Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍໂຜດສໍາແດງສະຫງ່າລາສີຂອງພຣະອົງແກ່ຂ້ານ້ອຍ

SHOW ME THY GLORY
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນເສົາຕອນແລງ 12/8/2017
A sermon preached at the Baptist Tabernacle of Los Angeles
Saturday Evening, August 12, 2017


ເຊີນເປີດພຣະຄໍາພີຂອງທ່ານໄປກັບຂ້າພະເຈົ້າໃນໜັງສືອົບພະຍົບບົດທີ 33,ຢູ່ໜ້າ ທີ 115 ຂອງພຣະທໍາສະກໍຟິວສຶກສາ, ຂໍໃຫ້ເຮົາຢືນຂື້ນອ່ານອົບພະຍົບ 33:18,ນີ້ແມ່ນຄໍາອະທິຖານຂອງໂມເຊຕໍ່ພຣະເຈົ້າ:

“ແລະທ່ານກາບທູນວ່າ “ຂ້ານ້ອຍຂໍອ້ອນວອນພຣະອົງ(ຂ້ານ້ອຍຂໍຮ້ອງພຣະ ອົງ) ຂໍຊົງໂຜດສໍາແດງສະຫງ່າລາສີຂອງພຣະອົງແກ່ຂ້ານ້ອຍດ້ວຍເຖີດ” (ອົບພະຍົບ 33:18)

ເຊີນນັ່ງລົງ. ຖ້າທ່ານຈື່ຄໍາເທດສະໜາຂອງຈອນຊາມູເອວເລື່ອງ“ລະບຽບແລະຂໍ້ໂຕ້ແຍ້ງໃນ ຄໍາອະທິຖານ” ພວກທ່ານກໍຈະພົບຄໍາອະທິຖານຕ່າງໆແບບນັ້ນໃນໜັງສືອົບພະຍົບບົດທີ 32 ແລະ 33, ໂມເຊອະທິຖານຕໍ່ພຣະເຈົ້າ, ການເຖິງຈຸດສຸດຍອດໃນຂໍ້ທີ່ 15 ແລະ 18,ໃນຂໍ້ 15 ໂມເຊເວົ້າວ່າ “ຖ້າການສະຖິດຢູ່ນໍາຂອງພຣະອົງບໍ່ໄດ້ໄປກັບຂ້ານ້ອຍ ກໍຢ່າພາພວກຂ້ານ້ອຍຂື້ນໄປຈາກບ່ອນນີ້ເລີຍ” ໃນຂໍ້ທີ່ 18 ໂມເຊເວົ້າວ່າ “ຂ້ານ້ອຍຂໍອ້ອນວອນພຣະອົງ ຂໍຊົງໂຜດສໍາແດງສະຫງ່າລາສີຂອງພຣະອົງແກ່ຂ້ານ້ອຍດ້ວຍເຖີດ” ພາສາຮິບຣູ ສໍາຫຼັບ“ສະຫງ່າລາສີ”ແມ່ນ kavōd ຄວາມໝາຍແທ້ກໍຄື“ນໍ້າໜັກຂອງພຣະເຈົ້າ” ໂດຍສ່ວນຕົວແລ້ວຂ້າພະເຈົ້າເຄີຍຮູ້ສຶກເຖິງ “ນໍ້າໜັກ”ນັ້ນເປັນເວລາສອງສາມເທື່ອໃນຊີວິດຂອງຕົນ, ເມື່ອຂ້າພະເຈົ້ານອນລົງຫາຍໃຈຫອບເທິງຫຍ້າຢູ່ໃນປ່າຊ້າຟໍເຣສລໍຕອນອາຍຸ 15 ປີ,ຂ້າພະເຈົ້າຮູ້ສຶກນໍ້າໜັກເບົາໆຂອງພຣະເຈົ້າລົງມາເທິງຕົນຄືກັບຜ້າປູຕຽງເບົາໆ, ຢູ່ໃນການຟື້ນຟູສາມແຫ່ງທີ່ແຕກຕ່າງກັນຂ້າພະເຈົ້າເປັນພະຍານໄດ້ເຖິງ kavōd ທີ່ຮູ້ສຶກໄດ້ໃນອາກາດອ້ອມຮອບຂ້າພະເຈົ້າ, ໄບຣອັນເອັຈ.ເອັດເວີດກ່າວວ່າ “ການຊົງສະຖິດຢູ່ນໍາ’ຂອງພຣະເຈົ້າຕໍ່ ຕ້ານການອະທິບາຍຂອງມະນຸດ,ແຕ່ມັນຖືກນັບສໍາຫຼັບເປັນປະສົບການທີ່ພິເສດຂອງການຟື້ນຟູ” ( Revival: A People Saturated With God ໜ້າ 136) “ອາດາມກັບເອວາໄດ້ໄປລີ້ຈາກພຣະພັກຂອງພຣະເຈົ້າ ແລະກາອິນກໍອອກໄປຈາກພຣພັກຂອງພຣະເຈົ້າ” (ເຫຼັ້ມດຽວກັນ ໜ້າ 135) “ໃນການຟື້ນຟູການສະຖິດຢູ່ນໍາຂອງພຣະເຈົ້າໄດ້ກາຍເປັນປະສົບການຄວາມຮູ້ສຶກທີ່ຈັບຕ້ອງໄດ້(ແຕະຕ້ອງ)” (ເຫຼັ້ມດຽວກັນໜ້າ 134) “ໃນການຟື້ນຟູ(ການສະຖິດຢູ່ນໍາຂອງພຣະເຈົ້າ)ກາຍເປັນສິ່ງທີ່ແຈ່ມແຈ້ງທີ່ສຸດວ່າໃນຊ່ວງເວລາຕ່າງໆມັນຄືການຄອບງໍາ” (ເຫຼັ້ມດຽວກັນໜ້າ 135)

“ນີ້ແມ່ນກຸນແຈໃນການທໍາຄວາມເຂົ້າໃຈວ່າການຟື້ນຟູແມ່ນຫຍັງ, ຖ້າມີລັກສະນະໜື່ງຂອງການນະມັດສະການໃນມື້ນີ້ທີ່ຄືການຂາດແຄນມັນຄືຄວາມຮູ້ສຶກການສະຖິດຢູ່ນໍາຂອງພຣະເຈົ້າ...ນັ້ນຄືເຫດຜົນທີ່ພວກເຮົາສາມາດສະແດງອອກເຖິງຄວາມບໍ່ສົນໃຈໃນການນະມັດສະການ, ການເຮັດວຽກອັນເລິກເຊິ່ງຂອງພຣະວິນຍານໃນການຟື້ນຟູມັກຈະມີຊື່ສຽງ ສໍາຫຼັບປະສົບການທີ່ໂນມນ້າວພວກເຮົາວ່າພຣະເຈົ້າຊົງສະຖິດຢູ່...ການຟື້ນຟູຈື່ງແຕກຕ່າງ, ພຣະເຈົ້າຊົງເປັນທີ່ຮູ້ຈັກທີ່ນັ້ນ, ແລະແມ່ນແຕ່ຄົນບໍ່ເຊື່ອກໍຖືກບັງຄັບໃຫ້ຍອມຮັບ ‘ພຣະເຈົ້າ ຊົງຢູ່ຖ້າມກາງພວກທ່ານແທ້’ 1 ໂກລິນໂທ 14:25” (ເຫຼັ້ມດຽວກັນໜ້າ 134)“ເມື່ອພຣະວິນຍານຂອງພຣະເຈົ້າສະເດັດ(ລົງມາ)ພຣະອົງຊົງຮັບເອົາຄໍາອະທິຖານຂອງຄຣິສຕະ ຈັກແລ້ວຫາຍໃຈຊີວິດໃໝ່ເຂົ້າໃນມັນ” (ເຫຼັ້ມດຽວກັນໜ້າ 129) “ໃນການຟື້ນຟູຄໍາອະທິຖານກາຍເປັນຄວາມຊົມຊື່ນແລະຍິນດີ” (ເຫຼັ້ມດຽວກັນໜ້າ 128) ພາຍຫຼັງການສາລະພາບໄດ້ນໍາພວກຄຣິສຕຽນສູ່ການຊໍາລະລ້າງໃໝ່ໂດຍພຣະໂລຫິດຂອງພຣະຄຣິດ.

ທີ່ແຊັກໂຊນີ “ຄວາມຮູ້ສຶກຂອງຄວາມໃກ້ຊິດຂອງພຣະຄຣິດຖືກມອບໃຫ້ກັບພວກເຮົາທຸກຄົນໃນເວລາດຽວກັນ...ສິ່ງທີ່ພຣະເຈົ້າເຮັດ(ຢູ່ຫັ້ນ)ຕັ້ງແຕ່ເວລານັ້ນຈົນເຖິງລະດູໜາວ ຂອງປີດຽວກັນເປັນສິ່ງທີ່ສະແດງອອກມາບໍ່ໄດ້, ສະຖານທີ່ທັງໝົດປາກົດເປັນເໝືອນຫໍເຕັ້ນ ຂອງພຣະເຈົ້າ” (ເຫຼັ້ມດຽວກັນໜ້າ 135), ຢູ່ປະເທດເກົາຫລີໃນປີ 1907“ແຕ່ລະ(ຄົນ)ໃນຂະນະທີ່ເຂົາເຂົ້າໄປໃນຄຣິສຕະຈັກ, ຮູ້ສຶກວ່າຫ້ອງນັ້ນເຕັມໄປດ້ວຍການສະຖິດຢູ່ນໍາຂອງພຣະເຈົ້າ...ຄືນນັ້ນມີຄວາມຮູ້ສຶກເຖິງຄວາມໃກ້ຊິດຂອງພຣະເຈົ້າທີ່ບໍ່ສາມາດອະທິບາຍອອກມາໄດ້ເລີຍ” (ເຫຼັ້ມດຽວກັນໜ້າ 135, 136)

ໃນເດືອນພະຈິກຂອງປີ 1980 ຂ້າພະເຈົ້າກັບໝູ່ຄົນໜື່ງພາກັນໄປເມີຟຣີໂບໂຣລັດ ເທັນເນສຊີເພື່ອສໍາພາດດຣ.ຈອນອາ.ໄຣສ໌ ສໍາຫຼັບລາຍການໂທລະພາບທີ່ພວກເຮົາກໍາລັງ ເຮັດຢູ່, ດຣ.ໄຣສ໌ເຖົ້າຫຼາຍແລະເປັນເປ້ຍຍ້ອນອໍາມະພາດ, ຕອນອາຍຸ 85 ປີລາວຖືກຍູ້ລໍ້ເຂົ້າມາຂ້າງໃນເພື່ອພົບພວກເຮົາ, ໃນຂະນະທີ່ພວກເຂົາຍູ້ລໍ້ລາວເຂົ້າມາ,ຂ້າພະເຈົ້າກັບໝູ່ ຮູ້ສຶກໄດ້ເຖິງ“kavōd”ລົງມາຄືກັບແສງທີ່ໜັກຢູ່ໃນອາກາດ, ຂ້າພະເຈົ້າຮູ້ດີວ່າພຣະເຈົ້າຊົງລົງມາເພາະມັນຮູ້ສຶກແບບດຽວກັບທີ່ເຄີຍຮູ້ສຶກຢູ່ໃນການຟື້ນຟູທີ່ພິເສດທີ່ເຄີຍເຫັນມາດ້ວຍຕາ.

ພວກເຮົາໄປເຊົ່າກ້ອງຖ່າຍຮູບກັບຄົນຖ່າຍຮູບຢູ່ໃນເມືອງ, ຜູ້ຊາຍທີ່ເຮັດວຽກຖ່າຍ ຮູບມາຈາກພື້ນຖານຄາທໍລິກແຕ່ໄດ້ຖີ້ມໂບດໄປແລ້ວ, ໃນຂະນະທີ່ພວກເຮົາສໍາພາດດຣ.ໄຣສ໌ຕາກ້ອງຄົນນັ້ນກໍນໍ້າຕາໄຫຼລົງແກ້ມຊື່ງລາວກໍເຊັດອອກຕະຫຼອດໃນຂະນະທີ່ ດຣ.ໄຣສ໌ເວົ້າການຢຸດກ່ຽວກັບງານປະກາດຂ່າວປະເສີດອັນຍິ່ງໃຫຍ່ທີ່ລາວເຄີຍດໍາເນີນການ,ຈາກນັ້ນ ການສໍາພາດກໍຈົບລົງແລ້ວພວກເຂົາກໍຊຸກລໍ້ດຣ.ໄຣສ໌ອອກໄປຂຶ້ື້ນລົດ, ຂ້າພະເຈົ້າກັບໝູ່ຖືກ ປະໄວ້ຢູ່ໃນຫ້ອງນັ້ນກັບຕາກ້ອງ, ລາວກໍຍັງໄຫ້ຢູ່, ລາວຖາມຂ້າພະເຈົ້າກ່ຽວກັບດຣ.ໄຣສ໌ ແລ້ວຂ້າພະເຈົ້າກໍອະທິບາຍໃຫ້ລາວຟັງວ່າເພິ່ນເປັນບຸລຸດຜູ້ຍິ່ງໃຫຍ່ຂອງພຣະເຈົ້າ, ໃນຂະ ນະທີ່ເວົ້າຢູ່ນັ້ນຂ້າພະເຈົ້າກໍຮູ້ສຶກໄດ້ເຖິງການສະຖິດຢູ່ນໍາຂອງພຣະເຈົ້າເຕີບໃຫຍ່ຂື້ນຈົນຈັບຕ້ອງໄດ້, ຊາຍຄົນນັ້ນຮ້ອງໄຫ້,ສິ່ງທີ່ຂ້າພະເຈົ້າເວົ້າໄດ້ກໍຄື“ພຣະເຢຊູຮັກເຈົ້າເດີ”ຈົ່ງເຊື່ອວາງໃຈໃນພຣະອົງແລ້ວພຣະອົງຈະຊົງຊໍາລະລ້າງເຈົ້າຈາກຄວາມຜິດບາບຂອງເຈົ້າ”ຂ້າພະເຈົ້າບໍ່ຈໍາເປັນຕ້ອງບອກລາວ, ລາວໄດ້ຄຸເຂົ່າລົງແລ້ວເຊື່ອວາງໃຈໃນພຣະເຢຊູດ້ວຍນໍ້າຕາທີ່ໄຫຼອອກມາຈາກຕາຂອງລາວ,ມັນງ່າຍຫຼາຍເພາະພຣະເຈົ້າຊົງສະຖິດຢູ່ຫັ້ນ, ຂ້າພະເຈົ້າກໍຄິດເຖິງຂໍ້ພຣະຄໍາພີທີ່ວ່າ“ພຣະວິນຍານຂອງພຣະເຈົ້າຢູ່ໃສ,ເສລີພາບກໍມີຢູ່ທີ່ນັ້ນ”(2 ໂກລິນໂທ 3:17)ຂ້າພະເຈົ້າຮູ້ດີວ່າມັນງ່າຍສໍາໃດທີ່ຈະມີຜູ້ຄົນມາຢາມກັບໃຈໃໝ່,ແມ່ນແຕ່ຜູ້ມາຢາມຄັ້ງທໍາອິດກໍຕາມ,ຖ້າພວກເຮົາມີລິດເດດຂອງພຣະວິນຍານຂອງພຣະເຈົ້າຄືກັບທີ່ ດຣ.ໄຣສ໌ມີ!

ແຕ່ກໍຍັງມີຜົນປະໂຫຍດອັນໃຫຍ່ຫຼວງອີກໃນການມີການສະຖິດຢູ່ນໍາຂອງພຣະເຈົ້າ, ມັນເປັນການຊີມລົດຊາດລ່ວງໜ້າຂອງສະຫວັນ,ຂ້າພະເຈົ້າຮູ້ດີວ່າສະຫວັນອາດຈະເບິ່ງຄືບໍ່ແມ່ນເລື່ອງຈິງຕໍ່ພວກທ່ານໃນຕອນນີ້, ແຕ່ເມື່ອ“kavōd”ຂອງພຣະເຈົ້າລົງມາໃນຄຣິສຕະຈັກຂອງພວກເຮົາແລະເມື່ອມັນແຕະຕ້ອງພວກທ່ານ,ພວກທ່ານກໍຈະຮູ້ສຶກຄືກັບໄດ້ໄປສະຫວັນ, ມັນຈະເປັນ“ການຊີມລ່ວງໜ້າແຫ່ງສະຫງ່າລາສີຂອງພຣະເຈົ້າ” ພວກທ່ານຈະບໍ່ຄິດເຖິງສະຫວັນໃນຮູບແບບທີ່ບໍ່ມີຕົວຕົນອີກຕໍ່ໄປ, ເມື່ອພວກທ່ານເຂົ້າມາໃນຄຣິສຕະຈັກຂອງພວກເຮົາແລະພຣະເຈົ້າຊົງຢູ່ທີ່ນີ້ ,ທ່ານກໍຂະໄດ້“ຊີມ”ຄວາມຈິງແລະຄວາມຍິນດີຂອງສະ ຫວັນແທ້, ແລ້ວທ່ານກໍຈະສາມາດຮ້ອງເພງສັ້ນໆຂອງຈອນດັບໂບຢູ,ປີເຕີສັນດ້ວຍຄວາມສຸກອັນຍິ່ງໃຫຍ່ວ່າ!

ສະຫວັນໄດ້ລົງມາແລະສະຫງ່າລາສີເຕັມຈິດໃຈຂ້າ
ຕອນຢູ່ໄມ້ກາງແຂນພຣະຜູ້ຊ່ວຍໄດ້ເຮັດໃຫ້ຂ້າສະອາດ
ຄວາມບາບຂອງຂ້າຖືກລ້າງອອກໄປແລະກາງຄືນຖືກປ່ຽນເປັນກາງເວັນ
ສະຫວັນໄດ້ລົງມາແລະສະຫງ່າລາສີເຕັມຈິດໃຈຂ້າ
(“ສະຫວັນໄດ້ລົງມາ”ໂດຍ John W. Peterson, 1921-2006)

ຕອນນີ້ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າເຖິງຄວາມປ່າເຖື່ອນ,ການປະພຶດຕົນທີ່ບ້ານໍາອັນໃດໜື່ງຂອງພວກເພັນຕາຄອສບາງກຸ່ມຫຼືຄວາມຄິດຜິດໆຕ່າງໆຂອງພວກຄາຣິສເມຕິກບາງກຸ່ມ, ບໍ່ເລີຍ? ພວກເຂົາມັກພະຍາຍາມທີ່ຈະໃຫ້ພຣະວິນຍານຂອງພຣະເຈົ້າລົງມາໂດຍ ການຕີກອງດັງໆຫຼືການເວົ້າພາສາແປກໆ, ພວກເຂົາອາດຈະເຈດຕະນາດີແຕ່ອັນນັ້ນບໍ່ແມ່ນ ວິທີທີ່ພຣະເຈົ້າລົງມາໃນການປະຊຸມແລະການຟື້ນຟູຜູ້ຄົນກ່ອນການເກີດຂື້ນມາຂອງນິກາຍເພັນຕາຄອສໃນປີ 1905, ພວກເຮົາຈໍາເປັນຕ້ອງກັບໄປຫາທາງເກົ່າ-ເພາະທາງເກົ່າເປັນທາງແທ້-ແລະມັນຍັງຄົນເປັນທາງແທ້!

ພວກເຮົາຈະຕ້ອງບໍ່ພະຍາຍາມທີ່ຈະໃຫ້ Kavōd ລົງມາຫາພວກເຮົາໂດຍການລົ້ມ ລົງພື້ນ,ເຖິງແມ່ນວ່າບາງຄົນອາດຈະລົ້ມລົງເທິງພື້ນເມື່ອພຣະເຈົ້າສະເດັດລົງມາ, ແຕ່ພວກເຮົາຈະບໍ່ດີໃຈໃນອາລົມທີ່ເກີນຂອບເຂດຫຼືຮ້ອງກີດ, ບໍ່! ພວກເຮົາຈະດີໃຈເມື່ອຄົນຄຣິສ ຕຽນຮູ້ສຶກເຖິງຄວາມບາບທີ່ຂານເຂົ້າມາໃນຊີວິດຂອງພວກເຂົາ,ຄວາມບາບທີ່ພວກເຂົາອາຍ ແຕ່ຄວາມບາບນັ້ນຈະຕ້ອງຖືກສາລະພາບຕໍ່ພຣະເຈົ້າ - ແລະຄວາມຜິດນັ້ນຈະຕ້ອງສາລະ ພາບຕໍ່ກັນແລະກັນ, ເພື່ອທີ່ພວກເຮົາຈະໄດ້ຮັບການຢຽວຢາຮັກສາຝ່າຍວິນຍານໂດຍພຣະເຈົ້າພຣະບິດາຜູ້ຊົງຢູ່ໃນສະຫວັນຂອງເຮົາ! ຂໍເຊີນຢືນຂື້ນຮ້ອງເພງບົດທີ 10 ຢູ່ເຈ້ຍຂອງທ່ານ

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ
ແລະຊົງຊາບຈິດໃຈຂອງຂ້ານ້ອຍ
ຂໍຊົງລອງຂ້ານ້ອຍ ແລະຊົງຊາບຄວາມຄິດຂອງຂ້ານ້ອຍ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້ານ້ອຍຫຼືບໍ
ແລະຂໍຊົງນໍາຂ້ານ້ອຍໄປໃນທາງນິລັນດອນ”
(ເພງສັນລະເສີນ 139:23,24)

ຢ່າຢ້ານເລີຍ! ພຣະເຈົ້າຊົງຮັກພວກທ່ານ,ພຣະອົງຈະບໍ່ພິພາກສາທ່ານເມື່ອທ່ານສາລະ ພາບ, ຢ່າສູຢ້ານ! ບໍ່ວ່າຄວາມບາບຂອງທ່ານຈະຊົ່ວຮ້າຍປານໃດກໍຕາມພຣະເຈົ້າກໍສາມາດຮັກສາໄດ້, ພຣະເຈົ້າສາມາດລ້າງມັນໃຫ້ສະອາດໄດ້ໂດຍພຣະໂລຫິດຂອງພຣະເຢຊູ,ເຊີນມາທີ່ທໍາມາດນີ້,ຈັບມືຂອງຄົນໃດໜື່ງແລ້ວອະທິຖານເພື່ອຊື່ງກັນແລະກັນສອງຕໍ່ສອງ, ອະທິ ຖານເພື່ອຊື່ງກັນແລະກັນທີ່ຈະສາລະພາບໃນຄືນນີ້,ຂ້າພະເຈົ້າຮັກພວກທ່ານ, ຂໍພຣະເຈົ້າອວຍພອນທ່ານ! ພວກທ່ານເປັນທີ່ຮັກທີ່ນີ້ເຊິ່ງບໍ່ວ່າທ່ານຈະເວົ້າຫຍັງກໍຕາມໃນຄືນນີ້,ພວກເຮົາຈະບໍ່ຢຸດທີ່ຈະຮັກພວກທ່ານ! ຈົ່ງໄວ້ໃຈພວກເຮົາແລະຢ່າສູຢ່ານ, ຈົ່ງກັບມາຫາພຣະເຢຊູ,ຈົ່ງກັບມາແລ້ວສາລະພາບຄວາມບາບຂອງພວກທ່ານເພື່ອທີ່ພວກທ່ານຈະຖືກເຮັດໃຫ້ສະອາດໂດຍພຣະໂລຫິດຂອງພຣະຜູ້ຊ່ວຍຂອງເຮົາຄືພຣະເຢຊູ, ແລ້ວຫຼັງຈາກນັ້ນເຖິງແມ່ນວ່າທ່ານຈະບໍ່ໜຸ່ມອີກຕໍ່ໄປທ່ານກໍສາມາດມາໃນຄືນນີ້ໄດ້ເຊັ່ນກັນ, ຂ້າພະເຈົ້າຈະເອົາຕັ່ງສອງໜ່ວຍມາຕັ້ງຢູ່ທໍາມາດ, ຖ້າທ່ານຫາກຄິດວ່າການສາລະພາບຂອງທ່ານບໍ່ຄວນທີ່ຈະຖືກເຮັດແບບເປີດເຜີຍ,ຈົ່ງຂື້ນມາທີ່ນີ້ແລ້ວບອກຂ້າພະເຈົ້າແລະຂ້າພະເຈົ້າຈະສາມາດບອກທ່ານໄດ້ວ່າທ່ານຄວນໃຫ້ມັນຫຼືບໍ່.

ນ້ອງຊາຍຂອງພວກເຮົາແຈັກແງັນໄດ້ຂຽນຄໍາຕໍ່ໄປນີ້ຫາຂ້າພະເຈົ້າໃນວັນເກີດຄົບ ຮອບ 75 ປີ

ເຖິງດຣ.ໄຮເມີ

     ຂ້ອຍຢາກຈະຂອບໃຈອາຈານສໍາຫຼັບຄວາມສັດຊື່ຂອງອາຈານໃນຫຼາຍ ປີມານີ້. ຂ້ອຍຄິດມາຕະຫຼອດວ່າເຫດຜົນທີ່ມີເສດເຫຼືອໃນຊ່ວງຂອງການ ປະຖິ້ມຄວາມເຊື່ອອັນໃຫຍ່ຫຼວງກໍຄື(ຢ່າງໜ້ອຍກໍມີສ່ວນ)ເພາະວ່າພຣະເຈົ້າໃຊ້ອາຈານ...ຄວາມຈິງທີ່ອາຈານເທດອາດຈະເປັນສ່ວນໜື່ງຂອງປະກາຍທີ່ຊ່ວຍໃຫ້ເກີດແປວໄຟແຫ່ງການຟື້ນຟູ...ຂໍໃຫ້ການຮັບໃຊ້ຂອງອາຈານສືບຕໍ່ ເບັ່ງບານແລະຄໍາເທດສະໜາຂອງອາຈານ(ທາງອິນເຕີເນັດ)ສະທ້ອນໄປຕະຫຼອດໄປເປັນນິດ, ຂ້ອຍຮັກອາຈານ.

ຂໍໃນນາມພຣະຄຣິດ
ແຈັກແງັນ

ຄວາມຈິງແລ້ວເຫດຜົນທີ່ພວກເຮົາຈົບດ້ວຍຄໍາວ່າ“ຂໍໃນນາມພຣະ ຄຣິດ”ກໍຄືເພາະວ່າການຮັບໃຊ້ຂອງເຈົ້າ (ໃນການນໍາພວກເຮົາມາເຖິງຄວາມລອດໃນພຣະຄຣິດ)

ແຈັກແງັນຮູ້ດີວ່າຂ້າພະເຈົ້າເປັນຫ່ວງຄຣິສຕະຈັກຂອງເຮົາແລະເປັນຫ່ວງແຕ່ລະຄົນ ສຸດໆ,ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າເນັ້ນຄວາມຕ້ອງການສໍາຫຼັບການຟື້ນຟູ, ບໍ່ມີໃຜປະສົບຜົນສໍາເລັດໃນຊີວິດຄຣິສຕຽນໄດ້ໂດຍການເພິ່ງພາການເວົ້າຄໍາພະຍານຂອງເຂົາພຽງຢ່າງດຽວ, ພວກທ່ານຈະຕ້ອງໃຫຍ່ໃນພຣະຄຸນ-ແລະມັນມັກຈະເຈັບປວດ, ພວກທ່ານໄດ້ປະເຊີນໜ້າ ກັບຄວາມບາບແລະຄວາມຜິດຕ່າງໆທີ່ເລືອເຂົ້າມາໃນຊີວິດຂອງທ່ານ, ພວກທ່ານບໍ່ມັກທີ່ຈະຄິດເຖິງເລື່ອງເພງ“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ ແລະຊົງຊາບຈິດໃຈຂອງຂ້ານ້ອຍ ຂໍຊົງລອງຂ້ານ້ອຍ ແລະຊົງຊາບຄວາມຄິດຂອງຂ້ານ້ອຍ ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້ານ້ອຍຫຼືບໍ...”ແຕ່ພວກທ່ານຕ້ອງຄິດເຖິງມັນ, ພວກທ່ານຈໍາເປັນຕ້ອງກວດສອບໂຕຂອງທ່ານເອງ,ເຖິງແມ່ນວ່າມັນຈະເຈັບປວດ, ພວກທ່ານຈໍາເປັນຕ້ອງສາລະພາບຄວາມບາບຂອງທ່ານແລ້ວຖືກຊໍາລະລ້າງອີກເທື່ອໜື່ງໂດຍພຣະໂລຫິດຂອງພຣະເຢຊູ ຈາກນັ້ນທ່ານກໍຈະປະສົບກັບການສະຖິດຢູ່ນໍາຂອງພຣະເຈົ້າ Kavōd ປະສົບການທີ່ໜ້າຕື່ນເຕັ້ນຂອງພຣະເຈົ້າໃນການຟື້ນຟູ!

“ຂໍຊົງໂຜດສໍາແດງສະຫງ່າລາສີຂອງພຣະອົງແກ່ຂ້ານ້ອຍດ້ວຍເຖີດ”

ຈົ່ງອະທິຖານແລະສາລະພາບແລ້ວພຣະເຈົ້າຈະຕອບທ່ານຄືກັບທີ່ພຣະອົງຕອບໂມເຊ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນຄໍາເທດສະໜາໂດຍ ດຣ.ໄຄຣທັນແອວ.ແຊນ: ເອຊາຢາ 64:1-3.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“May Jesus Christ be Praised” (translated by Edward Caswall, 1814-1878).