Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພາບຂອງຂ່າວປະເສີດໂດຍເຮືອຂອງໂນອາ

THE GOSPEL PICTURED BY THE ARK OF NOAH
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ18/6/2017
A sermon preached at the Baptist Tabernacle of Los Angeles
Lord's Day Evening, June 18, 2017

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນ ແລະ ພວກເຮົາບໍ່ໄດ້ນັບຖືທ່ານ”(ເອຊາຢາ 53:3)


ນີ້ຄືສິ່ງທີ່ທ່ານເຮັດຖ້າທ່ານຫາກຍັງບໍ່ທັນໄດ້ກັບໃຈໃໝ່ເທື່ອ, ພວກທ່ານລີ້ໜ້າຂອງ ທ່ານຈາກພຣະຄຣິດ,ພວກທ່ານດູໝີ່ນພຣະຄຣິດ, ພວກທ່ານບໍ່ໄດ້ນັບຖືພຣະຄຣິດ, ນີ້ຄືຫົນ ທາງທີ່ທ່ານຄິດເຖິງເລື່ອງພຣະເຢຊູ,ທ່ານອາດຈະເວົ້າວ່າມັນບໍ່ແມ່ນທ່ານ, ທ່ານອາດຈະເວົ້າ ວ່າທ່ານບໍ່ໄດ້ຄິດເລື່ອງພຣະເຢຊູແບບນີ້, ທ່ານຄິດວ່າຕົນເອງຮັກພຣະເຢຊູແຕ່ທ່ານກໍາລັງ ຫລອກຕົວເອງຢູ່, ຜູ້ທໍານວາຍເຢເຣມີໄດ້ກ່າວວ່າ: “ຈິດໃຈກໍເປັນໂຕຫລອກລວງເໜືອກວ່າ ສິ່ງໃດທັງໝົດ”(ເຢເຣມີ 17:9)ພວກທ່ານຖືວ່າໃຈຂອງທ່ານດີເມື່ອມັນບອກທ່ານວ່າທ່ານຮັກ ພຣະເຢຊູ, ທ່ານຖືວ່າໃຈຂອງທ່ານເວົ້າຄວາມຈິງແຕ່ທ່ານເວົ້າຜິດ, ມັນຫລອກລວງ“ເໜືອ ກວ່າສິ່ງໃດໝົດ”ບໍ່ມີອັນໃດຫລອກລວງໄດ້ຫຼາຍກວ່າໃຈຂອງທ່ານເອງ, ມັນເຕັມໄປດ້ວຍ, ການຕີສອງໜ້າ, ຄວາມຫລອກລວງແລະບໍ່ຊື່ສັດ, ໃຈຂອງທ່ານບໍ່ໍຊື່ສັດ“ເໜືອກວ່າສິ່ງໃດ ທັງໝົດ” ບໍ່ມີອັນໃດທີ່ບໍ່ຊື່ສັດຫຼາຍກວ່າໃຈອງທ່ານ.

ທ່ານປອບໃຈໂຕເອງໂດຍການຄິດວ່າໃຈຂອງທ່ານບໍ່ໄດ້ຊື່ສັດຫຼາຍກວ່າຄົນອື່ນໆ ແລະທ່ານກໍເວົ້າຖືກ, ໃນທາງໜື່ງນັ້ນຄືຄວາມຈິງ, ແຕ່ທ່ານບໍ່ໄດ້ພິຈາລະນາຄວາມຈິງທີ່ວ່າ ມັນເປັນຄວາມຈິງເພາະໃຈຂອງທຸກຄົນເຊື່ອມຊາມຍ້ອນຄວາມບາບດັ່ງເດີມ, ຂ້າພະເຈົ້າໄດ້ ຊອກຫາເຫດຜົນອື່ນເປັນເວລາສາມສ່ວນສີ່ຂອງສະຕະວັດແລ້ວ,ແຕ່ຂ້າພະເຈົ້າກໍຖືກບັງຄັບໃຫ້ກັບໄປຫາບາບເດີມຢູ່, ເພາະບໍ່ມີເຫດຜົນອື່ນທີ່ຂ້າພະເຈົ້າຮູ້ທີ່ີສາມາດອະທິບາຍໄດ້ວ່າ ເປັນຫຍັງທຸກຄົນທີ່ຂ້າພະເຈົ້າເຄີຍຮູ້ຈັກຈື່ງ“ລີ້ໜ້າຂອງເຂົາຈາກພຣະອົງ”ຄືກັບອາດາມລີ້ໜ້າຂອງລາວຈາກພຣະຄຣິດຜູ້ຊົງສະພາບຂອງມະນຸດໃນສວນເອເດນ.

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນ ແລະພວກເຮົາບໍ່ໄດ້ ນັບຖືທ່ານ” (ເອຊາຢາ 53:3)

ພວກທ່ານບໍ່ໄດ້ໃຫ້ຄຸນຄ່າແກ່ພຣະເຢຊູ,ພວກທ່ານບໍ່ໄດ້ຄິດວ່າພຣະເຢຊູສໍາຄັນ.

ທ່ານດໍາເນີນຊີວິດຢູ່ໃຕ້ຄວາມເພີ້ຝັນວ່າຂໍ້ນີ້ຜິດ-ວ່າທ່ານຮັກພຣະເຢຊູແທ້,ວ່າທ່ານ ນັບຖືພຣະອົງຢ່າງສູງ, ແຕ່ແທນທີ່ການຍອມຮັບໃນສິ່ງທີ່ໃຈຂອງທ່ານໃສ່ຢາແລະບິດ ເບືອນໂດຍບາບເດີມແລະບາບສ່ວນບຸກຄົນທີ່ບອກທ່ານ - ທ່ານຄວນຈະສົງໄສການຕີລາ ຄາຂອງຫົວໃຈຂອງທ່ານ.

ພວກທ່ານມີຄວາມຄິດຕ່າງໆພາຍໃນເລື່ອງຄວາມຮັກຂອງພຣະຄຣິດບໍ? ທ່ານສາ ມາດເວົ້າແບບນີ້ໄດ້ບໍ? ຈົ່ງຟັງແລ້ວຫຼັງຈາກນັ້ນຈົ່ງຖາມໂຕທ່ານເອງຖ້າທ່ານສາມາດເວົ້າ ແບບນີ້ດ້ວຍສຸຈະລິດໃຈໝົດທຸກຢ່າງໄດ້ - ທ່ານເວົ້າໄດ້ບໍ່ວ່າ“ຂ່າວປະເສີດຊື່ງເມື່ອກ່ອນໜ້າ ເບື່ອແລະບໍ່ມີຊີວິດຊີວາກໍາລັງເປັນເລື່ອງໜ້າຕື່ນເຕັ້ນເມື່ອຂ້ອຍໄດ້ຍິນກ່ຽວກັບພຣະເຢຊູ?” ທ່ານສາມາດເວົ້າແບບນັ້ນດ້ວຍສຸດຈະລິດໃຈໄດ້ບໍ? ຖ້າບໍ່ໍ່ເລື່ອງນີ້ກໍພິສູດໃຫ້ເຫັນວ່າທ່ານບໍ່ ໄດ້ນັບຖືພຣະເຢຊູຄືກັບທີ່ເອມີ ຊາບາລາການັບຖື!

ຫຼືທ່ານເວົ້າແບບນີ້ໄດ້ບໍ: “ພຣະເຢຊູຊົງຖືກຄຶງເທິງໄມ້ກາງແຂນເພື່ອຂ້ອຍ,ໃນເມື່ອ ຂ້ອຍເປັນສັດຕູຂອງພຣະອົງແລະບໍ່ຍອມພຣະອົງ, ຄວາມຄິດອັນນີ້ໄດ້ທຸບຂ້ອຍ,ພຣະຄຣິດ ໄດ້ມອບຊີວິດຂອງພຣະອົງໃຫ້ຂ້ອຍແລະ ເພາະເຫດນີ້ຂ້ອຍຈື່ງຈະມອບທຸກສິ່ງທຸກຢ່າງໃຫ້ ກັບພຣະອົງ...ພຣະເຢຊູຊົງເປັນຜູ້ຊ່ວຍໃຫ້ລອດຂອງຂ້ອຍ,ຊົງເປັນທີ່ຢຸດພັກຂອງຂ້ອຍແລະເປັນພຣະຜູ້ຊ່ວຍຂອງຂ້ອຍ, ຂ້ອຍຄົງບໍ່ສາມາດເຮັດຫຍັງຫຼາຍເພື່ອພຣະເຢຊູໄດ້,ການຮັບ ໃຊ້ພຣະເຢຊູຄືຄວາມຍິນດີຂອງຂ້ອຍ” ທ່ານສາມາດເວົ້າຄໍາພວກນັ້ນດ້ວຍຄວາມຊື່ສັດ - ແບບຈອນເຄແກນເວົ້າໄດ້ບໍ? ຖ້າທ່ານລັງເລໃຈມັນບໍ່ແມ່ນເພາະທ່ານຮູ້ດີວ່າໂຕທ່ານເອງ ໄດ້ລີ້ໜ້າຈາກພຣະເຢຊູ,ແລະທີ່ວ່າທ່ານບໍ່ໄດ້ຄິດເຖິງເລື່ອງພຣະເຢຊູຫຼາຍແມ່ນບໍ?

ອີກຫົນທາງໜື່ງທີ່ຈະພິສູດຄວາມຮັກຂອງທ່ານທີ່ມີຕໍ່ພຣະເຢຊູກໍຄືສໍານຶກເລື່ອງບາບ ຈົນກວ່າທີ່ທ່ານຈະຮູ້ສຶກວ່າບາບສໍາຫຼັບການປະຕິເສດພຣະເຢຊູ, ທ່ານຈະບໍ່ມີວັນນັບຖືພຣະ ເຢຊູຄຣິດເດັດຂາດ! ພຣະເຢຊູຕັດວ່າ:

“ເມື່ອພຣະອົງ(ພຣະວິນຍານບໍລິສຸດ)ສະເດັດມາພຣະອົງຈະຊົງກະທໍາໃຫ້ ໂລກຮູ້ສຶກເຖິງຄວາມຜິດບາບ... ເຖິງຄວາມຜິດບາບນັ້ນຄືເພາະເຂົາບໍ່ເຊື່ອ ໃນເຮົາ” (ໂຢຮັນ 16:8,9)

ຖ້າທ່ານບໍ່ໄດ້ສໍານຶກບາບສໍາຫຼັບການປະຕິເສດພຣະເຢຊູ, ມັນກໍເປັນເຄື່ອງໝາຍທີ່ແນ່ນອນ ວ່າທ່ານ“ບໍ່ໄດ້ນັບຖືທ່ານ”ດຣ.ດັບໂບຢູ.ຈີ.ທີ.ເຊັດບອກເຮົາວ່າ “ພຣະວິນຍານບໍລິສຸດຈະບໍ່ ສ້າງມະນຸດຂື້ນມາໃຫມ່ຈົນກວ່າພຣະອົງຈະເຮັດໃຫ້ມະນຸດສໍານຶກ” ຄວາມຮູ້ສຶກຜິດໄດ້ຕຽມ ມະນຸດທີ່ຈະໄດ້ຮັບການຊ່ວຍໃຫ້ພົ້ນຈາກມັນໂດຍອົງພຣະຜູ້ເປັນເຈົ້າ.

ທ່ານຈະບໍ່ເຫັນວ່າພຣະຄຣິດຊົງມີຄ່າແນວໃດຈົນກວ່າທ່ານ

ຜ່ານການຫຼີ້ນເກມ
   ຢ້ານຄວາມຕາຍ
       ຍອມແພ້ກັບໂຕເອງ
         ຖືກໂນ້ມນ້າວເລື່ອງບາບ.

ບາງຄົນອາດຈະເວົ້າວ່າ“ມັນເປັນການກຽມທີ່ຍາກຫຼາຍ”ແຕ່ມັນຄືການກຽມທີ່ທ່ານຕ້ອງການ!

ພຣະເຢຊູຊົງເປັນໃຈຄວາມທີ່ຍິ່ງໃຫຍ່ຂອງພຣະຄໍາພີທັງໝົດ,ເມື່ອພຣະເຢຊູຊົງພົບສາວົກສອງຄົນ ພຣະອົງຊົງເວົ້າກັບເຂົາດົນພໍສົມຄວນ,ເປີດໜັງສືລູກາ 24:25-27,ຢູ່ໜ້າ 1112 ໃນພຣະທໍາສະບັບສະກໍຟິວສຶກສາ, ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານ.

“ພຣະອົງຕັດແກ່ສອງຄົນນັ້ນວ່າ"ໂອຄົນໂງ່ແລະມີໃຈເສື່ອຍຊ້າໃນການເຊື່ອບັນດາຄຳຊຶ່ງພວກສາສະດາພະຍາກອນໄດ້ກ່າວໄວ້ນັ້ນ ຈຳເປັນຊຶ່ງພຣະຄຣິດຈະຕ້ອງທົນທຸກທໍລະມານຢ່າງນັ້ນແລ້ວເຂົ້າໃນສະຫງ່າລາສີຂອງພຣະອົງບໍ່ແມ່ນຫລື" ພຣະອົງຈຶ່ງຊົງເລີ່ມອະທິບາຍພຣະຄຳພີທີ່ເລັງເຖິງພຣະອົງທຸກຂໍ້ໃຫ້ເຂົາຟັງ ເລີ່ມຕົ້ນຕັ້ງແຕ່ໂມເສດແລະບັນດາສາສະດາພະຍາກອນ” (ລູກາ 24:25-27)

ພຣະເຢຊູຊົງໃຊ້ເວລາຫຼາຍຊົ່ວໂມງໃນການສອນທັງໝົດນີ້,ພັນທະສັນຍາເດີມຍາວມີ 984 ໜ້າຢູ່ໃນສະບັບຄິງເຈມສ໌ຂອງຂ້າພະເຈົ້າ,ເມື່ອພຣະເຢຊູຮອດປະຖົມມະການບົດທີ່ 6,7,8 ພຣະອົງກໍໜ້າຈະອະທິບາຍວ່າເຮືອຂອງໂນອາເວົ້າເຖິງພຣະອົງແນວໃດແດ່,ໃນຂະ ນະທີ່ພຣະອົງເວົ້າເຖິງເລື່ອງໂນອາ,ນໍ້າຖ້ວມໃຫຍ່ແລະເຮືອ, ພຣະອົງຈະຕ້ອງສະແດງໃຫ້ ເຂົາເຫັນ“ທີ່ເລັງເຖິງພຣະອົງທຸກຂໍ້”(ລູກາ24:27)ບົດທີ່ຕ່າງໆຂອງໜັງສືປະຖົມມະການເຫຼົ່າ ນີ້ເປັນສິ່ງທີ່ສໍາຄັນທີ່ພຣະອົງບໍ່ສາມາດຂ້າມໄປໂດຍທີ່ບໍ່ເວົ້າເຖິງມັນໄດ້ເລີຍ.

ແນ່ນອນໜັງສືປະຖົມມະການບົດທີ່ຫົກ,ເຈັດແລະແປດເຕັມໄປດ້ວຍປະເພດການ ໃຊ້ຮູບອະທິບາຍແລະພາບຂອງພຣະຄຣິດ, ແລະນັບຕັ້ງແຕ່ທີ່ພຣະອົງຊົງເລິ່ມຕົ້ນເວົ້າເຖິງງານຂຽນຂອງໂມເສດ,ຜູ້ຂຽນປະຖົມມະການແລ້ວອະທິບາຍ“ອະທິບາຍພຣະຄຳພີທີ່ເລັງເຖິງພຣະອົງທຸກຂໍ້ໃຫ້ເຂົາຟັງ”(ລູກາ 24:27)ບໍ່ສົງໄສເລີຍທີ່ພຣະອົງບອກເຂົາວ່າເຮືອໄດ້ເວົ້າເຖິງພຣະອົງແນວໃດແດ່.

ແມ່ນແລ້ວ,ພຣະເຢຊູຄືໃຈຄວາມທີ່ຍິ່ງໃຫຍ່ຂອງພຣະຄໍາພີທັງໝົດແລະມີຫຼາຍຢ່າງທີ່ພວກເຮົາສາມາດຮຽນຮູ້ກ່ຽວກັບພຣະອົງໄດ້ໂດຍການສຶກສາເຮືອ, ນີ້ຄືປະເດັ່ນຕ່າງໆຂອງ ຂ່າວປະເສີດທີ່ພຣະເຢຊູຊົງກ່າວເຖິງຢ່າງບໍ່ສົງໄສໃນຂະນະທີ່ພຣະອົງ “ຊົງເລີ່ມອະທິບາຍພຣະຄຳພີທີ່ເລັງເຖິງພຣະອົງທຸກຂໍ້ໃຫ້ເຂົາຟັງ” (ລູກາ 24:27)

I. ໜື່ງ ເຮືອພາບຂອງພຣະຄຣິດໃນຖານະທີ່ບໍ່ດຶງດູດ.

ຄືກັບທີ່ຂ້າພະເຈົ້າໄດ້ເວົ້າແລ້ວວ່າ:ເຮືອຂອງໂນອາບໍ່ໄດ້ງາມ, ເຮືອທີ່ມີສີສົດໃສເຊິ່ງ ພວກຄູທີ່ໂງ່ມັກເອົາໃຫ້ພວກນັກຮຽນຢູ່ໂຮງຮຽນວັນອາທິດເບິ່ງ, ບໍ່! ບໍ່! ເຮືອເປັນກ່ອງໃຫຍ່ ສີດໍາທີ່ເຮັດດ້ວຍໄມ້, ມັນປົກຫຸມດ້ວຍນໍ້າມັນຍາງດໍາທັງດ້ານໃນແລະດ້ານນອກ,ພຣະເຈົ້າ ຊົງຕັດວ່າ:

“ເຈົ້າຈົ່ງຕໍ່ເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງເຮັດເປັນຫ້ອງໆໃນເຮືອ ແລະຢາ ທັງຂ້າງໃນຂ້າງນອກດ້ວຍນໍ້າມັນຍາງ” (ປະຖົມມະການ 6:14)

ເຮືອເປັນກ່ອງສີດໍາທີ່ມີພື້ນພຽງ, ຍາວປະມານ 500 ຟຸດ,ກວ້າງປະມານ 90 ຟຸດແລະສູງ ປະມານ 60 ຟຸດ, ມັນຖືກສ້າງໃຫ້ລອຍຂື້ນເທົ່ານັ້ນບໍ່ແມ່ນໃຫ້ແລ່ນໄດ້, ມັນຂີ້ຮ້າຍ,ເປັນພາ ຊະນະສີດໍາທັງໃນແລະນອກ, ບໍ່ມີຫຍັງງາມຈັກຢ່າງ, ນີ້ຄືພາບຂອງພຣະເຢຊູ,ພຣະຄໍາພີ ເວົ້າແບບນີ້ເຖິງພຣະຄຣິດວ່າ:

“ທ່ານບໍ່ມີຮູບຮ່າງຫຼືຄວາມສວຍງາມ ແລະເມື່ອເຮົາທັງຫຼາຍຈະແນມເບິ່ງ ທ່ານ, ບໍ່ມີຄວາມງາມທີ່ເຮົາຈະເພິ່ງປາດຖະໜາທ່ານ, ທ່ານຖືກມະນຸດດູ ໝີ່ນແລະປະຕິເສດ...ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກ ດູໝີ່ນແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” (ເອຊາຢາ 53:2-3)

ມັນບໍ່ແມ່ນມຸມມອງທີ່ຜູ້ຄົນສ່ວນຫຼາຍແນມເບິ່ງເຮືອເມື່ອພວກເຂົາເຫັນມັນຕັ້ງຢູ່ເທິງພື້ນດິນກ່ອນທີ່ນໍ້າຖ້ວມຈະເກີດຂື້ນບໍ? ມັນບໍ່ມີຄວາມງາມຫຼືຄວາມສະຫງ່າງາມຫຍັງ, ພວກ ເຂົາບໍ່ໄດ້ອອກແບບມັນ, ແລະມັນຖືກມະນຸດດູໝີ່ນແລະປະຕິເສດຄືກັບທີ່ພຣະເຢຊູເປັນ, ພວກເຂົາໄດ້ລີ້ໜ້າຂອງເຂົາຈາກເຮືອ,ເຊັ່ນກັບທີ່ເຂົາໄດ້ລີ້ໜ້າຂອງເຂົາຈາກພຣະເຢຊູ,ເຮືອ ຖືກດູໝີ່ນແລະບໍ່ມີໃຜນັບຖື, ນັ້ນແຫຼະທີ່ວ່າເປັນຫຍັງພວກເຂົາຈື່ງປະຕິເສດທີ່ຈະເຂົ້າໄປ ຂ້າງໃນເຮືອ,ເຊັ່ນກັບທີ່ເຂົາປະຕິເສດທີ່ຈະມາຫາພຣະຄຣິດ.

“ແລ້ວອຸປະກອນແປກປະຫຼາດສີດໍາທີ່ຂີ້ຮ້າຍນີ້ຈະສາມາດຊ່ວຍພວກເຮົາໃຫ້ລອດ ໄດ້ແນວໃດ?”ພວກເຂົາຈະຕ້ອງເວົ້າແບບນັ້ນ, ແລະປະຈຸບັນນີ້ຜູ້ຄົນປະຕິເສດທີ່ຈະມາຫາ ພຣະຄຣິດແລະຮັບຄວາມລອດເພາະເຫດຜົນອັນດຽວກັນ, ພວກເຂົາຄິດວ່າ“ເປັນຫຍັງພວກ ເຮົາຈື່ງຄວນຖີ້ມຊີວິດໃນແຕ່ລະມື້ແລະຄວາມສຸກ,ຄວາມມ່ວນຊື່ນຂອງເຮົາເພື່ອເຂົາໄປຂ້າງ ໃນພາຊະນະສີດໍາຂີ້ຮ້າຍ,ເກົ່າໆອັນນັ້ນລະ?”ມັດທາຍບົດທີ່ຊາວສີ່ບອກເຮົາວ່າ:

“ເພາະສະໄໝຂອງໂນອາເປັນແນວໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນແບບນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນນາວາ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປໝົດສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)

ເລື່ອງນີ້ໄດ້ສະແດງໃຫ້ເຮົາເຫັນວ່າພວກເຂົາບໍ່ຕ້ອງການທີ່ຈະຢຸດກິນ ແລະດື່ມຢູ່ງານລ້ຽງ ໃຫຍ່ເລີຍ,ພວກເຂົາບໍ່ຕ້ອງການທີ່ຈະຢຸດເຂົ້າຮ່ວມງານແຕ່ງທີ່ຟຸມເຟືອຍແລະຍາວນານທີ່ຜູ້ ຄົນພາກັນຕິດຫຼາຍໃນສະໄໝນັ້ນ, ເປັນຫຍັງພວກເຂົາຈື່ງຕ້ອງເລິກງານລ້ຽງຂອງເຂົາ,“ໂຮງ ເຕັ້ນລໍາ”ຂອງເຂົາ,ການເຕັ້ນລໍາແລະການດື່ມຂອງເຂົາ-ແລະຄວາມມ່ວນ-ພຽງເພື່ອເຂົ້າໄປ ຂ້າງໃນເຮືອສີດໍາບ່ອນທີ່ບໍ່ມີ“ຄວາມມ່ວນ”ຫຍັງເລີຍ,ພວກເຂົາຄິດແບບນັ້ນ.

ແຕ່ພວກເຂົາຜິດແນ່ນອນ, ສະຖານທີ່ແຫ່ງດຽວໃນໂລກບ່ອນທີ່“ຄວາມມ່ວນ”ແລະ ຄວາມຍິນດີທຸກຢ່າງຍັງສືບຕໍ່ດໍາເນີນຕໍ່ໄປໃນຊ່ວງນໍ້າຖ້ວມກໍຄືຢູ່ໃນເຮືອ,ໂນອາກັບຄອບຄົວຂອງລາວມີສາມັກຄີທໍາກັນໃນຂະນະທີ່ພວກເຂົາເຮັດວຽກຮ່ວມກັນເພື່ອເຝົ້າແລະລ້ຽງສັດໃນຊ່ວງເວລາເມື່ອນໍ້າຖ້ວມແຜ່ນດິນໂລກ.

ເຮືອເປັນຄຣິສຕະຈັກແຫ່ງດຽວໃນໂລກໃນຊ່ວງນໍ້າຖ້ວມອັນໂຫດຮ້າຍ, ໂນອາແລະ ສະມາຊິກຄອບຄົວເຈັດຄົນຄືຄຣິສຕະຈັກແຫ່ງດຽວໃນໂລກໃນສະໄໝນັ້ນແລະພວກເຂົາມີ ຊ່ວງເວລາທີ່ພິເສດແຫ່ງການສາມັກຄີທໍາກັນ,ຄວາມຮັກໃນການນະມັດສະການແລະຄວາມຍິນດີຕາມແບບພຣະເຈົ້າຢູ່ໃນເຮືອ.

ມັນບໍ່ແມ່ນແບບນັ້ນບໍທີ່ຄົນທີ່ຍັງບໍ່ລອດເຫັນຄຣິສຕະຈັກທ້ອງຖີ່ນຂອງເຮົາໃນປະຈຸ ບັນນີ້?ພໍ່ແມ່ທີ່ບໍ່ເຊື່ອຫຼາຍຄົນເວົ້າວ່າ:“ເປັນຫຍັງຄົນໜຸ່ມພວກນັ້ນຈື່ງຢາກຈະຢູ່ໃນຄຣິສຕະ ຈັກນັ້ນຫຼາຍ?ແມ່ນຫຍັງດຶງດູດພວກເຂົາ?ພວກເຂົາບໍ່ມີຫຍັງໃຫ້ດື່ມ, ຢາເສບຕິດຫຼືງານ ລ້ຽງປ່າເຖຶ່ອນຢູ່ໃນໂບດນັ້ນ, ພວກເຂົາບໍ່ມີການຮ່ວມເພດທີ່ປ່າເຖື່ອນຢູ່ໃນນັ້ນ, ແຕ່ເບິ່ງຄື ວ່າເຂົາຢາກໄປບ່ອນນັ້ນຕະຫຼອດເວລາ,ມີຫຍັງແດ່ບ່ອນນັ້ນທັງຂີ້ຮ້າຍ, ຕຶກໂບດເກົ່າໆຢູ່ໃນ ເມືອງເຊິ່ງເຮັດໃຫ້ລູກຊາຍລູກສາວຂ້ອຍຢາກໄປຫັ້ນຕະຫຼອດເວລາລະ?”

ພວກທ່ານສາມາດຕອບພໍ່ແມ່ແລະໝູ່ເພື່ອນທີ່ບໍ່ເຊື່ອຂອງທ່ານແບບນີ້ວ່າ:“ຄຣິສຕະຈັກຄືເຮືອຂອງພວກເຮົາ,ມັນຊ່ວຍພວກເຮົາຈາກໂລກທີ່ໂດດດ່ຽວ,ເຜົາໄໝ້ທີ່ພວກເຮົາເຄີຍ ອາໄສຢູ່, ດຽວນີ້ພວກເຮົາອາໄສຢູ່ໃນຄຣິສຕະຈັກທ້ອງຖີ່ນ, ພວກເຮົາມີຄວາມສະອາດຫຼາຍ ກວ່າ, ມີຄວາມສະໜຸກສະໜານດີໃນຄຣິສຕະຈັກຫຼາຍກວ່າທີ່ພວກເຮົາເຄີຍນຶກຝັນໄວ້! ເປັນຫຍັງຕ້ອງຢູ່ໂດດດ່ຽວລະ?ຈົ່ງກັບບ້ານ-ສູ່ຄຣິສຕະຈັກ! ໃນຕຶກຄຣິສຕະຈັກເກົ່າໆທີ່ບໍ່ ສະດວກສະບາຍແລະຂີ້ຮ້າຍ,ພວກເຮົາໄດ້ຖືກໂລກທີ່ເຢັນຊ່າແລະໂດດດ່ຽວປະຕິເສດ,ເຈົ້າບໍ່ ຢາກເຂົ້າມາໃນພົບກັບມິດຕະພາບ,ຄວາມຍິນດີແລະປອດໄພທີ່ພວກເຮົາພົບຢູ່ໃນຄຣິສຕະ ຈັກທ້ອງຖີ່ນ,ບ້ານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ບໍ?ເຊີນເຂົ້າມາສູ່ເຮືອທໍາມະດານີ້, ຄຣິສ ຕະຈັກນີ້ບ່ອນທີ່ທ່ານຈະຄົ້ນພົບກັບສັນຕິສຸກແລະຄວາມຍີນດີແບບດຽວກັບທີ່ພວກເຮົາພົບ.

ແມ່ນແລ້ວເຮືອຂີ້ຮ້າຍ,ສິ່ງເກົ່າໆທີ່ດໍາແຕ່ມັນຄືສະຖານທີ່ແຫ່ງຄວາມຍິນດີ, ມິດຕະ ພາບແລະຄວາມຮັກ, ຈົ່ງກັບບ້ານ! ເຂົ້າມາໃນເຮືອທີ່ຖືກດູໝີ່ນຂອງຄຣິສຕະຈັກທ້ອງຖີ່ນນີ້ ກັບພວກເຮົາ, ທ່ານຈະລອດແລະທ່ານຈະປະສົບກັບຊີວິດທີ່ມີຄວາມສຸກກັບພວກເຮົາ.

II. ສອງ ເຮືອເປັນພາບຂອງພຣະໂລຫິດຂອງພຣະຄຣິດ.

ເຊີນເປີດພຣະຄໍາພີຂອງທ່ານໄປໃນປະຖົມມະການບົດທີ່ຫົກຂໍ້ສິບສີ່,ພຣະເຈົ້າບອກໂນອາວ່າ:

“ເຈົ້າຈົ່ງຕໍ່ເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງເຮັດເປັນຫ້ອງໆໃນເຮືອ ແລະຢາ ທັງຂ້າງໃນຂ້າງນອກດ້ວຍນໍ້າມັນສົນ” (ປະຖົມມະການ 6:14)

ຜູ້ບັນຍາຍສາຍອານຸລັກນິຍົມເອັຈ.ຊີ.ລູໂພແປມັນວ່າ:“ແລະເອົາຂອງໜຽວທາກັບນໍ້າມັນສົນ ທັງຂ້າງໃນຂ້າງນອກ” (Exposition of Genesis, Baker, 1976, volume 1, p. 269).

ດຣ.ລູໂພຍັງສືບຕໍ່ບອກພວກເຮົາກ່ຽວກັບຫ້ອງຕ່າງໆທີ່ຢູ່ໃນເຮືອ ແລະນໍ້າມັນສົນທີ່ ປົກຫຸມມັນວ່າ:

ປະໂຫຍກສໍາຫຼັບ“ຫ້ອງນ້ອຍໆ”( qinnim)ແມ່ນຖືກໃຊ້ສໍາຫຼັບ“ຮັງນົກ”ເຊັ່ນ ກັນ,ດັ່ງນັ້ນຫ້ອງຕ່າງໆຈື່ງອາດຈະເປັນຫ້ອງເໝາະສໍາຫຼັບສັດຕ່າງໆ... ນີ້ບໍ່ ແມ່ນກໍາປັ່ນແຕ່ເປັນແກັດມະຫຶມາທີ່ຟູຢູ່ເທິງນໍ້າດ້ວຍຂະໜາດທີ່ຄ່ອນຂ້າງ ໃກ້ຄຽງສັດສ່ວນຂອງກໍາປັ່ນ, ພາຊະນະນີ້ບໍ່ໄດ້ຕັ້ງໃຈທີ່ຈະໃຫ້ແລ່ນອອກ ໄປດ້ວຍໃບເຮືອຫຼືເປັນຊະນິດເດີນເຮືອ, ມັນຖືກອອກແບບໃຫ້ລອຍຢູ່ເທິງ ນໍ້າ, ມັນເຮັດໃຫ້ແໜ້ນນໍ້າເຂົ້າບໍ່ໄດ້ໂດຍການຫຸມດ້ວຍ“ນໍ້າມັນສົນ”(ໂກເຟີ) ທັງຂ້າງໃນ ແລະຂ້າງນອກ (ເຫຼັ້ມດຽວກັນໜ້າ 270)

ດຣ.ລູໂພຍັງສືບຕໍ່ອະທິບາຍວ່າຄໍາວ່າ“ກາຟາ”ແມ່ນມີເຄົ້າມາແຕ່“ໂກເຟີ(ເຫຼັ້ມດຽວກັນ)

“ກາຟາ”ແມ່ນຄໍາພາສາຮິບຣູແປວ່າ“ການໄຖ່ບາບ”ໃນພຣະຄໍາພີ, ຮູບແບບຄໍາກໍາ ມະຂອງ“ກາຟາ”ຖືກແປເປັນ“ການໄຖ່ບາບ”ເຈັດສິບເທື່ອໃນພັນທະສັນຍາເດີມ.

ລະບຽບພວກເລວີ 17:11 ໄດ້ໃຫ້ຄວາມໝາຍແກ່ເຮົາເຖິງຄໍານີ້:

“ເພາະວ່າຊີວິດຂອງເນື້ອໜັງຢູ່ໃນເລືອດ ເຮົາໄດ້ໃຫ້ເລືອດແກ່ເຈົ້າເພື່ອໃຊ້ ເທິງແທ່ນ ເພື່ອເຮັດການໄຖ່ບາບແຫ່ງຈິດວິນຍານຂອງເຈົ້າ ເພາະ ວ່າເລືອດເປັນທີ່ທໍາການໄຖ່ບາບແຫ່ງຈິດວິນຍານ” (ລະບຽບພວກເລວີ 17:11)

ທັງສອງເທື່ອຄໍາວ່າ“ການໄຖ່ບາບ”ແມ່ນການແປຂອງ“ກາຟາ”ເຊິ່ງໝາຍເຖິງ“ປົກຄຸມ” ພຣະ ໂລຫິດຂອງພຣະເຢຊູຄຣິດ“ປົກຄຸມ”ຄວາມຜິດບາບຂອງເຮົາ, ພວກເຮົາຖືກບອກຢ່າງຊັດ ເຈນໃນພັນທະສັນຍາໃໝ່ວ່າ:

“ຄົນທັງຫລາຍຊຶ່ງພຣະເຈົ້າຊົງໂຜດຍົກຄວາມຊົ່ວຊ້າຂອງເຂົາແລ້ວ ແລະພຣະເຈົ້າຊົງປົກຄຸມບາບຂອງເຂົາແລ້ວກໍເປັນສຸກ” (ໂຣມ 4:7)

ເຮືອຖືກປົກຄຸມດ້ວຍນໍ້າມັນສົນເພື່ອຮັກສາໃຫ້ພົ້ນການພິພາກສາດ້ວຍນໍ້າຖ້ວມ,ເມື່ອທ່ານມາຫາພຣະຄຣິດ,ທ່ານກໍຖືກປົກຄຸມໂດຍພຣະໂລຫິດຂອງພຣະອົງແລະການພິພາກສາຂອງພຣະເຈົ້າຈະບໍ່ເຮັດອັນຕະລາຍທ່ານເລີຍ, ພຣະເຈົ້າບອກກັບໂນອາວ່າ“ຈົ່ງເຂົ້າໄປໃນ ນາວາ” (ປະຖົມມະການ 7:1) ເມື່ອໂນອາເຂົ້າໄປຂ້າງໃນ, ລາວຖືກອ້ອມຮອບໄປດ້ວຍກໍາ ແພງຊື່ງຖືກປົກຄຸມດ້ວຍນໍ້າມັນສົນ, ນໍ້າມັນສົນຄືພາບຂອງພຣະໂລຫິດຂອງພຣະຄຣິດ,ເມື່ອ ທ່ານມາຫາພຣະຄຣິດທ່ານກໍຖືກອ້ອມຮອບໂດຍພຣະໂລຫິດຂອງພຣະຄຣິດແລະ “ຄວາມ ບາບຂອງທ່ານກໍຖືກປົກຄຸມແລ້ວ” (ໂຣມ 4:7)

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊໍາລະເຮົາທັງ ຫຼາຍໃຫ້ປາສະຈາກບາບທຸກຢ່າງ” (1 ໂຢຮັນ 1:7)

ນັ້ນແຫຼະທີ່ວ່າເປັນຫຍັງພຣະເຢຊູຈື່ງຕາຍເທິງໄມ້ກາງແຂນ-ເພື່ອພຣະໂລຫິດຂອງ ພຣະອົງຈະສາມາດລ້າງຄວາມຊົ່ວຊ້າຂອງທ່ານອອກໄປແລະປົກຄຸມຄວາມບາບຂອງທ່ານ.

“ຄົນທັງຫລາຍຊຶ່ງພຣະເຈົ້າຊົງໂຜດຍົກຄວາມຊົ່ວຊ້າຂອງເຂົາແລ້ວ ແລະພຣະເຈົ້າຊົງປົກຄຸມບາບຂອງເຂົາແລ້ວກໍເປັນສຸກ” (ໂຣມ 4:7)

III. ສາມ ເຮືອເປັນພາບຂອງການຟື້ນຄືນຈາກຕາຍ.

ເຮືອຄືປະເພດຂອງການຟື້ນຄືນຈາກຕາຍ, ເຮືອຕັ້ງຢູ່ເທິງພູອາຣາຣັດໃນວັນທີ່ພຣະ ຄຣິດຈະຟື້ນຂື້ນມາຈາກຄວາມຕາຍ.

ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານສັງເກດບາງສິ່ງບາງຢ່າງອີກ,ຈົ່ງຟັງປະຖົມມະ ການບົດທີ່ແປດຂໍ້ທີ່ສິບແປດ:

“ໂນອາຈື່ງອອກໄປ ພ້ອມດ້ວຍລູກຊາຍ ເມຍແລະລູກໃພ້ທັງຫຼາຍທີ່ຢູ່ກັບ ທ່ານ” (ປະຖົມມະການ 8:18)

ນີ້ແມ່ນພາບການຟື້ນຂື້ນຂອງພຣະເຢຊູຄຣິດຈາກຄວາມຕາຍ:

“ພາຍຫລັງວັນສະບາໂຕ ເວລາໃກ້ຮຸ່ງເຊົ້າວັນຕົ້ນອາທິດ ມາລີຊາວມັກດາລາກັບມາລີອີກຄົນໜຶ່ງມາເບິ່ງອຸໂມງ ເບິ່ງແມ້ ໄດ້ເກີດແຜ່ນດິນໄຫວໃຫຍ່ຍິ່ງຫຼາຍ ເພາະທູດສະຫວັນຂອງອົງພຣະຜູ້ເປັນເຈົ້າໄດ້ລົງມາຈາກສະຫວັນ ກິ້ງກ້ອນຫິນນັ້ນອອກຈາກປາກອຸໂມງແລ້ວກໍນັ່ງຢູ່ເທິງຫິນນັ້ນ ໃບໜ້າຂອງທູດນັ້ນເໝືອນແສງຟ້າແລບ ເສື້ອຂອງທູດນັ້ນກໍຂາວເໝືອນຫິມະ ພວກຍາມທີ່ເຝົ້າຢູ່ຢ້ານທູດອົງນັ້ນຈົນຕົວສັ່ນ ແລະເປັນເໝືອນຄົນຕາຍ ທູດສະຫວັນນັ້ນຈຶ່ງກ່າວແກ່ຍິງນັ້ນວ່າ "ຢ່າຢ້ານເລີຍ ເພາະເຮົາຮູ້ຢູ່ວ່າທ່ານທັງຫລາຍມາຫາພຣະເຢຊູຊຶ່ງຖືກຕຶງທີ່ກາງແຂນ ພຣະອົງບໍ່ໄດ້ປະທັບຢູ່ບ່ອນນີ້ ເພາະພຣະອົງຊົງເປັນຂຶ້ນມາແລ້ວຕາມທີ່ພຣະອົງໄດ້ຕັດໄວ້ນັ້ນ ມາເບິ່ງບ່ອນຊຶ່ງອົງພຣະຜູ້ເປັນເຈົ້າໄດ້ບັນທົມຢູ່ນັ້ນ” (ມັດທາຍ 28:1-6)

ເໝືອນດັ່ງທີ່ໂນອາໄດ້ອອກຈາກເຮືອ,ພຣະຄຣິດກໍໄດ້ອອກມາຈາກອຸໂມງໃນເຊົ້າວັນອິສເຕີເຊິ່ງເວົ້າວ່າ: “ໂນອາຈື່ງອອກໄປພ້ອມດ້ວຍລູກຊາຍ ເມຍແລະລູກໃພ້ທັງຫຼາຍທີ່ຢູ່ ກັບທ່ານ”ນີ້ແມ່ນພາບຄຣິສຕຽນຖືກຮັບຂື້ນເພື່ອພົບກັບພຣະຄຣິດໃນຟ້າອາກາດ (I ເທສະ ໂລນິກາ 4:16-17), ໂນອາອອກຈາກເຮືອຄືພາບຂອງພຣະຄຣິດອອກມາຈາກອຸໂມງ,ຄອບ ຄົວຂອງລາວອອກມາຈາກເຮືອຫຼັງຈາກລາວຄືພາບຂອງພວກຄຣິສຕຽນທີ່ຖືກຮັບຂື້ນ.

ທັງໝົດນີ້ແມ່ນສັນຍາລັກແລະລັກສະນະພິມ,ດຣ.ຈອນວໍຣິກມອນກໍເມຣີ່ເວົ້າວ່າ

ການກະທໍາຂອງການຊ່ວຍກູ້ໃຫ້ພົ້ນຂອງໂນອາ-ໂດຍພຣະຄຸນຂອງພຣະ ເຈົ້າຢ່າງດຽວຜ່ານທາງນໍ້າແລະ(ເຮືອ)-ນໍາຄຣິສຕະຈັກຍຸກແລກທີ່ແກ້ໄຂບໍ່ ໄດ້ເພື່ອເບິ່ງເຫດການທັງໝົດໃນຖານະປະເພດທີ່ມາກ່ອນຂອງຄວາມລອດທີ່ໄດ້ຍື່ນໃຫ້ໃນພັນທະສັນຍາໃໝ່, ໂຕເຮືອເອງຖືກຄິດຂື້ນໃຫ້ເປັນສັນຍາ ລັກຂອງຄຣິສຕະຈັກ(ມີພຽງຄົນທີ່ສະແຫວງຫາພຣະຄຸນເທົ່ານັ້ນທີ່ສາມາດ ລອດຊີວິດຈາກການຖ້ວມຂອງໂລກທີ່ບາບ)ສະຖາປັດຍະກໍາຂອງຄຣິສຕະຈັກເອງກໍຖືກປະທັບກາໄວ້ຢ່າງບໍ່ລົບເລື່ອນກໍດ້ວຍພາບອັນນີ້ (ຕົວຢ່າງ “ແຖວນັ່ງຂອງໂບດ”ມາຈາກຄໍາລາຕິນ“navis,”“ເຮືອ”)ໃນຍຸກແລກຂອງຄຣິສຕຽນ(ການແຕ້ມ)-ໃນຫ້ອງຝັງສົບໃຕ້ດິນຍົກຕົວຢ່າງ - ເຮືອຖືກໃຊ້ເພື່ອເປັນສັນຍາລັກຂອງສະຖານທີ່ຝັງສົບຫຼື ຫີບສົບເຊິ່ງພຣະເຈົ້າຈະຊົງບັນ ດານໃຫ້ຄົນທີ່ເຊື່ອຟື້ນຄືນໃນວັນສຸດທ້າຍເໝືອນດັ່ງທີ່ພຣະອົງຊົງຊ່ວຍໂນ ອາຈາກການຕາຍຈາກນໍ້າຖ້ວມ (John Warwick Montgomery, Ph.D., The Quest for Noah’s Ark, Bethany, 1972, p. 284)

ໃນຊ່ວງເຄິ່ງແລກຂອງສະຕະວັດທີ່ສອງ, ຈັສຕິນ ມາເທິະໄດ້ກ່າວວ່າ:

ໂນອາຜູ້ຊອບທໍາກັບອີກແປດຄົນກໍຄືເມຍຂອງລາວ, ລູກຊາຍທັງສາມຄົນ ຂອງພວກເຂົາແລະເມຍຂອງລູກຊາຍຂອງພວກເຂົາ, ໄດ້ເພີ່ມຈໍານວນຂື້ນ ເປັນແປດຄົນແລະຖືເປັນສັນຍາລັກຂອງຍຸກນັ້ນ, ຈໍານວນແປດຄົນແຕ່ໜື່ງ ໃນລິດອໍານາດ,ເທິງພຣະຄຣິດຊົງຟື້ນຂື້ນມາຈາກຕາຍ, ຕອນນີ້ພຣະຄຣິດ “ຜົນແລກແຫ່ງສິ່ງຊົງສ້າງທຸກຢ່າງ”ໄດ້ກາຍເປັນປະມຸກຂອງເຊື້ອຊາດອື່ນໆ ຂອງຄົນເຫຼົ່ານັ້ນທີ່ພຣະອົງຊົງນໍາມາສູ່ການເກີດໃໝ່ໂດຍນໍ້າ, ຄວາມເຊື່ອ ແລະໄມ້ຊື່ງຖືຄວາມລຶກລັບຂອງໄມ້ກາງແຂນ,ເຊັ່ນດຽວກັບໂນອາທີ່ໄດ້ຮັບຄວາມລອດຢູ່ໃນໄມ້ຂອງເຮືອ,ລອຍຢູ່ເທິງນໍ້າກັບຄອບຄົວຂອງລາວ (Justin Martyr, Dialogue with Trypho, cxxxvii, 1-2)

ດັ່ງທີ່ພວກຄຣິສຕຽນຍຸກຕົ້ນໄດ້ສັງເກດວ່າຂ່າວປະເສີດທັງໝົດຄືພາບຢູ່ໃນເຮືອຂອງໂນອາ(1)ມັນເປັນເຮືອທີ່ຂີ້ຮ້າຍບໍ່ດຶງດູດຕາດູດໃຈ,ດັ່ງນັ້ນພຣະຄຣິດຈື່ືງບໍ່ດຶງດູດໃຈທັງພາຍໃນແລະພາຍນອກເຊັ່ນກັນ,ນີ້ເປັນພາບຂອງພຣະໂລຫິດຂອງພຣະຄຣິດທີ່ປົກຄຸມຄົນທີ່ເຊື່ອ,ເຊິ່ງເຮັດໃຫ້ພຣະເຈົ້າບໍ່ສາມາດເຫັນຄວາມບາບຂອງຄົນນັ້ນໄດ້, (2)ເຮືອຢຸດຢູ່ພູອາຣາຣັດ ແລະໂນອາໄດ້ອອກມາຈາກເຮືອແລ້ວມີຊີວິດຢູ່, ມັນຄືພາບຂອງພຣະຄຣິດທີ່ອອກມາຈາກອຸ ໂມງ,ຟື້ນຂື້ນມາຈາກຄວາມຕາຍໃນເຊົ້າວັນອິສເຕີ.

ມີອີກອັນໜື່ງ, ເຮືອຕັ້ງຢູ່ເທິງຍອດພູອາຣາຣັດ, ນີ້ແມ່ນພາບຂອງພຣະຄຣິດກໍາລັງ ສະເດັດໄປທີ່ພູຊີໂອນ,ເມືອງຂອງພຣະເຈົ້າໃນສະຫວັນຊັ້ນທີ່ສາມ, ດຽວນີ້ພຣະຄຣິດຊົງສະ ຖິດໃນສະຫວັນທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າ, ເຊີນມາຫາພຣະຄຣິດແລ້ວທ່ານຈະ ໄດ້ຮັບຄວາມລອດ, ເຊີນມາຫາພຣະຄຣິດແລ້ວຄວາມບາບຂອງທ່ານຈະຖືກປົກຄຸມດ້ວຍ “ນໍ້າມັນສົນ”ແຫ່ງພຣະໂລຫິດພຣະອົງ, ເຊີນມາຫາພຣະຄຣິດແລ້ວທ່ານຈະສາມາດໄປສະ ຫວັນໄດ້, ຄືກັບໂນອາແລະຄອບຄົວຂອງລາວໜີຈາກນໍ້າຖ້ວມທ່ານກໍຈະໜີຈາກນາຮົກໄດ້ ເຊັ່ນກັນ, ທ່ານຕ້ອງມາຫາພຣະຄຣິດເໝືອນທີ່ໂນອາເຂົ້າໄປໃນເຮືອ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ມັດທິວ 28:1-6.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Saved by the Blood” (S. J. Henderson, 19th century).

ໂຄງຮ່າງບົດເທດສະໜາ

ພາບຂອງຂ່າວປະເສີດໂດຍເຮືອຂອງໂນອາ

THE GOSPEL PICTURED BY THE ARK OF NOAH

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນ ແລະ ພວກເຮົາບໍ່ໄດ້ນັບຖືທ່ານ” (ເອຊາຢາ 53:3)

(ເຢເຣມີ 17:9; ຢອນ 16:8,9; ລູກາ 24:24-27)

I.     ໜື່ງ ເຮືອພາບຂອງພຣະຄຣິດໃນຖານະທີ່ບໍ່ດຶງດູດ. ປະຖົມມະການ 6:14; ເອຊາຢາ 53:2-3; ທັດທາຍ 24:37-39.

II.   ສອງ ເຮືອເປັນພາບຂອງພຣະໂລຫິດຂອງພຣະຄຣິດ ປະຖົມມະການ 6:14; ລະບຽບພວກເລວີ 17:11;ໂຣມ 4:7;
ປະຖົມມະການ 7:1;1ໂຢຮັນ 1:7

III. ສາມ ເຮືອເປັນພາບຂອງການຟື້ນຄືນຈາກຕາຍ. ປະຖົມມະການ 8:18; ມັດທາຍ 28:1-6; 1 ເທສະໂລນິກາ 4:16-17.