Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການສູ້ຮົບເລື່ອງຄໍາອະທິຖານໃນການຟື້ນຟູ!

THE BATTLE OF PRAYER IN REVIVAL!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 9/7/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, July 9, 2017


ຕອນທີ່ຂ້າພະເຈົ້າເບິ່ງປື້ມເພງນະມັດສະການຂອງຕົນຂ້າພະເຈົ້າກໍພົບວ່າບໍ່ມີເພງ ໃດເວົ້າເຖິງຄຣິສຕະຈັກກໍາລັງສູ້ຮົບຢູ່-ນອກຈາກເພງດຽວ, ມີພຽງເພງດຽວເທົ່ານັ້ນທີ່ຄຣິສ ຕະຈັກພ້ອມທີ່ຈະຕໍ່ສູ້ແລະມີພຽງຂໍ້ດຽວເທົ່ານັ້ນທີ່ຢູ່ໃນເພງນັ້ນ! ມີສິບຫ້າເພງໃນເລື່ອງ “ຄວາມໝັ້ນຄົງ” ມີສາມສິບສອງໃນເລື່ອງ“ສັນລະເສີນ” ມີຊາວເພງສໍາຫຼັບ“ພວກເດັກນ້ອຍ” ມີຊາວເອັດເພງເລື່ອງ“ຖະວາຍບູຊາ” ແຕ່ມີພຽງເພງດຽວເທົ່ານັ້ນໃນເລື່ອງທີ່ຄຣິສຕະຈັກ “ພ້ອມທີ່ຈະຕໍ່ສູ້”-ຄຣິສຕະຈັກກໍາລັງສູ້ຮົບຢູ່! ແລະໃນເພງນັ້ນມີພຽງວັກດຽວເທົ່ານັ້ນແລະມັນ ກໍ່ບໍ່ໄດ້ບອກພວກເຮົາເຖິງວິທີທີ່ຈະສູ້ຮົບ! ນີ້ແມ່ນພຽງວັກດຽວເທົ່ານັ້ນທີ່ຢູ່ໃນປື້ມເພງທັງໝົດ ເຫຼັ້ມທີ່ບອກພວກເຮົາວ່າພວກເຮົາກໍາລັງສູ້ຮົບກັບພະຍາມານແລະພວກຂອງມັນ! ກຣິຟຟິດ ຫາກໍຮ້ອງວັກດຽວນັ້ນ:

ຈົ່ງຖືປ້າຍແຫ່ງໄຊຊະນະ ກອງທັບຂອງຊາຕານແຕກໜີ
ຈາກນັ້ນທະຫານຄຣິສຕຽນ ກໍໄປສູ່ໄຊນະນະ
ຖານຂອງນາຮົກສັ່ນໄຫວ ເມື່ອຮ້ອງສຽງສັນລະເສີນ
ພີ່ນ້ອງທັງຫຼາຍຈົ່ງຍົກສຽງ ຮ້ອງເພງສັນລະເສີນດັງໆ
ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປສູ່ສົງຄາມ
ພ້ອມກັບໄມ້ກາງແຂນພຣະເຢຊູນໍາໜ້າໄປ
(“ເຫຼົ່າທະຫານຄຣິສຕຽນ”ໂດຍ Sabine Baring-Gould, 1834-1924).

ນັ້ນແມ່ນວັກດຽວເທົ່ານັ້ນທີ່ຢູ່ໃນປື້ມເພງດຽວທີ່ບອກເຮົາວ່າພວກເຮົາກໍາລັງສູ້ຮົບກັບຊາຕານ ແລະພັກພວກຂອງມັນ! ແລະວັກດຽວນັ້ນກໍ່ໄດ້ຖືກຕັດອອກໄປຈາກປື້ມເພງສະໄໝໃໝ່ທຸກ ເຫຼັ້ມແລ້ວ! ວັກນັ້ນໄດ້ຖືກຕັດອອກໃນປີ 1957, ທີ່ຮ້າຍແຮງກວ່ານັ້ນກໍຄືເພງທັງໝົດຖືກ ເອົາອອກຈາກປື້ມເພງນະມັດສະການເກືອບທຸກເຫຼັ້ມໃນສະໄໝໃໝ່! ພວກຄຣິສຕຽນໃນ ໂລກຕາເວັນຕົກບໍ່ຮູ້ຊ້ຳວ່າການສູ້ຮົບຍັງຄົງດໍາເນີນຕໍ່ໄປ, ພວກເຮົາກໍາລັງຫຼັບຢູ່, ພວກແບັບ ຕິດໃຕ້ສູນເສຍຄົນໄປຈາກຄຣິສຕະຈັກຂອງເຂົາໜື່ງສ່ວນສີ່ລ້ານຄົນທຸກໆປີ, ຄຣິສຕະຈັກ ເປັນພັນແຫ່ງຂອງເຂົາຖືກປິດໂຕລົງທຸກປີ! ອັນນີ້ລວມທັງຄຣິສຕະຈັກສາຍ BBFI ຂອງ ພວກເຮົາເຊັ່ນດຽວກັນ, ການປະຊຸມອະທິຖານຖືກປ່ຽນເປັນການສຶກສາພຣະຄໍາພີຫຼືປິດໄປ ຢ່າງສິ້ນເຊີງ, ການນະມັດສະການແລງວັນອາທິດກໍາລັງຖືກປິດລົງຢູ່ໃນຄຣິສຕະຈັກທຸກ ແຫ່ງໃນໂລກຕາເວັນຕົກ,ອັນນີ້ລວມທັງຄຣິສຕະຈັກ BBFI ຂອງພວກເຮົານໍາ,ສິ່ງທີ່ເອີ້ນວ່າ “ການເທດສະໜາ”ກໍ່ໄດ້ຖືກປ່ຽນເປັນການອະທິບາຍພຣະຄໍາພີແບບແຫ້ງຄືຝຸ່ນ, ການເທດ ສະໜາຂ່າວປະເສີດແທ້ໄດ້ຕາຍໄປແລ້ວ, ຂ້າພະເຈົ້າບໍ່ຮູ້ຈັກສິດຍາພິບານຄົນໃດທີ່ຮູ້ຈັກ ວິທີຕຽມບົດເທດສະໜາຂ່າວປະເສີດ-ແລ້ວເທດມັນ! ຂ້າພະເຈົ້າບໍ່ໄດ້ຍິນຄໍາເທດສະໜາ ເລື່ອງຂ່າວປະເສີດຢູ່ຄຣິສຕະຈັກຂອງເຮົາຈັກແຫ່ງເລີຍໃນປະຈຸບັນນີ້, ດຣ.ມາຕິນລອຍ ໂຈນແມ່ນໜື່ງໃນນັກເທດທີ່ຍິ່ງໃຫຍ່ທີ່ສຸດແຫ່ງສະຕະວັດທີ່ຊາວ,ທ່ານໄດ້ກ່າວວ່າ:

         ພຣະເຈົ້າຊົງຮູ້ດີວ່າຄຣິສຕະຈັກຂອງຄຣິສຕຽນເຄີຍຢູ່ໃນປ່າຊາຍເປັນ ເວລາຫຼາຍປີ, ຖ້າພວກທ່ານອ່ານປະຫວັດສາດຂອງຄຣິສຕະຈັກກ່ອນປີ 1840 ທ່ານກໍຈະພົບວ່າຢູ່ໃນຫຼາຍປະເທດເຄີຍມີການຟື້ນຟູແບບພິເສດ ເກີດຂື້ນ...ເກືອບທຸກສິບປີຫຼືຫຼາຍກວ່ານັ້ນ, ມັນບໍ່ເປັນແບບນັ້ນແລ້ວ,ມີການ ຟື້ນຟູໃຫຍ່ອັນດຽວເທົ່ານັ້ນນັບຕັ້ງແຕ່ປີ 1859...ພວກເຮົາໄດ້ເຂົ້າສູ່ໜື່ງ ໃນຊ່ວງຂອງການເປັນໝັນ (ບໍ່ມີຊີວິດຊີວາ) ໃນປະຫວັດສາດອັນຍາວນານ ຂອງຄຣິສຕະຈັກ... ແລະມັນຍັງຄົງດໍາເນີນຕໍ່ໄປ...ຢ່າໄປເຊື່ອ(ຜູ້ໃດ)ທີ່ແນະນໍາວ່າພວກເຮົາອອກຈາກມັນແລ້ວ,ພວກເຮົາຍັງຢູ່,ຄຣິສຕະຈັກກໍາລັງຢູ່ໃນ ປ່າທະເລຊາຍຢູ່ (Martyn Lloyd-Jones, M.D., Revival, Crossway Books, 1992 edition, p. 129)

ເປັນຫຍັງຄຣິສຕະຈັກຂອງເຮົາຫຼາຍແຫ່ງຈື່ງຕາຍລະ? ພວກເຮົາພະຍາຍາມທີ່ຈະມີຊີວິດ ໂດຍການຮ້ອງເພງປະສານສຽງເປັນເວລາສີ່ສິບນາທີ! ພວກເຮົາພະຍາຍາມທີ່ຈະກະຕຸ້ນ ອາລົມຂອງຜູ້ຄົນດ້ວຍວາງແຮ້ວກ້ອງຊຸດແລະກີຕ້າ,ແຕ່ມັນກໍ່ບໍ່ຊ່ວຍຍັງເລີຍ! ບໍ່ມີຈັກຢ່າງທີ່ ເຮັດໄປແລ້ວຊ່ວຍຍັງພວກເຮົາໄດ້ເລີຍ-ບໍ່ມີຈັກຢ່າງທີ່ຊ່ວຍໃຫ້ພວກແບັບຕິດຫຼືພວກຄາຣິສ ເມຕິກພົບກັບການຟື້ນຟູໄດ້ເລີຍ,ຂ້າພະເຈົ້າຂໍ້ຢ້ຳຄືນວ່າ-ບໍ່ມີຈັກຢ່າງທີ່ຊ່ວຍເຮົາໄດ້!

ແມ່ນຫຍັງລະຄືຄໍາຕອບ?ພວກເຮົາບໍ່ຮູ້ວ່າກໍາລັງສູ້ກັບໃຜ! ພວກເຮົາບໍ່ຮູ້ແມ່ນກະ ທັ່ງວ່າເຮົາກໍາລັງຕໍ່ສູ້ຢູ່! ຂໍໃຫ້ເຮົາເປີດໄປໃນໜ້າ 1255 ໃນພຣະທໍາສະກໍຟິວສຶກສາ,ເອເຟ ໂຊ 6:11-12, ຂໍເຊີນຢືນຂື້ນອ່ານຂໍ້ 11-12:

“ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າເພື່ອຈະຕໍ່ຕ້ານກົນອຸບາຍຂອງພະຍາມານໄດ້ ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບຜູ້ຄອບຄອງ, ອໍານາດຕ່າງໆ ຜູ້ຄອງໂລກແຫ່ງຄວາມມືດຂອງໂລກນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:11,12)

ເຊີນນັ່ງລົງ, ສະບັບນິວອາເມລິກັນສະແຕນດາດໄບໂບໄດ້ແປຂໍ້ສິບສອງແບບນີ້ວ່າ:

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງ ແລະເລືອດ(ສັດຕູທີ່ເປັນມະນຸດ)ແຕ່ຕໍ່ສູ້ກັບພວກຜູ້ປົກຄອງ, ຕໍ່ສູ້ອໍານາດຕ່າງໆ, ຕໍ່ສູ້ກອງກຳລັງແຫ່ງຄວາມຊົ່ວ ໃນສະຖານທີ່ສູງສົ່ງ” ( ເອເຟໂຊ 6:12 NASB)

ດຣ.ຊາລສ໌ໄຣຣີ່ໄດ້ກ່າວວ່າ:“ສັດຕູຂອງຄົນທີ່ເຊື່ອແມ່ນກອງທັບຜີປີສາດຂອງຊາຕານທີ່ມັກລວມຕົວກັນສໍາຫຼັບການຕໍ່ສູ້ທີ່ຮ້າຍແຮງຕະຫຼອດ” (ບັນທຶກໃນເອເຟໂຊ 6:12) ນີ້ແມ່ນການສູ້ ຮົບທີ່ແນມບໍ່ເຫັນ - ການສູ້ຮົບຝ່າຍວິນຍານກັບຊາຕານ, ພວກເຮົາບໍ່ມີລິດເດດແລະບໍ່ມີ ຄວາມກະຕືລືລົ້ນທີ່ຈະສູ້ກັບຊາຕານແລະລູກນ້ອງຂອງມັນ, ພວກເຮົາບໍ່ຮູ້ແມ່ນກະທັ່ງວ່າ ພວກເຮົາຄວນຈະຕໍ່ສູ້ກັບພວກມັນ! ຊາຕານໄດ້ເຮັດໃຫ້ພວກເຮົາຫຼັບ! ແມ່ນແຕ່ຢູ່ໃນວັກ ດຽວຂອງເພງ“ເຫຼົ່າທະຫານຄຣິສຕຽນຈົ່ງມຸ່ງໜ້າໄປ”ກໍ່ຍັງຜິດ, ມັນເວົ້າວ່າ“ຖານຂອງນາຮົກ ສັ່ນທີ່ສຽງຮ້ອງສັນລະເສີນ” ບໍ່-ພວກມັນບໍ່ສັ່ນ! ພວກຜີປີສາດບໍ່ໄດ້ຢ້ານ“ສຽງຮ້ອງສັນລະ ເສີນ!” ພວກມັນຫົວຂວັນໃສ່ການຮ້ອງເພງປະສານສຽງຂອງພວກແບັບຕິດ!ພ້ອມກັບກອງ ຊຸດທີ່ເປັນແຮ້ວ! ແລະກີຕ້າໄຟຟ້າ! ພວກມັນຫົວຂວັນໃສ່ການຮ້ອງສຽງດັງຂອງພວກຄາຣິສ ເມຕິກ! ພວກມັນຫົວຂວັນພວກເຮົາສໍາຫຼັບການຄິດວ່າເຮົາສາມາດເອົາແຮ້ວອອກໄດ້ໂດຍ ການເຮັດສຽງກັບການຕີກອງແຮງໆ!

ພວກເຮົາຕ້ອງບໍ່ຄິດວ່າເຮົາມີໜ້າທີ່ທີ່ງ່າຍໆ, ໜື່ງໃນເຄື່ອງມືທີ່ໃຫຍ່ທີ່ສຸດຂອງຊາ ຕານກໍຄືເຮັດໃຫ້ພວກເຮົາຄິດວ່າພວກເຮົາສາມາດມີການສະຖິດຢູ່ນໍາຂອງພຣະເຈົ້າຢູ່ໃນ ການຟື້ນຟູແບບງ່າຍໆ“ເພາະເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດ”ພວກເຮົາຖືກເອີ້ນມາໃຫ້ຕໍ່ສູ້,ຕໍ່ສູ້ກັບອໍານາດຜີປີສາດແຫ່ງຄວາມມືດ.

ພວກເຮົາຕ້ອງບໍ່ຄິດວ່າມັນງ່າຍທີ່ຈະປ້ຳສູ້ແລະຕໍ່ສູ້ກັບອໍານາດເຫຼົ່ານີ້!ປະການທີ່ໜື່ງພວກເຮົາອາໄສຢູ່ໃນວັດທະນາທໍາທີ່ຄວບຄຸມໂດຍພວກເຂົາ, ຂ້າພະເຈົ້າເຄີຍສັງເກດວ່າ ການຟື້ນຟູທີ່ເກີດຂື້ນມັກມາໃນດິນແດນນອກສາສະໜາຫຼາຍກວ່າໃນໂລກຕາເວັນຕົກ,ເປັນ ເພາະພວກເຮົາໃນອາເມລິກາກັບຕາເວັນຕົກອາໄສຢູ່ໃນວັດທະນາທໍາທີ່ຄວບຄຸມໂດຍອໍາ ນາດພະຍາມານທີ່ຈັບພວກເຮົາຢູ່ໃນລິດເດດຂອງມັນ, ພວກເຮົາຕ້ອງຕໍ່ສູ້ກັບຜູ້ຄອບຄອງ ຂອງໂລກແຫ່ງຄວາມມືດນີ້, ຄືກັບທີ່ີດຣ.ອັງເກີໄດ້ແປມັນວ່າ“ຕໍ່ສູ້ພວກຜູ້ຄອບຄອງຂອງ ໂລກແຫ່ງຄວາມມືດ” ດຣ.ໄຣຣີ່ໄດ້ກ່າວວ່າ“ພະຍາມານຊອກຫາທີ່ຈະຄອບຄອງຊົນຊາດ ຕ່າງໆ...ການສູ້ຮົບລະຫວ່າງທູດສະຫວັນດີແລະຊົ່ວເໜືອການຄວບຄຸມຊົນຊາດຕ່າງໆຍັງ ສືບຕໍ່ (Ryrie Study Bible, note on Daniel 10:13) ດຣ.ອັງເກີເອີ້ນມັນວ່າ“ພວກຜູ້ຄອບຄອງ ຂອງໂລກແຫ່ງຄວາມມືດ” ( Biblical Demonology, Kregel, 1994, p. 196) ໃນດານຽນ10:13 ການຄອບຄອງຂອງປີສາດຖືກເອີ້ນວ່າ“ເຈົ້າຊາຍແຫ່ງອານາຈັກເປີເຊຍ”ປະຈຸບັນນີ້ “ເຈົ້າ ແຫ່ງຕາເວັນຕົກ”ຄວບຄຸມອາເມລິກາກັບພວກພັນທະມິດ, ພະຍາມານທີ່ຄອບຄອງໄດ້ຮັບ ອະນຸຍາດໃຫ້ມີີລິດເດດທີ່ຈະເຮັດໃຫ້ຄົນຂອງເຮົາເປັນທາດວັດຖຸນິຍົມ, ພະຍາມານແຫ່ງລັດ ທິວັດຖຸນິຍົມໄດ້ຄວບຄຸມປະເທດອາເມລິກາແລະພັນທະມິດ, ພະຍາມານແຫ່ງລັດທິວັດຖຸນິ ຍົມຂັດຂວາງຄໍາອະທິຖານຂອງພວກເຮົາຢູ່, ຈັບຄົນຂອງເຮົາເປັນທາດແລະຂັດຂວາງການ ຟື້ນຟູ, ດຣ.ມາຕິນລອຍໂຈນເປັນໜື່ງໃນນັກເທດຜູ້ຍິ່ງໃຫຍ່ບໍ່ເທົ່າໃດຄົນທີ່ເຂົ້າໃຈເລື່ອງນັ້ນ, ເພີ່ນໄດ້ກ່າວວ່າພວກປີສາດນີ້ໄດ້ເຮັດໃຫ້ໃຈຂອງພວກທີ່ບໍ່ແມ່ນຄຣິສຕຽນບອດແລະມ້າງເພຄຣິສຕະຈັກທັງຫຼາຍຂອງເຮົາ, ທ່ານກ່າວວ່າ“ຄວາມຄິດຂອງພຣະເຈົ້າທັງໝົດໄດ້ຫາຍໄປ ແລ້ວ...ຄວາມເຊື່ອກ່ຽວກັບພຣະເຈົ້າແລະສາສະໜາແລະຄວາມລອດ(ແມ່ນ)ຖືກເອົາອອກ ໄປແລະລືມໄປແລ້ວ” (ການຟື້ນຟູເຫຼັ້ມດຽວກັນໜ້າ 13)ເລື່ອງນີ້ໄດ້ເກີດຂື້ນຍ້ອນວຽກຂອງ ພະຍາມານແຫ່ງລັດທິວັດຖຸນິຍົມ,ປີສາດທີ່ຂ້າພະເຈົ້າເອີ້ນວ່າ“ເຈົ້າຊາຍແຫ່ງຕາເວັນຕົກ”

ມີຊາດຕ່າງໆຢູ່ໃນໂລກທີ່ສາມບ່ອນທີ່ບ່ອນທີ່ການຄອບຄອງຂອງພະຍາມານແຫ່ງ ລັດທິວັດຖຸນິຍົມບໍ່ໄດ້ມີລິດອໍານາດແບບດຽວທີ່ມີໃນວັດທະນາທໍາຂອງເຮົາ, ພວກຄົນໜຸ່ມ ເປັນລ້ານໆຄົນຢູ່ປະເທດຈີນ,ຢູ່ໃນອັບຟຣິກາ,ໃນອິນໂດເນເຊຍ, ແມ່ນແຕ່ໃນຊາດມູສະລິມ ຕ່າງໆ - ພວກຄົນໜຸ່ມເປັນລ້ານໆຄົນກໍາລັງມາເປັນຄຣິສຕຽນ.

ແຕ່ໃນປະເທດອາເມລິກັບກັບພວກພັນທະມິດພວກຄົນໜຸ່ມເປັນລ້ານໆຄົນກໍາລັງ ໜີໄປຈາກຄຣິສຕະຈັກຫຼາຍແຫ່ງ, ນັກສໍາຫຼວດຈອຊບານາບອກເຮົາວ່າ 88% ຂອງຄົນທີ່ ໃຫຍ່ມາໃນຄຣິສຕະຈັກຖີ້ມຄຣິສຕະຈັກຂອງເຮົາໄປໃນຊ່ວງອາຍຸປະມານ 25 ປີໂດຍ“ບໍ່ກັບ ມາອີກເລີຍ”

ພະຍາມານໃຫຍ່ແຫ່ງລັດທິວັດຖຸນິຍົມຄວບຄຸມພວກເຂົາໄດ້ແນວໃດ?ພວກເຂົາຖືກຄວບຄຸມໂດຍຮູບໂປ້,ຊື່ງພວກເຂົາຈ້ອງເບິ່ງຢູ່ອິນເຕີເນັດເປັນເວລາຫຼາຍຊົ່ວໂມງ,ພວກເຂົາຫົວໃສ່ຄໍາອະທິຖານແຕ່ພັດຖືກສະກົດຈິດດ້ວຍສື່ສັງຄົມອອນລາຍເປັນເວລາດົນນານບໍ່ມີວັນຈົບ, ພວກເຂົາຈັບສະມາດໂຟນຂອງຕົນຂື້ນໃນວິນາທີທີ່ຕື່ນຂື້ນມາໃນຕອນເຊົ້າ, ພວກເຂົາ ເຊັກເບີ່ງສະມາດໂຟນຂອງຕົນມື້ລະຫຼາຍກວ່າ 150 ເທື່ອອີງຕາມລາຍງານໃນມໍ່ນີ້,ພວກ ເຂົາເມົາຊາຈົນເຮັດໃຫ້ຊືມບໍ່ມີເຫື່ອແຮງຫຍັງ,ຄວາມຈິງພວກເຂົາຖືກຄວບຄຸມຕັ້ງແຕ່ເຊົ້າຈົນແລງເຄື່ອງມືກະຈຸກກະຈິກທີ່ເຊື່ອມຕໍ່ພວກເຂົາໃສ່ກັບພະຍາມານວັດຖຸ, ພວກເຂົາໃສ່ເວລາ ວ່າງເກືອບທຸກເທື່ອຈ້ອງເບິ່ງສະມາດໂຟນຂອງຕົນ, ພວກເຂົາຈ້ອງເບິ່ງມັນຄືກັບຄົນອິສຣາ ເອວບູຮານຈ້ອງເບິ່ງຮູບເຄົາລົບຂອງເຂົາໃນສະໄໝຜູ້ທໍານວາຍໂຮເຊຢາ, ຂ້າພະເຈົ້າເວົ້າ ວ່າເຄື່ອງມືສື່ສານແມ່ນຮູບເຄົາລົບທີ່ຖືກໃຊ້ໂດຍຊາຕານເພື່ອຄວຍຄຸມຄວາມຄິດແລະໃຈ ຂອງພວກຄົນໜຸ່ມໃນປະຈຸບັນນີ້! ແລະພວກນັກເທດສ່ວນຫຼາຍຄິດວ່າມັນກໍດີແລະທັນສະ ໄໝ! ພວກເຂົາບໍ່ເຂົ້າໃຈຊ້ຳວ່າພວກເຂົາກໍາລັງສູ້ກັບກອງກໍາລັງຂອງພະຍາມານຄືກັບທີ່ ດຣ.ລອຍໂຈນກ່າວ! ບໍ່ສົງໄສເລີຍທີ່ຄຣິສຕະຈັກຂອງເຮົາຫຼາຍແຫ່ງເປັນຄືກັບຊາວໂລກ ແລະ ອ່ອນແອຫຼາຍ!

ມັນຂີ້ຮ້າຍຫຼາຍໃນສະໄໝຂອງຜູ້ທໍານວາຍໂຮເຊຢາເຊິ່ງພຣະເຈົ້າຕັດກັບລາວວ່າ “(ອິດສະຣາເອວ) ກໍຜູກຜັນກັບຮູບເຄົາລົບແລ້ວ ປ່ອຍໃຫ້ເຂົາຢູ່ຜູ້ດຽວ”(ໂຮເຊຢາ 4:17) ຊົນ ຊາດນັ້ນຖືກໃຫ້ໂດຍພຣະເຈົ້າ, ພວກເຂົາຖືກປ່ອຍໄວ້ລໍາພັງ,ໂດດດ່ຽວຢູ່ໃຕ້ລິດເດດແລະ ການຄວບຄຸມຂອງພະຍາມານ-ເປັນທາດຂອງກອງກໍາລັງພະຍາມານ!

ພວກເຮົາພາເຂົາເຈົ້າມາໂບດ,ແຕ່ພຣະເຈົ້າບໍ່ໄດ້ຢູ່ຫັ້ນ, ພວກເຂົາສາມາດຮູ້ສຶກໄດ້ ວ່າພຣະເຈົ້າບໍ່ຢູ່ທີ່ນີ້,ຜູ້ທໍານວາຍໂຮເຊຢາກ່າວວ່າພວກເຂົາໄປ“ສະແຫວງຫາພຣະເຢໂຮວາ ແຕ່ເຂົາຈະຫາພຣະອົງບໍ່ພົບ ພຣະອົງຊົງຈາກເຂົາໄປແລ້ວ” (ໂຮເຊຢາ 5:6) ພຣະເຈົ້າຊົງ ແລ້ວໆ! ພຣະອົງຊົງໄປຈາກຄຣິສຕະຈັກຕ່າງຂອງພວກເຮົາແລ້ວ, ພຣະອົງຊົງໄປຈາກ ຄຣິສຕະຈັກຂອງເຮົາເປັນເວລາຫຼາຍອາທິດແລ້ວ, ພຣະອົງບໍ່ໄດ້ໄປເພາະພຣະອົງບໍ່ຊົງເປັນ ຢູ່, ບໍ່ເລີຍ! ພຣະອົງໄປແລ້ວເພາະພຣະອົງຊົງເປັນຢູ່! ນັ້ນ ແຫຼະທີ່ວ່າເປັນຫຍັງພຣະອົງຈື່ງ ປ່ອຍໃຫ້ເຮົາຢູ່ລໍາພັງ, ພຣະອົງຊົງບໍລິສຸດໝົດຈົດ, ພຣະອົງຊົງພຣະພິໂລດກັບພວກເຮົາ ໂດຍສິ້ນເຊີງ,ນັ້ນແຫຼະທີ່ວ່າເປັນຫຍັງພຣະອົງຈື່ງປ່ອຍໃຫ້ເຮົາຢູ່ລໍາພັງ, ນັ້ນແຫຼະທີ່ເປັນ ຫຍັງພວກເຮົາຈື່ງບໍ່ມີການສະຖິດຢູ່ນໍາຂອງພຣະອົງຖ້າມກາງພວກເຮົາ, ນັ້ນຄືທີ່ວ່າເປັນ ຫຍັງພຣະວິນຍານບໍລິສຸດຈື່ງໄປຈາກພວກເຮົາ, ນັ້ນແຫຼະທີ່ວ່າເປັນຫຍັງພວກເຮົາຈື່ງບໍ່ມີ ການຟື້ນຟູ!

ພວກເຮົາພາເຂົາເຈົ້າມາໂບດ,ພວກເຮົາເຮັດງານລ້ຽງວັນເກີດໃຫ້ເຂົາເຈົ້າແລະມີອາຫານແຊບໆ, ພວກເຮົາເປີດກາຕູນໃຫ້ເຂົາເບິ່ງ,ແຕ່ນັ້ນກໍຄືທັງໝົດທີ່ພວກເຮົາມີໃຫ້ສໍາຫຼັບ ເຂົາ! ພວກເຮົາຮູ້ສຶກຄືກັບເພື່ອນທີ່ລົບກວນທີ່ເວົ້າວ່າ“ຂ້ອຍບໍ່ຫຍັງທີ່ຈະໃຫ້ລາວກິນ” (ລູກາ 11:6) ໝູ່ຂອງລາວມາແຕ່ລາວບໍ່ມີຫຍັງທີ່ຈະຕັ້ງໄວ້ໃຫ້ໝູ່ຂອງລາວກິນ! ບໍ່ມີຫຍັງນອກຈາກ ອາຫານໜ້ອຍໜື່ງກັບກາຕູນເກົ່າໆ, ບໍ່ມີຫຍັງເລື່ອງພຣະເຈົ້າທີ່ຈະຕັ້ງໄວ້ໃຫ້ເຂົາກິນ! ແລະ ຄໍາອຸປະມາຈົບລົງດ້ວຍຄໍານີ້ວ່າ“ຫຼາຍກວ່ານັ້ນເທົ່າໃດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນ ສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:13)

ແຕ່ພວກເຮົາບໍ່ຢາກກັບໄປແລ້ວເຮັດແບບທີ່ເຮົາເຮັດປີກາຍນີ້,ການນອນແບບບໍ່ມີຊີີວິດຊີວາແລະຂີ້ຄ້ານຂອງເຮົາອາດຈະມີຄຣິສຕະຈັກໂດຍປາສະຈາກພຣະວິນຍານບໍລິສຸດ, ພຽງແຕ່ເຮັດໜ້າທີ່ປະຈໍາ, ເປັນຫຍັງຈື່ງເຮັດຄວາມວຸ້ນວາຍ? ເປັນຫຍັງຈື່ງລົບກວນພວກ ເຮົາ? ປ່ອຍໃຫ້ພວກເຮົາຫຼັບຢູ່ໃນຄວາມເຫງົານອນຂອງເຮົາ, ພວກເຮົາບໍ່ຢາກກັບໄປເພື່ອ ເຮັດວຽກໜັກຂອງການອະທິຖານແລະການອົດອາຫານເພື່ອການສະຖິດຢູ່ນໍາແລະລິດເດດຂອງພຣະເຈົ້າ.

ພວກເຮົາບໍ່ໄດ້ມີການຟື້ນຟູອັນດຽວຢູ່ຄຣິສຕະຈັກຂອງເຮົາເປັນເວລາສີ່ສິບປີແລ້ວ ເປັນຫຍັງລະ? ຂ້າພະເຈົ້າໄດ້ເທດສະໜາເລື່ອງການຟື້ນຟູຫຼາຍເທື່ອ,ແຕ່ພວກເຮົາກໍບໍ່ເຄີຍ ມີຈັກອັນ, ທຸກເທື່ອທີ່ພວກເຮົາເນັ້ນໜັກການຟື້ນຟູກໍຈະມີຜົນສະທ້ອນທີ່ຮ້າຍແຮງ, ຜູ້ຄົນໃຈ ຮ້າຍ, ຜູ້ຄົນອອກໄປຈາກຄຣິສຕະຈັກ, ຄວາມຈິງແລ້ວພວກເຮົາຢ້ານທີ່ຈະເນັ້ນໜັກການ ຟື້ນຟູຊ້ຳ, ແທນທີ່ຈະໄດ້ພຣະພອນກັບເບິ່ງຄືວ່າຖືກສາບແຊ່ງ! ມັນສ່ວນໃຫຍ່ເພາະຄົນ ສ່ວນຫຼາຍຢູ່ຄຣິສຕະຈັກຂອງເຮົາເປັນຄົນທີ່ຍັງບໍ່ລອດ, ຄົນທີ່ຕ້ອງການການຟື້ນຟູແມ່ນຄົນ ຈໍານວນໜ້ອຍ,ພວກເຮົາຖືກປາບໂດຍພວກທີ່ຍັງບໍ່ລອດ, ແຕ່ສຸດທ້າຍເຂົາກໍອອກໄປ,ສ່ວນ ຫຼາຍຄົນຂອງພວກເຮົາເປັນຄົນທີ່ບໍ່ລອດ, ຂ້າພະເຈົ້າຮູ້ສຶກວ່າມັນເຖິງເວລາທີ່ຈະອະທິຖານ ເພື່ອການຟື້ນຟູອີກເທື່ອໜື່ງ.

ຕອນນີ້ມີຄຣິສຕຽນແທ້ພຽງພໍຈໍານວນຫຼາຍກວ່າຄົນທີ່ກັບໃຈແບບຜິດໆ,ດັ່ງນັ້ນພວກເຮົາຈື່ງເລີ່ມອະທິຖານເພື່ອການຟື້ນຟູ, ພວກເຮົາມີພຽງພໍຜູ້ທີ່ເຊື່ອໃນພຣະເຈົ້າວ່າພຣະອົງ ຈະຕອບພວກເຮົາ, ເຈສສີ ຊາຄາມິດຊິນໄດ້ຮັບຄວາມລອດແລ້ວ, ມິນ ວູກໍລອດແລ້ວ, ແດນນີ່ ຄາລອສ ກໍລອດແລ້ວ, ອາຢາໂກະ ຊາລາບາກາ ກໍລອດແລ້ວ, ທິໂມທີ ແຊນ ກໍ ໄດ້ຮັບຄວາມລອດແລ້ວ, ໂຈເຊບ ກອງ ກໍລອດແລ້ວ, ຈູລີ ສີວິໄລ ກໍລອດ, ໄບຢັນ ແຊງ ກໍລອດແລ້ວ, ແອນດຣູ ມັດຊູຊາກາ ກໍລອດແລ້ວ, ອາລິເຊຍ ຊາຄາມິດຊິນກໍລອດແລ້ວ ໂທມັສ ລວງ ກໍລອດແລ້ວ, ທອມເຊຍກໍລອດແລ້ວ, ເອີວິນລູ ລອດແລ້ວ, ເຈສສິກາ ຢິນ ລອດແລ້ວ, ໂຣເບີດ ແວັງ ກໍລອດແລ້ວ, ຊູຊານ ຈູ ກໍລອດແລ້ວ, ເວີເຈວ ນິກເກວ ກໍ ລອດແລ້ວ, 17 ຄົນໄດ້ຮັບຄວາມລອດ, ດຣ.ແຊນກຊໄດ້ຮັບການຟື້ນຟູ, ຈອນ ຊາມູເອວ ເຄແກນໄດ້ອຸທິດຊີວິດເພື່ອເທດສະໜາຂ່າວປະເສີດ, ແອຣ໋ອນ ແຢນຊີກັບແຈັກແງັນ ໄດ້ ກາຍມາເປັນຜູ້ສະໝັກຜູ້ຊ່ວຍ, ຄຣິສຕິນ ຫງຽນກັບນາງລີ ກໍກາຍເປັນນັກຮົບອະທິຖານ.

ແຕ່ພວກເຮົາຕ້ອງສູ້ກັບພະຍາມານກັບພັກພວກຂອງມັນເກືອບທຸກຄືນ! ດຣ.ເຄ ແກນຂຽນເລື່ອງນີ້ຢູ່ໃນບັນຊີປະຈໍາວັນເລື່ອງການຟື້ນຟູຂອງລາວວ່າ “ດຣ.ໄຮເມີ ບອກວ່າ ໃນຂະນະທີ່ລາວອ່ານເລື່ອງນີ້ທຸກມື້ລາວໄດ້ສັງເກດເຫັນສອງຢ່າງ,ໜື່ືງເມື່ອພຣະເຈົ້າພຣະ ວິນຍານບໍລິສຸດສະຖິດຢູ່,ສິ່ງທີ່ຍີ່ງໃຫຍ່ແລະມີອໍານາດກໍເກີດຂື້ນ, ສອງເມື່ອພຣະເຈົ້າບໍ່ຢູ່ນໍາ ບໍ່ມີຫຍັງເກີດຂື້ນ” ໃນຊ່ວງການຟື້ນຟູຊາຍຄົນໜື່ງໂຈມຕີຂ້າພະເຈົ້າແລ້ວອອກໄປຈາກຄຣິສ ຕະຈັກພ້ອມກັບຄອບຄົວຂອງລາວ, ແລະຜູ້ສາວຄົນໜື່ງກໍອອກໄປຈາກຄຣິສຕະຈັກ,ພວກ ເຂົາສະແດງອາການຄືກັບຄົນ“ເປີດປະຕູ”ເກົ່າເຮັດ, ສິ່ງຕ່າງໆແບບນັ້ນສະແດງໃຫ້ເຫັນຢ່າງ ຊັດເຈນເຖິງໃບໜ້າຂອງຊາຕານໃນການຂັດຄານການຟື້ນຟູ.

ແຈັກແງັນໄດ້ຂຽນກ່ຽວກັບຄວາມຂັດແຍ້ງກັບຊາຕານໃນການອະທິຖານ,ແຈັກກໍາ ລັງອະທິຖານກັບແອຣ໋ອນ ແຢນຊີ, ລາວບອກວ່າ“ພວກເຮົາເລີ່ມອະທິຖານເພື່ອການສະຖິດ ຢູ່ນໍາຂອງພຣະເຈົ້າ, ເມື່ອພວກເຮົາເລີ່ມຄໍາອະທິຖານທີ່ສອງຂອງຂ້ອຍ,ຂ້ອຍກໍເລີ່ມຮູ້ສຶກ ໜ້າມືດແລະເກືອບຈະເປັນລົມ, ມີຄວາມຍາກລໍາບາກຂວາງຄໍາອະທິຖານຢູ່ແລ້ວຂ້ອຍກໍ່ ບອກແອຣ໋ອນວ່າຂ້າບໍ່ສາມາດອະທິຖານຕໍ່ໄດ້, ຈາກນັ້ນແອຣ໋ອນກໍເລີ່ມອະທິຖານແລະເຊັ່ນ ກັນລາວກໍພົບກັບຄວາມຫຍຸ້ງຍາກໃນການຈັດຄໍາອະທິຖານຂອງຕົນ, ພວກເຮົາຮູ້ສຶກວ່າມີ ການຂັດຂວາງຂອງພະຍາມານຢ່າງໃຫຍ່ແລະພວກເຮົາເລີ່ມທີ່ຈະອະທິຖານຄຸເຂົ່າລົງເພື່ອຂໍໃຫ້ພະຍາມານຖືກເອົາອອກໄປໃນຂະນະທີ່ອ້ອນວອນພຣະໂລຫິດຂອງພຣະຄຣິດ, ຂ້ອຍ ຈົບລົງດ້ວຍການໝອບລົງເທິງພື້ນ, ພວກເຮົາຈື່ງເລິ່ມອະທິຖານຮອບທີ່ສາມໃນທ່ານີ້ແລະ ເລີ່ມຮູ້ສຶກວ່າພຣະເຈົ້າໄດ້ທຸບທໍາລາຍຄວາມເສົ້າໝອງລົງແລະພະຍາມານກໍຖືກຍົກອອກໄປ ພວກເຮົາຮູ້ດີວ່າການນະມັດສະການເປັນເລື່ອງທີ່ສໍາຄັນຫຼາຍ, ເລື່ອງນີ້ເກີດຂື້ນປະມານ 4 ໂມງແລງ”

ຄືນນັ້ນໃນການນະມັດສະການຕອນແລງສອງຊົ່ວໂມງຕໍ່ມາ,ຂ້າພະເຈົ້າກໍໄດ້ເທດສະໜາເລື່ອງເປັນຫຍັງຄຣິສຕະຈັກຫຼາຍແຫ່ງໃນປະເທດອາເມລິກາກັບໂລກຕາເວັນຕົກຈື່ງບໍ່ມີການຟື້ນຟູ, ຄໍາເທດສະໜານີ້ລວມເຖິງຄໍາພະຍານຂອງຈອນເຄແກນນໍາ, ເມື່ອຂ້າພະເຈົ້າ ເຮັດການເຊື້ອເຊີນນິກເກວກໍກ້າວອອກມາດ້ວຍນໍ້າຕາແລະຍອມຮັບວ່າລາວເປັນຄົນຫຼົງຫາຍ ດຣ.ເຄແກນໄດ້ໃຫ້ຄໍາປຶກສາແກ່ລາວແລ້ວລາວກໍໄດ້ວາງໃຈເຊື່ອໃນພຣະເຢຊູ ແລະລອດ, ຕອນນີ້ພວກເຮົາຮູ້ດີວ່າເປັນຫຍັງແອຣ໋ອນກັບແຈັກແງັນຈື່ງຕໍ່ສູ້ກັບຊາຕານໃນຄໍາອະທິຖານສອງຊົ່ວໂມງກ່ອນໜ້ານີ້!

ໃນວັນປີໃໝ່ຂ້າພະເຈົ້າກໍໄດ້ເທດເລື່ອງ “ປີແຫ່ງນາຮົກ-ປີແຫ່ງການຟື້ນຟູ” ຂ້າພະ ເຈົ້າໄດ້ເວົ້າວ່າພວກເຮົາໄດ້ປະສົບກັບຊາວຄຣິສຕຽນແທ້ແຫ່ງພັນທະສັນຍາໃໝ່ - ຊື່ງກໍຄື ການສູ້ຮົບຝ່າຍຈິດວິນຍານ.

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບຜູ້ຄອບຄອງ, ອໍາ ນາດຕ່າງໆ ຜູ້ຄອງໂລກແຫ່ງຄວາມມືດຂອງໂລກນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:12)

ການສູ້ຮົບຊະນະໄດ້ໂດຍຜ່ານການສູ້ຮົບແທ້ໃນການອະທິຖານເທົ່ານັ້ນ.

ໃນມື້ວັນອັງຄານຈອນ ຊາມູເອວ ກັບດຣ.ເຄແກນຈະເດີນທາງໄປປະເທດອິນເດຍ ບ່ອນທີ່ຈອນຈະເທດສະໜາຢູ່ໃນກຸ່ມຂ່າວປະເສີດສາມແຫ່ງແຕກຕ່າງກັນ, ຂ້າພະເຈົ້າຂໍໃຫ້ ທຸກຄົນໃນຄຣິສຕະຈັກຂອງເຮົາມາໃນແລງວັນພຸດສໍາຫຼັບການປະຊຸມອະທິຖານ - ບໍ່ແມ່ນ ການປະກາດ, ພວກເຮົາຈະໃຊ້ເວລາເປັນຊົ່ວໂມງໃນການອະທິຖານເພື່ອການກັບໃຈໃໝ່ຢູ່ ໃນການປະຊຸມຂອງຈອນເຄແກນແລະໃຊ້ເວລາອີກຊົ່ວໂມງເພື່ອຂໍໃຫ້ພຣະເຈົ້າລົງມາໃນ ການຟື້ນຟູຢູ່ຄຣິສຕະຈັກຂອງເຮົາ,ຂ້າພະເຈົ້າຂໍໃຫ້ພວກທ່ານທຸກຄົນມານີ້ສໍາຫຼັບການນະມັດສະ ການອະທິຖານທີ່ສໍາຄັນນີ້ໃນວັນພຸດຕອນແລງເວລາ 7 ໂມງ.

ຂ້າພະເຈົ້າບໍ່ໄດ້ເທດຂ່າວປະເສີດໃນຄືນນີ້, ແຕ່ຂ້າພະເຈົ້າໄດ້ເທດມັນທຸກເທື່ອໃນ ການນະມັດສະການທຸກຄັ້ງ, ພຣະເຢຊູຊົງຕາຍເພື່ອຄວາມຜິດບາບຂອງທ່ານເທິງໄມ້ກາງ ແຂນ, ພຣະອົງຊົງຫຼັ່ງພຣະໂລຫິດອັນບໍລິສຸດຂອງພຣະອົງເພື່ອລ້າງທ່ານອອກຈາກຄວາມ ຜິດບາບທຸກຢ່າງ, ພຣະອົງຊົງພຣະຊົນຢູ່ເທິງພຣະຫັດເບື້ອງຂວາຂອງພຣະເຈົ້າອະທິຖານ ເພື່ອທ່ານ, ຈົ່ງວາງໃຈເຊື່ອໃນພຣະເຢຊູຄຣິດເອງ, ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກ ຄວາມຜິດບາບຂອງທ່ານແລະຈາກການພິພາກສາຂອງພຣະເຈົ້າ, ຂ້າພະເຈົ້າຂໍອະທິຖານ ວ່າທ່ານຈະເຊື່ອວາງໃຈໃນພຣະເຢຊູໄວໆນີ້.

ດຣ.ເຄແກນກັບຈອນເຄແກນ, ຂໍເຊີນມານັ່ງຢູ່ຕັ້ງສອງໜ່ວຍຢູ່ໜ້າທໍາມາດນີ້ແດ່, ພວກເຂົາຈະເດີນທາງໃນວັນອັງຄານເພື່ອໄປປະເທດອິນເດຍເປັນເວລາສາມອາທິດ, ຈອນ ຈະເທດສະໜາຢູ່ໃນການປະຊຸມຂ່າວປະເສີດຢູ່ໃນເມືອງຕ່າງໆສາມເມືອງ. ຂໍໃຫ້ທີ່ປະຊຸມ ທຸກຄົນມາຂ້າງໜ້າອະທິຖານເພື່ອພວກເຂົາແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ດຣ.ຊີ.ແອວ.ເຄແກນ: ເອເຟໂຊ 6:10-12.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Onward, Christian Soldiers” (Sabine Baring-Gould, 1834-1924).