Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງເບິ່ງພຣະເຢຊູ

LOOKING UNTO JESUS
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 11/6/2017
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 11, 2017

“ໝາຍເອົາພຣະເຢຊູເປັນຜູ້ລິເລີ່ມຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງເຮົາສຳເລັດ ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ຂ້າງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ ຊົງດູຖູກຄວາມອາຍ ແລະ ໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ ແລ້ວ” (ເຮັບເລີ 12:2)


ພຣະຄໍາພີຂໍ້ນີ້ອະທິບາຍຂ່າວດີຂອງພຣະຄຣິດ, ຂ້າພະເຈົ້າບໍ່ສາມາດຄິດເຖິງຂໍ້ທີ່ ແຈ້ງກວ່ານີ້ເພຶ່ອອະທິບາຍຄໍາເວົ້າທີ່ຊັດເຈນເຖິງສິ່ງທີ່ພວກຄຣິສຕຽນແທ້ເຊື່ອ.

ຕອນນີ້ພວກທ່ານຈະຕ້ອງຟັງຄໍາເທດສະໜານີ້ດີໆໃນຂະນະທີ່ຂ້າພະເຈົ້າເອົາແຕ່ລະປະໂຫຍກມາອະທິບາຍໃຫ້ພວກທ່ານຟັງດ້ວຍຄວາມລະມັດລະວັງເທົ່າທີ່ຈະເຮັດໄດ້,ຂໍໃຫ້ຂໍ້ພຣະຄໍາພີຂໍ້ນີ້ເປີດໃຈຂອງທ່ານເພື່ອທີ່ຄວາມສະຫວ່າງຂອງພຣະຄຣິດຈະສ່ອງເຂົ້າມາຂ້າງ ໃນເຊິ່ງຕອນນີ້ເປັນບ່ອນທີ່ມືດມົນແລະສັບສົນ.

ຄົນຜູ້ໜື່ງສາມາດໄປໂບດແລະຍັງຢູ່ໃນຄວາມມືດໄດ້, ຄົນຜູ້ໜື່ງສາມາດຮຽນຮູ້ພຣະ ຄໍາພີຫຼາຍຢ່າງແລະຍັງຄົງສັບສົນແລະຄວາມເຂົ້າໃຈໃນສິ່ງທີ່ເຂົາອ່ານຍັງມືດມົນໄດ້, ມັນຄື ຄວາມຄໍາອະທິຖານຂອງຂ້າພະເຈົ້າທີ່ຈະຂໍໃຫ້ພຣະເຈົ້າເປີດ “ຕາແຫ່ງຄວາມເຂົ້າໃຈຂອງ ທ່ານ”(ເອເຟໂຊ 1:18)ໃນຂະນະທີ່ຂ້າພະເຈົ້າເທດ, ມີພຽງເມື່ອພຣະເຈົ້າເຮັດແບບນັ້ນເທົ່າ ນັ້ນທ່ານຈື່ງຈະສາມາດເຂົ້າໃຈຄວາມຈິງບາງຢ່າງໃນພຣະຄໍາພີຂໍ້ນີ້ໄດ້.

ພຣະຄໍາຂໍ້ນີ້ໄດ້ໃຫ້ຄວາມຈິງພື້ນຖານຢູ່ສາມຢ່າງ:


1. ສິ່ງທີ່ພຣະເຢຊູເຮັດເພື່ອທ່ານ.

2. ເປັນຫຍັງພຣະເຢຊູຈື່ງເຮັດແບບນີ້ເພື່ອທ່ານ.

3. ວິທີທີ່ຈະຮັບເອົາຜົນປະໂຫຍດຂອງເລື່ອງນີ້.

I. ໜື່ງ, ສິ່ງທີ່ພຣະເຢຊູເຮັດເພື່ອທ່ານ.

“ໝາຍເອົາພຣະເຢຊູ(ຜູ້)...ຊົງທົນເອົາກາງແຂນ ຊົງດູຖູກຄວາມອາຍ...” (ເຮັບເລີ 12:2)

ພາສາກຣີກຄໍາວ່າ“ທົນ” ໝາຍເຖິງ “ໄດ້ຮັບຄວາມທຸກຍາກລໍາບາກດ້ວຍຄວາມອົດ ທົນ”(ສະບັບ Strong’s)ພຣະເຢຊູຊົງອົດທົນຜ່ານທາງຄວາມທຸກຍາກລໍາບາກແລະການຂົ່ມ ເຫງເພື່ອຊ່ວຍວິນຍານຂອງທ່ານໃຫ້ລອດຈາກການລົງໂທດເພາະຄວາມຜິດບາບ,ດັ່ງທີ່ພູໄດ້ກ່າວວ່າ:

(ພຣະຄຣິດ) ຊົງອົດທົນໄມ້ກາງແຂນດ້ວຍ(ຄວາມໂສກເສົ້າຕ່າງໆທີ່ເພີ່ມ ຂື້ນ)ຄວາມໂສກເສົ້າໃນຈິດໃຈຂອງພຣະອົງ,ຄວາມເຈັບປວດທໍລະມານໃນຮ່າງກາຍຂອງພຣະອົງຂອງ(ການຕີ)ການຕີຢ່າງແຮງ,ການສຽບດ້ວຍໜາມ ຈີກໜັງຂອງພຣະອົງຍ້ອນຖືກຕີ,ການເຈາະຮູ(ເປັນຮູທາງ)ພຣະຫັດແລະ ພຣະບາດຂອງພຣະອົງດ້ວຍຕະປູ, ດ້ວຍຄວາມບໍ່ດີທຸກຢ່າງເຊິ່ງບໍ່ວ່າຈະ ເປັນເຈດຕະນາຮ້າຍຫຼື ຄວາມໂມໂຫທີ່ໂຫດຮ້າຍ ຫຼືທີ່ມະນຸດສາມາດລົງ ໂທດໃສ່ພຣະອົງ, ພຣະອົງບໍ່ໄດ້ອິດເມື່ອຍກັບພາລະຂອງພຣະອົງ ຫຼືຫົດ ຖອຍ ຫຼືອ່ອນເພຍໃຕ້ມັນ, ດ້ວຍຄວາມອ່ອນໂຍນແລະຄວາມອົດທົນທີ່ບໍ່ ອາດປະຕິເສດໄດ້ພຣະອົງຊົງອົດທົນທຸກຢ່າງເຊິ່ງພຣະອົງຖືກບອກລ່ວງ ໜ້າແລ້ວ (ໃນເອຊາຢາ 53) (ຄວາມເຫັນຂອງມັດທິວ ພູ ໃນເຮັບເລີ12:2)

ຈາກນັ້ນພຣະຄຣິດຊົງປະສົບກັບການຄຶງເທິງໄມ້ກາງແຂນ “ຊົງດູຖູກຄວາມອາຍ” (ເຮັບເລີ 12:2) “ການດູຖູກ”ໝາຍເຖິງ“ຄິດເລັກໜ້ອຍ” ຫຼື“ຄິດໜ້ອຍໜື່ງ” (ສະບັບ Vine’s) ພຣະເຢຊູຊົງຄິດໜ້ອຍໜື່ງກ່ຽວກັບການທຸກທໍລະມານໃຫຍ່ທີ່ພຣະອົງຊົງປະສົບຢູ່ເພາະ ພຣະອົງຊົງກໍາລັງຄິດກ່ຽວກັບການຊ່ວຍທ່ານແລະຖະວາຍກຽດແດ່ພຣະເຈົ້າ, “ຊົງດູຖູກ ຄວາມອາຍ” ຄວາມອາຍໃນນີ້ໝາຍເຖິງ“ຄວາມອັບອາຍຂາຍໜ້າ” (ສະບັບ Strong’s )ພຣະ ເຢຊູຕ້ອງອັບອາຍຂາຍໜ້າເພື່ອທ່ານທີ່ຈະລອດຈາກການລົງໂທດເພາະຄວາມຜິດບາບຂອງທ່ານ,ພຣະອົງຕ້ອງອັບອາຍຂາຍໜ້າຢູ່ໃນບ່ອນຂອງທ່ານ, ເພື່ອທີ່ທ່ານຈະບໍ່ຕ້ອງອັບອາຍ ຂາຍໜ້າຢູ່ໃນການພິພາກສາຄັ້ງສຸດທ້າຍ.

ພຣະເຢຊູຊົງຖືກອັບອາຍຂາຍໜ້າໂດຍການຖືກຕີ, ພຣະອົງຖືກຂາຍໜ້າໂດຍການ ຖົ່ມນໍ້າລາຍໃສ່ແລະຖືກດຶງໜວດເຄົາຂອງພຣະອົງອອກ, ພຣະອົງຖືກຂາຍໜ້າໂດຍກຸ່ມຄົນ ທີ່ຮ້ອງສຽງດັງວ່າ“ຄຶງມັນ! ຄຶງມັນ” ພຣະອົງຖືກຂາຍໜ້າໂດຍການຖືກແກ້ຜ້າອອກໝົດ ແລະຖືກຫ້ອຍເປື່ອຍກາຍເທິງໄມ້ກາງແຂນ.

ພຣະອົງຖືກຂາຍໜ້າ,ອັບອາຍຢູ່ໃນບ່ອນຂອງທ່ານ.

“ເພາະວ່າພຣະຄຣິດ...ໄດ້ທົນທຸກຄັ້ງດຽວເທົ່ານັ້ນເພາະຄວາມຜິດບາບຄື ພຣະອົງຜູ້ຊອບທໍາເພື່ອຜູ້ບໍ່ຊອບທໍາ” (1 ເປໂຕ 3:18)

“ພຣະເຢໂຮວາຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ເອຊາຢາ 53:6)

ພຣະເຢຊູຊົງຮັບເອົາການລົງໂທດທີ່ທ່ານຄວນໄດ້ຮັບເພາະຄວາມບາບຂອງທ່ານ,ພຣະເຢຊູຊົງຖືກໂທດໃນບ່ອນຂອງທ່ານ.

ພຣະເຢຊູຊົງອັບອາຍໃນບ່ອນຂອງທ່ານ, ໃນວັນພິພາກສາຄັ້ງສຸດທ້າຍບາບທຸກ ຢ່າງທີ່ພວກທ່ານເຄີຍເຮັດຈະຖືກອ່ານໂດຍພຣະເຈົ້າ, ເລື່ອງນີ້ຈະເຮັດໃຫ້ທ່ານອາຍຕໍ່ໜ້າ ໝົດທັງໂລກ, ແຕ່ຖ້າທ່ານຫາກເຊື່ອວາງໃຈໃນພຣະຄຣິດ,ພຣະເຢຊູຊົງອັບອາຍໃນບ່ອນ ຂອງທ່ານແລ້ວ, ແທນທີ່ທ່ານຈະຢືນເປື່ອຍກາຍແລະອາຍຍ້ອນບາບຂອງຕົນແຕ່ພຣະເຢຊູ ຊົງຢືນເປື່ອຍພຣະກາຍໃນບ່ອນຂອງທ່ານແລ້ວເທິງໄມ້ກາງແຂນ-ຖ້າທ່ານຫາກເຊື່ອວາງໃຈ ໃນພຣະອົງ.

ພຣະຄໍາພີສອນວ່າ “ການໄຖ່ບາບແທນຄົນອື່ນ”ຂອງພຣະເຢຊູຄຣິດເທິງໄມ້ກາງ ແຂນ!ດຣ.ພີ.ບີ.ຟິດວໍເຕີໄດ້ກ່າວວ່າ:

ການຊົງໄຖ່ຂອງພຣະອົງເປັນການແທນຄົນອື່ນເຊິ່ງໝາຍຄວາມວ່າ ການ ສະແດງໃນນາມຂອງຫຼືການເປັນຕົວແທນຄົນອື່ນ (Christian Theology, Eerdmans, 1948, p. 426)

ພາສາອັງກິດຄໍາວ່າ“ແທນຄົນອື່ນ”ໝາຍເຖິງ“ສະຖານທີ່ຂອງບຸກຄົນໜື່ງຖືກເຂົ້າຮັບໂດຍຄົນອື່ນ” ( Webster’s New Collegiate Dictionary, 1960)

ນັ້ນແຫຼະຄືສິ່ງທີ່ພຣະເຢຊູຊົງເຮັດເພື່ອທ່ານ! “ສະຖານທີ່ຂອງບຸກຄົນໜື່ງ(ໂຕທ່ານ) ຖືກເຂົ້າຮັບໂດຍຄົນອື່ນ(ພຣະຄຣິດ)” ພຣະອົງຊົງຮັບເອົາການລົງໂທດທີ່ທ່ານສົມຄວນໄດ້ ຮັບເພາະຄວາມບາບ.

ພຣະຄໍາພີກ່າວວ່າ:

“ພຣະຄຣິດໄດ້ຊົງຖະວາຍພຣະອົງເອງເທື່ອໜື່ງ ເພື່ອຈະໄດ້ຮັບເອົາຄວາມ ຜິດບາບຂອງຄົນເປັນອັນຫຼາຍ” (ເຮັບເລີ 9:28)

“ພຣະຄຣິດຊົງວາຍພຣະຊົນເພາະບາບຂອງເຮົາທັງຫຼາຍຕາມທີ່ຂຽນໄວ້ໃນ ພຣະຄໍາພີ” (1 ໂກລິນໂທ 15:3)

ພຣະຄຣິດຊົງຈ່າຍການລົງໂທດທີ່ທ່ານສົມຄວນໄດ້ຮັບເພາະການເຮັດບາບ, ພຣະອົງຊົງ ຈ່າຍເຕັມລາຄາ.

ພໍ່ນ້າຂອງຂ້າພະເຈົ້າເປັນທະຫານເຮືອເຖົ້າທີ່ຫົວແຂງ,ລາວເຄີຍເຕະຕໍາຫຼວດທີ່ນັ່ງຢູ່ ພວກເຂົາຈື່ງຈັບລາວໃສ່ຄຸກ, ຮອດທ່ຽງຄືນແມ່ຂອງຂ້າພະເຈົ້າໄດ້ໂທຫາເອັດກັລລິກໃຫ້ປະ ກັນລາວອອກ, ເອັດຈື່ງລົງໄປໃນຄຸກແລ້ວຈ່າຍເງິນປະກັນ, ເຂົາຈື່ງປ່ອຍພໍ່ນ້າຂອງຂ້າພະ ເຈົ້າອອກ, ພໍລາວຍ່າງອອກຈາກຄຸກແລ້ວແນມເຫັນເອັດລາວກໍເວົ້າວ່າເຈົ້າກໍາລັງເຮັດຫຍັງ ຢູ່ນີ້?”

ເລື່ອງນັ້ນມັນໄດ້ເຕືອນສະຕິຂ້າພະເຈົ້າເຖິງສິ່ງທີ່ພຣະເຢຊູເຮັດ, ພຣະອົງຊົງຈ່າຍ ຄ່າປະກັນຕົວເພື່ອຊ່ວຍທ່ານອອກຈາກການຖືກລົງໂທດເພາະຄວາມຜິດບາບຂອງທ່ານໃນ ນາຮົກ, ພວກເຮົາແນມເບິ່ງໄມ້ກາງແຂນແລ້ວເວົ້າວ່າ “ເຈົ້າກໍາລັງເຮັດຫຍັງຢູ່ນີ້?”ຄໍາຕອບ ກໍຄື-ພຣະອົງກໍາລັງຈ່າຍຄ່າປະກັນຕົວຂອງທ່ານ - ເພື່ອປ່ອຍໃຫ້ທ່ານອອກຈາກຄຸກແຫ່ງ ນາຮົກຂອງພຣະເຈົ້າ! ຈົ່ງວາງຄວາມເຊື່ອຂອງທ່ານໃນພຣະເຢຊູດຽວນີ້!

II. ສອງ ເປັນຫຍັງພຣະເຢຊູຈື່ງເຮັດແບບນີ້ເພື່ອທ່ານ.

“ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ຂ້າງໜ້ານັ້ນ” (ເຮັບເລີ 12:2)

ພຣະເຢຊູຊົງໄປທີ່ໄມ້ກາງແຂນໂດຍເຈດຕະນາ, ພຣະອົງຊົງມີລິດພໍທີ່ຈະໜີໄດ້ຕະ ຫຼອດເວລາ, ແທນທີ່“ທ່ານຖືກນໍາເໝືອນລູກແກະໄປສູ່ການຂ້າ” (ເອຊາຢາ 53:7) ເປັນຫຍັງ ພຣະຈື່ງໄປດ້ວຍຄວາມອ່ອນໂຍນຫາໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ? ພຣະອົງຊົງເຮັດ“ເພາະຄວາມຍິນດີທີ່ມີຢູ່ຂ້າງໜ້ານັ້ນ” (ເຮັບເລີ 12:2)

ປະການທີ່ີໜື່ງ,ຄືຄວາມຍິນດີຂອງການເຂົ້າສູ່ສະຫວັນ,ພຣະຄຣິດຊົງຮູ້ດີວ່າພຣະອົງຈະເຂົ້າສະຫວັນທັນທີເມື່ອພຣະອົງຊົງຕາຍເທິງໄມ້ກາງແຂນ,ພຣະອົງບອກກັບໂຈນຄົນໜື່ງທີ່ກໍາລັງຊິຕາຍຢູ່ຂ້າງພຣະອົງວ່າ“ວັນນີ້ທ່ານຈະຢູ່ກັບເຮົາເທິງເມືອງສຸກກະເສີມ” (ລູກາ 23:43)

ຫຼັງຈາກນັ້ນພຣະອົງຍັງຄົງຄາດຫວັງຄວາມຍິນດີຂອງການເຫັນທ່ານເຂົ້າເມືອງສະຫວັນເຊັ່ນກັນ, ຊ່າງເປັນຄວາມຍິນດີທີ່ພຣະເຢຊູຊົງຮູ້ສຶກເມື່ອພຣະອົງເຫັນໂຈນກັບໃຈ, ແລະຊ່າງເປັນຄວາມຍິນດີທີ່ພຣະອົງຈະຮູ້ສຶກເມື່ອໄດ້ເຫັນທ່ານ.

ມື້ວານນີ້ຂ້າພະເຈົ້າເຫັນພວກຜູ້ຊາຍຫຼາຍຄົນທີ່ຂ້າພະເຈົ້າໄດ້ນໍາມາຫາພຣະຄຣິດ,ໜື່ງໃນນັ້ນຕອນນີ້ເປັນປະທານຂອງພວກຜູ້ຊ່ວຍ,ອີກຄົນໜື່ງເປັນຜູ້ຊ່ວຍສິດຍາພິບານ, ມັນ ເຮັດໃຫ້ຂ້າພະເຈົ້າມີຄວາມດີໃຈຫຼາຍທີ່ໄດ້ເຫັນຄົນເຫຼົ່ານີ້ິທີ່ຕົນເອງໄດ້ພາຮັບເຊື່ອຫຼາຍກວ່າສີ່ສິບປີມາແລ້ວ, ອັນນີ້ຍັງເປັນສ່ວນໜື່ງຂອງຄວາມຍິນດີທີ່ພຣະຄຣິດຊົງຄາດຫວັງທີ່ຈະພົບ ໃນສະຫວັນ,ແລະນັ້ນແຫຼະທີ່ວ່າເປັນຫຍັງພຣະອົງຈື່ງຍອມໃຫ້ເຂົາຄຶງພຣະອົງ-ເພື່ອພາ“ລູກ ເປັນຈໍານວນຫຼາຍເຖິງສະຫງ່າລາສີນັ້ນ” (ເຮັບເລີ 2:10)

ນັ້ນແຫຼະທີ່ວ່າເປັນຫຍັງພຣະເຢຊູຈື່ງເປັນທັງ “ຜູ້ລິເລີ່ມແລະຜູ້ເຮັດໃຫ້ຄວາມເຊື່ອ ຂອງເຮົາສໍາເລັດ”ພຣະອົງຊົງສ້າງຄວາມເຊື່ອໃນເຮົາ ແລະພຣະອົງຊົງເຮັດໃຫ້ເຮົາສົມບູນ ແລະປ້ອງກັນເຮົາ,ຄວາມລອດທຸກຢ່າງຢູ່ໃນພຣະຄຣິດ!

III. ສາມ ວິທີທີ່ຈະຮັບເອົາຜົນປະໂຫຍດຂອງເລື່ອງນີ້.

“ໝາຍເອົາພຣະເຢຊູ... ໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະ ເຈົ້າແລ້ວ” (ເຮັບເລີ 12:2)

ພວກອັກຄະສາວົກໃນໜັງສືກິດຈະການຍາກຫຼາຍທີ່ເຂົາຈະເທດສະໜາໂດຍປາສະ ຈາກການອ້າງໂດຍກົງຕໍ່ການສະເດັດເຂົ້າສູ່ສະຫວັນຂອງພຣະຄຣິດ, ການນັ່ງທີ່ເບື້ອງຂວາ ພຣະຫັດຂອງຂອງເຈົ້າ,ຂ້າພະເຈົ້າສໍານຶກວ່າພວກເຮົາ,ໃນສະໄໝຂອງເຮົາຈໍາເປັນຕ້ອງເທດການສະເດັດຂື້ນຄືກັບພວກອັກຄະສາວົກ,ນີ້ຄືເຫດຜົນທີ່ຂ້າພະເຈົ້າຄິດວ່າ:

1. ການເທດສະໜາການສະເດັດສະຫວັນຂອງພຣະຄຣິດສູ່ພຣະຫັດຂວາຂອງ ພຣະບິດາເຮັດໃຫ້ພຣະຄຣິດກັບພຣະບິດາເປັນພຣະບຸກຄົນທີ່ແຕກຕ່າງກັນ ຫຼັກຄໍາສອນຕາມພຣະຄໍາພີຂອງຕຣີເອການຸພາບໄດ້ກາຍເປັນຫຼັກຄໍາສອນ ທີ່ມົວໆໃນປະຈຸບັນນີ້,ຫຼາຍຄົນເປັນພວກນອກຮີດສະໄໝນິຍົມໃນເລື່ອງທີ່ ສໍາຄັນນີ້ໂດຍບໍ່ຮູ້ຈັກມັນ.

2. ຫຼັກຄໍາສອນພຣະຄໍາພີອັນຍິ່ງໃຫຍ່ຂອງການຄືນດີກັນ,ການລຶບລ້າງພຣະ ອາຊະຍາແລະການເຮັດໃຫ້ເປັນຜູ້ຊອບທໍາຄວາມຈິງແລ້ວແມ່ນຫາຍສາບ ສູນເມື່ອພຣະເຈົ້າພຣະບິດາແລະພຣະເຢຊູພຣະບຸດບໍ່ເຫັນໃນຖານະພຣະ ບຸກຄົນທີ່ແຍກຈາກກັນໃນສາມພຣະພາກ, ການເຮັດວຽກເປັນຄົນກາງຂອງ ພຣະຄຣິດແມ່ນມີຄວາມຊັດເຈນຫຼາຍໂດຍການສະເດັດຂື້ນສະຫວັນ.

3. ລັດທິຕັດສິນໃຈນິຍົມຖືກຮັກສາໂດຍການເທດສະໜາການສະເດັດສູ່ສະ ຫວັນ, ການຫັນຜູ້ຄົນມາຫາພຣະຄຣິດຜູ້ຊົງສະເດັດສູ່ສະຫວັນໄດ້ຮັກສາ ທຸກຮູບແບບຂອງພວກຕັດສິນໃຈນິຍົມ.


ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ຍິນຄໍາເທດສະໜາດີຫຼາຍໃນເລື່ອງຟາຣິສີກັບຄົນເກັບພາສີ (ລູກາ 18:9-14), ລາວໄດ້ເປີດໂປ່ງເກືອບທຸກຮູບແບບຂອງລັດທີຕັດສິນໃຈນິຍົມ,ສະ ແດງໃຫ້ເຫັນວ່າຄວາມລອດບໍ່ໄດ້ມາໂດຍການເວົ້າຕາມ“ຄໍາອະທິຖານຂອງຄົນບາບ”, ການ ອອກໄປຂ້າງໜ້າ,ການໄປໂບດແລະອື່ນໆອີກ, ຫຼັງຈາກນັ້ນລາວກໍເວົ້າວ່າ“ທ່ານຈະຕ້ອງ ເຊື່ອໃນພຣະເຢຊູ”ຂ້າພະເຈົ້າກໍຄິດວ່າ“ສົມບູນແບບ”ແຕ່ຫຼັງຈາກນັ້ນລາວກໍເວົ້າວ່າ “ການ ເຊື່ອໃນພຣະເຢຊູໝາຍຄວາມວ່າທ່ານເຊື່ອວ່າພຣະອົງຊົງຕາຍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ” ຂ້າພະເຈົ້າກໍຄິດວ່າ “ໂອບໍ່! ລາວສັບສົນຫຼັກຄໍາສອນການເຊື່ອອັນນີ້ກັບການ ເຊື່ອເທິງພຣະເຢຊູເອງ”

ຂ້າພະເຈົ້າຢາກໃຫ້ນັກເທດຄົນນີ້ຈົບຄໍາເທດທີ່ສຸດຍອດຂອງລາວໂດຍການຂໍໃຫ້ຄົນບາບຜູ້ຫຼົງຫາຍແນມຂື້ນມາເບິ່ງ -ພຣະເຢຊູຜູ້ຊົງສະເດັດສູ່ສະຫວັນ- ທີ່ພຣະຫັດເບື້ອງຂວາ ຂອງພຣະເຈົ້າ-ໃນສະຫວັນເອງ!

“ໝາຍເອົາພຣະເຢຊູ...ໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະ ເຈົ້າແລ້ວ” (ເຮັບເລີ 12:2)

ນັ້ນແຫຼະຄືບ່ອນທີ່ຈະແນມເບິ່ງ! ນັ້ນແຫຼະຄືຜູ້ທີ່ຈະເຊື່ອ! ນັ້ນແຫຼະວິທີທີ່ຈະລອດໄດ້!

“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດໄດ້” (ກິດຈະການ 16:31)

ເບິ່ງແລະມີຊີວິດນ້ອງຊາຍຂ້ອຍຈົ່ງມີຊີວິດ
ຈົ່ງເບິ່ງພຣະເຢຊູດຽວນີ້ແລ້ວມີຊີວິດຢູ່
ເລື່ອງນີ້ໄດ້ບັນທຶກໃນພຣະຄໍາພຣະອົງ ຮາເລລູຢາ
ມີພຽງເມື່ອທ່ານ“ເບິ່ງແລະມີຊີວິດ”
      (“Look and Live” by William A. Ogden, 1841-1897).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ໂຢຮັນ 12:28-32.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Look and Live” (William A. Ogden, 1841-1897).

ໂຄງຮ່າງບົດເທດສະໜາ

ຈົ່ງເບິ່ງພຣະເຢຊູ

LOOKING UNTO JESUS

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ໝາຍເອົາພຣະເຢຊູເປັນຜູ້ລິເລີ່ມຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງເຮົາສຳເລັດ ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ຂ້າງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ ຊົງຖືວ່າຄວາມອາຍບໍ່ເປັນສິ່ງສຳຄັນອັນໃດ ແລະໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າແລ້ວ” (ເຮັບເລີ 12:2)

I.      ໜື່ງ, ສິ່ງທີ່ພຣະເຢຊູເຮັດເພື່ອທ່ານ. “ຊົງທົນເອົາກາງແຂນ,ຊົງດູຖູກຄວາມ
ອາຍ”1 ເປໂຕ 3:18; ເອຊາຢາ 53:6; ເຮັບເລີ 9:28;1 ໂກລິນໂທ 15:3

II.    ສອງ ເປັນຫຍັງພຣະເຢຊູຈື່ງເຮັດແບບນີ້ເພື່ອທ່ານ-“ເພາະເຫັນແກ່ຄວາມຍິນ
ທີ່ມີຢູ່ຂ້າງໜ້ານັ້ນ”ເອຊາຢາ 53:7.
1. ຄວາມຍິນດີຂອງການເຂົ້າສູ່ສະຫວັນ ລູກາ 23:42.
2. ຄວາມຍິນດີຂອງການເຫັນທ່ານເຂົ້າສູ່ສະຫວັນ ເຮັບເລີ 2:10.

III.  ສາມ ວິທີທີ່ຈະຮັບເອົາຜົນປະໂຫຍດຂອງເລື່ອງນີ້ - “ໝາຍເອົາພຣະເຢຊູ...
ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າແລ້ວ” ກິດຈະການ 16:31.