Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມລອດສໍາຫຼັບຄົນທີ່ຊ່ວຍຕົນເອງບໍ່ໄດ້

SALVATION FOR THE HELPLESS
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນເສົາຕອນແລງວັນທີ 3/6/2017
A sermon preached at the Baptist Tabernacle of Los Angeles
Saturday Evening, June 3, 2017


ຂໍໃຫ້ເຮົາຢືນຂື້ນແລ້ວເປີດພຣະຄໍາພີຂອງທ່ານໄປໃນຂ່າວປະເສີດຂອງມາລະໂກ 9:26-27

“ຜີນັ້ນຈຶ່ງຮ້ອງສຽງດັງເຮັດໃຫ້ເດັກນັ້ນຊັກດິ້ນເປັນຈຳນວນຫລາຍ ແລ້ວກໍອອກມາ ເດັກນັ້ນກໍມິດຢູ່ຊື່ໆຄືກັບຄົນຕາຍ ຈົນມີຫລາຍຄົນເວົ້າວ່າ "ລາວ ຕາຍແລ້ວ" ແຕ່ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ ເດັກນັ້ນກໍຢືນຂຶ້ນ” (ມາລະໂກ 9:26-27)

ພຣະເຢຊູຊົງຊ່ວຍເດັກຄົນນີ້ຈາກອໍານາດຂອງພະຍາມານ, ເລື່ອງນີ້ໄດ້ຖືກບັນທຶກ ໄວ້ເພາະມີເຫດຜົນ,ໄດ້ມອບໃຫ້ກັບພວກເຮົາເພື່ອສະແດງໃຫ້ເຫັນວ່າພຣະເຢຊູຊົງສາມາດທີ່ຈະຊ່ວຍຈິດວິນຍານທີ່ຫຼົງຫາຍແລະຊ່ວຍຕົນເອງບໍ່ໄດ້ແນວໃດແດ່ໃນປະຈຸບັນນີ້, ຂ່າວປະ ເສີດສີ່ເຫຼັ້ມມັດທາຍ, ມາລະໂກ, ລູກາ ແລະໂຢຮັນມີເລື່ອງແບບນີ້ຢ່າງຫຼວງຫຼາຍ, ພວກ ມັນໄດ້ສະແດງໃຫ້ເຫັນເຖິງວິທີທີ່ວິນຍານທີ່ຊ່ວຍຕົນເອງບໍ່ໄດ້ຮັບຄວາມລອດ, ເລື່ອງລາວ ເຫຼົ່ານີ້ບອກພວກເຮົາດ້ານຕ່າງໆທີ່ແຕກຕ່າງກັນເຖິງເລື່ອງຄວາມລອດ, ພວກເຮົາສາ ມາດຮຽນຮູ້ຫຼາຍສິ່ງຫຼາຍຢ່າງໂດຍການອ່ານພວກມັນ.

ເດັກຄົນນີ້ຖືກຜີສິງ, ລາວມີຜີສິງເຊິ່ງເປັນເຫດໃຫ້ລາວຕ້ອງຫູໜວກແລະປາກກຶກ, ລາວບໍ່ສາມາດຟັງຫຼືເວົ້າໄດ້, ທຸກຄົນກໍເປັນແບບນີ້ກ່ອນທີ່ເຂົາຈະໄດ້ຮັບຄວາມລອດ, ກ່ອນ ທີ່ທ່ານຈະໄດ້ຮັບຄວາມລອດທ່ານບໍ່ສາມາດໄດ້ຍິນໃນສິ່ງທີ່ພຣະເຈົ້າກໍາລັງຕັດຢູ່, ແລະ ທ່ານບໍ່ສາມາດເວົ້າມັນໄດ້.

ແຕ່ພຣະຄຣິດຊົງໄລ່ຜີອອກ, ພຣະຄຣິດຊົງແຂງແຮງຫຼາຍກວ່າພະຍາມານ,ນັ້ນຄື ເຫດຜົນທີ່ພຣະຄຣິດຊົງສາມາດຊ່ວຍທ່ານໄດ້! ພຣະອົງຊົງຊ່ວຍເດັກຄົນນີ້ໄດ້ແລະພຣະອົງ ສາມາດຊ່ວຍທ່ານໄດ້ເຊັ່ນກັນ! ພຣະຄຣິດຊົງສາມາດຊ່ວຍທຸກຄົນໄດ້ບໍ່ວ່າທ່ານຈະເປັນຄົນ ທີ່ຊ່ວຍຕົນເອງຫຼາຍປານໃດກໍຕາມ!ແລະພຣະຄຣິດຊົງສາມາດຊ່ວຍທ່ານໃຫ້ພົ້ນຈາກພະຍາ ມານໄດ້! ທ່ານສາມາດຮຽນຮູ້ຈັກຄວາມຈິງທີ່ຍິ່ງໃຫຍ່ສາມຢ່າງກ່ຽວກັບຄວາມລອດຈາກ ເລື່ອງນີ້.

I. ໜື່ງ ທ່ານເປັນຄືກັບຄົນທີ່ຕາຍແລ້ວ.

ຂໍ້ພຣະຄໍາພີກ່າວວ່າ:

“ເດັກນັ້ນກໍມິດຢູ່ຊື່ໆຄືກັບຄົນຕາຍ ຈົນມີຫລາຍຄົນເວົ້າວ່າ ລາວຕາຍແລ້ວ” (ມາລະໂກ 9:26)

ນັ້ນແຫຼະຄືພາບຂອງທຸກຄົນກ່ອນທີ່ເຂົາຈະໄດ້ຮັບຄວາມລອດ, ພຣະຄໍາພີສອນວ່າມະນຸດ ຊາດທຸກຄົນຕາຍແລ້ວຝ່າຍວິນຍານ, ພວກທ່ານຕາຍແລ້ວຝ່າຍວິນຍານ!ພຣະຄໍາພີກ່າວວ່າ

“ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ ແລະຄວາມຕາຍກໍເກີດມາເພາະບາບນັ້ນ ແລະຄວາມຕາຍກໍໄດ້ແຜ່ໄປເຖິງມວນມະນຸດທຸກຄົນ...” (ໂຣມ 5:12)

ພໍ່ແມ່ຄູ່ທໍາອິດຂອງເຮົາເຮັດບາບຕໍ່ພຣະເຈົ້າ-ແລະພວກເຂົາຈື່ງຕາຍຝ່າຍວິນຍານ, ອາດາມຖືກຕັດຂາດຈາກພຣະເຈົ້າໃນສະພາບຂອງຝ່າຍວິນຍານທີ່ຕາຍແລ້ວ, ແລະຄວາມ ຕາຍຝ່າຍວິນຍານນີ້ໄດ້ແຜ່ລົງມາສູ່ມະນຸດທຸກຄົນ, ນັ້ນແຫຼະຄືສາເຫດທີ່ພວກເຮົາມີສາສະ ໜາຕ່າງໆຫຼາຍໂພດ, ຍ້ອນຄວາມມືດແລະຄວາມຕາຍຝ່າຍວິນຍານ,ມະນຸດຊາດຈື່ງໄດ້ ສ້າງສາສະໜາຕ່າງໆຂື້ນມາ,ແຕ່ບໍ່ໄດ້ພົບກັບພຣະເຈົ້າທ່ຽງແທ້ແລະຊົງພຣະຊົນຢູ່.

ຕອນທີ່ເວົ້າກັບກຸ່ມຄົນໃນເອເທນອັກຄະສາວົກເປົາໂລໄດ້ກ່າວແບບນີ້ວ່າ:

“ເພາະວ່າເມື່ອຂ້າພະເຈົ້າເດິນທາງມາສັງເກດເບິ່ງສິ່ງທີ່ທ່ານນະມັດສະການນັ້ນ ຂ້າພະເຈົ້າໄດ້ພົບແທ່ນແທ່ນໜຶ່ງມີຄຳຈາລຶກໄວ້ວ່າ `ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ' ເຫດສະນັ້ນຂ້າພະເຈົ້າຈຶ່ງມາປະກາດ ແລະສະແດງໃຫ້ທ່ານທັງຫລາຍຮູ້ເຖິງພຣະເຈົ້າທີ່ທ່ານບໍ່ຮູ້ຈັກແຕ່ຍັງນະມັດສະການຢູ່” (ກິດຈະການ 17:23)

ພວກເຂົາມີຮູບປັ້ນແລະພະຫຼາຍອົງ, ແຕ່ພຣະເຈົ້າທີ່ທ່ຽງແທ້ບໍ່ເປັນທີ່ີຮູ້ຈັກແກ່ເຂົາ,ພວກເຂົາ ເອີ້ນພຣະອົງວ່າ “ພຣະເຈົ້າທີ່ບໍ່ຮູ້ຈັກ”

ແລະພຣະເຈົ້າກໍ່ບໍ່ເປັນທີ່ຮູ້ຈັກຕໍ່ທ່ານໃນຄືນນີ້, ພຣະອົງຊົງເປັນ“ພຣະເຈົ້າທີ່ບໍ່ຮູ້ຈັກ” ຕໍ່ທ່ານ, ພຣະເຈົ້າເບິ່ງຄືວ່າບໍ່ມີແທ້ຕໍ່ທ່ານ, ພວກທ່ານໄດ້ຕາຍແລ້ວຕໍ່ສິ່ງຕ່າງໆຂອງພຣະ ເຈົ້າ,ທ່ານຕາຍແລ້ວຝ່າຍວິນຍານ, ພວກທ່ານເປັນຄືກັບເດັກນ້ອຍໃນເລື່ອງທີ່ເຮົາສຶກສານີ້.

“ເດັກນັ້ນກໍມິດຢູ່ຊື່ໆຄືກັບຄົນຕາຍ ຈົນມີຫລາຍຄົນເວົ້າວ່າ ລາວຕາຍແລ້ວ” (ມາລະໂກ 9:26)

ພຣະຄໍາພີກ່າວວ່າ:

“ທ່ານທີ່ຕາຍແລ້ວດ້ວຍຄວາມບາບທັງຫຼຍຂອງທ່ານ” (ໂກໂລຊາຍ 2:13)

ພຣະຄໍາພີກ່າວວ່າທ່ານເປັນຄົນທີ່

“ຕາຍແລ້ວໂດຍການລະເມີດແລະການບາບ” (ເອເຟໂຊ 2:1)

ພໍ່ຂອງລູກຊາຍນ້ອຍຜູ້ຫຼົງຫາຍກ່າວວ່າ:

“ລູກຂອງເຮົາຕາຍແລ້ວ” (ລູກາ 15:24)

ລາວເວົ້າກັບອ້າຍຂອງນ້ອງຊາຍຜູ້ຫຼົງຫາຍວ່າ:

“ນ້ອງເຈົ້າຄົນນີ້ຕາຍແລ້ວ” (ລູກາ 15:32)

ທຸກຄົນທີ່ລອດແລ້ວທີ່ຢູ່ນີ້ໃນຄືນນີ້ຄັ້ງໜື່ງເຄີຍເປັນແບບນັ້ນ,ພວກເຮົາທຸກຄົນລ້ວນແລ້ວແຕ່ຕາຍໃນການບາບ, ພຣະເຈົ້າບໍ່ເປັນທີ່ຮູ້ຈັກແກ່ເຮົາ, ພວກເຮົາບໍ່ຮູ້ສຶກເລື່ອງພຣະເຈົ້າ, ພຣະຄໍາພີເບິ່ງຄືນິທານຫລອກເດັກຕໍ່ພວກເຮົາ,ເພາະພວກເຮົາຕາຍແລ້ວຝ່າຍວິນຍານ.

“ໂດຍທີ່ຄວາມເຂົ້າໃຈຂອງເຂົາມືດມົນໄປ ແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມໂງ່ຊຶ່ງຢູ່ໃນຕົວເຂົາ ອັນເນື່ອງຈາກໃຈທີ່ແຂງກະດ້າງຂອງເຂົາ” (ເອເຟຊັດ 4:18)

ນັ້ນແຫຼະຄືການອະທິບາຍເລື່ອງພວກເຮົາທຸກຄົນກ່ອນທີ່ພວກເຮົາຈະລອດ! ແລະທ່ານຈະ ຕ້ອງລອດໂດຍພຣະເຢຊູ, ພຣະເຢຊູເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ລອດຈາກຄວາມຕາຍ ຝ່າຍວິນຍານໄດ້.

II. ສອງ ທ່ານຖືກ“ຈັບດຶງຂື້ນໂດຍມື”ຂອງພຣະເຢຊູ.

ຂໍ້ພຣະຄໍາພີຂອງເຮົາບອກວ່າ:

“ເດັກນັ້ນກໍມິດຢູ່ຊື່ໆຄືກັບຄົນຕາຍ ຈົນມີຫລາຍຄົນເວົ້າວ່າ "ລາວ ຕາຍແລ້ວ" ແຕ່ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ...” (ມາລະໂກ 9:26-27)

ເປັນຂໍ້ພຣະຄໍາພີທີ່ໜ້າອັດສະຈັນ! “ແຕ່ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ” ເຊິ່ງໄດ້ອະ ທິບາຍພາບຂອງການຕື່ນຂື້ນ,ມັນຄືພາບຂອງພຣະຄຸນປ້ອງກັນ,ມັນຄືເລື່ອງລາວຂອງຄວາມ ລອດ, ມັນຄືຄວາມລອດສໍາຫຼັບຄົນທີ່ຊ່ວຍຕົນເອງບໍ່ໄດ້!

“ເມື່ອກ່ອນທ່ານເຄີຍດຳເນີນຕາມວິຖີຂອງໂລກນີ້ຕາມເຈົ້າແຫ່ງອຳນາດໃນຍ່ານອາກາດ ຄືວິນຍານທີ່ຄອບຄອງຢູ່ໃນບຸດແຫ່ງການບໍ່ເຊື່ອຟັງ ເມື່ອ ກ່ອນເຮົາທັງປວງເຄີຍປະພຶດເປັນພັກພວກກັບຄົນເຫລົ່ານັ້ນທີ່ປະພຶດຕາມຕັນຫາຂອງເນື້ອໜັງເຊັ່ນກັນ ຄືເຮັດຕາມຄວາມປາດຖະຫນາຂອງເນື້ອໜັງແລະຄວາມຄິດໃນໃຈ ຕາມສັນດານເຮົາຈຶ່ງເປັນລູກແຫ່ງພຣະອາຊະຍາເໝືອນຢ່າງຄົນອື່ນ ແຕ່ພຣະເຈົ້າ ຜູ້ຊົງເຕັມດ້ວຍພຣະກະລຸນາ ເພາະເຫດຄວາມຮັກອັນໃຫຍ່ຫລວງ ຊຶ່ງພຣະອົງຊົງຮັກເຮົານັ້ນ ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງກະທຳໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນ) ແລະພຣະອົງຊົງໃຫ້ເຮົາເປັນຂຶ້ນມາກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັກສະຖານກັບພຣະອົງໃນພຣະເຢຊູຄຣິດ ເພື່ອວ່າໃນຍຸກຕໍ່ໆໄປ ພຣະ ອົງຈະໄດ້ຊົງສະແດງພຣະຄຸນຂອງພຣະອົງອັນອຸດົມເຫລືອລົ້ນ ໃນການຊຶ່ງພຣະອົງໄດ້ຊົງເມດຕາເຮົາໃນພຣະເຢຊູຄຣິດ ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍຕົວທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມພົ້ນນັ້ນຈະເນື່ອງດ້ວຍການກະທຳກໍບໍ່ໄດ້ເພື່ອບໍ່ໃຫ້ຄົນໜຶ່ງຄົນໃດອວດໄດ້” (ເອເຟໂຊ 2:2-9)

ນັ້ນແຫຼະຄືຄວາມລອດໂດຍພຣະຄຸນ! ນັ້ນຄືຄວາມລອດໂດຍພຣະຄຣິດ! ນັ້ນຄືຫົນທາງໄປ ສະຫວັນ! ແລະມັນຄືທາງດຽວເທົ່ານັ້ນ!

“ເດັກນັ້ນກໍມິດຢູ່ຊື່ໆຄືກັບຄົນຕາຍ ຈົນມີຫລາຍຄົນເວົ້າວ່າ "ລາວ ຕາຍແລ້ວ" ແຕ່ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ...” (ມາລະໂກ 9:26-27)

ກ່ອນທີ່ພຣະເຢຊູຈະມາພວກທ່ານຢູ່ໃນສະພາບທີ່ບໍ່ກັງວົນແລະບໍ່ຕື່ນເທື່ອ, ທ່ານບໍ່ ໄດ້ເປັນຫ່ວງກ່ຽວກັບສິ່ງທີ່ເກີດຂື້ນກັບວິນຍານຂອງທ່ານເລີຍ, ທ່ານເປັນຄືກັບເດັກນ້ອຍຄົນ ນັ້ນໃນມາລະໂກບົດທີ່ເກົ້າ.

“ມີຄົນໜຶ່ງໃນພວກປະຊາຊົນທູນຕອບວ່າ "ອາຈານເຈົ້າຂ້າ ຂ້າພະອົງໄດ້ພາລູກຊາຍຂອງຂ້າພະອົງມາຫາພຣະອົງເພາະຜີໃບ້ເຂົ້າສິງ” (ມາລະໂກ9:17)

ນັ້ນແຫຼະຄືຫົນທາງທີ່ຂ້າພະເຈົ້າເປັນ,ຄົນທີ່ຢູ່ຂ້າງບ້ານໄດ້ພາຂ້າພະເຈົ້າໄປຄຣິສຕະ ຈັກແບັບຕິດ, ພວກເຂົາພາຂ້າພະເຈົ້າໄປໂບດຄືກັບຊາຍຄົນນີ້ທີ່ພາລູກຊາຍຂອງຕົນໄປຫາ ພຣະເຢຊູ, ແຕ່ຂ້າພະເຈົ້າບໍ່ຮູ້ຈັກເລື່ອງພຣະເຈົ້າຫຍັງເລີຍ,ບໍ່ຮູ້ຈັກເລື່ອງພຣະຄຣິດ,ບໍ່ຮູ້ຈັກ ພຣະຄໍາພີຫຍັງເລີຍ, ຂ້າພະເຈົ້າບໍ່ເຄີຍອ່ານພຣະຄໍາພີເລີຍ, ຂ້າພະເຈົ້າບໍ່ສາມາດເປີດໜັງ ສືມັດທາຍໄດ້, ຂ້າພະເຈົ້າເລີ່ມເອົານິ້ວໂປ້ເປີດພຣະຄໍາພີໄປມາຈາກໜັງສືປະຖົມມະການ ຊອກຫາມັນ, ພໍເປີດເຫັນໜັງສືມັດທາຍຄໍາເທດສະໜາກໍເກືອບຈົບແລ້ວ!ແຕ່ພວກເຂົາກໍພາ ຂ້າພະເຈົ້າໄປໂບດ, ພຣະເຈົ້າຊົງໃຊ້ພວກຄຣິສຕຽນເພື່ອເປັນພະຍານແກ່ທ່ານ ແລະ ພາ ທ່ານມາຫາພຣະຄຣິດແບບທີ່ຜູ້ຊາຍຄົນນັ້ນເຮັດທີ່ໄດ້ພາລູກຊາຍຂອງຕົນໄປຫາພຣະເຢຊູ.

ຈາກນັ້ນທ່ານກໍເລີ່ມປະສົບກັບການຕື່ນຂື້ນ, ມັນສາມາດເກີດຂື້ນຢ່າງໄວວາຫຼືໃຊ້ເວ ລາດົນນານ, ຜູ້ຄົນມີຄວາມແຕກຕ່າງກັນ, ແຕ່ການຕື່ນຂື້ນມັນຄືສິ່ງທີ່ພິລຶກ, ເປົາໂລຖືກ ໂຍນລົງພື້ນດິນ, ຜູ້ຄົນໃນວັນເພັນເທຄອສຖືກແທງໃຈຂອງເຂົາ,ໂຈນເທິງໄມ້ກາງແຂນເຫັນ ຄວາມຊົ່ວຂອງຕົນ, ມັນເປັນສິ່ງທີ່ເປັນຕາຢ້ານ, ຈອນເຄແກນເວົ້າວ່າ“ຂ້ອຍຮູ້ສຶກຄືກັບກໍາ ລັງຊິຕາຍ, ຂ້ອຍບໍ່ສາມາດຍີ້ມໄດ້, ຂ້ອຍບໍ່ສາມາດພົບກັບສັນຕິສຸກໄດ້,ຂ້ອຍບໍ່ສາມາດຢຸດ ຮູ້ສຶກທໍລະມານໄດ້ເລີຍ, ຂ້ອຍບໍ່ສາມາດຖືມັນໄວ້ອີກຕໍ່ໄປ” ພຣະວິນຍານບໍລິສຸດກໍາລັງ ໂນ້ມນາວລາວເລື່ອງບາບ, ເອມີ ຊາບາລາກາເວົ້າວ່າ“ພຣະວິນຍານບໍລິສຸດໂນ້ມນ້າວຂ້ອຍ ເລື່ອງຄວາມບາບຂອງຂ້ອຍ, ຂ້ອຍເບື່ອໜ່າຍແລະຮູ້ສຶກອາຍຫຼາຍ, ຂ້ອຍຮູ້ດີວ່າພຣະເຈົ້າ ເຫັນຄວາມບາບທຸກຢ່າງຂອງຂ້ອຍ, ຂ້ອຍຮູ້ສຶກຄືກັບເປັນຄົນຂີ້ທູດຢູ່ຖ້າມກາງພວກຄຣິສ ຕຽນທີ່ສະອາດ” ແຈັກແງັນເວົ້າວ່າ“ຂ້ອຍຈື່ໄດ້ຢ່າງຊັດເຈນເຖິງບາບທີ່ຮ້າຍສຸດໆທີ່ຂ້ອຍເຄີຍ ເຮັດ - ຂ້ອຍເປັນຄົນບາບທີ່ຂີ້ຮ້າຍຫຼາຍ”

“ເຂົາກໍພາເດັກນັ້ນມາຫາພຣະອົງ ແລະເມື່ອເຫັນພຣະອົງແລ້ວ ໃນທັນໃດນັ້ນຜີນັ້ນຈຶ່ງເຮັດໃຫ້ເຂົາຊັກລົ້ມລົງກິ້ງເກືອກດິນ ມີນ້ຳລາຍຟູມປາກ” (ມາລະໂກ 9:20)

ນັ້ນແຫຼະຄືສິ່ງທີ່ເກີດຂື້ນກັບຫຼາຍໆຄົນໃນຊ່ວງການຟື້ນຕື່ນຂື້ນແລະໃນການຟື້ນຟູເທິງເກາະລູອິສ, ພວກເຂົາຫຼາຍຄົນພາກັນຮ້ອງສຽງດັງແລະຊຸດໂຕລົງພື້ນພາຍໃຕ້ການສໍານຶກບາບ, ອັນນັ້ນອາດຈະເກີດຂື້ນອີກມື້ໜື່ງຢູ່ປະເທດອາເມລິກາ, ມັນຈະບໍ່ແມ່ນ“ການຟື້ນຟູການຫົວ” ເດັກນ້ອຍທີ່ຢູ່ໃນມາລະໂກບົດທີ່ເກົ້າບໍ່ໄດ້ຫົວ! ການຟື້ນຟູແທ້ສົ່ງຜົນໃຫ້ເກີດການສໍານຶກ ບາບ,ບໍ່ແມ່ນສຽງຫົວ! ໃນການຟື້ນຟູໃຫຍ່ຕ່າງໆບາງຄົນຜູ້ຄົນລົ້ມລົງຮ້ອງສຽງດັງໃຕ້ການ ສໍານຶກ, ມັນເກີດຂື້ນຕະຫຼອດຢູ່ປະເທດຈີນແລະອິນເດຍໃນຕອນນີ້ - ໃນການຟື້ນຟູທີ່ພວກ ເຂົາກໍາລັງປະສົບພົບພໍ້ຢູ່.

ທຸກຄົນທີ່ຕື່ນຂື້ນຈະຮູ້ສືກເລື່ອງຄວາມຜິດບາບ, ພຣະວິນຍານບໍລິສຸດຈະເປີດເຜີຍ ຄວາມບາບໃຫ້ແກ່ທ່ານ.

“ເມື່ອພຣະອົງນັ້ນສະເດັດມາແລ້ວ ພຣະອົງຈະຊົງກະທຳໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ ແລະເຖິງຄວາມຊອບທຳ ແລະເຖິງການພິພາກສາ ເຖິງຄວາມຜິດບາບນັ້ນ ຄືເພາະເຂົາບໍ່ເຊື່ອໃນເຮົາ” (ໂຢຮັນ 16:8-9)

ພວກທ່ານມີຄວາມຮູ້ສຶກເລື່ອງບາບໃດໜື່ງບໍ? ພວກທ່ານຮູ້ສຶກໂສກເສົ້າເລື່ອງບາບ ຂອງທ່ານບໍ?ຈິດສໍານຶກຂອງທ່ານລົບກວນທ່ານເລື່ອງບາບແດ່ບໍ? ພວກທ່ານຮູ້ສຶກວ່າທ່ານ ຕ້ອງການການອະໄພໂດຍພຣະເຢຊູບໍ? ພວກທ່ານລໍຖ້າການໂນ້ມນ້າວຕື່ມອີກບໍ? ການ ໂນ້ມນ້າວຈະບໍ່ຊ່ວຍທ່ານໃຫ້ລອດໄດ້? ບໍ່ມີຈໍານວນການໂນ້ມນ້າວທີ່ຈະຊ່ວຍທ່ານໄດ້!ຈົ່ງ ມາຫາພຣະບຸດຂອງພຣະເຈົ້າພຽງຄັ້ງດຽວ!ເຊີນມາດຽວນີ້! ການໂນ້ມນ້າວເລື່ອງບາບຄວນ ບັງຄົບທ່ານໃຫ້ມາຫາພຣະເຢຊູ,ພຣະເຢຊູພຽງອົງດຽວທີ່ສາມາດສົງເຄາະການໂນ້ມນ້າວໃຈ ຂອງທ່ານໄດ້!

ເຊີນມາທ່ານທີ່ອິດເມື່ອຍ,ພາລະໜັກ,ຊໍ້າແລະແຕກຫັກເພາະລົ້ມ
ຖ້າທ່ານລໍຖ້າຈົນທ່ານດີຂື້ນ,ທ່ານກໍຈະບໍ່ມີວັນມາອີກຕໍ່ໄປ
(“Come, Ye Sinners, Poor and Wretched” by Joseph Hart, 1712-1768).

ເຊີນມາເຊື່ອວາງໃຈໃນພຣະເຢຊູດຽວນີ້,ເຖິງແມ່ນວ່າທ່ານຄິດວ່າທ່ານບໍ່ຖືກໂນ້ມນ້າວໃຈພໍ-ແລ້ວພຣະອົງຈະຊົງຊ່ວຍທ່ານໃຫ້ລອດ! “ຖ້າທ່ານຫາກຖ້າຈົນທ່ານດີຂື້ນທ່ານກໍຈະບໍ່ມີວັນ ມາເດັດຂາດ”ເຊີນມາດຽວນີ້! ຈົ່ງວາງໃຈໃນພຣະເຢຊູພຣະບຸດຂອງພຣະເຈົ້າ! ພຣະອົງຈະ ຊົງຊ່ວຍທ່ານໃຫ້ພົ້ນດຽວນີ້!

ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍການລົງໂທດເພາະບາບຂອງທ່ານ, ພຣະໂລຫິດຂອງພຣະອົງສາມາດຊໍາລະລ້າງຄວາມບາບຂອງທ່ານອອກໄປໄດ້,ພຣະຄຣິດ ຊົງຟື້ນຄືນມາຈາກຕາຍ, ພຣະອົງຊົງນັ່ງທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າ-ຂື້ນໄປໃນສະ ຫວັນ, ເຊີນມາຫາພຣະເຢຊູ! ເຊີນມາຫາພຣະເຢຊູ!ເຊີນມາຫາພຣະເຢຊູ! ວາງໃຈໃນພຣະ ເຢຊູ! ວາງໃຈໃນພຣະເຢຊູ! ວາງໃຈໃນພຣະເຢຊູແລ້ວທ່ານຈະລອດໄດ້!

III. ສາມ ທ່ານຖືກດຶງຂື້ນເພື່ອປະເຊີນໜ້າກັບພຣະຄຣິດ.

“ແຕ່ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ ເດັກນັ້ນກໍຢືນຂຶ້ນ” (ມາລະໂກ 9:27)

ທ່ານບໍ່ຈໍາເປັນຕ້ອງຮູ້ວິທີທີ່ຈະມາຫາພຣະເຢຊູ-ຫຼາຍກວ່າເດັກນ້ອຍຄົນນີ້ຈໍາເປັນທີ່ ຈະຮູ້ວິທີທີ່ຈະຖືກດຶງຂື້ນ, “ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ”ຖ້າທ່ານຢາກມາຫາພຣະ ເຢຊູ,ທ່ານກໍຈະຖືກນໍາມາຫາພຣະຄຣິດໂດຍລິດອໍານາດດຽວທີ່ດຶງທ້າວນ້ອຍຄົນນີ້,ພຣະເຢຊູຊົງຕັດເຊັ່ນນັ້ນວ່າ:

“ສາລະພັດທີ່ພຣະບິດາຊົງປະທານແກ່ເຮົາຈະມາສູ່ເຮົາ ແລະຜູ້ທີ່ມາຫາເຮົາ ເຮົາກໍຈະບໍ່ຖິ້ມເຂົາເລີຍ” (ໂຢຮັນ 6:37)

ບາງຄົນອາດຈະເວົ້າວ່າ“ຂ້ອຍບໍ່ແນ່ໃຈວ່າພຣະເຈົ້າຊົງເອົາພຣະຄຣິດໃຫ້ຂ້ອຍຫຼືບໍ” ອັນນັ້ນແມ່ນຄວາມຄິດທີ່ໂງ່, ທ່ານບໍ່ສາມາດຮູ້ແບບນັ້ນໄດ້ເພາະມີພຽງພຣະເຈົ້າເທົ່ານັ້ນທີ່ຮູ້ ຈັກ, ຢ່າໄປເສຍເວລາກັບສາສະໜາສາດການຄາດຄະເນ, ໃນຂະນະທີ່ຄົນອື່ນໆພາກັນຖຽງ ກັນເລື່ອງສາສະໜາສາດ ພວກທ່ານຈົ່ງມາຫາພຣະຄຣິດ! ທ່ານຈະໄດ້ຮັບຄວາມລອດໃນ ຂະນະທີ່ເຂົາກໍາລັງໂຕ້ແຍ້ງກັນ! ພຣະເຢຊູຕັດວ່າ:

“ຜູ້ທີ່ມາຫາເຮົາ ເຮົາກໍຈະບໍ່ຖິ້ມເຂົາເລີຍ” (ໂຢຮັນ 6:37)

ພຣະຄຣິດຈະບໍ່ໂຍນທ່ານອອກໄປເດັດຂາດ, ພຣະຄຣິດຈະບໍ່ປະທ່ານໃຫ້ຕາຍແລ້ວຕົກ ນາຮົກ, ພຣະຄຣິດຈະຊົງອະໄພຄວາມບາບຂອງທ່ານແລະຊ່ວຍທ່ານຄືກັບທີ່ພຣະອົງຊົງ ຊ່ວຍເດັກນ້ອຍໃນເລື່ອງນີ້, ຂ້າພະເຈົ້າຂໍຮ້ອງທ່ານ, ຂ້າພະເຈົ້າຂໍອ້ອນວອນທ່ານ,ຂໍຮ້ອງ ທ່ານ, ຂໍທ້ອນ, ຂ້າພະເຈົ້າຂໍສັ່ງທ່ານ, ເພື່ອເຫັນແກ່ວິນຍານອັນເປັນນິດຂອງທ່ານ, ເຊີນ ມາຫາພຣະຄຣິດ! ບໍ່ມີຫົນທາງອື່ນໃດສໍາຫຼັບທ່ານທີ່ຈະໄດ້ຮັບສັນຕິສຸກ! ມີພຽງພຣະເຢຊູ ເທົ່ານັ້ນທີ່ສາມາດໃຫ້ສັນຕິສຸກແກ່ທ່ານແລະອະໄພບາບຂອງທ່ານໄດ້! ເພງທີ່ໂນອາຊອງ ຮ້ອງເວົ້າວ່າ:

“ຂ້າເປັນຄົນບາບບໍ່ມີຄົນຊ່ວຍທີ່ປາສະຈາກພຣະເຢຊູ,ຕາບອດແລະເປື່ອຍ ກາຍ,ຂ້າຮັກພຣະອົງເພາະພຣະອົງຊົງຮັກຂ້າກ່ອນ...ພຣະເຢຊູຊົງຫຼັ່ງໂລ ຫິດເທິງໄມ້ກາງແຂນເພື່ອຂ້າ,ເພື່ອຈ່າບຄ່າຄວາມບາບຂອງຂ້າແລະຄວາມຮັກທີ່ພຣະອົງມີຕໍ່ຂ້າ,ຈະຈົດຈໍາໄປຕະຫຼອດ,ພຣະອົງຊົງຊ່ວຍຂ້າໃຫ້ລອດ ຈາກຮາກແຫ່ງຄວາມບາບ”

ອອກຈາກການເປັນທາດຂອງຂ້າ,ເສົ້າແລະມືດ,ພຣະເຢຊູເຊີນມາໆ
ສູ່ອິດສະຫຼະຂອງທ່ານ,ຄວາມຍິນດີແລະແສງສະຫວ່າງ,ອອກຈາກຄວາມ ຕ້ອງການຂອງຂ້າແລະເຂົ້າສູ່ຄວາມຮັ່ງມີຂອງພຣະອົງ,ອອກຈາກຄວາມ
ບາບແລະເຂົ້າມາຫາພຣະອົງເອງ,ພຣະເຢຊູເຊີນມາຫາພຣະອົງ;
      (“Jesus, I Come” by William T. Sleeper, 1819-1904).

ພວກເຮົາຢາກຈະລົມກັບພວກທ່ານກ່ຽວກັບການລອດໂດຍພຣະເຢຊູຄຣິດ, ໃນບໍ່ ເທົ່າໃດນາທີນີ້ຂໍເຊີນທ່ານອອກມານັ່ງສອງແຖວຂ້າງໜ້ານີ້.ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ມາລະໂກ 9:17-27.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Yes, I Know!” (Anna W. Waterman, 1920).

ໂຄງຮ່າງບົດເທດສະໜາ

ຄວາມລອດສໍາຫຼັບຄົນທີ່ຊ່ວຍຕົນເອງບໍ່ໄດ້

SALVATION FOR THE HELPLESS

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ຜີນັ້ນຈຶ່ງຮ້ອງສຽງດັງເຮັດໃຫ້ເດັກນັ້ນຊັກດິ້ນເປັນຈຳນວນຫລາຍ ແລ້ວກໍອອກມາ ເດັກນັ້ນກໍມິດຢູ່ຊື່ປານຄົນຕາຍ ຈົນມີຫລາຍຄົນເວົ້າວ່າ "ເຂົາຕາຍແລ້ວ" ແຕ່ພຣະເຢຊູຊົງຈັບມືແລ້ວດຶງເດັກນັ້ນຂື້ນ ເດັກນັ້ນກໍຢືນຂຶ້ນ” (ມາລະໂກ 9:26-27)

I.   ໜື່ງ ພວກທ່ານເປັນຄືກັບຄົນທີ່ຕາຍແລ້ວ.ມາລະໂກ 9:26; ໂຣມ 5:12;
ກິດຈະການ 17:23; ໂຄໂລສີ 2:13; ເອເຟຊັດ 2:1; ລູກາ 15:24,32;
ລູກາ 4:18.

II.  ສອງ ທ່ານຖືກ“ຈັບດຶງຂື້ນໂດຍມື”ຂອງພຣະເຢຊູ. ມາລະໂກ 9:27ກ;
ເອເຟຊັດ 2:2-9; ມາລະໂກ 9:17,20; ໂຢຮັນ 16:8-9.

III. ສາມ ທ່ານຖືກດຶງຂື້ນເພື່ອປະເຊີນໜ້າກັບພຣະຄຣິດ.ມາລະໂກ 27ຂ;
ໂຢຮັນ 6:37