜູ້ຫຼົງຫາຍມາເຖິງພຣະ ຄຣິດ, ເຊິ່ງໄດ້ນໍາພວກເຮົາໄປສູ່ຂໍ້ພຣະຄໍາພີທີສອງຂອງເຮົາໃນໂຢຮັນ 1:12:

“ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ພຣະອົງຊົງປະທານອໍານາດໃຫ້ເປັນ ລູກຂອງພຣະເຈົ້າຄື ຄົນທັງຫຼາຍທີ່ເຊື່ອໃນພຣະນາມຂອງພຣະອົງ” (ໂຢຮັນ 1:12)

ພວກເຮົາສາມາດດຶງສາມປະເດັ່ນອອກຈາກຂໍ້ພຣະຄໍາພີຂໍ້ນີ້ໄດ້.

I. ໜຶ່ງ ຂ້າພະເຈົ້າຈະອະທິບາຍວ່່າມັນໝາຍເຖິງຫຍັງທີ່ຈະຕ້ອນຮັບເອົາ ເອົາພຣະຄຣິດ.

ພາສາກຣີກແປຄໍາວ່າ “ຕ້ອນຮັບ”ແມ່ນ“lambanō.” ໝາຍເຖິງ“ເອົາ” “ຮັບເອົາ” “ໄດ້ຮັບ” ພວກເຮົາຂໍໃຫ້ພວກທ່ານຕ້ອນຮັບພຣະຄຣິດ, ພວກເຮົາຂໍໃຫ້ທ່ານຮັບເອົາພຣະ ຄຣິດ, ພວກເຮົາຂໍໃຫ້ພວກທ່ານຮັບເອົາພຣະອົງ,ວາງໃຈໃນພຣະອົງ,ຮັບເອົາພຣະອົງໃນຖາ ນະພຣະຜູ້ຊ່ວຍ ແລະພຣະເຈົ້າຂອງທ່ານ.

ເພື່ອຕ້ອນຮັບພຣະຄຣິດທ່ານຈະຕ້ອງຕ້ອນຮັບພຣະອົງເໝືອນກັບທີ່ພຣະອົງຊົງຖືກບັນທຶກໄວ້ໃນພຣະຄໍາພີ, ພຣະຄຣິດຊົງເປັນອິມມະນູເອວ-ພຣະເຈົ້າສະຖິດກັບເຮົາ, ພຣະເຈົ້າຊົງປາກົດໃນເນື້ອໜັງ, ພຣະບຸດອົງດຽວຂອງພຣະເຈົ້າພຣະບິດາ, ພຣະບຸກຄົນທີສອງຂອງຕຣີເອການຸພາບຜູ້ຊົງເຮັດໃຫ້ເປັນເໝືອນກັບມະນຸດ, ພຣະເຈົ້າໃນສະພາບມະນຸດຜູ້ຊື່ງຕອນນີ້ນັ່ງທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າພຣະບິດາໃນສະຫວັນ, ໃນຖານະມະນຸດຄົນໜຶ່ງທີ່ຊົງເກີດກັບຍິງພົມມະຈາລີຊື່ມາຣີ, ພຣະອົງຊົງເປັນພຣະເຈົ້າເປັນນິດ-ໂດຍບໍ່ມີຈຸດເລິ່ມຕົ້ນ ຫຼືຈຸດສິ້ນສຸດ, ພຣະບຸດນິລັນດອນຂອງພຣະເຈົ້າ, ທ່ານຈະຕ້ອນຮັບຫຍັງຖ້າທ່ານຫາກບໍ່ຍອມຮັບເລື່ອງນີ້? ພຣະອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດ, ເປັນຜູ້ດຽວທີ່ສາມາດຍົກເອົາຄວາມຜິດບາບຂອງທ່ານອອກໄປ ແລະຊ່ວຍທ່ານໃຫ້ລອດຈາກຄວາມບາບຕະຫຼອດເປັນນິດ!

ແຕ່ພວກທ່ານບໍ່ສາມາດຕ້ອນຮັບພຣະເຢຊູໄດ້ນອກຈາກທ່່ານຈະຕ້ອນຮັບເອົາພຣະອົງໃນຖານະກະສັດຂອງທ່ານ, ພຣະອົງຈະຕ້ອງປົກຄອງໃນຊີວິດຂອງທ່ານ, ພວກທ່ານ ຈະຕ້ອງມອບຊີວິດຂອງຕົນໃຫ້ພຣະອົງ,ທ່ານຈະຕ້ອງຍອມຈໍານົນຕໍ່ພຣະອົງ, ທ່ານຈະຕ້ອງ ມອບຕົວຂອງທ່ານເອງທັງກາຍແລະຈິດໃຈໃຫ້ພຣະອົງປົກຄອງ, ທ່ານຈະຕ້ອງຍອມຈໍານົນ ຕົວຂອງທ່ານຕໍ່ການຄວບຄຸມຂອງພຣະອົງ,ທ່ານຈະຕ້ອງຍອມຕໍ່ພຣະອົງ ແລະໃຫ້ພຣະອົງ ຢູ່ເໜືອຄວາມປາດຖະໜາຂອງຕົນ, ຄວາມຄິດຂອງຕົນ, ຄວາມຫວັງຂອງຕົນ ແລະຊີວິດ ຂອງຕົນເພື່ອໃຫ້ພຣະອົງຄວບຄຸມ, ທ່ານຈະຕ້ອງບໍ່ເວົ້າອີກວ່າ “ພວກເຮົາຈະຍອມໃຫ້ຊາຍ ຄົນນີ້ປົກຄອງເໜືອພວກເຮົາ” ຈອນເຄແກນໄດ້ຍິນຄໍາວ່າ “ຈົ່ງຍອມຕໍ່ພຣະຄຣິດ!ຈົ່ງຍອມ ພຣະຄຣິດ” ແຕ່ມັນເຮັດໃຫ້ລາວເຈັບປວດ, ລາວບໍ່ຕ້ອງການທີ່ຈະ “ຍອມຕໍ່ພຣະເຢຊູ”ລາວ ບໍ່ຕ້ອງການໃຫ້ພຣະເຢຊູຄວບຄຸມຊີວິດຂອງລາວ, ແຕ່ຈອນທຸກທໍລະມານຫຼາຍ “ພຣະເຢຊູຊົງຖືກຄຶງເພື່ອຂ້ອຍ...ແຕ່ຂ້ອຍຈະບໍ່ຍອມຈໍານົນຕໍ່ພຣະອົງ, ຄວາມຄິດນີ້ໄດ້ທຸບຂ້ອຍ...”ໃນວິນາທີນັ້ນຈອນກໍໄດ້ຍອມຕໍ່ພຣະເຢຊູ, ລາວເວົ້າວ່າ “ຂ້ອຍຕ້ອງຍອມໃຫ້ຕົວເອງຕາຍແລ້ວພຣະຄຣິດກໍໄດ້ມອບຊີວິດໃຫ້ຂ້ອຍ” ຈອຊເມເທສັນ(1842-1906)ກໍໄດ້ເວົ້າເຊັ່ນກັນ,ບົດເພງຂອງລາວຖືກເອີ້ນວ່າ “ຂ້າແດ່ພຣະເຈົ້າ ຂໍຊົງເຮັດໃຫ້ຂ້າເປັນຊະເລີຍ”

ຂ້າແດ່ພຣະເຈົ້າຂໍຊົງເຮັດໃຫ້ຂ້າເປັນຊະເລີຍແລ້ວຂ້າຈະເປັນອິດສະຫຼະ
ຂໍບັງຄັບໃຫ້ຂ້າມອບດາບຂອງຂ້າແລ້ວຂ້າຈະໄດ້ເປັນຜູ້ມີໄຊ
ຂ້າຈົມລົງໃນຄວາມຢ້ານແຫ່ງໂລກເມື່ອຕົວຂ້າເອງຍັງຢືນຢູ່
ຂໍຊົງກັກຂັງຂ້າດ້ວຍແຂນຂອງພຣະອົງແລ້ວແຂນຂອງຂ້າຈະເຂັ້ມແຂງ

ເພື່ອຮັບພຣະຄຣິດ,ທ່ານຈະຕ້ອງມີພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດແລະກະ ສັດຂອງທ່ານ,ທ່ານຈະຕ້ອງມອບຕົວທ່ານແກ່ພຣະອົງ, ເລື່ອງນີ້ຈະຕ້ອງເກີດຂຶ້ນກັບທ່ານ, ພຣະໂລຫິດອັນປະເສີດຂອງພຣະອົງໄດ້ຍ້າຍບາບຂອງທ່ານໄປແລ້ວບໍ? ທ່ານໄດ້ເຊື່ອວາງໃຈໃນພຣະໂລຫິດພຣະອົງແລ້ວບໍ? ພຣະໂລຫິດໄດ້ລ້າງທ່ານອອກຈາກຄວາມບາບຂອງທ່ານແລ້ວບໍ? ທ່ານໄດ້ຍອມມອບຕົວຂອງທ່ານແກ່ພຣະອົງໃນຖານະກະສັດຂອງທ່ານແລ້ວບໍ? ທ່ານຍັງບໍ່ໄດ້ຕ້ອນຮັບເອົາພຣະຄຣິດນອກຈາກວ່າທ່ານຈະຄວ້າພຣະອົງແລະປະ ກາດພຣະອົງວ່າເປັນຂອງທ່ານເອງ, ທີ່ຈະ“ຕ້ອນຮັບ”ພຣະອົງຄື “ເຊື່ອ”ພຣະອົງ-ຊື່ງຄືການວາງໃຈໃນພຣະອົງໃນຖານະພຣະຜູ້ຊ່ວຍຂອງທ່ານເອງແລະກະສັດຂອງທ່ານເອງ, ຄືກັບທີ່ນັກແຕ່ງເພງສັນລະເສີນໄດ້ກ່າວວ່າ “ຈົ່ງຈູບພຣະບຸດ ຢ້ານວ່າພຣະອົງຈະຊົງໂກດຮ້າຍແລະເຈົ້າຈະພິນາດ...ຄວາມສຸກເປັນຂອງທຸກຄົນຜູ້ວາງໃຈໃນພຣະອົງ” (ເພງສັນລະເສີນ 2:12), ຈົ່ງຈູບພຣະບຸດຂອງພຣະເຈົ້າ! ຈົ່ງຍອມຕໍ່ພຣະບຸດຂອງພຣະເຈົ້າ! ວາງໃຈໃນ ພຣະບຸດຂອງພຣະເຈົ້າ! ນັ້ນແຫຼະຄືຄວາມໝາຍທີ່ຈະ“ຕ້ອນຮັບ”ພຣະບຸດຂອງພຣະເຈົ້າ!

II. ສອງ ພວກເຮົາຮຽນເລື່ອງລິດເດດຂອງພຣະເຈົ້າທີ່ມອບໃຫ້ເຮົາເພື່ອຕ້ອນຮັບເອົາພຣະບຸດຂອງພຣະອົງ.

“ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ພຣະອົງຊົງປະທານອໍານາດໃຫ້ເປັນ ລູກຂອງພຣະເຈົ້າ...”

ຄໍາວ່າທີ່ແປ “ອໍານາດ”ແມ່ນ“exousia.” ເຈມີສັນ,ຟໍເຊັດກັບບຣາວໄດ້ເວົ້າວ່າ“ປະ ໂຫຍກນີ້ສະແດງຄວາມໝາຍ...ສິດອໍານາດ ແລະຄວາມສາມາດ,ທັງສອງຢ່າງລວມກັນ”(ໜ້າ 348) “ລູກຂອງພຣະເຈົ້າ”ດີກວ່່າແປເປັນ “ພວກລູກຂອງພຣະເຈົ້າ”( NKJV)ການ ຕ້ອນຮັບພຣະຄຣິດຄືການວາງຄວາມເຊື່ອຂອງທ່ານລົງໃນພຣະອົງແລະຍອມຈໍານົນຕໍ່ພຣະອົງ, ພວກທ່ານໄດ້ກາຍມາເປັນລູກຂອງພຣະເຈົ້າແນວໃດແດ່?ໂດຍການຕ້ອນຮັບເອົາພຣະເຢຊູຄຣິດ.

ຕອນທີ່ຂ້າພະເຈົ້າອາຍຸສອງປີພໍ່ຂອງຂ້າພະເຈົ້າກໍໄດ້ໜີປະ ແລະຂ້າພະເຈົ້າກໍບໍ່ເຄີຍໄດ້ຢູ່ກັບເພິ່ນອີກເລີຍ, ພໍຂ້າພະເຈົ້າໃຫຍ່ຂຶ້ນຂ້າພະເຈົ້າກໍຖືກຢອກໂດຍພວກທີ່ອາຍຸຫຼາຍກວ່າ, ພວກເຂົາຫົວຂວັນໃສ່ຂ້າພະເຈົ້າແລ້ວເວົ້າວ່າ “ໂຣເບີດບໍ່ມີພໍ່” ນັ້ນຄືຕອນທີ່ຂ້າພະເຈົ້າເລີ່ມເຊັ່ນຊື່ຂອງຕົວເອງວ່າ “ໂຣເບີດແອວ.ໄຮເມີ ຈູເນຍ”ຂ້າພະເຈົ້າຖືກຕັ້ງຊື່ຕາມຊື່ພໍ່ຂອງຕົນ, ຂ້າພະເຈົ້າໄດ້ໃສ່ “ຈູເນຍ”ຢູ່ຫຼັງຊື່ຂອງຕົນເພື່ອສະແດງໃຫ້ເຫັນວ່າຂ້າພະເຈົ້າກໍມີພໍ່ຄົນໜຶ່ງ, ຂ້າພະເຈົ້າເຮັດແບບນັ້ນຈົນທຸກມື້ນີ້, ຂ້າພະເຈົ້າຢາກໃຫ້ທຸກຄົນຮູ້ວ່າຕົນເອງກໍມີພໍ່! ແຕ່ມັນສໍາຄັນຫຼາຍກວ່ານັ້ນທີ່ມີພຣະເຈົ້າເປັນພຣະບິດາຂອງເຮົາ! ຜູ້ຊາຍທຸກຄົນທັງຜູ້ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ຕ້ອນຮັບເອົາພຣະເຢຊູກໍມີພຣະເຈົ້າເປັນພຣະບິດາຂອງພວກເຂົາ! ຖ້າຂ້າພະເຈົ້າຢືນຂື້ນຢູ່ນີ້່ແລ້ວບອກພວກທ່ານວ່າຂ້າພະເຈົ້າເປັນລູກຊາຍຂອງປະທາ ນາທິບໍດີແຫ່ງສະຫະລັດອາເມລິກາພວກທ່ານກໍຄົງຈະອິດສາຂ້າພະເຈົ້າ, ແຕ່ຂ້າພະເຈົ້າພູມໃຈກວ່າທີ່ຈະເວົ້າວ່າຂ້າພະເຈົ້າເປັນລູກຂອງພຣະເຈົ້າ, ຂ້າພະເຈົ້າໄດ້ຮັບເອົາພຣະຄຣິດ ແລະພຣະເຢຊູໄດ້ມອບສິດແລະອໍານາດໃຫ້ຂ້າພະເຈົ້າໄດ້ເປັນລູກຂອງພຣະເຈົ້າ, ລູກຂອງ ພຣະອົງຜູ້ຊົງຄອບຄອງໃນທົ່ວທຸກຈັກກະວານ!

ຂ້າເປັນລູກຂອງກະສັດ
ລູກຄົນໜຶ່ງຂອງກະສັດ
ໂດຍມີພຣະເຢຊູເປັນພຣະຜູ້ຊ່ວຍ
ຂ້າເປັນລູກຂອງກະສັດ
(“A Child of the King,” Harriet E. Buell, 1834-1910).

ຖ້າທ່ານຫາກເປັນລູກຂອງພຣະເຈົ້າ,ທ່ານກໍເປັນຄົນທີ່ຮັກໂດຍພຣະເຈົ້າ, ຖ້າທ່ານເປັນລູກຂອງພຣະເຈົ້າທ່ານກໍກ່ຽວພັນກັບພຣະອົງ “ໄດ້ຮັບສ່ວນໃນສະພາບຂອງພຣະອົງ” ຖ້າທ່ານເປັນລູກຂອງພຣະເຈົ້າທ່ານສາມາດມາຫາພຣະອົງທຸກເວລາໃນຕອນກາງຄືນແລະ ພຣະອົງຊົງຢູ່ບ່ອນນັ້ນເພື່ອຊ່ວຍທ່ານ ແລະນໍາທ່ານ, ຈອນເຄແກນມີພໍ່ທີ່ອັດສະຈັນ, ລາວມັກແນະນໍາພໍ່ທີ່ອັດສະຈັນຂອງຕົນເອງໂດຍການເວົ້າວ່າ “ພໍ່ຂອງຂ້ອຍມີໃບປະລິນຍາເອກສອງໃບ” ແຕ່ຂ້າພະເຈົ້າສາມາດເວົ້າເຖິງພໍ່ຂອງຕົນໄດ້ຫຼາຍກວ່ານັ້ນວ່າ! ພໍ່ທີ່ຢູ່ໃນໂລກຂອງຂ້ອຍບໍ່ໄດ້ຮຽນຈົບມັດທະຍົມ,ແຕ່ພຣະບິດາໃນສະຫວັນຂອງຂ້ອຍເປັນກະສັດແຫ່ງຈັກ ກະວານ!

ພຣະບິດາຂອງຂ້ອຍລວຍມີບ້ານຫຼາຍຫຼັງແລະດິນຫຼາຍຕອນ
ພຣະອົງຊົງຖືຄວາມລໍ່າລວຍຂອງໂລກໄວ້ໃນມືພຣະອົງ
ລວມທັງພວກເພັດນິນຈິນດາ, ເງິນແລະຄໍາ
ຫີບໃສ່ເງິນຂອງພຣະອົງເຕັມລົ້ນ,ຊົງລວຍເກີນຄໍາບັນຍາຍ
ຂ້າເປັນລູກຂອງກະສັດ ລູກຄົນໜຶ່ງຂອງກະສັດ
ໂດຍມີພຣະເຢຊູເປັນພຣະຜູ້ຊ່ວຍ ຂ້າເປັນລູກຂອງກະສັດ

ຂ້າພະເຈົ້າບໍ່ໄດ້ມີພໍ່ໃນໂລກທີ່ຈ່າຍຄ່າຮຽນຢູ່ວິທະຍາໄລຫຼືໂຮງຮຽນພຣະຄໍາພີ ຫຼືຊື້ລົດໃໝ່ໃຫ້, ແຕ່ຂ້າພະເຈົ້າມີພໍ່ທີ່ຢູ່ໃນສະຫວັນຜູ້ທີ່ “ຕອບສະໜອງທຸກຄວາມຕ້ອງການ(ຂອງຂ້າພະເຈົ້າ)ຕາມຄວາມຮັ່ງມີຂອງພຣະອົງໃນສະຫງ່າລາສີໂດຍພຣະເຢຊູຄຣິດ”(ຟີລິບປອຍ 4:19), ຂ້າພະເຈົ້າມີພຣະບິດາໃນສະຫວັນຜູ້ທີ່ປະທານພຣະສັນຍາທີ່ເຫຼືອເຊື່ອໃຫ້ຂ້າພະເຈົ້າວ່າ “ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ”(ຟີລິບປອຍ 4:13), ບັນດາສະຫງ່າລາສີ,ຄໍາສັນລະເສີນແລະກຽດຈົ່ງມີແດ່ພຣະບິດາແລະກະສັດຂອງຂ້າພະເຈົ້າຜູ້ຊົງເສີມກໍາລັງຂ້າພະເຈົ້າ ແລະຜູ້ຊົງປະທານທຸກຄວາມຕ້ອງການຂອງຂ້າພະເຈົ້າຕະຫຼອດຊີວິດຂອງຕົນ, ອີກແງ່ມຸມໜື່ງຂອງຊີວະປະຫວັດຂອງຂ້າພະເຈົ້າ ດຣ.ເຄແກນໄດ້ກ່າວວ່າ:

     ມັນຄືເລື່ອງລາວຂອງຊາຍຄົນໜຶ່ງຜູ້ຊື່ງສະດຸດ, ເຈັບຊໍ້າ ແລະອົກຫັກ,ແຕ່ກໍລຸກຂຶ້ນແລະເອົາຊະນະອຸປະສັກຍາກຕ່າງໆເພື່ອສະແດງໃຫ້ຜູ້ຄົນເຫັນ ວ່າພຣະເຢຊູຄຣິດເຈົ້າຊົງສາມາດຊ່ວຍພວກເຂົາໄດ້ເຊັ່ນກັນ!
     ລາວໃຫຍ່ມາໃນຄອບຄົວທີ່ແຕກແຍກຂອງຄົນຂີ້ເມົາທີ່ຜິດແຕ່ກັນ-ແຕ່ໄດ້ກາຍຜູ້ກະຕຸ້ນທີ່ໄດ້ປ່ຽນແປງຊີວິດຂອງຄົນເປັນພັນໆຄົນ, ລາວເຄີຍລົ້ມເຫຼວໃນວິທະຍາໄລ - ແຕ່ກໍຍັງສືບຕໍ່ຮຽນຈົນຈົບປະລິນຍາເອກສາມໃບແລະໄດ້ຂຽນໜັງສື 17 ເຫຼັ້ມ, ລາວພະຍາຍາມທີ່ຈະເປັນມິດຊັນນາຣີຄົນຕ່າງປະເທດ ແລະກໍລົ້ມເຫຼວ - ແຕ່ກໍກັບມາເປັນແຫຼ່ງແຫ່ງກໍາລັງໃຫ້ກັບຜູ້ຄົນທົ່ວໂລກ!
     ໃນຂະນະທີ່ຄົນອື່ນອາດຈະເລີກ, ດຣ.ໄຮເມີໄດ້ສ້າງຄຣິສຕະຈັກທີ່ອັດສະຈັນແຫ່ງໜື່ງຂຶ້ນ, ສ້າງຂຶ້ນດ້ວຍກຸ່ມຄົນທີ່ແຕກຕ່າງກັນຊາວກຸ່ມຢູ່ໃນໃຈກາງເມືອງລອສແອງເຈີລິສ ແລະງານຮັບໃຊ້ທີ່ປະກາດກັບຄົນຢູ່ທົ່ວທຸກມຸມໂລກ...
">     ມັນເປັນເລື່ອງລາວຊີວິດຂອງດຣ.ອາ.ແອວ.ໄຮເມີຈູເນຍ, ຊາຍຜູ້ທີ່ລຸກຂຶ້ນເພື່ອບັນລຸຄວາມເປັນໄປບໍ່ໄດ້-ຕໍ່ສູ້ຄວາມຢ້ານທຸກຢ່າງ, ຂ້າພະເຈົ້າ ຮູ້ເພາະຂ້າພະເຈົ້າໄດ້ເຮັດວຽກໃກ້ຊິດກັບເພິ່ນເປັນເວລາກວ່າສີ່ສິບປີແລ້ວ.
          - ດຣ.ຄຣິສໂຕເຟີແອວ.ເຄແກນ.

ຂ້ອຍເປັນລູກຂອງກະສັດ

ພວກຄົນໜຸ່ມ,ຈົ່ງວາງຄວາມເຊື່ອຂອງທ່ານແລ້ວວາງໃຈໃນພຣະເຢຊູຄຣິດ, ຕ້ອນ ຮັບພຣະຄຣິດແລ້ວພຣະອົງຈະຊົງມອບລິດອໍານາດໃຫ້ທ່ານໄດ້ກາຍມາເປັນລູກຊາຍ ແລະລູກສາວຂອງພຣະເຈົ້າ, ພຣະອົງຈະຊົງອວຍພອນຊີວິດຂອງທ່ານເໝືອນທີ່ຊົງອວຍພອນຂ້າພະເຈົ້າດ້ວຍບ້ານຫຼັງໃຫຍ່,ດ້ວຍການເປັນສິດຍາພິບານຄຣິສຕະຈັກທີ່ອັດສະຈັນ, ມີເມຍທີ່ອັດສະຈັນ,ລູກຊາຍສອງຄົນ ແລະຫຼານສາວທີ່ໜ້າຮັກສອງຄົນ,ຂ້ອຍເປັນລູກຂອງກະສັດ.

ຖ້າທ່ານຕ້ອນຮັບພຣະຄຣິດ ແລະມີຊີິວິດເພື່ອພຣະອົງ, ພຣະອົງຊົງສາມາດອວຍ ພອນຊີວິດຂອງທ່ານໃນຫົນທາງທີ່ຈະເຮັດໃຫ້ໂລກຕະລຶງ - ເພາະທ່ານເອງກໍເຊັ່ນກັນຈະໄດ້ເປັນລູກຂອງກະສັດ,ແລ້ວທ່ານກໍຈະສາມາດຮ້ອງເພງໄດ້ວ່າ:

ຂ້າເປັນລູກຂອງກະສັດ
ລູກຄົນໜຶ່ງຂອງກະສັດ
ໂດຍມີພຣະເຢຊູເປັນພຣະຜູ້ຊ່ວຍ
ຂ້າເປັນລູກຂອງກະສັດ

“ພຣະອົງໄດ້ສະເດັດມາຫາພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນ ບໍ່ໄດ້ຕ້ອນຮັບພຣະອົງ ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງພຣະອົງຊົງ ປະທານອໍານາດໃຫ້ເປັນລູກຂອງພຣະເຈົ້າຄື ຄົນທັງຫຼາຍທີ່ເຊື່ອໃນພຣະ ນາມຂອງພຣະອົງ ຊື່ງບໍ່ໄດ້ເກີດຈາກເລືອດ ຫຼືຄວາມປະສົງຂອງເນື້ອ ໜັງ ຫຼືຄວາມປະສົງຂອງມະນຸດ ແຕ່ເກີດຈາກພຣະເຈົ້າ”(ໂຢຮັນ 1:11-13)

III. ສາມ, ພວກເຮົາຮຽນຮູ້ເລື່ອງການເກີດໃໝ່ທີ່ພຣະເຈົ້າມອບໃຫ້ເຮົາເມື່ອພວກເຮົາຕ້ອນຮັບພຣະຄຣິດ.

“ຊື່ງບໍ່ໄດ້ເກີດຈາກເລືອດ ຫຼືຄວາມປະສົງຂອງເນື້ອໜັງ ຫຼືຄວາມປະສົງ ຂອງມະນຸດ ແຕ່ເກີດຈາກພຣະເຈົ້າ”(ໂຢຮັນ 1:11-13)

ຂ້າພະເຈົ້າຈະຕ້ອງຂໍເວົ້າໃນນີ້ວ່າໂຄງຮ່າງແລະພື້ນຖານຄວາມຄິດຂອງບົດເທດນີ້ຖືກຢືມມາຈາກ “ເຈົ້າຊາຍແຫ່ງພວກນັກເທດ” ຄືສະເປີໂຈນຜູ້ຍິ່ງໃຫຍ່

ທຸກຄົນທີ່ເຊື່ອວາງໃຈໃນພຣະເຢຊູເຈົ້າໄດ້ບັງເກີດໃໝ່, ພວກນັກສາສະໜາສາດບາງຄົນສົງໄສວ່າອັນໃດມາກ່ອນ-ຄວາມເຊື່ອຫຼືການບັງເກີດໃໝ່, ຂ້າພະເຈົ້າເຫັນດ້ວຍກັບສະເປີໂຈນ, ລາວບອກວ່າຄວາມເຊື່ອແລະການເກີດໃໝ່ “ຈະຕ້ອງເປັນເລື່ອງທີ່ໄປພ້ອມກັນ”ການເກີດໃໝ່ຄືຮູບແບບສາສະໜາສາດສໍາລັບການເກີດໃໝ່, ສະເປີໂຈນໄດ້ກ່າວວ່າ “ຖ້າຂ້າພະເຈົ້າຫາກເຊື່ອໃນພຣະເຢຊູຄຣິດ, ຂ້າພະເຈົ້າກໍບໍ່ຈໍາເປັນຕ້ອງຖາມວ່າຂ້ອຍໄດ້ບັງເກີດໃໝ່ແລ້ວ,ເພາະບໍ່ມີບຸກຄົນທີ່ບໍ່ໄດ້ບັງເກີດໃໝ່ໃດສາມາດເວົ້າໄດ້ວ່າເຊື່ອໃນພຣະເຢຊູຄຣິດເຈົ້າ ແລະຖ້າເກີດໃໝ່ແລ້ວຂ້າພະເຈົ້າຈະຕ້ອງເຊື່ອໃນພຣະເຢຊູ, ເພາະຄົນທີ່ບໍ່ເຮັດແບບນັ້ນກໍຊັດເຈນແລ້ວວ່າໄດ້ຕາຍໃນຄວາມບາບ...ການກະທໍາແຫ່ງຄວາມເຊື່ອສະແດງໃຫ້ເຫັນວ່າບຸກຄົນໜຶ່ງໄດ້ຮັບການເກີດໃໝ່ແລ້ວ”

ພວກເຮົາບໍ່ໄດ້ເກີດມາໃນຖານະຄຣິສຕຽນ, ຫຼືພວກເຮົາບໍ່ໄດ້ເກີດມາ “ຈາກຄວາມປະສົງຂອງມະນຸດ” ພວກຄຣິສຕຽນຜູ້ຍິ່ງໃຫຍ່ໃນໂລກບໍ່ສາມາດສ້າງເຮົາໃຫ້ເປັນຄົນໃໝ່ໄດ້ ພວກເຮົາບໍ່ໄດ້ເກີດໃໝ່ “ຈາກຄວາມປະສົງຂອງເນື້ອໜັງ” ບໍ່ແມ່ນໂດຍຄວາມຢາກຂອງເຮົາເອງ, ຄວາມຢາກຂອງມະນຸດບໍ່ມີຄວາມສາມາດສ້າງການເກີດໃໝ່ໄດ້, ພວກເຮົາຈະຕ້ອງເກີດໃໝ່ຈາກເບື້ອງເທິງ, ພຣະວິນຍານບໍລິສຸດຈະຕ້ອງເປັນພະລັງງານຊື່ງເຂົ້າມາໃນພວກເຮົາ ແລະເຮັດໃຫ້ພວກເຮົາເປັນຄົນທີ່ຖືກສ້າງໃໝ່.

ບ່ອນໃດທີ່ມີຄວາມເຊື່ອໃນພຣະເຢຊູບ່ອນນັ້ນມີຊີວິດໃໝ່, ບ່ອນໃດທີ່ບໍ່ມີຄວາມເຊື່ອບ່ອນນັ້ນບໍ່ມີຊີວິດ, ຖ້າທ່ານວາງໃຈເຊື່ອພຣະເຢຊູຄຣິດທ່ານກໍໄດ້ບັງເກີດໃໝ່ “ບໍ່ແມ່ນຈາກຄວາມປະສົງຂອງມະນຸດແຕ່ເກີດຈາກພຣະເຈົ້າ” ຂ້າພະເຈົ້າຈະຕ້ອງຖາມພວກທ່ານຄໍາຖາມນີ້ວ່າ- ພວກທ່ານໄດ້ຕ້ອນຮັບພຣະຄຣິດແລ້ວບໍ? ແມ່ນຫຼືບໍ່ແມ່ນ, ທ່ານໄດ້ຮັບເອົາ ພຣະເຢຊູຄຣິດແລ້ວບໍ? ພວກທ່ານໄດ້ວາງໃຈໃນພຣະອົງເທົ່ານັ້ນບໍ? ທ່ານເວົ້າໄດ້ບໍ່ວ່າ:

ເທິງພຣະຄຣິດຜູ້ເປັນສີລາຂ້າຢືນຢູ່
ພື້ນອື່ນທຸກຢ່າງເປັນຊາຍທີ່ຈົ່ມລົງ

ທ່ານວາງໃຈໃນພຣະເຢຊູບໍ? ທ່ານໄດ້ຕ້ອນຮັບພຣະອົງຫຼືຫຍັງ? ຖ້າທ່ານຍັງບໍ່ໄດ້ຕ້ອນຮັບ ພຣະອົງ,ເປັນຫຍັງລະ? ມີອັນໃດຍາກຫຼາຍບໍໃນການຕ້ອນຮັບພຣະອົງ?ການເຊື່ອໃນຂ້າພະ ເຈົ້າຄືສິ່ງໜຶ່ງ, ແຕ່ການເຊື່ອໃນພຣະເຢຊູຄຣິດຄືອີກສິ່ງໜຶ່ງ,ທີ່ຈະເຊື່ອໃນພຣະອົງ ຄືວາງ ໃຈໃນພຣະອົງ, ການວາງໃຈໃນພຣະອົງກໍຄືການຕ້ອນຮັບເອົາພຣະອົງ.

ຖ້າດຣ.ເຄແກນຖາມທ່ານວ່າ “ທ່ານໄດ້ວາງໃຈໃນພຣະຄຣິດແລ້ວບໍ?” ພວກທ່ານຈະຕອບແນວໃດ? ທ່ານບໍ່ຈໍາເປັນຕ້ອງເຫັນພຣະອົງ,ທ່ານບໍ່ຈໍາເປັນຕ້ອງຮູ້ສຶກເຖິງພຣະອົງ, ພຽງແຕ່ຕ້ອງວາງໃຈໃນພຣະອົງເທົ່ານັ້ນ, ດຣ.ເຄແກນຈະບໍ່ພະຍາຍາມທີ່ຈະຫລອກທ່ານ, ລາວຕ້ອງການທີ່ຈະຜ່ານທ່ານ ແລະຂ້າພະເຈົ້າຕ້ອງການທີ່ຈະບັບຕິດສະມາທ່ານ, ພວກເຮົາຮັກທີ່ຈະເຫັນຜູ້ຄົນຄືກັບທ່ານວາງໃຈໃນພຣະເຢຊູ, ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່່າການລົງໂທດສໍາລັບບາບຂອງທ່ານ, ທ່ານຈະວາງໃຈໃນພຣະອົງບໍ? ພຣະເຢຊູຊົງຮັກທ່ານຢ່າງເລິກເຊິ່ງໃນຄືນນີ້, ທ່ານຈະວາງໃຈໃນພຣະອົງບໍ? ເປັນຫຍັງຈື່ງບໍ່ວາງໃຈໃນພຣະອົງດຽວນີ້ຄືນນີ້ເລີຍລະ? ທ່ານພັດເວົ້າວ່າ “ຂ້ອຍຢາກຈະວາງໃຈໃນພຣະອົງ” ແລ້ວເປັນຫຍັງຈື່ງບໍ່ເຮັດດຽວນີ້ລະ? ຢ່າແນມຫາຄວາມຮູ້ສຶກເດັດຂາດ, ຈົ່ງແນມເບິ່ງພຣະເຢຊູ, ຢ່າແນມເບິ່ງປະສົບການທີ່ຍິ່ງໃຫຍ່, ຈົ່ງແນມເບິ່ງພຣະເຢຊູ, ຢ່າແນມເບິ່ງພາຍໃນຂອງຕົວເອງ, ເພາະບໍ່ມີອັນໃດໃນຕົວທ່ານທີ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້, ຢ່າວາງໃຈໃນຄວາມຄິດຂອງຕົວເອງ, ຈົ່ງວາງໃຈໃນພຣະເຢຊູເອງ, ຕ້ອນຮັບພຣະອົງ ແລ້ວພຣະອົງຈະຊົງຮັບເອົາທ່ານ.

ເປັນຫຍັງບໍ່ແມ່ນດຽວນີ້?ເປັນຫຍັງບໍ່ແມ່ນດຽວນີ້?
ເປັນຫຍັງຈື່ງບໍ່ເຊື່ອວາງໃຈໃນພຣະຜູ້ຊ່ວຍດຽວນີ້?
ເປັນຫຍັງບໍ່ແມ່ນດຽວນີ້?ເປັນຫຍັງບໍ່ແມ່ນດຽວນີ້?
ເປັນຫຍັງຈື່ງບໍ່ເຊື່ອວາງໃຈໃນພຣະຜູ້ຊ່ວຍດຽວນີ້?

ໃນໂລກທ່ານລົ້ມເຫຼວທີ່ຈະພົບ
ສັນຕິສຸກສໍາລັບຄວາມທຸກໃຈ
ຈົ່ງມາຫາພຣະຄຣິດ,ຈົ່ງເຊື່ອໃນພຣະອົງ
ທ່ານຈະໄດ້ຮັບສັນຕິສຸກແລະການປອບໃຈ

ເປັນຫຍັງບໍ່ແມ່ນດຽວນີ້?ເປັນຫຍັງບໍ່ແມ່ນດຽວນີ້?
ເປັນຫຍັງຈື່ງບໍ່ເຊື່ອວາງໃຈໃນພຣະຜູ້ຊ່ວຍດຽວນີ້?
ເປັນຫຍັງບໍ່ແມ່ນດຽວນີ້?ເປັນຫຍັງບໍ່ແມ່ນດຽວນີ້?
ເປັນຫຍັງຈື່ງບໍ່ເຊື່ອວາງໃຈໃນພຣະຜູ້ຊ່ວຍດຽວນີ້?
(“Why Not Now?” by Daniel W. Whittle, 1840-1901;
     altered by the Pastor).

ມັນງ່າຍທີ່ຈະວາງໃຈເຊື່ອພຣະເຢຊູ, ຈົ່ງຟັງສິ່ງທີ່ເອມີຊາບາລາກາເວົ້າ “ຂ້ອຍກໍາລັງແນມຫາຄວາມຮູ້ສຶກ ຫຼືປະສົບການບາງຢ່າງເພື່ອຢືນຢັນຄວາມເຊື່ອຂອງຂ້ອຍ...ປະຕິ ເສດພຣະເຢຊູໂດຍບໍ່ສິ້ນສຸດ. ຂ້ອຍປ່ອຍໃຫ້ຕົວຂ້ອຍໄປ ແລ້ວລົ້ມລົງສູ່ພຣະຜູ້ຊ່ວຍໃຫ້ລອດຜູ້ກໍາລັງຖ້າຢູ່” ຈອນເຄແກນໄດ້ເວົ້າວ່າ “ບໍ່ມີການກະທໍາຫຼືຄວາມຢາກແຫ່ງຈິດໃຈຂອງຂ້ອຍເລີຍ, ແຕ່ດ້ວຍໃຈຂອງຂ້ອຍໄດ້ພັກລົງໃນພຣະຄຣິດ, ພຣະອົງຊົງຊ່ວຍຂ້ອຍ” ເອມີກັບຈອນໄດ້ວາງໃຈເຊື່ອໃນພຣະເຢຊູ, ພວກເຂົາໄດ້ຕ້ອນຮັບພຣະອົງ, ເທົ່ານັ້ນ! ຂ້າພະເຈົ້າຫວັງວ່າພວກທ່ານຈະວາງໃຈໃນພຣະເຢຊູເຊັ່ນກັນໃນຄືນນີ້, ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“A Child of the King” (Harriet E. Buell, 1834-1910).

ໂຄງຮ່າງບົດເທດສະໜາ

ບັນດາຄົນທີ່ຕ້ອນຮັບພຣະອົງ!

AS MANY AS RECEIVED HIM!

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ພຣະອົງຊົງປະທານອໍານາດໃຫ້ເປັນ ລູກຂອງພຣະເຈົ້າ ຄືຄົນທັງຫຼາຍທີ່ເຊື່ອໃນພຣະນາມຂອງພຣະອົງ” (ໂຢຮັນ 1:12)

(ໂຢຮັນ 2:24,25; ເຢເຣມີ 17:9; ໂຢຮັນ 3:1,2; 1:11-13; ເອຊາຢາ 53:3)

I.   ໜຶ່ງ ຂ້າພະເຈົ້າຈະອະທິບາຍວ່່າມັນໝາຍເຖິງຫຍັງທີ່ຈະຕ້ອນຮັບ ເອົາເອົາພຣະຄຣິດ.

II.  ສອງ ພວກເຮົາຮຽນເລື່ອງລິດເດດຂອງພຣະເຈົ້າທີ່ມອບໃຫ້ເຮົາ ເພື່ອຕ້ອນຮັບເອົາພຣະບຸດຂອງພຣະອົງ.

III. ສາມ, ພວກເຮົາໄດ້ຮູ້ເລື່ອງການເກີດໃໝ່ທີ່ພຣະເຈົ້າມອບໃຫ້ເຮົາເມື່ອພວກ ເຮົາຕ້ອນຮັບພຣະຄຣິດ.