Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຂໍເຂົ້າຈີ່ເພື່ອຄົນບາບ - ຄວາມຄິດໃໝ່ອັນໜື່ງ!

ASKING BREAD FOR SINNERS – A NEW THOUGHT!
(Laotian)

ໂດຍ: ດຣ.ອາ. ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.
ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນເສົາຕອນແລງ 22/4/2017
A sermon preached at the Baptist Tabernacle of Los Angeles
Saturday Evening, April 22, 2017


ຈອນຊາມູເອວເຄແກນຫາກໍອ່ານລູກາ 11:5-13 ມື້ກີ້ນີ້, ແຕ່ຂ້າພະເຈົ້າຢາກໃຫ້ ພວກທ່ານເປີດເບິ່ງມັນອີກເທື່ອໜື່ງຢູ່ໃນໜ້າ 1090 ຂອງພຣະທໍາສະກໍຟິວສຶກສາ, ນີ້ແມ່ນ ຄໍາອຸປະມາເລື່ອງເພື່ອນທີ່ລົບກວນ, ຂ້າພະເຈົ້າຈະຂໍເອົາສິ່ງຕ່າງໆທີ່ສໍາຄັນອອກມາຈາກຄໍາ ອຸປະມານີ້ໃນຄືນນີ້, ປະການທີ່ໜື່ງມີບຸກຄົນສາມຄົນທີ່ສໍາຄັນໃນຄໍາອຸປະມານີ້ິ.

“ພຣະອົງຕັດແກ່ເຂົາວ່າ ຜູ້ໃດໃນພວກທ່ານມີມິິດສະຫາຍຄົນໜຶ່ງແລະຈະໄປຫາມິິດສະຫາຍນັ້ນໃນເວລາທ່ຽງຄືນເວົ້າກັບເຂົາວ່າ `ເພື່ອນເອີຍຂໍໃຫ້ຂ້ອຍຢືມເຂົ້າຈີ່ສາມກ້ອນແດ່ ເພາະໝູ່ຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ” (ລູກາ 11:5-6)

“ໝູ່”ຄົນທີ່ໜື່ງຄືຄົນທີ່ມີເຂົ້າຈີ່ຫຼາຍກ້ອນ,ພຣະອົງຄືພຣະເຈົ້າພຣະບິດາ,ໝູ່ຄົນທີ່ສອງຄືຜູ້ຊາຍທີ່ໄປຂໍເຂົ້າຈີ່, ລາວເປັນຄຣິສຕຽນທີ່ຕ້ອງການເຂົ້າຈີ່, ໝູ່ຄົນທີ່ສາມຄືຄົນທີ່ມາຫາ ຄຣິສຕຽນ, ລາວເປັນຄົນທີ່ີຫຼົງຫາຍ,ຄົນທີ່ຍັງບໍ່ລອດ, ນີ້ແມ່ນຄົນທີ່ຕ້ອງການເຂົ້າຈີ່,ຂ້າພະ ເຈົ້າກັບພວກທ່ານທີ່ເປັນຄຣິສຕຽນແທ້ຢືນຢູ່ລະຫວ່າງພຣະເຈົ້າກັບຄົນເຫຼົ່ານັ້ນທີ່ຫຼົງຫາຍຢູ່ ແມ່ນຫຍັງຄື“ເຂົ້າຈີ່”ໃນຄໍາອຸປະມານີ້?ແຕ່ກ່ອນພວກເຮົາບາງຄົນຄິດວ່າເຂົ້າຈີ່ແມ່ນພຣະວິນຍານບໍລິສຸດ, ແຕ່ຕອນນີ້ຂ້າພະເຈົ້າຄິດວ່າມັນບໍ່ແມ່ນ,ຄວາມຈິງພຣະວິນຍານບໍລິສຸດໄດ້ຖືກ ໃຫ້ແລ້ວໃນການຕອບຄໍາອະທິຖານໃນຂໍ້ທີ່ 13.

“ເພາະສະນັ້ນຖ້າທ່ານທັງຫຼາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນ ຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ”(ລູກາ 11:13)

ແຕ່ດຽວນີ້ຂ້າພະເຈົ້າສໍານຶກວ່າ“ເຈົ້າຈີ່”ບໍ່ແມ່ນພຣະວິນຍານບໍລິສຸດ, ດຣ.ຈອນອາໄຣສ໌ໄດ້ ຂຽນລາຍລະອຽດໃນເລື່ອງຄໍາອຸປະມານີ້ໃນໜັງສືລູກາ(ຄໍາອະທິຖານ:ການຂໍແລະການຮັບ Sword of the Lordໜ້າ 70)ກ່ຽວຂ້ອງກັບ“ເຂົ້າຈີ່”ດຣ.ໄຣສ໌ ເວົ້າວ່າມັນຄືພຣະຄຣິດ,“ພຣະ ອົງເອງຄືເຂົ້າຈີ່ນັ້ນ”(ໂຢຮັນ 6:35)ແຕ່ກ່ອນຂ້າພະເຈົ້າຄິດວ່າ“ເຂົ້າຈີ່”ຄືພຣະວິນຍານບໍລິສຸດ ແຕ່ຂ້າພະເຈົ້າຄິດຜິດ, ເຂົ້າຈີ່ຄືພຣະເຢຊູເອງ, ເລື່ອງນີ້ຊັດເຈນໃນພຣະຄໍາພີໃໝ່,ເກືອບ ໝົດທັງບົດເວົ້າເຖິງພຣະເຢຊູໃນຖານະ“ອາຫານແຫ່ງຊີວິດ” ເຊີນຟັງໃນສິ່ງທີ່ພຣະເຢຊູຕັດ ໃນໂຢຮັນບົດທີຫົກ:

“ເພາະວ່າອາຫານຂອງພຣະເຈົ້ານັ້ນ ຄືທ່ານທີ່ລົງມາຈາກສະຫວັນ ແລະປະທານຊີວິດໃຫ້ແກ່ໂລກ”(ໂຢຮັນ 6:33) “ເຮົາເປັນອາຫານແຫ່ງຊີວິດ” (ໂຢຮັນ 6:35) “ເຮົາເປັນອາຫານແຫ່ງຊີວິດນັ້ນ”(ໂຢຮັນ6:48) “ເຮົາເປັນອາຫານທີ່ດໍາລົງຊີວິດ” (ໂຢຮັນ 6:51) “ອາຫານທີ່ເຮົາຈະໃຫ້ເພື່ອເປັນຊີວິດຂອງໂລກນັ້ນກໍຄືຊີ້ນຂອງເຮົາ (ໂຢຮັນ 6:51)

ຫຼາຍຕໍ່ຫຼາຍເທື່ອທີ່ພວກເຮົາຖືກບອກວ່າພຣະເຢຊູຊົງເປັນ“ອາຫານແຫ່ງຊີວິດ”

ແລ້ວເປັນຫຍັງຄຣິສຕຽນຈື່ງເວົ້າໃນລູກາ 11:6 ວ່າ “ເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ” ເພາະພວກເຮົາບໍ່ມີລິດອໍານາດທີ່ ຈະໃຫ້ເຂົາກິນ“ອາຫານແຫ່ງຊີວິດໄດ້” ໃນການຊະນະວິນຍານແລະການເທດສະໜາຂອງ ເຮົາພວກເຮົາບໍ່ມີລິດອໍານາດທີ່ຈະເອົາອາຫານແຫ່ງຊີວິດໃຫ້ເຂົາ! ພວກເຮົາຮູ້ຈັກຂ່າວປະ ເສີດແຕ່ພວກເຮົາຮູ້ສຶກວ່າພວກເຮົາບໍ່ມີລິດ,ດັ່ງນັ້ນພວກເຮົາຈື່ງຮູ້ວ່າ “..ເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ນັ້ນແມ່ນຄໍາສາລະພາບຂອງຂ້າພະເຈົ້າ-“ຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”ນັ້ນແຫຼະ ຄືສິ່ງທີ່ພວກຄົນໜຸ່ມຮູ້ສຶກເມື່ອພວກເຂົາມາຢ້ຽມຄຣິສຕະຈັກແບັບຕິດໃນປະຈຸບັນນີ້, ພວກ ເຂົາຮູ້ສຶກວ່າຄຣິສຕະຈັກບໍ່ໄດ້ຍື່ນສິ່ງທີ່ເຂົາຕ້ອງການໃຫ້ເຂົາເລີຍ, ຢູ່ໃນຄຣິສຕະຈັກແບັບ ຕິດສ່ວນຫຼາຍພວກເຂົາ “ບໍ່ມີອັນໃດຈະໃຫ້ເຂົາກິນມີແຕ່ເພງສະໄໝໃໝ່ສອງສາມເພງ” ຂ້າ ພະເຈົ້າຊັງມັນອີຫຼີ! ຟັງເບິ່ງຄືວ່າພວກເຂົາກໍາລັງ“ນະມັດສະການເພງຕ່າງໆ”-ແລະບໍ່ມີອັນ ໃດຢູ່ໃນນັ້ນທີ່ຈະເຮັດໃຫ້ຄົນບາບຄິດເຖິງຄວາມຕ້ອງການພຣະເຢຊູຂອງເຂົາ!ຂ້ອຍບໍ່ມີອັນ ໃດທີ່ຈະໃຫ້ເຂົາກິນ! ບໍ່ມີຫຍັງ!ບໍ່ມີຫຍັງ! ບໍ່ມີຫຍັງ! ມີແຕ່ເພງ“ນະມັດສະການ” ບໍ່ມີຫຍັງ! ບໍ່ມີຫຍັງ! ບໍ່ມີຫຍັງທີ່ຈະໃຫ້ເຂົາກິນ! ບໍ່ມີຫຍັງ! ບໍ່ມີຫຍັງ! ບໍ່ມີຫຍັງມີແຕ່ແຫ້ງຄືກັບຝຸ່ນ, ບໍ່ມີຊີວິດ,ການອະທິບາຍພຣະຄໍາພີເປັນຂໍ້ໆ,ບໍ່ມີຫຍັງນອກຈາກເພງ“ນະມັດສະການ”ທີ່ຕາຍ ແລ້ວແລະການສຶກສາພຣະຄໍາພີທີ່ບໍ່ມ່ວນ,ໜ້າເບື່ອ, ພວກທ່ານໄດ້ຍິນໃນຄືນກ່ອນ! ບໍ່ແຂງ ແຮງ,ບໍ່ມີຄົນໜຸ່ມໃດໄດ້ຮັບການຊ່ວຍເຫຼືອຈາກເລື່ອງນີ້, ສິ່ງທີ່ມີຊີວິດອັນດຽວກໍຄືການຮ້ອງ ເພງອິດສະເຕີທີ່ຍິ່ງໃຫຍ່ຂອງພໍເຣເດີຊື່“ມີຊີວິດອີກ” ພວກເຮົາຖືກສະກົດຈິດໂດຍການນະ ມັດສະການທີ່ຕາຍເຄິ່ງໜື່ງເຊິ່ງຂ້າພະເຈົ້າຕ້ອງໄດ້ຮ້ອງສຽງດັງແລະເຫື່ອແຕກເພື່ອທີ່ຈະໃຫ້ ເຮົາຕື່ນພໍທີ່ຈະຮ້ອງໃຫ້ມັນຖືກໄດ້! ບໍ່ສົງໄສເລີຍທີ່ຄຣິສຕະຈັກທັງຫຼາຍຂອງເຮົາບໍ່ສາມາດ ຊະນະວິນຍານຄົນໜຸ່ມສາວອອກຈາກໂລກໄດ້! ບໍ່ສົງໄສເລີຍທີ່ພວກເຮົາສູນເສຍພວກຄົນ ໜຸ່ມ 90% ໄປແລ້ວໃນຄຣິສຕະຈັກ, ບໍ່ສົງໄສເລີຍທີ່ກັບສິ່ງທີ່ເກີດຂື້ນກັບຂ້າພະເຈົ້າຕອນ ຍັງໜຸ່ມ, ບໍ່ມີຫຍັງໃນຄຣິສຕະຈັກຂອງຂ້າພະເຈົ້າທີ່ດຶງດູດໃຈຂ້າພະເຈົ້າໄດ້, ມັນຕາຍແລະ ແຫ້ງແລະເໝັນອັບ,ບໍ່ມີຫຍັງໃນຄຣິສຕະຈັກແຫ່ງແລກຂອງຂ້າພະເຈົ້າທີ່ທ້າທາຍຂ້າພະເຈົ້າ, ໃຈຂອງຂ້າພະເຈົ້າເປົ່າຫວ່າງທຸກການນະມັດສະການ,ໃຈຂອງຂ້າພະເຈົ້າເປົ່າຫວ່າງເພາະ ພຣະເຢຊູບໍ່ໄດ້ຢູ່ຫັ້ນ, ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າການນະມັດສະການແຕ່ລະເທື່ອກໍຖືກກໍາ ໜົດມາໃຫ້ຖືກໃຈພວກຜູ້ຍິງຂອງຄຣິສຕະຈັກ, ພວກເຂົາບໍ່ມີອັນໃດທີ່ຈະໃຫ້ຂ້າພະເຈົ້າກິນ! ແນມເບິ່ງຊາລສ໌ສະແຕນລີທາງໂທລະພາບ ຫຼືເບິ່ງພໍແຊັບໂພທາງອິນເທີເນັດ ຕາຍ, ແຫ້ງ, ບໍ່ໜ້າສົນໃຈໂດຍບໍ່ມີອັນໃດທີ່ຈະຕັ້ງພຣະເຢຊູໄວ້ໃນຖານະຄໍາຕອບສໍາຫຼັບຄວາມບາບຂອງ ເຂົາ, ຄວາມໂດດດ່ຽວຂອງເຂົາແລະຈຸດໝາຍປາຍທາງຂອງເຂົາ “ເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”ຂ້າພະເຈົ້າເຄີຍໄປໂບດຂອງ ຣິກວໍເຣນ,ຂ້າພະເຈົ້າເຄີຍໄປຄຣິສຕະຈັກເຟິສແບັບຕິດແຫ່ງເມືອງດາລັສຂ້າພະເຈົ້າເຄີຍໄປຄຣິສຕະຈັກຕ່າງຂອງ BBFI ຂອງເຮົາ! ພວກເຂົາເບິ່ງຄືວ່າເມົາຢາຫຼາຍເຊິ່ງເຂົາບໍ່ເຂົ້າໃຈ ວ່າພວກເຂົາບໍ່ມີ“ຫຍັງທີ່ຈະໃຫ້ເຂົາກິນ”

ຄໍາຕອບຢູ່ໃນຂໍ້ທີ່ 9 ແລະ 10:

“ເຮົາບອກທ່ານທັງຫລາຍວ່າຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ ເພາະວ່າທຸກຄົົນທີ່ຂໍກໍຈະໄດ້ທຸກຄົົນທີ່ສະແຫວງຫາກໍຈະພົບແລະທຸກຄົົນທີ່ເຄາະກໍຈະເປີດໃຫ້ເຂົາ ມີຜູ້ໃດໃນພວກທ່ານທີ່ເປັນພໍ່ຖ້າລູກຂໍເຂົ້າຈີ່ຈະເອົາກ້ອນຫີນໃຫ້ເຂົາ ຫລືຖ້າຂໍປາຈະເອົາງູໃຫ້ເຂົາແທນປາຫລື ຫລືຖ້າເຂົາຂໍໄຂ່ຈະເອົາແມງງອດໃຫ້ເຂົາຫລື ເພາະສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ”(ລູກາ 11:9-13)

ພຣະເຢຊູຊົງຈົບຄໍາອຸປະມາດ້ວຍການບອກເຮົາໃຫ້ສະແຫວງຫາ,ເຄາະແລະຂໍຈົນ ພຣະບິດາໃນສະຫວັນຂອງເຮົາປະທານ“ພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:13),ຈົ່ງສືບຕໍ່ຂໍ(ນັ້ນແຫຼະຄືສິ່ງທີ່ພາສາກຣີກເວົ້າເຖິງ)ສືບຕໍ່ຊອກ!ສືບຕໍ່ເຄາະ!ສືບຕໍ່ຂໍ!

ພວກທ່ານເຫັນບໍວ່າເຮົາຕ້ອງມີພຣະວິນຍານບໍລິສຸດໃນການນະມັດສະການຕ່າງໆ ຂອງເຮົາ,ພວກເຮົາຕ້ອງມີພຣະວິນຍານບໍລິສຸດ ບໍ່ດັ່ງນັ້ນພຣະເຢຊູກໍຈະເບິ່ງຄືວ່າບໍ່ສໍາຄັນ - ແລະພຣະເຢຊູກໍຈະບໍ່ແມ່ນແຕ່ສະຖິດຢູ່ນໍາ! ແລະບໍ່ມີໃຜໄດ້ຮັບຄວາມລອດ! ໃນຂໍ້ທີ່ 8 ພຣະຜູ້ຊ່ວຍກ່າວວ່າ:

“ເຮົາບອກທ່ານທັງຫລາຍວ່າແມ່ນເຂົາຈະບໍ່ລຸກຂຶ້ນເອົາໃຫ້ຄົນນັ້ນເພາະເປັນມິິດສະຫາຍກັນ ແຕ່ວ່າເພາະອ້ອນວອນຫລາຍເຂົ້າເຂົາຈຶ່ງຈະລຸກຂຶ້ນເອົາໃຫ້ຕາມທີ່ເຂົາຕ້ອງການ”(ລູກາ 11:8)

ພາສາກຣີກແປເປັນ“ອ້ອນວອນຫຼາຍເຂົ້າ”ໃນສະບັບຄິງເຈມສ໌ໝາຍເຖິງ“ຄວາມບໍ່ຍອມຖອຍແບບບໍ່ອາຍ”ຄວາມບໍ່ຍອມຖອຍ - ຄືວິທີທີ່ພວກເຮົາຕ້ອງອະທິຖານຂໍລິດເດດຂອງພຣະວິນ ຍານບໍລິສຸດສໍາຫຼັບທຸກການນະມັດສະການ,“ມານາ”ໃນຖີ່ນທຸລະກັນດານຈະເນົ່າຖ້າຄົນອິດ ສະຣາເອວພະຍາຍາມທີ່ຈະເກັບໄວ້ຂ້າມຄືນ, ມັນຄືກັນໃນປະຈຸບັນນີ້, ການປະຊຸມອະທິ ຖານແລະການນະມັດສະການຕ່າງໆຈະ“ເນົ່າເປື່ອຍ”ນອກຈາກວ່າພວກເຮົາອະທິຖານ “ບໍ່ ຍອມຖອຍໂດຍບໍ່ອາຍ”ກ່ອນການປະຊຸມອະທິຖານແລະການນະມັດສະການທຸກເທື່ອ!

ພວກເຮົາໄດ້ເອົາພຣະເຢຊູອອກໄປຈາກການນະມັດສະການຕ່າງໆຂອງເຮົາ-ຄືກັບ ທີ່ພຣະອົງຖືກເອົາອອກຈາກຄຣິສຕະຈັກໃນເມືອງລາວດີເຊຍໃນໜັງສືພະນິມິດ,ມັນອຸ່ນໆ,ບໍ່ມີໄຟ! ບໍ່ມີສຽງສະນັ່ນ,ບໍ່ມີການຮ້ອງເພງທີ່ມີພະລັງ! ບໍ່ມີການເທດສະໜາ - ມີພຽງການອະ ທິບາຍພຣະຄໍາພີເປັນຂໍ້ເປັນຂໍ້ທີ່ຕາຍແລ້ວ! ພວກທ່ານບໍ່ຕ້ອງການໃຫ້ພຣະວິນຍານບໍລິສຸດ ເອົາຄໍາເທດສະໜາແບບອະທິບາຍທີ່ຕາຍແລ້ວໃຫ້ທ່ານ! ການເທດສະໜາແບບອະທິບາຍ ເທດຕໍ່ສະໝອງສ່ວນການເທດແບບຂ່າວປະເສີດເທດຕໍ່ຫົວໃຈ! ຕໍ່ຫົວໃຈ! ຕໍ່ຫົວໃຈ!“ເພາະ ການເຊື່ອດ້ວຍໃຈກໍນໍາໄປສູ່ຄວາມຊອບທໍາ”(ໂຣມ 10:10)ດ້ວຍໃຈ-ບໍ່ແມ່ນດ້ວຍສະໝອງ ບໍ່ແມ່ນດ້ວຍຄວາມຄິດຢ່າງດຽວ! ພຣະຄຣິສຈະຕ້ອງເວົ້າຕໍ່ຫົວໃຈບໍ່ດັ່ງນັ້ນກໍຈະບໍ່ມີໃຜລອດ -ຫຼືຈະບໍ່ມີໃຜໄດ້ຮັບການຟື້ນຟູ - ຫຼືຈະບໍ່ມີໃຜຊີມອາຫານແຫ່ງຊີວິດ! ພຣະເຢຊູຊົງແຍກ ອອກໄປຈາກການນະມັດສະການຂອງພວກແບັບຕິດແລະຂ່າວປະເສີດທີ່ອຸ່ນໆ!ແຍກອອກ! ແຍກອອກ! ພຣະເຢຊູຊົງຕັດວ່າ“ເຮົາຢືນເຄາະຢູ່ທີ່ປະຕູ”(ພະນິມິດ 3:20)ເປັນຫຍັງພຣະ ເຢຊູຈື່ງຢູ່ຂ້າງນອກຄຣິສຕະຈັກກໍາລັງເຄາະປະຕູຢູ່?ເພາະເພາະເຮົາໄດ້ແຍກພຣະອົງອອກແລ້ວນັ້ນແຫຼະຄືສາເຫດ, ຖ້າພວກເຮົາບໍ່ອະທິຖານຂໍໃຫ້ພຣະວິນຍານລົງມາໃນການນະມັດ ສະການທຸກຄັ້ງຂອງເຮົາ,ເຮົາກໍຈະບໍ່ມີພຣະເຢຊູຢູ່ນໍາໃນການນະມັດສະການເຫຼົ່ານັ້ນ! ພຣະ ເຢຊູມາຕອນທີ່ພຣະວິນຍານບໍລິສຸດຊົງສະຖິດຢູ່ເທົ່ານັ້ນ-ແລະພຣະວິນຍານບໍລິສຸດຊົງສະ ຖິດຢູ່ເມື່ອພວກເຮົາອະທິຖານຂໍໃຫ້ພຣະອົງລົງມາເທົ່ານັ້ນ! ຊົງສະຖິດຢູ່ເມື່ອເຮົາອະທິຖານ ຂໍໃຫ້ພຣະອົງລົງມາເທົ່ານັ້ນ! ຊົງສະຖິດຢູ່ເມື່ອເຮົາອະທິຖານຂໍໃຫ້ພຣະອົງລົງມາເທົ່ານັ້ນ! ການນະມັດສະການຕ່າງໆຂອງເຮົາບໍ່ໄດ້ມີຊີວິດໄປກວ່າພິທີມິດຊາຂອງຄາທໍລິກ,ພວກທ່ານເຄີຍເຫັນແລ້ວ, ພວກທ່ານເຄີຍເຫັນແລ້ວ, ຄວາມຈິງແລ້ວມັນຕາຍຫຼາຍກວ່າພິທີມິດຊາ ຂອງຄາທໍລິກອີກ! ແລະພວກທ່ານກໍຮູ້ດີວ່າຂ້າພະເຈົ້າເວົ້າຖືກ!

“...ເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດິນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ແລະແມ່ນຫຍັງລະຄື“ເຂົ້າຈີ່”ທີ່ຊາຍຄົນນັ້ນຂໍຍາມເດິກດືນທ່ຽງຄືນ? ລາວຕ້ອງການ ຫຍັງໃນເມື່ອລາວເຄາະປະຕູເພື່ອນບ້ານຂອງລາວຢ່າງແຮງ? ເຂົ້າຈີ່ທີ່ລາວສະແຫວງຫາ, ເຂົ້າຈີ່ທີ່ລາວເຄາະແລະເຂົ້າຈີ່ທີ່ລາວຂໍກໍຄືພຣະເຢຊູເອງ, ມັນຫຍັງອີກທີ່ຄືສິ່ງທີ່ຄົນບາບ ຕ້ອງການ?ໃນຕອນຈົບຂອງຂໍ 13 ພຣະເຢຊູຕັດວ່າ“ຫຼາຍກວ່ານັ້ນເທົ່າໃດທີ່ພຣະບິດາຂອງ ທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດໃຫ້ແກ່ຜູ້ທີ່ຂໍຕໍ່ພຣະອົງ”(ລູກາ 11:13)ໝາຍເຫດຂອງສະກໍຟິວພາດໃນປະເດັ່ນນີ້, ນັກຮົບອະທິຖານບໍ່ໄດ້ກໍາລັງຂໍ ພຣະວິນຍານບໍລິສຸດສໍາຫຼັບໂຕເຂົາເອງ,ເຂົາກໍາລັງອະທິຖານຂໍພຣະວິນຍານບໍລິສຸດສໍາຫຼັບໝູ່ເພື່ອນທີ່ຫຼົງຫາຍຂອງເຂົາເຊິ່ງບໍ່ວັນທີ່ຈະເຊື່ອວາງໃຈໃນພຣະເຢຊູນອກຈາກວ່າພຣະວິນຍານບໍລິສຸດຈະເປີດໃຈຂອງເຂົາແລະຊັກນໍາເຂົາເຂົ້າຫາພຣະເຢຊູ!

“...ເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດິນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”

ແນ່ນອນຖ້າພຣະເຈົ້າບໍ່ໃຫ້ພຣະວິນຍານບໍລິສຸດໃນການຕອບຄໍາອະທິຖານຂອງທ່ານ,ທ່ານກໍຈະບໍ່ມີຫຍັງທີ່ຈະໃຫ້ຄົນບາບຜູ້ຫຼົງຫາຍເລີຍ! ດຣ.ຈອນອາໄຣສ໌ໄດ້ກ່າວເຊັ່ນກັນວ່າ:

         ພຣະເຢຊູບໍ່ໄດ້ໃສ່ຄໍາທີ່ສະເພາະຈົນຕອນຈົບຂອງບົດຮຽນນີ້ກ່ຽວກັບ...ການອະທິຖານເຊິ່ງພຣະອົງກໍາລັງສອນພວກສາວົກໃຫ້ອະທິຖານຂໍພຣະ ວິນຍານບໍລິສຸດ...ເຊິ່ງເປັນຜູ້ທີ່ນໍາການຟື້ນຟູແທ້,ໂນ້ມນ້າວຄົນບາບ ແລະ ເຮັດໃຫ້ເຂົາກັບໃຈເສຍໃໝ່,ເປັນຜູ້ປະທານສະຕິປັນຍາ,ລິດເດດແລະຄວາມເປັນຜູ້ນໍາໃຫ້ກັບຄົນຂອງພຣະເຈົ້າ! ເມື່ອເຮົາອະທິຖານຂໍອາຫານສໍາຫຼັບ ຄົນບາບ,ພວກເຮົາໝາຍຄວາມວ່າພວກເຮົາຕ້ອງການ...ພຣະວິນຍານບໍລິ ສຸດຂອງພຣະເຈົ້າແທ້(ໄຣສ໌ເຫຼັ້ມດຽວກັນໜ້າ 96)

ຕອນນີ້ຂ້າພະເຈົ້າກໍາລັງເວົ້າກັບພວກທ່ານທີ່ຍັງຫຼົງຫາຍຢູ່,ພຣະເຢຊູຄຣິດຊົງເປັນ ເຂົ້າຈີ່ໃນຄໍາອຸປະມານີ້,ພຣະເຢຊູຄຣິດເຈົ້າຊົງເປັນສິ່ງທີ່ທ່ານຕ້ອງການຫຼາຍກວ່າສິ່ງໃດໆ! ຍົກເວັ້ນພຣະວິນຍານບໍລິສຸດສະເດັດລົງມາຫາທ່ານໃນການນະມັດສະການຂອງຄຣິສຕະ ຈັກຂອງເຮົາທ່ານກໍຈະບໍ່ມີວັນສໍານຶກໃນເລື່ອງບາບຂອງທ່ານ,ພຣະເຢຊູຕັດວ່າ:

“ເມື່ອພຣະອົງນັ້ນສະເດັດມາແລ້ວ ພຣະອົງຈະຊົງກະທຳໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ”(ໂຢຮັນ 16:8)

ພວກເຮົາກໍາລັງອະທິຖານຂໍພຣະວິນຍານບໍລິສຸດລົງມາເພື່ອເຮັດໃຫ້ຄົນບາບທີ່ຫຼົງຫາຍຄືກັບພວກທ່ານຮູ້ສຶກເຖິງຄວາມບາບທີ່ໜ້າຢ້ານໃນໃຈຂອງທ່ານ, ເພື່ອເຮັດໃຫ້ທ່ານຮູ້ສຶກເຖິງໃຈ ແຂງກະດ້າງອັນເລິກເຊິ່ງຂອງທ່ານ:ຖ້າພຣະວິນຍານບໍລິສຸດບໍ່ເຄີຍເຮັດໃຫ້ທ່ານຮູ້ສຶກຫຍັງ ເລີຍທ່ານກໍຈະບໍ່ມີວັນຮູ້ສຶກວ່າຕ້ອງການພຣະຄຣິດແທ້.

ຫຼັງຈາກນັ້ນເຊັ່ນກັນພວກເຮົາຕ້ອງອະທິຖານຂໍພຣະວິນຍານຂອງພຣະເຈົ້າໃຫ້ຊັກ ນໍາທ່ານມາຫາພຣະຄຣິດເພື່ອຄວາມລອດອັນສົມບູນ, ເພາະພຣະຜູ້ໄຖ່ກ່າວວ່າ:

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ”(ໂຢຮັນ 6:44)

ດັ່ງນັ້ນເຮົາຕ້ອງອະທິຖານຂໍໃຫ້ພຣະວິນຍານຂອງພຣະເຈົ້າຊັກນໍາທ່ານໃຫ້ມາຫາພຣະເຢຊູ ເພາະມີພຽງພຣະເຢຊູເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ພົ້ນຈາກຄວາມບາບແລະນາຮົກໄດ້.

ຈົນເຖິງຕອນນີ້ພວກທ່ານໄດ້ຍິນພຽງແຕ່ຂ່າວປະເສີດ, ທ່ານເຄີຍໄດ້ຍິນພຽງແຕ່ວ່າ ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດເພາະບາບຂອງທ່ານ, ທ່ານ ເຄີຍໄດ້ຍິນແຕ່ວ່າພຣະໂລຫິດຂອງພຣະເຢຊູສາມາດລ້າງຄວາມບາບຂອງທ່ານອອກໄປໄດ້ ແລະໃຫ້ທ່ານເປັນຄົນຊອບທໍາໃນສາຍພຣະເນດຂອງພຣະເຈົ້າ,ທ່ານເຄີຍໄດ້ຍິນແຕ່ວ່າພຣະເຢຊູຊົງຟື້ນຂື້ນມາຈາກຄວາມຕາຍ, ແລະທ່ານເຄີຍໄດ້ແຕ່ພຽງວ່າພຣະອົງຊົງພຣະຊົນຢູ່ໃນ ສະຫວັນກໍາລັງອະທິຖານເພື່ອທ່ານ, ທ່ານເຄີຍພຽງແຕ່ໄດ້ຍິນຄວາມຈິງເຫຼົ່ານີ້ແຕ່ທ່ານບໍ່ ເຄີຍມີປະສົບການກັບມັນໃນຊີວິດຂອງທ່ານ,ແລະທ່ານຈະບໍ່ມີວັນປະສົບກັບຄວາມຈິງທີ່ອັດສະຈັນເຫຼົ່ານັ້ນໄດ້ຖ້າທ່ານພຽງແຕ່ນັ່ງຢູ່ໃນຄຣິສຕະຈັກແຕ່ລະອາທິດ, ຟັງກ່ຽວກັບມັນຟັງ ແລ້ວຟັງອີກ, ບາງສິ່ງບາງຢ່າງທີ່ຫຼາຍກວ່າການໄດ້ຍິນຄວາມຈິງເຫຼົ່ານັ້ນທີ່ຈະຕ້ອງເກີດຂື້ນ ກັບທ່ານ,ບໍ່ດັ່ງນັ້ນທ່ານກໍຈະບໍ່ມີວັນລອດໄດ້ເລີຍ!

ພຣະວິນຍານບໍລິສຸດຈະຕ້ອງລົງມາແລະເຮັດໃຫ້ທ່ານຮູ້ສຶກບາບ,ພຣະວິນຍານບໍລິ ສຸດຈະຕ້ອງລົງມາແລະຊັກນໍາທ່ານມາຫາພຣະເຢຊູ, ພຣະວິນຍານບໍລິສຸດຈະຕ້ອງລົງມາ ແລ້ວເອົາການປະເຊີນຂອງມະນຸດກັບພຣະຄຣິດຜູ້ຊົງພຣະຊົນໃຫ້ແກ່ທ່ານ,ມັນຈະຕ້ອງໃຊ້ ການອັດສະຈັນສໍາຫຼັບທ່ານທີ່ຈະຖືກຊັນນໍາໄປຫາພຣະຜູ້ຊ່ວຍ, ມັນຕ້ອງໃຊ້ການອັດສະຈັນ ເພື່ອເຮັດໃຫ້ທ່ານບັງເກີດໃໝ່, ແລະມີພຽງພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ສາມາດ ເຮັດໃຫ້ອັດສະຈັນນັ້ນເກີດຂື້ນໃນຊີວິດຂອງທ່ານໄດ້, ຖ້າພຣະວິນຍານບໍລິສຸດບໍ່ສະຖິດຢູ່ ເພື່ອຕອບສະໜອງຄວາມຕ້ອງການຝ່າຍວິນຍານຂອງທ່ານ,ຖ້າທ່ານພຣະວິນຍານບໍລິສຸດບໍ່ຢູ່ໃນການນະມັດສະການຂອງເຮົາ,ຖ້າພຣະອົງບໍ່ຢູ່ເຮົາສາມາດເວົ້າໄດ້ພຽງວ່າ:

“...ເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດິນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ນັ້ນແລະທີ່ວ່າເປັນຫຍັງພວກເຮົາຈື່ງອະທິຖານຂໍສໍາຫຼັບຄວາມລອດຂອງທ່ານ, ນັ້ນ ແຫຼະທີ່ວ່າເປັນຫຍັງພວກເຮົາຈື່ງຍັງສືບຕໍ່ຂໍ, ນັ້ນແຫຼະທີ່ວ່າເປັນຫຍັງພວກເຮົາຈື່ງຍັງສືບຕໍ່ ສະແຫວງຫາ, ນັ້ນແຫຼະທີ່ວ່າເປັນຫຍັງພວກເຮົາຈື່ງສືບຕໍ່ເຄາະ- ແລະພວກເຮົາຈະເຮັດຈົນ ກວ່າພຣະເຈົ້າຈະເປີດສະຫວັນແລ້ວສົ່ງພຣະວິນຍານຂອງພຣະອົງລົງມາປ່ຽນຄວາມເຊື່ອ ແລະປ່ຽນທ່ານແລ້ວມອບຊີວິດອັນຕະຫຼອດເປັນນິດໃຫ້ທ່ານ! ພຣະເຢຊູຕັດວ່າ“ພຣະບິດາ (ຈະ)ຊົງປະທານພຣະວິນບໍລິສຸດໃຫ້ແກ່ຜູ້ທີ່ທູນຂໍຕໍ່ພຣະອົງ”(ລູກາ 11:13)ແລະພວກເຮົາ ກໍາລັງອະທິຖານເພື່ອທ່ານ,ພວກເຮົາອະທິຖານຂໍພຣະເຈົ້າໃຫ້ສົ່ງພຣະວິນຍານຂອງພຣະອົງມາເພື່ອໂນ້ມນ້າວທ່ານໃນເລື່ອງຄວາມບາບ ແລະຊັກນໍາທ່ານມາຫາພຣະຄຣິດໃນປະສົບ ການການກັບໃຈເສຍໃໝ່ທີ່ອັດສະຈັນ! ພຣະຄຣິດຈະຊົງລ້າງຄວາມບາບຂອງທ່ານອອກໄປ ດ້ວຍພຣະໂລຫິດຂອງພຣະອົງ, ພຣະຄຣິດຈະຊົງປົກຄຸມທ່ານດ້ວຍຄວາມຊອບທໍາຂອງ ພຣະອົງແລະມອບຫົວໃຈທີ່ຮັກພຣະເຈົ້າແລະກຽດຊັງຄວາມບາບໃຫ້ແກ່ທ່ານ, ພຣະອົງຈະ ຊົງເອົາໃຈຫີນຂອງທ່ານອອກໄປແລ້ວເອົາໃຈຊີ້ນໃຫ້ແກ່ທ່ານ“ເພື່ອທ່ານຂ້າກໍາລັງຂໍຢູ່”ເຊີນ ຮ້ອງຂໍ້ຊໍ້າ!

ເພື່ອທ່ານຂ້າກໍາລັງຂໍຢູ່ ເພື່ອທ່ານຂ້າກໍາລັງຂໍຢູ່
   ເພື່ອທ່ານຂ້າກໍາລັງຂໍຢູ່
   ເພື່ອທ່ານຂ້າກໍາລັງຂໍຢູ່
   (“ຂ້າກໍາລັງຂໍເພື່ອທ່ານ”ໂດຍ S. O’Malley Clough, 1837-1910).

ວັນອາທິດແລ້ວນີ້ພວກເຮົາໄດ້ອະທິຖານຂໍພຣະວິນຍານບໍລິສຸດ, ທຸກຢ່າງຜ່ານໄປ ດ້ວຍດີແລະຂ້າພະເຈົ້ານັ່ງກັບດຣ.ເຄແກນ, ຈາກນັ້ນທອມເຊຍກໍມາແລະຮັບຄວາມລອດ - ເພາະພຣະວິນຍານບໍລິສຸດໄດ້ຂໍໃຫ້ລົງມາແລ້ວ! ເອແມນແລະເອແມນ!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ຈອນຊາມູເອວ ເຄແກນ: ລູກາ 11:5-13.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“I Am Praying For You” (S. O’Malley Clough, 1837-1910).