Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ທ່ານໄດ້ມາຫາພຣະຄຣິດແລ້ວຫຼືຫຍັງ?

HAVE YOU COME TO CHRIST?
(Laotian)

ໂດຍດຣ.ອາ. by Dr. R. L. Hymers, Jr.
ແອວ.ໄຮເມີ ຈູເນຍ

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 9/11/2003
A sermon preached at the Baptist Tabernacle of Los Angeles
Lord’s Day Evening, November 9, 2003

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ”
(ໂຢຮັນ 5:40)


ພວກຜູ້ນຳສາສະໜາໃນສະໄໝຂອງພຣະຄຣິດໄດ້ສຶກສາພັນທະສັນຍາເດີມດ້ວຍຄວາມລະມັດລະວັງ, ແຕ່ພວກເຂົາພາດຄວາມຈິງທີ່ວ່າພຣະຄຳພີເວົ້າເຖິງພຣະຄຣິດ-ດັ່ງນັ້ນພວກເຂົາຈື່ງບໍ່ຍອມມາຫາພຣະຄຣິດ ແລະຮັບເອົາຄວາມລອດທາງພຣະອົງ, ມີຄໍາເວົ້າ ທົ່ວໄປທ່າມກາງພວກເຂົາວ່າ “ຄົນທີ່ມີຄໍາຕ່າງໆຂອງພຣະບັນຍັດ ກໍມີຊີວິດນິລັນດອນ” (ມັດທິວ ເຮັນຣີ່ ໝາຍເຫດໃນ ໂຢຮັນ 5:39)ແຕ່ພຣະເຢຊູກ່າວວ່າພຣະຄໍາພີເປັນພະຍານ ເຖິງພຣະອົງ:

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ພວກເຂົາກໍາລັງວາງໃຈຄໍາຕ່າງໆຂອງພຣະຄໍາພີ, ແຕ່ພວກເຂົາບໍ່ໄດ້ວາງໃຈໃນພຣະຄຣິດ ທີ່ຖືກພຣະຄໍາພີເຫຼົ່ານັ້ນເວົ້າເຖິງ, ດຣ.ວັລວູດ ໄດ້ເວົ້າວ່າ“ມີຫຼາຍຄົນໃນປະຈຸບັນນີ້ຄິດຄື ກັນວ່າການສຶກສາພຣະຄໍາພີຄືຈຸດຈົບໃນໂຕມັນເອງ” (Walvoord and Zuck, The Bible Knowledge Commentary, Victor Books, 1984, volume II, p. 292)

ພວກເຂົາມາທີ່ພຣະຄໍາພີ ແລ້ວເຊື່ອວາງໃຈໃນຄໍາຕ່່າງໆຂອງພຣະຄໍາພີ-ແຕ່ພວກ ເຂົາບໍ່ຍອມມາຫາພຣະຄຣິດ ແລະເຊື່ອວາງໃຈໃນພຣະອົງ.

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ມີແນວໂນ້ມທີ່ເປັນຕາຢ້ານໃນຄວາມຕົກຕໍ່າຂອງມະນຸດທີ່ມາຫາສິ່ງໃດສິ່ງໜື່ງຫຼາຍ ກວ່າທີ່ຈະມາຫາພຣະຄຣິດ, ວາງໃຈໃນສິ່ງໃດໜື່ງຫຼາຍກວ່າພຣະຄຣິດ.

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ” (ເອຊາຢາ 53:3)

“ຈິດໃຈແກະກໍກຽດຊັງຂ້າພະເຈົ້າເຊັ່ນກັນ” (ເສຄາຣິຢາ 11:8)

“ແຕ່ພວກເຂົາຮ້ອງສຽງດັງວ່າ ເອົາລາວໄປສາ ເອົາລາວໄປສາ” (ໂຢຮັນ 19:15)

ນີ້ແມ່ນຫົນທາງທີ່ມະນຸດທຸກຄົນປະຕິບັດຕໍ່ພຣະຄຣິດ, ນອກຈາກພຣະຄຸນຂອງພຣະເຈົ້າ, ໃນຫົນທາງໜຶ່ງຫຼືອື່ນໆ, ກໍສາມາດເວົ້າກັບມະນຸດທຸກຄົນໄດ້ວ່າ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຖ້າປາສະຈາກພຣະຄຸນຂອງພຣະເຈົ້າ,ກໍບໍ່ມີມະນຸດຄົນໃດທີ່ຈະມາຫາພຣະຄຣິດ, ພຣະເຢຊູ ກ່າວວ່າ:

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ”

ພຣະເຈົ້າກໍາລັງຊັກນໍາທ່ານຢູ່ບໍ່ໃນຄືນນີ້? ທ່ານຮູ້ສຶກວ່າທ່ານຕ້ອງການພຣະຄຣິດ ບໍ່? ທ່ານຮູ້ສຶກວ່າທ່ານເປັນຄົນຫຼົງຫາຍທີ່ບໍ່ມີພຣະອົງບໍ່? ຖ້າຫາກຮູ້ສຶກ, ພຣະເຈົ້າກໍາລັງ ຊັກນໍາທ່ານອອກຈາກຄວາມຄິດຜິດໆຂອງທ່ານທີ່ມີຕໍ່ພຣະຄຣິດເອງ. ຈົ່ງຟັງດີໆໃນສິ່ງທີ່ຂ້າ ພະເຈົ້າເວົ້າ, ຈົ່ງຖິ້ມຄວາມຄິດຜິດໆຂອງທ່ານ ແລ້ວມາຫາພຣະຄຣິດ, ຈົນຕອນນີ້ທ່ານກໍ ຍັງບໍ່ໄດ້ມາຫາພຣະຄຣິດ, ຈົນເຖິງຕອນນີ້ແລ້ວພຣະຄຣິດກໍຍັງກ່າວກັບທ່ານວ່າ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

I. ໜຶ່ງ. ສິ່ງທີ່ຜູ້ຄົນເຮັດແທນທີ່ຂອງການມາຫາພຣະຄຣິດ.

ຄົນທີ່ມີພື້ນຖານເປັນເພັນເທຄອດ ຫຼືຄາຣິສເມຕິກມັກຈະຄິດວ່່າຄວາມລອດມາໂດຍ ຜ່ານທາງປະສົບການ ແລະຄວາມຮູ້ສຶກຕ່າງໆ: “ພຣະວິນຍານບໍລິສຸດ”ມັກຈະມາຢູ່ໃນຕໍາ ແໜ່ງຂອງພຣະຄຣິດໃນຖານະເປັນຄົນກາງລະຫວ່າງພຣະເຈົ້າກັບມະນຸດ (1ຕີໂມທຽວ 2:5) ພຣະເຢຊູໃນຄວາມເປັນຈິງມັກຈະຖຶືກແທນທີ່ໂດຍ“ພຣະວິນຍານບໍລິສຸດ”

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຜູ້ຄົນທີ່ມີພື້ນຖານເປັນຄາທໍລິກກໍມັກຈະແທນທີ່ພຣະຄຣິດດ້ວຍການກະທໍາຂອງ ການທໍລະມານຕົນເອງເພື່ອລ້າງຄວາມຜິດ-ຄວາມສໍານຶກຜິດ,ການສາລະພາບແລະການກະ ທໍາດີຕ່າງໆ, ພວກເຂົາພະຍາຍາມທີ່ຈະລອດໂດຍການສາລະພາບຄວາມບາບຂອງພວກ ເຂົາເທື່ອລະຄົນ ຫຼືໂດຍການພະຍາຍາມທີ່ຈະຕາມພຣະຄຣິດໃນແຕ່ລະມື້, ການກະທໍາ ຕ່າງໆຂອງມະນຸດນີ້ໄດ້ແທນທີ່ພຣະຄຣິດ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຜູ້ຄົນທີ່ມາຈາກພື້ນຖານສາສະໜາອື່ນໆຂອງໂລກຢ່າງເຊັ່ນສາສະໜາພຸດ,ຮິນດູ,ອິດສະລາມ, ສາສະໜາຢູດາຍ ແລະອື່ນໆ,ເຊື່ອວ່າຄວາມລອດບໍ່ໄດ້ຂື້ນກັບພຣະຄຣິດ, ພວກ ເຂົາອາດຈະເອີຍປາກສັນລະເສີນພຣະຄຣິດໃນຖານະ “ຜູ້ທໍານາຍທີ່ຍິ່ງໃຫຍ່ຄົນໜຶ່ງ” ແຕ່ ພວກເຂົາບໍ່ເຊື່ອວ່າພຣະຄຣິດພຽງຜູ້ດຽວສາມາດຊ່ວຍເຂົາໄດ້, ໂດຍທົ່ວໄປພວກເຂົາມັກຂື້ນ ກັບການມີຊີວິດ“ຊີວິດທີີ່ດີ”ເພື່ອທີ່ຈະລອດໄດ້.

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ພວກແບັບຕິດກັບພວກຂ່າວປະເສີດມັກຈະວາງໃຈໃນບາງສິ່ງບາງຢ່າງຫຼາຍກວ່າ ພຣະຄຣິດ, ດຣ.ຈອນອາ.ໄຣສ໌ໄດ້ກ່າວວ່າ:

ສະມາຊິກຂອງຄຣິສຕະຈັກເປັນລ້ານໆຄົນເປັນຄົນບໍ່ລອດ,ເປັນຄົນບາບທີ່ບໍ່ໄດ້ບັງເກີດໃໝ່ດໍາເນີນຊີວິດໃຕ້ພຣະພິໂລດຂອງພຣະເຈົ້າ, ຢູ່ໃນນາລົກປັດ ຈຸບັນນີ້ມີຄົນເປັນລ້ານໆນັບບໍ່ຖ້ວນທີ່ເປັນພວກ...ແບັບຕິດແບບດັງເດີມ...ທີ່ ຕົກ(ນາລົກ)ບໍ່ເຄີຍມີຄວາມລອດແທ້, (ພວກເຂົາ)ພາດທາງນັ້ນ, ມີຄວາມ ຫວັງທີ່ຜິດໆ ແລະຕອນນີ້ຖືກທໍລະມານຢູ່ (Dr. John R. Rice, Religious But Lost, Sword of the Lord, 1939, p. 8)

ຈາກນັ້ນດຣ.ໄຣສ໌ ກໍກ່າວວ່າ:

ຈາກຫຼາຍໆເທື່ອທີ່ເລື່ອງນີ້ຖືກນໍາຂຶ້ນມາເວົ້າໃນພຣະຄໍາພີ,ມັນແຈ່ມແຈ້ງວ່າ ມີເລື່ອງທີ່ອັນຕະລາຍຂອງຄົນຜູ້ໜຶຶ່ງຖືກຫລອກ ແລະເພິ່ງພາໃນຄວາມ ຫວັງຜິດໆ, ພຽງແຕ່ຄົ້ນພົບໃນຕອນທ້າຍວ່າຕົນເອງຫຼົງຫາຍໄປຕະຫຼອດ ການ (ເຫຼັ້ມດຽວກັນ)

ພວກແບັບຕິດກັບພວກຂ່າວປະເສີດມັກຈະໄວ້ໃຈ“ຄໍາອະທິຖານຂອງຄົນບາບ”ຫຼາຍກວ່າພຣະຄຣິດ, ພວກເຂົາເວົ້າວ່າ“ຂ້ອຍຂໍພຣະອົງໃຫ້ຊ່ວຍຂ້ອຍ, ມັນບໍ່ພຽງພໍບໍ່?” ບໍ່,ມັນ ບໍ່ແມ່ນ! ທ່ານຈະຕ້ອງມາຫາພຣະຄຣິດເພື່ອທີ່ຈະລອດ! ທ່ານຈະຕ້ອງບໍ່ໄວ້ໃຈໃນຄໍາອະທິ ຖານຂອງໂຕທ່ານເອງ! ທ່ານຈະຕ້ອງວາງໃຈໃນພຣະບຸດຂອງພຣະເຈົ້າ! ພຣະຄຣິດບໍ່ໄດ້ຂໍ ໃຫ້ຂໍພຣະອົງ, ພຣະອົງບອກໃຫ້ມາຫາພຣະອົງ,ພຣະຄຣິດກ່າວວ່າ:

“ບັນດາຜູ້ເຮັດວຽກເໜັດເໜື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫລາຍຫາຍເມື່ອຍເປັນສຸກ” (ມັດທາຍ 11:28)

ພວກທ່ານຖືກຫລອກໂດຍການຂໍພຣະອົງ, ຫຼາຍກວ່າການມາຫາພຣະອົງ!

ຄົນອື່ນໆຖືກຫລອກໂດຍການເຊື່ອໃນສິ່ງທີ່ພຣະຄໍາພີເວົ້າຫຼາຍກວ່າການມາຫາ ພຣະຄຣິດ,ພວກເຂົາຮູ້ຈັກ“ແຜນການແຫ່ງຄວາມລອດ”ໃນພຣະຄໍາພີ,ພວກເຂົາຮູ້ດີວ່າພຣະ ຄຣິດຊົງຕາຍເພື່ອຄວາມຜິດບາບຂອງພວກເຂົາ, ພວກເຂົາຮູ້ດີວ່າພຣະອົງຊົງຟື້ນຂື້ນຈາກ ຄວາມຕາຍ, ພວກເຂົາເຊື່ອຄວາມຈິງຂອງພຣະຄໍາພີທັງໝົດ,ແຕ່ພວກເຂົາບໍ່ເຄີຍມາພຣະ ເຢຊູເອງ, ເໝືອນທີ່ດຣ.ວັລວູດກ່າວໄວ້ວ່າ“ມີຫຼາຍຄົນໃນປັດຈຸບັນນີ້ຄິດວ່າການສຶກສາພຣະ ຄໍາພີແມ່ນຈົບຢູ່ໃນໂຕມັນເອງ”.

ພວກທ່ານແຕກຕ່າງຈາກພວກຟາຣິຊາຍເຫຼົ່ານັ້ນແນວໃດແດ່? ພຣະເຢຊູກ່າວຕໍ່ ພວກເຂົາວ່າ:

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ນີ້ແມ່ນບາງສິ່ງບາງຢ່າງທີ່ຜູ້ຄົນເຮັດແທນທີ່ຂອງການມາຫາພຣະຄຣິດ, ມັນເປັນໄປໄດ້ທີ່ ພວກທ່ານໄດ້ເຮັດຜິດພາດ?

II.ສອງ ເປັນຫຍັງທາງອື່ນນອກຈາກການມາຫາພຣະຄຣິດຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້.

ເມື່ອທ່ານຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃນການພິພາກສາຄັ້ງສຸດທ້າຍ,ພຣະເຢຊູຈະກ່າວກັບທ່ານວ່າ:

“ເຮົາບໍ່ເຄີຍຮູ້ຈັກເຈົ້າ ເຈົ້າຜູ້ເຮັດຄວາມຊົ່ວຊ້າ ຈົ່ງໄປໃຫ້ພົ້ນຈາກເຮົາ” (ມັດທາທຍ 7:23)

ເປັນຫຍັງພຣະອົງຈື່ງບອກທ່ານໃຫ້ໄປໃຫ້ພົ້ນຈາກພຣະອົງສູ່ນາລົກບຶງໄຟລະ? ກໍເພາະວ່າ ພຣະອົງ“ບໍ່ເຄີຍຮູ້ຈັກເຈົ້າທ່ານເລີຍ”ເຫດຜົນທີ່ພຣະອົງບໍ່ເຄີຍຮູ້ຈັກທ່ານເລີຍກໍເພາະວ່າທ່ານ ບໍ່ເຄີຍມາຫາພຣະອົງຈັກເທື່ອ! ມັນງ່າຍໆແບບນັ້ນແຫຼະ!

ພວກທ່ານພະຍາຍາມທີ່ຈະລອດໂດຍການເວົ້າຕາມຄໍາອະທິຖານ ຫຼືໂດຍການເຊື່ອ ບາງສິ່ງບາງຢ່າງໃນພຣະຄໍາພີ,ແຕ່ສິ່ງເຫຼົ່ານັ້ນຈະບໍ່ຊ່ວຍໃຫ້ລອດອີກຕໍ່ໄປ, ພຣະຄໍາພີກ່າວ ວ່າ:

“ແລ້ວເຂົາທັງຫລາຍກໍທູນພຣະອົງວ່າ "ຂ້າພະເຈົ້າທັງຫລາຍຈະຕ້ອງເຮັດປະການໃດ ຈຶ່ງຈະເຮັດວຽກຂອງພຣະເຈົ້າໄດ້" ພຣະເຢຊູຕັດຕອບເຂົາວ່າ "ງານຂອງພຣະເຈົ້ານັ້ນຄືການທີ່ທ່ານເຊື່ອໃນທ່ານທີ່ພຣະອົງຊົງໃຊ້ມານັ້ນ” (ໂຢຮັນ 6:28-29)

ມີພຽງ“ວຽກ”ດຽວທີ່ເປັນທີ່ຍອມຮັບກໍຄືການເຊື່ອໃນພຣະເຢຊູ!“ການເຊື່ອໃນພຣະເຢຊູ” ເປັນ ອີກຫົນທາງໜື່ງຂອງການເວົ້າວ່າ“ຈົ່ງມາຫາພຣະເຢຊູ”“ການເຊື່ອໃນພຣະເຢຊູ” ກັບ “ການ ມາຫາພຣະອົງ” ແມ່ນສອງຫົນທາງທີ່ແຕກຕ່າງກັນຂອງການເວົ້າໃນສິ່ງດຽວກັນ, ພຣະເຢຊູ ຊົງກ່າວວ່າ:

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ ມີຄຳຂຽນໄວ້ໃນຄຳພີພວກຜູ້ທຳນວາຍວ່າ `ທຸກຄົນຈະຮຽນຮູ້ຈາກພຣະເຈົ້າ' ເຫດສະນັ້ນທຸກຄົົນທີ່ໄດ້ຍິນໄດ້ຟັງ ແລະໄດ້ຮຽນຮູ້ຈາກພຣະບິດາກໍມາເຖິງເຮົາ ບໍ່ມີຜູ້ ໃດໄດ້ເຫັນພຣະບິດາ ນອກຈາກທ່ານທີ່ມາຈາກພຣະເຈົ້າ ທ່ານນັ້ນແຫຼະໄດ້ເຫັນພຣະບິດາແລ້ວ ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິລັນດອນ” (ໂຢຮັນ 6:44-47)

ພວກເຮົາເຫັນແລ້ວໃນຂໍ້ນີ້ວ່າການມາຫາພຣະເຢຊູກັບການເຊື່ອໃນພຣະເຢຊູແມ່ນ ສອງທາງທີ່ແຕກຕ່າງກັນຂອງການເວົ້າໃນສິ່ງດຽວກັນ, ຕອນນີ້ຄໍາອະທິຖານຂອງຂ້າພະ ເຈົ້າຕໍ່ພວກທ່ານກໍຄືວ່າ - ທ່ານໄດ້ມາຫາພຣະເຢຊູແລ້ວຫຼືຫຍັງ?ທ່ານໄດ້ເຊື່ອໃນພຣະອົງ ແລ້ວຫຼືຫຍັງ?

ບໍ່ມີຫຍັງນອກຈາກການມາຫາພຣະເຢຊູຈະມີອອກມາໃນຄວາມລອດ - ເພາະບໍ່ມີ ໃຜອື່ນນອກຈາກພຣະເຢຊູທີ່ສາມາດຊ່ວຍທ່ານໃຫ້ລອດໄດ້! ບໍ່ມີໃຜນອກຈາກພຣະເຢຊູ ໄດ້ຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ບໍ່ມີໃຜນອກຈາກພຣະ ເຢຊູຊົງຟື້ນທາງຮ່າງກາຍຈາກຄວາມຕາຍເພື່ອມອບຊີວິດໃຫ້ທ່ານ.

ໃນຜູ້ອື່ນຄວາມລອດພົ້ນບໍ່ມີເລີຍ ເພາະວ່ານາມອື່ນຊື່ງໃຫ້ເຮົາທັງຫຼາຍລອດນັ້ນບໍ່ຊົງໂຜດໃຫ້ມີໃນທ່າມກາງມະນຸດທົ່ວໃຕ້ຟ້າ” (ກິດຈະການ 4:12)

ທ່ານຈະຕ້ອງມາຫາພຣະເຢຊູບໍ່ດັ່ງນັ້ນທ່ານກໍຈະບໍ່ລອດ, ວິທີອື່ນທຸກວິທີ ແລະຫົນທາງອື່ນ ນໍາພາໄປສູ່ນາລົກ, ແຕ່ມັນຂື້ນຢູ່ກັບທ່ານຕອນນີ້ທ່ານບໍ່ໄດ້ມາຫາພຣະອົງ,ແມ່ນບໍ່? ທ່ານ ເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະອົງ, ທ່ານແມ່ນແຕ່ຂໍໃຫ້ພຣະອົງຊ່ວຍທ່ານໃຫ້ ລອດ, ແຕ່ທ່ານຍັງບໍ່ໄດ້ມາຫາພຣະອົງ - ແມ່ນບໍ່?

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

III. ສາມ ວິທີທີ່ຈະຮູ້ຈັກວ່າທ່ານໄດ້ມາຫາພຣະເຢຊູແລ້ວຫຼືບໍ່.

ທ່ານອາດຈະເວົ້າວ່າ “ຂ້ອຍບໍ່ຮູ້ວ່າຂ້ອຍໄດ້ມາຫາພຣະຄຣິດແລ້ວຫຼືຍັງ, ຂ້ອຍຈະ ບອກໄດ້ແນວໃດ?” ທາງທີ່ຈະບອກຖືກໃຫ້ໄວ້ໃນ 2 ໂກລິນໂທ 13:5.ອັກຄະສາວົກເປົາ ໂລກ່າວວ່າ:

“ທ່ານຈົ່ງກວດສອບໂຕທ່ານເອງວ່າ ທ່ານຕັ້ງຢູ່ໃນຄວາມເຊື່ອຫຼືບໍ່ ຈົ່ງພິສູດໂຕຂອງທ່ານເອງ...” (2 ໂກລິນໂທ 13:5)

ກ່ຽວຂ້ອງກັບຂໍ້ນີ້, ສະເປີໂຈນໄດ້ກ່າວວ່າ:

ຈົ່ງກວດສອບໂຕທ່ານເອງເພາະຖ້າທ່ານເຮັດຜິດທ່ານຈະບໍ່ມີວັນແກ້ໄຂມັນ ໄດ້, ນອກຈາກໃນໂລກນີ້...ຂ້ອຍບໍ່ສາມາດໃຫ້ຈິດວິນຍານຂອງຂ້ອຍຖືກ ຖີ້ມລົງໃນນາລົກໄດ້, ອັນຕະລາຍທີ່ໜ້າຢ້ານກໍຄືສິ່ງທີ່ທ່ານກັບຂ້າພະເຈົ້າ ກໍາລັງເຮັດຢູ່ນີ້ຖ້າພວກເຮົາຫາກບໍ່ກວດສອບຕົນເຮົາເອງ! ມັນແມ່ນອັນຕະ ລາຍຕະຫຼອດເປັນນິດ, ມັນເປັນອັນຕະລາຍເລື່ອງສະຫວັນກັບນາລົກ, ເລື່ອງຄວາມພໍພຣະໄທເປັນນິດຂອງພຣະເຈົ້າ ຫຼືການສາບແຊ່ງເປັນນິດ ຂອງພຣະອົງ, ແມ່ນອັກຄະສາວົກໄດ້ກ່າວວ່າ: “ຈົ່ງກວດສອບໂຕທ່ານເອງ” (C. H. Spurgeon, “Self Examination,” The New Park Street Pulpit, Pilgrim Publications, 1981 reprint, volume IV, p. 429)

ດຣ.ເຈ.ເວີນັນແມັກກີ້ໄດ້ອອກຄວາມເຫັນໃນ 2 ໂກລິນໂທ 13:5 ວ່າ:

ເປົາໂລວ່າພວກເຮົາຄວນຈະກວດສອບໂຕເອົາເອງເພື່ອເບິ່ງວ່າພວກເຮົາ ຕັ້ງຢູ່ໃນຄວາມເຊື່ອຫຼືບໍ່, ພວກເຮົາຄວນເຕັມໃຈທີ່ຈະປະເຊີນໜ້າກັບບັນຫາ ນີ້ (J. Vernon McGee, Thru the Bible, Thomas Nelson, 1983, volume V, p. 145)

ອາສາເຮວເນັດເລັດຕັນ,ນັກປະກາດຂ່າວປະເສີດທີ່ສໍາຄັນຂອງການຟື້ນຕື່ນຂື້ນເທື່ອທີ່ສອງ ໄດ້ກ່າວວ່າ:

ໃນໜ້າທີ່ນີ້(ຂອງການກວດສອບຕົນເອງ)ທຸກຄົນຈະຕ້ອງນັ່ງໃນການພິພາກສາເລື່ອງຕົນເອງ, ຈັດການຢ່າງສັດຊື່ກັບຈິດໃຈຂອງທ່ານ, ຄວາມຫວັງຜິດ ຄືສິ່ງທີ່ຊີ້ຮ້າຍກວ່າບໍ່ມີຫວັງ, ຄວາມຜິດພາດໃນເລື່ອງທີ່ສໍາຄັນຫຼາຍນີ້ແມ່ນ ບໍ່ດີຫຼາຍ, ຈົ່ງກວດສອບດີໆຮາກຖານທີ່ທ່ານໄດ້ວາງຄວາມຫວັງເລື່ອງສະ ຫວັນຂອງທ່ານລົງ, ຢ້ານວ່າທ່ານຈະຄົ້ນພົບຄວາມຜິດພາດຂອງທ່ານຊ້າ ເກີນໄປ (Asahel Nettleton, Sermons From the Second Great Awakening, International Outreach, 1995 reprint, pp. 323, 333)

ຈົ່ງກັບໄປແລ້ວຄິດເລື່ອງຄວາມລອດຂອງທ່ານໜ້ອຍໜຶື່ງວ່າ,ທ່ານໄດ້ມາຫາພຣະ ຄຣິດແລ້ວຫຼືຍັງ? ຫຼືທ່ານໄດ້ເຮັດບາງສິ່ງບາງຢ່າງອັນອື່ນ? ເໝືອນກັບດຣ.ເນັດເລັດຕັນໄດ້ ກ່າວວ່າ “ຈົ່ງກວດສອບດີໆຮາກຖານທີ່ທ່ານໄດ້ວາງຄວາມຫວັງເລື່ອງສະຫວັນຂອງທ່ານ ລົງ” ທ່ານໄດ້ມາຫາພຣະຄຣິດແທ້ບໍ່? ພຣະຄຣິດເອງຊົງເປັນຮາກຖານແຫ່ງຄວາມຫວັງ ຂອງທ່ານບໍ່? ຖ້າທ່ານບໍ່ມາຫາພຣະຄຣິດແລ້ວ, ທ່ານກໍຄວນຈະມາຫາພຣະອົງໃນຄືນນີ້, ພຣະເຢຊູກ່າວວ່່າ:

“ສາລະພັດທີ່ພຣະບິດາຊົງປະທານແກ່ເຮົາຈະມາສູ່ເຮົາ ແລະຜູ້ທີ່ມາຫາເຮົາ ເຮົາກໍຈະບໍ່ຖິ້ມເຂົາເລີຍ” (ໂຢຮັນ 6:37)

ພຣະເຢຊູກ່າວວ່າ:

“ບັນດາຜູ້ເຮັດວຽກເໜັດເໜື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫລາຍຫາຍເໜື່ອຍເປັນສຸກ” (ມັດທາຍ 11:28)

ຄວາມຫວັງຂອງຂ້າບໍ່ໄດ້ສ້າງຂື້ນຢ່າງອື່ນນອກຈາກພຣະໂລຫິດ ແລະ ຄວາມຊອບທໍາຂອງພຣະເຢຊູ, ຂ້າບໍ່ໄດ້ວາງໃຈໃນຊື່ສຽງແຕ່ເພິ່ງພຣະ ນາມພຣະເຢຊູ, ເທິງພຣະຄຣິດສີລາໝັ້ນຄົງ,ຂ້າຢືນ,ພື້ນອື່ນເປັນຊາຍທີີ່ຈົ່ມ ລົງ, ພື້ນອື່ນເປັນຊາຍທີີ່ຈົ່ມລົງ. (“The Solid Rock” by Edward Mote, 1797-1874).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນຄໍາເທດສະໜາ: ໂດຍ ດຣ.ໄຄຣ້ທັນແອວ.ແຊນ: ໂຢຮັນ 5:39-47.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“The Solid Rock” (by Edward Mote, 1797-1874).

ໂຄງຮ່າງບົດເທດສະໜາ

ທ່ານໄດ້ມາຫາພຣະຄຣິດແລ້ວຫຼືຫຍັງ?

HAVE YOU COME TO CHRIST?

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

(ໂຢຮັນ 5:39; ເອຊາຢາ 53:3; ເສຄາຣິຢາ 11:8;
ໂຢຮັນ 19:15; 6:44)

I.      ໜຶ່ງ. ສິ່ງທີ່ຜູ້ຄົນເຮັດແທນທີ່ຂອງການມາຫາພຣະຄຣິດ 1 ຕີໂມທຽວ 2:5; ມັດທາຍ 11:28.

II.     ສອງ ເປັນຫຍັງທາງອື່ນນອກຈາກການມາຫາພຣະຄຣິດຈະບໍ່ຊ່ວຍທ່ານໃຫ້ ໃຫ້ພົ້ນ,ມັດທາຍ 7:23;
ໂຢຮັນ 6:28-29, 44-47; ກິດຈະການ 4:12.

III.   ສາມ ວິທີທີ່ຈະຮູ້ຈັກວ່າທ່ານໄດ້ມາຫາພຣະເຢຊູແລ້ວຫຼືບໍ່. 2 ໂກລິນໂທ 13:5; ໂຢຮັນ 6:37.