Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີຕຽມຄຳເທດສະໜາຂ່າວປະເສີດ-ຄວາມຈິງທີ່ຖືກລືມຊື່ງເປັນສິ່ງທີ່ຈຳເປັນ
ສຳຫຼັບການກັບໃຈໃໝ່ທີ່ແທ້ຈິງ

HOW TO PREPARE AN EVANGELISTIC SERMON –
FORGOTTEN TRUTHS NEEDED FOR REAL CONVERSIONS
(Laotian)

ໂດຍດຣ.ຊີ.ແອວ.ເຄແກນ ແລະ ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. C. L. Cagan and Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ແລງວັນເສົາ 14/10/2017
A sermon preached at the Baptist Tabernacle of Los Angeles
Saturday Evening, October 14, 2017

“ຈົ່ງເຮັດໜ້າທີ່ຂອງຜູ້ປະກາດຂ່າວປະເສີດ ແລະຈົ່ງເຮັດໃຫ້ງານຮັບໃຊ້ຂອງທ່ານສຳເລັດ”
(2 ຕີໂມທຽວ 4:5)


ອັກຄະສາວົກໂປໂລໄດ້ມອບຄໍາເຫຼົ່ານີ້ໃຫ້ຕີໂມທຽວກ່ອນທີ່ເປົາໂລຈະຖືກຂ້າພາຍ ໃຕ້ການຂົ່ມເຫງຂອງການຈັກກະພັດເນໂຣ, ຕີໂມທຽວແມ່ນລູກສິດໂປໂລ, ໂປໂລໄດ້ອົບ ຮົມລາວເຂົ້າສູ່ພັນທະກິດການຮັບໃຊ້, ຕີໂມທຽວໄດ້ກາຍມາເປັນສິດຍາພິບານຂອງຄຣິສຕະ ຈັກໃນເມືອງເອເຟໂຊ, ວຽກຫຼັກຂອງທິໂມທຽວກໍຄືການເປັນສິດຍາພິບານ.

ຕີໂມທຽວບໍ່ໄດ້ມີງານຮັບໃຊ້ຄືກັບ “ຟີລິບຜູ້ປະກາດຂ່າວປະເສີດ” (ກິດຈະການ 21:8), ຟີລິບໄດ້ເດີນທາງຈາກບ່ອນນີ້ໄປບ່ອນນັ້ນ, ຟີລິບເດີນທາງໄປສະມາເຣຍ ແລ້ວປະ ກາດເລື່ອງຂອງພຣະຄຣິດທີ່ນັ້ນ (ກິດຈະການ 8:5), ຈາກນັ້ນຟີລິບກໍເດີນທາງໄປທາງທະ ເລຊາຍ ແລະພາຂັນທີຊາວເອທິໂອເປຍຮັບເຊື່ອພຣະເຢຊູ (ກິດຈະການ 8:26-39), ຈາກ ນັ້ນຟີລິບກໍໄປປະກາດຢູ່ໃນເມືອງຕ່າງໆ (ກິດຈະການ 8:40), ຟີລິບແມ່ນນັກເດີນທາງປະ ກາດຂ່າວປະເສີດ, ສ່ວນຕີໂມທຽວເປັນສິດຍາພິບານຂອງຄຣິສຕະຈັກທ້ອງຖິ່ນ.

ເປັນຫຍັງໂປໂລຈື່ງບອກຕີໂມທຽວໃຫ້ “ເຮັດໜ້າທີ່ຂອງຜູ້ປະກາດຂ່າວປະເສີດ”? ກໍເພາະວ່າສິດຍາພິບານທຸກຄົນຖືກເອີ້ນໃຫ້ເຮັດວຽກຂອງຜູ້ປະກາດຂ່າວປະເສີດ! ໂປໂລ ບອກຕີໂມທຽວໃຫ້“ເຮັດໃຫ້ງານຮັບໃຊ້ຂອງ(ລາວ)ສຳເລັດ” (2 ຕີໂມທຽວ 4:5)ແມ່ນຫຍັງຄື ງານຮັບໃຊ້ຂອງລາວໃຫ້ສຳເລັດ? ການເຮັດວຽກຂອງຜູ້ປະກາດຂ່າວປະເສີດ! ສິດຍາພິ ບານທຸກຄົນຖືກເອີ້ນໃຫ້ເຮັດວຽກຂອງຜູ້ປະກາດຂ່າວປະເສີດ, ຖ້າທ່ານບໍ່ເຮັດ ທ່ານກໍບໍ່ໄດ້ເຮັດໃນສິ່ງທີ່ພຣະເຈົ້າສັ່ງທ່ານໃຫ້ເຮັດ! ສິດຍາພິບານທຸກຄົນເທດຢູ່ໃນໂບດຂອງຕົນ,ນັ້ນຄືການເອີ້ນຂອງລາວ ແລະສິດຍາ ພິບານທຸກຄົນຈະຕ້ອງເທດບົດເທດຂ່າວປະເສີດໃນຄຣິສຕະຈັກຂອງຕົນ - ແລະເທດມັນ ໄປເລື່ອຍໆ! ຖ້າທ່ານປະຖີ້ມຂ່າວປະເສີດໃນຫ້ອງຮຽນໂຮງຮຽນວັນອາທິດສອງສາມເທື່ອຕໍ່ ປີ, ທ່ານກໍບໍ່ແມ່ນນັກເທດທີ່ສັດຊື່, ທຸກສິ່ງທີ່ທ່ານເຮັດກໍຄືສອນຜູ້ຄົນ,ທ່ານກໍບໍ່ແມ່ນນັກເທດ ທີ່ສັດຊື່, ທ່ານຈະຕ້ອງເທດສະໜາຂ່າວປະເສີດ ແລະເຮັດຢ່າງປົກກະຕິ.

ແມ່ນຫຍັງຄືຄໍາເທດສະໜາຂ່າວປະເສີດ? ຄໍາເທດສະໜາຂ່າວປະເສີດແມ່ນເລັ່ງ ໄປທີ່ຄົນບໍ່ເຊື່ອຢູ່ໃນບ່ອນຊຸມນຸມ, ຊື່ງມີຫຼາຍຄົນເຂົ້າຮ່ວມໃນການນະມັດສະການທຸກເທື່ອ, ເຖິງແມ່ນວ່າພວກເຂົາບາງຄົນມາຄຣິສຕະຈັກທຸກອາທິດກໍຕາມ, ຄໍາເທດສະໜາຂ່າວປະ ເສີດທັງໝົດປະກາດຄວາມຈິງກ່ຽວກັບຄວາມບາບ ແລະຄວາມລອດໃນພຣະຄຣິດ- ເພື່ອ ຄົນທີ່ບໍ່ເຊື່ອທີ່ໄດ້ຍິນຈະວາງໃຈເຊື່ອໃນພຣະເຢຊູ ແລະລອດ,ຄໍາເທດສະໜາຂ່າວປະເສີດບໍ່ ແມ່ນຄໍາເທດສະໜາອະທິບາຍທີ່ອະທິບາຍພຣະຄໍາພີເປັນຂໍ້ເປັນຂໍ້ໄປ,ໂດຍເລືອກເອົາພຣະ ຄໍາພີໜື່ງຫຼືສອງຂໍ້ສ່ວນຫຼາຍ, ການອະທິບາຍຂໍ້ພຣະຄໍາພີຫຼາຍຂໍ້ບໍ່ແມ່ນການເທດສະໜາ ຂ່າວປະເສີດ, ຈົ່ງສຶກສາຄໍາເທດສະໜາຂ່າວປະເສີດຂອງສະເປີໂຈນ, ບໍ່ມີຈັກອັນທີ່ພວກ ເຮົາເອີ້ນວ່າ ການເທດ“ແບບອະທິບາຍ”ໃນປະຈຸບັນນີ້, ໃນໜັງສືກິດຈະການທຸກຄໍາເທດສະ ໜາຍົກເວັ້ນອັນໜື່ງແມ່ນຄໍາເທດສະໜາຂ່າວປະເສີດ, ມີພຽງຄໍາເທດສະໜາ “ແບບອະທິ ບາຍ”ອັນດຽວເທົ່ານັ້ນຢູ່ໃນໜັງສືກິດຈະການທັງເຫຼັ້ມ! ພວກເຮົາຄວນຈະຕິດຕາມແບບຢ່າງ ຂອງພວກອັກຄະສາວົກ ແລະສະເປີໂຈນເມື່ອພວກເຮົາເທດຄໍາເທດສະໜາຂ່າວປະເສີດ!

ມີສິດຍາພິບານໜ້ອຍຄົນປະຈຸບັນນີ້ທີ່ເທດຄໍາເທດສະໜາຂ່າວປະເສີິດ, ມີຫຼາຍຄົນ ເຊົາເທດແລ້ວ, ຢູ່ໃນອາເມລິກາພວກເຮົາບໍ່ຄອຍຈະໄດ້ຍິນຄໍາເທດສະໜາຂ່່າວປະເສີດໃນປະຈຸບັນນີ້, ແລະມັນກໍບໍ່ໄດ້ແຕກຕ່າງຫຍັງຫຼາຍກັບປະເທດອື່ນໆ, ພວກສິດຍາພິບານພາ ກັນສອນພຣະຄໍາໃຫ້ຄົນຂອງພວກເຂົາ-ຫຼືພວກເຂົາກໍເທດເລື່ອງການຢຽວຢາຮັກສາ,ຄວາມ ລໍ່າລວຍ ແລະວິທີທີ່ຈະຮູ້ສຶກດີ - ເທດທຸກຢ່າງຍົກເວັ້ນຂ່າວປະເສີດຂອງພຣະຄຣິດ! ພວກ ເຂົາບໍ່ໄດ້ເຊື່ອຟັງພຣະຄໍາພີຊື່ງກ່າວວ່າ “ຈົ່ງເຮັດວຽກຂອງຜູ້ປະກາດຂ່າວປະເສີດ”

ພວກທ່ານອາດຈະເວົ້າວ່າ “ແຕ່ຂ້ອຍຈະຕຽມຄໍາເທດສະໜາຂ່າວປະເສີດໄດ້ແນວ ໃດ? ຂ້ອຍຄວນຈະເຮັດແນວໃດ?” ນັ້ນແຫຼະຄືຄໍາເທດສະໜາທັງໝົດ, ຂ້າພະເຈົ້າກໍາລັງຈະ ບອກພວກທ່ານເຖິງວິທີທີີ່ຈະເທດບົດເທດຂ່າວປະເສີດ.

ບົດເທດສະໜາຂ່າວປະເສີດແມ່ນບົດເທດທີ່ມີຂ່າວປະເສີດເປັນສູນກາງ,ແມ່ນຫຍັງ ຄືຄໍາເທດສະໜາຂ່າວປະເສີດ? ທີ່ຈະເທດສະໜາຂ່າວປະເສີດພວກທ່ານຈະຕ້ອງຮູ້ວ່າຂ່າວ ປະເສີດແມ່ຫຍັງ, ອັກຄະສາວົກໂປໂລໄດ້ກ່າວວ່າ:

“ຂ່າວປະເສີດທີ່ຂ້າພະເຈົ້າເຄີຍປະກາດແກ່ທ່ານທັງຫລາຍ…ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ ແລະຊົງຖືກຝັງໄວ້ ແລ້ວວັນທີ່ສາມພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ມີຂຽນໄວ້ໃນພຣະຄຳພີນັ້ນ” (1 ໂກລິນໂທ 15:1,3,4)

ອີກເທື່ອໜື່ງທີ່ອັກຄະສາວົກໂປໂລໄດ້ກ່າວວ່າ:

“ພຣະເຢຊູໄດ້ສະເດັດເຂົ້າມາໃນໂລກເພື່ອຈະໄດ້ຊ່ວຍຄົນບາບໃຫ້ລອດ” (1 ຕີໂມທຽວ 1:15)

ມີສອງສ່ວນຢູ່ໃນບົດເທດສະໜາຂ່າວປະເສີດ, ໜື່ງ ບັນຫາຄວາມບາບຂອງມະນຸດ ແລະ ສອງ ສິ່ງທີ່ພຣະຄຣິດເຮັດເພື່ອຊ່ວຍຜູ້ຄົນອອກຈາກຄວາມຜິດບາບຂອງເຂົາ.

I. ໜຶ່ງ ພວກທ່ານຈະຕ້ອງເທດພຣະບັນຍັດ-ຊື່ງບອກຜູ້ຄົນເລື່ອງໃຈທີ່ບາບຂອງເຂົາ.

ຢູ່ໃນສ່ວນທໍາອິິດຂອງຂ່າວປະເສີດ,ທ່ານຈະຕ້ອງເທດສະໜາພຣະບັນຍັດ, ເປັນ ຫຍັງບາງຄົນຈື່ງຄວນຈະເຊື່ອວາງໃຈໃນພຣະເຢຊູ? ແມ່ນຫຍັງຄືເຫດຜົນ? ເປັນຫຍັງພຣະ ເຢຊູຈື່ງຕາຍເທິງໄມ້ກາງແຂນ? ຄໍາເທດສະໜາຫຼາຍເລື່ອງບອກຜູ້ຄົນໃຫ້ວາງໃຈເຊື່ອໃນ ພຣະເຢຊູເພື່ອທີ່ພວກເຂົາຈະສາມາດມີຊີວິດທີ່ດີ ຫຼືມີຄວາມສຸກໄດ້ ຫຼືພົບຄວາມຮັກ ແລະ ມິດຕະພາບໄດ້, ແຕ່ອັນນັ້ນບໍ່ແມ່ນເຫດຜົນທີ່ພຣະເຢຊູຕາຍເທິງໄມ້ກາງແຂນ! ບົດເທດສະ ໜາບາງອັນບອກຜູ້ຄົນໃຫ້ວາງໃຈເຊື່ອໃນພຣະເຢຊູເພື່ອທີ່ພວກເຂົາຈະສາມາດໄປສະຫວັນໄດ້, ແຕ່ອັນນັ້ນບໍ່ແມ່ນບົດເທດຂ່າວປະເສີດຖ້າມັນບໍ່ໄດ້ເວົ້າເຖິງເຫດຜົນທີ່ພວກເຂົາຕ້ອງ ການພຣະເຢຊູເພື່ອທີ່ຈະໄປສະຫວັນໄດ້, ພຣະຄໍາພີກ່າວວ່າ “ພຣະຄຣິດໄດ້ຊົງວາຍພຣະ ຊົນເພາະບາບຂອງເຮົາທັງຫລາຍ”ພຣະຄໍາພີກ່າວວ່າ “ພຣະເຢຊູໄດ້ສະເດັດເຂົ້າມາໃນໂລກ ເພື່ອຈະໄດ້ຊ່ວຍຄົນບາບໃຫ້ລອດ”

ຖ້າຜູ້ຄົນບໍ່ຮູ້ສຶກວ່າພວກເຂົາເປັນຄົນບາບ,ເປັນຫຍັງພວກເຂົາຈື່ງຄວນມາຫາພຣະ ຄຣິດລະ? ພວກເຂົາບໍ່ມາ! ພວກເຂົາອາດຈະອະທິຖານຕາມ, ພວກເຂົາອາດຈະຍົກມືຂອງ ຕົນຂື້ນ, ພວກເຂົາອາດຈະຍ່າງອອກມາຂ້າງໜ້າຕອນຈົບຄໍາເທດສະໜາ, ແຕ່ພວກເຂົາຈະ ບໍ່ໄດ້ຮັບຄວາມລອດ! ເປັນຫຍັງ? ກໍເພາະພວກເຂົາບໍ່ມີຫຍັງທີ່ຈະລອດຈາກ!

ພວກທ່ານຈະສະແດງໃຫ້ຜູ້ຄົນຮູ້ວ່າເຂົາເປັນຄົນບາບໄດ້ແນວໃດ? ໂດຍການເທດ ພຣະບັນຍັດຂອງພຣະເຈົ້າໃຫ້ພວກເຂົາຟັງ, ພຣະຄໍາພີກ່າວວ່າ:

“ພຣະລາຊະບັນຍັດຈື່ງເປັນຄູຂອງເຮົາຊື່ງພາເຮົາມາເຖິງພຣະຄຣິດ” (ກາລາເຕຍ 3:24)

ພຣະບັນຍັດສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາເປັນຄົນບາບ, ຫຼັງຈາກທີ່ພວກເຂົາສໍານຶກ ເລື່ອງບາບແຫ່ງໃຈຂອງພວກເຂົາແລ້ວ,ພວກເຂົາກໍອາດຈະມາຫາພຣະຄຣິດໄດ້.

ສິດຍາພິບານຫຼາຍຄົນຢ້ານທີ່ຈະເທດພຣະບັນຍັດ, ພວກເຂົາຢ້ານເລື່ອງການເຮັດ ໃຫ້ຜູ້ຄົນໃຈຮ້າຍ, ອຽນເອັຈ.ເມີເຣກ່າວວ່ານີ້ແມ່ນ “ບັນຫາຫຼັກໃນການປະກາດຂ່າວປະ ເສີດ”ໃນໜັງສືຂອງລາວ The Old Evangelicalism (Banner of Truth, 2005; read pages 3 through 37)ເມີເຣບອກພວກເຮົາຖືກຕ້ອງວ່າການຢ້ານເລື່ອງເຮັດໃຫ້ຄົນບໍ່ເຊື່ອສະດຸດແມ່ນເຫດຜົນຫຼັກທີ່ເຮັດໃຫ້ການເທດສະໜາຂ່າວປະເສີດບໍ່ມີປະສິດທິພາບໃນປະຈຸບັນນີ້.

ບໍ່ວ່າທ່ານຈະເຮັດຫຍັງກໍຕາມ, ຢ່າເທດສະໜາຕໍ່ຕ້ານຄວາມບາບຂອງຄົນໆດຽວ, “ຈົ່ງເຮັດແບບນີ້, ຢ່າໄປເຮັດແບບນັ້ນ” ອັນນີ້ແມ່ນເວົ້າເຖິງກ່ຽວກັບຄວາມເປັນຈິງຂອງຜູ້ຄົນ ຫຼືບາບທີ່ເຈາະຈົງ, ແຕ່ຄວາມບາບເລິກເຂົ້າໄປອີກ, ພວກເຂົາເປັນຄົນບາບພາຍໃນ ພວກເຂົາມີໃຈທີ່ບາບສືບທອດຈາກອາດາມ, ນັ້ນແຫຼະຄືເຫດຜົນທີ່ດາວິດກ່າວໄວ້ວ່າ “ຂ້ານ້ອຍຖືກໍາເນີດມາໃນຄວາມຊົ່ວຊ້າແລະແມ່ຂອງຂ້ານ້ອຍຖືກພາຂ້ານ້ອຍໃນບາບ” (ເພງສັນລະເສີນ 51:5), ນັ້ນແຫຼະຄືເຫດຜົນທີ່ພຣະຄໍາພີກ່າວວ່່າ “ໃຈກໍເປັນໂຕລໍ້ລວງເໜືອກວ່າ ສິ່ງອື່ນໃດ ແລະມັນເສື່ອມຊາມລົງຢ່າງຊົ່ວຮ້າຍ” (ເຢເຣມີ 17:9 )ແລະພຣະຄໍາພີກ່າວວ່າ “ເນື້ອໜັງນັ້ນເປັນສັດຕູກັບພຣະເຈົ້າ” (ໂຣມ 8:7) ນັ້ນແຫຼະຄືສາເຫດທີ່ຜູ້ຄົນເຮັດຊົ່ວແບບທີ່ເຂົາເຮັດກັນ, ສິ່ງທີ່ພວກເຂົາເຮັດອອກມາຈາກຕົວຕົນຂອງພວກເຂົາ, ພຣະຄຣິດກ່າວວ່າ “ພາຍໃນມະນຸດຄືຈາກໃຈມະນຸດມີຄວາມຄິດຊົ່ວຮ້າຍ, ການລ່ວງປະເວນີ, ການຜິດຜົວຜິດເມຍ,ຂ້າຕະກອນ...ສາລະພັດຄວາມຊົ່ວເຫຼົ່ານີ້ເກີດມາຈາກພາຍໃນ” (ມາລະໂກ 7:21,23) ເລິກກວ່າສີິ່ງທີ່ຜູ້ຄົນເຮັດຄືສິ່ງທີ່ພວກເຂົາເປັນ, ເຖິງແມ່ນວ່າບາງຄົນອາດຈະພະຍາຍາມທີ່ຈະເປັນຄົນດີກວ່າເກົ່າ, ເຂົາກໍບໍ່ສາມາດປ່ຽນແປງໃຈຂອງຕົນໄດ້, ກໍບໍ່ຕ່າງຫຍັງກັບແບ້ບໍ່ສາມາດປ່ຽນມາເປັນແກະໄດ້, ຜູ້ຄົນບໍ່ສາມາດຖືກສອນໃຫ້ມາເປັນຄຣິສຕຽນໄດ້, ພວກເຂົາ ຈະຕ້ອງຖືກເທດໃຫ້ເຂົ້າໃນມັນຄືກັບທີ່ຂ້າພະເຈົ້າໄດ້ອະທິບາຍຢູ່ໃນບົດເທດນີ້ແລ້ວ, ພຣະເຈົ້າຊົງລົງໂທດໃຈຂອງມະນຸດເຊັ່ນດຽວກັບຊາດມະນຸດຕ່າງໆ, ພຣະຄໍາພີກ່າວວ່າ “ພວກເຂົາທຸກຄົນຕ່າງກໍຢູ່ໃຕ້ບາບ” (ໂຣມ 3:9) ທຸກຄົນແມ່ນຢູ່ໃຕ້ອໍານາດ ແລະການລົງໂທດຂອງບາບກ່ອນການກັບໃຈໃໝ່.

ພວກທ່ານຈະຕ້ອງເທດກົດບັນຍັດເພື່ອທີ່ຜູ້ຄົນຈະເຫັນ ແລະຮູ້ສຶກວ່າໃຈຂອງພວກເຂົາບາບ, ຕອນນີິ້ທຸກຄົນຍອມຮັບວ່າພວກເຂົາເປັນຄົນບາບໃນທາງໃດໜື່ງ, ຂ້າພະເຈົ້າບໍ່ເຄີຍພົບຜູ້ໃດທີ່ອ້າງວ່າໂຕເອງສົມບູນແບບ, ຊາຍຄົນໜື່ງເວົ້າກັບນັກເທດຄົນໜືຶ່ງວ່າ “ຂ້ອຍ ເຊື່ອວ່າຂ້ອຍເປັນ(ຄົນບາບ) ແຕ່ຂ້ອຍຂ້ອຍບໍ່ແມ່ນສິ່ງທີ່ເຈົ້າສາມາດເອີ້ນໄດ້ວ່າເປັນຄົນບາບ ທີ່ບໍ່ດີ, ຂ້ອຍຄິດວ່າຂ້ອຍແມ່ນຄົນດີ, ຂ້ອຍຈະພະຍາຍາມເຮັດໃນສິ່ງທີ່ດີທີ່ສຸດສະເໝີເທົ່າທີ່ຮຸູ້ຈັກ” ຊາຍຄົນນັ້ນຍັງບໍ່ພ້ອມທີີ່ຈະລອດ! ກ່ອນທີ່ຈະລາວຈະລອດໄດ້, ລາວຈໍາເປັນຕ້ອງເຫັນວ່າລາວເປັນຄົນບາບທີ່ “ບໍ່ດີ”, ນັ້ນແຫຼະຄືເຫດຜົນທີ່ວ່່າເປັນຫຍັງທ່ານຈະຕ້ອງເທດໃນເລື່ອງໃຈທີ່ບາບຂອງພວກເຂົາ.

ຖ້າປາສະຈາກກົດບັນຍັດຂອງພຣະເຈົ້າ, ຜູ້ຄົນຈະບໍ່ເຫັນວ່າເປັນຫຍັງພວກເຂົາຈື່ງຕ້ອງການຂ່າວປະເສີດຂອງພຣະຄຣິດ, ນັ້ນແຫຼະທີ່ວ່າເປັນຫຍັງທ່ານຈື່ງຕ້ອງເທດສະໜາກົດບັນຍັດກ່ອນທີ່ທ່ານຈະເທດຂ່າວປະເສີດ,ພຣະຄໍາພີກ່າວວ່າ “ພຣະບັນຍັດເປັນຄູຂອງ ເຮົາ ຊື່ງພາເຮົາມາເຖິງພຣະຄຣິດ” (ກາລາເຕຍ 3:24) ຄືກັບຄູສອນ ພຣະບັນຍັດຊີ້ໃຫ້ທຸກຄົນເຫັນວ່າເປັນຫຍັງພວກເຂົາຈື່ງຕ້ອງການພຣະຄຣິດ, ປະການທີ່ໜຶ່ງບັນຍັດຈາກນັ້ນກໍຄື ຂ່າວປະເສີດ, ສິ່ງທີ່ລູເທີເວົ້າຖືກຕ້ອງຢ່າງແນ່ນອນ, ພວກທ່ານຄວນຈະສຶກສາຢ່າງລະມັດ ລະວັງໃນສິ່ງທີ່ລາວເວົ້າຖ້າທ່ານຫາກຢາກຈະຮຽນຮູ້ວິທີທີ່ຈະເທດສະໜາບົດເທດຂ່າວປະ ເສີດ, ລູເທີໄດ້ກ່່າວວ່າ:

ມັນເປັນສິ່ງທີ່ຈໍາເປັນ,ຖ້າທ່ານຢາກຈະເປັນຄົນທີ່ກັບໃຈໃໝ່ແລ້ວ,ທ່ານຕ້ອງເປັນຄົນ(ມີບັນຫາ)ນັ້ນຄືທ່ານຖືກເຕືອນ ແລະມີຈິດສໍານຶກທີ່ສັ່ນໄຫວ ແລ້ວຫຼັງຈາກສະຖານະການນີ້ເກີດຂື້ນແລ້ວ, ທ່ານຈະຕ້ອງຄວ້າເອົາການປອບໃຈທີ່ບໍ່ໄດ້ມາຈາກການປະພຶດຂອງໂຕທ່ານເອງແຕ່ມາຈາກວຽກຂອງພຣະ ເຈົ້າ, ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງຄືພຣະເຢຊູເຂົ້າມາໃນໂລກນີ້ເພື່ອປະກາດໃຫ້ຄົນບາບຜູ້ຊົ່ວຮ້າຍຮູ້ເຖິງພຣະເມດຕາຂອງພຣະເຈົ້າ ນີ້ແມ່ນຫົນທາງຂອງການກັບໃຈໃໝ່, ທາງອື່ນແມ່ນທາງທີ່ຜິດ (Martin Luther, Th.D., What Luther Says, Concordia Publishing House, 1994 reprint, Number 1014, page 343).

ຂ້າພະເຈົ້າຂໍເວົ້າວ່າ “ພວກທ່ານຈະຕ້ອງເທດສະໜາພຣະບັນຍັດເພື່ອທີ່ຜູູ້ຄົນຈະ ເຫັນ ແລະຮູ້ສຶກເຖິງຄວາມບາບທີ່ພາຍໃນຂອງພວກເຂົາ” ຂ້າພະເຈົ້າບໍ່ໄດ້ເວົ້າວ່າ “ທ່ານ ຕ້ອງເທດສະໜາກ່ຽວກັບນາລົກ” ແມ່ນ ພຣະຄຣິດເວົ້າເຖິງນາລົກ, ນາລົກມີແທ້, ແຕ່ພວກ ທ່ານຈະຕ້ອງລະວັງເມື່ອທ່ານເທດສະໜາເລື່ອງນາລົກ, ບໍ່ມີໃຜລອດໂດຍການຢ້ານນາລົກ, ພວກເຂົາອາດຈະພະຍາຍາມທີ່ຈະເປັນຄົນທີ່ດີຂື້ນ, ພວກເຂົາອາດຈະກາຍເປັນຄົນເຄັ່ງສາ ສະໜາ, ແຕ່ການຢ້ານນາລົກຈະບໍ່ມີວັນທີ່ຈະຊ່ວຍຜູ້ໃດໃຫ້ພົ້ນໄດ້, ພຣະຄຣິດຊົງຕາຍເພື່ອ ຄວາມບາບຂອງເຮົາ, ນາລົກແມ່ນຜົນຂອງຄວາມບາບ, ບັນຫາໂຕແທ້ແມ່ນຄວາມບາບບໍ່ ແມ່ນນາລົກ, ພວກເຮົາໄດ້ຄົ້ນພົບວ່າຄຳເທດສະໜາເລື່ອງນາລົກທັງໝົດບໍ່ໄດ້ເຮັດໃຫ້ຜູ້ຄົນ ກັບໃຈເສຍໃໝ່, ສ່ວນທຳອິດຂອງຄຳເທດສະໜາຂ່າວປະເສີດຄວນຈະເປີດເຜີຍຄວາມຜິດບາບຂອງພວກເຂົາ - ບໍ່ແມ່ນຄວາມບາບຂອງຄົນຜູ້ໜຶ່ງແຕ່ແມ່ນຄວາມບາບຂອງໃຈຂອງພວກເຂົາ.

ເພື່ອຊີ້ໃຫ້ຜູ້ຄົນເຫັນຄວາມບາບຂອງເຂົາ,ທ່ານຈະຕ້ອງເທດຕໍ່ສູ້ຄວາມບາບ, ໃຈທີ່ກະບົດຂອງພວກເຂົາ, ແຕ່່ທ່ານບໍ່ຄວນຈະຈົບຢູ່ບ່ອນນັ້ນ, ພຣະບັນຍັດບໍ່ໄດ້ຊ່ວຍໃຫ້ໃຜລອດໄດ້, ພຣະບັນຍັດພຽງແຕ່ຊີ້ໃຫ້ຄົນເຫັນຄວາມບາບແຫ່ງໃຈຂອງພວກເຂົາ, ພຣະຄໍາພີກ່າວວ່າ “ເພາະສະນັ້ນຈື່ງບໍ່ມີເນື້ອໜັງຄົນໜື່ງຄົນໃດເປັນຜູ້ຊອບທໍາ...ເພາະວ່າໂດຍພຣະລາຊະບັນຍັດເຮົາຈື່ງຮູ້ຈັກບາບໄດ້.” (ໂຣມ 3:20), ພຣະຄໍາພີກ່າວວ່າການຊ່ວຍຜູ້ຄົນຄື “ການທີ່ີພຣະລາຊະບັນຍັດເຮັດບໍ່ໄດ້”(ໂຣມ 8:3),ມີພຽງພຣະຄຣິດເອງເທົ່ານັ້ນທີ່ສາມາດປ່ຽນແປງໃຈຂອງຄົນບາບໄດ້, ມີພຽງພຣະໂລຫິດຂອງພຣະຄຣິດເທົ່ານັ້ນທີ່ສາມາດລ້າງຄວາມຜິດບາບອອກໄດ້, ແລະອັນນັ້ນໄດ້ພາຂ້າພະເຈົ້າໄປສູ່ປະການທີ່ສອງ.

II. ສອງ ທ່ານຈະຕ້ອງເທດສະໜາຂ່າວປະເສີດ - ຊື່ງບອກຜູ້ຄົນໃນສິ່ງທີ່ພຣະຄຣິດຊົງເຮັດເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກຄວາມບາບ.

ໃນສ່ວນທີ່ສອງຂອງຄໍາເທດສະໜາຂ່າວປະເສີດ,ທ່ານຈະຕ້ອງເທດສະໜາຂ່າວປະ ເສີດ, ຂ່າວປະເສີດບໍ່ແມ່ນການສອນໃນເລື່ອງວິທີທີ່ຈະເປັນຄົນດີຂື້ນ, ຂ່າວປະເສີດບໍ່ແມ່ນຂໍ້ຄວາມກ່ຽວກັບຄຣິສຕະຈັກ ຫຼືແມ່ນແຕ່ກ່ຽວກັບສະຫວັນ, ຂ່າວປະເສີດຄືການທີ່ “ພຣະ ຄຣິດໄດ້ຊົງວາຍພຣະຊົນເພາະຄວາມບາບຂອງເຮົາທັງຫຼາຍ ຕາມທີ່ຂຽນໄວ້ໃນພຣະຄໍາພີ” (1 ໂກລິນໂທ 15:3), ຂ່າວປະເສີດຄືວ່າ “ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຊ່ວຍຄົນບາບໃຫ້ລອດ”(1 ເທສະໂລນິກາ 1:15).

ຂ່າວປະເສີດບໍ່ໄດ້ຕັ້ງໄວ້ເປັນກົດຕ່າງໆ, ຂ່າວປະເສີດສະແດງໃຫ້ເຫັນວ່າພຣະເຈົ້າຊົງຮັກຄົນບາບຫຼາຍຈົນພຣະຄຣິດໄດ້ສະເດັດມາຕາຍແທນ, ຂ່າວປະເສີດບໍ່ໄດ້ຖືກເຮັດອອກມາຈາກພຣະບັນຍັດ, ມັນຄືຄວາມຮັກ ແລະພຣະຄຸນທີ່ບໍລິສຸດ,ຄືກັບລູເທີໄດ້ກ່າວໄວ້:

ຂ່າວປະເສີດ...ບໍ່ໄດ້ເທດໃນສິ່ງທີ່ພວກເຮົາຕ້ອງເຮັດຫຼືຫລີກລ້ຽງ,ມັນບໍ່ໄດ້ຕັ້ງເງື່ອນໄຂທີ່ຈໍາເປັນໃດໆ ແຕ່ກັບກັນມັນພັດເຂົ້າຫາພຣະບັນຍັດ,ເຮັດທຸກຢ່າງທີ່ກົງກັນຂ້າມ ແລະເວົ້າວ່າ ‘ນີ້ຄືສິ່ງທີ່ພຣະເຈົ້າຊົງເຮັດເພື່ອທ່ານ, ພຣະອົງໄດ້ຍອມໃຫ້ພຣະບຸດຂອງພຣະອົງຮັບສະພາບເນື້ອໜັງເພື່ອທ່ານ, ຊົງປ່ອຍໃຫ້ພຣະອົງຖືກຂ້າເພື່ອທ່ານ’...ຂ່າວປະເສີດສອນ...ໃນສິ່ງທີ່ໄດ້ຖືກມອບໃຫ້ກັບພວກເຮົາໂດຍພຣະເຈົ້າ ແລະບໍ່ແມ່ນ...ໃນສິ່ງທີ່ພວກເຮົາເຮັດ ແລະມອບໃຫ້ແກ່ພຣະເຈົ້າ (“How Christians Should Regard Moses,” 1525).

ຂ່າວປະເສີດສະເໜີໃຈໃໝ່ໃຫ້ແກ່ຄົນບາບ ແລະການໃຫ້ອະໄພບາບໂດຍຜ່ານທາງສິ່ງທີ່ ພຣະຄຣິດຊົງເຮັດເທິງໄມ້ກາງແຂນ ແລະທີ່ອຸບມຸງວ່າງເປົ່າ! ຄົນທີ່ວາງໃຈໃນພຣະເຢຊູຄື:

“ພຣະເຈົ້າຊົງພຣະກະລຸນາໃຫ້ເຮົາເປັນຜູ້ຊອບທຳ ໂດຍບໍ່ຄິດມູນຄ່າ ໂດຍທີ່ພຣະເຢຊູຄຣິດຊົງໄຖ່ເຮົາໃຫ້ພົ້ນບາບແລ້ວ ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລຶບລ້າງພຣະອາຊະຍາ ໂດຍຄວາມເຊື່ອໃນພຣະໂລຫິດ ຂອງພຣະອົງ ເພື່ອສະແດງໃຫ້ເຫັນຄວາມຊອບທຳຂອງພຣະອົງໃນການທີ່ພຣະເຈົ້າໄດ້ຊົງອົດກັ້ນພຣະໄທ ແລະຊົງຍົກບາບທີ່ໄດ້ເຮັດໄປແລ້ວນັ້ນ” (ໂຣມ 3:24,25)

ພຣະຄໍາພີກ່າວວ່າ “ພຣະເຈົ້າໄດ້ຊົງ[ສະແດງ]ຄວາມຮັກຂອງພຣະອົງແກ່ເຮົາທັງຫຼາຍຄືໃນຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສີ້ນພຣະຊົນເພື່ອເຮົາ...[ພວກເຮົາ]ຕອນນີ້ເປັນຄົນຊອບທໍາໂດຍພຣະໂລຫິດຂອງພຣະອົງ” (ໂຣມ 5:8,9), ພຣະຄຣິດຊົງສີ້ນ ພຣະຊົນຢູ່ໃນບ່ອນຂອງຄົນບາບເພື່ອຈ່າຍຄ່າຄວາມຜິດບາບໃຫ້ຄົນບາບ, ເໝືອນກັບທີ່ເອຊາຢາໄດ້ກ່າວໄວ້ວ່າ “ພຣະເຢໂຮວາຊົງວາງລົງເທິງທ່ານ[ພຣະຄຣິດ]ຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ເອຊາຢາ 53:6), ຂ່າວປະເສີດແມ່ນພຣະຄຸນຟຣີໆຂອງການອະໄພບາບໂດຍ ພຣະເຢຊູຄຣິດ.

ເມື່ອທ່ານເທດສະໜາຂ່າວປະເສີດ,ຢ່າໄປເທດພຽງແຕ່ການຕາຍຂອງພຣະຄຣິດ,ຈົ່ງ ເທດການຟື້ນຄືນຂອງພຣະຄຣິດແດ່, ມັນແມ່ນສ່ວນຂອງຂ່າວປະເສີດທີ່ວ່່າພຣະຄຣິດ “ຊົງ ຟື້ນຂື້ນມາໃໝ່ໃນວັນທີ່ສາມຕາມທີ່ຂຽນໄວ້ໃນພຣະຄໍາພີ” (1 ໂກລິນໂທ 15:4) ການຟື້ນຄືນຂອງພຣະຄຣິດຄືສິ່ງທີ່ສໍາຄັນ. ພຣະຄໍາພີກ່າວວ່າ “ຖ້າພຣະຄຣິດບໍ່ໄດ້ເປັນຂື້ນມາ,ຄວາມເຊື່ອຂອງທ່ານກໍບໍ່ມີປະໂຫຍດ ທ່ານກໍຍັງຕົກຢູ່ໃນບາບຂອງຕົນ” (1 ໂກລິນໂທ 15:17) ພຣະຄຣິດບໍ່ໄດ້ຢູ່ໃນສະພາບຄົນຕາຍໃນອຸບມົງຂອງພຣະອົງ, ພຣະອົງຊົງຟື້ນຂື້ນມາຈາກຄວາມຕາຍເພື່ອມອບໃຈໃໝ່ໃຫ້ກັບຄົນບາບ (ເບິ່ງເອເສກຽນ 11:19; 36:26,27).

ຢ່າໄປເທດສະໜາແຕ່ເລື່ອງການຕາຍຂອງພຣະຄຣິດ, ຈົ່ງເທດພຣະໂລຫິດຂອງ ພຣະຄຣິດ, ຈົ່ງຈື່ໄວ້ວ່າຜູ້ຄົນລອດ “ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ” (ໂຣມ 3:25) ພວກເຮົາ “ເປັນຄົນຊອບທໍາໂດຍພຣະໂລຫິດຂອງພຣະອົງ” (ໂຣມ 5:9) ແລະ ພຣະຄໍາພີກ່າວວ່າ “ຖ້າບໍ່ມີໂລຫິດໄຫຼອອກແລ້ວ ກໍຈະບໍ່ມີການອະໄພບາບເລີຍ” (ເຮັບເຣີ 9:22), ຂ້າພະເຈົ້າແປກໃຈທີ່ມີນັກເທດຫຼາຍຄົນຕາມດຣ.ຈອນແມັກອາເທີຕອນທີ່ລາວເວົ້າວ່າພຣະໂລຫິດຂອງພຣະຄຣິດບໍ່ຈໍາເປັນສໍາຫຼັບຄວາມລອດ ແລະວ່າປະຈຸບັນນີ້ບໍ່ມີພຣະໂລຫິດຂອງພຣະຄຣິດແລ້ວ, ແຕ່ພວກສິດຍາພິບານທີ່ດີ ແລະສັດຊື່ເທດເລື່ອງພຣະໂລຫິດຂອງພຣະຄຣິດ! ດຣ.ມາຕິນລອຍ-ໂຈນຖືກຕ້ອງເມື່ອລາວເວົ້າວ່າ “ໃນຊ່ວງຂອງການຟື້ນຟູ...[ຄຣິສຕະຈັກ]ໄດ້ຍົກຍ້ອງພຣະໂລຫິດ... ມີພຽງຫົນທາງດຽວເທົ່ານັ້ນທີ່ພວກເຮົາສາມາດເຂົ້າໄປດ້ວຍໃຈກ້າສູ່[ສະຖານທີ່]ບໍລິສຸດທີ່ສຸດ ນັ້ນຄືໂດຍພຣະໂລຫິດຂອງພຣະເຢຊູ” (Revival, Crossway Books, 1992 edition, p. 48)ຈົ່ງເທດສະໜາພຣະໂລຫິດ! “ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງໄດ້ຊໍາລະເຮົາໃຫ້ພົ້ນຈາກຄວາມບາບທັງປວງ” (1 ໂຢຮັນ 1:7)

ຂ່າວປະເສີດຄືຂອງຂວັນລ້າໆແຫ່ງພຣະຄຸນຂອງພຣະເຈົ້າໃນພຣະຄຣິດ, ຄົນບາບບໍ່ສາມາດເຮັດຕົນເອງໃຫ້ດີໄດ້, ມີພຽງສິ່ງດຽວທີ່ຄົນບາບຈໍາເປັນຕ້ອງເຮັດກໍຄືລາວຈະຕ້ອງ ເຊື່ອວາງໃຈໃນພຣະເຢຊູ, ພຽງແຕ່ການເຊື່ອຄວາມຈິງກ່ຽວກັບພຣະຄຣິດຈະບໍ່ຊ່ວຍຄົນບາບໃຫ້ລອດໄດ້, ລາວຈະຕ້ອງເຊື່ອວາງໃຈໃນພຣະເຢຊູເອງ, ອັກຄະສາວົກໂປໂລບອກກັບຜູ້ຄຸມຄຸກຊາວເມືອງຟີລິບປອຍວ່າ “ຈົ່ງເຊື່ອວາງໃຈໃນ[ພາສາກຣີກແມ່ນepi =ເທິງ,ໃນ] ພຣະເຢຊູຄຣິດເຈົ້າ ແລະທ່ານຈະລອດໄດ້” (ກິດຈະການ 16:31) ຖ້າຄົນບາບເຊື່ອວາງໃຈໃນພຣະເຢຊູ ເຂົາກໍຈະລອດ, ແລະສິ່ງທີ່ຄົນບາບຈະຕ້ອງເຮັດກໍຄືເຊື່ອວາງໃຈໃນພຣະເຢຊູ ພຣະເຢຊູຊົງເຮັດທຸກສິ່ງທຸກຢ່າງແລ້ວ, ພຣະອົງຊົງມອບຫົວໃຈໃໝ່ຕອນທີ່ເກີດໃໝ່ໃຫ້ກັບຄົນບາບ (ເອເຟໂຊ 2:5; ໂຢຮັນ 2:6,7) ແລະພຣະອົງຊົງຊໍາລະຄົນບາບຈາກຄວາມບາບ ທຸກຢ່າງໂດຍພຣະໂລຫິດຂອງພຣະອົງ (ເຮັບເຣີ 9:14; ພະນິມິດ 1:5ຂ; 5:9ຂ) “ເຊື່ອແຕ່ ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນ ເຊື່ອພຣະອົງດຽວນີ້, ພຣະອົງຈະຊ່ວຍທ່ານ,ພຣະອົງຈະຊ່ວຍ, ພຣະອົງຈະຊ່ວຍທ່ານດຽວນີ້” (“ເຊື່ອແຕ່ເທົ່ານັ້ນ ໂດຍ John H. Stockton 1813-1877)

ໃນຕອນຈົບຂອງຄໍາເທດສະໜາຂອງທ່ານ,ຈົ່ງເອີ້ນຄົນບາບໃຫ້ມາເຊື່ອວາງໃຈໃນ ພຣະເຢຊູ, ເຊີນພວກເຂົາໃຫ້ເຂົ້າໄປອີກຫ້ອງໜຶ່ງບ່ອນທີ່ທ່ານຈະສົນທະນາກັບພວກເຂົາເປັນການສ່ວນຕົວ, ວຽກຂອງທ່ານບໍ່ໄດ້ຈົບເມື່ອພວກເຂົາອອກມາເວົ້າກັບທ່ານ “ການອອກມາຂ້າງໜ້າ”ບໍ່ຄືກັບການວາງໃຈເຊື່ອໃນພຣະເຢຊູ “ການຍົກມືຂື້ນ” ຫຼືການເວົ້າ “ຄໍາອະທິ ຖານຂອງຄົນບາບ”ບໍ່ຄືກັບການວາງໃຈເຊື່ອໃນພຣະເຢຊູ, ການເຊື່ອວາງໃຈໃນພຣະເຢຊູແມ່ນການເຊື່ອວາງໃຈໃນພຣະເຢຊູ-ບໍ່ມີຫຍັງອີກ, ນັ້ນແຫຼະຄືເຫດຜົນທີ່ທ່ານຈະຕ້ອງເວົ້າກັບຜູ້ຄົນທີ່ຕອບສະໜອງຕໍ່ການເຊື້ອເຊີນຫຼັງຈາກຄໍາເທດສະໜາຂອງທ່ານ, ແລະນັ້ນແມ່ນເຫດຜົນທີ່ທ່ານຈະຕ້ອງຟັງພວກເຂົາດ້ວຍຄວາມລະມັດລະວັງເຊັ່ນກັນ, ໂດຍການຟັງທ່ານຈະໄດ້ຮຽນຮູຸ້ຄວາມຄິດຜິດໆທີ່ພວກເຂົາເຊື່ອ,ເພື່ອທີ່ທ່ານຈະສາມາດບອກເຂົາໃຫ້ຖືກຕ້ອງໄດ້, ຈົ່ງລົມແຕ່ລະຄົນເປັນການສ່ວນຕົວ ແລະເຮັດໃຫ້ດີທີ່ສຸດເພື່ອພາເຂົາໄປເຖິງພຣະ ຄຣິດ, ແຕ່ອັນນັ້ນແມ່ນຄໍາເທດສະໜາອີກເລື່ອງໜຶ່ງ, ຂໍພຣະເຈົ້າອວຍພອນທ່ານໃນຂະນະທີ່ທ່ານເທດເລື່ອງຄວາມບາບຂອງໃຈ ແລະການໃຫ້ອະໄພໂດຍຜ່ານພຣະໂລຫິດຂອງພຣະ ຄຣິດ.

ຈົ່ງກົດທີ່ນີ້ເພື່ອອ່ານຄໍາເທດສະໜາຂ່າວປະເສີດທີ່ຂຽນໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ, ດຣ. ໄຮເມີໄດ້ເທດສະໜາບົດເທດຂ່າວປະເສີດເປັນເວລາຫົກສິບປີມາແລ້ວ,ທ່ານ ສາມາດຮຽນຮູ້ຫຼາຍສິ່ງຫຼາຍຢ່າງໂດຍການອ່ານຄໍາເທດສະໜາຂ່າວປະເສີດຂອງທ່ານ “ຈົ່ງ ລ້າງແລະສະອາດເທີນ? - ລໍາດັບຂອງການກັບໃຈໃໝ່” ຈົ່ງກົດຊື່ເລື່ອງເພື່ອອ່່ານມັນ, ມັນຈະສະແດງໃຫ້ທ່ານເຫັນວິທີທີ່ຈະເທດສະໜາເລື່ອງພຣະບັນຍັດກັບຂ່າວປະເສີດຢູ່ໃນຄໍາສະໜາຂ່າວປະເສີດ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ໂຄງຮ່າງບົດເທດສະໜາ

ວິທີຕຽມຄຳເທດສະໜາຂ່າວປະເສີດ-ຄວາມຈິງທີ່ຖືກລືມຊື່ງເປັນສິ່ງທີ່ຈຳເປັນ
ສຳຫຼັບການກັບໃຈໃໝ່ທີ່ແທ້ຈິງ

HOW TO PREPARE AN EVANGELISTIC SERMON –
FORGOTTEN TRUTHS NEEDED FOR REAL CONVERSIONS

ໂດຍດຣ.ຊີ.ແອວ.ເຄແກນ ແລະ ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຈົ່ງເຮັດໜ້າທີ່ຂອງຜູ້ປະກາດຂ່າວປະເສີດ ແລະຈົ່ງເຮັດໃຫ້ງານຮັບໃຊ້ຂອງທ່ານສຳເລັດ”
(2 ຕີໂມທຽວ 4:5)

( ກິດຈະການ 21:8; 8:5,26-39,40; 1 ໂກລິນໂທ 15:1,3,4; 1 ທິໂມທີ 1:15)

I.         ໜຶ່ງ ພວກທ່ານຈະຕ້ອງເທດພຣະບັນຍັດ-ຊື່ງບອກຜູ້ຄົນເລື່ອງໃຈບາບຂອງເຂົາ.
ກາລາເຕຍ 3:24; ເພງສັນລະເສີນ 51:5; ເຢເຣມີຢາ 17:9; ໂຣມ 8:7; ມາລະໂກ 7:21,23; ໂຣມ 3:9, 20; 8:3.

II.        ສອງ ທ່ານຈະຕ້ອງເທດສະໜາຂ່າວປະເສີດ - ຊື່ງບອກຜູ້ຄົນໃນສິ່ງທີ່ພຣະຄຣິດຊົງເຮັດເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກຄວາມບາບ.1 ໂກລິນໂທ 15:3; 1 ຕີໂມທຽວ 1:15; ໂຣມ 3:24,25; 5:8,9; ເອຊາຢາ 53:6; 1 ໂກລິນໂທ 15:4,17;
ເອເສກຽນ 11:19; 36:26,27; ເຮັບເຣີ 9:22; 1 ໂຢຮັນ 1:7; ກິດຈະການ 16:31; ເອເຟໂຊ 2:5; ໂຢຮັນ 3:6,7;
ເຮັບເຣີ 9:14; ພະນິມິດ 1:5ຂ; 5:9ຂ.