Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມທຸກທໍລະມານຂອງພຣະຄຣິດໃນສວນເກັດເສມານີ

CHRIST’S AGONY IN GETHSEMANE
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນເສົາ 17/2/2018
A sermon preached at the Baptist Tabernacle of Los Angeles
Saturday Evening, February 17, 2018

“ພຣະເຢຊູກັບພວກສາວົກມາສະຖານທີ່ແຫ່ງໜຶ່ງຊື່ເກດເສມະນີ ແລະພຣະອົງກ່າວກັບສາວົກຂອງພຣະອົງວ່າ "ຈົ່ງນັ່ງຢູ່ບ່ອນນີ້ໃນຂະນະທີ່ເຮົາອະທິຖານ"ພຣະອົງກໍພາເປໂຕ, ຢາໂກໂບ ແລະໂຢຮັນໄປນໍາ, ແລ້ວພຣະອົງຊົງເລີ່ມວິຕົກ ແລະໜັກພຣະໄທຫຼາຍ ຈຶ່ງກ່າວກັບພວກສາວົກວ່າ "ໃຈເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ"”(ມາລະໂກ 14:32-34)


ພຣະຄຣິດໄດ້ກິນປັດສະກາກັບພວກສາວົກຂອງພຣະອົງແລ້ວ, ຕອນໃກ້ຊິກິນເຂົ້າແລ້ວໆພຣະຄຣິດກໍໄດ້ເອົາເຂົ້າຈີ່ກັບຈອກໃຫ້ພວກເຂົາ-ຊື່ງພວກເຮົາເອີ້ນວ່າ “ອາຫານແລງຄາບສຸດທ້າຍຂອງອົງພຣະຜູ້ເປັນເຈົ້າຫຼືພິທີິລະນຶກ” ພຣະອົງບອກພວກເຂົາວ່າເຂົ້າຈີ່ໝາຍເຖິງຮ່າງກາຍຂອງພຣະອົງຊື່ງຈະຕ້ອງຖືກຄຶງໃນມື້ຕໍ່ມາ, ພຣະອົງບອກພວກເຂົາວ່າຈອກ ໝາຍເຖິງພຣະໂລຫິດຂອງພຣະອົງຊື່ງຈະຕ້ອງຫຼັ່ງໄຫຼລົງມາເພື່ອຊໍາລະພວກເຮົາຈາກບາບຂອງເຮົາ, ຈາກນັ້ນພຣະເຢຊູກັບພວກສາວົກກໍຮ້ອງເພງໜຶ່ງ ແລ້ວກໍພາກັນອອກໄປຈາກຫ້ອງນັ້ນໃນຕອນກາງຄືນເລີຍ.

ພວກເຂົາຍ່າງລົງໄປທາງທິດຕາເວັນອອກຂອງເຢຣູຊາເລັມ ແລະຂ້າມຫ້ວຍຂິດ ໂຣນໄປ, ຈາກນັ້ນພວກເຂົາກໍຍ່າງໄປອີກໜ້ອຍໜຶ່ງຫາແຄມສວນເກັດເສມານີ, ພຣະເຢຊູ ຊົງປະພວກສາວົກແປດຄົນໄວ້ແຄມສວນນັ້ນແລ້ວບອກໃຫ້ພວກເຂົາອະທິຖານ, ຈາກນັ້ນ ພຣະອົງຊົງເຂົ້າໄປເລິກໆໃນສວນບ່ອນທີ່ພຣະອົງປະເປໂຕ,ຢາໂກໂບ ແລະໂຢຮັນໄວ້ທີ່ນັ້ນ ພຣະອົງເອງຊົງຍ່າງເຂົ້າໄປອີກສູ່ຄວາມມືດກ້ອງຕົ້ນໝາກກອກ, ບ່ອນນັ້ນເອງພຣະອົງ “ຊົງເລີ່ມວິຕົກ(ຕົກໃຈ) ແລະໜັກພຣະໄທຫຼາຍ(ກົດດັນຫຼາຍ)ຈຶ່ງກ່າວກັບພວກສາວົກວ່າ "ໃຈເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ"”(ມາລະໂກ 14:33,34)”

ເຈ.ຊີ.ໄຣໄດ້ກ່າວວ່າ: “ປະຫວັດຄວາມທຸກທໍລະມານຂອງອົງພຣະຜູ້ເປັນເຈົ້າຂອງ ເຮົາໃນສວນເກັດເສມານີເປັນສິ່ງທີ່ເລິກເຊິ່ງແລະລຶກລັບໃນພຣະຄໍາພີ, ມັນປະກອບດ້ວຍ ສິ່ງຕ່າງໆຊື່ງພວກທີ່ສະຫຼາດທີ່ສຸດ(ນັກສາສະໜາສາດ)ບໍ່ສາມາດອະທິບາຍໄດ້ຢ່າງເຕັມທີ່, ມັນຄືຄວາມຈິງທີ່ຊັດເຈນຂອງຄວາມສໍາຄັນອັນ(ຍິ່ງໃຫຍ່)” (J. C. Ryle, Expository Remarks on Mark, The Banner of Truth Trust, 1994, p. 316; notes on Mark 14:32-42).

ຂໍໃຫ້ເຮົາພວກເຮົາຈົ່ງໃຊ້ຄວາມຄິດຂອງເຮົາໃນເລື່ອງເກັດເສມານີໃນຄືນນີ້, ມາລະ ໂກໄດ້ບອກພວກເຮົາວ່າພຣະອົງຊົງ “ວິຕົກຫຼາຍ”(ມາລະໂກ 14:33),ສັບພາສາກຣີກແມ່ນ “ekthambeisthai”-ຊື່ງໝາຍເຖິງ “ວິຕົກຢ່າງໃຫຍ່,ກົດດັນຢ່່າງໃຫຍ່, ຕົກຕະລຶງ,ຕື່ນຕົກໃຈ” “ແລ້ວພຣະອົງຈື່ງຍ່າງໄປຂ້າງໜ້າໜ້ອຍໜຶ່ງ” ...ແລ້ວພຣະອົງຈຶ່ງກ່າວກັບພວກສາວົກວ່າ “ໃຈເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ”(ມາລະໂກ 14:34,35).

ເຈ.ຊີ.ໄຣໄດ້ກ່າວວ່າ: “ມີພຽງເຫດຜົນດຽວທີ່ສາມາດອະທິບາຍສໍາລັບຄວາມຮູ້ສຶກ, ມັນບໍ່ແມ່ນພຽງແຕ່ຄວາມຢ້ານຄວາມທໍລະມານຝ່າຍຮ່າງກາຍເທົ່ານັ້ນ ...ມັນຄືຄວາມຮູ້ສຶກເຖິງນໍ້າໜັກອັນໃຫຍ່ຫຼວງຂອງບາບມະນຸດຊື່ງໃນເວລານີ້ໄດ້ເລິ່ມຕົ້ນກົດທັບເທິງພຣະອົງໃນຫົນທາງທີ່ພິເສດ, ມັນຄືຄວາມຮູ້ສຶກ(ທີ່ເກີນບັນຍາຍ)ຂອງນໍ້າໜັກບາບຂອງພວກເຮົາແລະການລະເມີດຕ່າງໆຊື່ງຖືກວາງລົງເທິງພຣະອົງ, ພຣະອົງຊົງຖືກ ‘ສາບແຊ່ງເພາະຄວາມບາບ’ ພຣະອົງຊົງກໍາລັງແບກຄວາມທຸກແລະຄວາມໂສກເສົ້າຂອງເຮົາ...ພຣະອົງຊົງ ‘ກະທໍາພຣະອົງຜູ້ຊົງບໍ່ມີບາບໃຫ້ເປັນຄວາມບາບເພາະເຫັນແກ່ເຮົາ’ ທໍາມະຊາດອັນບໍລິສຸດຂອງພຣະອົງຊົງຮູ້ສຶກ(ເລິກໆ)ຢ້ານຫຼາຍກັບພະລະທີ່ວາງລົງເທິງພຣະອົງ, ນີ້ຄືເຫດຜົນຕ່າງໆສໍາລັບຄວາມໂສກເສົ້າເປັນພິເສດຂອງພຣະອົງ, ພວກເຮົາຄວນຈະເຫັນຢູ່ໃນຄວາມ ທຸກທໍລະມານຂອງພຣະເຈົ້າຂອງເຮົາໃນເກັດເສມານີເລື່ອງຄວາມບາບອັນໃຫຍ່ຫຼວງ(ຄວາມຄິດຂອງພວກຂ່າວປະເສີດໃນປະຈຸບັນນີ້)ຫ່າງໄກຫຼາຍໃນສິ່ງທີ່ພວກເຂົາຄວນຈະເປັນກ່ຽວກັບຄວາມບາບ”(ໄຣ ໜ້າ 317).

ຂໍພວກທ່ານຢ່າໄດ້ຄິດຖືເບົາໃນເລື່ອງຄວາມບາບຂອງການຂາດໂບດ, ປະລະການອ່ານພຣະຄໍາພີໃນຂະນະທີ່ເບິ່ງວິດີໂອແທນ,ຮູບໂປ້,ເຕັ້ນລໍາ ແລະການເມົາ, ບາບຂອງທ່ານທັງໝົດນີ້ໄດ້ວາງລົງເທິງພຣະເຢຊູໃນເກັດເສມານີ, ແຕ່ຍັງມີອີກຫຼາຍ-ຫຼາຍຢ່າງ,ບາບທີ່ໃຫຍ່ທີ່ສຸດຊື່ງຖືກວາງລົງເທິງພຣະເຢຊູໃນສວນເກັດເສມານີຄືບາບດັ່ງເດີມຂອງພວກເຮົາ ຄວາມຊົ່ວຊ້າທັງໝົດຂອງເຮົາຊື່ງມາຈາກການເປັນຄົນບາບທີ່ຊົ່ວຊ້າຢ່າງສິ້ນເຊີງຂອງເຮົາ, ມັນຄື “ຄວາມເສື່ອມຊາມທີ່ມີຢູ່ໃນໂລກນີ້ເພາະຕັນຫາ”(2 ເປໂຕ 1:4) ມັນຄືຄວາມຈິງທີ່ວ່າ “ພວກຂ້ານ້ອຍທັງຫຼາຍໄດ້ກາຍເປັນເໝືອນສິ່ງທີ່ບໍ່ສະອາດ”(ເອຊາຢາ 64:6), ມັນຄືຄວາມເຫັນແກ່ຕົວ,ຄວາມໂລບ ແລະການກະບົດໃນທໍາມະຊາດຂອງທ່ານທີ່ຕໍ່ສູ້ກັບພຣະເຈົ້າ ມັນຄື “ໃຈຊື່ງປັກຢູ່ກັບເນື້ອໜັງ(ຊື່ງ)ເປັນສັດຕູຕໍ່ພຣະເຈົ້າ”ຊື່ງໄດ້ກະບົດຕໍ່ສູ້ພຣະເຈົ້າ ແລະຢາກຈະມີຊີວິດຢູ່ໂດຍປາສະຈາກພຣະອົງ(ໂຣມ 8:7), ມັນຄືໃຈທີ່ຂີ້ຮ້າຍ,ເປັນຕາລັງກຽດທີ່ທ່ານມີ(ໂຣມ 8:7), ມັນຄືໃຈບາບທີ່ທ່ານມີຊື່ງໄດ້ຜ່ານສູ່ທ່ານຈາກອາດາມຄົນບາບຜູ້ທໍາອິດ, ມັນລົງມາຈາກລາວຜ່ານທາງພັນທຸກໍາຂອງທ່ານ,ໃນເລືອດຂອງທ່ານ ແລະໃນຈິດໃຈຂອງທ່ານ(ໂຣມ 5:12)-“ເພາະ...ໂດຍການບໍ່ເຊື່ອຟັງຂອງຄົນຜູ້ດຽວ(ມະນຸດທຸກຄົນ)ຖືກເຮັດໃຫ້ເປັນຄົນບາບ”(ໂຣມ 5:19).

ຈົ່ງເບິ່ງວ່າເດັກເກີດໃໝ່ນ້ອຍໆເກີດຈາກບາບແນວໃດແດ່, ເອ.ດັບໂບຢູ.ພີ້ງກ່າວວ່າ “ຄວາມເສື່ອມຊາມຂອງທໍາມະຊາດມະນຸດໄດ້ຄົ້ນພົບຢູ່ໃນຕົວເດັກເອງ...ແລະຕັ້ງແຕ່ວັນທໍາອິດທີ່ເກີດມາ! ຖ້າມີການ(ສືບທອດ)ຄວາມຄວາມດີປະການໃດໃນມະນຸດ,ແນ່ນອນມັນກໍຈະສະແດງໃຫ້ເຫັນໃນໂຕມັນເອງ(ໃນເດັກເກີດໃໝ່) ກ່ອນທີ່ນິໄສຊົ່ວໆຈະເກີດຂຶ້ນຈາກການຕິດຕໍ່ກັບໂລກ, ແຕ່ພວກເຮົາພົບ(ພວກເດັກ)ຄວາມດີບໍ? ຫ່າງໄກຫຼາຍ,ຜົນທີ່ຕາມມາຂອງການຈະເລີນເຕີບໃຫຍ່ໃນຄວາມເປັນມະນຸດກໍຄືໃນບໍ່ຊ້າທີ່ພວກເຂົາອາຍຸຫຼາຍພໍ(ພວກເຂົາ)ກໍເປັນຄົນຊົ່ວຮ້າຍ, ພວກເຂົາກໍສະແດງຄວາມປາດຖະໜາຂອງຕົນເອງ,ເຈດຕະນາຮ້າຍແລະການແກ້ແຄ້ນອອກມາ, ພວກເຂົາຮ້ອງຂຶ້ນແລະເຮັດໜ້າບໍ່ພໍໃຈໃນສິ່ງທີ່ບໍ່ດີສໍາລັບເຂົາ ແລະ(ໃຈຮ້າຍໃສ່ພໍ່ແມ່ຂອງພວກເຂົາ)ເມື່ອຖືກປະຕິເສດ, ສ່ວນຫຼາຍພະຍາຍາມທີ່ຈະ(ຕີພວກເຂົາ), ຄົນທີ່ເກີດມາ ແລະເຕີບໃຫຍ່ໃນທ່າມກາງຄົນທີ່ຊື່ສັດກໍມີຄວາມຜິດໃນເລື່ອງ(ການລັກ)ກ່ອນທີ່ພວກເຂົາຈະເຄີຍເຫັນການກະທໍາຂອງໂຈນນໍາອີກ, (ຄວາມຜິດ)...ທໍາມະຊາດມະນຸດເຫຼົ່ານີ້ຖືກເຫັນວ່າເປັນ(ຄວາມບາບ)ຕັ້ງແຕ່ການປາກົດຕົວຂຶ້ນມາ” (A. W. Pink, Gleanings from the Scriptures, Man’s Total Depravity, Moody Press, 1981, pp. 163, 164)ຄະນະກໍາມະການອາດຊະຍາກໍາແຫ່ງລັດມິນິໂຊຕ້າໄດ້ລາຍງານຢ່າງຊັດເຈນໃນບົດລາຍງານຂອງເຂົາເຈົ້າວ່າ: “ເດັກນ້ອຍທຸກຄົນເລິ່ມຕົ້ນຊີວິດໃນຖານະຄົນປ່າເຖື່ອນນ້ອຍໆ ເຂົາເປັນຄົນເຫັນແກ່ຕົວຢ່າງສິ້ນເຊີງ ແລະມີຕົນເອງເປັນສູນກາງ, ເຂົາຕ້ອງການໃນສິ່ງທີ່ເຂົາຕ້ອງການເມື່ອເຂົາຕ້ອງການມັນ...ການເອົາໃຈໃສ່ຂອງແມ່ຂອງເຂົາ, ໝູ່ຫລີ້ນເຄື່ອງ ຫລີ້ນຂອງເຂົາ, ການດູແລຂອງລຸງຂອງເຂົາ, ປະຕິເສດລາວໃນ(ສິ່ງ)ເຫຼົ່ານີ້ ແລ້ວລາວຈະຮ້ອງດ້ວຍຄວາມໂມໂຫ ແລະຮ້າຍ, ຊື່ງຈະເປັນການຂ້າເຂົາໂດບບໍ່ຊ່ວຍຫຍັງໄດ້...ອັນນີ້ ໝາຍເຖິງເດັກນ້ອຍທັງໝົດ,ບໍ່ພຽງແຕ່ເດັກນ້ອຍທໍາມະດາທີ່ເກີດມາເສຍຄົນ,ເຊັ່ນພວກຄົນບາບ”(ອ້າງອີໂດຍ Haddon W. Robinson, Biblical Preaching, Baker Book House, 1980, pp. 144, 145).

ທັນທີທີ່ພວກເຮົາດູດລົມຫາຍໃຈຂອງເດັກອ່ອນຂອງເຮົາ
ເມັດພັນແຫ່ງຄວາມບາບກໍເຕີບໃຫຍ່ຂື້ນຈົນຕາຍ
ບັນຍັດພຣະອົງຮຽກຮ້ອງໃຈທີ່ສົມບູນແບບ
ແຕ່ພວກເຮົາຊົ່ວຮ້າຍໃນທຸກໆສ່ວນ
(ເພງສັນລະເສີນ 51 ໂດຍດຣ.ໄອແຊັກວັດ 1674-1748)

ເດັກນ້ອຍຮ້ອງທັນທີທີ່ເກີດມາ, ລູກຂອງສັດບໍ່ເຮັດແບບນັ້ນ, ພວກເຂົາອາດຈະຖືກຂ້າຢ່າງໄວວາໂດຍພວກສັດອື່ນໆຖ້າພວກມັນຫາກສຽງດັງ ແລະຮ້ອງຄືກັບເດັກນ້ອຍຄົນເຮັດ,ແຕ່ເດັກນ້ອຍທີ່ເປັນຄົນຮ້ອງຕໍ່ສູ້ພຣະເຈົ້າ, ອໍານາດແລະຊີວິດເອງໃນວິນາທີທີ່ພວກເຂົາເກີິດມາ ເປັນຫຍັງ?ກໍເພາະວ່າທ່ານຖືກໍາເນີດພ້ອມກັບບາບແຕ່ເກີດຈາກບັນພະບຸລຸດຂອງທ່ານຄືອາດາມ,ນັ້ນແລະຄືເຫດຜົນ, ນັ້ນແລະຄືເຫດຜົນທີ່ວ່າເປັນຫຍັງແນວໂນ້ມຂອງທ່ານຈື່ງກະບົດ, ບໍ່ເຫັນດ້ວຍກັບພວກຜູ້ນໍາຄຣິສຕຽນ,ຮຽກຮ້ອງຕ້ອງການທາງຂອງຕົນເອງແລະປະຕິເສດທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ, ນີ້ແມ່ນສາເຫດຂອງຄວາມທໍລະມານແລະຄວາມຕາຍທົ່ວໂລກ-ມັນຄືບາບທີ່ມີມາແຕ່ເກີດ, ນີ້ແຫຼະຄືສາເຫດທີ່ທ່ານບາບແມ່ນແຕ່ຫຼັງຈາກການກັບໃຈໃໝ່, ພໍ່ແມ່ຂອງທ່ານອາດຈະຄິດວ່າທ່ານເປັນຄຣິສຕຽນໜຸ່ມຄົນໜຶ່ງແຕ່ທ່ານພັດເປັນຄົນບາບທີ່ກຽດຊັງທີ່ຈະເຮັດຕາມນໍ້າພຣະໄທຂອງພຣະເຈົ້າ!

ຈົ່ງຕື່ມຄວາມບາບດັ່ງເດີມນີ້ເຂົ້າກັບຄວາມບາບຕ່າງໆທີ່ມະນຸດເຮັດທາງຄວາມຄິດ, ຄໍາເວົ້າ ແລະການກະທໍາ, ມັນກໍງ່າຍທີ່ຈະເຫັນວ່າເປັນຫຍັງພຣະເຢຊູຈື່ງຢູ່ໃນອາການຕົກ ໃຈ! ພຣະອົງຖືກບີບຕອນທີ່ພຣະເຈົ້າຊົງວາງຄວາມບາບຂອງໂລກເທິງພຣະອົງ.

ຈົ່ງເປີດພຣະຄໍາຂອງທ່ານໄປເບິ່ງຄໍາອະທິບາຍຂອງລູກາເຖິງເລື່ອງນີ້,ມັນຢູ່ໃນໜ້າ 1108 ຂອງພຣະທໍາສະກໍຟິວສຶກສາ, ລູກາ 22:44. ຂໍເຊີນຢືນຂື້ນແລ້ວອ່ານດັງໆ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ຂໍເຊີນນັ່ງລົງໄດ້, ເຈ.ຊີ.ໄຣໄດ້ກ່າວວ່າ: “ພວກເຮົາຈະສາມາດ(ອະທິບາຍ)ເຖິງຄວາມທຸກທໍ ລະມານຢ່າງເລິກເຊິ່ງຊືື່ງອົງພຣະຜູ້ເປັນເຈົ້າຂອງເຮົາຊົງພົບຜ່ານໃນສວນໄດ້ແນວໃດ? ອັນໃດ(ຄື)ເຫດຜົນສໍາລັບຄວາມທຸກທໍລະມານຢ່າງຮຸນແຮງທັງຮ່າງກາຍແລະຈິດໃຈຊື່ງພຣະອົງຕ້ອງທົນເອົານັ້ນ? ມີພຽງຄໍາຕອບດຽວທີ່ພໍໃຊ້ໄດ້ນັ້ນກໍຄືພາລະແຫ່ງຂໍ້ກ່າວຫາບາບຂອງໂລກຊື່ງໄດ້ເລິ່ມຕົ້ນກົດທັບເທິງພຣະອົງ ...ມັນຄືນໍ້າໜັກອັນໃຫຍ່ຫຼວງຂອງ(ບາບ)ເຫຼົ່ານີ້ຊື່ງເຮັດໃຫ້ພຣະອົງທົນທຸຸກທໍລະມານ, ມັນຄືຄວາມຮູ້ສຶກແຫ່ງຄວາມຊົ່ວຂອງໂລກທີ່ກົດພຣະອົງລົງມາທີ່ເຮັດໃຫ້ພຣະບຸດນິລັນດອນຂອງພຣະເຈົ້າເຫື່ອໄຫຼເປັນເມັດໃຫຍ່ຢອດລົງມາ” (J. C. Ryle, Luke, Volume 2, The Banner of Truth Trust, 2015 edition, pp. 314, 315; note on Luke 22:44).

“[ພຣະເຈົ້າ]ໄດ້ຊົງກະທໍາພຣະອົງຜູ້ຊົງບໍ່ມີບາບໃຫ້ເປັນຄວາມບາບເພາະເຮົາ”(2 ໂກລິນໂທ 5:21)

“ພຣະເຈົ້າຊົງເອົາຄວາມຊົ່ວຊ້າຂອງເຮົາທຸກຄົນວາງລົງເທິງພຣະອົງ” (ເອຊາຢາ 53:6)

“ພຣະອົງຊົງແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງເອງ” (1 ເປໂຕ 2:24)

ເຈ.ຊີ.ໄຣໄດ້ກ່າວວ່າ: “ພວກເຮົາຈະຕ້ອງເກາະຕິດໃຫ້ແໜ້ນໜາຕໍ່ຫຼັກຄໍາສອນເກົ່າທີ່ພຣະ ຄຣິດຊົງ ‘ຊົງແບກບາບຂອງເຮົາ’ທັງໃນສວນ(ເກັດເສມານີ)ແລະເທິງໄມ້ກາງແຂນ,ບໍ່ມີຫຼັກ ຄໍາສອນອື່ນທີ່ສາມາດອະທິບາຍເທິງ(ເຫື່ອເປັນເລືອດຂອງພຣະຄຣິດ) ຫຼືຈິດສໍານຶກທີ່ພໍໃຈ ແຫ່ງຄວາມຊົ່ວຊ້າຂອງມະນຸດໄດ້”(ເຫຼັ້ມດຽວກັນ).ໂຢເຊບຮາທໄດ້ກ່າວວ່າ:

ຈົ່ງເບິ່ງຄວາມທຸກທໍລະມານຂອງພຣະບຸດພຣະເຈົ້າ
ການຫອບ,ການຄວນຄາງ,ການທີ່ເຫື່ອໄຫຼເປັນເໝືອນເລືອດ
ແຫ່ງຄວາມທຸກທໍລະມານຂອງພຣະອົງຊ່າງຫຼາຍແທ້
ພວກທູດສະຫວັນບໍ່ມີຄວາມຮູ້ສຶກທີ່ສົມບູນໄດ້
ແດ່ພຣະເຈົ້າ ແລະພຣະເຈົ້າພຽງຜູ້ດຽວ
ທີ່ນໍ້າໜັກຂອງພວກເຂົາເປັນທີ່ຮູ້ຈັກໄດ້
(“Thine Unknown Sufferings” by Joseph Hart, 1712-1768;
   to the tune of “‘Tis Midnight, and on Olive’s Brow”).

ອີກເທື່ອໜື່ງທີ່ໂຢເຊບຮາທໄດ້ກ່າວວ່າ:

ຢູ່ຫັ້ນພຣະບຸດຂອງພຣະເຈົ້າຊົງແບກບາບທຸກຢ່າງຂອງຂ້າ
ເລື່ອງນີ້ຜ່ານທາງພຣະຄຸນເທົ່ານັ້ນທີ່ສາມາດເຊື່ອໄດ້
ແຕ່ຄວາມໂຫດຮ້າຍທີ່ພຣະອົງຊົງຮູ້ສຶກ
ມັນໃຫຍ່ເກີນທີ່ສາມາດນຶກຝັນໄດ້
ບໍ່ມີໃຜເບິ່ງຊອດຜ່ານພຣະອົງໄດ້
ເກດເສມານີທີ່ເສົ້າແລະມືດມົນ
(“ບັນຫາຫຼາຍຢ່າງທີ່ພຣະອົງທົນເອົາ by Joseph Hart, 1712-1768;
   to the tune of “Come, Ye Sinners”)

ແລະວິວລ່ຽມວິວລ່ຽມສ໌ໄດ້ກ່າວວ່າ:

ນໍ້າໜັກອັນໃຫຍ່ແຫ່ງຄວາມຜິດຂອງມະນຸດຖືກວາງເທິງພຣະຜູ້ຊ່ວຍ
ດ້ວຍບັນຫາເໝືອນດັ່ງເສື້ອຜ້າທີ່ພຣະອົງຖືກຕົບແຕ່ງສໍາລັບຄົນບາບ
ຖືກຕົບແຕ່ງສໍາລັບຄົນບາບ
   (“Love in Agony” by William Williams, 1759;
      to the tune of “Majestic Sweetness Sits Enthroned”).

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

“ພຣະເຈົ້າຊົງເອົາຄວາມຊົ່ວຊ້າຂອງເຮົາທຸກຄົນວາງລົງເທິງພຣະອົງ” (ເອຊາຢາ 53:6)

ນີ້ແມ່ນການເລິ່ມຕົ້ນແຫ່ງການໄຖ່ບາບແທນຄົນອື່ນຂອງພຣະຄຣິດ, “ແທນຄົນອື່ນ”ໝາຍເຖິງຄວາມທຸກທໍລະມານຂອງຄົນໜຶ່ງໃນບ່ອນຂອງຜູ້ອື່ນ, ພຣະຄຣິດຊົງທຸກທໍລະມານໃນບ່ອນຂອງທ່ານ,ເພື່ອບາບຂອງທ່ານ,ເພາະພຣະອົງບໍ່ມີບາບຂອງພຣະອົງເອງ,ພຣະຄຣິດໄດ້ກາຍມາເປັນຜູ້ແບກບາບຂອງເຮົາໃນເກັດເສມານີຢູ່ກ້ອງຕົ້ນໝາກກອກໃນຕອນທ່ຽງຄືນ, ພຣະອົງຈະຖືກຄຶງໃສ່ໄມ້ກາງແຂນໃນຕອນເຊົ້າ,ເພື່ອເຮັດການໄຖ່ບາບສໍາລັບທ່ານ, ທ່ານຊ່າງປະຕິເສດຄວາມຮັກແບບນັ້ນ-ຄວາມຮັກທີ່ພຣະເຢຊູຊົງມີເພື່ອທ່ານໄດ້ແນວໃດ? ທ່ານເຮັດໃຫ້ໃຈຂອງຕົນແຂງກະດ້າງແລະປະຕິເສດຄວາມຮັກນັ້ນໄດ້ແນວໃດ? ນີ້ແມ່ນພຣະເຈົ້າ ພຣະບຸດ,ຊົງທຸກທໍລະມານໃນບ່ອນຂອງທ່ານ,ເພື່ອໄຖ່ບາບໃຫ້ກັບທ່ານ, ທ່ານເຢັນຊ່າຫຼາຍ ແລະແຂງກະດ້າງຈົນຄວາມຮັກຂອງພຣະອົງທີ່ມີຕໍ່ທ່ານບໍ່ມີຄວາມໝາຍຫຍັງເລີຍບໍ?

ຂ້າພະເຈົ້າຂໍຖາມທ່ານແດ່,ທ່ານໄດ້ກາຍເປັນຄົນເຢັນຊ່າ ແລະແຂງກະດ້າງຈົນເມື່ອທ່ານໄດ້ຍິນເລື່ອງພຣະເຢຊູທຸກທໍລະມານເພື່ອທ່ານບໍ່ເຮັດໃຫ້ທ່ານຫວັ່ນໄຫວຫຍັງເລີຍບໍ? ທ່ານກາຍເປັນຄົນແປກປະຫຼາດຫຼາຍຈົນຂ້າພະເຈົ້າເວົ້າເຖິງເລື່ອງຄວາມທຸກທໍລະມານຂອງ ພຣະເຢຊູເພື່ອໄຖ່ບາບຂອງທ່ານ ແລະມັນບໍ່ມີຄວາມໝາຍສໍາລັບທ່ານເລີຍບໍ? ພວກທ່ານກາຍເປັນຄົນດ້ານເໝືອນພວກທະຫານທີ່ຄຶງພຣະເຢຊູໃສ່ໄມ້ກາງແຂນ-ແລະເອົາເສື້ອຂອງ ພຣະອົງມາຈົກສະລາກກັນໃນຂະນະທີ່ພຣະອົງໃກ້ຊິຕາຍບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ! ຂ້າພະເຈົ້າຂໍຮ້ອງພວກທ່ານໃນແລງວັນນີ້ໃຫ້ວາງໃຈໃນພຣະຜູ້ຊ່ວຍ ແລະຮັບການຊໍາລະລ້າງໃຫ້ສະອາດຈາກຄວາມບາບຂອງທ່ານໂດຍພຣະໂລຫິດອັນບໍລິສຸດຂອງພຣະອົງ!

ພວກທ່ານພັດເວົ້າວ່າ: “ມີຫຼາຍຢ່າງໃຫ້ເລີກໃຫ້ຖີ້ມໂພດ”ໂອຂໍພວກທ່ານຈົ່ງຢຸດຟັງພະຍາມານ! ບໍ່ມີອັນໃດໃນໂລກທີ່ສໍາຄັນຫຼາຍໄປກວ່າເລື່ອງນີ້ແລ້ວ!

ພຣະໂລຫິດຂອງພຣະເຢຊູໄຫຼບໍ?,ພຣະຜູ້ສູງສຸດຂອງຂ້າຊົງຕາຍ
ພຣະອົງຊົງສະຫຼະຫົວທີ່ບໍລິສຸດເພື່ອຄົນໂຕໜອນຢ່າງຂ້າແມ່ນບໍ?

ແຕ່(ນໍ້າຕາ)ແຫ່ງຄວາມທຸກ(ບໍ່ສາມາດ)ຈ່າຍໜີ້ຂອງຄວາມຮັກທີ່ຂ້າມີໄດ້
ພຣະອົງເຈົ້າຂ້າຂໍມອບຊີວິດຂອງຂ້ານີ້ແດ່ພຣະອົງກັບທຸກສິ່ງທີ່ຂ້າເຮັດໄດ້
(“Alas! And Did My Saviour Bleed?” by Dr. Isaac Watts, 1674-1748).

ທ່ານພ້ອມທີ່ຈະວາງໃຈໃນພຣະເຢຊູແລ້ວຫຼືຍັງ? ທ່ານພ້ອມທີ່ຈະມອບຕົວເອງໃຫ້ກັບພຣະອົງບໍ? ທ່ານຖືກຂັບເຄື່ອນໃນໃຈຂອງທ່ານດ້ວຍຄວາມຮັກສໍາລັບພຣະອົງບໍ? ຖ້າບໍ ຈົ່ງຢ່າໄປ, ແຕ່ຖ້າແມ່ນຈົ່ງມາ ແລະນັ່ງແຖວໜ້າສອງແຖວນີ້, ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Gethsemane, The Olive-Press!” (by Joseph Hart, 1712-1768;
to the tune of “‘Tis Midnight, and on Olive’s Brow”).