Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ພິສູດສາມປະການກ່ຽວກັບການຄືນຈາກຕາຍຂອງພຣະຄຣິດ

THREE PROOFS OF CHRIST’S RESURRECTION
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 1/4/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 1, 2018

“ເພາະກະສັດກໍຮູ້ຈັກຂໍ້ຄວາມເຫລົ່ານີ້ດີແລ້ວ ຂ້ານ້ອຍຈຶ່ງກ້າກ່າວຕໍ່ໜ້າຂອງທ່ານ ເພາະຂ້ານ້ອຍເຊື່ອແນ່ນອນວ່າ ບໍ່ມີຈັກຢ່າງໃນບັນດາເຫດການເຫລົ່ານັ້ນທີ່ໄດ້ພົ້ນສາຍຕາຂອງທ່ານໄດ້ ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້” (ກິດຈະການ 26: 26)


ໃນໜັງສືກິດຈະການບົດທີ 26 ລູກາໄດ້ບັນທຶກການກັບໃຈຂອງໂປໂລເປັນເທື່ອທີ ສາມ, ເຫດຜົນທີ່ລູກາໄດ້ບັນທຶກສາມເທື່ອກໍເພື່ອໃຫ້ເຂົ້າໃຈງ່າຍ, ນອກຈາກການຕາຍແລະ ການຄືນພຣະຊົນຂອງພຣະຄຣິດກໍບໍ່ມີເຫດການໃດໃນປະຫວັດສາດຄຣິສຕຽນທີ່ສໍາຄັນຫຼາຍກວ່າການກັບໃຈຂອງອັກຄະສາວົກໂປໂລ.

ໂປໂລຖືກຈັບຍ້ອນລາວເທດວ່າ:

“...ເລື່ອງຂອງຄົນໜຶ່ງທີ່ຊື່ເຢຊູຊື່ງຕາຍແລ້ວແຕ່ໂປໂລຢືນຢັນວ່າຍັງມີຊີວິດຢູ່”(ກິດຈະການ 25:19)

ແລະຕອນນີ້ໂປໂລໄດ້ຢືນຂື້ນຕໍ່ໜ້າກະສັດອາກຣິບປາໂດຍທີ່ມືຂອງລາວຖືກມັດໃສ່ໂສ້ຢູ່, ກະສັດອາກຣິບປາກໍເປັນຄົນຢິວ, ດັ່ງນັ້ນໂປໂລຈື່ງປ້ອງກັນໃນສິ່ງທີ່ລາວໄດ້ເທດໃນເລື່ອງ ພື້ນຖານແຫ່ງຄໍາທໍານວາຍຂອງພຣະຄໍາພີເດີມເລື່ອງການຟື້ນຄືນຈາກຕາຍຂອງພຣະຄຣິດ, ໂປໂລໄດ້ປ້ອງກັນຕົນເອງເຊັ່ນກັນໂດຍການເວົ້າວ່າກະສັດອາກຣິບປາໄດ້ຮູ້ຈັກກ່ຽວກັບ ການຄຶງແລະການຟື້ນຄືນຂອງພຣະຄຣິດແລ້ວ, ການຄຶງແລະການຟື້ນຄືນຈາກຕາຍໄດ້ ເກີດຂຶ້ນເກືອບສາມສິບປີກ່ອນໜ້ານີ້ແລ້ວ, ພວກຢິວທຸກຄົນຮູ້ຈັກເລື່ອງນີ້ດີລວມທັງກະສັດ ອາກຣິບປາດ້ວຍ, ດັ່ງນັ້ນໂປໂລຈື່ງກ່າວວ່າ:

“...ກະສັດກໍຮູ້ຈັກຂໍ້ຄວາມເຫລົ່ານີ້ດີແລ້ວ ຂ້ານ້ອຍຈຶ່ງກ້າກ່າວຕໍ່ໜ້າຂອງທ່ານ ເພາະຂ້ານ້ອຍເຊື່ອແນ່ນອນວ່າ ບໍ່ມີຈັກຢ່າງໃນບັນດາເຫດການເຫລົ່ານັ້ນທີ່ໄດ້ພົ້ນສາຍຕາຂອງທ່ານໄດ້ ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”(ກິດຈະການ 26:26)

“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”ນັ້ນຄືພາສາກຣີກສາມັນທີ່ອະທິບາຍເຖິງໃນສະໄໝ ນັ້ນ, ຄອມເມັ້ນເທຣີຂອງດຣ.ເກເບລິນໄດ້ກ່າວວ່່າ:

ການຮັບໃຊ້ຂອງພຣະເຢຊູເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນປາເລສໄຕແລະອາກຣິບປາກໍໜ້າຈະໄດ້ຍິນເລື່ອງນີ້,ການຕາຍແລະການຟື້ນຄືນຂອງພຣະ ເຢຊູຖືກພິສູດຢ່າງເຫຼືອເຊື່ອ ແລະຂ່າວປະເສີດຂອງຄຣິສຕຽນຕອນນີ້ກໍຖືກ ປະກາດໄປເປັນເວລາສາມທົດສະວັດແລ້ວ, ແນ່ນອນກະສັດກໍຮູ້ຈັກເລື່ອງ ເຫຼົ່ານີ້ດີ“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”( (The Expositor’s Bible Commentary, Frank E. Gaebelein, D.D., General Editor, Zondervan Publishing House, 1981, volume 9, p. 554; note on Acts 26:25-27).

ມີຫຼາຍຄົນໃນປະຈຸບັນນີ້ຄິດວ່າການຟື້ນຄືນມາຂອງພຣະຄຣິດເປັນເຫດການທີ່ເຂົ້າຍາກອັນໜຶ່ງທີ່ເປັນການຮູ້ຈັກພຽງແຕ່ໂດຍພວກຊາວປະມົງທີ່ບໍ່ມີຄວາມຮູ້ບໍ່ເທົ່າໃດຄົນ,ແຕ່ບໍ່ມີອັນໃດໄກກວ່າຄວາມຈິງ! ການຟື້ນຄືນມາໃໝ່ຂອງພຣະຄຣິດເປັນທີ່ຮູ້ຈັກໂດຍພວກຢິວ ທຸກຄົນໃນອິດສະຣາເອນ ແລະຖືກເວົ້າເຖິງທົ່ວໂລກຊາວໂຣມັນເປັນເວລາເກືອບສາມສິບປີ ມາແລ້ວ! ການຟື້ນຄືນມາໃໝ່ຂອງພຣະຄຣິດບໍ່ໄດ້ຖືກເກັບເປັນຄວາມລັບ!

“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”(ກິດຈະການ 26:26)

ດຣ.ເລັນຊະກີກ່າວວ່າ:

ທຸກຢ່າງທີ່ຖືກເວົ້າເຖິງກ່ຽວກັບພຣະເຢຊູຖືກເຜີຍແຜ່ໄປທົ່ວເມືອງຫຼວງ ແລະຊານເຮດຣິນ ແລະປີລາດ(ເຈົ້າເມືອງ)ກໍພົວພັນໄປນໍາ ແລະພຣະ ເຢຊູກໍຖືກເວົ້າເຖິງທົ່ວປະເທດຊື່ງຊື່ສຽງໄດ້ເລື່ອງລືໄປອ້ອມຮອບດິນແດນ ນັ້ນ, “ບໍ່ແມ່ນບ່ອນລັບລີ້...ບໍ່ແມ່ນເລື່ອງທີ່ເຂົ້າໃຈຍາກຈັກໜ້ອຍທີ່ບໍ່ມີໃຜຮູ້ ຈັກຫຍັງເລີຍ,ແຕ່ສິ່ງນັ້ນຄືສິ່ງທີ່ຍິ່ງໃຫຍ່ ແລະສໍາຄັນຫຼາຍທີ່ສຸດ,ດັ່ງນັ້ນສາ ທາລະນະຊົນ ແລະໄກໄປຮອດ(ກະສັດ)ອາກຣິບປາກໍຖືກບັງຄັບໃຫ້ໃຫ້ ຄວາມສົນໃຈກ່ຽວກັບເລື່ອງກະສັດຢ່າງເຕັມທີ່(R. C. H. Lenski, D.D., The Interpretation of the Acts of the Apostles, Augsburg Publishing House, 1961 edition, p. 1053; note on Acts 26:26)

“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”(ກິດຈະການ 26:26)

ພວກສັດຕູຂອງພຣະຄຣິດມີສາມທົດສະວັດເພື່ອພິສູດວ່າພຣະອົງບໍ່ໄດ້ຟື້ນຂຶ້ນມາ ຈາກຄວາມຕາຍ, ແລະພວກເຂົາກໍລົ້ມເຫຼວ, ບໍ່ວ່າພວກເຂົາຈະພະຍາຍາມໜັກເທົ່າໃດ, ພວກສັດຕູກໍລົ້ມເຫຼວທີ່ຈະພິສູດວ່່່າພຣະເຢຊູຍັງຕາຍຢູ່ຫຼັງຈາກທີ່ພຣະອົງຖືກຄຶງແລ້ວ,ຕອນທີ່ໂປໂລເວົ້າຕໍ່ກະສັດອາກຣິບປາມິີພວກຢິວເປັນພັນໆຄົນມາຟັງ ແລະພວກຕ່າງຊາດເປັນ ໝື່ນໆຄົນໄດ້ຮັບການປະກາດວ່າ“ພຣະຄຣິດຊົງເປັນຂື້ນມາຈາກຄວາມຕາຍແລ້ວ”

ການຟື້ນຄືນຈາກຕາຍຂອງພຣະຄຣິດຄືຮາກຖານຂອງຊາວຄຣິສຕຽນ,ຖ້າຮ່າງກາຍຂອງພຣະເຢຊູບໍ່ໄດ້ເປັນຂຶ້ນມາຈາກອຸບໂມງ, ກໍບໍ່ຮາກຖານໃດເລີຍສໍາລັບຄວາມເຊື່ອຂອງ ຄຣິສຕຽນ, ອັກຄະສາວົກໂປໂລເອງໄດ້ກ່າວວ່າ:

“ຖ້າພຣະຄຣິດບໍ່ໄດ້ຊົງເປັນຂຶ້ນມາ ການເທດສະໜາຂອງເຮົານັ້ນກໍບໍ່ມີປະໂຫຍດ ທັງຄວາມເຊື່ອຂອງທ່ານທັງຫລາຍກໍບໍ່ມີປະໂຫຍດດ້ວຍເຊັ່ນ ກັນ(ບໍ່ມີຄ່າຫຍັງ)”(1 ໂກລິນໂທ 15:14)

ບໍ່ສົງໄສເລີຍທີ່ພວກສັດຕູຂອງພຣະຄຣິດໄດ້ພະຍາຍາມຢ່າງໜັກທີ່ຈະພິສູດໃຫ້ເຫັນວ່າການຟື້ນຄືນມາຂອງພຣະອົງບໍ່ຈິງ, ຂ້າພະເຈົ້າບໍ່ເຫັນດ້ວຍກັບເກຣັກລໍຣີ່ໃນຫຼາຍເລື່ອງ, ແຕ່ຂ້າ ພະເຈົ້າເຫັນດ້ວຍກັບລາວໃນເລື່ອງການຟື້ນຄືນພຣະຊົນຂອງພຣະຄຣິດ, ເກຣັກລໍຣີ່ໄດ້ ບອກເຫດຜົນສາມປະການທີ່ວ່່າເປັນຫຍັງພວກສັດຕູຂອງພຣະຄຣິດຈື່ງລົ້ມເຫຼວ-ຫຼັກຖາານ ສາມຢ່າງສໍາລັບການຟື້ນຄືນມາຈາກຄວາມຕາຍຂອງພຣະຢຊູຄຣິດ(Greg Laurie, Why the Resurrection? Tyndale House Publishers, 2004, pp. 13-24) ຂ້າພະເຈົ້າຈະຂໍແປ ຄວາມໝາຍໃຫ້ແຈ່ມແຈ້ງຂຶ້ນກວ່າເກົ່າ.

“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”(ກິດຈະການ 26:26)

I. ໜຶ່ງ ອຸບໂມງທີ່ວ່າງເປົ່າ.

ຂໍ້ພິສູດປະການທໍາອິດຂອງການຟື້ນຄືນຈາກຄວາມຕາຍຂອງພຣະເຢຊູຄືືອຸບໂມງທີ່ວ່່າງເປົ່າ, ຄວາມຈິງທີ່ວ່າອຸບໂມງວ່າງເປົ່າໃນວັນທີທີ່ສາມຫຼັງຈາກທີ່ພຣະອົງຕາຍຄືໜຶ່ງໃນ ຂໍ້ພິສູດທີ່ຍິ່ງໃຫຍ່ເຖິງການຟື້ນຄືນມາໃໝ່ຂອງພຣະຄຣິດ, ຜູ້ຂຽນຂ່າວປະເສີດທັງສີ່ຄົນທັງ ໝົດເຫັນດີນໍາກັນວ່າອຸບໂມງຂອງພຣະຄຣິດວ່າງເປົ່າສາມມື້ຫຼັງຈາກທີ່ພຣະອົງຊົງຕາຍ,ພະຍານຄົນອື່ນໆອີກຫຼາຍຄົນຢືນຢັນຄວາມຈິງເລື່ອງອຸບໂມງທີ່ວ່າງເປົ່າ.

ພວກຜູ້ໃຫຍ່ໂຈມຕີການຟື້ນຄືນຂອງພຣະຄຣິດວ່າມີບາງຄົນມາລັກເອົາພຣະສົບ ຂອງພຣະເຢຊູໄປ, ພວກປະໂລຫິດໃຫຍ່:

“...ກໍແຈກເງີນເປັນຈຳນວນຫລາຍໃຫ້ແກ່ພວກທະຫານສັ່ງວ່າ "ພວກເຈົ້າຈົ່ງເວົ້າວ່າ`ພວກສາວົກຂອງລາວມາລັກເອົາສົບໄປໃນເວລາກາງຄືນ ໃນຂະນະທີ່ພວກເຮົານອນຫລັບຢູ່'.... ພວກທະຫານຈຶ່ງຍອມຮັບເງີນ ແລະເຮັດຕາມທີ່ຖືກສອນມາ ແລະຄວາມນີ້ກໍເລື່ອງລືໄປໃນບັນດາພວກຍິວຈົນທຸກວັນນີ້”(ມັດທາຍ 28:12-15

ແຕ່ການຖົກຖຽງນີ້ບໍ່ໄດ້ໂນ້ມນ້າວຜູ້ຄົນຫຼາຍເລີຍ, ສາມັນສໍານຶກຈະບອກທ່ານວ່າ ພວກສາວົກບໍ່ໄດ້ລັກສົບຂອງພຣະອົງໄປແລະເຮັດຄືວ່່າພຣະອົງຟື້ນຄືນມາ, ສາມວັນກ່ອນ ໜ້ານີ້ພວກສາວົກພາກັນໜີເອົາຊີວິດລອດຕອນທີ່ພຣະຄຣິດຖືກຈັບ ແລະຖືກຄຶງ,ມັນຄ່ອນ ຂ້າງເປັນໄປບໍ່ໄດ້ທີ່ຄົນຂີ້ຢ້ານເຫຼົ່ານີ້ຈະມີຄວາມກ້າພໍທີ່ຈະລັກສົບຂອງພຣະເຢຊູ - ແລ້ວກໍ ເລິ່ມກ້າທີ່ຈະເທດສະໜາວ່າພຣະອົງຊົງຟື້ນຄືນມາຈາກຄວາມຕາຍ-ໃນການສ່ຽງຊີວິດຂອງ ພວກເຂົາ! ບໍ່ ນັ້ນແມ່ນການຖົກຖຽງທີ່ເປັນໄປບໍ່ໄດ້ສຸດໆ! ຄວາມຈິງກໍຄືມັນຂັດແຍ້ງກັນ, ພວກສາວົກກໍາລັງລີ້ຢູ່ໃນຫ້ອງດ້ວຍການລັອກປະຕູ“ເພາະຢ້ານພວກຢິວ”(ໂຢຮັນ 20:19) ພວກເຂົາຢູ່ໃນອາການຕົກໃຈ, ພວກເຂົາບໍ່ເຊື່ອວ່າພຣະອົງຈະຟື້ນຂື້ນມາອີກ, ພວກສາວົກ ຂອງພຣະເຢຊູບໍ່ມີຈັກຄົນທີ່ມີຄວາມເຊື່ອ ແລະກ້າທີ່ຈະທ້າທາຍລັດຖະບານໂຣມທີ່ມີອໍາ ນາດ ແລະລັກເອົາສົບຂອງພຣະເຢຊູໄດ້, ນັ້ນຄືຄວາມຈິງກ່ຽວກັບຈິດຕະວິທະຍາທີ່ບໍ່ສາ ມາດເບິ່ງຂ້າມໄດ້.

ພວກທີ່ສົງໄສທີ່ສາມາດລັກເອົາພຣະສົບຂອງພຣະຄຣິດໄປໄດ້ກໍຄືພວກສັດຕູຂອງ ພຣະອົງ, ບັນຫາທີ່ເກີດຂຶ້ນກັບທິດສະດີນີ້ກໍຄືພວກສັດຕູຂອງພຣະຄຣິດບໍ່ມີແຮງຈູງໃຈໃດທີ່ ຈະປຸ້ນຫລຸມຝັງສົບຂອງພຣະອົງ, ພວກປະໂລຫິດໃຫຍ່ ແລະພວກຜູ້ນໍາສາສະໜາອື່ນໆໄດ້ ມອບພຣະຄຣິດຈົນເຖິງຄວາມຕາຍຍ້ອນພຣະອົງໄດ້ຂົ່ມຂູ່ລະບົບສາສະໜາ ແລະວິທີຊີວິດ ຂອງພວກເຂົາ, ສິ່ງສຸດທ້າຍທີ່ຄົນເຫຼົ່ານີ້ຕ້ອງການກໍຄືເພື່ອທີ່ຜູ້ຄົນຈະຄິດວ່່່າພຣະຄຣິດມີຊີ ວິດອີກ! ນັ້ນແຫຼະທີ່ວ່າເປັນຫຍັງພວກຜູ້ນໍາສາສະໜາຈື່ງພະຍາຍາມຢ່າງສຸດຂີດທີ່ຈະກໍາ ຈັດການປາກົດຕົວແຫ່ງການຟື້ນຄືນພຣະຊົນຂອງພຣະອົງ,ຂ່າວປະເສີດມັດທາຍບອກພວກ ເຮົາວ່າພວກເຂົາໄດ້ໄປຫາເຈົ້າເມືອງຊາວໂຣມັນຄືປອນທິອັດປີລາດເພື່ອ:

“ຮຽນວ່າ "ທ່ານ ພວກຂ້າພະເຈົ້າຈື່ໄດ້ວ່າ ຄົນລໍ້ລວງຜູ້ນັ້ນ ເມື່ອລາວຍັງມີຊີວິດຢູ່ໄດ້ເວົ້າວ່າ `ຫຼັງຈາກສາມວັນແລ້ວເຮົາຈະເປັນຂຶ້ນມາໃໝ່' ເຫດສະນັ້ນ ຂໍຈົ່ງສັ່ງສັ່ງເຝົ້າອຸບໂມງໃຫ້ແຂງແຮງຈົນເຖິງວັນທີ່ສາມ ຢ້ານວ່າສາວົກຂອງລາວຈະມາໃນຕອນກາງຄືນ ແລະລັກເອົາສົບໄປ ແລ້ວຈະປະກາດແກ່ປະຊາຊົນວ່າ ລາວເປັນຂຶ້ນມາຈາກຄວາມຕາຍແລ້ວ ແລະການຫລອກລວງເທື່ອນີ້ຈະຮ້າຍແຮງຍິ່ງກວ່າເທື່ອກ່ອນອີກ"”(ມັດທາຍ 27:63-64)

ປີລາດບອກພວກເຂົາໃຫ້ພາທະຫານຍາມໄປ ແລະເຮັດອຸບໂມງ “ໃຫ້ໝັ້ນຄົງເທົ່າທີ່ຈະເຮັດ ໄດ້”-ວາງທະຫານຍາມອຸບໂມງແລະປ້ອງກັນໃຫ້ດີທີ່ສຸດເທົ່າທີ່ເປັນໄປໄດ້(ມັດທາຍ27:65), ດັ່ງນັ້ນພວກເຂົາຈື່ງປະທັບກາ ແລ້ວວາງພວກທະຫານໄວ້ປ້ອງກັນມັນ(ມັດທາຍ 27:66), ໜ້າແປກທີ່ເບິ່ງຄືວ່າພວກປະໂລຫິດໃຫຍ່ ແລະພວກຜູ້ນໍາສາສະໜາເຫຼົ່ານີ້ມີຄວາມໝັ້ນໃຈ ໃນການຟື້ນຄືນຂອງພຣະຄຣິດຫຼາຍກວ່່າພວກສາວົກຂອງພຣະອົງເອງ!

ຄວາມຈິງກໍຄືວ່າພວກຜູ້ນໍາສາສະໜາໄດ້ໃຊ້ມາດຕະການທີ່ຮຸນແຮງເພື່ອບໍ່ໃຫ້ພຣະສົບຂອງພຣະຄຣິດຖືກລັກເອົາໄປ, ພວກເຂົາຕ້ອງການຈະພິສູດວ່າຄໍາສັນຍາຂອງພຣະ ຄຣິດທີ່ຈະຟື້ນຄືນມາຈາກຄວາມຕາຍເປັນເລື່ອງຂີ້ຕົວະ, ພວກຜູ້ນໍາສາສະໜາເຮັດທຸກຢ່າງ ທີ່ພວກເຂົາສາມາດເຮັດໄດ້ເພື່ອກໍາຈັດໂອກາດໃດໆຂອງເລື່ອງເລົ່າຕໍ່ໆໃຫ້ຜູ້ອື່ນຟັງວ່າພຣະຄຣິດຊົງຟື້ນຂື້ນມາຈາກຄວາມຕາຍ, ການລັກພຣະສົບໜ້າຈະເປັນສິ່ງສຸດທ້າຍທີ່ພວກສັດຕູ ຂອງພຣະອົງຈະພາກັນເຮັດ, ແຕ່ຖ້າພວກເຂົາຫາກລັກພຣະສົບໄປ, ບໍ່ສົງໄສເລີຍທີ່ພວກ ເຂົາຈະເອົາມາສະແດງເມື່ອພວກສາວົກເລີ່ມຕົ້ນເທດສະໜາການຟື້ນຄືນຂອງພຣະອົງ, ແຕ່ ພວກສັດຕູຂອງພຣະຄຣິດບໍ່ເຄີຍເອົາພຣະສົບຂອງພຣະອົງມາສະແດງເລີຍ,ເປັນຫຍັງລະ? ງ່າຍໆເລີຍກໍເພາະວ່່າພວກເຂົາບໍ່ມີສົບທີ່ຈະມາສະແດງ! ອຸບໂມງວ່າງເປົ່າ! ພຣະຄຣິດໄດ້ ຊົງເປັນຂື້ນມາຈາກຄວາມຕາຍແລ້ວ!

“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”(ກິດຈະການ 26:26)

ອຸບໂມງທີ່ວ່າງເປົ່າຄືຫຼັກຖານປະການທີໜຶ່ງຂອງການຟື້ນຄືນມາຈາກຄວາມຕາຍຂອງພຣະຄຣິດ, ແຕ່ຍັງມີອີກ!

II. ສອງ ຄໍາລາຍງານຈາກພວກພະຍານທີ່ເຫັນກັບຕາ.

ຕອນທີ່ພຣະເຢຊູຖືກຄຶງ,ພວກສາວົກຂອງພຣະອົງກໍໝົດຫວັງ, ຄວາມເຊື່ອຂອງ ພວກເຂົາຖືກທໍາລາຍລົງ, ພວກເຂົາບໍ່ມີຄວາມຫວັງຂອງການທີ່ຈະໄດ້ເຫັນພຣະອົງມີຊີວິດ ອີກຕໍ່ໄປ, ແລ້ວພຣະເຢຊູກໍມາ:

“ແລະຢືນຢູ່ຖ້າມກາງພວກເຂົາ ແລະກ່າວວ່າສັນຕິສຸກຈົ່ງດໍາລົງຢູ່ກັບທ່ານ ທັງຫຼາຍ”(ໂຢຮັນ 20:19)

ພວກສາວົກໄດ້ເຫັນພຣະອົງມີຊີວິດອີກເທື່ອໜຶ່ງ:

“ພຣະອົງໄດ້ຊົງສະແດງພຣະອົງເອງແກ່ຄົນພວກນັ້ນ ດ້ວຍຫລັກຖານຫລາຍຢ່າງ ຊົງປາກົດແກ່ເຂົາທັງຫລາຍເຖິງສີ່ສິບວັນ”(ກິດຈະການ 1:3)

ອັກຄະສາວົກໂປໂລໄດ້ກ່າວວ່າພຣະຄຣິດຜູ້ຊົງຟື້ນຂື້ນມາຊົງ

“ປາກົດແກ່ເຄຟາດ(ເປໂຕ) ແລ້ວແກ່ອັກຄະສາວົກສິບສອງຄົນ ພາຍຫລັງພຣະອົງຊົງປາກົດແກ່ພວກພີ່ນ້ອງກວ່າຫ້າຮ້ອຍຄົນໃນເທື່ອດຽວກັນ...ພາຍ ຫລັງພຣະອົງຊົງປາກົດແກ່ຢາໂກໂບ ແລ້ວແກ່ອັກຄະສາວົກທັງໝົດ ລ້າ ສຸດພຣະອົງຊົງປາກົດແກ່ຂ້າພະເຈົ້າດ້ວຍເຊັ່ນກັນ...”(1ໂກລິນໂທ 15:5-8)

ດຣ.ຈອນອາໄຣສ໌ໄດ້ກ່າວວ່າ:

ຈົ່ງພິຈາລະນາວ່າມັນຍິ່ງໃຫຍ່ແທ້ພຽງໃດທີ່ພວກພະຍານເປັນຮ້ອຍໆຄົນທີ່ໄດ້ເຫັນພຣະເຢຊູຫຼັງຈາກການຟື້ນຄືນຂອງພຣະອົງ, ບາງຄົນເຫັນແລ້ວ ເຫັນອີກໃນຊ່ວງໄລຍະເວລາສີ່ສິບວັນ(ກິດຈະການ 1:3),ກົດຂອງພຣະຄໍາ ພີກໍຄື “ມີພະຍານສອງສາມປາກຂື້ນໄປ” ຢູ່ນີ້ມີພະຍານເປັນຮ້ອຍໆຄົນ, ຫຼາຍຄົນຖືກລົງໂທດຈົນຕາຍຍ້ອນມີພະຍານສອງຫຼືສາມຄົນເຫັນ. ມີພຽງສິບສອງສຽງເທົ່ານັ້ນທີ່ຮຽກຮ້ອງໃຫ້ເຫັນດີກັບຄະນະກໍາມະ ການຕັດສິນຄະດີທີ່ສໍາຄັນ, ຢູ່ນີ້ພະຍານເປັນຮ້ອຍໆຄົນເຫັນດີວ່າພຣະເຢຊູ ຊົງຟື້ນຂື້ນມາຈາກຄວາມຕາຍແລ້ວ, ບໍ່ເຄີຍມີໃຜຈັກຄົນທີ່ປາກົດມາເພື່ອ ເວົ້າວ່າພວກເຂົາເຄີຍເຫັນສົບຂອງພຣະອົງຫຼັງຈາກວັນທີສາມ, ຫຼືມີຂໍ້ຂັດ ແຍ້ງໃດໆເລື່ອງພະຍານຫຼັກຖານ.
     ຄໍາພະຍານຂອງພະຍານເຫຼົ່ານັ້ນ-ທີ່ເຫັນກັບຕາ,ເປັນພະຍານວ່າເປັນ ຜູ້ໄດ້ຈັບພຣະຜູ້ຊ່ວຍ,ແຕະຕ້ອງພຣະອົງ,ສໍາພັດຮອຍຕະປູໃນມື ແລະຕີນ ພຣະອົງ, ເຫັນພຣະອົງກິນ, ສົນທະນາກັບພຣະອົງເປັນເວລາສິ່ສິບວັນ - ຄໍາພະຍານນັ້ນຄືຫຼັກຖານທີ່ເຂັ້ມແຂງກວ່າກໍລະນີຮຽກຮ້ອງໃດໆຕໍ່ໜ້າສານສູງສຸດຂອງສະຫະລັດອາເມລິກາ ຫຼືຕໍ່ໜ້າສານໃດໆໃນໂລກ...ຫຼັກຖານ ຄືສິ່ງທີ່ເຫຼືອເຊື່ອທີ່ມີພຽງຄົນບໍ່ຢາກຈະເຊື່ອ ແລະບໍ່ໄດ້ກວດເບິ່ງຫຼັກຖານ ເທົ່ານັ້ນທີ່ປະຕິເສດ,ບໍ່ສົງໄສທີ່ພຣະຄໍາພີປະກາດວ່່າພຣະເຢຊູ “ໄດ້ຊົງສະ ແດງພຣະອົງແກ່ຄົນພວກນັ້ນດ້ວຍຫຼັກຖານຫຼາຍຢ່າງ”(ກິດຈະການ 1:3)

“ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້”(ກິດຈະການ 26:26)

ອຸບໂມງທີ່ວ່າງເປົ່າ ແລະພະຍານທີ່ເຫັນກັບຕາເປັນຮ້ອຍໆຄົນຄືຂໍ້ພິສູດທີ່ເຂັ້ມແຂງຂອງ ການຟື້ນຄືນຂື້ນມາຈາກຕາາຍ,ແຕ່ກໍຍັງມີອີກ.

III. ສາມ ການສະຫຼະຊີວິດເພື່ອຄວາມເຊື່ອຂອງພວກອັກຄະສາວົກ.

ຖ້າການຟື້ນຄືນເປັນເລື່ອງຂີ້ຕົວະ ເປັນຫຍັງພວກຄະສາວົກສາວົກແຕ່ລະຄົນຈື່ງ ຕ້ອງປະສົບກັບຄວາມທຸກທໍລະມານຫຼາຍເພື່ອປະກາດເຖິງເລື່ອງນີ້, ພວກອັກຄະສາວົກບໍ່ ພຽງແຕ່ເທດສະໜາເລື່ອງການຟື້ນຂື້ນຂອງພຣະຄຣິດເທົ່ານັ້ນ, ແຕ່ພວກເຂົາຍັງພ້ອມທີ່ຈະ ຕາຍຫຼາຍກວ່າທີ່ຈະປະຕິເສດມັນ! ໃນຂະນະທີ່ພວກເຮົາອ່ານປະຫວັດສາດຄຣິສຕະຈັກ ພວກເຮົາກໍຄົ້ນພົບວ່າອັກຄະສາວົກແຕ່ລະຄົນ(ຍົກເວັ້ນໂຢຮັນ-ທີ່ຖືກທໍລະມານແລ້ວຖືກເນ ລະເທດ)ຕາຍດ້ວຍຄວາມຕາຍທີ່ໂຫດຮ້າຍໝົດເພາະພວກເຂົາເທດສະໜາພຣະຄຣິດຜູ້ຊົງ ເປັນຂຶ້ນມາຈາກຄວາມຕາຍ, ດຣ.ດີ.ເຈມສ໌ເຄນເນດີໄດ້ກ່າວວ່າ:

     ນີ້ແມ່ນຄວາມຈິງທີ່ສໍາຄັນຫຼາຍ,ໃນປະຫວັດສາດເລື່ອງຈິດຕະວິທະຍາບໍ່ເຄີຍມີຈັກເທື່ອທີ່ຄົນຜູ້ໜຶ່ງຈະຍອມມອບຊີວິດຂອງຕົນເອງເພື່ອສິ່ງທີ່ລາວຫຼືນາງຮູ້ດີວ່າມັນເປັນເລື່ອງຕົວະ, ຂ້າພະເຈົ້າເຄີຍສົງໄສຄືກັນວ່າເປັນຫຍັງ ພຣະເຈົ້າຈຶ່ງອະນຸຍາດໃຫ້ພວກອັກຄະສາວົກ ແລະພວກຄຣິສຕຽນຍຸກຕົ້ນ ປະສົບກັບຄວາມທຸກທໍລະມານແບບນັ້ນ,ຄວາມເປັນຕາຢ້ານ,ຄວາມທໍລະ ມານທີ່ບໍ່ໜ້າເຊື່ອ...ພວກເຮົາມີຄວາມສັດຊື່, ບຸກຄະລິກ,ຄວາມທຸກ ແລະ ຄວາມຕາຍຂອງພະຍານເຫຼົ່ານີ້, ສ່ວນຫຼາຍຖືກປະທັບກາຄໍາພະຍານຂອງ ເຂົາເຈົ້າດ້ວຍເລືອດຂອງພວກເຂົາ...ພໍລິດໂທໄດ້ກ່າວວ່າ “ມະນຸດຈະ ຍອມຕາຍເພື່ອສິ່ງທີ່ພວກເຂົາເຊື່ອວ່າຄືຄວາມຈິງ...ຢ່າງໃດກໍດີພວກເຂົາ ຈະບໍ່ຍອມຕາຍເພື່ອໃນສິ່ງທີ່ພວກເຂົາຮູ້ດີວ່າມັນເລື່ອງຂີ້ຕົວະ”( D. James Kennedy, Ph.D., Why I Believe, Thomas Nelson Publishers, 2005 edition, p. 47)

ພວກຜູ້ຊາຍເຫຼົ່ານີ້ຕາຍເພາະພວກເຂົາເວົ້າວ່າພວກເຂົາເປັນພະຍານເຖິງການຟື້ນຄືນຈາກຕາຍຂອງພຣະຄຣິດ:

ເປໂຕ-ຖືກຕີຢ່າງຮ້າຍແຮງແລະຕໍ່ມາຖືກຄຶງປີ້ນຫົວລົງລຸ່ມ.
  ອັນເດອາ-ຖືກຄຶງໃສ່ໄມ້ກາງແຂນກາກະບາດ.
    ຢາໂກໂບລູກຊາຍເສເບດີ-ຖືກຕັດຄໍ.
      ໂຢຮັນ-ຖືກໂຍນໃສ່ໝໍ້ນໍ້າມັນຮ້ອນແລ້ວຖືກເນລະເທດໄປຢູ່ເກາະປັດທະມໍ.
        ຟີລິບ -ຖືກຕີແລ້ວຖືກຄຶງໃສ່ໄມ້ກາງແຂນ.
          ບາຣະໂທໂລມິວ -ຖືກຫລອກໜັງທັງເປັນແລ້ວກໍຖືກຄຶງ.
            ມັດທາຍ -ຖືກຕັດຄໍ.
              ຢາໂກໂບ -ນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ-ຖືກໂຍນລົງມາຈາກຍອດ ວິຫານ ແລະຕໍ່ມາກໍຖືກຕີຈົນຕາຍ.
                ທັດເດອັດ -ຖືກຍິງດ້ວຍລູກທະນູຈົນຕາຍ.
                  ມາລະໂກ -ຖືກລາກໄປຈົນຕາຍ.
                    ໂປໂລ -ຖືກຕັດຄໍ.
                      ລູກາ -ຖືກຫ້ອຍໃສ່ຕົ້ນໝາກກອກ.
                        ໂທມາ -ຖືກແທງດ້ວຍຫອກ ແລະຖືກໂຍນລົງໃນແປວໄຟຂອງເຕົາອົບ.

(The New Foxe’s Book of Martyrs, Bridge-Logos Publishers,
   1997, pp. 5-10; Greg Laurie, Why the Resurrection?
   Tyndale House Publishers, 2004, pp. 19-20).

ຄົນເຫຼົ່ານີ້ໄດ້ປະສົບກັບຄວາມທຸກທໍລະມານທີ່ໂຫດຮ້າຍ ແລະຕາຍດ້ວຍຄວາມຕາຍທີ່ເປັນ ຕາຢ້ານຍ້ອນພວກເຂົາເວົ້າວ່າພຣະຄຣິດຊົງຟື້ນຂື້ນມາຈາກຕາຍ, ຄົນເຮົາຈະບໍ່ຍອມຕາຍ ເພື່ອສິ່ງທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ! ຄົນເຫຼົ່ານີ້ໄດ້ເຫັນພຣະຄຣິດຫຼັງຈາກທີ່ພຣະອົງຊົງ ຟື້ນຄືນມາຈາກຄວາມອຸບໂມງ! ນັ້ນແຫຼະທີ່ວ່າເປັນຫຍັງຄວາມທຸກທໍລະມານແລະຄວາມ ຕາຍບໍ່ສາມາດຢຸດຢັ້ງພວກເຂົາຈາກການປະກາດ“ພຣະຄຣິດຊົງເປັນຂື້ນມາຈາກຕາຍແລ້ວ”

ເປໂຕເບິ່ງແມ້ພຣະອົງຊົງຢູ່ເທິງຝັ່ງ
ກິນກັບພຣະອົງແຄມທະເລ
ພຣະເຢຊູຊົງກ່າວດ້ວຍປາກທີ່ເຄີຍຕາຍເທື່ອໜຶ່ງ
“ເປໂຕ ທ່ານຮັກເຮົາບໍ?”
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
ຫັກຄວາມແຂງແຫ່ງການເກາະແໜ້ນຂອງຄວາມຕາຍ
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
(“ມີຊີວິດອີກ” by Paul Rader, 1878-1938).

ພວກຄົນເຫຼົ່ານີ້ຖືກປ່ຽນແປງຈາກຄົນຂີ້ຢ້ານບໍ່ເຊື່ອສູ່ຜູ້ພີຊີວິດທີ່ບໍ່ຢ້ານຫຍັງ -ເພາະ ພວກເຂົາໄດ້ເຫັນພຣະຄຣິດຫຼັງຈາກທີ່ພຣະອົງຊົງເປັນຂຶ້ນມາຈາກຄວາມຕາຍ!

ໂທມັດເບິ່ງແມ້ພຣະອົງຊົງຢູ່ໃນຫ້ອງ
ເອີ້ນພຣະອົງວ່າພຣະເຈົ້າແລະອາຈານຂອງຕົນ
ຍື່ນນິ້ວມືຂອງຕົນອອກຈັບຮູ
ທີ່ຖືກຕະປູແລະດາບຕອກເຂົ້າໄປ
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
ຫັກຄວາມແຂງແຫ່ງການເກາະແໜ້ນຂອງຄວາມຕາຍ
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
(Paul Rader ເຫຼັ້ມດຽວກັນ)

ຂ້າພະເຈົ້າຫວັງວ່າຄຣິສຕະຈັກຂອງພວກເຮົາຈະຮຽນຮູ້ທີ່ຈະຮ້ອງເພງທີ່ຍິ່ງໃຫຍ່ຂອງພໍເຣ ເດີ! ຖ້າພວກທ່ານຂຽນມາຂໍກັບຂ້າພະເຈົ້າໆກໍຈະສົ່ງດົນຕີນີ້ໃຫ້ທ່ານ, ຈົ່ງຂຽນຫາດຣ.ອາ. ແອວ.ໄຮເມີ ຈູເນຍ, P.O. Box 15308, Los Angeles, CA 90015 - ແລ້ວຂໍດົນຕີສໍາລັບເພງ ຂອງ ພໍເຣເດີ “ມີຊີວິດອີກ”

ພວກເຮົາສາມາດປຽບທຽບຫຼັກຖານສໍາລັບການຟື້ນຄືນຂອງພຣະຄຣິດຫຼາຍກວ່ານີ້ອີກ,ແຕ່ມັນກໍຈະບໍ່ໂນ້ມນ້າວພວກທ່ານ, ບາງຄົນທີ່ເຫັນພຣະຄຣິດຫຼັງຈາກທີ່ພຣະອົງຊົງຟື້ນ ຂຶ້ນມາຈາກຄວາມຕາຍຍັງ“ສົງໄສ”ຢູ່(ມັດທາຍ 28:17),ພວກທ່ານຈະຕ້ອງມາຫາພຣະ ຄຣິດໂດຍຄວາມເຊື່ອ, ພຣະຄຣິດຜູ້ຊົງເປັນຢູ່ກ່ອນກໍາເນີິດມາໄດ້ກ່າວວ່າ:

“ເຈົ້າຈະສະແຫວງຫາເຮົາແລະພົບເຮົາ ເມື່ອເຈົ້າຈະສະແຫວງຫາເຮົາດ້ວຍ ສຸດໃຈຂອງເຈົ້າ”(ເຢເຣມີຢາ 29:13)

“ເພາະຄວາມເຊື່ອດ້ວຍໃຈກໍນໍາໄປສູ່ຄວາມຊອບທໍາ”(ໂຣມ 10:10)

ຂ້າພະເຈົ້າໄດ້ປະເຊີນໜ້າກັບພຣະຄຣິດຜູ້ຊົງເປັນຂຶ້ນໃນຕອນເຊົ້າເວລາ 10:30 ວັນທີ 28 ເດືອນກັນຍາປີ 1961 ຢູ່ຫ້ອງໂຖງຂອງວິທະຍາໄລໄບໂອລາ(ດຽວນີ້ເປັນມະ ຫາວິທະຍາໄລ)ຫຼັງຈາກທີ່ໄດ້ຟັງຄໍາເທດສະໜາຂອງດຣ.ຊາລສ໌ເຈ.ວູດບຣິດ ຜູ້ທີ່ໄດ້ອອກ ໄປຈາກໂຮງຮຽນສາສະໜາສາດຟູເລີໃນປີ 1957 ເພາະການເຂົ້າຮ່ວມຂອງພວກເສລີນິ ຍົມ(ເບິ່ງໜັງສືຂອງ see Harold Lindsell, Ph.D., The Battle for the Bible, Zondervan Publishing House, 1978 edition, p. 111) ແລະພວກທ່ານກໍສາມາດຮູ້ຈັກພຣະຄຣິດຜູ້ຊົງ ຟື້ນຄືນມາເຊັ່ນກັນ-ຖ້າທ່ານຫາກຕ້ອງການຮູ້ຈັກພຣະອົງພໍທີ່ຈະ “ພຽນທີ່ຈະເຂົ້າປະຕູແຄບ” (ລູກາ 13:24), ເມື່ອທ່ານມາຫາພຣະຄຣິດຄວາມບາບຂອງທ່ານກໍຖືກໄຖ່ ແລະຖືກຊໍາລະ ໂດຍພຣະໂລຫິດຂອງພຣະອົງ-ແລະທ່ານກໍໄດ້ບັງເກີດໃໝ່ໂດຍການຟື້ນຄືນຈາກຕາຍຂອງ ພຣະອົງ, ມັນຄືຄໍາອະທິຖານຂອງຂ້າພະເຈົ້າທີ່ວ່າພວກທ່ານຈະມາຫາພຣະຄຣິດໄວໆນີ້! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“In Christ Alone” (by Keith Getty and Stuart Townend, 2001).

ໂຄງຮ່າງບົດເທດສະໜາ

ຂໍ້ພິສູດສາມປະການກ່ຽວກັບການຄືນຈາກຕາຍຂອງພຣະຄຣິດ

THREE PROOFS OF CHRIST’S RESURRECTION

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ເພາະກະສັດກໍຮູ້ຈັກຂໍ້ຄວາມເຫລົ່ານີ້ດີແລ້ວ ຂ້ານ້ອຍຈຶ່ງກ້າກ່າວຕໍ່ໜ້າຂອງທ່ານ ເພາະຂ້ານ້ອຍເຊື່ອແນ່ນອນວ່າ ບໍ່ມີຈັກຢ່າງໃນບັນດາເຫດການເຫລົ່ານັ້ນທີ່ໄດ້ພົ້ນສາຍຕາຂອງທ່ານໄດ້ ເພາະສິ່ງນີ້ບໍ່ໄດ້ເຮັດກັນໃນບ່ອນລັບລີ້” (ກິດຈະການ 26: 26)

(ກິດຈະການ 25:19; 1 ໂກລິນໂທ 15:14)

I.   ໜຶ່ງ ອຸບໂມງທີ່ວ່າງເປົ່າ. ມັດທາຍ 28:12-15; ໂຢຮັນ 20:19; ມັດທາຍ 27:63-64, 65, 66.

II.  ສອງ ຄໍາລາຍງານຈາກພວກພະຍານທີ່ເຫັນກັບຕາ. ໂຢຮັນ 20:19; ກິດຈະການ 1:3; 1 ໂກລິນໂທ 15:5-8.

III. ສາມ ການສະຫຼະຊີວິດເພື່ອຄວາມເຊື່ອຂອງພວກອັກຄະສາວົກ. ມັດທາຍ 28:17; ເຢເຣມີຢາ 29:13; ໂຣມ 10:10; ລູກາ 13:24.