Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄາຢາຟາສ - ຊາຍຜູ້ວາງແຜນຂ້າພຣະເຢຊູ!

CAIAPHAS – THE MAN WHO
PLANNED THE MURDER OF CHRIST!
(Laotian)

ບົດເທດສະໜາຂຽນໂດຍ: ດຣ.ອາ. ແອວ.ໄຮເມີຈູເນຍ
ແລະເທດໂດຍຈອນຊາມູເອວເຄແກນທີີ່ຄຣິສຕະຈັກ
ແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 9/4/2017
A sermon written by Dr. R. L. Hymers, Jr.
and preached by Mr. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, April 9, 2017

“ແຕ່ຄົນໜຶ່ງໃນພວກເຂົາ ຊື່ຄາຢາຟາດເປັນມະຫາປະໂລຫິດປະຈຳການໃນປີນັ້ນ ກ່າວແກ່ເຂົາທັງຫລາຍວ່າ "ທ່ານທັງຫລາຍບໍ່ຮູ້ຫຍັງເລີຍ ແລະບໍ່ພິຈາລະນາແດ່ວ່າ ຈະເປັນປະໂຫຍດແກ່ເຮົາທັງຫລາຍ ຖ້າຈະໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດ" ເຂົາບໍ່ໄດ້ເວົ້າແບບນັ້ນຕາມໃຈມັກ ແຕ່ເພາະວ່າເຂົາເປັນມະຫາປະໂລຫິດປະຈຳການໃນປີນັ້ນ ຈຶ່ງທໍານວາຍວ່າພຣະເຢຊູຈະສິ້ນພຣະຊົນແທນຊົນຊາດນັ້ນ ແລະບໍ່ແມ່ນແທນຊົນຊາດນັ້ນຢ່າງດຽວ ແຕ່ເພື່ອຈະຮວບຮວມລູກທັງຫຼາຍ ຂອງພຣະເຈົ້າທີ່ກະຈັດກະຈາຍໄປນັ້ນ ໃຫ້ເຂົ້າເປັນພວກດຽວກັນ ຕັ້ງແຕ່ວັນນັ້ນເປັນຕົ້ນມາ ເຂົາທັງຫລາຍຈຶ່ງປຶກສາກັນຈະຂ້າພະອົງຖີ້ມ” (ໂຢຮັນ 11:49-53)


ເລື່ອງນີ້ເກີດຂື້ນໃນຊ່ວງສຸດທ້າຍຂອງການຮັບໃຊ້ຂອງພຣະເຢຊູ,ຫຼັງຈາກທີ່ພຣະເຢຊູູບັນດານໃຫ້ລາຊາຣັສຟື້ນຄືນມາຈາກຕາຍແລ້ວພຣະອົງກໍສະເດັດໄປຊົນນະບົດ,ພຣະອົງບໍ່ໄດ້ກັບມາເຢລູຊາເລັມຈົນຮອດອາທິດສຸດທ້າຍກ່ອນການຖືກຄຶງເທິງໄມ້ກາງແຂນຂອງພຣະອົງ,ບາງຄົນອາດຈະຄິດວ່າການບັນດານໃຫ້ລາຊາຣັສຟື້ນຂື້ນມາຈາກຄວາມຕາຍຈະເຮັດໃຫ້ ພວກຜູ້ນໍາສາສະໜາສໍານຶກໄດ້ແຕ່ບໍ່ແມ່ນເລີຍ, ພຣະເຢຊູໄດ້ກ່າວກ່ອນໜ້າແລ້ວວ່າ:

“ຖ້າເຂົາບໍ່ຟັງໂມເສດແລະພວກຜູ້ທໍານວາຍ ແມ່ນຄົນໜຶ່ງຈະເປັນຂຶ້ນມາຈາກຄວາມຕາຍເຂົາກໍຈະຍັງບໍ່ເຊື່ອ” (ລູກາ 16:31)

ຜູ້ຄົນມັກຈະບໍ່ສໍານຶກໂດຍການເຫັນອັດສະຈັນ,ການອັດສະຈັນທີ່ພວກເຂົາຕ້ອງການຄືວຽກ ໂນ້ມນ້າວຂອວພຣະວິນຍານຂອງພຣະເຈົ້າໃນໃຈຂອງເຂົາຊື່ງມັນໄດ້“ຕາຍແລ້ວໃນການລະ ເມີດແລະການບາບ” (ເອເຟໂຊ 2:1 )ຖ້າມະນຸດຄົນໃດບໍ່ໄດ້ຖືກໂນ້ມນ້າວໃຈເລື່ອງບາບຢ່າງ ອັດສະຈັນແລ້ວ,ເຂົາກໍຈະບໍ່ກັບໃຈໃໝ່, ເຂົາຈະບໍ່ກັບໃຈເຖິງແມ່ນວ່າ“ຄົນໜື່ງຈະເປັນຂື້ນມາ ຈາກຄວາມຕາຍ” (ລູກາ 16:31) ການໂນ້ມນ້າວໃຫ້ຕື່ນຂື້ນຂອງພຣະວິນຍານຂອງພຣະເຈົ້າ ການເຮັດໃຫ້ມະນຸດຮູ້ສຶກເຖິງຄວາມບາບຂອງເຂົາຄືອັດສະຈັນທີ່ພວກເຂົາຕ້ອງຮັບເອົາເພື່ອຈະພົບກັບການກັບໃຈໃໝ່ແທ້.

ການອັດສະຈັນຕ່າງໆສາມາດເປັນເຫດໃຫ້ຜູ້ຄົນມີໃຈແຂງກະດ້າງຕໍ່ສູ້ພຣະເຈົ້າຕື່ມອີກ,ຕອນນີ້ເມື່ອພວກປະໂລຫິດໃຫຍ່ແລະພວກຟາຣິສີເຫັນວ່າພຣະເຢຊູກໍາລັງເຮັດ“ອັດສະຈັນຫຼາຍຢ່າງ” ພວກເຂົາກໍເອີ້ນ“ປະຊຸມ”ຄະນະກໍາມະການຂອງສານເຮດຣິນ (ໂຢຮັນ 11:47), ຢູ່ໃນການປະຊຸມນັ້ນສິ່ງແປກກະຫຼາດໄດ້ເກີດຂື້ນ,ຄາຢາຟາດມະຫາປະໂລຫິດໄດ້ ທໍານວາຍຢ່າງຖືກຕ້ອງທ່ຽງກົງກ່ຽວກັບພຣະຄຣິດ,ການອະທິບາຍພັນທະສັນຍາໃໝ່ໄດ້ອະທິບາຍວ່າ: ຄາຢາຟາດເປັນນັກຫລອກລວງ, ນັກສວຍໂອກາດຜູ້ຊື່ງບໍ່ຮູ້ຈັກຄວາມໝາຍ ຂອງຄວາມຍຸດຕິທໍາຫຼືທ່ຽງທໍາ...ລາວບໍ່ໄດ້ຫົດຖອຍຈາກການຫຼັ່ງເລືອດທີ່ບໍລິສຸດ,(ລາວເຮັດໃນສິ່ງທີ່ລາວເຮັດ)ເບິ່ງຄືວ່າມັນເປັນສິ່ງໜື່ງທີ່ຈໍາເປັນສໍາຫຼັບຄວາມເປັນຢູ່ຂອງປະຊາຊົນ,ຄາຢາຟາດອິດສາພຣະເຢຊູ: ຄາຢາຟາດຢາກໃຫ້ພຣະເຢຊູຖືກຂ້າເພື່ອໃຫ້ເໝາະກັບຄວາມ ຕ້ອງການທີ່ເຫັນແກ່ຕົວຂອງຕົນ,ເພື່ອໃຫ້ການລົງໂທດພຣະເຢຊູມີປະສິດທິພາບເຂົາຈະໃຊ້ອຸປະກອນຊື່ງຄືຜົນມາຈາກການຄໍານວນທີ່ຊານສະຫຼາດຂອງເຂົາ... ລາວເປັນຄົນໜ້າຊື່ໃຈ ຄົດເພາະໃນການທົດລອງຄັ້ງສຸດທ້າຍ...ເມື່ອລາວເຕັມໄປດ້ວຍຄວາມຍິນດີຫຼາຍເພາະລາວ ໄດ້ພົບໃນສິ່ງທີ່ລາວຄິດວ່າເປັນຫຼັກຖານສໍາຫຼັບການລົງໂທດຂອງພຣະເຢຊູ,ລາວຈື່ງຈີກເສື້ອປະໂລຫິດຂອງຕົນສໍາກັບວ່າເອົາຊະນະໂດຍຄວາມໂສກເສົ້າຢ່າງເລິກເຊິ່ງ!ນັ້ນຄືຄາຢາຟາດເບິ່ງໂຢເຊຟັສເຊັ່ນກັນ Antiquities, XVIII, 4:3” (William Hendriksen, Th.D., New Testament Commentary, Baker Book House, 1981 edition, volume I, p. 163; note on John 11:49-50) ຕອນນີ້ສັງເກດອີກເທື່ອໜື່ງວ່າປະໂລຫິດຜູ້ຊົ່ວຮ້າຍນີ້ໄດ້ທໍານວາຍໄວ້, ຄືກັບບາ ລາອໍາໃນພັນທະສັນຍາເດີມຊາຍຊົ່ວຄົນນີ້ຄວາມຈິງແລ້ວໄດ້ໃຫ້ຄໍາທໍານວາຍທີ່ແທ້ຈິງ.

“ແຕ່ຄົນໜຶ່ງໃນພວກເຂົາ ຊື່ຄາຢາຟາດເປັນມະຫາປະໂລຫິດປະຈຳການໃນປີນັ້ນ ກ່າວແກ່ເຂົາທັງຫລາຍວ່າ "ທ່ານທັງຫລາຍບໍ່ຮູ້ຫຍັງເລີຍ ແລະບໍ່ພິຈາລະນາແດ່ວ່າ ຈະເປັນປະໂຫຍດແກ່ເຮົາທັງຫລາຍ ຖ້າຈະໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດ" ເຂົາບໍ່ໄດ້ເວົ້າແບບນັ້ນຕາມໃຈມັກ ແຕ່ເພາະວ່າເຂົາເປັນມະຫາປະໂລຫິດປະຈຳການໃນປີນັ້ນ ຈຶ່ງທໍານວາຍວ່າພຣະເຢຊູຈະສິ້ນພຣະຊົນແທນຊົນຊາດນັ້ນ ແລະບໍ່ແມ່ນແທນຊົນຊາດນັ້ນຢ່າງດຽວ ແຕ່ເພື່ອຈະຮວບຮວມລູກທັງຫຼາຍຂອງພຣະເຈົ້າທີ່ກະຈັດກະຈາຍໄປນັ້ນ ໃຫ້ເຂົ້າເປັນພວກດຽວກັນ” (ໂຢຮັນ 11:49-52)

ເຊິ່ງຕໍ່ມາພຣະຄໍາພີໄດ້ກ່າວວ່າ:

“ຕັ້ງແຕ່ວັນນັ້ນເປັນຕົ້ນມາ ເຂົາທັງຫລາຍຈຶ່ງປຶກສາກັນຈະຂ້າພະອົງຖີ້ມ” (ໂຢຮັນ 11:53)

ໜື່ງອາທິດຕໍ່ມາຄາຢາຟາດໄດ້ສົ່ງທະຫານຮັກສາພຣະວິຫານໄປຈັບພຣະເຢຊູໃນ ຂະນະທີ່ພຣະອົງຊົງອະທິຖານໃນສວນເກັດເສມານີ, ພວກທະຫານເຫຼົ່ານັ້ນໄດ້ພາພຣະອົງ ໄປຫາຄາຢາຟາດຊື່ງເວົ້າກັບພຣະອົງວ່າ“ໃຫ້ບອກເຮົາວ່າ ທ່ານເປັນພຣະຄຣິດພຣະບຸດຂອງພຣະເຈົ້າຫລືບໍ່” (ມັດທາຍ 26:63) ເມື່ອພຣະເຢຊູຕອບຢືນຢັນແລ້ວ

“ຂະນະນັ້ນມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລ້ວວ່າ "ເຂົາໄດ້ເວົ້າໝິ່ນປະມາດແລ້ວ ເຮົາຕ້ອງການພະຍານອັນໃດອີກ ເບິ່ງແມ້ ຕອນນີ້ ທ່ານທັງຫລາຍກໍໄດ້ຍິນເຂົາເວົ້າໝິ່ນປະມາດແລ້ວ ທ່ານທັງຫລາຍຄິດເຫັນແນວໃດ ຄົນທັງປວງກໍຕອບວ່າ "ເຂົາມີຄວາມຜິດເຖິງຕາຍ" ແລ້ວເຂົາຖົ່ມນ້ຳລາຍຮົດພຣະພັກພຣະອົງ ແລະຕີພຣະອົງ ແລະຄົນອື່ນເອົາຝ່າມືຕົບພຣະອົງ ແລ້ວວ່າ "ເຈົ້າພຣະຄຣິດ ຈົ່ງທໍານວາຍໃຫ້ເຮົາຮູ້ວ່າໃຜຕົບເຈົ້າ” (ມັດທາຍ 26:65-68)

ມະຫາປະໂລຫິດບໍ່ໄດ້ມິສິດອໍານາດທີ່ຈະປະຫານຊີວິດຜູ້ຄົນ, ສະນັ້ນຄາຢາຟາດຈື່ງລາກ ພຣະເຢຊູໄປຫາປອນທິອັດປີລາດເຈົ້າເມືອງຊາວໂຣມັນ-ແລະຮຽກຮ້ອງໃຫ້ພວກໂຣມັນຄຶງ ພຣະອົງ.

ມັນເປັນເລື່ອງຍາກທີ່ຈະເທດສະໜາແບບຊີຫວະປະຫວັດແບບນີ້ແຕ່ມັນກໍຍຸດຕິທໍາ ໃນການສະຫຼຸບຂໍ້ສະຫຼຸບສອງຂໍ້ຈາກຄໍາເວົ້າແລະການກະທໍາຂອງຜູ້ຊາຍຄົນນີ້ໂຈເຊບຄາຢາ ຟາດມະຫາປະໂລຫິດຜູ້ວາງແຜນການຄຶງພຣະເຢຊູເທິງໄມ້ກາງແຂນ.

I. ໜື່ງ ຄາຢາຟາດເປັນຄົນເຄັ່ງສາສະໜາຫຼາຍແລະແມ່ນກະທັ່ງເວົ້າຄວາມຈິງ ກ່ຽວກັບເຄື່ອງບູຊາທົດແທນຂອງພຣະຄຣິດ.

ຄາຢາຟາດເປັນລູກເຂີຍຂອງມະຫາປະໂລຫິດເກົ່າຊື່ອັນນາສ,ລາວຢູ່ໃນຕໍາແໜ່ງມະຫາປະໂລຫິດເປັນເວລາ 18 ປີດົນກວ່າທຸກຄົນໃນສະໄໝນັ້ນ.

ແຕ່ໜ້າເສຍດາຍທີ່ພວກເຮົາສາມາດຮູ້ໄດ້ວ່າລາວເປັນຄົນແບບໃດ,ຕົວຢ່າງມີຫຼາຍ ເທື່ອຕອນທີ່ດຣ.ໄຮເມີຍັງໜຸ່ມລາວຖືກບອກວ່າ“ເຈົ້າເທດອັນນັ້ນບໍ່ໄດ້”ຫຼື“ເຈົ້າເທດແບບນັ້ນບໍ່ໄດ້”ໃນຂະນະທີ່ຫຼາຍປີຜ່ານໄປແລ້ວ ກໍເຫັນໄດ້ຊັດເຈນວ່າຄໍາແນະນໍານີ້ຜິດ, ພວກຜູ້ຊາຍທີ່ ບອກແບບນັ້ນເປັນຫ່ວງຕໍາແໜ່ງຂອງເຂົາຫຼາຍກວ່າຄວາມຈິງຄືກັບທີ່ຖືກບັນທຶກໄວ້ໃນພຣະຄໍາພີ, ນັກເທດບໍ່ສາມາດເຮັດໃຫ້ມະນຸດພໍໃຈໄດ້ຜູ້ທີ່ຄິດພຽງແຕ່ການຮັກສາອາຊີບຂອງເຂົາ ໄວ້ແລະບໍ່ເຮັດໃຫ້ໃຜເສຍໃຈ, ຄາຢາຟາດເປັນຄົນແບບນັ້ນ, ລາວຮູ້ດີວ່າພຣະເຢຊູ“ເຮັດອັດ ສະຈັນຫຼາຍຢ່າງ” (ໂຢຮັນ 11:47) ແຕ່ລາວສົນໃຈແຕ່ໃນການຢຸດຢັ້ງພຣະເຢຊູອອກຈາກຜົນ ປະໂຫຍດທາງດ້ານການເມືອງ, ລາວຄິດວ່າ“ຖ້າພວກເຮົາປ່ອຍລາວໄວ້ແບບນີ້ພວກເຮົາກໍ ຈະສູນເສຍບາງສິ່ງບາງຢ່າງ”

ພຣະເຢຊູຊົງຕັດແລະເຮັດໃນສິ່ງທີ່ພຣະຕັດແລະເຮັດຍ້ອນຄວາມຮັກແລະການເຊື່ອຟັງພຣະເຈົ້າ, ຄາຢາຟາດເວົ້າແລະເຮັດໃນສິ່ງທີ່ລາວເວົ້າແລະເຮັດໂດຍປາສະຈາກຄວາມ ຄິດຂອງພຣະເຈົ້າ,ມີຫຼາຍຄົນເປັນແບບລາວປະຈຸບັນນີ້ຢູ່ຄຣິສຕະຈັກຕ່າງໆຂອງເຮົາ, ເຂົາ ເປັນຄົນເຄັ່ງສາສະໜາ,ໂດຍບໍ່ມີຄວາມເຂົ້າໃຈມັນ, ລາວເວົ້າກະທັ່ງຄວາມຈິງກ່ຽວກັບການ ຊົງໄຖ່ຂອງພຣະຄຣິດເມື່ອລາວເວົ້າວ່າ:

“ຈະເປັນປະໂຫຍດແກ່ເຮົາທັງຫລາຍ ຖ້າຈະໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ” (ໂຢຮັນ 11:50)

ສະນັ້ນລາວຈື່ງເວົ້າຄວາມຈິງທີ່ມີຄວາມໝາຍເລິກເຊິ່ງເລື່ອງຄວາມຕາຍຂອງພຣະຄຣິດໃນ ຖານະຜູ້ເຮັດແທນສໍາຫຼັບຄົນບາບ,ສະທ້ອນຄໍາເວົ້າຂອງເອຊາຢາວ່າ:

“ແຕ່ທ່ານບາດເຈັບເພາການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊໍ້າເພາະ ຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກ ແກ່ ທີ່ຕ້ອງຟົກຊໍ້ານັ້ນກໍໃຫ້ຫາຍດີ” (ເອຊາຢາ 53:5)

ແຕ່ຈົ່ງລະວັງ! ທ່ານສາມາດຮູ້ຈັກຄໍາເຫຼົ່ານັ້ນໂດຍປາສະຈາກການຮັບເອົາປະໂຫຍດໃດໆ ຈາກມັນໄດ້! ນັ້ນຄືກໍລະນີຂອງຄາຢາຟາດ, ລາວຮູ້ຈັກຄໍາເວົ້າທີ່ຖືກຕ້ອງແຕ່ພວກມັນບໍ່ມີ ຜົນກະທົບໃດໆໃນຊີວິດຂອງລາວເລີຍ.

ນີ້ແມ່ນປະໂລຫິດໃຫຍ່ຄົນດຽວກັນທີ່ຂົ່ມຂູ່ເປໂຕຕອນທີ່ລາວເທດເລື່ອງການຟື້ນຄືນມາຈາກຄວາມຕາຍຂອງພຣະເຢຊູ, ແຕ່ເພາະລາວຢ້ານຜູ້ຄົນລາວຈື່ງຂູ່ເປໂຕແລ້ວກໍປ່ອຍ ລາວໄປ (ກິດຈະການ 4:21) ອີກເທື່ອໜື່ງຄາຢາຟາດຄືມະຫາປະໂລຫິດຄົນດຽວກັນທີ່ຈັບ ພວກອັກຄະສາວົກຂັງຄຸກ (ກິດຈະການ 5:17-18) ແຕ່ພຣະເຈົ້າໄດ້ສົ່ງທູດສະຫວັນຂອງ ພຣະອົງມາເປີດປະຕູຄຸກແລ້ວປ່ອຍພວກເຂົາໃຫ້ເປັນອິດສະຫຼະ, ຫຼັງຈາກນັ້ນຄາຢາຟາດກໍ ສົ່ງພວກເຈົ້າໜ້າທີ່ໄປພາເປໂຕມາໜ້າສານເຮດຣິນ“ໂດຍບໍ່ໄດ້ເຮັດອັນຕະລາຍ... ຢ້ານວ່າ ຈະຖືກເອົາກ້ອນຫີນແກວ່ງໃສ່” (ກິດຈະການ 5:26) ມີຫຼາຍຄົນມາຟັງພວກອັກຄະສາວົກຢູ່ ເຮັດໃຫ້ຄາຢາຟາດຢ້ານວ່າເຂົາຈະເອົາກ້ອນຫີນດຶກໃສ່ຕົນຖ້າເຮັດອັນຕະລາຍພວກສາວົກ! ໜື່ງໃນຜູ້ຊາຍທີ່ຢູ່ໃນສານເຮດຣິນຊື່ວ່າກາມາລິເອວຈື່ງບອກຄາຢາຟາດແລະຄົນອື່ນໆວ່າ:

“ຈົ່ງປ່ອຍຄົນເຫລົ່ານີ້ໄປຕາມເລື່ອງ ຢ່າເຮັດຫຍັງພວກເຂົາເລີຍ ເພາະວ່າຖ້າຄວາມຄິດຫລືກິດຈະການນີ້ມາຈາກມະນຸດກໍຈະລົ້ມລະລາຍໄປເອງ ແຕ່ຖ້າມາຈາກພຣະເຈົ້າ ທ່ານທັງຫລາຍຈະທຳລາຍກໍບໍ່ໄດ້ ຢ້ານວ່າທ່ານກັບຈະເປັນຜູ້ສູ້ຮົບກັບພຣະເຈົ້າ” (ກິດຈະການ 5:38-39)

ຄາຢາຟາດແລະຄົນອື່ນໆເຫັນດີກັບກາມາລິເອວ, ແຕ່ພວກເຂົາເຮັດຫຍັງລະ? ພວກເຂົາ ເປັນຫ່ວງເລື່ອງກ່ຽວກັບພຣະເຈົ້າບໍ? ບໍ່ເລີຍ! ພວກເຂົາຕີພວກອັກຄະສາວົກແລະ“ສັ່ງບໍ່ໃຫ້ອອກພຣະນາມຂອງພຣະເຢຊູແລ້ວກໍປ່ອຍໄປ” (ກິດຈະການ 5:40)

“ທີ່ໃນພຣະວິຫານແລະຕາມບ້ານເຮືອນ ເຂົາໄດ້ສັ່ງສອນແລະປະກາດຂ່າວປະເສີດຂອງພຣະເຢຊູຄຣິດ ທຸກໆວັນບໍ່ໄດ້ຢຸດ” (ກິດຈະການ 5:40)

ດັ່ງນັ້ນເຮົາຈື່ງອອກຈາກຄາຢາຟາດ-ຜູ້ອ່ອນແອ,ບໍ່ສາມາດທີ່ຈະຢຸດຢັ້ງການເທດສະ ໜາຂ່າວປະເສີດແລະການຂະຫຍາຍຂອງຊາວຄຣິສຕຽນໄດ້, ມັນບໍ່ເຄີຍເຂົ້າໃນຄວາມຄິດ ຂອງລາວທີ່ຈະຄິດກ່ຽວກັບພຣະເຈົ້າແລະການກັບໃຈຈາກຄວາມບາບຂອງຕົນ, ລາວຍັງຄົງ ສືບຕໍ່ຫຼີ້ນການເມືອງ- ເຕັມໄປດ້ວຍສາສະໜາໂດຍບໍ່ມີຄວາມຢ້ານຢໍ້າພຣະເຈົ້າ-ຈົນລາວຖືກ ໄລ່ອອກຈາກຕໍາແໜ່ງປະໂລຫິດໂດຍທາຍາດຂອງປີລາດຊື່ວິດລັສສອງປີຕໍ່ມາໃນ ຄ.ສ.36 ອີງຕາມໂຈຊີຟັດ(Antiquities,XVIII:4,2) ບໍ່ມີໃຜຮູ້ວ່າເກີດຫຍັງຂື້ນກັບລາວຫຼັງຈາກທີ່ລາວ ຖືກທໍລະຍົດ, ຫີບຫີນປູນ(ກະດູກ)ທີ່ມີກະດູກຂອງຄົນຕາຍຖືກຄົ້ນພົບໃນເຢລູຊາເລັມປີ 1991ເຊິ່ງຂຽນໂດຍຄາຢາຟາດ - ຊື່ງນັກບູຮານຄະດີເຊື່ອວ່າເປັນໂລງສົບຂອງຄາຢາຟາດ (Archaeological Study Bible, Zondervan, 2005, p. 1609; note on Matthew 26:3)ລາວເປັນ ຄົນດຽວທີ່ໄດ້ຮັບການລະນຶກເຖິງສໍາຫຼັບການເປັນ“ຜູ້ຮັບຜິດຊອບສໍາຫຼັບຄະດີການຂ້າຕະກໍາຂອງ(ພຣະເຢຊູ)ນັກໂທດຜູ້ບໍລິສຸດ”( John D. Davis, D.D., Davis Dictionary of the Bible, Baker Book House,1978 edition, p. 114)

II. ສອງ ຄາຢາຟາດຄືກັບຄາອິນ,ບໍ່ເຄີຍກັບໃຈເສຍໃໝ່ - ແລະບໍ່ເຄີຍ ລອດຈັກເທື່ອ.

ມີຄວາມຄ້າຍຄືກັນລະຫວ່າງຄາຢາຟາດແລະຄາອິນ, ຄາອິນຮູ້ວ່າລາວຕ້ອງນໍາເອົາ ເລືອດມາຖະວາຍຄືກັບທີ່ອາແບວເຮັດ,ແຕ່ຄາອິນບໍ່ໄດ້ກັບໃຈເສຍໃໝ່,ແຕ່ພັດ

“ຄາອິນໄດ້ລຸກຂື້ນຕໍ່ສູ້ນ້ອງຊາຍຂອງຕົນແລະຂ້າລາວ” (ປະຖົມມະການ 4:8)

ມີການເຊື່ອມຕໍ່ພັນທະສັນຍາໃໝ່ລະຫວ່າງຄາອິນກັບຊາຍຄືກັບຄາຢາຟາດ, ອັກຄະສາວົກ ໂຢຮັນໄດ້ກ່າວວ່າ:

“ຢ່າເປັນເໝືອນຄາອິນທີ່ມາຈາກມານຮ້າຍນັ້ນ ແລະໄດ້ຂ້ານ້ອງຊາຍຂອງຕົນເອງ ແລະເພາເຫດໃດເຂົາຈຶ່ງຂ້ານ້ອງຊາຍ ກໍເພາະການກະທຳຂອງເຂົາຊົ່ວ ແລະການກະທຳຂອງນ້ອງຊາຍນັ້ນຊອບທຳ ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າເອີຍ ຢ່າປະຫລາດໃຈຖ້າໂລກນີ້ກຽດຊັງທ່ານ” (1 ໂຢຮັນ 3:12-13)

ຄາຢາຟາດຄືກັບຄາອິນຖືກອິດທິພົນຊາຕານ“ທີ່ຊົ່ວຮ້າຍ”ຄອບງໍາ, ຄືກັບຄາອິນຄາຢາຟາດ ເປັນຂອງ“ໂລກ” ລາວບໍ່ເຄີຍຢຸດຟັງຊາຕານ, ລາວບໍ່ເຄີຍອອກຈາກ“ໂລກ”ເພື່ອຮັບໃຊ້ພຣະ ເຈົ້າ, ຫົວໃຈຂອງຂອງຊຸມຊົນຊາວຢິວກວມແຣນຊື່ງໄດ້ຜະລິດມ້ວນໜັງສືຕ່າງໆແຫ່ງທະເລ ຕາຍແມ່ນຕໍານິເລື່ອງຄາຢາຟາດຫຼາຍເຊິ່ງພວກເຂົາເອີ້ນວ່າ“ປະໂລຫິດຜູ້ຊົ່ວຮ້າຍ” (Archaeological Study Bible ເຫຼັ້ມດຽວກັນ)

ຄາອິນກັບຄາຢາຟາດໄດ້ໃຫ້ຄໍາເຕືອນແກ່ຄົນເຫຼົ່ານັ້ນທີ່ຍັງຄົງເຄັ່ງສາສະໜາແຕ່ຍັງຫຼົງຫາຍຢູ່, ທັງຄາອິນແລະຄາຢາຟາດຮູ້ດີກ່ຽວກັບເຄື່ອງບູຊາທີ່ມີເລືອດ, ທັງຄາອິນແລະ ຄາຢາຟາດຖືກພຣະເຈົ້າເວົ້າໂດຍກົງ, ພຣະເຈົ້າພຣະບຸດໄດ້ກ່າວກັບຄາຢາຟາດໂດຍກົງ - ຄືກັບທີ່ພຣະອົງກ່າວກັບຄາອິນ(ປະຖົມມະການ 4:6-7)ທັງຄາອິນແລະຄາຢາຟາດຖືວ່າສຽງ ຂອງພຣະເຈົ້າທີ່ກໍາລັງຕໍ່ຈິດສໍານຶກຂອງເຂົາບໍ່ສໍາຄັນແລະພຸ່ງໄປຂ້າງໜ້າສູ່ຈຸດສູນກາງຊີວິດຂອງຕົນ, ທັງຄາອິນແລະຄາຢາຟາດຈະຢືນຢູ່ຕໍ່ໜ້າພຣະຄຣິດໃນການພິພາກສາຄັ້ງສຸດ ທ້າຍແລະພຣະອົງຈະເວົ້າກັບເຂົາວ່າ:

“ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ ເຈົ້າຜູ້ເຮັດຄວາມຊົ່ວຊ້າ ຈົ່ງໄປໃຫ້ພົ້ນຈາກເຮົາ” (ມັດທາຍ 7:23)

ຫຼັງຈາກນັ້ນພວກເຂົາຈະຖືກ“ໂຍນອອກໄປທີ່ມືດພາຍນອກ ບ່ອນນັ້ນຈະມີສຽງຮ້ອງໄຫ້ຂົບ ແຂ້ວຍໍ້າແຂ້ວ” (ມັດທາຍ 8:12)

ຂ້າພະເຈົ້າຂໍເຕືອນພວກທ່ານໃນເຊົ້ານີ້ວ່າ - ຈົ່ງເຮັດໃຫ້ແນ່ໃຈວ່າທ່ານຄິດກ່ຽວກັບ ພຣະເຈົ້າ! ຈົ່ງເຮັດໃຫ້ແນ່ໃຈວ່າທ່ານຄິດກ່ຽວກັບບາບຂອງທ່ານ! ຈົ່ງເຮັດໃຫ້ແນ່ໃຈວ່າທ່ານ ບໍ່ພຽງແຕ່ເວົ້າ“ຄໍາທີ່ຖືກຕ້ອງ” ຈົ່ງເຮັດໃຫ້ແນ່ໃຈວ່າທ່ານຍອມຮັບຄວາມບາບຂອງທ່ານ!

“ຈົ່ງເປັນທຸກໂສກເສົ້າແລະຄ່ຳຄວນ ຈົ່ງໃຫ້ການຫົວຂອງຕົນກັບກາຍເປັນການຄ່ຳຄວນ ແລະຄວາມປີຕິຍິນດີຂອງຕົນກັບກາຍເປັນຄວາມເສົ້າສະລົດ” (ຢາໂກໂບ 4:9)

ຈົ່ງເຮັດໃຫ້ແນ່ໃຈວ່າທ່ານປະສົບກັບການກັບໃຈໃໝ່ແທ້ - ວ່າທ່ານໄດ້ມາໜ້າຕໍ່ໜ້າກັບ ພຣະເຢຊູແລະຖືກລ້າງອອກຈາກຄວາມບາບຂອງທ່ານ“ດ້ວຍພຣະໂລຫິດຂອງພຣະອົງເອງ”(ພະນິມິດ 1:5), ຢ່າລໍຖ້າ! ຢ່າປະຕິເສດທີ່ຈະມາຫາພຣະເຢຊູ! ຈົ່ງຢ່າລໍຊ້າຈົນພຣະເຈົ້າ ຍອມແພ້ໃນເລື່ອງທ່ານແລະຫັນທ່ານໄປສູ່ຈິດໃຈທີ່ປະຕິເສດ!

ດົນໂພດທີ່ຂ້າບໍ່ເອົາໃຈໃສ່ພຣະຜູ້ຊ່ວຍ
ດົນໂພດໃນຂະນະທີ່ຂ້າຍຶດບາບຂອງຂ້າໄວ້
ດົນໂພດທີ່ຂ້າແກ້ໂຕການປະຕິເສດຂອງຕົນ
ແລະຕອນນີ້ຂ້າຫຼົງໂດຍບໍ່ມີພຣະອົງ
ມັນຊ້າແລ້ວ,ຊ້າເກີນໄປ!ຢ່າງໃດກໍດີພຣະອົງຊົງເຄາະປະຕູ
ພຣະເຢຊູພຣະຜູ້ຊ່ວຍທີ່ອ່ອນຫວານກໍາລັງເອີ້ນອີກເທື່ອໜື່ງ
(“ດົນໂພດທີ່ຂ້າບໍ່ເອົາໃຈໃສ່”ໂດຍຈອນອາໄຣສ໌ 1895-1980)

ຂໍເຊີນດຣ.ໄຮເມີມາປິດການນະມັດສະການນີ້ແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Too Long I Neglected” (by Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ຄາຢາຟາສ - ຊາຍຜູ້ວາງແຜນຂ້າພຣະເຢຊູ!

CAIAPHAS – THE MAN WHO
PLANNED THE MURDER OF CHRIST!

ບົດເທດສະໜາຂຽນໂດຍ: ດຣ.ອາ. ແອວ.ໄຮເມີຈູເນຍ
ແລະເທດໂດຍຈອນຊາມູເອວເຄແກນ

“ແຕ່ຄົນໜຶ່ງໃນພວກເຂົາ ຊື່ຄາຢາຟາດເປັນມະຫາປະໂລຫິດປະຈຳການໃນປີນັ້ນ ກ່າວແກ່ເຂົາທັງຫລາຍວ່າ "ທ່ານທັງຫລາຍບໍ່ຮູ້ຫຍັງເລີຍ ແລະບໍ່ພິຈາລະນາແດ່ວ່າ ຈະເປັນປະໂຫຍດແກ່ເຮົາທັງຫລາຍ ຖ້າຈະໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດ" ເຂົາບໍ່ໄດ້ເວົ້າແບບນັ້ນຕາມໃຈມັກ ແຕ່ເພາະວ່າເຂົາເປັນມະຫາປະໂລຫິດປະ ຈຳການໃນປີນັ້ນ ຈຶ່ງທໍານວາຍວ່າພຣະເຢຊູຈະສິ້ນພຣະຊົນແທນຊົນ ຊາດນັ້ນ ແລະບໍ່ແມ່ນແທນຊົນຊາດນັ້ນຢ່າງດຽວ ແຕ່ເພື່ອຈະຮວບຮວມລູກ ທັງຫລາຍຂອງພຣະເຈົ້າທີ່ກະຈັດກະຈາຍໄປນັ້ນ ໃຫ້ເຂົ້າເປັນພວກດຽວກັນ ຕັ້ງແຕ່ວັນນັ້ນເປັນຕົ້ນມາ ເຂົາທັງຫລາຍຈຶ່ງປຶກສາກັນຈະຂ້າພະອົງຖີ້ມ” (ໂຢຮັນ 11:49-53)

(ລູກາ 16:31; ເອເຟໂຊ 2:1; ໂຢຮັນ 11:47-48,49-52,53;
ມັດທາຍ 26:63,65-68)

I.      ໜື່ງ ຄາຢາຟາດເປັນຄົນເຄັ່ງສາສະໜາຫຼາຍແລະແມ່ນກະທັ່ງເວົ້າຄວາມຈິງ ກ່ຽວກັບເຄື່ອງບູຊາທົດແທນຂອງພຣະຄຣິດ. ໂຢຮັນ 11:47, 50; ເອຊາຢາ 53:5; ກິດຈະການ 4:21; 5:17-18,26, 38-39, 40, 42

II.    ສອງ ຄາຢາຟາດຄືກັບຄາອິນ,ບໍ່ເຄີຍກັບໃຈເສຍໃໝ່ - ແລະບໍ່ເຄີຍລອດຈັກ ເທື່ອ. ປະຖົມມະການ 4:8;
1 ໂຢຮັນ 3:12-13; ປະຖົມມະການ 4:6-7; ມັດທາຍ 7:23; 8:12; ຢາໂກໂບ 4:9; ພະນິມິດ 1:5