Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຟື້ນຟູທີ່ບໍ່ມີທາງເລືອກ!

REVIVAL IS NO OPTION!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 1/10/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, October 1, 2017

“ແຕ່ເຮົາມີຂໍ້ທີ່ຈະຕໍານິເຈົ້າແດ່ ຄືວ່າເຈົ້າປະຖິ້ມຄວາມຮັກດັ້ງເດີມຂອງເຈົ້າ ເຫດສະນັ້ນ ຈົ່ງລະນຶກເຖິງສະພາບເດີມທີ່ເຈົ້າໄດ້ຫລົ່ນຈາກມາແລ້ວນັ້ນ ຈົ່ງກັບໃຈເສຍໃໝ່ ແລະປະພຶດຕາມຢ່າງເດີມ ບໍ່ດັ່ງນັ້ນເຮົາຈະຮີບມາຫາເຈົ້າ ແລະຈະຍົກຕະກຽງຂອງເຈົ້າອອກຈາກບ່ອນ ນອກຈາກເຈົ້າຈະກັບໃຈໃໝ່” (ພະນິມິດ 2:4, 5).


ຄຣິສຕະຈັກຢູ່ເມືອງເອເຟໂຊເປັນຄຣິສຕະຈັກທີ່ຍິ່ງໃຫຍ່,ເປັນຄຣິສຕະຈັກທີ່ດີ,ເປັນ ຄຣິສຕະຈັກທີ່ເນັ້ນຮາກຖານເດີມເຊິ່ງກຽດຊັງຫຼັກຄໍາສອນປອມ, ແຕ່ມີຂໍ້ບົກຜ່ອງຢູ່ຂໍ້ໜຶ່ງ, ຄຣິສຕະຈັກນີ້ມີຄວາມພໍໃຈໃນຕົນເອງ,ຕຶກຂອງຄຣິສຕະຈັກໄດ້ຈ່າຍໝົດແລ້ວ,ຜູ້ຄົນໄດ້ກາຍ ເປັນຄົນຢູ່ສຸກສະບາຍ,ພວກເຂົາມິີເງິນຫຼາຍ,ພວກເຂົາບໍ່ຕ້ອງການຫຍັງອີກ, ແຕ່ພຣະຄຣິດ ກ່າວວ່າພຣະອົງມີຂໍ້ໜຶ່ງຕໍ່ສູ້ພວກເຂົາ,ພວກເຂົາໄດ້ປະຖີ້ມຄວາມຮັກດັ່ງເດີມຂອງພວກເຂົາ ແລ້ວ, ພຣະອົງຈື່ງເອີ້ນພວກເຂົາໃຫ້ກັບໃຈໃໝ່, ພຣະອົງຊົງເອີ້ນພວກເຂົາໃຫ້ກັບໄປ ແລະຄົ້ນຫາຄວາມຮັກ ແລະຄວາມກະຕືລືລົ້ນທີ່ພວກເຂົາໄດ້ສູນເສຍໄປເປັນເວລາຫຼາຍປີແລ້ວນັ້ນ,ຖ້າພວກເຂົາປະຕິເສດ,ພຣະຄຣິດໄດ້ເຕືອນພວກເຂົາເຖິງການພິພາກສາທີ່ຈະມາເຖິງ, ຄຣິສຕະຈັກຖືກປຽບທຽບເປັນຕະກຽງ, ມັນໄດ້ສ່ອງສະຫວ່າງສູ່ໂລກທີ່ມືດມົນ,ຖ້າຄຣິສຕະຈັກນັ້ນບໍ່ກັບໃຈ,ພຣະຄຣິດກ່າວວ່າ “ເຮົາຈະຮີບມາຫາເຈົ້າ ແລະຍົກຕະກຽງຂອງເຈົ້າອອກຈາກບ່ອນ ນອກຈາກເຈົ້າຈະກັບໃຈ” ແລ້ວພຣະຄຣິດກໍກ່າວວ່າ “ຜູ້ໃດມີຫູກໍໃຫ້ຟັງຂໍ້ຄວາມເຊິ່ງພຣະວິນຍານໄດ້ກ່າວໄວ້ແກ່ຄຣິສຕະຈັກທັງຫຼາຍ”(ພະນິມິດ 2:7)ແຕ່ຄຣິສຕະຈັກບໍ່ໄດ້ກັບໃຈໃໝ່ ແລະມັນກໍເລີຍບໍ່ປະສົບກັບການຟື້ນຟູພຽງພໍທີ່ຈະຮັກສາໃຫ້ລອດໄວ້ໄດ້, ຄຣິສ ຕະຈັກທີ່ເທື່ອໜື່ງເຄີຍຍິ່ງໃຫຍ່ນີ້ຖືກທໍາລາຍໂດຍພວກທະຫານໂຣມັນ ພາຍໃຕ້ຈັກກະພັດໂດມິທຽນທ້າຍສະຕະວັດທີ່ໜຶ່ງ, ຕຶກຄຣິສຕະຈັກອີກອັນໜຶ່ງຖືກສ້າງຂື້ນ ແຕ່ໝົດທັງເມືອງສຸດທ້າຍກໍຖືກທໍາລາຍໂດຍພວກມູສະລິມ.

ຂ້າພະເຈົ້າຈໍາເປັນຕ້ອງປະຍຸກໃຊ້ກັບຄຣິສຕະຈັກຂອງເຮົາບໍ?ໃນຍຸກຕົ້ນໆຄຣິສຕະ ຈັກຢູ່ເມືອງເອເຟໂຊເຕັມໄປດ້ວຍຊີວິດ ແລະຄວາມຮັກຂອງຄຣິສຕຽນ, ມັນເປັນຄຣິສຕະຈັກແຫ່ງການຟື້ນຟູແລະຄວາມຮັກ, ເປັນແບບທີ່ຄຣິສຕະຈັກຂອງເຮົາເຄີຍເປັນ, ພວກເຮົາມີຄຣິສຕະຈັກທີ່ແຕກແຍກກັນ, ແຕ່ຄຣິສຕະຈັກກໍມັກຈະແຕກແຍກໃນເລື່ອງການອຸທິດແລະ ການຜູກມັດ, ຄົນທີ່ອອກໄປຈາກໂບດມັກອອກໄປເພາະເຂົາບໍ່ຕ້ອງການທີ່ຈະເປັນຄຣິສຕຽນທີ່ເຄັ່ງຄັດ, ທຸກເທື່ອທີ່ຂ້າພະເຈົ້າພະຍາຍາມທີ່ຈະໃຫ້ພວກເຂົາກັບມາຮັກພຣະຄຣິດອີກ,ຄົນກຸ່ມນີ້ກໍອອກໄປ, ພວກເຂົາບໍ່ເຄີຍອອກໄປເພາະຂ້າພະເຈົ້າເທດຫຼັກຄໍາສອນປອມ, ພວກເຂົາປະຖີ້ມໄປເພາະພວກເຂົາບໍ່ຕ້ອງການທີ່ຈະມີການຟື້ນຟູ, ພວກເຂົາບໍ່ຕ້ອງການທີ່ຈະເປັນສາວົກຂອງພຣະເຢຊູ, ຣິຊາດໂອລິວາສຄືສາເຫດທີ່ໃຫ້ເກີດການແຕກແຍກທີ່ຮ້າຍທີ່ສຸດ, ລາວບອກວ່າຄໍາສັ່ງອັນຍິ່ງໃຫຍ່ແມ່ນສໍາຫຼັບພວກສາວົກເທົ່ານັ້ນ, ເຊິ່ງບໍ່ມີໃຜອີກທີ່ຈະຕ້ອງຊະນະວິນຍານ, ນັ້ນຄືຄໍາຈົ່ມໂຕທໍາອິດຂອງລາວ, ຄວາມຈິງແລ້ວລາວຊັງຄໍາກ່າວຂອງພຣະເຢຊູທີ່ວ່າ “ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ ແລະຄວາມຊອບທໍາຂອງ ພຣະອົງກ່ອນ”(ມັດທາຍ 6:33) ລາວບອກໃຫ້ຜູ້ຄົນສະແຫວງຄວາມສໍາເລັດກັບເງິນຫຼາຍກວ່າອານາຈັກຂອງພຣະເຈົ້າ, ຂ້າພະເຈົ້າສືບຕໍ່ເທດສະໜາເພື່ອໃຫ້ຜູ້ຄົນໃຊ້ຊີວິດຂອງພວກເຂົາໃນການຊະນະວິນຍານ ແລະການອະທິຖານ, 300 ຄົນຕິດຕາມລາວໄປ,ມີພຽງ 15 ຄົນເທົ່ານັ້ນທີ່ເຫຼືອຢູ່, ຄົນຂອງພວກເຮົາຍັງຄົງຮັກສາພຣະຄຣິດເປັນສູນກາງ ແລະປະສົບຜົນສໍາເລັດຫຼາຍກວ່າຄົນຂອງລາວ! ຫຼາຍກວ່່ານັ້ນ! ເດັກນ້ອຍເກືອບທຸກຄົນຂອງພວກເຮົາຈົບວິທະຍາໄລ, ຄົນດັ່ງເດີມຂອງພວກເຮົາສ່ວນຫຼາຍເປັນຂອງເຈົ້າເຮືອນຫຼືຄອນໂດຫຼາຍ ຫຼັງ, ຄົນຂອງລາວຖືກກະຈັດກະຈາຍໄປຫາລົມທັງສີ່ທິດ, ພວກເຮົາມີໜ້ອຍຄົນທີ່ຢ່າຮ້າງກັນ, ຄົນຂອງລາວບໍ່ລໍຖ້າທີ່ຈະປະຮ້າງກັນ! ດັ່ງນັ້ນໃຜອອກມາໄດ້ດີກວ່າ? ແນ່ນອນພວກເຮົາທົນທຸກກັບການຈ່າຍຄ່າຕຶກອາຄານນີ້, ແຕ່ມັນໄດ້ເຮັດໃຫ້ເຮົາເປັນສາວົກທີ່ເຂັ້ມແຂງຂອງພຣະເຢຊູ, ກຸ່ມນ້ອຍໆຂອງລາວກາຍມາເປັນກຸ່ມປະກາດຂ່າວປະເສີດທີ່ອ່ອນແອຢ່າງໄວວາ, ພວກເຮົາປະສົບກັບເຈັບປວດເພື່ອພຣະເຢຊູໜ້ອຍດຽວ ແລ້ວໄດ້ຮັບພຣະພອນ, ສ່ວນພວກເຂົາແລ່ນໄປຕາມໂລກ ແລະເງິນ ແລະປະສົບຫາຍະນະໂດຍພະຍາມານ! ພຣະເຢຊູກ່າວວ່າ “ທ່ານບໍ່ສາມາດຮັບໃຊ້ພຣະເຈົ້າ ແລະເງິນໄດ້”(ມັດທາຍ 6:24)ພຣະເຈົ້າຊົງຊົງຖືກ ສ່ວນພວກເຂົາຜິດ! “ຂ້າຕັດສິນໃຈແລ້ວຈະຕາມພຣະເຢຊູ”ເຊີນຢືນຂື້ນແລ້ວຮ້ອງ!

ຂ້າຕັດສິນໃຈແລ້ວຈະຕາມພຣະເຢຊູ.
ຂ້າຕັດສິນໃຈແລ້ວຈະຕາມພຣະເຢຊູ.
ຂ້າຕັດສິນໃຈແລ້ວຈະຕາມພຣະເຢຊູ.
ບໍ່ກັບຄືນເລີຍ ບໍ່ກັບຄືນເລີຍ.

ກາງແຂນນໍາໜ້າຂ້າ ຖີ້ມໂລກໄວ້ເບື້ອງຫຼັງ.
ກາງແຂນນໍາໜ້າຂ້າ ຖີ້ມໂລກໄວ້ເບື້ອງຫຼັງ.
ກາງແຂນນໍາໜ້າຂ້າ ຖີ້ມໂລກໄວ້ເບື້ອງຫຼັງ.
ບໍ່ກັບຄືນເລີຍ ບໍ່ກັບຄືນເລີຍ.
(“ຂ້າຕັດສິນໃຈແລ້ວຈະຕາມພຣະເຢຊູ” attributed to a Hindu convert, 19th century).

ເອແມນ! ຂໍເຊີນນັ່ງລົງ.

ແຕ່ບາງຢ່າງທີ່ຮ້າຍແຮງເກີດຂື້ນທີ່ຄຣິສຕະຈັກເອເຟໂຊ,ພຣະເຢຊູກ່າວກັບເຂົາວ່າ:

“ແຕ່ເຮົາມີຂໍ້ທີ່ຈະຕໍານິເຈົ້າແດ່ ຄືວ່າເຈົ້າໄດ້ປະຖີ້ມຄວາມຮັກດັ່ງເດີມຂອງເຈົ້າ” (ພະນິມິດ 2:4)

ພຣະອົງບໍ່ໄດ້ກ່າວວ່າພວກເຂົາ “ໄດ້ລົ່ນ”ຈາກຄວາມຮັກດັ່ງເດີມຂອງພວກເຂົາ,ພຣະອົງຊົງກ່າວວ່າພວກເຂົາໄດ້“ປະຖີ້ມ”ຄວາມຮັກດັ່ງເດີມຂອງພວກເຂົາ.

“ແຕ່ເຮົາມີຂໍ້ທີ່ຈະຕໍານິເຈົ້າແດ່ ຄືວ່າເຈົ້າໄດ້ປະຖີ້ມຄວາມຮັກດັ່ງເດີມຂອງເຈົ້າ” (ພະນິມິດ 2:4)

ດຣ.ຈອນເອັຟ.ວັລວູດໄດ້ໃຫ້ເຫດຜົນວ່າ:

“ຄຣິສຕະຈັກຢູ່ເມືອງເອເຟໂຊຕອນນີ້ແມ່ນຊ່ວງຊົ່ວຄົນທີ່ສອງຂອງການເປັນຄຣິສຕຽນ”.

ຂ້າພະເຈົ້າຈໍາເປັນຕ້ອງເວົ້າຕື່ມອີກບໍ? “ຄຣິສຕະຈັກຢູ່ເມືອງເອເຟໂຊຕອນນີ້ແມ່ນຊ່ວງຊົ່ວຄົນທີ່ສອງ” ເວົ້າເທົ່ານີ້! ແລ້ວດຣ.ວັລວູດກໍກ່າວວ່່າ ຄວາມຮັກຂອງພຣະເຈົ້າຊື່ງເປັນລັກ ສະນະຂອງຄົນລຸ້ນທີ່ໜຶ່ງໄດ້ຖືກລືມ” (John F. Walvoord, Th.D., The Revelation of Jesus Christ, Moody Press, 1973, p. 56)

ພວກຄົນໜຸ່ມ,ພວກທ່ານຄືເຊັ່ນຄົນທີ່ສອງຂອງຄຣິສຕະຈັກເຮົາ! ພວກທ່ານບໍ່ແມ່ນ “39 ຄົນ”ທີ່ຊ່ວຍກັນຮັກສາຕຶກຄຣິສຕະຈັກນີ້, ພວກເຂົາແມ່ນເຊັ່ນຄົນທີ່ໜຶ່ງ,ບໍ່ແມ່ນພວກທ່ານ! ດຣ.ແຊນໄດ້ບອກເຖິງການທີ່ເຊັ່ນຄົນທີ່ໜຶ່ງ“39 ຄົນ” ຮັກ ແລະຮັບໃຊ້ພຣະຄຣິດແນວໃດແດ່, ລາວເຂົ້າມາໃນຄຣິສຕະຈັກຂອງພວກເຮົາໃນຖານະໄວລຸ້ນຄົນໜຶ່ງ,ລາວບອກວ່າ:

ຕອນທີ່ຂ້ອຍວາງໃຈເຊື່ອໃນພຣະຄຣິດ ຊີວິດຂອງຂ້ອຍປ່ຽນໄປຕະຫຼອດການ, ຄວາມບາບຂອງຂ້ອຍຖືກຊໍາລະໂດຍພຣະໂລຫິດຂອງພຣະອົງ, ແລະຄຣິສຕະຈັກຕອນນີ້ກາຍມາເປັນເຮືອນຫຼັງທີ່ສອງຂອງຂ້ອຍ! ຂ້ອຍຖີ້ມຊີວິດຂອງຂ້ອຍທັນທີໃສ່ການເຮັດວຽກເພື່ອພຣະຄຣິດ, ດຣ.ໄຮເມີ ສືບຕໍ່ເທດສະໜາໃນເລື່ອງການເປັນສາວົກຂອງພຣະຄຣິດ, ການວາງ(ພຣະ ຄຣິດ) ແລະຄຣິສຕະຈັກເປັນທີ່ໜຶ່ງ, ປະຕິເສດໂຕເອງ ແລະການຊະນະວິນຍານ, ລາວເທດຕໍ່ຕ້ານ “ລັດທິແອນທິມີນຽນ”-ການເປັນ “ຄຣິສຕຽນ”ທີ່ບໍ່ມີກົດ ຂ້ອຍຮູ້ດີວ່າສິ່ງທີ່ລາວເທດແມ່ນຄວາມຈິງ, ນັ້ນແຫຼະຄືສໍາຫຼັບຂ້ອຍ! ພວກເຮົາອະທິຖານແລະຮ້ອງເພງນໍາກັນ, ຂ້ອຍມີຄວາມຊົງຈໍາອັນຍິ່ງໃຫຍ່ໃນຊ່ວງເວລານີ້, ພວກເຮົາອອກໄປປະກາດຫຼາຍເທື່ອຕໍ່ອາທິດ, ພວກເຮົາໄດ້ຄົນມາເຕັມຫ້ອງໂຖງ,ຂ້ອຍພາຈູດີເຄແກນເຂົ້າມາ, ເມລິສາແຊນເດີ ແລະວິນນີ້ ຢວງຊື່ງກາຍມາເປັນເມຍຂອງຂ້ອຍ, ພຣະເຈົ້າໄດ້ຊ່ວຍຂ້ອຍໃຫ້ພາພວກເຂົາເຂົ້າມາຈາກການອອກໄປປະກາດຢູ່ຕາມມະຫາ ວິທະຍາໄລຄາລິຟໍເນຍ...ເມຍຂອງດຣ.ໄຮເມີ (ໃນຂະນະເປັນສາວໄວລຸ້ນຄົນໜື່ງ)ກໍໄດ້ມອບຊີວິດຂອງຕົນເຂົ້າໃນງານຮັບໃຊ້ຂອງຄຣິສຕະຈັກ ແລະບໍ່ໄດ້ຍຶດອັນໃດໄວ້,ຂ້ອຍຮູ້ຈັກລາວຕອນທີ່ລາວເຂົ້າມາໂບດນີ້ຄັ້ງແລກຕອນທີ່ພວກເຮົາທັງສອງຍັງເປັນໄວລຸ້ນຢູ່, ແລ້ວຕໍ່ມາລາວກໍສືບຕໍ່ເພື່ອທີ່ຈະມີຄວາມຮັກອັນຍິ່ໃຫຍ່ຕໍ່ເພື່ອພຣະຄຣິດ ແລະຫຼົງໄຫຼໃນການນໍາວິນຍານທີ່ຫຼົງຫາຍຢູ່...ລາວຍັງສືບຕໍ່ເຮັດວຽກຂອງຊາຍສອງຄົນໃນຄຣິສຕະຈັກຂອງເຮົາ,ແມ່ນແຕ່ກ່ອນທີ່ລາວຈະຮຽນຈົບມໍປາຍ... ຕອນນີ້ເພິ່ນກໍາລັງເຮັດວຽກພິ ເສດກັບພວກຄົນໜຸ່ມຄົນຈີນ ແລະຍິງສາວຊາວເອເຊຍຄົນອື່ນໆ... ລາວເປັນມິດຊັນນາຣີທີ່ມີິຜົນຫຼາຍທີ່ສຸດເທົ່າທີ່ຂ້ອຍເຄີຍຮູ້ຈັກມາກ່ອນ (ຕໍ່ສູ້ແນວແປກປະຫຼາດຕ່າງໆ)

ເອລີນາປ່ວຍຫວ່າງມໍ່ໆນີ້,ແຕ່ລາວກໍບໍ່ເຄີຍພາດການປະຊຸມອະທິຖານ ຫຼືການໂທຫາຄົນຄືນວັນພຸດແລະວັນພະຫັດຈັກເທື່ອ - ເພື່ອພາຄົນຫຼົງຫາຍມາຟັງຂ່າວປະເສີດ,ຜູ້ຍິງທີ່ຍິ່ງໃຫຍ່ອີກຄົນໜື່ງກໍຄື ນາງຊາລາຊ່າ,ນາງເປັນຄືກັບແມ່ເທເຣຊ່າໃນເລື່ອງພະຍາດສະເຕ ຣອຍ! ນາງແມ່ນສິດທິຊົນແບັບຕິດ!

ພວກຄົນໜຸ່ມ,ຢ່າປ່ອຍໃຫ້ຄຣິສຕະຈັກຂອງເຮົາຖອຍລົງຄືຊົ່ວເຊັ່ນຄົນທີ່ສອງທີ່ເອເຟໂຊເຮັດ! ພວກທ່ານຄືອະນາຄົດຂອງຄຣິສຕະຈັກຂອງພວກເຮົາ! ກະລຸນາ-ຢ່າປະຖີ້ມຄວາມຮັກດັ່ງເດີມຂອງພວກທ່ານທີ່ມີຕໍ່ພຣະເຢຊູ!

ຕອນນີ້ຂໍໃຫ້ເບິ່ງໃນພະນິມິດ 2:3, ຢູ່ໃນໜ້າທີ່ 1332 ໃນພຣະຄໍາສະກໍຟິວສຶກສາ

“ພວກເຈົ້າໄດ້ສູ້ ແລະມີຄວາມອົດທົນ ແລະເຮັດວຽກໜັກເພາະນາມຂອງເຮົາ ແລະບໍ່ໄດ້ອ່ອນເພຍ” (ພະນິມິດ 2:3)

ການແປສະໄໝໃໝ່ໄດ້ແປທາງນີ້ວ່າ “ພວກເຈົ້າໄດ້ຮັກສາ ແລະອົດທົນຄວາມຍາກລໍາບາກເພາະນາມຂອງເຮົາ ແລະບໍ່ໄດ້ອິດເມື່ອຍ”( NIV),ສັງເກດວ່າອັນນີ້ໄດ້ອະທິບາຍສິ່ງທີ່ພວກເຂົາເປັນໃນອະດີດ -ພວກເຈົ້າໄດ້ສູ້, ທ່ານໄດ້ທົນຄວາມຍາກລໍາບາກ, ທ່ານບໍ່ໄດ້ອິດເມື່ອຍ ມັນຄືການອະທິບາຍໃນຫົນທາງທີ່ພວກເຂົາເຄີຍເປັນໃນອະດີດ.

ດຣ.ວັລວູດກ່າວ່າ: ຄຣິສຕະຈັກຕອນນີ້ແມ່ນຢູ່ໃນຍຸກເຊັ່ນຄົນທີ່ສອງຂອງຊາວຄຣິສຕຽນ...ຄວາມຮັກຂອງພຣະເຈົ້າຊື່ງແມ່ນຈຸດເດັ່ນຂອງເຊັ່ນຄົນທີ່ໜືຶ່ງໄດ້ຖືກລືມ, ເລື່ອງຂອງໃຈເຢັນຊ່ານີ້...ຄືສິ່ງມາກ່ອນທີ່ອັນຕະລາຍຂອງຄວາມເມີນເສີຍຝ່າຍວິນຍານ (ຂາດຄວາມກະຕືລືລົ້ນ)ຊື່ງຕໍ່ມາໄດ້ລຶບຄໍາພະຍານຂອງຄຣິສຕຽນທຸກຄົນຢູ່ໃນ (ຄຣິສຕະຈັກ)ທີ່ສໍາຄັນນັ້ນ ດັ່ງນັ້ນມັນຈື່ງມັກຢູ່ໃນປະຫວັດສາດຂອງຄຣິສຕະຈັກສະເໝີ: ອັນທີ່ໜຶ່ງຄວາມເຢັນຊ່າຂອງຄວາມຮັກຝ່າຍວິນຍານ, ແລ້ວຄວາມຮັກຂອງພຣະເຈົ້າກໍຖືກຄວາມຮັກຂອງສິ່ງຂອງຕ່າງໆໃນໂລກແທນທີ່...ອັນນີ້ຕາມດ້ວຍການອອກຈາກຄວາມເຊື່ອ ແລະສູນເສຍຄໍາພະຍານທີ່ມີປະສິດທິພາບ” (ວັລວູດ ເຫຼັ້ມດຽວກັນ).

ຂ້າພະເຈົ້າເຊື່ອວ່າມັນກໍາລັງເກີດຂື້ນຢູ່ໃນຄຣິສຕະຈັກຂອງເຮົາ,ເຊັ່ນຄົນທີ່ສອງຂອງ ຄຣິສຕະຈັກຂອງເຮົາແຮງເຢັນຊ່າກວ່າ ແລະຂາດຄວາມກະຕືລືລົ້ນກວ່າພວກເຮົາທີ່ຢູ່ໃນ ລຸ້ນທີ່ໜຶ່ງ, ດຣ.ແຊນ, ກຣິຟຟິດ, ດຣ.ຈູດີ ເຄແກນ, ເມຍດຣ.ໄຮເມີ- ແມ່ນຄົນດັ່ງເດີມທີ່ເຂົ້າມາໃນຄຣິສຕະຈັກຂອງເຮົາໃນປີ 1970 - ພວກເຂົາຍັງມີຊີວິດຢູ່,ເຕັມໄປດ້ວຍຄວາມກະຕືລືລົ້ນ, ເຕັມໄປດ້ວຍຄວາມຮັກ ແລະການສາມັກຄີທໍາທີ່ເລິກເຊິ່ງ - ແລະເປັນຜູ້ທີ່ອຸທິດຊີວິດໃຫ້ພຣະຄຣິດ, ອີກຄໍາໜື່ງ,ມີຫຼາຍຄົນທີ່ເປັນຄືກັບເຊັ່ນຄົນທີີ່ໜື່ງຂອງຊາວຄຣິສຕຽນຢູ່ໃນເມືອງເອເຟໂຊ.

ແຕ່ຄວາມອົບອຸ່ນ ແລະກະຕືລືລົ້ນນີ້ບໍ່ໄດ້ຖືກສົ່ງຕໍ່ໄປໃຫ້ຄຣິສຕະຈັກເດັກສ່ວນຫຼາຍ - ຄົນທີ່ເຕີບໃຫຍ່ໃນລຸ້ນທີ່ສອງ, ຊົ່ວເຊັ່ນຄົນທີ່ສອງຢູ່ຕະຫຼອດຊີວິດຂອງພວກເຂົາ, ພວກເຂົາປະສົບກັບອາລົມຕ່າງໆ, ພວກເຂົາມາປະຊຸມອະທິຖານ, ແຕ່ພວກເຂົາບໍ່ໄດ້ອະທິຖານ ຫຼືພວກເຂົາອະທິຖານຄໍາອະທິຖານທີີ່ແຫ້ງກະດ້າງໂດຍບໍ່ມີຄວາມກະຕືລືລົ້ນຫຍັງ “ຄວາມຮັກຂອງພຣະເຈົ້າຊື່ງເປັນລັກສະນະຂອງຊົ່ວເຊັ່ນຄົນທໍາອິດຂາດຫາຍໄປໃນຊີວິດສ່ວນຫຼາຍຂອງພວກເຂົາ” ມີພຽງຈອນ ເຄແກນເທົ່ານັ້ນທີ່ຢືນຢັດ ແລະເປັນຄືກັບຊົ່ວອາຍຸທີ່ໜື່ງ,ມັນເພາະລາວມີການກັບໃຈທີ່ຊີວິດປ່ຽນແປງເຊິ່ງຜົນຢູ່ໃນປະເພດຂອງຄວາມຮັກ ແລະ ຄວາມກະຕືລືລົ້ນທີ່ຊົ່ວອາຍຸເຖົ້າກວ່າມີ, ຖ້າລາວບໍ່ເຄີຍເປັນນັກກິລາ ແລະຜູ້ນໍາທາງທໍາມະຊາດແລ້ວລາວກໍຈະປົນເຂົ້າກັນກັບຄວາມເຢັນຊ່າທີ່ເດັກນ້ອຍຄົນອື່ນເປັນ, ອາຍຸລຸ້ນລາວຄາວດຽວກັບລາວມີຫຼາຍຄົນອອກໄປຈາກຄຣິສຕະຈັກ, ຄົນອື່ນເຢັນຊ່າແລະເຢາະເຍີ້ຍ, ມີພຽງໜ້ອຍດຽວທີ່ຍັງເປັນແບບນັ້ນ, ແມ່ນແຕ່ຈອນເອງບາງເທື່ອກໍສັບສົນ, ສົງໄສວ່າເປັນຫຍັງຊົ່ວເຊັ່ນຄົນລຸ້ນຂອງລາວຈື່ງເຢັນຊ່າ ແລະເປັນແບບຊາວໂລກ.

ໃນຈຸດນີ້ຂ້າພະເຈົ້າເລີ່ມທີ່ເຂົ້າໃຈວ່າພວກເຮົາຕ້ອງມີການຟື້ນຟູ, ຊົ່ວອາຍຸທີ່ສອງຈະ ບໍ່ສາມາດຮັກສາຄຣິສຕະຈັກຂອງເຮົາໃຫ້ເຕັມດ້ວຍຊີວິດ, ຄວາມຮັກ ແລະລິດເດດໄດ້ນອກ ຈາກວ່າພວກເຂົາຈະປ່ຽນແປງຜ່ານປະສົບການທີ່ແທ້ຈິງກັບພຣະຄຣິດໃນລິດເດດແຫ່ງການກັບໃຈໃໝ່, ແຕ່ຄົນໃນເຊັ່ນຄົນທີ່ສອງສ່ວນຫຼາຍຖ້າບໍ່ກະບົດກໍຖີ້ມຄຣິສຕະຈັກໄປ ຫຼືຢູ່ໃນສະພາບເຢັນຊ່າ, ບາງຄົນເປັນແບບນັ້ນປະຕິເສດພຣະຄຣິດ, ເຖິງແມ່ນວ່າພວກເຂົາຈະຢູ່ພວກເຂົາກໍປະຕິເສດທີ່ຈະປ່ຽນແປງ, ບາງຄົນເລີ່ມແມ່ນແຕ່ຄິດວ່າການກັບໃຈໃໝ່ບໍ່ແມ່ນເລື່ອງຈິງ, ຄົນອື່ນໆຮຽກຮ້ອງການປ່ຽນແປງພາຍໃນເພື່ອພິສູດວ່າພຣະຄຣິດມີແທ້.

ໜື່ງຕໍ່ໜື່ງພວກເຮົາປະເຊີນໜ້າກັບພວກເຂົາຈົນພວກເຂົາກັບໃຈໃໝ່ແທ້ ຫຼືອອກໄປຈາກຄຣິສຕະຈັກ, ສຸດທ້າຍພວກເຂົາສ່ວນຫຼາຍກໍໄດ້ຮັບຄວາມລອດ - ເຖິງແມ່ນເຂົາຈະມີບັນຫາໃຫຍ່ເພື່ອກາຍເປັນຄືກັບຊົ່ວອາຍຸທີ່ໜື່ງ,ທີ່ຈະເຮັດແບບນັ້ນໄດ້ພວກເຂົາຕ້ອງ “ລະ ນຶກສະພາບທີ່ເຈົ້າໄດ້ລົ່ນມາແລ້ວນັ້ນ” ພວກເຂົາເປັນຄືກັບຈອນ ເຄແກນທີ່ຕ້ອງເຂົ້າໃຈຄວາມເຊື່ອຂອງເຂົາວ່າຕາຍແລ້ວປຽບທຽບຄວາມເຊື່ອຂອງ “ສາມສິບເກົ້າ”-ພໍ່ແມ່ຂອງພວກເຂົາ ແລະຊົ່ວອາຍຸທີ່ແກ່ກວ່າ, ສອງພວກເຂົາຕ້ອງ “ກັບໃຈແລະເຮັດວຽກທໍາອິດ” ພວກເຂົາຕ້ອງມີການປ່ຽນແປງໃຈ ແລະຄວາມຄິດ, ພວກເຂົາຕ້ອງກັບໄປແລະມີການກັບໃຈທີ່ແທ້ຈິງ(ວຽກທໍາອິດ), ຂອບຄຸນພຣະເຈົ້າທີ່ພວກເຂົາບາງຄົນເຮັດເຮັດແບບນັ້ນ-ຄືກັບເອມີ ແລະອາຢາໂກະ,ຄືກັບຟີລິບ ແລະທິໂມທີ, ຄືກັບເວສລີ ແລະໂນອາ-ຄົນອື່ນໆອີກ.

ແລ້ວພຣະເຈົ້າກໍເລີ່ມສົ່ງການຟື້ນມາທ່າມກາງພວກເຮົາ! ຂອບຄຸນພຣະເຈົ້າ,ສຸດທ້າຍ ພຣະອົງກໍໄວ້ໃຈເຮົາພໍທີ່ຈະສົ່ງພຣະວິນຍານຂອງພຣະອົງລົງມາ,ໃນສອງສາມເດືອນທີ່ຜ່ານມາມີຄົນໃໝ່ປະມານ 20 ຄົນເຂົ້າມາ ແລະໄດ້ຮັບຄວາມລອດ, ການປະຊຸມຕ່າງໆສືບຕໍ່ຈັດຂື້ນເພື່ອບົດຄົນໜຸ່ມໃໝ່ເຫຼົ່ານີ້ໃນຄວາມເຊື່ອ!

ຕອນນີ້ຈອນເຄແກນກ່າວວ່າ “ການຟື້ນຟູຄືຊີ້ນສ່ວນອັນຕໍ່ໄປຂອງຈິກຊໍ” ຄຣິສຕະຈັກຂອງເຮົາຈະຕ້ອງເນັ້ນໜັກການຟື້ນຟູອີກ,ເນັ້ນໜັກອີກ ບໍ່ດັ່ງນັ້ນພວກເຮົາຈະບໍ່ສາມາດເຫັນຄົນກັບໃຈໃໝ່ດ້ວຍຄວາມກະຕືລືລົ້ນແບບທີ່ສະມາຊິກດັ່ງເດີມຂອງຄຣິສຕະຈັກເຮົາໄດ້, ພວກເຂົາຕ້ອງການແບບນັ້ນຢູ່ໃນຄຣິສຕະຈັກເອເຟໂຊ - ແລະຄຣິສຕະຈັກຂອງເຮົາຕ້ອງການມັນໃນປະຈຸບັນນີ້, ຂ້າພະເຈົ້າເອີ້ນມັນວ່າ “ການຟື້ນຟູເພື່ອຄວາມຢູ່ລອດ”

ພີ່ນ້ອງຊາຍຍິງທັງຫຼາຍເອີຍ, ພວກເຮົາຈະຕ້ອງສາລະພາບຄວາມບາບຂອງເຮົາຊໍ້າໄປມາ ແລະອະທິຖານເພື່ອການສະຖິດຢູ່ນໍາຂອງພຣະເຈົ້າໃຫ້ລົງມາຢູ່ໃນຄື້ນແຫ່ງການຟື້ນຟູທ່າມກາງພວກເຮົາ, ຈົ່ງເຮັດມັນ! ຈົ່ງເຮັດມັນ! ຈົ່ງເຮັດມັນ! ຈົ່ງຢືນຂື້ນແລ້ວຮ້ອງເພງທີ 15 “ຂ້າຢູ່ເພື່ອພຣະອົງ”

ຊີວິດຂອງຂ້າ,ຄວາມຮັກຂອງຂ້າຂໍມອບແດ່ພຣະອົງ,ລູກຂອງພຣະເຈົ້າຜູ້ຕາຍແທນຂ້າ, ໂອຂ້າຂໍເປັນຄົນສັດຊື່, ພຣະຜູ້ຊ່ວຍ ແລະພຣະເຈົ້າຂອງຂ້າ
ຂ້າຢູ່ເພື່ອພຣະອົງຜູ້ຕາຍແທນຂ້າ, ຊີວິິດຂອງຂ້າຈະພໍໃຈພຽງໃດ!
ຂ້າຢູ່ເພື່ອພຣະອົງຜູ້ຕາຍແທນຂ້າ, ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ

ດຽວນີ້ຂ້າເຊື່ອວ່າພຣະອົງໄດ້ຮັບແລ້ວ,ເພາະຊົງຕາຍເພື່ອຂ້າຈະມີຊີວິດຢູ່
ດຽວນີ້ເປັນຕົ້ນໄປຂ້າວາງໃຈໃນພຣະອົງ,ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ
ຂ້າຢູ່ເພື່ອພຣະອົງຜູ້ຕາຍແທນຂ້າ, ຊີວິິດຂອງຂ້າຈະພໍໃຈພຽງໃດ!
ຂ້າຢູ່ເພື່ອພຣະອົງຜູ້ຕາຍແທນຂ້າ, ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ

ໂອພຣະອົງຜູ້ຕາຍເທິງໄມ້ກາງແຂນ,ເພື່ອຊ່ວຍວິນຍານແລະເຮັດໃຫ້ຂ້າເປັນອິດ ສະຫຼະ,ຂ້າຈະຖວາຍຊີວິດແດ່ພຣະອົງ ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ
ຂ້າຢູ່ເພື່ອພຣະອົງຜູ້ຕາຍແທນຂ້າ, ຊີວິິດຂອງຂ້າຈະພໍໃຈພຽງໃດ!
ຂ້າຢູ່ເພື່ອພຣະອົງຜູ້ຕາຍແທນຂ້າ, ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ

ດຽວນີ້ຈົ່ງຮ້ອງເພງບົດທີ 19 “ນີ້ຄືຄວາມຮັກ”

ນີ້ຄືຄວາມຮັກໃຫຍ່ດັ່ງມະຫາສະໝຸດ,ຄວາມຮັກດັ່ງນໍ້າຖ້ວມ
ເມື່ອເຈົ້າຊາຍແຫ່ງຊີວິດ,ຜູ້ໄຖ່ຂອງເຮົາ,ຫຼັ່ງເພື່ອເຮົາໂລຫິດອັນປະເສີດ
ຜູ້ຄວາມຮັກພຣະອົງຈະບໍ່ນຶກເຖິງ? ໃຜຈະຢຸດຮ້ອງສັນລະເສີນພຣະອົງໄດ້?
ພຣະອົງຈະບໍ່ມີວັນຖືກລືມ,ໄປຕະຫຼອດທົ່ວສະຫວັນນິລັນການ

ເທິງພູແຫ່ງກາງແຂນ, ນໍ້າພຸຕ່າງໆເປີດກວ້າງ ແລະເລິກ
ຜ່ານນໍ້າຖ້ວມແຫ່ງພຣະເມດຕາຂອງພຣະເຈົ້າໄຫຼກວ້າງແລະສະຫງ່າງາມ
ພຣະຄຸນແລະຄວາມຮັກເໝືອນດັ່ງແມ່ນໍ້າ, ຖອກເທລົງຈາກຂ້າງເທິງບໍ່ຢຸດ
ສັນຕິສຸກແລະຄວາມຍຸດຕິທໍາທີ່ສົມບູນຂອງສະຫວັນໄດ້ຈູບໂລກທີ່ຊົ່ວໃນຄວາມ ຮັກ

ຂໍໃຫ້ຂ້າຍອມຮັບຄວາມຮັກທັງໝົດພຣະອົງ,ຮັກພຣະອົງໄປຕະຫຼອດຊີວິດ
ຂໍໃຫ້ຂ້າສະແຫວງຫາອານາຈັກພຣະອົງແລະຊີວິດເປັນຄໍາສັນເສີນພຣະອົງ
ພຣະອົງຜູ້ດຽວທີ່ເປັນສະຫງ່າລາສີຂອງຂ້າ, ບໍ່ມີຈັກຢ່າງໃນໂລກທີ່ຂ້າເຫັນ
ພຣະອົງຊົງຊໍາລະແລະແຍກຕັ້ງຂ້າໄວ້,ພຣະອົງຊົງເຮັດໃຫ້ຂ້າເປັນອິດສະຫຼະ

ໃນຄວາມຈິງພຣະອົງຊົງນໍາທາງຂ້າໂດຍພຣະວິນຍານຜ່ານພຣະຄໍາ
ພຣະຄຸນພຣະອົງຄືຄວາມຕ້ອງການຂອງຂ້າ,ໃນຂະນະທີ່ຂ້າວາງໃຈພຣະອົງ
ພຣະອົງຊົງຖອກຄວາມບໍລິບູນ,ຄວາມຮັກໃຫຍ່ແລະລິດເດດເທິງຂ້າ
ໂດຍບໍ່ມີການແທກ,ເຕັມລົ້ນບໍ່ຖືກມັດ, ຊັກນໍາໃຈຂ້າໄປຫາພຣະອົງ
(“Here is Love, Vast as the Ocean,” William Rees, 1802-1883).

ຂໍເຊີນດຣ.ແຊນ ມານໍາພວກເຮົາໃນການອະທິແລະພຣະຄຸນແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Jesus is the Sweetest Name I Know” (Lela Long, 1924).