Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການທໍລະຍົດ ແລະການຖືກຈັບຂອງພຣະຄຣິດ

THE BETRAYAL AND ARREST OF CHRIST
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 25/2/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, February 25, 2018

“ທ່ານຄິດວ່າເຮົາຈະອະທິຖານຂໍພຣະພໍ່ຂອງເຮົາ ແລະໃນບັດດ໋ຽວນັ້ນພຣະອົງຈະຊົງປະທານທູດສະຫວັນແກ່ເຮົາກວ່າສິບສອງກອງບໍ່ໄດ້ບໍ?” (ມັດທາຍ 26:53)


ເມື່ອພຣະເຢຊູຊົງອະທິຖານເທື່ອທີ່ສາມໃນເກັດເສມານີແລ້ວ,ພຣະອົງກໍມາຫາພວກສາວົກທີ່ກໍາລັງນອນຫລັບຢູ່ແລ້ວກ່າວວ່າ:

“ລຸກຂຶ້ນໄປກັນເຖີດ ເບິ່ງເຖີດ ຜູ້ທີ່ຈະທໍລະຍົດເຮົາມາໃກ້ແລ້ວ” (ມັດທາຍ 26:46)

ຈາກນັ້ນຜ່ານທາງຄວາມມືດກໍມີຄົນກຸ່ມໃຫຍ່ຂອງພວກທະຫານກວ່າ 300 ຄົນເຂົ້າມາ,

“...ພວກທະຫານກັບເຈົ້າໜ້າທີ່ມາຈາກພວກປະໂລຫິດໃຫຍ່ ແລະພວກຟາຣິຊາຍ ຖືໂຄມຖືກະບອງ ແລະເຄື່ອງອາວຸດ(ມາ)ໄປບ່ອນນັ້ນ” (ໂຢຮັນ 18:3)

ຢູດາໄດ້ພາພວກເຂົາໄປບ່ອນນັ້ນເພາະລາວ

“ຮູ້ຈັກສວນນັ້ນ,ເພາະວ່າພຣະເຢຊູກັບພວກສາວົກຂອງພຣະອົງເຄີຍມາພົບກັນບ່ອນນັ້ນຕະຫຼອດ”(ໂຢຮັນ 18:2)

ຢູດາມາຫາພຣະເຢຊູແລ້ວຈູບພຣະອົງ, ສະນັ້ນຈື່ງເປັນການສັນຍານໃຫ້ພວກທະຫານຮູ້ວ່າ ພຣະເຢຊູຄືຜູ້ໃດ, ລາວທໍລະຍົດພຣະເຢຊູດ້ວຍການຈູບ.

ພຣະເຢຊູຊົງກ່າວຕໍ່ພວກທະຫານວ່າ “ພວກທ່ານກໍາລັງຊອກຫາໃຜ?”ພວກເຂົາຕອບວ່າ “ພຣະເຢຊູຊາວນາຊາເຣັດ” ພຣະເຢຊູຊົງຕອບວ່າ “ເຮົາຄືຜູ້ນັ້ນ” ພວກເຂົາກໍສະດຸ້ງຕົກໃຈ “ແລະລົ້ມລົງເທິງດິນ” ເມື່ອພຣະອົງຊົງກ່າວແບບນີ້, ນັ້ນສະແດງໃຫ້ເຫັນເຖິງລິດອໍານາດຂອງພຣະອົງໃນຖານະພຣະເຈົ້າພຣະບຸດ, ແລ້ວພຣະເຢຊູກ່າວວ່າ “ເຮົາບອກທ່ານແລ້ວວ່າເຮົາຄືຜູ້ນັ້ນ ເພາະສະນັ້ນຖ້າທ່ານສະແຫວງຫາເຮົາກໍຈົ່ງປ່ອຍຄົນເຫຼົ່ານີ້ໄປສາ”(ໂຢຮັນ 18:8)

ໃນວິນາທີນັ້ນເອງເປໂຕກໍຕື່ນຂຶ້ນ,ດຶງດາບຂອງຕົນອອກມາ ແລ້ວແກວ່ງອອກມາ, ຟາດດາບຂອງຕົນໃນຄວາມມືດຕັດຫູເບື້ອງຂວາຂອງຜູ້ຮັບໃຊ້ມະຫາປະໂລຫິດ, ພຣະເຢຊູ “ຊົງແຕະຕ້ອງໃບຫູຂອງຄົນນັ້ນແລະຮັກສາລາວ”(ລູກາ 22:51),ແລ້ວພຣະເຢຊູຊົງກ່າວຕໍ່ເປໂຕວ່າ:

“ຈົ່ງເອົາດາບຂອງທ່ານໃສ່ຝັກສາ ເພາະວ່າບັນດາຜູ້ຖືດາບຈະພິນາດເພາະດາບ ທ່ານຄິດວ່າເຮົາຈະອະທິຖານຂໍພຣະບິດາຂອງເຮົາ ແລະໃນບັດດຽວນັ້ນພຣະອົງຈະຊົງປະທານທູດສະຫວັນແກ່ເຮົາກວ່າສິບສອງກອງບໍ່ໄດ້ບໍ?”(ມັດທາຍ 26:52-53)

ຂ້າພະເຈົ້າໄດ້ດຶງບົດຮຽນທີ່ງ່າຍໆອອກມາສອງປະການ.

I. ໜຶ່ງ, ພຣະຄຣິດຊົງສາມາດຮ້ອງພວກທູດສະຫວັນເປັນພັນໆມາຊ່ວຍພຣະອົງໄດ້.

ກອງພົນທະຫານໂຣມັນມີຈໍານວນ 6,000 ຄົນ,ພຣະເຢຊູຊົງກ່າວວ່າພຣະອົງຊົງສາມາດຮ້ອງຫາພຣະເຈົ້າພຣະບິດາແລ້ວພຣະອົງຈະສົ່ງພວກທູດສະຫວັນ 12 ກອງພົນມາໃນຂະນະນັ້ນກໍໄດ້, ຖ້າພຣະອົງຫາກຕ້ອງການທີ່ຈະລອດຈາກນໍ້າມືຂອງພວກທະຫານເຫຼົ່ານັ້ນ,ພຣະອົງຊົງສາມາດຮ້ອງຫາພຣະເຈົ້າ ແລ້ວທູດສະຫວັນ 72,000 ກໍຈະມາ, ດຣ. ຈອນຈິລໄດ້ຊີ້ໃຫ້ເຫັນວ່າ “ທູດສະຫວັນອົງໜຶ່ງສາມາດຂ້າຄົນໜຶ່ງແສນແປດໝື່ນຫ້າພັນຄົນໃນຄືນດຽວໄດ້ 2 ກະສັດ 19:35, ດ້ວຍເຫດນີ້ພຣະຄຣິດຈື່ງບໍ່ມີຄວາມຢາກທີ່ຈະຖືກຊ່ວຍໃຫ້ພົ້ນຈາກຄວາມອັນຕະລາຍໃນປະຈຸບັນ, ພຣະອົງຊົງຢືນຢູ່ໃນບ່ອນທີ່ບໍ່ຕ້ອງການດາບຂອງເປໂຕ” (Dr. John Gill, An Exposition of the New Testament, The Baptist Standard Bearer, 1989 reprint, volume I, p. 340).

ຄໍາກ່າວແລະການກະທໍາຂອງພຣະຄຣິດສະແດງໃຫ້ເຫັນວ່າພຣະອົງຊົງເປັນຜູ້ຄວບຄຸມສະຖານະການທັງໝົດ, ເມື່ອພຣະອົງຊົງກ່າວວ່າ “ເຮົາຄືຜູ້ນັ້ນ”ພວກທະຫານໄດ້ຖອຍ ຫຼັງພາຍໃຕ້ລິດອໍານາດຂອງພຣະເຈົ້າ, ເມື່ອເປໂຕຕັດຫູຂອງມັລຄັສຄົນໃຊ້ຂອງປະໂລຫິດໃຫຍ່,ພຣະຄຣິດຊົງກະລຸນາຈັບຕ້ອງແຜແລ້ວຮັກສາໃຫ້ລາວ, ແລະຕອນນີ້ພຣະຄຣິດຊົງກ່າວກັບເປໂຕແບບໃຈເຢັນວ່າພຣະເຈົ້າຊົງສາມາດຊ່ວຍພຣະອົງໃຫ້ພົ້ນໄດ້ໂດຍອໍານາດຂອງພວກທູດສະຫວັນທີ່ເກັ່ງກ້າຖ້າພຣະອົງອະທິຖານຂໍການຊ່ວຍແບບນັ້ນ, ແຕ່ພຣະອົງບໍ່ໄດ້ອະທິຖານຂໍໃຫ້ຖືກຊ່ວຍໃຫ້ພົ້ນ.

ພວກເຂົາມັດມືຂອງພຣະເຢຊູຢູ່ໃນສວນບ່ອນທີ່ພຣະອົງອະທິຖານ,
ພວກເຂົາພາພຣະອົງໄປຕາມຖະໜົນດ້ວຍຄວາມອາຍ
ພວກເຂົາຖົ່ມນໍ້າລາຍໃສ່ພຣະຜູ້ໄຖ່,ຜູ້ຊົງບໍລິສຸດບໍ່ມີບາບ
ພຣະອົງຊົງສາມາດເອີ້ນທູດສະຫວັນເປັນໝື່ນມາ
ເພື່ອທໍາລາຍໂລກ ແລະປ່ອຍພຣະອົງເປັນອິດສະຫຼະ
ພຣະອົງຊົງສາມາດເອີ້ນທູດສະຫວັນເປັນໝື່ນມາ
ແຕ່ພຣະອົງຊົງຕາຍຜູ້ດຽວເພື່ອທ່ານກັບຂ້າ
(“Ten Thousand Angels,” Ray Overholt, 1959).

II. ສອງ ພຣະຄຣິດຊົງໄປທີ່ໄມ້ກາງແຂນດ້ວຍຄວາມເຕັມໃຈ.

ພວກເຮົາຈະຕ້ອງບໍ່ຄິດວ່າພຣະຄຣິດຊົງຖືກຈັບຢູ່ໃນສວນໂດຍເຫດບັງເອີນ, ພຣະອົງຊົງຮູ້ດີວ່າແມ່ນຫຍັງກໍາລັງຈະເກີດຂື້ນກ່ອນທີ່ພຣະອົງຈະຖືກຈັບໃນຄືນນັ້ນ.

ຫຼາຍວັນກ່ອນທີ່ພຣະອົງຈະພາພວກສາວົກໄປເຢຣູຊາເລັມ, ພຣະອົງຊົງບອກພວກເຂົາໃນສິ່ງທີ່ຈະເກີດຂື້ນ, ລູກາໄດ້ບັນທຶກໃນສິ່ງທີ່ພຣະເຢຊູກ່າວໄວ້ໃນເວລານັ້ນ,ຫຼາຍວັນກ່ອນທີ່ພຣະອົງຈະຖືກຈັບ,

“ເບິ່ງແມ້ ພວກເຮົາຈະຂຶ້ນໄປກຸງເຢຣູຊາເລັມ ແລະສິ່ງສາລະພັດຊຶ່ງພວກສາສະດາພະຍາກອນໄດ້ຂຽນໄວ້ເລື່ອງບຸດມະນຸດນັ້ນຈະສຳເລັດ ເພາະວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານ ເຮັດຫຍາບຄາຍແກ່ທ່ານ ຖົ່ມນ້ຳລາຍຮົດທ່ານ ເຂົາຈະຄ້ຽນຕີແລະຂ້າທ່ານ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່” (ລູກາ 18:31-33)

ອັນນີ້ສະແດງໃຫ້ເຫັນວ່າພຣະອົງຊົງຮູ້ດີວ່່າແມ່ນຫຍັງຈະເກີດຂື້ນກັບພຣະອົງຕອນທີ່ພວກເຂົາໄປເຢຣູຊາເລັມ, ແຕ່ພຣະເຢຊູກໍຍັງໄປຢູ່ດີ, ພຣະອົງຊົງໄປເພື່ອເປົ້າໝາຍການທຸກທໍລະມານ ແລະການຖືກຄຶງຂອງພຣະອົງດ້ວຍຄວາມເຕັມໃຈ ແລະສະໝັັກໃຈ.

ເທື່ອທີ່ສອງທີ່ພຣະເຢຊູຊົງກ່າວວ່າພຣະອົງຈະມາເຖິງເວລານີ້ ແລະຈຸດປະສົງນີ້, ພຣະອົງຊົງບອກພວກສາວົກວ່າ:

“ບັດນີ້ຈິດໃຈຂອງເຮົາເປັນທຸກ ແລະເຮົາຈະເວົ້າວ່າແນວໃດ? ຈະວ່າພຣະບິດາ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນໃນເວລານີ້ແບບນັ້ນບໍ ບໍ່ແມ່ນເພາະຍ້ອນສາເຫດນີ້ເຮົາຈື່ງມາຮອດເວລານີ້”(ໂຢຮັນ 12:27)

ອີກເທື່ອໜຶ່ງເມື່ອພຣະອົງຊົງຢືນຢູ່ຕໍ່ໜ້າເຈົ້າເມືອງຊາວໂຣມັນປອນທິອັດປີລາດ,ພຣະອົງຊົງກ່າວວ່າ “ຍ້ອນເຫດນີ້ເຮົາຈື່ງເກີດມາ ແລະຍ້ອນເຫດນີ້ເຮົາຈື່ງເຂົ້າມາໃນໂລກ”(ໂຢຮັນ 18:37)

ພຣະຄຣິດຊົງໄປກັບພວກທະຫານທີ່ໄມ້ກາງແຂນດ້ວຍຄວາມເຕັມໃຈເພາະພຣະອົງຊົງຮູ້ດີວ່າພຣະອົງຊົງເກີດມາເພື່ອຈຸດປະສົງນັ້ນ - ເພື່ອຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງມະນຸດ, ການຖືກຈັບຂອງພຣະອົງບໍ່ແມ່ນຍ້ອນອຸບັດຕິເຫດຫຼືຄວາມຜິດພາດ, ພຣະອົງຊົງຮູ້ຈັກວ່າມັນຈະມາເຖິງຕະຫຼອດຊີວິດຂອງພຣະອົງ, “ເພາະດ້ວຍເຫດນີ້ເຮົາຈື່ງມາເຖິງເວລານີ້”(ໂຢຮັນ 12:27) “ຍ້ອນເຫດນີ້ເຮົາຈື່ງເກີດມາ”(ໂຢຮັນ 18:37).

ພຣະຄຣິດຊົງໄປກັບພວກທະຫານດ້ວຍຄວາມເຕັມໃຈ,ເພື່ອປະເຊີນກັບການຕີແລະການຄຶງ ຍ້ອນການເຊື່ອຟັງແຜນການຂອງພຣະເຈົ້າສໍາລັບຊີວິດຂອງພຣະອົງ, ພຣະຄຣິດ

“ໄດ້ຊົງກະທໍາພຣະອົງເອງໃຫ້ບໍ່ມີຊື່ສຽງໃດໆ ແລະຊົງຮັບສະພາບຢ່າງຜູ້ຮັບໃຊ້ ຊົງຖືກໍາເນີດໃນລັກສະນະຂອງມະນຸດ ແລະເມື່ອຊົງປາກົດພຣະອົງໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ ຍອມເຊື່ອຟັງຈົນເຖິງຄວາມມໍລະນາ ແມ່ນແຕ່ຄວາມມໍລະນາທີ່ກາງແຂນ” (ຟີລິບປອຍ 2:7-8)

“ເຖິງແມ່ນພຣະອົງຊົງເປັນພຣະບຸດ ພຣະອົງກໍຊົງຮຽນຮູ້ທີ່ຈະນອບນ້ອມຍອມເຊື່ອຟັງ ໂດຍຄວາມທຸກລໍາບາກທີ່ພຣະອົງໄດ້ຊົງທົນເອົາ ແລະເມື່ອຊົງຖືກເຮັດໃຫ້ພຽບພ້ອມທຸກປະການແລ້ວ ພຣະອົງກໍເປັນຜູ້ຈັດຄວາມລອດນິລັນດອນສໍາລັບຄົນທັງປວງທີ່ເຊື່ອຟັງພຣະອົງ”(ເຮັບເຣີ 5:8-9)

ເມື່ອພວກທະຫານຈັບພຣະອົງຢູ່ໃນສວນເກດເສມານີ,ພຣະອົງຊົງໄປກັບພວກເຂົາຢ່າງມິດໆ ແລະປາສະຈາກການຂັດຂວາງໃດໆ,ມາຈາກການເຊື່ອຟັງພຣະເຈົ້າພຣະບິດາຂອງພຣະອົງ

“ທ່ານຖືກບີບບັງຄັບແລະທ່ານຖືກຂົ່ມໃຈ ເຖິງຢ່າງນັ້ນທ່ານກໍບໍ່ເປີດປາກ ເໝືອນລູກແກະທີ່ຖືກນຳໄປຂ້າ ແລະເໝືອນແກະທີ່ເປັນໃບ້ຢູ່ໜ້າຜູ້ຕັດຂົນຂອງມັນສັນໃດ ທ່ານກໍບໍ່ເປີດປາກຂອງທ່ານເລີຍສັນນັ້ນ” (ເອຊາຢາ 53:7)

ເທິງສີສະອັນປະເສີດຂອງພຣະອົງເຂົາວາງມົງກຸດໜາມໃສ່
ພວກເຂົາຫົວຂວັນແລະເວົ້າວ່າ “ຈົ່ງເບິ່ງກະສັດ”
ພວກເຂົາຕີພຣະອົງ ແລະດ່າພຣະອົງ
ແລະເຍາະເຍີ້ຍພຣະນາມອັນບໍລິສຸດຂອງພຣະອົງ
ພຣະອົງຊົງທົນທຸກທໍລະມານທຸກຢ່າງພຽງຜູ້ດຽວ
ພຣະອົງຊົງສາມາດເອີ້ນທູດສະຫວັນເປັນໝື່ນມາ
ເພື່ອທໍາລາຍໂລກ ແລ້ວປ່ອຍພຣະອົງໄປໄດ້
ພຣະອົງຊົງສາມາດເອີ້ນທູດສະຫວັນເປັນໝື່ນມາ
ແຕ່ພຣະອົງຊົງຕາຍຢ່າງໂດດດ່ຽວເພື່ອທ່ານກັບຂ້າ

ພຣະຄຣິດຊົງພົບຜ່ານຄວາມທໍລະມານເທິງໄມ້ກາງແຂນດ້ວຍຄວາມເຕັມໃຈ,ຈາກການເຊື່ອຟັງພຣະເຈົ້າ, “ພຣະອົງຖືກນໍາໄປເໝືອນລູກແກະທີ່ຖືກນຳໄປຂ້າ” (ເອຊາຢາ 53:7)

ຈົ່ງຄິດໃນສິ່ງທີ່ຈະເກີດກັບພວກເຮົາຖ້າຫາກພຣະຄຣິດບໍ່ໄດ້ໄປກັບພວກທະຫານ “ເໝືອນລູກແກະທີ່ຖືກນຳໄປຂ້າ”ໃນຄືນນັ້ນ, ແມ່ນຈະເກີດຂື້ນຖ້າພຣະອົງຫາກເອີ້ນກຸ່ມທີ່ເຕັມໄປດ້ວຍພວກທູດສະຫວັນ ແລະຫລົບໜີຈາກໄມ້ກາງແຂນ? ແມ່ນຫຍັງຈະເກີດຂື້ນກັບພວກທ່ານແລະຂ້າພະເຈົ້າ?

ໜຶ່ງ ພວກເຮົາກໍຈະບໍ່ມີໃຜທີ່ມີໄຊຊະນະທີ່ຈະຈ່າຍຄ່າຄວາມຜິດບາບຂອງພວກເຮົາເທິງໄມ້ກາງແຂນ, ພວກເຮົາກໍຈະບໍ່ມີຜູ້ຮັບແທນ, ບໍ່ມີໃຜຕາຍຢູ່ໃນບ່ອນບາບຂອງເຮົາ,ເຊິ່ງມັນຈະປ່ອຍໃຫ້ພວກເຮົາຢູ່ໃນສະຖານະການທີ່ເປັນຕາຢ້ານອີຫຼີ, ພວກເຮົາກໍຈະຕ້ອງຈ່າຍເພື່ອຄວາມບາບຂອງເຮົາເອງໃນຂຸມນາລົກຕະຫຼອດໄປເປັນນິດ.

ສອງ, ຖ້າພຣະຄຣິດບໍ່ໄປກັບພວກທະຫານເຫຼົ່ານັ້ນ“ເໝືອນລູກແກະທີ່ຖືກນຳໄປຂ້າ” ພວກເຮົາກໍຈະບໍ່ມີຄົນກາງລະຫວ່າງພວກເຮົາກັບຜູ້ບໍລິສຸດແລະພຣະເຢຊູ, ພວກເຮົາກໍຈະຕ້ອງໄດ້ປະເຊີນໜ້າກັບພຣະເຈົ້າໃນການພິພາກສາຄັ້ງສຸດທ້າຍໂດຍທີ່ບໍ່ມີໃຜໄກ່ເກ່ຍຕໍ່ ພຣະເຈົ້າເພື່ອພວກເຮົາ.

“ເພາະມີພຣະເຈົ້າອົງດຽວ ແລະມີຄົນກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດຄື ພຣະເຢຊູຄຣິດຜູ້ຊົງສະພາບເປັນມະນຸດ”(1 ຕີໂມທຽວ 2:5)

ຖ້າພຣະຄຣິດບໍ່ໄປທີ່ໄມ້ກາງແຂນກັບພວກທະຫານເຫຼົ່ານັ້ນຕອນທີ່ພວກເຂົາຈັບພຣະອົງ,ພວກເຮົາກໍຈະບໍ່ມີຄົນກາງ, ເລື່ອງນີ້ແນ່ໃສ່ບາງຄົນທີ່ຖືກແຊກແຊງລະຫວ່າງສອງກຸ່ມເພື່ອແກ້ໄຂບັນຫາ, ພຣະເຢຊູຄຣິດຄືຄົນກາງພຽງຜູ້ດຽວເຊິ່ງສາມາດຮື້ຟື້ນສັນຕິພາບລະຫວ່າງ ພຣະເຈົ້າກັບມະນຸດໄດ້, ມີພຽງພຣະເຈົ້າພຣະບຸດເທົ່ານັ້ນທີ່ສາມາດພາພຣະບິດາແລະຄົນບາບໄປນໍາກັນໄດ້, ຖ້າພຣະຄຣິດບໍ່ໄປກັບພວກທະຫານເຫຼົ່ານັ້ນເພື່ອຖຶກຄຶງ,ພວກເຮົາກໍຈະບໍ່ມີໃຜທີ່ຈະພາເຮົາໄປສູ່ຄວາມສໍາພັນທີ່ສະຫງົບສຸກຕໍ່ພຣະເຈົ້າອົງບໍລິສຸດໄດ້.

ສາມ, ຖ້າພຣະຄຣິດບໍ່ໄປກັບພວກທະຫານເຫຼົ່ານັ້ນ“ເໝືອນລູກແກະທີ່ຖືກນຳໄປຂ້າ” ພວກເຮົາກໍຈະບໍ່ສາມາດເຂົ້າສູ່ຊີວິດອັນຕະຫຼອດໄປເປັນນິດໄດ້. ຂໍ້ພຣະຄໍາພີທີ່ເປັນທີ່ຮູ້ຈັກກັນດີໃນພຣະຄໍາພີໄດ້ກ່າວວ່າ:

“ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ຊົງປະທານພຣະບຸດອົງດຽວຂອງ ພຣະອົງທີ່ບັງເກີດມາ ເພື່ອຜູ້ໃດທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍແຕ່ມີ ຊີວິດອັນຕະຫຼອດໄປເປັນນິດ” (ໂຢຮັນ 3:16)

ຖ້າພຣະຄຣິດບໍ່ໄປກັບພວກທະຫານເຫຼົ່ານັ້ນຕອນທີ່ພວກເຂົາຈັບພຣະອົງ, ໂຢຮັນ 3:16 ກໍຈະບໍ່ແມ່ນຄວາມຈິງ ແລະທ່ານກໍບໍ່ມີຄວາມຫວັງໃດທີ່ຈະໄດ້ຮັບຊີວິດຕະຫຼອດໄປເປັນນິດ.

ສີ່,ຖ້າພຣະຄຣິດບໍ່ໄປກັບພວກທະຫານເຫຼົ່ານັ້ນ “ເໝືອນລູກແກະທີ່ຖືກນຳໄປຂ້າ”ພຣະໂລຫິດທີ່ພຣະອົງຊົງຫຼັ່ງເທິງໄມ້ກາງແຂນໃນວັນຕໍ່ມາກໍຈະໃຊ້ບໍ່ໄດ້ກັບພວກທ່ານ-ເພື່ອ ຊໍາລະທ່່ານໃຫ້ສະອາດຈາກຄວາມຜິດບາບຂອງທ່ານ, ຖ້າພຣະອົງບໍ່ເຊື່ອຟັງພຣະເຈົ້າ ແລະໜີຈາກໄມ້ກາງແຂນ,ພວກທ່ານກໍຈະບໍ່ມີເລືອດແຫ່ງການໄຖ່ເພື່ອລ້າງຄວາມບາບຂອງທ່ານອອກໄປ, ແຕ່ພຣະຄຣິດໄດ້ໄປກັບພວກເຂົາໃນຄືນນັ້ນ,ເພື່ອຖືກຄືງຍ້ອນຄວາມຜິດບາບຂອງທ່ານ, ແລະຕອນນີ້ອັກຄະສາວົກເປົາໂລສາມາດເວົ້໋າດ້ວຍຄວາມກ້າວ່າ:

“ພຣະເຢຊູຄຣິດຊື່ງພຣະເຈົ້າໄດ້ຊົງຕັ້ງໄວ້ໃຫ້ເປັນຜູ້ລຶບລ້າງພຣະອາຊະຍາໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”(ໂຣມ 3:24-25)

ມີທານນໍ້າພຸເຕັມດ້ວຍໂລຫິດ
ຊື່ງໄຫຼມາຈາກພຣະເຢຊູ
ຖ້າໃຜທໍາບາບດໍາລົງໃຫ້ມິດ
ຈະຫາຍບາບທີ່ມີຢູ່
(“There Is a Fountain,” William Cowper, 1731-1800).

ພວກທ່ານຈະມາຫາແລະວາງໃຈໃນພຣະຄຣິດບໍ? ພຣະອົງຊົງຈ່າຍຄ່າຄວາມຜິດບາບໃຫ້ທ່ານ,ພຣະອົງຊົງກາຍມາເປັນຄົນກາງຂອງທ່ານ,ຊົງພາທ່ານເຂົ້າສູ່ຄວາມນິຍົມຊົມຊອບກັບພຣະເຈົ້າ, ທ່ານຈະມີຊີວິດອັນຕະຫຼອດໄປເປັນນິດ,ຄວາມບາບຂອງທ່ານທັງໝົດຈະຖືກລຶບອອກຈາກບົດບັນທຶກຂອງພຣະເຈົ້າ,ຖືກລ້າງອອກໄປເປັນນິດໂດຍພຣະໂລຫິດອັນປະເສີດຂອງພຣະຄຣິດ.

ຂ້າພະເຈົ້າດີໃຈຫຼາຍທີ່ພຣະເຢຊູຊົງເຊື່ອຟັງພຣະບິດາ ແລະໄປກັບພວກທະຫານເຫຼົ່ານັ້ນໃນຄືນທີ່ພວກເຂົາຈັບພຣະອົງຢູ່ໃນສວນ, ຖ້າພຣະອົງບໍ່ໄປກັບພວກເຂົາດ້ວຍຄວາມຖ່ອມໃຈຂອງພຣະອົງ,ດ້ວຍການທຸກທໍລະມານຂອງພຣະອົງແລະໄມ້ກາງແຂນ,ຂ້າ ພະເຈົ້າກໍບໍ່ສາມາດສະເໜີສິ່ງທີ່ປະເສີດເຫຼົ່ານັ້ນໃຫ້ພວກທ່ານໄດ້.

ຕໍ່ຝູງຄົນເຍາະເຍີ້ຍພຣະອົງຊົງທົນ, ບໍ່ໄດ້ຊົງຮ້ອງຂໍຄວາມເມດຕາ
ໄມ້ກາງແຂນແຫ່ງຄວາມອາຍພຣະອົງຊົງຮັບໄວ້ຜູ້ດຽວ
ແລະເມື່ອພຣະອົງຊົງຮ້ອງຂຶ້ນ “ສໍາເລັດແລ້ວ”
ຊົງມອບພຣະອົງເອງເພື່ອໃຫ້ຕາຍ
ແຜນການຄວາມລອດອັນປະເສີດໄດ້ສໍາເລັດລົງ
ພຣະອົງຊົງສາມາດເອີ້ນທູດສະຫວັນເປັນໝື່ນມາ
ເພື່ອທໍາລາຍໂລກ ແລ້ວປ່ອຍພຣະອົງໄປໄດ້
ພຣະອົງຊົງສາມາດເອີ້ນທູດສະຫວັນເປັນໝື່ນມາ
ແຕ່ພຣະອົງຊົງຕາຍຢ່າງໂດດດ່ຽວເພື່ອທ່ານກັບຂ້າ

ຕອນນີ້ຂ້າພະເຈົ້າຂໍຖາມພວກທ່ານວ່າທ່ານຈະວາງໃຈໃນພຣະເມສານ້ອຍຂອງ ພຣະເຈົ້າຜູ້ຊົງຮັບເອົາຄວາມຜິດບາບຂອງໂລກໄປບໍ? ທ່ານໄດ້ຕໍ່ສູ້ພຣະອົງມາດົນຫຼາຍແລ້ວ, ພວກທ່ານໄດ້ເຮັດໃຫ້ໃຈຂອງຕົນແຂງກະດ້າງຕໍ່ພຣະຜູ້ໄຖ່ຫຼາຍເທື່ອ,ຄືນນີ້ທ່ານຈະຍອມຕໍ່ພຣະອົງບໍ?

ໂອຢ່າໄດ້ເປັນຄືກັບພວກທະຫານທີ່ໂຫດຮ້າຍເຫຼົ່ານັ້ນທີ່ໄດ້ເຍາະເຍີ້ຍພຣະອົງ! ຢ່າເປັນຄືກັບພວກປະໂລຫິດໃຫຍ່ທີ່ຫຍິ່ງແລະແຂງກະດ້າງເຊິ່ງປະຕິເສດພຣະອົງ ແລະຢ່າເປັນຄືພວກຟາຣິສີເຫຼົ່ານັ້ນທີ່ໄດ້ຕົບໜ້າພຣະອົງແລະປະຕິເສດທີ່ຈະວາງໃຈພຣະອົງ! ຂ້າ ພະເຈົ້າຂໍຮ້ອງພວກທ່ານຈົ່ງຢ່າໄດ້ເປັນຄືກັບພວກເຂົາອີກຕໍ່ໄປ! ພວກທ່ານເປັນຄືກັບພວກເຂົາດົນພໍສົມຄວນແລ້ວ,ດົນຫຼາຍພໍແລ້ວ! ຈົ່ງມອບຫົວໃຈຂອງທ່ານຕໍ່ພຣະເຢຊູໃນຄວາມເຊື່ອງ່າຍໆ, ທ່ານຈະວາງໃຈໃນພຣະເຢຊູ “ພຣະເມສານ້ອຍຂອງພຣະເຈົ້າຜູ້ຊົງຮັບເອົາຄວາມຜິດບາບຂອງໂລກໄປ”ບໍ?(ໂຢຮັນ 1:29).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Ten Thousand Angels” (Ray Overholt, 1959).

ໂຄງຮ່າງບົດເທດສະໜາ

ການທໍລະຍົດ ແລະການຖືກຈັບຂອງພຣະຄຣິດ

THE BETRAYAL AND ARREST OF CHRIST

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ທ່ານຄິດວ່າເຮົາຈະອະທິຖານຂໍພຣະພໍ່ຂອງເຮົາ ແລະໃນບັດດ໋ຽວນັ້ນພຣະອົງຈະຊົງປະທານທູດສະຫວັນແກ່ເຮົາກວ່າສິບສອງກອງບໍ່ໄດ້ບໍ?” (ມັດທາຍ 26:53)

(ມັດທາຍ 26:46; ໂຢຮັນ 18:3,2,8; ລູກາ 22:51)

I. ໜຶ່ງ, ພຣະຄຣິດຊົງສາມາດຮ້ອງພວກທູດສະຫວັນເປັນພັນໆມາຊ່ວຍພຣະອົງ
ໄດ້ 2 ກະສັດ 19:35.

II. ສອງ ພຣະຄຣິດຊົງໄປທີ່ໄມ້ກາງແຂນດ້ວຍຄວາມເຕັມໃຈ, ລູກາ 18:31-
33; ໂຢຮັນ 12:27; 18:37; ຟີລິບປອຍ 2:7-8; ເຮັບເຣີ 5:8-9;
ເອຊາຢາ 53:7; 1 ຕີໂມທຽວ 2:5; ໂຢຮັນ 3:16; ໂຣມ 3:24-25;
ໂຢຮັນ 1:29.