Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຖືກຮັບຂື້ນ

(ຄໍາເທດສະໜາຕອນທີ 3 ເລື່ອງຄໍາທໍານວາຍໃນພຣະຄໍາພີ)
THE RAPTURE
(SERMON #3 ON BIBLE PROPHECY)
(Laotian)

ໂດຍ: ດຣ.ອາ. ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 7/5/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 7, 2017

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງເທບບໍດີ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ...” (1 ເທສະໂລນິກາ 4:16-17)


ອັນນັ້ນແມ່ນຄໍາສັນຍາທີ່ອັດສະຈັນໃນພຣະຄໍາພີ! ພຣະເຢຊູກໍາລັງຈະສະເດັດມາ! ຄຣິສຕຽນທຸກຄົນຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີເມື່ອໄດ້ຍິນຄໍາວ່າ“ພຣະເຢຊູກໍາລັງສະ ເດັດມາອີກ” ກະລຸນາເປີດພຣະຄໍາພີປະໄວ້ບ່ອນນີ້.

ພຣະເຢຊູຊົງຖືກຄຶງໃສ່ໄມ້ກາງແຂນເປັນເວລາຫຼາຍຊົ່ວໂມງ, ສຸດທ້າຍພຣະອົງຊົງ ຮ້ອງສຽງດັງວ່າ“ພຣະບິດາຂ້າພະອົງຂໍມອບຈິດວິນຍານຂອງຂ້າພະອົງໄວ້ໃນພຣະຫັດຂອງ ພຣະອົງດ້ວຍ”(ລູກາ 23:46),ພຣະອົງຊົງຕາຍ, ພວກເຂົາກໍເອົາພຣະສົບຂອງພຣະອົງໄປ ຝັງໄວ້ໃນອຸໂມງຝົງສົບ, ພວກເຂົາໄດ້ຈໍາກາແລະສັ່ງໃຫ້ພວກທະຫານໂຣມັນມາເຝົ້າອຸໂມງ ຂອງພຣະອົງໄວ້ຢ່າງດີ.

ໃນມື້ທີ່ສາມພຣະອົງຊົງຟື້ນຂື້ນມາຈາກຄວາມຕາຍ,ແຕ່ເມື່ອພຣະອົງປາກົດແກ່ພວກສາວົກຂອງພຣະອົງ:

“ຝ່າຍເຂົາທັງຫລາຍສະດຸ້ງຕົກໃຈຢ້ານ ຄິດວ່າເຫັນຜີ” (ລູກາ 24:37)

ຫຼັງຈາກນັ້ນພຣະເຢຊູກໍກ່າວແກ່ພວກເຂົາວ່າ:

“ຈົ່ງເບິ່ງມືຂອງເຮົາແລະຕີນຂອງເຮົາວ່າເປັນເຮົາເອງຈົ່ງຈັບໂຕເຮົາເບິ່ງ ເພາະວ່າຜີບໍ່ມີເນື້ອແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ” (ລູກາ 24:39)

ພຣະອົງໄດ້ພາພວກເຂົາອອກໄປຈາກເມືອງເຢລູຊາເລັມໄປພູໝອກກອກເທດ,ພຣະອົງຊົງບອກໃຫ້ເຂົາອອກໄປປະກາດຂ່າວປະເສີດທົ່ວໂລກ.

“ເມື່ອພຣະອົງຕັດເຊັ່ນນັ້ນແລ້ວ ໃນຂະນະທີ່ເຂົາທັງຫລາຍກຳລັງແນມເບິ່ງ ພຣະອົງກໍຖືກຮັບຂຶ້ນໄປ ແລະມີເມກຄຸມພຣະອົງໃຫ້ພົ້ນສາຍຕາຂອງເຂົາ ເມື່ອເຂົາກຳລັງແນມເບິ່ງຟ້າເວລາທີ່ພຣະອົງສະເດັດຂຶ້ນໄປນັ້ນ ເບິ່ງແມ້ ມີຊາຍສອງຄົນສວມເສື້ອຂາວມາຢືນຢູ່ຂ້າງໆເຂົາ ສອງຄົນນັ້ນກ່າວວ່າ "ຊາວກາລິລີເອີຍ ເປັນຫຍັງທ່ານຈຶ່ງຍືນແນມເບິ່ງຟ້າສະຫວັນ ພຣະເຢຊູອົງນີ້ຊຶ່ງຊົງຮັບໄປຈາກທ່ານຂຶ້ນໄປຍັງສະຫວັນນັ້ນ ຈະສະເດັດມາອີກເໝືອນຢ່າງທີ່ທ່ານທັງຫລາຍໄດ້ເຫັນພຣະອົງສະເດັດໄປຍັງສະຫວັນນັ້ນ” (ກິດຈະການ 1:9-11)

“ພຣະເຢຊູອົງນີ້”ຊື່ງຖືກຮັບຂື້ນໄປ“ຍັງສະຫວັນນັ້ນ”ຈະສະເດັດມາອີກ, ພຣະອົງຊົງຂື້ນໄປ, ພຣະອົງຈະສະເດັດລົງມາ! ພຣະອົງຈະສະເດັດມາອີກ!

ພຣະອົງຈະສະເດັດມາອີກ, ພຣະອົງຈະສະເດັດມາອີກ
ພຣະເຢຊູອົງນີ້ ທີ່ຖືກມະນຸດປະຕິເສດ
ພຣະອົງຈະສະເດັດມາອີກ, ພຣະອົງຈະສະເດັດມາອີກ
ດ້ວຍລິດສະຫງ່າລາສີ ຈະສະເດັດມາອີກ!
(ພຣະອົງຈະສະເດັດມາອີກ!”ໂດຍ Mabel Johnston Camp1871-1973)

ພຣະຄໍາພີບອກເຮົາວ່າພຣະອົງຈະສະເດັດມາໃນສອງສ່ວນ,ສອງໄລຍະ. ສ່ວນທີ່ ສອງຂອງການສະເດັດກັບມາຂອງພຣະອົງຄືຕອນທີ່ພຣະອົງຈະລົງມາທີ່ພູໝາກກອກເທດ ເພື່ອຕັ້ງອານາຈັກຂອງພຣະອົງເທິງໂລກນີ້ເປັນເວລາພັນປີ, ແຕ່ຂໍ້ພຣະຄໍາພີຂອງເຮົາເວົ້າ ເຖິງສ່ວນທີ່ໜື່ງຂອງການສະເດັດມາຂອງພຣະອົງ, ເບິ່ງອີກເທື່ອໜື່ງໃນຂໍ້ພຣະຄໍາພີຂອງ ເຮົາໃນ 1 ເທສະໂລນິກາ 4:16-17, ສັງເກດມີສາມຢ່າງທີ່ກ່ຽວຂ້ອງກັບເຫດການນີ້ຈາກຂໍ້ ພຣະຄໍາພີຂໍ້ນັ້ນ.

I. ໜື່ງ ພຣະເຢຊູເຈົ້າຈະສະເດັດມາໃນຊັ້ນບັນຍາກາດເໜືອແຜ່ນດິນໂລກ.

ສັງເກດເບິ່ງ 1ເທສະໂລນິກາ 4:16

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ...” (1ເທສະໂລນິກາ 4:16)

ເປັນພຣະຄຣິດ“ເອງ”ທີ່ລົງມາ“ຈາກສະຫວັນ” ບໍ່ແມ່ນພຣະວິນຍານບໍລິສຸດ,ຄວາມຈິງແລ້ວບໍ່ ແມ່ນວິນຍານອີກຕໍ່ໄປ, ຊົງເປັນ“ພຣະເຢຊູອົງນີ້ຊື່ງຖືກຮັບຂື້ນໄປ...ຍັງສະຫວັນ”(ກິດຈະ ການ 1:11)“ພຣະເຢຊູອົງນີ້”ຈະສະເດັດມາຈາກສະຫວັນ.

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ...”
     (1ເທສະໂລນິກາ 4:16)

ພຣະເຢຊູຜູ້ຟື້ນຄືນຈາກຄວາມຕາຍຊົງກ່າວວ່າ:

“ຈົ່ງເບິ່ງມືຂອງເຮົາແລະຕີນຂອງເຮົາວ່າເປັນເຮົາເອງຈົ່ງຈັບໂຕເຮົາເບິ່ງ ເພາະວ່າຜີບໍ່ມີເນື້ອແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ”(ລູກາ 24:39)

ພຣະອົງຈະສະເດັດມາອີກ, ພຣະອົງຈະສະເດັດມາອີກ
ພຣະເຢຊູອົງນີ້ ທີ່ຖືກມະນຸດປະຕິເສດ
ພຣະອົງຈະສະເດັດມາອີກ, ພຣະອົງຈະສະເດັດມາອີກ
ດ້ວຍລິດສະຫງ່າລາສີ ຈະສະເດັດມາອີກ!
(ພຣະອົງຈະສະເດັດມາອີກ!”ໂດຍ Mabel Johnston Camp1871-1973)

ໃນໂຢຮັນ 14:3 ພຣະເຢຊູຕັດວ່າ:

“ເຮົາຈະກັບມາອີກ” (ໂຢຮັນ 14:3)

ຂ້າພະເຈົ້າຢາກໃຫ້ພວກທ່ານສັງເກດອີກວ່າພຣະອົງບໍ່ໄດ້ສະເດັດມາໃນໂລກໃນຂໍ້ພຣະຄໍາພີຂອງເຮົາ, ການສະເດັດມາໃນໂລກຂອງພຣະອົງຄືເຫດການທີ່ແຍກອອກຈາກກັນ ເປັນເຫດການທີ່ີເກີດຂື້ນຫຼັງຈາກນນີ້: ແຕ່ຂ້າພະເຈົ້າຢາກໃຫ້ພວກທ່ານສັງເກດວ່າພຣະອົງ ບໍ່ໄດ້ສະເດັດມາໃນໂລກຢູ່ໃນຂໍ້ພຣະຄໍາພີຂອງເຮົາ, ເບິ່ງຂໍ້ 17 ເຊີນຢືນຂື້ນແລ້ວອ່ານ.

“ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ... ” (1 ເທສະໂລນິກາ 4:17)

ຂໍເຊີນນັ່ງລົງ.

ພຣະຄຣິດຈະສະເດັດມາໃນອາກາດຕອນ“ການຮັບຂື້ນ”ພຣະອົງສະເດັດມາໃນໂລກ ຕໍ່ໄປພຸ້ນ, ມັນຊັດເຈນຈາກການອ່ານພຣະຄໍາພີແລ້ວວ່າທັງສອງນີ້ເປັນເຫດການທີ່ແຍກ ຈາກກັນ, ອົງພຣະຜູ້ເປັນເຈົ້າຈະສະເດັດມາຈາກສະຫວັນ,ແຕ່ຈະຢຸດຢູ່ເທິງໂລກ“ໃນຟ້າອາ ກາດ”ຄໍາວ່າ“ຮັບຂື້ນ”ໝາຍເຖິງຖືກລໍາລຽງ-ຖືກຮັບຂື້ນໃນຄວາມຍິນດີ! ບໍ່ມີອາກາດຢູ່ໃນອາ ວະກາດ,ດັ່ງນັ້ນເລື່ອງນີ້ສະແດງໃຫ້ເຫັນວ່າພຣະອົງຈະຢຸດຢູ່ຫຼັງຈາກທີ່ພຣະອົງຊົງເຂົ້າສູ່ຊັ້ນ ບັນຍາກາດເໜືອແຜ່ນດິນໂລກແລ້ວ.

“ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປ... ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ...” (1 ເທສະໂລນິກາ 4:17)

II. ສອງ ຄົນທີ່ຕາຍແລ້ວໃນພຣະຄຣິດຈະຟື້ນຄືນມາ.

ໃນຂໍ້ທີ່ 16 ກ່າວວ່າ:

“ອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນດ້ວຍສຽງກູ່ກ້ອງ ດ້ວຍ ສຳນຽງຂອງເທບບໍດີ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ” (1 ເທສະໂລນິກາ 4:16)

ຂໍເຊີນນັ່ງລົງ.“ຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ” ດຣ.ເຈ.ເວີນັນ ແມັກກີ້ໄດ້ກ່າວວ່າ:

ພຣະອົງຈະສະເດັດມາຈາກສະຫວັນ“ດ້ວຍສຽງກູ່ກ້ອງ”ນັ້ນຄືສຽງຄໍາສັ່ງ, ມັນເປັນສຽງດຽວກັນຊື່ງພຣະອົງຊົງໃຊ້ຕອນທີ່ພຣະອົງຊົງຢືນຢູ່ທີ່ອຸໂມງຝັງສົບຂອງລາຊາຣັສແລະກ່າວວ່າ“ລາຊາຣັສເອີຍຈົ່ງອອກມາເທີນ” ( J. Vernon McGee, Th.D,. Thru the Bible, Thomas Nelson Publishers, 1983, volume V, p. 398).

ພຣະເຢຊູໄດ້ສະເດັດມາທີ່ອຸໂມງຂອງລາຊາຣັສແລ້ວກ່າວວ່າ:

“ຈົ່ງເອົາກ້ອນຫີນອອກ ມາທາເອື້ອຍຂອງຜູ້ຕາຍຈຶ່ງທູນພຣະອົງວ່າ "ພຣະອົງເຈົ້າຂ້າ ປ່ານນີ້ສົບມີກິ່ນເໝັນແລ້ວ ເພາະວ່າເຂົາຕາຍໄດ້ສີ່ມື້ມາແລ້ວ” (ຢອນ 11:39)

ແຕ່ພວກເຂົາກໍເຊື່ອຟັງພຣະເຢຊູ,ຈື່ງພາກັນເອົາກ້ອນຫີນອອກຈາກປາກອຸໂມງ,ແລ້ວພຣະ ເຢຊູ:

“ຈື່ງເປັ່ງພຣະສຸລະສຽງຕັດວ່າ ລາຊາຣັສເອີຍ ຈົ່ງອອກມາເຖີດ ຜູ້ຕາຍນັ້ນກໍອອກມາ”
     (ໂຢຮັນ 11:43-44)

ນັ້ນແຫຼະຄືສິ່ງທີ່ພຣະຄຣິດຈະເຮັດໃນຕອນຮັບຂື້ນ,ພຣະອົງຈະຮ້ອງສຽງດັງສັ່ງດ້ວຍ ສຽງເທບບໍດີ,ດ້ວຍສຽງແກ(ແມັກກີ້ເຫຼັ້ມດຽວກັນ) ເມື່ອພຣະຄຣິດຮ້ອງອອກຄືກັບທີ່ພຣະອົງ ຊົງເຮັດຢູ່ທີ່ອຸໂມງຝົງສົບຂອງລາຊາຣັສ, ຄົນເຫຼົ່ານັ້ນທີ່“ຕາຍໃນພຣະຄຣິດຈະຟື້ນຂື້ນມາ ກ່ອນ” ຮ່າງກາຍທີ່ຕາຍແລ້ວຂອງຄຣິສຕຽນແທ້ຈະຟື້ນຂື້ນອອກຈາກຫລຸມຝັງສົບຂອງເຂົາ ແລ້ວຂື້ນໄປພົບພຣະຄຣິດໃນຟ້າອາກາດ.

ຕອນທີ່ຈອນເຄແກນເປັນເດັກນ້ອຍລາວຮູ້ດີວ່າລາວຍັງບໍ່ລອດ -ແຕ່ພໍ່ແມ່ຂອງລາວ ເປັນຄຣິສຕຽນແທ້, ຕອນທີ່ຂ້າພະເຈົ້າເທດສະໜາເລື່ອງການຮັບຂື້ນມັນເຮັດໃຫ້ລາວເກີດ ຄວາມກັງວົນໃຈໃນຕອນກາງຄືນ, ລາວບອກຂ້າພະເຈົ້າວ່າລາວລຸກຈາກຕຽງເພື່ອໄປເບິ່ງ ຫ້ອງພໍ່ແມ່ຂອງຕົນວ່າເຂົາຖືກຮັບຂື້ນ ແລ້ວປະໃຫ້ລາວຢູ່ຄົນດຽວໃນເຮືອນຫຼືຫຍັງ, ອັນນັ້ນ ແມ່ນຄວາມຢ້ານທີ່ດີ, ມັນດີທີ່ຈະຢ້ານວ່າທ່ານຈະຖືກປະໄວ້, ຈົ່ງວາງໃຈເຊື່ອໃນພຣະເຢຊູ ດຽວນີ້ແລ້ວຄວາມຢ້ານອັນນັ້ນຈະຫາຍໄປ! ພຣະຄໍາພີກ່າວວ່າ:

“ຄົນຕາຍຂອງພຣະອົງຈະມີຊີວິດ ສົບຂອງເຂົາທັງຫຼາຍຈະລຸກຂື້ນພ້ອມ ກັບສົບຂອງຂ້າພະອົງຜູ້ອາໄສຢູ່ໃນຜົງຂີ້ດິນເອີຍ ຈົ່ງຕື່ນຂື້ນແລະຮ້ອງເພງ ເພາະນໍ້າຄ້າງຂອງເຈົ້າເປັນເໝືອນນໍ້າຄ້າງເທິງຜັກ ແລະແຜ່ນດິນໂລກຈະ ໃຫ້ຊາວແດນຄົນຕາຍເປັນຂື້ນ” (ເອຊາຢາ 26:19)

ໜັງສືໂຢບຄືໜັງສືທີ່ເກົ່າແກ່ທີ່ສຸດແຫ່ງພັນທະສັນຍາເດີມ,ມັນຖືກຂຽນຂື້ນກ່ອນທີ່ໂມເສດຈະຂຽນໜັງສືປະຖົມມະການ,ໂຢບໄດ້ເວົ້າເຖິງການຮັບຂື້ນວ່າ:

“ແລະຫຼັງຈາກໂຕໜອນແຫ່ງຜິວໜັງທໍາລາຍຮ່າງກາຍນີ້ແລ້ວ ໃນເນື້ອໜັງ ຂອງຂ້າ ຂ້າຈະເຫັນພຣະເຈົ້າ ຜູ້ຊື່ງຂ້າຈະໄດ້ເຫັນເອງ ແລະຕາຂອງຂ້າ ຈະໄດ້ເຫັນ ບໍ່ແມ່ນຄົນອື່ນ ແມ່ນວ່າຈິດໃຈໃນໂຕຂ້າກໍອ່ອນລະໂຫຍ” (ໂຢບ 19:26-27)

ການຖືກຮັບຂື້ນຍັງໄດ້ຖືກບອກລ່ວງໜ້າໂດຍອັກຄະສາວົກເປົາໂລວ່າ:

“ໃນຊົ່ວຂະນະດຽວ ໃນພິບຕາດຽວ ເມື່ອເປົ່າແກເທື່ອສຸດທ້າຍ ເພາະວ່າຈະມີສຽງແກ ແລະຄົົນທີ່ຕາຍແລ້ວຈະເປັນຂຶ້ນມາປາສະຈາກເປື່ອຍເນົ່າ ...” (1 ໂກລິນໂທ 15:52)

ຂໍ້ພຣະຄໍາພີຂອງເຮົາເວົ້າວ່າ:

“ຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ”(1 ເທສະໂລນິກາ 4:16)

ຕອນນີ້ພວກທ່ານອາດຈະສົງໄສວ່າຮ່າງກາຍຕ່າງໆທີ່ຕາຍມາດົນແລ້ວ, ຮ່າງກາຍ ຂອງຜູ້ເຊື່ອແທ້ທີ່ໄດ້ຕາຍໄປຫຼາຍກວ່າ 3,520 ປີໃນກໍລະນີຂອງໂຢບຈະສາມາດຟື້ນຂື້ນໄດ້ ແນວໃດ, ມັນຈະເກີດຂື້ນໄດ້ແນວໃດ? ອັກຄະສາວົກເປົາໂລເອີ້ນມັນວ່າ“ຄວາມລຶກລັບ”ໃນ 1 ໂກລິນໂທ 15:51 “musterion ໃນພາພາກຣີກເດີມ,ຄືບາງສິ່ງບາງຢ່າງທີ່ຄວາມຄິດຂອງ ມະນຸດເຮົາບໍ່ສາມາດເຂົ້າໃຈແທ້ໄດ້, ມັນຄ່ອນຂ້າງຈະກົງໄປກົງມາ,ມັນເປັນເລື່ອງອັດສະ ຈັນ, ທ່ານເຊື່ອໃນພຣະເຈົ້າແມ່ນບໍ? ແມ່ນພວກເຮົາຖືກບອກວ່າພຣະຄໍາພີທັງໝົດ ວ່າພຣະເຈົ້າຊົງເຮັດການອັດສະຈັນ,ແລະນີ້ແມ່ນໜື່ງໃນການອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ.

“ຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ”(1 ເທສະໂລນິກາ 4:16)

ພວກເຮົາບໍ່ເຂົ້າໃຈເຫດຜົນທັງໝົດໄດ້ແຕ່ຢ່າງໃດກໍຕາມມັນກໍແມ່ນຄວາມຈິງ.

“ຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ”(1 ເທສະໂລນິກາ 4:16)

III. ສາມ ພວກຄຣິສຕຽນທີ່ຍັງມີຊີວິດຢູ່ຈະຖືກຮັບຂື້ນພ້ອມກັບພວກເຂົາ.

ເບີ່ງໃນຂໍ້ທີ່ 17

“ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ຈະຖືກຮັບຂຶ້ນໄປພ້ອມກັບຄົນເຫຼົ້ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ...” (1 ເທສະໂລນິກາ 4:17)

ພວກຄຣິສຕຽນແທ້ທີ່ມີຊີວິດຢູ່ເທິງໂລກໃນເວລານັ້ນຈະຖືກ“ຮັບຂື້ນໄປ” ພ້ອມກັບພວກ ຄຣິສຕຽນທີ່ຕາຍແລ້ວ“ເພື່ອພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ” ທໍາອິດພວກຄຣິສຕຽນທີ່ ຕາຍແລ້ວຈະຖືກ“ຮັບຂື້ນໄປ”, ສອງ ພວກຄຣິສຕຽນແທ້ທີ່ຍັງມີຊີວິດຢູ່ຈະຖືກ“ຮັບຂື້ນໄປ” ເພື່ອພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ, ພຣະຄໍາພີບອກພວກເຮົາວ່າເລື່ອງນີ້ຈະຕ້ອງ ເກີດຂື້ນ.

“ໃນຊົ່ວຂະນະດຽວ ໃນພິບຕາດຽວ” (1 ໂກລິນໂທ 15:52)

ມັນຈະເກີດຂື້ນໄວປານທ່ານສາມາດພິບຕາໄດ້! ພວກຄຣິສຕຽນທີ່ຕາຍແລ້ວແລະຈາກນັ້ນ ພວກຄຣິສຕຽນທີ່ຍັງມີຊີວິດຢູ່ຈະຖືກ“ຮັບຂື້ນພ້ອມກັນ... ເພື່ອພົບອົງພຣະຜູ້ເປັນເຈົ້າໃນຟ້າ ອາກາດ”ຊ່າງເປັນຄໍາສັນຍາທີ່ອັດສະຈັນຫຼາຍໃນພຣະຄໍາພີ! ຊ່າງເປັນຄວາມຫວັງທີ່ອັດສະ ຈັນຫຼາຍສໍາຫຼັບຄຣິສຕຽນ!

ໂອຄວາມຍິນດີໆ ເຮົາຄວນຈະໄປໂດຍບໍ່ຕ້ອງຕາຍຫຼື
ບໍ່ມີເຈັບປ່ວຍ,ບໍ່ມີເສົ້າ,ບໍ່ມີຢ້ານແລະບໍ່ມີການຮ້ອງໄຫ້
ຮັບຂື້ນໄປຜ່ານເມກກັບພຣະເຈົ້າຂອງເຮົາເຂົ້າສູ່ສະຫງ່າລາສີ
ເມື່ອພຣະເຢຊູຊົງຮັບເອົາທີ່“ເປັນຂອງພຣະອົງເອງ”
   (“Christ Returneth” by H. L. Turner, 1878).

ດຣ.ແມັກກີ້ໄດ້ກ່າວວ່າ:“ຮັບຂື້ນໄປ”ແປມາຈາກພາສາກຣີກຄໍາວ່າ“harpazō” ໝາຍ ເຖິງ“ເພື່ອຄວ້າເອົາຢ່າງຟ້າວຟັງ,ຍາດເອົາ,ຍົກມັນຂື້ນ ຫຼືຮັບຂື້ນໄປ”(ເຫຼັ້ມດຽວກັນໜ້າ 399)ຫຼັງຈາກນັ້ນດຣ.ເຈເວີນັ້ນແມັກກີ້ໄດ້ກ່າວວ່າ:

ຊ່າງເປັນຄໍາໜຸນໃຈທີ່ອັດສະຈັນແລະສະຫງ່າງມຫຼາຍ!ຮ່າງກາຍຂອງ(ຄຣິສ ຕຽນ)ທີ່ຕາຍແລ້ວຈະຖືກຍົກອອກ, ຫຼັງຈາກນັ້ນໃຜກໍຕາມທີ່ຍັງມີຊີວິດຢູ່ໃນ ເວລານັ້ນຈະຖືກຮັບຂື້ນພ້ອມກັນກັບຄົນເຫຼົ່ານັ້ນເພື່ອພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ, ດັ່ງນັ້ນພວກເຮົາກໍຈະໄດ້ຢູ່ກັບອົງພຣະຜູ້ເປັນເຈົ້າຕະຫຼອດ ເປັນນິດ, ຄວາມຈິງແລ້ວພວກເຮົາຈະໄດ້ກັບມາກັບພຣະອົງໃນໂລກເພື່ອ ຄອບຄອງກັບພຣະອົງໃນຊ່ວງເວລາຕອນທີ່ພຣະອົງຈະຕັ້ງອານາຈັກຂອງ ພຣະອົງຂື້ນ(ເຫຼັ້ມດຽວກັນ)

ອະນາຄົດທີ່ແສນອັດສະຈັນລໍຖ້າຄຣິສຕຽນແທ້ທຸກຄົນຢູ່ຕອນທີ່ພຣະຄຣິດສະເດັດກັບມາໃນ ຟ້າອາກາດເພື່ອຮັບເອົາເຮົາເຂົ້າສູ່ສະຫວັນ!

ພວກທ່ານພ້ອມທີ່ຈະໃຫ້ເລື່ອງນັ້ນເກີດຂື້ນແລ້ວບໍ? ພວກທ່ານກຽມພ້ອມແລ້ວບໍ?ມີ ພຽງຄົນທີ່ລອດດຽວເທົ່ານັ້ນຈະຖືກຮັບຂື້ນເພື່ອພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ, ທ່ານ ລອດແລ້ວຫຼືຫຍັງ? ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງ ທ່ານ,ພຣະອົງຊົງຟື້ນຂື້ນມາຈາກຕາຍແລ້ວເອົາໂລຫິດຂອງພຣະອົງເຂົ້າໄປສະຫວັນເພື່ອຊໍາລະທ່ານ,ເພື່ອລ້າງຄວາມຜິດບາບທຸກຢ່າງຂອງທ່ານ,ແຕ່ພວກທ່ານຈະຕ້ອງຍອມພຣະຄຣິດ ແລະວາງໃຈເຊື່ອໃນພຣະອົງພຽງຜູ້ດຽວ, ຖ້າທ່ານຫາກວາງໃຈໃນພຣະຄຣິດໂດຍຄວາມ ເຊື່ອແບບງ່າຍໆ, ພຣະອົງກໍຈະຊໍາລະທ່ານອອກຈາກຄວາມບາບທຸກຢ່າງໂດຍພຣະໂລຫິດ ຂອງພຣະອົງເອງແລ້ວທ່ານກໍຈະລອດ,ພ້ອມທີ່ຈະ...

“ຖືກຮັບຂຶ້ນໄປພ້ອມກັບຄົນເຫຼົ້ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ”
     (1 ເທສະໂລນິກາ 4:17)

ພວກທ່ານສາມາດຮ້ອງກັບພວກເຮົາໄດ້:

ໂອຄວາມຍິນດີໆ ເຮົາຄວນຈະໄປໂດຍບໍ່ຕ້ອງຕາຍຫຼື
ບໍ່ມີເຈັບປ່ວຍ,ບໍ່ມີເສົ້າ,ບໍ່ມີຢ້ານແລະບໍ່ມີການຮ້ອງໄຫ້
ຮັບຂື້ນໄປຜ່ານເມກກັບພຣະເຈົ້າຂອງເຮົາເຂົ້າສູ່ສະຫງ່າລາສີ
ເມື່ອພຣະເຢຊູຊົງຮັບເອົາທີ່“ເປັນຂອງພຣະອົງເອງ”
ໂອພຣະເຢຊູເຈົ້າ ດົນປານໃດ ດົນປານໃດ
ພວກເຮົາຈະຮ້ອງເພງສຽງດັງຄວາມຄວາມຍີນດີ
ພຣະຄຣິດສະເດັດມາ! ຮາເລລູຢາ!
ຮາເລລູຢາ! ເອແມນ, ຮາເລລູຢາ! ເອແມນ.
   (“Christ Returneth” by H. L. Turner, 1878).

ຈົ່ງເຮັດໃຫ້ແນ່ໃຈວ່າທ່ານຈະກັບມາຄຣິສຕະຈັກນີ້ໃນອາທິດໜ້ານີ້ເພື່ອຟັງຂ່າວປະ ເສີດອີກ,ພຣະເຢຊູຊົງຮັກພວກທ່ານ! ຈົ່ງວາໃຈໃນພຣະອົງແລ້ວພຣະອົງຈະຊົງລ້າງຊໍາລະ ຄວາມບາບຂອງທ່ານໂດຍພຣະໂລຫິດທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນ. ເອແມນ!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: 1 ໂກລິນໂທ 15:51-54.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Jesus is Coming Again” (by John W. Peterson, 1921-2006).

ໂຄງຮ່າງບົດເທດສະໜາ

ການຖືກຮັບຂື້ນ

(ຄໍາເທດສະໜາຕອນທີ 3 ເລື່ອງຄໍາທໍານວາຍໃນພຣະຄໍາພີ)
THE RAPTURE
(SERMON #3 ON BIBLE PROPHECY)

ໂດຍ: ດຣ.ອາ. ແອວ.ໄຮເມີຈູເນຍ

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງເທບບໍດີ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ...” (1 ເທສະໂລນິກາ 4:16-17)

(ລູກາ 24:37, 39; ກິດຈະການ 1:9-11)

I.      ໜື່ງ ພຣະເຢຊູເຈົ້າຈະສະເດັດມາໃນຊັ້ນບັນຍາກາດເໜືອແຜ່ນດິນໂລກ.
1 ເທສະໂລນິກາ 4:16ຂ.; ກິດຈະການ 1:11; ລູກາ 24:39;ໂຢຮັນ 14:3.
ພະນິມິດ 19:11-16; ມັດທິວ 24:27-31; ເສຄາຣິຢາ 14:4-5; 1 ເທສະໂລນິກາ 4:17.

II.    ສອງ ຄົນທີ່ຕາຍແລ້ວໃນພຣະຄຣິດຈະຟື້ນຄືນມາ. 1 ເທສະໂລນິກາ 4:16ຂ;
ໂຢຮັນ 11:39.43-44; ເອຊາຢາ 26:19; ໂຢບ 19:26-27; 1 ໂກລິນໂທ 15:52,51.

III.  ສາມ ພວກຄຣິສຕຽນທີ່ຍັງມີຊີວິດຢູ່ຈະຖືກຮັບຂື້ນພ້ອມກັບພວກເຂົາ.
1 ເທສະໂລນິກາ 4:17; 1 ໂກລິນໂທ 15:52.