Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 42 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມໂສກເສົ້າແຫ່ງເກັດເສມານີ

THE SORROW OF GETHSEMANE
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 18 ມີນາ 2019
A sermon preached at the Baptist Tabernacle of Los Angeles
Saturday Evening, March 18, 2017

“ຝ່າຍພຣະເຢຊູໃນວັນທີ່ພຣະອົງຊົງດໍາລົງຢູ່ໃນເນື້ອໜັງນັ້ນ ເມື່ອ ພຣະອົງຊົງຖວາຍຄໍາອະທິຖານ ແລະອ້ອນວອນດ້ວຍຮ້ອງໄຫ້ ຫຼາຍ ແລະນໍ້າຕາໄຫຼຕໍ່ພຣະເຈົ້າຜູ້ຊົງສາມາດທີ່ຈະຊ່ວຍພຣະອົງ ໃຫ້ພົ້ນຈາກຄວາມຕາຍ ແລະພຣະເຈົ້າຊົງສະດັບຟັງເພາະ ພຣະອົງຊົງຢໍາເກງ”(ເຮັບເຣີ 5:7)


ຄໍ່າຄືນກ່ອນທີ່ພຣະເຢຊູຈະຕາຍເທິງໄມ້ກາງແຂນ,ພຣະອົງຊົງພາພວກສາວົກຂອງພຣະອົງເຂົ້າໄປໃນບ່ອນມືດຂອງສວນເກັດເສມານີ, ມັນເດິກຫຼາຍແລ້ວຕອນທ່ຽງຄືນ, ພຣະເຢຊູຊົງປະພວກສາວົກແປດຄົນຢູ່ແຄມສວນ, ແລ້ວພຣະອົງກໍພາເປໂຕ,ຢາໂກໂບ ແລະໂຢຮັນເຂົ້າໄປໃນບ່ອນເລິກທີ່ສຸດໃນສວນເກັດເສມານີ, ພຣະອົງຊົງ “ເລິ່ມວິຕົກຫຼາຍ (ຄຽດຫຼາຍ)ແລະໜັກໃຈຫຼາຍ(ບັນຫາ)”(ມາລະໂກ 14:33), ພຣະອົງຊົງກ່າວກັບພວກສາ ວົກສາມຄົນນັ້ນວ່າ “ໃຈຂອງເຮົາເປັນທຸກຈົນຈະຕາຍແລ້ວ(ເສົ້າໃຈສຸດໆຈະຕາຍແລ້ວ)” (ມາລະໂກ 14:34) ພຣະອົງຊົງຍ່າງອອກໄປຂ້າງໜ້າໜ້ອຍໜຶ່ງແລ້ວກໍກົ້ມລົງພື້ນດິນ, ພຣະອົງຊົງອະທິຖານໃນຄວາມທຸກທໍລະມານຫຼາຍວ່າຖ້າເປັນໄປໄດ້ຂໍໃຫ້“ຊົ່ວໂມງນັ້ນຜ່ານພົ້ນໄປຈາກພຣະອົງ”(ມາລະໂກ 14:35)ເວລາທັງໝົດຂອງການອະທິຖານໃນສວນເກັດເສ ມານີນັ້ນປະມານໜຶ່ງຊົ່ວໄມງ - ເພາະພຣະເຢຊູຊົງກ່າວຕໍ່ພວກເຂົາຕອນທີ່ພຣະອົງມາພົບ ພວກເຂົາກໍາລັງຫຼັບຢູ່ວ່າ “ທ່ານທັງຫຼາຍຈະເຝົ້າຢູ່ກັບເຮົາຈັກຊົ່ວໂມງໜຶ່ງບໍ່ໄດ້ບໍ?”(ມັດທາຍ 26:40).

ມີບາງສິ່ງບາງຢ່າງທີ່ເປັນຕາຢ້ານເກີດຂຶ້ນກັບພຣະເຢຊູ-ຕອນທ່ຽງຄືນໃນສວນເກັດ ເສມານີ, ພຣະເຢຊູຊົງກ່າວວ່າ “ໃຈຂອງເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ກັບເຮົາທີ່ນີ້ ເຖີດ”(ມັດທາຍ 26:38), ພາສາກຣີກຄໍາວ່າ “perilupos” ໝາຍເຖິງ “ອ້ອມຮອບດ້ວຍ ຄວາມໂສກເສົ້າ” ພຣະອົງສາມາດເວົ້າກັບນັກແຕ່ງເພງສັນລະເສີນວ່າ “ຄວາມເຈັບປວດ ແຫ່ງນາລົກຈັບຂ້າພະເຈົ້າໄວ້”(ເພງສັນລະເສີນ 116:3) ບັນດາຄື້ນ ແລະຄື້ນໃຫຍ່ແຫ່ງ ຄວາມໂສກເສົ້າຖ້ວມທັບພຣະອົງ, ຢູ່ເໜືອພຣະອົງ,ຢູ່ກ້ອງພຣະອົງ, ຢູ່ອ້ອມຮອບພຣະອົງ, ຢູ່ທາງນອກພຣະອົງ ແລະຢູ່ພາຍໃນພຣະອົງ-ທັງໝົດຄືຄວາມໂສກເສົ້າ-ຈົນຈະຕາຍ-ເປັນ ຄວາມທຸກໂສກເສົ້າທີ່ເກືອບຂ້າພຣະອົງ! ບໍ່ມີທາງທີ່ຈະຫຼົບໜີຄວາມເຈັບປວດນັ້ນໄດ້! ບໍ່ມີ ຄວາມໂສກເສົ້າໃດທີ່ຮ້າຍໄປກວ່ານີ້ແລ້ວ! ພຣະອົງຊົງຖືກບີບອັດໂດຍຄວາມຢ້ານຈົນ “ເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫຼຢອດລົງດິນ”(ລູກາ 22:44).

ຈົນທ່ຽງຄືນ ແລະເທິງຄີ້ວຂອງຕົ້ນໝາກກອກ
ດວງດາວຈາງລົງໃກ້ຈະຫລັບແສງ
ຈົນຕອນທ່ຽງຄືນຢູ່ໃນສວນຕອນນີ້
ພຣະຜູ້ຊ່ວຍຊົງທົນທຸກອະທິຖານພຽງຜູ້ດຽວ

ຈົນທ່ຽງຄືນ ແລະຈາກການລຶບລ້າງທັງໝົດ
ພຣະຜູ້ຊ່ວຍຊົງສູ້ກັບຄວາມຢ້ານພຽງລໍາພັງ
ເພື່ອສາວົກຜູ້ທີ່ພຣະອົງຊົງຮັກ
ຢ່າໃສ່ໃຈໃນຄວາມເສົ້າແລະນໍ້າຕາຂອງອາຈານ
(“‘Tis Midnight; and on Olive’s Brow,” William B. Tappan, 1794-1849).

ພຣະຄໍາພີບອກພວກເຮົາວ່າພຣະເຢຊູຊົງເປັນ “ຄົນແຫ່ງຄວາມໂສກເສົ້າ ແລະຄຸ້ນ ເຄີຍກັບຄວາມທຸກ”(ເອຊາຢາ 53:3) ແຕ່ພຣະອົງບໍ່ໄດ້ຍ່າງໄປມາທຸກເທື່ອດ້ວຍໃບໜ້າທີ່ ເສົ້າ, ພຣະອົງຊົງຮູ້ຈັກຄວາມທຸກ, ພຣະອົງຊົງຮູ້ຈັກຄວາມໂສກເສົ້າ ແຕ່ສ່ວນຫຼາຍແລ້ວ ພຣະເຢຊູຊົງເປັນຄົນທີ່ສະຫງົບ, ມີຄວາມສຸກ, ພຣະອົງຊົງເດີນທາງໄປງານລ້ຽງຫຼາຍບ່ອນ ທີ່ພວກຟາຣິສີຈົ່ມ, ພວກເຂົາເວົ້າວ່່າ “ພຣະອົງຊົງກິນກັບພວກເກັບພາສີແລະພວກຄົນບາບ” (ມັດທາຍ 11:19 ແລະອື່ນໆ) ເລື່ອງນີ້ສະແດງໃຫ້ເຫັນວ່າພວກຄຣິສຕຽນແທ້ຄວນຈະເປັນ ຄົນທີ່ມີຄວາມສຸກທີ່ສຸດຕະຫຼອດເວລາ, ບາງເທື່ອພວກເຮົາກໍພົບກັບຊ່ວງເວລາແຫ່ງຄວາມ ກົດດັນ, ແຕ່ພວກເຮົາສາມາດປະສົບກັບສັນຕິສຸກອີກຄັ້ງໄດ້ເມື່ອພວກເຮົາລະນຶກເຖິງວ່າ ພຣະເຢຊູໄດ້ຊົງຟື້ນຂຶ້ນມາມີໄຊຊະນະເໜືອຄວາມຕາຍແລ້ວ!

ແຕ່ໃນສວນເກັດເສມານີທຸກສິ່ງປ່ຽນໄປ, ສັນຕິສຸກຂອງພຣະອົງໄດ້ຫາຍໄປ, ຄວາມ ຍິນດີຂອງພຣະອົງປ່ຽນເປັນຄວາມທຸກລະທົມ “perilupos”-ອ້ອມຮອບໄປດ້ວຍຄວາມໂສກ ເສົ້າ, ບີບຄັ້ນຈົນເກືອບຕາຍ! ນີ້ຄືພາບແຫ່ງປະສົບການຄວາມທຸກບາງຢ່າງໃນການສໍານຶກ ບາບ.

ເປັນການຍາກທີ່ພຣະເຢຊູຈະເວົ້າເຖິງຄວາມໂສກເສົ້າ ຫຼືຄວາມກົດດັນໃນຊ່ວງເວ ລາທັງຊີວິດຂອງພຣະອົງ, ແຕ່ຕອນນີ້ໃນສວນນັ້ນທຸກຢ່າງໄດ້ປ່ຽນໄປ, ພຣະອົງຊົງຮ້ອງຕໍ່ ພຣະເຈົ້າວ່າ “ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ເລື່ອນຜ່ານໄປຈາກຂ້ານ້ອຍເທີນ”(ມັດທາຍ 26:39) ເມື່ອກ່ອນພຣະອົງບໍ່ເຄີຍຈົ່ມຫຍັງເລີຍ ແຕ່ຕອນນີ້ “ພຣະອົງແຮງປົງໃຈອະທິ ຖານ ເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ຢອດລົງເທິງດິນ”(ລູກາ 22:44)ເປັນ ຫຍັງ? ເປັນຫຍັງລະ? ພຣະເຢຊູ, ແມ່ນຫຍັງຄືສາເຫດແຫ່ງຄວາມທຸກຂອງພຣະອົງ?

ດຣ.ຈອນຈິລກ່າວວ່າເປັນຍ້ອນຊາຕານເຂົ້າມາໃນສວນ, ໃນສະໄໝຂອງພວກເຮົາ ຢູ່ໃນໜັງຂອງເມວກິບສັນທີ່ຊື່ວ່າ “The Passion of the Christ”ສະແດງຊາຕານເຂົ້າມາໃນ ສວນເກັດເສມານີເປັນຄືງູໂຕໜຶ່ງເພື່ອທໍລະມານພຣະເຢຊູຢູ່ໃນຄວາມມືດ, ແຕ່ດຣ.ຈອນຈິລ ກັບເມວກິບສັນຜິດໃນຈຸດນີ້, ຊາຕານບໍ່ໄດ້ຢູ່ໃນສວນເກັດເສມານີ, ເລື່ອງນັ້ນບໍ່ໄດ້ຢູ່ໃນພຣະ ຄໍາພີ, ບາງຄົນອ້າງອີງລູກາ 22:53 ຕອນທີ່ພຣະເຢຊູກ່າວຕໍ່ພວກທະຫານທີ່ມາໃນສວນ ເພື່ອຈັບພຣະອົງວ່າ “ນີ້ແມ່ນເວລາຂອງພວກທ່ານ ແລະອໍານາດແຫ່ງຄວາມມືດ”(ລູກາ 22:53) ພວກເຂົາມີສິດທີ່ຈະເວົ້າວ່ານີ້ເລັ່ງເຖິງຊາຕານ, ແຕ່ສັງເກດວ່າພຣະຄຣິດຊົງກ່າວ ຄໍານີ້ຕໍ່ພວກທະຫານທີ່ມາຈັບພຣະອົງຫຼັງຈາກຄໍາອະທິຖານຂອງພຣະອົງທີ່ເຫື່ອໄຫຼເປັນຄື ເລືອດໃນສວນເກັດເສມານີແລ້ວ, ໃນຕອນທ້າຍແຫ່ງຄວາມເຈັບປວດຂອງພຣະອົງໃນສວນ ພຣະອົງຊົງກ່າວຕໍ່ພວກທະຫານວ່າ“ນີ້ແມ່ນເວລາຂອງພວກທ່ານ(ບໍ່ແມ່ນເວລາໃນເກັດເສມານີ)ແລະອໍານາດແຫ່ງຄວາມມືດ”ດັ່ງນັ້ນຊາຕານຈື່ງເຂົ້າມາພາຍຫຼັງຄວາມທຸກທໍໍລະມານຂອງ ພຣະຄຣິດໃນສວນ, ຢູດາໄດ້ຖືກຜີສິງ(ຄວາມຈິງແລ້ວ,ຊາຕານເຂົ້າສິງ)ບໍ່ເທົ່າໃດວັນກ່ອນ ພວກເຮົາຈະຖືກບອກໃນລູກາ 22:3 “ແລ້ວຊາຕານກໍເຂົ້າສິງຢູດາ” ຊາຕານໄດ້ເຂົ້າມາໃນ ສວນຫຼັງຈາກການຕໍ່ສູ້ທີ່ເປັນຕາຢ້ານຂອງພຣະຄຣິດ,ໃນການເຂົ້າສິງຢູດາ ແລະດຶງພວກທະ ຫານໃຫ້ຈັບພຣະເຢຊູ ແລະປະຕິບັດຕໍ່ພຣະອົງດ້ວຍຄວາມອັບອາຍ.

ດັ່ງນັ້ນ,ພວກເຮົາກໍຍັງຖືກເຮັດໃຫ້ສົງໄສວ່າເປັນຫຍັງພຣະເຢຊູຈື່ງທຸກທໍລະມານ ຫຼາຍຈົນພຣະອົງເຫື່ອໄຫຼເປັນຄືກັບເລືອດຕອນທີ່ພຣະອົງຊົງອະທິຖາານເພື່ອການຊ່ວຍໃຫ້ ພົ້ນ, ຂ້າພະເຈົ້າສໍານຶກວ່າຄໍາຕອບໄດ້ຖືກໃຫ້ຢູ່ໃນຂໍ້ພຣະຄໍາພີຂອງພວກເຮົາ, ໃນສວນ ພຣະເຢຊູຊົງ “ອະທິຖານວ່າ ໂອ ພຣະບິດາຂອງຂ້ານ້ອຍ ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ ເລື່ອນພົ້ນໄປຈາກຂ້ານ້ອຍເທີນ”(ມັດທາຍ 26:39) ແມ່ນຫຍັງຄື “ຈອກ”?ຖ້າຫາກມັນເປັນ ການທຸກທໍລະມານຂອງພຣະອົງເທິງໄມ້ກາງແຂນໃນວັນຕໍ່ມາ,ຄໍາອະທິຖານຂອງພຣະອົງກໍບໍ່ໄດ້ຮັບຄໍາຕອບ, ຖ້າ“ຈອກ”ຄືການຊ່ວຍໃຫ້ພົ້ນຈາກຊາຕານໃນຄືນນັ້ນ,ຄໍາອະທິຖານຂອງ ພຣະອົງກໍບໍ່ໄດ້ຮັບຄໍາຕອບ, ເພາະພວກຜູ້ຊາຍປີສາດນັ້ນໄດ້ລາກພຣະອົງໄປເພື່ອຄຶງ, ຂໍ້ ພຣະຄໍາພີຂອງເຮົາໃນເຮັບເຣີ 5:7 ໄດ້ໃຫ້ຄໍາຕອບ, ຂໍເຊີນຢືນຂຶ້ນແລະອ່ານດັງໆ.

“ຝ່າຍພຣະເຢຊູໃນວັນທີ່ພຣະອົງຊົງດໍາລົງຢູ່ໃນເນື້ອໜັງນັ້ນ ເມື່ອພຣະອົງຊົງ ຖວາຍຄໍາອະທິຖານ ແລະອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼຕໍ່ ພຣະອົງຜູ້ຊົງສາມາດທີ່ຈະຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍແລະພຣະ ເຈົ້າຊົງສະດັບຟັງເພາະພຣະອົງຊົງຢໍາເກງ”(ເຮັບເຣີ 5:7)

ຂໍເຊີນນັ່ງລົງ, ຕອນນີ້ຂໍ້ພຣະຄໍາພີໄດ້ບອກເຮົາວ່າພຣະເຢຊູຊົງອະທິຖານຄໍາອະທິຖານນີ້ “ໃນວັນທີ່ພຣະອົງຊົງດໍາລົງຢູ່ໃນເນື້ອໜັງນັ້ນ” - ນັ້ນຄືຂະນະທີ່ພຣະອົງຊົງດໍາລົງຊີວິດຢູ່ ເທິງໂລກນີ້, ພຣະອົງຊົງອະທິຖານດ້ວຍ “ແລະອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະ ນໍ້າຕາໄຫຼ”ເພື່ອຈະພົ້ນຈາກຄວາມຕາຍ - ດັ່ງນັ້ນຄໍາອະທິຖານນີ້ຈື່ງເປັນຄໍາອະທິຖານກ່ອນ ທີ່ພຣະອົງຈະຖືກຄຶງ, ຂໍ້ພຣະຄໍາພີຍັງໄດ້ບອກເຮົາເຊັ່ນກັນວ່າຄໍາອະທິຖານຂອງພຣະອົງຊົງ ສະດັບຟັງ ແລະພຣະເຈົ້າຊົງຊ່ວຍພຣະອົງຈາກຄວາມຕາຍໃນສວນເກັດເສມານີ! ດຣ.ເຈ. ໂອລີເວີ ບັສແວວ ນັກສາສະໜາສາດທີ່ມີຊື່ສຽງໄດ້ກ່າວດັ່ງນີ້ວ່າ:

ເຫື່ອໄຫຼອອກມາເປັນຈໍານວນຫຼາຍແບບທີ່ລູກາໄດ້ອະທິບາຍ(ໃນສວນເກັດ ເສມານີ)ຄືລັກສະນະຂອງສະພາບການຕົກໃຈທີ່ຜູ້ປະສົບໄພທີ່ກໍາລັງຕົກຢູ່ ໃນອາການອັນຕະລາຍຂອງການລົ້ມຈົ່ມ ຈົນເກືອບຕາຍ...ພຣະເຢຊູຄຣິດ ເຈົ້າຂອງເຮົາກໍາລັງພົບພຣະອົງເອງໃນສະພາບຂອງເນື້ອໜັງທີ່ມີອາການ ຕົກໃຈຢ່າງໜັກ, ອະທິຖານຂໍການຊ່ວຍໃຫ້ພົ້ນຈາກຄວາມຕາຍໃນສວນ, ເພື່ອທີ່ພຣະອົງຈະຊົງບັນລຸເປົ້າໝາຍຂອງພຣະອົງເທິງໄມ້ກາງແຂນໄດ້ (J. Oliver Buswell, Ph.D., Systematic Theology of the Christian Religion, Zondervan Publishing House, 1971, part III, p. 62)

ດຣ.ຈອນອາໄຣສ໌ເວົ້າໃນສິ່ງດຽວກັນວ່າ:

ພຣະເຢຊູຊົງໂສກເສົ້າ, ໜັກໃຈ ແລະໃຈຂອງພຣະອົງ “ໂສກເສົ້າຈົນ ເກືອບຕາຍ”ນັ້ນຄືກໍາລັງຈະຕາຍແທ້ຍ້ອນຄວາມທຸກ... ພຣະເຢຊູຊົງອະທິ ຖານຂໍໃຫ້ຈອກແຫ່ງຄວາມຕາຍຜ່ານພົ້ນຈາກພຣະອົງໃນຄືນນັ້ນເພື່ອທີ່ພຣະອົງຈະມີຊີວິດຢູ່ເພື່ອຕາຍເທິງໄມ້ກາງແຂນໃນວັນຕໍ່ໄປ(John R. Rice, D.D., The Gospel According to Matthew, Sword of the Lord, 1980, p. 441)

ດຣ.ບັສແວວໄດ້ກ່າວວ່າ:

ການຕີຄວາມນີ້ອາດຈະກົມກືນກັບເຮັບເຣີ 5:7 ແລະສໍາລັບຂ້າພະເຈົ້າເບິ່ງ ວ່ານີ້ຄືການຕີຄວາມໝາຍພຽງອັນດຽວທີ່ກົມກືນກັນ(ເຫຼັ້ມດຽວກັນ)

ດຣ.ໄຣສ໌ກ່າວວ່າ:

ເລື່ອງນີ້ໄດ້ຖືກເຮັດໃຫ້ຊັດເຈນໃນເຮັບເຣີ 5:7 ບ່ອນທີ່ພວກເຮົາຖືກບອກ ວ່າພຣະເຢຊູ “ຊົງຖວາຍຄໍາອະທິຖານ ແລະອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼຕໍ່ພຣະເຈົ້າຜູ້ຊົງສາມາດທີ່ຈະຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍແລະພຣະເຈົ້າຊົງສະດັບຟັງເພາະພຣະອົງຊົງຢໍາເກງ” ກ່ຽວກັບການ ຕາຍໃນສວນເກັດເສມານີພຣະເຢຊູຂໍໃຫ້ຈອກແຫ່ງຄວາມຕາຍຜ່ານພົ້ນໄປຈາກພຣະອົງໃນຄືນນັ້ນເພື່ອທີ່ພຣະອົງຈະຊົງມີຊີວິດຢູ່ເພື່ອໄປຕາຍເທິງໄມ້ກາງແຂນໃນວັນຕໍ່ໄປ, ພຣະຄໍາພີກ່າວວ່າ “ພຣະເຈົ້າຊົງສະດັບຟັງ”! ພຣະເຈົ້າຊົງຕອບຄໍາອະທິຖານຂອງພຣະອົງ(ເຫຼັ້ມດຽວກັນ)

“ຝ່າຍພຣະເຢຊູໃນວັນທີ່ພຣະອົງຊົງດໍາລົງຢູ່ໃນເນື້ອໜັງນັ້ນ ເມື່ອພຣະອົງຊົງ ຖວາຍຄໍາອະທິຖານ ແລະອ້ອນວອນດ້ວຍຮ້ອງໄຫ້ຫຼາຍ ແລະນໍ້າຕາໄຫຼຕໍ່ ພຣະເຈົ້າຜູ້ຊົງສາມາດທີ່ຈະຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍ ແລະ ພຣະເຈົ້າຊົງສະດັບຟັງເພາະພຣະອົງຊົງຢໍາເກງ”(ເຮັບເຣີ 5:7)

ຈົ່ງເບິ່ງການທົນທຸກຂອງພຣະເຈົ້າ
ຫອບໆ,ຮ້ອງຄາງ,ເຫື່ອໄຫຼເປັນເໝືອນເລືອດ
ຄວາມລໍ້າເລິກແຫ່ງພຣະຄຸນທີ່ບໍ່ມີຂອບເຂດ!
ພຣະເຢຊູເຈົ້າ ພຣະອົງຊົງເປັນຄວາມຮັກ!
(“Thine Unknown Sufferings,” Joseph Hart, 1712-1768).

ແຕ່ພວກເຮົາຈະຕ້ອງອະທິບາຍວ່າເປັນຫຍັງພຣະເຢຊູຈື່ງຕ້ອງທຸກທໍລະມານຫຼາຍ ແທ້ໃນຄືນນັ້ນ, ນີ້ຄືສິ່ງທີ່ຂ້າພະເຈົ້າເຊື່ອວ່າມັນເກີດຂຶ້ນກັບພຣະເຢຊູໃນສວນນັ້ນ, ຂ້າພະ ເຈົ້າເຊື່ອວ່າມັນເປັນແບບນີ້:

“ພຣະເຢໂຮວາ...ຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງພວກເຮົາທຸກຄົນ”(ເອຊາຢາ 53:6)

“ແນ່ນອນທ່ານໄດ້ແບກຄວາມທຸກຂອງເຮົາທັງຫຼາຍ ແລະຫອບເອົາຄວາມ ໂສກເສົ້າຂອງເຮົາໄປ”(ເອຊາຢາ 53:4)

ແຕ່ພຣະອົງຊົງແບກພວກມັນໄປຕອນໃດ? ພຣະອົງຊົງແບກມັນຢູ່ໃນເກັດເສມານີ ແລະຊົງຫອບມັນໄປທີ່ໄມ້ກາງແຂນໃນເຊົ້າວັນຕໍ່ມາ.

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ ຕົ້ນໄມ້ນັ້ນ”(1 ເປໂຕ 2:24)

ແຕ່ຄວາມບາບຂອງພວກເຮົາຖືກວາງລົງ “ໃນພຣະກາຍຂອງພຣະອົງເອງ”ໃນຄືນກ່ອນຢູ່ໃນ ສວນເກັດເສມານີ, ພຣະອົງຊົງແບກບາບຂອງເຮົາຈາກເກັດເສມານີໄປທີ່ໄມ້ກາງແຂນ! ພຣະອົງຊົງລຶບລ້າງຄວາມໂກດຮ້າຍຂອງພຣະເຈົ້າ, ພຣະອົງຊົງຮັບເອົາມັນ.

ພຣະຜູ້ຊ່ວຍຊົງອະທິຖານຄົນດຽວໃນບ່ອນມືດຂອງເກັດເສມານີ
ພຣະອົງຊົງດູດຈອກທີ່ຂົມຂື່ນຜູ້ດຽວ ແລະທົນທຸກທີ່ນັ້ນເພື່ອຂ້າ
ຜູ້ດຽວ,ຜູ້ດຽວ,ພຣະອົງຊົງແບກມັນໄວ້ໝົດແຕ່ຄົນດຽວ.
ພຣະອົງຊົງມອບພຣະອົງເອງເພື່ອຊ່ວຍຄົນຂອງພຣະອົງເອງ
ພຣະອົງຊົງທົນທຸກ,ເລືອດໄຫຼແລະຕາຍຄົນດຽວ.ຜູ້ດຽວ
   (“Alone” by Ben H. Price, 1914)

ດຣ.ຈອນຈິລຜູ້ຍິ່ງໃຫຍ່(1697-1777)ເວົ້າຖືກຕ້ອງວ່າ:

ຕອນນີ້ພຣະອົງຊົງຟົກຊໍ້າ ແລະປ່ອຍໃຫ້ທຸກໃຈໂດຍພຣະບິດາຂອງພຣະ ອົງ, ຄວາມໂສກເສົ້າຂອງພຣະອົງເລິ່ມຕົ້ນຕອນນີ້,ເພາະມັນບໍ່ໄດ້ຈົບຢູ່ນີ້ ແຕ່ຈົບເທິງໄມ້ກາງແຂນ...ແລະໜັກໃຈຫຼາຍ ດ້ວຍນໍ້າໜັກແຫ່ງຄວາມບາບ ຂອງຄົນຂອງພຣະອົງ ແລະຄວາມຮູ້ສຶກເຖິງຄວາມໂກດຮ້າຍຊື່ງໄດ້ກົດທັບ ພຣະອົງ ແລະຖ້ວມທົນຊື່ງຈິດໃຈຂອງພຣະອົງເກືອບຕາຍແລ້ວ, ພຣະອົງ ພ້ອມທີ່ຈະສະລົບ,ຈົ່ມລົງແລະຕາຍ, ໃຈຂອງພຣະອົງເກືອບຕາຍ...ຈິດ ໃຈຂອງພຣະອົງ, ຈິດໃຈຂອງພຣະອົງຖືກອ້ອມຮອບໄປດ້ວຍບາບຄົນຂອງ ພຣະອົງ, ສິ່ງເຫຼົ່ານີ້ຈັບພຣະອົງໄວ້ ແລະອ້ອມພຣະອົງໄວ້...ຄວາມໂສກ ເສົ້າແຫ່ງຄວາມຕາຍ ແລະນາລົກອ້ອມພຣະອົງຢູ່ທຸກດ້ານ,ຈົນບໍ່ໄດ້ຮັບ ການປອບໂຍນໃນລະດັບໜ້ອຍທີ່ສຸດ...ດັ່ງນັ້ນຈິດໃຈຂອງພຣະອົງຈື່ງເຕັມ ໄປດ້ວຍຄວາມໂສກເສົ້າ, ຫົວໃຈອັນຍິ່ງໃຫຍ່ຂອງພຣະອົງພ້ອມທີ່ຈະແຕກ ພຣະອົງຊົງຖືກພາມາຄືກັບເປັນຂີ້ຝຸ່ນດິນແຫ່ງຄວາມຕາຍ ຫຼືຄວາມໂສກ ເສົ້າຂອງພຣະອົງຈະບໍ່ໄປຈາກພຣະອົງຈົນກວ່າຈິດວິນຍານແລະຮ່າງກາຍຂອງພຣະອົງຖືກແຍກອອກຈາກກັນ(John Gill, D.D., An Exposition of the New Testament, The Baptist Standard Bearer, volume I, p. 334)

ສະນັ້ນພວກເຮົາຈື່ງຮຽນຮູ້ໃນສິ່ງທີ່ພຣະເຢຊູຊົງກະທໍາເພື່ອຊ່ວຍພວກເຮົາໃຫ້ພົ້ນ ຈາກຄວາມໂກດຮ້າຍຂອງພຣະເຈົ້າ,ຈາກການພິພາກສາຍ້ອນຄວາມບາບຂອງເຮົາ ແລະ ການລົງໂທດເປັນນິດໃນນາລົກ,ພຣະອົງຊົງທຸກທໍລະມານຢູ່ໃນບ່ອນຂອງເຮົາ,ໃນຖານະຕົວແທນຂອງພວກເຮົາ,ຄວາມທຸກແທນຂອງພຣະອົງໃນບ່ອນຂອງທ່ານເລິ່ມຕົ້ນໃນສວນເກັດ ເສມານີບ່ອນທີ່ພຣະອົງຊົງຮັບເອົາຄວາມຜິດບາບຂອງທ່ານ ແລະຊົງເອົາມັນໄປທີ່ໄມ້ກາງ ແຂນໃນເຊົ້າວັນຕໍ່ໄປ.

ເພື່ອນໆຂອງຂ້າພະເຈົ້າ,ພວກເຮົາກໍາລັງສະຫຼອງວັນອາທິດອິດສະເຕີ,ວັນທີ່ພຣະເຢຊູຊົງຟື້ນຄືນມາຈາກຕາຍ, ແຕ່ການຟື້ນຄືນຈາກຕາຍຂອງພຣະອົງຈະບໍ່ມີຄ່າຫຍັງຕໍ່ພວກ ທ່ານນອກຈາກວ່າທ່ານຈະເຂົ້າໃຈວ່າພຣະອົງຊົງທົນທຸກທໍລະມານໃນເກັດເສມານີ ແລະ ເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກການລົງໂທດເພາະບາບຂອງທ່ານ, ທ່ານຈະ ຕ້ອງເຮັດຫຍັງແດ່ເພື່ອທີ່ພຣະເຢຊູຈະເປັນຕົວແທນຂອງທ່ານ? ທ່ານຈະຕ້ອງລົ້ມລົງທີ່ພຣະ ບາດຂອງພຣະອົງ ແລະວາງໃຈໃນພຣະອົງ!

ເມື່ອຂ້າແນມເບິ່ງກາງແຂນປະຫຼາດ
ບ່ອນທີ່ພຣະຜູ້ຊົງສະຫງ່າລາສີຕາຍ
ຄວາມຮັ່ງມີໃນໂລກຂ້າບໍ່ຢາກໄດ້ແຕ່ຖີ້ມ
ແລະດູຖູກຄວາມພູມໃຈທັງໝົດຂອງຂ້າ

ພຣະເຈົ້າຂ້າຂໍຊົງຫ້າມບໍ່ໃຫ້ຂ້າອວດ
ນອກຈາກຄວາມຕາຍຂອງພຣະຄຣິດເຈົ້າຂ້າ
ທຸກສິ່ງທີ່ມີສະເໜ່ທີ່ສຸດສໍາລັບຂ້າກໍໄຮ້ສາລະ
ຂ້າຂໍຖວາຍມັນແດ່ພຣະໂລຫິດຂອງພຣະອົງ

ຈົ່ງເບິ່ງພຣະສຽນ,ພຣະຫັດ,ພຣະບາດ
ຄວາມທຸກໂສກເສົ້າແລະຄວາມຮັກໄຫຼລົງມາ
ຄວາມສຸກແລະຄວາມໂສກເສົ້າໄດ້ພົບກັນບໍ
ຫຼືໜາມນັ້ນມີມົງກຸດທີ່ອຸດົມສົມບູນ?

ດິນແດນທໍາມະຊາດທັງໝົດເປັນຂອງຂ້້າຫຼື
ຊື່ງຂອງຂວັນນັ້ນເບິ່ງຄືນ້ອຍເກີນໄປ
ຄວາມຮັກຂອງພຣະເຈົ້ານັ້ນໜ້າອັດສະຈັນຫຼາຍ
ຮຽກຮ້ອງຈິດໃຈ,ຊີວິດແລະທຸກສິ່ງຂອງຂ້າ
(“When I Survey the Wondrous Cross,” Isaac Watts, D.D., 1674-1748)

ຈົ່ງວາງໃຈໃນພຣະເຢຊູໃນຄືນນີ້ ແລ້ວຄວາມບາບຂອງທ່ານຈະຖືກຈ່າຍໂດຍຄວາມ ທຸກລໍາບາກ ແລະຄວາມຕາຍຂອງພຣະອົງຢູ່ໃນບ່ອນຂອງທ່ານ-ເທິງໄມ້ກາງແຂນ, ພຣະ ໂລຫິດຂອງພຣະອົງຈະຊົງຊໍາລະທ່ານໃຫ້ພົ້ນຈາກຄວາມບາບໃນວິນາທີທີ່ທ່ານວາງໃຈເຊື່ອ ໃນພຣະອົງ!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາ:
     “‘Tis Midnight, and on Olive’s Brow” (William B. Tappan, 1794-1849).