Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຮໂຣດກັບໂຢຮັນ

HEROD AND JOHN
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 12/11/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, November 12, 2017

“ເພາະເຮໂຣດຢຳເກງໂຢຮັນໂດຍຮູ້ວ່າ ທ່ານເປັນຄົນຊອບທຳແລະບໍລິສຸດຈຶ່ງໄດ້ປ້ອງກັນທ່ານໄວ້ ເມື່ອເຮໂຣດໄດ້ຍິນຄຳສັ່ງສອນຂອງທ່ານກໍປະຕິບັດຕາມຫລາຍສິ່ງ ແລະຍິນດີຮັບຟັງທ່ານ” (ມາລະໂກ 6:20)


ເລື່ອງລາວຂອງກະສັດເຮໂຣດ ແລະໂຢຮັນຜູ້ໃຫ້ບັບຕິດສະມາແມ່ນໜື່ງໃນເລື່ອງ ເສົ້າທີ່ໃຫຍ່ທີ່ສຸດໃນພຣະຄຳພີ ແລະໃນປະຫວັດສາດ, ໂຢຮັນຜູ້ໃຫ້ບັບຕິດສະມາແມ່ນນັກປະກາດໜຸ່ມທີ່ມີໄຟ, ລາວຖືກກໍານົດໃຫ້ຕໍ່ສູ້ກັບກະສັດເຮໂຣດ - ກະສັດທີ່ມີຈິດໃຈອ່ອນແອສອງຈິດສອງໃຈ, ລາວຕ້ອງການທີ່ຈະເຊື່ອຟັງໂຢຮັນ, ລາວຕ້ອງການທີ່ມີສັນຕິສຸກກັບພຣະ ເຈົ້າ, ແຕ່ຄວາມອ່ອນແອ ແລະການຕັດສິນໃຈບໍ່ເດັດຂາດຂອງລາວນໍາລາວໄປສູ່ຄວາມຫາ ຍະນະ-ແລະສູ່ການຂ້າໂຢຮັນຜູ້ໃຫ້ບັບຕິດສະມາ, ເພາະໃນທີ່ສຸດເຮໂຣດກໍຕັດຫົວຂອງໂຢຮັນ!

ເມື່ອຂ້າພະເຈົ້າອ່ານເລື່ອງກ່ຽວກັບກະສັດເຮໂຣດຂ້າພະເຈົ້າກໍຈະຮູ້ສຶກເສຍໃຈກັບ ລາວສະເໝີ, ແຕ່ແລ້ວຂ້າພະເຈົ້າກໍໃຈຮ້າຍໃຫ້ກັບລາວ, ລາວເປັນຄົນທີ່ໂງ່ຫຼາຍ, ລາວຢູ່ໃກ້ກັບຄວາມລອດຫຼາຍ,ແຕ່ກໍບໍ່ມີວັນລອດເລີຍ,ລາວໃກ້ຈະກັບໃຈໃໝ່ແລ້ວ, ແຕ່ລາວກໍຕົກ ນາລົກ, ເມື່ອຂ້າພະເຈົ້າຄິດເຖິງເຮໂຣດບົດເພງທີ່ກຣິຟຟິດຮ້ອງກໍສະທ້ານຈິດໃຈຂ້າພະເຈົ້າສະເໝີ.

ເກືອບຈະເກ່ຍກ້ອມໃຫ້ເຊື່ອດຽວນີ້
ເກືອບຈະຊັກຊວນໃຫ້ຕ້ອນຮັບພຣະຄຣິດ
ເກືອບຈະບໍ່ສາມາດໃຊ້ປະໂຫຍດ,ເກືອບຈະແຕ່ລົ້ມເຫຼວ
ໜ້າເສົ້າ,ໜ້າເສົ້າທີ່ຮ້ອງຢ່າງຂົມຂື່ນ,ເກືອບແລ້ວແຕ່ຍັງຫຼົງຫາຍ!

ເກືອບຈະເກ່ຍກ້ອມ!ໜ້າເສົ້າ,ໜ້າເສົ້າທີ່ຮ້ອງຢ່າງຂົມຂື່ນ-
ເກືອບແລ້ວແຕ່ຍັງຫຼົງຫາຍ!

ເລື່ອງທີ່ສັບສົນແລະຍືດຍາວຂອງເຮໂຣດ ແລະໂຢຮັນຜູ້ໃຫ້ບັບຕິດສະມາໄດ້ສະແດງໃຫ້ ພວກເຮົາເຫັນຄວາມຈິງທີ່ຍິ່ງໃຫຍ່ຫຼາຍຢ່າງ.

ອັນທີ່ໜື່ງ,ຂໍ້ຄວາມເລື່ອງຄວາມລອດມັກຈະຮຽກຮ້ອງທ່ານໃຫ້ຕັດສິນໃຈ, ສໍາຫຼັບ ພວກເຮົາຄໍາວ່າ “ຕັດສິນໃຈ”ເບິ່ງຄືວ່າບໍ່ດີ - ເໝືອນໃນ“ລັດທິຕັດສິນໃຈນິຍົມ” ແຕ່“ລັດທິ ຕັດສິນໃຈນິຍົມ”ບໍ່ດີກໍເພາະວ່າຄົນສ່ວນຫຼາຍຕັດສິນໃຈຜິດ! ເຮໂຣດສາມາດມີການຕັດສິນ ໃຈທີ່ຖືກຕ້ອງໄດ້, ແຕ່ລາວພັດໂຍກເຍກກັບໄປມາແທນ -ແລະບໍ່ເຄີຍຢືນຢັດເພື່ອຄວາມຈິງ ທີ່ໂຢຮັນຜູ້ໃຫ້ບັບຕິດສະມາເທດໃຫ້ລາວຟັງ, ສິ່ງທີ່ເດັ່ນທີ່ສຸດກ່ຽວກັບຄໍາເທດສະໜາຂອງໂຢຮັນກໍຄືການທ້າທາຍໃຫ້ຕັດສິນໃຈຂອງລາວ, ລາວເທດການກັບໃຈ ແລະຮຽກຮ້ອງໃຫ້ຕັດສິນໃຈຈາກຄົນເຫຼົ່ານັ້ນທີ່ໄດ້ຍິນລາວເທດ, ລາວເທດດ້ວຍລິດອໍານາດຈົນຜູ້ຄົນຮ້ອງອອກມາວ່າ “ພວກເຮົາຈະຕ້ອງເຮັດແນວໃດ?” (ລູກາ 3:10) ເມື່ອພຣະຄຣິດມາພຣະອົງຊົງເທດສະໜາໃນແບບດຽວກັນ, ພຣະອົງໃຫ້ໂຕເລືອກແກ່ຜູ້ຄົນສອງທາງ, ສະຫວັນຫຼືນາລົກນາລົກ,ທາງກວ້າງສູ່ຄວາມຫາຍະນະ ຫຼືທາງແຄບສູ່ຊີິວິດ, ເຮືອນເທິງຂີ້ຊາຍຫຼືເຮືອນເທິງກ້ອນຫີນ, ພຣະເຈົ້າຫຼືເງິນ, ຜູ້ຄົນຈະຕ້ອງເລືອກຂ້າງ, ວ່າຈະເລືອກທາງພຣະຄຣິດ ຫຼືຕໍ່ຕ້ານພຣະອົງ, ຄໍາເທດສະໜາຂອງພຣະຄຣິດຮຽກຮ້ອງໃຫ້ພວກເຂົາຕັດສິນໃຈວ່າຈະເອົາ ພຣະອົງຫຼືຕໍ່ຕ້ານພຣະອົງ, ມັນແມ່ນແບບດຽວກັນທີ່ເປໂຕເທດໃນວັນເພັນເຕຄອສ, ເປໂຕຮຽກຮ້ອງໃຫ້ພວກເຂົາຕັດສິນໃຈ, ແລະຜູ້ຄົນກໍຕອບສະໜອງ “ພວກເຮົາຈະເຮັດແນວໃດດີ?”(ກິດຈະການ 2:37) ຢູ່ໃນບົດສຸດທ້າຍຂອງໜັງສືກິດຈະການຄໍາເທດສະໜາຂອງເປົາໂລແບ່ງຜູ້ຄົນອອກເປັນສອງກຸ່ມ “ຄໍາທີ່ທ່ານກ່າວບາງຄົນກໍເຊື່ ບາງຄົນກໍບໍ່ເຊື່ອ”(ກິດຈະການ 28:24),ພວກເຂົາຕ້ອງເຮັດການຕັດສິນໃຈ! ແລະຢູ່ໃນການຟື້ນຟູທຸກເທື່ອຕະຫຼອດປະຫວັດສາດຄຣິສຕຽນຄົນຂອງພຣະເຈົ້າໄດ້ເທດສະໜາແບບນັ້ນ, ຄົນທີ່ໄດ້ຍິນພວກເຂົາເທດຕ້ອງຕັດສິນໃຈ!

ປະຈຸບັນນີ້ພວກເຮົາໄດ້ຍິນຄໍາເທດສະໜາຫຼາຍປະເພດທີ່ແຕກຕ່າງກັນ, ບໍ່ໄດ້ຮຽກ ຮ້ອງຫຍັງ, ນັກເທດບາງຄົນເອີ້ນຜູ້ຄົນຢ່າງອ່ອນຫວານໃຫ້ມາເພື່ອຢຽວຢາຮັກສາ, ນັກເທດບາງຄົນກໍເທດເລື່ອງຕ່າງໆທີ່ນຸ່ມນວນ ແລະອ່ອນໂຍນ, ແລະມີນັກເທດຄົນອື່ນໆທີ່ເທດການອະທິບາຍຂໍ້ພຣະຄໍາພີທີ່ແຫ້ງຄືຂີ້ຝຸ່ນໂດຍບໍ່ມີການໄຖ່ດ້ວຍເລືອດ, ໄຟຢູ່ໃສ? ການທ້າທາຍຢູ່ໃສ? ບໍ່ສົງໄສເລີຍທີ່ພວກຄົນໜຸ່ມກໍາລັງຖືກບັງຄັບໃຫ້ໜີໄປຈາກຄຣິສຕະຈັກຫຼາຍແຫ່ງ! ຄໍາເທດສະໜາສ່ວນຫຼາຍໃນປະຈຸບັນນີ້ບໍ່ຄຸ້ມຄ່າກັບຖັງນໍ້າລາຍໄຫຼ - ທີ່ຈະອ້າງຄໍາເວົ້າຂອງຮອງປະທານາທິບໍດີຈອນ ແນນຊ໌ກາເນີ(1933-1941)ໃນຮູບປະໂຫຍກອື່ນ, ເລື່ອງລາວຂອງເຮໂຣດກັບໂຢຮັນຜູ້ໃຫ້ບັບຕິດສະມາໄດ້ສະແດງໃຫ້ພວກເຮົາເຫັນຄວາມໄຮ້ຄ່າຂອງຄໍາເທດສະໜາທັງໝົດ, ມັນໄດ້ເຕືອນພວກເຮົາວ່າພຣະຄຣິດຊົງຮຽກຮ້ອງພວກເຮົາ ໃຫ້ຕັດສິນໃຈ, ອີກປະການໜື່ງ ພວກທ່ານໄດ້ຕັດສິນໃຈແລ້ວບໍ? ມັນໄດ້ກະທົບຊີວິດຂອງພວກທ່ານບໍ? ມັນໄດ້ປ່ຽນແປງທ່ານຢູ່ບໍ?

ເຮໂຣດ “ຍິນດີຮັບຟັງທ່ານ” ເຮໂຣດມັກນັກເທດ, ລາວມີຄວາມສຸກໃນການຟັງລາວເທດ, ແຕ່ມັນບໍ່ມີຜົນກະທົບລາວເລີຍ, ຂ້າພະເຈົ້າບໍ່ເຄີີຍມັກທີ່ຈະໄດ້ຍິນຜູ້ຄົນບອກວ່າ ສິ່ງທີ່ຂ້າພະເຈົ້າເທດມັນຍິ່ງໃຫຍ່, ຂ້າພະເຈົ້າບໍ່ໄດ້ມີຄວາມສຸກຈາກເລື່ອງນັ້ນອີກແລ້້ວ,ຂ້າ ພະເຈົ້າດີໃຈພຽງແຕ່ເມື່ອເຫັນມີບາງຄົນຕັດສິນໃຈທີ່ຈະກັບໃຈໃນເລື່ອງຄວາມຜິດບາບຂອງເຂົາ ແລະຖີ້ມຕົນເອງລົງເທິງຄວາມເມດຕາຂອງພຣະເຢຊູ, ມີສິ່ງດຽວທີ່ເຮັດໃຫ້ຂ້າພະເຈົ້າພໍໃຈກໍຄືເມື່ອບາງຄົນຕັດສິນໃຈຢ່າງເດັດຂາດທີ່ຈະວາງໃຈເຊື່ອໃນພຣະເຢຊູດ້ວຍການກັບໃຈໃໝ່ທີີ່ແທ້ຈິງ ແລະຊີວິດປ່ຽນແປງ, ອັນນັ້ນແມ່ນຂໍ້ພິສູດວ່າຄໍາເທດສະໜາຂອງຂ້າພະ ເຈົ້າຖືກອວຍພອນໂດຍພຣະເຈົ້າຫຼືບໍ! ມັນບໍ່ແມ່ນໃນສິ່ງທີ່ທ່ານມ່ວນ, ມັນບໍ່ແມ່ນໃນສິ່ງທີ່ີທ່ານຖືກແຕະຕ້ອງໂດຍຄໍາເທດສະໜາ ຫຼືທ່ານມັກ ແລະພໍໃຈກັບຄໍາເທດສະໜາຂອງຂ້າ ພະເຈົ້າ, ຂໍ້ພິສູດກໍຄື- ມັນໄດ້ນໍາທ່ານໄປສູ່ການຕັດສິນໃຈ, ການສະແດງອອກຢ່າງແນ່ ນອນໃນເລື່ອງການວາງໃຈໃນພຣະຄຣິດດ້ວຍຄວາມເຕັມໃຈ ແລະດ້ວຍຊີວິດ? ມີຄົນໜື່ງເວົ້າວ່າ “ພວກເຂົາຕ້ອງການອັນໃດອີກ?” ພຣະຄຣິດຕ້ອງການທັງຊີວິດຂອງທ່ານ-ທັງໝົດເລີຍ!

ແຕ່ມີບາງສິ່ງບາງຢ່າງທີ່ໜ້າເສົ້າກ່ຽວກັບຄົນຄືເຮໂຣດ, ລາວເກືອບຈະຕັດສິນໃຈແລ້ວ, ລາວເກືອບຖືກຊັກນໍາໃຫ້ເຊື່ອວາງໃຈໃນພຣະຄຣິດ ແລະກາຍເປັນຄຣິສຕຽນແທ້ ຊ່າງໜ້າເສົ້າ ແລະເປັນຕາອີດູຕົນຄົນຄືເຮໂຣດ, ພວກທ່ານມາຄຣິສຕະຈັກ, ໄດ້ຍິນພວກເຮົາເທດ, ແລະທ່ານກໍຖືກຂັບເຄື່ອນທາງອາລົມ,ທ່ານຮູ້ສຶກວ່າຕົນເອງຄວນເຊື່ອວາງໃຈໃນພຣະເຢຊູ, ທ່ານເວົ້າວ່າທ່ານຢາກເຊື່ອໃນພຣະອົງ, ແຕ່ທ່ານບໍ່ເຄີຍເຮັດມັນເລີຍ, ແທນທີ່ຈະເຊື່ອວາງໃຈໃນພຣະເຢຊູທ່ານພັດແນມຫາຄວາມຮູ້ສຶກເພື່ອພິສູດວ່າທ່ານວາງໃຈໃນ ພຣະອົງແລ້ວ, ມັນຈະບໍ່ທາງເກີດຂື້ນ! ບໍ່ມີວັນ! ບໍ່ມີວັນ! ເປັນຫຍັງລະ? ທ່ານຈະສາມາດມີ “ຄວາມຮູ້ສຶກ”ໄດ້ແນວໃດວ່າທ່ານເຊື່ອໃນພຣະອົງແລ້ວກ່ອນທີ່ທ່ານຈະວາງໃຈໃນພຣະອົງ? ມັນບໍ່ມີເຫດຜົນເລີຍ! ທາງດຽວທີ່ທ່ານສາມາດວາງໃຈເຊື່ອໃນພຣະເຢຊູໄດ້ກໍຄືໂດຍການເຊື່ອວາງໃຈໃນພຣະອົງແທນຄວາມຮູ້ສຶກ, ທ່ານຢູ່ຫ່າງພຽງແຕ່ກ້້າວດຽວຈາກການເຊື່ອວາງໃຈໃນພຣະເຢຊູ, ແຕ່ທ່ານບໍ່ເຄີຍເຮັດມັນ, ທ່ານຊ່າງເປັນຄົນທີ່ແປກປະຫຼາດແທ້, ພວກທ່ານມາວັນອາທິດມາແລ້ວມາອີກ, ແຕ່ພັດປະຕິເສດທີ່ວາງໃຈເຊື່ອໃນພຣະຜູ້ຊ່ວຍ, ພວກທ່ານມາຫາພວກເຮົາຫຼັງຈາກການນະມັດສະການ-ແຕ່ພວກທ່ານພັດບໍ່ມີຄວາມຕັ້ງໃຈທີ່ຈະເຊື່ອວາງໃຈໃນພຣະອົງ, ຂ້າພະເຈົ້າຖາມພວກທ່ານວ່າ ເຈົ້າເຊື່ອໃນພຣະອົງແລ້ວບໍ? ທ່ານກໍຕອບວ່າ “ບໍ່” ທ່ານເວົ້າວ່າ“ບໍ່”ຢ່າງໜັກແໜ້ນ-ເໝືອນກັບວ່າທ່ານແນ່ໃຈຫຼາຍວ່າທ່ານບໍ່, ເປັນຫຍັງທ່ານຈື່ງແນ່ໃຈຫຼາຍ? ມັນເປັນເພາະວ່າທ່ານກໍາລັງແນມຫາຄວາມຮູ້ສຶກຫຼືອັນອື່ນ, ອັນນັ້ນຈະຕ້ອງເປັນເຫດຜົນ! ແຕ່ຂໍໃຫ້ຂ້າພະເຈົ້າເວົ້າຕາມຕົງກັບພວກທ່ານວ່າ “ຄວາມຮູ້ສຶກ”ທີ່ທ່ານຢາກໄດ້ຄືຜີປີສາດ! ພະຍາມານເຮັດໃຫ້ປີສາດຢູ່ຂ້າງໜ້າໃຈຂອງທ່ານວ່າ “ຂ້ອຍຈະຕ້ອງມີຄວາມຮູ້ສຶກນັ້ນ! ຂ້ອຍຕ້ອງການມັນອີຫຼີ! ຂ້ອຍຈະບໍ່ມີວັນພໍໃຈໂດຍປາສະຈາກຄວາມຮູ້ສຶກນັ້ນ” ເມື່ອພະຍາມານມີທ່ານຢູ່ໃຕ້ເວດມົນຂອງມັນແລ້ວ ທ່ານກໍຖືກຈັບເປັນຊະເລີຍ - ມັນຈະເອົາຄວາມຮູ້ສຶືກໃຫ້ທ່ານ! ແລ້ວທ່ານກໍຈະຫຼົງໄຫຼແລະຕິດສະ ເໜ່ມັນຈົນບໍ່ມີວັນທີ່ຈະລອດໄດ້, “ຄວາມຮູ້ສຶກ”ຂອງປີສາດນັ້ນຈະກາຍເປັນຫວານໃຈຂອງທ່ານ,ຄົນຮັກຂອງທ່ານ,ຮູບເຄົາລົບຂອງທ່ານ, ເມື່ອສິ່ງນັ້ນເກີດຂື້ນທ່ານກໍຈະຢູ່ໃຕ້ເວດມົນທີ່ເຂັ້ມແຂງ,ຖືກສະກົດຈິດຈົນເຮັດໃຫ້ທ່ານບໍ່ສາມາດທີ່ຈະເຊື່ອວາງໃຈໃນພຣະເຢຊູຜູ້ທີ່ຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານໄດ້! ແລະປີສາດແຫ່ງ“ຄວາມຮູ້ສຶກ”ຈະດຶງທ່ານລົງ,ຈັບທ່ານໄປເປັນທາດລົງສູ່ຂຸມນາລົກ, ຂ້າພະເຈົ້າເກືອບໄດ້ຍິນ“ຄວາມຮູ້ສຶກ”ທີ່ປີສາດຫົວຂວັນໃສ່ທ່ານໄດ້! “ຈັບໄດ້ແລ້ວ ຈັບໄດ້ແລ້ວດຽວນີ້ເຈົ້າເປັນທາດຂອງຂ້ອຍໃນນາລົກຕະຫຼອດໄປ” ຢ່າຍີ້ມ, ມີຫຼາຍລ້ານຄົນທີ່ຄິດວ່າເຂົາມີພຣະວິນຍານບໍລິສຸດ-ເມື່ອຄວາມຈິງແລ້ວພວກເຂົາມີປີສາດ, ແທນທີ່ຈະປະກອບດ້ວຍພຣະວິນຍານ-ພວກເຂົາພັດຖືກຜີສິງ! ຂ້າພະເຈົ້າຂໍເຕືອນພວກທ່ານທຸຸກຄົນທີ່ສະແຫວງຫາຄວາມຮູ້ສຶກເພື່ອພິສູດວ່າຕົນລອດແລ້ວ - ຂໍເຕືອນພວກທ່ານກໍາລັງຫຼິ້ນກັບຜີສາງຫຼືເວດມົນຄາຖາ, ທ່ານກໍາລັງຫຼິ້ນກັບໄຟ! ຈົ່ງກໍາຈັດຄວາມຮູ້ສຶກຜີສາດຂອງທ່ານຖີ້ມ ແລ້ວຖີ້ມຕົວຂອງທ່ານເທິງພຣະເຢຊູພຣະບຸດຂອງພຣະເຈົ້າຜູ້ຊື່ງຫຼັ່ງໂລຫິດແລະຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນ.

ມີພວກນັກເທດທີ່ກາຍເປັນແຫຼ່ງກໍາເນີດຂອງການເຮັດໃຫ້ເປັນທາດ,ຂ້າພະເຈົ້າເຄີຍຮູ້ຈັກພວກນັກເທດທີ່ດຶງດູດຜູ້ຄົນເຂົ້າຫາພວກຕົນ ແລະສັນຍາທີ່ຈະໃຫ້ເຂົາລອດໃນຂະນະທີ່ພວກເຂົາຄ່ອນຂ້າງເປັນແບບຜີປີສາດ, ພວກເຂົາກໍາລັງມັດພວກຜູ້ຕາມໃສ່ຕົວເຂົາເອງຫຼາຍກວ່່າພຣະຄຣິດ, ບໍ່ວ່າໃນກໍລະນີໃດຂ້າພະເຈົ້າໄດ້ເອົາໂຢຮັນຜູ້ໃຫ້ບັບຕິດສະມາໃສ່ຢູ່ໃນຈໍາພວກນັ້ນ.

ເຮໂຣດໄດ້ຈັບໂຢຮົນໃສ່ຄຸກເພາະວ່າເມຍຂອງລາວຄືນາງເຮໂຣເດຍຊັງໂຢຮັນທີ່ເອີ້ນນາງວ່າເປັນຄົນລ່ວງປະເພນີ, ພຣະຄໍາພີກ່າວວ່າ “ເຮໂຣດຢໍາເກງໂຢຮັນເພາະຮູ້ວ່າທ່ານເປັນຄົນຊອບທໍາແລະບໍລິສຸດ” ລາວເຫັນໂຢຮັນໃນຖານະເປັນຄົນຊອບທໍາ,ດັ່ງນັ້ນເຮ ໂຣດຈື່ງໄປຫາໂຢຮັນຫຼາຍເທື່ອຢູ່ໃນຄຸກ, ຂໍ້ພຣະຄໍາພີກ່າວວ່າເຮໂຣດໄດ້“ປ້ອງກັນທ່ານ” ໝາຍຄວາມວ່າເຮໂຣດ“ຮັກສາທ່ານໃຫ້ປອດໄພ” ເຮໂຣດຮູ້ດີວ່າມີບາງສິ່ງບາງຢ່່າງທີ່ແຕກຕ່າງກ່ຽວກັບໂຢຮັນ, ລາວ“ຍິນດີຮັບຟັງ(ໂຢຮັນ)”, ລາວກໍເປັນຄືກັບຫຼາຍຄົນທີ່ເຄົາລົບນັບຖື ສິດທິຊົນ, ພວກເຂົາຮູ້ດີວ່າສິດທິຊົນເປັນຄົນທີ່ເປັນແບບພຣະເຈົ້າເຊັ່ນ ນັກບຸນອໍກັສຕິນ, ພວກເຂົາອາດຈະອ່່ານ ແລະຕຶກຕອງຄໍາເວົ້າຂອງສິດທິຊົນແຕ່ພວກເຂົາບໍ່ເຄີຍເຊື່ອວາງໃຈໃນພຣະເຢຊູເລີຍ,ເຖິງແມ່ນວ່າຊາຍທີ່ຊື່ອໍກັສຕິນບອກໃຫ້ພວກເຂົາເຮັດກໍຕາມ, ຂ້າພະເຈົ້າຄິດວ່າເຮໂຣດແນມເບິ່ງໂຢຮັນຄືກັບພວກຄາທໍລິິກແນມເບິ່ງສິດທິຊົນ, “ລາວຍິນດີຮັບຟັງທ່ານ” ແຕ່ມັນບໍ່ໄດ້ຊ່ວຍລາວຍັງເລີຍ!

ເຮໂຣດໜ້າຈະລົງໄປຢາມໂຢຮັນຢູ່ໃນຄຸກ, ລາວຮູ້ດີວ່າເລື່ອງນີິ້ຈະເຮັດໃຫ້ເມຍຂອງລາວບໍ່ພໍໃຈ, ແຕ່ລາວກໍຍັງໄປຢູ່ດີ, ລາວຮູ້ສຶກຖືກຊັກນໍາໄປຫັ້ນ, ລາວຮູ້ສຶກວ່າບາງສິ່ງບາງຢ່າງກໍາລັງດຶງລາວໄປບ່ອນນັ້ນ, ຕອນທີ່ລາວອອກໄປຫາໂຢຮັນ“ລາວຍິນດີຮັບຟັງທ່ານ” ພຣະວິນຍານບໍລິສຸດກໍາລັງຊັກນໍາລາວໄປຟັງຜູ້ທໍານາຍ, ມີຫຼາຍຄົນທີ່ມາໂບດຍ້ອນເຫດຜົນດຽວກັນ, ພວກເຂົາມັກຢູ່ໃນຄຣິສຕະຈັກ,ເຖິງແມ່ນວ່່າຄໍາເທດສະໜາຈະຕໍານິພວກເຂົາກໍຕາມ, ແຕ່ພວກເຂົາກໍບໍ່ຍອມຕໍ່ພຣະຄຣິດ, ເຮໂຣດມາເກືອບຮອດຈຸດຂອງການກັບໃຈໃໝ່, ແຕ່ລາວກໍບໍ່ເຄີຍກັບໃຈໃໝ່ເລີຍ, ແລະເປັນຫຍັງຕໍ່ມາເຮໂຣດຈື່ງຕັດຫົວຂອງໂຢຮັນຜູ້ໃຫ້ບັບຕິດສະມາ? ແລ້ວພວກເຮົາຈະເຂົ້າໃຈຜູ້ຊາຍຄົນນີ້ຄືເຮໂຣດໄດ້ແນວໃດ?

ພາຍໃຕ້ການເທດສະໜາຂອງໂຢຮັນຜູ້ໃຫ້ບັບຕິດສະມາເຮໂຣດຮູ້ສຶກໄດ້ເຖິງການສະຖິດຢູ່ ແລະລິດເດດຂອງພຣະເຈົ້າ, ລາວຮູ້ດີວ່າໂຢຮັນເວົ້າຖືກ, ແຕ່ລາວບໍ່ຍອມຕໍ່ພຣະ ຄຣິດເລີຍ, ລາວເຂົ້າໃຈໃນສິ່ງທີ່ໂຢຮັນກໍາລັງເທດໃຫ້ລາວຟັງ, ແຕ່ລາວບໍ່ໄດ້ວາງໃຈເຊື່ອໃນພຣະຄຣິດ, ລາວສືບຕໍ່ຮຽນຮູ້ ແລະຮຽນຮູ້ແຕ່ລາວບໍ່ເຄີຍໄດ້ສິນໃຈຢ່າງເດັດຂາດທີ່ຈະເຊື່ອວາງໃຈພຣະຄຣິດ, ລາວບໍ່ຕ້ອງການທີ່ຈະປ່ຽນແປງຊີວິດຂອງຕົນ, ລາວຈະຕ້ອງໄດ້ແຍກອອກຈາກຜູ້ຍິງຊົ່ວຄົນນັ້ນຄືນາງເຮໂຣເດຍ, ລາວຈະຕ້ອງໄດ້ປ່ຽນແປງສິ່ງຕ່າງໆໃນຊີວິດຂອງລາວ, ຄົນໜຸ່ມຕາເວັນອອກຫຼາຍຄົນເປັນແບບນັ້ນ, ພໍ່ແມ່ຂອງພວກເຂົາປ່ອນໃຫ້ພວກເຂົາມາໂບດຂອງພວກເຮົາແຕ່ພວກເຂົາບໍ່ຍອມເຫັນດ້ວຍເຕັມທີ່ໃນສິ່ງທີ່ພວກເຮົາເທດ ພວກເຂົາຄິດວ່າພວກເຮົາເຄັ່ງຄັດໂພດ, ລູກໆຂອງພວກເຂົາມາໂບດຂອງພວກເຮົາ-ແຕ່ພວກເຂົາຖືກດຶງກັບ, ມັນແມ່ນແທ້ບໍກັບທ່ານ? ພໍ່ແມ່ຂອງພວກທ່ານຄິດວ່່າພວກເຮົາເຄັ່ງຄັດໂພດບໍ? ພວກເຂົາປ່ອຍໃຫ້ພວກທ່ານມາ, ແຕ່ພວກເຂົາວິຈານພວກເຮົາຕອນທີ່ພວກເຂົາລົມກັບພວກທ່ານ, ພວກເຂົາບອກທ່ານບໍ່ໃຫ້ໃຊ້ເວລາຫຼາຍຢູ່ໃນໂບດ, ພວກເຂົາເວົ້າແບບນີີ້ວ່າ “ເຈົ້າຕ້ອງຢູ່ນີ້ຫຼາຍປານນັ້ນບໍ?” ດັ່ງນັ້ນພວກທ່ານຈື່ງຖືກຈິີກອອກລະຫວ່າງພໍ່ແມ່ຂອງທ່ານກັບຄຣິສຕະຈັກນີ້, ພວກທ່ານຮູ້ດີວ່າພວກເຮົາເວົ້າຖືກແຕ່ທ່ານຕ້້ອງການທີ່ຈະເຮັດໃຫ້ພໍ່ແມ່ຂອງພວກທ່ານພໍໃຈ, ພວກທ່ານຢ້ານທີ່ຈະຢືນຢັດກັບພວກເຮົາ,ຕໍ່ຕ້ານພໍ່ແມ່ທີ່ບໍ່ແມ່ນຄຣິສຕຽນຂອງທ່ານ, ພວກເຂົາລືມໃນສິ່ງທີ່ພຣະເຢຊູກ່າວວ່າ “ຜູ້ທີ່ຮັກບິດາມານດາ ຫຼາຍກວ່າຮັກເຮົາກໍບໍ່ສົມກັບເຮົາ”(ມັດທາຍ 10:37), ເຮໂຣດຕ້ອງການທີ່ຈະເປັນຄຣິສຕຽນ ແຕ່ລາວກໍຍັງຕ້ອງການທີ່ຈະເຮັດໃຫ້ເຮໂຣເດຍພໍໃຈ, ພຣະຄໍາພີກ່າວວ່າ “ຄົນສອງໃຈເປັນຄົນບໍ່ໝັ້ນຄົງໃນບັນດາທາງທີ່ຕົນປະພຶດນັ້ນ” (ຢາໂກໂບ 1:8) ດຣ.ຊາລຊີ.ໄຣຣິີ່ໄດ້ກ່າວວ່າ

“ຄົນສອງໃຈ(ເປັນ)ຄົນທີ່ແບ່ງຄວາມຈົ່ງຮັກພັກດີອອກ”(ໄຣຣີ່ສຶກສາພຣະຄໍາພີ) ອັນນັ້ນແມ່ນສິ່ງທີ່ຜິດພາດກັບເຮໂຣດບໍ? ລາວຕ້ອງການທີ່ຈະເປັນຄຣິສຕຽນແຕ່ລາວກໍຢາກທີ່ຈະເຮັດໃຫ້ເຮໂຣເດຍພໍໃຈ, ລາວເປັນຄົນສອງໃຈ, ສະນັ້ນລາວຈື່ງບໍ່ສາມາດກາຍເປັນຄຣິສຕຽນແທ້ໄດ້.

ໃນມໍ່ມານີ້ພວກເຮົາມີຜູ້ຍິງຕາເວັນອອກເປັນແບບນັ້ນ, ລາວຢາກຈະເຮັດໃຫ້ພໍ່ແມ່ທີ່ບໍ່ແມ່ນຄຣິສຕຽນຂອງລາວພໍໃຈ, ແຕ່ລາວກໍຍັງຢາກເປັນຄຣິສຕຽນເຊັ່ນກັນ, ລາວຖືກຈີກເປັນຕອນຈົນສຸດທ້າຍນາງເຫັນວ່ານາງຕ້ອງມາຫາພຣະເຢຊູຢ່າງສິ້ນເຊີງ, ນາງຈື່ງຕັດສິນໃຈທີ່ຈະໄປຕໍ່ສູ້ພໍ່ແມ່ຂອງຕົນ ແລະມາຫາພຣະເຢຊູຢ່າງສິ້ນເຊີງ, ໃນວິນາທີທີ່ນາງເຮັດແບບນັ້ນນາງກໍຟັງເບິ່ງຄືລອດແລ້ວ, ນາງໄດ້ຕັດສິນໃຈທີ່ຈະເຮັດໃຫ້ພຣະເຢຊູເປັນພຣະເຈົ້າໃນຊີວິດຂອງນາງ, ຄວາມສັບສົນທຸກຢ່າງຫາຍໄປ ແລະດຽວນີ້ນາງໄດ້ກາຍມາເປັນຄຣິສຕຽນທີ່ໜ້າຮັກ, ແຕ່ເຮໂຣດຈະບໍ່ຕັດສິນໃຈລະຫວ່າງໂຢຮັນຜູ້ໃຫ້ບັບຕິດສະມາກັບເຮໂຣເດຍ ສະນັ້ນລາວຈື່ງບໍ່ວັນໄດ້ເປັນຄຣິສຕຽນແທ້, ລາວຕາຍແລະຕົກນາຮົກ, ພຣະຄໍາພີກ່າວວ່າ “ທ່ານຈົ່ງເລືອກໃນວັນນີ້ວ່າທ່ານຈະຮັບໃຊ້ຜູ້ໃດ”(ໂຢຊວຍ 24:15), ພວກທ່ານຈະຕ້ອງເລືອກລະຫວ່າງພໍ່ແມ່ທີ່ຫຼົງຫາຍຂອງທ່ານກັບພຣະຄຣິດ, ພວກທ່ານຈະຕ້ອງເລືອກລະ ຫວ່າງເພື່ອນທີ່ຫຼົງຫາຍຂອງທ່ານກັບພຣະຄຣິດ, ບໍ່ມີຫົນທາງອື່ນທີ່ຈະລອດ ແລະມີຄໍາພະຍານທີ່ຊັດເຈນສໍາຫຼັບພຣະຄຣິດ, ຢ່າແກວ່ງໄປແກວ່ງມາຄືເຮໂຣດ, ຈົ່ງເລືອກພຣະ ຄຣິດກັບຄຣິສຕະຈັກ, ຈົ່ງຕັດສິນໃຈໃຫ້ຊັດເຈນເດັດຂາດ, “ທ່ານຈົ່ງເລືອກໃນວັນນີ້ວ່າທ່ານຈະຮັບໃຊ້ຜູ້ໃດ” “ຄົນສອງໃຈເປັນຄົນບໍ່ໝັ້ນຄົງໃນບັນດາທາງທີ່ຕົນປະພຶດນັ້ນ” (ຢາໂກໂບ 1:8), ພຣະເຢຊູຊົງກ່າວວ່າ“ຜູ້ທີ່ຮັກບິດາມານດາ ຫຼາຍກວ່າຮັກເຮົາກໍບໍ່ສົມກັບເຮົາ” (ມັດທາຍ 10:37).

ເຮໂຣດອອກໄປຟັງໂຢຮັນເທດ ແລະ “ເມື່ອເຮໂຣດໄດ້ຍິນຄໍາສັ່ງສອນຂອງທ່ານກໍປະຕິບັດຕາມຫຼາຍສິ່ງ” ແມ່ນລາວເຮັດຕາມຫຼາຍສິ່ງ, ແມ່ນທຸກສິ່ງແຕ່ມີສິ່ງດຽວທີ່ເປັນສິ່ງທີ່ສໍາຄັນທີ່ສຸດ, ບໍ່ສົງໄສເລີຍວ່າລາວເລີກເຮັດບາບຕ່າງໆຢ່າງແນ່ນອນ, ແມ່ນ “ປະຕິບັດຕາມຫຼາຍສິ່ງ” ແຕ່ລາວບໍ່ເຄີຍເຮັດສິ່ງໜື່ງທີ່ໂຢຮັນໄດ້ຂໍໃຫ້ລາວເຮັດ, ລາວບໍ່ເຄີຍເຊື່ອວາງໃຈໃນພຣະເຢຊູ! ອັນນັ້ນແມ່ນເຫດຜົນທີ່ທ່ານເກືອບເປັນຄຣິສຕຽນບໍ? ເກືອບແຕ່ຍັງຄົງຫຼົງຫາຍຢູ່! “ຫຼາຍສິ່ງ”ບໍ່ພຽງພໍ, ຍິງສາວຄົນໜຶ່ງເວົ້າວ່າ “ພວກເຂົາຕ້ອງການຫຍັງອີກ”? ນາງຄວນຈະເວົ້າວ່າ“ພຣະເຈົ້າຕ້ອງການຫຍັງອີກ”? ດຣ.ມາຕິນລອຍໂຈນເປັນຄົນເທດບົດເທດນີ້ດັ່ງເດີມຊື່ງຂ້າພະເຈົ້າໄດ້ເອົາມາດັດແປງ, ດຣ.ລອຍໂຈນກ່າວວ່າ “ແມ່ນຫຍັງທີ່ດຶງທ່ານໄວ້? ຈົ່ງກວດສອບໂຕທ່ານເອງ, ຈົ່ງສະຫຼາດແລ້ວປ່ອຍມັນໄປ! “ຫຼາຍສິ່ງ”ບໍ່(ພຽງພໍ), ພຣະເຈົ້າຕ້ອງການໃຫ້ທ່ານຍອມທັງໝົດ,ບໍ່ແມ່ນເລີກເຮັດບາບບາງຢ່າງແຕ່ແມ່ນຄວາມປາດຖະໜາທັງໝົດຂອງທ່ານ” ຊີວິດທັງໝົດຂອງທ່ານຈະຕ້ອງມອບໃຫ້ພຣະ ຄຣິດ! (ມາຕິນລອຍໂຈນ“Missing the Mark”).

ມີອີກສິ່ງໜຶ່ງທີ່ຂ້າພະເຈົ້າຢາກຈະເວົ້າ, ໃນຂໍ້ທີ່ 24 ເຮໂຣເດຍບອກກັບລູກສາວຂອງຕົນໃຫ້ຂໍຫົວຂອງໂຢຮັນຜູ້ໃຫ້ບັບຕິດສະມາ, ເຮໂຣດເສຍໃຈຫຼາຍແຕ່ “ເພາະເຫັນແກ່ໜ້າແຂກທັງຫຼາຍທີ່ນັ່ງກັບລາວ ກໍປະຕິເສດບໍ່ໄດ້” (ມາລະໂກ 6:26) ເທົ່ານັ້ນ-ເປັນຫ່ວງເລື່ອງຊື່ສຽງຂອງຕົນເອງກັບຄວາມຄິດເຫັນທີ່ດີຂອງຄົນອື່ນ, ໃນໃຈຂອງລາວລາວຮູ້ດີວ່າຄົນເຫຼົ່ານີ້ຜິດ, ອີກປະການໜຶ່ງລາວຍົກຍ້ອງໂຢຮັນ ແລະຮູ້້ດີວ່າລາວຖືກ, ແຕ່ລາວກໍຍັງມອບໃຫ້ກັບພວກຄົນບາບ ແລະປະຕິເສດຄໍາເທດສະໜາຂອງໂຢຮັນ, ລາວໄດ້ຖີ້ມຄວາມລອດອັນເປັນນິດ ແລ້ວຕົກນາລົກແບບງ່່າຍໆຍ້ອນລາວຢ້ານໃນສິ່ງທີ່ຜູ້ຄົນຈະຄິດກ່ຽວກັບໂຕລາວ, ຊ່າງເປັນເລື່ອງທີ່ບ້າໆບໍໆ! ເຖິງແມ່ນໝົດທັງໂລກຈະຫົວຂວັນໃສ່ທ່ານ,ເຖິງແມ່ນ ທັງຄອບຄົວຂອງທ່ານຈະເຫັນດ້ວຍວ່າທ່ານກາຍມາເປັນຄົນບ້ານໍາສາສະໜາ,ເຖິງແມ່ນວ່າທຸກຄົນຈະເອີ້ນທ່ານວ່າໂງ່,ມັນຈະແຕກຕ່າງຫຍັງ-ຕາບໃດທີ່ທ່ານຍັງຖືກຍອມຮັບໂດຍພຣະເຈົ້າ? ເພາະພຣະອົງພຽງຜູ້ດຽວຄືຜູ້ຕັດສິນ!

ຈົ່ງເຮັດໃນສິ່ງທີ່ພຣະເຈົ້າບອກທ່ານ, ຈົ່ງເຊື່ອວາງໃຈພຣະເຢຊູພຣະບຸດຂອງພຣະອົງ ແລະສະແດງໃຫ້ຄອບຄົວແລະໝູ່ເພື່ອນຂອງທ່ານເຫັນກັບທັງໂລກເຫັນວ່າທ່ານໄດ້ຫັນຫຼັງໃຫ້ໂລກທີ່ຊົ່ວນີ້ແລ້ວ - ວ່າທ່ານໄດ້ຖີ້ມຊີວິດທັງໝົດຂອງທ່ານລົງທີ່ພຣະຄຣິດ!

ເມື່ອພວກທ່ານຮູ້ວ່າພຣະຄຣິດຊົງຖືກແລະມີຈິງຕໍ່ເທື່ອໜຶ່ງແລ້ວທ່ານຈະບໍ່ມີວັນມີສັນ ຕິສຸກໄດ້ຈົນກວ່າທ່ານຈະຍອມມອບຕົວເອງຕໍ່ພຣະອົງ, ເຮໂຣດຜູ້ໜ້າສົງສານ! ຊີວິດຂອງລາວຊ່າງເປັນຕາຢ້ານແທ້ພາຍຫຼັງທີ່ລາວໄດ້ຕັດຫົວຂອງໂຢຮັນ! ໂຢຮັນໄດ້ກວນແລະທໍລະ ມານຊີວິດຂອງລາວ, ເມື່ອເຮໂຣດໄດ້ຍິນເຖິງເລື່ອງຂອງພຣະເຢຊູ,ລາວກໍຄິດວ່າແມ່ນໂຢຮັນໄດ້ຟື້ນຄືນມາຈາກຕາຍແລ້ວ, ໂຢຮັນຕິດຕາແລະທໍລະມານຢູ່ໃນຄວາມຝັນຂອງລາວຕອນກາງຄືນ! ລາວຝັນເຫັນຖາດມາຫາລາວພ້ອມກັບຫົວຂອງໂຢຮັນວາງຢູ່, ເຖິງແມ່ນວ່າທ່ານຈະປະຕິເສດຄວາມຈິງທີ່ທ່ານບໍ່ໄດ້ຜ່ານມັນມາກໍຕາມ,ມັນຈະຕິດຢູ່ແລະທໍລະມານທ່ານໄປຕະຫຼອດການ, ມັນຈະບໍ່ໃຫ້ທ່ານໄດ້ພັກຜ່ອນຫຼືມີສັນຕິສຸກເລີຍ, ເຮໂຣດໄດ້ຝັນຮ້າຍກ່ຽວກັບໂຢຮັນ - “ໂອໂຢຮັນ ເປັນຫຍັງຂ້ອຍຈື່ງບໍ່ຟັງເຈົ້າ? ໂອໂຢຮັນເປັນຫຍັງຂ້ອຍຈື່ງຖີ້ມວິນຍານຂອງຂ້ອຍໄປ? ໂອໂຢຮັນເປັນຫຍັງຂ້ອຍຈື່ງຢ້ານໃນສິ່ງທີ່ພວກເຂົາຄິດເລື່ອງຂ້ອຍ? ໂອໂຢຮັນຂ້ອຍຈັ່ງແມ່ນໂງ່ແທ້ໆ”

ພາບຊີວິດຂອງເຮໂຣດຫຼັງຈາກທີີ່ລາວຕັດຫົວຂອງໂຢຮັນ, ມັນຈະເປັນຊີວິດຂອງທ່ານ ແລະເປັນຕາຢ້ານຫຼາຍກວ່າຖ້າທ່ານບໍ່ຕັດສິນໃຈທີ່ຖິ້ມໂລກ ແລ້ວເຊື່ອວາງໃຈໃນພຣະເຢຊູຄຣິດ ແລະມອບໂຕທ່ານເອງກັບພຣະອົງ, ຂ້າພະເຈົ້າບໍ່ຢ້ານທີ່ຈະຖືກຟ້ອງໃນເລື່ອງການພະຍາຍາມທີ່ຈະເຮັດໃຫ້ທ່ານຢ້ານ, ຄວາມຈິງແລ້ວຂ້າພະເຈົ້າກໍາລັງພະຍາຍາມທີ່ຈະເຮັດໃຫ້ທ່ານຢ້ານ, ຖ້າຫາກຄວາມຮັກອັນອັດສະຈັນຂອງພຣະເຢຊູຄຣິດບໍ່ໄດ້ດຶງດູດທ່ານຂ້າພະເຈົ້າກໍຈະພະຍາຍາມເຮັດໃຫ້ດີທີ່ສຸດທີ່ຈະເຮັດໃຫ້ທ່ານຢ້ານດ້ວຍເລຶ່ອງເປັນຕາຢ້ານຂອງການທີ່ບໍ່ມີພຣະຄຣິດເປັນນິດນິລັນ, ຄວາມຜິດເປັນນິດ, ຄວາມເຈັບປວດເປັນນິດ ຄວາມທໍລະມານເກີນບັນຍາຍ, ນັ້ນຄືສິ່ງທີ່ລໍຖ້າພວກທ່ານທັງໝົດຜູ້ທີ່ລົ້ມເຫຼວທີ່ຈະສະຫຼະຖິ້ມທຸກສິ່ງ ແລະຮັບເອົາພຣະຄຣິດໝົດຫົວໃຈ, ຂໍໃຫ້ພຣະຄຣິດຊ່ວຍທ່ານໃຫ້ພົ້ນຈາກຄວາມບາບຂອງທ່ານໃນຂະນະທີ່ພຣະອົງລໍຖ້າທີ່ຈະເຮັດ, ຂໍເຊີນມາຫາພຣະຄຣິດໂດຍຄວາມເຊື່ອ ແລະເຊື່ອວາງໃຈໃນພຣະອົງບໍ່ວ່າຈະເກີດຫຍັງຂື້ນ-ແລ້ວທ່ານກໍຈະລອດ, ບໍ່ມີທາງອື່ນໃດອີກແລ້ວ, ເອແມນ. ຈອນ ເຄແກນ ຂໍເຊີນມານໍາພວກເຮົາອະທິຖານເພື່ອບາງຄົນທີ່ຈະມອບທັງຊີວິດຂອງເຂົາໃຫ້ແກ່ພຣະເຢຊູແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Almost Persuaded” (Philip P. Bliss, 1838-1876).