Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄົນດີຫຼົງຫາຍແລະຄົນຊົ່ວລອດ!

A GOOD MAN LOST AND A BAD MAN SAVED!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.


ຄໍາອຸປະມານີ້,ເປັນເລື່ອງລາວທີ່ພຣະເຢຊູບອກເພື່ອອະທິບາຍຄວາມຈິງອັນຍິ່ງໃຫຍ່ ພຣະເຢຊູຊົງເລົ່າຄໍາອຸປະມານີ້ຕໍ່ບາງຄົນທີ່ເປັນຄົນໝັ້ນໃຈ,ຜູ້ທີ່ວາງໃຈໃນຄວາມດີຂອງຕົນ ເອງ,ຜູ້ທີ່ດູຖູກຄົນອື່ນໆ.

ດຣ.ອາ.ເອ.ທໍຣີ່ຄືນັກປະກາດຜູ້ຍິ່ງໃຫຍ່,ລາວມັກຈະເທດສະໜາໃນເລື່ອງເຫຼົ່ານີ້ສະ ເໝີ,ລາວເອີ້ນຄໍາເທດສະໜານີ້ວ່າ“ຄົນດີຫຼົງຫາຍແລະຄົນຊົ່ວລອດ” ດຣ.ທໍຣີ່ໄດ້ກ່າວວ່າ “ພວກທ່ານບາງຄົນອາດຈະຄິດວ່າຂ້າພະເຈົ້າປີ້ນເລື່ອງ,ມັນຄວນຈະເປັນ“ຄົນດີລອດ ແລະ ຄົນຊົ່ວຫຼົງຫາຍ”ແຕ່ພວກທ່ານຄິດຜິດ,ຫົວເລື່ອງຊັດເຈນ ‘ຄົນດີຫຼົງຫາຍແລະຄົນຊົ່ວລອດ’” ພຣະເຢຊູເປັນຜູ້ເອົາເລື່ອງນີ້ໃຫ້ພວກເຮົາ,ພຣະອົງຊົງເວົ້າເຖິງຄົນດີແລະຄົນບໍ່ດີ,ພຣະຄຣິດ ບອກພວກເຮົາວ່າຄົນດີເປັນຄົນທີ່ຫຼົງຫາຍແລະຄົນຊົ່ວໄດ້ຮັບຄວາມລອດ.

ພວກຟາຣິສີເປັນຄົນດີ, ພວກເຂົາເປັນຄົນເຄັ່ງສາສະໜາ, ພວກເຂົາມີຊີວິດທີ່ດີ, ພວກເກັບພາສີຄືພວກເກັບພາສີອາກອນ,ພວກເຂົາຈະເກັບຫຼາຍເທົ່າທີ່ສາມາດເກັບໄດ້,ພວກເຂົາເປັນຄືກັບແກັງອັນຕະພານ, ພວກເຂົາບັງຄັບຜູ້ຄົນໃຫ້ເອົາເງີນມາໃຫ້ເຂົາຫຼາຍໆ,ພວກ ເຂົາຈະເອົາເງີນສົ່ງໃຫ້ກັບພວກໂຣມັນ,ສ່ວນທີ່ເຫຼືອພວກເຂົາກໍຈະເກັບໄວ້ເພື່ອຕົນເອງ,ພວກຢິວຈະຊັງພວກນີ້, ພວກເຂົາຖືກກ່າວຂານວ່າເປັນຄົນທໍລະຍົດ,ຊົ່ວຊ້າ, ພວກເກັບພາສີຖື ວ່າເປັນຄົນຊົ່ວກວ່າໝູ່ໃນພວກຄົນບາບ,ພວກເຂົາເປັນຄົນຂູດຮີດແລະເປັນໂຈນ,ໃນຄໍາອຸປະມານີ້ພຣະເຢຊູໄດ້ຊົງແບ່ງມະນຸດຊາດອອກ,ພຣະອົງແບ່ງພວກເຂົາອອກເປັນສອງຊົນຊັ້ນ-ຄົນທີ່ຊອບທໍາເອງເຊິ່ງເປັນຄົນທີ່ຫຼົງຫາຍແລະຄົນທີ່ຮູ້ຈັກວ່າຕົນເອງເປັນຄົນບາບແລະລອດແລ້ວ, ຄົນຫຼົງຫາຍແລະຄົນທີ່ລອດແລ້ວ,ຄົນທີ່ຖືກລົງໂທດແລະຄົນທີ່ຖືກເລືອກ,ເຂົ້ານົກ ແລະເຂົ້າດີ, ຄົນທີ່ກໍາລັງກ້າວໄປໃນເສັ້ນທາງສູ່ນາຮົກແລະຄົນທີ່ໄປທາງແຄບສູ່ຄວາມ ລອດ, ພຣະເຢຊູຊົງແບ່ງມະນຸດອອກແລະທຸກຄົນທີ່ຢູ່ທີ່ນີ້ໃນຄໍ່າຄືນນີ້ກໍເປັນໜື່ງໃນຄົນກຸ່ມ ນັ້ນ, ໃນຄືນນີ້ພວກທ່ານຈັດຢູ່ໃນກຸ່ມໃດ? ພຣະເຢຊູຕັດວ່າ“ສອງຄົນຂື້ນໄປອະທິຖານໃນ ພຣະວິຫານ,ຄົນໜື່ງເປັນພວກຟາຣິສີແລະອີກຄົນໜື່ງເປັນຄົນເກັບພາສີ”ຄົນດີແລະຄົນຊົ່ວ, ພວກທ່ານແມ່ນຜູ້ໃດ?

I. ໜື່ງ ຄົນ“ດີ”ເຊິ່ງເປັນຄົນທີ່ຫຼົງຫາຍ.

“ຄົນຟາລິສີນັ້ນຢືນຄິດໃນໃຈຂອງຕົນອະທິຖານວ່າ`ຂ້າແຕ່ພຣະເຈົ້າຂ້າພະ ອົງຂອບຄຸນພຣະອົງທີ່ຂ້າພະອົງບໍ່ເໝືອນຄົນອື່ນຊຶ່ງເປັນຄົນສໍ້ໂກງ ຄົນອະ ທຳ ແລະຄົນລ່ວງປະເວນີ ແລະບໍ່ເໝືອນຄົນເກັບພາສີຄົນນີ້ ໃນອາທິດໜຶ່ງຂ້າພະອົງຖືອົດອາຫານສອງເທື່ອ ແລະສິ່ງສາລະພັດຊຶ່ງຂ້າພະອົງຫາໄດ້ ຂ້າພະອົງໄດ້ເອົາສິບລົດໜຶ່ງມາຖະວາຍ” (ລູກາ 18:11-12)

ໃນສາຍຕາຂອງໂລກລາວເປັນຄົນ“ດີ”ແທ້,ລາວເປັນຄົນມີສິນທໍາ, ລາວເປັນຄົນທີ່ ມີຊີວິດທີ່ສະອາດ, ລາວເປັນຄົນເຄັ່ງສາສະໜາ, ລາວເປັນຄົນໃຈກວ້າງ,ລາວເປັນຄົນທີ່ໜ້າ ເຄົາລົບນັບຖື, ລາວກໍເປັນຄືກັບຂ້າພະເຈົ້າກ່ອນທີ່ຈະໄດ້ຮັບຄວາມລອດ, ຂ້າພະເຈົ້າໃສ່ສູດ ແລ້ວຍ່າງຜ່ານຫ້ອງຮັບແຂກເຮືອນລຸງຂອງຂ້າພະເຈົ້າ,ຄົນອື່ນໆພາກັນເມົາ,ພວກເຂົາກໍາລັງ ພາກັນນອນຢູ່ຕາມເບາະແລະຕາມພື້ນ, ຂ້າພະເຈົ້າອາຍຸໄດ້ 18 ປີ,ຂ້າພະເຈົ້າກໍຄິດວ່າ “ຂ້ອຍບໍ່ຢາກເປັນຄືກັບເຂົາເຈົ້າ” ຂ້າພະເຈົ້າເປັນເດັກດີ,ຂ້າພະເຈົ້າບໍ່ໄດ້ຫຼີ້ນຢາເສບຕິດ,ບໍ່ ໄດ້ເມົາເຫຼົ້າ, ແລະເລິກສູບຢາແລ້ວ, ຂ້າພະເຈົ້າເປັນຄົນດີ, ຂ້າພະເຈົ້າໄດ້ຖະວາຍຕົວທີ່ຈະ ເທດສະໜາໃນຖານະຜູ້ຮັບໃຊ້ຂອງແບັບຕິດ, ຂ້າພະເຈົ້າເປັນຄົນດີຫຼາຍແຕ່ຍັງຫຼົງຫາຍຢູ່! ຂ້າພະເຈົ້າພູມໃຈທີ່ບໍ່ໄດ້ເຮັດສິ່ງທີ່ໄວລຸ້ນຄົນອື່ນເຮັດ, ຂ້າພະເຈົ້າຫຍິ່ງອວດຕົວ, ຂ້າພະ ເຈົ້າຄິດວ່າບໍ່ມີອັນໃດຜິດປົກກະຕິໃນຕົນເອງ, ແຕ່ຂ້າພະເຈົ້າຍັງບໍ່ຮູ້ສຶກດີກັບຕົນເອງ, ຂ້າ ພະເຈົ້າຖາມຕົນເອງວ່າ“ພຣະເຈົ້າຕ້ອງການອັນໃດເພີ່ມອີກ?” ຂ້າພະເຈົ້າໄປໂບດທຸກເຊົ້າ ວັນອາທິດແລະແລງວັນອາທິດ, ຂ້າພະເຈົ້າຟັງບິລລີ່ເກຣແຮມເທດສະໜາທທາງວິທະຍຸທຸກ ຕອນບ່າຍວັນອາທິດ, ຂ້າພະເຈົ້າຮ້ອງເພງໃນຄະນະປະສານສຽງຂອງພວກຄົນໜຸ່ມໃນແລງ ວັນອາທິດ, ຂ້າພະເຈົ້າໄດ້ມອບຊີວິດໃຫ້ກັບພຣະເຈົ້າເພື່ອທີ່ຈະເປັນນັກເທດ,ແຕ່ເລິກໆໃນ ໃຈຂອງຂ້າພະເຈົ້າບໍ່ມີສັນຕິສຸກເລີຍ, ພຣະຄໍາພີກ່າວວ່າ“ພຣະເຈົ້າຂອງຂ້າພະເຈົ້າກ່າວວ່າ ບໍ່ມີສັນຕິສຸກສໍາຫຼັບຄົນຊົ່ວ” (ອິດສະຢາ 57:21) ພຣະເຈົ້າຕ້ອງການອັນໃດເພີ່ມອີກລະ?ຂ້າ ພະເຈົ້າເປັນຄືກັບຄົນຟາຣິສີ!

ລາວໄວ້ໃຈຕົນເອງ,ລາວດູຖູກຄົນອື່ນ, ລາວບໍ່ໄດ້ຍອມຮັບວ່າຕົນເປັນຄົນບາບ,ລາວ ບໍ່ໄດ້ຍອມຮັບໃຈທີ່ບາບຂອງລາວ,ລາວອະທິຖານ“ກັບຕົນເອງ”ແທນທີ່ຈະເປັນພຣະເຈົ້າ, ລາວສະແດງຄວາມຍິນດີກັບຄວາມຊອບທໍາຂອງຕົນເອງ, ພວກທ່ານກໍເປັນແບບນັ້ນແຫຼະ ໃນຄືນນີ້, ພວກທ່ານຄິດວ່າທ່ານເປັນຄົນດີພໍໃນແບບທີ່ຕົນເອງເປັນ, ຫລອກຕົວເອງ,ໄປ ຟັງຄໍາຂອງຊາຕານ, ຖືກມັນຫລອກແລ້ວ, ທ່ານເປັນຄົນຊື່ສັດແລະມີສິນທໍາພາຍນອກ ແຕ່ ໃນໃຈຂອງທ່ານເລິກໆແລ້ວແມ່ນບາບ, ພຣະຄໍາພີກ່າວວ່າໃຈຂອງທ່ານ“ກໍເປັນຕົວລໍ້ລວງ ເໜືອກວ່າສິ່ງໃດ ມັນເສື່ອມຊາມຢ່າງຊົ່ວຮ້າຍ”(ເຢເຣມີ 17:9)ເມື່ອຂ້າພະເຈົ້າເທດເລື່ອງ ນັ້ນພວກທ່ານກໍບໍ່ມັກ, ມັນເຮັດໃຫ້ທ່ານຮູ້ສຶກກັງວົນແລະບໍ່ສະບາຍໃຈ, ພວກທ່ານບໍ່ຕ້ອງ ການທີ່ຈະກວດສອບໃຈຂອງທ່ານ,ພວກທ່ານຢາກຈະເຊື່ອງມັນຈາກພຣະເຈົ້າຄືກັບອາດາມ ແລະທ່ານກໍຖືກສາບແຊ່ງໂດຍພຣະເຈົ້າຄືກັບອາດາມ! ທ່ານເປັນຄົນຫຼົງຫາຍ,ຫຼົງຫາຍໃນ ສາສະໜາແລະສິນລະທໍາ, ຫຼົງຫາຍໃນການຫລອກຕົນເອງ, ຫຼົງຫາຍໃນຄວາມຫວັງຜິດໆ ແລະຖ້າທ່ານຫາກຕາຍແບບທີ່ທ່ານເປັນທ່ານກໍຈະຫຼົງຫາຍໄປຕະຫຼອດເປັນນິດ.

ຕະຫຼອດເປັນນິດ,ຕະຫຼອດເປັນນິດ
ຫຼົງຫາຍໄປຕະຫຼອດເປັນນິດ
ຕະຫຼອດເປັນນິດ,ຕະຫຼອດເປັນນິດ
ຫຼົງຫາຍໄປຕະຫຼອດເປັນນິດ
(“ຕະຫຼອດເປັນນິດ”ໂດຍເອລີຊາເອ.ຮັອຟແມນ 1839-1929)

ຂ້າພະເຈົ້າຈະຖາມຕົນເອງວ່າ“ພຣະເຈົ້າຕ້ອງການອັນໃດຕື່ມອີກ?”ບໍ່ມີອັນໃດທີ່ຂ້າພະເຈົ້າ ເຮັດຄືວ່າພຽງພໍ! ຂ້າພະເຈົ້າຮູ້ສຶກບໍ່ສະບາຍທຸກມື້ແລະທຸກຄືນ-ແລະພວກທ່ານກໍເຊັ່ນກັນ! ທ່ານຈະບໍ່ມີວັນຮູ້ສຶກມີຄວາມສຸກໃນທາງນີ້ໄດ້! ທ່ານຈະບໍ່ມີວັນມີສັນຕິສຸກໃນທາງນີ້ໄດ້! “ພຣະເຈົ້າຂອງຂ້າພະເຈົ້າກ່າວວ່າ ບໍ່ມີສັນຕິສຸກສໍາຫຼັບຄົນຊົ່ວ”(ອິດສະຢາ 57:21)ພວກ ທ່ານເປັນຄືກັບເສດຖີໜຸ່ມ, ທ່ານສືບຕໍ່ຮັກສາບັນຍັດຂອງພຣະເຈົ້າພາຍນອກ,ແຕ່ທ່ານບໍ່ໄດ້ ຄິດເຖິງໃຈທີ່ບາບຂອງທ່ານທີ່ຢູ່ພາຍໃນ,ພວກທ່ານບໍ່ເຂົ້າໃຈເຖິງຈິດສໍານຶກຝ່າຍວິນຍານ ແຫ່ງບັນຍັດຂອງພຣະເຈົ້າ, ບັດຍັດຂອງພຣະເຈົ້າຊື່ງລົງໂທດຕັນຫາທີ່ນ້ອຍທີ່ສຸດແຫ່ງໃຈ ຂອງທ່ານ! ພວກທ່ານເປັນຄົນດີໃນຄວາມຄິດຂອງທ່ານເອງ,ແຕ່ທ່ານເປັນຄົນດີທີ່ບໍ່ມີຫຍັງ ໃນສາຍພຣະເນດຂອງພຣະເຈົ້າ! ຖ້າທ່ານຫາກຕາຍແບບນີ້ທ່ານກໍຈະໄປສູ່ແປວໄຟນາຮົກ ເປັນນິດ!

ຕະຫຼອດເປັນນິດ,ຕະຫຼອດເປັນນິດ
ຫຼົງຫາຍໄປຕະຫຼອດເປັນນິດ

ແຕ່ຂ້າພະເຈົ້າຢາກສະແດງໃຫ້ພວກທ່ານເຫັນອີກສິ່ງໜື່ງກ່ຽວກັບຜູ້ຊາຍຄົນນີ້,ຄໍາ ອະທິຖານຂອງລາວສະແດງໃຫ້ເຫັນການຫລອກລວງທີ່ລາວເປັນ,ລາວຄືຂອງປອມຢ່າງສີ້ນເຊີງ,ລາວບໍ່ມີຄວາມຮູ້ເລື່ອງພຣະເຈົ້າຫຍັງເລີຍ, “ຄໍາອະທິຖານ”ຂອງລາວເປັນຂອງປອມ ແລະຂອງທຽມ, ຄໍາອະທິຖານຂອງບຸກຄົນໜື່ງມັກສະແດງໃຫ້ເຫັນວ່າພວກເຂົາບໍ່ເຄີຍກັບ ໃຈໃໝ່ເລີຍ, ຄໍາອະທິຖານຂອງພວກເຂົາມີສຽງທີ່ຜິດໆຕໍ່ເຂົາ,ພວກເຂົາເປັນນັກອະທິຖານ ເຄື່ອງຈັກ,ພວກເຂົາທໍາທ່າເຮັດ,ພວກເຂົາບໍ່ໄດ້ອະທິຖານແທ້! ພຽງແຕ່ເວົ້າປະໂຫຍກທີ່ເຮັດ ໃຫ້ຜູ້ອື່ນປະທັບໃຈ-ຫຼືເພື່ອຫລອກລວງຕົນເອງ, ຜູ້ຊາຍຄົນນີ້ບໍ່ໄດ້ອະທິຖານຫຍັງເລີຍ! ລາວຍິນດີກັບ“ຄວາມດີ”ຂອງຕົນເອງ-“ຂ້າແດ່ພຣະເຈົ້າ ຂ້າພະອົງຂອບຄຸນພຣະອົງທີ່ຂ້າ ພະອົງບໍ່ຄືຄົນອື່ນ” ເປັນບ້າອີຫຼີ! ລາວຮູ້ບໍ່ວ່າພຣະເຈົ້າຊົງຮູ້ວ່າລາວເວົ້າຜິດແນວໃດ?ຄໍາ ເວົ້າຜິດໆ! ລາວເຊື່ອໃນພຣະເຈົ້າແທ້ບໍ? ບໍ່ໄດ້ຢູ່ໃນຄວາມຮູ້ສຶກແທ້ໃດໆ, ພຣະເຈົ້າເປັນ ພຽງແຕ່ຄວາມຄິດທີ່ບໍ່ມີຕົວຕົນ,ບໍ່ແມ່ນເປັນບຸກຄົນຫຼືພຣະເຈົ້າແທ້-ບໍ່ແມ່ນພຣະເຈົ້າຜູ້ຊົງ ພຣະຊົນຢູ່ອີກຕໍ່ໄປ! ຂ້າພະເຈົ້າຮູ້ໄດ້ແນວໃດ? ເພາະລາວ“ຢືນຄິດໃນໃຈຂອງຕົນອະທິ ຖານວ່າ”(ລູກາ 18:11)ມັນສາມາດແປໄດ້ວ່າ“ລາວອະທິຖານຕໍ່ໂຕລາວເອງ”(ເອັນໄອວີ ໝາຍເຫດ ກ)ໃນຄວາມເປັນຈິງແລ້ວຜູ້ຊາຍຄົນນີ້ບໍ່ໄດ້ອະທິຖານຕໍ່ພຣະເຈົ້າເລີຍ!ລາວພຽງ ແຕ່ຄຸຍໂມ້ເລື່ອງຄວາມດີຂອງຕົນເອງເທົ່ານັ້ນ,ລາວອະທິຖານຕໍ່ຕົນເອງບໍ່ແມ່ນຕໍ່ພຣະເຈົ້າ! ມັນບໍ່ແມ່ນແບບດຽວກັນທີ່ພວກທ່ານອະທິຖານບບໍ?ພວກທ່ານເຄີຍເປັນບໍທີ່ວ່າບາງເທື່ອກໍຮູ້ສຶກວ່າຕົນເອງກໍາລັງອະທິຖານຕໍ່ຕົນເອງ? ມັນບໍ່ແມ່ນເຫດຜົນທີ່ທ່ານຢ້ານທີ່ຈະອະທິຖານ ສຽງດັງໃນການປະຊຸມອະທິຖານບໍ? ມັນເປັນເພາະທ່ານຄິດວ່າຄົນອື່ນຈະຄິດວ່າຄໍາອະທິ ຖານຂອງທ່ານນັ້ນຜິດບໍ? ເຊິ່ງທ່ານຢາກຈະໂຊຄໍາອະທີີຖານເທົ່ານັ້ນບໍ? ແລະອັນນີ້ບໍ່ໄດ້ ສະແດງໃຫ້ເຫັນວ່າທ່ານເປັນຄົນທີ່ຫຼົງຫາຍບໍ,ຄົນຫຼົງຫາຍທີ່ບໍ່ສາມາດອະທິຖານຕໍ່ພຣະເຈົ້າຢ່າງແທ້ຈິງໄດ້? ໃນຂໍ້ 14 ພຣະເຈົ້າບອກພວກເຮົາຢ່າງຊັດເຈນວ່າຄົນທີ່ເອີ້ນວ່າເປັນຄົນ “ດີ”ນີ້ບໍ່ແມ່ນ“ຄົນຊອບທໍາ” ລາວບໍ່ແມ່ນຄົນທີ່ລອດແລ້ວ, ລາວຍັງບໍ່ລອດ, ເປັນຄົນເຄັ່ງສາ ສະໜາແຕ່ຍັງບໍ່ລອດ, ລາວຈະຕ້ອງຕົກນາຮົກຕະຫຼອດໄປເປັນນິດ!

ຕະຫຼອດເປັນນິດ,ຕະຫຼອດເປັນນິດ
ຫຼົງຫາຍໄປຕະຫຼອດເປັນນິດ

ລາວເປັນຄົນໜ້າຊື່ໃຈຄົດ-ແລະພວກທ່ານກໍເຊັ່ນກັນ!ລາວທໍາທ່າວ່າອະທິຖານຕໍ່ພຣະເຈົ້າ-ແລະພວກທ່ານກໍຄືກັນ,ມື້ໜື່ງ“ຄວາມດີ”ຂອງທ່ານເອງຈະບໍ່ຊ່ວຍທ່ານໄດ້,ບາງສິ່ງທີ່ເປັນຕາຢ້ານຈະເກີດຂື້ນກັບພວກທ່ານຄືກັບທີ່ມັນເກີດຂື້ນກັບທຸກຄົນ,ແຕ່ໃນມື້ແຫ່ງໜ້າຄວາມຢ້ານ ແລະເຈັບໃຈຄວາມເສແສ້ງຂອງທ່ານຈະບໍ່ຊ່ວຍຫຍັງເລີຍ: ພຣະຄໍາພີກ່າວວ່າ“ຄວາມສະ ທົກສະທ້ານເຮັດໃຫ້ຄົນໜ້າຊື່ໃຈຄົດປະຫຼາດໃຈ”(ອິດສະຢາ 33:14)ທ່ານຈະຕາຍແລະຈະ ຢືນຢູ່ຕໍ່ໜ້າພຣະເຈົ້າແລ້ວພຣະເຈົ້າຈະກ່າວວ່າ“ຈົ່ງໄປໃຫ້ພົ້ນ ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ”(ມັດ ທາຍ 7:23)ຈາກນັ້ນສາສະໜາທີ່ຜິດໆຂອງທ່ານກໍຈະບໍ່ເຮັດດີຫຍັງກັບທ່ານເລີຍ,ພຣະເຈົ້າ ຈະຊົງໂຍນຄົນໜ້າຊື່ໃຈຄົດຄືກັບທ່ານລົງໃນບຶງໄຟ, ລາວເປັນຄົນດີໃນສາຍຕາຂອງໂລກ, ແຕ່ລາວເປັນຄົນທີ່ຫຼົງຫາຍໃນສາຍພຣະເນດຂອງພຣະເຈົ້າ! ທ່ານອາດຈະດູດີໃນສາຍຕາ ໂລກ,ແຕ່ທ່ານຍັງເປັນຄົນບໍ່ລອດໃນສາຍພຣະເນດຂອງພຣະເຈົ້າຢູ່.

II. ສອງ ຄົນຊົ່ວຜູ້ທີ່ໄດ້ຮັບຄວາມລອດ.

“ຝ່າຍຄົນເກັບພາສີນັ້ນຢືນຢູ່ແຕ່ໄກບໍ່ແຫງນເບິ່ງຟ້າແຕ່ຕີເອິກຂອງຕົນວ່າ `ຂ້າແຕ່ພຣະເຈົ້າຂໍຊົງໂຜດພຣະເມດຕາແກ່ຂ້າພະອົງຜູ້ເປັນຄົນບາບເຖີດ” (ລູກາ 18:14)

ລາວບໍ່ເຄີຍເປັນຄົນດີ,ລາວບໍ່ໄດ້ເປັນຄົນມີສິນລະທໍາ: ລາວບໍ່ເຄີຍເຫັນວ່າຕົນເປັນຄົນບາບ ແນວໃດ? ພຣະວິນຍານບໍລິສຸດໄດ້ສະແດງໃຫ້ລາວເຫັນວ່າແທ້ຈິງແລ້ວລາວເປັນຄົນບາບທີ່ ຫຼົງຫາຍຢູ່, ລາວຮູ້ສຶກວ່າລາວຄູ່ຄວນກັບການລົງໂທດຈາກພຣະເຈົ້າ,ລາວຮູ້ສຶກຄືກັບນັກ ແຕ່ງເພງສັນລະເສີນທີ່ເວົ້າວ່າ“ບາບຂອງຂ້າພະອົງຢູ່ຕໍ່ໜ້າຂ້າພະອົງສະເໝີ”(51:3)ດຣ. ຈອນຈິວໄດ້ກ່າວວ່າ“ລາວບໍ່ສາມາດແນມຂື້ນໄດ້,ຄວາມອາຍເຮັດໃຫ້ລາວໜ້າແດງ,ຄວາມ ໂສກເສົ້າເປັນເຫດ(ໃບໜ້າຂອງລາວ)ຕົກ,ຄວາມຢ້ານພຣະພິໂລດແລະຄວາມບໍ່ຊົງພໍພຣະ ໄທ(ຂອງພຣະເຈົ້າ)ໄດ້ຄອບງໍາລາວ,ລາວແນມເບິ່ງໂຕເອງໃນຖານະຄົນທີ່ບໍ່ຄູ່ຄວນກັບ (ພຣະຄຸນຂອງພຣະເຈົ້າ)ລາວຕີເອິກຂອງຕົນເອງ...ລາວເຮັດແບບນີ້ເພື່ອປຸກແລະກະຕຸ້ນໃຈຂອງລາວເພື່ອຮ້ອງຫາພຣະເຈົ້າ...ເວົ້າວ່າ ‘ໂອຂ້າແດ່ພຣະເຈົ້າ ຂໍຊົງພຣະເມດຕາແກ່ຂ້າ ພະອົງຜູ້ເປັນຄົນບາບເທີນ’! ນີ້ແມ່ນຄໍາອະທິຖານຂອງລາວ,ສັ້ນໆແຕ່ເຕັມລົ້ນ...ເຊິ່ງເປັນ ການສາລະພາບວ່າລາວເປັນຄົນບາບຄົນໜື່ງ,ຄົນບາບໃນອາດາມ,ຄົນບາບທີ່(ສືບທອດ)ທໍາມະຊາດບາບຈາກອາດາມ,ຖືກຖືພາແລະຄອດໃນຄວາມບາບ,ແລະເປັນຄົນບາບໂດຍການ ກະທໍາ,ໄດ້ຍອມຮັບວ່າເຮັດການລະເມີດຫຼາຍຢ່າງ,ຮູ້ສຶກຜິດແລະເປັນຄົນບາບທີ່ສົກກະ ປົກ-ຄູ່ຄວນກັບພຣະພິໂລດຂອງພຣະເຈົ້າແລະນາຮົກ(ສ່ວນ)ທີ່ເລິກທີ່ສຸດ...ພຣະເຈົ້າຊົງຕໍ່ສູ້ ຄົນທີ່ເຮັດບາບ”(ໝາຍເຫດໃນລູກາ 18:13)

ແລະພວກທ່ານອາດຈະປະສົບກັບການສໍານຶກເລື່ອງບາບຂອງທ່ານແລະຍັງບໍ່ລອດ ຂ້າພະເຈົ້າເຄີຍເຫັນໃບໜ້າຂອງຜູ້ຄົນປຽກໄປດ້ວຍນໍ້າຕາແຫ່ງການສໍານຶກຜິດ,ແຕ່ພວກເຂົາຍັງບໍ່ເຄີຍລອດເຖິງແມ່ນຈະຜ່ານຊ່ວງເວລາແຫ່ງການຮ້ອງໄຫ້ແລະໂສກເສົ້າເພາະບາບ ຂອງຕົນກໍຕາມ, ຂ້າພະເຈົ້າເຄີຍເຫັນຜູ້ຄົນຜ່ານຄວາມເສົ້າແລະການສໍານຶກຜິດບາບຫຼາຍ ເທື່ອ,ແຕ່ພວກເຂົາກໍບໍ່ເຄີຍໄດ້ຮັບຄວາມລອດ, ຂ້າພະເຈົ້າໄດ້ຍິນຜູ້ຄົນເວົ້າວ່າ“ຂ້ອຍຮູ້ສຶກ ບາບແລະຜິດ”ຂ້າພະເຈົ້າໄດ້ຍິນພວກເຂົາເວົ້າແບບນັ້ນພ້ອມທັງນໍ້າຕາ-ແຕ່ພວກເຂົາຍັງບໍ່ ເຄີຍລອດ! ມັນເປັນໄປໄດ້ແນວໃດ? ຂ້າພະເຈົ້າຈະຂໍເວົ້າຢ່າງຊັດເຈນເທົ່າທີ່ຈະເປັນໄປໄດ້ ການສໍານຶກຜິດບາບບໍ່ແມ່ນການກັບໃຈໃໝ່ຈາກຄວາມຜິດບາບ, ທ່ານສາມາດມາພາຍໃຕ້ ການສໍານຶກເລື່ອງບາບແລະຍັງບໍ່ໄດ້ຮັບຄວາມລອດໂດຍພຣະເຢຊູເທື່ອ,ຂ້າພະເຈົ້າເຄີຍເຫັນຜູ້ຄົນນໍ້າຕາໄຫຼຫຼາຍໆເທື່ອ-ແຕ່ພວກເຂົາຍັງບໍ່ເຄີຍເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າເທື່ອ, ດຣ.ມາຕິນລອຍໂຈນເຂົ້າໃຈເລື່ອງນັ້ນດີ, ລາວເວົ້າວ່າ“ການມາເປັນຄຣິສຕຽນຄົນໜື່ງຄືວິ ກິດການ,ເຫດການທີ່ສໍາຄັນການປ່ຽນແປງຄັ້ງໃຫຍ່ເຊິ່ງພັນທະສັນຍາໃໝ່ໄດ້ອະທິບາຍໃນ ຮູບແບບຂອງການເກີດໃໝ່ຫຼືການສ້າງຂື້ນໃໝ່...ຫຼາຍກວ່ານັ້ນມັນຖືກອະທິບາຍວ່າເປັນ ການກະທໍາເໜືອທໍາມະຊາດ(ເຮັດໄປແລ້ວ)ໂດຍພຣະເຈົ້າເອງ,ບາງສິ່ງບາງຢ່າງທີ່ປຽບທຽບຈິດວິນຍານທີ່ຕາຍແລ້ວເຮັດໃຫ້ມີຊີວິດອີກ...”ມັນຄືວິກິດການເຊິ່ງພຣະເຈົ້າເຮັດໃຫ້ທ່ານ ກຽດຊັງໃຈທີ່ບາບຂອງທ່ານ, ມັນຄືວິກິດການທີ່ພຣະເຈົ້າຊົງສ້າງພາຍໃນທ່ານ,ມັນເກີດຂື້ນ ເມື່ອການສໍານຶກເຮັດໃຫ້ທ່ານສະແຫວງຫາຄວາມບັນເທົາ, ຈອນບັນຢັນຢູ່ພາຍໃຕ້ການສໍາ ນຶກບາບເປັນເວລາເຈັດປີ, ມັນຄືເຈັດປີແຫ່ງນາຮົກໃນໂລກ, ຂ້າພະເຈົ້າຮູ້ຈັກໂດຍປະສົບ ການວ່າການສໍານຶກເລື່ອງບາບບໍ່ແມ່ນການກັບໃຈໃໝ່ຈາກຄວາມຜິດບາບ.

ເມື່ອພວກເຂົາເຫັນຄົນໜື່ງມີນໍ້າຕາ,ພວກຂ່າວປະເສີດສະໄໝໃໝ່ກໍຄິດວ່າເຂົາລອດແລ້ວ!ແຕ່ພວກເຂົາຍັງບໍ່ເຄີຍຢູ່ໃນສະພາບເຈັບປວດທີ່ເລິກເຊິງ,ເມື່ອທ່ານເຫັນນໍ້າຕາແລະ ທັນໃດນັ້ນກໍບອກໃຫ້ເຂົາເຊື່ອວາງໃຈໃນພຣະເຢຊູມັນມັກຈະບໍ່ເກີດຂື້ນ, ພວກເຂົາຍັງບໍ່ເຄີຍ ເພພຽງພໍທີ່ຈະສະແຫວງຫາພຣະເຢຊູເພື່ອທີ່ຈະຊ່ວຍເຂົາໃຫ້ພົ້ນໄດ້, ນັ້ນແຫຼະທີ່ເຂົາເຈົ້າ ມັກເວົ້າວ່າ“ແລະຫຼັງຈາກນັ້ນຂ້ອຍກໍໄດ້ເຊື່ອວາງໃຈໃນພຣະເຢຊູ”ພວກເຂົາຂຽນເລື່ອງຂອງ ເຂົາໝົດເປັນໜ້າເຈ້ຍ,ແຕ່ພັດເວົ້າເຖິງພຣະເຢຊູຄຣິດເຈົ້າແຕ່ໜ້ອຍດຽວ,ຫຼັງຈາກນັ້ນສອງ ສາມອາທິດຕໍ່ມາເມື່ອພວກເຮົາຖາມເຂົາເຂົາກໍຕອບວ່າ“ຂ້ອຍເຊື່ອວ່າພຣະເຢຊູຕາຍເພື່ອ ຂ້ອຍ” “ນັ້ນ”ສະແດງໃຫ້ເຫັນວ່າພວກເຂົາເຊື່ອແຕ່ຫຼັກຄໍາສອນອັນໜື່ງບໍ່ແມ່ນພຣະເຢຊູເອງ ຄົນບາບທີ່ຫຼົງຫາຍຈະບໍ່ມີວັນເຊື່ອວາງໃຈໃນພຣະເຢຊູເອງ,ບໍ່ເຊື່ອນອກຈາກທ່ານຈະທໍ້ແທ້ ໃຈຫຼາຍ,ບໍ່ເຊື່ອນອກຈາກທ່ານຈະເຫັນວ່າບໍ່ມີທາງອື່ນທີ່ຈະຫຼົບໜີຈາກຄວາມເຈັບປວດແລະທໍລະມານແຫ່ງການສໍານຶກ, ບາງເທື່ອແບບນັ້ນກໍເກີດຂື້ນໄວ,ແຕ່ປົກກະຕິທ່ານຈະຕ້ອງຜ່ານ ການກັບໃຈໃໝ່ແບບຜິດໆ,ພຽງເທົ່ານັ້ນທ່ານກໍຈະເວົ້າກັບອັກຄະສາວົກວ່າ “ໂອຂ້າພະເຈົ້າ ເປັນຄົນໜ້າສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນ(ຈາກຮ່າງກາຍທີ່ຕາຍແລ້ວນີ້ໄດ້)?” (ໂຣມ 7:24)ຫຼັງຈາກນັ້ນທ່ານກໍຈະຮ້ອງຫາຄວາມເມດຕາຂອງພຣະເຈົ້າແບບທີ່ຄົນເກັບ ພາສີຄົນນັ້ນເຮັດ! ພຽງເທົ່ານັ້ນພຣະເຈົ້າກໍຈະຕອບທ່ານແລະຊັກນໍາທ່ານເຂົ້າຫາພຣະເຢຊູ!

ພວກຂ່າວປະເສີດສະໄໝໃໝ່ຕ້ອງການໃຫ້ທຸກສິ່ງສໍາເລັດໄວໆແລະງ່າຍໆ,ພວກ ເຮົາເຫັນແບບນັ້ນໃນການຟື້ນຟູປີກາຍນີ້,ພວກທ່ານຫຼາຍຄົນອອກມາເວົ້າວ່າ“ແລະຫຼັງຈາກ ນັ້ນຂ້ອຍກໍໄດ້ເຊື່ອວາງໃຈໃນພຣະເຢຊູເພື່ອທີ່ຈະຊ່ວຍຂ້ອຍ” ຫຼື“ຈາກນັ້ນຂ້ອຍກໍເຊື່ອວ່າ ພຣະເຢຊູຊົງຊ່ວຍຂ້ອຍ”ພຣະເຢຊູຄຣິດເຈົ້າເກືອບຖືກລືມໄປຢ່າງສີ້ນເຊີງ, ຖືກຖີ້ມເພາະ ພວກທ່ານບໍ່ໄດ້ສໍານຶກບາບ, ສໍານຶກເລື່ອງຄວາມມືດມົນແຫ່ງໃຈຂອງທ່ານ, ສໍານຶກເລື່ອງ ຄວາມເປັນສັດຕູຕໍ່ພຣະເຈົ້າ, ສໍານຶກເລື່ອງຄວາມຈິງທີ່ວ່າທ່ານບໍ່ສາມາດປ່ຽນໂຕເອງໄດ້, ຈອນເຄແກນເວົ້າວ່າ“ຂ້ອຍຕ້ອງມາຫາພຣະເຢຊູແຕ່ຂ້ອຍເຮັດບໍ່ໄດ້” “ໂອຂ້າພະເຈົ້າເປັນ ຄົນໜ້າສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນໄດ້? ພວກເຮົາບອກທ່ານວ່າພຽງແຕ່ ທ່ານເຊື່ອວ່າພຣະເຢຊູສາມາດຊ່ວຍທ່ານໄດ້, ທ່ານເສຍໃຈໜ້ອຍໜື່ງແລະຫຼັງຈາກນັ້ນ ທ່ານກໍກັບໄປນອນຝ່າຍຈິດວິນຍານ, ແລະພວກທ່ານຫຼາຍຄົນຈື່ງບໍ່ເຄີຍກັບໃຈໃໝ່ເລີຍ? ທ່ານຈະຕ້ອງກັບໄປແລະຜ່ານຂັ້ນຕອນແຫ່ງການສໍານຶກທັງໝົດອີກ,ການກັບໃຈໃໝ່ຄືສິ່ງທີ່ສໍາຄັນທີ່ສຸດທີ່ຈະເກີດຂື້ນໃນຊີວິດຂອງທ່ານ,ທ່ານບໍ່ສາມາດອະທິບາຍຄວາມເຊື່ອຂອງທ່ານໃນພຣະເຢຊູໃນໜື່ງປະໂຫຍກຫຼືເຄິ່ງໜື່ງແບບທີ່ຜູ້ຍິງຄົນໜື່ງເຮັດໄດ້,ຜູ້ຍິງຄົນໜື່ງທີ່ຕອນນີ້ ໄດ້ກັບໄປສູ່ການນອນແລະບໍ່ມີການສໍານຶກຍັງເລີຍ, ຖ້າທ່ານບໍ່ຢູ່ພາຍໃຕ້ການສໍານຶກເລື່ອງ ບາບດ້ວຍນໍ້າຕາ,ເປັນຫຍັງທ່ານຈື່ງອອກມາຂ້າງໜ້າລະ? ພວກທ່ານຄິດວ່າພວກເຮົາສາ ມາດເຮັດບາງສິ່ງບາງຢ່າງໄດ້ບໍ?ບາງຢ່າງທີ່ຈະເຮັດໃຫ້ທ່ານຜ່ານປະສົບການທັງໝົດໃນ ສອງສາມນາທີບໍ?ເຖິງແມ່ນວ່າທ່ານຈະມາທີ່ແທ່ນ 1,000 ພັນເທື່ອກໍບໍ່ມີຫຍັງທີ່ພວກເຮົາ ສາມາດເຮັດເພື່ອທ່ານໄດ້,ບໍ່ມີອັນໃດທີ່ພວກເຮົາສາມາດສອນທ່ານໄດ້,ບໍ່ມີອັນໃດທີ່ພວກ ເຮົາສາມາດເວົ້າເພື່ອຊ່ວຍທ່ານໄດ້! ມີພຽງພຣະເຈົ້າເທົ່ານັ້ນທີ່ຊ່ວຍທ່ານໄດ້-ແລະພຣະເຈົ້າ ກໍບໍ່ເຄີຍຊ່ວຍຄົນໜ້າຊື່ໃຈຄົດ,ພວກທ່ານສາມາດໄດ້ໃບປະລິນຍາເອກຈາກມະຫາວິທະຍາ ໄລໂດຍປາສະຈາກການສຶກສາຢ່າງໜັກແລະບໍ່ໄດ້ຫຼັບນອນໃນຕອນກາງຄືນໄດ້ບໍ?ແນ່ນອນບໍ່ໄດ້! ແຕ່ການກັບໃຈໃໝ່ໃນພຣະເຢຊູແນ່ນອນສໍາຄັນຫຼາຍກວ່າປະລິນຍາເອກ,ການກັບໃຈ ໃໝ່ແທ້ຄືປະສົບການທີ່ສໍາຄັນທີ່ສຸດທີ່ທ່ານສາມາດມີໄດ້ໃນຊີວິດຂອງທ່ານ,ແຕ່ທ່ານຈະບໍ່ມີ ວັນກັບໃຈໄດ້ນອກຈາກທ່ານຈະຮູ້ສຶກວ່າຍັງຫຼົງຫາຍຢູ່, ທ່ານຈະບໍ່ມີວັນວັນກັບໃຈໄດ້ນອກ ຈາກທ່ານຈະຮູ້ສຶກໝົດຫວັງ,ທ່ານຈະບໍ່ມີວັນກັບໃຈໄດ້ນອກຈາກທ່ານຈະຊັງຄວາມບາບທີ່ຢູ່ໃນໃຈແລະໃນຊີວິດຂອງຕົນ,ນອກຈາກທ່ານຈະຮ້ອງວ່າ“ໂອຂ້າແດ່ພຣະເຈົ້າຂໍຊົງພຣະເມດຕາຂ້າພະອົງຜູ້ເປັນຄົນບາບແດ່ທ້ອນ”ຂໍໃຫ້ເຮົາຢືນຂື້ນແລ້ວຮ້ອງບົດເພງທີ່ 10 ຢູ່ໃນເຈ້ຍ ຂອງທ່ານທີ່ຊື່ວ່າ“ເຊີນມາທ່ານຄົນບາບ” ໂດຍໂຈເຊບຮາທ(1712-1768).

ຕອນນີ້ຂ້າພະເຈົ້າຂໍຮ້ອງໃຫ້ທ່ານເຊື່ອວາງໃຈໃນພຣະເຢຊູໃນຄືນນີ້,ຖ້າທ່ານຫາກຢູ່ພາຍໃຕ້ການສໍານຶກຜິດ,ຖ້າທ່ານຫາກຮູ້ສຶກໝົດຫວັງ,ຮູ້ສຶກຫຼົງຫາຍຢູ່ຂໍເຊີນມາຂ້າງໜ້າທໍາ ມາດນີ້ແລ້ວພວກເຮົາຈະສົນທະນາກັບພວກທ່ານກ່ຽວກັບພຣະເຢຊູ,ພຣະເຢຊູຊົງລົງມາຈາກສະຫວັນສູ່ໂລກນີ້,ພຣະອົງຊົງຖືກຄຶງໃສ່ໄມ້ກາງແຂນແລະຊົງຕາຍຢູ່ໃນບ່ອນຂອງທ່ານເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ,ເພື່ອໄຖ່ທ່ານຈາກການພິພາກສາແລະນາຮົກ, ແລ້ວພຣະ ອົງຊົງຟື້ນຂື້ນມາຈາກຄວາມຕາຍແລະສະເດັດສູ່ຟ້າສະຫວັນ, ເມື່ອທ່ານເຊື່ອວາງໃຈໃນ ພຣະອົງ,ພຣະອົງຈະຊ່ວຍທ່ານໃຫ້ພົ້ນຈາກຄວາມຜິດບາບ, ຂໍເຊີນຢືນຂື້ນແລ້ວຮ້ອງເພງ “ເຊີນມາທ່ານຄົນບາບ” ມັນຢູ່ໃນໜ້າ 10 ຂອງປື້ມເພງຂອງທ່ານ.

ເຊີນຄົນບາບ,ລໍາບາກ,ໜ້າສົງສານ,ອ່ອນແອ,ບາດເຈັບ,ເຈັບແລະປວດ
ພຣະເຢຊູຊົງຢືນຢູ່ເພື່ອຊ່ວຍທ່ານ,ເຕັມດ້ວຍຄວາມເອັນດີ,ຮັກແລະລິດ
ພຣະອົງຊົງສາມາດ,ຊົງສາມາດ,ພຣະອົງຊົງເຕັມໃຈ,ຈົ່ງຢ່າສົງໄສ
ພຣະອົງຊົງສາມາດ,ຊົງສາມາດ,ພຣະອົງຊົງເຕັມໃຈ,ຈົ່ງຢ່າສົງໄສ

ເຊີນມາຄົນອ່ອນເພຍ,ພາລະໜັກ,ເຈັບຊໍ້າແລະເຈັບເພາະລົ້ມ
ຖ້າທ່ານລໍຖ້າຈົນທ່ານດີຂື້ນ,ທ່ານກໍຈະບໍ່ມີວັນມາຈັກເທື່ອ
ບໍ່ແມ່ນຄວາມຊອບທໍາ,ຄວາມຊອບທໍາ,ພຣະເຢຊູມາເພື່ອເອີ້ນ
ບໍ່ແມ່ນຄວາມຊອບທໍາ,ຄວາມຊອບທໍາ,ພຣະເຢຊູມາເພື່ອເອີ້ນ

ຈົ່ງເບິ່ງພຣະຜູ້ຊ່ວຍ,ສະເດັດຂື້ນຊົງຂໍຮ້ອງດ້ວຍພຣະໂລຫິດພຣະອົງ
ຈົ່ງຖີ້ມໂຕທ່ານເທີງພຣະອົງໝົດສີ້ນ,ຈົ່ງຢ່າວາງໃຈໃນສິ່ງອື່ນ
ບໍ່ມີຜູ້ໃດນອກຈາກພຣະເຢຊູ.ນອກຈາກພຣະເຢຊູທີ່ຊ່ວຍຄົນບາບໄດ້
ບໍ່ມີຜູ້ໃດນອກຈາກພຣະເຢຊູ.ນອກຈາກພຣະເຢຊູທີ່ຊ່ວຍຄົນບາບໄດ້
(“ເຊີນມາຄົນບາບ”ໂດຍໂຈເຊບຮາທ 1712-1768 ດັດແປງໂດຍສິດຍາ ພິບານ)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Come, Ye Sinners” (Joseph Hart, 1712-1768).

ໂຄງຮ່າງບົດເທດສະໜາ

ຄົນດີຫຼົງຫາຍແລະຄົນຊົ່ວລອດ!

A GOOD MAN LOST AND A BAD MAN SAVED!

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ສຳລັບບາງຄົົນທີ່ໄວ້ໃຈໃນຕົນເອງວ່າເປັນຄົນຊອບທຳແລະໄດ້ດູຖືກຄົນອື່ນນັ້ນພຣະອົງຕັດຄຳອຸບປະມານີ້ວ່າ "ມີຊາຍສອງຄົນຂຶ້ນໄປອະທິຖານໃນພຣະວິຫານ ຄົນໜຶ່ງເປັນພວກຟາລິສີແລະຄົນໜຶ່ງເປັນພວກເກັບພາສີ ຄົນຟາລິສີນັ້ນຍືນນຶກໃນໃຈຂອງຕົນອະທິຖານວ່າ `ຂ້າແຕ່ພຣະເຈົ້າຂ້າພະອົງຂອບຄຸນພຣະອົງທີ່ຂ້າພະອົງບໍ່ເໝືອນຄົນອື່ນ ຊຶ່ງເປັນຄົນສໍ້ໂກງ ຄົນອະທຳ ແລະຄົນລ່ວງປະເວນີ ແລະບໍ່ເໝືອນຄົນເກັບພາສີຄົນນີ້ ໃນອາທິດໜຶ່ງຂ້າພະອົງຖືອົດອາຫານສອງຫົນ ແລະສິ່ງສາລະພັດຊຶ່ງຂ້າພະອົງຫາໄດ້ ຂ້າພະອົງໄດ້ເອົາສິບລົດໜຶ່ງມາຖະວາຍ' ຝ່າຍຄົນເກັບພາສີນັ້ນຍືນຢູ່ແຕ່ໄກບໍ່ແຫງນເບິ່ງຟ້າແຕ່ຕີເອິກຂອງຕົນວ່າ `ຂ້າແຕ່ພຣະເຈົ້າຂໍຊົງໂຜດພຣະເມດຕາແກ່ຂ້າພະອົງຜູ້ເປັນຄົນບາບເຖີດ' ເຮົາບອກທ່ານທັງຫລາຍວ່າ ຄົນນີ້ແຫຼະເມື່ອກັບລົງໄປຍັງບ້ານຂອງຕົນກໍຖືວ່າຊອບທຳຍິ່ງກວ່າອີກຄົນໜຶ່ງນັ້ນເພາະວ່າທຸກຄົົນທີ່ຍົກຕົວຂຶ້ນຈະຕ້ອງຖືກຢຽບລົງແຕ່ທຸກຄົົນທີ່ໄດ້ຖ່ອມຕົວລົງຈະຕ້ອງຖືກຍົກຂຶ້ນ” (ລູກາ 18:9-14)

I.      ໜື່ງ ຄົນ“ດີ”ທີ່ເປັນຄົນທີ່ຫຼົງຫາຍ. ລູກາ 18:11-12;ເອຊາຢາ 57:21;ເຢເຣມີ
17:9; ເອຊາຢາ 33:14; ມັດທາຍ 7:23

II.    ສອງ ຄົນຊົ່ວເຊິ່ງເປັນຜູ້ທີ່ໄດ້ຮັບຄວາມລອດ. ລູກາ18:13; ເພງສັນລະເສີນ 51:3; ໂຣມ 7:24