Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຕີ, ການດຶງ, ຄວາມອາຍ ແລະການຖົ່ມນໍ້າລາຍ

THE SMITING, PLUCKING, SHAME AND SPITTING
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 25/3/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 25, 2018

“ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ ຄົນທີ່ດຶງເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມ ອາຍ ແລະການຖົ່ມນໍ້າລາຍ”(ເອຊາຢາ 50:6)


ນີ້ແມ່ນຂໍ້ພຣະຄໍາທີສາມແຫ່ງຜູ້ຮັບໃຊ້ໃນໜັງສືເອຊາຢາທີ່ທໍານວາຍເຖິງຄວາມທຸກທໍລະມານຂອງພຣະຄຣິດໄດ້ຢ່າງສົມບູນແບບ, ມັນຄືຂໍ້ພຣະຄໍາພີຕໍ່ໄປນີ້ໃນຖ້າມກາງຂໍ້ ອື່ນໆທີ່ພຣະເຢຊູໄດ້ອ້າງອີງເຖິງເມື່ອພຣະອົງຊົງກ່າວຕໍ່ພວກສາວົກຂອງພຣະອົງວ່າ:

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວກ່າວກັບພວກເຂົາວ່າ"ເບິ່ງແມ້ ພວກເຮົາຈະຂຶ້ນໄປກຸງເຢຣູຊາເລັມ ແລະສິ່ງສາລະພັດຊຶ່ງພວກສາສະດາພະຍາກອນໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ດ້ວຍວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານ, ຖົ່ມນ້ຳລາຍຮົດທ່ານ, ເຂົາຈະຂ້ຽນຕີ ແລະຂ້າທ່ານເສຍແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່"” (ລູກາ 18:31-33)

ຄໍາທໍານວາຍທີ່ໂດດເດັ່ນຂອງເອຊາຢາ 50:6 ບໍ່ສາມາດເລັ່ງໃສ່ຜູ້ໃດໃດນອກຈາກພຣະເຢ ຊູ, ຄວາມຈິງມັນໄດ້ສໍາເລັດລົງໂດຍພຣະເຢຊູຄຣິດເຈົ້າ.

“ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມອາຍ ແລະການຖົ່ມ ນໍ້າລາຍ”(ເອຊາຢາ 50:6)

ຂ້າພະເຈົ້າຈະຂໍອະທິບາຍ,ຄວາມຈິງອັນຍິ່ງໃຫຍ່ສາມຢ່າງຈາກຂໍ້ພຣະຄໍາພີນີ້ໃນຄືນນີ້.

I. ໜຶ່ງພຣະເຢຊູຊົງ “ມອບ”ພຣະອົງຕໍ່ຄວາມເຈັບປວດເຫຼົ່ານັ້ນ!

ດຣ.ສະຕຣອງ(ໜ້າ 5414)ບອກພວກເຮົາວ່າພາສາຮິບຣູຄໍາວ່າ “nâthan” ໝາຍ ເຖິງ“ມອບ”ໃຫ້, ຄວາມຈິງແລ້ວພຣະເຢຊູຊົງ“ມອບ”ຫຼັງຂອງພຣະອົງໃຫ້ພວກທີ່ຕີ,ພຣະອົງ ຊົງ“ມອບ”ແກ້ມຂອງພຣະອົງໃຫ້ຄົນທີ່ດຶງໜວດເຄົາອອກ, ພຣະອົງຊົງ“ມອບ”ໃບໜ້າຂອງ ພຣະອົງຕໍ່“ຄວາມອາຍແລະການຖົ່ມນໍ້າລາຍ” ພຣະເຢຊູຊົງກ່າວວ່າ:

“ເຮົາສະລະຊີວິດຂອງເຮົາ... ມີຜູ້ໃດຍາດຊີງຊີວິດໄປຈາກເຮົາໄດ້ ແຕ່ເຮົາສະລະຊີວິດຂອງເຮົາເອງ”(ໂຢຮັນ 10:17-18)

ອີກເທື່ອໜຶ່ງຢູ່ໃນສວນເກັດເສມານີເມື່ອພວກເຂົາມາຈັບພຣະອົງ,ພຣະເຢຊູກ່າວຕໍ່ເປໂຕວ່າ:

“ທ່ານຄິດວ່າເຮົາຈະອະທິຖານຂໍພຣະບິດາຂອງເຮົາ ແລະໃນທັນໃດນັ້ນພຣະອົງຈະຊົງປະທານທູດສະຫວັນແກ່ເຮົາກວ່າສິບສອງກອງບໍ່ໄດ້ບໍ?ແຕ່ ຖ້າເປັນເຊັ່ນນັ້ນພຣະຄຳພີທີ່ເວົ້າວ່າ ຈຳເປັນຕ້ອງເປັນແບບນີ້ ຈະສຳເລັດໄດ້ແນວໃດ?”(ມັດທາຍ 26:53-54).

ແມ່ນແຕ່ຕອນທີ່ພວກທະຫານມາລາກພຣະອົງໄປ, ພຣະອົງຊົງສາມາດເອີ້ນພວກທູດສະ ຫວັນ 72,000 ອົງໃຫ້ມາປ້ອງກັນໄດ້, ແຕ່ພຣະອົງຊົງຕັ້ງໃຈປະຕິເສດທີ່ຈະເຮັດແບບນັ້ນ, ແມ່ນພຣະຜູ້ຊ່ວຍໄດ້ “ມອບ”ຫຼັງຂອງພຣະອົງ, ແກ້ມຂອງພຣະອງ ແລະໜ້າຂອງພຣະອົງ ໃຫ້ແກ່ພວກທີ່ຕີ, ພຣະອົງຊົງ“ມອບ”ພຣະອົງເອງຕໍ່ຄວາມທຸກທໍລະມານເຫຼົ່ານັ້ນເພື່ອເຮັດ ໃຫ້ພຣະປະສົງຂອງພຣະອົງສໍາລັບການເຂົ້າມາໃນໂລກນີ້ສໍາເລັດ, ເພື່ອຊ່ວຍຄົນຂອງພຣະ ອົງໃຫ້ລອດ,ເພື່ອໄຖ່ຄົນເຫຼົ່ານັ້ນທີ່ເຂົ້າມາຫາພຣະອົງ,ພຣະອົງຊົງ

“ປະທານພຣະອົງເອງເປັນຄ່າໄຖ່ສໍາລັບທຸກຄົນ”(1 ຕີໂມທຽວ 2:6)

ພຣະອົງຊົງ

“ໄດ້ຊົງປະທານພຣະອົງເອງເພາະບາບຂອງພວກເຮົາ ເພື່ອຊ່ວຍພວກ ເຮົາໃຫ້ພົ້ນຈາກຍຸກປະຈຸບັນອັນຊົ່ວຮ້າຍ”(ກາລາເຕຍ 1:4)

ພຣະອົງຊົງ

“ຜູ້ໄດ້ປະທານພຣະອົງເອງໃຫ້ແກ່ພວກເຮົາ ເພື່ອໄຖ່ທຸກຄົນໃຫ້ພົ້ນຈາກ ຄວາມຊົ່ວຊ້າທຸກຢ່າງ”(ຕີໂຕ 2:14)

ພຣະອົງຊົງກ່າວວ່າ:

“ເຮົາສະລະຊີວິດຂອງເຮົາ... ມີຜູ້ໃດຍາດຊີງຊີວິດໄປຈາກເຮົາໄດ້ ແຕ່ເຮົາສະລະຊີວິດຂອງເຮົາເອງ”(ໂຢຮັນ 10:17-18)

ພຣະອົງຊົງມອບພຣະອົງເອງເພື່ອໃຫ້ທຸກທໍລະມານ,ອາຍແລະຄຶງເພາະພຣະອົງຊົງຮັກທ່ານ ພຣະອົງຊົງ

“ຄວາມຮັກທີ່ຍິ່ງໃຫຍ່ກວ່ານີ້ບໍ່ມີແລ້ວຄືການທີ່ຜູ້ໃດໜຶ່ງຈະສະລະຊີວິດຂອງຕົນເພື່ອມິດສະຫາຍຂອງຕົນ”(ໂຢຮັນ 15:13)

ພຣະເຢຊູໄດ້ສະເດັດລົງມາຈາກພຣະທີ່ນັ່ງແຫ່ງສະຫວັນເພື່ອຈຸດປະສົງນີ້: ເພື່ອ ມອບຊີວິດຂອງພຣະອົງໃຫ້ກັບຄວາມທຸກທໍລະມານ ແລະຄວາມອາຍເຫຼົ່ານັ້ນ ເພື່ອທີ່ພວກ ເຮົາຈະມີຊີວິດຢູ່!ໂອຊ່າງເປັນຄວາມຄິດທີ່ດີຫຼາຍ! ພຣະອົງຊົງກ່າວວ່າ: “ເຮົາມອບຫຼັງຂອງ ເຮົາໃຫ້ຄົນທີ່ຕີເພາະເຮົາຮັກທ່ານ, ເຮົາມອບແກ້ມຂອງເຮົາໃຫ້ຄົນເຫຼົ່ານັ້ນທີ່ດຶງໜວດເຄົາ ຂອງເຮົາອອກເພາະເຮົາຮູ້ດີວ່ານີ້ຄືຫົນທາງດຽວທີ່ເຮົາສາມາດໄຖ່ທ່ານໄດ້,ເຮົາໄດ້ມອບໜ້າ ຂອງເຮົາເພືື່ອຄວາມອາຍແລະການຖົ່ມນໍ້າລາຍເພື່ອຊ່ວຍໜ້າຂອງທ່ານຈາກຄວາມອາຍໃນການພິພາກສາຄັ້ງສຸດທ້າຍ” ພຣະອົງຊົງສະລະຊີວິດຂອງພຣະອົງໃຫ້ຢູ່ໃຕ້ຄວາມໂຫດຮ້າຍ ນັ້ນເພາະພຣະອົງຊົງຮັກພວກທ່ານ ແລະເປັນເພື່ອນຂອງທ່ານ! “ພຣະເຢຊູຊົງເປັນເພື່ອນ ຂອງຄົນບາບ” ຂໍເຊີນຢືນຂື້ນແລ້ວຮ້ອງເພງນີ້!

ພຣະເຢຊູເປັນເພື່ອນຂອງຄົນບາບ
ເພື່ອນຂອງຄົນບາບ ເພື່ອນຂອງຄົນບາບ
ພຣະເຢຊູເປັນເພື່ອນຂອງຄົນບາບ
ພຣະອົງຊົງສາມາດໃຫ້ທ່ານເປັນອິດສະລະໄດ້
(“ພຣະເຢຊູເປັນເພື່ອນຂອງຄົນບາບ” by John W. Peterson, 1921-2006).

“ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມອາຍ ແລະການຖົ່ມ ນໍ້າລາຍ”(ເອຊາຢາ 50:6)

II. ສອງພຣະເຢຊູຊົງ“ມອບ”ພຣະອົງເອງໃຫ້ກັບຄວາມທຸກທໍລະມານເຫຼົ່ານັ້ນເພື່ອຮັກສາ ຈິດວິນຍານແຫ່ງຄວາມບາບຂອງທ່ານ.

ພຣະອົງຊົງ“ມອບຫຼັງ[ຂອງພຣະອົງ]ໃຫ້ແກ່ຜູ້ທີ່ຕີ”ຢ່າຖືວ່າເປັນເລື່ອງເບົາພຣະຄໍາພີ ກ່າວວ່າ:

“ຂະນະນັ້ນປີລາດຈຶ່ງໃຫ້ເອົາພຣະເຢຊູໄປຕີ”(ໂຢຮັນ 19:1)

ສະເປີໂຈນໄດ້ກ່າວວ່າ:

ປີລາດເຈົ້າເມືອງໄດ້ມອບພຣະອົງໃຫ້ກັບການຕີທີ່ໂຫດຮ້າຍທີ່ສຸດ...ແສ້... ຖືກເຮັດຈາກເອັນຂອງງົວຜູ້...ໃນນັ້ນມີເລັບຂອງແກະທີ່ຄົດງໍ້ພ້ອມດ້ວຍເສດກະດູກ,ເພື່ອການຕີທຸກເທື່ອຈະມີປະສິດທິພາບທີ່ຈະຈີກລົງໄປໃນຊີ້ນ, ຊື່ງ ຖືກທໍາລາຍໂດຍການຕີທີ່ໂຫດຮ້າຍນັ້ນ, ການຕີຄືການລົງໂທດທີ່ໂດຍທົ່ວ ໄປແລ້ວໂຫດຮ້າຍກວ່າການຕາຍ, ຄວາມຈິງແລ້ວມີຫຼາຍຄົນຕາຍໃນຂະ ນະທີ່ຖືກຢູ່ນັ້ນ ຫຼືຫຼັງຈາກນັ້ນບໍ່ດົນ, ພຣະຜູ້ໄຖ່ຂອງພວກເຮົາໄດ້ມອບຫຼັງ ຂອງພຣະອົງໃຫ້ກັບພວກທີ່ຕີ ແລະ(ພວກເຂົາ)ໄດ້ເຮັດໃຫ້(ຮອຍແຜ)ເລິກ ລົງ, ໂອຊ່າງເປັນພາບແຫ່ງຄວາມເຈັບປວດ! ພວກເຮົາຈະທົນເບິ່ງໄດ້ ແນວໃດ? (C. H. Spurgeon, “The Shame and Spitting,” The Metropolitan Tabernacle Pulpit, Pilgrim Publications, 1972 reprint, volume XXV, p. 422)

“ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມອາຍ ແລະການຖົ່ມ ນໍ້າລາຍ”(ເອຊາຢາ 50:6)

ເປັນຫຍັງພຣະອົງຈື່ງເອົາຫຼັງຂອງພຣະອົງໃຫ້ກັບຜູ້ທີ່ຕີ,ພຣະເຢຊູ? ອີກເທື່ອໜຶ່ງຄືເອຊາຢາ ທີ່ເອົາຄໍາຕອບໃຫ້ພວກເຮົາ:

“ດ້ວຍຮອຍແສ້ຂອງພຣະອົງພວກເຮົາຈື່ງຖືກຮັກສາໃຫ້ດີ”(ເອຊາຢາ 53:5)

ດ້ວຍ “ຮອຍແສ້”ທາງຫຼັງຂອງພຣະອົງຈິດວິນຍານຂອງພວກເຮົາຈື່ງໄດ້ຮັບການຮັກສາຈາກ ຄວາມບາບ! ອັກຄະສາວົກເປໂຕໄດ້ເຮັດໃຫ້ຊັດເຈນຫຼາຍເມື່ອທ່ານກ່າວວ່າ:

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ ເພື່ອວ່າເຮົາທັງຫລາຍຊຶ່ງຕາຍຈາກບາບແລ້ວ ຈະໄດ້ດຳເນີນຊີວິດຕາມຄວາມຊອບທຳ ດ້ວຍຮອຍຂ້ຽນຂອງພຣະອົງ ທ່ານທັງຫລາຍຈຶ່ງໄດ້ຮັບການຮັກສາໃຫ້ຫາຍ”(1 ເປໂຕ 2:24)

ຈິດວິນຍານຂອງພວກເຮົາຊື່ງຖືກເສຍຫາຍ ແລະຖືກທໍາລາຍໂດຍຄວາມບາບສາມາດຮັບ ການຮັກສາໃຫ້ຫາຍດີໄດ້ໂດຍຮອຍແສ້ທີ່ພຣະເຢຊູຊົງຮັບເອົາ!

ຝູງຊົນກຸ່ມໃຫຍ່ໄດ້ມາຫາພຣະອົງໃນຂະນະທີ່ພຣະອົງຢູ່ທີ່ທະເລທິເບຣຽສ

“ແລະພຣະອົງຊົງຮັກສາພວກເຂົາໃຫ້ຫາຍດີທຸກຄົນ”(ມັດທາຍ 12:15)

ເໝືອນກັບທີ່ພຣະອົງຊົງຮັກສາພວກເຂົາ,ດັ່ງນັ້ນພຣະອົງຊົງສາມາດຮັກສາໃຈທີ່ບາບຂອງ ທ່ານໄດ້ “ເສື່ອມຊາມຢ່າງສິ້ນເຊີງ”(ເຢເຣມີ 17:9),ຊາລສ໌ເວສລີ ໃນເພງຄຣິສມາດອັນຍິ່ງ ໃຫຍ່ຂອງລາວ “ຈົ່ງຟັງເພງຂອງຝູງທູດສະຫວັນ”ເວົ້າວ່າພຣະຄຣິດ “ຟື້ນຄືນພ້ອມກັບການ ຮັກສາປີກຂອງພຣະອົງ...ເກີດມາເພື່ອຍົກພວກລູກແຫ່ງແຜ່ນດິນໂລກຂື້ນ,ເກີດມາເພື່ອເຂົາຈະໄດ້ບັງເກີດໃໝ່” ຈົ່ງມາຫາພຣະເຢຊູແລະຮອຍແຜບາບໃນຈິດວິນຍານຂອງທ່ານຈະໄດ້ ຮັບການຮັກສາໃຫ້ຫາຍດີໂດຍຮອຍແສ້ຂອງພຣະອົງແລ້ວທ່ານຈະໄດ້ບັງເກີດໃໝ່!

III. ສາມ, ພຣະເຢຊູຊົງ“ມອບ”ພຣະອົງເອງໃຫ້ກັບຄວາມທຸກທໍລະມານໃນ ຖານະຕົວແທນເພື່ອທ່ານຜູ້ເປັນຄົນບາບ!

“ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມອາຍ ແລະການຖົ່ມ ນໍ້າລາຍ”(ເອຊາຢາ 50:6)

ບໍ່ມີອັນໃດທີ່ຈະແຈ້ງກວ່ານີ້ແລ້ວ:

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງພວກເຮົາ,ທ່ານຟົກຊໍ້າເພາະ ຄວາມຊົ່ວຊ້າຂອງພວກເຮົາ ການຕີສອນແຫ່ງສັນຕິສຸຸກຂອງພວກເຮົາຖືກ ວາງລົງເທິງພຣະອົງ ແລະດ້ວຍຮອຍແສ້ຂອງພຣະອົງພວກເຮົາຈື່ງໄດ້ຮັບ ການຮັກສາໃຫ້ຫາຍດີ, ພວກເຮົາທຸກຄົນໄດ້ເຈີດໄປເໝືອນແກະ ພວກເຮົາ ຕ່າງຄົນຕ່່າງໄດ້ຫັນໄປຕາມທາງຂອງຕົນເອງ ແລະພຣະເຢໂຮວາຊົງວາງ ລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ”(ເອຊາຢາ 53: 5-6)

ພຣະເຢຊູຊົງປະສົບກັບຄວາມທຸກທໍລະມານທັງໝົດນີ້ໃນບ່ອນຂອງທ່ານ,ເພື່ອຊ່ວຍທ່ານໃຫ້ລອດຈາກການທໍລະມານແຫ່ງນາລົກ!

“ແລ້ວພວກເຂົາກໍຖົ່ມນ້ຳລາຍໃສ່ໜ້າຂອງພຣະອົງ ແລະຕີພຣະອົງ ແລະຄົນອື່ນເອົາຝ່າມືຕົບພຣະອົງ”(ມັດທາຍ 26:67)

“ບາງຄົນກໍເລີ່ມຖົ່ມນ້ຳລາຍໃສ່ພຣະອົງ, ປິດໜ້າພຣະອົງ, ຕີພຣະອົງ ແລ້ວເວົ້າກັບພຣະອົງວ່າ "ທໍານວາຍແມ້" ແລະພວກຄົນໃຊ້ກໍເອົາຝ່າມືຕົບພຣະອົງ”(ມາລະໂກ 14:65).

“ແລ້ວເຂົາກໍຖົ່ມນ້ຳລາຍໃສ່ພຣະອົງ ແລະເອົາໄມ້ອໍ້ນັ້ນຕີຫົວພຣະອົງ” (ມັດທາຍ 27:30)

“ແລ້ວເຂົາໄດ້ເອົາໄມ້ອໍ້ຕີຫົວພຣະອົງ ແລະໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລ້ວຄຸກເຂົ່າລົງນະມັດສະການພຣະອົງ”(ມາລະໂກ 15:19)

“ຝ່າຍຄົົນທີ່ຄຸມພຣະເຢຊູກໍເຍາະເຍີ້ຍຕີພຣະອົງ ແລະເມື່ອພວກເຂົາເອົາຜ້າປິດໜ້າຂອງພຣະອົງແລ້ວເຂົາຈຶ່ງຕົບໜ້າພຣະອົງ ຖາມພຣະອົງວ່າ ຈົ່ງທໍານວາຍເບິ່ງແມ້ວ່າໃຜຕົບເຈົ້າ ແລະເຂົາເວົ້າຄຳໝິ່ນປະໝາດແກ່ພຣະອົງອີກຫລາຍຢ່າງ”(ລູກາ 22:63-65).

“ຂະນະນັ້ນປີລາດຈຶ່ງໃຫ້ເອົາພຣະເຢຊູໄປຂ້ຽນຕີ” “ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມອາຍ ແລະການຖົ່ມ ນໍ້າລາຍ”(ເອຊາຢາ 50:6)

ໂຢເຊບຮາທເວົ້າໄດ້ດີວ່າ:

ຈົ່ງເບິ່ງພຣະເຢຊູຊົງຢືນອົດທົນພຽງໃດ
ຖືກດູຖູກໃນ(ບ່ອນທີ່ໂຫດຮ້າຍນີ້)
ພວກຄົນບາບໄດ້ມັດມືພຣະຜູ້ຊົງລິດ
ແລະຖົ່ມນໍ້າລາຍໃສ່ໜ້າຂອງພຣະຜູ້ສ້າງ
(“His Passion” by Joseph Hart, 1712-1768; altered by Dr. Hymers).

ພຣະເຢຊູຊົງປະສົບກັບຄວາມທຸກທໍລະມານນັ້ນທັງໝົດ, ແລ້ວພວກເຂົາກໍຕອກ ພຣະຫັດ ແລະພຣະບາດຂອງພຣະອົງໃສ່ໄມ້ກາງແຂນ! ພຣະອົງຊົງປະສົບກັບຄວາມ ໂຫດຮ້າຍ ແລະຄວາມເຈັບປວດນັ້ນໃນຖານະຜູ້ຮັບແທນຂອງທ່ານ, ພຣະອົງຊົງທຸຸກທໍລະ ມານ ແລະຕາຍເທິງໄມ້ກາງແຂນໃນບ່ອນຂອງທ່ານ,ເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ ແລະນໍາທ່ານໄປສູ່ພຣະເຈົ້າເພື່ອຮັກສາໃຫ້ຫາຍດີແລະຊໍາລະໃຫ້ສະອາດ!

“ພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ”(1 ເປໂຕ 3:18)

ດຣ.ໄອແຊັກວັດກ່າວວ່າ:

ຈົ່ງເບິ່ງຈາກຫົວ,ມືແລະພຣະບາດຂອງພຣະອົງ
ຄວາມໂສກເສົ້າ,ຄວາມຮັກໄດ້ຫຼັ່ງໄຫຼລົງມາ
ບໍ່ເຄີຍມີຄວາມຮັກໃດແລະໂສກເສົ້າໃດເທົ່ານີ້
ຫຼືມົງກຸດໜາມບັງຄັບໃສ່ຫຼາຍແທ້ໆ

ຄືຂອບເຂດແຫ່ງທໍາມະຊາດບາບທັງໝົດຂອງຂ້ອຍ
ທີ່ປະຈຸບັນມີຂະໜາດນ້ອຍເກີນໄປ
ຄວາມຮັກອັນອັດສະຈັນ,ອັດສະຈັນແທ້
ຮຽກຮ້ອງຈິດວິນຍານ,ຊີວິດ,ທຸກຢ່າງທີ່ເປັນຂອງຂ້າ
(“When I Survey the Wondrous Cross” by Isaac Watts, D.D., 1674-1748).

ແລະວິວລ່ຽມວິວລ່ຽມໄດ້ກ່າວວ່າ:

ນໍ້າໜັກແຫ່ງຄວາມຊົ່ວຂອງມະນຸດໜັກຫຼາຍ
ໄດ້ຖືກວາງລົງເທິງພຣະຜູ້ຊ່ວຍ
ພ້ອມກັບຄວາມຈິບຫາຍເຊັ່ນດຽວກັບເຄື່ອງນຸ່ງພຣະອົງ
ໄດ້ຖືກຈັດຕຽມໄວ້ສໍາລັບພວກຄົນບາບ
ໄດ້ຖືກຈັດຕຽມໄວ້ສໍາລັບພວກຄົນບາບ
   (“Love In Agony” by William Williams, 1759).

ເອມີຊາບາລາກາເກີດໃນຄຣິສຕະຈັກຂອງພວກເຮົາ,ລາວມານະມັດສະການທຸກໆ ເທື່ອ,ແຕ່ນັ້ນກໍບໍ່ໄດ້ເຮັດໃຫ້ລາວເປັນຄຣິສຕຽນເລີຍ, ນາງເປັນຄົນບາບໂດຍທໍາມະຊາດຄື ກັບທຸກຄົນ, ນາງມີບັນຫາກັບບາບຂອງຕົນເອງ, ແຕ່ມີມື້ໜຶ່ງນາງໄດ້ກ້າວອອກມາຂ້າງໜ້າ ຕອນຈົບຄໍາເທດສະໜາ, ນາງຄຸເຂົ່າລົງແລ້ວເຊື່ອວາງໃຈໃນພຣະຄຣິດ! ຈົ່ງຟັງໃນສິ່ງທີ່ ລາວເວົ້າ:

“ຄວາມບາບຂອງຂ້ອຍຢືດອອກໄປຄືກັບມະຫາສະໝຸດທີ່ບໍ່ມີກົ້ນ,ຂ້ອຍບໍ່ສາມາດຖືມັນອີກຕໍ່ໄປໄດ້,ຂ້ອຍຕ້ອງມີິພຣະຄຣິດ! ຂ້ອຍຕ້ອງມີິພຣະໂລຫິດ ຂອງພຣະອົງ!ຂ້ອຍຈື່ງຄຸເຂົ່າລົງແລ້ວວາງໃຈພຣະເຢຊູເອງ, ພຣະເຈົ້າໄດ້ ປໍ້າສູ້ຂ້ອຍໃຫ້ເປັນອິດສະລະຈາກຮູບເຄົາລົບຂອງຄວາມຮູ້ສຶກ, ໂລກຈິດ ແລະຄວາມປາດຖະໜາສໍາລັບຄວາມໝັ້ນຄົງ, ຂ້ອຍຈື່ງປ່ອຍໃຫ້ມັນໄປ ແລ້ວຊຸດລົງທີ່ມືຂອງພຣະຜູ້ຊ່ວຍ,ແທນທີ່ຄວາມຢ້ານຂອງການກັບໃຈໃໝ່ທີ່ຜິດໆຫຼືການຊອກຫາຕົວເອງ ແລະການກວດສອບຄວາມຮູ້ສຶກຂອງຂ້ອຍ ແບບທີ່ຂ້ອຍເຄີຍເຮັດເມື່ອກ່ອນ, ຂ້ອຍໄດ້ສະແຫວງຫາພຣະຄຣິດໂດຍ ຄວາມເຊື່ອ,ພຣະຄຣິດຜູ້ຊົງພຣະຊົນໄດ້ຊ່ວຍຂ້ອຍໃຫ້ລອດ, ພຣະອົງຊົງ ລ້າງບາບຂອງຂ້ອຍໃນພຣະໂລຫິດອັນປະເສີດຂອງພຣະອົງ, ພຣະອົງຊົງ ເອົາພາລະຂອງບາບອອກໄປ, ພຣະເຢຊູຊົງຮັບເອົາຄວາມໂກດຮ້າຍຂອງ ພຣະເຈົ້າທີ່ຄວນສົ່ງຂ້ອຍໄປນາລົກ,ພຣະອົງຊົງຍົກໂທດ ແລະອະໄພບາບ ທັງໝົດຂອງຂ້ອຍ, ບັນທຶກຂອງຂ້ອຍໄດ້ຮັບການຈໍາກາວ່າ“ບໍ່ມີຄວາມຜິດ” ດ້ວຍພຣະໂລຫິດຂອງພຣະອົງເອງ, ພຣະອົງຊົງເປັນທະນາຍຄວາມຂອງ ຂ້ອຍ,ຜູ້ໄຖ່ຂອງຂ້ອຍ,ວີລະບຸລຸດຂອງຂ້ອຍ ແລະພຣະເຈົ້າຂອງຂ້ອຍ! ຂ້ອຍສາມາດເວົ້າກັບອັກຄະສາວົກໂປໂລໄດ້ວ່າ “ຈົ່ງຂອບຄຸນພຣະເຈົ້າສໍາ ລັບຂອງປະທານອັນເຫຼືອຈະພັນລະນາໄດ້ຂອງພຣະອົງ-ຄືພຣະເຢຊູ”

ພຣະເຢຊູຄືຜູ້ຮັບແທນຂອງທ່ານ, ພຣະອົງຊົງຕາຍໃນບ່ອນຂອງທ່ານ-ເພື່ອຈ່າຍຄ່າ ຄວາມຜິດບາບຂອງທ່ານ, ສະເປີໂຈນຜູ້ຍິ່ງໃຫຍ່ໄດ້ກ່າວວ່າ“ຄົນອື່ນໆອາດຈະເທດສະໜາ ເລື່ອງອື່ນແຕ່ໃນຂະນະທີ່ຢູ່ໃນທໍາມາດນີ້ມັນກໍຈະດັງກ້ອງໄປດ້ວຍການເປັນຕົວແທນຂອງ ພຣະຄຣິດ! ”

ພຣະເຢຊູໄດ້ຈ່າຍໜີ້ບາບຂອງທ່ານແລ້ວໂດຍຄວາມທຸກທໍລະມານແລະຄວາມຕາຍເທິງໄມ້ກາງແຂນ! ຈົ່ງມາຫາພຣະເຢຊູແລ້ວພຣະອົງຈະຊົງຍົກໂທດບາບຂອງທ່ານ ແລະ ຊ່ວຍຈິດວິນຍານຂອງທ່ານໃຫ້ລອດ! ຂໍໃຫ້ທ່ານເວົ້າດ້ວຍສຸດໃຈຂອງທ່ານວ່າ:

ພຣະເຈົ້າຂ້າ ຂ້ານ້ອຍມາຫາ
ມາຫາພຣະອົງດຽວນີ້
ຂໍຊົງລ້າງ,ຊໍາລະຂ້າໃນພຣະໂລຫິດ
ທີ່ຫຼັ່ງລົງມາເທິງໄມ້ກາງແຂນ
(“I Am Coming, Lord” by Lewis Hartsough, 1828-1919).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“My Jesus, I Love Thee” (by William R. Featherstone, 1842-1878).

ໂຄງຮ່າງບົດເທດສະໜາ

ການຕີ, ການດຶງ, ຄວາມອາຍ ແລະການຖົ່ມນໍ້າລາຍ

THE SMITING, PLUCKING, SHAME AND SPITTING

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ຂ້າພະເຈົ້າມອບຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະມອບແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ລີ້ໜ້າຈາກຄວາມອາຍ ແລະການຖົ່ມ ນໍ້າລາຍ”(ເອຊາຢາ 50:6)

(ລູກາ 18:31-33)

I.    ໜຶ່ງພຣະເຢຊູຊົງ “ມອບ”ພຣະອົງຕໍ່ຄວາມເຈັບປວດເຫຼົ່ານັ້ນ! ໂຢຮັນ 10:17-18; ມັດທາຍ 26:53-54;
1 ຕີໂມທຽວ 2:6; ກາລາເຕຍ 1:4; ຕີໂຕ 2:14; ໂຢຮັນ 15:13.

II.   ສອງ ພຣະເຢຊູຊົງ“ມອບ”ພຣະອົງເອງໃຫ້ກັບຄວາມທຸກທໍລະມານເຫຼົ່ານັ້ນເພື່ອ
ຮັກສາຈິດວິນຍານແຫ່ງຄວາມບາບຂອງທ່ານ. ໂຢຮັນ 19:1; ເອຊາຢາ 53:5;
1 ເປໂຕ 2:24; ເຢເຣມີຢາ 17:9.

III.  ສາມ ພຣະເຢຊູຊົງ“ມອບ”ພຣະອົງເອງໃຫ້ກັບຄວາມທຸກທໍລະມານໃນ
ຖານະຕົວແທນເພື່ອທ່ານຜູ້ເປັນຄົນບາບ! ເອຊາຢາ 53:5-6; ມັດທາຍ 26:67;
ມາລະໂກ 14:65; ມັດທາຍ 27:30; ມາລະໂກ 15:19; ລູກາ 22:63-65; ໂຢຮັນ 19:1; 1 ເປໂຕ 3:18.