Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງໄປລ້າງແລະສະອາດເຖີດ - ປະເພດຂອງການກັບໃຈໃໝ່

WASH AND BE CLEAN! – THE TYPOLOGY OF CONVERSION
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນເຊົ້າ 15/10/2017
A sermon preached at the Baptist Tabernacle of Los Angeles
Lord’s Day Morning, October 15, 2017

“ເອລີຊາກໍສົ່ງຜູ້ສື່ສານມາຮຽນທ່ານວ່າ “ຂໍຈົ່ງໄປຊຳລະຕັວໃນແມ່ນ້ຳຈໍແດນເຈັດເທື່ອ ແລະເນື້ອໜັງຂອງທ່ານຈະກລັບຄືນເປັນເໝືອນເດີມ ແລະທ່ານຈະສະອາດ” (2 ກະສັດ 5:10)


ມັນເປັນເລື່ອງທີ່ທໍາມະດາໆແຕ່ມີຄວາມໝາຍທີ່ເລິກເຊິ່ງ, ຖ້າທ່ານຍັງບໍ່ລອດທ່ານ ຈະຕ້ອງຕັ້ງໃຈຟັງດ້ວຍຄວາມລະມັດລະວັງ, ທ່ານຈະຕ້ອງປະຕິບັດຕາມມັນ,ມັນຈະສະ ແດງໃຫ້ທ່ານເຫັນວ່າມີທາງດຽວເທົ່ານັ້ນທີ່ຈະລອດໄດ້. ມັນເປັນເລື່ອງທີ່ທໍາມະດາໆ, ຖືກໃຫ້ໄວ້ຢູ່ໃນພຣະຄໍາພີເພື່ອຊີ້ໃຫ້ທ່ານເຫັນຫົນທາງດຽວທີ່ຈະໄດ້ຮັບຄວາມລອດ ແລະກາຍມາເປັນຄຣິສຕຽນແທ້.

ນາອາມານຄືບຸລຸດຜູ້ຍິ່ງໃຫຍ່, ລາວແມ່ນຜູ້ບັນຊາການ, ນາຍພົນແຫ່ງກອງທັບຊີເຣຍ. ລາວເປັນທະຫານທີ່ກ້າຫານ, ລາວຖືກຍົກຍ້ອງໂດຍກະສັດຂອງຕົນ ແລະລາວເປັນຄົນທີ່ເຢີຢິ່ງ, ແຕ່ລາວກໍາລັງຖືກກືນກິນທັງເປັນຈາກໂລກຂີ້ທູດທີ່ເປັນຕາຢ້ານ, ລາວກໍາລັງຈະຕາຍຍ້ອນໂລກຂີ້ທູດ ແລະລາວກໍຮູ້ຈັກມັນດີ, ລາວລອງທຸກວິທີທາງແລ້ວແຕ່ບໍ່ມີຫຍັງປົວໂລກຂີ້ທູດຂອງລາວໄດ້, ມີຍິງສາວຊາວເຮັບເຣີຄົນໜຶ່ງທີ່ເຮັດວຽກຢູ່ບ້ານຂອງນາອາມານ, ນາງບອກລາວວ່າມີຜູ້ທໍານາຍຄົນໜຶ່ງໃນອິດສະຣາເອນທີ່ສາມາດປົວໂລກຂີ້ທູດຂອງນາອາມານໄດ້, ລາວໄດ້ລອງມາໝົດທຸກຢ່າງແຕ່ກໍບໍ່ມີອັນໃດປົວຄວາມປ່ວຍຂອງລາວໄດ້, ສຸດທ້າຍນາອາມານຈື່ງຄິດວ່າ “ບາງເທື່ອຜູ້ທໍານາຍຄົນນີ້ອາດຈະປົວຂ້ອຍໄດ້” ມັນຄືໂອກາດສຸດທ້າຍຂອງລາວທີ່ຈະໄດ້ຮັບການຢຽວຢາຮັກສາ, ດັ່ງນັ້ນລາວຈື່ງມາຫາເອລີຊາຜູ້ທໍານາຍຂອງພຣະເຈົ້າ.

ແຕ່ຜູ້ທໍານາຍແມ່ນຄົນຂອງພຣະເຈົ້າແທ້, ຖ້າລາວອອກຈາກເຮືອນຂອງລາວແລະອະທິຖານເພື່ອນາອາມານ,ລາວກໍຈະຄິດວ່າເອລີຊາເປັນຄົນປົວລາວໃຫ້ດີ, ຜູ້ທໍານາຍຢາກໃຫ້ນາອາມານຮູ້ວ່າແມ່ນພຣະເຈົ້າທີ່ຊ່ວຍລາວບໍ່ແມ່ນໂຕຂອງຜູ້ທໍານາຍເອງ, ດັ່ງນັ້ນນາອາມານຈື່ງຂີ້ລົດມ້າຂອງຕົນມາທີ່ປະຕູເຮືອນຂອງຜູ້ທໍານາຍແຕ່ຜູ້ທໍານາຍບໍ່ໄດ້ອອກໄປເວົ້າກັບລາວ, ລາວພັດສົ່ງຂໍ້ຄວາມໄປໃຫ້ນາອາມານແທນ.

“ເອລີຊາກໍສົ່ງຜູ້ສື່ສານມາຮຽນທ່ານວ່າ “ຂໍຈົ່ງໄປຊຳລະຕັວໃນແມ່ນ້ຳຈໍແດນເຈັດເທື່ອ ແລະເນື້ອໜັງຂອງທ່ານຈະກລັບຄືນເປັນເໝືອນເດີມ ແລະທ່ານຈະສະອາດ” (2 ກະສັດ 5:10)

ມັນເຮັດໃຫ້ນາອາມານໃຈຮ້າຍຫຼາຍ “ເປັນຫຍັງ ຜູ້ທໍານາຍຄົນນີ້ບໍ່ຍອມອອກມາພົບ ຂ້ອຍ! ລາວຄິດວ່າລາວແມ່ນໃຜ? ຢ່າງໃດກໍຕາມລາວຄິດວ່່າຜູ້ທໍານາຍຈະອອກມາພົບລາວ “ແລ້ວໂບກມືເທິງຮອຍແຜ ແລະຮັກສາໂລກຂີ້ທູດຂອງຂ້ອຍໃຫ້ຫາຍດີ” ລາວຄິດວ່າຜູ້ທໍານາຍຈະເປັນຄືກັບເບັນນີ ຮິນ, ເຊິ່ງລາວຈະສະແດງໂຊໃນເລື່ອງນັ້ນ ແລະເຮັດໃຫ້ມະນຸດຄິດວ່າລາວແມ່ນນັກຢຽວຢາຮັກສາຄວາມເຊື່ອຜູ້ຍິ່ງໃຫຍ່, ແຕ່ຜູ້ທໍານາຍຕ້ອງການທີ່ຈະຖະວາຍກຽດແກ່ພຣະເຈົ້າ, ລາວຈື່ງສົ່ງຂໍ້ຄວາມໄປຫານາອາມານ.

“ເອລີຊາກໍສົ່ງຜູ້ສື່ສານມາຮຽນທ່ານວ່າ “ຂໍຈົ່ງໄປຊຳລະຕັວໃນແມ່ນ້ຳຈໍແດນເຈັດເທື່ອ ແລະເນຶ້ອໜັງຂອງທ່ານຈະກລັບຄືນເປັນເໝືອນເດີມ ແລະທ່ານຈະສະອາດ” (2 ກະສັດ 5:10)

ນາອາມານໃຈຮ້າຍຫຼາຍ, ລາວຈື່ງເລິ່ມອອກໄປດ້ວຍຄວາມໂມໂຫ!

ຄົນໃຊ້ຂອງນາອາມານເວົ້າກັບລາວວ່າ “ຖ້າທ່ານຜູ້ທໍານາຍຈະບອກທ່ານໃຫ້ເຮັດສິ່ງທີ່ຍິ່ງໃຫຍ່ຢ່າງໜຶ່ງ ທ່ານຈະບໍ່ເຮັດບໍ? ເປັນຫຍັງຄືບໍ່ເຮັດຕາມໃນທ່ານບອກກັບທ່ານວ່າ ‘ຈົ່ງໄປລ້າງແລະສະອາດ’?” ແລ້ວນາອາມານກໍຄິດວ່າ “ໄດ້ ຂ້ອຍຈະເຮັດໃນສິ່ງທີ່ຜູ້ທຳ ນາຍບອກ” ລາວຈື່ງລົງໄປໃນນ້ຳຈໍແດນ ແລ້ວຈຸ່ມໂຕລົງໃນນ້ຳເຈັດເທື່ອ “ແລະເນື້ອໜັງ ຂອງທ່ານກໍກັບຄືນເປັນຄືກັບເດັກນ້ອຍ ແລະທ່ານກໍສະອາດ” (2 ກະສັດ 5:14).

ຄໍາເທດສະໜາທີ່ຍິ່ງໃຫຍ່ຫຼາຍຂໍ້ໄດ້ຖືກເທດຈາກຂໍ້ພຣະຄຳພີຂໍ້ນີ້, ນັກເທດຜູ້ຍິ່ງ ໃຫຍ່ເຫຼົ່ານັ້ນເຊັ່ນ: ສະເປີໂຈນ ເວົ້າຖືກວ່າການຊຳລະໂລກຂີ້ທູດຂອງນາອາມານໃຫ້ສະ ອາດຄືພາບການຊຳລະລ້າງບາບຂອງທ່ານໂດຍພຣະໂລຫິດຂອງພຣະເຢຊູທີ່ໄຫຼເທິງໄມ້ ກາງແຂນ, ຈົ່ງຟັງແລ້ວເລື່ອງຂອງນາອາມານຈະສະແດງໃຫ້ທ່ານເຫັນວິທີທີ່ຈະລອດ ແລະ ສະອາດຈາກຄວາມບາບຂອງທ່ານໃນເຊົ້ານີ້.

I. ໜຶ່ງ ລາວເປັນໂລກຂີ້ທູດ.

“ລາວເປັນໂລກຂີ້ທູດ” (2 ກະສັດ 5:1)

ພວກທ່ານກໍຄືກັນ, ພວກທ່ານເຕັມໄປດ້ວຍຄວາມບາບແຫ່ງການເປັນຂີ້ທູດ! ໂລກ ຂີ້ທູດແຫ່ງຄວາມບາບໄດ້ລົງມາສູ່ທ່ານຈາກຄົນບາບຜູ້ທຳອິດຄືອາດາມ, ອັກຄະສາວົກໂປ ໂລໄດ້ກ່າວວ່າ:

“ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ ແລະຄວາມຕາຍກໍເກີດມາເພາະບາບນັ້ນ ແລະຄວາມຕາຍກໍໄດ້ແຜ່ໄປເຖິງມວນມະນຸດທຸກຄົນເຊັ່ນກັນ ເພາະມະນຸດທຸກຄົນເຮັດບາບ” (ໂຣມ 5:12)

ຊ່າງເປັນການອະທິບາຍເຖິງຕົວຕົນທີ່ແທ້ຈິງຂອງພວກທ່ານໃນເຊົ້ານີ້! ດຣ.ວັດ ໄດ້ເອົາສະຖານະການຂອງທ່ານໃສ່ລົງໄປໃນເພງນະມັດສະການຂອງລາວວ່າ:

ຂ້າແດ່ພຣະເຈົ້າ ຂ້ານ້ອຍຊົ່ວຊ້າ,ຫລອກລວງໃນບາບ
ຖືກໍາເນີດມາໃນຄວາມບໍ່ສະອາດແລະບໍ່ບໍລິສຸດ
ເກີດຈາກຄົນເຊິ່ງຄວາມຊົ່ວນັ້ນໄດ້ຕົກໃສ່
ເຊື້ອຊາດທີ່ເສື່ອມຊາມ ແລະມົນທິນສູ່ເຮົາທຸກຄົນ

ເບິ່ງແມ້ ຂ້າລົ້ມລົງຕໍ່ໜ້າພຣະພັກພຣະອົງ
ບ່ອນລົບໄພແຫ່ງດຽວຂອງຂ້າຄືພຣະຄຸນພຣະອົງ
ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ຂ້າສະອາດ
ໂລກຂີ້ທູດຕິດເລິກຢູ່ພາຍໃນ
(ດຣ.ໄອແຊັກ ວັດ 1674-1748)

ຂີ້ທູດແຫ່ງຄວາມບາບ “ຕິດເລິກຢູ່ພາຍໃນ”ທ່ານ! ເຊິ່ງໄດ້ອະທິບາຍເຖິງທ່ານໃນເຊົ້ານີ້! “ຂີ້ທູດແຫ່ງຄວາມບາບ “ຕິດເລິກຢູ່ພາຍໃນ”ທ່ານ! ພຣະເຢຊູກ່າວວ່າ:

“ເພາະວ່າຈາກພາຍໃນມະນຸດຄືຈາກໃຈມະນຸດ ມີຄວາມຄິດຊົ່ວຮ້າຍ, ການລ່ວງປະເວນີ, ການຜິດຜົວຜິດເມຍ, ການຂ້າຕະກຳ, ການລັກ, ການໂລບຄວາມຊົ່ວ,ການຫລອກລວງ,ລາຄະຕັນຫາ, ແວວຕາທີ່ຊົ່ວຮ້າຍ, ການໝິ່ນປະໝາດ, ຄວາມຈອງຫອງ, ຄວາມໂງ່ ສາລະພັດການຊົ່ວນີ້ເກີດມາຈາກພາຍໃນ ແລະເຮັດໃຫ້ມະນຸດເປັນມົນທິນ” (ມາລະໂກ7:21-23)

ນັ້ນແມ່ນພາບຂອງໃຈຂອງພວກທ່ານທີ່ເຕັມໄປດ້ວຍຄວາມຄິດຊົ່ວໆ, ໃຈຂອງທ່ານເຕັມໄປດ້ວຍໂລກຂີ້ທູດແຫ່ງຄວາມບາບ!

ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້[ທ່ານ]ສະອາດ
ໂລກຂີ້ທູດຕິດເລິກຢູ່ພາຍໃນ

ແມ່ນບໍ່? ແມ່ນບໍ່? ພວກທ່ານຮູ້ດີວ່າແມ່ນ! ແລະບໍ່ມີຮູບແບບພາຍໃນໃດໆ[ບໍ່ມີການກະ ທຳພາຍນອກໃດໆ]ທີ່ເຮັດໃຫ້ທ່ານສະອາດໄດ້! ບໍ່ມີການຕັດສິນໃຈໃດ ຫຼືຄຳອະທິຖານໃດໆ ທີ່ເຮັດໃຫ້ທ່ານສະອາດໄດ້! ບໍ່ມີຈັກຢ່າງທີ່ທ່ານສາມາດຮູ້ສຶກຫຼືຮຽນຮູ້ສາມາດເຮັດໃຫ້ທ່ານ ສະອາດໄດ້! ແລະທ່ານຮູ້ຈັກດີ! “ໂລກຂີ້ທູດ[ແຫ່ງຄວາມບາບ]ຕິດເລິກຢູ່ພາຍໃນ” ຢູ່ໃນໃຈ ຂອງທ່ານ! ແລະທ່ານຮູ້ຈັກດີ - ແມ່ນບໍ?

ພວກທ່ານຮູ້ດີວ່າແມ່ນຄວາມຈິງ, ພວກທ່ານຮູ້ຈັກມັນດີກ່ອນທີ່ທ່ານຈະເຮັດບາບພາຍນອກອີກ, ທ່ານເຮັດມັນໂດຍເຈດຕະນາ! ທ່ານຮູ້ຈັກດີໃນສິ່ງທີ່ທ່ານກໍາລັງເຮັດ, ເປັນ ຫຍັງທ່ານຈື່ງເຮັດມັນຖ້າຮູ້ວ່າມັນຜິດ? ໃນສະພາບທີ່ຍັງບໍ່ກັບໃຈໃໝ່ຂອງທ່ານທ່ານຮັກ ຄວາມມືດ, ມ່ວນກັບຄວາມບາບ, ທ່ານກຳລັງມີຄວາມສຸກໃນການເຮັດບາບ, ທ່ານຮັກລົດ ຊາດຂອງມັນ, ທ່ານຮັກມັນເຖິງແມ່ນທ່ານຮູ້ວ່າມັນຜິດກໍຕາມ! ນັ້ນແຫຼະຄືສາເຫດທີ່ທ່ານຊັງ ທີ່ຈະຟັງຄວາມຈິງກ່ຽວກັບໃຈທີ່ບາບຂອງທ່ານ! ທ່ານຊັງຂ້າພະເຈົ້າເພາະການບອກຄວາມ ຈິງກ່ຽວກັບໃຈທີ່ຊົ່ວຂອງທ່ານ - ແມ່ນບໍ? ມັນກ່າວໂທດທ່ານ ແລະເຮັດໃຫ້ທ່ານຮູ້ສຶກລໍາບາກຫຼາຍທີ່ຈະຟັງຄວາມຈິງ! ໂລກຂີ້ທູດຕິດເລິກຢູ່ພາຍໃນ! ໃຈຂອງທ່ານບຶດເບືອນແລະຊົ່ວລົງ, ທ່ານມີຄວາມສຸກກັບຄວາມບາບຫຼາຍກວ່າສິ່ງທີ່ຖືກ ແລະຜິດ, ໂລກຂີ້ທູດຕິດເລິກຢູ່ພາຍໃນໃຈຊົ່ວແຫ່ງຄວາມບໍ່ເຊື່ອຂອງທ່ານ! ຂ້າພະເຈົ້າບໍ່ໄດ້ເຮັດມັນຂື້ນມາ, ຂ້າພະເຈົ້າກໍາລັງຖອດຄໍາເວົ້າດຣ.ມາຕິນລອຍ-ໂຈນ ທ່ານໝໍທີ່ຮູ້ຈັກທຸກຢ່າງກ່ຽວກັບໃຈທີ່ບາບຄືໃຈຂອງພວກທ່ານ!

II. ສອງ ລາວເສຍໃຈຍ້ອນຄໍາເວົ້າທີ່ຜູ້ທໍານາຍບອກລາວວິທີທີ່ຈະສະອາດໄດ້.

ເມື່ອຜູ້ທໍານາຍບອກລາວໃຫ້ “ຈົ່ງໄປຊໍາລະໂຕ” ລາວກໍອອກໄປດ້ວຍຄວາມຢາກຮ້າຍລາວເວົ້າວ່າ: “ຂ້ອຍຄິດວ່າ(ຜູ້ທໍານາຍຈະອະທິຖານເພື່ອຂ້ອຍ)” “ຂ້ອຍຄິດວ່າ”ພວກທ່ານຄິດວ່າຕົນເອງຮູ້ໃນສິ່ງທີ່ຕ້ອງເຮັດເພື່ອທີ່ຈະລອດໄດ້, “ຂ້ອຍຄິດວ່າ” ຈົ່ງຫລີກໜີ ຄວາມຄິດຜິດຕ່າງໆຂອງທ່ານ! ຈົ່ງກໍາຈັດຄວາມຄິດຂອງທ່ານກ່ຽວກັບສິ່ງທີ່ທ່ານຄິດກ່ຽວກັບການລອດ, ພວກທ່ານບໍ່ຮູ້ຈັກຢ່າງກ່ຽວກັບມັນເລີຍ! ມູດີໄດ້ກ່າວວ່າ:

ນາອາມານມີພະຍາດຂອງລາວ - ຄວາມເຢີຢີ່ງແລະຂີ້ທູດ, ຄວາມເຢີຢີ່ງ ຈໍາເປັນຕ້ອງຊໍາລະໃຫ້ສະອາດເຊັ່ນດຽວກັບໂລກຂີ້ທູດ, ນາອາມານຈະຕ້ອງລົງມາຈາກລົດມ້າແຫ່ງຄວາມເຢີຢິ່ງຂອງລາວ, ຫຼັງຈາກນັ້ນເພື່ອລ້າງຕາມທີ່ລາວຖືກບອກ.

ແລະນັ້ນແມ່ນສິ່ງທີ່ຕ້ອງເກີດຂື້ນກັບພວກທ່ານໃນເຊົ້ານີ້, ນັ້ນຄືສິ່ງທີ່ທ່ານຈໍາເປັນຕ້ອງເຮັດຖ້າທ່ານຢາກຈະໄດ້ຮັບຄວາມລອດ, ຈົ່ງກໍາຈັດສິ່ງທີ່ “ທ່ານຄິດ” ຈົ່ງກໍາຈັດຄວາມ ເຢີຢີ່ງຂອງທ່ານ ແລະຄວາມຄິດຂອງທ່ານເອງໃນເລື່ອງທີ່ຈະໄດ້ຮັບຄວາມລອດ, ພວກທ່ານຈະຕ້ອງຖືກຊໍາລະລ້າງເໝືອນທີ່ທ່ານຖືກບອກແລ້ວ, “ຈົ່ງໄປຊໍາລະຕົວ...ແລະທ່ານຈະສະອາດ” ຈົ່ງມາຫາພຣະເຢຊູໃນຖານະເປັນຄົນຫຼົງຫາຍແລະຄົນບາບ, ຈົ່ງມາຫາພຣະເຢຊູ ແລະພຣະອົງຈະຊົງຊໍາລະໃຈທີ່ບາບຂອງທ່ານດ້ວຍພຣະໂລຫິດທີ່ພຣະອົງຊົງຫຼັ່ງໄຫຼເພື່ອ ຊໍາລະທ່ານເທິງໄມ້ກາງແຂນ! “ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ພົ້ນຈາກການບາບທຸກຢ່າງ” (1 ໂຢຮັນ 1:7), “ຊໍາລະໂຕ ແລະສະອາດ” ນັ້ນຄືສິ່ງທີ່ພຣະເຈົ້າເອງກໍາລັງບອກທ່ານໃນຕອນນີ້, “ຊໍາລະໂຕ ແລະສະອາດ”

ແຕ່ທ່ານບໍ່ສາມາດຮັບການຊໍາລະໃຫ້ສະອາດໄດ້ຈົນກວ່າຄວາມເຢີຢີ່ງຂອງທ່ານຈະຖືກປາບລົງ, ໃຈຂອງທ່ານຈະຕ້ອງປ່ຽນ, ທ່ານບໍ່ສາມາດໄດ້ຮັບການອະໄພໄດ້ນອກຈາກທ່ານຈະກັບໃຈໃໝ່, ໃຈຂອງທ່ານຈະຕ້ອງໄດ້ຮັບການປ່ຽນແປງ, ທ່ານຈະຕ້ອງຖືກເຮັດໃຫ້ຮູ້ສືກເຖິງຄວາມເຫັນແກຕົວຂອງຕົນ, ທ່ານຢາກຈະຮູ້ສຶກລອດ, ທ່ານຢາກໝັ້ນໃຈວ່າທ່ານລອດແລ້ວ, ແຕ່ທ່ານບໍ່ຕ້ອງການທີ່ຈະປ່ຽນຕົວຕົນຂອງທ່ານ, ທ່ານຕ້ອງການທີ່ຈະໄດ້ຮັບຄວາມລອດເພື່ອທີ່ທ່ານຈະສາມາດສືບຕໍ່ດໍາເນີນຊີວິດທີ່ເຫັນແກ່ຕົວໄດ້.

ການກັບໃຈບອກເຮົາເຖິງການປ່ຽນແປງໃຈຢ່າງເຕັມທີ່, ທາດແທ້ຂອງທ່ານມັນຜິດ, ໃຈຂອງທ່ານມັນຜິດ, ທໍາມະຊາດຂອງທ່ານເສື່ອມຊາມຈົນຮອດໄສ້, ການປ່ຽນແປງພາຍໃນທ່ານຈະຕ້ອງເປັນມູນຖານວ່າທ່ານໄດ້ຕາຍຕໍ່ຕົນເອງ ແລະເກີດໃໝ່ສູ່ຊີວິດໃໝ່,ຊີວິດທີ່ມີສູນກາງເປັນທີ່ພໍພຣະໄທພຣະເຈົ້າຫຼາຍກວ່າຕົນເອງ, ການເລີກເຮັດບາບໜ້ອຍໜື່ງຈະບໍ່ຊ່ວຍທ່ານໄດ້, ພຽງແຕ່ການມາໂບດ ແລະພຽງແຕ່ການເວົ້າຕາມຄໍາອະທິຖານຈະບໍ່ຊ່ວຍທ່ານໄດ້, ທ່ານຈະຕ້ອງມີທໍາມະຊາດໃໝ່,ມີຊີວິດໃໝ່ທັງໝົດ.

ຈົ່ງຟັງຈອນ ເຄແກນໃນການຕໍ່ສູ້ກັບການກັບໃຈຂອງລາວ “ຂ້ອຍເມື່ອຍຫຼາຍກັບທຸກຢ່າງທີ່ຂ້ອຍເປັນ, ເຖິງແມ່ນວ່າບາບຂອງຂ້ອຍຈະໂນ້ມນ້າວຂ້ອຍຂ້ອຍກໍຍັງຈະບໍ່ມີພຣະເຢຊູເທື່ອ, ຂ້ອຍພະຍາຍາມທີ່ຈະໄດ້ຮັບຄວາມລອດ, ຂ້ອຍພະຍາຍາມທີ່ຈະວາງໃຈໃນ ພຣະຄຣິດ ແຕ່ກໍເຮັດບໍ່ໄດ້, ຂ້ອຍບໍ່ສາມາດ(ຕັດສິນໃຈ)ທີ່ຈະມາເປັນຄຣິສຕຽນໄດ້, ມັນເຮັດໃຫ້ຂ້ອຍຮູ້ສຶກໝົດຫວັງ, ຂ້ອຍຮູ້ສຶກໄດ້ເຖິງຄວາມບາບຂອງຂ້ອຍທີ່ຍູ້ຂ້ອຍລົງສູ່ນາຮົກ ແມ່ນຂ້ອຍຮູ້ສຶກໄດ້ເຖິງຄວາມດື້ດຶງຂອງຂ້ອຍທີ່ບັງຄັບນໍ້າຕາຂອງຂ້ອຍອອກໄປ,ຂ້ອຍຈົມຢູ່ໃນຄວາມທຸກນີ້”

ພວກທ່ານຮູ້ສຶກຫຍັງບໍໃນເຊົ້ານີ້? ຖ້າຮູ້ສຶກເປັນຫຍັງທ່ານຈື່ງເປັນແບບນັ້ນ? ກໍ ເພາະວ່່າທ່ານຕ້ອງການທີ່ຈະລອດໂດຍບໍ່ມີການປ່ຽນແປງໃຈຂອງທ່ານເລີຍ, ທ່ານຢາກຈະຖືກຍອມຮັບວ່າທ່ານເປັນຄຣິສຕຽນໂດຍບໍ່ມີການປ່ຽນແປງໃຈຫຍັງເລີຍ, ແຕ່ມັນເປັນໄປບໍ່ໄດ້! ທ່ານຈະຕ້ອງບັງເກີດໃໝ່, ທ່ານຈະຕ້ອງມີໃຈໃໝ່ທີ່ຮັກພຣະເຈົ້າຫຼາຍກວ່າຊີວິດໂຕເອງ, ທ່ານຈະຕ້ອງກັບໃຈໃໝ່, ທ່ານຈະຕ້ອງຊັງໃນສິ່ງທີ່ທ່ານເປັນຢູ່! ທ່ານຈະຕ້ອງຖີ້ມຄວາມອວດຕົວບໍ່ດັ່ງນັ້ນທ່ານກໍຈະຕາຍຢູ່ໃນຄວາມບາບຂອງຕົນ, ໃຈຂອງທ່ານຖືກຄວບຄຸມໂດຍໂລກຂີ້ທູດແຫ່ງຄວາມບາບ, ແຈັກແງັນໄດ້ເວົ້າວ່າ “ພຣະເຈົ້າຈະຕ້ອງເຮັດໃຫ້ທ່ານຊັງ ຕົວຕົນຂອງທ່ານເອງ”

ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້[ທ່ານ]ສະອາດ
ໂລກຂີ້ທູດຕິດເລິກຢູ່ພາຍໃນ

ມູດີ້ເວົ້າຖືກວ່າ:

ນາອາມານມີພະຍາດຂອງລາວ - ຄວາມເຢີຢີ່ງແລະຂີ້ທູດ, ຄວາມເຢີຢີ່ງ ຈໍາເປັນຕ້ອງຊໍາລະໃຫ້ສະອາດເຊັ່ນດຽວກັບໂລກຂີ້ທູດ, ນາອາມານຈະຕ້ອງລົງມາຈາກລົດມ້າແຫ່ງຄວາມເຢີຢິ່ງຂອງລາວ, ຫຼັງຈາກນັ້ນເພື່ອລ້າງຕາມທີ່ລາວຖືກບອກ.

ຈອນ ເຄແກນເວົ້າວ່າ “ຂ້ອຍບໍ່ສາມາດຍຶດໂຕເອງໄວ້ຕໍ່ໄປ, ຂ້ອຍຕ້ອງມີພຣະເຢຊູ ໃນວິນາທີນັ້ນເອງຂ້ອຍໄດ້ຢຸດຕໍ່ຕ້ານພຣະຄຣິດ, ມັນຊັດເຈນຫຼາຍວ່າສິ່ງທີ່ຂ້ອຍຕ້ອງເຮັດກໍຄືວາງໃຈເຊື່ອໃນພຣະອົງ, ຂ້ອຍສາມາດ(ຈື່ໄດ້)ຕອນທີ່ມັນເຊົາເປັນຂ້ອຍ ແລະເປັນພຽງ ພຣະຄຣິດເທົ່ານັ້ນ...ຂ້ອຍໄດ້ຫັນຫຼັງໃຫ້ຄວາມບາບຂອງຂ້ອຍ ແລ້ວຂ້ອຍແນມເບິ່ງທີ່ພຣະເຢຊູຜູ້ດຽວ...ພຣະເຢຊູຊົງເອົາ(ຄວາມບາບຂອງໃຈຂ້ອຍອອກໄປ) ແລະມອບຄວາມຮັກໃຫ້ຂ້ອຍແທນ...ພຣະເຢຊູຊົງລ້າງຄວາມບາບທຸກຢ່າງຂອງຂ້ອຍໄປ, ພຣະອົງຊົງປະທານຊີວິດ ໃໝ່ໃຫ້ຂ້ອຍ”

ທັນທີທີ່ທ່ານວາງໃຈເຊື່ອໃນພຣະເຢຊູພຣະບຸດຂອງພຣະເຈົ້າ “ພຣະໂລຫິດຂອງ ພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະ[ທ່ານ]ໃຫ້ພົ້ນຈາກຄວາມບາບທຸກຢ່າງ” (1 ໂຢຮັນ 1:7)ຄວາມບາບທຸກຢ່າງ! ຄວາມບາບທຸກຢ່າງ-ບໍ່ວ່າຈະເປັນບາບທາງໃຈຂອງທ່ານ ຫຼືຄວາມບາບທີ່ທ່ານເຮັດ - ຄວາມບາບທຸກຢ່າງຈະຕ້ອງໄດ້ຮັບການຊໍາລະໂດຍພຣະໂລຫິດຂອງພຣະເຢຊູ- ແລະມີພຽງໂດຍພຣະໂລຫິດຂອງພຣະເຢຊູ,ພຣະບຸດຂອງພຣະເຈົ້າເທົ່ານັ້ນ, ພຣະອົງຊົງຫຼັ່ງໂລຫິດຂອງພຣະອົງລົງເທິງໄມ້ກາງແຂນເພື່ອລ້າງທ່ານ, ເປັນຫຍັງທ່ານພຣະອົງຈື່ງເຮັດແບບນັ້ນ? ກໍເພາະພຣະອົງຊົງຮັກທ່ານ, ພຣະອົງຊົງຕ້ອງການທີ່ຊໍາລະທ່ານດ້ວຍພຣະໂລຫິດຂອງພຣະອົງ!

ສິ່ງອັນໃດລ້າງຜິດບາບໄດ້
ມີແຕ່ພຣະໂລຫິດພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້
ມີແຕ່ພຣະໂລຫິດພຣະເຢຊູ
ໂລຫິດປະເສີດພຣະອົງ
ເຮັດໃຫ້ຂາວເໝືອນຫິມະ
ບໍ່ມີອັນໃດເຊື່ອເຖີດ
ມີແຕ່ພຣະໂລຫິດພຣະເຢຊູ
(“ມີແຕ່ພຣະໂລຫິດພຣະເຢຊູ”ໂດຍ Robert Lowry, 1826-1899).

ທ່ານລົງໄປກັບຄວາມບາບດົນພໍແລ້ວ, ທ່ານຫວັງວ່າຕົນຈະໄດ້ຮັບຄວາມລອດຄືກັບຈອນ ເຄແກນ, ທ່ານປາດຖະໜາທີ່ຈະເປັນຄືກັບລາວ, ແຕ່ທ່ານຄິດວ່າມັນເປັນໄປບໍ່ໄດ້ ທ່ານຄິດວ່າທ່ານແປກປະຫຼາດໂພດ, ທ່ານຄິດວ່າທ່ານເປັນຄົນບາບຫຼາຍໂພດ, ທ່ານຄິດວ່າທ່ານເປັນຄົນໝົດຫວັງ ແຕ່ທ່ານຄິດຜິດ! ພຣະເຢຊູຊົງຮັກທ່ານ,ພຣະອົງຊົງຮັກທ່ານຫຼາຍກວ່າສິ່ງອື່ນໃດທີ່ທ່ານເຄີຍຮູ້ຈັກ, ພວກເຂົາຈະບໍ່ຮັກທ່ານຖ້າພວກເຂົາຮູ້ຈັກຄວາມບາບທີ່ຢູ່ໃນໃຈຂອງທ່ານ, ແຕ່ພຣະເຢຊູຊົງຮັກທ່ານຢູ່ດີ, ພຣະເຢຊູຊົງກ່່າວວ່າ “ຈົ່ງມາຫາເຮົາ ແລະຮັບການຊໍາລະໂດຍໂລຫິດຂອງເຮົາ” ພຣະເຢຊູຊົງກ່າວວ່າ “ຊໍາລະຕົວແລະສະອາດ” ສິ່ງທີ່ພຣະອົງຂໍກໍຄືໃຫ້ທ່ານຫັນຫຼັງໃຫ້ຄວາມຫຍິ່ງຂອງທ່ານ ແລ້ວວາງໃຈໃນພຣະອົງ, ແລ້ວວັນໜຶ່ງທ່ານກໍຈະໄດ້ຮ້ອງເພງໃນສະຫວັນວ່າ:

“ແດ່ພຣະອົງຜູ້ຊົງຮັກ(ຂ້າ) ແລະໄດ້ຊົງຊຳລະບາບຂອງ(ຂ້າ)ດ້ວຍພຣະໂລຫິດຂອງພຣະອົງເອງ” (ພະນິມິດ 1:5).

“ຈົ່ງໄປລ້າງອແລະສະອາດ” ກຣິຟຟິດຈະມາຮ້ອງເພງ “ແມ່ນຂ້ອຍຮູ້້” ອີກເທື່ອໜື່ງ

ຖ້າທ່ານຢາກຈະສະອາດ ກະລຸນາຍັງນັ່ງຢູ່ໃນຕັ່ງຂອງທ່ານ ແລ້ວພວກເຮົາຈະສົນທະນາກັບທ່ານກ່ຽວກັບການເຊື່ອວາງໃຈໃນພຣະເຢຊູ.

ດຣ.ແຊນ ຂໍເຊີນມາອະທິຖານເພື່ອພວກເຂົາ ແລ້ວຂອບຄຸນສໍາຫຼັບອາຫານທີ່ພວກເຮົາຈະກິນນໍາກັນຢູ່ໃນຫ້ອງສາມັກຄີືືທໍາແດ່. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Yes, I Know!” (Anna W. Waterman, 1920).

ໂຄງຮ່າງບົດເທດສະໜາ

ຈົ່ງໄປລ້າງແລະສະອາດເຖີດ - ປະເພດຂອງການກັບໃຈໃໝ່

WASH AND BE CLEAN! – THE TYPOLOGY OF CONVERSION

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ເອລີຊາກໍສົ່ງຜູ້ສື່ສານມາຮຽນທ່ານວ່າ “ຂໍຈົ່ງໄປຊຳລະໂຕໃນແມ່ນ້ຳຈໍແດນເຈັດເທື່ອ ແລະເນື້ອໜັງຂອງທ່ານຈະກລັບຄືນເປັນເໝືອນເດີມ ແລະທ່ານຈະສະອາດ” (2 ກະສັດ 5:10)

(2 ກະສັດ 5:14)

I.    ໜຶ່ງ ລາວເປັນໂລກຂີ້ທູດ. 2 ກະສັດ 5:1; ໂຣມ 5:12; ມາລະໂກ 7:21-23.

II.   ສອງ ລາວເສຍໃຈຍ້ອນຄໍາເວົ້າທີ່ຜູ້ທໍານາຍບອກລາວວິທີທີ່ຈະສະອາດໄດ້.
1 ໂຢຮັນ 1:7; ພະນິມິດ 1:5.