Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ທ່ານທັງຫຼາຍເປັນເກືອແຫ່ງໂລກແລະ
ເປັນຄວາມສະຫວ່າງຂອງໂລກ!

YOU ARE THE SALT OF THE EARTH
AND THE LIGHT OF THE WORLD!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 26/2/2017
A sermon preached at the Baptist Tabernacle of Los Angeles
Lord's Day Evening, February 26, 2017

“ທ່ານທັງຫລາຍເປັນເກືອແຫ່ງໂລກ ແຕ່ຖ້າເກືອນັ້ນໝົດລົດເຄັມໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ແນວໃດ ຈາກນັ້ນໄປກໍບໍ່ເປັນປະໂຫຍດຫຍັງ ມີແຕ່ຈະຖິ້ມສຳລັບຄົນຢຽບຢໍ່າ ທ່ານທັງຫລາຍເປັນຄວາມສະຫວ່າງຂອງໂລກ ນະຄອນຊຶ່ງຢູ່ເທິງພູຈະປິດບັງໄວ້ບໍ່ໄດ້ ບໍ່ມີຜູ້ໃດຈຸດທຽນແລ້ວນຳໄປວາງໄວ້ໃນຖັງ ແຕ່ຍ່ອມຕັ້ງໄວ້ເທິງເຊີງທຽນ ຈະໄດ້ສ່ອງສະຫວ່າງແກ່ທຸກຄົົນທີ່ຢູ່ໃນເຮືອນນັ້ນ ຈົ່ງໃຫ້ຄວາມສະຫວ່າງຂອງທ່ານສ່ອງໄປຕໍ່ໜ້າຄົນທັງປວງຢ່າງນັ້ນ ເພື່ອເຂົາຈະເຫັນຄວາມດີທີ່ທ່ານເຮັດ ແລະຈະໄດ້ສັນລະ ເສີນພຣະບິດາຂອງທ່ານຜູ້ຊົງຢູ່ໃນສະຫວັນ” (ມັດທາຍ 5:13-16)


ພຣະເຢຊູຊົງຍ່າງໄປຕາມແຄມທະເລກາລິລີ,ພຣະອົງຊົງເຫັນເປໂຕແລະນ້ອງຊາຍຂອງລາວຊື່ອັນດຣູ,ພວກເຂົາກໍາລັງເອົາມອງລົງຫາປາເພາະພວກເຂົາເປັນຊາວປະມົງ,ພຣະ ເຢຊູກ່າວແກ່ເຂົາວ່າ“ຈົ່ງຕາມເຮົາມາແລະເຮົາຈະຕັ້ງທ່ານໃຫ້ເປັນຜູ້ຫາຄົນຄືຫາປາ” ໃນທັນ ໃດນັ້ນພວກເຂົາກໍປະມອງແລ້ວຕາມພຣະອົງໄປ, ພໍຍ່າງໄປອີກຈັກໜ້ອຍພຣະເຢຊູກໍເຫັນ ອ້າຍນ້ອງສອງຄົນຄືຢາໂກໂບແລະໂຢຮັນ, ພວກເຂົາກໍາລັງແປງມອງຂອງເຂົາເພື່ອໄປຫາ ປາ,ພຣະອົງຊົງເອີ້ນພວກເຂົາໆກໍປະເຮືອແລະຕາມພຣະອົງໄປ, ສິ່ງທີ່ພວກເຂົາເຫັນພຣະ ເຢຊູເຮັດຈະຕ້ອງເປັນເລື່ອງທີ່ໜ້າຕື່ນເຕັ້ນ, ພຣະເຢຊູຊົງກໍາລັງເທດສະໜາແລະຮັກສາພະ ຍາດທຸກຊະນິດຖ້າມກາງຜູ້ຄົນ, ມີຝູງຄົນເປັນຈໍານວນຫຼາຍຕິດຕາມພຣະອົງ,ເມື່ອພຣະອົງ ຊົງເຫັນປະຊາຊົນກຸ່ມໃຫຍ່ພຣະອົງຈື່ງຂື້ນໄປເທິງພູ, ຫຼັງຈາກທີ່ພຣະອົງຊົງນັ່ງລົງພວກສາ ວົກກໍມາຫາພຣະອົງ,ແລະພຣະເຢຊູກໍເລີ່ມສອນພວກສາວົກຂອງພຣະອົງ,ພຣະອົງຊົງສອນ ເຂົາເລື່ອງຄວາມສຸກ,ພວກມັນໄດ້ພັນລະນາເຖິງຄຸນນະພາບພາຍໃນຂອງຄຣິສຕຽນແທ້ແລະ ພຣະສັນຍາແຫ່ງພຣະພອນໃນອະນາຄົດ,ຫຼັງຈາກນັ້ນພຣະອົງກໍສອນພວກສາວົກຂອງພຣະອົງວ່າພວກເຂົາເປັນເກືອແລະເປັນຄວາມສະຫວ່າງຂອງໂລກ, ສິ່ງທີ່ພຣະເຢຊູເວົ້າກັບເຂົາ ຍັງເປັນຄວາມຈິງຂອງຄຣິສຕຽນແທ້ທຸກຄົນ.

“ທ່ານທັງຫລາຍເປັນເກືອແຫ່ງໂລກ ແຕ່ຖ້າເກືອນັ້ນໝົດລົດເຄັມໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ ຈາກນັ້ນໄປກໍບໍ່ເປັນປະໂຫຍດຫຍັງ ມີແຕ່ຈະຖິ້ມສຳລັບຄົນຢຽບຢໍ່າ ທ່ານທັງຫລາຍເປັນຄວາມສະຫວ່າງຂອງໂລກ ນະຄອນຊຶ່ງຢູ່ເທິງພູຈະປິດບັງໄວ້ບໍ່ໄດ້ ບໍ່ມີຜູ້ໃດຈຸດທຽນແລ້ວນຳໄປວາງໄວ້ໃນຖັງ ແຕ່ຍ່ອມຕັ້ງໄວ້ເທິງເຊີງທຽນ ຈະໄດ້ສ່ອງສະຫວ່າງແກ່ທຸກຄົົນທີ່ຢູ່ໃນເຮືອນນັ້ນ ຈົ່ງໃຫ້ຄວາມສະຫວ່າງຂອງທ່ານສ່ອງໄປຕໍ່ໜ້າຄົນທັງປວງຢ່າງນັ້ນ ເພື່ອເຂົາຈະເຫັນຄວາມດີທີ່ທ່ານເຮັດ ແລະຈະໄດ້ສັນເສີນພຣະບິດາຂອງທ່ານຜູ້ຊົງຢູ່ໃນສະຫວັນ” (ມັດທາຍ 5:13-16)

I. ໜື່ງ ພວກທ່ານເປັນເກືອແຫ່ງໂລກ.

ພຣະເຢຊູຊົງກ່າວວ່າ“ທ່ານທັງຫລາຍເປັນເກືອແຫ່ງໂລກ”ເກືອໃນເວລານັ້ນໃຊ້ຫຼັກໆ ແລ້ວກໍຄືຢາກັນເນົ່າຫຼືບູດ, ຖ້າພວກເຂົາຫາກເອົາເກືອໃສ່ຊີ້ນກໍຈະເກັບໄວ້ຫຼາຍເດືອນໂດຍບໍ່ ຕ້ອງໃສ່ຕູ້ເຢັນ, ເກືອຈະຮັກສາການເນົ່າເປື່ອຍ, ເມື່ອອາດາມເຮັດບາບລາວໄດ້ນໍາເອົາ ຄວາມຕາຍແລະຄວາມເປື່ອຍເນົ່າເຂົ້າມາສູ່ໂລກ. ມະນຸດທຸກຄົນສືບທອດຄວາມຕາຍມາ ຈາກອາດາມຄົນບາບຄົນທໍາອິດ, ບໍ່ມີອັນໃດສາມາດປ້ອງກັນຄວາມຕາຍນັ້ນໄດ້ນອກຈາກ ພຣະເຢຊູ, ພຣະອົງຊົງບອກພວກສາວົກຂອງພຣະອົງວ່າພວກເຂົາເປັນເກືອເພື່ອຮັກສາຜູ້ ຄົນຈາກຄວາມເປື່ອນເນົ່າແລະຄວາມຕາຍ, ອັກຄະສາວົກຢາໂກໂບບອກວ່າ“ຜູ້ທີ່ຊ່ວຍຄົນ ບາບຄົນນັ້ນໃຫ້ພົ້ນຈາກທາງຜິດຂອງເຂົາກໍໄດ້ຊ່ວຍຊີວິດໜື່ງໃຫ້ລອດພົ້ນຈາກຄວາມຕາຍ” (ຢາໂກໂບ 5:20).

ວຽກຂອງການປະກາດແລະຄໍາອະທິຖານທີ່ທ່ານເຮັດອາດຈະເບິ່ງຄືວ່າບໍ່ມີຫຍັງ,ແຕ່ນັ້ນຄືພະຍາມານກໍາລັງເວົ້າກັບທ່ານ, ຄຣິສຕຽນຄົນໃດໜື່ງທີ່ອອກໄປປະກາດແລ້ວພາຄົນ ບາບມາຫາພຣະຄຣິດຄືຄົນທີ່ສໍາຄັນທີ່ສຸດໃນໂລກ, ພວກທ່ານເປັນເກືອແຫ່ງໂລກ! ພວກ ທ່ານກໍາລັງເຮັດວຽກທີ່ສໍາຄັນທີ່ສຸດໃນໂລກ! ຖ້າທ່ານບໍ່ຄິດວ່າທ່ານເປັນຄົນທີ່ສໍາຄັນ,ເຊີນ ຟັງຄໍາເວົ້າຂອງຊາຍໜຸ່ມຄົນໜື່ງທີ່ເວົ້າວ່າ: “ຂ້ອຍມາໂບດພ້ອມກັບຄວາມກຽດຊັງອັນໃຫຍ່ ແລະຄວາມເງົາ...ຂ້ອຍເປັນຄົນຕໍ່າຊ້າ, ໝູ່ຂອງຂ້ອຍຫຼາຍຄົນແລະຄອບຄົວເຮັດໃຫ້ຂ້ອຍ ຕໍ່າລົງ, ໂລກອ້ອມໂຕຂ້ອຍເບິ່ງຄືວ່າມຸ່ນລະລາຍ,ເບິ່ງຄືວ່າບໍ່ມີເຫດຜົນທີ່ຈະມີຊີວິດອີກຕໍ່ໄປ ບໍ່ມີເຫດຜົນທີ່ຈະເຮັດຫຍັງເພາະມັນເຊື່ອມໂຊມແລະທໍາລາຍລ້າງຫຼາຍ, ບາງເທື່ອຂ້ອຍກໍ ປາດຖະໜາບໍ່ເຄີຍເກີດມາເລີຍແລະໃນເວລານັ້ນເອງຂ້ອຍກໍກໍາລັງຕຶກຕອງວ່າຊິຂ້າຕົວຕາຍຂ້ອຍສັບສົນແລະບໍ່ເຊື່ອໃນພຣະເຈົ້າ”

ບາງຄົນຢູ່ຄຣິສຕະຈັກຂອງເຮົາໄດ້ພາຊາຍໜຸ່ມຄົນນັ້ນມາເພື່ອຟັງຂ່າວປະເສີດ,ຖ້າທ່ານບໍ່ອອກໄປເພື່ອພາລາວມາ,ລາວກໍຈະບໍ່ມີວັນໄດ້ມາຮູ້ຈັກກັບພຣະຄຣິດ, ຂ້າພະເຈົ້າບໍ່ຮູ້ ວ່າແມ່ນໃຜພາລາວມາ,ບໍ່ຄ່ອຍຮູ້ຈັກລາຍລະອຽດປານໃດ,ແຕ່ໜື່ງໃນພວກທ່ານໄດ້ພາລາວມາ,ສ່ວນຄົນອື່ນໆໃນພວກທ່ານໄດ້ເຮັດໃຫ້ລາວຮູ້ສຶກຄືບ້ານຢູ່ໃນຄຣິສຕະຈັກ, ພຣະເຈົ້າຊົງ ໃຊ້ທ່ານເພື່ອຊ່ວຍຊີວິດຂອງຊາຍໜຸ່ມຄົນນັ້ນໃຫ້ລອດ, ພຣະເຈົ້າຊົງໃຊ້ທ່ານເພື່ອຊ່ວຍວິນ ຍານຂອງລາວຈາກຄວາມຕາຍ,ຈາກຊີວິດທີ່ໝົດຫວັງແລະຈາກຄວາມສິ້ນຫວັງ,ນັ້ນແລະທີ່ ວ່າເປັນຫຍັງພຣະເຢຊູຈື່ງເວົ້າວ່າ“ທ່ານທັງຫຼາຍເປັນເກືອແຫ່ງໂລກ”ຖ້າບໍ່ມີພວກທ່ານລາວກໍ ຈະບໍ່ມີວັນລອດໄດ້.

ແຕ່ປະຈຸບັນນີ້ຄຣິສຕະຈັກຕ່າງໆບໍ່ສາມາດຊ່ວຍລາວໄດ້, ຄຣິສຕະຈັກຕ່າງໆຂອງ ພວກເຮົາຢູ່ໃນສະພາບທີ່ເປັນຕາຢ້ານຂອງຄວາມເຢັນຊ່າແລະປະຖີ້ມຄວາມເຊື່ອ! ດຣ.ຄາລ ເອັຟ.ເອັຈ.ເຮັນຣີ່(1913-2003)ເປັນນັກສາສະໜາທີ່ມີຊື່ສຽງຄົນໜື່ງ, ໜັງສືເຫຼັ້ມສຸດທ້າຍທີ່ ລາວຂຽນແມ່ນຕາເວັນຍໍແສງແຫ່ງຄວາມສິວິໄລອັນຍິ່ງໃຫຍ່: ການເລື່ອນລອຍໄປສູ່ລັດທິ ເພແກນໃໝ່, ລາວເວົ້າວ່າມີບາງຢ່າງຜິດປົກກະຕິໄປຈາກຄຣິສຕະຈັກຕ່າງໆຂອງພວກເຮົາ ໃນປະຈຸບັນນີ້: ລາວເວົ້າວ່າ“ສະພາວະຖົດຖອຍເໜືອອົງກອນຄຣິສຕຽນກໍາລັງຖີບຕົວສູງຂື້ນ ສາມາດເຫັນມັນໄດ້ໃນສະຖິຕິຂອງການເຂົ້າຮ່ວມຄຣິສຕະຈັກທີ່ຫຼຸດນ້ອຍລົງ... ຄວາມຮຸນ ແຮງກໍາລັງກະຕຸ້ນຝຸ່ນແຫ່ງຄວາມສິວິໄລທີ່ເນົ່າເປື່ອຍແລະລົບໜີ(ເຊື່ອງ)ຢູ່ໃນເງົາຂອງຄຣິສຕະຈັກທີ່ພິການແລ້ວ”(ໜ້າ 17),ລາວເວົ້າຖືກ,ຂ້າພະເຈົ້າບໍ່ຮູ້ວ່າມີຈັກບ່ອນຮູ້ແຕ່ຂອງພວກ ເຮົາຢູ່ໃນລອສແອງເຈີລິສທີ່ກໍາລັງປະກາດກັບພວກຄົນໜຸ່ມຕາມວິທະຍາໄລ ແລະ ຫ້າງສັບ ພະສິນຄ້າຕ່າງໆຂອງເມືອງ, ພວກແບັບຕິດໃຕ້ຕອນນີ້ກໍາລັງສູນເສຍສະມາຊິກເຄິ່ງລ້ານຄົນ ທຸກປີ, ນິກາຍອື່ນກໍບໍ່ໄດ້ດີໄປກວ່າກັນ, ປະການທີ່ໜື່ງພວກເຂົາປິດການນະມັດສະການອະ ທິຖານລົງ,ຕໍ່ມາພວກເຂົາກໍປິດການນະມັດສະການແລງວັນອາທິດລົງ,ຫຼັງຈາກນັ້ນການນະມັດສະການເຊົ້າວັນອາທິດຕ່າງໆກໍຖອຍລົງ, ພຣະເຢຊູບອກວ່າ“ຖ້າເກືອນັ້ນໝົດລົດເຄັມໄປ ແລ້ວ(ລົດຊາດ)ຈະເຮັດໃຫ້ເຄັມອີກໄດ້ບໍ? ມັນກໍບໍ່ມີປະໂຫຍດຫຍັງມີແຕ່ຈະຖີ້ມແລະຖືກມະ ນຸດຢຽບຢໍ່າ”(ມັດທິວ 5:13 KJV, NASV)ຄຣິສຕະຈັກຕ່າງໆ“ກໍາລັງພິການ”ຄືກັບດຣ.ເຮັ່ນ ຣີ່ເວົ້າ, ພວກເຂົາບໍ່ສາມາດຊ່ວຍໃຫ້ຄົນໜຸ່ມປະຈຸບັນນີ້ກັບໃຈໄດ້, ເປັນຫຍັງມັນຈື່ງແມ່ນ ຄວາມຈິງລະ?ເພາະເກືອມັນສູນເສຍຄວາມເຄັມໄປແລ້ວ! ການສອນພຣະຄໍາພີເປັນຄໍາໆບໍ່ ໄດ້ຮັກສາຄຣິສຕະຈັກທີ່ຕາຍແລ້ວ!ການສອນແບບນຸ່ມນວນບໍ່ໄດ້ສ້າງຊີວິດອອກມາ, ມີພຽງ ການເທດສະໜາຂ່າວປະເສີດທີ່ເຂັ້ມແຂງເທົ່ານັ້ນສາມາດເຮັດແບບນັ້ນໄດ້, ພວກເຮົາຕ້ອງ ການຄໍາເທດສະໜາທີ່ມີລົດ“ເຄັມ”,ຄໍາເທດສະໜາເລື່ອງຄວາມບາບແລະນາຮົກ,ຄໍາເທດສະໜາເລື່ອງພຣະໂລຫິດຂອງພຣະຄຣິດ,ຄໍາເທດສະໜາເລື່ອງການຊະນະວິນຍານ,ມີພຽງການຊະນະວິນຍານທີ່ຂາວຮ້ອນເທົ່ານັ້ນທີ່ສາມາດຮັກສາ“ຄວາມເຄັມ”ໃນຄຣິສຕະຈັກໄດ້,ມີພຽງການປະຊຸມອະທິຖານທີ່ເຂັ້ມແຂງເທົ່ານັ້ນທີ່ສາມາດຮັກສາ“ຄວາມເຄັມ”ໃນຄຣິສຕະຈັກໄດ້,ດຣ.ຈອນອາໄຣສ໌ເວົ້າຖືກວ່າ“ມີພຽງຄວາມພະຍາຍາມຂອງເຮົາທຸກຄົນທີ່ເຊື່ອມໂຍງການຊະນະວິນຍານແຫ່ງພັນທະສັນຍາໃໝ່ໄດ້”(ເປັນຫຍັງຄຣິສຕະຈັກຕ່າງໆຈື່ງບໍ່ນໍາວິນຍານໜ້າ 149)

ຖ້າພວກເຮົາບໍ່ຢາກໃຫ້ຄຣິສຕະຈັກຂອງເຮົາຕາຍພວກເຮົາຕ້ອງເຮັດວຽກແລະອະທິຖານຢ່າງສະໝໍ່າສະເໝີແລະເຮັດທຸກສິ່ງທີ່ເປັນໄປໄດ້ເພື່ອພາຄົນພວກໄວໜຸ່ມທີ່ຫຼົງຫາຍມາຟັງຂ່າວປະເສີດ! ພຣະເຢຊູຕັດວ່າ“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕ່າງໆແລະເລັ່ງເຂົາ ໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ”(ລູກາ 14:23)ພວກເຮົາຈະຕ້ອງເຮັດໃຫ້ການຊະນະ ວິນຍານເປັນອັນດັບໜື່ງໃນຊີວິດຂອງພວກເຮົາບໍ່ດັ່ງນັ້ນຄຣິສຕະຈັກຂອງເຮົາຈະສູນເສຍຊີ ວິດຂອງມັນທີ່ເປັນການຮັກສາຄວາມ“ເຄັມ” ຖ້າພວກເຮົາຫາກບໍ່ເຮັດແບບນັ້ນຄຣິສຕະຈັກ ຂອງເຮົາກໍຈະກາຍເປັນ“ກໍບໍ່ມີປະໂຫຍດຫຍັງມີແຕ່ຈະຖີ້ມເສຍສໍາຫຼັບຄົນຢຽບຢໍ່າ”(ມັດທາຍ 5:13)ຢ່າປ່ອຍໃຫ້ຄຣິສຕະຈັກຂອງເຮົາຕາຍເດັດຂາດ! ຈົ່ງອອກໄປແລ້ວພາພວກຄົນບາບ ເຂົ້າມາຟັງກ່ຽວກັບພຣະເຢຊູແລະລອດໂດຍພຣະອົງ!

II. ສອງ ພວກທ່ານເປັນຄວາມສະຫວ່າງແຫ່ງໂລກ.

ພຣະເຢຊູຊົງກ່າວວ່າ “ທ່ານທັງຫລາຍເປັນຄວາມສະຫວ່າງຂອງໂລກ ນະຄອນຊຶ່ງຢູ່ເທິງພູຈະປິດບັງໄວ້ບໍ່ໄດ້”(ມັດທາຍ 5:14),ດຣ.ລອຍໂຈນກ່າວວ່າ“ພະລັງຂອງຄໍາເວົ້ານັ້ນ ກໍຄື ‘ທ່ານທັງຫຼາຍແລະທ່ານທັງຫຼາຍພວກດຽວເປັນຄວາມສະຫວ່າງຂອງໂລກ’-‘ທ່ານທັງ ຫຼາຍ’ຖືກເນັ້ນໜັກແລະແບກເອົາຂໍ້ສະເໜີນັ້ນ...ມີສິ່ງທີ່ແນ່ນອນໃດໜື່ງ,ປະການທີ່ໜື່ງກໍຄືວ່າ ໂລກແມ່ນຢູ່ໃນສະພາບຂອງຄວາມມືດມົນ” (Sermon on the Mount, p. 139) ໂລກຢູ່ໃນສະ ພາບມືດມົນຮ້າຍແຮງໃນຄືນນີ້,ພຣະເຢຊູກ່າວວ່າມີພຽງຄຣິສຕຽນແທ້ເທົ່ານັ້ນທີ່ສາມາດສະ ແດງໃຫ້ຄົນອື່ນໆເຫັນວິທີທີ່ຈະລົບໜີຈາກຄວາມມືດນັ້ນໄດ້,ໂລກນີ້ບໍ່ມີຄວາມສະຫວ່າງອີກຕໍ່ໄປ, ແສງສະຫວ່າງແທ້ມາຈາກພວກຄຣິສຕຽນແລະຄຣິສຕະຈັກຄືຂອງພວກເຮົາເທົ່ານັ້ນ, ພຣະເຢຊູຊົງແນມເບິ່ງພວກສາວົກກຸ່ມນ້ອຍໆຂອງພຣະອົງແລ້ວກ່າວກັບພວກເຂົາວ່າ“ທ່ານທັງຫຼາຍແລະທ່ານທັງຫຼາຍພວກດຽວເປັນຄວາມສະຫວ່າງຂອງໂລກ” ນີ້ແມ່ນຕົວຢ່າງຂອງ ເລື່ອງນັ້ນ.

ຊາຍໜຸ່ມໜື່ງໃນພວກທ່ານທີ່ຖືກພາມາໂບດເວົ້າວ່າ“ເບິ່ງຄືວ່າບໍ່ມີເຫດຜົນທີ່ຈະມີຊີ ວິດອີກຕໍ່ໄປ...ບາງເທື່ອຂ້ອຍກໍປາດຖະໜາບໍ່ເຄີຍເກີດມາເລີຍແລະໃນເວລານັ້ນຂ້ອຍກໍກໍາ ລັງຕຶກຕອງວ່າຊິຂ້າຕົວຕາຍ...ດຣ.ໄຮເມີຖາມຂ້ອຍຖ້າວ່າພຣະເຈົ້າຮັກຂ້ອຍ,ຂ້ອຍຕອບທັນທີເລີຍວ່າ ‘ຮັກ’ ແຕ່ດຣ.ໄຮເມີຍັງຖາມຂ້ອຍອີກເທື່ອໜື່ງ...ຂ້ອຍກໍຕອບທັນທີວ່າ ‘ບໍ’ແລະ ນໍ້າຕາຂອງຂ້ອຍກໍໄຫຼອອກມາ... ຫຼັງຈາກນັ້ນດຣ.ໄຮເມີກໍຖາມຂ້ອຍອີກຖ້າຫາກຂ້ອຍຢາກ ຈະວາງໃຈເຊື່ອໃນພຣະເຢຊູແຕ່ຂ້ອຍກໍບໍ່ສາມາດເຮັດໄດ້, ຂ້ອຍຢ້ານໂພດທີ່ຈະເລີກເຮັດ ບາບຂອງຕົນ,ອາທິດຕໍ່ມາຂ້ອຍຮູ້ສຶກເຖິງຄວາມບາບຂອງຕົນໃນທາງທີ່ເຈັບປວດ, ຂ້ອຍຈື່ງ ເຂົ້າໄປໃນຫ້ອງນໍ້າແລ້ວຮ້ອງໄຫ້ໃນຂະນະທີ່ຄິດເຖິງບາບຂອງຕົນ, ແມ່ນແຕ່ຕອນທີ່ຂ້ອຍຢູ່ ໃນໂຮງຮຽນຫຼືເຮັດວຽກຄວາມບາບຂອງຂ້ອຍກໍບໍ່ປ່ອຍໃຫ້ຂ້ອຍຢູ່ຜູ້ດຽວ,ເຊົ້າວັນອາທິດຂ້ອຍ ຈື່ງຍອມແພ້ແລະພ້ອມທີ່ຈະຖີ້ມທຸກສິ່ງທຸກຢ່າງເພື່ອພຣະຄຣິດ, ຂ້ອຍໄດ້ໄປຫາດຣ.ໄຮເມີ ແລ້ວວາງໃຈເຊື່ອໃນພຣະເຢຊູ, ຂ້ອຍໄດ້ວາງໃຈເຊື່ອໃນພຣະເຢຊູແບບງ່າຍໆໂດຍຄວາມ ເຊື່ອພຽງຢ່າງດຽວ, ໃນມື້ນັ້ນຂ້ອຍມີຄວາມດີໃຈທີ່ເຫຼືອເຊື່ອແລະນອນຫຼັບດີໃນຕອນກາງຄືນ ຂ້ອຍໄດ້ຮັບການສະແດງຄວາມເມດຕາເຖິງແມ່ນວ່າຂ້ອຍຈະກະບົດຈາກພຣະຜູ້ຊ່ວຍຜູ້ຊົງ ຕາຍແລະຊົງຮັກ,ແລະຂ້ອຍກໍຈະບໍ່ມີວັນລືມ”

ຕອນນີ້ເຊີນຟັງຄໍາເວົ້າຂອງຜູ້ຍິງຄົນຈີນທີ່ມີຊີວິດທີ່ສະອາດຫຼາຍເວົ້າວ່າ“ຂ້ອຍຍ່າງເຂົ້າມາໃນໂບດແລະໃຈຂອງຂ້ອຍມັນໜັກ, ພຣະເຈົ້າໄດ້ປຸກຂ້ອຍໃຫ້ຮູ້ສຶກວ່າຂ້ອຍເປັນຄົນບາບ,ທຸກຄົນທີ່ຢູ່ອ້ອມຂ້າງຂ້ອຍເປັນຄົນທີ່ມີຄວາມລ່າເລີງ, ແຕ່ຂ້ອຍບໍ່ສາມາດລະງັບຈິດສໍານຶກທີ່ຊົ່ວຂອງຕົນໄດ້, ຂ້ອຍບໍ່ສາມາດປະຕິເສດໄດ້ວ່າໃຈຂອງຂ້ອຍມັນຂີ້ຮ້າຍ, ກະບົດແລະຕໍ່ສູ້ພຣະເຈົ້າ,ໃຈຂອງຂ້ອຍບໍ່ສາມາດຫລອກຂ້ອຍໃຫ້ເຂົ້າມາໃນຄວາມຄິດທີ່ວ່າຂ້ອຍບໍ່ເປັນຫຍັງແລະເປັນຄົນດີ, ຂ້ອຍບໍ່ໄດ້ໂອເຄແລະບໍ່ມີຄວາມດີຫຍັງໃນຂ້ອຍເລີຍ, ຂະນະທີ່ຂ້ອຍນັ່ງຟັງຄໍາເທດສະໜາຂ້ອຍພັດຮູ້ສຶກຄືກັບວ່າອາຈານກໍາລັງເວົ້າກັບຂ້ອຍໂດຍກົງ,ຂ້ອຍຮູ້ສຶກບໍ່ສະບາຍຫຼາຍມາລ້າງເທິງຫົວຕອນທີ່ລາວເວົ້າເຖິງຄວາມຕາຍຂອງຂ້ອຍ,ຂ້ອຍຮູ້ສຶກວ່າຂ້ອຍກໍາລັງໄປຊື່ໆສູ່ນາຮົກ,ຂ້ອຍສົມຄວນຕົກນາຮົກ,ຂ້ອຍເປັນຄົນບາບ,ເຖິງຂ້ອຍຈະຄິດວ່າຂ້ອຍສາມາດເຊື່ອງຄວາມບາບຂ້ອຍຈາກຜູ້ຄົນໄດ້ ແຕ່ຂ້ອຍກໍບໍ່ສາມາດເຊື່ອງມັນຈາກ ພຣະເຈົ້າໄດ້,ພຣະເຈົ້າຊົງເຫັນມັນທຸກຢ່າງ...ຂ້ອຍຮູ້ສຶກໝົດຫວັງຢ່າງສິ້ນເຊີງ, ຫຼັງຈາກນັ້ນເມື່ອຄໍາເທດສະໜາໃກ້ຈະຈົບລົງ,ຂ້ອຍກໍໄດ້ຍິນຂ່າວປະເສີດຂອງພຣະເຢຊູຄຣິດເປັນເທື່ອ ທໍາອິດ,ພຣະຄຣິດຊົງສິ້ນພຣະຊົນເທິງໄມ້ກາງແຂນຢູ່ໃນບ່ອນຂອງຂ້ອຍເພື່ອຈ່າຍຄ່າຄວາມຜິດບາບຂອງຂ້ອຍ,ຄວາມຮັກຂອງພຣະອົງທີ່ີມີຕໍ່ຂ້ອຍຍິ່ງໃຫຍ່ຫຼາຍຈົນພຣະອົງຍອມຕາຍເທິງໄມ້ກາງແຂນແທນຂ້ອຍ,ພຣະໂລຫິດຊົງຫຼັ່ງໄຫຼເພື່ອຄົນບາບ,ພຣະໂລຫິດຂອງພຣະອົງຊົງຫຼັ່ງໄຫຼເພື່ອຂ້ອຍ! ຂ້ອຍຕ້ອງການພຣະຄຣິດຫຼາຍອີຫຼີ,ຫຼາຍກວ່າທີ່ຈະຄົ້ນຫາຄວາມດີໃນໂຕຂ້ອຍເອງ,ໂດຍພຣະຄຸນຂອງພຣະເຈົ້າຕາຂອງຂ້ອຍໄດ້ຖືກຍົກໄປຈາກຂ້ອຍ, ຂ້ອຍຈື່ງແນມເບິ່ງພຣະຄຣິດເປັນຄັ້ງແລກແລະໃນວິນາທີນັ້ນເອງພຣະອົງໄດ້ຊົງຊ່ວຍຂ້ອຍໃຫ້ລອດ! ແລະລ້າງຄວາມບາບຂອງຂ້ອຍອອກໄປໂດຍພຣະໂລຫິດຂອງພຣະອົງ,ຂ້ອຍຈື່ງວາງໃຈເຊື່ອໃນພຣະເຢຊູແລະພຣະອົງຊົງຊ່ວຍຂ້ອຍໃຫ້ລອດ, ຄວາມດີທຸກຢ່າງຂອງຂ້ອຍບໍ່ສາ ມາດຊ່ວຍຄົນຊົ່ວຄືຂ້ອຍນອກຈາກພຣະຄຣິດຜູ້ດຽວທີ່ຊ່ວຍຂ້ອຍໃຫ້ລອດໄດ້!ພຣະຄຣິດໄດ້ ທຸບໂສ້ທີ່ລັອກຂ້ອຍໃສ່ກັບບາບ,ພຣະຄຣິດຊົງປົກຂ້ອຍດ້ວຍພຣະໂລຫິດຂອງພຣະອົງ,ພຣະອົງຊົງປົກຂ້ອຍໃນຄວາມຊອບທໍາຂອງພຣະອົງ, ຄວາມເຊື່ອແລະຄວາມໝັ້ນຄົງຂອງຂ້ອຍແມ່ນຢູ່ໃນພຣະຄຣິດຜູ້ດຽວ,ຂ້ອຍເປັນຄົນບາບແຕ່ພຣະເຢຊູຄຣິດຊ່ວຍຂ້ອຍໃຫ້ພົ້ນແລ້ວ”

ຕອນນີ້ເຊີນຟັງຄໍາເວົ້າຂອງຍິງສາວອີກຄົນໜື່ງ,ນາງເປັນຄົນດີໃນສາຍຕາຂອງໂລກ,ນາງໄດ້ມາໂບດຕະຫຼອດຊີວິດຂອງນາງແຕ່ຍັງຫຼົງຫາຍຢູ່,ແມ່ນແລ້ວໃນໃຈຂອງນາງນາງໃຈຮ້າຍໃຫ້ກັບພຣະເຈົ້າ, ເຊີນຟັງຄໍາເວົ້າຂອງລາວ “ໃນຂະນະທີ່ການນະມັດສະການດໍາເນີນໄປນັ້ນຂ້ອຍແຮງມີບັນຫາຫຼາຍ, ຂ້ອຍບໍ່ສາມາດຍີ້ມໃນຂະນະທີ່ທຸກຄົນກໍາລັງຈັບມືທັກທາຍກັນ, ຄວາມຮູ້ສຶກພ່າຍແພ້ ແລະຄວາມເບື່ອໜ່າຍຄວາມບາບຂອງຂ້ອຍມີເພີ່ມຂື້ນ, ຫຼັງຈາກນັ້ນ ຈອນເຄແກນກໍໄດ້ເທດສະໜາເລື່ອງ“ພຣະເຈົ້າຊົງຖືກແລະຂ້ອຍຜິດ”ທຸກປະເດັ່ນແທງຂ້ອຍໝົດແລະເພີ່ມທະວີຄວາມເຈັບປ່ວຍເລື່ອງບາບຂອງຂ້ອຍ,ໃນຂະນະທີ່ຈອນເທດຂ້ອຍກໍຮູ້ ເລີຍວ່າພຣະເຈົ້າກໍາລັງເວົ້າກັບຂ້ອຍຢູ່,ເມື່ອຈອນເທດສະໜາແລ້ວໆຂ້ອຍກໍຮູ້ສຶກເຈັບປວດ ຫຼາຍ, ຫຼັງຈາກນັ້ນດຣ.ໄຮເມີກໍຂື້ນໄປເທິງທໍາມາດເວົ້າກ່ຽວກັບການທີ່ພຣະເຢຊູຊົງຍົກໂທດ ໃຫ້ກັບຜູ້ຍິງທີ່ຖືກຈັບໂທດຖານລ່ວງປະເວີນີ,ເຖິງວ່າຂ້ອຍຈະເຄີຍໄດ້ຍິນເລື່ອງນັ້ນມາກ່ອນ,ມັນກໍບໍ່ໄດ້ຕໍາໃຈຂ້ອຍຄື ກັບທີ່ເກີດຂື້ນໃນເຊົ້າມື້ນັ້ນ,ຄວາມຮັກຂອງພຣະເຢຊູໄດ້ພັດຂ້ອຍ ໄປ, ຂ້ອຍເລີ່ມຮູ້ສຶກມີກໍາລັງໃຈທີ່ເຂັ້ມແຂງຂື້ນທີຈະມາຫາພຣະເຢຊູ, ດຣ.ໄຮເມີໄດ້ເອີ້ນ ຂ້ອຍໃຫ້ໄປລົມກັບລາວ,ໃຈຂອງຂ້ອຍສັ່ນໄຫວແລະຢ້ານ,ດຣ.ໄຮເມີຊີ້ໄປຫາລາວແລ້ວຖາມຂ້ອຍວ່າຂ້ອຍໄວ້ໃຈລາວບໍແລ້ວຂ້ອຍກໍຕອບວ່າ“ໄວ້ໃຈ”ຫຼັງຈາກນັ້ນລາວກໍບອກວ່າມັນກໍຄື ກັບທີ່ຄົນໜື່ງວາງໃຈເຊື່ອພຣະເຢຊູ,ຂ້ອຍບໍ່ມັກເມື່ອຂ້ອຍຖືກບອກໃຫ້ວາງໃຈເຊື່ອພຣະເຢຊູ, ‘ໃນໂລກໝາຍຄວາມ ວ່າແນວໃດ’ຂ້ອຍກໍຄິດ ວ່າແລ້ວຂ້ອຍຄວນຊິເຮັດແນວໃດ? ແລະ ເມື່ອດຣ.ໄຮເມີອະທິບາຍວ່າມັນກໍຄືກັນກັບການໄວ້ໃຈລາວ,ໃນວິນາທີນັ້ນເອງຂ້ອຍກໍຮູ້ວ່າ ພຣະເຢຊູຊົງຮັກຂ້ອຍ,ໃນຂະນະທີ່ຄຸເຂົ່າລົງສິ່ງທີ່ຂ້ອຍຄິດໄດ້ກໍຄືເລື່ອງທີ່ພຣະເຢຊູຊົງຮັກ ຂ້ອຍ,ທີ່ວ່າພຣະອົງຈະຍົກໂທດບາບຂອງຂ້ອຍ,ທີ່ວ່າຂ້ອຍຕ້ອງການພຣະອົງຫຼາຍ,ດຣ.ໄຮ ເມີໄດ້ເອົາມືຂອງເພີ່ນວາງເທິງຫົວຂອງຂ້ອຍ,ໄຫ້ແລ້ວອະທິຖານເພື່ອຂ້ອຍ,ລາວບອກຂ້ອຍວ່າພຣະເຢຊູຢາກໃຫ້ຂ້ອຍວາງໃຈໃນພຣະອົງ,ເຖິງແມ່ນຄວາມເຊື່ອຈະນ້ອຍກໍພຽງພໍສໍາຫຼັບພຣະອົງ, ນັ້ນຄືສິ່ງທີ່ພຣະ ເຢຊູຂໍ,ຫຼັງຈາກນັ້ນບໍພໍເທົ່າໃດນາທີຂ້ອຍກໍໄດ້ວາງໃຈເຊື່ອໃນ ພຣະເຢຊູ, ຂ້ອຍບໍ່ໄດ້ວາງ ໃຈເຊື່ອວ່າພຣະອົງຈະຊ່ວຍຂ້ອຍ,ຂ້ອຍວາງໃຈເຊື່ອໃນພຣະອົງ ເອງ - ຄວາມຄ້າຍຄືກັນ ກັບທີ່ຂ້ອຍໄວ້ໃຈສິດຍາພິບານຂອງຂ້ອຍດຣ.ໄຮເມີ,ກ່ອນທີ່ຂ້ອຍ ຈະຄົ້ນຫາທົ່ວນາຮົກແຫ່ງ ຄວາມຄິດຂອງຂ້ອຍສໍາຫຼັບຫົນທາງທີ່ຈະວາງໃຈເຊື່ອພຣະເຢຊູ ແລະ ປະສົບການທີ່ຈະຕິດຕາມມັນ,ຂ້ອຍໄດ້ປະຕິເສດທີ່ຈະວາງໃຈເຊື່ອພຣະເຢຊູພຽງຜູ້ ດຽວ,ໂດຍປາສະຈາກຄວາມຮູ້ສຶກ,ຫຼັງຈາກທີ່ຂ້ອຍລົ້ມເລວຂ້ອຍກໍມັກຈະຮ້ອງໄຫ້ໃນອຸປະ ສັກ ແລະ ຄວາມເວດທະນາຕົນເອງ, ເຊັ່ນກັນຂ້ອຍຢ້ານທີ່ຈະມີການກັບໃຈທີ່ຜິດໆຂ້ອຍຢ້ານຊິເປັນຄົນເຍາະເຍີ້ຍຖາກຖາງ, ແລະພາຍຫຼັງທີ່ຄິດຢ່າງຮອບຄອບແລ້ວຂ້ອຍກໍເຂົ້າໃຈວ່າໂລກບໍ່ໄດ້ມີຫຍັງໃຫ້ຂ້ອຍເລີຍ, ບໍ່ມີຄວາມຮັກ,ບໍ່ມີເປົ້າໝາຍ,ແລະບໍ່ມີຄວາມຫວັງ,ຕອນນີ້ຂ້ອຍເຊື່ອວາງໃຈໃນພຣະເຢຊູແລ້ວ,ພຣະອົງຊົງເປັນຄວາມຫວັງດຽວຂອງຂ້ອຍ, ມັນເປົ່າຄວາມຄິດຂອງຂ້ອຍວ່າສິ່ງທີ່ພຣະເຢຊູຕ້ອງການຄືຢາກໃຫ້ຂ້ອຍເຊື່ອວາງໃຈໃນພຣະອົງ, ພຣະອົງພຽງແຕ່ຕ້ອງການໃຫ້ຂ້ອຍວາງ ໃຈໃນພຣະອົງເທົ່ານັ້ນ,ຫຼັງຈາກນັ້ນພຣະອົງຊົງເຮັດທຸກຢ່າງ,ຄໍາພະຍານຂອງຂ້ອຍກໍງ່າຍໆຫຼາຍ,ຂ້ອຍໄດ້ເຊື່ອວາງໃຈໃນພຣະເຢຊູແລະພຣະອົງຊົງຊ່ວຍຂ້ອຍໃຫ້ລອດແລ້ວ”

ມັນໃຊ້ຫຼາຍຄົນເພື່ອທີ່ຈະຊະນະຄົນເຫຼົ່ານັ້ນໃຫ້ພຣະຄຣິດໄດ້, ຄົນທີ່ໂທລະສັບໄດ້ ໂທຫາເຂົາ,ດຣ.ແຊນໄດ້ກຽມລົດໄປຮັບເຂົາ, ມີຄໍາເວົ້າຂອງອາຣ໋ອນແຢນຊີກ່ຽວກັບທາງ ນອກຄຣິສຕະຈັກ,ຢູ່ນອກໃນໂລກ...ຄວາມຫວ່າງເປົ່າແລະຄວາມເຢັນຊ່າທີ່ໂລກຈະຍື່ນໃຫ້. ມີບົດເທດສະໜາຕ່າງໆທີ່ເຂົາອ່ານ, ພິມໂດຍດຣ.ເຄແກນແລະວິດີໂອບົດເທດຂອງເຮົາທີ່ ພວກເຂົາເບິ່ງກຽມໂດຍໂອລີແວັກເຊ,ມີຄໍາແນະນໍາຂອງຈອນເຄແກນ,ມີມິດຕະພາບທີ່ພວກທ່ານມອບໃຫ້, ສຸດທ້າຍກໍມີຕໍາເທດສະໜາຂອງຂ້າພະເຈົ້າ,ຂອງຈອນເຄແກນແລະຂອງໂນ ອາຊອງ,ຫຼັງການຕໍ່ສູ້ພາຍໃນເປັນເວລາຫຼາຍອາທິດຂ້າພະເຈົ້າເອງກໍໄດ້ຖາມວ່າ“ພວກທ່ານຈະເຊື່ອວາງໃຈໃນພຣະເຢຊູບໍ?”ຫຼັງຈາກນັ້ນພວກເຂົາກໍເຊື່ອວາງໃຈໃນພຣະເຢຊູ, ມັນຟັງ ເບິ່ງຄືງ່າຍຫຼາຍແລະມັນກໍງ່າຍໆ, ມີຫຼາຍຄົນໃນຄຣິສຕະຈັກຂອງເຮົາຖືກພຣະເຈົ້າໃຊ້ເພື່ອ ນໍາພວກເຂົາມາຫາພຣະເຢຊູ,ພວກເຮົາທຸກຄົນເປັນ“ແສງສະຫວ່າງ”ທີ່ຈະຊ່ວຍພວກເຂົາໃຫ້ພົບກັບພຣະເຢຊູໃນໂລກທີ່ມືດມົນນີ້,ຄືກັບທີ່ດຣ.ລອຍໂຈນເວົ້າວ່າ“ທ່ານທັງຫຼາຍແລະພວກ ທ່ານເທົ່ານັນເປັນຄວາມສະຫວ່າງຂອງໂລກ” ຄືກັບບົດເພງເກົ່າໆທີ່ເວົ້າວ່າ:

ໂລກທັງໜ່ວຍຫຼົງຫາຍໄປໃນຄວາມມືດມົນແຫ່ງບາບ
ສະຫວ່າງແຫ່ງໂລກຄືພຣະເຢຊູ
ລາສີຂອງພຣະອົງສ່ອງເໝືອນແສງແດດຍາມກາງເວັນ
ສະຫວ່າງແຫ່ງໂລກຄືພຣະເຢຊູ
ເຊີນມາຫາສະຫວ່າງເຊິ່ງສ່ອງມາເຖິງທ່ານ
ບັດນີ້ອາລຸນໄດ້ສ່ອງແສງວາວແວວ
ເມື່ອກ່ອນຕາບອດດຽວນີ້ຂ້າເຫັນແລ້ວ
ສະຫວ່າງແຫ່ງໂລກຄືພຣະເຢຊູ
(ສະຫວ່າງແຫ່ງໂລກຄືພຣະເຢຊູ”ໂດຍ: ຟີລິບພີ.ບລິສ 1838-1876)

ພີ່ນ້ອງທີ່ຮັກທັງຍິງແລະຊາຍ,ພວກທ່ານແລະຂ້າພະເຈົ້າມີສິດທິພິເສດທີ່ເປັນແສງ ສະທ້ອນຄວາມສະຫວ່າງຂອງພຣະເຢຊູສູ່ໂລກບາບທີ່ມືດມົນ,ພຣະຄຣິດຊົງມອບຄວາມສະຫວ່າງໃຫ້ເຮົາ,ບົດເພງຟື້ນຟູຂອງພວກເຮົາໄດ້ອະທິບາຍຢ່າງຊັດເຈນວ່າ:

ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ພ້ອມດ້ວຍກຽດພຣະອົງວິນຍານຂອງຂ້າຈະສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າເພື່ອທຸກຄົນຈະເຫັນ
ພຣະພັກອັນບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“Fill All My Vision” by Avis Burgeson Christiansen, 1895-1985).

ພີ່ນ້ອງທີ່ຮັກທັງຊາຍແລະຍິງ,ພວກເຮົາມີວຽກທີ່ອັດສະຈັນທີ່ຈະເຮັດໃນຖານະເປັນຄຣິສຕຽນ ພວກເຮົາເປັນເກືອແຫ່ງໂລກ, ພວກເຮົາພຽງຜູ້ດຽວເປັນຄວາມສະຫວ່າງຂອງໂລກ! ຂໍໃຫ້ ເຮົາທຸກຄົນສະທ້ອນແສງຂອງພຣະຄຣິດສູ່ໂລກທີ່ມືດມົນແລະເປັນຕາຢ້ານນີ້! ຢ່າຢຸດທີ່ຈະ ເຮັດວຽກເພື່ອຊະນະວິນຍານ! ແລະຢ່າທໍ້ແທ້ໃຈໃນການຊະນະວິນຍານ,ພຣະເຢຊູຊົງຢູ່ກັບ ພວກທ່ານ,ພຣະອົງຈະຊົງນໍາພາທ່ານຜ່ານຄວາມຫຍຸ້ງຍາກຕ່າງໆ.

ຕອນນີ້ເຖິງທ່ານທີ່ຍັງຫຼົງຫາຍຢູ່, ມັນເປັນສິດທິພິເສດຂອງຂ້າພະເຈົ້າທີ່ຈະບອກ ພວກທ່ານວ່າພຣະເຢຊູຈະຊົງຊ່ວຍທ່ານເຊັ່ນກັນ,ບໍ່ມີອັນໃດໃຫ້ທ່ານເຮັດອີກນອກຈາກທີ່ຈະເຊື່ອວາງໃຈໃນພຣະເຢຊູຄຣິດ, ຜູ້ທີ່ຍອມຕາຍໃນບ່ອນຂອງທ່ານເທິງໄມ້ກາງແຂນແລະຫຼັ່ງ ພຣະໂລຫິດຂອງພຣະອົງເພື່ອຊໍາລະລ້າງທ່ານອອກຈາກຄວາມຜິດບາບທຸກຢ່າງ,ມີບົດເພງ ທີ່ເວົ້າເຖິງມັນທຸກຢ່າງ:

ເຊື່ອແຕ່ເທົ່ານັ້ນເຊື່ອແຕ່ເທົ່ານັ້ນ
ເຊື່ອພຣະອົງດຽວນີ້
ພຣະອົງຊົງໂຜດ ພຣະອົງຊົງໂຜດ
ພຣະອົງຊົງໂຜດມື້ນີ້
(“ເຊື່ອເທີດເທົ່ານັ້ນ”ໂດຍ ຈອນ.ເອັຈ.ສຕັອກຕັນ 1813-1877)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Saved by the Blood” (by S. J. Henderson, 19th century).
“ລອດໂດຍພຣະໂລຫິດ(ໂດຍເອັສ.ເຈ.ເຮັນເດີສັນ ສະຕະວັດທີ19)

ໂຄງຮ່າງບົດເທດສະໜາ

ທ່ານທັງຫຼາຍເປັນເກືອແຫ່ງໂລກແລະ
ເປັນຄວາມສະຫວ່າງຂອງໂລກ!

YOU ARE THE SALT OF THE EARTH
AND THE LIGHT OF THE WORLD!

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ທ່ານທັງຫລາຍເປັນເກືອແຫ່ງໂລກ ແຕ່ຖ້າເກືອນັ້ນໝົດລົດເຄັມໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ແນວໃດ ຈາກນັ້ນໄປກໍບໍ່ເປັນປະໂຫຍດຫຍັງ ມີແຕ່ຈະຖິ້ມສຳລັບຄົນຢຽບຢໍ່າ ທ່ານທັງຫລາຍເປັນຄວາມສະຫວ່າງຂອງໂລກ ນະຄອນຊຶ່ງຢູ່ເທິງພູຈະປິດບັງໄວ້ບໍ່ໄດ້ ບໍ່ມີຜູ້ໃດຈຸດທຽນແລ້ວນຳໄປວາງໄວ້ໃນຖັງ ແຕ່ຍ່ອມຕັ້ງໄວ້ເທິງເຊີງທຽນ ຈະໄດ້ສ່ອງສະຫວ່າງແກ່ທຸກຄົົນທີ່ຢູ່ໃນເຮືອນນັ້ນ ຈົ່ງໃຫ້ຄວາມສະຫວ່າງຂອງທ່ານສ່ອງໄປຕໍ່ໜ້າຄົນທັງປວງຢ່າງນັ້ນ ເພື່ອເຂົາຈະເຫັນຄວາມດີທີ່ທ່ານເຮັດ ແລະຈະໄດ້ສັນລະ ເສີນພຣະບິດາຂອງທ່ານຜູ້ຊົງຢູ່ໃນສະຫວັນ” (ມັດທາຍ 5:13-16)

I.   ໜື່ງ ພວກທ່ານເປັນເກືອແຫ່ງໂລກ ຢາໂກໂບ 5:20; ມັດທາຍ 5:13; ລູກາ 14:23.

II.  ສອງ ພວກທ່ານເປັນຄວາມສະຫວ່າງແຫ່ງໂລກ ມັດທາຍ 5:14.