Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງກ້າທີ່ຈະເປັນຄຣິສຕຽນທີ່ຕໍ່ສູ້

DARE TO BE A FIGHTING CHRISTIAN!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 10/12/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, December 10, 2017


ຂ້າພະເຈົ້າຫາກໍອ່ານບົດຄວາມໜຶ່ງທີ່ໜ້າສົນໃຈຫຼາຍຢູ່ໃນວາລະສານໂລກວ່າງມໍ່ໆນີ້, ເປັນເລື່ອງກ່ຽວກັບພວກນັກຮຽນຊາວຈີນທີ່ກາຍເປັນນັກປະກາດໃນລະຫວ່າງທີ່ຮຽນຢູ່ ໃນປະເທດອາເມລິກາ, ແລະພວກເຂົາຫຼາຍຄົນບໍ່ສາມາດປັບຕົວໃຫ້ເຂົ້າກັບຄຣິສຕະຈັກ ຕາມບ້ານໄດ້ຕອນທີ່ກັບໄປຈີນ, ຍິງສາວຄົນໜຶ່ງທີ່ກາຍເປັນຜູ້ປະກາດ ແລະກັບໄປປະເທດ ຈີນໄດ້ອະທິບາຍເຖິງບັນຫາທີ່ພວກເຂົາມີວ່າ: “ຂ້ອຍໄດ້ໄປຢ້ຽມຄຣິສຕະຈັກຕາມບ້ານ, ແຕ່ມັນຍາກຫຼາຍທີ່ຈະແບ່ງປັນປະສົບການຂອງຂ້ອຍກັບເຂົາເຈົ້າ, ພວກມັນເຂົ້າກັນບໍ່ໄດ້ ຂ້ອຍຮູ້ສຶກວ່າໂດດດ່ຽວ ແລະໜັກໃຈຫຼາຍ” ບົດຄວາມເວົ້າວ່າປະສົບການຂອງລາວເປັນ ຕົວຢ່າງ, ຫຼາຍຄົນທີ່ເປັນນັກປະກາດຢູ່ອາເມລິກາບໍ່ໄດ້ກຽມພ້ອມສໍາລັບສິ່ງທີ່ພວກເຂົາພົບ ຢູ່ໃນຄຣິສຕະຈັກຕາມບ້ານຢູ່ຫັ້ນ-ຄວາມກົດດັນຈາກຄວາມຄອບ, ຕາຕະລາງວຽກ ແລະ ພື້ນຖານວັດທະນາທໍາຄຣິສຕະຈັກທີ່ແຕກຕ່າງກັນ “ຫຼັງຈາກສອງປີປະມານ 80% ຂອງ ພວກນັກຮຽນທີ່ກາຍເປັນນັກປະກາດບໍ່ໄດ້ເຂົ້າຮ່ວມນະມັດສະການກັບຄຣິສຕະຈັກອີກ” (World Magazine, September 30, 2017, p. 48)“ຄວາມຄາດຫວັງຂອງພວກເຂົາຖືກທໍາ ລາຍລົງເມື່ອພວກເຂົາກ້າວເຂົ້າໄປຄຣິສຕະຈັກຕາມບ້ານໃນປະເທດຈີນ - ບາງແຫ່ງກໍບໍ່ມີ ແອ ຫຼືຕຶກຄຣິສຕະຈັກ - ບໍ່ມີບ່ອນຂາຍເຄື່ອງສະໜອງຄວາມຕ້ອງການຂອງເຂົາເຈົ້າ”

ໃນເວລາດຽວກັນພວກສິດຍາພິບານຢູ່ປະເທດຈີນກໍພົບວ່່າພວກຄົນໜຸ່ມທີ່ກັບມາ ເຫຼົ່ານີ້ໄດ້ພາກັນຈົ່ມ ແລະທ້າທາຍອໍານາດຂອງຄຣິສຕະຈັກ. ພວກເຂົາຢາກໃຫ້ຄຣິສຕະ ຈັກຕາມບ້ານຕ່າງໆເປັນຄືກັບຄຣິສຕະຈັກທີ່ພວກເຂົາເຂົ້າຮ່ວມຢູ່ໃນສະຫະລັດຫຼາຍຂື້ນ.

ຂ້າພະເຈົ້າໄດ້ຄົ້ນພົບວ່່າເລື່ອງນີ້ໜ້າສົນໃຈຫຼາຍເພາະຢູ່ຄຣິສຕະຈັກຂອງພວກເຮົາພວກເຮົາຄິດເລື່ອງຄຣິສຕະຈັກຕາມບ້ານຂອງຄົນຈີນໃນລະດັບສູງຫຼາຍ, ພວກຄຣິສຕຽນ ຈີນເຫຼົ່ານີ້ລອດຈາກການຂົ່ມເຫງໂດຍພວກຄອມມູນິດເປັນເວລາຫຼາຍປີ, ເຊັ່ນກັນມີການ ຟື້ນຟູທ່າມກາງຄຣິສຕະຈັກຕາມບ້ານຂອງຄົນຈີນ, ສໍາລັບພວກເຮົາເບິ່ງຄືວ່າຄຣິສຕະຈັກ ຂອງເຮົາທີ່ເປັນຄຣິສຕະຈັກເດັກແບບຊາວອາເມລິກາຄວນຈະມີຄວາມຮັກກັບຄວາມຄິດຈິງຈັງແລະຄວາມຄິດເລື່ອງການຟື້ນຟູແບບຄຣິສຕະຈັກເດັກຕາມບ້ານຊາວຈີນມີ! ແຕ່ບໍ່ເລີຍ,ພວກນັກປະກາດແບບຊາວອາເມລິກາ “ບໍ່ສາມາດເຂົ້າກັນ”ກັບຄຣິສຕະຈັກເດັກຊາວຈີນທີ່ຢູ່ຝ່າຍວິນຍານໃນຄຣິສຕະຈັກຕາມບ້ານໄດ້! “ຫຼັງຈາກສອງປີປະມານ 80% ຂອງພວກນັກຮຽນທີ່ກາຍເປັນນັກປະກາດບໍ່ໄດ້ເຂົ້າຮ່ວມນະມັດສະການກັບຄຣິສຕະຈັກອີກເລີຍ”

ເປັນຫຍັງລະ? ບໍ່ມີແອ! ເດັກຜູ້ໜ້າສົງສານ! ບໍ່ມີຕຶກຄຣິສຕະຈັກທີ່ສວຍງາມ! ເດັກນ້ອຍຜູ້ໜ້າສົງສານ! ບໍ່ມີບ່ອນຂາຍເຄື່ອງສະໜອງຄວາມຕ້ອງການຂອງເຂົາເຈົ້າ! ໂອ ເດັກນ້ອຍຜູ້ໜ້າສົງສານຂອງຂ້ອຍ! ພວກເຮົາຕ້ອງການທຸກສິ່ງທຸກຢ່າງມອບໃຫ້ເຮົາ-ຄືກັບ ພວກຂ່າວປະເສີດຢູ່ໃນສະຫະລັດ! ພວກເຮົາຈົ່ມ! ພວກເຮົາທ້າທາຍເຈົ້າໜ້າຂອງຄຣິສຕະ ຈັກ - ຄືກັບພວກນັກຂ່າວປະເສີດອາເມລິກາທີ່ທໍາລາຍ! ພວກເຮົາບໍ່ສົນໃຈໃນການປະຊຸມ ອະທິຖານທີ່ຈິງຈັງ! ເປັນຫຍັງພວກເຂົາຈື່ງຕ້ອງອະທິຖານຫຼາຍໂພດ - ແລະສຽງດັງ!ເປັນ ຫຍັງພວກເຂົາຈື່ງເທດສະໜາໜັກຫຼາຍ ແລະດັງຫຼາຍ? ເປັນຫຍັງພວກເຂົາຈື່ງບໍ່ສາມາດ ເອົາການສຶກສາພຣະຄໍາພີເລັກນ້ອຍໃຫ້ພວກເຮົາຄືກັບທີ່ເຂົາເຈົ້າເຮັດຢູ່ໃນອາເມລິກາ?

ແມ່ນຫຍັງຜິດປົກກະຕິກັບພວກນັກປະກາດຊາວຈີນທີ່ຖືກຝຶກອົບຮົ່ມຢູ່ປະເທດອາເມລິກາລະ? ນີ້ຄືສິ່ງທີ່ວາລະສານໂລກເວົ້າເຖິງຄວາມຜິດພາດກັບຜູ້ນັກປະກາດແບບຊາວອາເມລິກາທີ່ກັບໄປຈີນ - 8 ໃນ 10 ຄົນບໍ່ສາມາດລະບຸຂ່າວປະເສີດຢ່າງຊັດເຈນໄດ້! 8 ໃນ 10 ບໍ່ຮູ້ຈັກຂ່າວປະເສີດ! ພວກເຂົາບໍ່ເຄີຍກັບໃຈໃໝ່ຢູ່ໃນຄຣິສຕະຈັກຂ່າວປະ ເສີດໃນປະເທດອາເມລິກາ! ນັ້ນຄືສິ່ງຫຼັກໆທີ່ຜິດກັບພວກຂ່່າວປະເສີດແບບຊາວອາເມລິກາ8 ໃນ 10 ຂອງພວກເຂົາງ່າຍໆຄືບໍ່ແມ່ນຄຣິສຕຽນແທ້! ບໍ່ສົງໄສເລີຍທີ່ພວກເຂົາບໍ່ແມ່ນ ຄຣິສຕຽນແທ້ຢູ່ໃນຄຣິສຕະຈັກຕາມບ້ານຊາວຈີນ! ປະການທີສອງ ພວກເຂົາບໍ່ມີຄວາມສໍາພັນສ່ວນຕົວກັບພຣະເຈົ້າ, ມີພຽງກັບສະມາຊິກຄຣິສຕະຈັກອື່ນເທົ່ານັ້ນ! ຖ້າເຫດຜົນດຽວທີ່ທ່ານໄປໂບດຄືເພື່ອມິດຕະພາບເທົ່ານັ້ນ, ທ່ານກໍຈະຢູ່ບໍ່ດົນ! ຖ້າທ່ານບໍ່ຢູ່ໃນການສາມັກຄີ ທໍາກັບພຣະເຢຊູແທ້, ທ່ານກໍຈະອອກໄປຄຣິສຕະຈັກໃນໄວນີ້ ຫຼືຕໍ່ໜ້າ! ປະການທີສາມ,ພວກເຂົາບໍ່ໄດ້ຖືກສອນໃຫ້ຮັບໃຊ້ພຣະເຈົ້າຢູ່ໃນຄຣິສຕະຈັກ, ພວກເຂົາຢາກຈະໄດ້ຮັບຄວາມສົນໃຈໂດຍບໍ່ເຄີຍຢາກຮັບໃຊ້ຄົນອື່ນ ແລະນໍາວິນຍານເຂົາມາເຖິງພຣະຄຣິດເລີຍ!

ສິ່ງທີ່ເລື່ອງນີ້ສະແດງໃຫ້ເຫັນກໍຄືຄວາມລົ້ມເຫລວທີ່ເປັນຕາອີຕົນ,ເກືອບລົ້ມເຫລວຢ່າງສິ້ນເຊີງຂອງພວກຜູ້ປະກາດຂ່າວປະເສີດຊາວອາເມລິກາທີ່ຈະໄດ້ຄົນໜຸ່ມສາວທີ່ກັບ ໃຈໃໝ່ແທ້ ແລະຮັກວຽກຂອງພຣະຄຣິດ! ພວກເຮົາຮູ້ຈັກເລື່ອງນັ້ນແລ້ວແມ່ນບໍ? ພວກນັກ ປະກາດຂ່າວປະເສີດແບບອາເມລິກາເວົ້າວ່າ “ຂ້ອຍຮັ່ງມີ ແລະມີຊັບສົມບັດເພິ່ມຂື້ນ ແລະບໍ່ຕ້ອງການສິ່ງໃດ ແລະບໍ່ຮູ້ວ່າທ່ານເປັນຄົນຕາສົມເພດ, ເວດທະນາແລະເປັນຕາອີຕົນ, ຕາບອດແລະເປື່ອຍກາຍ...ດັ່ງນັ້ນເພາະທ່ານເປັນແຕ່ອຸ່ນໆບໍ່ເຢັນບໍ່ຮ້ອນ, ເຮົາຈະຄາຍເຈົ້າ ອອກຈາກປາກຂອງເຮົາ”(ພະນິມິດ 3:17,16) ພຣະຄຣິດກ່າວຕໍ່ຄົນທີ່ອວດຕົວ,ພວກນັກ ຮຽນແບບຊາວອາເມລິກາວ່າ “ເຮົາຈະຄາຍເຈົ້າ ອອກຈາກປາກຂອງເຮົາ”(ຕາມຄວາມ ໝາຍ) ແລະນັ້ນຈື່ງນໍາພວກເຮົາໄປສູ່ເພື່ອນໜຸ່ມສີ່ຄົນຂອງເຮົາທີ່ຢູ່ໃນໜັງສືດານຽນ, ຄືດານຽນ, ຊັດຣັດ, ເມເຊດ ແລະອາເບັດເນໂກຜູ້ຢູ່ໄກ 1,500 ໄມຈາກບ້ານຂອງຕົນ, ພວກຄົນໜຸ່ມເຫຼົ່ານີ້ເປັນພຽງແຕ່ໄວລຸ້ນ, ຢູ່ໄກຈາກບ້ານໃນເມືອງບາບິໂລນນອກສາສະໜາ, ພວກເຂົາເປັນຄືກັບພວກຂ່າວປະເສີດໃໝ່ທີ່ອ່ອນແອທີ່ກັບໄປປະເທດຈີນບໍ?

ຄົນໜຸ່ມສີ່ຄົນນີ້ບໍ່ພຽງແຕ່ເປັນເດັກຊາວຮິບຣູທີ່ຖືກຈັບເປັນຊະເລີຍເທົ່ານັ້ນ, ຂໍເຊີນເປີດດານຽນ 1:3, ຢູ່ໜ້າ 898 ຂອງພຣະຄໍາພີສະບັບສະກໍຟິວສຶກສາ,ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່່ານຂໍ້ນີ້,

“ແລ້ວກະສັດນັ້ນກໍຊົງບັນຊາໃຫ້ອັດເປນັດຫັວໜ້າຂັນທີຂອງທ່ານ ໃຫ້ນຳ(ມີຄົນອື່ນອີກຫຼາຍຄົນ)ຊົນຊາດອິດສະຣາເອນບາງຄົນ ທັງເຊື້ອກະສັດແລະເຊື້ອສາຍຂອງເຈົ້ານາຍ”(ດານຽນ 1:3)

ຕອນນີ້ເບິ່ງຂໍ້ 6,

“ໃນບັນດາຄົນຢູດານັ້ນມີດານຽນ, ຮານັນຢາ, ມີຊາເອນ ແລະອາຊາຣິຢາ” (ດານຽນ 1:6)

ຂໍເຊີນນັ່ງລົງ, ຂໍ້ພຣະຄໍາພີເຫຼົ່ານີ້ສະແດງໃຫ້ເຫັນວ່າມີຄົນໜຸ່ມອື່ນອີກຫຼາຍຄົນຂອງຊາວອິດສະຣາເອນທີ່ຖືກຈັບໄປເປັນຊະເລີຍ, ແຕ່ຄົນໜຸ່ມເຫຼົ່ານີ້ຄືພວກທີ່ດີທີ່ສຸດ, ພວກເຂົາກໍາລັງຈະຖືກອົບຮົມເປັນເວລາສາມປີເພື່ອເປັນນັກປາດ ແລະຈາກນັ້ນກໍເປັນທີ່ປຶກສາຂອງກະສັດເນບູຄັດເນດຊາແຫ່ງບາບິໂລນ, ດານຽນຢູ່ທ່າມກາງພວກເຂົາ ແລະອີກສາມຄົນຄື ຊັດຣັດ ເມຊາກ ແລະອາເບັດເນໂກ, ພວກເຂົາຄືພວກຄົນໜຸ່ມທີ່ເກັ່ງຫຼາຍຊຶ່ງມີພັດທະນາການກ້າວໜ້າໃນເລື່ອງຄວາມຮູ້,ໃນເລື່ອງວິທະຍາສາດ ແລະພາສາຕ່າງໆ.

ແຕ່ມີບາງສິ່ງບາງຢ່າງອີກກ່ຽວກັບຊາຍໜຸ່ມທັງສີ່ທີ່ແຕກຕ່າງກັນ, ພວກເຂົາບໍ່ຕ້ອງ ການທີ່ຈະກິນອາຫານ ຫຼືດື່ມເຫຼົ້າຂອງກະສັດ, ພວກເຂົາຂໍຮ້ອງເພື່ອທີ່ພວກເຂົາຈະໄດ້ຮັກສາບັນຍັດຂອງໂມເຊທີ່ກ່ຽວຂ້ອງກັບອາຫານແລະເຄື່ອງດື່ມ, ພວກເຂົາສາມາດຖືກປະ ຫານຊີວິດໄດ້, ພວກເຂົາໄດ້ຢືນຢັດເພື່ອພຣະເຈົ້າດ້ວຍຄວາມຍາກລໍາບາກຢູ່ໃນລາຊາສໍານັກຂອງພວກນອກສາສະໜານີ້, ເບິ່ງຂໍ້ທີ 8, “ແຕ່ດານຽນຕັ້ງໃຈໄວ້ວ່າຈະບໍ່ກະທໍາຕົວໃຫ້ເປັນມົນທິນດ້ວຍອາຫານສູງຂອງກະສັດ ຫລືດ້ວຍເຫຼົ້າອະງຸ່ນຊຶ່ງທ່ານດື່ມ ເພາະສະນັ້ນທ່ານຈຶ່ງຂໍຫັວໜ້າຂັນທີໃຫ້ຍອມທ່ານທີ່ບໍ່ກະທຳຕົວໃຫ້ເປັນມົນທິນ” ອີກສາມຄົນກໍເຮັດເຊັ່ນດຽວກັນ, ພວກເຂົາເລືອກເອົາອັນຍາກທີ່ຈະຢືນຢັດເພື່ອພຣະເຈົ້າ, ພວກທ່ານເຫັນບໍ,ບໍ່ພຽງແຕ່ພວກຜູ້ຮັບໃຊ້ຂອງກະສັດເທົ່ານັ້ນທີ່ອົບຮົມພວກເຂົາ,ພຣະເຈົ້າເອງກໍກໍາລັງອົບຮົບພວກເຂົາທີ່ຈະຢືນຂື້ນເພື່ອພຣະອົງ ແລະບໍ່ອາຍພຣະອົງ, ພວກທ່ານໄດ້ກົ້ມຫົວລົງແລ້ວຂອບ ຄຸນພຣະເຈົ້າສໍາລັບອາຫານທຸກຄາບທີ່ທ່ານກິນບໍ? ພວກເຮົາຍັງຄົງເຮັດແບບນັ້ນບໍເມື່ອທ່ານຢູ່ກັບຄົນທີ່ບໍ່ແມ່ນຄຣິສຕຽນ? ພວກທ່ານຍັງເຮັດແບບນັ້ນບໍຕອນທີ່ທ່ານຢູ່ໃນຮ້ານອາ ຫານ? ພວກທ່ານຈະຢູ່ໃນງານລ້ຽງວັນຄຣິສມາດບໍ? ຫຼືທ່ານຈະຂາດໂບດໃນວັນຄຣິສມາດເພື່ອຢູ່ໃນສະຖານທີ່ແຫ່ງຄວາມບາບ? ທ່ານຈະຢູ່ກັບພວກເຮົາໃນຄຣິສຕະຈັກໃນວັນປີໃໝ່ ສາກົນບໍ? ຫຼືທ່ານຈະຢູ່ໃນງານລ້ຽງພວກບໍ່ມີສາສະໜາ? ມັນຕ້ອງອາໄສຄວາມເຊື່ອ ແລະ ຄວາມກ້າທີ່ຈະຢືນຢັດແບບພວກຄົນໜຸ່ມເຫຼົ້ານັ້ນ! ຂ້າພະເຈົ້າໄດ້ແປງຄໍາໜຶ່ງຢູ່ໃນເພງ.

ກ້າທີ່ຈະເປັນຄືກັບດານຽນ
ກ້າທີ່ຈະຢືນຢັດຜູ້ດຽວ
ກ້າທີ່ຈະມີເປົ້າໝາຍໝັ້ນຄົງ
ກ້າທີ່ຈະເຮັດໃຫ້ເປັນທີ່ຮູ້ຈັກ

ເຊີນຢືນຂື້ນແລະຮ້ອງ!

ກ້າທີ່ຈະເປັນຄືກັບດານຽນ
ກ້າທີ່ຈະຢືນຢັດຜູ້ດຽວ
ກ້າທີ່ຈະມີເປົ້າໝາຍໝັ້ນຄົງ
ກ້າທີ່ຈະເຮັດໃຫ້ເປັນທີ່ຮູ້ຈັກ

ຂໍເຊີນນັ່ງລົງ.

ຊາຍໜຸ່ມທັງສີ່ຄົນນັ້ນບໍ່ເໝືອນກັບເດັກນ້ອຍຈີນແບບຊາວອາເມລິກາທີ່ຢາກໄດ້ ຄຣິສຕະຈັກທີ່ດີຢູ່ປະເທດຈີນເພື່ອຄວາມສະດວກແລະປະນີປະນອມແບບພວກນັກປະກາດ ຂ່າວປະເສີດຊາວອາເມລິກາ, ບໍ່! ບໍ່! ເດັກພວກນີ້ສືບຕໍ່ຮັກສາການເຊື່ອຟັງພຣະເຈົ້າບໍ່ວ່າທຸກຄົນຈະມັກຫຼືບໍ່ມັກກໍຕາມ! ນັ້ນຄືປະເພດຂອງຄົນໜຸ່ມທີ່ພຣະເຈົ້າຍົກຍ້ອງ! ພຣະອົງໃຫ້ກຽດແກ່ພວກເຂົາ ແລະພຣະອົງຈະໃຫ້ກຽດທ່ານຖ້າທ່ານຫາກເປັນຄົນທີ່ຈິງໃຈແບບໄວລຸ້ນພວກນັ້ນ!

ຕອນນີ້ພວກໄວລຸ້ນເຫຼົ່ານີ້ຖືກການທົດສອບອີກອັນໜື່ງ, ພວກເຂົາຜ່່ານການທົດສອບອັນແລກໂດຍການບໍ່ກິນອາຫານທີ່ເປັນມົນທິນ, ດັ່ງນັ້ນຕອນນີິ້ພຣະເຈົ້າຈື່ງເອົາການທົດສອບໃໝ່ໃຫ້ເຂົາ - ເລື່ອງການອະທິການ, ກະສັດຝັນແລະຢາກຈະຮູ້ວ່າມັນໝາຍເຖິງຫຍັງ,ແຕ່ລາວບໍ່ໄດ້ບອກພວກນັກປາດຂອງຕົນວ່່າຄວາມຝັນຄືຫຍັງ, ລາວຮຽກຮ້ອງໃຫ້ເຂົາເຈົ້າບອກວ່າລາວຝັນຫຍັງກ່ອນທີ່ພວກເຂົາຈະອະທິບາຍວ່າມັນໝາຍເຖິງຫຍັງ, ຖ້າພວກເຂົາເຮັດບໍ່ໄດ້ພວກເຂົາກໍຈະຖືກຈີກເປັນຕອນໆ, ກະສັດກ່າວວ່າ “ຈົ່ງສະແດງຄວາມຝັນແລະຄໍາແກ້ຝັນໃຫ້ເຮົາ”(2:6) ພວກນັກປາດກໍເວົ້າວ່າບໍ່ມີມະນຸດຄົນໃດສາມາດເຮັດໃນສິ່ງທີ່ກະສັດຂໍໄດ້, ເລື່ອງນີ້ເຮັດໃຫ້ກະສັດໃຈຮ້າຍຫຼາຍຈື່ງສັ່ງໃຫ້ຂ້າພວກນັກປາດທັງໝົດໃນບາບິໂລນຖີ້ມ, ດໍາລັດຂອງກະສັດຖືກປະກາດອອກໄປ,ພວກເຂົາຈື່ງຕາມຫາດານຽນ ແລະໝູ່ທັງສາມຄົນຂອງລາວເພື່ອຈະເອົາໄປຂ້າພ້ອມກັບພວກນັກປາດອື່ນໆ, ດານຽນຈື່ງໄປຫາກະສັດແລະຂໍເວລາຈັກໜ້ອຍແລ້ວລາວຈະໃຫ້ຄໍາແກ້ຝັນ, ດານຽນເຮັດຫຍັງລະ?ລາວກໍໄປພາຊັດຣັດ, ເມຊາກ ແລະອາເບັດເນໂກໝູ່ທັງສາມຂອງລາວ, ແລະທັງສີ່ຄົນນີ້ກໍພາກັນປະຊຸມອະທິຖານ, ພວກເຂົາເຮັດໃຫ້ຂ້າພະເຈົ້າຄິດເຖິງເລື່ອງ ຈອນ, ແຈັກ,ໂນອາ ແລະອາຣ໋ອນ ຊາຍໜຸ່ມທັງສີ່ທີ່ໄປຫາຂ້າພະເຈົ້າເພື່ອອະທິຖານ, ພວກເຂົາໄດ້ຂໍພຣະເມດຕາຈາກພຣະເຈົ້າແຫ່ງຟ້າສະຫວັນ, ພວກເຂົາອະທິຖານຂໍພຣະເຈົ້າໃຫ້ບອກເຖິງຄວາມຝັນ ເລິກລັບ, ເບິ່ງດານຽນ 2:19 “ໃນນິມິດກລາງຄືນຊົງເປີດເຜີຍຄວາມເລິກລັບນັ້ນແກ່ດານຽນ ແລ້ວດານຽນກໍຖວາຍສາທຸການແດ່ພຣະເຈົ້າແຫ່ງຟ້າສະຫວັນ” ເບິ່ງດານຽນ 2:23 ດານຽນກ່າວວ່າ “ໂອ ພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ານ້ອຍ ຂ້ານ້ອຍຂໍໂມທະນາແລະສັນລະເສີນພຣະອົງ ຜູ້ຊົງປະທານປັນຍາ ແລະກຳລັງແກ່ຂ້ານ້ອຍ ສິ່ງນັ້ນທີ່ພວກຂ້ານ້ອຍທູນຂໍ ພຣະອົງກໍຊົງໃຫ້ຂ້ານ້ອຍຮູ້ແລ້ວ ເພາະພຣະອົງໄດ້ຊົງສະແດງເລື່ອງຂອງກະສັດໃຫ້ແຈ້ງແກ່ພວກຂ້ານ້ອຍ” ຈົ່ງເບິ່ງ, ກະສັດກ່າວວ່າ “ເຈົ້າສາມາດທີ່ຈະໃຫ້ເຮົາຮູ້ເຖິງຄວາມຝັນທີ່ເຮົາໄດ້ຝັນນັ້ນແລະຄໍາແກ້ຝັນໄດ້ບໍ?” ດານຽນຕອບວ່າ “ຄວາມເລິກລັບທີ່ກະສັດຮຽກຮ້ອງນັ້ນບໍ່ມີນັກປາດຄົນໃດຕອບໄດ້, ແຕ່ມີພຣະເຈົ້າອົງໜຶ່ງໃນສະຫວັນຜູ້ຊົງເປີດເຜີຍຄວາມລັບທັງຫຼາຍ...ນີ້ແມ່ນຄວາມຝັນທີ່ກະສັດຝັນ ແລະນີ້ແມ່ນຄໍາແກ້ຝັນ ແລະຫຼັງຈາກນັ້ນດານຽນກັບໝູ່ທັງສາມຄົນຂອງລາວກໍບອກກະສັດເຖິງຄວາມຝັນເລິກລັບຂອງລາວແລະຄໍາແກ້ຝັນ, ຕອນນີ້ຈົ່ງເບິ່ງຂໍ້ທີ່ 47 “ກະສັດກ່າວກັບດານຽນວ່າ ແນ່ນອນວ່າພຣະເຈົ້າຂອງທ່ານເປັນພຣະເຈົ້າເໜືອພະທັງຫຼາຍ ແລະເປັນພຣະເຈົ້າຂອງກະສັດທັງປວງ, ຊົງເປັນຜູ້ເປີດເຜີຍຄວາມເລິກລັບທັງຫຼາຍ ເພາະທ່ານສາມາດທີ່ຈະເປີດເຜີຍຄວາມເລິກລັບນີ້ໄດ້” ຕອນນີ້ຈົ່ງເບິ່ງ ຫຼັງຈາກນັ້ນກະສັດກໍແຕ່ງຕັ້ງໃຫ້ດານຽນເປັນບຸລຸດຜູ້ຍິ່ງໃຫຍ່ ແລະໃຫ້ລາວປົກຄອງເໜືອມົນທົນຂອງບາບິໂລນ ແລະແຕ່ງຕັ້ງໃຫ້ລາວເປັນຫົວໜ້າພວກນັກປາດທັງໝົດຂອງບາບິໂລນ, ຊັດຣັດ, ເມຊາດ ແລະອາເບັດເນໂກກໍໄດ້ຮັບການແຕ່ງຕັ້ງຢູ່ໃນຕໍາແໜ່ງສູງເຊັ່ນກັນ, ແຕ່ຊາຍໜຸ່ມຄືດານຽນຄົນນີ້ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ນາຍົກລັດຖະ ມົນຕີເໜືອອານາຈັກບາບິໂລນທັງໝົດ.

ພວກຊາຍໜຸ່ມຜ່ານການທົດສອບຄັ້ງທີໜຶ່ງທີ່ພຣະເຈົ້າມອບໃຫ້ເຂົາເຈົ້າໂດຍການປະຕິເສດທີ່ຈະເປັນມົນທິນດ້ວຍອາຫານ ແລະເຫຼົ້າອະງຸ່ນຂອງກະສັດ, ພວກເຂົາໃຫ້ພຣະເຈົ້າເປັນທີ່ໜຶ່ງ ແລະຜ່ານການທົດສອບນີ້ດ້ວຍຄວາມສົດໃສ.

ຕອນນີ້ພວກຊາຍໜຸ່ມໄດ້ຜ່ານການທົດສອບທີສອງ, ພວກເຂົາມາຮ່ວມກັນອະທິ ຖານຂໍພຣະເຈົ້າໃຫ້ເປີດເຜີຍຄວາມຝັນຂອງກະສັດ, ພວກເຂົາໄວ້ວາງໃຈພຣະເຈົ້າໃນຄໍາອະທິຖານ ແລະຜ່ານການທົດສອບທີສອງດ້ວຍຄວາມສົດໃສ.

ຂ້າພະເຈົ້າໄດ້ໃຊ້ເວລາສະແດງເລື່ອງນີ້ໃຫ້ພວກທ່ານກໍເພາະວ່າມັນເປັນເລື່ອງທີ່ສໍາຄັນຫຼາຍ, ບາງເທື່ອພວກເຮົາຄິດວ່າພວກທ່ານສາມາດໂດດເຂົ້າສູ່ອໍານາດທີ່ຍິ່ງໃຫຍ່ໃນຖານະເປັນຄຣິສຕຽນຄົນໜຶ່ງໄດ້, ແຕ່ພວກທ່ານບໍ່ສາມາດ “ໂດດ”ເຂົ້າສູ່ອໍານາດທີ່ຍິ່ງໃຫຍ່ກັບພຣະເຈົ້າໄດ້, ທ່ານເຕີບໃຫຍ່ຂື້ນ, ພວກທ່ານໄດ້ຮັບຄວາມລອດຈາກນັ້ນພວກທ່ານກໍເຕີບໃຫຍ່ຂື້ນ! ພຣະເຢຊູກ່າວວ່່າ:

“ຄົນທີ່ສັດຊື່ໃນສິ່ງຂອງເລັກນ້ອຍທີ່ສຸດຈະສັດຊື່ໃນສິ່ງຂອງຫຼາຍເຊັ່ນກັນ ແລະຄົນທີ່ບໍ່ຍຸຕິທໍາໃນສິ່ງຂອງເລັກນ້ອຍຈະບໍ່ຍຸຕິທໍາໃນສິ່ງຂອງຫຼາຍເຊັ່ນກັນ” (ລູກາ 16:10)

ຖ້າພວກທ່ານສັດຊື່ໃນສິ່ງເລັກນ້ອຍເຊັ່ນການມາໂບດໃນວັນຄຣິສມາດ ແລະວັນປີໃໝ່ສາ ກົນ, ຫຼັງຈາກນັ້ນທ່ານກໍຈະເປັນຄົນທີ່ສັດຊື່ໃນສິ່ງຂອງທີ່ໃຫຍ່ກວ່າ.

ຊາຍໜຸ່ມເຫຼົ່ານີ້ສັດຊື່ໃນສິ່ງທີ່ພວກເຂົາກິນ, ພວກເຂົາຈື່ງຜ່ານການທົດສອບນັ້ນ,ພວກເຂົາຍັງສັດຊື່ໃນຄໍາອະທິຖານເຊັ່ນກັນ, ພວກເຂົາຜ່ານການທົດສອບນັ້ນເຊັ່ນກັນ.

ຕໍ່ມາພວກເຂົາກໍມີການທົດສອບທີ່ໃຫຍ່ກວ່າ, ວ່າພວກເຂົາຈະຂາບລົງແລະນະມັດ ສະການຮູບປັ້ນຄໍາຂອງກະສັດ ຫຼືພວກເຂົາຈະສ່ຽງທີ່ຈະຖືກເຜົາທັງເປັນໃນເຕົາໄຟຍ້ອນການບໍ່ຂາບໄຫວ້ບໍ? ພວກເຂົາເຄີຍຜ່ານການທົດສອບນ້ອຍກວ່າມາແລ້ວ, ດັ່ງນັ້ນຕໍ່ມາພວກເຂົາກໍກ່າວດ້ວຍຄວາມກ້າຫານວ່າ:

“ພຣະເຈົ້າຂອງພວກຂ້ານ້ອຍຜູ້ຊື່ງພວກຂ້ານ້ອຍຮັບໃຊ້ສາມາດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກເຕົາທີ່ໄຟລຸກຢູ່ ໂອຂ້າແດ່ກະສັດ ພຣະອົງກໍຈະຊົງຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມື້ຂອງທ່ານດ້ວຍ” (ດານຽນ 3:17)

ພວກເຂົາໄດ້ຮຽນຮູ້ໂດຍການຜ່ານການທົດສອບເລັກນ້ອຍເຊິ່ງພຣະເຈົ້າຈະຊົງຊ່ວຍພວກເຂົາຈາກການທົດສອບໃຫຍ່ແຫ່ງເຕົາໄຟ!

ເຊັ່ນກັນໂດຍຄໍາອະທິຖານທີ່ຈິງຈັງພວກເຂົາຈື່ງລອດຈາກການຖືກຂ້າໂດຍກະສັດ, ຕໍ່ມາເມື່ອກະສັດຂູ່ທີ່ຈະເອົາດານຽນຖີ້ມລົງໃນຖໍ້າສິງທີ່ກໍາລັງແຜດສຽງ, ດານຽນກໍໄດ້ຮັບການຮັກສາໃຫ້ປອດໄພໂດຍທີ່ພຣະເຈົ້າຊົງສົ່ງທູດສະຫວັນມາປິດປາກສິງ! ພຣະເຢຊູຊົງຢູ່ໃນເຕົາໄຟ ແລະຊ່ວຍພວກເຂົາ, ພຣະເຢຊູຄືທູດສະຫວັນອົງນັ້ນ, ພຣະເຢຊູຊົງຢູ່ໃນຖໍ້າສິງຕອນທີ່ດານຽນຖືກຖິ້ີ້ມລົງໃນນັ້ນ, ລາວມີຄວາມເຊື່ອທີ່ຈະຢືນຢັດຕໍ່ສູ້ພະຍາມານ, ພຣະຄໍາພີກ່າວວ່າ “ຈົ່ງຕຽມຕົວເພື່ອພົບພຣະເຈົ້າຂອງເຈົ້າ” ຖ້າທ່ານບໍ່ຕຽມຕົວ,ພວກທ່ານກໍຈະຖືກມອບໃຫ້ພະຍາມານ ແລະປະຕິເສດພຣະເຈົ້າ!

ພວກທ່ານຈະຕ້ອງຖືກອົບຮົມຕອນນີ້ເພື່ອທີ່ຈະສາມາດຢືນຢັດ ແລະຖືກນັບ,ເໝືອນກັບດານຽນ, ດັ່ງນັ້ນທ່ານຈະຕ້ອງມີຖ້າທ່ານຫາກຫວັງທີ່ຈະລົບໜີຈາກໄຟໄດ້!

ນັ້ນແຫຼະທີ່ວ່າເປັນຫຍັງພວກທ່ານຈື່ງຕ້ອງເລິ່ມອົບຮົມດຽວນີ້! ບໍ່ແມ່ນອີກຈັກໜ້ອຍ! ທ່ານຈະບໍ່ກາຍເປັນບຸກຄົນທີ່ຍິ່ງໃຫຍ່ແຫ່ງຄວາມເຊື່ອໄດ້! ບໍ່! ມັນຕ້ອງຝຶກຝົນ! ເຊີນຟັງສິ່ງທີ່ດຣ.ແຊນເວົ້າກ່ຽວກັບເມຍຂອງຂ້າພະເຈົ້າ, ດຣ.ແຊນໄດ້ກ່າວວ່າ “ເມຍອາຈານບໍ່ໄດ້ກາຍເປັນຄຣິສຕຽນຜູ້ຍິ່ງໃຫຍ່ໃນຊົ່ວຄໍ່າຄືນ, ນາງເປັນໂດຍຜ່ານຫຼາຍປີແຫ່ງການຮັບໃຊ້ທີ່ສັດຊື່ຕໍ່ພຣະເຈົ້າ, ໃນຖານະເປັນຄົນໜຸ່ມລາວໄດ້ມອບທັງຊີວິດຂອງລາວໃຫ້ກັບການຮັບໃຊ້ຂອງຄຣິສຕະຈັກ ແລະບໍ່ໄດ້ຫຍັງກັບຄືນມາ, ພຣະເຈົ້າໄດ້ໃຊ້ລາວໃນທາງຍິ່ງໃຫຍ່ເພາະເລື່ອງນີ້” ລາວເລິ່ມເຮັດຕອນ 16 ປີພະຍາຍາມເຮັດສິ່ງທີ່ດີທີ່ສຸດເພື່ອຄຣິສຕະຈັກ, ຕອນນີ້ຫຼາຍປີຕໍ່ມາລາວຄືຍັກແຫ່ງຄວາມເຊື່ອ, ຖ້າພວກທ່ານຫາກບໍ່ຈິງຈັງແລະສັດຊື່ຕອນນີ້ກັບວຽກນ້ອຍໆທີ່ທ່ານມີ, ທ່ານກໍຈະບໍ່ແມ່ນຜູ້ຊະນະວິນຍານທີ່ຍິ່ງໃຫຍ່ ແລະເປັນນັກຮົບອະທິຖານໃນອະນາຄົດໄດ້.

ບໍ່ມີທາງລັດສໍາລັບດານຽນ ກັບໝູ່ທັງສາມຂອງລາວ-ແລະບໍ່ມີທາງລັດສໍາລັບທ່ານ, ຈົ່ງເລີິ່ມຕົ້ນດຽວນີ້ໂດຍການພະຍາຍາມຈິງຈັງ ແລະກະຕືລືລົ້ນທີ່ຈະເຂົ້າມາຫາພຣະຄຣິດ,ຖ້າທ່ານເປັນຄົນຂີ້ຄ້ານຕອນເລິ່ມຕົ້ນ, ທ່ານກໍຈະບໍ່ມີວັນເປັນຄຣິສຕຽນທີ່ຍິ່ງໃຫຍ່ໃນຕໍ່ມາໄດ້, ຈົ່ງພະຍາຍາມດ້ວຍສຸດກໍາລັງເພື່ອເຂົ້າມາຫາພຣະຄຣິດດຽວນີ້, ບາງຄົນເຄີຍເວົ້າວ່າ “ການເລິ່ມຕົ້ນດີກໍສໍາເລັດໄປເຄິ່ງໜຶ່ງ” ເມຍດຣ.ໄຮເມີໄດ້ຫັນຫຼັງໃຫ້ຄວາມບາບ ແລ້ວເຊື່ອວາງໃຈໃນພຣະເຢຊູຄັ້ງແລກທີ່ລາວໄດ້ຍິນຂ້າພະເຈົ້າປະກາດຂ່າວປະເສີດ! ດຣ.ຈູດິດເຄແກນກໍເຊັ່ນກັນ, ດຣ.ໄຄຣ້ທັນແຊນກໍເຮັດເຊັ່ນກັນ, ນາງເມລິສາແຊນເດີກໍເຮັດເຊັ່ນກັນ, ເບັນກຣິຟຟິດກໍເຊັ່ນກັນ, ບໍ່ສົງໄສເລີຍທີ່ພວກເຂົາເປັນຄຣິສຕຽນທີ່ເຂັ້ມແຂງໃນຕອນນີ້! ມີຜູ້ຍິງຄົນໜຶ່ງແນມເບິ່ງຂ້າພະເຈົ້າດ້ວຍຄວາມສົງໄສທີ່ພວກເຂົາລອດຢ່າງໄວວາ, ລາວເອງເຄີຍຢູ່ບ່ອນນີ້ຫຼົງຫາຍເປັນເວລາຫຼາຍປີ “ພວກເຂົາຄືມາເຮັດໄວແທ້?”ລາວຖາມ, ພວກເຂົາຈິງຈັງ ສ່ວນເຈົ້າບໍ່ຈິງຈັງ, ນັ້ນແຫຼະຄວາມແຕກຕ່າງ! ຖ້າທ່ານໂງ່ໄປມາ ແລະບໍ່ພະຍາຍາມຢ່າງໜັກທີ່ຈະເຂົ້າໃນອານາຈັກຂອງພຣະເຈົ້າໃນຕອນຕົ້ນ,ທ່ານກໍຈະເປັນພວກຂ່າວປະເສີດໃໝ່ທີ່ອ່ອນແອຕະຫຼອດ,ຄືກັບພວກເດັກນ້ອຍຄົນຈີນທີ່ພົບຫາຍະນະໂດຍການເຂົ້າຮ່ວມຄຣິສຕະຈັກຂ່າວປະເສີດໃໝ່ທີ່ຍານ,ອ່ອນແອ, ພຣະຄໍາພີກ່າວວ່າ “ສະນັ້ນທ່ານຈົ່ງອົດທົນການຍາກລໍາບາກດັ່ງທະຫານທີ່ດີຂອງພຣະເຢຊູຄຣິດ”(2 ຕີໂມທຽວ 2:3)ຈົ່ງກ້າຫານຄືກັບດານຽນ! ເຊີນຮ້ອງ!

ກ້າທີ່ຈະເປັນຄືກັບດານຽນ
ກ້າທີ່ຈະຢືນຢັດຜູ້ດຽວ
ກ້າທີ່ຈະມີເປົ້າໝາຍໝັ້ນຄົງ
ກ້າທີ່ຈະເຮັດໃຫ້ເປັນທີ່ຮູ້ຈັກ

ແນ່ນອນຂ້ອຍຕ້ອງສູ້,ຖ້າຂ້ອຍຈະຄອບຄອງ
ພຣະເຈົ້າຂ້າ ຂໍຊົງເພີ່ມເຕີມຄວາມກ້າຂອງຂ້າ
ຂ້າຈະແບກວຽກໜັກ,ອົດທົນຄວາມເຈັບປວດ
ທີ່ອຸປະຖໍາໂດຍພຣະຄໍາຂອງພຣະອົງ
(“ຂ້າເປັນທະຫານແຫ່ງໄມ້ກາງແຂນບໍ?”ໂດຍ Dr. Isaac Watts, 1674-1748).

“ຈົ່ງຕໍ່ສູ້ຢ່າງເຕັມກໍາລັງແຫ່ງຄວາມເຊື່ອ ຈົ່ງຍຶດຊີວິດນິລັນໄວ້” (1 ຕີໂມທຽວ 6:12)

ພວກຂ່າວປະເສີດໃໝ່ຂີ້ຄ້ານບໍ່ມີວັນເປັນສະມາຊິກຄຣິສຕະຈັກທີ່ດີໄດ້! ພວກເຂົາບໍ່ເຊື່ອວ່າ ລັດທິຂ່າວປະເສີດໃໝ່ຂອງຕົນຜິດ, ນັ້ນຄືເຫດຜົນທີ່ພວກຂ່າວປະເສີດໃໝ່ບໍ່ຄ່ອຍໄດ້ຮັບຄວາມລອດ, ແລະພວກເຂົາບໍ່ເຄີຍລອດຄັ້ງທໍາອິດທີ່ພວກເຂົາໄດ້ຍິນຂ່າວປະເສີດ, ພວກທ່ານຈະຕ້ອງຕໍ່ສູ້ກັບພວກເຂົາເປັນເວລາຫຼາຍປີກ່ອນທີ່ພວກເຂົາຈະຍອມຮັບວ່່າສາສະໜາຂອງພວກເຂົາຜິດ, ນັ້ນແຫຼະທີ່ວ່າເປັນຫຍັງພວກເຂົາຈື່ງບໍ່ເຄີຍເປັນສະມາຊິກຄຣິສຕະຈັກທີ່ດີໄດ້! ບໍ່ມີວັນ! ບໍ່ມີວັນ! ບໍ່ມີວັນ! ຖ້າທ່ານເປັນຂີ້ຄ້ານຫຼາຍທີ່ຈະຕໍ່ສູ້ທາງມາຫາ ພຣະຄຣິດຂອງຕົນ,ທ່ານກໍຈະບໍ່ມີວັນສາມາດທີ່ຈະສູ້ເພື່ອສິ່ງທີ່ມີປະໂຫຍດອື່ນຈັກຢ່າງໃນຊີວິດຄຣິສຕຽນໄດ້, ຂ້າພະເຈົ້າກໍາລັງເວົ້າເຖິງຄວາມລອດໂດຍການເຮັດດີບໍ? ບໍ່ເລີຍ, ຂ້າ ພະເຈົ້າກໍາລັງເວົ້າເຖິງຄວາມລອດໂດຍພຣະຄຸນ, ພຣະຄຸນທີ່ຊັກນໍາທ່ານໃຫ້ຕໍ່ສູ້ທາງຂອງຕົນຜ່ານທາງຄວາມສົງໄສ ແລະຄວາມຢ້ານຕ່າງໆ, ຂ້າພະເຈົ້າກໍາລັງເວົ້າເຖິງຄວາມເຊື່ອທີ່ມັນຕໍ່ສູ້ທາງໄປສູ່ພຣະຄຣິດ ແລະຈາກນັ້ນກໍສືບຕໍ່ຕໍ່ສູ້ເພື່ອສິ່ງທີີ່ດີຂອງຄຣິສຕະຈັກຂອງ ພຣະຄຣິດ, ດຣ. ອາ.ເອ.ທໍຣີ່ ເຄີຍເທດສະໜາເລື່ອງ -“ຄວາມຕ້ອງການ,ການຕໍ່ສູ້ຂອງຄຣິສຕຽນ” ຈົ່ງເປັນຄົນໜຶ່ງໃນຕອນເລີິ່ມຕົ້ນ! ຖ້າທ່ານຂີ້ຄ້ານກ່ຽວກັບການມາເປັນ ຄຣິສຕຽນ-ທ່ານກໍຈະຂີ້ຄ້ານຕະຫຼອດຊີວິດຂອງທ່ານ! “ຄວາມຕ້ອງການ - ການຕໍ່ສູ້ຂອງ ຄຣິສຕຽນ” ອັນນັ້ນຄືປະເພດດຽວທີ່ພວກເຮົາມີທີ່ນີ້ໃນແບັບຕິດເທເບີນາໂຄ, ຖ້າທ່ານເປັນຄຣິສຕຽນທີ່ຂີ້ຄ້ານ,ຈົ່ງໄປຄຣິສຕະຈັກອື່ນ! ມີຄຣິສຕະຈັກຂ່າວປະເສີດໃໝ່ຫຼາຍແຫ່ງທີ່ອ່ອນແອ! ຈົ່ງໄປບ່ອນນັ້ນ! ຈົ່ງໄປບ່ອນນັ້ນ! ຈົ່ງໄປບ່ອນນັ້ນ! ຈົ່ງອອກໄປແລ້ວໄປບ່ອນນັ້ນ!

ແຕ່ຖ້າກ່ອນ! ຂ້າພະເຈົ້າບໍ່ໄດ້ໄລ່! ຂ້າພະເຈົ້າບໍ່ຢາກໃຫ້ພວກທ່ານໄປ,ຂ້າພະເຈົ້າຢາກໃຫ້ພວກທ່ານຢູ່ ແລະລອດ! ຕອນນີ້ຈົ່ງຟັງຂ້າພະເຈົ້າໃຫ້ດີ, ນີ້ແມ່ນສ່ວນທີ່ສໍາຄັນທີ່ສຸດຂອງຄໍາເທດສະໜາຖ້າທ່ານຫາກຍັງບໍ່ໄດ້ຮັບຄວາມລອດ, ຈົ່ງແນ່ໃສ່ໃນສິ່ງທີ່ຂ້າພະ ເຈົ້າກໍາລັງເວົ້າກັບພວກທ່ານຕອນນີ້, ຈົ່ງຟັງເລື່ອງນີ້ແບບທີ່ທ່ານບໍ່ເຄີຍຟັງມາກ່ອນ!

ກະສັດໄດ້ໂຍນຊາຍໜຸ່ມທັງສາມຄົນເຂົ້າໄປໃນເຕົາໄຟ,ພວກເຂົາຜ່ານຄວາມຫວັງທຸກຢ່າງໄປ, ມັນຄືຫົນທາງທີ່ທ່ານຮູ້ສຶກຕອນນີ້ແມ່ນບໍ? ພວກທ່ານຢູ່ໃນສະຖານະການໝົດຫວັງ, ທ່ານບໍ່ສາມາດຊ່ວຍຕົນເອງໃຫ້ລອດໄດ້, ຄວາມຈິງແລ້ວທ່ານໄດ້ສູນເສຍຄວາມຫວັງທີ່ຈະລອດໄດ້ທັງໝົດໄປ, “ຂ້ອຍບໍ່ສາມາດເປັນຄືກັບດຣ. ແຊນ ຫຼືກຣິຟຟິດ ຫຼືຈູດີເຄແກນ ຫຼືເມຍດຣ.ໄຮເມີໄດ້” ພວກທ່ານຮູ້ສຶກໝົດຫວັງ, ພວກທ່ານຮູ້ດີວ່າພວກທ່ານຈະຕ້ອງຖືກເຜົາໃນນາລົກ ແລະທ່ານບໍ່ສາມາດເຮັດຈັກຢ່າງເພື່ອຊ່ວຍຕົວທ່ານໄດ້! ແຕ່ຖ້າກ່ອນ! ເມື່ອກະສັດແນມເບິ່ງເຕົາໄຟລາວບໍ່ໄດ້ເຫັນພຽງແຕ່ຊາຍໜຸ່ມສາມຄົນເທົ່ານັ້ນ,ລາວເຫັນຜູ້ຊາຍສີ່ຄົນຢູ່ໃນເຕົາໄຟ “ກໍາລັງຍ່າງຢູ່ກາງໄຟ ແລະພວກເຂົາກໍບໍ່ເປັນອັນຕະລາຍຮູບຮ່າງຂອງຄົນທີ່ສີ່ຄ້າຍຄືກັບພຣະບຸດຂອງພຣະເຈົ້າ”(ດານຽນ 3:25),ສະເປີໂຈນເວົ້າຖືກ ຄົນທີສີ່ຢູ່ໃນໄຟຄືພຣະເຢຊູ - ພຣະບຸດຂອງພຣະເຈົ້າກ່ອນການມາບັງເກີດ, ພຣະເຢຊູຊົງຢູ່ໃນໄຟພ້ອມກັບພວກເຂົາ, ພຣະເຢຊູຊົງຢູ່ບ່ອນນັ້ນເພື່ອຊ່ວຍຊາຍໜຸ່ມເຫຼົ່ານັ້ນຈາກແປວ ໄຟ! ພຣະຄໍາພີກ່າວວ່າ “ໄຟບໍ່ມີອໍານາດ”ທີ່ຈະເຜົາພວກເຂົາເລີຍ(ດານຽນ 3:27)ພຣະເຢຊູຊົງຢູ່ກັບພວກເຂົາ ແລະພຣະເຢຊູຊົງຊ່ວຍພວກເຂົາໃຫ້ພົ້ນຈາກໄຟແລະຈາກນາລົກ.

ເພື່ອນທີ່ຮັກຂອງຂ້າພະເຈົ້າ,ພຣະເຢຊູຈະຊົງຈະຊົງຊ່ວຍທ່ານເຊັ່ນກັນ, ພຣະອົງຊົງມີຄວາມເມດຕາຕໍ່ພວກທ່ານ, ພຣະອົງຊົງຮັກພວກທ່ານ, ບໍ່ວ່າຄວາມເຊື່ອຂອງທ່ານຈະນ້ອຍພຽງໃດ,ພຣະເຢຊູຊົງມີລິດອໍານາດທຸກຢ່າງ, ແລະພຣະເຢຊູຊົງຢູ່ຂ້າງທ່ານ! ພຣະຄໍາພີໄດ້ກ່າວເຊັ່ນນັ້ນ! ພຣະຄໍາພີກ່າວວ່າ “ພຣະເຢຊູຄຣິດໄດ້ສະເດັດມາໃນໂລກນີ້ເພື່ອຊ່ວຍຄົນບາບໃຫ້ລອດ”(1 ຕີໂມທຽວ 1:15).

ຂ້າພະເຈົ້າບໍ່ສົນໃຈວ່າພວກທ່ານຈະຮູ້ສຶກໝົດຫວັງປານໃດໃນຕອນນີ້, ຄວາມຈິງແລ້ວຍິ່ງທ່ານໝົດຫວັງທ່ານກໍຮູ້ສຶກດີຂື້ນ! ເປັນຫຍັງລະ? ກໍເພາະມັນໝາຍເຖິງທ່ານອາດຈະພ້ອມແລ້ວທີ່ຈະໃຫ້ພຣະເຢຊູເຮັດທຸກຢ່າງເພື່ອຊ່ວຍທ່ານ, ທ່ານບໍ່ສາມາດຊ່ວຍຕົນເອງໄດ້, ທ່ານຮູ້ດີວ່າທ່ານເຮັດບໍ່ໄດ້, ທ່ານຮູ້ດີວ່າທ່ານບໍ່ສາມາດເປັນຄົນດີພໍ ຫຼືເຂັ້ມແຂງພໍ, ດີ! ດຽວນີ້ຈົ່ງຍອມໃຫ້ພຣະເຢຊູເປັນຄົນທີສີ່ໃນກອງໄຟ, ຈົ່ງຍອມໃຫ້ພຣະອົງຊ່ວຍທ່ານ.

ພວກທ່ານເວົ້າວ່າ “ຂ້ອຍບໍ່ມີຄວາມເຊື່ອພໍ” ຂ້າພະເຈົ້າຮູ້ດີ, ແຕ່ພຣະເຢຊູຈະຊົງຊ່ວຍທ່ານຢູ່ດີ, ພຣະເຢຊູຊົງຊ່ວຍຂ້າພະເຈົ້າເມື່ອຂ້າພະເຈົ້າສູນເສຍຄວາມຫວັງຂອງການໄດ້ຮັບຄວາມລອດທັງໝົດໄປ, ພຣະອົງຊົງມາຫາຂ້າພະເຈົ້າ ແລະຊ່ວຍຂ້າພະເຈົ້າໃຫ້ລອດໃນເຕົາໄຟແຫ່ງຄວາມສົງໄສ ແລະຄວາມຢ້ານ, ພຣະອົງຢູ່ທີ່ນີ້ໃນຄືນນີ້ເພື່ອທ່ານ, ພຣະອົງຈະຊົງລົງມາຫາທ່ານໃນເຕົາໄຟແຫ່ງຄວາມສົງໄສ ແລະຄວາມຢ້ານຂອງທ່ານ ພຣະອົງຈະຊົງປະທານສັນຕິສຸກແລະຄວາມຫວັງໃຫ້ແກ່ທ່ານ, ຂ້າພະເຈົ້າຮູ້ວ່າພວກທ່ານບໍ່ເຊື່ອ, ແຕ່ຈົ່ງເອື້ອມຫາພຣະອົງ ແລະພຣະອົງຊົງຢູ່ທີ່ນີ້ເພື່ອທ່ານ, ຢ່າແນມເບິ່ງຕົວເອງ,ຈົ່ງແນມເບິ່ງພຣະອົງ, ວາງໃຈດ້ວຍຄວາມເຊື່ອພຽງໜ້ອຍໜຶ່ງທີ່ເກືອບບໍ່ມີເລີຍ, ມັນບໍ່ໄດ້ຕ້ອງການຫຼາຍ!ພຽງແຕ່ວາງໃຈໜ້ອຍໜຶ່ງ,ພຣະອົງຊົງຢູ່ທີ່ນີ້ໃນເຕົາໄຟກັບທ່ານ,ຈົ່ງວາງໃຈ ໃນພຣະອົງໜ້ອຍໜຶ່ງແລະທຸກຢ່າງຈະດີເອງ, ພວກທ່ານບໍ່ຈໍາເປັນຕ້ອງເຊື່ອມັນ, ພຽງແຕ່ເຊື່ອຂ້າພະເຈົ້າ, ຂ້າພະເຈົ້າຮູ້ວ່າພຣະອົງຈະຊ່ວຍທ່າຍ, ຂໍໃຫ້ຄວາມເຊື່ອຂອງຂ້າພະເຈົ້າຊ່ວຍທ່ານ, ຂໍໃຫ້ຂ້າພະເຈົ້າຊ່ວຍທ່ານໃຫ້ວາງໃຈພຣະເຢຊູແລ້ວທຸກຢ່າງຈະດີເອງ, “ດຣ.ໄຮເມີເຊື່ອວ່າພຣະເຢຊູຈະຊ່ວຍຂ້ອຍໃຫ້ລອດ, ດັ່ງນັ້ນຂ້ອຍຈື່ງຈະວາງໃຈອາຈານແລ້ວເຊື່ອວາງໃຈໃນພຣະເຢຊູເຊັ່ນກັນ” “ພຽງແຕ່ວາງໃຈພຣະອົງ,ພຽງແຕ່ວາງໃຈພຣະອົງ, ພຽງແຕ່ວາງໃຈພຣະອົງດຽວນີ້” “ແຕ່”ທ່ານພັດເວົ້າວ່າ “ພຣະອົງບໍ່ໄດ້ຊ່ວຍຂ້ອຍໃຫ້ລອດມາກ່ອນ” ມັນອາດຈະເບິ່ງຄືແບບນັ້ນ,ແຕ່ພຣະອົງຈະຊົງຊ່ວຍທ່ານຕອນນີ້.

ເຊີນມາ,ທຸກຄົນທີ່ບາບກົດຂີ່,ພຣະເຈົ້າຊົງຄວາມເມດຕາ
ແລະພຣະອົງຈະປະທານການຢຸດພັກໃຫ້ຄົນທີ່ເຊື່ອພຣະສັນຍາ
ເຊື່ອແຕ່ເທົ່ານັ້ນ, ເຊື່ອແຕ່ເທົ່ານັ້ນ, ເຊື່ອເທົ່ານັ້ນດຽວນີ້
ພຣະອົງຈະຊ່ວຍທ່ານ,ພຣະອົງຈະຊ່ວຍທ່ານ,ຈະຊ່ວຍທ່ານດຽວນີ້
(ເຊື່ອພຣະອົງເທົ່ານັ້ນ ໂດຍ John H. Stockton, 1813-1877)

ຈົ່ງຫັນກັບຈາກສາສະໜາຂ່່າວປະເສີດໃໝ່ທີ່ອ່ອນແອຂອງທ່ານ, ຈົ່ງຫັນກັບຈາກມັນດຽວນີ້, ແລ້ວຈົ່ງວາງໃຈໃນພຣະເຢຊູແລະລອດຈາກຄວາມບາບໂດຍພຣະອົງ-ໂດຍ ພຣະໂລຫິດທີ່ພຣະອົງຊົງຫຼັ່ງລົງມາຈາກໄມ້ກາງແຂນ!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Dare to Be Like Daniel” (by Philip P. Bliss, 1838-1876; altered by Dr. Hymers).