Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຂຽ້ນຕີ,ຄວາມອາຍແລະການຖົ່ມນໍ້າລາຍ

THE SCOURGING, SHAME AND SPITTING
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 26/3/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 26, 2017

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະຫັນແກ້ມໃຫ້ ແກ່ຄົນທີ່ດຶງເຄົາຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າ ຈາກຄວາມອາຍແກ່ການຖົ່ມນໍ້າລາຍຮົດ” (ເອຊາຢາ 50:6)


ພວກເຮົາອາດຈະຖາມພ້ອມກັບຂັນທີຊາວເອທິໂອເປຍວ່າ “ຜູ້ທໍານວາຍໄດ້ກ່າວ ແບບນັ້ນເລັງເຖິງຜູ້ໃດເລັງເຖິງໂຕທ່ານເອງ ຫຼືເລັງເຖິງຜູ້ອື່ນ?”(ກິດຈະການ 8:34)ຄືກັບ ບົດທີ 53 ພວກເຮົາບໍ່ສາມາດສົງໄສເລີຍວ່າເອຊາຢາໄດ້ເວົ້າເລັງເຖິງພຣະເຢຊູຄຣິດເຈົ້າ, ແນ່ນອນນີ້ແມ່ນໜື່ງໃນຄໍາທໍານວາຍທີ່ພຣະເຢຊູກ່າວເຖິງຕອນທີ່ພຣະອົງບອກກັບພວກສາ ວົກໃນຂະນະທີ່ພວກເຂົາຂື້ນໄປເຢລູຊາເລັມວ່າ:

“ເບິ່ງແມ້ ເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມແລະສິ່ງສາລະພັດຊຶ່ງພວກສາດສະດາພະຍາກອນໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ເພາະວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານຖົ່ມນ້ຳລາຍຮົດທ່ານ ເຂົາຈະຕີແລະຂ້າທ່ານເສຍ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່” (ລູກາ 18:31-33)

ພຣະເຢຊູບອກພວກເຂົາວ່າພວກຕ່າງຊາດຈະເຍາະເຍີ້ຍພຣະອົງ,ດູຖູກພຣະອົງ,ຕີພຣະອົງແລະຂ້າພຣະອົງຖີ້ມ, ແລະພຣະອົງຊົງກ່າວວ່າຄໍາພວກນີ້ຖືກທໍານວາຍໄວ້“ໂດຍພວກຜູ້ທໍາ ນວາຍ”ດັ່ງນັ້ນຂໍ້ພຣະຄໍາພີຂອງເຮົາຈື່ງເປັນໜື່ງໃນນັ້ນທີ່ພຣະອົງຊົງກ່າວເຖິງ.

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະຫັນແກ້ມໃຫ້ແກ່ຄົນທີ່ດຶງເຄົາ ຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມນໍ້າ ລາຍຮົດ” (ເອຊາຢາ 50:6)

ຫຼັງຈາກນັ້ນເຮົາກໍເຫັນເຖິງການທີ່ຄໍາທໍານວາຍນັ້ນສໍາເລັດລົງ, ປອນທິອັສປີລາດຜູ້ ສໍາເລັດລາຊະການຊາວໂຣມັນໄດ້ຕີພຣະອົງ,ຫຼັງຈາກນັ້ນພວກທະຫານໂຣມັນ

“...ເອົາໜາມສານເປັນມົງກຸດສວມພຣະສຽນ(ຫົວ)ພຣະອົງ ແລ້ວເລີ່ມຄຳນັບພຣະອົງເວົ້າວ່າ "ກະສັດຂອງພວກຢິວເຈົ້າຂ້າ ຂໍຊົງພຣະຈະເລີນ" ແລ້ວເຂົາໄດ້ເອົາໄມ້ອໍ້ຕີພຣະສຽນພຣະອົງ ແລະໄດ້ຖົ່ມນ້ຳລາຍຮົດພຣະອົງ...” (ມາລະໂກ 15:17-19)

ສະນັ້ນຂ້າພະເຈົ້າຈື່ງສໍານຶກວ່າເປັນພຣະເຢຊູຊາວນາຊາເຣັດ,ຜູ້ໄຖ່ຂອງເຮົາທີ່ເປັນຜູ້ເຮັດໃຫ້ຄໍາທໍານວາຍເຫຼົ່ານີ້ສໍາເລັດ.

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າແລະຫັນແກ້ມໃຫ້ແກ່ຄົນທີ່ດຶງເຄົາ ຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມນໍ້າ ລາຍຮົດ” (ເອຊາຢາ 50:6)

ໃຫ້ໂຈເຊບຮາທອະທິບາຍເຖິງເຫດການນັ້ນ

ຈົ່ງເບິ່ງວ່າພຣະເຢຊູຊົງຢືນອົດທົນພຽງໃດ
ຖືກດູຖູກໃນບ່ອນທີ່ເປັນຕາຢ້ານນີ້
ພວກຄົນບາບໄດ້ມັດມືພຣະຜູ້ຊົງລິດ
ແລະຖົ່ມນໍ້າລາຍໃສ່ໜ້າພຣະຜູ້ສ້າງຂອງເຂົາ

ດ້ວຍໜາມຮ່າງກາຍພຣະອົງຖືກແທງເລິກແລະເລືອດໄຫຼ
ສົ່ງເລືອດໄຫຼໄປສູ່ທຸກສ່ວນຂອງຮ່າງກາຍ
ຫຼັງຂອງພຣະອົງມີຮອຍຖືກຕີຈີກຂາດໃຫຍ່
ແຕ່ຮອຍຕີແຫຼມກວ່າໄດ້ຈີກຫົວໃຈພຣະອົງ
(“His Passion” by Joseph Hart, 1712-1768; altered by the Pastor).

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະຫັນແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມ ນໍ້າລາຍຮົດ” (ເອຊາຢາ 50:6)

ຂ້າພະເຈົ້າໄດ້ນໍາຄວາມທຸກທໍລະມານຂອງພຣະຜູ້ຊ່ວຍມາໃຫ້ທ່ານໃນຄືນນີ້,ແລະຂໍເວົ້າກັບປີລາດວ່າ“ເບິ່ງຄົນນີ້ແມ້” ຈົ່ງຫັນໃຈຂອງທ່ານແລ້ວແນມເບິ່ງພຣະອົງໃນຄວາມຮັກ ຂອງພຣະອົງ, ຈົ່ງເບິ່ງວ່າພຣະອົງເປັນຜູ້ໃດ,ສິ່ງທີ່ເປັນແບບຢ່າງທີ່ພຣະອົງປະໄວ້ແລະສິ່ງທີ່ ພຣະອົງຊົງເຮັດເພື່ອຄົນບາບຈາກໄຟນາຮົກອັນເປັນນິດນິລັນ.

I. ໜື່ງ ເບິ່ງພຣະອົງໃນຖານະພຣະເຈົ້າຜູ້ຊົງສະພາບມະນຸດ.

ພຣະເຈົາໄດ້ລົງມາໃນເນື້ອໜັງມະນຸດເພື່ອຢູ່ຖ້າມກາງມະນຸດໃນໂລກນີ້,ພຣະອົງຊົງກ່າວໃນເອຊາຢາ 50:2 “ເຮົາມາ”ພຣະເຈົ້າພຣະບຸດໄດ້ລົງ“ມາ”ຈາກສະຫວັນແລະຢູ່ຖ້າມ ກາງພວກເຮົາ.

“ພຣະທໍາຊົງເປັນພຣະເຈົ້າ...ແລະພຣະທໍາໄດ້ຊົງສະພາບຂອງເນື້ອໜັງແລະ ຊົງຢູ່ຖ້າມກາງເຮົາ(ແລະເຮົາທັງຫຼາຍໄດ້ເຫັນສະຫງ່າລາສີຂອງພຣະອົງ ຄື ສະຫງ່າລາສີອັນສົມກັບພຣະບຸດອົງດຽວທີ່ບັງເກີດຈາກພຣະບິດາ) ບໍລິບູນ ດ້ວຍພຣະຄຸນແລະຄວາມຈິງ” (ໂຢຮັນ 1:1,14)

“ພຣະເຈົ້າຊົງປາກົດໃນເນື້ອໜັງ” (1 ທິໂມທີ 3:16)

ພວກຄຣິສຕຽນບູຮານເວົ້າຖືກຕ້ອງເມື່ອເອີ້ນພຣະເຢຊູວ່າ“ພຣະເຈົ້າແຫ່ງພຣະເຈົ້າ,ແສງສະຫວ່າງແຫ່ງແສງສະຫວ່າງ,ພຣະເຈົ້າທ່ຽງແທ້ແຫ່ງພຣະເຈົ້າທ່ຽງແທ້,ຜູ້ບັງເກີດມາບໍ່ແມ່ນຖືກສ້າງຂື້ນມາ”

ຈົ່ງຄິດເຖິງເລື່ອງນີ້ແລ້ວທ່ານຈະເຫັນວ່າມັນຄືຫຼັກຄໍາສອນທີ່ເດັ່ນເປັນພິເສດທີ່ເຄີຍ ເຂົ້າໄປໃນຄວາມຄິດຂອງມະນຸດ,ສະເປີໂຈນໄດ້ກ່າວວ່າ:

ຖ້າບໍ່ໄດ້ຮັບການຢືນຢັນເປັນຢ່າງດີກໍຈະເປັນເລື່ອງເຫຼືອເຊື່ອສຸດໆທີ່ພຣະ ເຈົ້າຜູ້ບໍ່ມີຂອບເຂກຊົງຕື່ມເຕັມທຸກສິ່ງ,ຜູ້ຊົງຢູ່ໃນການກ່ອນແລະຜູ້ຊົງເປັນຢູ່ແລະຜູ້ຈະສະເດັດມາ,ຜູ້ຊົງລິດທານຸພາບ,ຜູ້ຮອບຮູ້ທຸກຢ່າງ ແລະຊົງຢູ່ທຸກ ແຫ່ງຫົນ,ຄວາມຈິງແລ້ວໄດ້ຖ່ອມຕົວລົງປົກຄຸມຕົນເອງຢູ່ໃນເສື້ອຂອງດິນຜູ້ຕໍ່າກວ່າຂອງເຮົາ, ພຣະອົງຊົງສ້າງທຸກສິ່ງແລະຍອມຫຼຸດກຽດທີ່ຈະຮັບເນື້ອ ໜັງຂອງມະນຸດເຂົ້າເປັນອັນດຽວກັນກັບພຣະອົງເອງ... ຄວາມເປັນມະນຸດ ຂອງພຣະເຈົ້າຂອງເຮົາບໍ່ແມ່ນພາບຫຼວງຕາ... ບໍ່ມີລັກສະນະສະເພາະໃນ ຮູບຊົງຂອງມະນຸດ:ຢູ່ເໜືອທຸກຄວາມສົງໄສ “ພຣະທໍາໄດ້ຊົງສະພາບຂອງ ເນື້ອໜັງແລະຊົງຢູ່ຖ້າມກາງເຮົາ” “ຈົ່ງຈັບໂຕຂອງເຮົາເບິ່ງ ເພາະວ່າຜີບໍ່ມີ ເນື້ອໜັງແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ” ( C. H. Spurgeon, “The Great Mystery of Godliness,” The Metropolitan Tabernacle Pulpit, Pilgrim Publications, 1979 reprint, volume 28, p.698).

ພຣະເຢຊູຊົງເປັນພຣະເຈົ້າໃນເນື້ອໜັງມະນຸດ, ພຣະອົງຊົງເປັນພຣະເຈົ້າຜູ້ຮັບສະພາບມະ ນຸດ,ເປັນພຣະບຸກຄົນທີ່ສອງຂອງຕຣີການຸພາບ,ພຣະທໍາຜູ້ຊົງສະພາບເນື້ອໜັງ.

ທີ່ເປີດເຜີຍໃຫ້ເຫັນຂໍ້ພຣະຄໍາພີຂອງເຮົາຈະບໍ່ສາມາດເຂົ້າໃຈເຖິງຈິດໃຈຂອງມະນຸດ ໄດ້,ນີ້ຄືພຣະເຈົ້າໃນເນື້ອໜັງມະນຸດຊົງຍອມໃຫ້ພຣະອົງເອງຖືກຫຼຸດກຽດລົງແລະທໍລະມານ!ມັນຢູ່ເໜືອຄວາມຄິດຂອງມະນຸດທີ່ພຣະເຈົ້າຜູ້ຊົງສະພາບມະນຸດສາມາດເວົ້າໄດ້:

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າແລະຫັນແກ້ມໃຫ້ແກ່ຄົນທີ່ດຶງເຄົາ ຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມນໍ້າ ລາຍຮົດ” (ເອຊາຢາ 50:6)

ນີ້ຄືພຣະຜູ້ສ້າງຂອງຈັກກະວານແລະທຸກສິ່ງທີ່ຢູ່ພາຍໃນນັ້ນຊົງຍອມໃຫ້ມະນຸດຄົນ ບາບຟາດຫຼັງຂອງພຣະອົງແລະດຶງໜວດຂອງພຣະອົງ! ທີ່ນີ້ພຣະເຈົ້າຂອງຂ້າພະເຈົ້າຊົງ ຍອມໃຫ້ພວກຄົນບາບຊົ່ວຖົ່ມນໍ້າລາຍໃສ່ໃບໜ້າອັນບໍລິສຸດຂອງພຣະອົງ! ພວກເຂົາຖົ່ມນໍ້າ ລາຍໃສ່ໜ້າຂອງພຣະເຈົ້າ!

ຈົ່ງເບິ່ງວ່າພຣະເຢຊູຊົງຢືນອົດທົນພຽງໃດ
ຖືກດູຖູກໃນບ່ອນທີ່ເປັນຕາຢ້ານນີ້
ພວກຄົນບາບໄດ້ມັດມືພຣະຜູ້ຊົງລິດ
ແລະຖົ່ມນໍ້າລາຍໃສ່ໜ້າພຣະຜູ້ສ້າງຂອງເຂົາ
(“His Passion” by Joseph Hart).

II. ສອງ ຈົ່ງເບິ່ງພຣະອົງໃນຖານະຕົວຢ່າງຂອງພວກເຮົາ.

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າແລະຫັນແກ້ມໃຫ້ແກ່ຄົນທີ່ດຶງເຄົາ ຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມນໍ້າ ລາຍຮົດ” (ເອຊາຢາ 50:6)

ໃນຖານະຜູ້ຮັບໃຊ້ຂອງພຣະເຈົ້າພຣະເຢຊູຊົງຍອມໃຫ້ຄົນບາບຕີຫຼັງພຣະອົງ, ດຶງ ເຄົາຂອງພຣະອົງແລະຖົ່ມນໍ້າລາຍໃສ່ໜ້າຂອງພຣະອົງ, ພຣະອົງຊົງສາມາດແຍກດິນອອກ ຢູ່ກ້ອງເຂົາເພື່ອກືນເຂົາເຂົ້າໄປແບບໂຄຣາ ຫຼືເອີ້ນໄຟລົງມາເຜົາເຂົາແບບທີ່ເອລີຢາເຮັດ, ແຕ່ພຣະອົງຊົງໄປ“ເໝືອນລູກແກະທີ່ຖືກເອົາໄປຂ້າ ແລະເໝືອນແກະທີ່ເປັນໃບ້ຢູ່ໜ້າຜູ້ຕັດ ຂົນຂອງມັນແບບໃດທ່ານກໍບໍ່ເປີດປາກຂອງທ່ານເລີຍແບບນັ້ນ”(ເອຊາຢາ 53:7)ແລະອັກ ຄະສາວົກເປໂຕໄດ້ກ່າວວ່າ:

“ດ້ວຍວ່າທ່ານທັງຫລາຍຊົງຖືກເອີ້ນໄວ້ສຳລັບເຫດການນັ້ນ ເພາະວ່າພຣະຄຣິດໄດ້ຊົງຮັບທົນທຸກທໍລະມານເພື່ອເຮົາທັງຫລາຍ ໃຫ້ເປັນແບບຢ່າງແກ່ເຮົາ ເພື່ອທ່ານຈະໄດ້ຕາມຮອຍພຣະບາດຂອງພຣະອົງ ພຣະອົງບໍ່ໄດ້ຊົງເຮັດບາບເລີຍ ແລະບໍ່ໄດ້ພົບອຸບາຍໃນພຣະໂອດຂອງພຣະອົງເລີຍ ເມື່ອເຂົາກ່າວຄຳຫຍາບຄາຍຕໍ່ພຣະອົງ ພຣະອົງບໍ່ໄດ້ຊົງກ່າວຕອບເຂົາດ້ວຍຄຳຫຍາບຄາຍເລີຍ ເມື່ອພຣະອົງຊົງທົນທຸກ ພຣະອົງບໍ່ໄດ້ຊົງມາດຮ້າຍ ແຕ່ຊົງມອບເລື່ອງຂອງພຣະອົງໄວ້ແກ່ພຣະເຈົ້າຜູ້ຊົງພິພາກສາຢ່າງຊອບທຳ” (1 ເປໂຕ 2:21-23)

ພວກເຮົາອາດຈະເຕັມໃຈທີ່ມອບຊີວິດແລະເງີນຂອງເຮົາໃຫ້ກັບພຣະເຈົ້າ, ແຕ່ເມື່ອ ພວກເຮົາຖືກດ່າແລະໃສ່ຮ້າຍປ້າຍສີພວກເຮົາພັດຮູ້ສຶກຄືກັບຖືກດຶງກັບ, ແຕ່ພຣະເຢຊູຊົງ ເຕັມໃຈທີ່ຈະຖືກຫົວຂວັນແລະຖືກເອີ້ນວ່ານັກຕົ້ມຕຸ໋ນໂດຍພວກຄົນຊົ່ວໂດຍທີ່ບໍ່ໄດ້ປ້ອງກັນຕົນເອງ,ພວກເຮົາຈະເວົ້າແນວໃດເມື່ອໝູ່ຄູ່ແລະພີ່ນ້ອງຂອງເຮົາເອີ້ນເຮົາວ່າພວກໜ້າຊື່ໃຈ ຄົດແລະເວົ້າບໍ່ດີຕໍ່ເຮົາໃນຖານະເປັນຄຣິສຕຽນ?ພວກເຮົາຄວນຈື່ໄວ້ວ່າພຣະເຢຊູ“ຊົງງຽບ” ບໍ່ເວົ້າຫຍັງເລີຍເມື່ອພຣະອົງຖືກກ່າວຫາໂດຍພວກພະຍານເທັດໃນຄືນກ່ອນທີ່ພຣະອົງຈະ ຖືກຄຶງ(ມັດທາຍ 26:63) ເມື່ອປີລາດເວົ້າກັບພຣະອົງ“ທ່ານບໍ່ໄດ້ຍິນບໍທີ່ເຂົາກ່າວຫາທ່ານ ຫຼາຍປະການນີ້?”ພຣະເຢຊູ“ກໍບໍ່ໄດ້ກ່າວຕອບທ່ານຈັກຄໍາ ເຈົ້າເມືອງຈື່ງອັດສະຈັນໃຈຫຼາຍ” (ມັດທາຍ 27:13-14)

ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນນີ້ດ້ວຍຄວາມຍາກລໍາບາກຫຼາຍຕອນທີ່ຂ້າພະເຈົ້າປົກ ປ້ອງພຣະເຢຊູໃນຊ່ວງການປະທ້ວງໜັງທີ່ໝີ່ນປະໝາດພຣະເຈົ້າເລື່ອງ“ການທົດລອງສຸດ ທ້າຍຂອງພຣະຄຣິດ” ພວກພະຍານເທັດໄດ້ອອກມາກ່າວຫາຂ້າພະເຈົ້າວ່າເປັນພວກບໍ່ມັກ ຊາວຢິວແລະທໍລະຍົດ,ອັນນີ້ຜິດຢ່າງສິ້ນເຊີງ, ຂ້າພະເຈົ້າຮັກຄົນຢິວແລະລັດອິດສະຣາເອນ ດ້ວຍສຸດຈິດສຸດໃຈແລະຍັງຄົງຮັກຢູ່ສະເໝີ, ແຕ່ຂ້າພະເຈົ້າໄດ້ຮຽນຮູ້ຄໍາດ່າຕ່າງໆໃນຄວາມ ງຽບເມື່ອໝູ່ເພື່ອນຫັນມາຕໍ່ສູ້ເພາະການປ້ອງກັນພຣະເຢຊູ, ເປັນເວລາຊາວກວ່າປີທີ່ຂ້າພະ ເຈົ້າໄດ້ເວົ້າໜ້ອຍໜື່ງໃນການປ້ອງກັນຂອງຕົນເອງ, ມີພຽງໃນມໍ່ໆນີ້ເທົ່ານັ້ນທີ່ຂ້າພະເຈົ້າໄດ້ ກ່າວປ້ອງກັນພະຍານຂອງຄຣິສຕະຈັກຂອງເຮົາຕໍ່ພວກກ່າວຫາທີ່ຜິດໆເຫຼົ່ານີ້, ພຣະເຢຊູ ຕັດວ່າ:

“ທ່ານທັງຫລາຍຈະເປັນສຸກເມື່ອຄົນທັງຫລາຍຈະກຽດຊັງທ່ານແລະຈະໄລ່ທ່ານອອກຈາກພວກເຂົາແລະຈະປະນາມທ່ານແລະຈະຢຽດຊື່ຂອງທ່ານວ່າເປັນຄົນຊົ່ວຊ້າເພາະທ່ານເຫັນແກ່ບຸດມະນຸດ ໃນວັນນັ້ນທ່ານທັງຫລາຍຈົ່ງຊື່ນຊົມແລະເຕັ້ນໂລດດ້ວຍຄວາມຍິນດີ ເພາະເບິ່ງແມ້ບຳເໜັດຂອງທ່ານມີບໍລິບູນໃນສະຫວັນ ເພາະວ່າບັນພະບຸລຸດຂອງເຂົາໄດ້ເຮັດແບບນັ້ນແກ່ພວກສາດສະດາພະຍາກອນເຊັ່ນກັນ” (ລູກາ 6:22-23)

ຄໍາຕັດຂອງພຣະຜູ້ຊ່ວຍໄດ້ໜຸນໃຈຂ້າພະເຈົ້າຫຼາຍໃນຊ່ວງຂອງການທົດສອບທົດ ລອງ, ຂ້າພະເຈົ້າບໍ່ຄິດວ່າພວກເຮົາຄວນປົກປ້ອງຕົນເອງໄວເກີນໄປເມື່ອໂລກກ່າວຫາເຮົາ ເພາະພຣະນາມຂອງພຣະເຢຊູ,ໃນຊ່ວງການປະທ້ວງໜັງ“ການທົດລອງຄັ້ງສຸດທ້າຍ”ຜູ້ຊາຍຄົນໜື່ງຄ່ອນຂ້າງຖົ່ມນໍ້າລາຍໃສ່ໜ້າຂອງຂ້າພະເຈົ້າ, ຂ້າພະເຈົ້າຢືນຢູ່ທາງໜ້າຈຸດທີ່ມີກ້ອງ ຂ່າວຕ່າງໆຕັ້ງຢູ່ພ້ອມກັບນໍ້າລາຍໄຫຼລົງຈາກໃບໜ້າຂອງຕົນ, ຂ້າພະເຈົ້າໄດ້ຮຽນຮູ້ຈາກ ພຣະເຢຊູທີ່ຈະບໍ່ຕອບໂຕ້,ເພາະພຣະອົງບໍ່ໄດ້ລີ້ໜ້າຂອງພຣະອົງ“ຈາກຄວາມອາຍ ແລະ ການຖົ່ມນໍ້າລາຍ” ຫຼັງຈາກນັ້ນຂ້າພະເຈົ້າກໍພະຍາຍາມທີ່ສຸດທີ່ຈະເຮັດດີຕໍ່ຄົນພວກນີ້,ຜູ້ໜ້າ ສົງສານ! ຕໍ່ມາລາວກໍຖືກຂ້າຕາຍ, ພຣະເຈົ້າຊົງຮູ້ຈັກຄວາມທຸກທີ່ຂ້າພະເຈົ້າຮູ້ສຶກແລະນໍ້າ ຕາທີ່ໄຫຼເພື່ອຄົນນັ້ນແລະຕໍ່ຄອບຄົວຂອງລາວ.

ໃນບົດເທດສະໜາໃນເລື່ອງຂໍ້ພຣະຄໍາພີຂອງເຮົາສະເປີໂຈນໄດ້ກ່າວວ່າ “ທ່ານຈະ ຕ້ອງໜ້ອຍລົງ, ໜ້ອຍລົງເຖິງແມ່ນວ່າທ່ານຄວນຈະຖືກດູໝີ່ນແລະປະຕິເສດຈາກມະນຸດ, ເພາະນີ້ຄືຫົນທາງສູ່ສະຫງ່າລາສີອັນນິລັນ”(ຄວາມອາຍແລະການຖົ່ມນໍ້າລາຍ” The Metropolitan Tabernacle Pulpit, Pilgrim Publications, 1972 reprint, volume 25, p. 431).

ຂໍໃຫ້ພວກເຮົາແຕ່ລະຄົນຈື່ຕົວຢ່າງຂອງພຣະເຢຊູເມື່ອຜູ້ຄົນເຍາະເຍີ້ຍເຮົາແລະເວົ້າຕໍ່ສູ້ເຮົາເພາະເປັນຜູ້ຕາມຂອງພຣະອົງໃນສະໄໝທີ່ຊົ່ວຮ້າຍນີ້,ສະເປີໂຈນກ່າວວ່າ:

ທ່ານເຕັມໄປດ້ວຍຄວາມເຈັບປວດບໍ...?ພຣະເຢຊູຊົງຮູ້ຈັກພວກມັນໝົດ, ເພາະພຣະອົງຊົງ“ມອບຫຼັງຂອງພຣະອົງໃຫ້ກັບຜູ້ຕີ”ທ່ານທົນທຸກ...ຈາກ ການໃສ່ຮ້າຍປ້າຍສີບໍ?“ພຣະອົງບໍ່ໄດ້ລີ້ໜ້າຈາກຄວາມອາຍແລະການຖົ່ມ ນໍ້າລາຍຮົດ” ທ່ານເຄີຍຖືກເຍາະເຍີ້ຍບໍ...?ເຄີຍຖືກຄົນຫົວຂວັນໃສ່ຄວາມ ເຄັ່ງຄັດຂອງທ່ານບໍ? ພຣະເຢຊູຊົງເຫັນອົກເຫັນໃຈທ່ານ,ເພາະທ່ານຮູ້ຫຼືບໍ ວ່າເຂົາພາກັນຫົວຂວັນໃສ່ພຣະອົງແນວໃດແດ່, ໃນຄວາມເຈັບປວດທຸກ ອັນທີ່ຈີກໃຈຂອງທ່ານພຣະເຈົ້າຂອງທ່ານຮັບແບ່ງປັນເອົາແລ້ວ... (ສະເປີ ໂຈນເຫຼັ້ມດຽວກັນ)

ຈົ່ງເບິ່ງວ່າພຣະເຢຊູຊົງຢືນອົດທົນພຽງໃດ
ຖືກດູຖູກໃນບ່ອນທີ່ເປັນຕາຢ້ານນີ້
ພວກຄົນບາບໄດ້ມັດມືພຣະຜູ້ຊົງລິດ
ແລະຖົ່ມນໍ້າລາຍໃສ່ໜ້າພຣະຜູ້ສ້າງຂອງເຂົາ

III. ສາມ ຈົ່ງເບິ່ງພຣະອົງໃນຖານະຜູ້ເຮັດແທນເພື່ອຄົນບາບ.

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະຫັນແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມ ນໍ້າລາຍຮົດ” (ເອຊາຢາ 50:6)

ຈົ່ງຈື່ໄວ້ວ່າພຣະເຢຊູບໍ່ໄດ້ທົນທຸກຕໍ່ຄວາມເຈັບປວດນີ້ເພາະຄວາມບາບຂອງພຣະ ອົງເອງ,ເພາະພຣະອົງບໍ່ມີບາບຫຍັງ.

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊໍ້າ ເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນອັນເຮັດໃຫ້ເຮົາທັງຫຼາຍປອດໄພ ນັ້ນຕົກແກ່ທ່ານ ທີ່ຕ້ອງຟົກຊໍ້ານັ້ນກໍໃຫ້ເຮົາຫາຍດີ” (ເອຊາຢາ 53:5)

ຂໍ້ນີ້ໃນເອຊາຢາ 53 ບອກເຮົາຢ່າງຊັດເຈນວ່າຮອຍຟົກຊໍ້າແລະແຜຕ່າງໆຂອງພຣະອົງ ເຊັ່ນດຽວກັບຄວາມຕາຍຂອງພຣະອົງເປັນສິ່ງທີ່ຈໍາເປັນທີ່ຈະຊ່ວຍຄົນບາບ, ພຣະເຢຊູຊົງ ເອົາຄວາມບາບຂອງເຮົາວາງລົງເທິງພຣະອົງ,ແລະພຣະຄໍາພີບອກເຮົາວ່າພຣະເຈົ້າຊົງ“ກະທໍາພຣະອົງຜູ້ຊົງບໍ່ມີບາບໃຫ້ເປັນຄວາມບາບເພາະເຫັນແກ່ເຮົາທັງຫຼາຍເພື່ອເຮົາຈະໄດ້ເປັນຄົນຊອບທໍາຂອງພຣະເຈົ້າທາງພຣະອົງ”(2 ໂກລິນໂທ 5:21)ເມື່ອພຣະເຢຊູຊົງທົນທຸກ ພຣະອົງຊົງທົນທຸກເພາະບາບຂອງເຮົາ, ເພື່ອຈ່າຍຄ່າລົງໂທດບາບເພື່ອທີ່ເຮົາຈະສາມາດ ລອດໄດ້,ຄວາມບາບຄືສິ່ງຊົ່ວຮ້າຍສຸດທີ່ເປັນໄປໄດ້,ຄວາມບາບຄູ່ຄວນທີ່ຈະຖືກຕີ, ຄວາມ ບາບຄູ່ຄວນກັບການຖົ່ມນໍ້າລາຍ,ຄວາມບາບສົມຄວນຈະຖືກຄຶງ,ແລະເພາະພຣະເຢຊູຊົງຮັບເອົາຄວາມບາບຂອງເຮົາເທິງພຣະອົງ,ພຣະອົງຈື່ງຕ້ອງຖືກຕີ,ຕ້ອງຖືກຖົ່ມນໍ້າລາຍ,ພຣະອົງຕ້ອງຖືກອັບອາຍ, ຖ້າທ່ານຢາກຮູ້ວ່າພຣະເຈົ້າຄິດແນວໃດກັບຄວາມບາບ,ຈົ່ງແນມເບິ່ງ ພຣະບຸດຂອງພຣະອົງ,ຖືກຕີອ້ອມທາງຫຼັງ,ຖືກດຶງໜວດເຄົາ,ໃບໜ້າຖືກຖົ່ມນໍ້າລາຍໃສ່ໂດຍພວກທະຫານຕອນທີ່ພຣະອົງຖືກເຮັດເປັນເຄື່ອງບູຊາບາບເພື່ອທ່ານແລະຂ້າພະເຈົ້າ, ຖ້າ ທ່ານກັບຂ້າພະເຈົ້າຖືກຕີແລະດຶງໜວດ ແລະຖືກຖົ່ມນໍ້າລາຍໃສ່ເພາະຄວາມບາບຂອງເຮົາ ມັນກໍບໍ່ແມ່ນເລື່ອງແປກ, ແຕ່ພຣະອົງຜູ້ຊົງແບກຄວາມບາບຂອງເຮົາຊົງເປັນພຣະເຈົ້າພຣະ ບຸດ, ພຣະເຢຊູຊົງຢືນຢູ່ໃນບ່ອນຂອງເຮົາແລະ“ມັນເປັນນໍ້າພຣະໄທຂອງພຣະເຈົ້າທີ່ຈະໃຫ້ ທ່ານຟົກຊໍ້າດ້ວຍຄວາມທຸກ ເມື່ອພຣະອົງຊົງກະທໍາໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາ ໄຖ່ບາບ”(ເອຊາຢາ 53:10)ເຖິງແມ່ນວ່າຄວາມບາບຂອງເຮົາຈະຖືກວາງລົງເທິງພຣະເຢຊູ ໂດຍການໃສ່ຄວາມເທົ່ານັ້ນ,ມັນກໍເປັນເຫດໃຫ້ພຣະອົງເຈັບປວດແລະອາຍສຸດໆກ່ອນທີ່ມັນຈະຖືກຈ່າຍເທິງໄມ້ກາງແຂນ.

ສັງເກດໃນຂໍ້ພຣະຄໍາພີຂອງເຮົາເວົ້າວ່າ“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ”ພຣະເຢຊູຊົງເຕັມໃຈທີ່ຈະມອບພຣະອົງເອງແກ່ຜູ້ຕີ,ແກ່ຄົນເຫຼົ່ານັ້ນທີ່ດຶງໜວດແລະຖົ່ມນໍ້າ ລາຍໃສ່ຂອງພຣະອົງ, ພຣະອົງຊົງມອບຕົນເອງເພື່ອຕາຍເທິງໄມ້ກາງແຂນ,ບໍ່ມີໃຜເຮັດໃຫ້ ພຣະອົງເຈັບເພາະຄວາມບາບຂອງພວກເຮົາ,ພຣະອົງຊົງເຮັດດ້ວຍຄວາມເຕັມໃຈ,ພຣະບຸດ ຂອງພຣະເຈົ້າຊົງເຕັມໃຈຖືກສາບແຊ່ງເພື່ອເຮົາໃນຖານະເປັນຜູ້ເຮັດແທນຂອງເຮົາ, ເພື່ອ ຈ່າຍຄ່າລົງໂທດເພາະບາບຂອງເຮົາ-ເພື່ອທີ່ເຮົາຈະສາມາດຮັບການອະໄພໂດຍພຣະເຈົ້າ ແລະຖືກເຮັດໃຫ້ເປັນຄົນຊອບທໍາໃນສາຍພຣະເນດຂອງພຣະອົງ.

ທ່ານໄດ້ຍິນເລື່ອງນີ້ແລະບໍ່ຮູ້ສຶກອັດສະຈັນບໍ?ທ່ານຈື່ໄດ້ບໍ່ວ່າພຣະບຸດຂອງພຣະເຈົ້າ ຖືກຕີແລະດຶງໜວດແລະຖົ່ມນໍ້າໃສ່ແລະບໍ່ໄດ້ອັດສະຈັນໃຈ,ຍ້ອງຍໍສັນລະເສີນຫຍັງເລີຍບໍ? ພຣະອົງຜູ້ຊົງປົກຫຸ້ມທ້ອງຟ້າດ້ວຍເມກ ບໍ່ໄດ້ປົກຫຸ້ມໃບໜ້າພຣະອົງເອງຈາກຄວາມອາຍ ແລະການຖົ່ມນໍ້າລາຍ:ພຣະອົງຜູ້ສ້າງຫຼັງຂອງພູຕ່າງໆບໍ່ໄດ້ຮັກສາຫຼັງຂອງພຣະອົງເອງຈາກ ການຖືກແສ້ເລັບແມວດຶງ, ພຣະອົງຜູ້ຊົງມັັດຈັກກະວານດ້ວຍສາຍແອວທີ່ຍຶດມັນໄວ້ນໍາກັນ ຖືກລ້າມດ້ວຍໂສ້ແລະຖືກປິດຕາໂດຍພວກຄົນທີ່ພຣະອົງຊົງສ້າງຂື້ນ, ເມື່ອທູດສະຫວັນໃນ ສະຫວັນຮ້ອງເພງດ້ວຍຄື້ນໃຫຍ່ແຫ່ງຄໍາສັນເສີນພຣະອົງ, ມັນເບິ່ງຄືວ່າເປັນໄປໄດ້ທີ່ພຣະ ອົງຈະຖຶກຕອກໃສ່ໄມ້ກາງແຂນ? ຂ້າພະເຈົ້າເຊື່ອວ່ານັ້ນແຫຼະທີ່ວ່າເປັນຫຍັງຮອຍຕະປູຈື່ງ ຢູ່ໃນພຣະບາດແລະພຣະຫັດຂອງພຣະອົງຕະຫຼອດໄປ, ເພື່ອທີ່ພວກເຮົາຈະບໍ່ລືມໃນສິ່ງທີ່ ພຣະອົງເຮັດເພື່ອເຮົາເມື່ອເຮົາເຫັນພຣະອົງໃນສະຫວັນ, ຂ້າພະເຈົ້າຈະສາມາດເບິ່ງພຣະ ພັກຂອງພຣະອົງໃນສະຫງ່າລາສີໂດຍບໍ່ມີຈື່ວ່າພວກຄົນບາບໄດ້ດຶງໜວດເຄົາຂອງພຣະອົງໃນຂະນະທີ່ນໍ້າລາຍໄຫຼລົງມາຈາກແກ້ມອັນບໍລິສຸດຂອງພຣະອົງແນວໃດແດ່!

ຈົ່ງເບິ່ງວ່າພຣະເຢຊູຊົງຢືນອົດທົນພຽງໃດ
ຖືກດູຖູກໃນບ່ອນທີ່ເປັນຕາຢ້ານນີ້
ພວກຄົນບາບໄດ້ມັດມືພຣະຜູ້ຊົງລິດ
ແລະຖົ່ມນໍ້າລາຍໃສ່ໜ້າພຣະຜູ້ສ້າງຂອງເຂົາ

ໜ້າຂອງພຣະອົງ!ເປັນຫຍັງບໍ່ຖົ່ມໃສ່ພວກທູດສະຫວັນ?ບໍ່ມີບ່ອນອື່ນໃຫ້ທ່ານຖົ່ມນໍ້າລາຍໃສ່ບໍທ່ານຈື່ງຖົ່ມໃສ່ໜ້າພຣະຜູ້ຊົງຮັກ? ໜ້າຂອງພຣະອົງ!ພຣະເຈົ້າໂຜດຊ່ວຍເຮົາ!ໜ້າ ຂອງພຣະອົງ! ພວກເຂົາຖົ່ມນໍ້າລາຍໃສ່ໜ້າພຣະຜູ້ບໍລິສຸດ! ສະເປີໂຈນກ່າວວ່າ“ຂ້າພະເຈົ້າ ປາດຖະໜາໃຫ້ມະນຸດເຮົາບໍ່ເຄີຍຖືກສ້າງມາເລີຍ ຫຼືວ່າ...ເຂົາຖືກພັດໄປສູ່ຄວາມຫວ່າງເປົ່າ ຫຼາຍກວ່າມີຊີວິດຢູ່ເພື່ອເຮັດສິ່ງທີ່ໂຫດຮ້າຍນີ້”(ເຫຼັ້ມດຽວກັນໜ້າ 428)ຂໍພຣະເຈົ້າໂຜດຊ່ວຍ ເຮົາແດ່! ພວກເຂົາຖົ່ມນໍ້າລາຍໃສ່ໃບໜ້າຂອງພຣະຜູ້ໄຖ່ຂອງເຮົາ.

ຖ້າທ່ານເປັນຄົນຫຼົງຫາຍຢູ່,ຂ້າພະເຈົ້າຂໍຮ້ອງທ່ານໃຫ້ທ່ານວາງໃຈໃນພຣະເຢຊູດຽວນີ້, ຄວາມບາບຂອງທ່ານຈະຈົບສີ້ນເມື່ອທ່ານວາງໃຈໃນພຣະອົງເພາະພຣະອົງຊົງແບກ ຄວາມຊົ່ວຊ້າແລະຄວາມອາຍທຸກຢ່າງຂອງທ່ານເມື່ອພຣະອົງຖືກຄຶງໃສ່ໄມ້ກາງແຂນ,ການລົງໂທດຂອງທ່ານຈາກນັ້ນກໍຖືກເອົາອອກໄປ,ເພາະພຣະເຢຊູຊົງຮັບມັນໄປແລ້ວ- ເທິງຫຼັງ ຂອງພຣະອົງ,ເທິງແກ້ມຂອງພຣະອົງ, ເທິງໃບໜ້າຂອງພຣະອົງແລະຮອຍແຜທີ່ຖືກຢູ່ໃນມື ແລະພຣະບາດຂອງພຣະອົງ, ຈົ່ງວາງໃຈໃນພຣະອົງແລະການລົງໂທດເພາະຄວາມຜິດ ບາບທຸກຢ່າງຈະຖືກເອົາອອກໄປ ແລະທ່ານກໍຈະລອດ,ຊອບທໍາຕະຫຼອດໄປແລະຕະຫຼອດ ເປັນນິດໂດຍຄວາມຮັກແຫ່ງການຊົງໄຖ່ຂອງພຣະອົງ! ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ ຫົກ “ໂອນໍ້າພຸ”ໂດຍດຣ.ຈອນອາໄຣສ໌

ເຮົາມີເລື່ອງຄວາມຮັກທີ່ຜ່ານການວັດແທກທຸກຢ່າງ
ເຮົາບອກເຖິງການທີ່ຄົນບາບຈະຖືກໃຫ້ອະໄພ
ໃຫ້ອະໄພຟຣີໆເພາະພຣະເຢຊູຊົງທົນທຸກແລ້ວ
ແລະຊົງເຮັດການໄຖ່ເທິງໄມ້ກາງແຂນ
ໂອນໍ້າພຸແຫ່ງຄວາມເມດຕາໄດ້ພຸ່ງຂື້ນ
ລົງມາຈາກພຣະຜູ້ໄຖ່ຂອງມະນຸດທັງຫຼາຍ
ໂລຫິດປະເສີດທີ່ພຣະອົງຫຼັ່ງເພື່ອໄຖ່ເຮົາ
ພຣະຄຸນແລະການໃຫ້ອະໄພສໍາຫຼັບບາບເຮົາທຸກຄົນ
(“Oh, What a Fountain!” by Dr. John R. Rice, 1895-1980).

ຂ້າພະເຈົ້າຂໍອະທິຖານວ່າທ່ານຈະເຊື່ອວາງໃຈໃນພຣະເຢຊູໃນຄືນນີ້, ພຣະໂລຫິດ ຂອງພຣະອົງຈະຊໍາລະທ່ານອອກຈາກຄວາມບາບທຸກຢ່າງ, ຈົ່ງວາງໃຈໃນພຣະອົງດຽວນີ້ ແລະທ່ານຈະລອດຕະຫຼອດເວລາແລະຕະຫຼອດໄປເປັນນິດ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ດຣ.ໄຄຣ້ທັນແອວແຊນ:
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Lead Me to Calvary” (by Jennie Evelyn Hussey, 1874-1958).

ໂຄງຮ່າງບົດເທດສະໜາ

ການຂຽ້ນຕີ,ຄວາມອາຍແລະການຖົ່ມນໍ້າລາຍ

THE SCOURGING, SHAME AND SPITTING

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າແລະຫັນແກ້ມໃຫ້ແກ່ ຄົນທີ່ດຶງເຄົາຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກ ຄວາມອາຍແກ່ການຖົ່ມນໍ້າລາຍຮົດ”(ເອຊາຢາ 50:6)

(ກິດຈະການ 8:34; ລູກາ 18:31-33; ມາລະໂກ 15:17-19)

I.       ໜື່ງ ເບິ່ງພຣະອົງໃນຖານະພຣະເຈົ້າຜູ້ຊົງສະພາບມະນຸດ.
ເອຊາຢາ 50:2; ໂຢຮັນ 1:1,14; 1 ຕີໂມທຽວ 3:16

II.     ສອງ ຈົ່ງເບິ່ງພຣະອົງໃນຖານະຕົວຢ່າງຂອງພວກເຮົາ. ເອຊາຢາ 53:7;
1 ເປໂຕ 2:21-23; ມັດທາຍ 26:63; 27:13-14; ລູກາ 6:22-23

III.   ສາມ ຈົ່ງເບິ່ງພຣະອົງໃນຖານະຜູ້ເຮັດແທນເພື່ອຄົນບາບ.
ເອຊາຢາ 53:5; 2 ໂກລິນໂທ 5:21; ເອຊາຢາ 53:10