Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການກັບໃຈເສຍໃໝ່ແບບຜິດໆຂອງຢູດາ

THE FALSE REPENTANCE OF JUDAS
(Laotian)

ໂດຍ: ດຣ.ອາ. by Dr. R. L. Hymers, Jr.
ແອວ.ໄຮເມີຈູເນຍ

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 2/4/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 2, 2017

“ເມື່ອຢູດາຄົນທໍລະຍົດພຣະອົງເຫັນວ່າພຣະອົງຕ້ອງຖືກໂທດ ກໍສໍານຶກ ຜິດ ນຳເງີນສາມສິບຫລຽນນັ້ນມາຄືນໃຫ້ແກ່ພວກປະໂລຫິດໃຫຍ່ແລະພວກຜູ້ໃຫຍ່ ກ່າວວ່າ "ຂ້າພະເຈົ້າໄດ້ເຮັດບາບທີ່ໄດ້ທໍລະຍົດເລືອດອັນບໍລິສຸດນັ້ນ" ຄົນເຫລົ່ານັ້ນຈຶ່ງວ່າ ເລື່ອງນັ້ນເປັນທຸລະອັນໃດຂອງເຮົາ ເຈົ້າຕ້ອງຮັບທຸລະເອົາເອງ ຢູດາຈຶ່ງຖິ້ມເງີນນັ້ນໄວ້ໃນພຣະວິຫານແລະອອກໄປ ແລ້ວເຂົາກໍອອກໄປຜູກຄໍຕາຍ” (ມັດທາຍ 27:3-5)


ມັດທາຍບົດທີ 27 ເລີ່ມຕົ້ນໃນຕອນເຊົ້າຫຼັງຈາກທີ່ພຣະເຢຊູຖືກຈັບຢູ່ໃນສວນເກັດ ເສມານີ,ຫຼັງຈາກທີ່ພຣະອົງຖືກພາໄປຕໍ່ໜ້າພວກປະໂລຫິດໃຫຍ່ແລະສານເຮດຣິນແລ້ວ,ຫຼັງຈາກທີ່ພະຍານເທັດໄດ້ໃຫ້ການຕໍ່ສູ້ພຣະອົງ,ຫຼັງຈາກທີ່ພຣະອົງຖືກຕົບໜ້າແລະເຍາະເຍີ້ຍ ແລະຫຼັງຈາກທີ່ເປໂຕໄດ້ປະຕິເສດພຣະອົງ.

“ຄັ້ນຮຸ່ງເຊົ້າ ບັນດາພວກປະໂລຫິດໃຫຍ່ແລະພວກຜູ້ໃຫຍ່ແຫ່ງປະຊາຊົນປຶກສາກັນດ້ວຍເລື່ອງພຣະເຢຊູ ເພື່ອຈະປະຫານພຣະອົງ ເຂົາຈຶ່ງມັດພຣະ ອົງພາໄປມອບແກ່ປອນທິອັດປີລາດເຈົ້າເມືອງ” (ມັດທາຍ 27:1-2)

ພວກເຂົາໄດ້ພາພຣະເຢຊູໄປວັງຂອງປະໂລຫິດໃຫຍ່, ຢູດາກໍເຂົ້າມາຂ້າງໃນແລ້ວ ຢືນໃກ້ພຣະເຢຊູ,ແຕ່ຢູດາບໍ່ກັບມາຫາພຣະເຢຊູແລະຂໍອະໄພໂທດ, ຖ້າລາວໄດ້ຫັນກັບມາ ຫາພຣະເຢຊູຈົນກະທັ່ງວິນາທີສຸດທ້າຍ,ລາວກໍຈະລອດ, ໂຈນທີ່ຢູ່ເທິງໄມ້ກາງແຂນຂ້າງໆ ພຣະເຢຊູໄດ້ຮັບຄວາມລອດໃນວິນາທີນັ້ນກ່ອນທີ່ລາວຈະຕາຍ,ເປັນຫຍັງຢູດາຈື່ງກັບໄປຫາປະໂລຫິດໃຫຍ່ແທນການໄປຫາພຣະເຢຊູເພື່ອຂໍການອະໄພໂທດລະ?ຂ້າພະເຈົ້າເຊື່ອວ່າມີຢູ່ສອງເຫດຜົນ.

I. ໜື່ງ ຢູດາໄດ້ເຮັດບາບທີ່ບໍ່ສາມາດໃຫ້ອະໄພໄດ້.

ພຣະເຢຊູຕັດວ່າ:

“ເພາະສະນັ້ນ ເຮົາບອກທ່ານທັງຫລາຍວ່າ ຄວາມຜິດບາບແລະຄຳໝິ່ນປະມາດທຸກຢ່າງຈະໂຜດຍົກໂທດໃຫ້ມະນຸດໄດ້ ເວັ້ນແຕ່ຄຳໝິ່ນປະມາດພຣະວິນຍານບໍລິສຸດຈະຊົງຍົກໂທດໃຫ້ມະນຸດບໍ່ໄດ້ ຜູ້ໃດຈະກ່າວຮ້າຍບຸດມະນຸດຈະໂຜດຍົກໂທດໃຫ້ຜູ້ນັ້ນໄດ້ ແຕ່ຜູ້ໃດຈະກ່າວຮ້າຍພຣະວິນຍານບໍລິສຸດ ຈະບໍ່ຊົງໂຜດຍົກໂທດໃຫ້ຜູ້ນັ້ນທັງໂລກນີ້ໂລກໜ້າ” (ມັດທາຍ 12:31-32)

ດຣ.ຈອນອາໄຣສ໌ກ່າວວ່າຢູດາເບິ່ງຄືວ່າ“ໄດ້ເຮັດບາບທີ່ບໍ່ສາມາດໃຫ້ອະໄພໄດ້” ນັ້ນຄືລາວ ຖືກມອບໃຫ້ກັບການສາບແຊ່ງແລ້ວ, ຈອນອາໄຣກ່າວວ່າ:

ຄວາມບາບທີ່ໃຫ້ອະໄພບໍ່ໄດ້ຄືການປະຕິເສດຢ່າງສິ້ນເຊີງ ແລະສຸດທ້າຍ ຂອງພຣະຄຣິດທີ່ແນ່ນອນ...ເຊິ່ງມັນໄດ້ດູຖູກແລະຂັບໄລ່ພຣະວິນຍານບໍລິສຸດໄປຕະຫຼອດການ,ຫຼັງຈາກນັ້ນ(ພຣະວິນຍານບໍລິສຸດ)ກໍຈະບໍ່ຂັບເຄື່ອນ ໃຈ,ນໍາການສໍານຶກຫຼືປຸກຄວາມປາດຖະໜາສໍາຫຼັບຄວາມລອດ...ຄົນໃດທີ່ ໄດ້(ເຮັດບາບທີ່ໃຫ້ອະໄພບໍ່ໄດ້)ແມ່ນບໍ່ໄດ້ກັງວົນຕັ້ງແຕ່ທີ່ພຣະວິນຍານບໍລິສຸດໄດ້ອອກໄປຈາກເຂົາແລ້ວ,ກາກກັບມາຫາພຣະເຈົ້າຢ່າງແທ້ຈິງຈະຕ້ອງມາຈາກການທໍາງານໃນໃຈຂອງພຣະວິນຍານບໍລິສຸດ,ຖ້າ(ພຣະວິນຍານບໍລິສຸດ)ຖອນພຣະອົງເອງໄປພຣະເຈົ້າກໍບໍ່ມີຕົວແທນອື່ນຊື່ງຈະໂນ້ມນ້າວໃຈ ແລະຊ່ວຍຄົນບາບໃຫ້ລອດໄດ້ (John R. Rice, D.D., A Verse-by-Verse Commentary on the Gospel According to Matthew, Sword of the Lord Publishers, 1980 edition, p. 183; comments on Matthew 12:31-32).

ເພງຂອງດຣ.ໄຣສ໌ “ຖ້າທ່ານລໍຖ້າດົນເກີນໄປ”ອະທິບາຍເຖິງຢູດາ

ທ່ານໄດ້ລໍຖ້າແລະດົນແລ້ວກໍຍັງປະຕິເສດພຣະຜູ້ຊ່ວຍ
ຄໍາເຕືອນຂອງພຣະອົງຊ່າງອົດທົນ,ຄໍາຂໍຮ້ອງດີຂອງພຣະອົງດີຫຼາຍ
ທ່ານໄດ້ກິນໝາກໄມ້ຫວງຫ້າມ,ທ່ານເຊື່ອຄໍາສັນຍາຂອງຊາຕານ
ສະນັ້ນໃຈຂອງທ່ານຈື່ງແຂງກະດ້າງ,ບາບໄດ້ເຮັດໃຫ້ໃຈທ່ານມືດ
ຊ່າງໜ້າເສົ້າທີ່ຕ້ອງເຈີການພິພາກສາ,ທ່ານຈະຖືກຍົກເລິກໂດຍບໍ່ມີເມດຕາ
ເຊິ່ງທ່ານໄດ້ຊັກຊ້າແລະລໍຄອຍຈົນພຣະວິນຍານຈາກໄປແລ້ວ
ສິ່ງທີ່ໜ້າຕໍານິແລະໜ້າເສົ້າເມື່ອຄວາມຕາຍພົບທ່ານທີ່ສິ້ນຫວັງ
ທ່ານຊັກຊ້າແລະລໍຄອຍແລະຖ້າເປັນເວລາດົນເກີນໄປ
(ຖ້າທ່ານລໍຖ້າດົນເກີນໄປ”ໂດຍ Dr. John R. Rice, 1895-1980).

ຢູດາ”ລໍຖ້າຈົນພຣະວິນຍານຈາກໄປ” ລາວໄດ້ເຮັດບາບທີ່ບໍ່ສາມາດໃຫ້ອະໄພໄດ້, ລາວບໍ່ໄດ້ກັບມາຫາພຣະເຢຊູໃນເຊົ້າມື້ນັ້ນ, ມັນສວາຍເກີນໄປສໍາຫຼັບລາວທີ່ຈະລອດໄດ້, ສວາຍເກີນໄປ! ສວາຍເກີນໄປ! ສວາຍໄປຕະຫຼອດການ!

ມີເສັ້ນໜື່ງທີ່ຖືກແຕ້ມໂດຍການປະຕິເສດພຣະເຈົ້າ
ບ່ອນທີ່ການຊົງເອີ້ນຂອງພຣະວິນຍານຂອງພຣະອົງເສຍໄປ
ແລະທ່ານຮີບໄປພ້ອມກັບຄວາມມ່ວນຊື່ນ-ຫຼົງໄຫຼກັບຝູງຊົນ-
ທ່ານໄດ້ນັບຫຼືບໍ ທ່ານໄດ້ນັບລາຄາມັນຫຼືບໍ?
ທ່ານໄດ້ນັບລາຄາຫຼືບໍ?ຖ້າຈິດວິນຍານຂອງທ່ານຕ້ອງສູນເສຍ
ເຖິງແມ່ນທ່ານຈະໄດ້ທັງໂລກມາເປັນຂອງຕົນເອງ
ແມ່ນແຕ່ຕອນນີ້ບາງເທື່ອທ່ານໄດ້ຂ້າມເສັ້ນນັ້ນໄປແລ້ວ
ທ່ານໄດ້ນັບຫຼືບໍ ທ່ານໄດ້ນັບລາຄາມັນຫຼືບໍ?
(“Have You Counted the Cost?” by A. J. Hodge, 1923).

ຂ້າພະເຈົ້າຂໍຮ້ອງທ່ານວ່າຢ່າໄປຖ້າຈົນພຣະວິນຍານບໍລິສຸດປະທ່ານໄປຕະຫຼອດການ!ເມື່ອ ພຣະອົງໂນ້ມນ້າວທ່ານເລື່ອງບາບ-ຈົ່ງມາຫາພຣະເຢຊູ, ທ່ານອາດຈະບໍ່ມີໂອກາດອື່ນອີກ! ຂ້າພະເຈົ້າຂໍຮ້ອງທ່ານວ່າຈົ່ງມາຫາພຣະຄຣິດກ່ອນທີ່ມັນຈະສວາຍເກີນໄປ!

II. ສອງ “ການກັບໃຈເສຍໃໝ່”ຂອງຢູດາເປັນພຽງ“ຄວາມເສຍໃຈແບບໂລກ”

ຂໍ້ພຣະຄໍາພີບອກວ່າ

“ເມື່ອຢູດາຄົນທໍລະຍົດພຣະອົງເຫັນວ່າພຣະອົງຕ້ອງຖືກໂທດ ກໍສໍານຶກຜິດ ...” (ມັດທາຍ 27:3)

ຄໍາວ່າ“ກັບໃຈເສຍໃໝ່”ໃນທີ່ນີ້ຖືກແປຈາກຮູບແບບຄໍາພາສາກຣີກ“metamelomai”ຊື່ງໝາຍ ເຖິງ“ເພື່ອເສຍໃຈ”(ເຫຼັ້ມສະຕຣອງ)“ເພື່ອຮູ້ສຶກໂສກເສົ້າສໍາຫຼັບ”(ຈອຊຣິກເກີເບີຣີ)ແຕ່“meta melomai”ບໍ່ໄດ້ນໍາໄປສູ່ຄວາມລອດ, ມັນພຽງແຕ່“ເສຍໃຈ”ເທົ່ານັ້ນ ບໍ່ແມ່ນສໍານຶກເລື່ອງ ບາບໂດຍພຣະວິນຍານບໍລິສຸດ, ມັນພຽງແຕ່ໂສກເສົ້າສໍາຫຼັບການຖືກຈັບໄດ້ທີ່ກໍາລັງເຮັດ ບາບ, ປະເພດຄວາມໂສກເສົ້າແລະເສຍໃຈນີ້ພຽງແຕ່ນໍາໄປສູ່ຄວາມເສົ້າໃຈ,ເວດທະນາຕົນ ເອງແລະສິ້ນຫວັງ,ອັກຄະສາວົກເປົາໂລໄດ້ກ່າວວ່າ:

“ເພາະວ່າຄວາມເສຍໃຈຕາມຢ່າງທີ່ພໍພຣະໄທພຣະເຈົ້າຍ່ອມເຮັດໃຫ້ກັບໃຈ ເສຍໃໝ່ ຊຶ່ງນຳໄປເຖິງຄວາມພົ້ນແລະບໍ່ເປັນທີ່ໜ້າເສຍໃຈ ແຕ່ຄວາມເສຍໃຈຢ່າງໂລກນັ້ນຍ່ອມນຳໄປເຖິງຄວາມຕາຍ” (2 ໂກລິນໂທ 7:10)

ຄວາມເສຍໃຈແບບພຣະເຈົ້າເຮັດໃຫ້ເກີດການກັບໃຈເສຍໃໝ່ທີ່ແທ້ຈິງ, ຊື່ງນໍາໄປສູ່ຄວາມ ລອດໃນພຣະຄຣິດ,ຄໍາຊື່ງແປຄໍາວ່າ“ກັບໃຈເສຍໃໝ່”ໃນ 2 ໂກລິນໂທ 7:10 ແມ່ນແຕກ ຕ່າງຈາກປະໂຫຍກໃນມັດທາຍ 27:3 ບ່ອນທີ່ຢູດາ“ສໍານຶກຜິດ”ພາສາກຣີກໃນ 2 ໂກລິນ ໂທ 7:10 ແມ່ນຢູ່ໃນຮູບແບບຈອວ“metanoia”-ຊື່ງໝາຍເຖິງ“ການປ່ຽນແປງຄວາມຄິດ” (ສະບັບວາຍ)ສິດຍາບິບານຄົນຈີນຂອງຂ້າພະເຈົ້າດຣ.ທິໂມທີລິນ (1911-2009) ເປັນນັກ ສຶກສາພາສາຮິບຣູກັບພາສາກຣີກ,ດຣ.ລິນກ່າວວ່າ“ມັນຄືຄວາມຄິດໃໝ່”ມັນຄືການປ່ຽນແປງທີ່ລະອຽດລະອໍຂອງໃຈແລະຄວາມຄິດຂອງຜູ້ໜື່ງທີ່ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດ ໄດ້, ດຣ.ຈອຊຣິກເກີແບຣີ່(1865-1945)ກ່າວວ່າ“metanoia”ເປັນຄໍາທີ່ສະຫງ່າງາມ(ຫຼາຍ ກວ່າ metamelomai)ການອະທິບາຍແບບປົກກະຕິສໍາຫຼັບການກັບໃຈເສຍໃໝ່ທີ່ລະອຽດລະ ອໍ” (Greek-English New Testament Lexicon)ນັກຂຽນຊາວພິວຣິທັນຣິຊາດແບັກເຕີ(1615- 1691)ເອີ້ນມັນວ່າ“ການປ່ຽນແປງຂອງຄວາມຮັກໃຄ່”-ການປ່ຽນແປງເລື່ອງຄວາມຄິດກ່ຽວ ກັບພຣະເຈົ້າແລະຄວາມບາບ,ປ່ຽນແປງໃນສິ່ງທີ່ທ່ານຮັກແລະສິ່ງທີ່ທ່ານຊັງ.

“ເພາະວ່າຄວາມເສຍໃຈຕາມຢ່າງທີ່ພໍພຣະໄທພຣະເຈົ້າຍ່ອມເຮັດໃຫ້ກັບໃຈ ເສຍໃໝ່ ຊຶ່ງນຳໄປເຖິງຄວາມພົ້ນແລະບໍ່ເປັນທີ່ໜ້າເສຍໃຈ ແຕ່ຄວາມເສຍໃຈຢ່າງໂລກນັ້ນຍ່ອມນຳໄປເຖິງຄວາມຕາຍ” (2 ໂກລິນໂທ 7:10)

ຄວາມເສຍໃຈແບບພຣະເຈົ້າແມ່ນຜົນຜະລິດຂອງພຣະວິນຍານບໍລິສຸດ, ຈາກນັ້ນພຣະວິນ ຍານກໍມີຜົນການກັບໃຈເສຍໃໝ່ອອກມາ, ຄວາມຄິດໃໝ່ຊື່ງນໍາໄປສູ່ຄວາມລອດໃນພຣະ ຄຣິດ.

ຢູດາພຽງແຕ່ປະສົບກັບການກັບໃຈໃໝ່ແບບຜິດໆຂອງຄວາມຮູ້ສຶກເສຍໃຈທີ່ຖືກຈັບ ໄດ້,“ເມື່ອເຫັນວ່າພຣະອົງຕ້ອງຖືກໂທດ(ລາວ)ກໍສໍານຶກຜິດ” ພຣະຄໍາພີຄິງເຈມສ໌ໄດ້ໃຫ້ ຄວາມຮູ້ສຶກຂອງມັນ,ລາວ“ກໍສໍານຶກຜິດ”ພຣະເຈົ້າບໍ່ໄດ້ເຮັດໃຫ້ມັນເກີດຂື້ນ, ມັນຄືຄວາມ ເສຍໃຈແບບມະນຸດ,ບໍ່ແມ່ນ“ຄວາມເສຍໃຈແບບພຣະເຈົ້າ(ຍ່ອມ)ກໍ່ໃຫ້ເກີດການກັບໃຈເສຍ ໃໝ່” ມັນບໍ່ແມ່ນ“ຄວາມເສຍໃຈແບບພຣະເຈົ້າ)ຊື່ງຜະລິດການປ່ຽນແປງຄວາມຄິດທີ່ແທ້ຈິງ ອອກມາ, ມັນເປັນພຽງສົມເພດຕົນເອງເທົ່ານັ້ນ! ເປັນພຽງ“ຄວາມເສຍໃຈແບບໂລກ(ຊື່ງຜະ ລິດ)ຄວາມຕາຍ”ອອກມາ,ດັ່ງນັ້ນຢູດາ“ຈື່ງອອກໄປແລ້ວໄປຜູກຄໍຕາຍ” (ມັດທາຍ 27:5)

ຄາອິນເປັນປະເພດ(ຫຼືພາບ)ຂອງຢູດາ, ພຣະຄຣິດເອີ້ນຢູດາວ່າ“ລູກແຫ່ງຄວາມພິ ນາດ” (ໂຢຮັນ 17:12) ຢູດາເປັນມະນຸດທີ່ຮັບຜິດຊອບຕໍ່ການຕາຍຂອງພຣະເຢຊູ,“ຄາອິນ ໄດ້ລຸກຂື້ນຕໍ່ສູ້ນ້ອງຊາຍຂອງເຂົາແລະຂ້າລາວຖີ້ມ”(ປະຖົມມະການ 4:8) ສະບັບສະກໍຟີວ ໄດ້ໝາຍເຫດເລື່ອງຄາອິນວ່າ“ຄາອິນ...ຄືປະເພດຂອງມະນຸດໃນໂລກ... ບໍ່ມີຄວາມຮູ້ສຶກ ພຽງພໍເລື່ອງບາບໃດໆ ຫຼືຕ້ອງການການໄຖ່” The Scofield Study Bible; note on Genesis 4:1) ຄາອິນບໍ່ເຄີຍ“ເສຍໃຈທີ່ເປັນຕາມຢ່າງພຣະເຈົ້າ” ຄາອິນບໍ່ເຄີຍ“ກັບໃຈເສຍໃໝ່ສູ່ຄວາມ ລອດ”ເລີຍ,ລາວພຽງແຕ່ຮູ້ສຶກເສຍໃຈຕໍ່ໂຕເອງເທົ່ານັ້ນ,ຄາອິນເວົ້າວ່າ“ໂທດຂອງຂ້າພະອົງໜັກເກີນທີ່ຂ້າພະອົງຈະແບກໄດ້” (ປະຖົມມະການ 4:13) ສົມເພດໂຕເອງ!ນັ້ນຄືທີ່ລາວຮູ້ ສຶກ, ລາວຮູ້ສຶກພຽງແຕ່“ເສຍໃຈແບບໂລກ”ມັນບໍ່ມີອັນໃດຫຼາຍກວ່າການເສຍໃຈທີ່ຖືກຈັບ ໄດ້, ມັນນໍາສູ່ຄວາມເວດທະນາຕົນເອງແລະບໍ່ມີອັນໃດຫຼາຍກວ່ານັ້ນ, ມັນປ່ອຍໃຫ້ຄາອິນຢູ່ ໃນສະຖານະການໝົດຫວັງ,ພວກທ່ານບາງຄົນຄິດວ່າທ່ານຢູ່ໃຕ້ການສໍານຶກບາບ, ແຕ່ບໍ່ ແມ່ນ,ທ່ານພຽງແຕ່ຮູ້ສຶກເສຍໃຈກັບຕົນເອງຄືກັບຄາອິນ,ຄວາມເວດທະນາຕົນເອງບໍ່ແມ່ນ ການສໍານຶກຜິດເລື່ອງບາບ! ມັນຄື“ຄວາມເສຍໃຈແບບໂລກຍ່ອມນໍາໄປສູ່ຄວາມຕາຍ”

ເອຊາວເປັນອີກປະເພດໜື່ງ(ຫຼືພາບ)ຂອງຢູດາ,ເອຊາວຂາຍສິດທິລູກກົກຂອງລາວເພື່ອແກງໝາກຖົ່ວແດງ,ຄືກັບເງີນສາມສິບຫຼຽນທີ່ຢູດາໄດ້ຮັບສໍາຫຼັບການທໍລະຍົດພຣະເຢຊູ ໝາຍເຫດຂອງສະກໍຟິວເວົ້າວ່າ “ເອຊາວເປັນຕົວແທນຂອງມະນຸດໃນໂລກເທົ່ານັ້ນ” (ເຫຼັ້ມ ດຽວກັນໝາຍເຫດໃນປະຖົມມະການ 25:25) ເມື່ອເອຊາວຄົ້ນພົບວ່າຕົນໄດ້ສູນເສຍພຣະ ພອນ“ກໍຮ້ອງອອກມາດ້ວຍສຽງດັງດ້ວຍຄວາມຂົມຂື່ນແລະເວົ້າກັບພໍ່ວ່າ“ພໍ່ເອີຍ ຂໍອວຍ ພອນລູກແດ່ ຂໍອວຍພອນລູກແດ່ທ້ອນ” (ປະຖົມມະການ 27:34) ເອຊາວຄືກັບຄາອິນແລະ ຢູດາທີ່ເຕັມໄປດ້ວຍ“ຄວາມເສຍໃຈຢ່າງໂລກ”ລາວບໍ່ເຄີຍຮູ້ສຶກ“ເສຍໃຈແບບພຣະເຈົ້າ(ທີ່) ຍ່ອມກໍໃຫ້ເກີດການກັບໃຈເສຍໃໝ່ຊື່ງນໍາໄປສູ່ຄວາມລອດ” ລາວພຽງແຕ່ຮູ້ສຶກເວດທະນາ ຕົນເອງແລະສໍານຶກຜິດຄືກັບຢູດາ, ເຊັ່ນກັນຄືກັບຢູດາ,ເອຊາວເວົ້າວ່າ“ຄົນໝີ່ນປະໝາດຄື ກັບເອຊາວຜູ້ໄດ້ເອົາສິດທິຂອງລູກກົກນັ້ນຂາຍເພາະເຫັນແກ່ອາຫານຄໍາດຽວ ເພາະທ່ານ ທັງຫຼາຍກໍຮູ້ຢູ່ແລ້ວວ່າ ຕໍ່ມາພາຍຫຼັງເມື່ອເອຊາວຢາກໄດ້ຮັບພອນນັ້ນເປັນມໍລະດົກ ເຂົາກໍ ໄດ້ຮັບຄໍາປະຕິເສດ ເພາະເຂົາບໍ່ມີຫົນທາງແກ້ໄຂເລີຍ ເຖິງແມ່ນວ່າໄດ້ກັບໃຈໃໝ່ສະ ແຫວງຫາຈົນນໍ້າຕາໄຫຼ”(ເຮັບເລີ 12:16-17)ລາວບໍ່ເຄີຍ“ກັບໃຈເສຍໃໝ່”ແທ້ເຖິງແມ່ນວ່າ ລາວໄດ້ສະແຫວງຫາຈົນນໍ້າຕາໄຫຼກໍຕາມ”ແມ່ນເອຊາວມີນໍ້າຕາ, ແຕ່ບໍ່ແມ່ນນໍ້າຕາແຫ່ງ ການສໍານຶກຜິດ, ມັນເປັນນໍ້າຕາແຫ່ງຄວາມຮູ້ສຶກເສຍໃຈສໍາຫຼັບຕົນເອງ, ຖ້າສິ່ງທີ່ທ່ານເຮັດ ຄືຮູ້ສຶກເສຍໃຈຕໍ່ຕົນເອງ,ທ່ານກໍຈະບໍ່ມາພາຍໃຕ້ການສໍານຶກເລື່ອງບາບ,ທ່ານຈະມີພຽງແຕ່ “ຄວາມເສຍໃຈແບບໂລກຍ່ອມນໍາໄປສູ່ຄວາມຕາຍ”ແລະທ່ານຈະບໍ່ມີວັນລອດໄດ້!

ຂ້າພະເຈົ້າຫວັງວ່າທ່ານຈະບໍ່ເປັນຄືກັບຄາອິນ,ເອຊາວແລະຢູດາ, ຂ້າພະເຈົ້າຫວັງ ວ່າທ່ານຈະມາພາຍໃຕ້ການສໍານຶກຜິດເລື່ອງບາບຢ່າງເລິກເຊີງ,ຂ້າພະເຈົ້າຫວັງວ່າທ່ານຈະບໍ່ເປັນຄືກັບຄາອິນຄືປະເພດຂອງມະນຸດໃນໂລກ... ບໍ່ມີຄວາມຮູ້ສຶກພຽງພໍເລື່ອງບາບໃດໆ ຫຼືຕ້ອງການການໄຖ່”ຂ້າພະເຈົ້າຫວັງວ່າທ່ານຈະບໍ່ເປັນຄືກັບເອຊາວຄົນໝີ່ນປະໝາດ, ຂ້າ ພະເຈົ້າຫວັງວ່າທ່ານຈະບໍ່ຖີ້ມຈິດວິນຍານຂອງຕົນສໍາຫຼັບສິ່ງຕ່າງໆຂອງໂລກ, ຂ້າພະເຈົ້າ ຫວັງວ່າທ່ານຈະບໍ່ເປັນຄືກັບຢູດາຜູ້ທີ່ທໍລະຍົດພຣະຄຣິດເພາະເງີນຫຼຽນບໍ່ເທົ່າໃດຫຼຽນ!

ຈົ່ງອອກມາຈາກໂລກ,ຈົ່ງອອກມາຈາກຄວາມບາບຂອງມັນ ແລະຊັບສົມບັດຈອມ ປອມ,ຈົ່ງອອກມາຈາກບາບແລ້ວມາຫາພຣະຄຣິດ, ໃນຂະນະທີ່ພຣະວິນຍານຂອງພຣະ ເຈົ້າກໍາລັງເອີ້ນທ່ານແລະຫົວໃຈຂອງທ່ານຮູ້ສຶກເຖິງພາລະແລະນໍ້າໜັກຂອງບາບຂອງທ່ານ ຈົ່ງມາຫາພຣະເຢຊູແລະຖືກຊໍາລະຈາກຄວາມຜິດບາບໂດຍພຣະໂລຫິດຂອງພຣະອົງ!ຈົ່ງ ມາຫາພຣະເຢຊູດຽວນີ້ກ່ອນທີ່ມັນຈະສວາຍເກີນໄປ!

ຊ່າງໜ້າເສົ້າທີ່ຕ້ອງເຈີການພິພາກສາ,ທ່ານຈະຖືກຍົກເລິກໂດຍບໍ່ມີເມດຕາ
ເຊິ່ງທ່ານໄດ້ຊັກຊ້າແລະລໍຄອຍຈົນພຣະວິນຍານຈາກໄປແລ້ວ
ສິ່ງທີ່ໜ້າຕໍານິແລະໜ້າເສົ້າເມື່ອຄວາມຕາຍພົບທ່ານທີ່ສິ້ນຫວັງ
ທ່ານຊັກຊ້າແລະລໍຄອຍແລະຖ້າເປັນເວລາດົນເກີນໄປ
(ຖ້າທ່ານລໍຖ້າດົນເກີນໄປ”ໂດຍ Dr. John R. Rice, 1895-1980).

ມີຊາຍໜຸ່ມຄົນໜື່ງມີເທື່ອໜື່ງເວົ້າຕໍ່ຜູ້ຊ່ວຍຂອງຂ້າພະເຈົ້າດຣ.ເຄແກນວ່າ “ຖ້າເປັນ ເຊັ່ນນີ້ຂ້ອຍຈະບໍ່ມີວັນເປັນຄຣິສຕຽນເດັດຂາດ”ລາວເວົ້າຖືກ! ການຮຽນຮູ້ທັງໝົດແລະຄໍາ ອະທິຖຖານຕ່າງໆບໍ່ສາມາດຊ່ວຍທ່ານໄດ້ນອກຈາກທ່ານຈະມາພາຍໃຕ້ການສໍານຶກບາບ ພຽງເທົ່ານີ້ທ່ານກໍຈະກັບມາຫາພຣະເຢຊູ, ຄືກັບທີ່ຜູ້ຍິງຄົນໜື່ງເວົ້າວ່າ“ຂ້ອຍກາຍເປັນຄົນ ລັງກຽດຕົນເອງ” ນັ້ນແຫຼະຄື“ຄວາມເສຍໃຈທີ່ເປັນແບບພຣະເຈົ້າ(ຊື່ງ)ຍ່ອມເຮັດໃຫ້ກັບໃຈ ເສຍໃໝ່ຊຶ່ງນຳໄປເຖິງຄວາມພົ້ນ” ບໍ່ຊ້າຫຼັງຈາກທີ່ຮູ້ສຶກ“ລັງກຽດ”ກັບໃຈທີ່ບາບຂອງນາງ ຜູ້ຍິງຄົນນັ້ນຖືກຊັກນໍາໃຫ້ມາຫາພຣະຄຣິດແລະຮັບຄວາມລອດ, ຂໍໃຫ້ພຣະວິນຍານຂອງ ພຣະເຈົ້າເຮັດໃຫ້ທ່ານ“ລັງກຽດ”ຕົນເອງທຸກໆດ້ານ,ເພື່ອ “ປິດປາກທຸກຄົນແລະເພື່ອໃຫ້ (ທ່ານ)ມີຄວາມຜິດຈໍາເພາະພຣະພັກພຣະເຈົ້າ”ໂຣມ 3:19)ຂໍໃຫ້ພຣະວິນຍານຂອງພຣະ ເຈົ້າຊັກນໍາທ່ານໃຫ້ວາງໃຈໃນພຣະເຢຊູສໍາຫຼັບຄວາມລອດຈາກບາບໂດຍພຣະໂລຫິດແຫ່ງການໄຖ່ຂອງພຣະອົງ ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ມັດທາຍ 27:3-5.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“If You Linger Too Long” (Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ການກັບໃຈເສຍໃໝ່ແບບຜິດໆຂອງຢູດາ

THE FALSE REPENTANCE OF JUDAS

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ເມື່ອຢູດາຄົນທໍລະຍົດພຣະອົງເຫັນວ່າພຣະອົງຕ້ອງຖືກໂທດ ກໍສໍານຶກ ຜິດ ນຳເງີນສາມສິບຫລຽນນັ້ນມາຄືນໃຫ້ແກ່ພວກປະໂລຫິດໃຫຍ່ແລະພວກຜູ້ໃຫຍ່ ກ່າວວ່າ "ຂ້າພະເຈົ້າໄດ້ເຮັດບາບທີ່ໄດ້ທໍລະຍົດເລືອດອັນບໍລິສຸດ" ຄົນເຫລົ່ານັ້ນຈຶ່ງວ່າ ເລື່ອງນັ້ນເປັນທຸລະອັນໃດຂອງເຮົາ ເຈົ້າຕ້ອງຮັບທຸລະເອົາເອງ ຢູດາຈຶ່ງຖິ້ມເງີນນັ້ນໄວ້ໃນພຣະວິຫານແລະອອກໄປ ແລ້ວເຂົາກໍອອກໄປຜູກຄໍຕາຍ” (ມັດທາຍ 27:3-5)

(ມັດທາຍ 27:1-2)

I.       ໜື່ງ ຢູດາໄດ້ເຮັດບາບທີ່ບໍ່ສາມາດໃຫ້ອະໄພໄດ້. ມັດທາຍ 12:31-32.

II.     ສອງ “ການກັບໃຈເສຍໃໝ່”ຂອງຢູດາເປັນພຽງ“ຄວາມເສຍໃຈແບບໂລກ”
2 ໂກລິນໂທ 7:10; ມັດທາຍ 27:5; ໂຢຮັນ 17:12; ປະຖົມມະການ
4:8,13; 27:34,41; ເຮັບເລີ 12:16-17; ໂຣມ 3:19.