Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບອກເລົ່າຄວາມລັບສາມຢ່າງຂອງ
ຄຣິສຕະຈັກຍຸກຕົ້ນ

THREE WORDS GIVE THE SECRET
OF THE EARLY CHURCH!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 19/11/2017
A sermon preached at the Baptist Tabernacle of Los Angeles
Lord's Day Evening, November 19, 2017

“ພວກເຂົາໄດ້ຮ່ວມໃຈກັນໄປໃນພຣະວິຫານ ແລະຫັກເຂົ້າຈີ່ຕາມເຮືອນຂອງເຂົາ, ຮ່ວມຮັບປະທານອາຫານດ້ວຍຄວາມຊື່ນຊົມຍິນດີ ແລະດ້ວຍຈິງໃຈ ທຸກວັນເລື່ອຍໄປ ທັງໄດ້ສັນລະເສີນພຣະເຈົ້າ ແລະຄົນທັງປວງກໍພໍໃຈ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດ ເຂົ້າສົມທົບກັບຄຣິສຕະຈັກທະວີຂຶ້ນທຸກໆວັນ”(ກິດຈະການ 2:46,47)


ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາກໍາລັງແຕກແຍກແລະຕາຍ, ພວກເຂົາກໍາລັງ ສູນເສຍຄົນໜຸ່ມທີ່ອາຍຸລະຫວ່າງ 16-30 ປີຫຼາຍກວ່າ 88%, ຈອຊເບີນາ ນັກສໍາຫຼວດ ຄວາມເຫັນຂອງປະຊາຊົນຜູ້ມີຊື່ສຽງໄດ້ບອກເລື່ອງນີ້ກັບພວກເຮົາເປັນເວລາຫຼາຍປີແລ້ວ, “ສະພາແບັບຕິດໃຕ້ກ່ຽວກັບຊີວິດຄອບຄົວ” ໄດ້ກ່າວວ່າ “88% ຂອງເດັກນ້ອຍທີ່ເຕີບໃຫຍ່ ໃນຄຣິສຕະຈັກພາກັນປະຖິ້ມຄຣິສຕະຈັກໃນຊ່ວງອາຍຸປະມານ 18 ປີແລະບໍ່ເຄີຍກັບມາ ເລີຍ” (Baptist Press, June 12, 2002) ເຊັ່ນກັນກໍເປັນທີ່ຮູ້ຈັກກັນດີວ່າຄຣິສຕະຈັກຂອງພວກເຮົາຊະນະພວກຄົນໜຸ່ມຈາກໂລກຍາກຫຼາຍ, ດຣ.ເຈມ ດັອບສັນໄດ້ກ່າວວ່າ: “80% ຂອງການເຕີບໃຫຍ່ຂອງຄຣິສຕະຈັກເປັນຜົນມາຈາກການຍ້າຍສະມາຊິກ” (“Focus on the Family Newsletter,” August 1998)ເຈນ ແຮັດເມກເກີ ນັກຂຽນຂ່າວປະເສີດໄດ້ກ່າວວ່າ “ບໍ່ພຽງແຕ່ພວກເຮົາບໍ່ສາມາດຊັກຈູງຄົນໃໝ່(ມາໂບດ)ໄດ້ ພວກເຮົາຍັງບໍ່ສາມາດຮັກສາຄົນທີ່ພວກເຮົາມີໄດ້,ປະມານເຄິ່ງໜຶ່ງຂອງຄຣິສຕະຈັກຊາວອາເມລິກາທັງໝົດບໍ່ໄດ້ເພີ່ມຄົນໃໝ່ ຄົນໜຶ່ງຜ່ານທາງການກັບໃຈໃໝ່ໃນປີກາຍນີ້...94% ຂອງຄຣິສຕະຈັກຕ່າງໆກໍາລັງບໍ່ເຕີບໃຫຍ່ຂື້ນ ຫຼືກໍາລັງສູນເສຍ(ຜູ້ຄົນ)ໃນກຸ່ມຄົນທີ່ພວກເຂົາຮັບໃຊ້ຢູ່... ມີແນວໂນ້ມຊັດເຈນວ່າກໍາລັງຫຼຸດລົງ ແລະໃນອັດຕານີ້ເອງ(ການຟື້ນຟູຂອງຊາວຄຣິສຕຽນຈື່ງຖືກວາງເດີມພັນ)” (Interrupted: When Jesus Wrecks Your Comfortable Christianity, NavPress, 2014, pp. 79, 80).

ຕອນນີ້ຈົ່ງເບິ່ງພວກແບັບຕິດໃຕ້, ຂ່າວທີ່ລາຍງານໂດຍແຄຣໍ ໄພສ໌ຢູ່ໃນໜັງສືພິມ “California Southern Baptist”ໄດ້ກ່າວວ່າ: “ຄຣິສຕະຈັກຕ່າງໆໄດ້ສູນເສຍສະມາຊິກກວ່າສອງແສນຄົນ(ປີກາຍນີ້) ຫຼຸດລົງໃຫຍ່ທີ່ສຸດໃນປີໜຶ່ງນັບຕັ້ງແຕ່ປີ 1881(ປະຫວັດຂໍ້ມູນປະຈໍາປີຂອງຄຣິສຕະຈັກ)...ລາຍງານວ່ານິກາຍແບັບຕິດໄດ້ສູນເສຍແປດໃນ 10 ປີທີ່ຜ່ານມາ,ເຊິ່ງປີກາຍນີ້ເປັນຈໍານວນທີ່ຕໍ່າທີ່ສຸດນັບແຕ່ປີ 1947, ທອມເຣເນຍ (ເຈົ້າໜ້າທີ່ສະພາແບັບຕິດໃຕ້)ໄດ້ກ່າວວ່າ ‘ມັນເຮັດໃຫ້ໃຈຂອງຂ້າພະເຈົ້າເຈັບທີ່ໃຈຄວາມຂອງນິກາຍຂອງພວກເຮົາຄື...ໜຶ່ງໃນການຫຼຸດລົງ’ ດຣ.ແຟລັງເພຈ(ຜູ້ນໍາອີກຄົນໜຶ່ງຂອງແບັບຕິດໃຕ້)ກ່າວວ່າ ‘ຄວາມຈິງກໍຄືພວກເຮົາມີຜູ້ຄົນໜ້ອຍຫຼາຍຢູ່ໃນຄຣິສຕະຈັກຂອງເຮົາທີ່ຖະວາຍຊັບໜ້ອຍລົງເພາະພວກເຮົາ(ບໍ່ໄດ້)ຊະນະຜູ້ຄົນມາຫາພຣະຄຣິດ ແລະພວກເຮົາບໍ່ໄດ້ອົບຮົ່ມພວກເຂົາເລື່ອງລະບຽບການຝ່າຍວິນຍານຂອງອົງພຣະຜູ້ເປັນເຈົ້າຂອງເຮົາ’ລາວສືບຕໍ່ເວົ້າວ່າ‘ຂໍພຣະ ເຈົ້າໂຜດໃຫ້ອະໄພພວກເຮົາແດ່...ຂໍພຣະເຈົ້າໂຜດຊ່ວຍພວກເຮົາທີ່ຈະເອົາຈິງເອົາຈັງກ່ຽວກັບ... ການສ້າງສາວົກແບບທີ່ຄຣິສຕະຈັກໃນສະຕະວັດທີ່ໜຶ່ງເຮັດ’”(ເຫຼັ້ມດຽວກັນ).

ຕົວເລກເຫຼົ່ານີ້ເຮັດໃຫ້ພາບພົດຂອງຄຣິສຕະຈັກໃນອາເມລິກາຫຼຸດລົງ ແລະຕົກຕໍ່າລົງ, ພວກເຂົາກໍາລັງສູນເສຍສະມາຊິກຂອງພວກເຂົາເອງ ແລະຍາກໃນການໄດ້ຜູ້ຄົນຈາກໂລກທີ່ຫຼົງຫາຍເຂົ້າມາ, ແມ່ນແຕ່ຄຣິສຕະຈັກທີ່ດີຕ່າງໆກໍມີຄົນໜ້ອຍເພິ່ມເຂົ້າມາຈາກໂລກທີ່ຫຼົງຫາຍ.

ອັນນັ້ນແມ່ນພາບທີ່ໜ້າເສົ້າຂອງຄຣິສຕະຈັກຕ່າງໆໃນອາເມລິກາ ກັບໂລກຕາເວັນ ຕົກ, ຕອນນີ້ເຮົາຈະມາປຽບທຽບຄຣິສຕະຈັກຕ່າງໆຂອງພວກເຮົາກັບຄຣິສຕະຈັກຍຸກຕົ້ນໃນໜັງສືກິດຈະການ, ຂ້າພະເຈົ້າຈະອ່ານຂໍ້ພຣະຄໍາພີອີກເທື່ອໜຶ່ງ.

“ພວກເຂົາໄດ້ຮ່ວມໃຈກັນໄປໃນພຣະວິຫານ ແລະຫັກເຂົ້າຈີ່ຕາມເຮືອນຂອງເຂົາ, ຮ່ວມຮັບປະທານອາຫານດ້ວຍຄວາມຊື່ນຊົມຍິນດີ ແລະດ້ວຍຈິງໃຈ ທຸກວັນເລື່ອຍໄປ ທັງໄດ້ສັນເສີນພຣະເຈົ້າ ແລະຄົນທັງປວງກໍພໍໃຈ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດເຂົ້າສົມທົບກັບຄຣິສ ຕະຈັກທະວີຂຶ້ນທຸກໆວັນ”(ກິດຈະການ 2:46,47)

ຊ່າງແຕກຕ່າງກັນແທ້! ພວກເຂົາເຕັມໄປດ້ວຍຄວາມຍິນດີ! ພວກເຂົາມາພົບກັນທຸກໆມື້! ພວກເຂົາສັນລະເສີນພຣະເຈົ້າຢ່າງຕໍ່ເນື່ອງ! “ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດເຂົ້າສົມທົບກັບຄຣິສຕະຈັກທະວີຂຶ້ນທຸກໆວັນ”(ກິດຈະການ 2:47)

ດຣ.ມາຕິນ ລອຍໂຈນໄດ້ກ່າວວ່າ “ສະຖານທີ່ທີ່ຄວນໄປກໍຄືໜັງສືກິດຈະການຂອງພວກອັກຄະສາວົກ, ນີ້ແມ່ນຢາບໍາລຸງກໍາລັງ(ຢ່າຊູກໍາລັງ), ນີ້ຄືສະຖານແຫ່ງການຟື້ນຟູ, ບ່ອນທີ່ພວກເຮົາຮູ້ສຶກເຖິງຊີວິດຂອງພຣະເຈົ້າທີ່ກໍາລັງເຕັ້ນເປັນຈັ່ງຫວະຢູ່ໃນຄຣິສຕະຈັກຍຸກຕົ້ນ” (Authentic Christianity, volume 1 (Acts 1-3), The Banner of Truth Trust, p. 225)ມັນເຮັດໃຫ້ໃຈຂອງພວກເຮົາຕື່ນເຕັ້ນທີ່ຈະອ່ານກ່ຽວກັບຄວາມຍິນດີ, ຄວາມກະຕືລືລົ້ນແລະລິດອໍານາດຂອງຄຣິສຕະຈັກແຫ່ງສະຕະວັດທີ່ໜຶ່ງ! ຂ້າພະເຈົ້າໄດ້ຮັບການດົນໃຈໂດຍການໜັງສືຂອງດຣ.ໄມໂຄກຣີນທີ່ຊື່ວ່າ ການປະກາດໃນຄຣິສຕະຈັກຍຸກຕົ້ນ (Eerdmans, 2003 edition)ໂດຍການອ່ານໜັງສືນີ້,ເຊັ່ນດຽວກັບການອ່ານໜັງສືກິດຈະການ, ຂ້າພະເຈົ້າກໍໄດ້ພົບວ່າມີ ຄໍາພາສາກຣີກຫຼາຍຄໍາໃນພັນທະສັນຍາໃໝ່ທີ່ສະແດງໃຫ້ພວກເຮົາເຫັນພາບຂອງຊີວິດຂອງຄຣິສຕະຈັກຕ່່າງໃນສະຕະວັດທີ່ໜຶ່ງ.

I. ໜຶ່ງ ມີຄໍາພາສາກຣີກຄໍາວ່າ “ຄູຣິອອສ”

ຄໍານີ້ໝາຍເຖິງ “ພຣະເຈົ້າ”ໃນພາສາອັງກິດ, ມັນໝາຍເຖິງ“ພຣະເຈົ້າ” “ເຈົ້ານາຍ” “ເຈົ້າຂອງ” “ຜູ້ຄອບຄອງ” ມັນຄືຄໍາທີ່ອັກຄະສາວົກເປໂຕໃຊ້ຕອນທີ່ລາວເວົ້າເຖິງເລື່ອງ ພຣະເຢຊູໃນໜັງສືກິດຈະການ 10:36,

“ການປະກາດຂ່າວດີເລື່ອງສັນຕິສຸກໂດຍພຣະເຢຊູຄຣິດ(ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງຄົນທັງປວງ)”(ກິດຈະການ 10:36)

ຈົ່ງຟັງດຣ.ກຣີນ ໃນຂະນະທີ່ເພິ່ນບອກພວກເຮົາເຖິງການທີ່ພວກຄຣິສຕຽນຍຸກຕົ້ນເປັນພະ ຍານແລະເທດກ່ຽວກັບພຣະເຢຊູ,

ພວກເຮົາພົບວ່າພວກເຂົາໄດ້ເຜີຍແຜ່ຂ່າວດີທີ່ວ່າພຣະເຢຊູຊົງເປັນພຣະເມຊີອາ ຫຼືທີ່ວ່າໂດຍທາງພຣະອົງຄໍາສັນຍາບູຮານຕ່າງໆໄດ້ສໍາເລັດລົງ, ພວກເຮົາພົບວ່າພວກເຂົາໄດ້ປະກາດຂ່າວດີເລື່ອງສັນຕິສຸກທາງພຣະເຢຊູ,ຄວາມເປັນພຣະເຈົ້າຂອງພຣະເຢຊູ,ເລື່ອງການແຂນຂອງພຣະເຢຊູ,ເລື່ອງ ການຟື້ນຄືນຈາກຕາຍຂອງພຣະເຢຊູ ຫຼືເຖິງເລື່ອງພຣະເຢຊູເອງ...ພວກນັກເທດຍຸກຕົ້ນເລື່ອງຂ່າວດີມີຫົວຂໍ້ດຽວ,ຫົວຂໍ້ດຽວເທົ່່ານັ້ນຄືພຣະເຢຊູ!...ອໍຣິເຈັ້ນ(185-254)ໄດ້ກ່າວວ່່າ “ສິ່ງໜຶ່ງທີ່ດີກໍຄືຊີວິດ,ແຕ່ພຣະເຢຊູຄືຊີວິດອີກສິ່ງໜື່ງທີ່ດີກໍຄືຄວາມສະຫວ່າງຂອງໂລກ, ແຕ່ພຣະເຢຊູຊົງເປັນຄວາມສະຫວ່າງ, ອາດຈະເວົ້າໃນແບບດຽວກັນໃນເລື່ອງຄວາມຈິງ,ປະຕູ,ການຟື້ນຄືນຈາກຕາຍ, ສິ່ງເຫຼົ່ານີ້ທັງໝົດພຣະຜູ້ຊ່ວຍຊົງສອນວ່າພຣະອົງຊົງເປັນ” ອໍຣິເຈັ້ນ “ຢໍ້າເຖິງລັກສະນະຄຣິສຕະຈັກຂອງ[ຂ່າວປະເສີດ]ທັງພວກອັກຄະສາວົກດັ່ງເດີມແລະຄົນອື່ນໆ[ທີ່ຮຽນຮູ້ຈາກພວກເຂົາ”]...ອໍຣິເຈັ້ນໄດ້ໃຫ້ເປົ້າໝາຍທັງໝົດຂອງການເທດສະໜາຂ່າວປະເສີດ “ເພື່ອຂະຫຍາຍຄວາມຮູ້ກ່ຽວກັບຊີວິດຂອງພຣະຄຣິດເທິງໂລກແລະເພື່ອຕຽມພ້ອມສໍາຫຼັບການສະເດັດມາເທື່ອທີ່ສອງຂອງພຣະອົງ”(ກຣີນເຫຼັ້ມດຽວກັນໜ້າ80,81)

ພວກຄຣິສຕຽນຍຸກຕົ້ນໆບໍ່ໄດ້ຟັງຄໍາເທດສະໜາທີ່ຊ່ວຍຕົນເອງ, ພວກເຂົາບໍ່ໄດ້ຟັງ “ການອະທິບາຍ”ຂໍ້ພຣະຄໍາພີເປັນຂໍ້ເປັນຂໍ້, ສິ່ງທີ່ພວກເຂົາໄດ້ຍິນກໍຄືຂ່າວປະເສີດ-ຄວາມຕາຍ, ການຝັງແລະການຟື້ນຄືນຂອງ “ຄິຣິອອສ”ພຣະເຢຊູຄຣິດເຈົ້າ! “ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງຄົນທັງປວງ)”(ກິດຈະການ 10:36)

ມີບາງຄົນຈາກຄຣິສຕະຈັກອື່ນໄດ້ວິຈານຂ້າພະເຈົ້າເພາະເຫດທີ່ຈົບຄໍາເທດສະໜາດ້ວຍການຕາຍແລະການຟື້ນຄືນຂອງພຣະຄຣິດ, ຂ້າພະເຈົ້າເຄີຍຄິດເລື່ອງນັ້ນມາດົນແລ້ວ ຫຼັງຈາກນັ້ນຂ້າພະເຈົ້າກໍລະນຶກເຖິງສິ່ງທີ່ສະເປີໂຈນໄດ້ກ່າວໄວ້ວ່າ “ຂ້ອຍຍົກຂໍ້ພຣະຄໍາພີມາ, ອະທິບາຍມັນ ແລະຈາກນັ້ນກໍເຮັດແຖວໂຕເຜິ້ງ(ແຖວຊື່)ໄປຫາໄມ້ກາງແຂນ” ສະເປີໂຈນຄືກັບພວກຄຣິສຕຽນຍຸກຕົ້ນທຸກຄົນມີພຣະຄຣິດເປັນໃຈກາງ- ສູນກາງເຖິງເລື່ອງພຣະເຢຊູຄຣິດເອງ,ພຣະເຢຊູຄຣິດເຈົ້າ! ຄຣິສຕະຈັກຍຸກຕົ້ນໜ້າຈະໄດ້ຮ້ອງຂໍ້ຊໍ້ານັ້ນໄດ້ດີ,

ພຣະອົງເປັນພຣະເຈົ້າ,ພຣະອົງເປັນພຣະເຈົ້າ
ພຣະອົງຊົງຟື້ນຂື້ນຈາກຕາຍ
ແລະພຣະອົງຊົງເປັນພຣະເຈົ້າ
ທຸກຫົວເຂົ່າຈະຕ້ອງຄຸເຂົ່າ,ລີ້ນທຸກລີ້ນຈະຕ້ອງຍອມຮັບ
ວ່າພຣະເຢຊູຄຣິດຊົງເປັນພຣະເຈົ້າ
(“ພຣະອົງເປັນພຣະເຈົ້າ”ໂດຍ Marvin V. Frey, 1918-1992)

ເຊີນຮ້ອງກັບຂ້າພະເຈົ້າ

ພຣະອົງເປັນພຣະເຈົ້າ,ພຣະອົງເປັນພຣະເຈົ້າ
ພຣະອົງຊົງຟື້ນຂື້ນຈາກຕາຍ
ແລະພຣະອົງຊົງເປັນພຣະເຈົ້າ
ທຸກຫົວເຂົ່າຈະຕ້ອງຄຸເຂົ່າ,ລີ້ນທຸກລີ້ນຈະຕ້ອງຍອມຮັບ
ວ່າພຣະເຢຊູຄຣິດຊົງເປັນພຣະເຈົ້າ

ຄໍາທໍາອິດແມ່ນ“ຄິຣິອອສ”ໄດ້ສະແດງເຖິງສູນກາງຂອງພຣະຄຣິດເປັນຈຸດເດັ່ນຂອງຄໍາເທດສະໜາຂອງພວກເຂົາ ແລະເປັນພຣະເຈົ້າແຫ່ງຊີວິດຂອງພວກເຂົາ! ບໍ່ສົງໄສເລີຍທີ່ອັກຄະສາວົກເປົາໂລກ່າວວ່າ:

“ພວກເຮົາປະກາດພຣະຄຣິດຜູ້ຊົງຖືກຄຶງເທິງກາງແຂນ” (1 ໂກລິນໂທ 1:23)

“ຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆທ່າມກາງພວກທ່ານເລີຍ ນອກຈາກເລື່ອງພຣະເຢຊູຄຣິດ ແລະການທີ່ພຣະອົງຊົງຖືກຄຶງເທິງກາງແຂນ”(1 ໂກລິນໂທ 2:2)

ພວກເຮົາຈະຕ້ອງສືບຕໍ່ປະກາດພຣະຄຣິດຜູ້ຊົງຖືກຄຶງ ແລ້ວຟື້ນຄືນມາຈາກຕາຍ,ອັນນັ້ນຄວນຈະເປັນຂໍ້ຄວາມຫຼັກຂອງພວກເຮົາ,ສະເໝີແລະຕະຫຼອດໄປ! ຂ້າພະເຈົ້າຮູ້ດີວ່າຄຣິສຕະຈັກສ່ວນຫຼາຍບໍ່ເຮັດແບບນັ້ັນຫຼາຍ, ແລະນັ້ນແມ່ນເຫດຜົນຫຼັກທີ່ພວກເຂົາກໍາລັງຕາຍໃນປະຈຸບັນນີ້!

ພວກມູສະລິມຫົວຮຸນແຮງເອີ້ນຜູ້ຄົນໃຫ້ມາຕາຍກັບພວກເຂົາ, ຄົນໜຸ່ມເປັນພັນໆຄົນໃນອາເມລິກາ ແລະຕາເວັນຕົກກໍາລັງເຮັດແບບນັ້ນ, ພວກໄອຊິສເອີ້ນພວກນີ້ມາແລ້ວມັດລະເບີດໃສ່ໂຕເຂົາເຈົ້າເອງ ແລ້ວອອກໄປຂ້າຜູ້ຄົນ, ອັນນີ້ບໍ່ແມ່ນສິ່ງທີ່ອົງພຣະເຢຊູຄຣິດເຈົ້າເຮັດ, ພຣະອົງຊົງເອີ້ນພວກທ່ານໃຫ້ມາຫາພຣະອົງເພື່ອຂອງປະທານແຫ່ງຊີວິດນິລັນດອນ, ພຣະຄຣິດຊົງກ່າວວ່າ “ເຮົາມອບຊີວິດນິລັນໃຫ້ແກ່ແກະນັ້ນ ແລະແກະນັ້ນຈະບໍ່ມີວັນຈິບຫາຍເລີຍ”(ໂຢຮັນ 10:28) ແລະອົງພຣະເຢຊູຄຣິດເຈົ້າຊົງເອີ້ນທ່ານໃຫ້ມາເປັນສາວົກຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າໄດ້ກ່າວວ່າ “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົນເອງ ແລະແບກກາງແຂນຂອງຕົນ ແລະຕາມເຮົາມາ”(ມັດທາຍ 16:24) ພຣະຄຣິດກໍາລັງເອີ້ນທ່ານໃຫ້ເຂົ້າມາໃນຄຣິສຕະຈັກຂອງພວກເຮົາ ແລະກາຍເປັນຜູ້ຊະນະວິນຍານ, ພຣະອົງຊົງເອີ້ນທ່ານໃຫ້ມາຊ່ວຍພວກເຮົາເພື່ອພາຄົນອື່ນເຂົ້າມາແລະຮັບຄວາມລອດ!

ຂ້າພະເຈົ້າກໍາລັງເອີ້ນພວກທ່ານທີ່ເປັນຄົນໜຸ່ມເພື່ອມາເປັນຄຣິສຕຽນຫົວຮຸນແຮງ! ແມ່ນແລ້ວຂ້າພະເຈົ້າຢາກໃຫ້ທ່ານເປັນຄົນຫົວຮຸນແຮງ! ເປັນຄືກັບພວກສາວົກ! ເປັນຫົວຮຸນແຮງເພື່ອພຣະເຢຊູຄຣິດ - ແລະເພື່ອຄຣິສຕະຈັກຂອງພຣະເຈົ້າຜູ້ຊົງລິດອໍານາດ! ເຊີນມາຕອນເຊົ້າວັນອາທິດ, ອອກໄປຊະນະວິນຍານກັບພວກເຮົາຕອນບ່າຍວັນອາທິດ, ຈົ່ງກັບມາຕອນແລງວັນອາທິດ, ຈົ່ງເປັນສາວົກຫົວຮຸນແຮງຂອງພຣະຄຣິດ! ຈົ່ງເຮັດເລີຍ! ເຮັດເລີຍ! ມັນບໍ່ແມ່ນກ່ຽວກັບເວລາທີ່ນັກເທດແບັບຕິດບາງຄົນບອກພວກຄົນໜຸ່ມຂອງເຮົາໃຫ້ເຮັດແບບນັ້ນບໍ? ຈົ່ງຮັບເອົາກາງແຂນ ແລ້ວຕາມພຣະຄຣິດ! ຈົ່ງເປັນສາວົກຂອງພຣະອົງ! ເປັນທະຫານຢູ່ໃນກອງທັບຂອງພຣະຄຣິດ! ຢູ່ໜ້າ 180 ໃນປື້ມເພງຂອງທ່ານ,ຮ້ອງເລີຍ!

ໝູ່ກອງທັບຄຣິສຕຽນ,ຈົ່ງມຸ້ງໜ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູນໍາໜ້າເຮົາໄປ
ພຣະຄຣິດເຈົ້າແມ່ທັບໃຫຍ່ພາໄປຮົບສັດຕູ
ມຸ້ງໜ້າສູ່ສະໜາມຮົບ,ຈົ່ງເບິ່ງທຸງຂອງພຣະອົງໄປ
ໝູ່ກອງທັບຄຣິສຕຽນ,ຈົ່ງມຸ້ງໜ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູນໍາໜ້າເຮົາໄປ
(“ໝູ່ກອງທັບຄຣິສຕຽນ”ໂດຍ Sabine Baring-Gould, 1834-1924)

ແລະມັນໄດ້ນໍາພວກເຮົາມາເຖິງຄໍາກຣີກທີ່ສອງໃນພັນທະສັນຍາໃໝ່.

II. ສອງ ມີຄໍາພາສາກຣີກຄໍາວ່າ “ອາກາເປ”

ດັບໂບຢູ.ອີ.ໄວ ໄດ້ກ່າວວ່າອາກາເປແມ່ນ “ລັກສະນະຄໍາເວົ້າຂອງຊາວຄຣິສຕຽນ” ໝາຍເຖິງການມອບຄວາມຮັກຂອງຕົນເອງໃຫ້, ພຣະເຢຊູຊົງໃຊ້ຄໍານີ້ຕອນທີ່ພຣະອົງກ່າວກັບພວກສາວົກທໍາອິດ, ພຣະອົງຊົງກ່າວວ່າ:

“ເຮົາໃຫ້ບັນຍັດໃໝ່ແກ່ທ່ານທັງຫຼາຍຄື ໃຫ້ທ່ານຮັກຊື່ງກັນແລະກັນ ເຮົາຮັກທ່ານມາແລ້ວຢ່າງໃດ ທ່ານກໍຈົ່ງຮັກກັນແລະກັນສັນນັ້ນ ຖ້າທ່ານທັງຫຼາຍຮັກຊື່ງກັນແລະກັນ ດັ່ງນີ້ແຫຼະຄົນທັງປວງກໍຈະຮູ້ໄດ້ວ່າທ່ານທັງ ຫຼາຍເປັນສາວົກຂອງເຮົາ”(ໂຢຮັນ 13:34,35)

ດຣ.ທິໂມທີ ລິນ ແມ່ນສິດຍາພິບານຂອງຂ້າພະເຈົ້າເປັນເວລາຫຼາຍປີຢູ່ຄຣິສຕະຈັກຄົນຈີນ, ດຣ.ລິນ ກ່າວວ່າ:

ພວກອັກຄະສາວົກໄດ້ຮັບບັນຍັດແຫ່ງຄວາມຮັກນີ້ໂດຍກົງຈາກອົງພຣະຜູ້ເປັນເຈົ້າຂອງເຮົາ ແລ້ວຕໍ່ມາກໍຝຶກເຮັດຕາມ...ເລື່ອຍໆ, ຜົນທີ່ຕາມມາ “ເບິ່ງແມ້ຄຣິສຕຽນມີຄວາມຮັກຕໍ່ກັນໄດ້ຢ່່າງໃດ” ໄດ້ກາຍເປັນສັນຍາລັກແຫ່ງການຍົກຍ້ອງຈາກ(ພວກທີ່ບໍ່ແມ່ນຄຣິສຕຽນ) ປະຈຸບັນນີ້ “ຄວາມຮັກຕໍ່ກັນແລະກັນ”ເປັນພຽງແຕ່ຄໍາຂວັນທີ່ຄຣິສຕະຈັກຕ່າງໆຮ້ອງໂດຍບໍ່ຄິດ...(ສະນັ້ນ)ມັນຈື່ງເປັນໄປບໍ່ໄດ້ສໍາຫຼັບພຣະເຈົ້າທີ່ຈະຢູ່ກັບ(ພວກເຂົາ) ຂໍພຣະເຈົ້າຊົງພຣະເມດຕາແກ່ພວກເຮົາແດ່ທ້ອນ! (Timothy Lin, S.T.M., Ph.D., The Secret of Church Growth, FCBC, 1992, p. 33)

ດຣ.ໄມໂຄກຣີນຢູ່ໃນໜັງສືຂອງລາວເລື່ອງພວກຄຣິສຕຽນແຫ່ງສະຕະວັດທີໜື່ງ ແລະສອງໄດ້ເວົ້າເຖິງເລື່ອງນີ້, ດຣ.ກຣີນໄດ້ກ່າວວ່າຊາວຄຣິສຕຽນໄດ້ດຶງດູດພວກໂຣມັນປ່າເຖື່ອນຍ້ອນເລື່ອງ “ລິດອໍານາດທີ່ພວກຄຣິສຕຽນເຫຼົ່ານີ້ຕ້ອງຮັກຊື່ງກັນແລະກັນ” (Michael Green, Evangelism in the Early Church, Eerdmans, 2003, p. 158)

III. ສາມ ມີຄໍາພາສາກຣີກຄໍາວ່າ “ຄອຍໂນເນຍ”

ໝາຍເຖິງການສາມັກຄີທໍາກັນ,ຄວາມເປັນເພື່ອນ,ກຸ່ມຄົນທີ່ດີ,ມິດຕະພາບ, ການສາມັກຄີທໍາຄືການຂະຫຍາຍຂອງອາກາເປຄວາມຮັກຕໍ່ກັນແລະກັນໃນຄຣິສຕະຈັກ.

ນັກເທດບາງຄົນເຄີຍບອກຂ້າພະເຈົ້າວ່າພວກເຮົາຄວນປ່ອຍໃຫ້ຄົນທີ່ບໍ່ແມ່ນຄຣິສຕຽນຮ່ວມສາມັກຄີທໍາກັບພວກເຮົາ, ໃນຄວາມຮູ້ສຶກພວກເຂົາເວົ້າຖືກ, ພຣະຄໍາພີບອກວ່າ “ຢ່າເຂົ້າສ່ວນກັບກິດຈະການທີ່ໄຮ້ຜົນ ແຕ່ຈົ່ງຕິຕຽນກິດຈະການເຫຼົ່ານັ້ນດີກວ່າ”(ເອເຟໂຊ 5:11) ຂໍ້ນັ້ນໄດ້ເຮັດໃຫ້ຫຼາຍຄົນຢູ່ໃນຄຣິສຕະຈັກຕ່າງໆສັບສົນ, ພວກເຂົາຄິດວ່າມັນໝາຍເຖິງພວກເຂົາຄວນຮັກສາ “ຄຣິສຕະຈັກເດັກ”ໃຫ້ຢູ່ຫ່າງຈາກຜູ້ຄົນໃໝ່ໆ, ດຣ.ເຈ.ເວີນັນ ແມັກກີໄດ້ໝາຍເຫດດີໃຫ້ເລື່ອງນີ້, ໂດຍພື້ນຖານມັນກໍເປັນຄືກັບທີ່ດຣ.ໂທມັສເຮວໄດ້ກ່າວໄວ້ວ່າ: “ເປົາໂລບອກວ່າພວກເຮົາບໍ່ຕ້ອງມີສ່ວນຮ່ວມຫຍັງເລີຍກັບ(ກິດຈະການແຫ່ງຄວາມມືດ)ລາວບໍ່ໄດ້ບອກວ່າບໍ່ໃຫ້ພວກເຮົາເຮັດຫຍັງເລີຍກັບ(ຄົນທີ່ບໍ່ເຊື່ອ)...ນອກຈາກນັ້ນພຣະເຢຊູເອງກໍກິນຮ່ວມກັບພວກຄົນບາບ” (Thomas Hale, M.D., The Applied New Testament Commentary, Kingsway Publications, 1997 edition, p. 780; note on Ephesians 5:11).

ຂ້າພະເຈົ້າໃນສິີ່ງທີ່ດຣ.ກຣີິນເວົ້າກ່ຽວກັບຄຣິສຕະຈັກຕ່າງໆແຫ່ງສະຕະວັດທີ່ໜຶ່ງ,ລາວບອກວ່າ “ບໍ່ມີກາງເຊື່ອງຫຼັກຄໍາສອນຈາກພວກຜູ້ສອບຖາມ, ບໍ່ມີການກັກການສາມັກ ຄີທໍາໄວ້”(ເຫຼັ້ມດຽວກັນໜ້າ 218) “ພວກປ່າເຖື່ອນທີ່ບໍ່ເຊື່ອຖືກພາມາສູ່ຄຣິສຕະຈັກ ແລະເພື່ອສາມັກຄີທໍາກັນ, ເຖິງແມ່ນວ່າພວກເຂົາຍັງບໍ່ໄດ້ຮັບບັບຕິດສະມາເປັນເວລາສາມປີກໍຕາມ(ເຫຼັ້ມດຽວກັນ).

ຄຣິສຕະຈັກແບັບຕິດຂອງພວກເຮົາໃນປັດຈຸບັນນີ້ເຮັດມັນໂດຍວິທີອື່ນໆ,ພວກເຂົາບັບຕິດສະມາພວກຄົນໜຸ່ມທັນທີ ແຕ່ພວກເຂົາພັດບໍ່ຢາກໃຫ້ລູກໆຂອງພວກເຂົາສາມັກຄີ ທໍາກັບເຂົາເຈົ້າ, ຄຣິສຕະຈັກຍຸກຕົ້ນແຫ່ງຕ່າງໆເຮັດໃນສິ່ງທີ່ຖືກຕ້ອງ.

ແມ່ນແຕ່ແຈັກຮາຍກໍມີສອງຕຶກ, ຕຶກອັນໜື່ງແມ່ນສໍາຫຼັບເດັກໃໝ່ທີ່ຂີ່ລົດເມ, ພວກເຂົາແບ່ງແຍກແມ່ນກະທັ່ງຕອນນະມັດສະການ! ສ່ວນຄຣິສຕະຈັກ “ແທ້”ເຮັດຢູ່ໃນຕຶກເດີມ “ຄຣິສຕະຈັກເດັກ”ຖືກຮັກສາຢູ່ຫ່າງໆຈາກພວກເດັກໃໝ່, ພວກເຂົາຢ້ານວ່່າພວກເດັກໃໝ່ ຈະທໍາລາຍຄຣິສຕະຈັກເດັກທີ່ “ພິເສດ”ຂອງພວກເຂົາ.

ຕອນທີ່ຂ້າພະເຈົ້າໄປໂບດຄັ້ງທໍາອິດໃນຖານະໄວລຸ້ນຄົນໜຶ່ງ, ຂ້າພະເຈົ້າພົບວ່າ ຄຣິສຕະຈັກເດັກເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ເພື່ອທໍາລາຍຕົນເອງ! ຂ້າພະເຈົ້າໄດ້ຍິນພວກເຂົາລົມກັນກ່ຽວກັບການເຮັດສິ່ງຕ່າງໆທີ່ຂີ້ຮ້າຍຫຼາຍກວ່າທີ່ພວກເດັກທີ່ບໍ່ເຊື່ອໃນໂລກເຮັດ, ດັ່ງນັ້ນວິທີຂອງການຮັກສາພວກເດັກທີ່ຍັງບໍ່ເຊື່ອແຍກອອກຈາກກັນນີ້ບໍ່ໄດ້ຢູ່ໃນພຣະຄໍາພີ ແລະບໍ່ແມ່ນສິ່ງທີ່ຄຣິສຕະຈັກຍຸກຕົ້ນໆເຮັດ,ຕອນທີ່ພວກເຂົານໍາຄົນເປັນລ້ານໆຄົນມາເຖິງພຣະຄຣິດ!

ຂ້າພະເຈົ້າເວົ້າວ່າພວກເຮົາຈໍາເປັນຕ້ອງກໍາຈັດຄວາມຄິດບາງອັນຂອງ “ໂຮງຮຽນວັນອາທິດ”ຂອງພວກເຮົາອອກໄປ, ຈົ່ງພາເດັກທີ່ຍັງບໍ່ລອດເຂົ້າມາ, ຈົ່ງລ້ຽງພວກເຂົາດ້ວຍອາຫານດີ, ເອົາງານລ້ຽງວັນເກີດທີ່ດີໃຫ້ກັບພວກເຂົາ, ສະແດງໃຫ້ພວກເຂົາເຫັນຊ່ວງເວລາທີ່ດີ- “ຫຼັງຈາກນັ້ນ ພຣະເຢຊູເອງຈະຊົງກິນເຂົ້າກັບພວກຄົນບາບ”(ໂທມັສ ເຮວເຫຼັ້ມດຽວກັນ)ເຊີນຮ້ອງຂໍ້ຊໍ້າເພງ “ພາເຂົາມາ”

ພາເຂົາມາ, ພາເຂົາມາ
ພາເຂົາມາຈາກທາງຜິດບາບໜາ
ພາເຂົາມາ, ພາເຂົາມາ
ພາຄົນບາບມາຫາພຣະເຢຊູ
(“Bring Them In,” Alexcenah Thomas, 19th century).

ພວກເຖົ້າແກ່ຜູ້ນໍາສາສະໜາພົບຄວາມຜິດກັບພຣະເຢຊູດ້ວຍຄວາມໃຈຮ້າຍ, ມັດທາຍແມ່ນຄົນເກັບພາສີ, ພຣະເຢຊູຊົງເອີ້ນລາວ ແລ້ວມັດທາຍກໍຕິດຕາມພຣະອົງໄປ, ຫຼັງຈາກນັ້ນມັດທາຍກໍໄດ້ຈັດງານລ້ຽງຢູ່ເຮືອນຂອງລາວ, ພຣະເຢຊູກັບພວກສາວົກຂອງພຣະອົງກໍບ່ອນນັ້ນ, ມີພວກເກັບພາສີກັບພວກຄົນບາບຫຼາຍຄົນມາກິນເຂົ້າກັບພຣະເຢຊູ, ພວກຜູ້ນໍາສາສະໜາຄິດວ່າພຣະເຢຊູຜິດ, ພວກເຂົາເວົ້າວ່າ “ເປັນຫຍັງອາຈານຂອງທ່ານຈື່ງຮັບປະທານອາຫານຮ່ວມກັບຄົນບາບ?” ພຣະເຢຊູຊົງຕອບວ່າ “ເຮົາບໍ່ໄດ້ມາເພື່ອເອີ້ນຄົນຊອບ ແຕ່ມາເອີ້ນຄົນບາບໃຫ້ກັບໃຈໃໝ່”(ມັດທາຍ 9:13)

ພວກນັກເທດທີ່ຢ້ານເລື່ອງການມີຄົນບາບຫຼາຍເກີນໄປຄວນຄິດກ່ຽວກັບເລື່ອງນັ້ນ! ຂ້າພະເຈົ້າຂໍບອກວ່າ “ຈົ່ງພາພວກຄົນບາບເຂົ້າມາ! ຈົ່ງພາເຂົາມາໃຫ້ຫຼາຍເທົ່າທີ່ພົບໄດ້! ແຮງຫຼາຍແຮງມີຄວາມສຸກ” ຈົ່ງພວກເຂົາເຂົ້າມາສູ່ການສາມັກຄີທໍາຄືກັບທີ່ພຣະເຢຊູເຮັດ,ຄືກັບຄຣິສຕະຈັກຍຸກຕົ້ນເຮັດ! “ຈົ່ງພາພວກເຂົາເຂົ້າມາ” ເຊີນຮ້ອງຂໍ້ຊໍ້າ!

ພາເຂົາມາ, ພາເຂົາມາ
ພາເຂົາມາຈາກທາງຜິດບາບໜາ
ພາເຂົາມາ, ພາເຂົາມາ
ພາຄົນບາບມາຫາພຣະເຢຊູ

ເຊີນຟັງເລື່ອງຂອງຄຣິສຕະຈັກຍຸກຕົ້ນທີ່ມີຊີວິດຊີວາແລະລິດເດດ.

“ພວກເຂົາໄດ້ຕັ້ງໝັ້ນຄົງຢູ່ໃນຄໍາສອນຂອງຈໍາພວກອັກຄະສາວົກ ແລະໃນການສາມັກຄີທໍາ (ຄອຍໂນເນຍ) ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບຄຣິສຕະຈັກທະວີຂື້ນທຸກໆວັນ”(ກິດຈະການ 2:42,47)

ແຈັກຮາຍກັບລູກຊາຍຜູ້ລ່ວງປະເວນີຂອງລາວກັບລູກເຂີຍທີ່ຫຼີ້ນສາວໄວລຸ້ນຂອງລາວ-ພວກເຂົາເປັນຄົນທີ່ຄວນຢູ່ໃນຕຶກຫຼັງອື່ນ! ຈົ່ງກັ້ນພວກເຂົາໃຫ້ຫ່າງອອກໄປ,ພວກເຂົາ ອາດຈະເປັນອັນຕະລາຍຕໍ່ເດັກໃໝ່ທີ່ຍັງບໍ່ລອດໄດ້! ຈົ່ງກັ້ນພວກຮັບໃຊ້ “ພວກໝາ”ເຫຼົ່າ ນັ້ນໃຫ້ຫ່າງໆຈາກຄົນໜຸ່ມທີ່ຍັງບໍ່ລອດ! ແລ້ວພາພວກຄົນໜຸ່ມເຫຼົ່ານີ້ເຂົ້າໄປໃນຫ້ອງຫຼັກໆຂອງຄຣິສຕະຈັກ, ຖືກຕ້ອງແລ້ວ ຈົ່ງພາຄົນຫຼົງຫາຍເຂົ້າມາ-ແລ້ວປິດປະຕູຕັນພວກຟາຣິສີແບັບຕິດທີ່ຫຼີິ້ນຊູ້ນັ້ນໄວ້ ແລະທໍາລາຍພວກເດັກນ້ອຍຂີ້ດື້ທີ່ຢູ່ໂຮງຮຽນວັນອາທິດຂອງພວກເຂົາ! ຈົ່ງພາເດັກທີ່ຫຼົງຫາຍເຂົ້າມາ ແລ້ວພວກເຮົາຈະກິນເຂົ້າແລງ ແລະມີງານລ້ຽງວັນເກີດ -ແລ້ວເບິ່ງພວກກາຕູນໂປເປເຢເກົ່າໆ! ເອແມນ! ເຊີນຟັງນັກເທດເຖົ້າຄົນນີ້ ແລະຮ້ອງເພງນະມັດສະການນໍາກັນ, ຕົບມືແລະຮ້ອງ “ເອແມນ” - ແລະມີເວລາທີ່ດີນໍາກັນ!

ຄໍາກຣີກສາມຄໍານັ້ນໄດ້ສະແດງໃຫ້ພວກເຮົາເຫັນຄຣິສຕະຈັກທີ່ມີຊີວິດຊີວາແລະມີລິດ! “ຄູຣິອອສ” - ພຣະເຈົ້າ-ພຣະຄຣິດຊົງເປັນຄິຣິອອສຂອງພວກເຮົາ! ພຣະອົງຊົງເປັນພຣະເຈົ້າຂອງເຮົາ, ເຊີນກັບມາອີກແລະຮຽນຮູ້ເລື່ອງພຣະຄຣິດ ແລ້ວຕິດຕາມພຣະ ຄຣິດ, ແລະຮັກພຣະຄຣິດດ້ວຍສຸດໃຈຂອງທ່ານ! “ອາກາເປ”- “ຄວາມຮັກຄຣິສຕຽນ! ເຊີນກັບມາອີກ ແລະພວກເຮົາຈະຮັກພວກທ່ານ ແລະພວກເຮົາກໍຕ້ອງທີ່ຈະໃຫ້ພວກທ່ານຮັກພວກເຮົາ, ພວກຮິບປີ້ເຖົ້າໆເວົ້າເຖິງ “ຄວາມຮັກໃນ” ພວກເຂົາເອີ້ນວ່າ“ຄວາມຮັກໃນ” ວູດສະຕັອກ, “ຄວາມຮັກ”ແທ້ມີຢູ່ໃນຄຣິສຕະຈັກນີ້! ເຊີນກັບມາສູ່ຄວາມຮັກຂອງພວກເຮົາອີກ! ມັນຈະເຮັດໃຫ້ວູດສະຕັອກເບິ່ງຄືກັບກິນເຂົ້າປິກນິກໂຮງຮຽນວັນອາທິດ! ແລະຫຼັງຈາກນັ້ນຄໍາວ່າ “ຄອຍໂນເນຍ” ໝາຍເຖິງການສາມັກຄີທໍາກັນ,ມິດຕະພາບ, ຄວາມເປັນເພື່ອນ, ກຸ່ມຄົນທີ່ດີ! ຄອຍໂນເນຍຄືການສາມັກຄີທໍາ, ການສາມັກຄີທໍາຄືການຂະຫຍາຍຂອງ“ອາກາເປ”ຄວາມຮັກໃນຄຣິສຕະຈັກທ້ອງຖີ່ນ!

ພວກເຮົາຢູ່ນີ້, ພວກເຮົາກໍາລັງລໍຖ້າພວກທ່ານຢູ່! ຂໍເຊີນມາອີກອາທິດໜ້ານີ້, ເຊີນມາອີກໃນຕອນແລງວັນອາທິດ! ເຊີນກັບມາໃນຕອນແລງວັນເສົາ! ເຊີນມາຊ່ວຍພວກເຮົານໍາຄົນອື່ນເຂົ້າມາ! ເຊີນມາແລ້ວຊ່ວຍພວກເຮົາເຮັດໃຫ້ຄຣິສຕະຈັກນີ້ເປັນບ່ອນທີ່ພວກຄົນໜຸ່ມສາມາດມາເປັນເພື່ອນທີ່ດີຕໍ່ກັນໄດ້, ບ່ອນທີ່ພວກຄົນໜຸ່ມສາມາດມາມ່ວນໄດ້, ບ່ອນທີ່ຄົນໜຸ່ມສາມາດມາເພື່ອກາຍເປັນສາວົກຂອງພຣະຄຣິດໄດ້ - ແລະທະຫານແຫ່ງໄມ້ກາງແຂນ! ເອແມນ! ຂໍເຊີນຮ້ອງເພງບົດທີແປດ -“ໝູ່ກອງທັບຂອງພຣະຄຣິດ” ເຊີນຮ້ອງ!

ໝູ່ກອງທັບຄຣິສຕຽນ,ຈົ່ງມຸ້ງໜ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູນໍາໜ້າເຮົາໄປ
ພຣະຄຣິດເຈົ້າແມ່ທັບໃຫຍ່ພາໄປຮົບສັດຕູ
ມຸ້ງໜ້າສູ່ສະໜາມຮົບ,ຈົ່ງເບິ່ງທຸງຂອງພຣະອົງໄປ
ໝູ່ກອງທັບຄຣິສຕຽນ,ຈົ່ງມຸ້ງໜ້າສູ່ສົງຄາມ
ດ້ວຍໄມ້ກາງແຂນພຣະເຢຊູນໍາໜ້າເຮົາໄປ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“The Church’s One Foundation” (Samuel J. Stone, 1839-1900).

ໂຄງຮ່າງບົດເທດສະໜາ

ໂຄງຮ່າງບົດເທດສະຽໜາເລື່ອງ
ບອກເລົ່າຄວາມລັບສາມຢ່າງຂອງ
ຄຣິສຕະຈັກຍຸກຕົ້ນ

THREE WORDS GIVE THE SECRET
OF THE EARLY CHURCH!

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ພວກເຂົາໄດ້ຮ່ວມໃຈກັນໄປໃນພຣະວິຫານ ແລະຫັກເຂົ້າຈີ່ຕາມເຮືອນຂອງເຂົາ, ຮ່ວມຮັບປະທານອາຫານດ້ວຍຄວາມຊື່ນຊົມຍິນດີ ແລະດ້ວຍຈິງໃຈ ທຸກວັນເລື່ອຍໄປ ທັງໄດ້ສັນເສີນພຣະເຈົ້າ ແລະຄົນທັງປວງກໍພໍໃຈ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດເຂົ້າສົມທົບກັບຄຣິສຕະຈັກທະວີຂຶ້ນທຸກໆວັນ”(ກິດຈະການ 2:46,47)

I.   ໜຶ່ງ ມີຄໍາພາສາກຣີກຄໍາວ່າ “ຄູຣິອອສ” ກິດຈະການ 10:36; 1 ໂກລິນໂທ 1:23; 2:2; ໂຢຮັນ 10:28; ມັດທາຍ 16:24.

II.  ສອງ ມີຄໍາພາສາກຣີກຄໍາວ່າ “ອາກາເປ” ໂຢຮັນ 13:34,35.

III. ສາມ ມີຄໍາພາສາກຣີກຄໍາວ່າ “ຄອຍໂນເນຍ” ເອເຊໂຊ 5:11; ມັດທາຍ 9:13; ກິດຈະການ 2:42,47.