Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຟື້ນຟູເພື່ອຄວາມຢູ່ລອດ

REVIVAL FOR SURVIVAL
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນພະຫັດຕອນແລງ 31/9/2017
A sermon preached at the Baptist Tabernacle of Los Angeles
Thursday Evening, August 31, 2017


ຂໍເຊີນຢືນຂື້ນຮ້ອງເພງບົດທີ 19 ຢູ່ປື້ມເພງຂອງທ່ານ “ນີ້ຄືຄວາມຮັກ,ໃຫຍ່ດັ່ງມະຫາສະໝຸດ”

ນີ້ຄືຄວາມຮັກໃຫຍ່ດັ່ງມະຫາສະໝຸດ,ຄວາມຮັກໃຫຍ່ດັ່ງນໍ້າຖ້ວມ
ເມື່ອເຈົ້າແຫ່ງຊີວິດ, ຄ່າໄຖ່ຂອງເຮົາ,ໄດ້ຫຼັ່ງໂລຫິດປະເສີດເພື່ອເຮົາ
ຜູ້ທີ່ຄວາມຮັກຂອງພຣະອົງຈະບໍ່ຈື່ຈໍາ?ຜູ້ໃດທີ່ຈະຢຸດຮ້ອງເພງສັນລະເສີນ?
ພຣະອົງຈະບໍ່ມີວັນຖືກລືມ, ຕະຫຼອດທົ່ວຟ້າສະຫວັນເປັນນິດ.

ເທິງພູແຫ່ງໄມ້ກາງແຂນ,ນໍ້າພຸຕ່່າງໆໄດ້ເປີດກວ້າງອອກ
ຜ່ານນໍ້າຖ້ວມແຫ່ງຄວາມເມດຕາຂອງພຣະເຈົ້າໄດ້ໄຫຼຢ່າງໃຫຍ່ຫຼວງ
ພຣະຄຸນແລະຄວາມຮັກເໝືອນນໍ້າໃຫຍ່ ທີ່ຖອກລົງບໍ່ຢຸດຈາກເບື້ອງເທິງ
ສັນຕິສຸກຂອງສະຫວັນແລະຄວາມຍຸດຕິທໍາສົມບູນໄດ້ຈູບໂລກຊົ່ວດ້ວຍຮັກ

ຂໍໃຫ້ຂ້າຍອມຮັບຄວາມຮັກພຣະອົງທັງໝົດ,ຮັກພຣະອົງຕະຫຼອດຊີວິດ
ຂໍໃຫ້ຂ້າສະແຫວງຫາອານາຈັກພຣະອົງ ແລະຊີວິດຂ້າສັນເສີນພຣະອົງ
ພຣະອົງອົງດຽວຈະໄດ້ຮັບການສັນເສີນຂອງຂ້າ,ບໍ່ມີຫຍັງໃນໂລກທີ່ຂ້າເຫັນ
ພຣະອົງຊົງຊໍາລະແລະແຍກຂ້າໄວ້ ພຣະອົງເອງເຮັດໃຫ້ຂ້າເປັນອິດສະຫຼະ

ໃນຄວາມຈິງໂດຍພຣະວິນຍານໂດຍພຣະທໍາພຣະອົງຊົງນໍາທາງຂ້າ
ສິ່ງທີ່ຂ້າຕ້ອງການຄືພຣະຄຸນດັ່ງທີ່ຂ້າວາງໃຈໃນພຣະອົງພຣະເຈົ້າຂ້າ
ຄວາມເຕັມລົ້ນ,ຄວາມຮັກໃຫຍ່ແລະລິດອໍານາດພຣະອົງຊົງຖອກເທິງຂ້າ
ບໍ່ມີເຄື່ອງແທກ,ເຕັມແລະບໍ່ຖືກມັດ, ຊັກນໍາໃຈຂ້າມາຫາພຣະອົງ
(“Here is Love, Vast as the Ocean” by William Rees, 1802-1883).

ຂໍໃຫ້ທຸກຄົນອະທິຖານຂໍພຣະເຈົ້າໃຫ້ສະຖິດຢູ່ກັບພວກເຮົາໃນຄືນນີ້(ພວກເຂົາອະທິຖານ), ຕອນນີ້ຮ້ອງບົດເພງທີ່ 22 “ການຕໍ່ສູ້ຈົບລົງແລ້ວ”

ອາເລລູຢາ! ອາເລລູຢາ! ອາເລລູຢາ!
ການຕໍ່ສູ້ຈົບແລ້ວ, ການສູ້ຮົບໄດ້ຈົບລົງ
ໄຊຊະນະແຫ່ງຊີວິດໄດ້ຮັບແລ້ວ
ບົດເພງແຫ່ງໄຊຊະນະໄດ້ເລີ່ມຂື້ນອາເລລູຢາ!
ອາເລລູຢາ! ອາເລລູຢາ! ອາເລລູຢາ!

ລິດແຫ່ງຄວາມຕາຍໄດ້ໝົດສິ້ນລິດແລ້ວ
ແຕ່ພຣະຄຣິດແມ່ທັບໄດ້ຕີຂ້າເສິກແຕກຜ່າຍໄປແລ້ວ
ຈົ່ງໃຫ້ສຽງຮ້ອງແຫ່ງຄວາມຍິນດີດັງລະເບີດ ຮາເລລູຢາ!
ອາເລລູຢາ! ອາເລລູຢາ! ອາເລລູຢາ!

ສາມວັນແຫ່ງຄວາມເສົ້າໄດ້ຜ່ານໄປຢ່າງໄວວາ
ພຣະອົງຊົງຟື້ນດ້ວຍສະຫງ່າລາສີຈາກຄວາມຕາຍ
ຈົ່ງສັນລະເສີນກຽດແກ່ຜູ້ຊົງຟື້ນຈາກຕາຍ ອາເລລູຢາ!
ອາເລລູຢາ! ອາເລລູຢາ! ອາເລລູຢາ!

ພຣະອົງຊົງປິດປະຕູໃຫຍ່ຂອງນາລົກ
ສິ່ງກີດກັ້ນຈາກປະຕູສະຫວັນສູງໄດ້ຕົກລົງມາ
ຈົ່ງຮ້ອງເພງສັນລະເສີນໄຊຊະນະພຣະອົງ ອາເລລູຢາ!
ອາເລລູຢາ! ອາເລລູຢາ! ອາເລລູຢາ!

ພຣະເຈົ້າ ໂດຍການຕີິທີ່ເຮັດໃຫ້ພຣະອົງເຈັບ
ຈາກເລັກໄນຂອງຄວາມຕາຍ ຜູ້ຮັບໃຊ້ພຣະອົງມີອິດສະຫຼະ
ເພື່ອເຮົາຈະມີຊີວິດແລະສັນລະເສີນພຣະອົງ, ອາເລລູຢາ!
ອາເລລູຢາ! ອາເລລູຢາ! ອາເລລູຢາ!
(“The Strife Is O’er,” ແປໂດຍ ຟຣານຊິສພອທ 1832-1909).

ຂໍໃຫ້ທຸກຄົນອະທິຖານເພື່ອທີ່ພຣະເຢຊູຄຣິດຈະໄດ້ຮັບກຽດໃນຄືນນີ້(ພວກເຂົາອະທິຖານ), ດຽວນີ້ໃຫ້ເຮົາຮ້ອງເພງບົດທີ 23 “ແລະເປັນໄປໄດ້ຫຼືບໍ່?”

ເປັນໄປໄດ້ບໍ່ທີ່ຂ້ານ້ອຍໄດ້ຮັບຄວາມສົນໃຈໃນໂລຫິດພຣະຜູ້ຊ່ວຍ?
ພຣະອົງຊົງຕາຍເພື່ອຂ້າ,ທີ່ເຮັດໃຫ້ພຣະອົງເຈັບ, ເພື່ອຂ້າຄວາມຕາຍຕິດ ຕາມພຣະອົງ, ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະເຈົ້າ ຂອງຂ້າ,ຄວນຕາຍເພື່ອຂ້າ?ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າ,ຄວນຕາຍເພື່ອຂ້າ?

ນີ້ແມ່ນເລື່ອງລຶກລັບ!ຜູ້ບໍ່ຕາຍຕ້ອງຕາຍ ໃຜສາມາດສໍາຫຼວດການອອກ ແບບແປກປະຫຼາດຂອງພຣະອົງໄດ້? ໃນຄວາມໄຮ້ດຽງສາທູດສະຫວັນ ເກີີດໃໝ່ພະຍາຍາມຈະໄດ້ຍິນສຽງທີ່ເລິກແຫ່ງຄວາມຮັກພຣະອົງ!
ຄວາມເມດຕາທັງມວນ,ໃຫ້ໂລກຍົກຍ້ອງ,ຢ່າໃຫ້ຈິດໃຈທູດສະຫວັນຖາມອີກ
ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າ,ຄວນຕາຍ ເພື່ອຂ້າ?

ພຣະອົງສະຫຼະບັນລັງພຣະບິດາ,ພຣະຄຸນທີ່ບໍ່ມີຂີດຈໍາກັດພຣະອົງໃຫ້ຟີ
ພຣະອົງເອງຊົງເຫຼືອໄວ້ພຽງຄວາມຮັກ,ແລະຫຼັ່ງໄຫຼເພື່ອເຊື້ອຊາດອາດາມທີ່
ບໍ່ມີຄວາມຊ່ວຍເຫຼືອໃດ, ຄວາມເມດຕາທັງໝົດອັນຍິ່ງໃຫຍ່ແລະຟຣີ ເພາະພຣະເຈົ້າຂອງຂ້ານ້ອຍໄດ້ຄົ້ນພົບຂ້ານ້ອຍ, ຄວາມຮັກອັນອັດສະຈັນ ເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າ,ຄວນຕາຍເພື່ອຂ້າ?

ວິນຍານທີ່ຖືກຂັງໄວ້ດົນນານຂອງຂ້າຖືກມັດໄວ້ໃນຄວາມບາບແລະມືດ
ພຣະເນດພຣະອົງສົ່ງແສງກະຈາຍໄວ,ຂ້າຕື່ນຂື້ນຈາກຄຸກດ້ວຍແສງ
ໂສ້ຂອງຂ້າຫຼຸດອອກ,ໃຈຂ້າເປັນອິດສະຫຼະ,ຂ້າຕືື່ນຂື້ນອອກໄປຫາພຣະອົງ
ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າ,ຄວນຕາຍ ເພື່ອຂ້າ?

ດຽວນີ້ບໍ່ມີການລົງໂທດທີ່ຂ້າຢ້ານ,ພຣະເຢຊູທັງໝົດເປັນຂອງຂ້າ!
ມີຊີວິດໃນພຣະອົງ,ຜູ້ເປັນຫົວຂອງຂ້າ,ສວມເສື້ອຄວາມຊອບທໍາພຣະອົງ
ຂ້າກ້າເຂົ້າຫາບັນລັງນິລັນ ແລະອ້າງມົງກຸດຂອງຂ້າທາງພຣະຄຣິດ
ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າ,ຄວນຕາຍ ເພື່ອຂ້າ?
   (“And Can It Be?” by Charles Wesley, 1707-1788).

ຂໍເຊີນນັ່ງລົງ, ຜູ້ຊ່ວຍອາວຸໂສຂອງພວກເຮົາ,ເບັນກຣິຟຟິດຈະມາຮ້ອງເພງໃຫ້ເຮົາຟັງ.

ພວກເຮົາມາຢູ່ນີ້ໃນຄືນນີ້ເພື່ອສັນເສີນແລະຖະວາຍກຽດພຣະເຢຊູຄຣິດເຈົ້າ- ແລະ ພຣະອົງຜູ້ດຽວ!ຕອນນີ້ຂໍໃຫ້ທ່ານເປີດພຣະທໍາຂອງທ່ານໃນໜັງສືສຸພາສິດ 14:14 ຢູ່ໜ້າທີ່ 681 ໃນພຣະທໍາສະກໍຟິວສຶກສາ, ຂໍເຊີນຢືືນຂື້ນອີກໃນຂະນະທີ່ຂ້າພະເຈົ້າອ່ານ.

“ຄົນທີ່ມີໃຈຫັນຫຼັງຈະຖືກຕື່ມເຕັມດ້ວຍທາງຂອງເຂົາເອງ” (ສຸພາສິດ 14:14)

ຈົ່ງຖາມໂຕທ່ານເອງວ່າ-“ຂ້ອຍຖືກຕື່ມເຕັມດ້ວຍທາງຂອງຂ້ອຍເອງບໍ່?” ໃຈຂອງ ຂ້ອຍເກີດເຢັນຊ່າຂື້ນບໍ່?ຂ້ອຍພະຍາຍາມຈະອະທິຖານຕອນທີ່ຢູ່ຄົນດຽວ, ແຕ່ຂ້ອຍພັດບໍ່ຮູ້ ສຶກເຖິງພຣະພັກຂອງພຣະເຈົ້າ” ທ່ານເປັນແບບນັ້ນບໍ່? ເມື່ອທ່ານອອກໄປປະກາດຂ່າວປະ

ເສີດມີໄຟຢູ່ໃນກະດູກຂອງທ່ານທີ່ບັງຄັບທ່ານໃຫ້ຊອກຫາຈິດວິນຍານທີ່ຫຼົງຫາຍບໍ່? ຫຼືວ່າ ທ່ານມີຄວາມກະຕືລືລົ້ນໜ້ອຍກວ່າທີ່ເຄີຍມີເພື່ອການປະກາດຂ່າວປະເສີດ?ເມື່ອທ່ານໄດ້ຍິນບາງຄົນອະທິຖານສຽງດັງໃຈຂອງທ່ານແລະປາກຂອງທ່ານເວົ້າວ່າ ເອແມນ ໃນແຕ່ລະ ເທື່ອບໍ່?ຫຼືທ່ານຄິດວ່່າພວກເຂົາບໍ່ເກັ່ງຄືທ່ານຕອນທີ່ທ່ານເລິ່ມອະທິຖານໃໝ່ໆບໍ່?ຫຼືທ່ານຄິດ ວ່າ“ບໍ່ດົນພວກເຂົາກໍຈະລົ້ມລົງໄປ”ບໍ່? ພວກທ່ານແນມເບິ່ງຄວາມຜິດພາດໃນໂຕຄຣິສຕຽນ ໃໝ່ບໍ່?ທ່ານຄິດວ່າພວກເຂົາບໍ່ດີຄືກັບທ່ານຕອນທີ່ທ່ານລອດຕອນທໍາອິດບໍ່? ເມື່ອຄໍາເທດ ສະໜາເຮັດໃຫ້ທ່ານຄິດເຖິງຄວາມຜິດຂອງທ່ານ,ທ່ານຄິດວ່າ “ຂ້ອຍຈະບໍ່ມີວັນສາລະພາບ ມັນເດັດຂາດ, ເຈົ້າຈະບໍ່ມີວັນເຮັດໃຫ້ຂ້ອຍສາລະພາບໄດ້ດອກ”ບໍ່? ທ່ານດີໃຈບໍ່ເວລາມີຄົນ ໃໝ່ຕັ້ງໃຈຟັງ? ຫຼືທ່ານຄິດວ່າພວກເຂົາບໍ່ດີຄືກັບທີ່ຂ້ອຍເປັນຕອນທີ່ຂ້ອຍເຊື່ອໃໝ່ໆບໍ່? ຫຼືໃຈຂອງທ່ານໄດ້ເຢັນຊ່າລົງແລະວ່າງເປົ່າ?

“ຄົນທີ່ມີໃຈຫັນຫຼັງຈະຖືກຕື່ມເຕັມດ້ວຍທາງຂອງເຂົາເອງ” (ສຸພາສິດ14:14)

ຕອນທີ່ທ່ານໄດ້ຮັບຄວາມລອດໃໝ່ທ່ານຈະເຮັດທຸກສິ່ງທຸກຢ່າງເພື່ອພຣະເຈົ້າ,ຍ້ອນກັບໄປທ່ານເວົ້າວ່າ“ຂ້ອຍມັກຮັບໃຊ້ພຣະເຢຊູ, ຂ້ອຍບໍ່ເຄີຍໄດ້ເຮັດຫຍັງຫຼາຍເພື່ອພຣະອົງ” ດຽວນີ້ທ່ານຍັງສາມາດເວົ້າມັນແລະໝາຍຄວາມວ່າແນວນັ້ນໄດ້ບໍ່? ຫຼືທ່ານເປັນຄຣິສຕຽນທີ່ ເສື່ອມຖອຍ? ຂ້າພະເຈົ້າບໍ່ໄດ້ເວົ້າກັບພວກຄົນໜຸ່ມເທົ່ານັ້ນ, ຂ້າພະເຈົ້າກໍາລັງເວົ້າກັບຄົນ “39 ຄົນ”-ຂ້າພະເຈົ້າກໍາລັງເວົ້າກັບຜູ້ເຖົ້າເຊັ່ນດຽວກັບພວກຄົນໜຸ່ມ, ຂ້າພະເຈົ້າບໍ່ໄດ້ເວົ້າ ກັບຄົນທີ່ບໍ່ເຊື່ອ, ຂ້າພະເຈົ້າກໍາລັງເວົ້າກັບພວກທ່ານທີ່ໄດ້ຮັບຄວາມລອດເປັນເວລາດົນ ແລ້ວ, ທ່ານໄດ້ປະຖີ້ມຄວາມຮັກດັ່ງເດີມຂອງທ່ານແລ້ວບໍ່? ທ່ານຍັງມີຄວາມຮັກເຕັມລົ້ນຕໍ່ ພຣະຄຣິດແບບທີ່ທ່ານເຄີຍເປັນຕອນທີ່ໄດ້ຮັບຄວາມລອດໃໝ່ໆບໍ່? ພຣະເຢຊູກ່າວຕໍ່ຄຣິສ ຕຽນຢູ່ເມືອງເອເຟໂຊວ່າ:

“ແຕ່ເຮົາມີຂໍ້ທີ່ຈະຕໍ່ສູ້ເຈົ້າແດ່ ຄືວ່າເຈົ້າປະຖິ້ມຄວາມຮັກດັ້ງເດີມຂອງເຈົ້າ ເຫດສະນັ້ນ ຈົ່ງລະນຶກເຖິງສະພາບເດີມທີ່ເຈົ້າໄດ້ຫລົ່ນຈາກມາແລ້ວນັ້ນ ຈົ່ງກັບໃຈເສຍໃໝ່ ແລະປະພຶດຕາມຢ່າງເດີມ” (ພະນິມິດ 2:4,5)

ຂ້າພະເຈົ້າເປັນນັກເທດມາເກືອບ 60 ປີແລ້ວ, ໃຈຂອງຂ້າພະເຈົ້າເສື່ອມຖອຍ ຫຼາຍເທື່ອໃນ 6 ສະຕະວັດນັ້ນ, ຂ້າພະເຈົ້າອອກມາຈາກສະພາບການເສື່ອມຖອຍໄດ້ແນວ ໃດ? ມັນເກີດຂື້ນແບບນີ້, ທໍາອິດຂ້າພະເຈົ້າຮູ້ສຶກວ່າໃຈຂອງຕົນເອງຖືກຕື່ມເຕັມໄປດ້ວຍ ທາງຂອງຕົນເອງ, ຂ້າພະເຈົ້າຮູ້ສຶກເສຍໃຈຕໍ່ຕົນເອງ, ຮູ້ສຶກເສົ້າ, ຂ້າພະເຈົ້າຈົ່ມກຽວກັບ ສິ່ງທີ່ຍາກ, ອັນທີ່ສອງ,ຂ້າພະເຈົ້າເລີ່ມເຂົ້າໃຈວ່າຕົນເອງໄດ້ປະຖີ້ມຄວາມຮັກທີ່ມີຕໍ່ພຣະ ເຢຊູໄປແລ້ວ, ອັນທີ່ສາມ,ຂ້າພະເຈົ້າລະນຶກເຖິງວ່າຕົນເອງລົ່ນໄປໄກສໍາໃດແລ້ວ, ຂ້າພະ ເຈົ້າສໍານຶກເລື່ອງບາບທີ່ເກີດຂື້ນລະຫວ່າງຕົນເອງກັບພຣະເຢຊູ, ແລ້ວຂ້າພະເຈົ້າກໍລະນຶກ ເຖິງພຣະເຢຊູເທິງໄມ້ກາງແຂນ, ຕາຍເພື່ອຈ່່າຍຄ່າຄວາມຜິດບາບຂອງຕົນ, ຂ້າພະເຈົ້າກັບ ໃຈແລ້ວວາງໃຈພຣະອົງໃໝ່, ມັນເກືອບເປັນການກັບໃຈໃໝ່ເທື່ອທີ່ສອງ “ໂຜດຕື່ມເຕັມທຸກ ນິມິດຂອງຂ້າ” ເຊີນຮ້ອງ.

ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດຂອງຂ້າ
ຂໍໃຫ້ຂ້າເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງຈະຜ່ານຮ່ອມພູພຣະອົງກໍຊົງນໍາຂ້າ
ແສງແຫ່ງລາສີພຣະອົງສ່ອງອ້ອມຮອບຂ້າ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ຂ້າພະເຈົ້າຈະບໍ່ຂໍໃຫ້ພວກທ່ານເຮັດບາງສິ່ງບາງຢ່າງທີ່ຂ້າພະເຈົ້າຈະບໍ່ເຮັດກັບຕົນ ເອງ, ຂ້າພະເຈົ້າແນະນໍາໃຫ້ຈອນເຄແກນອຸທິດຊີວິດເພື່ອເທດສະໜາ, ສຸດທ້າຍລາວກໍເວົ້າ ວ່າລາວຈະ,ແລ້ວຂ້າພະເຈົ້າກໍພົບວ່າລາວເປັນນັກເທດທີ່ດີກວ່າຕົນເອງ, ລາວມີກໍາລັງຂອງ ຄວາມໜຸ່ມໃນຂະນະທີ່ຂ້າພະເຈົ້າເຖົ້າ ແລະສູນເສຍຄວາມແຂງແຮງໄປແລ້ວ,ຂ້າພະເຈົ້າ ອິດສາຈອນ, ມັນທໍລະມານຂ້າພະເຈົ້າຈົນຄືນໜືຶ່ງຂ້າພະເຈົ້າໄດ້ສາລະພາບມັນຕໍ່ພຣະອົງ, ແລ້ວຂ້າພະເຈົ້າກໍສາລະພາບມັນຕໍ່ພວກທ່ານ, ຕໍ່ມາຂ້າພະເຈົ້າກໍຖືກຮັກສາ ແລະຄວາມຍິນ ດີຂອງຂ້າພະເຈົ້າກໍກັບຄືນມາ, ຂ້າພະເຈົ້າກໍາລັງຂໍໃຫ້ພວກທ່ານເຮັດຄືກັນໃນຄືນນີ້ແບບທີ່ ຂ້າພະເຈົ້າເຮັດ, ຂ້າພະເຈົ້າມີໃຈເສື່ອມຖອຍຫຼາຍເຊິ່ງຂ້າພະເຈົ້າຢ້ານວ່າພວກທ່ານອາດຈະ ບໍ່ຢາກໃຫ້ຂ້າພະເຈົ້າເທດໃຫ້ພວກທ່ານຟັງອີກ, ແລ້ວພຣະເຈົ້າກໍສົົ່ງການແຕະຕ້ອງຂອງ ການຟື້ນຟູສູ່ຄຣິສຕະຈັກຂອງເຮົາ ແລ້ວຂ້າພະເຈົ້າກໍກັບໃຈ ແລະກັບໄປຫາພຣະເຢຊູເພື່ອ ຊໍາລະໃນພຣະໂລຫິດຂອງພຣະອົງອີກເທື່ອໜຶ່ງ, ມັນເບິ່ງຄືວ່າແປກສໍາຫຼັບທ່ານບໍ່ທີ່ຜູ້ເຖົ້າ ອາຍຸ 76 ປີທີ່ເຄີຍເທດສະໜາເປັນເວລາ 60 ປີແລ້ວຕ້ອງການທີ່ຈະກັບໃຈໃໝ່? ບໍ່ມັນບໍ່ ແປກເລີຍ, ມັນຄືຫົນທາງດຽວທີ່ຈະຟື້ນຟູໃຈຂອງທ່ານຄືນມາໃໝ່, “ຈົ່ງກັບໃຈເສຍໃໝ່ ແລະປະພຶດຕາມຢ່າງເດີມ”(ພະນິມິດ 2:5), ຈົ່ງກັບໃຈໃໝ່ອີກ ອີກ, ຈົ່ງກັບມາຫາພຣະເຢ ຊູ ແລະຖືກຊໍາລະໂດຍພຣະໂລຫິດຂອງພຣະອົງອີກ ອີກເທື່ອໜຶ່ງ! ນັກປະຕິຮູບຜູ້ຍິ່ງ ໃຫຍ່ໄດ້ກ່າວວ່າ: “ທັງຊີວິດຂອງພວກເຮົາຄືທີ່ຈະຕ້ອງກັບໃຈໃໝ່ເລື່ອຍໆແລະບໍ່ຢຸດ”ລູເທີ ໄດ້ກັບໃຈເລື່ອຍໆ ແລະມາຫາພຣະເຢຊູເພື່ອຊໍາລະລ້າງ,ດັ່ງນັ້ນພວກທ່ານກັບຂ້າພະເຈົ້າ ຈະຕ້ອງເຮັດເຊັ່ນກັນ.

ຂ້າພະເຈົ້າເຊື່ອວ່າຢາໂກໂບ 5:16 ເອົາມາປະຍຸກໃຊ້ໄດ້ໃນການຟື້ນຟູ,,ມັນເວົ້່າວ່າ “ຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ ເພື່ອທ່ານຈະໄດ້ ຮັບການຮັກສາໃຫ້ຫາຍ...” ຈົ່ງສັງເກດຄໍາວ່າ “ຄວາມຜິດ”ພາສາກຣີກແມ່ນ “paraptōma” ດຣ.ສຕຣອງເວົ້າວ່າຄວາມໝາຍຫຼັກໆຂອງຄໍານີ້ແມ່ນ “ຄວາມຜິດພາດ, ຂໍ້ຜິດພາດ ຫຼືຄວາມຜິດ ແລະບາບອື່ນໆ” ສິ່ງທີ່ພວກເຮົາຖືກຂໍໃຫ້ສາລະພາບບໍ່ແມ່ນພຽງບາບໃຫຍ່ເທົ່ານັນແຕ່ໃນນີ້ພວກ ເຮົາຖືກບອກໃຫ້ສາລະພາບ “ຄວາມຜິດພາດ” ຂໍ້ຜິດພາດ ແລະຄວາມຜິດ”ຂອງເຮົາ, ຄວາມໃຈຮ້າຍໃສ່ຜູ້ໃດໜື່ງຂອງເຮົາ, ການບໍ່ຍອມຍົກໂທດຂອງເຮົາ, ຄວາມອິດສາຂອງເຮົາ, ການຂາດຄວາມຮັກຂອງເຮົາ, ຄວາມຜິດອັນອື່ນທີ່ເກີດຂື້ນລະ ຫວ່າງເຮົາກັບພຣະເຈົ້າ.

ໃຈຂອງພວກເຮົາມັກຈະຖືກຮັກສາດ້ວຍການສາລະພາບຄວາມຜິດຂອງເຮົາຕໍ່ພຣະເຈົ້າໂດຍກົງ, ຂ້າພະເຈົ້າສັງເກດເບິ່ງໜ້າຂອງໄກເພີງເບີກບານດ້ວຍຄວາມຮັກແລະຄວາມ ຫ່ວງໃຫຍ່, ກ່ອນໜ້ານັ້ນລາວມີຄວາມຂົ່ມຂື່ນ,ໃບໜ້າທີ່ໃຈຮ້າຍ, ຂ້າພະເຈົ້າຖາມລາວວ່າ ເກີດຫຍັງຂື້ນ, ລາວບອກຂ້າພະເຈົ້າວ່າ “ຂ້ອຍເຫັນໃນສິ່ງທີ່ພຣະວິນຍານບໍລິສຸດເຮັດວຽກ ໃນໂຕນາງເຊີລີ ລີ, ຂ້ອຍຢາກຈະມີສັນຕິສຸກແລະຄວາມຍິນດິີທີ່ລາວມີ, ຂ້ອຍສາລະພາບຕໍ່ ພຣະເຈົ້າວ່າຂ້ອຍໃຈຮ້າຍໃສ່ເຈົ້າ,ອາຈານ, ແລ້ວຄວາມໃຈຮ້າຍຂອງຂ້ອຍກໍໝົດໄປ ແລະຂ້ອຍມີສັນຕິສຸກ ແລະຄວາມຫ່ວງໃຍສໍາຫຼັບຄົນອື່ນໆ” ອັດສະຈັນ! ມັນເຮັດໃຫ້ຂ້າພະເຈົ້າ ມີຄວາມດີໃຈເມື່ອໄດ້ຍິນລາວເວົ້າແບບນັ້ນ! ຂ້າພະເຈົ້າບອກລາວວ່າຕົນເອງຮັກລາວ,ນັ້ນແຫຼະຄືຄວາມໝາຍຂອງການສາລະພາບ, ມັນກ່ຽວກັບການອະໄພໃຫ້ຄົນອື່ນ ແລະມີສັນຕິສຸກ ແລະຄວາມຍິນດີິຈາກພຣະເຈົ້າ! ນັ້ນແຫຼະຄືສິ່ງທີ່ການຟື້ນຟູເຮັດ-ທ່ານຈະມີສັນຕິສຸກ ໃໝ່ແລະຄວາມຍິນດີິເມື່ອທ່ານສາລະພາບຄວາມຜິດຂອງທ່ານຕໍ່ພຣະເຈົ້າ.

ແຕ່ເມື່ອພຣະເຈົ້າຊົງຂັບເຄື່ອນທ່າມກາງພວກທ່ານ, ທ່ານກໍຄວນສາລະພາບຄວາມຜິດຂອງທ່ານຕໍ່ພີ່ນ້ອງຊາຍຍິງໂດຍກົງ, ທ່ານຄວນຈະສາລະພາບຄວາມຜິດຕໍ່ກັນແລະກັນ ຢາໂກໂບ 5:16 ສາມາດແປໄດ້ວ່າ “ຈົ່ງເຮັດການຝຶກແຫ່ງການສາລະພາບຄວາມຜິດຂອງທ່ານຕໍ່ກັນແລະກັນ ແລະຈົ່ງຝຶກການອະທິຖານເພື່ອກັນແລະກັນ’ ນີ້ໝາຍຄວາມວ່າທ່ານບໍ່ຕ້ອງຖ້າຈົນທ່ານເຈັບປ່ວຍຈື່ງສາລະພາບ”( R. C. H. Lenski) ຢູ່ໃນປະເທດຈີນພວກເຂົາເຝິກ ເລື່ອງການສາລະພາບຄວາມຜິດຂອງເຂົາຕໍ່ກັນແລະກັນ ແລະເຝິກເລື່ອງການອະທິຖານເພື່ອເຊິ່ງກັນແລະກັນ, ນັ້ນແຫຼະທີ່ວ່າເປັນຫຍັງຈື່ງມີການຟື້ນຟູຢູ່ຈີິນຕະຫຼອດ.

ຂ້າພະເຈົ້າບອກນ້ອງຊາຍຄົນໜື່ງວ່າຂ້າພະເຈົ້າຈະມີການເຊື້ຶ້ອເຊີນໃຫ້ພວກທ່ານມາ ແລະມາອະທິຖານເພື່ອຄືກັບທີ່ຂ້າພະເຈົ້າເຮັດສອງເທື່ອທີ່ຜ່ານມາ, ຂ້າພະເຈົ້າຖາມລາວວ່າ “ເຈົ້າຄິດວ່າຈະມີຄົນມາບໍ່?” ລາວກໍຄິດໜ້ອຍໜື່ງແລ້ວຕອບວ່າ “ບໍ່, ບໍ່ມີໃຜມາດອກ”ຂ້າພະເຈົ້າຖາມລາວວ່າເປັນຫຍັງເຈົ້າຈື່ງຄິດວ່າບໍ່ມີໃຜມາ, ລາວບອກວ່າເຈົ້າຄິດວ່າຂ້ອຍຕ້ອງການການຟື້ນຟູ ເພື່ອທີ່ຜູ້ຄົນຫຼາຍຄົນຈະມາຄຣິສຕະຈັກຂອງເຮົາ, ແຕ່ອັນນັ້ນບໍ່ແມ່ນເຫດຜົນ, ຈົ່ງຖາມໂຕເອງວ່າສິ່ງດີອັນໃດຈະເກີດຖ້າຫາກມີຫຼາຍຄົນເຂົ້າມາ? ພວກເຮົາຈະຊ່ວຍເຂົາໄດ້ແນວໃດຖ້າພວກເຂົາຫາກມາ? ພວກເຮົາຍື່ນມິດຕະພາບ, ຄວາມຍິນດີແລະຄວາມສໍາພັນທີ່ເລິກເຊິ່ງໃຫ້ເຂົາເຈົ້າ,ແຕ່ ໃນໂຕພວກທ່ານເອງມີແບບນັ້ນບໍ່? ມີບໍ່? ຫຼືທ່ານມີແຕ່ໜ້າຂອງສາສະໜາອັນໜື່ງໂດຍປາສາຈາກ ຄວາມຮັກເທົ່່ານັ້ນບໍ່? ພວກທ່ານບໍ່ໄດ້ຮັກແລະເປັນຫ່ວງເຊິ່ງກັນແລະກັນ,ແມ່ນບໍ່?ທ່ານບໍ່ໄດ້ມີມິດສໍາພັນທີ່ເລິກເຊິ່ງ, ແມ່ນບໍ່? ທ່ານບໍ່ມີຄວາມຍິນດີ,ແມ່ນບໍ່? ທ່ານບໍ່ມີຄວາມສໍາພັນທີ່ເລິກເຊິ່ງແມ່ນບໍ່? ໃຈຂອງທ່ານເລິກໆແລ້ວບໍ່ມີຄວາມຮັກກັບຄົນໃໝ່ໆ,ແມ່ນບໍ່? ຈົ່ງສັດຊື່ທ່ານບໍ່ມີຄວາມຮັກທີ່ເລິກເຊິ່ງສໍາຫຼັບພຣະເຢຊູອີກຕໍ່ໄປແມ່ນບໍ່? ພວກເຮົາຈະຍື່ນສະເໜີສິ່ງເຫຼົ່ານີ້ໃຫ້ຄົນອື່ນໄດ້ແນວໃດໃນເມື່ອພວກເຮົາເອງກໍບໍ່ມີ?

ເມື່ອຂ້າພະເຈົ້າຂໍໃຫ້ພວກທ່ານມາສາລະພາບຄວາມຜິດແລະຄວາມບາບຂອງທ່ານ,ທ່ານກໍຄິດວ່າ “ມັນເຮັດຂ້ອຍອຶດອັດໃຈທີ່ຈະເຮັດແບບນັ້ນ” ພວກທ່ານເຮັດວຽກແລ້ວ-ເຮັດຫຼາຍຢ່າງ! ມັນບໍ່ແມ່ນວຽກເພີ່ມຂື້ນທີ່ທ່ານຕ້ອງການ, ມັນຄືຄວາມຮັກຫຼາຍຂື້ນ! ຄວາມຮັກ ເພືື່ອພຣະຄຣິດເພີິ່ມຂື້ນ! ຄວາມຮັກສໍາຫຼັບກັນແລະກັນເພີິ່ມຂື້ນສາມາດເກີດຂື້ນໄດ້ເມື່ອພວກເຮົາມີຄວາມຮັກຕໍ່ພຣະອົງເພີ່ມຂື້ນ!

ໂຜດຕື່ມເຕັມນິມິດທຸກຢ່າງທຸກຄວາມປາດຖະໜາ
ຮັກສາເພື່ອລາສີພຣະອົງ ຈິດໃຈຂ້າໄດ້ຮັບການດົນໃຈ
ກັບຄວາມຄົບສົມບູນ,ຄວາມຮັກອັນບໍລິສຸດຂອງພຣະອົງ
ຖ້ວມທາງເດີນຂອງຂ້າດ້ວຍແສງຈາກເບື້ອງເທິງ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ຂ້າພະເຈົ້າຄິດເຖິງເລື່ອງຂອງແຊມສັນໃນຄືນໜື່ງ,ທັງສີ່ບົດໃນພຣະຄໍາພີເວົ້າເຖິງແຊມສັນ, ລາວຖືກບັນທຶກໃນຖານະຄົນທີ່ລອດແລ້ວໃນພຣະທໍາເຮັບເລີ 11:32,ລາວລອດ ຕອນໃດ? ຂ້າພະເຈົ້າເຊື່ອວ່າລາວຍັງບໍ່ລອດຈົນສອງສາມນາທີສຸດທ້າຍກ່ອນທີ່ລາວຈະຕາຍ,ຕອນທີ່ສຸດທ້າຍແລ້ວລາວກໍຮ້ອງຫາຄວາມຊ່ວຍເຫຼືອຈາກພຣະເຈົ້າ”, ແຕ່ພຣະເຢຊູໄດ້ເອີ້ນລາວວ່າເປັນຄົນບໍລິສຸດ “ນາຊີຣີີແກ່ພຣະເຈົ້າ”(ພວກຜູ້ປົກຄອງ 13:5) “ພຣະວິນຍານຂອງພຣະເຢໂຮວາກໍເລີ່ມຂັບເຄື່ອນໃນໃຈຂອງລາວຕັ້ງແຕ່ເວລານັ້ນ” (ພວກຜູ້ປົກຄອງ 13:5),ແຕ່ແຊມສັນບໍ່ເສັງຕົກທີ່ຈະຮັກພຣະເຈົ້າໝົດທັງຫົວໃຈຂອງລາວ, ເພາະຊີວິດທີ່ສັ້ນໆຂອງລາວສ່ວນຫຼາຍລາວເປັນຄືກັບພວກທ່ານ, ລາວຄິດວ່າລາວດໍາເນີນຊີວິດຄຣິສຕຽນໂດຍອໍານາດຂອງຕົນເອງ, ໂດຍກໍາລັງຂອງຕົນເອງ, ແຕ່ລາວບໍ່ສາມາດເຮັດໄດ້, ລາວເສັງຕົກແລ້ວເສັງຕົກອີກ,ຄືກັບພວກທ່ານກັບຂ້າພະເຈົ້າເປັນ, ສຸດທ້າຍກໍາລັງຂອງຊາຕານກໍຈັບລາວແລ້ວຄວັກແກ່ນຕາລາວອອກ “ແລະໃຫ້ລາວໂມ້ແປ້ງຢູ່ໃນຄຸກ” (ພວກຜູ້ປົກຄອງ 16:21).

ພີ່ນ້ອງຊາຍແລະຍິງທັງຫຼາຍ,ບໍ່ແມ່ນພວກທ່ານບາງຄົນບໍ່ທີ່ເປັນຄືກັບແຊມສັນຜູ້ໜ້າສົງສານ?ພວກທ່ານຖືກເອີ້ນໂດຍພຣະເຢຊູ, ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດເພື່ອໃຫ້ເຮັດສິ່ງທີ່ຍິ່ງໃຫຍ່ຕ່າງໆເພື່ອພຣະເຈົ້າໃນອະດີດ,ແຕ່ເທື່ອລະເລັກລະໜ້ອຍທ່ານກໍກາຍມາຂົມ ແລະໂສກເສົ້າ, ຕອນນີິ້ພວກທ່ານບໍ່ມີຄວາມສຸກແລ້ວ, ພວກທ່ານບໍ່ມີຄວາມຮັກແທ້ ເພື່ອຄຣິສຕະຈັກໃນຕອນນີ້, ທ່ານມາຄຣິສຕະຈັກດ້ວຍຕາທີ່ບອດ, ສາສະໜາຂອງທ່ານເປັນສິ່ງທີ່ໜ້າເບື່ອ,ເຮັດວຽກໜັກໂດຍບໍ່ມີຄວາມສຸກ, ວຽກທີ່ເປັນຕາເບື່ອ,ວຽກແບບທາດເທົ່ານັ້ນ! ທ່ານມາໂບດໃນຖານະທາດຄົນໜື່ງ, ມັນເປັນຕາເບື່ອແທ້ໆ, ທ່ານບໍ່ຮັກທີ່ຈະຢູ່ທີ່ນີ້ອີກຕໍ່ໄປ, ທ່ານ “ໂມ້ແປ້ງຢູ່ໃນຄຸກ”ຄືກັບແຊມສັນຜູ້ໜ້າສົງສານ, ຂ້າພະເຈົ້າບໍ່ຮູ້ວ່າຄົນອື່ນຄິດເຖິງເລື່ອງຂອງລາວແນວໃດແດ່, ແຕ່ຂ້າພະເຈົ້າຮ້ອງໄຫ້ຢ່າງຂົມຂື່ນເມື່ອອ່ານເລື່ອງຂອງລາວ, “ກໍາລັງໂມ້ແປ້ງຢູ່ໃນຄຸກ”-ຖືກມັດດ້ວຍຫ່ວງແຂນຫຼືຂານັກໂທດ ແລະໂສ້,ໂມ້ແປ້ງ, ຍູ້ເຄື່ອງບົດເຂົ້າເປັນເວລາຫຼາຍຊົ່ວໂມງ.

ແລະຂ້າພະເຈົ້າຮູ້ດີວ່າອັນນັ້ນແມ່ນສາສະໜາຂອງທ່ານເຊັ່ນກັນ, ແລະບາງເທື່ອໃຈຂອງຂ້າພະເຈົ້າກໍຮ້ອງໄຫ້ເພື່ອພວກທ່ານ, ພວກທ່ານບໍ່ມີຄວາມສຸກ, ພວກທ່ານບໍ່ມີຄວາມຮັກ, ພວກທ່ານບໍ່ມີຄວາມຫວັງ, ທ່ານພຽງແຕ່ສືບຕໍ່ໂມ້ແປ້ງໃນເໝືອນດັ່ງທາດຢູ່ໃນຄຸກ,ແມ່ນ! ສໍາຫຼັບພວກທ່ານບາງຄົນຄຣິສຕະຈັກນີິ້ຄືຄຸກ, ຄຸກບ່ອນທີ່ທ່ານໂມ້ແປ້ງຊ່ວງນະມັດສະການ, ບ່ອນທີ່ທ່ານໂມ້ແປ້ງຜ່ານທາງວຽກທາດຂອງການປະກາດຂ່າວປະເສີດ, ພວກທ່ານຊັງມັນ! ແຕ່ບໍ່ຮູ້ວິທີທີ່ຈະໜີ! ທ່ານຖືກມັດດ້ວຍໂສ້ຝ່າຍຈິດວິນຍານ,ໂມ້ແປ້ງ, ໂມ້ແປ້ງ, ໂມ້ແປ້ງຢູ່ໂດຍບໍ່ມີຄວາມຫວັງ, ບາງເທື່ອພວກທ່ານກໍຄິດທີ່ຈະໜີໄປ, ຂ້າພະເຈົ້າຮູ້ດີວ່າບາງຄົນເຮັດ, ແຕ່ພວກທ່ານອອກໄປບໍ່ໄດ້, ໝູ່ຄູ່ທີ່ທ່ານມີຢູ່ທີ່ນີ້, ພີ່ນ້ອງທີ່ທ່ານມີຢູ່ນີ້! ທ່ານຈະໜີອອກຈາກການໂມ້ແປ້ງທີ່ບໍ່ຢຸດບໍ່ເຊົາ,ວຽກທີ່ເບື່ອໜ່າຍແລະວຽກຂອງຄຣິສຕະຈັກທີ່ເບິ່ງຄືວ່າເປັນຄຸກສໍາຫຼັບທ່ານໄດ້ແນວໃດ? ຂ້າພະເຈົ້າຢາກຊ່ວຍພວກທ່ານ! ພຣະເຈົ້າຮູ້ດີວ່າຂ້າພະເຈົ້າຢາກຊ່ວຍ! ມີພຽງຫົນທາງດຽວທີ່ຈະໜີໄປໄດ້, ນັກເທດເຈົ້າຮູ້ໄດ້ແນວໃດ? ກໍເພາະຂ້າພະເຈົ້າເຄີຍຢູ່ໃນບ່ອນທີ່ພວກທ່ານຢູ່ໃນຕອນນີ້! ຂ້າພະເຈົ້າເຄີຍຖືກໂສ້ຢູ່ໃນໂບດ,ໂມ້ແປ້ງ,ໂມ້ແປ້ງ, ຊັງມັນ-ແຕ່ບໍ່ພົບທາງທີ່ຈະໜີໄປໄດ້! ມີພຽງຫົນທາງດຽວທີ່ຈະໜີ ໄດ້ກໍຄືພຣະເຢຊູ! ຈົ່ງສາລະພາບຄວາມຜິດຂອງທ່ານ! ເປັນຫຍັງ? ຄວາມຜິດຕ່າງໆຄືໂສ້ທີ່ມັດທ່ານຢູ່! ຈົ່ງກໍາຈັດມັນອອກໄປ! ຈົ່ງກັບໃຈໃໝ່ແລ້ວຖືກຊໍາລະໂດຍພຣະໂລຫິດ,ເພາະມີພຽງພຣະເຢຊູເທົ່ານັ້ນທີ່ສາມາດແກ້ໂສ້ ແລະປົດປ່ອຍທ່ານໃຫ້ເປັນອິດສະຫຼະອີກໄດ້.

“ທ່ານທັງຫຼາຍຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ, ເພື່ອທ່ານຈະໄດ້ຮັບການຮັກສາໃຫ້ຫາຍ…” (ຢາໂກໂບ 5:16)

ຈົ່ງສາລະພາບຄວາມຢ້ານຂອງທ່ານ,ຄວາມສົງໄສຂອງທ່ານ, ຄວາມບາບ, ຄວາມໃຈຮ້າຍ,ຄວາມຂົມຂື່ນ, ຄວາມອິດສາຂອງທ່ານ, “ທ່ານທັງຫຼາຍຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ, ເພື່ອທ່ານຈະໄດ້ຮັບການຮັກສາໃຫ້ຫາຍ…”(ຢາໂກໂບ 5:16) ນາງລີໄດ້ເຮັດແລ້ວ! ແລະພຣະເຢຊູກໍຮັກສານາງ, ໄກເພີງກໍເຮັດແລ້ວແລະ ພຣະເຢຊູກໍຮັກສາລາວ, ຕອນນີ້ຍັງມີແສງແຫ່ງຄວາມຫວັງ, ທ່ານຄິດວ່າ “ມັນແມ່ນຄວາມຈິງບໍ່?” ແມ່ນ! ມັນແມ່ນຄວາມຈິງ! ທຸກໆຄົນ,ຂໍໃຫ້ອະທິຖານເພື່ອບາງຄົນທີ່ຈະສາລະພາບ ຄວາມຜິດຂອງເຂົາ ແລະໄດ້ຮັບການຮັກສາໂດຍພຣະເຢຊູ(ພວກເຂົາອະທິຖານ).

“ພຣະຄຣິດກ່າວວ່າ ‘ບຸກຄົນຜູ້ໃດໂສກເສົ້າ ຜູ້ນັ້ນເປັນສຸກ’(ມັດທາຍ 5:4)ຊຶ່ງເລັ່ງໃສ່ຄົນເຫຼົ່ານັ້ນທີ່ຮູ້ສຶກເສື່ອມຖອຍ ແລະຮ້ອງໄຫ້ເສຍໃຈ, ຄວາມບາບມັກແມ່ນບັນຫາຕໍ່ພວກຄຣິສຕຽນທີ່ສະແຫວງຫາການຟື້ນຟູ ແລະການຟື້ນຟູມັກຈະຈັດການກັບສິ່ງຕ່າງໆທີ່ບໍ່ສະດວກສະບາຍທີ່ໂລກເບິ່ງບໍ່ເຫັນ, ການຟື້ນຟູໂຍນແສງສະຫວ່່າງສູ່ບ່ອນມືດມົນ...ເພື່ອຕຽມການຟື້ນຟູ, ອີແວນໂຣເບີດ ຈະເຕືອນສະຕິພວກເຂົາວ່າພຣະວິນຍານ(ບໍລິສຸດ)ຈະບໍ່ມາຈົນກວ່າຜູ້ຄົນຈະກຽມພ້ອມ, ‘ພວກເຮົາຕ້ອງກໍາຈັດ(ຄຣິສຕະຈັກ)ຄວາມຮູ້ສຶກທີ່ບໍ່ດີທຸກຢ່າງອອກໄປ-ຄວາມຄິດຮ້າຍທຸກຢ່າງ, ອິດສາ, ອະຄະຕິ ແລະຄວາມເຂົ້າໃຈຜິດ, (ຢ່າອະທິ ຖານ)ຈົນກວ່າຄວາມສະດຸດທຸກຢ່າງຖືກອະໄພ, ແຕ່ຖ້າທ່ານຮູ້ສຶກວ່າທ່ານບໍ່ສາມາດອະໄພໄດ້, ຈົ່ງງໍມັນລົງສູ່ດິນ ແລ້ວຂໍຈິດວິນຍານແຫ່ງການອະໄພ, ແລ້ວທ່ານຈະໄດ້ມັນ’”...ມີພຽງ ຄຣິສຕຽນທີ່ສະອາດເທົ່ານັ້ນຈະສາມາດມີຊິີວິດທີ່ໃກ້ຊິດກັບພຣະເຈົ້າໄດ້(ໄບຣ້ອັນເອັຈ.ເອັດ ເວີດ Revival, Evangelical Press, 2004, p. 113)...“ທຸກຄົນຈົ່ງອະໄພໃຫ້ຄົນອື່ນ, ແຕ່ລະຄົນໜ້າຕໍ່ໜ້າກັບພຣະເຈົ້າ(ແບບທີ່ເຂົາສາລະພາບຂອງເຂົາ)...(ນີ້ຄື)ປະເພດຂອງການຟື້ນຟູທຸກ ອັນທີ່ຖືກບັນທຶກໄວ້,ບໍ່ມີການຟື້ນຟູທີ່ປາສະຈາກການສໍານຶກທີ່ເລິກເຊິ່ງ, ບໍ່ສະດວກສະບາຍ ແລະຄວາມຖ່ອມໃຈເລື່ອງບາບ”(ເຫຼັ້ມດຽວກັນໜ້າ 116)...“ພວກເຮົາມີຄຣິສຕະຈັກທີ່ບໍ່ບໍລິ ສຸດໃນປັດຈຸບັນນີ້ເພາະພວກຄຣິສຕຽນບໍ່ຮູ້ສຶກບາບຫຼືຢ້ານມັນ...ຄົນທີ່ສະແຫວງຫາການຟື້ນຟູຄວນເລິ່ມຕົ້ນໂດຍການກວດສອບໃຈຂອງຕົນ ແລະມີຊີວິດທີ່ບໍລິສຸດຢູ່ຕໍ່ໜ້າພຣະເຈົ້າ, ຖ້າພວກເຮົາປົກປິດຄວາມບາບຂອງເຮົາ ແລະບໍ່ສາລະພາບມັນຕອນນີ້(ພວກເຮົາກໍຈະບໍ່ມີການຟື້ນຟູ)...ພຣະເຈົ້າຜູ້ບໍລິສຸດຊົງເຮັດໃຫ້ພວກຄຣິສຕຽນຮູ້ສຶກແມ່ນແຕ່ບາບທີ່ໜ້ອຍທີ່ສຸດ...ວຽກແຫ່ງການໂນມນ້າວທີ່ເລິກເຊິ່ງນີ້ມັກຈະນໍາອິດສະຫຼະພາບ ແລະຄວາມຍິນດີິໃນການພົບປະສົບການໃໝ່ແຫ່ງການໃຫ້ອະໄພ, ຕິດຕາມດ້ວຍ ‘ການແທງຂອງໃຈ’ອອກມາຈາກຄວາມຍິນດີແຫ່ງຄວາມລອດ”(ເຫຼັ້ມດຽວກັນໜ້າ 120).

ພວກເຮົາມີຄົນໜຸ່ມສິບເຈັດຄົນທີ່ຫວັງວ່່າລອດແລ້ວໃນການນະມັດສະການເຫຼົ່ານັ້ນ,ພວກເຮົາປະສົບການແຕະຕ້ອງຂອງການຟື້ນຟູໃນການນະມັດສະການເຫຼົ່ານັ້ນ, ຢ່າງໜ້ອຍພວກຄົນໜຸ່ມເຫຼົ່ານັ້ນກໍຕື່ນຂື້ນ, ບໍ່ມີໃຜຄາດວ່າເຂົາຈະຕື່ນຂື້ນ ແລະຫວັງວ່າລອດແລ້ວ,ເມື່ອຂ້າພະເຈົ້າປະກາດຊື່ຂອງພວກເຂົາ, ບໍ່ມີໃຜຍິນດີຢູ່ໃນໂບດຂອງເຮົາ, ເປັນຫຍັງພວກທ່ານຈື່ງບໍ່ດີໃຈນໍາ? ຢູ່ປະເທດຈີນເຂົາຈະຮ້ອງໄຫ້ດ້ວຍຄວາມຍິນດີ! ເປັນຫຍັງຢູ່ນີ້ບໍ່ມີ?

ສິບເຈັດຄົນທີ່ຫວັງວ່າລອດແລ້ວແຕ່ບໍ່ມີນໍ້າຕາແຫ່ງຄວາມຍິິນດີ,ບໍ່ມີຄວາມດີໃຈໃນພວກເຮົາ, ເປັນຫຍັງ? ກໍເພາະ“ຄົນທີ່ມີໃຈຫັນຫຼັງຈະຖືກຕື່ມເຕັມດ້ວຍທາງຂອງເຂົາເອງ” (ສຸພາສິດ14:14)

“ພຣະອົງຈະບໍ່ຊົງໃຫ້ພວກຂ້ານ້ອຍຟື້ນອີກບໍ່ ເພື່ອປະຊາຊົນຂອງພຣະອົງຈະໄດ້ຍິນດີໃນພຣະອົງ?” (ເພງສັນລະເສີນ 85:6)

ພວກເຮົາບໍ່ສາມາດຍິນດີໃນນໍ້າຕາໄດ້ຈົນກວ່າພວກເຮົາຈະສາລະພາບຄວາມຜິດຂອງເຮົາດ້ວຍນໍ້າຕາ! ນັ້ນຄືສິ່ງທີ່ເກີດຂື້ນຢູ່ປະເທດຈີນ, ເປັນຫຍັງບໍ່ແມ່ນຢູ່ໂບດຂອງເຮົາ? ພວກທ່ານຢ້ານທີ່ຈະສາລະພາບຄວາມຜິດຂອງທ່ານຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ, ເພື່ອທ່ານຈະໄດ້ຮັບການຮັກສາ, ການຢ້ານໃນສິ່ງທີ່ຄົນອື່ນຈະຄິດຢຸດຢັ້ງພວກທ່ານຈາກການສາລະພາບ, ເອຊາຢາໄດ້ເວົ້າວ່າ “ເຈົ້າແມ່ນໃຜທີ່ຄວນຢ້ານມະນຸດຜູ້ຊື່ງຈະຕາຍ...ແລະລືມພຣະເຢໂຮວາຜູ້ສ້າງຂອງຕົນ...” (ເອຊາຢາ 51:12,13).

“ຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ ແລະຊາບຈິດໃຈຂອງຂ້ານ້ອຍ
ຂໍຊົງລອງຂ້ານ້ອຍ ແລະຊາບຄວາມຄິດຂອງຂ້ານ້ອຍ
ແລະຊາບຈິດໃຈຂອງຂ້ານ້ອຍ
ຂໍຊົງລອງຂ້ານ້ອຍ ແລະຊາບຄວາມຄິດຂອງຂ້ານ້ອຍ
ແລະເບິ່ງວ່າມີທາງຊົ່ວໃດໆໃນຂ້ານ້ອຍຫຼືບໍ່
ແລະຂໍຊົງນຳຂ້ານ້ອຍໄປໃນທາງນິລັນດອນ”
(ເພງສັນລະເສີນ 139:23-24)

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“Fill All My Vision” by Avis Burgeson Christiansen, 1895-1985).

ພວກທ່ານບໍ່ໄດ້ມາກ່ອນ, ທ່ານຮູ້ວ່າທ່ານຄວນມາແຕ່ທ່ານພັດຢ້ານ, ເມຍຂອງ ດຣ.ແຊນບອກຂ້າພະເຈົ້າວ່ານາງເປັນຄົນທີ່ຖອຍຫຼັງທາງໂທລະສັບ, ແລ້ວຂ້າພະເຈົ້າກໍ ແນມເບິ່ງລາວໃນເຊົ້າວັນອາທິດ-ລາວກໍແນມເບິ່ງຂ້າພະເຈົ້າ, ຂ້າພະເຈົ້າສາມາດບອກໄດ້ ວ່່ານາງຢາກຈະມາ, ຂ້າພະເຈົ້າກໍເລີຍຈັບມືຂອງລາວແລ້ວເວົ້າວ່າ“ມາ”ລາວກໍມາ,ນາງເຄີຍ ຢ້ານທີ່ຈະມາ, ແລ້ວສຸດທ້າຍລາວກໍໄດ້ເປັນເມຍຂອງດຣ.ແຊນ! ຜູ້ຄົນຈະຄິດແນວໃດຖ້າ ນາງຫາກສາລະພາບຄວາມຜິດຂອງຕົນ?ຈົ່ງລືມໃນສິ່ງທີ່ຄົນອື່ນຄິດ! ໃນຂະນະທີ່ພວກເຮົາ ຢືນຂື້ນຮ້ອງເພງ,ເຊີນມາຄຸເຂົ່່າລົງທີ່ນີ້ ແລ້ວສາລະພາບຄວາມຜິດຂອງທ່ານ,ພຣະເຈົ້າໂນມ ນ້າວທ່ານແລ້ວພຣະໂລຫິດພຣະຄຣິດທີ່ຫຼັ່ງລົງມາຈາກໄມ້ກາງແຂນຈະຊໍາລະທ່ານໃຫ້ເປັນຄົນໃໝ່.

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“Fill All My Vision” by Avis Burgeson Christiansen, 1895-1985).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“More Love to Thee” (by Elizabeth P. Prentiss, 1818-1878).